7. ຜູ້ເຊື່ອໃນພຣະເຈົ້າຄວນກະກຽມສຳລັບຈຸດໝາຍປາຍທາງຂອງພວກເຂົາດ້ວຍການກະທຳດີທີ່ພຽງພໍ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ, ເຮົາບໍ່ເຄີຍລືມຈັກເທື່ອ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະລົງໂທດພວກເຂົາ ເຊິ່ງເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!

ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ

ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ເຕັມໃຈເຮັດທຸກຢ່າງ. ດັ່ງທີ່ພວກເຈົ້າໄດ້ເວົ້າ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະບໍ່ລະເລີຍກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະຫຼະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ເຮົາຈະບໍ່ສາມາດສະບາຍໃຈກັບພວກເຈົ້າໄດ້ແທ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ແລ້ວເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ຖ້າເຈົ້າມີຄວາມສຸກໃນການເປັນຜູ້ຮັບໃຊ້ໃນເຮືອນຂອງພຣະເຈົ້າ, ໂດຍເຮັດວຽກຢ່າງດຸໝັ່ນ ແລະ ເອົາໃຈໃສ່ໃນທຸກເລື່ອງ, ເປັນຜູ້ໃຫ້ຕະຫຼອດ ແລະ ບໍ່ເຄີຍເປັນຜູ້ຮັບ, ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ ເພາະເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນຈິງຈັງ, ຖ້າເຈົ້າເຕັມໃຈທີ່ຈະສະຫຼະຊີວິດ, ຖ້າເຈົ້າສາມາດເສຍສະຫຼະຊີວິດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນເປັນພະຍານ, ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ, ແລ້ວເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ ແລະ ເປັນຄົນທີ່ຈະມີຊີວິດຢູ່ໃນອານາຈັກຢ່າງນິລັນດອນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ຄຸນງານຄວາມດີຄືຄຳພະຍານທີ່ບົ່ງບອກວ່າພວກເຮົາໄດ້ບັນລຸຄວາມລອດພົ້ນ ແລະ ພວກມັນເປັນການສະແດງອອກເຖິງການທີ່ພວກເຮົາເຂົ້າສູ່ຄວາມຈິງ ແລະ ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ຖ້າພວກເຮົາໄດ້ກຽມຄຸນງາມຄວາມດີຫຼາຍຢ່າງ, ນັ້ນກໍໝາຍຄວາມວ່າ ພວກເຮົາໄດ້ກາຍເປັນຄົນໃໝ່ຕໍ່ໜ້າພຣະເຈົ້າ ແລະ ພວກເຮົາມີຄຳພະຍານທີ່ແທ້ຈິງໃນລັກສະນະຂອງການເປັນມະນຸດທີ່ແທ້ຈິງ. ຄຸນງາມຄວາມດີຂອງພວກເຮົາແມ່ນສິ່ງທີ່ສະແດງໃຫ້ເຫັນວ່າ ພວກເຮົາໄດ້ກັບໃຈຢ່າງແທ້ຈິງ; ຖ້າພວກເຮົາຈັດກຽມຄຸນງາມຄວາມດີຫຼາຍຢ່າງ, ມັນກໍໝາຍຄວາມວ່າ ພວກເຮົາມີຄວາມຄ້າຍຄືມະນຸດຢ່າງແທ້ຈິງ. ຖ້າເຈົ້າເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ໄດ້ເຮັດຄຸນງາມຄວາມດີພຽງເລັກນ້ອຍ, ແລ້ວເຈົ້າຈະມີຄວາມຄ້າຍຄືມະນຸດບໍ? ເຈົ້າມີຄວາມສຳນຶກ ແລະ ເຫດຜົນບໍ? ເຈົ້າເປັນຄົນທີ່ຕອບແທນຄວາມຮັກຂອງພຣະເຈົ້າບໍ? ຄວາມເຊື່ອທີ່ແທ້ຈິງຂອງເຈົ້າຢູ່ໃສ? ຫົວໃຈແຫ່ງຄວາມຮັກຂອງເຈົ້າ ແລະ ຄວາມເຊື່ອຟັງພຣະເຈົ້າແມ່ນຢູ່ໃສ? ແມ່ນຫຍັງຄືຄວາມເປັນຈິງທີ່ເຈົ້າໄດ້ເຂົ້າສູ່? ເຈົ້າບໍ່ມີຫຍັງເລີຍໃນບັນດາສິ່ງເຫຼົ່ານີ້. ສະນັ້ນ ບຸກຄົນທີ່ບໍ່ເຮັດຄຸນງາມຄວາມດີກໍຄືຄົນທີ່່ບໍ່ໄດ້ຮັບຫຍັງເລີຍຈາກຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ພວກເຂົາເປັນຄົນທີ່ບໍ່ໄດ້ບັນລຸຄວາມລອດພົ້ນຈາກພຣະເຈົ້າຢ່າງແທ້ຈິງ, ເປັນຄົນທີ່ມີຄວາມເສື່ອມຊາມຝັງເລິກຫຼາຍຈົນພວກເຂົາບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ຄຸນງາມຄວາມດີຊີ້ແຈງເຖິງສິ່ງນີ້ຢ່າງແທ້ຈິງ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ຄຸນງາມຄວາມດີທີ່ພຽງພໍແມ່ນຫຍັງ? ພວກເຮົາສາມາດເວົ້າໄດ້ວ່າໜ້າທີ່ໃດກໍຕາມທີ່ມະນຸດສາມາດ ຫຼື ຄວນເຮັດໃຫ້ສຳເລັດໃນປະສົບການຂອງເຂົາກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ສິ່ງໃດກໍຕາມທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ຖ້າມະນຸດສາມາດເຮັດສິ່ງເຫຼົ່ານີ້ ແລະ ພວກເຂົາສາມາດເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວທຸກສິ່ງເຫຼົ່ານີ້ກໍຄືຄຸນງາມຄວາມດີ. ຖ້າເຈົ້າສາມາດບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວມັນກໍເປັນຄຸນງາມຄວາມດີ. ຖ້າເຈົ້າມີການອຸທິດຕໍ່ພຣະເຈົ້າໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ແລ້ວມັນກໍເປັນຄຸນງາມຄວາມດີ. ຖ້າສິ່ງຕ່າງໆທີ່ເຈົ້າເຮັດເປັນປະໂຫຍດຕໍ່ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ ແລະ ທຸກຄົນຄິດວ່າສິ່ງທີ່ເຈົ້າກຳລັງເຮັດເປັນການດີ, ແລ້ວມັນກໍເປັນຄຸນງາມຄວາມດີ. ທຸກສິ່ງທີ່ຄວາມສຳນຶກ ແລະ ເຫດຜົນຂອງມະນຸດເຊື່ອວ່າສອດຄ່ອງກັບເຈດຕະນາຂອງພຣະເຈົ້າແມ່ນຄຸນງາມຄວາມດີ. ສິ່ງຕ່າງໆທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເປັນປະໂຫຍດຕໍ່ຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າກໍຍັງເປັນຄຸນງາມຄວາມດີ. ຖ້າບາງຄົນສາມາດໂຍນທຸກສິ່ງເຂົ້າໃນການຈັດກຽມຄຸນງາມຄວາມດີເຫຼົ່ານີ້ທີ່ພວກເຮົາໄດ້ສົນທະນາຢູ່ຂ້າງເທິງ, ເຂົາກໍຈະສາມາດບັນລຸຄຸນງາມຄວາມດີໃນທີ່ສຸດ ແລະ ນັ້ນໝາຍຄວາມວ່າ ເຂົາໄດ້ບັນລຸຄຸນງາມຄວາມດີຢ່າງພຽງພໍແລ້ວ... ບັດນີ້ ທຸກຄົນສະແຫວງຫາເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ສະແຫວງຫາຄວາມລອດພົ້ນ, ແຕ່ມັນບໍ່ພຽງພໍທີ່ຈະມີຄວາມເດັດດ່ຽວ ແລະ ຄວາມປາຖະໜາເທົ່ານັ້ນ. ຄົນໜຶ່ງຕ້ອງສະແດງພຶດຕິກຳຕົວຈິງ ແລະ ປະຕິບັດຕາມຕົວຈິງ. ເຈົ້າໄດ້ປະຕິບັດໜ້າທີ່ຫຍັງສຳລັບທາງເຂົ້າສູ່ຊີວິດຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ? ເຈົ້າໄດ້ເຮັດຫຍັງ ແລະ ເຈົ້າໄດ້ຈ່າຍລາຄາຫຍັງເພື່ອບັນລຸເງື່ອນໄຂຂອງພຣະເຈົ້າ? ເຈົ້າໄດ້ເຮັດຫຍັງເພື່ອພໍໃຈພຣະເຈົ້າ ແລະ ຕອບແທນຄວາມຮັກຂອງພຣະອົງ? ສິ່ງເຫຼົ່ານີ້ແມ່ນທຸກສິ່ງທີ່ເຈົ້າຕ້ອງໄຕ່ຕອງ. ຖ້າເຈົ້າໄດ້ເຮັດຫຼາຍສິ່ງ ແລະ ຈ່າຍລາຄາທີ່ຍິ່ງໃຫຍ່ເພື່ອບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ເພື່ອເຫັນແກ່ທາງເຂົ້າຊີວິດ ແລະ ການເຕີບໂຕຂອງຜູ້ຄົນທີ່ຖືກເລືອກຂອງພຣະເຈົ້າ, ແລ້ວມັນກໍສາມາດເວົ້າໄດ້ວ່າ ເຈົ້າໄດ້ຈັດກຽມຄຸນງາມຄວາມດີຢ່າງພຽງພໍ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ຢ່າງໜ້ອຍທີ່ສຸດ, ການປະຕິບັດໜ້າທີ່ບາງຢ່າງຈະບໍ່ພຽງພໍດ້ວຍຕົວມັນເອງໃນການກະທໍາຄຸນງາມຄວາມດີຢ່າງພຽງພໍ. ເວົ້າອີກຢ່າງໜຶ່ງກໍຄື ການປະຕິບັດໜ້າທີ່ຂອງເຈົ້າພຽງເລັກນ້ອຍບໍ່ມີທາງຖືໄດ້ວ່າເປັນຄຸນງາມຄວາມດີທີ່ພຽງພໍ. ຄຸນງາມຄວາມດີທີ່ພຽງພໍບໍ່ໄດ້ງ່າຍຄືກັບທີ່ຜູ້ຄົນຈິນຕະນາການ. ການຈັດກຽມຄຸນງາມຄວາມດີຢ່າງພຽງພໍ ແມ່ນຮຽກຮ້ອງການເສຍສະຫຼະຕົນເອງທັງໝົດສຳລັບພຣະເຈົ້າ. ຍິ່ງໄປກວ່ານັ້ນ, ມັນຍັງຮຽກຮ້ອງການຈ່າຍທຸກລາຄາ ແລະ ການຊື່ສັດຕໍ່ການມອບໝາຍຂອງພຣະເຈົ້າຕັ້ງແຕ່ຕົ້ນຈົນຈົບຢ່າງບໍລິສຸດໃຈ; ນີ້ແມ່ນຫົນທາງດຽວທີ່ຈະບັນລຸມາດຕະຖານຂອງພຣະເຈົ້າ.

ໃນການປະຕິບັດໜ້າທີ່ຂອງພວກເຂົາ ໄດ້ມີຜູ້ທີ່ຈ່າຍລາຄາຢ່າງແທ້ຈິງ, ເຮັດສິ່ງຕ່າງໆທີ່ພຣະເຈົ້າສັນລະເສີນ, ມີຜູ້ປະຕິບັດໜ້າທີ່ຂອງພວກເຂົາໃນທາງທີ່ດີ່ເດັ່ນ, ພິເສດ, ເປັນຕາຊື່ນຊົມ ແລະ ເປັນຕາອິດສາຈົນເຖິງຈຸດທີ່ສາມາດຖືວ່າພວກເຂົາໄດ້ປະຕິບັດຄຸນງາມຄວາມດີ. ອ້າຍເອື້ອຍນ້ອງບາງຄົນໄດ້ເຂົ້າຄຸກເພື່ອປະຕິບັດໜ້າທີ່ຂອງພວກເຂົາ, ຜູ້ທີ່ໄດ້ທົນທຸກກັບຄວາມທໍລະມານຫຼາຍຢ່າງໂດຍບໍ່ຍອມຕໍ່ຊາຕານ ແລະ ໄດ້ຢືນເປັນພະຍານ. ນອກນັ້ນ ກໍມີຄົນທີ່ກ້າສ່ຽງໂດຍບໍ່ສົນໃຈເຖິງຄວາມປອດໄພ ຫຼື ຜົນປະໂຫຍດສ່ວນຕົວ, ຜູ້ທີ່ອຸທິດເພື່ອປະຕິບັດໜ້າທີ່ອັນຕະລາຍໃນຫົວໃຈແຫ່ງການເຮັດສິ່ງທີ່ຊອບທຳຢ່າງກ້າຫານ. ແລ້ວຍັງມີອ້າຍເອື້ອຍນ້ອງເຫຼົ່ານັ້ນທີ່ສາມາດອຸທິດຕົນເອງໃນພາລະກິດແຫ່ງຂ່າວປະເສີດ ແລະ ພວກເຂົາກໍສາມາດທົນຕໍ່ຄວາມອັບອາຍໃນການເທດສະໜາຂ່າວປະເສີດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນ. ຍັງມີຄົນທີ່ດຸໝັ່ນໃນພາລະກິດແຫ່ງຂ່າວປະເສີດ, ອົດທົນຕໍ່ຄວາມລຳບາກໂດຍບໍ່ຈົ່ມ, ປະຖິ້ມເລື່ອງສ່ວນຕົວ ແລະ ຄອບຄົວໃນຂະນະທີ່ແນວຄິດຂອງພວກເຂົາເຕັມໄປດ້ວຍການເຜີຍແຜ່ຂ່າວປະເສີດເພື່ອນໍາເອົາຄົນມາຢູ່ຕໍ່ໜ້າພຣະເຈົ້າຫຼາຍຂຶ້ນ ແລະ ບັນລຸຄວາມປະສົງຂອງພຣະເຈົ້າ. ທຸກຄົນທີ່ອຸທິດຕົນເອງທັງສິ້ນເພື່ອເຮັດໃຫ້ພຣະເຈົ້າພໍໃຈແມ່ນຄົນທີ່ໄດ້ປະຕິບັດຄຸນງາມຄວາມດີແລ້ວ. ແຕ່ພວກເຂົາຍັງຢູ່ໃນໄລຍະຫ່າງໄກຈາກ “ຄຸນງາມຄວາມດີທີ່ພຽງພໍ” ທີ່ພຣະເຈົ້າຮຽກຮ້ອງ. ຄົນສ່ວນໃຫຍ່ພຽງແຕ່ຈັດກຽມຄຸນງາມຄວາມດີບາງຢ່າງ ແລະ ບໍ່ໄດ້ບັນລຸເງື່ອນໄຂຂອງພຣະເຈົ້າທັງໝົດ. ສິ່ງນັ້ນຮຽກຮ້ອງໃຫ້ພວກເຮົາຂຸດລົງເລິກສຳລັບຄວາມເປັນໄປໄດ້ຂອງພວກເຮົາເພື່ອປະຕິບັດໜ້າທີ່ຂອງພວກເຮົາ ແລະ ຈິງໃຈໃນການເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເພື່ອປະຕິບັດຄຸນງາມຄວາມດີຢ່າງພຽງພໍ. ສິ່ງນີ້ຮຽກຮ້ອງໃຫ້ພວກເຮົາສະແຫວງຫາເພື່ອບັນລຸຜົນທີ່ດີທີ່ສຸດເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ບໍ່ວ່າໜ້າທີ່ໆພວກເຮົາກຳລັງປະຕິບັດນັ້ນແມ່ນຫຍັງກໍຕາມ. ໂດຍສະເພາະໃນການເຜີຍແຜ່ຂ່າວປະເສີດ, ບໍ່ວ່າຄວາມອັບອາຍທີ່ພວກເຮົາທົນທຸກນັ້ນຈະຍິ່ງໃຫຍ່ສໍ່າໃດ ຫຼື ການທົນທຸກທີ່ພວກເຮົາຕ້ອງອົດກັ້ນມີຫຼາຍສໍ່າໃດ, ຕາບໃດທີ່ພວກເຮົາສາມາດນໍາຜູ້ຄົນມາຮັບເອົາຄວາມລອດພົ້ນຫຼາຍຂຶ້ນ, ພວກເຮົາຕ້ອງຖືວ່າມັນເປັນໜ້າທີ່ໂດຍບໍ່ຄຳນຶງເຖິງຕົ້ນທຶນສ່ວນຕົວ. ມີພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການປະຕິບັດຄຸນງາມຄວາມດີທີ່ສຸດ. ຖ້າຜູ້ຄົນສາມາດປະຕິບັດຄຸນງາມຄວາມດີແບບນີ້ໄດ້ຫຼາຍຍິ່ງຂຶ້ນ, ນັ້ນກໍສາມາດຖືໄດ້ວ່າ ເປັນຄຸນງາມຄວາມດີທີ່ພຽງພໍ. ນີ້ແມ່ນສິ່ງທີ່ນໍາຄວາມສຸກ ແລະ ຄວາມປິຕິຍິນດີມາໃຫ້ພຣະເຈົ້າຫຼາຍທີ່ສຸດ ແລະ ຄົນປະເພດດັ່ງກ່າວຈະຮັບເອົາການສັນລະເສີນຂອງພຣະເຈົ້າຢ່າງແນ່ນອນ. ນອກຈາກນີ້ແລ້ວ, ໃນການປະຕິບັດໜ້າທີ່ຂອງພວກເຮົາ, ພວກເຮົາຍັງຕ້ອງເອົາໃຈໃສ່ ແລະ ລະມັດລະວັງ, ຈົ່ງເບິ່ງເພື່ອປັບປຸງຕົນເອງຢູ່ສະເໝີ ແລະ ບໍ່ຍອມເຮັດພໍເປັນພິທີແມ່ນແຕ່ໜ້ອຍດຽວ. ເພື່ອການເສຍສະຫຼະຕົນເອງສຳລັບພຣະເຈົ້າ, ພວກເຮົາຕ້ອງມີການອຸທິດທີ່ຊື່ສັດກ່ອນທີ່ພວກເຮົາຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ.

ການສົນທະນາຈາກເບື້ອງເທິງ

ກ່ອນນີ້: 6. ຄວາມໝາຍຂອງການທົນທຸກ ແລະ ປະເພດຂອງການທົນທຸກທີ່ຜູ້ເຊື່ອຂອງພຣະເຈົ້າຕ້ອງແບກຮັບ

ຕໍ່ໄປ: ບົດທີ 8 ຈຸດຈົບສຳລັບຄົນຫຼາກຫຼາຍປະເພດ ແລະ ສັນຍາຂອງພຣະເຈົ້າຕໍ່ມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້