6. ຄວາມໝາຍຂອງການທົນທຸກ ແລະ ປະເພດຂອງການທົນທຸກທີ່ຜູ້ເຊື່ອຂອງພຣະເຈົ້າຕ້ອງແບກຮັບ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນປັດຈຸບັນນີ້, ຄົນສ່ວນໃຫຍ່ບໍ່ມີຄວາມຮູ້ແບບນັ້ນ. ພວກເຂົາເຊື່ອວ່າ ການທົນທຸກແມ່ນບໍ່ມີຄຸນຄ່າ, ພວກເຂົາຖືກໂລກປະຖິ້ມ, ຊີວິດໃນເຮືອນຂອງພວກເຂົາກໍມີບັນຫາ, ພວກເຂົາບໍ່ເປັນທີ່ຮັກຂອງພຣະເຈົ້າ ແລະ ຄວາມຄາດຫວັງຂອງພວກເຂົາກໍວ່າງເປົ່າ. ການທົນທຸກຂອງບາງຄົນໄປເຖິງຈຸດສູງສຸດ ແລະ ຄວາມຄິດຂອງພວກເຂົາກໍຄິດເຖິງແຕ່ຄວາມຕາຍ. ນີ້ບໍ່ແມ່ນການຮັກພຣະເຈົ້າທີ່ແທ້ຈິງ; ຄົນປະເພດດັ່ງກ່າວແມ່ນຄົນຂີ້ຢ້ານ, ພວກເຂົາບໍ່ມີຄວາມບາກບັ່ນ, ພວກເຂົາອ່ອນແອ ແລະ ບໍ່ມີພະລັງ! ພຣະເຈົ້າຮ້ອນຮົນທີ່ຈະໃຫ້ມະນຸດຮັກພຣະອົງ, ແຕ່ວ່າຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົນທຸກຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ ແລະ ຍິ່ງມະນຸດຮັກພຣະອົງຫຼາຍສໍ່າໃດ, ການທົດລອງຂອງມະນຸດກໍຍິ່ງຫຼາຍສໍ່ານັ້ນ. ຖ້າເຈົ້າຮັກພຣະອົງ, ແລ້ວການທົນທຸກທຸກຮູບແບບຈະເກີດຂຶ້ນກັບເຈົ້າ ແລະ ຖ້າເຈົ້າບໍ່ໄດ້ຮັກພຣະອົງ, ແລ້ວບາງເທື່ອ ທຸກສິ່ງຈະດຳເນີນໄປຢ່າງລາບລື້ນສຳລັບເຈົ້າ ແລະ ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າກໍຈະສະຫງົບສຸກ. ເມື່ອເຈົ້າຮັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າ ຫຼາຍສິ່ງທີ່ຢູ່ອ້ອມຂ້າງເຈົ້າແມ່ນບໍ່ສາມາດຜ່ານພົ້ນໄປໄດ້ ແລະ ຍ້ອນວ່າວຸດທິພາວະຂອງເຈົ້າຕໍ່າເກີນໄປ ເຈົ້າຈະຖືກຫຼໍ່ຫຼອມ; ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ຄວາມປະສົງຂອງພຣະເຈົ້າສູງສົ່ງເກີນໄປ, ມັນຢູ່ເໜືອທີ່ມະນຸດຈະເອື້ອມເຖິງໄດ້. ຍ້ອນທຸກສິ່ງເຫຼົ່ານີ້ ເຈົ້າຈຶ່ງຈະຖືກຫຼໍ່ຫຼອມ; ຍ້ອນວ່າມີຄວາມອ່ອນແອຫຼາຍຢ່າງພາຍໃນຕົວເຈົ້າ ແລະ ມີຫຼາຍສິ່ງທີ່ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້, ເຈົ້າຈຶ່ງຈະຖືກຫຼໍ່ຫຼອມຢູ່ຂ້າງໃນ. ແຕ່ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ການຊໍາລະລ້າງໃຫ້ບໍລິສຸດນັ້ນແມ່ນຖືກບັນລຸຜົນຜ່ານການຫຼໍ່ຫຼອມເທົ່ານັ້ນ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍນີ້ ພວກເຈົ້າຕ້ອງເປັນພະຍານໃຫ້ກັບພຣະເຈົ້າ. ບໍ່ວ່າການທົນທຸກຂອງພວກເຈົ້າຈະຍິ່ງໃຫຍ່ສໍ່າໃດກໍຕາມ, ພວກເຈົ້າຄວນດຳເນີນຕໍ່ໄປຈົນເຖິງເວລາສຸດທ້າຍແທ້ໆ ແລະ ແມ່ນແຕ່ໃນລົມຫາຍໃຈສຸດທ້າຍຂອງເຈົ້າເອງ, ເຈົ້າຍັງຕ້ອງຊື່ສັດກັບພຣະເຈົ້າ ແລະ ຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນການຮັກພຣະເຈົ້າຢ່າງແທ້ຈິງ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ເປັນຄຳພະຍານທີ່ໝັ້ນຄົງ ແລະ ກຶກກ້ອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເດັກໂງ່ເອີຍ! ເຈົ້າຄິດສະເໝີວ່າ ພຣະທໍາອັນປະເສີດພຽງບາງຂໍ້ກໍຖືວ່າ ເປັນພອນຂອງເຮົາ ແຕ່ບໍ່ຮັບຮູ້ວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາເຊັ່ນກັນ. ຜູ້ທີ່ແບ່ງປັນຄວາມຂົມຂື່ນຂອງເຮົາຈະແບ່ງປັນຄວາມຫວານຊື່ນຂອງເຮົາຢ່າງແນ່ນອນ. ນັ້ນແມ່ນສັນຍາຂອງເຮົາ ແລະ ພອນຂອງເຮົາທີ່ມີໃຫ້ພວກເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41

ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງຫຼາຍໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກຈັດການ ແລະ ຖືກລົງວິໄນຢ່າງຫຼາຍ ແລະ ເຈົ້າຈະເຫັນວ່າ ມັນແມ່ນຄົນເຫຼົ່ານີ້ທີ່ມີຄວາມຮັກຢ່າງເລິກເຊິ່ງສຳລັບພຣະເຈົ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍມີພຽງຄວາມຮູ້ຕື້ນໆ ແລະ ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ເຈົ້າຕ້ອງທົນທຸກກັບຄວາມຍາກລຳຍາກເພື່ອຄວາມຈິງ, ເຈົ້າຕ້ອງອົດກັ້ນຕໍ່ຄວາມອັບອາຍຂາຍໜ້າເພື່ອຄວາມຈິງ ແລະ ເພື່ອທີ່ຈະຮັບເອົາຄວາມຈິງຫຼາຍຍິ່ງຂຶ້ນ ເຈົ້າຕ້ອງຜ່ານການທົນທຸກທີ່ຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ເຈົ້າຄວນເຮັດ. ເຈົ້າບໍ່ຕ້ອງໂຍນຄວາມຈິງຖິ້ມເພື່ອເຫັນແກ່ຊີວິດຄອບຄົວທີ່ສະຫງົບສຸກ ແລະ ເຈົ້າບໍ່ຕ້ອງສູນເສຍສັກສີ ແລະ ຄວາມໝັ້ນຄົງໃນຊີວິດຂອງເຈົ້າເພື່ອເຫັນແກ່ຄວາມສຸກຊົ່ວໄລຍະໜຶ່ງ. ເຈົ້າຄວນສະແຫວງຫາທຸກສິ່ງທີ່ສວຍງາມ ແລະ ດີ ແລະ ເຈົ້າຄວນສະແຫວງຫາເສັ້ນທາງໃນຊີວິດທີ່ມີຄວາມໝາຍຫຼາຍຍິ່ງຂຶ້ນ. ຖ້າເຈົ້າມີຊີວິດທີ່ຕໍ່າຊ້າແບບນີ້ ແລະ ບໍ່ສະແຫວງຫາຈຸດປະສົງໃດເລີຍ, ເຈົ້າບໍ່ໄດ້ເຮັດໃຫ້ຊີວິດຂອງເຈົ້າເສຍຖິ້ມຊື່ໆບໍ? ເຈົ້າຈະສາມາດຮັບເອົາຫຍັງແດ່ຈາກຊີວິດດັ່ງກ່າວ? ເຈົ້າຄວນປະຖິ້ມຄວາມສຸກທຸກຢ່າງຈາກຝ່າຍເນື້ອໜັງເພື່ອເຫັນແກ່ຄວາມຈິງ ແລະ ບໍ່ຄວນໂຍນຄວາມຈິງທັງໝົດຖິ້ມເພື່ອເຫັນແກ່ຄວາມສຸກເລັກນ້ອຍ. ຄົນແບບນີ້ບໍ່ມີຄວາມໝັ້ນຄົງ ຫຼື ສັກສີ; ຊ່າງບໍ່ມີຄວາມໝາຍໃນການເປັນຢູ່ຂອງພວກເຂົາເລີຍ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ເມື່ອໄດ້ຮັບການພິພາກສາຈາກພຣະທຳຂອງພຣະເຈົ້າ, ພວກເຮົາຕ້ອງບໍ່ຢ້ານຕໍ່ການທົນທຸກ ຫຼື ພວກເຮົາບໍ່ຄວນຢ້ານຄວາມເຈັບປວດ ແລະ ແຮງໄກທີ່ພວກເຮົາຄວນຈະຢ້ານວ່າພຣະທຳຂອງພຣະເຈົ້າຈະແທງທະລຸຫົວໃຈຂອງພວກເຮົາ. ພວກເຮົາຄວນອ່ານພຣະທໍາຂອງພຣະອົງກ່ຽວກັບວິທີທີ່ພຣະອົງພິພາກສາ ແລະ ຂ້ຽນຕີພວກເຮົາ ແລະ ເປີດໂປງແກ່ນແທ້ທີ່ເສື່ອມຊາມຂອງພວກເຮົາໃຫ້ຫຼາຍຂຶ້ນ. ພວກເຮົາຕ້ອງອ່ານພຣະທໍາເຫຼົ່ານັ້ນ ແລະ ຍຶດໝັ້ນໃນພຣະທໍາເຫຼົ່ານັ້ນຫຼາຍຍິ່ງຂຶ້ນ. ຢ່າປຽບທຽບສິ່ງອື່ນໆກັບພຣະທຳເຫຼົ່ານັ້ນ, ພວກເຮົາຕ້ອງປຽບທຽບຕົນເອງກັບພຣະທຳເຫຼົ່ານັ້ນ. ພວກເຮົາບໍ່ໄດ້ຂາດຫຍັງເລີຍໃນສິ່ງເຫຼົ່ານີ້; ພວກເຮົາທຸກຄົນສາມາດເຂົ້າກັບສິ່ງເຫຼົ່ານີ້ໄດ້. ຖ້າເຈົ້າບໍ່ເຊື່ອ ກໍຈົ່ງໄປຜະເຊີນກັບມັນດ້ວຍຕົວເຈົ້າເອງ... ພວກເຮົາຕ້ອງຮັບຮູ້ວ່າພວກເຮົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ພຣະເຈົ້າກ່າວ, ບໍ່ວ່າພຣະຄຳເຫຼົ່ານັ້ນເປັນຕາຟັງ ຫຼື ບໍ່ກໍ່ຕາມ ຫຼື ບໍ່ວ່າພຣະທຳເຫຼົ່ານັ້ນເຮັດໃຫ້ພວກເຮົາຮູ້ສຶກຂົມຂື່ນ ຫຼື ອ່ອນຫວານກໍຕາມ. ນັ້ນແມ່ນທ່າທີທີ່ພວກເຮົາຄວນມີຕໍ່ພຣະທຳຂອງພຣະເຈົ້າ. ນີ້ແມ່ນທ່າທີແບບໃດ? ມັນເປັນທ່າທີທີ່ເຫຼື້ອມໄສສັດທາ, ທ່າທີທີ່ອົດທົນ ຫຼື ທ່າທີແຫ່ງການໂອບກອດການທົນທຸກບໍ? ເຮົາບອກພວກເຈົ້າວ່າມັນບໍ່ແມ່ນສິ່ງເຫຼົ່ານັ້ນເລີຍ. ໃນຄວາມເຊື່ອຂອງພວກເຮົາ, ພວກເຮົາຕ້ອງເຊື່ອໝັ້ນຢ່າງໜັກແໜ້ນວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຍ້ອນສິ່ງເຫຼົ່ານີ້ຄືຄວາມຈິງ, ພວກເຮົາຄວນຍອມຮັບເອົາພຣະທຳເຫຼົ່ານີ້ຢ່າງມີເຫດຜົນ. ບໍ່ວ່າພວກເຮົາຈະສາມາດເຂົ້າໃຈ ຫຼື ຍອມຮັບມັນ ຫຼື ບໍ່, ທ່າທີທຳອິດຂອງພວກເຮົາຕໍ່ພຣະທຳຂອງພຣະເຈົ້າຄວນເປັນທ່າທີແຫ່ງການຍອມຮັບຢ່າງເດັດຂາດ.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ຄວາມສຳຄັນໃນການສະແຫວງຫາຄວາມຈິງ ແລະ ເສັ້ນທາງໃນການສະແຫວງຫາມັນ

ການຮັກພຣະເຈົ້າຕ້ອງການໆສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງທຸກຢ່າງ ແລະ ເຈົ້າຕ້ອງສືບສວນຢ່າງເລິກເຊິ່ງຢູ່ພາຍໃນ ເມື່ອມີສິ່ງໃດກໍຕາມເກີດຂຶ້ນກັບເຈົ້າ, ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ພະຍາຍາມທີ່ຈະເຫັນວ່າ ແມ່ນຫຍັງຄືຄວາມປະສົງຂອງພຣະເຈົ້າໃນບັນຫາຕ່າງໆ, ພຣະອົງຮຽກຮ້ອງທີ່ຈະໃຫ້ເຈົ້າບັນລຸຫຍັງ ແລະ ເຈົ້າຄວນຕັ້ງໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ຕົວຢ່າງຄື: ບາງສິ່ງບາງຢ່າງເກີດຂຶ້ນ ໂດຍຮຽກຮ້ອງໃຫ້ເຈົ້າອົດກັ້ນຕໍ່ຄວາມຍາກລຳບາກ ໃນເວລາທີ່ເຈົ້າຄວນເຂົ້າໃຈວ່າ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ ແລະ ເຈົ້າຄວນໃສ່ໃຈແນວໃດກ່ຽວກັບຄວາມປະສົງຂອງພຣະອົງ. ເຈົ້າບໍ່ຕ້ອງເຮັດໃຫ້ຕົວເຈົ້າເອງພໍໃຈ ນັ້ນກໍຄື ໃຫ້ປະຖິ້ມຕົວເຈົ້າເອງໄວ້. ບໍ່ມີຫຍັງທີ່ເປັນຕາສັງເວດຫຼາຍກວ່າເນື້ອໜັງ. ເຈົ້າຕ້ອງສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕ້ອງປະຕິບັດໜ້າທີ່ຂອງເຈົ້າ. ດ້ວຍຄວາມຄິດດັ່ງກ່າວ, ພຣະເຈົ້າຈະນໍາແສງສະຫວ່າງທີ່ພິເສດມາໃຫ້ເຈົ້າໃນບັນຫານີ້ ແລະ ຫົວໃຈຂອງເຈົ້າກໍຈະຄົ້ນພົບຄວາມສຸກສະບາຍ. ບໍ່ວ່າຈະໃຫຍ່ ຫຼື ນ້ອຍ, ເມື່ອບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງປະຖິ້ມຕົວເຈົ້າເອງໄວ້ ແລະ ເບິ່ງເນື້ອໜັງເປັນສິ່ງທີ່ຕໍ່າຕ້ອຍທີ່ສຸດໃນບັນດາທຸກສິ່ງທຸກຢ່າງ. ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈສໍ່າໃດ ມັນກໍຈະມີອິດສະຫຼະຫຼາຍສໍ່ານັ້ນ; ຖ້າເຈົ້າເຮັດໃຫ້ເນື້ອໜັງພໍໃຈໃນເວລານີ້ ຄັ້ງຕໍ່ໄປ ມັນກໍຈະຮຽກຮ້ອງຫຼາຍຂຶ້ນຕື່ມ ເມື່ອສືບຕໍ່ເປັນແບບນີ້, ຜູ້ຄົນກໍຈະຮັກເນື້ອໜັງຫຼາຍຍິ່ງຂຶ້ນ. ເນື້ອໜັງມີຄວາມປາຖະໜາຫຼາຍເກີນຂອບເຂດຢູ່ສະເໝີ; ມັນຮຽກຮ້ອງໃຫ້ເຈົ້າເຮັດໃຫ້ມັນພໍໃຈຢູ່ຕະຫຼອດເວລາ ແລະ ໃຫ້ເຈົ້າສະໜອງຄວາມຕ້ອງການໃຫ້ກັບມັນຢູ່ພາຍໃນ, ບໍ່ວ່າຈະເປັນສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ຫຼື ໃນການສູນເສຍອາລົມຂອງເຈົ້າ ຫຼື ຍອມຕາມຄວາມອ່ອນແອ ແລະ ຄວາມຂີ້ຄ້ານຂອງເຈົ້າເອງ... ຍິ່ງເຈົ້າເຮັດໃຫ້ເນື້ອໜັງພໍໃຈຫຼາຍສໍ່າໃດ, ຄວາມປາຖະໜາຂອງມັນກໍຈະຍິ່ງເພິ່ມຂຶ້ນຫຼາຍສໍ່ານັ້ນ ແລະ ເນື້ອໜັງກໍຍິ່ງເສື່ອມຊາມຫຼາຍສໍ່ານັ້ນ ຈົນເຖິງຈຸດທີ່ວ່າ ເນື້ອໜັງຂອງມະນຸດເຊື່ອງຄວາມຄິດທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ບໍ່ເຊື່ອຟັງພຣະເຈົ້າ ແລະ ສັນລະເສີນຕົວມັນເອງ ແລະ ສົງໄສກ່ຽວກັບພາລະກິດຂອງພຣະເຈົ້າ... ສະນັ້ນ, ເຈົ້າຕ້ອງຂັດຂືນເນື້ອໜັງ ແລະ ບໍ່ຍອມຕາມໃຈມັນ ໂດຍເວົ້າວ່າ “ສາມີ (ພັນລະຍາ) ຂອງຂ້ານ້ອຍ, ລູກໆ, ໂອກາດ, ການແຕ່ງງານ, ຄອບຄົວຂອງຂ້ານ້ອຍ, ບໍ່ມີຫຍັງທີ່ສຳຄັນເລີຍ! ໃນຫົວໃຈຂອງຂ້ານ້ອຍ ມີພຽງແຕ່ພຣະເຈົ້າເທົ່ານັ້ນ ແລະ ຂ້ານ້ອຍຕ້ອງພະຍາຍາມຢ່າງສຸດຄວາມສາມາດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ບໍ່ເຮັດໃຫ້ເນື້ອໜັງພໍໃຈ”. ເຈົ້າຕ້ອງມີຄວາມຕັ້ງໃຈແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈແບບນີ້ຢູ່ສະເໝີ ແລ້ວເມື່ອເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຖິ້ມຕົວເຈົ້າເອງ, ເຈົ້າຈຶ່ງຈະສາມາດກະທຳສິ່ງດັ່ງກ່າວພຽງໃຊ້ຄວາມພະຍາຍາມເລັກນ້ອຍ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ເຈົ້າຈະສາມາດມີຊີວິດຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່ ແລະ ແມ່ນຫຍັງຈະເປັນຈຸດຈົບຂອງເຈົ້າໃນທີ່ສຸດແມ່ນຂຶ້ນຢູ່ກັບວ່າ ເຈົ້າຈະຕໍ່ຕ້ານກັບເນື້ອໜັງຂອງເຈົ້າແນວໃດ. ພຣະເຈົ້າໄດ້ຊ່ວຍເຈົ້າໃຫ້ລອດພົ້ນ ແລະ ໄດ້ເລືອກ ແລະ ລິຂິດເຈົ້າໄວ້ແລ້ວ, ແຕ່ຖ້າໃນປັດຈຸບັນ ເຈົ້າບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ, ເຈົ້າກໍບໍ່ໄດ້ເຕັມໃຈທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າບໍ່ໄດ້ເຕັມໃຈທີ່ຈະກະບົດຕໍ່ເນື້ອໜັງຂອງເຈົ້າເອງ ດ້ວຍຫົວໃຈທີ່ຮັກພຣະເຈົ້າຢ່າງແທ້ຈິງ, ໃນທີ່ສຸດແລ້ວ ເຈົ້າກໍຈະທຳລາຍຕົວເຈົ້າເອງ ແລະ ສະນັ້ນກໍຈະໄດ້ທົນຮັບຄວາມເຈັບປວດທີ່ຮຸນແຮງ. ຖ້າເຈົ້າຍອມຕາມເນື້ອໜັງຢູ່ສະເໝີ, ຊາຕານກໍຈະກືນກິນເຈົ້າເທື່ອລະໜ້ອຍ ແລະ ປ່ອຍໃຫ້ເຈົ້າປາສະຈາກຊີວິດ ຫຼື ການສຳຜັດຂອງພຣະວິນຍານ ຈົນຮອດມື້ທີ່ເຈົ້າມືດມົນຢ່າງສົມບູນຢູ່ຂ້າງໃນ. ເມື່ອເຈົ້າດຳລົງຊີວິດໃນຄວາມມືດ, ເຈົ້າກໍຈະຕົກເປັນຊະເລີຍຂອງຊາຕານ, ເຈົ້າຈະບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າອີກຕໍ່ໄປ ແລະ ໃນເວລານັ້ນ ເຈົ້າຈະປະຕິເສດການມີຕົວຕົນຂອງພຣະເຈົ້າ ແລະ ປະຖິ້ມພຣະອົງ. ສະນັ້ນ ຖ້າຜູ້ຄົນປາຖະໜາທີ່ຈະຮັກພຣະເຈົ້າ, ພວກເຂົາຕ້ອງຈ່າຍລາຄາແຫ່ງຄວາມເຈັບປວດ ແລະ ອົດກັ້ນກັບຄວາມຍາກລຳບາກ. ບໍ່ຈຳເປັນຕ້ອງມີຄວາມກະຕືລືລົ້ນທາງດ້ານພາຍນອກ ແລະ ທົນທຸກກັບຄວາມຍາກລຳບາກ, ບໍ່ຈໍາເປັນຕ້ອງອ່ານ ແລະ ດິ້ນຮົນຫຍັງຫຼາຍ; ກົງກັນຂ້າມ ພວກເຂົາຄວນປະຖິ້ມສິ່ງຕ່າງໆທີ່ຢູ່ພາຍໃນຕົວພວກເຂົາ ນັ້ນກໍຄື: ຄວາມຄິດທີ່ເກີນຂອບເຂດ, ຜົນປະໂຫຍດສ່ວນຕົວ ແລະ ການໄຕ່ຕອງ, ຄວາມຄິດ ແລະ ຄວາມຕັ້ງໃຈຂອງພວກເຂົາເອງ. ນັ້ນແມ່ນຄວາມປະສົງຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄວາມຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳຜັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກທີ່ມີຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະເຈດຕະນາຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບຄວາມຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະ ກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້, ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນລະຫວ່າງການປະຕິບັດຄວາມຈິງ ມັນບໍ່ສາມາດຫຼີກເວັ້ນໄດ້ທີ່ຄົນໜຶ່ງຈະທົນທຸກທໍລະມານພາຍໃນ; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນຜູ້ຄົນນັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ຍ້ອນວ່າມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ, ສິ່ງທີ່ຜູ້ຄົນສະແຫວງຫາກໍຄືການໄດ້ຮັບເອົາພອນສຳລັບອະນາຄົດ; ນີ້ແມ່ນເປົ້າໝາຍໃນຄວາມເຊື່ອຂອງພວກເຂົາ. ທຸກຄົນມີເຈດຕະນາ ແລະ ຄວາມຫວັງນີ້, ແຕ່ທໍາມະຊາດຄວາມເສື່ອມຊາມຂອງພວກເຂົາຕ້ອງຖືກແກ້ໄຂຕະຫຼອດການທົດລອງ. ໃນດ້ານໃດກໍຕາມທີ່ເຈົ້າບໍ່ໄດ້ຖືກຊໍາລະລ້າງ, ສິ່ງເຫຼົ່ານັ້ນຄືດ້ານທີ່ເຈົ້າຕ້ອງຖືກຫຼໍ່ຫຼອມ, ນີ້ຄືການຈັດແຈງຂອງພຣະເຈົ້າ. ພຣະເຈົ້າສ້າງສະພາບແວດລ້ອມໃຫ້ກັບເຈົ້າ, ບັງຄັບໃຫ້ເຈົ້າຖືກຫຼໍ່ຫຼອມໃນສະພາບແວດລ້ອມນັ້ນ ເພື່ອວ່າ ເຈົ້າຈະສາມາດຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ. ໃນທີ່ສຸດ, ເຈົ້າຈະໄປເຖິງຈຸດທີ່ເຈົ້າຍອມຕາຍດີກວ່າ ແລະ ປະຖິ້ມກົນອຸບາຍ ແລະ ຄວາມປາຖະໜາຂອງເຈົ້າ ແລະ ຍອມຕໍ່ການປົກຄອງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ຖ້າຜູ້ຄົນບໍ່ມີການຫຼໍ່ຫຼອມເປັນເວລາຫຼາຍປີ, ຖ້າພວກເຂົາບໍ່ໄດ້ອົດທົນກັບຄວາມທົນທຸກໃນລະດັບໃດໜຶ່ງ, ພວກເຂົາກໍຈະບໍ່ສາມາດເຮັດໃຫ້ຕົນເອງລອດພົ້ນອອກຈາກພັນທະນາການແຫ່ງຄວາມເສື່ອມຊາມຂອງເນື້ອໜັງທີ່ຢູ່ໃນຄວາມຄິດຂອງພວກເຂົາ ແລະ ໃນຫົວໃຈຂອງພວກເຂົາ. ໃນດ້ານໃດກໍຕາມ, ເຈົ້າກໍຍັງຈະຕົກເປັນທາດຂອງຊາຕານ ແລະ ໃນດ້ານໃດກໍຕາມ ເຈົ້າຍັງຈະມີຄວາມປາຖະໜາ ແລະ ຄວາມຕ້ອງການຂອງເຈົ້າເອງ, ສິ່ງເຫຼົ່ານີ້ຄືດ້ານທີ່ເຈົ້າຄວນທົນທຸກ. ພຽງຜ່ານການທົນທຸກນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮຽນຮູ້ບົດຮຽນ ເຊິ່ງໝາຍ ເຖິງການສາມາດຮັບເອົາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ໃນຄວາມເປັນຈິງ, ຄວາມຈິງຕ່າງໆແມ່ນຖືກເຂົ້າໃຈໂດຍການຜະເຊີນກັບການທົດລອງຢ່າງເຈັບປວດ. ບໍ່ມີຜູ້ໃດສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ຮູ້ຈັກຄວາມເດຊານຸພາບ ແລະ ສະຕິປັນຍາຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ເມື່ອຢູ່ໃນສະພາບແວດລ້ອມທີ່ສະດວກສະບາຍ ຫຼື ເມື່ອສະຖານະການເອື້ອອຳນວຍ. ນັ້ນເປັນໄປບໍ່ໄດ້!

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ພາກສາມ

ພຣະເຈົ້າປະຕິບັດພາລະກິດໃນທຸກຄົນ ແລະ ບໍ່ວ່າວິທີການຂອງພຣະອົງຈະເປັນຄືແນວໃດກໍຕາມ, ບໍ່ວ່າພຣະອົງຈະໃຊ້ຄົນ, ເລື່ອງ ແລະ ສິ່ງຂອງໃດກໍຕາມເພື່ອຮັບໃຊ້ພຣະອົງ ຫຼື ພຣະທຳຂອງພຣະອົງມີນໍ້າສຽງແບບໃດກໍຕາມ, ພຣະອົງມີພຽງເປົ້າໝາຍດຽວ ນັ້ນກໍຄື: ຊ່ວຍເຈົ້າໃຫ້ລອດພົ້ນ. ແລ້ວພຣະອົງຈະຊ່ວຍເຈົ້າໃຫ້ລອດພົ້ນແນວໃດ? ພຣະອົງປ່ຽນແປງເຈົ້າ. ສະນັ້ນເຈົ້າຈະບໍ່ທົນທຸກເລັກນ້ອຍໄດ້ແນວໃດ? ເຈົ້າຈຳເປັນຕ້ອງທົນທຸກ. ການທົນທຸກນີ້ສາມາດກ່ຽວພັນກັບຫຼາຍໆສິ່ງ. ບາງຄັ້ງ ພຣະເຈົ້າສ້າງສະພາບແວດລ້ອມທີ່ຢູ່ອ້ອມຮອບເຈົ້າເພື່ອເປີດເຜີຍເຈົ້າ ເພື່ອວ່າເຈົ້າຈະສາມາດມາຮູ້ຈັກຕົນເອງ ຫຼື ບໍ່ດັ່ງນັ້ນ ເຈົ້າອາດຈະຖືກຈັດການ, ລີຮານ ແລະ ເປີດໂປງໂດຍກົງ. ຄືກັບຄົນທີ່ຢູ່ເທິງໂຕະຜ່າຕັດ, ໂດຍການຜ່ານຄວາມເຈັບປວດ ແລະ ຄວາມທຸກທໍລະມານບາງຢ່າງເທົ່ານັ້ນ ຈຶ່ງສາມາດບັນລຸຜົນຕາມມາທີ່ດີ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຈັດການ ແລະ ທຸກຄັ້ງທີ່ເຈົ້າຖືກເປີດເຜີຍໂດຍສະພາບເເວດລ້ອມ, ມັນກະຕຸ້ນຄວາມຮູ້ສຶກຂອງເຈົ້າ ແລະ ສົ່ງເສີມເຈົ້າ, ແລ້ວຜ່ານຂະບວນການນີ້ ເຈົ້າຈະມີວຸດທິພາວະ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າທຸກຄັ້ງທີ່ເຈົ້າຖືກລິຮານ ແລະ ຖືກຈັດການ ແລະ ທຸກຄັ້ງທີ່ພຣະເຈົ້າຍົກສະພາບແວດລ້ອມເພື່ອເປີດເຜີຍເຈົ້າ, ເຈົ້າບໍ່ຮູ້ສຶກເຖິງຄວາມເຈັບປວດ ຫຼື ຄວາມບໍ່ສະບາຍໃຈ ແລະ ບໍ່ຮູ້ສຶກຫຍັງເລີຍ ແລະ ຖ້າເຈົ້າບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມປະສົງຂອງພຣະອົງ, ບໍ່ອະທິຖານ ຫຼື ສະແຫວງຫາຄວາມຈິງ, ແລ້ວເຈົ້າແມ່ນບໍ່ມີຄວາມຮູ້ສຶກຫຍັງເລີຍ! ພຣະເຈົ້າບໍ່ເຮັດພາລະກິດໃນເຈົ້າ ເມື່ອວິນຍານຂອງເຈົ້າບໍ່ຮູ້ສຶກຫຍັງເລີຍ, ເມື່ອມັນບໍ່ມີປະຕິກິລິຍາ. ພຣະອົງຈະເວົ້າວ່າ: “ບຸກຄົນນີ້ຂາດສະຕິຫຼາຍເກີນໄປ ແລະ ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງຫຼາຍ. ບໍ່ວ່າຂ້ອຍເຮົາຈະລົງວິໄນລາວ ຫຼື ພະຍາຍາມກວດກາເບິ່ງລາວແນວໃດກໍ່ຕາມ, ແຕ່ເຮົາບໍ່ສາມາດຂັບເຄື່ອນຫົວໃຈຂອງເຂົາ ຫຼື ບໍ່ສາມາດປຸກວິນຍານຂອງເຂົາໃຫ້ຕື່ນໄດ້. ບຸກຄົນນີ້ຈະພົບກັບບັນຫາ; ເຂົາຍາກທີ່ຈະຖືກຊ່ວຍໃຫ້ລອດພົ້ນ”. ຖ້າພຣະເຈົ້າຈັດແຈງສະພາບແວດລ້ອມ, ຜູ້ຄົນ, ເລື່ອງ ແລະ ສິ່ງຂອງໃຫ້ກັບເຈົ້າ, ຖ້າພຣະອົງລິຮານ ແລະ ຈັດການເຈົ້າ ແລະ ຖ້າເຈົ້າຮຽນຮູ້ບົດຮຽນຈາກສິ່ງນີ້, ຖ້າເຈົ້າຮຽນຮູ້ທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ, ຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງໂດຍບໍ່ຮູ້ຕົວ ແລະ ບັນລຸຄວາມຈິງ, ຖ້າເຈົ້າໄດ້ຜະເຊີນກັບການປ່ຽນແປງໃນສະພາບແວດແລ້ວເຫຼົ່ານີ້, ໄດ້ຮັບລາງວັນ ແລະ ມີຄວາມຄືບໜ້າ, ຖ້າເຈົ້າເລີ່ມມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າເຊົາຕໍ່ວ່າ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະໝາຍຄວາມວ່າ ເຈົ້າໄດ້ຍຶດໝັ້ນໃນທ່າມກາງການທົດລອງຈາກສະພາບແວດລ້ອມເຫຼົ່ານີ້ ແລະ ໄດ້ອົດທົນຕໍ່ການທົດສອບ. ເມື່ອເປັນເຊັ່ນນັ້ນ, ເຈົ້າກໍຈະໄດ້ຜ່ານຄວາມຍາກລຳບາກນີ້.

ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ

ກ່ອນນີ້: 5. ຄວາມເຊື່ອໃນພຣະເຈົ້າບໍ່ຄວນມີເພື່ອສະແຫວງຫາສັນຕິສຸກ ແລະ ພອນ

ຕໍ່ໄປ: 7. ຜູ້ເຊື່ອໃນພຣະເຈົ້າຄວນກະກຽມສຳລັບຈຸດໝາຍປາຍທາງຂອງພວກເຂົາດ້ວຍການກະທຳດີທີ່ພຽງພໍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້