ບົດທີ 8 ຈຸດຈົບສຳລັບຄົນຫຼາກຫຼາຍປະເພດ ແລະ ສັນຍາຂອງພຣະເຈົ້າຕໍ່ມະນຸດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍ່ຈະບໍ່ດົນໄປກວ່າຫົກພັນປີ. ແລ້ວດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີພ່າຍແພ້ຊາຕານ, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ ມະນຸດຊາດຂຶ້ນມາໃໝ່ ເຊິ່ງເປັນມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອນໄດ້ເຮັດພາຍໃຕ້ຂໍ້ບັນຍັດ, ລ້ຽງພວກເຂົາດ້ວຍແກະ ແລະ ງົວຈຳນວນຫຼວງຫຼາຍ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ແຕ່ມັນບໍ່ແມ່ນມະນຸດຊາດສົກກະປົກທີ່ເປັນຕາເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້ ແລະ ຖືກຮັບໂດຍພຣະສັນຍາຂອງເຮົາ. ດ້ວຍເຫດນັ້ນ ມະນຸດຊາດທີ່ຖືກເອົາຊະນະໃນລະຫວ່າງຍຸກສຸດທ້າຍກໍແມ່ນມະນຸດຊາດທີ່ຈະຮັບການຍົກເວັ້ນ ແລະ ຈະໄດ້ຮັບພອນຕະຫຼອດໄປເປັນນິດຂອງເຮົາ. ມັນຈະເປັນພຽງຂໍ້ພິສູດດຽວແຫ່ງໄຊຊະນະຂອງເຮົາເໜືອຊາຕານ ແລະ ເປັນພຽງຊະເລີຍເສິກຂອງສົງຄາມລະຫວ່າງເຮົາກັບຊາຕານ. ເຮົາໄດ້ໄຖ່ຊະເລີຍເສິກສົງຄາມເຫຼົ່ານີ້ຈາກອຳນາດຂອງຊາຕານ ແລະ ເປັນພຽງການຫຼໍ່ຫຼອມແກ້ວຜະລຶກ ແລະ ໝາກຜົນດຽວຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ການທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນຕໍ່ການທົດລອງໃດໆຂອງພຣະເຈົ້າເລີຍ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່ໜີ, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍການທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງຕາມອຳເພີໃຈ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດໃນສິ່ງໃດທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຈະຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເຂົ້ານົກ ແລະ ເຂົ້ານົກບໍ່ສາມາດເຮັດໃຫ້ກາຍເປັນເຂົ້າສາລີໄດ້” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງຜິດໆຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ໄດ້ຮັບໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນໄດ້ຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີຕໍ່ພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ມອບໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ຄືເຄື່ອງໝາຍທີ່ບົ່ງບອກຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດ, ມະນຸດກໍຈະໄດ້ພົບບ່ອນພັກເຊົາໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກເຊົາເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມມືເປັນເວລາ 6.000 ປີລະຫວ່າງພຣະເຈົ້າ ແລະ ມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະສົມຮູ້ຮ່ວມຄິດກັບຄົນຊົ່ວຊ້າ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ້ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີ່ຄົນສ່ວນໃຫຍ່ຈະຈິບຫາຍໄປພ້ອມກັບຜູ້ທີ່ໃຫ້ບໍລິການທີ່ບໍ່ໄດ້ມາດຕະຖານ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ້ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ, ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັດໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມບໍ່ເຊື່ອຟັງ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນມີໜ້ອຍກວ່າຄວາມຮັກຂອງເຈົ້າທີ່ມີຕໍ່ຕົນເອງ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ເຊື່ອຟັງ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຄວາມເຄົາລົບນັບຖືຂອງເຈົ້າມີຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມເຊື່ອຟັງ ຫຼື ຄວາມເຄົາລົບນັບຖື ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ. ໃນລະຫວ່າງພາລະກິດແຫ່ງຄວາມລອດພົ້ນ, ເຮົາກະລຸນາ ແລະ ດີຕໍ່ທຸກຄົນ. ເມື່ອພາລະກິດສິ້ນສຸດລົງ, ຜົນຕາມມາຂອງຜູ້ຄົນປະເພດທີ່ແຕກຕ່າງກັນກໍຈະຖືກເປີດເຜີຍ ແລະ ໃນເວລານັ້ນ ເຮົາຈະບໍ່ກະລຸນາ ແລະ ດີອີກຕໍ່ໄປ, ຍ້ອນຜົນຕາມມາຂອງຜູ້ຄົນຈະໄດ້ຖືກເປີດເຜີຍອອກ ແລະ ແຕ່ລະຄົນກໍຈະໄດ້ຖືກຈັດອອກຕາມປະເພດຂອງພວກເຂົາ ແລະ ຈະບໍ່ເກີດປະໂຫຍດຫຍັງໃນການປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກ ຍ້ອນຍຸກແຫ່ງຄວາມລອດພົ້ນຈະຜ່ານໄປ ແລະ ເມື່ອຜ່ານໄປແລ້ວ ມັນກໍຈະບໍ່ກັບຄືນມາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)

ແຕ່ຕາບໃດທີ່ໂລກເກົ່າຍັງຢູ່, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາລົງໃສ່ເຊື້ອຊາດຕ່າງໆ, ປະກາດພຣະບັນຍັດການປົກຄອງຂອງເຮົາໄປທົ່ວຈັກກະວານຢ່າງເປີດເຜີຍ ແລະ ຕິດຕາມການລົງໂທດຕໍ່ຜູ້ໃດກໍ່ຕາມທີ່ລະເມີດພຣະບັນຍັດດັ່ງກ່າວນັ້ນ:

ເມື່ອເວລາເຮົາຫັນໜ້າໄປສູ່ຈັກກະວານເພື່ອກ່າວ, ມະນຸດທຸກຄົນຈະໄດ້ຍິນສຽງຂອງເຮົາ ແລະ ຈາກນັ້ນຈະເຫັນຜົນງານທັງໝົດທີ່ເຮົາໄດ້ເຮັດໃນທົ່ວຈັກກະວານ. ຜູ້ໃດທີ່ ຕັ້ງຕົນຕໍ່ຕ້ານກັບຄວາມປະສົງຂອງເຮົາ, ເວົ້າໄດ້ອີກວ່າ ຜູ້ໃດທີ່ຕໍ່ຕ້ານເຮົາດ້ວຍການກະທໍາຂອງມະນຸດ ຈະຕົກຢູ່ພາຍໃຕ້ການລົງໂທດຂອງເຮົາ. ເຮົາຈະເອົາດວງດາວຢ່າງຫຼວງຫຼາຍໃນສະຫວັນ ແລະ ເຮັດໃຫ້ດວງດາວເຫຼົ່ານັ້ນເປັນດວງດາວໃໝ່ ແລະ ຈົ່ງຂອບໃຈເຮົາທີ່ດວງອາທິດ ແລະ ດວງຈັນຈະໄດ້ຮັບການສ້າງໃໝ່. ທ້ອງຟ້າຈະບໍ່ຄືເກົ່າອີກຕໍ່ໄປ ແລະ ສັບພະສິ່ງທີ່ມະຫາສານຢູ່ເທິງແຜ່ນດິນໂລກຈະໄດ້ຮັບການສ້າງໃໝ່ອີກຄັ້ງ. ທັງໝົດຈະສົມບູນດ້ວຍພຣະທໍາຂອງເຮົາ. ນາໆຊາດທີ່ຢູ່ໃນຈັກກະວານຈະຖືກແບ່ງປັນໃໝ່ ແລະ ຖືກແທນທີ່ດ້ວຍອານາຈັກຂອງເຮົາ ເພື່ອໃຫ້ປະເທດຊາດຕ່າງໆໃນແຜ່ນດິນໂລກຫາຍໄປຕະຫຼອດການ ແລະ ຈະກາຍເປັນອານາຈັກທີ່ບູຊາເຮົາ, ເຊື້ອຊາດທັງໝົດຂອງແຜ່ນດິນໂລກຈະຖືກທໍາລາຍ ແລະ ບໍ່ມີອີກຕໍ່ໄປ. ໃນບັນດາມະນຸດໃນຈັກກະວານ, ທຸກຄົນທີ່ເປັນຄົນຂອງຜີສາດຮ້າຍຈະຖືກກໍາຈັດ, ແລະ ທຸກຄົນທີ່ບູຊາຊາຕານຈະຖືກວາງລົງໄປໃນເຕົາໄຟຂອງເຮົາ, ນັ້ນກໍ່ຄື ຍົກເວັ້ນແຕ່ສໍາລັບຜູ້ທີ່ຢູ່ພາຍໃນສາຍນໍ້າ, ທັງໝົດຈະຖືກປ່ຽນເປັນເທົ່າຖ່ານ. ເມື່ອເຮົາລົງໂທດຜູ້ຄົນຈຳນວນຫຼວງຫຼາຍຢ່າງໜັກ, ຜູ້ທີ່ຢູ່ໃນໂລກຝ່າຍສາສະໜາ ໃນຫຼາກຫຼາຍຂອບເຂດຈະກັບຄືນມາຫາອານາຈັກຂອງເຮົາ, ຖືກເອົາຊະນະດ້ວຍພາລະກິດຂອງເຮົາ, ເພາະວ່າພວກເຂົາຈະໄດ້ເຫັນການມາເຖິງຂອງພຣະຜູ້ບໍລິສຸດໃນເທິງກ້ອນເມກສີຂາວ. ທຸກຄົນຈະຖືກແຍກອອກຕາມປະເພດຂອງພວກເຂົາເອງ ແລະ ຈະໄດ້ຮັບການຂ້ຽນຕີທີ່ເໝາະສົມກັບການກະທໍາຂອງພວກເຂົາ. ບັນດາຜູ້ທີ່ຕໍ່ຕ້ານເຮົາຈະຖືກດັບສະຫຼາຍໄປ, ສໍາລັບຜູ້ທີ່ມີການກະທໍາໃນແຜ່ນດິນໂລກທີ່ບໍ່ກ່ຽວຂ້ອງກັບເຮົາ, ຍ້ອນພວກເຮົາໄດ້ເຮັດໃຫ້ຕົນເອງພົ້ນໂທດແນວໃດ, ພວກເຂົາຈະສືບຕໍ່ຢູ່ເທິງແຜ່ນດິນໂລກພາຍໃຕ້ການປົກຄອງຂອງບຸດເຮົາ ແລະ ຜູ້ຄົນຂອງເຮົາ. ເຮົາຈະເປີດເຜີຍຕົວຕົນຕໍ່ບັນດາຜູ້ຄົນ ແລະ ເຊື້ອຊາດທີ່ນັບບໍ່ຖ້ວນ ແລະ ດ້ວຍສຽງຂອງເຮົາ, ເຮົາຈະເປັ່ງສຽງອອກມາເທິງແຜ່ນດິນໂລກ ເພື່ອປະກາດຄວາມສໍາເລັດຂອງພາລະກິດທີ່ຍິ່ງໃຫຍ່ຂອງເຮົາໃຫ້ມະນຸດທັງປວງໄດ້ເຫັນດ້ວຍຕາຂອງພວກເຂົາເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 26

ເຮົາກຳລັງຍ່າງທ່າມກາງປະຊາຊົນຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງເຮົາ. ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ, ຄົນແບບນີ້ກໍເປັນສຸກ; ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ເຮົາ, ພວກເຂົາຈະອາໄສຢູ່ໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ຮູ້ຈັກເຮົາ, ພວກເຂົາຈະມີລິດອຳນາດໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສະແຫວງຫາເຮົາ, ພວກເຂົາຈະຫຼົບໜີຈາກພັນທະນາການຂອງຊາຕານ ແລະ ໄດ້ຮັບພອນຈາກເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ, ພວກເຂົາຈະເຂົ້າສູ່ການຄອບຄອງຂອງເຮົາຢ່າງແນ່ນອນ ແລະ ສືບທອດຮັບເອົາຄວາມກະລຸນາຮັ່ງມີແຫ່ງອານາຈັກຂອງເຮົາ. ເຮົາຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ເຮົາ, ເຮົາຈະໂອບກອດຄົນທີ່ສະຫຼະເພື່ອເຫັນແກ່ເຮົາຢ່າງເບີກບານໃຈ ແລະເຮົາຈະມອບຄວາມສຸກໃຫ້ກັບຄົນທີ່ຖວາຍໃຫ້ກັບເຮົາ. ເຮົາຈະອວຍພອນຄົນທີ່ຄົ້ນພົບຄວາມສຸກໃນພຣະທຳຂອງເຮົາ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນໃນອານາຈັກຂອງເຮົາຢ່າງແນ່ນອນ, ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້ໃນເຮືອນຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ? ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ. ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫລາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ. ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ, ພວກເຈົ້າຈະໄດ້ສືບທອດພອນຂອງເຮົາ ແລະ ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 19

ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ! ແນ່ນອນ ເຮົາຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳຕໍ່ຜູ້ທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ. ສ່ວນບັນດາຜູ້ທີ່ອຸທິດຕົວເອງເພື່ອເຮົາຢ່າງຈິງຈັງນັ້ນ, ເຮົາຈະປະທານພອນທັງໝົດຂອງເຮົາໃຫ້ແກ່ເຈົ້າ. ຈົ່ງຖວາຍຕົນເອງໃຫ້ກັບເຮົາຢ່າງສິ້ນເຊີງ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງຫົ່ມ ແລະ ອະນາຄົດຂອງເຈົ້າລ້ວນຢູ່ໃນມືຂອງເຮົາ; ເຮົາຈະຈັດແຈງທຸກສິ່ງຢ່າງເໝາະສົມ ເພື່ອວ່າເຈົ້າຈະສາມາດມີຄວາມສຸກຢ່າງບໍ່ສິ້ນສຸດ ເຊິ່ງເຈົ້າຈະບໍ່ມີວັນໃຊ້ໝົດຈັກເທື່ອ. ນີ້ກໍຍ້ອນເຮົາໄດ້ກ່າວໄວ້ວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”. ພອນທັງໝົດຈະມາສູ່ທຸກຄົນທີ່ເສຍສະຫຼະຕົວເອງເພື່ອເຮົາຢ່າງຈິງໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 70

ທັງໝົດທີ່ເຮົາໄດ້ຈັດຕຽມໃຫ້ພວກເຈົ້າ ນັ້ນກໍຄືຊັບສົມບັດທີ່ຫາຍາກ ແລະ ລ້ຳຄ່າຈາກທົ່ວໂລກ ຈະຖືກມອບໃຫ້ແກ່ພວກເຈົ້າ. ຕອນນີ້, ເຈົ້າບໍ່ສາມາດມະໂນພາບ ແລະ ຈິນຕະນາການສິ່ງເຫຼົ່ານີ້ໄດ້ ແລະ ບໍ່ມີໃຜໄດ້ມີຄວາມສຸກກັບສິ່ງເຫຼົ່ານັ້ນມາກ່ອນ. ເມື່ອພອນເຫຼົ່ານີ້ມາຢູ່ຕໍ່ໜ້າພວກເຈົ້າ, ພວກເຈົ້າຈະຍິນດີຢ່າງບໍ່ສິ້ນສຸດ ແຕ່ຢ່າລືມວ່າທັງໝົດນີ້ເປັນຍ້ອນອຳນາດຂອງເຮົາ, ການກະທຳຂອງເຮົາ, ຄວາມຊອບທຳຂອງເຮົາ ແລະ ຍິ່ງໄປກວ່ານັ້ນແມ່ນຍ້ອນເດຊານຸພາບຂອງເຮົາ. (ເຮົາຈະມີຄວາມກະລຸນາຕໍ່ບັນດາຜູ້ທີ່ເຮົາເລືອກທີ່ຈະມີຄວາມກະລຸນາ ແລະ ເຮົາຈະມີຄວາມເມດຕາຕໍ່ບັນດາຜູ້ທີ່ເຮົາເລືອກທີ່ຈະມີຄວາມເມດຕາ). ໃນເວລານັ້ນ ພວກເຈົ້າຈະບໍ່ມີພໍ່ແມ່ ແລະ ຈະບໍ່ມີຄວາມສຳພັນທາງສາຍເລືອດ. ພວກເຈົ້າທັງໝົດແມ່ນຄົນທີ່ເຮົາຮັກ, ບຸດຊາຍອັນເປັນທີ່ຮັກຂອງເຮົາ. ນັບແຕ່ເວລານັ້ນເປັນຕົ້ນໄປ ຈະບໍ່ມີໃຜກ້າທີ່ຈະກົດຂີ່ພວກເຈົ້າອີກ. ມັນຈະເປັນເວລາໃຫ້ພວກເຈົ້າເຕີບໃຫຍ່ເປັນຜູ້ໃຫຍ່ ແລະ ຍັງແມ່ນເວລາເຊິ່ງພວກເຈົ້າປົກຄອງປະເທດຕ່າງໆດ້ວຍໄມ້ຄ້ອນເຫຼັກ! ຜູ້ໃດກ້າຂັດຂວາງບຸດຊາຍອັນເປັນທີ່ຮັກຂອງເຮົາ? ໃຜກ້າໂຈມຕີພວກເຂົາ? ທຸກຄົນຈະເຄົາລົບບຸດຊາຍອັນເປັນທີ່ຮັກຂອງເຮົາ ຍ້ອນວ່າພຣະບິດາໄດ້ຮັບຄວາມສະຫງ່າລາສີແລ້ວ. ທຸກສິ່ງທີ່ບໍ່ມີໃຜເຄີຍຈິນຕະນາການໄດ້ຈະປາກົດຢູ່ຕໍ່ໜ້າຕໍ່ຕາພວກເຈົ້າ; ພວກມັນຈະບໍ່ຈຳກັດ, ໝົດບໍ່ເປັນ ແລະ ບໍ່ມີທີ່ສິ້ນສຸດ. ອີກບໍ່ດົນ ແນ່ນອນວ່າພວກເຈົ້າຈະບໍ່ຈຳເປັນຕ້ອງຕາກແດດ ຫຼື ທົນກັບຄວາມຮ້ອນທີ່ທໍລະມານ ແລະ ພວກເຈົ້າຈະບໍ່ຕ້ອງທົນທຸກກັບຄວາມໜາວເຢັນ ຫຼື ສຳຜັດກັບຝົນ, ຫິມະ ແລະ ລົມອີກຕໍ່ໄປ. ນີ້ກໍຍ້ອນວ່າເຮົາຮັກພວກເຈົ້າ ແລະ ມັນຈະເປັນໂລກແຫ່ງຄວາມຮັກຂອງເຮົາທັງໝົດ. ເຮົາຈະໃຫ້ທຸກສິ່ງທີ່ພວກເຈົ້າຕ້ອງການໃຫ້ແກ່ພວກເຈົ້າ ແລະ ເຮົາຈະຈັດຕຽມທຸກສິ່ງທີ່ພວກເຈົ້າຕ້ອງການໃຫ້ແກ່ພວກເຈົ້າ. ໃຜກ້າອ້າງວ່າເຮົາບໍ່ຊອບທຳ? ເຮົາຈະຂ້າເຈົ້າທັນທີ ຍ້ອນວ່າເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າຄວາມໂກດຮ້າຍຂອງເຮົາ (ຕໍ່ຄົນຊົ່ວຮ້າຍ) ຈະຄົງຢູ່ຕະຫຼອດໄປເປັນນິດ ແລະ ເຮົາຈະບໍ່ລົດລະແມ່ນແຕ່ໜ້ອຍເລີຍ. ແນວໃດກໍຕາມ, ຄວາມຮັກຂອງເຮົາ (ສຳລັບບຸດຊາຍທີ່ຮັກຂອງເຮົາ) ຈະຄົງຢູ່ຕະຫຼອດໄປເຊັ່ນກັນ; ເຮົາຈະບໍ່ເກັບມັນໄວ້ໃນທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 84

ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ; ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຣະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ. ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ; ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ ແລະ ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງພາຍໃນພຣະອົງຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ບັນດາຜູ້ທີ່ພຣະເຈົ້າມີເຈດຕະນາເຮັດໃຫ້ສົມບູນແບບແມ່ນບັນດາຜູ້ທີ່ຈະໄດ້ຮັບພອນ ແລະ ມໍລະດົກຂອງພຣະອົງ. ນັ້ນໝາຍເຖິງ ພວກເຂົາຮັບເອົາໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ ເພື່ອວ່າມັນຈະກາຍເປັນສິ່ງທີ່ພວກເຂົາມີຢູ່ພາຍໃນ; ພວກເຂົາມີພຣະທໍາທັງໝົດຂອງພຣະເຈົ້າທີ່ນໍາມາສູ່ຕົວເຂົາ; ບໍ່ວ່າພຣະເຈົ້າຈະເປັນຫຍັງ, ພວກເຈົ້າສາມາດຮັບເອົາທຸກສິ່ງທີ່ເປັນ ແລະ ດ້ວຍເຫດນັ້ນ ຈຶ່ງດຳເນີນຊີວິດຕາມຄວາມຈິງ. ນີ້ແມ່ນປະເພດຄົນທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ຜູ້ທີ່ຖືກຮັບເອົາໂດຍພຣະເຈົ້າ. ມີພຽງຜູ້ຄົນດັ່ງກ່າວນີ້ເທົ່ານັ້ນທີ່ມີສິດໄດ້ຮັບພອນທີ່ພຣະເຈົ້າປະທານໃຫ້:

1. ຮັບເອົາຄວາມຮັກທັງໝົດຂອງພຣະເຈົ້າ.

2. ປະຕິບັດຕາມຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ.

3. ຮັບເອົາການນຳພາຂອງພຣະເຈົ້າ, ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າ ແລະ ຮັບເອົາແສງສະຫວ່າງຈາກພຣະເຈົ້າ.

4. ໃຊ້ຊີວິດເທິງແຜ່ນດິນໂລກຕາມພາບລັກສະນະທີ່ພຣະເຈົ້າຮັກ; ຮັກພຣະເຈົ້າຢ່າງແທ້ຈິງແບບທີ່ເປໂຕຮັກ, ຖືກຄຶງກາງແຂນເພື່ອພຣະເຈົ້າ ແລະ ສົມຄວນຕາຍເພື່ອຕອບແທນຄວາມຮັກຂອງພຣະເຈົ້າ; ໄດ້ຮັບລັດສະໝີດຽວກັນກັບເປໂຕ.

5. ເປັນທີ່ຮັກ, ນັບຖື ແລະ ໜ້າຍົກຍ້ອງຂອງຜູ້ຄົນທັງໝົດທີ່ຢູ່ເທິງແຜ່ນດິນໂລກ.

6. ເອົາຊະນະໃນທຸກດ້ານຂອງການເປັນທາດຂອງຄວາມຕາຍ ແລະ ແດນມໍລະນາ, ບໍ່ເປີດໂອກາດໃຫ້ຊາຕານເຮັດວຽກງານຂອງມັນ, ຖືກພຣະເຈົ້າຄອບຄອງ, ອາໃສຢູ່ໃນວິນຍານທີ່ສົດຊື່ນ ແລະ ມີຊີວິດຊີວາ ແລະ ບໍ່ມີຄວາມອິດເມື່ອຍ.

7. ມີຄວາມຮູ້ສຶກທີ່ບໍ່ສາມາດບັນລະຍາຍໄດ້ກ່ຽວກັບຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນຕະຫຼອດເວລາຕະຫຼອດຊີວິດ, ຄືກັບວ່າບຸກຄົນໃດໜຶ່ງໄດ້ເຫັນການມາເຖິງແຫ່ງວັນລັດສະໝີຂອງພຣະເຈົ້າ.

8. ໄດ້ຮັບໄຊຊະນະແຫ່ງລັດສະໝີຮ່ວມກັບພຣະເຈົ້າ ແລະ ມີສີໜ້າຄ້າຍຄືບັນດາໄພ່ພົນຜູ້ເປັນທີ່ຮັກຂອງພຣະເຈົ້າ.

9. ກາຍເປັນຜູ້ທີ່ພຣະເຈົ້າຮັກຢູ່ເທິງໂລກ, ນັ້ນກໍຄື ເປັນບຸດຊາຍສຸດທີ່ຮັກຂອງພຣະເຈົ້າ.

10. ປ່ຽນແປງຮູບລັກສະນະ ແລະ ຂຶ້ນໄປສະຫວັນຊັ້ນສາມຮ່ວມກັບພຣະເຈົ້າ ແລະ ເອົາຊະນະເນື້ອໜັງ.

ມີພຽງຜູ້ຄົນທີ່ສາມາດສືບທອດພຣະພອນຂອງພຣະເຈົ້າເທົ່ານັ້ນແມ່ນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ໄດ້ຮັບ. ປັດຈຸບັນນີ້ເຈົ້າໄດ້ຮັບຫຍັງແດ່ແລ້ວ? ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບໄດ້ຮອດຈຸດໃດແລ້ວ? ພຣະເຈົ້າບໍ່ໄດ້ເຮັດໃຫ້ມະນຸດສົມບູນແບບໂດຍບັງເອີນ. ການເຮັດໃຫ້ມະນຸດສົມບູນແບບຂອງພຣະອົງແມ່ນມີເງື່ອນໄຂ ແລະ ມີຜົນໄດ້ຮັບທີ່ຊັດເຈນ ແລະ ສາມາດເບິ່ງເຫັນໄດ້. ມັນບໍ່ເປັນຢ່າງທີ່ມະນຸດຈິນຕະນາການ, ເມື່ອໃດທີ່ພວກເຂົາມີສັດທາໃນພຣະເຈົ້າ, ພວກເຂົາສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຮັດໃຫ້ຖືກຮັບເອົາ ແລະ ສາມາດໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະເຈົ້າຢູ່ໃນແຜ່ນດິນໂລກນີ້. ສິ່ງດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫຼາຍ ແລະ ຍິ່ງຍາກໄປກວ່ານັ້ນແມ່ນການປ່ຽນແປງຮູບລັກສະນະຂອງຜູ້ຄົນ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນເບື້ອງຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ຜະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກນໍາມາສູ່ໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບເອົາມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ກ່ອນ ແລ້ວເມື່ອນັ້ນເຈົ້າກໍຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ຄືສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ

ກ່ອນນີ້: 7. ຜູ້ເຊື່ອໃນພຣະເຈົ້າຄວນກະກຽມສຳລັບຈຸດໝາຍປາຍທາງຂອງພວກເຂົາດ້ວຍການກະທຳດີທີ່ພຽງພໍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້