ບົດທີ 82

ເມື່ອໄດ້ຍິນພຣະທຳຂອງເຮົາ, ທຸກຄົນກໍ່ຢ້ານກົວ; ທຸກໆຄົນເຕັມໄປດ້ວຍຄວາມກັງວົນໃຈ. ເຈົ້າຢ້ານຫຍັງ? ເຮົາບໍ່ໄດ້ກຳລັງຈະຂ້າພວກເຈົ້າ! ມັນຄືພວກເຈົ້າມີຄວາມສຳນຶກຜິດ; ສິ່ງທີ່ເຈົ້າເຮັດລັບຫຼັງເຮົານັ້ນຊ່າງບໍ່ສຳຄັນ ແລະ ບໍ່ມີຄ່າ. ສິ່ງນີ້ໄດ້ເຮັດໃຫ້ເຮົາກຽດຊັງເຈົ້າຫຼາຍຈົນເຮົາປາຖະໜາຢ່າງແຮງກ້າວ່າເຮົາຈະໂຍນທຸກຄົນທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກນັ້ນລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ, ຖືກທຸບເປັນຕ່ອນໆ. ແນວໃດກໍຕາມ, ເຮົາມີແຜນການຂອງເຮົາ; ເຮົາມີເປົ້າໝາຍຂອງເຮົາ. ເຮົາຈະປ່ອຍຊີວິດທີ່ນ້ອຍໆຂອງເຈົ້າໄວ້ໃນຂະນະນີ້ ແລະ ຢັບຢັ້ງທີ່ຈະເຕະເຈົ້າອອກຈົນກວ່າການຮັບໃຊ້ຂອງເຈົ້າສຳລັບເຮົາຈະສິ້ນສຸດລົງ. ເຮົາບໍ່ຢາກເຫັນສິ່ງມີຊີວິດເຊັ່ນນັ້ນ; ພວກເຂົາເປັນຄວາມອັບອາຍຕໍ່ນາມຂອງເຮົາ! ເຈົ້າຮູ້ເລື່ອງນີ້ບໍ? ເຈົ້າເຂົ້າໃຈບໍ? ຄົນເວດທະນາທີ່ໄຮ້ຄ່າເອີຍ! ຈົ່ງຈື່ສິ່ງນີ້ໃສ່ຫົວເຈົ້າເອົາໄວ້! ເມື່ອເຈົ້າຖືກນຳໄປໃຊ້, ແມ່ນເຮົາທີ່ກະທຳເຊັ່ນນັ້ນ ແລະ ເມື່ອເຈົ້າບໍ່ຖືກນຳໄປໃຊ້, ນີ້ກໍເປັນຍ້ອນເຮົາເຊັ່ນກັນ. ທຸກສິ່ງໄດ້ຖືກເຮົາປັ້ນແຕ່ງ ແລະ ໃນມືຂອງເຮົາ ທຸກສິ່ງປະພຶດດີ ແລະ ເປັນລະບຽບ. ໃຜກໍຕາມທີ່ກ້າຍ້າຍໃນຊ່ວງເວລາທີ່ບໍ່ເໝາະສົມ ກໍຈະຖືກມືຂອງເຮົາຟາດລົງທັນທີ. ເຮົາເວົ້າເລື້ອຍໆວ່າ “ຟາດລົງ”; ເຈົ້າຄິດວ່າເຮົາເຮັດສິ່ງນັ້ນດ້ວຍມືຂອງເຮົາເອງແທ້ໆບໍ? ເຮົາບໍ່ຈຳເປັນຕ້ອງເຮັດ! ການກະທຳຂອງເຮົາບໍ່ໄດ້ໂງ່ຈ້າແບບທີ່ມະນຸດຄິດ. ເມື່ອເວົ້າວ່າທຸກສິ່ງໄດ້ຖືກກຳນົດຂຶ້ນ ແລະ ສຳເລັດລົງດ້ວຍພຣະທຳຂອງເຮົານັ້ນ ມັນໝາຍຄວາມວ່າແນວໃດ? ທຸກສິ່ງສຳເລັດລົງໂດຍທີ່ເຮົາບໍ່ຕ້ອງຍົກແມ່ນແຕ່ນິ້ວມື. ເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຂອງຂອງພຣະທຳຂອງເຮົາບໍ?

ເຮົາຈະບໍ່ນຳເອົາຄວາມລອດມາສູ່ຜູ້ໃດທີ່ເຮັດບໍລິການສຳລັບຮັບໃຊ້ເຮົາ; ພວກເຂົາບໍ່ມີສ່ວນໃນອານາຈັກຂອງເຮົາ. ນີ້ກໍຍ້ອນວ່າ ຄົນເຫຼົ່ານີ້ພຽງແຕ່ຫຍຸ້ງຢູ່ກັບເລື່ອງພາຍນອກເທົ່ານັ້ນ, ແທນທີ່ຈະປະຕິບັດຄວາມປະສົງຂອງເຮົາ. ເຖິງແມ່ນວ່າເຮົາກຳລັງໃຊ້ພວກເຂົາໃນຕອນນີ້, ແຕ່ໃນຄວາມເປັນຈິງແລ້ວພວກເຂົາແມ່ນຄົນທີ່ເຮົາກຽດຊັງທີ່ສຸດ; ຄົນທີ່ເຮົາລັງກຽດທີ່ສຸດ. ມື້ນີ້ ເຮົາຮັກໃຜກໍຕາມທີ່ສາມາດປະຕິບັດຄວາມປະສົງຂອງເຮົາ, ໃຜກໍຕາມທີ່ສາມາດສະແດງຄວາມເປັນຫ່ວງຕໍ່ພາລະຂອງເຮົາ ແລະ ໃຜກໍຕາມທີ່ສາມາດມອບທັງໝົດຂອງພວກເຂົາໃຫ້ແກ່ເຮົາດ້ວຍຫົວໃຈທີ່ແທ້ຈິງ ແລະ ດ້ວຍຄວາມຈິງໃຈ. ເຮົາຈະໃຫ້ຄວາມສະຫວ່າງແກ່ພວກເຂົາຢູ່ສະເໝີ ແລະ ບໍ່ປ່ອຍໃຫ້ພວກເຂົາຫຼຸດລອຍໄປຈາກເຮົາ. ເຮົາກ່າວຢູ່ເລື້ອຍໆວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. “ອວຍພອນ” ໝາຍເຖິງຫຍັງ? ເຈົ້າຮູ້ບໍ? ໃນບໍລິບົດແຫ່ງພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດ, ມັນໝາຍເຖິງພາລະທີ່ເຮົາມອບໃຫ້ເຈົ້າ. ສຳລັບທຸກຄົນທີ່ສາມາດແບກພາລະຂອງຄຣິສຕະຈັກ ແລະ ຜູ້ທີ່ຖວາຍຕົວເອງເພື່ອຜົນປະໂຫຍດຂອງເຮົາ, ພາລະຂອງພວກເຂົາ ແລະ ຄວາມຈິງຈັງຂອງພວກເຂົາ ແມ່ນພອນທັງສອງທີ່ມາຈາກເຮົາ. ນອກຈາກນັ້ນ, ການເປີດເຜີຍຂອງເຮົາແກ່ພວກເຂົາກໍແມ່ນພອນຈາກເຮົາເຊັ່ນກັນ. ນີ້ກໍຍ້ອນວ່າ ບັນດາຜູ້ທີ່ບໍ່ມີພາລະໃນປັດຈຸບັນແມ່ນບັນດາຜູ້ທີ່ບໍ່ໄດ້ຖືກເຮົາກຳນົດໄວ້ລ່ວງໜ້າ ແລະ ຖືກຄັດເລືອກ; ຄຳສາບແຊ່ງຂອງເຮົາໄດ້ລົງມາສູ່ພວກເຂົາແລ້ວ. ເວົ້າອີກຢ່າງໜຶ່ງວ່າ, ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກມີສ່ວນຮ່ວມໃນດ້ານບວກຂອງສິ່ງທີ່ເຮົາໄດ້ກ່າວ ໃນຂະນະທີ່ບັນດາຜູ້ທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ແລະ ຄັດເລືອກພຽງແຕ່ສາມາດມີສ່ວນໃນດ້ານລົບຂອງພຣະຄຳຂອງເຮົາເທົ່ານັ້ນ. ຍິ່ງພຣະທຳຂອງເຮົາຖືກກ່າວຫຼາຍເທົ່າໃດ ຄວາມໝາຍຂອງພວກມັນກໍຍິ່ງຊັດເຈນຂຶ້ນເທົ່ານັ້ນ; ຍິ່ງເຮົາກ່າວພວກມັນຫຼາຍເທົ່າໃດ ພວກມັນກໍຍິ່ງໂປ່ງໃສຫຼາຍເທົ່ານັ້ນ. ທຸກຄົນໃນບັນດາຜູ້ທີ່ຄົດໂກງ ແລະ ຫຼອກລວງ ແລະ ຜູ້ທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ໄດ້ຖືກເຮົາສາບແຊ່ງແຕ່ກ່ອນການສ້າງໂລກແລ້ວ. ເປັນຫຍັງຈຶ່ງເວົ້າວ່າ ປີ, ເດືອນ, ມື້ ແລະ ແມ່ນແຕ່ຊົ່ວໂມງ, ນາທີ ແລະ ວິນາທີຂອງການເກີດຂອງພວກເຈົ້າລ້ວນແລ້ວແຕ່ຖືກເຮົາວາງແຜນໄວ້ຢ່າງເໝາະສົມ? ເຮົາໄດ້ກຳນົດໄວ້ດົນນານແລ້ວວ່າໃຜຈະບັນລຸສະຖານະຂອງລູກຊາຍກົກ. ພວກເຂົາຢູ່ໃນສາຍຕາຂອງເຮົາ; ເຮົາຖືວ່າພວກເຂົາມີຄ່າແຕ່ດົນແລ້ວ ແລະ ໄດ້ມີບ່ອນໃນໃຈຂອງເຮົາມາດົນແລ້ວ. ພຣະທຳທຸກຂໍ້ທີ່ເຮົາກ່າວແມ່ນມີນ້ຳໜັກ ແລະ ມີແນວຄວາມຄິດຂອງເຮົາ. ມະນຸດແມ່ນຫຍັງ? ຍົກເວັ້ນໜ້ອຍຄົນທີ່ເຮົາຮັກ, ຜູ້ມີສະຖານະຂອງລູກຊາຍກົກ, ໜ້ອຍຄົນໃດສະແດງການພິຈາລະນາຕໍ່ຄວາມປະສົງຂອງເຮົາ? ແມ່ນຫຍັງຄືຄຸນຄ່າຂອງລູກຊາຍເຮົາ? ແມ່ນຫຍັງຄືຄຸນຄ່າຂອງຄົນຂອງເຮົາ? ໃນອະດີດ ຄຳວ່າ “ລູກຊາຍຂອງເຮົາ” ແມ່ນຕໍາແໜ່ງສຳລັບລູກຊາຍກົກຂອງເຮົາ, ແຕ່ບັນດາລູກຊາຍ ແລະ ຄົນຂອງເຮົາທີ່ບໍ່ຮູ້ຈັກຄວາມອັບອາຍຄິດວ່າມັນແມ່ນນາມມະຍົດທີ່ມີກຽດສຳລັບຕົວເອງ. ຢ່າເຮັດບົດບາດຂອງລູກຊາຍກົກຂອງເຮົາຢ່າງໄຮ້ຢາງອາຍ. ເຈົ້າສົມຄວນໄດ້ຮັບນາມມະຍົດນີ້ບໍ? ມື້ນີ້ ຄົນດຽວທີ່ໄດ້ຮັບການຢືນຢັນແມ່ນຄົນທີ່ຖືກວາງໄວ້ຢູ່ໃນຕຳແໜ່ງສຳຄັນຕໍ່ໜ້າເຮົາ; ຄົນເຫຼົ່ານີ້ໄດ້ຮັບສະຖານະຂອງລູກຊາຍກົກຂອງເຮົາ. ພວກເຂົາໄດ້ມີສ່ວນໃນບັນລັງຂອງເຮົາ, ມົງກຸດຂອງເຮົາ, ສະຫງ່າລາສີຂອງເຮົາ ແລະ ອານາຈັກຂອງເຮົາແລ້ວ. ທຸກສິ່ງທຸກຢ່າງແມ່ນຖືກຈັດແຈງຢ່າງລະອຽດໂດຍເຮົາ. ທຸກຄົນທີ່ໄດ້ຮັບສະຖານະຂອງລູກຊາຍກົກໃນມື້ນີ້ ລ້ວນແລ້ວແຕ່ໄດ້ຜ່ານຄວາມເຈັບປວດ, ການຂົ່ມເຫັງ ແລະ ຄວາມທຸກຍາກອັນຍິ່ງໃຫຍ່, ລວມເຖິງສິ່ງທີ່ພວກເຂົາໄດ້ປະສົບໃນຄອບຄົວຂອງພວກເຂົານັບຕັ້ງແຕ່ເກີດ, ຄວາມຄາດຫວັງສ່ວນຕົວຂອງພວກເຂົາເອງ, ວຽກງານ ແລະ ການແຕ່ງດອງ. ລູກຊາຍກົກເຫຼົ່ານີ້ບໍ່ໄດ້ສະຖານະນີ້ໂດຍບໍ່ໄດ້ຈ່າຍລາຄາ; ກົງກັນຂ້າມ, ພວກເຂົາໄດ້ຜ່ານທຸກລັກສະນະຂອງຊີວິດ: ດີ ແລະ ຊົ່ວ, ຂຶ້ນ ແລະ ລົງ. ທຸກຄົນທີ່ກ່ອນໜ້ານີ້ໄດ້ຮັບການນັບຖືເປັນຢ່າງສູງຈາກຄົນທົ່ວໂລກ ແລະ ຜູ້ທີ່ດຳລົງຊີວິດຢ່າງສະດວກສະບາຍຢູ່ເຮືອນ ບໍ່ມີສ່ວນໃນລູກຊາຍກົກ. ພວກເຂົາບໍ່ຄູ່ຄວນທີ່ຈະເປັນລູກຊາຍກົກ; ພວກເຂົານຳເອົາຄວາມອັບອາຍມາສູ່ນາມຂອງເຮົາ ແລະ ເຮົາບໍ່ຕ້ອງການພວກເຂົາຢ່າງແນ່ນອນ. ລູກຊາຍຂອງເຮົາ ແລະ ຄົນຂອງເຮົາ ຜູ້ທີ່ເຮົາໄດ້ຄັດເລືອກ ກໍມີຊື່ສຽງທີ່ດີໃນໂລກເຊັ່ນກັນ, ແຕ່ພວກເຂົາກໍຫ່າງໄກຈາກລູກຊາຍກົກຂອງເຮົາຫຼາຍ. ໃນປັດຈຸບັນ ເຮົາກຳລັງໃຊ້ບາງຄົນ, ແຕ່ທ່າມກາງພວກເຂົາ ຫຼາຍຄົນບໍ່ມີຄຸນສົມບັດທີ່ຈະເປັນຄົນຂອງເຮົາຊ້ຳ. ພວກເຂົາເປັນພຽງເປົ້າໝາຍແຫ່ງຄວາມພິນາດນິລັນດອນ; ພວກເຂົາຖືກໃຊ້ເພື່ອເຮັດການບໍລິການໃຫ້ແກ່ເຮົາສຳລັບໄລຍະເວລາໃດໜຶ່ງ, ແຕ່ບໍ່ໄດ້ມີເຈດຕະນາທີ່ຈະໃຊ້ເປັນເວລາຍາວນານ. ໃນສ່ວນເລິກຂອງຫົວໃຈຂອງເຮົາ, ເຮົາໄດ້ຕັດສິນໃຈແລ້ວວ່າຄົນໃດທີ່ຈະຖືກໃຊ້ໃນໄລຍະຍາວ. ນັ້ນກໍຄື ບັນດາຜູ້ທີ່ເຮົາວາງໄວ້ໃນຕຳແໜ່ງທີ່ສຳຄັນແມ່ນຜູ້ທີ່ເຮົາຮັກ ແລະ ເຮົາໄດ້ເລີ່ມໃຊ້ພວກເຂົາແຕ່ດົນແລ້ວ. ເວົ້າອີກຢ່າງໜຶ່ງກໍຄື ໜ້າທີ່ຂອງພວກເຂົາໄດ້ຖືກກຳນົດໄວ້ແລ້ວ. ສ່ວນຄົນທີ່ເຮົາລັງກຽດໃນຂັ້ນຕອນປັດຈຸບັນ, ພວກເຂົາພຽງແຕ່ຖືກໃຊ້ບົນພື້ນຖານທີ່ຊົ່ວຄາວເທົ່ານັ້ນ. ເມື່ອຄົນຕ່າງຊາດມາເຖິງ, ນັ້ນແມ່ນເວລາທີ່ລູກຊາຍກົກຈະຖືກເປີດເຜີຍແກ່ພວກເຈົ້າຢ່າງຊັດເຈນ.

ຕອນນີ້ເຮົາຮຽກຮ້ອງໃຫ້ພວກເຈົ້າເຕີບໂຕໂດຍໄວ ແລະ ສະແດງຄວາມເປັນຫ່ວງຕໍ່ພາລະຂອງເຮົາ. ພາລະນີ້ບໍ່ໄດ້ຍິ່ງໃຫຍ່ເກີນໄປ ແລະ ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າເຮັດໃນສິ່ງທີ່ຢູ່ພາຍໃນຄວາມສາມາດຂອງພວກເຈົ້າເທົ່ານັ້ນ. ເຮົາຮູ້ວຸດທິພາວະຂອງພວກເຈົ້າ; ເຮົາຮູ້ວ່າພວກເຈົ້າສາມາດປະຕິບັດໜ້າທີ່ໃດໄດ້. ເຮົາຮູ້ຈັກທັງໝົດນີ້ ແລະ ເຮົາເຂົ້າໃຈສິ່ງເຫຼົ່ານີ້; ເຮົາພຽງແຕ່ປາຖະໜາວ່າເຈົ້າ ຜູ້ເປັນລູກຊາຍຂອງເຮົາຈະເຕັມໃຈປະຕິເສດຕົວເອງ ແລະ ສາມາດຮັກສິ່ງທີ່ເຮົາຮັກ, ຊັງສິ່ງທີ່ເຮົາຊັງ, ເຮັດສິ່ງທີ່ເຮົາເຮັດ ແລະ ເວົ້າສິ່ງທີ່ເຮົາເວົ້າ. ຢ່າຖືກຄວບຄຸມໂດຍອາວະກາດ, ພູມີສາດ, ເວລາ ຫຼື ບຸກຄົນໃດອື່ນ. ມັນຄືຄວາມປາຖະໜາຂອງເຮົາທີ່ຈະໃຫ້ວິນຍານຂອງພວກເຈົ້າເປັນອິດສະຫຼະ, ຢູ່ທົ່ວທຸກຫົນແຫ່ງ ແລະ ໃຫ້ພວກເຈົ້າແຕ່ລະຄົນສາມາດຢືນຢູ່ໃນຕຳແໜ່ງຂອງລູກຊາຍກົກຂອງເຮົາ. ປັດຈຸບັນນີ້ ມີໃຜແດ່ທີ່ຖວາຍການເປັນຢູ່ທັງໝົດຂອງພວກເຂົາໃຫ້ແກ່ເຮົາ? ມີໃຜແດ່ທີ່ເສຍສະຫຼະໃຫ້ກັບເຮົາຢ່າງຈົ່ງຮັກພັກດີ? ໃຜທີ່ຕື່ນຢູ່ທັງເວັນ ແລະ ຄືນເພື່ອນເຫັນແກ່ເຮົາ? ໃຜເປັນຜູ້ເບິ່ງແຍງເລື່ອງໃນຄົວເຮືອນຂອງເຮົາສຳລັບເຮົາ? ໃຜແບ່ງເບົາພາລະທີ່ຢູ່ເທິງບ່າຂອງເຮົາແດ່? ພວກເຂົາບໍ່ແມ່ນລູກຊາຍຂອງເຮົາບໍ? ທຸກສິ່ງທີ່ເຮົາເຮັດແມ່ນເພື່ອເຮັດໃຫ້ລູກຊາຍຂອງເຮົາສົມບູນ ແລະ ເຮັດເປັນການບໍລິການໃຫ້ແກ່ລູກຊາຍຂອງເຮົາ. ເຈົ້າເຂົ້າໃຈບໍ? ທັງໝົດແມ່ນເພື່ອລູກຊາຍກົກຂອງເຮົາ ແລະ ເຮົາບໍ່ໄດ້ເຮັດຜິດພາດ. ຢ່າເຮັດວຽກໜັກພາຍໃຕ້ຄວາມເຂົ້າໃຈຜິດວ່າ ເຮົາພິພາກຜູ້ຄົນຢ່າງຜິດໆ ແລະ ຢ່າຄິດວ່າເຮົາດູຖູກເຈົ້າ. ຢ່າສັນນິຖານວ່າເຮົາໃຊ້ພອນສະຫວັນທີ່ຍິ່ງໃຫຍ່ຕ່ຳເກີນໄປ ຫຼື ເຮົາໄດ້ເຮັດຜິດພາດທີ່ບໍ່ໄດ້ກຳນົດເຈົ້າໄວ້ລ່ວງໜ້າ. ມັນບໍ່ໄດ້ເປັນແນວນັ້ນ; ມັນຄືເຈົ້າບໍ່ສົມຄວນໄດ້ຮັບມັນ! ເຈົ້າຮູ້ສິ່ງນັ້ນບໍ? ຕອນນີ້ ເຮົາຈະຢືນຢັນບາງສິ່ງສຳລັບພວກເຈົ້າ: ໃຜກໍຕາມທີ່ປຸກຄວາມໂມໂຫຂອງເຮົາຢູ່ເລື້ອຍໆ ແລະ ມັກຈະເປັນເປົ້າໝາຍຂອງການວິຈານ ຫຼື ການຈັດການຂອງເຮົາ ແມ່ນເປົ້າໝາຍຂອງຄວາມໂກດຮ້າຍຂອງເຮົາຢ່າງແນ່ນອນ. ຄົນເຊັ່ນນັ້ນຈະຕາຍຢ່າງແນ່ນອນ, ສິ່ງນີ້ໄດ້ຖືກກຳນົດໄວ້ໃນຫີນ. ເຮົາໄດ້ກ່າວແລ້ວວ່າ ເຮົາຈະບໍ່ຈັດການກັບລູກຊາຍກົກຂອງເຮົາອີກຕໍ່ໄປ ຍ້ອນວ່າຄົນເຫຼົ່ານີ້ໄດ້ຜ່ານການທົດລົງທີ່ຮຸນແຮງຂອງເຮົາ ແລະ ໄດ້ຮັບການຮອງຮັບຂອງເຮົາແລ້ວ. ໃຜກໍຕາມທີ່ເຮົາແນມເບິ່ງດ້ວຍສີໜ້າເສົ້າໝອງແມ່ນຢູ່ໃນອັນຕະລາຍ. ເຈົ້າບໍ່ຢ້ານບໍ? ຫຼາຍຄົນຈະຕາຍທັນທີທີ່ພຣະທຳຂອງເຮົາອອກຈາກປາກຂອງເຮົາ. ແນວໃດກໍຕາມ, ບາງຄົນຍັງຄົງຮັກສາເນື້ອໜັງຂອງພວກເຂົາຢູ່; ມັນເປັນພຽງແຕ່ວ່າ ວິນຍານຂອງພວກເຂົາໄດ້ຕາຍ. ຕົວບົ່ງຊີ້ທີ່ຊັດເຈນທີ່ສຸດຂອງພວກເຂົາກໍຄື ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາບໍ່ມີຫຍັງທີ່ດຶງພວກເຂົາໄວ້. (ພວກເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມໃນລະດັບທີ່ຮ້າຍແຮງແລ້ວ). ເມື່ອໃດກໍ່ຕາມທີ່ເນື້ອໜັງຂອງພວກເຂົາຖືກດັບສູນໄປ, ມັນເກີດຂຶ້ນຫຼັງຈາກການວາງແຜນທີ່ເໝາະສົມໂດຍເຮົາ ແລະ ໃນເວລາທີ່ເຮົາໄດ້ລະບຸໄວ້. ຄວາມຕາຍຝ່າຍວິນຍານຂອງພວກເຂົາບໍ່ສາມາດໃຫ້ການບໍລິການທີ່ຍິ່ງໃຫຍ່ແກ່ເຮົາໄດ້; ເຮົາຈະໃຊ້ປະໂຫຍດຈາກເນື້ອໜັງຂອງພວກເຂົາເພື່ອສະແດງໃຫ້ເຫັນເຖິງຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ. ຈາກນີ້ ຜູ້ຄົນຈະຕ້ອງເຊື່ອໝັ້ນ; ພວກເຂົາຈະສັນລະເສີນຢ່າງບໍ່ສິ້ນສຸດ ແລະ ຈະບໍ່ມີໃຜທີ່ບໍ່ເຄົາລົບ ແລະ ຢຳເກງເຮົາ. ເຮົາບໍ່ໄດ້ຖືເບົາຕໍ່ລາຍລະອຽດໃດໆ; ທຸກຄົນຕ້ອງມີຊີວິດຢູ່ ຫຼື ຕາຍເພື່ອເຮົາ ແລະ ບໍ່ມີໃຜສາມາດຈາກໄປຈົນກວ່າພວກເຂົາໄດ້ເຮັດການບໍລິການຂອງພວກເຂົາໃຫ້ແກ່ເຮົາ. ແມ່ນແຕ່ຊາຕານກໍບໍ່ສາມາດຖອຍກັບໄປສູ່ຂຸມເລິກທີ່ບໍ່ສິ້ນສຸດຈົນກວ່າມັນໄດ້ເຮັດການບໍລິການຂອງມັນໃຫ້ແກ່ເຮົາ. ທຸກບາດກ້າວທີ່ເຮົາປະຕິບັດນັ້ນໝັ້ນຄົງ ແລະ ປອດໄພ ແລະ ບົນພື້ນຖານທີ່ໜັກແໜ້ນ; ບໍ່ມີບາດກ້າວໃດທີ່ເຮົາປະຕິບັດທີ່ບໍ່ມີປະໂຫຍດ, ບໍ່ມີແມ່ນແຕ່ໜ້ອຍເລີຍ.

ໃຜກ້າປຽບທຽບກັບເຮົາ? ໃຜກ້າຕໍ່ຕ້ານເຮົາ? ເຮົາຈະໂຈມຕີເຈົ້າທັນທີ! ເຮົາຈະບໍ່ຖິ້ມຮ່ອງຮອຍໃດໆໄວ້ ແລະ ເນື້ອໜັງຂອງເຈົ້າຈະຖືກທຳລາຍ; ສິ່ງນີ້ເປັນຈິງແນ່ນອນ. ເມື່ອເຮົາກ່າວສິ່ງເຫຼົ່ານີ້, ເຮົາຈະປະຕິບັດພວກມັນທັນທີ ແລະ ຈະບໍ່ມີການກັບໄປອີກ. ໂລກກຳລັງພັງທະລາຍລົງໃນແຕ່ລະມື້ ແລະ ມະນຸດຊາດກໍກຳລັງພິນາດໄປໃນແຕ່ລະມື້. ໃນແຕ່ລະມື້ທີ່ຜ່ານໄປ, ອານາຈັກຂອງເຮົາກຳລັງກໍ່ຕົວ ແລະ ລູກຊາຍກົກຂອງເຮົາກໍກຳລັງເຕີບໃຫຍ່ຂຶ້ນ. ໃນແຕ່ລະມື້ ຄວາມໂກດແຄ້ນຂອງເຮົາກຳລັງເຕີບໃຫຍ່ຂຶ້ນ, ການຂ້ຽນຕີຂອງເຮົາກໍຍິ່ງຮຸນແຮງຂຶ້ນ ແລະ ພຣະທຳຂອງເຮົາກໍຍິ່ງຮຸນແຮງຂຶ້ນ. ພວກເຈົ້າຍັງລໍຖ້າໃຫ້ເຮົາກ່າວກັບພວກເຈົ້າຢ່າງອ່ອນໂຍນຂຶ້ນກວ່ານີ້ ແລະ ໃຫ້ນ້ຳສຽງຂອງເຮົານິ້ມນວນຂຶ້ນ, ແຕ່ຈົ່ງຄິດໃໝ່ເສຍ! ນ້ຳສຽງຂອງເຮົາຂຶ້ນຢູ່ກັບຄົນທີ່ເຮົາກຳລັງຈັດການຢູ່. ສຳລັບຄົນທີ່ເຮົາຮັກ, ນ້ຳສຽງຂອງເຮົາອ່ອນໂຍນ ແລະ ສະບາຍໃຈຢູ່ສະເໝີ, ແຕ່ສຳລັບພວກເຈົ້າ ເຮົາພຽງແຕ່ສາມາດສະແດງຄວາມຮຸນແຮງ ແລະ ການພິພາກສາເທົ່ານັ້ນ ເຊິ່ງນອກເໜືອຈາກນັ້ນ ເຮົາຍັງເພີ່ມການຂ້ຽນຕີ ແລະ ຄວາມໂກດແຄ້ນໃສ່. ໂດຍທີ່ບໍ່ມີຄົນໃດຮູ້ຈັກມັນ, ສະຖານະການໃນແຕ່ລະປະເທດທົ່ວໂລກກຳລັງຕຶງຄຽດຫຼາຍຂຶ້ນເລື້ອຍໆ, ພັງທະລາຍ ແລະ ຕົກລົງສູ່ຄວາມສັບສົນວຸ້ນວາຍໃນແຕ່ລະມື້. ຜູ້ນຳຂອງແຕ່ລະປະເທດຕ່າງກໍຫວັງວ່າຈະມີອຳນາດໃນທີ່ສຸດ. ມັນບໍ່ໄດ້ເຂົ້າມາໃນຄວາມຄິດຂອງພວກເຂົາແທ້ໆວ່າ ການຂ້ຽນຕີຂອງເຮົາໄດ້ມາເຖິງພວກເຂົາແລ້ວ. ພວກເຂົາສະແຫວງຫາທີ່ຈະຍຶດອຳນາດຂອງເຮົາ, ແຕ່ອຳນາດຂອງພວກເຂົາເປັນພຽງຄວາມເພີ້ຝັນເທົ່ານັ້ນ! ແມ່ນແຕ່ຜູ້ນຳຂອງສະຫະປະຊາຊາດກໍຕ້ອງຂໍອະໄພຈາກເຮົາ. ການກະທຳທີ່ຊົ່ວຮ້າຍທີ່ລາວໄດ້ເຮັດມີຈຳນວນຫຼວງຫຼາຍ. ຕອນນີ້ແມ່ນເວລາສຳລັບການຂ້ຽນຕີ ແລະ ເຮົາຈະບໍ່ປ່ອຍລາວໄປງ່າຍໆ. ທຸກຄົນທີ່ມີອຳນາດຕ້ອງຖອດມົງກຸດຂອງພວກເຂົາອອກ; ມີພຽງແຕ່ເຮົາເທົ່ານັ້ນທີ່ສົມຄວນປົກຄອງເໜືອທຸກສິ່ງ. ທຸກສິ່ງຂຶ້ນກັບເຮົາ, ທັງໝົດນັ້ນເລີຍ ລວມເຖິງແມ່ນແຕ່ຄົນຕ່າງຊາດຈຳນວນໜຶ່ງ. ເຮົາຈະໂຈມຕີໃຜກໍຕາມທີ່ກວດສອບເຮົາໂດຍທັນທີ ຍ້ອນສິ່ງນີ້ບົ່ງບອກວ່າພາລະກິດຂອງເຮົາໄດ້ມາໄກພຽງໃດ. ໄດ້ເຫັນການເປີດເຜີຍໃໝ່ໃນທຸກໆວັນ; ມີຄວາມສະຫວ່າງໃໝ່ໃນທຸກໆວັນ. ທຸກຢ່າງຍິ່ງສົມບູນແບບຫຼາຍຂຶ້ນເລື້ອຍໆ. ມື້ສຸດທ້າຍຂອງຊາຕານໃກ້ເຂົ້າມາເລື້ອຍໆ ແລະ ເປັນທີ່ຊັດເຈນຫຼາຍຂຶ້ນ.

ກ່ອນນີ້: ບົດທີ 81

ຕໍ່ໄປ: ບົດທີ 83

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້