5. ຄວາມເຊື່ອໃນພຣະເຈົ້າບໍ່ຄວນມີເພື່ອສະແຫວງຫາສັນຕິສຸກ ແລະ ພອນ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ມະນຸດໄດ້ຮັບຫຍັງ ນັບຕັ້ງແຕ່ທີ່ໄດ້ເລີ່ມເຊື່ອໃນພຣະເຈົ້າເປັນຄັ້ງທຳອິດ? ເຈົ້າໄດ້ມາຮູ້ຈັກຫຍັງແດ່ກ່ຽວກັບພຣະເຈົ້າ? ເຈົ້າໄດ້ປ່ຽນແປງຫຼາຍປານໃດ ຍ້ອນຄວາມເຊື່ອຂອງເຈົ້າທີ່ມີໃນພຣະເຈົ້າ? ມື້ນີ້ ພວກເຈົ້າທັງຫຼາຍລ້ວນແຕ່ຮູ້ແລ້ວວ່າ ຄວາມເຊື່ອໃນພຣະເຈົ້າຂອງມະນຸດ ບໍ່ແມ່ນສະເພາະສໍາລັບຄວາມລອດພົ້ນຂອງຈິດວິນຍານ ແລະ ເພື່ອຄວາມສຸກທາງເນື້ອກາຍເທົ່ານັ້ນ ຫຼື ຄວາມຜາສຸກຂອງເນື້ອໜັງ ຫຼື ແມ່ນເພື່ອເຮັດໃຫ້ຊີວິດຂອງເຂົາເພີ່ມພູນຂຶ້ນ ຜ່ານການຮັກພຣະເຈົ້າ ແລະ ອື່ນໆ. ເມື່ອເປັນແນວນັ້ນ, ຖ້າເຈົ້າຮັກພຣະເຈົ້າ ເພື່ອຈຸດປະສົງແຫ່ງຄວາມຜາສຸກຂອງເນື້ອໜັງ ຫຼື ຄວາມເພິ່ງພໍໃຈຊົ່ວຂະນະ, ແລ້ວເຖິງແມ່ນວ່າ ທ້າຍທີ່ສຸດແລ້ວ ຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ຈະມາຮອດຈຸດສູງສຸດ ແລະ ພວກເຈົ້າ ກໍບໍ່ຂໍຫຍັງອີກເລີຍ, ຄວາມຮັກທີ່ເຈົ້າສະແຫວງຫາ ຍັງຄົງເປັນຄວາມຮັກທີ່ບໍ່ບໍລິສຸດ ແລະ ບໍ່ເປັນທີ່ພໍໃຈຕໍ່ພຣະເຈົ້າ. ຜູ້ທີ່ໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າ ເພື່ອເພີ່ມພູນຊີວິດອັນໜ້າເບື່ອຂອງພວກເຂົາ ແລະ ເຕີມເຕັມຊ່ອງວ່າງໃນໃຈຂອງພວກເຂົາ ແມ່ນປະເພດຂອງຜູ້ຄົນທີ່ເຫັນແກ່ຕົວສໍາລັບຊີວິດອັນແສນສະບາຍ, ບໍ່ແມ່ນຜູ້ທີ່ສະແຫວງຫາຄວາມຮັກພຣະເຈົ້າຢ່າງແທ້ຈິງ. ຄວາມຮັກປະເພດນີ້ ແມ່ນການບັງຄັບ, ມັນເປັນການສະແຫວງຫາຄວາມເພິ່ງພໍໃຈທາງອາລົມ ແລະ ພຣະເຈົ້າບໍ່ຕ້ອງການມັນ. ແລ້ວຄວາມຮັກຂອງເຈົ້າແມ່ນແບບໃດ? ເຈົ້າຮັກພຣະເຈົ້າເພື່ອຫຍັງ? ຕອນນີ້, ຄວາມຮັກອັນແທ້ຈິງ ທີ່ເຈົ້າມີໃຫ້ພຣະເຈົ້ານັ້ນຫຼາຍປານໃດ? ຄວາມຮັກທີ່ພວກເຈົ້າສ່ວນໃຫຍ່ມີ ແມ່ນດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້. ຄວາມຮັກດັ່ງກ່າວ ພຽງແຕ່ສາມາດຮັກສາສະຖານະພາບໃນປັດຈຸບັນໄວ້ໄດ້ເທົ່ານັ້ນ; ມັນບໍ່ສາມາດ ເຮັດໃຫ້ເກີດຄວາມໝັ້ນຄົງຊົ່ວນິລັນດອນໄດ້ ຫຼື ບໍ່ສາມາດຝັງຮາກລົງໃນມະນຸດໄດ້. ຄວາມຮັກແບບນີ້ ແມ່ນຄືດອກໄມ້ທີ່ເບັ່ງບານ ແລະ ຫ່ຽວແຫ້ງລົງໂດຍທີ່ບໍ່ອອກໝາກ. ເວົ້າອີກຢ່າງໜຶ່ງວ່າ ພາຍຫຼັງທີ່ເຈົ້າໄດ້ຮັກພຣະເຈົ້າຄັ້ງໜຶ່ງໃນແບບດັ່ງກ່າວແລ້ວ ແລະ ບໍ່ມີຜູ້ໃດນຳພາເຈົ້າໄປຕາມເສັ້ນທາງຂ້າງໜ້າ, ເຈົ້າກໍຈະລົ້ມລົງ. ຖ້າວ່າ ເຈົ້າສາມາດຮັກພຣະເຈົ້າໄດ້ ສະເພາະໃນເວລາທີ່ຮັກພຣະເຈົ້າ ແລະ ຫຼັງຈາກນັ້ນ ນິໄສໃນຊີວິດຂອງເຈົ້າຍັງບໍ່ປ່ຽນແປງ, ແລ້ວເຈົ້າກໍ່ຈະສືບຕໍ່ບໍ່ສາມາດຫຼົບໜີຈາກການຫໍ່ຫຸ້ມຂອງອິດທິພົນແຫ່ງຄວາມມືດ, ເຈົ້າຈະສືບຕໍ່ບໍ່ສາມາດຫຼຸດພົ້ນຈາກການຜູກມັດຂອງຊາຕານ ແລະ ການຫຼອກລວງຂອງມັນ. ບໍ່ມີບຸກຄົນໃດເຊັ່ນນີ້ສາມາດຖືກເລືອກໂດຍພຣະເຈົ້າຢ່າງສົມບູນ; ໃນທ້າຍທີ່ສຸດແລ້ວ, ວິນຍານ, ຈິດສຳນຶກ ແລະ ຮ່າງກາຍຂອງພວກເຂົາ ກໍຍັງຈະເປັນຂອງຊາຕານ. ສິ່ງດັ່ງກ່າວນີ້ບໍ່ແມ່ນເລື່ອງທີ່ຕ້ອງສົງໄສ. ມະນຸດທັງໝົດທີ່ບໍ່ໄດ້ຖືກເລືອກໂດຍພຣະເຈົ້າຢ່າງສົມບູນ ກໍຈະກັບຄືນໄປສູ່ສະຖານທີ່ເດີມຂອງຕົນ ຊຶ່ງນັ້ນກໍແມ່ນການກັບໄປຫາຊາຕານ ແລະ ພວກເຂົາກໍຈະລົງໄປໃນບຶງໄຟນະຮົກ ແລະ ກຳມະຖັນເຜົາໄໝ້ ເພື່ອຮັບເອົາການລົງໂທດໃນຂັ້ນຕໍ່ໄປຈາກພຣະເຈົ້າ. ຜູ້ທີ່ຖືກພຣະເຈົ້າເລືອກ ແມ່ນຜູ້ທີ່ປະຖິ້ມຊາຕານ ແລະ ໂຕນໜີອອກຈາກອານາເຂດຂອງຊາຕານ. ພວກເຂົາຈະຖືກນັບທ່າມກາງປະຊາຊົນຂອງອານາຈັກຢ່າງເປັນທາງການ. ນີ້ແມ່ນວິທີການເຂົ້າເປັນປະຊາຊົນຂອງອານາຈັກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ເຊື່ອຄວນມີມຸມມອງແບບໃດ

ວັນນີ້ ເພື່ອເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງວາງຕີນບົນ ເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ ສະແຫວງຫາເພື່ອຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການສ່ອງສະຫວ່າງຂອງພຣະອົງ ແລະ ຜ່ານການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈສ່ວນເລິກຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ແລະ ບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈຶ່ງຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ສິ່ງນີ້ພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຢູ່ໃນການຄອບຄອງຂອງພຣະເຈົ້າແລ້ວ ແລະ ບໍ່ມີສິ່ງອື່ນອີກທີ່ສາມາດຄອບຄອງເຈົ້າໄດ້. ຜ່ານປະສົບການຂອງເຈົ້າ, ຜ່ານຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ຜ່ານພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ ແລະ ເມື່ອເຈົ້າເຮັດໄດ້ເຊັ່ນນັ້ນ, ເຈົ້າຈະເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ຈະມາດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດເວົ້າໄດ້ວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ເຈົ້າຕ້ອງພະຍາຍາມສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີພວກເຈົ້າຄົນໃດທີ່ຄວນພໍໃຈກັບສະພາບການປັດຈຸບັນຂອງເລື່ອງຕ່າງໆ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ເຈົ້າບໍ່ສາມາດຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອໃດກໍ່ຕາມທີ່ພວກເຈົ້າກ່າວ ຫຼື ກະທຳ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເປັນທີ່ຊອບພຣະທັຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ

ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ຫຼື ເຫັນແກ່ການເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງຈັດການກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄວບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ຈັດການກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະບໍ່ຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັບສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການເຊື່ອຟັງຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ຕອນນີ້ ພວກເຈົ້າເຂົ້າໃຈບໍວ່າຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອໃນພຣະເຈົ້າໝາຍເຖິງການເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນບໍ? ມັນໝາຍເຖິງການຂຶ້ນສະຫວັນບໍ? ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງງ່າຍແມ່ນແຕ່ໜ້ອຍດຽວ. ການປະຕິບັດທາງສາສະໜາເຫຼົ່ານັ້ນຄວນຖືກລົບລ້າງອອກ; ການສະແຫວງຫາການຮັກສາຄົນເຈັບປ່ວຍ, ການຂັບໄລ່ມານຮ້າຍ, ການໃສ່ໃຈກັບໝາຍສໍາຄັນ ແລະ ສິ່ງອັດສະຈັນ, ການປາດຖະໜາເພື່ອຫວັງຮັບພຣະຄຸນຂອງພຣະເຈົ້າ, ຄວາມສະຫງົບສຸກ ແລະ ຄວາມສຸກໃຈຫຼາຍຂຶ້ນ, ການສະແຫວງຫາຄວາມຄາດຫວັງ ແລະ ຄວາມສຸກສະບາຍຂອງເນື້ອໜັງ, ສິ່ງເຫຼົ່ານີ້ແມ່ນການປະຕິບັດທາງສາສະໜາ ແລະ ການປະຕິບັດທາງສາສະໜາດັ່ງກ່າວຄືຄວາມເຊື່ອປະເພດທີ່ເລື່ອນລອຍ. ມື້ນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ມັນຄື ການຮັບເອົາພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງໃນຊີວິດຂອງເຈົ້າ ແລະ ການຮູ້ຈັກພຣະເຈົ້າຈາກພຣະທໍາຂອງພຣະອົງ ເພື່ອບັນລຸຄວາມຮັກທີ່ແທ້ຈິງຂອງພຣະອົງ. ເພື່ອຈະເວົ້າຢ່າງຈະແຈ້ງກໍ່ຄື: ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ເຈົ້າເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດ. ນີ້ຄືຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ, ພຣະເຈົ້າສົມຄວນແກ່ການເຄົາລົບນັບຖືສໍ່າໃດ ແລະ ໃນສິ່ງຖືກສ້າງຂອງພຣະອົງ ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ເຮັດໃຫ້ພວກເຂົາສົມບູນແນວໃດ, ສິ່ງເຫຼົ່ານີ້ຄືພື້ນຖານທີ່ແທ້ຈິງໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ຄວາມເຊື່ອໃນພຣະເຈົ້າຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າເປັນຫຼັກ; ຈາກການດໍາລົງຊີວິດພາຍໃນຄວາມເສື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດແຫ່ງພຣະທໍາພຣະເຈົ້າ; ມັນຄືການອອກຈາກການຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ການດຳລົງຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ມັນຄືການທີ່ສາມາດບັນລຸຄວາມເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ແມ່ນຄວາມເຊື່ອຟັງຕໍ່ເນື້ອໜັງ; ມັນຄືການປ່ອຍໃຫ້ໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານ. ຄວາມເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ລິດອຳນາດ ແລະ ສະຫງ່າລາສີຂອງພຣະເຈົ້າຈະໄດ້ສຳແດງອອກໃນຕົວເຈົ້າເປັນຫຼັກ, ເພື່ອວ່າເຈົ້າອາດເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ຄວາມເຊື່ອໃນພຣະເຈົ້າບໍ່ຄວນກ່ຽວກັບຄວາມປາຖະໜາທີ່ຈະເບິ່ງເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນ ຫຼື ມັນບໍ່ຄວນເຫັນແກ່ເນື້ອໜັງສ່ວນຕົວຂອງເຈົ້າ. ມັນຄວນກ່ຽວກັບການສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການທີ່ສາມາດເຊື່ອຟັງພຣະເຈົ້າ ແລະ ການເຊື່ອຟັງພຣະອົງຈົນເຖິງຕາຍເຊັ່ນດຽວກັບເປໂຕ. ສິ່ງເຫຼົ່ານີ້ຄືຈຸດປະສົງຫຼັກຂອງການເຊື່ອໃນພຣະເຈົ້າ. ຄົນໜຶ່ງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເພື່ອຮູ້ຈັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ. ການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ຫຼາຍຂຶ້ນກ່ຽວກັບພຣະເຈົ້າ, ພຽງແຕ່ຫຼັງຈາກນັ້ນ ເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ດ້ວຍຄວາມຮູ້ກ່ຽວກັບພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍທີ່ມະນຸດຄວນມີໃນຄວາມເຊື່ອຂອງເຂົາຕໍ່ພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າພະຍາຍາມເຫັນໝາຍສໍາຄັນ ແລະ ສິ່ງອັດສະຈັນຢູ່ສະເໝີ, ແລ້ວມຸມມອງຄວາມເຊື່ອໃນພຣະເຈົ້າແບບນີ້ກໍ່ບໍ່ຖືກຕ້ອງ. ຄວາມເຊື່ອໃນພຣະເຈົ້າຄືການຍອມຮັບພຣະທໍາຂອງພຣະເຈົ້າໃຫ້ເປັນຄວາມຈິງແຫ່ງຊີວິດເປັນຫຼັກ. ຈຸດປະສົງຂອງພຣະເຈົ້າແມ່ນພຽງແຕ່ຖືກບັນລຸໂດຍການນໍາພຣະທຳຂອງພຣະເຈົ້າຈາກປາກຂອງພຣະເຈົ້າໄປປະຕິບັດ ແລະ ການປະຕິບັດພວກມັນພາຍໃນຕົວເຈົ້າເອງ. ໃນຄວາມເຊື່ອໃນພຣະເຈົ້າ, ມະນຸດຄວນດີ້ນຮົນເພ່ືອຖືກພຣະເຈົ້າເຮັດໃຫ້ສົມບູນ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມຕໍ່ວ່າໃດໆ, ໃສ່ໃຈຕໍ່ຄວາມປາຖະໜາຂອງພຣະເຈົ້າ, ບັນລຸວຸດທິພາວະຂອງເປໂຕ ແລະ ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວເຖິງ, ແລ້ວນັ້ນກໍ່ຈະເປັນເວລາທີ່ເຈົ້າໄດ້ບັນລຸຄວາມສຳເລັດໃນຄວາມເຊື່ອໃນພຣະເຈົ້າ ແລະ ມັນຈະເປັນການສະແດງໃຫ້ເຫັນວ່າເຈົ້າຖືກຮັບເອົາໂດຍພຣະເຈົ້າແລ້ວ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກສິ່ງຖືກບັນລຸໂດຍພຣະທໍາຂອງພຣະເຈົ້າ

ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ສະນັ້ນ ເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອສາມາດຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະຫຼະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ໃນປັດຈຸບັນນີ້ ເຈົ້າຮັກພຣະເຈົ້າຫຼາຍສໍ່າໃດ? ແລ້ວ ເຈົ້າຮູ້ຈັກທຸກສິ່ງທີ່ພຣະເຈົ້າໄດ້ກະທຳໃນຕົວເຈົ້າຫຼາຍສໍ່າໃດ? ນີ້ແມ່ນສິ່ງທີ່ເຈົ້າຄວນຮຽນຮູ້. ເມື່ອພຣະເຈົ້າມາເຖິງແຜ່ນດິນໂລກ, ທຸກສິ່ງທີ່ພຣະອົງໄດ້ກະທຳໃນມະນຸດ ແລະ ຍອມໃຫ້ມະນຸດເຫັນແມ່ນເພື່ອວ່າມະນຸດຈະໄດ້ຮັກພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງ. ໃນດ້ານໜຶ່ງ ການທີ່ມະນຸດສາມາດທົນທຸກເພື່ອພຣະເຈົ້າ ແລະ ໄດ້ມາໄກເຖິງຂະໜາດນີ້ແມ່ນຍ້ອນຄວາມຮັກຂອງພຣະເຈົ້າ ແລະ ໃນອີກດ້ານໜຶ່ງແມ່ນຍ້ອນຄວາມລອດພົ້ນຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ, ມັນເປັນຍ້ອນພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີທີ່ພຣະເຈົ້າປະຕິບັດໃນມະນຸດ. ຖ້າພວກເຈົ້າປາສະຈາກການພິພາກສາ, ການຂ້ຽນຕີ ແລະ ການທົດລອງຂອງພຣະເຈົ້າ ແລະ ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພວກເຈົ້າທົນທຸກ, ແລ້ວຄວາມຈິງກໍຄື ພວກເຈົ້າບໍ່ໄດ້ຮັກພຣະເຈົ້າແທ້ຈິງ. ຍິ່ງພາລະກິດຂອງພຣະເຈົ້າໃນມະນຸດຍິ່ງໃຫຍ່ສໍ່າໃດ ແລະ ຍິ່ງການທົນທຸກຂອງມະນຸດຍິ່ງໃຫຍ່ຫຼາຍສໍ່າໃດ, ມັນກໍຍິ່ງສະແດງໃຫ້ເຫັນວ່າພາລະກິດຂອງພຣະເຈົ້າມີຄວາມໝາຍຫຼາຍສໍ່ານັ້ນ ແລະ ຫົວໃຈຂອງມະນຸດກໍຍິ່ງສາມາດຮັກພຣະເຈົ້າຢ່າງແທ້ຈິງສໍ່ານັ້ນ. ເຈົ້າຮຽນຮູ້ວິທີຮັກພຣະເຈົ້າໄດ້ແນວໃດ? ຫາກປາສະຈາກການທໍລະມານ ແລະ ການຫຼໍ່ຫຼອມ, ຫາກປາສະຈາກການທົດລອງທີ່ເຈັບປວດ ແລະ ຍິ່ງໄປກວ່ານັ້ນ ຖ້າທຸກສິ່ງທີ່ພຣະເຈົ້າມອບໃຫ້ກັບມະນຸດແມ່ນພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາ, ແລ້ວເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງແທ້ຈິງໄດ້ບໍ? ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າໄດ້ຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຜ່ານພົ້ນໄດ້ ແລະ ເຖິງຂັ້ນມີຄວາມໂສກເສົ້າຢ່າງໜັກ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີຕໍ່ພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກແກ່ນແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ. ສະນັ້ນ, ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈຶ່ງຖືກສ້າງຂຶ້ນບົນພື້ນຖານຂອງການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ, ມີຊີວິດຄອບຄົວທີ່ສະຫງົບສຸກ ຫຼື ການອວຍພອນທາງວັດຖຸ, ແລ້ວເຈົ້າກໍບໍ່ໄດ້ຮັບເອົາພຣະເຈົ້າ ແລະ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າກໍບໍ່ສາມາດຖືໄດ້ວ່າເປັນຜົນສໍາເລັດ. ພຣະເຈົ້າໄດ້ດໍາເນີນຂັ້ນຕອນໜຶ່ງຂອງພາລະກິດແຫ່ງພຣະຄຸນໃນເນື້ອໜັງ ແລະ ໄດ້ປະທານພອນທາງວັດຖຸໃຫ້ກັບມະນຸດແລ້ວ, ແຕ່ມະນຸດບໍ່ສາມາດຖືກເຮັດໃຫ້ສົມບູນດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາພຽງຢ່າງດຽວ. ໃນປະສົບການຂອງມະນຸດ ເຂົາຜະເຊີນກັບຄວາມຮັກບາງຢ່າງຂອງພຣະເຈົ້າ ແລະ ເຫັນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າ, ແຕ່ເມື່ອໄດ້ຜະເຊີນໃນໄລຍະເວລາໜຶ່ງ, ເຂົາເຫັນວ່າ ພຣະຄຸນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ ແລະ ຄວາມເມດຕາ ບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດເປີດເຜີຍສິ່ງທີ່ເສື່ອມຊາມຢູ່ພາຍໃນມະນຸດ ແລະ ບໍ່ສາມາດກຳຈັດມະນຸດອອກຈາກອຸປະນິໄສອັນເສື່ອມຊາມຂອງເຂົາ ຫຼື ເຮັດໃຫ້ຄວາມຮັກ ແລະ ຄວາມເຊື່ອຂອງເຂົາສົມບູນ. ພາລະກິດແຫ່ງພຣະຄຸນຂອງພຣະເຈົ້າແມ່ນພາລະກິດພຽງໄລຍະໜຶ່ງ ແລະ ມະນຸດບໍ່ສາມາດອາໄສການໄດ້ຮັບພຣະຄຸນຂອງພຣະເຈົ້າເພື່ອທີ່ຈະຮູ້ຈັກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ

ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ.

ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍຄື ມະນຸດດໍາເນີນການຄຸ້ມຄອງຂອງເຂົາເອງໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈກັບການຄຸ້ມຄອງຂອງພຣະເຈົ້າ. ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດແມ່ນນອນຢູ່ກັບວິທີທີ່ມະນຸດສ້າງຈຸດໝາຍປາຍທາງຕາມອຸດົມຄະຕິຂອງເຂົາເອງ ແລະ ວາງແຜນຫາວິທີທີ່ຈະຮັບພອນອັນຍິ່ງໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ ໃນເວລາດຽວກັນກັບທີ່ສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ເຖິງແມ່ນຄົນໆໜຶ່ງຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ, ມີຈັກຄົນພ້ອມທີ່ຈະສາມາດປະຖິ້ມອຸດົມຄະຕິ ແລະ ຄວາມຫວັງຂອງຂອງພວກເຂົາ? ແລ້ວຜູ້ໃດສາມາດຢຸດບາດກ້າວຂອງພວກເຂົາເອງ ແລະ ຢຸດຄິດພຽງແຕ່ຜົນປະໂຫຍດຂອງຕົນເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຄົນທີ່ຈະຍອມຕໍ່ພຣະອົງໂດຍການອຸທິດຄວາມຄິດ ແລະ ຮ່າງກາຍທັງໝົດຂອງພວກເຂົາໃຫ້ກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພຣະອົງບໍ່ຕ້ອງການຜູ້ຄົນທີ່ແບມືຂໍທານຈາກພຣະອົງທຸກວັນ, ແຮງໄກທີ່ຈະຕ້ອງການຄົນທີ່ໃຫ້ໜ້ອຍດຽວ ແລະ ຫຼັງຈາກນັ້ນກໍລໍຖ້າຮັບເອົາລາງວັນ. ພຣະເຈົ້າກຽດຊັງຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແລະ ຫຼັງຈາກນັ້ນກໍນອນຢູ່ກັບກຽດຕິຍົດຂອງພວກເຂົາ. ພຣະເຈົ້າກຽດຊັງຜູ້ຄົນເລືອດເຢັນເຫຼົ່ານີ້ທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບການໄປສະຫວັນ ແລະ ການຮັບພອນ. ພຣະອົງມີຄວາມກຽດຊັງທີ່ຫຼາຍຂຶ້ນສຳລັບຄົນທີ່ສວຍໂອກາດທີ່ຖືກນຳສະເໜີໂດຍພາລະກິດທີ່ພຣະອົງປະຕິບັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນັ້ນກໍຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸ ແລະ ໄດ້ຮັບຜ່ານພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໃຫ້ໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ສົນໃຈຫົວໃຈຂອງພຣະເຈົ້າ, ໝົກມຸ້ນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາເອງທັງສິ້ນ. ຄົນທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວໃນວິທີທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມປະສົງຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາເອງພໍໃຈ ໃນລັກສະນະທີ່ບໍ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຶດຕິກຳຂອງພວກເຂົາບໍ່ໄດ້ຖືກຈົດຈໍາ ຫຼື ເຫັນດີເຫັນພ້ອມໂດຍພຣະເຈົ້າ, ແຮງໄກທີ່ພຣະອົງຈະເບິ່ງພຶດຕິກຳນັ້ນຢ່າງເພິ່ງພໍໃຈ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ

ຕອນນີ້ ເຈົ້າຄວນສະແຫວງຫາຫຍັງ? ບໍ່ວ່າເຈົ້າຈະສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ ຫຼື ບໍ່, ບໍ່ວ່າເຈົ້າຈະສາມາດເປັນພະຍານ ແລະ ການສຳແດງອອກຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າເໝາະສົມທີ່ຈະຖືກພຣະອົງໃຊ້ ຫຼື ບໍ່, ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນສະແຫວງຫາ. ພຣະເຈົ້າໄດ້ກະທຳພາລະກິດຫຼາຍສໍ່າໃດແທ້ໃນຕົວເຈົ້າ? ເຈົ້າໄດ້ເຫັນຫຼາຍສໍ່າໃດ, ເຈົ້າໄດ້ສຳຜັດຫຼາຍສໍ່າໃດ? ເຈົ້າໄດ້ຜະເຊີນ ແລະ ຊີມລົດຊາດຫຼາຍສໍ່າໃດ? ບໍ່ວ່າພຣະເຈົ້າໄດ້ທົດສອບເຈົ້າ, ຈັດການກັບເຈົ້າ ຫຼື ລົງວິໄນເຈົ້າ ຫຼື ບໍ່, ການກະທຳຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນຕົວເຈົ້າ, ແຕ່ໃນຖານະທີ່ເປັນຜູ້ເຊື່ອໃນພຣະເຈົ້າ ແລະ ເປັນຄົນທີ່ເຕັມໃຈສະແຫວງຫາເພື່ອຖືກພຣະອົງເຮັດໃຫ້ສົມບູນ, ເຈົ້າສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບົນພື້ນຖານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າຜ່ານປະສົບການຕົວຈິງຂອງເຈົ້າບໍ? ເຈົ້າສາມາດສະໜອງໃຫ້ກັບຄົນອື່ນໆຜ່ານປະສົບການຕົວຈິງຂອງເຈົ້າເອງ ແລະ ເສຍສະຫຼະຊີວິດທັງໝົດຂອງເຈົ້າເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ບໍ? ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມປາຖະໜານີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍຄວາມປະສົງຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ຈັດການກັບເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບູນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ. ແມ່ນຫຍັງກັນແທ້ທີ່ບັງຄັບໃຫ້ເຈົ້າທົນທຸກ ແລະ ສະແຫວງຫາຄວາມສົມບູນໃນຕອນນີ້? ການທົນທຸກໃນປັດຈຸບັນຂອງເຈົ້າແມ່ນເຫັນແກ່ການຮັກພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງແທ້ໆບໍ? ຫຼື ມັນແມ່ນເຫັນແກ່ພອນຂອງເນື້ອໜັງ, ສຳລັບຄວາມຄາດຫວັງໃນອະນາຄົດ ແລະ ໂຊກຊະຕາຂອງເຈົ້າ? ເຈດຕະນາທັງໝົດຂອງເຈົ້າ, ແຮງຈູງໃຈ ແລະ ເປົ້າໝາຍສ່ວນຕົວທີ່ເຈົ້າສະແຫວງຫາຕ້ອງຖືກແກ້ໄຂໃຫ້ຖືກຕ້ອງ ແລະ ບໍ່ສາມາດຖືກນໍາພາໂດຍຄວາມປະສົງຂອງເຈົ້າເອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ

ກ່ອນນີ້: 4. ຄວາມເໝາະສົມຂອງໄພ່ພົນທີ່ຜູ້ເຊື່ອຂອງພຣະເຈົ້າຄວນມີ

ຕໍ່ໄປ: 6. ຄວາມໝາຍຂອງການທົນທຸກ ແລະ ປະເພດຂອງການທົນທຸກທີ່ຜູ້ເຊື່ອຂອງພຣະເຈົ້າຕ້ອງແບກຮັບ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້