3. ໃນຄວາມເຊື່ອໃນພຣະເຈົ້າ, ເຈົ້າຄວນສ້າງຄວາມສຳພັນປົກກະຕິກັບພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດຍອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການເຊື່ອຟັງການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ທັນທີທີ່ຄວາມປະສົງຂອງພຣະເຈົ້າໄດ້ຖືກເປີດເຜີຍໃຫ້ແກ່ເຈົ້າ, ໃຫ້ປະຕິບັດມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ທຸກສິ່ງໄດ້ຖືກສ້າງຂຶ້ນມາບົນພື້ນຖານແຫ່ງພຣະທຳຂອງພຣະເຈົ້າ. ໃຫ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ແລ້ວນໍາເງື່ອນໄຂຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ແກ້ໄຂມຸມມອງຂອງເຈົ້າ ແລະ ຫຼີກລ່ຽງສິ່ງໃດໜຶ່ງທີ່ຕໍ່ຕ້ານພຣະເຈົ້າ ຫຼື ລົບກວນຄຣິສຕະຈັກ. ຢ່າເຮັດໃນສິ່ງທີ່ບໍ່ເປັນປະໂຫຍດແກ່ຊີວິດຂອງອ້າຍເອື້ອຍນ້ອງຂອງເຈົ້າ, ຢ່າເວົ້າໃນສິ່ງທີ່ບໍ່ສ້າງປະໂຫຍດໃຫ້ຄົນອື່ນ ແລະ ຢ່າເຮັດໃນສິ່ງທີ່ໜ້າອັບອາຍ. ຈົ່ງມີຄວາມຍຸຕິທຳ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ ແລະ ຮັບປະກັນວ່າມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າຕ້ອງສາມາດເອົາຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າກ່ອນ, ໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ເຈົ້າຕ້ອງສາມາດປະພຶດຢ່າງຊອບທຳ. ຖ້າເຈົ້າສາມາດປະຕິບັດໃນລັກສະນະນີ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງກວດສອບເບິ່ງວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາດປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນມາດຕະຖານຕໍ່າສຸດ. ໃຫ້ເບິ່ງເຈດຕະນາຂອງເຈົ້າ ແລະ ຖ້າເຈົ້າຄົ້ນພົບວ່າເຈດຕະນາທີ່ຖືກຕ້ອງປາກົດຂຶ້ນ, ບໍ່ສາມາດຫັນຫຼັງໃສ່ພວກມັນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ; ສະນັ້ນ ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອປະໂຫຍດຂອງພຣະເຈົ້າ, ບໍ່ແມ່ນເພື່ອຕົວເຈົ້າເອງ. ໃນທຸກສິ່ງທີ່ເຈົ້າເຮັດ ແລະ ທຸກສິ່ງທີ່ເຈົ້າເວົ້າ, ສາມາດວາງຫົວໃຈໃຫ້ຖືກຕ້ອງ ແລະ ຊອບທຳໃນການກະທຳຂອງເຈົ້າ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປະສົງຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ສິ່ງເລັກໆນ້ອຍໆສາມາດເປີດເຜີຍເຈດຕະນາ ແລະ ວຸດທິພາວະຂອງຜູ້ຄົນ ແລະ ສະນັ້ນ ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ພວກເຂົາຕ້ອງແກ້ໄຂເຈດຕະນາຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກ່ອນ. ມີແຕ່ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ, ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້; ມີແຕ່ເມື່ອນັ້ນ, ການຈັດການ, ການລິຮານ, ການລົງວິໄນ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະບັນລຸຜົນທີ່ປາຖະໜາໄວ້ຂອງພວກມັນໃນຕົວເຈົ້າ. ນັ້ນໝາຍຄວາມວ່າ ຖ້າມະນຸດສາມາດຮັກສາພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໃນຄວາມຮູ້ສຶກດ້ານເນື້ອໜັງ), ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ຍອມຕໍ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າສາມາດເຮັດແບບນີ້ໄດ້, ແລ້ວເປົ້າໝາຍທີ່ເຈົ້າສະແຫວງຫາກໍຈະຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການເຮັດຄວາມສຳພັນກັບພຣະເຈົ້າຂອງຄົນໆໜຶ່ງກັບພຣະເຈົ້າແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງຝ່າຍຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມະນຸດບໍ່ສາມາດປ່ຽນແປງໄດ້, ບໍ່ວ່າເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ຖືກຮັບເອົາໂດຍພຣະອົງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ບໍ່ເຊື່ອຟັງ ແຕ່ວ່າຕາບໃດທີ່ມຸມມອງຂອງເຈົ້າ ແລະ ເຈດຕະນາຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຖືກຕ້ອງ ແລະ ເປັນປົກກະຕິ, ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າເຊື່ອໃນຜົນປະໂຫຍດຂອງໃຜ ແລະ ເປັນຫຍັງເຈົ້າຈຶ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ປະຕິບັດໂດຍປະຖິ້ມມຸມມອງຂອງເຈົ້າໄດ້ເປັນຢ່າງດີ, ແລ້ວເຈົ້າກໍ່ຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງແນ່ນອນ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງໃນຄວາມເຊື່ອຂອງເຈົ້າພຣະເຈົ້າຜິດປົກກະຕິ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະເປົ່າປະໂຫຍດ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ມີແຕ່ຫຼັງຈາກທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າຈຶ່ງຈະໄດ້ຮັບຄຳຍ້ອງຍໍຈາກພຣະອົງ ເມື່ອເຈົ້າປະຖິ້ມເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ຍອມ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆອີກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ວິທີທີ່ຜູ້ຄົນເຊື່ອພຣະເຈົ້າ, ຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຄືການສໍາຜັດພຣະວິນຍານຂອງພຣະເຈົ້າດ້ວຍໃຈ ແລະ ດ້ວຍວິທີດັ່ງກ່າວຈິ່ງຈະໄດ້ຮັບຄວາມເພິ່ງພໍໃຈຈາກພຣະອົງ ແລະ ດ້ວຍການສໍາຜັດພຣະທໍາຂອງພຣະເຈົ້າດ້ວຍໃຈ ພວກເຂົາຈຶ່ງຈະໄດ້ຮັບການດົນໃຈໂດຍພຣະວິນຍານຂອງພຣະເຈົ້າ. ຖ້າເຈົ້າປາຖະໜາທີ່ຈະໄດ້ຮັບຊີວິດທາງຈິດວິນຍານທີ່ປົກກະຕິ ແລະ ສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ກ່ອນອື່ນໝົດເຈົ້າຕ້ອງມອບໃຈໃຫ້ກັບພຣະອົງກ່ອນ. ມີພຽງແຕ່ຫຼັງຈາກທີ່ເຈົ້າໄດ້ສະຫງົບໃຈຂອງເຈົ້າຢູ່ຕໍ່ໜ້າພຣະອົງ ແລະ ຖອກເທຫົວໃຈທັງໝົດຂອງເຈົ້າໃຫ້ກັບພຣະອົງ ເຈົ້າຈຶ່ງ ສາມາດພັດທະນາຊີວິດທາງຈິດວິນຍານທີ່ປົກກະຕິໄດ້ຕາມລໍາດັບ. ຖ້າຄົນບໍ່ມອບຫົວໃຈໃຫ້ກັບພຣະເຈົ້າຜ່ານທາງຄວາມເຊື່ອ ຖ້າຫົວໃຈຂອງພວກເຂົາບໍ່ໄດ້ຢູ່ໃນພຣະອົງ ແລະ ພວກເຂົາບໍ່ຖືເອົາພາລະຂອງພຣະອົງມາເປັນພາລະຂອງຕົນເອງ ທຸກສິ່ງທີ່ພວກເຂົາກະທໍາກໍເປັນການຫຼອກລວງພຣະເຈົ້າ ແລະ ສິ່ງນີ້ກໍເປັນພຶດຕິກໍາຂອງຄົນທີ່ເຊື່ອຖືສາສະໜາ ເຊິ່ງສິ່ງນີ້ບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າໄດ້. ພຣະເຈົ້າບໍ່ສາມາດໄດ້ຮັບສິ່ງໃດຈາກຄົນປະເພດນີ້; ຄົນປະເພດນີ້ມີແຕ່ຈະຂັດຂວາງພາລະກິດຂອງພຣະເຈົ້າ ປຽບເໝືອນເຄື່ອງປະດັບໃນເຮືອນຂອງພຣະເຈົ້າ ກິນເນື້ອທີ່ ແລະ ບໍ່ມີຫຍັງດີ; ພຣະເຈົ້າບໍ່ນໍາໃຊ້ຄົນປະເພດນີ້. ຄົນປະເພດນີ້ບໍ່ພຽງແຕ່ບໍ່ມີໂອກາດສໍາລັບພາລະກິດຂອງພຣະວິນຍານບໍລິສຸດ ແຕ່ຍິ່ງໄປກວ່ານັ້ນ ຄົນປະເພດນີ້ບໍ່ມີຄຸນຄ່າໃນການເຮັດໃຫ້ສົມບູນແບບເລີຍ. ຄົນປະເພດນີ້ແມ່ນຄົນ “ຕາຍທັງເປັນ” ຢ່າງແທ້ຈິງ. ພວກເຂົາບໍ່ມີສ່ວນໃດທີ່ພຣະວິນຍານບໍລິສຸດສາມາດນໍາໃຊ້ໄດ້; ກົງກັນຂ້າມ ພວກເຂົາທັງໝົດຖືກນໍາໃຊ້ ແລະ ເຮັດໃຫ້ເສື່ອມຊາມຢ່າງໜັກໂດຍຊາຕານ. ພຣະເຈົ້າຈະກໍາຈັດຄົນເຫຼົ່ານີ້ອອກໃຫ້ໝົດ. ໃນປັດຈຸບັນ ໃນການນໍາໃຊ້ຜູ້ຄົນ ພຣະວິນຍານບໍລິສຸດບໍ່ພຽງແຕ່ນໍາໃຊ້ພາກສ່ວນທີ່ເປັນປະໂຫຍດຂອງພວກເຂົາເພື່ອເຮັດໃຫ້ສິ່ງນັ້ນສໍາເລັດເທົ່ານັ້ນ ແຕ່ພຣະອົງຍັງໄດ້ປ່ຽນແປງພາກສ່ວນທີ່ບໍ່ເປັນປະໂຫຍດຂອງພວກເຂົາ ແລະ ເຮັດໃຫ້ພວກເຂົາສົມບູນອີກດ້ວຍ. ຖ້າເຈົ້າສາມາດຖອກເທຫົວໃຈໃຫ້ກັບພຣະເຈົ້າ ແລະ ສະຫງົບໃຈຕໍ່ໜ້າພຣະອົງ ເຈົ້າກໍຈະມີໂອກາດ ແລະ ມີຄຸນສົມບັດພຽງພໍເພື່ອໃຫ້ພຣະວິນຍານບໍລິສຸດນໍາໃຊ້ ເພື່ອຮັບຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍຈະມີໂອກາດໃຫ້ພຣະວິນຍານບໍລິສຸດແກ້ໄຂຄວາມບົກຜ່ອງຂອງເຈົ້າ. ເມື່ອເຈົ້າມອບຫົວໃຈໃຫ້ກັບພຣະເຈົ້າ, ໃນທາງບວກ ເຈົ້າສາມາດໄດ້ຮັບທາງເຂົ້າທີ່ດີຂຶ້ນ ແລະ ໄດ້ຮັບຄວາມຢັ່ງຮູ້ສູງຂຶ້ນ; ໃນດ້ານລົບ ເຈົ້າຈະເຂົ້າໃຈຄວາມຜິດ ແລະ ຄວາມບົກຜ່ອງຂອງຕົນຫຼາຍຂຶ້ນ, ເຈົ້າຈະຈົດຈໍ່ພະຍາຍາມປະຕິບັດຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຈົ້າຈະບໍ່ຂີ້ຄ້ານ ແຕ່ຈະກ້າວເຂົ້າສູ່ຢ່າງຫ້າວຫັນ. ສິ່ງນີ້ຈະໝາຍຄວາມວ່າເຈົ້າເປັນຄົນຖືກຕ້ອງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ຖ້າເຈົ້າຢາກມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ໃຈຂອງເຈົ້າຕ້ອງຫັນເຂົ້າຫາພຣະອົງ ແລະ ໂດຍຖືເອົາສິ່ງນີ້ເປັນພື້ນຖານ ເຈົ້າກໍຈະມີຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ບໍ່ວ່າເຈົ້າຈະກະທໍາສິ່ງໃດເພື່ອຮັກສາຄວາມສໍາພັນກັບຄົນອື່ນ ເຈົ້າຈະພະຍາຍາມ ຫຼື ອອກເຫື່ອເທແຮງປານໃດກໍຕາມ ມັນກໍຍັງເປັນພຽງປັດຊະຍາແຫ່ງຊີວິດຂອງມະນຸດ. ເຈົ້າຮັກສາຕໍາແໜ່ງໜ້າຕາທ່າມກາງຜູ້ຄົນດ້ວຍທັດສະນະ ແລະ ປັດຊະຍາຂອງມະນຸດ ເພື່ອໃຫ້ຜູ້ຄົນຍົກຍໍຊົມເຊີຍເຈົ້າ, ແຕ່ເຈົ້າບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າເພື່ອສ້າງຄວາມສໍາພັນທີ່ປົກກະຕິກັບຄົນອື່ນ. ຖ້າເຈົ້າບໍ່ໃສ່ໃຈຄວາມສໍາພັນກັບຄົນ ແຕ່ຮັກສາຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ ຖ້າເຈົ້າຍິນດີມອບຫົວໃຈໃຫ້ກັບພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຊື່ອຟັງພຣະອົງ ຄວາມສໍາພັນຂອງເຈົ້າກັບທຸກຄົນກໍຈະເປັນປົກກະຕິຢ່າງທໍາມະຊາດ. ດ້ວຍວິທີນີ້ ຄວາມສໍາພັນເຫຼົ່ານີ້ຈິ່ງບໍ່ຖືກສ້າງຂຶ້ນຈາກຝ່າຍເນື້ອໜັງ ແຕ່ຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ. ເກືອບບໍ່ມີຄວາມສໍາພັນໃດໆທາງຝ່າຍເນື້ອໜັງ ແຕ່ທາງຈິດວິນຍານມີການສາມັກຄີທໍາ ພ້ອມທັງຄວາມຮັກ, ຄວາມປອບໃຈ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ສິ່ງທັງໝົດນີ້ເກີດຂຶ້ນບົນພື້ນຖານແຫ່ງຫົວໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ. ຄວາມສໍາພັນເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍອາໄສປັດຊະຍາແຫ່ງຊີວິດຂອງມະນຸດ ແຕ່ເກີດຂຶ້ນໂດຍຜ່ານການແບກຫາບພາລະຂອງພຣະເຈົ້າ. ມັນບໍ່ຕ້ອງການເຫື່ອແຮງຂອງມະນຸດ. ເຈົ້າຕ້ອງການພຽງແຕ່ປະຕິບັດອີງຕາມຫຼັກພຣະທໍາຂອງພຣະເຈົ້າ. ເຈົ້າຍິນດີທີ່ຈະເຊີດຊູຄວາມປະສົງຂອງພຣະເຈົ້າບໍ? ເຈົ້າພ້ອມທີ່ຈະເປັນຄົນ “ຂາດເຫດຜົນ” ຕໍ່ໜ້າພຣະເຈົ້າບໍ? ເຈົ້າຍິນດີທີ່ຈະມອບຫົວໃຈທັງໝົດໃຫ້ກັບພຣະເຈົ້າບໍ ແລະ ໂຍນຖິ້ມຕໍາແໜ່ງໜ້າຕາໃນໂລກນີ້ບໍ? ໃນບັນດາຄົນທັງໝົດທີ່ເຈົ້າຄົບຫາ ເຈົ້າມີຄວາມສໍາພັນທີ່ດີທີ່ສຸດກັບຄົນໃດບໍ? ເຈົ້າມີຄວາມສໍາພັນທີ່ຕໍ່າທີ່ສຸດກັບຄົນໃດບໍ? ຄວາມສໍາພັນຂອງເຈົ້າກັບຜູ້ຄົນເປັນປົກກະຕິບໍ? ເຈົ້າປະຕິບັດຕໍ່ທຸກຄົນເທົ່າທຽມກັນບໍ? ຄວາມສໍາພັນທີ່ເຈົ້າມີຕໍ່ຄົນອື່ນເກີດຂຶ້ນຈາກປັດຊະຍາແຫ່ງຊີວິດ ຫຼື ວ່າເກີດຂຶ້ນບົນພື້ນຖານແຫ່ງຄວາມຮັກຂອງພຣະເຈົ້າ? ເມື່ອຜູ້ໃດຜູ້ໜຶ່ງບໍ່ມອບໃຈໃຫ້ກັບພຣະເຈົ້າ ຊີວິດທາງຈິດວິນຍານຂອງພວກເຂົາກໍເສົ້າໝອງ, ມຶນຊາ ແລະ ຂາດສະຕິ. ຄົນປະເພດນີ້ຈະບໍ່ມີວັນເຂົ້າໃຈພຣະທໍາຂອງພຣະເຈົ້າ ແລະ ຈະບໍ່ມີວັນມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ; ຄົນປະເພດນີ້ຈະບໍ່ມີວັນປ່ຽນແປງນິໄສ. ການປ່ຽນແປງນິໄສຂອງຄົນຜູ້ໜຶ່ງເກີດຂຶ້ນກໍຕໍ່ເມື່ອຄົນນັ້ນມອບໃຈທັງໝົດໃຫ້ກັບພຣະເຈົ້າ ແລະ ຮັບເອົາຄວາມສະຫວ່າງ ແລະ ແສງເຍືອງທາງຈາກພຣະທໍາຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າສາມາດເປີດໃຫ້ທຸກຄົນເຂົ້າຮ່ວມຢ່າງຫ້າວຫັນ ພ້ອມທັງຊ່ວຍຜູ້ຄົນໃຫ້ສາມາດປະຖິ້ມສິ່ງບໍ່ດີ ພາຍຫຼັງໄດ້ຮັບຄວາມຮູ້ກ່ຽວກັບສິ່ງເຫຼົ່ານັ້ນ. ເມື່ອເຈົ້າສາມາດມອບໃຈໃຫ້ພຣະເຈົ້າ ເຈົ້າຈະສາມາດສັງເກດເຫັນທຸກການປ່ຽນແປງໃນຊີວິດທາງຈິດວິນຍານຂອງເຈົ້າ ແລະ ເຈົ້າຈະຮູ້ຄວາມສະຫວ່າງ ແລະ ແສງເຍືອງທາງທຸກຢ່າງຈາກພຣະເຈົ້າ. ຍຶດໝັ້ນໃນສິ່ງນີ້ ແລະ ເຈົ້າກໍຈະ ກ້າວເຂົ້າສູ່ຫົນທາງແຫ່ງຄວາມສົມບູນຂອງພຣະວິນຍານບໍລິສຸດໂດຍເທື່ອລະກ້າວ. ຍິ່ງໃຈຂອງເຈົ້າສາມາດສະຫງົບຕໍ່ໜ້າພຣະເຈົ້າຫຼາຍສໍ່າໃດ ຈິດວິນຍານຂອງເຈົ້າກໍຍິ່ງຈະລະອຽດອ່ອນ ແລະ ອ່ອນໂຍນຂຶ້ນເທົ່ານັ້ນ ແລະ ຈິດວິນຍານຂອງເຈົ້າກໍ່ຈະສາມາດສໍາຜັດເຖິງວິທີທີ່ພຣະວິນຍານບໍລິສຸດຂັບເຄື່ອນມັນຍິ່ງຂຶ້ນ, ແລ້ວຄວາມສໍາພັນຂອງເຈົ້າຕໍ່ພຣະເຈົ້າກໍຈະຍິ່ງປົກກະຕິຂຶ້ນ. ຄວາມສໍາພັນທີ່ປົກກະຕິລະຫວ່າງຜູ້ຄົນແມ່ນເກີດຈາກບົນພື້ນຖານຂອງການມອບຫົວໃຈໃຫ້ກັບພຣະເຈົ້າ ເຊິ່ງບໍ່ໄດ້ເກີດຂຶ້ນຍ້ອນຄວາມພະຍາຍາມຂອງມະນຸດ. ຖ້າພວກເຂົາບໍ່ມີພຣະເຈົ້າໃນຈິດໃຈ ຄວາມສໍາພັນກັບຄົນອື່ນກໍເປັນພຽງຄວາມສໍາພັນຝ່າຍເນື້ອໜັງ. ຄວາມສໍາພັນເຫຼົ່ານັ້ນບໍ່ປົກກະຕິ ແຕ່ເປັນການໝົກໝົ້ນໃນກິເລດ ເປັນຄວາມສໍາພັນທີ່ພຣະເຈົ້າກຽດຊັງ ແລະ ລັງກຽດທີ່ສຸດ. ຖ້າເຈົ້າເວົ້າວ່າຈິດວິນຍານຂອງເຈົ້າໄດ້ຮັບການບັນດານໃຈ ແຕ່ເຈົ້າຢາກຄົບຫາແຕ່ຜູ້ທີ່ເຈົ້າຖືກໃຈ ຫຼື ຄົນທີ່ເຈົ້ານັບຖືເທົ່ານັ້ນ ແລະ ເມື່ອມີຜູ້ທີ່ບໍ່ຖືກໃຈເຈົ້າ, ຜູ້ທີ່ເຈົ້າລຳອຽງໃສ່ ແລ້ວເຈົ້າບໍ່ຢາກຄົບຫາ ນີ້ເປັນຫຼັກຖານບົ່ງບອກວ່າ ເຈົ້າເປັນຄົນເອົາຄວາມຮູ້ສຶກເປັນຫຼັກ ແລະ ເຈົ້າບໍ່ມີຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າເລີຍ. ເຈົ້າກໍາລັງພະຍາຍາມຫຼອກລວງພຣະເຈົ້າ ແລະ ປົກປິດຄວາມໜ້າລັງກຽດຂອງເຈົ້າ. ເຖິງວ່າເຈົ້າຈະສາມາດແບ່ງປັນຄວາມເຂົ້າໃຈ ແຕ່ເຈົ້າມີເຈຕະນາທີ່ຜິດ ທຸກສິ່ງທີ່ເຈົ້າເຮັດແມ່ນດີສະເພາະມາດຕະຖານຂອງມະນຸດເທົ່ານັ້ນ. ພຣະເຈົ້າຈະບໍ່ຍົກຍ້ອງເຈົ້າ ເພາະວ່າເຈົ້າປະຕິບັດຕາມທາງເນື້ອໜັງ ບໍ່ແມ່ນຕາມທາງພາລະຂອງພຣະເຈົ້າ. ຖ້າເຈົ້າສາມາດສະຫງົບໃຈຕໍ່ໜ້າພຣະເຈົ້າ ແລະ ມີປະຕິກິລິຍາທີ່ປົກກະຕິຕໍ່ບັນດາຜູ້ທີ່ຮັກພຣະເຈົ້າ ເມື່ອນັ້ນເຈົ້າຈິ່ງເໝາະສົມໃຫ້ພຣະເຈົ້ານໍາໃຊ້. ດ້ວຍວິທີນີ້ ບໍ່ວ່າເຈົ້າຈະຄົບຫາກັບຄົນອື່ນໃນລັກສະນະໃດກໍຕາມ ກໍຈະບໍ່ຖືວ່າອີງຕາມປັດຊະຍາຂອງມະນຸດ ແຕ່ເປັນການດໍາລົງຢູ່ຕໍ່ໜ້າພຣະເຈົ້າ ແລະ ດໍາລົງຢູ່ຕາມຫົນທາງການເອົາໃຈໃສ່ພາລະກິດຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມັນສໍາຄັນຫຼາຍທີ່ຈະສ້າງຄວາມສໍາພັນທີ່ປົກກະຕິກັບພຣະເຈົ້າ

ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ, ຕາບໃດທີ່ເຈົ້າສາມາດເຊົາກະບົດ ຫຼື ຕໍ່ຕ້ານ, ແລ້ວພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ແລ້ວສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດກໍຕາມ, ໃຫ້ພິຈາລະນາສິ່ງດັ່ງຕໍ່ໄປນີ້ເມື່ອເຈົ້າກຳລັງເຮັດມັນ: ພຣະເຈົ້າຈະຄິດແນວໃດຖ້າຂ້ານ້ອຍເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ່? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າບໍ? ບໍ່ວ່າຈະຢູ່ໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ວຽກງານ ແລະ ການພົວພັນກັບຄົນອື່ນ, ໃຫ້ກວດສອບເຈດຕະນາຂອງເຈົ້າ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍກເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງ, ນີ້ໝາຍຄວາມວ່າເຈົ້າຂາດການຈຳແນກ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍເກີນໄປ. ຖ້າເຈົ້າສາມາດເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ ແລະ ສາມາດເຫັນສິ່ງຕ່າງໆຜ່ານເລນຂອງພຣະທຳຂອງພຣະອົງ, ຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນ ມຸມມອງຂອງເຈົ້າກໍຈະຖືກຕ້ອງ. ສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຈະຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລ້ວກໍໃຫ້ປະຕິບັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າຕ້ອງບໍ່ຢ້ານທີ່ຈະໄດ້ຮັບການສູນເສຍໃນຜົນປະໂຫຍດສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານມີໄຊຊະນະ, ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານຊື້ເອົາເຈົ້າ ແລະ ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ການມີເຈດຕະນາແບບນັ້ນເປັນສັນຍານວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ. ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເພື່ອເຂົ້າໄປສູ່ສະພາບທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແລະ ວາງມຸມມອງຂອງການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ນີ້ກໍ່ເພື່ອວ່າພຣະເຈົ້າອາດຮັບເອົາເຈົ້າ ແລະ ເພື່ອວ່າ ພຣະເຈົ້າອາດເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນລັກສະນະນີ້ ເຈົ້າຈະເຂົ້າສູ່ວິທີການທີ່ຖືກຕ້ອງ. ໃຫ້ສືບຕໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນມື້ນີ້, ເຂົ້າສູ່ລັກສະນະການເຮັດວຽກໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນມື້ນີ້, ບໍ່ປະຕິບັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຍຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນມື້ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ສະນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ກ່ອນນີ້: 2. ເພື່ອຄົ້ນຫາຫົນທາງທີ່ແທ້ຈິງ, ເຈົ້າຕ້ອງປະກອບມີເຫດຜົນ

ຕໍ່ໄປ: 4. ຄວາມເໝາະສົມຂອງໄພ່ພົນທີ່ຜູ້ເຊື່ອຂອງພຣະເຈົ້າຄວນມີ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້