ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່

ພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ໄດ້ດຳລົງຊີວິດຢູ່ເທິງແຜ່ນດິນໂລກເປັນເວລາສາມສິບສາມປີເຄິ່ງ ແລະ ພຣະອົງປະຕິບັດພັນທະກິດຂອງພຣະອົງເປັນເວລາພຽງແຕ່ສາມປີເຄິ່ງຈາກບັນດາປີເຫຼົ່ານັ້ນ. ທັງໃນໄລຍະເວລາທີ່ພຣະອົງປະຕິບັດພາລະກິດ ແລະ ກ່ອນເວລາທີ່ພຣະອົງເລີ່ມປະຕິບັດພາລະກິດ, ພຣະອົງມີຄວາມເປັນມະນຸດທີ່ທຳມະດາ. ພຣະອົງສະຖິດຢູ່ກັບຄວາມເປັນມະນຸດທີ່ທຳມະດາຂອງພຣະອົງເປັນເວລາສາມສິບສາມປີເຄິ່ງ. ຕະຫຼອດໄລຍະເວລາສາມປີເຄິ່ງສຸດທ້າຍນັ້ນ ພຣະອົງເປີດເຜີຍຕົນເອງວ່າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງປາກົດຕົວດ້ວຍຄວາມເປັນມະນຸດທຳມະດາ ແລະ ສາມັນ ໂດຍບໍ່ໄດ້ສະແດງເຄື່ອງໝາຍເຖິງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ພຽງແຕ່ຫຼັງຈາກພຣະອົງເລີ່ມຕົ້ນທີ່ປະຕິບັດພັນທະກິດຂອງພຣະອົງຢ່າງເປັນທາງການ ຄວາມເປັນພຣະເຈົ້າຂອງພຣະອົງຈຶ່ງໄດ້ຖືກເປີດເຜີຍອອກ. ຊີວິດ ແລະ ພາລະກິດຂອງພຣະອົງໃນໄລຍະເວລາຊາວເກົ້າປີທຳອິດສະແດງໃຫ້ເຫັນວ່າ ພຣະອົງເປັນມະນຸດທີ່ແທ້ຈິງ, ເປັນບຸດຂອງມະນຸດ ແລະ ເປັນຮ່າງກາຍທີ່ມີເນື້ອໜັງ, ຍ້ອນພັນທະກິດຂອງພຣະອົງພຽງແຕ່ເລີ່ມຕົ້ນຢ່າງຈິງຈັງຫຼັງຈາກອາຍຸໄດ້ຊາວເກົ້າປີ. “ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ເຮັດພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ, ຍັງບໍ່ເຕີບໃຫຍ່ເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງເຕີບໃຫຍ່ເທົ່ານັ້ນ ຈຶ່ງສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຈຶ່ງຕ້ອງເຕີບໂຕ ແລະ ເຕີບໃຫຍ່, ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ, ໃນຂະນະທີ່ຂັ້ນຕອນທີສອງນັ້ນ ຍ້ອນຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ໄດ້ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ການອັດສະຈັນຕ່າງໆ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນຄຸນສົມບັດທາງທໍາມະຊາດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນເປືອກນອກຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນຄວາມເປັນມະນຸດຂອງພຣະເຈົ້າຮັບໃຊ້ຈຸດປະສົງຢ່າງດຽວໃນການເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໃນເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູ່ໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ຜູ້ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ໂດຍແກ່ນແທ້ແລ້ວ ພາລະກິດຂອງພຣະອົງແມ່ນຖືກກະທຳໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ຍັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີເປືອກນອກຂອງມະນຸດ ແລະ ແກ່ນແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດໄດ້ມີຄວາມເປັນມະນຸດແລ້ວ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກການປາກົດຕົວພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງແມ່ນຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ໃຫ້ມັນເປັນເລື່ອງທີ່ຍາກທີ່ສຸດສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ຜູ້ຄົນແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ອັນແທ້ຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ໃນຄວາມເປັນຈິງ ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງແມ່ນການປະສົມປະສານລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະສົມປະສານນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເອງເທິງແຜ່ນດິນໂລກ.

ຊີວິດທີ່ພຣະເຢຊູດຳລົງຢູ່ເທິງແຜ່ນດິນໂລກແມ່ນຊີວິດທຳມະດາຂອງເນື້ອໜັງ. ພຣະອົງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິຂອງເນື້ອໜັງຂອງພຣະອົງ. ສິດອຳນາດຂອງພຣະອົງ ນັ້ນກໍຄືການປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທຳຂອງພຣະອົງ ຫຼື ເພື່ອຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ເພື່ອກະທຳສິ່ງທີ່ພິເສດຕ່າງໆບໍ່ໄດ້ເປີດເຜີຍຕົວມັນເອງເປັນສ່ວນໃຫຍ່ ຈົນກະທັງພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ. ຊີວິດຂອງພຣະອົງກ່ອນອາຍຸຊາວເກົ້າປີ, ກ່ອນພຣະອົງປະຕິບັດພັນທະກິດຂອງພຣະອົງ ຄືຫຼັກຖານພິສູດໃຫ້ເຫັນຢ່າງພຽງພໍແລ້ວວ່າ ພຣະອົງເປັນພຽງຮ່າງກາຍທີ່ເປັນເນື້ອໜັງທຳມະດາ. ຍ້ອນສິ່ງນີ້ ແລະ ຍ້ອນພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ຜູ້ຄົນບໍ່ໄດ້ເຫັນສິ່ງສັກສິດໃນຕົວພຣະອົງ, ບໍ່ໄດ້ເຫັນຫຍັງ ນອກຈາກສິ່ງທີ່ເກີນມະນຸດປົກກະຕິ, ນັ້ນກໍຄື ມະນຸດທຳມະດາສາມັນ, ດັ່ງໃນເວລານັ້ນ ມີບາງຄົນເຊື່ອວ່າພຣະອົງເປັນລູກຊາຍຂອງໂຢເຊບ. ຜູ້ຄົນຄິດວ່າ ພຣະອົງເປັນລູກຊາຍຂອງມະນຸດທຳມະດາ ພວກເຂົາບໍ່ມີທາງບອກໄດ້ເລີຍວ່າ ພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ; ແມ່ນແຕ່ໃນຊ່ວງເວລາການປະຕິບັດພັນທະກິດຂອງພຣະອົງ ພຣະອົງປະຕິບັດສິ່ງອັດສະຈັນຫຼາຍຢ່າງ, ຄົນສ່ວນໃຫຍ່ກໍຍັງເວົ້າວ່າ ພຣະອົງເປັນລູກຊາຍຂອງໂຢເຊບ ຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງຄວາມເປັນມະນຸດທຳມະດາ. ຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ພາລະກິດຂອງພຣະອົງ ທັງສອງສິ່ງນີ້ເກີດຂຶ້ນເພື່ອບັນລຸຄວາມໝາຍຂອງການບັງເກີດເປັນມະນຸດຄັ້ງທຳອິດ ເຊິ່ງພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ສະຖິດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ແລະ ກາຍມາເປັນມະນຸດທຳມະດາຢ່າງສິ້ນເຊີງ. ຄວາມເປັນມະນຸດທຳມະດາຂອງພຣະອົງກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງນັ້ນ ເປັນຫຼັກຖານພິສູດໃຫ້ເຫັນວ່າ ພຣະອົງເປັນເນື້ອໜັງທີ່ທຳມະດາ; ແລະ ຫຼັງຈາກພຣະອົງໄດ້ປະຕິບັດພາລະກິດກໍຍັງພິສູດໃຫ້ເຫັນວ່າພຣະອົງຍັງເປັນມະນຸດທຳມະດາ, ຍ້ອນວ່າພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ເຫດຜົນທີ່ພຣະອົງສາມາດປະຕິບັດສິ່ງອັດສະຈັນກໍຍ້ອນວ່າ ເນື້ອໜັງຂອງພຣະອົງເກີດຈາກສິດອຳນາດຂອງພຣະເຈົ້າ, ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່. ພຣະອົງໄດ້ມີສິດອຳນາດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າ ແລະ ມັນບໍ່ໄດ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເປັນເນື້ອໜັງ. ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍແມ່ນພາລະກິດທີ່ພຣະອົງຕ້ອງປະຕິບັດໃນພັນທະກິດຂອງພຣະອົງ, ມັນເປັນການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງທີ່ເຊື່ອງຊ້ອນຢູ່ໃນຄວາມເປັນມະນຸດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະສະແດງໝາຍສຳຄັນໃດກໍຕາມ ຫຼື ພຣະອົງສະແດງສິດອໍານາດຂອງພຣະອົງແນວໃດກໍຕາມ ພຣະອົງກໍຍັງຢູ່ໃນຄວາມເປັນມະນຸດທຳມະດາ ແລະ ຍັງເປັນເນື້ອໜັງທີ່ທຳມະດາ. ຈົນເຖິງຈຸດທີ່ພຣະອົງຟື້ນຄືນຊີບຫຼັງຈາກທີ່ໄດ້ຕາຍເທິງໄມ້ກາງແຂນ, ພຣະອົງກໍໄດ້ດຳລົງຊີວິດຢູ່ກັບເນື້ອໜັງທຳມະດາ. ການປະທານພຣະຄຸນ, ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍທັງໝົດແມ່ນລ້ວນແລ້ວແຕ່ເປັນສ່ວນຂອງພັນທະກິດຂອງພຣະອົງ, ພວກມັນກໍລ້ວນແລ້ວແຕ່ເປັນພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງທຳມະດາຂອງພຣະອົງ. ກ່ອນທີ່ພຣະອົງຈະໄປທີ່ໄມ້ກາງແຂນ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ພຣະອົງບໍ່ເຄີຍອອກຈາກເນື້ອໜັງມະນຸດທຳມະດາຂອງພຣະອົງເລີຍ. ພຣະອົງເອງເປັນພຣະເຈົ້າ, ປະຕິບັດພາລະກິດຂອງພຣະເຈົ້າເອງ ແຕ່ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ, ພຣະອົງກິນອາຫານ ແລະ ນຸ່ງເສື້ອຜ້າ, ມີຄວາມຕ້ອງການແບບມະນຸດປົກກະຕິ, ມີເຫດຜົນແບບມະນຸດປົກກະຕິ ແລະ ມີຈິດໃຈແບບມະນຸດປົກກະຕິ. ທັງໝົດນີ້ເປັນຫຼັກຖານພິສູດໃຫ້ເຫັນແລ້ວວ່າ ພຣະອົງເປັນມະນຸດທຳມະດາ ເຊິ່ງພິສູດວ່າເນື້ອໜັງບັງເກີດເປັນມະນຸດຂອງພຣະອົງແມ່ນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ແລະ ບໍ່ແມ່ນເນື້ອໜັງທີ່ເໜືອທຳມະຊາດ. ໜ້າທີ່ຂອງພຣະອົງກໍຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າສຳເລັດລົງ, ເພື່ອສຳເລັດພັນທະກິດຂອງການບັງເກີດເປັນມະນຸດໃນຄັ້ງທຳອິດທີ່ຄວນປະຕິບັດ. ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືມະນຸດທຳມະດາສາມັນ, ປົກກະຕິປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ແລະ ເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້. ໃນລະຫວ່າງການມາຄັ້ງທຳອິດຂອງພຣະອົງ ຖ້າພຣະເຈົ້າບໍ່ມີຄວາມເປັນມະນຸດທຳມະດາກ່ອນອາຍຸຊາວເກົ້າປີ, ຖ້າທັນທີທີ່ພຣະອົງກຳເນີດ ພຣະອົງສາມາດປະຕິບັດສິ່ງອັດສະຈັນໄດ້, ຖ້າທັນທີທີ່ພຣະອົງຮຽນເວົ້າ ພຣະອົງສາມາດກ່າວພາສາແຫ່ງສະຫວັນໄດ້, ຖ້າຊ່ວງເວລາທີ່ພຣະອົງກ້າວຂາຄັ້ງທຳອິດເທິງແຜ່ນດິນໂລກ ພຣະອົງສາມາດເຂົ້າໃຈທຸກບັນຫາພາຍໃນໂລກ, ແຍກແຍະຄວາມຄິດ ແລະ ເຈດຕະນາຂອງທຸກຄົນອອກ, ບຸກຄົນດັ່ງກ່າວກໍຈະບໍ່ຖືກເອີ້ນວ່າມະນຸດທຳມະດາ ແລະ ເນື້ອໜັງດັ່ງກ່າວກໍຈະບໍ່ຖືກເອີ້ນວ່າ ເນື້ອໜັງຂອງມະນຸດ. ຖ້າສິ່ງນີ້ເປັນຈິງກັບພຣະຄຣິດ ແລ້ວຄວາມໝາຍ ແລະ ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະສູນເສຍໄປ. ການທີ່ພຣະອົງມີຄວາມເປັນມະນຸດທຳມະດາພິສູດໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດມະນຸດໃນເນື້ອໜັງ; ຄວາມເປັນຈິງທີ່ພຣະອົງຜ່ານຂະບວນການເຕີບໂຕຂອງມະນຸດທີ່ເປັນປົກກະຕິຍັງສຳແດງໃຫ້ເຫັນອີກວ່າ ພຣະອົງເປັນເນື້ອໜັງທຳມະດາ; ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງກໍເປັນຫຼັກຖານພຽງພໍວ່າ ພຣະອົງຄືພຣະທຳຂອງພຣະເຈົ້າ, ເປັນພຣະວິນຍານຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ. ພຣະເຈົ້າກາຍມາເປັນເນື້ອໜັງກໍຍ້ອນຄວາມຕ້ອງການຂອງພາລະກິດຂອງພຣະອົງ; ເວົ້າອີກຢ່າງກໍຄື ຂັ້ນຕອນນີ້ຂອງພາລະກິດຈໍາເປັນຕ້ອງໄດ້ເຮັດຜ່ານເນື້ອໜັງ ແລະ ເຮັດຜ່ານໃນຄວາມເປັນມະນຸດທຳມະດາ. ນີ້ແມ່ນເງື່ອນໄຂທີ່ຕ້ອງໃຫ້ມີກ່ອນດໍາເນີນພາລະກິດ ສຳລັບ “ພຣະທຳກາຍມາເປັນເນື້ອໜັງ” ແລະ ສຳລັບ “ການປະກົດຂອງພຣະທຳໃນເນື້ອໜັງ” ແລະ ມັນຄືເລື່ອງລາວທີ່ແທ້ຈິງທີ່ຢູ່ເບື້ອງຫຼັງການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ຜູ້ຄົນອາດເຊື່ອວ່າ ພຣະເຢຊູເຮັດສິ່ງອັດສະຈັນຕະຫຼອດຊີວິດຂອງພຣະອົງ, ພຣະອົງບໍ່ສະແດງໝາຍສຳຄັນຂອງຄວາມເປັນມະນຸດຈົນກວ່າພາລະກິດຂອງພຣະອົງເທິງແຜ່ນດິນໂລກສິ້ນສຸດລົງ, ພຣະອົງບໍ່ໄດ້ມີຄວາມຕ້ອງການແບບມະນຸດປົກກະຕິ ຫຼື ມີຄວາມອ່ອນແອ ຫຼື ຄວາມຮູ້ສຶກແບບມະນຸດ, ບໍ່ຕ້ອງການສິ່ງທີ່ຈຳເປັນພື້ນຖານຂອງຊີວິດ ຫຼື ມີຄວາມຄິດແບບມະນຸດທຳມະດາ. ພວກເຂົາຈິນຕະນາການວ່າພຣະອົງມີພຽງແຕ່ຈິດໃຈທີ່ເໜືອມະນຸດ, ຄວາມເປັນມະນຸດທີ່ເໜືອທໍາມະຊາດ. ພວກເຂົາເຊື່ອວ່າ ເນື່ອງຈາກວ່າພຣະອົງເປັນພຣະເຈົ້າ, ພຣະອົງບໍ່ຄວນມີຄວາມຄິດ ແລະ ມີຊີວິດຄືກັບມະນຸດທຳມະດາ, ເຊື່ອວ່າມີພຽງບຸກຄົນທຳມະດາ ທີ່ເປັນມະນຸດແທ້ຈິງເທົ່ານັ້ນທີ່ສາມາດມີຄວາມຄິດແບບມະນຸດປົກກະຕິ ແລະ ມີຊີວິດແບບມະນຸດທໍາມະດາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ແນວຄິດຂອງມະນຸດທັງໝົດ ແລະ ແນວຄິດເຫຼົ່ານີ້ຂັດກັນກັບເຈດຕະນາເດີມຂອງພາລະກິດຂອງພຣະເຈົ້າ. ການຄິດແບບມະນຸດທຳມະດາສະໜັບສະໜູນເຫດຜົນແບບມະນຸດທຳມະດາ ແລະ ຄວາມເປັນມະນຸດທີ່ທຳມະດາ; ຄວາມເປັນມະນຸດທີ່ທຳມະດາສະໜັບສະໜູນໜ້າທີ່ທຳມະດາຂອງເນື້ອໜັງ; ແລະ ໜ້າທີ່ທຳມະດາຂອງເນື້ອໜັງກໍເຮັດໃຫ້ຊີວິດທີ່ທຳມະດາຂອງເນື້ອໜັງຢູ່ໃນຄວາມສົມບູນຂອງເນື້ອໜັງ. ມີພຽງແຕ່ການປະຕິບັດພາລະກິດໃນເນື້ອໜັງດັ່ງກ່າວ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການບັງເກີດເປັນມະນຸດຂອງພຣະອົງໄດ້. ຖ້າພຣະເຈົ້າທີ່ບັງເກີດມາເປັນມະນຸດມີພຽງແຕ່ເປືອກນອກຂອງເນື້ອໜັງ ແຕ່ບໍ່ຄິດແບບມະນຸດທຳມະດາ ແລ້ວເນື້ອໜັງນີ້ຈະບໍ່ມີເຫດຜົນຂອງມະນຸດເລີຍ ແຮງໄກທີ່ຈະມີຄວາມເປັນມະນຸດທີ່ແທ້ຈິງ. ເນື້ອໜັງແບບນີ້ ທີ່ປາສະຈາກຄວາມເປັນມະນຸດ ຈະສາມາດສຳເລັດພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຄວນປະຕິບັດໄດ້ແນວໃດ? ຄວາມຄິດທຳມະດາສະໜັບສະໜູນທຸກລັກສະນະຂອງຊີວິດມະນຸດ; ຫາກປາສະຈາກຄວາມຄິດທຳມະດາ ຄົນໜຶ່ງຈະບໍ່ແມ່ນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບຸກຄົນທີ່ບໍ່ມີຄວາມຄິດທຳມະດາແມ່ນຄົນທີ່ປ່ວຍທາງຈິດ ແລະ ພຣະຄຣິດທີ່ບໍ່ມີຄວາມເປັນມະນຸດ ມີແຕ່ຄວາມເປັນພຣະເຈົ້າ ແມ່ນບໍ່ສາມາດເວົ້າໄດ້ວ່າເປັນເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ. ແລ້ວເນື້ອໜັງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດຈະສາມາດບໍ່ມີຄວາມເປັນມະນຸດທຳມະດາໄດ້ແນວໃດ? ມັນບໍ່ແມ່ນເປັນການໝິ່ນປະໝາດບໍທີ່ເວົ້າວ່າ ພຣະຄຣິດບໍ່ມີຄວາມເປັນມະນຸດ? ທຸກກິດຈະກຳທີ່ມະນຸດທຳມະດາເຂົ້າຮ່ວມແມ່ນອາໄສແນວຄິດທີ່ເຮັດວຽກປົກກະຕິຂອງມະນຸດ. ຫາກປາສະຈາກສິ່ງນັ້ນ ມະນຸດຈະປະພຶດຕົວຢ່າງຜິດປົກກະຕິ; ພວກເຂົາເຖິງກັບຈະບໍ່ສາມາດບອກຄວາມແຕກຕ່າງລະຫວ່າງສີດຳ ແລະ ສີຂາວ, ດີ ແລະ ຊົ່ວ; ແລະ ພວກເຂົາຈະບໍ່ມີຈັນຍາບັນ ແລະ ຫຼັກສິນທຳຂອງມະນຸດ. ໃນຮູບແບບດຽວກັນ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ຄິດຄືກັບມະນຸດທຳມະດາ ແລ້ວພຣະອົງຈະບໍ່ແມ່ນເນື້ອໜັງແທ້ຈິງ ທີ່ເປັນເນື້ອໜັງທຳມະດາ. ເນື້ອໜັງທີ່ບໍ່ມີແນວຄິດດັ່ງກ່າວຈະບໍ່ສາມາດປະຕິບັດພາລະກິດທີ່ສັກສິດໄດ້. ພຣະອົງຈະບໍ່ສາມາດເຂົ້າຮ່ວມໃນກິດຈະກຳຂອງເນື້ອໜັງທີ່ທຳມະດາແຮງໄກທີ່ຈະມີຊີວິດຢູ່ຮ່ວມກັບມະນຸດເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະເຈົ້າ, ແກ່ນແທ້ຂອງການມາເປັນເນື້ອໜັງຂອງພຣະເຈົ້າ ຈະສູນເສຍໄປ. ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດທັງໝົດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງນີ້ບໍ່ມີແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມຄິດແບບມະນຸດປົກກະຕິ ພາລະກິດຂອງພຣະອົງກໍບໍ່ໄດ້ຖືກເຈືອປົນໂດຍຄວາມຄິດຂອງມະນຸດ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ຄວາມຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ມີຄວາມເປັນມະນຸດດ້ວຍຄວາມຄິດ ແຕ່ບໍ່ແມ່ນໂດຍການປະຕິບັດຂອງຄວາມຄິດແບບມະນຸດທີ່ທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະສູງສົ່ງໜ້ອຍຫຼາຍພຽງໃດ ໃນພາລະກິດຂອງພຣະອົງກໍຈະບໍ່ໄດ້ມີມົນທິນໂດຍເຫດຜົນ ຫຼື ການຄິດ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັ່ນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ແລະ ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດການເອົາຊະນະໃນປັດຈຸບັນ ແມ່ນພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ແຕ່ບໍ່ແມ່ນພາລະກິດແຫ່ງຄວາມປະສົງຂອງມະນຸດ, ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງໃນຄວາມເປັນມະນຸດທີ່ມີແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ແກ່ນແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.

ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງມີພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ຜູ້ຄົນພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງເປັນເຄື່ອງພິສູດວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ໄດ້ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ເຊິ່ງມັນເປັນເຄື່ອງພິສູດວ່າ ພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງມະນຸດຢ່າງສົມບູນ, ໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ເຊິ່ງມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມັນຈຳເປັນສຳລັບພຣະເຈົ້າທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ຍ້ອນພາລະກິດຂອງພຣະອົງແມ່ນການໄຖ່ບາບ. ເພື່ອໄຖ່ບາບໃຫ້ມະນຸດຊາດທັງໝົດ ພຣະອົງຕ້ອງມີຄວາມຮັກກະລຸນາ ແລະ ການໃຫ້ອະໄພ. ພາລະກິດທີ່ພຣະອົງປະຕິບັດກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງແຂນແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ ເຊິ່ງໄດ້ສະແດງເຖິງຄວາມລອດພົ້ນຂອງມະນຸດຈາກຄວາມບາບ ແລະ ຄວາມສົກກະປົກ. ຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ, ມັນຈຶ່ງຈຳເປັນທີ່ພຣະອົງຈະຮັກສາຄົນປ່ວຍ ແລ້ວສະແດງໝາຍສຳຄັນ ແລະ ສິ່ງອັດສະຈັນ, ເຊິ່ງເປັນຕົວແທນຂອງພຣະຄຸນໃນຍຸກນັ້ນ; ຍ້ອນວ່າຍຸກແຫ່ງພຣະຄຸນແມ່ນແນໃສ່ໃນການປະທານພຣະຄຸນ, ເປັນສັນຍາລັກແຫ່ງຄວາມສະຫງົບສຸກ, ຄວາມຊື່ນຊົມຍິນດີ ແລະ ການໃຫ້ພອນທາງວັດຖຸ, ຄວາມເຊື່ອຂອງຄົນທຸກຮູບແບບໃນພຣະເຢຊູ. ນັ້ນເວົ້າໄດ້ວ່າ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການປະທານພຣະຄຸນແມ່ນຄວາມສາມາດຕາມສັນຊາດຕະຍານຂອງເນື້ອໜັງຂອງພຣະເຢຊູໃນຍຸກແຫ່ງພຣະຄຸນ, ສິ່ງເຫຼົ່ານັ້ນເປັນພາລະກິດທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ. ແຕ່ໃນຂະນະທີ່ພຣະອົງປະຕິບັດພາລະກິດດັ່ງກ່າວ ພຣະອົງມີຊີວິດໃນເນື້ອໜັງມະນຸດ ແລະ ພຣະອົງບໍ່ໄດ້ຢູ່ເໜືອມະນຸດ. ບໍ່ວ່າພຣະອົງຮັກສາຄົນປ່ວຍດ້ວຍວິທີໃດກໍຕາມ, ພຣະອົງກໍຍັງມີຄວາມເປັນມະນຸດທຳມະດາ, ຍັງມີຊີວິດແບບມະນຸດປົກກະຕິ. ເຫດຜົນທີ່ເຮົາກ່າວວ່າ ໃນລະຫວ່າງຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງປະຕິບັດພາລະກິດທັງໝົດຂອງພຣະວິນຍານ ກໍເພາະວ່າ ບໍ່ວ່າພຣະອົງປະຕິບັດພາລະກິດຫຍັງກໍຕາມ ພຣະອົງປະຕິບັດຜ່ານເນື້ອໜັງ. ແຕ່ຍ້ອນພາລະກິດຂອງພຣະອົງ, ຜູ້ຄົນໄດ້ບໍ່ຖືວ່າ ເນື້ອໜັງຂອງພຣະອົງມີແກ່ນແທ້ຂອງເນື້ອໜັງມະນຸດຢ່າງສົມບູນ, ຍ້ອນເນື້ອໜັງນີ້ສາມາດປະຕິບັດສິ່ງອັດສະຈັນໄດ້ ແລະ ໃນຊ່ວງເວລາໃດໜຶ່ງແມ່ນສາມາດເຮັດສິ່ງທີ່ຢູ່ເໜືອມະນຸດໄດ້. ແນ່ນອນ ທຸກສິ່ງຢ່າງທີ່ເກີດຂຶ້ນທັງໝົດເກີດຂຶ້ນຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ, ເຊັ່ນ ການທີ່ພຣະອົງຖືກທົດລອງເປັນເວລາສີ່ສິບມື້ ຫຼື ການແປງກາຍຢູ່ເທິງພູເຂົາ. ສະນັ້ນ ດ້ວຍພຣະເຢຊູ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າຍັງບໍ່ສົມບູນ, ພຽງແຕ່ເຮັດໃຫ້ສຳເລັດບາງສ່ວນເທົ່ານັ້ນ. ຊີວິດທີ່ພຣະອົງດໍາລົງຜ່ານເນື້ອໜັງກ່ອນເລີ່ມຕົ້ນພາລະກິດຂອງພຣະອົງນັ້ນ ແມ່ນຢູ່ໃນຮູບແບບທຳມະດາທຸກຢ່າງ. ຫຼັງຈາກພຣະອົງເລີ່ມຕົ້ນພາລະກິດ ພຣະອົງຮັກສາໄວ້ພຽງແຕ່ເປືອກນອກຂອງເນື້ອໜັງຂອງພຣະອົງ. ຍ້ອນວ່າ ພາລະກິດຂອງພຣະອົງແມ່ນການສະແດງເຖິງຄວາມເປັນພຣະເຈົ້ານັ້ນ, ເຊິ່ງມັນຢູ່ເໜືອໜ້າທີ່ທຳມະດາຂອງເນື້ອໜັງ. ໃນທີ່ສຸດແລ້ວ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າແຕກຕ່າງຈາກມະນຸດທີ່ມີເລືອດ ແລະ ເນື້ອ. ແນ່ນອນ ໃນຊີວິດປະຈຳວັນຂອງພຣະອົງ ພຣະອົງຕ້ອງການອາຫານ, ເສື້ອຜ້າ, ການນອນ ແລະ ທີ່ພັກອາໄສຄືກັບຄົນອື່ນໆ, ພຣະອົງຕ້ອງການຄວາມຈຳເປັນທັງໝົດທີ່ປົກກະຕິ ແລະ ມີຄວາມຮູ້ສຶກເປັນມະນຸດທຳມະດາ ແລະ ຄວາມຄິດຄືກັບມະນຸດທຳມະດາ. ຜູ້ຄົນຍັງເຫັນວ່າພຣະອົງເປັນມະນຸດທຳມະດາ ຍົກເວັ້ນແຕ່ວ່າ ພາລະກິດທີ່ພຣະອົງກະທຳເປັນສິ່ງທີ່ເໜືອທຳມະຊາດ. ຕາມຄວາມເປັນຈິງແລ້ວ ບໍ່ວ່າພຣະອົງໄດ້ເຮັດຫຍັງກໍຕາມ ພຣະອົງມີຊີວິດໃນຄວາມເປັນມະນຸດທຳມະດາ ແລະ ບໍ່ມີຫຍັງພິເສດ ແລະ ຕາບເທົ່າທີ່ພຣະອົງປະຕິບັດພາລະກິດນັ້ນ, ຄວາມຮູ້ສຶກຂອງພຣະອົງກໍທຳມະດາໂດຍສະເພາະ, ຄວາມຄິດຂອງພຣະອົງກໍຊັດເຈນແຈ້ງເປັນພິເສດ, ຫຼາຍກວ່າມະນຸດທຳມະດາຄົນອື່ນໆ. ມັນຈຳເປັນສຳລັບພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ຈະມີຄວາມຄິດ ແລະ ຄວາມຮູ້ສຶກດັ່ງກ່າວ, ຍ້ອນພາລະກິດທີ່ສັກສິດຕ້ອງໄດ້ຖືກສະແດງຜ່ານເນື້ອໜັງ ເຊິ່ງມີຄວາມຮູ້ສຶກທີ່ທຳມະດາຫຼາຍ ແລະ ມີຄວາມຄິດທີ່ຊັດເຈນຫຼາຍ, ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເນື້ອໜັງຂອງພຣະອົງຈຶ່ງຈະສາມາດສະແດງອອກເຖິງພາລະກິດທີ່ສັກສິດໄດ້. ຕະຫຼອດເວລາສາມສິບສາມປີເຄິ່ງທີ່ພຣະເຢຊູມີຊີວິດຢູ່ເທິງແຜ່ນດິນໂລກ ເຊິ່ງພຣະອົງຮັກສາຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ແຕ່ຍ້ອນພາລະກິດຂອງພຣະອົງໃນລະຫວ່າງພັນທະກິດເວລາສາມປີເຄິ່ງນັ້ນ ຜູ້ຄົນຄິດວ່າ ພຣະອົງຢູ່ເໜືອກວ່າສິ່ງອື່ນໃດ, ພຣະອົງຢູ່ເໜືອກວ່າທຳມະຊາດກວ່າແຕ່ກ່ອນ. ແຕ່ໃນຄວາມເປັນຈິງ ຄວາມເປັນມະນຸດທີ່ທຳມະດາຂອງພຣະເຢຊູຍັງຄົງບໍ່ປ່ຽນແປງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງກໍຍັງຄືເກົ່າຕະຫຼອດເວລາ ແຕ່ວ່າຍ້ອນຄວາມແຕກຕ່າງລະຫວ່າງກ່ອນ ແລະ ຫຼັງຈາກທີ່ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ ມີສອງມຸມມອງທີ່ແຕກຕ່າງກັນເກີດຂຶ້ນ ກ່ຽວຂ້ອງກັບເນື້ອໜັງຂອງພຣະອົງ. ບໍ່ວ່າຜູ້ຄົນຄິດແນວໃດກໍຕາມ ພຣະເຈົ້າຜູ້ບັງເກີດເປັນມະນຸດຮັກສາຄວາມເປັນມະນຸດທີ່ທຳມະດາ ແລະ ແຕ່ດັ່ງເດີມຂອງພຣະອົງຕະຫຼອດເວລາ, ຍ້ອນວ່າ ນັບຕັ້ງແຕ່ທີ່ພຣະເຈົ້າບັງເກີດເປັນມະນຸດ ພຣະອົງມີຊີວິດຢູ່ໃນເນື້ອໜັງ, ເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ບໍ່ວ່າພຣະອົງຈະປະຕິບັດພັນທະກິດຂອງພຣະອົງ ຫຼື ບໍ່ກໍຕາມ, ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງບໍ່ສາມາດລົບລ້າງອອກໄດ້, ຍ້ອນວ່າຄວາມເປັນມະນຸດນັ້ນກໍຄືແກ່ນແທ້ພື້ນຖານຂອງເນື້ອໜັງ. ກ່ອນທີ່ພຣະເຢຊູຈະປະຕິບັດພັນທະກິດຂອງພຣະອົງ, ເນື້ອໜັງຂອງພຣະອົງກໍຢູ່ໃນສະພາບປົກກະຕິໂດຍສົມບູນ, ມີກິດຈະກຳທຸກສ່ວນຄືກັບມະນຸດທຳມະດາທົ່ວໄປ; ພຣະອົງບໍ່ໄດ້ປາກົດໃນລັກສະນະທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ, ບໍ່ໄດ້ສະແດງໝາຍສຳຄັນທີ່ເປັນໜ້າອັດສະຈັນໃດໆ. ໃນເວລານັ້ນ ພຣະອົງເປັນພຽງມະນຸດທຳມະດາສາມັນຜູ້ໜຶ່ງທີ່ເຄົາລົບບູຊາພຣະເຈົ້າ ເຖິງແມ່ນການສະແຫວງຫາຂອງພຣະອົງສັດຊື່ ແລະ ຈິງໃຈຫຼາຍກວ່າຄົນອື່ນໆເທົ່ານັ້ນ. ນີ້ແມ່ນວິທີການສະແດງອອກຂອງຄວາມເປັນມະນຸດທຳມະດາຂອງພຣະອົງ. ຍ້ອນພຣະອົງບໍ່ໄດ້ປະຕິບັດພາລະກິດໃດເລີຍກ່ອນທີ່ຈະເຂົ້າຮັບພັນທະກິດຂອງພຣະອົງ, ຈຶ່ງບໍ່ມີໃຜຮັບຮູ້ເຖິງຕົວຕົນຂອງພຣະອົງ, ບໍ່ມີໃຜສາມາດບອກໄດ້ວ່າ ເນື້ອໜັງຂອງພຣະອົງແຕກຕ່າງຈາກຄົນອື່ນ, ຍ້ອນພຣະອົງບໍ່ໄດ້ປະຕິບັດສິ່ງອັດສະຈັນແມ່ນແຕ່ຢ່າງດຽວ, ບໍ່ໄດ້ປະຕິບັດພາລະກິດຂອງພຣະອົງເອງແມ່ນແຕ່ໜ້ອຍດຽວ. ເຖິງຢ່າງໃດກໍຕາມ ຫຼັງຈາກທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງກໍຮັກສາເປືອກນອກຂອງຄວາມເປັນມະນຸດທຳມະດາ ແລະ ຍັງມີຊີວິດຢູ່ໂດຍໃຊ້ເຫດຜົນແບບມະນຸດທຳມະດາ ແຕ່ຍ້ອນວ່າ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດຂອງພຣະເຈົ້າເອງ, ໄດ້ເຂົ້າຮັບພັນທະກິດຂອງພຣະຄຣິດ ແລະ ປະຕິບັດພາລະກິດທີ່ມະນຸດ ທີ່ມີເລືອດເນື້ອບໍ່ສາມາດເຮັດໄດ້, ຜູ້ຄົນຈຶ່ງສັນນິຖານວ່າ ພຣະອົງບໍ່ໄດ້ມີຄວາມເປັນມະນຸດທີ່ທຳມະດາໄດ້ ແລະ ບໍ່ແມ່ນເນື້ອໜັງທຳມະດາຢ່າງສົມບູນ ແຕ່ເປັນເນື້ອໜັງທີ່ບໍ່ສົມບູນ. ຍ້ອນພາລະກິດທີ່ພຣະອົງປະຕິບັດ ຜູ້ຄົນຈຶ່ງກ່າວວ່າ ພຣະອົງເປັນພຣະເຈົ້າໃນເນື້ອໜັງທີ່ບໍ່ມີຄວາມເປັນມະນຸດທຳມະດາ. ສິ່ງດັ່ງກ່າວຄວາມເຂົ້າໃຈທີ່ຜິດພາດ ຍ້ອນວ່າ ຜູ້ຄົນບໍ່ເຂົ້າໃຈເຖິງຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ການເຂົ້າໃຈຜິດນີ້ເກີດຂຶ້ນຈາກຄວາມຈິງທີ່ວ່າ ພາລະກິດທີ່ພຣະເຈົ້າສະແດງຜ່ານເນື້ອໜັງ ຄືແມ່ນພາລະກິດທີ່ສັກສິດ, ສະແດງອອກໃນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ພຣະອົງອາໄສຢູ່ໃນເນື້ອໜັງ ແລະ ພາລະກິດຂອງພຣະອົງໃນຄວາມເປັນມະນຸດຂອງພຣະອົງປິດບັງຄວາມທຳມະດາຂອງຄວາມເປັນມະນຸດຂອງພຣະອົງ. ຍ້ອນເຫດຜົນນີ້ ຜູ້ຄົນເຊື່ອວ່າ ພຣະເຈົ້າບໍ່ມີຄວາມເປັນມະນຸດ ມີພຽງຄວາມເປັນພຣະເຈົ້າ.

ພຣະເຈົ້າ ໃນການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະອົງ ບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວໃນເນື້ອໜັງ. ໃນແກ່ນແທ້ແລ້ວ ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ, ເຖິງກັບທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ມັນຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງທີ່ຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດເລີຍ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ ແລະ ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທີ່ທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພຣະອົງ ຄົນໆໜຶ່ງສາມາດເຫັນເຖິງແກ່ນແທ້ຂອງເນື້ອໜັງທີ່ບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເມື່ອເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລ້ວຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການເພີ່ມ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ນັ້ນມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະຫຼະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ມັນແມ່ນດ້ວຍເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ. ແລ້ວມັນແມ່ນເນື້ອໜັງຂອງພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີສອງແທ້ໆທີ່ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ເອົາຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ ແລະ ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ ແລະ ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດລົງຢ່າງສົມບູນແບບ. ພາລະກິດການໄຖ່ບາບໃນເບື້ອງຕົ້ນເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ ແລະ ກຳຈັດແນວຄິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ໃນແກ່ນແທ້ແລ້ວ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນໄຮ້ເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ສໍາລັບພຣະອົງແລ້ວ ບໍ່ມີການຈຳແນກລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າພາລະກິດຈະບັນລຸຜົນຂອງມັນດ້ວຍວິທີແຫ່ງພຣະທຳ. ຍິ່ງໄປກວ່ານັ້ນ ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທໍາ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ເຊິ່ງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງຈຶ່ງເບິ່ງຄືວ່າທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ວ່າພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພຣະອົງທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ພຣະອົງກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ໃນພຣະເຈົ້າທີ່ບັງເກີດເປັນມະນຸດນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ມັນບໍ່ແມ່ນພັນທະກິດຂອງພຣະອົງທີ່ຈະຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ຍ້ອນພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ເປັນຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ ແລະ ສະນັ້ນ ຂັ້ນຕອນນີ້ແມ່ນເພື່ອເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ. ພຣະເຈົ້າທີ່ບັງເກີດເປັນມະນຸດໃນປັດຈຸບັນແມ່ນເນື້ອໜັງຢ່າງສົມບູນ ແລະ ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບພຣະອົງ. ພຣະອົງປ່ວຍຄືກັບຄົນອື່ນໆ, ຕ້ອງການອາຫານ ແລະ ເສື້ອຜ້າຄືກັບຄົນອື່ນໆ; ພຣະອົງເປັນເນື້ອໜັງຢ່າງສົມບູນ. ຖ້າໃນເວລານີ້ ພຣະເຈົ້າທີ່ບັງເກີດເປັນມະນຸດປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນທີ່ເໜືອທຳມະຊາດ ຖ້າພຣະອົງຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ຫຼື ສາມາດຂ້າດ້ວຍພຣະທຳຂໍ້ດຽວ, ພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ສຳເລັດໄດ້ແນວໃດ? ພາລະກິດຈະຂະຫຍາຍທ່າມກາງຊົນຕ່າງຊາດໄດ້ແນວໃດ? ການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ, ມັນແມ່ນຂັ້ນຕອນແລກໃນພາລະກິດແຫ່ງການໄຖ່ບາບ ແລະ ບັດນີ້ ພຣະເຈົ້າໄດ້ຊ່ວຍມະນຸດຈາກໄມ້ກາງແຂນແລ້ວ ພຣະອົງຈຶ່ງບໍ່ປະຕິບັດພາລະກິດນັ້ນອີກຕໍ່ໄປ. ຖ້າໃນຍຸກສຸດທ້າຍນັ້ນ “ພຣະເຈົ້າ” ທີ່ຄ້າຍຄືພຣະເຢຊູປາກົດຂຶ້ນ ເຊິ່ງເປັນຄົນທີ່ຮັກສາຄົນປ່ວຍ, ຂັບໄລ່ຜີຮ້າຍ ແລະ ຖືກຄຶງໃສ່ໄມ້ກາງແຂນ, “ພຣະເຈົ້າ” ອົງນັ້ນ ເຖິງແມ່ນຈະຄ້າຍຄືລັກສະນະພຣະເຈົ້າໃນພຣະຄໍາພີ ແລະ ມະນຸດຮັບເອົາຢ່າງງ່າຍດາຍ, ແຕ່ວ່າໃນແກ່ນແທ້ແລ້ວແມ່ນຈະບໍ່ແມ່ນເນື້ອໜັງທີ່ສະຖິດໂດຍພຣະວິນຍານຂອງພຣະເຈົ້າ, ແຕ່ໂດຍວິນຍານຊົ່ວຮ້າຍ. ຍ້ອນມັນເປັນຫຼັກການຂອງພາລະກິດຂອງພຣະເຈົ້າທີ່ຈະບໍ່ເຮັດຊໍ້າໃນສິ່ງທີ່ພຣະອົງໄດ້ເຮັດໃຫ້ສຳເລັດແລ້ວ. ດ້ວຍເຫດນັ້ນ ພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງຂອງພຣະເຈົ້າຈຶ່ງແຕກຕ່າງຈາກພາລະກິດຄັ້ງທຳອິດ. ໃນຍຸກສຸດທ້າຍ ພຣະເຈົ້າຮັບຮູ້ພາລະກິດແຫ່ງການເອົາຊະນະໃນເນື້ອໜັງທຳມະດາ ແລະ ບໍ່ມີຫຍັງພິເສດ; ພຣະອົງບໍ່ໄດ້ຮັກສາຄົນປ່ວຍ, ຈະບໍ່ຖືກຄຶງທີ່ໄມ້ກາງແຂນເພື່ອມະນຸດ, ມີພຽງແຕ່ກ່າວພຣະທຳໃນເນື້ອໜັງ, ເອົາຊະນະມະນຸດດ້ວຍເນື້ອໜັງ. ມີພຽງແຕ່ເນື້ອໜັງດັ່ງກ່າວເປັນເນື້ອໜັງທີ່ບັງເກີດຈາກພຣະເຈົ້າ; ມີພຽງແຕ່ເນື້ອໜັງດັ່ງກ່າວທີ່ສາມາດເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສົມບູນໄດ້.

ບໍ່ວ່າໃນຂັ້ນຕອນນີ້ ພຣະເຈົ້າຜູ້ບັງເກີດເປັນມະນຸດກຳລັງອົດທົນຕໍ່ຄວາມລຳບາກ ຫຼື ປະຕິບັດພັນທະກິດຂອງພຣະອົງກໍຕາມ, ພຣະອົງເຮັດແບບນັ້ນກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ, ຍ້ອນວ່າ ນີ້ແມ່ນການບັງເກີດຄັ້ງສຸດທ້າຍຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ສາມາດບັງເກີດເປັນມະນຸດສອງຄັ້ງ. ບໍ່ສາມາດມີຄັ້ງທີສາມໄດ້. ການບັງເກີດເປັນມະນຸດຄັ້ງທຳອິດເປັນຜູ້ຊາຍ, ຄັ້ງທີສອງເປັນຜູ້ຍິງ ແລະ ດ້ວຍເຫດນີ້ ພາບລັກສະນະເນື້ອໜັງຂອງພຣະເຈົ້າຈຶ່ງສົມບູນໃນຄວາມຄິດຂອງມະນຸດ; ຍິ່ງໄປກວ່ານັ້ນ ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດແລ້ວ. ໃນຄັ້ງທຳອິດ ພຣະເຈົ້າຜູ້ບັງເກີດເປັນມະນຸດມີຄວາມເປັນມະນຸດທຳມະດາ ເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເວລານີ້ ພຣະອົງກໍມີຄວາມເປັນມະນຸດທຳມະດາເຊັ່ນກັນ ແຕ່ຄວາມໝາຍຂອງການບັງເກີດເປັນມະນຸດແຕກຕ່າງກັນ: ການບັງເກີດເລິກເຊິ່ງກວ່າ ແລະ ພາລະກິດຂອງພຣະອົງກໍມີຄວາມໝາຍເລິກເຊິ່ງກວ່າ. ເຫດຜົນທີ່ພຣະເຈົ້າກາຍມາເປັນເນື້ອໜັງອີກຄັ້ງກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເມື່ອພຣະເຈົ້າໄດ້ສິ້ນສຸດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງຢ່າງສົມບູນແລ້ວ, ຄວາມໝາຍທັງໝົດຂອງການບັງເກີດເປັນມະນຸດ ນັ້ນກໍຄື ພາລະກິດຂອງພຣະເຈົ້າໃນເນື້ອໜັງມະນຸດ ຈະຖືກເຮັດໃຫ້ສົມບູນ ແລະ ຈະບໍ່ມີພາລະກິດໃດອີກທີ່ຈະເຮັດໃຫ້ສຳເລັດໂດຍຜ່ານເນື້ອໜັງມະນຸດ. ນັ້ນໝາຍຄວາມວ່າ ນັບຕັ້ງແຕ່ປັດຈຸບັນເປັນຕົ້ນໄປ ພຣະເຈົ້ານັ້ນຈະບໍ່ມາສະຖິດເຂົ້າສູ່ເນື້ອໜັງມະນຸດອີກຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງ. ພຣະເຈົ້າປະຕິບັດພາລະກິດຂອງການບັງເກີດເປັນມະນຸດເພື່ອພຽງຊ່ວຍໃຫ້ມະນຸດລອດພົ້ນ ແລະ ເຮັດໃຫ້ມະນຸດຊາດສົມບູນແບບເທົ່ານັ້ນ. ເວົ້າອີກແບບໜຶ່ງກໍຄື ມັນບໍ່ແມ່ນເລື່ອງປົກກະຕິສຳລັບພຣະເຈົ້າທີ່ຈະເຂົ້າມາສູ່ເນື້ອໜັງ, ນອກຈາກເພື່ອຜົນປະໂຫຍດແຫ່ງພາລະກິດ. ໂດຍການມາເຂົ້າສູ່ເນື້ອໜັງເພື່ອປະຕິບັດພາລະກິດ ພຣະອົງສະແດງໃຫ້ຊາຕານເຫັນວ່າ ພຣະເຈົ້າເປັນເນື້ອໜັງ, ເປັນບຸກຄົນທຳມະດາ ແລະ ບຸກຄົນທີ່ບໍ່ມີຫຍັງພິເສດ ແລະ ເຖິງຢ່າງໃດກໍຕາມ ພຣະອົງສາມາດປົກຄອງຢ່າງມີໄຊຊະນະທົ່ວທັງແຜ່ນດິນໂລກ, ສາມາດເອົາຊະນະຊາຕານ, ໄຖ່ບາບມະນຸດຊາດ, ເອົາຊະນະມະນຸດຊາດ! ເປົ້າໝາຍຂອງພາລະກິດຂອງຊາຕານແມ່ນການເຮັດໃຫ້ມະນຸດຊາດເສື່ອມຊາມ, ໃນຂະນະທີ່ເປົ້າໝາຍຂອງພາລະກິດຂອງພຣະເຈົ້າແມ່ນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ຊາຕານກັກມະນຸດໄວ້ໃນເຫວເລິກທີ່ບໍ່ສິ້ນສຸດ ໃນຂະນະທີ່ພຣະເຈົ້າຊ່ວຍເຂົາອອກຈາກບ່ອນນັ້ນ. ຊາຕານເຮັດໃຫ້ມະນຸດທຸກຄົນບູຊາມັນ, ໃນຂະນະທີ່ພຣະເຈົ້າເຮັດໃຫ້ພວກເຂົາຢູ່ພາຍໃຕ້ອຳນາດຂອງພຣະອົງ, ຍ້ອນພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພາລະກິດທຸກຢ່າງນີ້ແມ່ນເຮັດໃຫ້ສຳເລັດຜ່ານການບັງເກີດເປັນມະນຸດສອງຄັ້ງຂອງພຣະເຈົ້າ. ໃນແກ່ນແທ້ແລ້ວ ເນື້ອໜັງຂອງພຣະອົງແມ່ນການຮ່ວມຕົວກັນລະຫວ່າງການເປັນມະນຸດ, ການເປັນພຣະເຈົ້າ ແລະ ຄວາມເປັນມະນຸດທຳມະດາ. ສະນັ້ນຫາກປາສະຈາກເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ພຣະເຈົ້າກໍບໍ່ສາມາດບັນລຸຜົນໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຫາກປາສະຈາກຄວາມເປັນມະນຸດທຳມະດາຂອງເນື້ອໜັງຂອງພຣະອົງ, ພາລະກິດຂອງພຣະອົງຜ່ານເນື້ອໜັງກໍຍັງບໍ່ສາມາດບັນລຸຜົນໄດ້. ແກ່ນແທ້ຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນພຣະອົງຕ້ອງມີຄວາມເປັນມະນຸດທຳມະດາ; ຖ້າບໍ່ດັ່ງນັ້ນ ກໍຈະກົງກັນຂ້າມກັບເຈດຕະນາເດີມຂອງພຣະເຈົ້າໃນການບັງເກີດເປັນມະນຸດ.

ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງຢ່າງສິ້ນເຊີງ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດຍັງຖືກປະຕິບັດໃນເນື້ອໜັງທຳມະດາເຊັ່ນກັນ; ມັນໄດ້ຖືກປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງທີ່ມີຄວາມເປັນມະນຸດທີ່ບໍ່ໄດ້ວິເສດຫຍັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ; ພຣະອົງເປັນບຸກຄົນທີ່ມີຕົວຕົນຂອງພຣະເຈົ້າ, ເປັນມະນຸດທີ່ສົມບູນ, ເປັນເນື້ອໜັງທີ່ສົມບູນ, ຜູ້ທີ່ປະຕິບັດພາລະກິດ. ສາຍຕາຂອງມະນຸດເຫັນຮ່າງກາຍທີ່ເປັນເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ຜູ້ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນໃດໆ, ບໍ່ເຮັດສິ່ງອັດສະຈັນ, ແຮງໄກທີ່ຈະເປີດໂປງຄວາມຈິງພາຍໃນທີ່ກ່ຽວກັບສາສະໜານັ້ນໃນຫ້ອງປະຊຸມໃຫຍ່ເລີຍ. ສຳລັບຜູ້ຄົນແລ້ວ ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເບິ່ງບໍ່ຄືກັບການບັງເກີດເປັນມະນຸດໃນຄັ້ງທຳອິດ ຫຼາຍເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ເຊິ່ງນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພຣະອົງທັງສອງບໍ່ແມ່ນສິ່ງອັນໜຶ່ງອັນດຽວກັນ. ບໍ່ວ່າແຫຼ່ງກຳເນີດຂອງພຣະອົງທັງສອງຈະຄືກັນ ຫຼື ບໍ່ແມ່ນອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເປືອກນອກຂອງພຣະອົງທັງສອງ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນແລະກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນແທ້ໆ. ແນ່ນອນ ສິ່ງນີ້ແມ່ນຢູ່ເໜືອຄວາມສາມາດຂອງສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພຣະອົງ ພຣະອົງເປັນອັນໜຶ່ງອັນດຽວກັນ, ຍ້ອນພາລະກິດຂອງພຣະອົງເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍ່ກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພຣະອົງກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດອັນສັກສິດຂອງພຣະອົງ. ເນື້ອໜັງທີ່ບັງເກີດນັ້ນເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ເປີດເສັ້ນທາງໃໝ່ໃນແຕ່ລະຄັ້ງ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການລົງເລິກ ຫຼື ການເຮັດເກີດຄວາມປະທັບໃຈຂອງເນື້ອໜັງຄັ້ງທຳອິດໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງຂຶ້ນ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ເຊິ່ງມັນສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າເອງສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ເຊິ່ງແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ, ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດເພື່ອສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຍິ່ງໄປກວ່ານັ້ນ ຂັ້ນຕອນໜຶ່ງໃນພາລະກິດຂອງພຣະອົງຈະສະແດງເຖິງພຣະເຈົ້າໄດ້ຢ່າງສົມບູນໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຄົນໆໜຶ່ງນັ້ນພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເປືອກຮ່າງກາຍຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ ແລະ ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ, ບໍ່ຈໍາກັດພຽງດ້ານໃດໜຶ່ງ. ເຖິງແມ່ນວ່າ ພາລະກິດຂອງເນື້ອໜັງທີ່ເກີດເປັນມະນຸດສອງຄັ້ງແຕກຕ່າງກັນ, ແກ່ນແທ້ຂອງເນື້ອໜັງ ແລະ ແຫຼ່ງກຳເນີດຂອງພາລະກິດຂອງພຣະອົງແມ່ນຄືກັນ; ມີແຕ່ວ່າ ພຣະອົງທັງສອງດໍາລົງຢູ່ຕໍ່ເພື່ອປະຕິບັດສອງຂັ້ນຕອນຂອງພາລະກິດທີ່ແຕກຕ່າງກັນ ແລະ ເກີດຂຶ້ນໃນສອງຍຸກທີ່ແຕກຕ່າງກັນ. ບໍ່ວ່າແມ່ນຫຍັງກໍຕາມ, ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າມີແກ່ນແທ້ທີ່ຄືກັນ ແລະ ຕົ້ນກໍາເນີດທີ່ຄືກັນ, ນີ້ຄືຄວາມຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້.

ກ່ອນນີ້: ມະນຸດຊາດທີ່ເສື່ອມຊາມຕ້ອງການຄວາມລອດພົ້ນຈາກພຣະເຈົ້າທີ່ບັງເກີດເປັນມະນຸດຫຼາຍຍິ່ງຂຶ້ນ

ຕໍ່ໄປ: ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້