4. ຄວາມເໝາະສົມຂອງໄພ່ພົນທີ່ຜູ້ເຊື່ອຂອງພຣະເຈົ້າຄວນມີ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມເປັນມະນຸດປະກອບມີລັກສະນະຫຍັງແດ່? ຄວາມເຂົ້າໃຈເລິກເຊີ່ງ, ຄວາມຮູ້ສຶກ, ສາມັນສໍານຶກ ແລະ ບຸກຄະລິກ. ຖ້າຫາກເຈົ້າສາມາດບັນລຸເຖິງຄວາມເປັນປົກກະຕິໃນແຕ່ລະດ້ານເຫຼົ່ານີ້, ຄວາມເປັນມະນຸດຂອງເຈົ້າກໍຈະມີມາດຕະຖານ. ເຈົ້າຄວນຈະມີຄວາມຄ້າຍຄືກັບມະນຸດແບບປົກກະຕິ ແລະ ເຈົ້າຄວນຄ້າຍຄືກັບຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າ. ເຈົ້າບໍ່ຕ້ອງບັນລຸຫຼາຍເກີນໄປ ຫຼື ມີສ່ວນຮ່ວມໃນວຽກການທູດ; ເຈົ້າພຽງແຕ່ຕ້ອງການເປັນມະນຸດທໍາມະດາ ທີ່ມີຄວາມຮູ້ສຶກແບບຄົນປົກກະຕິ, ທີ່ສາມາດເບີ່ງສິ່ງຕ່າງໆອອກ ແລະ ຢ່າງໜ້ອຍກໍເບີ່ງຄ້າຍຄືກັບມະນຸດປົກກະຕິ. ນັ້ນກໍພຽງພໍແລ້ວ. ທຸກສິ່ງທຸກຢ່າງທີ່ຮຽກຮ້ອງຈາກເຈົ້າແມ່ນນອນຢູ່ໃນຄວາມອາດສາມາດຂອງເຈົ້າ; ນີ້ບໍ່ແມ່ນໃນກໍລະນີທີ່ພະຍາຍາມໄລ່ເປັດຂຶ້ນຢອງງ່າໄມ້. ຈະບໍ່ມີການປະຕິບັດພຣະທໍາທີ່ບໍ່ມີປະໂຫຍດ ຫຼື ພາລະກິດທີ່ບໍ່ເປັນປະໂຫຍດໃດໆກັບເຈົ້າ. ຄວາມຂີ້ຮ້າຍທັງໝົດທີ່ຖືກສະແດງອອກ ຫຼື ຖືກເປີດເຜີຍຢູ່ໃນຊີວິດຂອງເຈົ້າຕ້ອງຖືກກຳຈັດຖີ້ມ. ພວກເຈົ້າໄດ້ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານ ແລະ ມີພິດຮ້າຍຈາກຊາຕານຫຼາຍເກີນໄປ. ສິ່ງດຽວທີ່ຮຽກຮ້ອງຈາກເຈົ້າກໍຄືການກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານອອກໄປ. ເຈົ້າບໍ່ໄດ້ຖືກຮຽກຮ້ອງໃຫ້ກາຍເປັນຜູ້ມີຍົດສູງສົ່ງ ຫຼື ເປັນຄົນມີຊື່ສຽງ ຫຼື ເປັນຜູ້ຍິ່ງໃຫຍ່. ສິ່ງນັ້ນບໍ່ມີປະໂຫຍດ. ພາລະກິດທີ່ປະຕິບັດກັບພວກເຈົ້າ ແມ່ນຄຳນຶງເຖິງສິ່ງທີ່ມີໃນຕົວພວກເຈົ້າ. ສິ່ງທີ່ເຮົາຂໍຈາກຜູ້ຄົນແມ່ນມີຈຳກັດ. ຖ້າຫາກເຈົ້າປະຕິບັດໃນລັກສະນະ ແລະ ໃນນ້ຳສຽງການເວົ້າຂອງປັນຍາຊົນ, ສິ່ງນີ້ແມ່ນຈະບໍ່ພຽງພໍ; ເຈົ້າຈະບໍ່ສາມາດເຮັດມັນໄດ້. ເນື່ອງຈາກຄວາມສາມາດຂອງພວກເຈົ້າ, ຢ່າງໜ້ອຍພວກເຈົ້າກໍຄວນສາມາດເວົ້າດ້ວຍສະຕິປັນຍາ ແລະ ໄຫວພິບ ແລະ ອະທິບາຍສິ່ງຕ່າງໆໃນລັກສະນະທີ່ຊັດເຈນ ແລະ ເຂົ້າໃຈໄດ້. ນັ້ນແມ່ນສິ່ງທີ່ຕ້ອງມີເພື່ອບັນລຸເງື່ອນໄຂ. ຢ່າງໜ້ອຍສຸດ ຖ້າເຈົ້າໄດ້ຮັບຄວາມຮູ້ທີ່ເລິກເຊິ່ງ ແລະ ມີສາມັນສໍານຶກ, ນັ້ນກໍພຽງພໍແລ້ວ. ສິ່ງທີ່ສໍາຄັນທີ່ສຸດໃນເວລານີ້ແມ່ນການປະຖິ້ມອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງເຈົ້າອອກໃຫ້ໝົດ. ເຈົ້າຕ້ອງປະຖິ້ມຄວາມຂີ້ຮ້າຍ ທີ່ເຈົ້າສະແດງອອກໃຫ້ໝົດ. ເຈົ້າຈະສາມາດເວົ້າກ່ຽວກັບຄວາມຮູ້ສຶກສູງສຸດ ແລະ ຄວາມຮູ້ທີ່ເລິກເຊິ່ງທີ່ສຸດໄດ້ແນວໃດ ຖ້າຫາກເຈົ້າບໍ່ປະຖິ້ມສິ່ງເຫຼົ່ານີ້? ເມື່ອໄດ້ເຫັນຍຸກສະໄໝປ່ຽນແປງ, ຫຼາຍຄົນຈຶ່ງຂາດຄວາມຖ່ອມຕົວ ຫຼື ຄວາມອົດທົນ ແລະ ພວກເຂົາບໍ່ມີຄວາມຮັກ ຫຼື ຄຸນສົມບັດແບບນັກບຸນ. ຜູ້ຄົນເຫຼົ່ານີ້ຈັ່ງແມ່ນໄຮ້ສາລະ! ພວກເຂົາມີຄວາມເປັນມະນຸດປົກກະຕິຮອດໜຶ່ງຂີດຢູ່ບໍ? ພວກເຂົາມີຄໍາພະຍານທີ່ຈະເວົ້າເຖິງບໍ? ພວກເຂົາບໍ່ມີຄວາມເຂົ້າໃຈທີ່ເລິກເຊິ່ງ ຫຼື ຄວາມຮູ້ສຶກໃດໆເລີຍ. ແນ່ນອນວ່າ ດ້ານການປະຕິບັດບາງຢ່າງຂອງຜູ້ຄົນທີ່ບິດເບືອນ ແລະ ຜິດພາດນັ້ນຕ້ອງໄດ້ຮັບການແກ້ໄຂ; ຍົກຕົວຢ່າງຄື ຊີວິດທາງຈິດວິນຍານທີ່ແຂງກະດ້າງໃນເມື່ອກ່ອນຂອງພວກເຂົາ ແລະ ຮູບຮ່າງພາຍນອກທີ່ກະດ້າງ ແລະ ບໍ່ສະຫຼາດຂອງພວກເຂົາ ເຊິ່ງທັງໝົດເຫຼົ່ານີ້ຕ້ອງໄດ້ປ່ຽນແປງ. ການປ່ຽນແປງບໍ່ໄດ້ໝາຍເຖິງການປ່ອຍໃຫ້ເຈົ້າເສເພ ຫຼື ເພີດເພີນຢູ່ກັບເນື້ອໜັງ ໂດຍເວົ້າໃນສິ່ງທີ່ເຈົ້າຕ້ອງການເວົ້າ. ເຈົ້າຕ້ອງບໍ່ເວົ້າແບບໂລເລ. ການມີຖ້ອຍຄໍາ ແລະ ການປະພຶດຕົນແບບມະນຸດປົກກະຕິ ແມ່ນການເວົ້າແບບກົງໄປກົງມາ ໂດຍເວົ້າວ່າ “ແມ່ນ” ເມື່ອເຈົ້າໝາຍຄວາມວ່າ “ແມ່ນ” ແລະ “ບໍ່” ເມື່ອເຈົ້າໝາຍຄວາມວ່າ “ບໍ່”. ໃຫ້ຍຶດໝັ້ນໃນຄວາມເປັນຈິງ ແລະ ເວົ້າຢ່າງເໝາະສົມ. ບໍ່ໃຫ້ສໍ້ໂກງ, ບໍ່ຂີ້ຕົວະ. ຕ້ອງເຂົ້າໃຈຂໍ້ຈຳກັດທີ່ຄົນປົກກະຕິສາມາດບັນລຸໄດ້ໃນການປ່ຽນແປງອຸປະນິໄສ. ຖ້າບໍ່ເຊັ່ນນັ້ນ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເພີ່ມຄວາມສາມາດແມ່ນເພື່ອຮັບເອົາຄວາມລອດພົ້ນຂອງພຣະເຈົ້າ

ໃນອຸປະນິໄສຂອງຄົນປົກກະຕິແມ່ນບໍ່ມີຄວາມຄົດງໍ ຫຼື ຄວາມຫຼອກລວງ, ຜູ້ຄົນແມ່ນມີຄວາມສໍາພັນທີ່ປົກກະຕິຕໍ່ກັນ ແລະ ກັນ, ພວກເຂົາບໍ່ໄດ້ຢືນຢູ່ຜູ້ດຽວ ແລະ ຊີວິດຂອງພວກເຂົາບໍ່ໄດ້ທໍາມະດາ ແລະ ເສື່ອມໂຊມ. ເຊັ່ນດຽວກັນ ພຣະເຈົ້າກໍສັນລະເສີນໃນທ່າມກາງທຸກຄົນ; ພຣະທໍາຂອງພຣະອົງແມ່ນແຜ່ຂະຫຍາຍທົ່ວມະນຸດ, ຜູ້ຄົນດໍາລົງຊີວິດໃນຄວາມສະຫງົບນໍາກັນ ແລະ ພາຍໃຕ້ການເບິ່ງແຍງ ແລະ ການປົກປ້ອງຂອງພຣະເຈົ້າ, ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສາມັກຄີ, ບໍ່ມີການລົບກວນຂອງຊາຕານ ແລະ ສະຫງ່າລາສີຂອງພຣະເຈົ້າແມ່ນຖືເປັນສິ່ງທີ່ສໍາຄັນທີ່ສຸດໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວແມ່ນຄືກັນກັບທູດສະຫວັນ: ບໍລິສຸດ, ມີຊີວິດຊີວາ, ບໍ່ເຄີຍຈົ່ມກ່ຽວກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດຂອງພວກເຂົາ ເພື່ອລັດສະໝີຂອງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 16

ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ

ຄົນທີ່ພຣະເຈົ້າໃຊ້ປະໂຫຍດ ພາຍນອກປາກົດຄືກັບວ່າຂາດເຫດຜົນ ແລະ ບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ, ແຕ່ວ່າພວກເຂົາເວົ້າຈາຈົບງາມ ບໍ່ເວົ້າສຸມສີ່ສຸມຫ້າ ແລະ ສະຫງົບໃຈຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຄົນປະເພດນີ້ແຫຼະທີ່ເໝາະສົມໃຫ້ພຣະວິນຍານບໍລິສຸດນໍາໃຊ້. ຄົນ “ຂາດເຫດຜົນ” ທີ່ພຣະເຈົ້າກ່າວເຖິງນີ້ ເບິ່ງຄືວ່າບໍ່ມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ ແລະ ພວກເຂົາບໍ່ຮັກສິ່ງຂອງນອກກາຍ ຫຼື ການກະທໍາທີ່ບໍ່ຈິງໃຈ ແຕ່ເມື່ອພວກເຂົາສື່ສານເລື່ອງຈິດວິນຍານ ພວກເຂົາສາມາດຖອກເທຈິດໃຈ ແລະ ຍອມເສຍສະຫຼະເພື່ອສະໜອງຄວາມສະຫວ່າງ ແລະ ແສງເຍືອງທາງໃຫ້ຄົນອື່ນ ເຊິ່ງສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຕົວຈິງຕໍ່ໜ້າພຣະເຈົ້າ. ນີ້ແມ່ນວິທີທີ່ພວກເຂົາສະແດງຄວາມຮັກຕໍ່ພຣະເຈົ້າ ແລະ ປະຕິບັດໃຫ້ໄດ້ຕາມຄວາມປະສົງຂອງພຣະອົງ. ເມື່ອຄົນອື່ນປ້ອຍດ່າ ແລະ ຫົວຂວັນພວກເຂົາ ພວກເຂົາກໍສາມາດອົດທົນໄດ້ ບໍ່ປ່ອຍໃຫ້ຄົນພາຍນອກ, ເຫດການ ແລະ ສິ່ງຕ່າງໆຄວບຄຸມພວກເຂົາ ແລະ ພວກເຂົາສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ. ຄົນປະເພດນີ້ມີຄວາມເຂົ້າໃຈທີ່ພິເສດ. ບໍ່ວ່າຄົນອື່ນຈະເປັນແນວໃດກໍຕາມ ຈິດໃຈຂອງພວກເຂົາບໍ່ເຄີຍປະຖິ້ມພຣະເຈົ້າ. ເມື່ອຄົນອື່ນເວົ້າສະໜຸກສະໜານ ແລະ ຕະຫຼົກເຮຮາ ຈິດໃຈຂອງພວກເຂົາກໍຍັງຢູ່ຕໍ່ໜ້າພຣະເຈົ້າ ໄຕ່ຕອງພຣະທໍາຂອງພຣະເຈົ້າ ຫຼື ອະທິຖານໃນໃຈຫາພຣະເຈົ້າ, ສະແຫວງຫາຄວາມປະສົງຂອງພຣະອົງ. ພວກເຂົາບໍ່ເຄີຍໃຫ້ຄວາມສໍາຄັນກັບການຮັກສາຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຄົນລັກສະນະນີ້ເບິ່ງຄືວ່າບໍ່ມີປັດຊະຍາແຫ່ງຊີວິດ. ແຕ່ພາຍນອກຄົນປະເພດນີ້ສົດໃສ, ເປັນຕາຮັກແພງ ແລະ ໄຮ້ດຽງສາ ພ້ອມທັງມີຄວາມສະຫງົບ. ນີ້ແມ່ນລັກສະນະຂອງຄົນທີ່ພຣະເຈົ້ານໍາໃຊ້. ສິ່ງຕ່າງໆເຊັ່ນ ປັດຊະຍາສໍາລັບການດໍາລົງຊີວິດ ຫຼື “ເຫດຜົນທົ່ວໄປ” ບໍ່ສາມາດໃຊ້ໄດ້ກັບຄົນປະເພດນີ້; ຄົນປະເພດນີ້ໄດ້ອຸຖິດໃຈທັງໝົດຂອງພວກເຂົາໃຫ້ພຣະທໍາຂອງພຣະເຈົ້າແລ້ວ ແລະ ເບິ່ງຄືວ່າ ພວກເຂົາມີແຕ່ພຣະເຈົ້າເທົ່ານັ້ນຢູ່ໃນໃຈຂອງພວກເຂົາ. ຄົນປະເພດນີ້ເປັນຄົນທີ່ພຣະເຈົ້າເອີ້ນວ່າ “ຂາດເຫດຜົນ” ແລະ ເປັນຄົນທີ່ພຣະເຈົ້ານໍາໃຊ້. ຄົນທີ່ພຣະເຈົ້ານໍາໃຊ້ມີລັກສະນະຄື: ບໍ່ວ່າຢູ່ສະຖານທີ່ໃດ ຫຼື ກາລະໃດ ໃຈຂອງຄົນນັ້ນກໍຢູ່ຕໍ່ໜ້າພຣະເຈົ້າສະເໝີ ແລະ ເຖິງວ່າຄົນອື່ນຈະໂລເລປານໃດກໍຕາມ ຈະໝົກໝົ້ນໃນກິເລດຕັນຫາ ແລະ ຝ່າຍເນື້ອໜັງຫຼາຍປານໃດກໍຕາມ ແຕ່ຈິດໃຈຂອງຄົນນັ້ນກໍບໍ່ເຄີຍປະຖິ້ມພຣະເຈົ້າ ແລະ ບໍ່ປະຕິບັດຕາມຄົນອ້ອມຂ້າງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ພຣະວິນຍານບໍລິສຸດເຮັດໃຫ້ສົມບູນ. ຖ້າເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້ ເຈົ້າກໍຈະເປັນຄົນທີ່ບໍ່ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ບໍ່ເໝາະສົມໃຫ້ພຣະວິນຍານບໍລິສຸດເຮັດໃຫ້ສົມບູນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ສາມາດເຊື່ອຟັງພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວຄວາມປະສົງຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ ມີກາລະເທສະ, ສາມາດເຊື່ອຟັງການຈັດແຈງຂອງພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າເມື່ອມີຫຍັງເກີດຂຶ້ນກັບເຈົ້າ ແລະ ເຈົ້າໃຈເຢັນ ແລະ ສະຫງົບບໍ່ວ່າເຈົ້າກຳລັງຮັບມືກັບຫຍັງກໍຕາມ. ຄົນປະເພດນີ້ໄດ້ເຫັນຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນຍັງໜຸ່ມຢູ່ ແຕ່ພວກເຂົາປະພຶດຕົວຄືກັບຄົນທີ່ຢູ່ໃນໄວກາງຄົນ; ພວກເຂົາເປັນຜູ້ໃຫຍ່, ມີຄວາມຈິງ ແລະ ຖືກຄົນອື່ນເຄົາລົບ ແລະ ນີ້ແມ່ນຄົນທີ່ມີຄຳພະຍານ ແລະ ເປັນການສະແດງອອກຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ຢ່າງໜ້ອຍທີ່ສຸດ ບຸກຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງຈະປະຕິບັດຫ້າລັກສະນະຂອງຊີວິດຝ່າຍວິນຍານເຫຼົ່ານີ້ໃນແຕ່ລະມື້: ອ່ານພຣະທຳຂອງພຣະເຈົ້າ, ອະທິຖານຫາພຣະເຈົ້າ, ສົນທະນາໃນຄວາມຈິງ, ຮ້ອງເພງນະມັດສະການ ແລະ ຍ້ອງຍໍສັນລະເສີນ ແລະ ສະແຫວງຫາຄວາມຈິງໃນທຸກສິ່ງ. ຖ້າເຈົ້າມີຊີວິດແຫ່ງການຊຸມນຸມອີກດ້ວຍ, ເຈົ້າກໍຈະມີຄວາມສຸກຫຼາຍຂຶ້ນ. ຖ້າບຸກຄົນໃດໜຶ່ງມີຄວາມສາມາດທົ່ວໄປທີ່ຈະຮັບ, ໝາຍຄວາມວ່າ ພວກເຂົາສາມາດຢັ່ງເຖິງເຈດຕະນາຂອງພຣະເຈົ້າຫຼັງຈາກທີ່ໄດ້ພຣະທຳຂອງພຣະເຈົ້າດ້ວຍຕົວພວກເຂົາເອງ, ພວກເຂົາສາມາດເຂົ້າໃຈເຖິງຄວາມຈິງ ແລະ ຮູ້ຈັກປະຕິບັດຕາມຄວາມຈິງ, ແລ້ວມັນກໍສາມາດເວົ້າໄດ້ວ່າ ບຸກຄົນດັ່ງກ່າວຈະສຳເລັດໃນຄວາມເຊື່ອຂອງພວກເຂົາ. ຖ້າບຸກຄົນໃດໜຶ່ງບໍ່ມີຊີວິດຝ່າຍວິນຍານແບບນີ້ ຫຼື ຖ້າຊີວິດຝ່າຍວິນຍານຂອງພວກເຂົາບໍ່ຖືກຕ້ອງຢ່າງຍິ່ງ, ພຽງແຕ່ມີຢູ່ໃນບາງຄັ້ງບາງຄາວ, ແລ້ວບຸກຄົນນັ້ນກໍເປັນຜູ້ເຊື່ອທີ່ສັບສົນ. ຜູ້ເຊື່ອທີ່ສັບສົນບໍ່ສາມາດບັນລຸຜົນທີ່ດີຈາກການປະຕິບັດໜ້າທີ່ຂອງພວກເຂົາໄດ້. ການເຊື່ອໃນພຣະເຈົ້າໂດຍປາສະຈາກການດຳລົງຊີວິດຝ່າຍວິນຍານກໍເປັນພຽງການຮັບໃຊ້ຄວາມເຊື່ອແຕ່ປາກ; ສຳລັບຄົນແບບນັ້ນແມ່ນບໍ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ, ແຮງໄກທີ່ຈະຢຳເກງພຣະເຈົ້າ. ບຸກຄົນດັ່ງກ່າວຈະມີລັກສະນະຂອງມະນຸດທີ່ເໝາະສົມໄດ້ແນວໃດ?

…………

ມີສິບຂໍ້ໃຫ້ສັງເກດໃນການປະຕິບັດ ແລະ ການເຂົ້າສູ່ ເມື່ອເວົ້າເຖິງລັກສະນະຂອງບຸກຄົນທີ່ເໝາະສົມຄວນມີ:

1. ປະຕິບັດຕາມມາລະຍາດ, ຮູ້ຈັກກົດລະບຽບ ແລະ ນັບຖືຜູ້ອາວຸໂສ ແລະ ດູແລຜູ້ໜຸ່ມນ້ອຍ.

2. ນໍາພາວິຖີຊີວິດທີ່ເໝາະສົມ ທີ່ເປັນປະໂຫຍດຕໍ່ເຈົ້າເອງ ແລະ ຕໍ່ຄົນອື່ນ.

3. ນຸ່ງເຄື່ອງໃນລັກສະນະທີ່ສະຫງ່າງາມ ແລະ ສຸພາບ; ການນຸ່ງເຄື່ອງແບບແປກປະຫຼາດ ຫຼື ຫຼູຫຼາແມ່ນເປັນສິ່ງເກືອດຫ້າມ.

4. ບໍວ່າຍ້ອນເຫດຜົນຫຍັງກໍຕາມ, ຢ່າຢືມເງິນຈາກອ້າຍເອື້ອຍນ້ອງ ແລະ ຢ່າໃຊ້ຊັບສິນຂອງຄົນອື່ນຢ່າງງ່າຍດາຍ.

5. ການພົວພັນກັບເພດກົງກັນຂ້າມຕ້ອງມີຂອບເຂດ; ການກະທຳຕ້ອງມີກຽດ ແລະ ທ່ຽງທຳ.

6. ຢ່າໂຕ້ຖຽງກັບຜູ້ຄົນ; ຈົ່ງຮຽນຮູ້ທີ່ຈະຟັງຄົນອື່ນຢ່າງອົດທົນ.

7. ຮັກສາສຸຂະອະນາໄມທີ່ດີ, ແຕ່ພິຈາລະນາເຖິງສະພາບການ.

8. ມີປະຕິກິລິຍາ ແລະ ຄວາມສຳພັນທີ່ຖືກຕ້ອງກັບຄົນອື່ນ, ຮຽນຮູ້ທີ່ຈະເຄົາລົບ ແລະ ຄຳນຶງເຖິງຄົນອື່ນ ແລະ ຮັກເຊິ່ງກັນ ແລະ ກັນ.

9. ເຮັດໃນສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອຊ່ວຍຄົນທີ່ທຸກຍາກ; ຢ່າຂໍ ຫຼື ຮັບເອົາສິ່ງຂອງຈາກຄົນອື່ນ.

10. ຢ່າເຮັດໃຫ້ຄົນອື່ນຮັບໃຊ້ເຈົ້າ; ຢ່າໃຫ້ຄົນອື່ນເຮັດວຽກທີ່ເຈົ້າຄວນເຮັດດ້ວຍຕົວເຈົ້າເອງ.

ສິບກົດລະບຽບຂ້າງເທິງຄວນເປັນສິ່ງທີ່ຢ່າງຕໍ່າສຸດທີ່ຜູ້ເຊື່ອທຸກຄົນຄວນປະຕິບັດໃນຊີວິດຂອງພວກເຂົາ; ຜູ້ໃດກໍຕາມທີ່ລະເມີດກົດລະບຽບເຫຼົ່ານີ້ແມ່ນມີບຸກຄະລິກຕໍ່າຫຼາຍ. ສິ່ງເຫຼົ່ານີ້ສາມາດເອີ້ນໄດ້ວ່າ ກົດລະບຽບຂອງຄົວເຮືອນຂອງພຣະເຈົ້າ ແລະ ຄົນທີ່ລະເມີດກົດລະບຽບນີ້ຢູ່ເລື້ອຍໆແມ່ນຈະຖືກປະຖິ້ມຢ່າງແນ່ນອນ.

ທຸກຄົນທີ່ສະແຫວງຫາຄວາມຈິງຍັງຈຳເປັນຕ້ອງຈຳລອງຕົນເອງຕາມສິບລັກສະນະນິໄສຄິດບວກຂອງໄພ່ພົນບູຮານ. ຄົນທີ່ປະຕິບັດ ແລະ ຍຶດຖືສິ່ງເຫຼົ່ານີ້ຢ່າງເປັນປະຈຳກໍຈະເກັບກ່ຽວລາງວັນສ່ວນຕົວທີ່ຍິ່ງໃຫຍ່ຢ່າງແນ່ນອນ. ພວກມັນເປັນປະໂຫຍດສຳລັບມະນຸດຊາດຢ່າງຫຼວງຫຼາຍ.

ສິບຫຼັກການທີ່ສອດຄ່ອງກັບຄວາມເໝາະສົມຂອງໄພ່ພົນ:

1. ປະຕິບັດການອຸທິດຕົນທາງຝ່າຍວິນຍານທຸກໆເຊົ້າ ໂດຍອະທິຖານ ແລະ ອ່ານພຣະທຳຂອງພຣະເຈົ້າເປັນເວລາປະມານເຄິ່ງຊົ່ວໂມງ.

2. ສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງໃນແຕ່ລະມື້ ເພື່ອວ່າເຈົ້າຈະນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງຫຼາຍຂຶ້ນ.

3. ສົນທະນາກັບທຸກຄົນທີ່ເຈົ້າຕິດຕໍ່ພົວພັນນໍາ, ຮຽນຮູ້ຈາກຈຸດແຂງຂອງກັນ ແລະ ກັນ ແລະ ທົດແທນຈຸດອ່ອນຂອງກັນ ແລະ ກັນ ເພື່ອວ່າພວກເຈົ້າທັງສອງຈະໄດ້ພັດທະນາ.

4. ມີທັດສະນະຄະຕິທີ່ເປັນບວກຕໍ່ຊີວິດ, ຮ້ອງເພງນະມັດສະການ ແລະ ຍ້ອງຍໍສັນລະເສີນຢູ່ສະເໝີ ແລະ ຂອບພຣະຄຸນສຳລັບຄວາມກະລຸນາຂອງພຣະເຈົ້າ.

5. ບໍ່ຕິດພັນກັບທາງໂລກ; ຍັບເຂົ້າໃກ້ພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເປັນປະຈຳ ແລະ ບໍ່ແຊກແຊງໃນເລື່ອງຂອງຄົນອື່ນ.

6. ມີສະຕິປັນຍາໃນຫົວໃຈຂອງເຈົ້າ ແລະ ຢູ່ໃຫ້ຫ່າງຈາກສະຖານທີ່ຊົ່ວຮ້າຍ ແລະ ອັນຕະລາຍ.

7. ຢ່າໂຕ້ຖຽງກັບຜູ້ຄົນ, ໃຫ້ມີການສົນທະນາກ່ຽວກັບຄວາມຈິງ ແລະ ເຂົ້າກັບຄົນອື່ນໄດ້ເປັນຢ່າງດີ.

8. ມີຄວາມສຸກກັບທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອຊ່ວຍເຫຼືອຄົນອື່ນ, ຫຼຸດຜ່ອນຄວາມກັງວົນຂອງພວກເຂົາ ແລະ ຊ່ວຍພວກເຂົາແກ້ໄຂຄວາມຫຍຸ້ງຍາກຂອງພວກເຂົາໃນທາງເຂົ້າແຫ່ງຄວາມເຊື່ອໃນພຣະເຈົ້າ.

9. ຮຽນຮູ້ຈັກເຊື່ອຟັງຄົນອື່ນ, ຢ່າຄວບຄຸມ ຫຼື ບັງຄັບຜູ້ຄົນ; ປ່ອຍໃຫ້ຄົນອື່ນໄດ້ຮັບຜົນປະໂຫຍດບາງຢ່າງໃນທຸກໆເລື່ອງ.

10. ນະມັດສະການພຣະເຈົ້າໃນຫົວໃຈຂອງເຈົ້າຢູ່ເລື້ອຍໆ; ປ່ອຍໃຫ້ພຣະອົງປົກຄອງໃນທຸກສິ່ງ ແລະ ເຮັດໃຫ້ພຣະອົງພໍໃຈໃນທຸກຢ່າງ.

ສິບຫຼັກການຂ້າງເທິງສຳລັບຊີວິດ ແລະ ສິບວິທີທີ່ສອດຄ່ອງກັບຄວາມເໝາະສົມຂອງໄພ່ພົນຄືທຸກສິ່ງທີ່ຜູ້ຄົນສາມາດເຮັດໄດ້. ພວກເຂົາສາມາດນໍ້າເຂົ້າສູ່ການປະຕິບັດຕາບໃດທີ່ພວກເຂົາເຂົ້າໃຈສິ່ງເຫຼົ່ານັ້ນ ແລະ ການລະເມີດເປັນບາງຄັ້ງບາງຄາວກໍບໍ່ຍາກທີ່ຈະແກ້ໄຂໄດ້. ແນ່ນອນ, ບຸກຄົນໃດໜຶ່ງທີ່ມີຄວາມເປັນມະນຸດທີ່ຕໍ່າຫຼາຍແມ່ນຖືກລະເວັ້ນ.

ການສົນທະນາຈາກເບື້ອງເທິງ

ຄວາມເປັນມະນຸດທີ່ເໝາະສົມເຖິງການມີຄວາມສຳນຶກ, ເຫດຜົນ, ລັກສະນະ ແລະ ສັກສີ. ຄວາມສຳນຶກ ແລະ ເຫດຜົນພ້ອມທັງການສະແດງເຖິງຄວາມອົດກັ້ນ, ການມີຄວາມອົດທົນຕໍ່ຄົນອື່ນ, ການຊື່ສັດ, ການມີສະຕິປັນຍາໃນປະຕິກິລິຍາຂອງເຈົ້າ ແລະ ການມີຄວາມຮັກທີ່ແທ້ຈິງສຳລັບອ້າຍເອື້ອຍນ້ອງ, ສິ່ງເຫຼົ່ານີ້ແມ່ນຫ້າຄຸນລັກສະນະທີ່ຄວນມີຢູ່ພາຍໃນຄວາມເປັນມະນຸດທີ່ເໝາະສົມ.

ຄຸນລັກສະນະທຳອິດກໍຄືການມີຫົວໃຈທີ່ອົດກັ້ນ. ບໍ່ວ່າພວກເຮົາຈະເຫັນຂໍ້ບົກຜ່ອງໃດກໍຕາມໃນອ້າຍເອື້ອຍນ້ອງຂອງພວກເຮົາ, ພວກເຮົາກໍຄວນປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ, ສະແດງຄວາມອົດທົນ ແລະ ຄວາມເຂົ້າໃຈ. ພວກເຮົາບໍ່ຄວນຕັດພວກເຂົາອອກໄປ ຫຼື ໂຈມຕີພວກເຂົາຢ່າງແຮງ. ເມື່ອພວກເຮົາເຫັນຂໍ້ບົກຜ່ອງ ຫຼື ຄວາມເສື່ອມຊາມທີ່ຖືກເປີດເຜີຍໃນຄົນອື່ນ, ພວກເຮົາຄວນຈື່ໄວ້ວ່າ ນີ້ແມ່ນຊ່ວງເວລາຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ສະນັ້ນ ມັນຈຶ່ງປົກກະຕິທີ່ຄົນຖືກເລືອກຂອງພຣະເຈົ້າຈະເປີດເຜີຍຄວາມເສື່ອມຊາມ ແລະ ພວກເຮົາກໍຄວນເຂົ້າໃຈ. ນອກຈາກນັ້ນ, ພວກເຮົາຈຳເປັນຕ້ອງຫຼຽວເບິ່ງຄວາມເສື່ອມຊາມຂອງພວກເຮົາເອງ; ພວກເຮົາບໍ່ຈຳເປັນຕ້ອງເປີດເຜີຍຄວາມເສື່ອມຊາມໜ້ອຍກວ່າຄົນອື່ນ. ພວກເຮົາຄວນປະຕິບັດຕໍ່ການທີ່ຄົນອື່ນເປີດເຜີຍຄວາມເສື່ອມຊາມໃນລັກສະນະດຽວກັບທີ່ພວກເຮົາປະຕິບັດຕໍ່ການເປີດເຜີຍຂອງພວກເຮົາເອງ. ນີ້ແມ່ນວິທີທີ່ພວກເຮົາສາມາດມີຄວາມອົດທົນຕໍ່ຄົນອື່ນ. ຖ້າເຈົ້າບໍ່ສາມາດອົດທົນກັບຄົນອື່ນ, ນັ້ນກໍໝາຍຄວາມວ່າ ເຈົ້າມີບັນຫາກັບເຫດຜົນຂອງເຈົ້າ; ມັນຍັງສະແດງໃຫ້ເຫັນວ່າເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ. ການບໍ່ຮູ້ຈັກພາລະກິດຂອງພຣະເຈົ້າໝາຍຄວາມວ່າແນວໃດ? ຖ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຍັງບໍ່ທັນໄດ້ມາເຖິງຈຸດສິ້ນສຸດ ແລະ ມະນຸດຍັງກຳລັງດຳລົງຊີວິດຢູ່ພາຍໃນຊ່ວງເວລາຂອງພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ພວກເຮົາກໍບໍ່ໄດ້ຖືກເຮັດໃຫ້ສົມບູນ. ສະນັ້ນ, ທຸກຄົນຈະເປັນຕ້ອງເປີດເຜີຍຄວາມເສື່ອມຊາມ. ບັດນີ້ ທຸກຄົນກຳລັງສະແຫວງຫາຄວາມຈິງຢ່າງຖືກຕ້ອງ, ເຂົ້າໃຈຄວາມເສື່ອມຊາມຂອງພວກເຂົາເອງ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ. ທຸກຄົນຢູ່ໃນຊ່ວງເວລາແຫ່ງການເຂົ້າສູ່ຄວາມຈິງ ແລະ ຍັງບໍ່ທັນໄດ້ຮັບເອົາຄວາມຈິງຢ່າງສົມບູນເທື່ອ. ມີພຽງແຕ່ເມື່ອຜູ້ຄົນໄດ້ຮັບເອົາຄວາມຈິງ, ຊີວິດ–ອຸປະນິໄສຂອງພວກເຂົາຈຶ່ງຈະເລີ່ມປ່ຽນແປງ. ເມື່ອຜູ້ຄົນເຂົ້າໃຈຂໍ້ນີ້ ພວກເຂົາກໍຈະມີເຫດຜົນຂອງຄົນທີ່ເໝາະສົມ ແລະ ພວກເຂົາກໍຍັງຈະປະຕິບັດຕໍ່ຄົນອື່ນຢ່າງມີເຫດຜົນ. ຖ້າຜູ້ຄົນຂາດເຫດຜົນ, ພວກເຂົາກໍຈະບໍ່ປະຕິບັດຕໍ່ຄົນອື່ນຢ່າງມີເຫດຜົນ.

ຄຸນລັກສະນະທີສອງຄືການປະຕິບັດຄວາມອົດທົນຕໍ່ຄົນອື່ນ. ການອົດກັ້ນແຕ່ຢ່າງດຽວແມ່ນບໍ່ພຽງພໍ; ເຈົ້າຍັງຕ້ອງອົດທົນ. ບາງຄັ້ງ ເຈົ້າສາມາດອົດກັ້ນ ແລະ ເຂົ້າໃຈ, ແຕ່ອ້າຍເອື້ອຍນ້ອງບາງຄົນຈະເຮັດບາງສິ່ງທີ່ທຳຮ້າຍ ຫຼື ລ່ວງເກີນເຈົ້າຢ່າງຫຼີກຫຼ່ຽງບໍ່ໄດ້. ພາຍໃຕ້ສະຖານະການເຫຼົ່ານີ້, ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນມັກຈະຮຸນແຮງຂຶ້ນ, ຍ້ອນພວກເຂົາທຸກຄົນມັກຕໍ່ສູ້ ແລະ ປ້ອງກັນສັກສີຂອງພວກເຮົາເອງ ແລະ ພວກເຮົາທຸກຄົນເຫັນແກ່ຕົວ ແລະ ທະນົງຕົວ. ສະນັ້ນ ຖ້າມີຄົນໃດໜຶ່ງເວົ້າບາງສິ່ງທີ່ທຳຮ້າຍເຈົ້າ ຫຼື ເຮັດບາງສິ່ງທີ່ເຈົ້າຮູ້ສຶກວ່າເປັນຕາລັງກຽດ, ເຈົ້າກໍຄວນອົດທົນ. ຄວາມອົດທົນກໍຕ້ອງຢູ່ໃນຂອບເຂດຂອງເຫດຜົນອີກດ້ວຍ. ຜູ້ຄົນຈະພັດທະນາຄວາມອົດທົນຖ້າພວກເຂົາມີເຫດຜົນເທົ່ານັ້ນ. ແຕ່ພວກເຮົາຈະສາມາດອົດທົນໄດ້ແນວໃດ? ຖ້າເຈົ້າຕ້ອງການມີຄວາມອົດທົນຕໍ່ຄົນອື່ນ, ເຈົ້າຈຳເປັນຕ້ອງບັນລຸຄວາມເຂົ້າໃຈກ່ຽວກັບພວກເຂົາກ່ອນ, ໝາຍຄວາມວ່າ ບໍ່ວ່າຜູ້ໃດຈະເວົ້າບາງສິ່ງທີ່ທຳຮ້າຍເຈົ້າ, ເຈົ້າກໍຄວນເຂົ້າໃຈສິ່ງນີ້ກ່ອນ: “ຄຳເວົ້າຂອງເຂົາໄດ້ທຳຮ້າຍຂ້ານ້ອຍ. ສິ່ງທີ່ເຂົາເວົ້າເບິ່ງຄືກຳລັງເປີດໂປງຂໍ້ບົກຜ່ອງຂອງຂ້ານ້ອຍ ແລະ ປະກົດວ່າກຳລັງເລັງໃສ່ຂ້ານ້ອຍ. ຖ້າຄຳເວົ້າຂອງເຂົາກຳລັງເລັງໃສ່ຂ້ານ້ອຍ, ເຂົາໝາຍແນວໃດກັບຄຳເວົ້າເຫຼົ່ານັ້ນ? ເຂົາກຳລັງພະຍາຍາມທຳຮ້າຍຂ້ານ້ອຍບໍ? ເຂົາເບິ່ງວ່າຂ້ານ້ອຍເປັນສັດຕູຂອງເຂົາບໍ? ເຂົາກຽດຊັງຂ້ານ້ອຍບໍ? ເຂົາກຳລັງຕ້ອງການແກ້ແຄ້ນຂ້ານ້ອຍບໍ? ຂ້ານ້ອຍບໍ່ໄດ້ລ່ວງເກີນເຂົາ, ສະນັ້ນ ຄຳຕອບຕໍ່ຄຳຖາມເຫຼົ່ານີ້ບໍ່ສາມາດຕອບໄດ້ວ່າ ແມ່ນແລ້ວ”. ເມື່ອເປັນເຊັ່ນນັ້ນ, ບໍ່ວ່າອ້າຍເອື້ອຍນ້ອງເຫຼົ່ານີ້ຈະເວົ້າຫຍັງກໍຕາມ, ພວກເຂົາບໍ່ມີເຈດຕະນາທີ່ຈະທຳຮ້າຍເຈົ້າ ແລະ ປະຕິບັດຕໍ່ເຈົ້າຄືກັບສັດຕູຂອງພວກເຂົາ. ນັ້ນແມ່ນສິ່ງທີ່ແນ່ນອນ. ເມື່ອພວກເຂົາເວົ້າຖ້ອຍຄຳເຫຼົ່ານີ້ ພວກເຂົາພຽງແຕ່ສຳແດງເຖິງສິ່ງທີ່ບຸກຄົນທີ່ເໝາະສົມຄິດ, ພວກເຂົາກຳລັງສົນທະນາເຖິງຄວາມຈິງ, ສົນທະນາກ່ຽວກັບຄວາມຮູ້, ເປີດໂປງຄວາມເສື່ອມຊາມຂອງຜູ້ຄົນ ຫຼື ຮັບຮູ້ສະພາວະທີ່ເສື່ອມຊາມຂອງພວກເຂົາເອງ; ພວກເຂົາບໍ່ໄດ້ມີເຈດຕະນາເຈາະຈົງໃສ່ຜູ້ໃດຜູ້ໜຶ່ງໂດຍສະເພາະຢ່າງແນ່ນອນ. ກ່ອນອື່ນ ເຈົ້າມີຄວາມເຂົ້າໃຈ, ແລ້ວຄວາມໃຈຮ້າຍຂອງເຈົ້າກໍສາມາດຫາຍໄປ ແລະ ຫຼັງຈາກນັ້ນ ເຈົ້າກໍສາມາດບັນລຸຄວາມອົດທົນໄດ້. ບາງຄົນຈະຖາມວ່າ: “ຖ້າຜູ້ໃດຜູ້ໜຶ່ງໂຈມຕີຂ້ານ້ອຍຢ່າງມີສະຕິ ແລະ ເຈາະຈົງໃສ່ຂ້ານ້ອຍ ແລະ ຕັ້ງໃຈເວົ້າສິ່ງເຫຼົ່ານີ້ເພື່ອບັນລຸເປົ້າໝາຍບາງຢ່າງ, ແລ້ວຂ້ານ້ອຍຈະອົດທົນໄດ້ແນວໃດ?” ນີ້ຄືວິທີທີ່ເຈົ້າຄວນອົດທົນ: “ເຖິງແມ່ນຈະມີຜູ້ໃດຜູ້ໜຶ່ງຕັ້ງໃຈໂຈມຕີຂ້ານ້ອຍ, ຂ້ານ້ອຍກໍຄວນອົດທົນເຊັ່ນກັນ. ນີ້ກໍຍ້ອນພວກເຂົາເປັນອ້າຍເອື້ອຍນ້ອງຂອງຂ້ານ້ອຍ ແລະ ບໍ່ແມ່ນສັດຕູຂອງຂ້ານ້ອຍ ແລະ ບໍ່ແມ່ນຜີຮ້າຍ ຫຼື ຊາຕານຢ່າງແນ່ນອນ. ມັນຫຼີກຫຼ່ຽງບໍ່ໄດ້ ອ້າຍເອື້ອຍນ້ອງຕ້ອງເປີດເຜີຍຄວາມເສື່ອມຊາມບາງຢ່າງ ແລະ ມີເຈດຕະນາບາງຢ່າງໃນຫົວໃຈຂອງພວກເຂົາຢູ່ແລ້ວ. ນີ້ເປັນເລື່ອງປົກກະຕິ. ຂ້ານ້ອຍຄວນເຂົ້າໃຈ, ເຫັນອົກເຫັນໃຈ ແລະ ອົດທົນ”. ເຈົ້າຄວນຄິດໃນລັກສະນະນີ້, ແລ້ວໃຫ້ອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ: “ພຣະເຈົ້າເອີຍ, ມີຄົນບາງຄົນຫາກໍ່ທຳຮ້າຍສັກສີຂອງຂ້ານ້ອຍ. ຂ້ານ້ອຍບໍ່ຍອມຮັບການເສຍໜ້າ; ຂ້ານ້ອຍຕ້ອງການປ່ອຍອາລົມຂອງຂ້ານ້ອຍ ແລະ ໂຈມຕີພວກເຂົາຢູ່ສະເໝີ. ນີ້ຄືການເປີດເຜີຍຄວາມເສື່ອມຊາມຢ່າງແທ້ຈິງ. ຂ້ານ້ອຍມັກຄິດວ່າຂ້ານ້ອຍມີຄວາມຮັກສຳລັບຄົນອື່ນ, ແຕ່ບັດນີ້ ຄຳເວົ້າຂອງຄົນບາງຄົນໄດ້ແທງຂ້ານ້ອຍທີ່ຫົວໃຈ ຈົນຂ້ານ້ອຍບໍ່ສາມາດຮັບເອົາມັນໄດ້. ຂ້ານ້ອຍຕ້ອງການໂຈມຕີຄືນ. ຂ້ານ້ອຍຕ້ອງການແກ້ແຄ້ນ. ຄວາມຮັກຂອງຂ້ານ້ອຍຢູ່ໃສ? ສິ່ງທັງໝົດນີ້ລ້ວນແລ້ວແຕ່ບໍ່ເປັນຄວາມກຽດຊັງບໍ? ຂ້ານ້ອຍຍັງມີຄວາມກຽດຊັງໃນຫົວໃຈຂອງຂ້ານ້ອຍ! ພຣະເຈົ້າເອີຍ, ວິທີທີ່ພຣະອົງສະແດງຄວາມເມດຕາຕໍ່ພວກຂ້ານ້ອຍ ແລະ ໃຫ້ອະໄພພວກຂ້ານ້ອຍສຳລັບການກະທໍາຜິດຂອງພວກຂ້ານ້ອຍແມ່ນວິທີທີ່ພວກຂ້ານ້ອຍຄວນມີຄວາມເມດຕາສຳລັບຄົນອື່ນ. ພວກຂ້ານ້ອຍບໍ່ຄວນມີຄວາມຄຸນເຄື່ອງຕໍ່ຄົນອື່ນ. ພຣະເຈົ້າເອີຍ, ກະລຸນາປົກປ້ອງຂ້ານ້ອຍ, ຢ່າປ່ອຍໃຫ້ທຳມະຊາດຂອງຂ້ານ້ອຍລຸກໄໝ້ຂຶ້ນ. ຂ້ານ້ອຍປາຖະໜາທີ່ຈະເຊື່ອຟັງພຣະອົງ ແລະ ດຳລົງຊີວິດພາຍໃນຄວາມຮັກຂອງພຣະອົງ. ທຸກສິ່ງທີ່ພວກຂ້ານ້ອຍເຮັດ, ພວກຂ້ານ້ອຍເຮັດໂດຍບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະຄຣິດ ແລະ ພຣະເຈົ້າຫຼາຍເກີນໄປ, ແຕ່ພຣະຄຣິດກໍຍັງອົດທົນກັບພວກຂ້ານ້ອຍ. ພຣະເຈົ້າກຳລັງປະຕິບັດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງພ້ອມກັບຄວາມອົດທົນ ແລະ ຄວາມຮັກຢ່າງໃຫຍ່ຫຼວງ. ພຣະຄຣິດຕ້ອງອົດທົນກັບຄວາມເຈັດປວດ, ຄວາມອັບອາຍ ແລະ ການໃສ່ຮ້າຍປ້າຍສີຫຼາຍສໍ່າໃດ? ຖ້າພຣະຄຣິດສາມາດອົດທົນໄດ້, ແລ້ວຄວາມອົດທົນເລັກນ້ອຍທີ່ພວກຂ້ານ້ອຍຈຳເປັນຕ້ອງມີແມ່ນບໍ່ມີຫຍັງເລີຍ! ແລ້ວຄວາມອົດທົນຂອງພວກຂ້ານ້ອຍກໍຂາດເຂີນຫູາຍ ເມື່ອປຽບທຽບກັບຄວາມອົດທົນຂອງພຣະຄຣິດ...” ຫຼັງຈາກທີ່ເຈົ້າໄດ້ອະທິຖານໃນລັກສະນະນີ້ ເຈົ້າຈະຮູ້ສຶກວ່າເຈົ້າເສື່ອມຊາມເກີນໄປ, ບໍ່ສຳຄັນເກີນໄປ, ຂາດວຸດທິພາວະເກີນໄປ ແລະ ນີ້ກໍຈະເປັນຊ່ວງເວລາທີ່ຄວາມໂກດຮ້າຍຂອງເຈົ້າຖືກລະງັບ. ນີ້ແມ່ນວິທີທີ່ເຈົ້າສາມາດບັນລຸຄວາມອົດທົນໄດ້.

ຄຸນລັກສະນະທີ່ສາມແມ່ນການປະຕິບັດຕໍ່ຄົນອື່ນດ້ວຍຄວາມຊື່ສັດ. ການຊື່ສັດຕໍ່ຄົນອື່ນໝາຍຄວາມວ່າ ບໍ່ວ່າພວກເຮົາເຮັດຫຍັງກໍຕາມ, ບໍ່ວ່າມັນຈະເປັນການຊ່ວຍເຫຼືອຄົນອື່ນ ຫຼື ຄອຍຮັບໃຊ້ອ້າຍເອື້ອຍນ້ອງຂອງພວກເຮົາ ຫຼື ການສົນທະນາກ່ຽວກັບຄວາມຈິງ, ພວກເຮົາກໍຕ້ອງເວົ້າອອກຈາກຫົວໃຈ. ນອກຈາກນັ້ນ, ຖ້າເຈົ້າບໍ່ເຄີຍເຮັດສິ່ງນັ້ນ ກໍຢ່າເທດສະໜາກ່ຽວກັບມັນ. ເມື່ອໃດກໍຕາມທີ່ອ້າຍເອື້ອຍນ້ອງຕ້ອງການຄວາມຊ່ວຍເຫຼືອຂອງພວກເຮົາ, ພວກເຮົາກໍຄວນຊ່ວຍເຫຼືອພວກເຂົາ. ບໍ່ວ່າພວກເຮົາຕ້ອງປະຕິບັດໜ້າທີ່ຫຍັງກໍຕາມ, ພວກເຮົາກໍຄວນປະຕິບັດ. ໃຫ້ເຮັດແທ້, ຢ່າເຮັດແບບຈອມປອມ ຫຼື ທຳທ່າເຮັດ... ແນ່ນອນ, ການເປັນບຸກຄົນທີ່ຊື່ສັດຈຳເປັນຕ້ອງມີສະຕິປັນຍາເລັກນ້ອຍເມື່ອຈັດການກັບບຸກຄົນໃດໜຶ່ງ. ຖ້າເຈົ້າເຫັນວ່າ ບຸກຄົນນີ້ເພິ່ງພາບໍ່ໄດ້ ຍ້ອນຄວາມເສື່ອມຊາມຂອງພວກເຂົາຮ້າຍແຮງເກີນໄປ, ຖ້າເຈົ້າບໍ່ສາມາດເບິ່ງເຫັນພວກເຂົາ ແລະ ບໍ່ຮູ້ຈັກວ່າພວກເຂົາຈະເຮັດຫຍັງ, ແລ້ວເຈົ້າກໍຕ້ອງນໍາໃຊ້ສະຕິປັນຍາ ແລະ ລະເວັ້ນຈາກການບອກທຸກສິ່ງແກ່ພວກເຂົາ. ການເປັນບຸກຄົນທີ່ຊື່ສັດຈຳເປັນຕ້ອງມີຫຼັກການ. ຢ່າເວົ້າກ່ຽວກັບສິ່ງຕ່າງໆທີ່ເຈົ້າບໍ່ຄວນເວົ້າເຖິງແບບລັບຫູລັບຕາ. ຍິ່ງໄປກວ່ານັ້ນ, ການເປັນຄົນທີ່ຊື່ສັດຈຳເປັນຕ້ອງມີການເວົ້າດ້ວຍເຫດຜົນ ແລະ ຄວາມເໝາະສົມ. ບາງຄົນຢືນຢັນທີ່ຈະປະຕິບັດຄວາມຊື່ສັດ ແລະ ເປີດຫົວໃຈຂອງພວກເຂົາໃຫ້ແກ່ຜູ້ໃດຜູ້ໜຶ່ງ ບໍ່ວ່າພວກເຂົາອາດຈະຫຍຸ້ງຫຼາຍສໍ່າໃດກໍຕາມ. ນັ້ນແມ່ນການປະຕິບັດຂອງບຸກຄົນທີ່ຊື່ສັດແນວໃດ? ມັນບໍ່ແມ່ນສິ່ງທີ່ໂງ່ຈ້າບໍ? ການເປັນບຸກຄົນຊື່ສັດບໍ່ແມ່ນການເປັນຄົນໂງ່. ມັນແມ່ນກ່ຽວກັບຄວາມສະຫຼາດ, ລຽບໆ ແລະ ເປີດເຜີຍ ແລະ ບໍ່ຫຼອກລວງ. ເຈົ້າຕ້ອງເປັນຄົນເໝາະສົມ ແລະ ສະຫຼາດ. ຄວາມຊື່ສັດແມ່ນຖືກສ້າງຂຶ້ນບົນພື້ນຖານຂອງຄວາມຮູ້ສຶກ. ນີ້ແມ່ນຄວາມໝາຍຂອງການຊື່ສັດເມື່ອເວລາຈັດການກັບຜູ້ຄົນ ແລະ ການເປັນບຸກຄົນທີ່ຊື່ສັດ. ແນ່ນອນ ສິ່ງທີ່ສຳຄັນທີ່ສຸດກ່ຽວກັບການເປັນຄົນທີ່ຊື່ສັດແມ່ນການຊື່ສັດຕໍ່ພຣະເຈົ້າ. ມັນຈະບໍ່ແມ່ນບັນຫາໃຫຍ່ບໍ ຖ້າເຈົ້າເປັນບຸກຄົນທີ່ຊື່ສັດເມື່ອຢູ່ຕໍ່ໜ້າຄົນອື່ນເທົ່ານັ້ນ, ແຕ່ເຈົ້າບໍ່ໄດ້ຊື່ສັດເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ຫຼອກລວງພຣະອົງ? ຖ້າເຈົ້າສະແຫວງຫາເພື່ອເປັນຄົນຊື່ສັດຢູ່ຕໍ່ໜ້າພຣະເຈົ້າ, ແລ້ວເຈົ້າກໍຈະກາຍເປັນຄົນຊື່ສັດຕໍ່ໜ້າຄົນອື່ນໂດຍທຳມະຊາດ. ຖ້າເຈົ້າບໍ່ສາມາດສື່ຊັດຕໍ່ໜ້າພຣະເຈົ້າໄດ້, ແລ້ວເຈົ້າກໍບໍ່ສາມາດສື່ຊັດຕໍ່ໜ້າຄົນອື່ນໄດ້. ບໍ່ວ່າເຈົ້າກຳລັງເຂົ້າສູ່ຄວາມຈິງລັກສະນະໃດ ຫຼື ເຂົ້າສູ່ສິ່ງທີ່ດີແບບໃດກໍຕາມ, ເຈົ້າຕ້ອງເຮັດສິ່ງນັ້ນຕໍ່ໜ້າພຣະເຈົ້າກ່ອນ. ຫຼັງຈາກທີ່ເຈົ້າໄດ້ບັນລຸຜົນຕໍ່ໜ້າພຣະເຈົ້າແລ້ວ, ເຈົ້າຈຶ່ງຈະສາມາດດຳລົງຊີວິດແບບນັ້ນຕໍ່ໜ້າຄົນອື່ນຢ່າງເປັນທຳມະຊາດ. ຢ່າບັງຄັບຕົນເອງໃຫ້ເຮັດນີ້ ຫຼື ເຮັດນັ້ນຕໍ່ໜ້າຄົນອື່ນ, ແຕ່ຫຼັງຈາກນັ້ນກໍເຮັດໃນສິ່ງທີ່ເຈົ້າຕ້ອງການຕໍ່ໜ້າພຣະເຈົ້າຢ່າງອໍາເພີໃຈ. ເຮັດແບບນັ້ນແມ່ນບໍ່ໄດ້. ສິ່ງສຳຄັນທີ່ສຸດກໍຄືການເຮັດສິ່ງນັ້ນຕໍ່ໜ້າພຣະເຈົ້າ ເພາະວ່າຜຣະອົງຄືຜູ້ທົດສອບມະນຸດຊາດ ແລະ ຄົ້ນຫາຫົວໃຈຂອງພວກເຂົາ. ຖ້າເຈົ້າສາມາດຜ່ານການທົດສອບນີ້ຕໍ່ໜ້າພຣະເຈົ້າ, ເຈົ້າກໍມີຄວາມເປັນຈິງຢ່າງແທ້ຈິງ. ຖ້າເຈົ້າບໍ່ສາມາດຜ່ານການທົດສອບນີ້ຕໍ່ໜ້າພຣະເຈົ້າ, ເຈົ້າກໍບໍ່ມີຄວາມເປັນຈິງ, ນີ້ແມ່ນຫຼັກການຂອງການປະຕິບັດຄວາມຈິງ.

ຄຸນລັກສະນະທີສີ່ຄື ການມີສະຕິປັນຍາໃນປະຕິກິລິຍາຂອງເຈົ້າ. ບາງຄົນເວົ້າວ່າ: “ການເຂົ້າກັນໄດ້ດີກັບອ້າຍເອື້ອຍນ້ອງຈຳເປັນຕ້ອງມີສະຕິປັນຍາບໍ?” ແມ່ນແລ້ວ, ມັນຈຳເປັນຕ້ອງມີ, ຍ້ອນການນໍາໃຊ້ສະຕິປັນຍາຍິ່ງເປັນປະໂຫຍດຫຼາຍຂຶ້ນສຳລັບອ້າຍເອື້ອຍນ້ອງຂອງເຈົ້າ. ບາງຄົນຈະຖາມວ່າ: “ການນໍາໃຊ້ສະຕິປັນຍາກັບອ້າຍເອື້ອຍນ້ອງບໍ່ແມ່ນສິ່ງທີ່ມີເລ່ຫຼ່ຽມບໍ?” ສະຕິປັນຍາບໍ່ແມ່ນເລ່ຫຼ່ຽມ. ກົງກັນຂ້າມ, ມັນເປັນສິ່ງທີ່ຢູ່ກົງກັນຂ້າມກັບເລ່ຫຼ່ຽມຄົນລະຂົ້ວ. ການນໍາໃຊ້ສະຕິປັນຍາໝາຍເຖິງການໃສ່ໃຈກັບວິທີທີ່ເຈົ້າເວົ້າກັບອ້າຍເອື້ອຍນ້ອງ ເມື່ອເວລາວຸດທິພາວະຂອງພວກເຂົາຕໍ່າ, ນັ້ນກໍຄື ໃນກໍລະນີທີ່ພວກເຂົາບໍ່ສາມາດຍອມຮັບໃນສິ່ງທີ່ເຈົ້າເວົ້າໄດ້. ອີກຢ່າງ, ສຳລັບຄົນທີ່ມີວຸດທິພາວະຕໍ່າ, ໂດຍສະເພາະຄົນທີ່ບໍ່ສະແຫວງຫາຄວາມຈິງ, ຄົນທີ່ມີອຸປະນິໄສເສື່ອມຊາມ, ຖ້າເຈົ້າງ່າຍເກີນໄປ ແລະ ເປີດເຜີຍ ແລະ ບອກພວກເຂົາທຸກສິ່ງ, ມັນອາດງ່າຍທີ່ພວກເຂົາຈະສ້າງຄວາມເສຍຫາຍໃຫ້ກັບເຈົ້າ ຫຼື ເອົາປຽບເຈົ້າ. ມັນບໍ່ດີເລີຍ. ສະນັ້ນ ໃນຂະນະທີ່ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ເຈົ້າກໍຕ້ອງລະມັດລະວັງໃນບາງຢ່າງຫຼາຍຂຶ້ນ ຫຼື ໜ້ອຍລົງ ແລະ ມີເຕັກນິກໃນການເວົ້າ. ເຖິງຢ່າງໃດກໍຕາມ, ການລະມັດລະວັງກັບຜູ້ຄົນບໍ່ໄດ້ໝາຍຄວາມວ່າບໍ່ຊ່ວຍເຫຼືອພວກເຂົາ ຫຼື ບໍ່ມີຄວາມຮັກສຳລັບພວກເຂົາ, ມັນພຽງແຕ່ໝາຍເຖິງການບໍ່ບອກພວກເຂົາບາງເລື່ອງທີ່ສຳຄັນກ່ຽວກັບຄົວເຮືອນຂອງພຣະເຈົ້າໂດຍທັນທີ ແລະ ສື່ສານຄວາມຈິງໃຫ້ກັບພວກເຂົາແບບງ່າຍໆ. ຖ້າພວກເຂົາຕ້ອງການຄວາມຊ່ວຍເຫຼືອຝ່າຍວິນຍານໃນຊີວິດ, ຖ້າພວກເຂົາຮຽກຮ້ອງການຫຼໍ່ລ້ຽງແຫ່ງຄວາມຈິງ, ພວກເຮົາກໍຕ້ອງເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ພວກເຂົາພໍໃຈໃນເລື່ອງນີ້. ແຕ່ຖ້າພວກເຂົາຊັກຖາມເລື່ອງນີ້ ແລະ ເລື່ອງນັ້ນກ່ຽວກັບຄົວເຮືອນຂອງພຣະເຈົ້າ ຫຼື ເລື່ອງນີ້ ແລະ ເລື່ອງນັ້ນກ່ຽວກັບຜູ້ນໍາ ແລະ ຜູ້ເຮັດພາລະກິດ, ກໍບໍ່ຈຳເປັນຕ້ອງບອກພວກເຂົາ. ຖ້າເຈົ້າບອກພວກເຂົາ, ພວກເຂົາກໍອາດຈະປ່ອຍຂໍ້ມູນນີ້ ແລະ ສິ່ງນີ້ຈະສົ່ງຜົນກະທົບຕໍ່ພາລະກິດໃນຄົວເຮືອນຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຖ້າມັນແມ່ນສິ່ງທີ່ພວກເຂົາບໍ່ຄວນຮູ້ ຫຼື ບາງສິ່ງທີ່ພວກເຂົາບໍ່ຈຳເປັນຕ້ອງຮູ້, ແລ້ວຢ່າໃຫ້ພວກເຂົາຮູ້ກ່ຽວກັບສິ່ງນີ້. ຖ້າມັນແມ່ນສິ່ງທີ່ພວກເຂົາຄວນຮູ້, ແລ້ວໃຫ້ເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອແຈ້ງໃຫ້ພວກເຂົາຮູ້ຢ່າງຈະແຈ້ງ ແລະ ໂດຍບໍ່ມີການສະຫງວນ. ແລ້ວແມ່ນຫຍັງຄືສິ່ງທີ່ພວກເຂົາຄວນຮູ້? ການສະແຫວງຫາຄວາມຈິງແມ່ນສິ່ງທີ່ຜູ້ຄົນຄວນຮູ້: ພວກເຂົາຄວນປະກອບມີຄວາມຈິງແບບໃດ, ພວກເຂົາຄວນເຂົ້າໃຈຄວາມຈິງລັກສະນະໃດ, ພວກເຂົາຄວນປະຕິບັດໜ້າທີ່ໃດ, ພວກເຂົາເໝາະສົມແກ່ການປະຕິບັດໜ້າທີ່ໃດ, ພວກເຂົາຄວນປະຕິບັດໜ້າທີ່ເຫຼົ່ານີ້ແນວໃດ, ຄວນດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ເໝາະສົມແນວໃດ, ຄວນດຳລົງຊີວິດແຫ່ງຄຣິສຕະຈັກແນວໃດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແມ່ນສິ່ງທີ່ຜູ້ຄົນຄວນຮູ້. ໃນດ້ານກົງກັນຂ້າມ, ກົດລະບຽບ ແລະ ຫຼັກການໃນຄົວເຮືອນຂອງພຣະເຈົ້າ, ພາລະກິດແຫ່ງຄຣິສຕະຈັກ ແລະ ສະຖານະການຂອງອ້າຍເອື້ອຍນ້ອງຂອງເຈົ້າບໍ່ສາມາດຖືກເປີດເຜີຍແກ່ບຸກຄົນພາຍນອກ ຫຼື ຜູ້ບໍ່ເຊື່ອໃນຄອບຄົວຂອງເຈົ້າໄດ້. ນີ້ແມ່ນຫຼັກການທີ່ຕ້ອງປະຕິບັດ ໃນເວລາທີ່ພວກເຮົານໍາໃຊ້ສະຕິປັນຍາ. ຕົວຢ່າງ ເຊັ່ນ: ເຈົ້າບໍ່ຄວນເວົ້າເຖິງຊື່ຂອງຜູ້ນໍາຂອງເຈົ້າ ຫຼື ສະຖານທີ່ພວກເຂົາອາໄສຢູ່ຈັກເທື່ອ. ຖ້າເຈົ້າເວົ້າເຖິງສິ່ງເຫຼົ່ານີ້, ເຈົ້າບໍ່ຮູ້ວ່າຂໍ້ມູນນີ້ອາດໄປເຖິງຫູຂອງຜູ້ບໍ່ເຊື່ອ ແລະ ມັນສາມາດກາຍເປັນບັນຫາໃຫຍ່ໄດ້ ຖ້າສິ່ງນັ້ນຖືກສົ່ງໃຫ້ນັກສືບ ຫຼື ກຸ່ມສາຍລັບທີ່ຊົ່ວຮ້າຍ. ສິ່ງນີ້ຈຳເປັນຕ້ອງມີສະຕິປັນຍາ ແລະ ນີ້ກໍຄືເຫດຜົນທີ່ເປັນຫຍັງເຮົາຈຶ່ງເວົ້າວ່າ ການມີສະຕິປັນຍານັ້ນສຳຄັນ. ຍິ່ງໄປກວ່ານັ້ນ, ເມື່ອເຈົ້າລຽບງ່າຍ ແລະ ເປີດເຜີຍ, ມັນມີເລື່ອງສ່ວນຕົວບາງຢ່າງທີ່ເຈົ້າບໍ່ສາມາດບອກກັບທຸກຄົນໄດ້. ເຈົ້າຕ້ອງຕັດສິນວຸດທິພາວະຂອງອ້າຍເອື້ອຍນ້ອງຂອງເຈົ້າເພື່ອເບິ່ງວ່າ ຫຼັງຈາກທີ່ເຈົ້າບອກພວກເຂົາແລ້ວ ພວກເຂົາອາດຈະຂາດສິນທຳ ແລະ ເວົ້າຢອກກ່ຽວກັບສິ່ງທີ່ເຈົ້າເວົ້າ, ສ້າງບັນຫາໃຫ້ກັບເຈົ້າຫຼັງຈາກທີ່ຄຳເວົ້ານັ້ນຖືກເຜີຍແຜ່ໄປທົ່ວ ເຮັດໃຫ້ເກີດຄວາມເສຍຫາຍກັບຄວາມຊື່ສັດຂອງເຈົ້າ. ນີ້ຄືເຫດຜົນທີ່ວ່າເປັນຫຍັງການເຮັດຕົວລຽບງ່າຍ ແລະ ເປີດເຜີຍຈຶ່ງຈຳເປັນຕ້ອງມີສະຕິປັນຍາ.

ຄຸນລັກສະນະທີຫ້າຄືການມີຄວາມຮັກທີ່ແທ້ຈິງສຳລັບອ້າຍເອື້ອຍນ້ອງ ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ສິ່ງນີ້ກ່ຽວພັນເຖິງການເອົາໃຈໃສ່ເລັກນ້ອຍ, ການຊ່ວຍເຫຼືອຕົວຈິງ ແລະ ວິນຍານແຫ່ງການຮັບໃຊ້. ພວກເຮົາຄວນມີການສົນທະນາກັນຕື່ມກັບອ້າຍເອື້ອຍນ້ອງເຫຼົ່ານັ້ນທີ່ສະແຫວງຫາຄວາມຈິງ ແລະ ສະໜອງການບໍາລຸງລ້ຽງໃຫ້ກັບພວກເຂົາເພີ່ມເຕີມ. ມັນບໍ່ສຳຄັນວ່າພວກເຂົາເປັນຜູ້ເຊື່ອໃໝ່ ຫຼື ພວກເຂົາໄດ້ເຊື່ອເປັນເວລາຫຼາຍປີແລ້ວ. ມີຫຼັກການໂດຍສະເພາກ່ຽວກັບຊີວິດແຫ່ງຄຣິສຕະຈັກ: ໃຫ້ດູແລຄົນທີ່ສະແຫວງຫາຄວາມຈິງເປັນພິເສດ. ສົນທະນາກັບພວກເຂົາຫຼາຍຂຶ້ນ, ມອບການບໍາລຸງລ້າງໃຫ້ກັບພວກເຂົາຫຼາຍຂຶ້ນ ແລະ ຫົດນໍ້າພວກເຂົາຫຼາຍຂຶ້ນ ເພື່ອວ່າພວກເຂົາຈະຖືກຊ່ວຍດືງຂຶ້ນໄວເທົ່າທີ່ຈະໄວໄດ້, ເຮັດໃຫ້ພວກເຂົາເຕີບໃຫຍ່ໃນຊີວິດຂອງພວກເຂົາທັນທີທີ່ພວກເຂົາສາມາດເຮັດໄດ້. ສຳລັບຄົນທີ່ບໍ່ສະແຫວງຫາຄວາມຈິງ, ຖ້າມັນຊັດເຈນແລ້ວວ່າພວກເຂົາບໍ່ຮັກຄວາມຈິງຫຼັງຈາກຖືກຫົດນໍ້າໃນຊ່ວງເວລາໃດໜຶ່ງ, ແລ້ວກໍບໍ່ຈຳເປັນຕ້ອງໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເກີນໄປກັບພວກເຂົາ. ມັນບໍ່ຈຳເປັນ ຍ້ອນເຈົ້າໄດ້ເຮັດທຸກສິ່ງທີ່ມະນຸດສາມາດເຮັດໄດ້ແລ້ວ. ມັນພຽງພໍແລ້ວເມື່ອເຈົ້າໄດ້ປະຕິບັດຄວາມຮັບຜິດຊອບຂອງເຈົ້າ... ເຈົ້າຈຳເປັນຕ້ອງເບິ່ງວ່າ ເຈົ້າຄວນຕັ້ງໃຈໃສ່ປະຕິບັດພາລະກິດໃນຜູ້ໃດ. ພຣະເຈົ້າຈະເຮັດໃຫ້ຄົນທີ່ບໍ່ສະແຫວງຫາຄວາມຈິງສົມບູນບໍ? ຖ້າພຣະວິນຍານບໍລິສຸດຈະບໍ່ເຮັດໃຫ້ຜູ້ຄົນສົມບູນ, ແລ້ວເປັນຫຍັງຜູ້ຄົນຈຶ່ງຍັງດື້ດ້ານເຮັດໃນສິ່ງນັ້ນຢ່າງລັບຫູລັບຕາ? ເຈົ້າບໍ່ເຂົ້າໃຈໃນພາລະກິດຂອງພຣະວິນຍານບໍລິສຸດ ແຕ່ກໍໝັ້ນໃຈໃນຕົວເອງຢູ່ສະເໝີ, ນັ້ນບໍ່ແມ່ນຄວາມໂງ່ຈ້າ ແລະ ການບໍ່ມີຄວາມຮູ້ຂອງມະນຸດບໍ? ສະນັ້ນ ໃຫ້ສະໜອງການຊ່ວຍເຫຼືອສຳລັບອ້າຍເອື້ອຍນ້ອງທີ່ສະແຫວງຫາຄວາມຈິງຢ່າງແທ້ຈິງ, ຍ້ອນພວກເຂົາຄືເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະເຈົ້າ ແລະ ເປັນຄົນຖືກເລືອກທີ່ຖືກກຳນົດໄວ້ລ່ວງໜ້າຂອງພຣະອົງ. ຖ້າພວກເຮົາມັກສົນທະນາກ່ຽວກັບຄວາມຈິງກັບຄົນເຫຼົ່ານີ້ດ້ວຍຫົວໃຈໜຶ່ງດຽວ, ຄວາມຄິດ ແລະ ການສົ່ງເສີມກັນ ແລະ ໃຫ້ການບໍາລຸງລ້ຽງເຊິ່ງກັນແລະກັນ, ແລ້ວສຸດທ້າຍ ພວກເຮົາກໍຈະໄດ້ຮັບຄວາມລອດພົ້ນ. ເຈົ້າກຳລັງທໍລະຍົດຕໍ່ຄວາມປະສົງຂອງພຣະເຈົ້າ ຖ້າເຈົ້າບໍ່ເຂົ້າຮ່ວມກັບຄົນເຫຼົ່ານີ້... ຄົນທີ່ຢູ່ພາຍໃນຄຣິສຕະຈັກ ຜູ້ມີຄວາມເປັນມະນຸດທີ່ເໝາະສົມຄວນວາງຕົນເອງໃຫ້ຢູ່ທ່າມກາງຄົນທີ່ສະແຫວງຫາຄວາມຈິງ, ມີຄວາມສໍາພັນກັບພວກເຂົາຢ່າງສັນຕິ ແລະ ຜ່ານທາງການສະແຫວງຫາຄວາມຈິງແມ່ນໃຫ້ເສຍສະຫຼະຕົນເອງເພື່ອພຣະເຈົ້າດ້ວຍຫົວໃຈ ແລະ ຄວາມຄິດໜຶ່ງດຽວກັນເທື່ອລະໜ້ອຍ. ໃນລັກສະນະນີ້, ຄົນທີ່ສະແຫວງຫາຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຈົ້າກໍຍັງຈະຖືກຊ່ວຍໃຫ້ລອດພົ້ນ, ຍ້ອນພຣະວິນຍານບໍລິສຸດປະຕິບັດພາລະກິດທ່າມກາງຄົນທີ່ສະແຫວງຫາຄວາມຈິງ...

ການສົນທະນາທີ່ພວກເຮົາຫາກໍ່ກ່າວມານັ້ນ ແມ່ນຫ້າຄຸນລັກສະນະທີ່ຕ້ອງມີໃນຄວາມເປັນມະນຸດທີ່ເໝາະສົມ. ຖ້າເຈົ້າມີຫ້າຄຸນລັກສະນະເຫຼົ່ານີ້ທັງໝົດ, ເຈົ້າກໍຈະສາມາດມີຄວາມສໍາພັນຢ່າງສັນຕິກັບອ້າຍເອື້ອຍນ້ອງຂອງເຈົ້າ, ສາມາດຄົ້ນພົບຕໍາແໜ່ງຂອງເຈົ້າພາຍໃນຄຣິສຕະຈັກ ແລະ ປະຕິບັດໜ້າທີ່ຂອງເຈົ້າດ້ວຍສຸດຄວາມສາມາດຂອງເຈົ້າ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ກ່ອນນີ້: 3. ໃນຄວາມເຊື່ອໃນພຣະເຈົ້າ, ເຈົ້າຄວນສ້າງຄວາມສຳພັນປົກກະຕິກັບພຣະເຈົ້າ

ຕໍ່ໄປ: 5. ຄວາມເຊື່ອໃນພຣະເຈົ້າບໍ່ຄວນມີເພື່ອສະແຫວງຫາສັນຕິສຸກ ແລະ ພອນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້