ບົດທີ 83
ເຈົ້າບໍ່ຮູ້ວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ ຫຼື ຮູ້ວ່າທຸກເລື່ອງ ແລະ ທຸກສິ່ງຢູ່ພາຍໃຕ້ການຄວບຄຸມຂອງເຮົາ! ທຸກສິ່ງໄດ້ຖືກສ້າງ ແລະ ຖືກເຮັດໃຫ້ສົມບູນແບບໂດຍເຮົານັ້ນໝາຍຄວາມວ່າແນວໃດ? ພອນ ຫຼື ຄວາມໂຊກຮ້າຍຂອງທຸກຄົນ ທັງໝົດນັ້ນຂຶ້ນຢູ່ກັບການປະຕິບັດຂອງເຮົາ ແລະ ຂຶ້ນຢູ່ກັບການກະທຳຂອງເຮົາ. ມະນຸດສາມາດເຮັດຫຍັງໄດ້ແດ່? ມີຫຍັງແດ່ທີ່ມະນຸດສາມາດເຮັດສຳເລັດໄດ້ດ້ວຍການຄິດ? ໃນຍຸກສຸດທ້າຍນີ້, ໃນຍຸກທີ່ມຶນເມົານີ້, ໃນໂລກອັນມືດມົນນີ້ທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມຈົນເຖິງລະດັບໃດໜຶ່ງ, ມີຈັກຄົນທີ່ສອດຄ່ອງກັບຄວາມປະສົງຂອງເຮົາ? ບໍ່ວ່າຈະເປັນມື້ນີ້, ມື້ວານນີ້ ຫຼື ໃນອະນາຄົດອັນໃກ້ນີ້, ຊີວິດຂອງທຸກຄົນໄດ້ຖືກເຮົາກຳນົດໄວ້ແລ້ວ. ບໍ່ວ່າພວກເຂົາໄດ້ຮັບພອນ ຫຼື ປະສົບກັບຄວາມໂຊກຮ້າຍ ແລະ ບໍ່ວ່າພວກເຂົາຈະຖືກເຮົາຮັກ ຫຼື ຊັງ, ທຸກສິ່ງແມ່ນຖືກເຮົາກຳນົດໄວ້ໂດຍບາດດຽວຢ່າງແນ່ນອນ. ມີໃຜໃນພວກເຈົ້າທີ່ກ້າຢືນຢັນວ່າບາດກ້າວຂອງເຈົ້ານັ້ນແມ່ນເຈົ້າເອງເປັນຜູ້ກຳນົດ ແລະ ຊະຕາກຳຂອງເຈົ້າແມ່ນຢູ່ໃນການຄວບຄຸມຂອງເຈົ້າບໍ? ມີໃຜກ້າເວົ້າແບບນັ້ນບໍ? ໃຜກ້າທີ່ຈະຕໍ່ຕ້ານຢ່າງຮຸນແຮງບໍ? ໃຜທີ່ບໍ່ຢຳເກງເຮົາ? ໃຜທີ່ມີຫົວໃຈບໍ່ເຊື່ອຟັງເຮົາ? ໃຜກ້າທີ່ຈະເຮັດຕາມໃຈຕົນເອງບໍ? ເຮົາຈະຂ້ຽນຕີພວກເຂົາທັນທີ ແລະ ແນ່ນອນວ່າຈະບໍ່ມີຄວາມເມດຕາຕໍ່ມະນຸດຊາດ ຫຼື ຊ່ວຍໃຫ້ລອດພົ້ນອີກຕໍ່ໄປ. ເທື່ອນີ້ ນັ້ນກໍຄື ທັນທີໃດທີ່ພວກເຈົ້າຍອມຮັບເອົາຊື່ຂອງເຮົາ ນັ້ນກໍຈະເປັນເທື່ອສຸດທ້າຍທີ່ເຮົາຈະສະແດງຄວາມເມດຕາຕໍ່ມະນຸດຊາດ. ເວົ້າໄດ້ວ່າ ເຮົາໄດ້ເລືອກເອົາ ມະນຸດຊາດສ່ວນໜຶ່ງແລ້ວ ເຊິ່ງເຖິງແມ່ນວ່າພອນຂອງພວກເຂົາອາດຈະບໍ່ເປັນນິລັນດອນ ແຕ່ພວກເຂົາກໍຈະໄດ້ຮັບພຣະຄຸນຂອງເຮົາ; ເພາະສະນັ້ນ, ເຖິງແມ່ນວ່າມັນບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າວ່າເຈົ້າຈະໄດ້ຮັບພອນຕະຫຼອດໄປກໍຕາມ, ນັ້ນກໍບໍ່ໄດ້ໝາຍຄວາມວ່າເຈົ້າຈະຖືກປະຕິບັດຕໍ່ແບບບໍ່ຍຸຕິທໍາ ແລະ ເຈົ້າກໍຍັງໂຊກດີກວ່າບັນດາຜູ້ທີ່ຈະໄດ້ຮັບໂຊກຮ້າຍໂດຍກົງ.
ແທ້ຈິງແລ້ວ ການພິພາກສາຂອງເຮົາໄດ້ມາເຖິງຈຸດສູງສຸດແລ້ວ ແລະ ກໍາລັງເຂົ້າສູ່ດິນແດນທີ່ບໍ່ເຄີຍມີມາກ່ອນ. ການພິພາກສາຂອງເຮົານັ້ນຢູ່ກັບທຸກຄົນ, ປັດຈຸບັນນີ້ ມັນແມ່ນການພິພາກສາທີ່ໂກດຮ້າຍ. ໃນອະດີດມັນແມ່ນການພິພາກສາອັນສະຫງ່າຜ່າເຜີຍ, ແຕ່ປັດຈຸບັນມັນແຕກຕ່າງກັນຫຼາຍ. ໃນອະດີດມະນຸດບໍ່ຮູ້ສຶກຢ້ານຫຍັງເລີຍຈົນວ່າພວກເຂົາໄດ້ຜະເຊີນກັບການພິພາກສາຂອງເຮົາ; ແຕ່ປັດຈຸບັນນີ້ ທັນທີທີ່ພວກເຂົາໄດ້ຍິນພຣະທໍາພຽງຄຳດຽວ, ພວກເຂົາກໍຢ້ານຈົນເສຍສະຕິ; ບາງຄົນເຖິງກັບຢ້ານເມື່ອເວລາເຮົາອ້າປາກອອກ. ຖ້າສຽງຂອງເຮົາເປັ່ງອອກມາເມື່ອເວລາເຮົາເລີ່ມຕົ້ນກ່າວ, ພວກເຂົາກໍຢ້ານຫຼາຍຈົນບໍ່ຮູ້ວ່າຈະເຮັດຫຍັງເລີຍ, ໃນເວລານັ້ນພວກເຂົາໄດ້ແຕ່ປາດຖະໜາປົກປິດຕົນເອງຢູ່ໃນຂຸມໃຕ້ດິນຢ່າງເອົາຈິງເອົາຈັງ ຫຼື ລີ້ຢູ່ໃນມຸມທີ່ມືດທີ່ສຸດ. ຄົນດັ່ງກ່າວບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຍ້ອນວ່າພວກເຂົາໄດ້ຖືກຄອບງຳໂດຍວິນຍານຊົ່ວຮ້າຍ. ເມື່ອເຮົາພິພາກສາມັງກອນແດງໃຫຍ່ ແລະ ງູຍັກບູຮານ, ພວກມັນກໍເລີ່ມຂີ້ອາຍ ແລະ ເຖິງກັບຢ້ານຖືກຄົນອື່ນເຫັນ; ແທ້ຈິງແລ້ວ ພວກເຂົາແມ່ນລູກຫຼານຂອງຊາຕານທີ່ເກີດໃນຄວາມມືດ.
ເຮົາມັກໃຊ້ຄຳວ່າ “ການກຳນົດໄວ້ລ່ວງໜ້າ ແລະ ການຄັດເລືອກ”. ນັ້ນໝາຍເຖິງຫຍັງກັນແທ້? ເຮົາກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກແນວໃດ? ເປັນຫຍັງບາງຄົນຈິ່ງບໍ່ແມ່ນຜູ້ທີ່ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກຄັດເລືອກ? ເຈົ້າຈະເຂົ້າໃຈສິ່ງນີ້ໄດ້ແນວໃດ? ທັງໝົດນີ້ຕ້ອງການໃຫ້ມີການອະທິບາຍຢ່າງຊັດເຈນຈາກເຮົາ ແລະ ມັນຮຽກຮ້ອງໃຫ້ເຮົາກ່າວຕໍ່ເຈົ້າໂດຍກົງ. ຖ້າເຮົາເປີດເຜີຍສິ່ງເຫຼົ່ານີ້ພາຍໃນພວກເຈົ້າ, ແລ້ວຄົນໂງ່ຈ້າກໍຈະເຊື່ອແບບຜິດໆວ່າມັນເປັນຄວາມຄິດມາຈາກຊາຕານ! ເຮົາກໍຈະຖືກໃສ່ຮ້າຍປ້າຍສີຢ່າງບໍ່ເປັນທຳ! ບັດນີ້ ເຮົາຈະກ່າວແບບກົງໄປກົງມາ ແລະ ຈະບໍ່ຢັບຢັ້ງຫຍັງໄວ້ເລີຍ: ເມື່ອເຮົາສ້າງສັບພະສິ່ງທັງປວງ, ກ່ອນອື່ນໝົດ ເຮົາສ້າງສິ່ງຕ່າງໆເພື່ອຮັບໃຊ້ແກ່ມະນຸດຊາດ (ດອກໄມ້, ຫຍ້າ, ຕົ້ນໄມ້, ໄມ້, ພູເຂົາ, ແມ່ນ້ຳ, ທະເລສາບ, ແຜ່ນດິນ ແລະ ມະຫາສະໝຸດ, ແມງໄມ້ທຸກຊະນິດ, ນົກ ແລະ ສັດຕ່າງໆ; ບາງຢ່າງກໍເພື່ອໃຫ້ມະນຸດກິນເປັນອາຫານ ແລະ ບາງສິ່ງກໍເພື່ອໃຫ້ມະນຸດຊື່ນຊົມ). ເມັດພືດຊະນິດຕ່າງໆໄດ້ຖືກສ້າງຂຶ້ນເພື່ອມະນຸດຊາດອີງຕາມພື້ນທີ່ຕ່າງໆທີ່ແຕກຕ່າງກັນ; ຫຼັງຈາກທີ່ໄດ້ສ້າງສິ່ງຕ່າງໆເຫຼົ່ານີ້ແລ້ວເຮົາຈິ່ງໄດ້ເລີ່ມສ້າງມະນຸດ. ມີຄົນຢູ່ສອງປະເພດ: ປະເພດທຳອິດແມ່ນບັນດາຜູ້ທີ່ເຮົາເລືອກ ແລະ ກຳນົດໄວ້ລ່ວງໜ້າ; ປະເພດທີສອງແມ່ນຜູ້ທີ່ມີຄຸນສົມບັດຂອງຊາຕານ ແລະ ຄົນປະເພດນີ້ແມ່ນຖືກສ້າງຂຶ້ນກ່ອນເຮົາຈະສ້າງໂລກ, ແຕ່ໃນເມື່ອພວກເຂົາຖືກເສື່ອມຊາມໂດຍຊາຕານຢ່າງສິ້ນເຊີງ, ເຮົາຈິ່ງໄດ້ປະຖິ້ມພວກເຂົາ. ແລ້ວຫຼັງຈາກນັ້ນເຮົາກໍໄດ້ສ້າງປະເພດທີ່ຖືກເຮົາເລືອກ ແລະ ກຳນົດໄວ້ລ່ວງໜ້າ, ແຕ່ລະຄົນມີຄຸນສົມບັດຂອງເຮົາໃນລະດັບທີ່ແຕກຕ່າງກັນ; ເພາະສະນັ້ນ ປັດຈຸບັນນີ້ ບັນດາຜູ້ທີ່ຖືກຄັດເລືອກໂດຍເຮົາແຕ່ລະຄົນຈິ່ງມີຄຸນສົມບັດຂອງເຮົາໃນລະດັບທີ່ແຕກຕ່າງກັນ. ເຖິງແມ່ນວ່າ ພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານກໍຕາມ, ພວກເຂົາກໍຍັງເປັນຄົນຂອງເຮົາຢູ່; ທຸກບາດກ້າວແມ່ນສ່ວນໜຶ່ງຂອງແຜນການຄຸ້ມຄອງຂອງເຮົາ. ເປັນການປົກຄອງທີ່ຊື່ສັດໃນອານາຈັກ ເພາະວ່າສິ່ງນີ້ໄດ້ຖືກວາງແຜນໄວ້ລ່ວງໜ້າໂດຍເຮົາ. ຄົນທີ່ຄົດໂກງ ແລະ ຫຼອກລວງຈະບໍ່ສາມາດຊື່ສັດໄດ້ ຍ້ອນວ່າ ພວກເຂົາແມ່ນເຊື້ອສາຍຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ; ພວກເຂົາເປັນຄົນຮັບໃຊ້ຂອງຊາຕານ ແລະ ຢູ່ພາຍໃຕ້ການບັນຊາຂອງມັນແຕ່ຕົ້ນຈົນຈົບ. ເຖິງຢ່າງໃດກໍຕາມ, ຈຸດປະສົງທັງໝົດນີ້ກໍເພື່ອເຮັດໃຫ້ຄວາມປະສົງຂອງເຮົາເປັນຈິງ. ເຮົາໄດ້ເຮັດໃຫ້ມັນຊັດເຈນເພື່ອລົບລ້າງການຄາດເດົາຂອງພວກເຈົ້າ. ຄົນທີ່ເຮົາເຮັດໃຫ້ສົມບູນ, ເຮົາຈະເບິ່ງແຍງ ແລະ ປົກປ້ອງ; ສ່ວນຄົນທີ່ເຮົາກຽດຊັງນັ້ນ, ຫຼັງຈາກທີ່ການຮັບໃຊ້ຂອງພວກເຂົາສິ້ນສຸດລົງ ພວກເຂົາກໍຈະໜີອອກຈາກພື້ນທີ່ຂອງເຮົາໄປ. ເຮົາໂກດຮ້າຍຢ່າງແຮງເມື່ອເວົ້າເຖິງຄົນເຫຼົ່ານີ້; ທັນໃດທີ່ເວົ້າເຖິງພວກເຂົາ, ເຮົາແມ່ນຢາກຈັດການກັບພວກເຂົາໃນທັນທີ. ຢ່າງໃດກໍຕາມ, ເຮົາກໍໄດ້ແຕ່ຢັບຢັ້ງການກະທຳຂອງເຮົາໄວ້; ເຮົາຖືກວັດແທກໃນການກະທຳ ແລະ ຄຳເວົ້າຂອງເຮົາ. ເຮົາສາມາດກົດຂີ່ໂລກດ້ວຍຄວາມໂກດຮ້າຍ, ແຕ່ຍົກເວັ້ນບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ; ຫຼັງຈາກທີ່ສະຫງົບຈິດໃຈລົງແລ້ວ ເຮົາຈະຖືໂລກໄວ້ໃນກໍາມືຂອງເຮົາ. ເວົ້າອີກຢ່າງໜຶ່ງກໍຄື, ເຮົາຄວບຄຸມທຸກສິ່ງ. ເມື່ອເຮົາເຫັນວ່າໂລກໄດ້ຖືກເຮັດໃຫ້ເສື່ອມຊາມເຖິງຂັ້ນໃດໜຶ່ງຈົນຜູ້ຄົນບໍ່ສາມາດທົນໄດ້, ເຮົາກໍຈະທຳລາຍມັນທັນທີ. ເຮົາສາມາດທໍາລາຍມັນດ້ວຍການກ່າວພຽງຄໍາດຽວເທົ່ານັ້ນ ບໍ່ແມ່ນບໍ?
ເຮົາເອງແມ່ນພຣະເຈົ້າທີ່ແທ້ຈິງ; ເຮົາບໍ່ໄດ້ສະແດງໝາຍສຳຄັນ ຫຼື ສິ່ງມະຫັດສະຈັນທີ່ເໜືອທຳມະຊາດ, ແຕ່ທຸກແຫ່ງຫົນແມ່ນເຕັມໄປດ້ວຍພາລະກິດທີ່ຍິ່ງໃຫຍ່ຂອງເຮົາ. ເສັ້ນທາງຂ້າງໜ້າຈະຮຸ່ງແຈ້ງຍິ່ງຂຶ້ນຢ່າງບໍ່ມີສິ່ງໃດປຽບທຽບໄດ້. ການເປີດເຜີຍຂອງເຮົາແຕ່ລະຂັ້ນຕອນແມ່ນເສັ້ນທາງທີ່ເຮົາຊີ້ໃຫ້ພວກເຈົ້າເຫັນ ແລະ ມັນຄືແຜນການຄຸ້ມຄອງຂອງເຮົາ. ນັ້ນເວົ້າໄດ້ວ່າ ໃນອະນາຄົດ ການເປີດເຜີຍເຫຼົ່ານີ້ຈະເພີ່ມພູນຍິ່ງຂຶ້ນ ແລະ ຊັດເຈນຫຼາຍຂຶ້ນເລື້ອຍໆ. ແມ່ນແຕ່ໃນອານາຈັກພັນປີ, ໃນອະນາຄົດອັນໃກ້ນີ້, ພວກເຈົ້າຈະຕ້ອງກ້າວໜ້າຕາມການເປີດເຜີຍ ແລະ ຕາມບາດກ້າວຂອງເຮົາ. ທຸກຢ່າງໄດ້ກາຍເປັນຮູບປະທໍາແລ້ວ, ທຸກສິ່ງໄດ້ຖືກຈັດຕຽມໄວ້ແລ້ວ; ສໍາລັບຜູ້ທີ່ຈະໄດ້ຮັບພອນ ມີພອນນິລັນດອນລໍຖ້າພວກເຈົ້າຢູ່, ສ່ວນຄົນຊົ່ວຮ້າຍກໍຈະມີການຂ້ຽນຕີຢ່າງນິລັນດອນລໍຖ້າພວກເຂົາຢູ່. ຄວາມເລິກລັບຂອງເຮົາແມ່ນຫຼາຍເກີນໄປສໍາລັບພວກເຈົ້າ; ພຣະທຳທີ່ງ່າຍທີ່ສຸດສຳລັບເຮົາອາດຈະຍາກທີ່ສຸດສຳລັບພວກເຈົ້າ. ເພາະສະນັ້ນ ເຮົາຈິ່ງເວົ້າແລ້ວເວົ້າອີກ ຍ້ອນວ່າ ພວກເຈົ້າເຂົ້າໃຈໜ້ອຍຫຼາຍ ແລະ ຕ້ອງການໃຫ້ເຮົາອະທິບາຍເທື່ອລະຄຳ ແລະ ທຸກໆຄໍາ, ແຕ່ບໍ່ຕ້ອງກັງວົນຫຼາຍເກີນໄປ; ເຮົາຈະກ່າວກັບພວກເຈົ້າຕາມພາລະກິດຂອງເຮົາ.