2. ເພື່ອຄົ້ນຫາຫົນທາງທີ່ແທ້ຈິງ, ເຈົ້າຕ້ອງປະກອບມີເຫດຜົນ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າ ແລະ ມະນຸດບໍ່ສາມາດເວົ້າເຖິງໃນຮູບແບບເທົ່າທຽມກັນໄດ້. ແກ່ນແທ້ຂອງພຣະອົງ ແລະ ພາລະກິດຂອງພຣະອົງແມ່ນບໍ່ສາມາດຢັ່ງເຖິງໄດ້ທີ່ສຸດ ແລະ ຍາກທີ່ມະນຸດຈະເຂົ້າໃຈ. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທໍາໃນໂລກມະນຸດນີ້ດ້ວຍຕົວພຣະອົງເອງ, ແລ້ວມະນຸດກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ແມ່ນແຕ່ຜູ້ທີ່ອຸທິດຊີວິດທັງໝົດຂອງພວກເຂົາໃຫ້ກັບພຣະເຈົ້າກໍຈະບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະອົງໄດ້. ຖ້າພຣະເຈົ້າບໍ່ເລີ່ມປະຕິບັດພາລະກິດຢ່າງໜັກ, ແລ້ວບໍ່ວ່າມະນຸດຈະເຮັດດີປານໃດກໍຕາມ ມັນກໍຈະບໍ່ມີຄວາມໝາຍຫຍັງ ເພາະວ່າ ແນວຄວາມຄິດຂອງພຣະເຈົ້າຈະສູງສົ່ງກວ່າແນວຄວາມຄິດຂອງມະນຸດສະເໝີ ແລະ ສະຕິປັນຍາຂອງພຣະເຈົ້າເປັນສິ່ງທີ່ຢູ່ນອກເໜືອຄວາມເຂົ້າໃຈຂອງມະນຸດ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ “ເຂົ້າໃຈຢ່າງເຕັມປ່ຽມ” ໃນພຣະເຈົ້າ ແລະ ພາລະກິດຂອງພຣະອົງເປັນກຸ່ມຄົນທີ່ເຊີ້ຊ້າ; ພວກເຂົາທຸກຄົນອວດດີ ແລະ ບໍ່ມີຄວາມຮູ້ຫຍັງ. ມະນຸດບໍ່ຄວນຕີຄວາມໝາຍພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຕີຄວາມໝາຍພາລະກິດຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ ມະນຸດແມ່ນບໍ່ມີຄວາມໝາຍສໍ່າກັບໂຕມົດ, ສະນັ້ນ ມະນຸດຈະສາມາດເຂົ້າໃຈພາລະກິດຂອງພຣະເຈົ້າໄດ້ແນວໃດ? ຜູ້ທີ່ມັກເວົ້າວ່າ: “ພຣະເຈົ້າບໍ່ໄດ້ເຮັດແບບນີ້ ຫຼື ແບບນັ້ນ” ຫຼື “ພຣະເຈົ້າເປັນແບບນີ້ ຫຼື ແບບນັ້ນ” ພວກເຂົາເຫຼົ່ານີ້ບໍ່ເວົ້າຢ່າງໂອຫັງບໍ? ພວກເຮົາທຸກຄົນຄວນຮູ້ວ່າ ມະນຸດທີ່ມາຈາກເນື້ອໜັງແມ່ນລ້ວນແຕ່ຖືກເສື່ອມຊາມໂດຍຊາຕານ. ທໍາມະຊາດແທ້ຂອງມະນຸດຊາດແມ່ນການຕໍ່ຕ້ານພຣະເຈົ້າ. ມະນຸດຊາດບໍ່ໄດ້ຢູ່ໃນລະດັບເທົ່າທຽມກັບພຣະເຈົ້າ, ແຮງໄກທີ່ມະນຸດຊາດຈະຫວັງສາມາດແນະນໍາພາລະກິດຂອງພຣະເຈົ້າໄດ້. ແຕ່ສຳລັບວິທີທີ່ພຣະເຈົ້ານໍາພາມະນຸດ, ນີ້ແມ່ນພາລະກິດຂອງພຣະເຈົ້າເອງ. ມັນເປັນເລື່ອງເໝາະສົມທີ່ມະນຸດຄວນຍອມຮັບ ໂດຍບໍ່ອ້າງມຸມມອງນີ້ ຫຼື ນັ້ນ, ເພາະວ່າ ມະນຸດເປັນພຽງຂີ້ຝຸ່ນ. ໃນເມື່ອມັນຄືເຈດຕະນາຂອງພວກເຮົາທີ່ຈະສະແຫວງຫາພຣະເຈົ້າ ພວກເຮົາບໍ່ຄວນນໍາເອົາແນວຄິດຂອງພວກເຮົາທີ່ມີຕໍ່ພາລະກິດຂອງພຣະອົງມາໃຫ້ພຣະເຈົ້າພິຈາລະນາ, ແຮງໄກທີ່ພວກເຮົາຄວນນໍາໃຊ້ອຸປະນິໄສອັນເສື່ອມຊາມທີ່ສຸດຂອງພວກເຮົາເພື່ອຈົງໃຈຄັດຄ້ານພາລະກິດຂອງພຣະເຈົ້າ. ນັ້ນບໍ່ແມ່ນເປັນການເຮັດໃຫ້ພວກເຮົາເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ຜູ້ຄົນເຫຼົ່ານັ້ນຈະເຊື່ອໃນພຣະເຈົ້າໄດ້ແນວໃດ? ໃນເມື່ອພວກເຮົາເຊື່ອວ່າມີພຣະເຈົ້າ ແລະ ໃນເມື່ອພວກເຮົາຕ້ອງການເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງການເຫັນພຣະອົງ, ພວກເຮົາຄວນສະແຫວງຫາເສັ້ນທາງແຫ່ງຄວາມຈິງ ແລະ ຄວນຊອກຫາວິທີທີ່ຈະເຂົ້າກັບພຣະເຈົ້າໄດ້. ພວກເຮົາບໍ່ຄວນຢືນຄໍແຂງກະດ້າງໃນການຕໍ່ຕ້ານພຣະເຈົ້າ. ແລ້ວການເຮັດແບບນັ້ນຈະໄດ້ຮັບຜົນປະໂຫຍດຫຍັງ?

ປັດຈຸບັນນີ້, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່. ເຈົ້າອາດຈະບໍ່ສາມາດຍອມຮັບເອົາພຣະທໍາເຫຼົ່ານີ້ ແລະ ພຣະທຳເຫຼົ່ານີ້ອາດເບິ່ງຄືແປກປະຫຼາດສຳລັບເຈົ້າ, ແຕ່ເຮົາຂໍແນະນໍາເຈົ້າບໍ່ໃຫ້ເປີດເຜີຍຄວາມເປັນທຳມະຊາດຂອງເຈົ້າ ເພາະວ່າ ມີພຽງຜູ້ຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາຕໍ່ໜ້າພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ຈະໄດ້ຮັບຄວາມຈິງ ແລະ ມີພຽງຜູ້ທີ່ອຸທິດຕົນຢ່າງແທ້ຈິງເທົ່ານັ້ນຈຶ່ງຈະໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາໂດຍພຣະເຈົ້າ. ຜົນໄດ້ຮັບແມ່ນໄດ້ມາຈາກການສະແຫວງຫາຄວາມຈິງດ້ວຍຄວາມສັນຕິ, ບໍ່ແມ່ນດ້ວຍການຂັດແຍ້ງ ແລະ ການໂຕ້ຖຽງກັນ. ເມື່ອເຮົາເວົ້າວ່າ: “ມື້ນີ້ ພຣະເຈົ້າມີພາລະກິດໃໝ່”, ເຮົາໝາຍເຖິງເລື່ອງທີ່ພຣະເຈົ້າສະເດັດກັບມາສູ່ເນື້ອໜັງ. ບາງເທື່ອ ເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້, ບາງເທື່ອເຈົ້າກຽດຊັງພຣະທໍາເຫຼົ່ານີ້ ຫຼື ບາງເທື່ອ ພຣະທໍາເຫຼົ່ານີ້ເປັນສິ່ງທີ່ໜ້າສົນໃຈຫຼາຍສໍາລັບເຈົ້າ. ບໍ່ວ່າໃນກໍລະນີໃດກໍຕາມ, ເຮົາຫວັງວ່າ ທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າຢ່າງແທ້ຈິງ ຈະສາມາດຜະເຊີນກັບຄວາມເປັນຈິງນີ້ ແລະ ຮັບເອົາຄວາມຈິງນີ້ໄປພິຈາລະນາຢ່າງລະມັດລະວັງ, ແທນທີ່ຈະດ່ວນສະຫຼຸບກ່ຽວກັບມັນ; ນັ້ນແມ່ນສິ່ງທີ່ຄົນມີສະຕິປັນຍາຄວນປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ການກັບມາຂອງພຣະເຢຊູແມ່ນຄວາມລອດພົ້ນທີ່ຍິ່ງໃຫຍ່ສຳລັບຜູ້ທີ່ສາມາດຍອມຮັບເອົາຄວາມຈິງ ແຕ່ສຳລັບຜູ້ທີ່ບໍ່ສາມາດຍອມຮັບຄວາມຈິງແມ່ນຈະຖືກຕັດສິນລົງໂທດ. ພວກເຈົ້າຄວນເລືອກເສັ້ນທາງຂອງພວກເຈົ້າເອງ ແລະ ບໍ່ຄວນໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ປະຕິເສດຄວາມຈິງ. ພວກເຈົ້າບໍ່ຄວນເປັນຄົນທີ່ໂງ່ຈ້າ ແລະ ອວດດີ ແຕ່ເປັນຄົນທີ່ເຊື່ອຟັງການນໍາຂອງພຣະວິນຍານບໍລິສຸດ ແລະ ຈົ່ງປາດຖະໜາ ແລະ ສະແຫວງຫາຄວາມຈິງ; ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຈົ້າຈະໄດ້ຮັບຜົນປະໂຫຍດ. ເຮົາແນະນຳພວກເຈົ້າໃຫ້ຍ່າງຕາມເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າຢ່າງຈິງຈັງ. ຢ່າຟ້າວດ່ວນສະຫຼຸບ; ນອກເໜືອໄປກວ່ານັ້ນ ຢ່າເຮັດເປັນທໍາມະດາ ແລະ ບໍ່ໃສ່ໃຈກັບຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຄວນຮູ້ຈັກວ່າ ຢ່າງໜ້ອຍທີ່ສຸດ ຜູ້ທີ່ເຊື່ອໃນພຣະເຈົ້າຄວນຖ່ອມຕົວ ແລະ ສະແດງຄວາມເຄົາລົບນັບຖື. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ບໍ່ເຫັນດີນໍາ ພ້ອມທັງດູຖູກ ແມ່ນຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້. ຜູ້ທີ່ໄດ້ຍິນຄວາມຈິງ ແຕ່ດ່ວນສະຫຼຸບຢ່າງບໍ່ມີເຫດຜົນ ຫຼື ຕໍານິມັນ ແມ່ນເຕັມໄປດ້ວຍຄວາມອວດດີ. ທຸກຄົນທີ່ເຊື່ອໃນພຣະເຢຊູບໍ່ຄວນສາບແຊ່ງ ຫຼື ກ່າວຕໍານິຄົນອື່ນ. ພວກເຈົ້າທຸກຄົນຄວນເປັນຄົນທີ່ມີຈິດສຳນຶກ ແລະ ເປັນຄົນຍອມຮັບຄວາມຈິງ. ບາງເທື່ອ ເມື່ອໄດ້ຍິນຫົນທາງແຫ່ງຄວາມຈິງ ແລະ ເມື່ອໄດ້ອ່ານພຣະທຳແຫ່ງຊີວິດ, ເຈົ້າເຊື່ອວ່າ ມີພຽງໜຶ່ງໃນ 10.000 ຄຳເຫຼົ່ານີ້ເທົ່ານັ້ນ ທີ່ສອດຄ່ອງກັບຄວາມເຊື່ອໝັ້ນຂອງເຈົ້າ ແລະ ສອດຄ່ອງກັບຂໍ້ຄວາມໃນພຣະຄຳພີ ແຕ່ເຖິງຢ່າງນັ້ນກໍຕາມ ເຈົ້າຄວນສືບຕໍ່ສະແຫວງຫາທັງໝົດຂອງ 10.000 ຄຳເຫຼົ່ານີ້. ເຮົາຍັງແນະນໍາໃຫ້ເຈົ້າຖ່ອມຕົວ ບໍ່ໝັ້ນໃຈໃນຕົນເອງຫຼາຍເກີນໄປ ແລະ ບໍ່ສັນລະເສີນຕົນເອງສູງສົ່ງເກີນໄປ. ດ້ວຍຫົວໃຈແຫ່ງການເຄົາລົບພຣະເຈົ້າໜ້ອຍດຽວຂອງເຈົ້າ ເຈົ້າຈະໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ກວ່າ. ຖ້າເຈົ້າພິຈາລະນາຢ່າງລະມັດລະວັງ ແລະ ຕຶກຕອງພຣະທຳເຫຼົ່ານີ້ຊໍ້າໄປຊໍ້າມາ ເຈົ້າຈະເຂົ້າໃຈວ່າ ພຣະທໍາເຫຼົ່ານັ້ນແມ່ນຄວາມຈິງຫຼືບໍ່ ແລະ ແມ່ນຊີວິດຫຼືບໍ່. ບາງເທື່ອ ການໄດ້ອ່ານສອງສາມປະໂຫຍກ ບາງຄົນຈະກ່າວຕໍານິພຣະທຳເຫຼົ່ານີ້ຢ່າງຕາບອດ ໂດຍກ່າວວ່າ “ນີ້ບໍ່ແມ່ນສິ່ງທີ່ຍິ່ງໃຫຍ່ໄປກວ່າການເຮັດໃຫ້ມີຄວາມສະຫວ່າງຂອງພຣະວິນຍານບໍລິສຸດ” ຫຼື “ນີ້ແມ່ນພຣະຄຣິດຕົວປອມທີ່ມາເພື່ອຫຼອກລວງຜູ້ຄົນ”. ຄົນເຫຼົ່ານັ້ນທີ່ເວົ້າສິ່ງເຫຼົ່ານີ້ແມ່ນຖືກເຮັດໃຫ້ຕາບອດດ້ວຍຄວາມໂງ່ຈ້າ! ເຈົ້າເຂົ້າໃຈພາລະກິດ ແລະ ສະຕິປັນຍາຂອງພຣະເຈົ້າພຽງແຕ່ໜ້ອຍດຽວ ແລະ ເຮົາແນະນໍາໃຫ້ເຈົ້າເລີ່ມຕົ້ນໃໝ່ອີກຄັ້ງ! ພວກເຈົ້າຕ້ອງບໍ່ຫຼັບຫູຫຼັບຕາກ່າວຕໍານິພຣະທຳທີ່ພຣະເຈົ້າກ່າວ ຍ້ອນການປາກົດຂອງພຣະຄຣິດຕົວປອມໃນຍຸກສຸດທ້າຍ ແລະ ພວກເຈົ້າຕ້ອງບໍ່ເປັນຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ ຍ້ອນພວກເຈົ້າຢ້ານກົນອຸບາຍ. ມັນຈະບໍ່ເປັນເລື່ອງທີ່ເປັນຕາເສຍດາຍຢ່າງຍິ່ງບໍ່? ຫຼັງຈາກການພິຈາລະນາ ຖ້າເຈົ້າຍັງເຊື່ອວ່າ ພຣະທຳເຫຼົ່ານີ້ບໍ່ແມ່ນຄວາມຈິງ, ບໍ່ມີທາງນັ້ນ ແລະ ບໍ່ແມ່ນການກ່າວຂອງພຣະເຈົ້າ ແລ້ວເຈົ້າຈະຖືກລົງໂທດໃນທີ່ສຸດ ແລະ ເຈົ້າຈະບໍ່ໄດ້ຮັບພອນ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງດັ່ງກ່າວທີ່ໄດ້ກ່າວຢ່າງແຈ່ມແຈ້ງ ແລະ ຊັດເຈນ ແລ້ວເຈົ້າເໝາະສົມກັບຄວາມລອດພົ້ນຂອງພຣະເຈົ້າບໍ່? ເຈົ້າບໍ່ແມ່ນຄົນທີ່ບໍ່ໄດ້ຮັບພອນຢ່າງພຽງພໍເພື່ອກັບມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າບໍ? ຈົ່ງຄິດທົບທວນເບິ່ງ! ຢ່າຟ້າວໃຈຮ້ອນ, ຈົ່ງໄຕ່ຕອງໃຫ້ດີໆ ແລະ ຢ່າປະຕິບັດຄວາມເຊື່ອໃນພຣະເຈົ້າຄືກັບເກມ. ຈົ່ງຄິດເຫັນແກ່ຜົນປະໂຫຍດຂອງຈຸດໝາຍປາຍທາງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຄວາມຄາດຫວັງຂອງເຈົ້າ, ເຫັນແກ່ຜົນປະໂຫຍດຂອງຊີວິດຂອງເຈົ້າ ແລະ ຢ່າຫຼິ້ນຕົນເອງ. ເຈົ້າສາມາດຍອມຮັບພຣະທຳເຫຼົ່ານີ້ບໍ່?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເວລາທີ່ເຈົ້າເຫັນຮ່າງກາຍຝ່າຍວິນຍານຂອງພຣະເຢຊູ, ພຣະເຈົ້າແມ່ນໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກຂຶ້ນໃໝ່ແລ້ວ

ຍ້ອນພວກເຮົາກຳລັງຊອກຫາຮອຍພຣະບາດຂອງພຣະເຈົ້າ, ມັນໄດ້ເຮັດໃຫ້ພວກເຮົາຈຳເປັນທີ່ຈະຊອກຫາຄວາມປະສົງຂອງພຣະເຈົ້າ, ຫາພຣະທຳຂອງພຣະເຈົ້າ, ຫາຖ້ອຍຄຳຂອງພຣະອົງ, ຍ້ອນວ່າ ບ່ອນໃດກໍຕາມທີ່ພຣະເຈົ້າກ່າວພຣະທຳໃໝ່, ສຽງຂອງພຣະເຈົ້າກໍຢູ່ທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ມີບາດກ້າວຂອງພຣະເຈົ້າ, ການກະທຳຂອງພຣະເຈົ້າກໍຢູ່ທີ່ນັ້ນ. ບ່ອນໃດກໍຕາມທີ່ມີການສຳແດງຂອງພຣະເຈົ້າ, ພຣະເຈົ້າກໍຈະປາກົດຕົວໃນທີ່ນັ້ນ ແລະ ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງ, ຫົນທາງ ແລະ ຊີວິດກໍຈະມີຢູ່ໃນທີ່ນັ້ນ. ໃນການສະແຫວງຫາຮອຍພຣະບາດຂອງພຣະເຈົ້າ, ພວກເຈົ້າໄດ້ເບິ່ງຂ້າມພຣະທຳທີ່ວ່າ “ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ”. ດ້ວຍເຫດນັ້ນ ເຖິງແມ່ນພວກເຂົາໄດ້ຮັບເອົາຄວາມຈິງ ຫຼາຍຄົນກໍບໍ່ເຊື່ອວ່າ ພວກເຂົາໄດ້ຄົ້ນພົບຮອຍພຣະບາດຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮັບຮູ້ເຖິງການປາກົດຕົວຂອງພຣະເຈົ້າ. ມັນຊ່າງເປັນຄວາມຜິດພາດທີ່ຮ້າຍແຮງຫຼາຍ! ການປາກົດຕົວຂອງພຣະເຈົ້າບໍ່ສາມາດກົງກັນກັບແນວຄິດຂອງມະນຸດໄດ້ ແລ້ວແຮງໄກທີ່ພຣະເຈົ້າຈະປາກົດຕົວຕາມຄຳສັ່ງຂອງມະນຸດ. ພຣະເຈົ້າດຳເນີນການຕາມທາງເລືອກຂອງພຣະອົງ ແລະ ຕາມແຜນການຂອງພຣະອົງເອງ ເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພຣະອົງກໍມີຈຸດປະສົງຂອງພຣະອົງເອງ ແລະ ວິທີການຂອງພຣະອົງເອງ. ພາລະກິດຫຍັງກໍຕາມທີ່ພຣະອົງປະຕິບັດ, ພຣະອົງບໍ່ຈຳເປັນຕ້ອງສົນທະນາກັບມະນຸດ ຫຼື ສະແຫວງຫາຄຳປຶກສາຂອງເຂົາ ແລ້ວແຮງໄກທີ່ຈະແຈ້ງໃຫ້ແຕ່ລະຄົນຮູ້ກ່ຽວກັບພາລະກິດຂອງພຣະອົງ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ເຊິ່ງທຸກຄວນຮັບຮູ້. ຖ້າພວກເຈົ້າປາຖະໜາທີ່ຈະເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າ, ເພື່ອຕິດຕາມບາດກ້າວຂອງພຣະເຈົ້າ, ກ່ອນອື່ນ ພວກເຈົ້າກໍຕ້ອງປະຖິ້ມແນວຄິດຂອງພວກເຈົ້ານັ້ນກ່ອນ. ພວກເຈົ້າຕ້ອງບໍ່ຮຽກຮ້ອງໃຫ້ພຣະເຈົ້າເຮັດນັ້ນເຮັດນີ້ ຍິ່ງໄປກວ່ານັ້ນພວກເຈົ້າບໍ່ຄວນວາງພຣະອົງໃຫ້ຢູ່ພາຍໃນຂອບເຂດຂອງພວກເຈົ້າ ແລະ ຈຳກັດພຣະອົງໃນແນວຄິດຂອງພວກເຈົ້າເອງ. ກົງກັນຂ້າມ ພວກເຈົ້າຄວນຮຽກຮ້ອງຕົນເອງວ່າ ພວກເຈົ້າຄວນສະແຫວງຫາຮອຍພຣະບາດຂອງພຣະເຈົ້າໄດ້ແນວໃດ, ພວກເຈົ້າຄວນຍອມຮັບການປາກົດຕົວຂອງພຣະເຈົ້າໄດ້ແນວໃດ ແລະ ພວກເຈົ້າຄວນຍອມຕາມພາລະກິດໃໝ່ຂອງພຣະເຈົ້າໄດ້ແນວໃດ: ນີ້ຄືສິ່ງທີ່ມະນຸດຄວນກະທຳ. ຍ້ອນມະນຸດບໍ່ແມ່ນຄວາມຈິງ ແລະ ບໍ່ໄດ້ປະກອບດ້ວຍຄວາມຈິງ, ເຂົາຄວນສະແຫວງຫາ, ຍອມຮັບ ແລະ ເຊື່ອຟັງ.

ບໍ່ວ່າເຈົ້າຈະເປັນຊາວອາເມຣິກາ, ຊາວອັງກິດ ແລະ ຊົນຊາດອື່ນໆ, ເຈົ້າຄວນກ້າວອອກຈາກຂອບເຂດແຫ່ງຊົນຊາດຂອງເຈົ້າເອງ, ຢູ່ເໜືອຕົວເຈົ້າເອງ ແລະ ເບິ່ງພາລະກິດຂອງພຣະເຈົ້າຈາກຕຳແໜ່ງຂອງສິ່ງມີຊີວິດທີ່ຖືກສ້າງ. ໃນລັກສະນະນີ້, ເຈົ້າຈະບໍ່ວາງຂໍ້ຈຳກັດຕ່າງໆກ່ຽວກັບຮອຍພຣະບາດຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ໃນປັດຈຸບັນນີ້ ຫຼາຍຄົນໄດ້ຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະປາກົດຕົວໃນຊົນຊາດສະເພາະໃດໜຶ່ງ ຫຼື ທ່າມກາງຜູ້ຄົນໃດໜຶ່ງ. ຄວາມໝາຍຂອງພາລະກິດຂອງພຣະເຈົ້າຊ່າງເລິກເຊິ່ງ ແລະ ການປາກົດຕົວຂອງພຣະອົງຊ່າງສຳຄັນ! ແນວຄິດ ແລະ ຄວາມຄິດຂອງມະນຸດຈະສາມາດໃຊ້ມາດຕະການໄດ້ແນວໃດ? ເຮົາຂໍເວົ້າວ່າ ເຈົ້າຄວນເອົາຊະນະແນວຄິດກ່ຽວກັບຊົນຊາດ ແລະ ເຊື້ອຊາດຂອງເຈົ້າໃຫ້ໄດ້ເພື່ອສະແຫວງຫາການປາກົດຕົວຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະບໍ່ຖືກຈຳກັດດ້ວຍແນວຄິດຂອງເຈົ້າເອງ; ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະມີຄຸນສົມບັດເພື່ອຍິນດີຮັບເອົາການປາກົດຕົວຂອງພຣະເຈົ້າ. ບໍ່ດັ່ງນັ້ນ ເຈົ້າກໍຈະຄົງຢູ່ໃນຄວາມມືດຕະຫຼອດໄປເປັນນິດ ແລະ ບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າຈັກເທື່ອ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ພຣະເຈົ້າເປັນພຣະເຈົ້າຂອງມະນຸດຊາດທັງໝົດ. ພຣະອົງບໍ່ໄດ້ເຫັນວ່າ ພຣະອົງເອງເປັນຊັບສິນສ່ວນຕົວຂອງຊົນຊາດ ຫຼື ຜູ້ຄົນໃດໜຶ່ງ, ແຕ່ເລີ່ມປະຕິບັດພາລະກິດຕາມຂອງພຣະອົງທີ່ພຣະອົງໄດ້ວາງແຜນໄວ້, ບໍ່ຖືກຈຳກັດໃນຮູບການ, ຊົນຊາດ ຫຼື ຜູ້ຄົນໃດໜຶ່ງ. ບາງເທື່ອ ເຈົ້າບໍ່ເຄີຍຈິນຕະນາການເຖິງຮູບແບບນີ້ ຫຼື ບາງເທື່ອ ທ່າທີຂອງເຈົ້າກ່ຽວກັບຮູບແບບນີ້ແມ່ນການປະຕິເສດ ຫຼື ບາງເທື່ອ ຊົນຊາດທີ່ພຣະເຈົ້າເປີດເຜີຍຕົວພຣະອົງເອງ ແລະ ຜູ້ຄົນທີ່ພຣະອົງເປີດເຜີຍຕົວພຣະອົງເອງໃຫ້ເຫັນນັ້ນ ອາດຖືກທຸກຄົນແບ່ງແຍກ ແລະ ອາດເປັນຄົນທີ່ຫຼ້າຫຼັງທີ່ສຸດເທິງແຜ່ນດິນໂລກ. ເຖິງຢ່າງໃດກໍຕາມ ພຣະເຈົ້າມີສະຕິປັນຍາຂອງພຣະອົງ. ດ້ວຍລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ ແລະ ດ້ວຍວິທີແຫ່ງຄວາມຈິງຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງ, ພຣະອົງໄດ້ຮັບເອົາກຸ່ມຄົນທີ່ຢູ່ໃນຄວາມຄິດດຽວກັບພຣະອົງຢ່າງແທ້ຈິງ ແລະ ກຸ່ມຄົນທີ່ພຣະອົງປາຖະໜາທີ່ຈະເຮັດໃຫ້ສຳເລັດ ນັ້ນກໍຄື ກຸ່ມທີ່ຖືກພຣະອົງເອົາຊະນະ ແລະ ໄດ້ອົດທົນຕໍ່ການທົດລອງ ແລະ ຄວາມຫຍຸ້ງຍາກລຳບາກທຸກປະການ ແລະ ການຂົ່ມເຫັງທຸກປະເພດ ຈະສາມາດຕິດຕາມພຣະອົງໄປຈົນເຖິງທີ່ສຸດໄດ້. ຈຸດປະສົງຂອງການປາກົດຕົວຂອງພຣະເຈົ້າ ເຊິ່ງບໍ່ຖືກຈຳກັດໃນຮູບການໃດໜຶ່ງ ຫຼື ຊົນຊາດໃດໜຶ່ງ ກໍ່ແມ່ນເພື່ອໃຫ້ພຣະອົງເຮັດສໍາເລັດພາລະກິດຕາມທີ່ພຣະອົງໄດ້ວາງແຜນໄວ້. ສິ່ງນີ້ເໝືອນກັບຕອນທີ່ພຣະເຈົ້າກາຍເປັນມະນຸດໃນແຂວງຢູດາຍ: ຈຸດປະສົງຂອງພຣະອົງແມ່ນເພື່ອເຮັດໃຫ້ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນເພື່ອໄຖ່ບາບຂອງມະນຸດຊາດທັງໝົດສຳເລັດລົງ. ເຖິງຢ່າງໃດກໍຕາມ ຊາວຢິວເຊື່ອວ່າ ມັນເປັນໄປບໍ່ໄດ້ສຳລັບພຣະເຈົ້າທີ່ຈະກະທຳສິ່ງນີ້ ແລະ ພວກເຂົາຄິດວ່າ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະສາມາດກາຍມາເປັນມະນຸດ ແລະ ປາກົດໃນຮູບຮ່າງຂອງພຣະເຢຊູເຈົ້າ. “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ກາຍມາເປັນພື້ນຖານທີ່ພວກເຂົາຕັດສິນລົງໂທດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ນໍາໄປສູ່ການທຳລາຍອິດສະຣາເອນໃນທີ່ສຸດ. ໃນປັດຈຸບັນ, ຫຼາຍຄົນໄດ້ກະທຳຄວາມຜິດພາດແບບດຽວກັນ. ພວກເຂົາປະກາດດ້ວຍກຳລັງທັງໝົດຂອງພວກເຂົາເຖິງການປາກົດຕົວຂອງພຣະເຈົ້າທີ່ກຳລັງຈະເກີດຂຶ້ນ, ແຕ່ໃນເວລາດຽວກັນກໍຕັດສິນລົງໂທດການປາກົດຕົວຂອງພຣະອົງ; “ຄວາມເປັນໄປບໍ່ໄດ້” ຂອງພວກເຂົາໄດ້ຈໍາກັດການປາກົດຕົວຂອງພຣະເຈົ້າອີກຄັ້ງ ໃຫ້ຢູ່ພາຍໃນຂອບເຂດຈິນຕະນາການຂອງພວກເຂົາ. ດ້ວຍເຫດນັ້ນ ເຮົາຈຶ່ງເຫັນຫຼາຍຄົນຮ້ອງໂຮຫົວຂວັນຢ່າງຄຶກຄື້ນ ແລະ ຟົດຟື້ນຫຼັງຈາກທີ່ໄດ້ຮຽນຮູ້ເຖິງພຣະທຳຂອງພຣະເຈົ້າ. ສຽງຫົວຂວັນນີ້ໄດ້ແຕກຕ່າງຈາກການຕັດສິນລົງໂທດ ແລະ ການໝິ່ນປະໝາດຂອງຊາວຢິວບໍ? ພວກເຈົ້າບໍ່ມີຄວາມເຄົາລົບນັບຖືໃນການສະຖິດແຫ່ງຄວາມຈິງ, ແລ້ວແຮງໄກທີ່ພວກເຈົ້າຈະມີທ່າທີໃນການສະແຫວາງຫາ. ສິ່ງດຽວທີ່ພວກເຈົ້າເຮັດກໍຄືການສຶກສາຢ່າງບໍ່ຈຳແນກ ແລະ ລໍຖ້າຢ່າງບໍ່ຫ່ວງໃຍຫຍັງເລີຍ. ພວກເຈົ້າຈະສາມາດໄດ້ຮັບຫຍັງແດ່ຈາກການສຶກສາ ແລະ ລໍຖ້າແບບນີ້? ພວກເຈົ້າຄິດວ່າພວກເຈົ້າຈະໄດ້ຮັບການຊີ້ນໍາເປັນການສ່ວນຕົວຈາກພຣະເຈົ້າບໍ? ຖ້າເຈົ້າບໍ່ສັງເກດຖ້ອຍຄຳຂອງພຣະເຈົ້າ, ເຈົ້າຈະມີຄຸນສົມບັດຫຍັງທີ່ຈະເປັນພະຍານໃຫ້ກັບການປາກົດຕົວຂອງພຣະເຈົ້າ? ບ່ອນໃດກໍຕາມທີ່ພຣະເຈົ້າປາກົດຕົວ, ຄວາມຈິງກໍຈະສຳແດງອອກໃນບ່ອນນັ້ນ ແລະ ສຽງຂອງພຣະເຈົ້າກໍຈະຢູ່ບ່ອນນັ້ນ. ມີພຽງແຕ່ຄົນທີ່ສາມາດຍອມຮັບຄວາມຈິງທີ່ສາມາດໄດ້ຍິນສຽງຂອງພຣະເຈົ້າໄດ້ ແລະ ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງມີຄຸນສົມບັດເປັນພະຍານໃນການປາກົດຕົວຂອງພຣະເຈົ້າໄດ້. ຈົ່ງປະຖິ້ມແນວຄິດຂອງເຈົ້າ! ຈົ່ງສະຫງົບຕົນເອງລົງ ແລະ ອ່ານພຣະທຳເຫຼົ່ານີ້ຢ່າງລະມັດລະວັງ. ຖ້າເຈົ້າປາຖະໜາຫາຄວາມຈິງ, ພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ເຈົ້າຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ພຣະທຳຂອງພຣະອົງ. ຈົ່ງປ່ອຍຖິ້ມຄວາມຄິດເຫັນຂອງພວກເຈົ້າກ່ຽວກັບ “ຄວາມເປັນໄປບໍ່ໄດ້!” ຍິ່ງຜູ້ຄົນເຊື່ອວ່າ ບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ສິ່ງນັ້ນກໍຍິ່ງມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນຫຼາຍສໍ່ານັ້ນ, ຍ້ອນສະຕິປັນຍາຂອງພຣະເຈົ້າບິນສູງກວ່າສະຫວັນ, ຄວາມຄິດຂອງພຣະເຈົ້າກໍສູງສົ່ງກວ່າຄວາມຄິດຂອງມະນຸດ ແລະ ພາລະກິດຂອງພຣະເຈົ້າກໍຢູ່ເໜືອຂອບເຂດຄວາມຄິດ ແລະ ແນວຄິດຂອງມະນຸດ. ຍິ່ງບາງສິ່ງເປັນໄປບໍ່ໄດ້ຫຼາຍສໍ່າໃດ, ມັນກໍຍິ່ງມີຄວາມຈິງທີ່ສາມາດສະແຫວງຫາໄດ້ຫຼາຍສໍ່ານັ້ນ; ຍິ່ງບາງສິ່ງຢູ່ເໜືອແນວຄິດ ແລະ ຈິນຕະນາການຂອງມະນຸດຫຼາຍສໍ່າໃດ, ມັນກໍ່ມີຄວາມປະສົງຂອງພຣະເຈົ້າຫຼາຍສໍ່ານັ້ນ. ນີ້ກໍຍ້ອນວ່າ ບໍ່ວ່າພຣະອົງຈະເປີດເຜີຍຕົວພຣະອົງເອງຢູ່ບ່ອນໃດກໍຕາມ, ພຣະເຈົ້າກໍຍັງຄົງເປັນພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງບໍ່ປ່ຽນແປງໄປຕາມສະຖານທີ່ ຫຼື ຮູບລັກສະນະຂອງການປາກົດຕົວຂອງພຣະອົງ. ອຸປະນິໄສຂອງພຣະເຈົ້າຈະຍັງຄົງເໝືອນເດີມ ບໍ່ວ່າຮອຍພຣະບາດຂອງພຣະອົງຈະຢູ່ບ່ອນໃດກໍຕາມ ແລະ ບໍ່ວ່າຮອຍພຣະບາດຂອງພຣະເຈົ້າຈະຢູ່ທີ່ໃດ, ພຣະອົງກໍເປັນພຣະເຈົ້າຂອງມະນຸດຊາດທັງປວງ, ເໝືອນດັ່ງພຣະເຢຊູເຈົ້າ ພຣະອົງບໍ່ໄດ້ເປັນພຽງພຣະເຈົ້າຂອງຊາວອິດສະຣາເອນ, ແຕ່ຍັງເປັນພຣະເຈົ້າຂອງທຸກຄົນໃນອາຊີ, ເອີຣົບ ແລະ ອາເມຣິກາອີກດ້ວຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະເຈົ້າອົງດຽວເທົ່ານັ້ນໃນຈັກກະວານທັງປວງ. ສະນັ້ນ ໃຫ້ພວກເຮົາສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ຄົ້ນພົບການປາກົດຕົວຂອງພຣະອົງໃນພຣະທໍາຂອງພຣະອົງ ແລະ ກ້າວເດີນໄປພ້ອມກັນກັບບາດກ້າວຂອງພຣະອົງ! ພຣະເຈົ້າເປັນຄວາມຈິງ, ຫົນທາງ ແລະ ຊີວິດ. ພຣະທຳຂອງພຣະອົງ ແລະ ການປາກົດຕົວຂອງພຣະອົງເກີດຂຶ້ນພ້ອມກັນ; ອຸປະນິໄສ ແລະ ຮອຍພຣະບາດຂອງພຣະອົງເປີດເຜີຍໃຫ້ກັບມະນຸດຊາດໄດ້ທຸກເວລາ. ດັ່ງນັ້ນ, ເຖິງອ້າຍເອື້ອຍນ້ອງຂອງເຮົາ, ເຮົາຫວັງວ່າ ພວກເຈົ້າຈະສາມາດເຫັນການປາກົດຕົວຂອງພຣະເຈົ້າໃນພຣະທຳເຫຼົ່ານີ້, ເລີ່ມຕົ້ນຕິດຕາມຮອຍບາດກ້າວຂອງພຣະອົງ ໃນຂະນະທີ່ພວກເຈົ້າກໍາລັງກ້າວຂ້າມໄປສູ່ຍຸກໃໝ່ ແລະ ເຂົ້າສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ທີ່ສວຍງາມ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົ້າ ແລະ ຜູ້ຄົນທີ່ລໍຖ້າການປາກົດຂອງພຣະອົງ!

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 1: ການປາກົດຕົວຂອງພຣະເຈົ້າໄດ້ນໍາພາໄປສູ່ຍຸກໃໝ່

ກ່ອນນີ້: 1. ການຮູ້ຈັກແຫຼ່ງທີ່ມາຂອງການທີ່ຜູ້ຄົນຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ

ຕໍ່ໄປ: 3. ໃນຄວາມເຊື່ອໃນພຣະເຈົ້າ, ເຈົ້າຄວນສ້າງຄວາມສຳພັນປົກກະຕິກັບພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້