ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພາລະກິດຂອງພຣະເຈົ້າທ່າມກາງມະນຸດແມ່ນບໍ່ສາມາດຕັດຂາດຈາກມະນຸດໄດ້, ຍ້ອນມະນຸດຄືເປົ້າໝາຍຂອງພາລະກິດນີ້ ແລະ ເປັນພຽງສິ່ງມີຊີວິດດຽວທີ່ພຣະເຈົ້າສ້າງ ເຊິ່ງສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ຊີວິດຂອງມະນຸດ ແລະ ກິດຈະກຳທຸກຢ່າງຂອງມະນຸດແມ່ນບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ລ້ວນແລ້ວແຕ່ຖືກຄວບຄຸມໂດຍກໍາມືຂອງພຣະເຈົ້າ ແລະ ມັນຍັງເວົ້າໄດ້ວ່າ ບໍ່ມີໃຜສາມາດມີຊີວິດຢູ່ຢ່າງເປັນອິດສະຫຼະຈາກພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິເສດສິ່ງນີ້ໄດ້ ຍ້ອນມັນຄືຄວາມຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຜົນປະໂຫຍດຂອງມະນຸດຊາດ ແລະ ແນໃສ່ແຜນການຂອງຊາຕານ. ທຸກສິ່ງທີ່ມະນຸດຕ້ອງການແມ່ນມາຈາກພຣະເຈົ້າ ແລະ ພຣະເຈົ້າຄືແຫຼ່ງກໍາເນີດແຫ່ງຊີວິດຂອງມະນຸດ. ສະນັ້ນ ມະນຸດຈຶ່ງບໍ່ສາມາດອອກຫ່າງຈາກພຣະເຈົ້າໄດ້. ຍິ່ງໄປກວ່ານັ້ນ ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະອອກຫ່າງຈາກມະນຸດຈັກເທື່ອ. ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອມະນຸດຊາດທັງປວງ ແລະ ຄວາມຄິດຂອງພຣະອົງກໍມີຄວາມກະລຸນາຢູ່ສະເໝີ. ສຳລັບມະນຸດ, ພາລະກິດຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະເຈົ້າ (ນັ້ນຄືຄວາມປະສົງຂອງພຣະເຈົ້າ) ທັງສອງຢ່າງນັ້ນຄື “ນິມິດ” ທີ່ມະນຸດຄວນຮູ້. ນິມິດດັ່ງກ່າວຍັງເປັນການຄຸ້ມຄອງຂອງພຣະເຈົ້າ ແລະ ເປັນພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້. ໃນເວລາດຽວກັນນັ້ນ ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງແມ່ນເອີ້ນວ່າ “ການປະຕິບັດ” ຂອງມະນຸດ. ນິມິດຄືພາລະກິດຂອງພຣະເຈົ້າເອງ ຫຼື ມັນເປັນຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດຊາດ ຫຼື ຈຸດປະສົງ ແລະ ຄວາມໝາຍຂອງພາລະກິດຂອງພຣະອົງ. ຍັງສາມາດເວົ້າໄດ້ວ່າ ນິມິດເປັນສ່ວນໜຶ່ງຂອງການຄຸ້ມຄອງ, ຍ້ອນການຄຸ້ມຄອງນີ້ຄືພາລະກິດຂອງພຣະເຈົ້າ ແລະ ແນໃສ່ມະນຸດ ເຊິ່ງໝາຍຄວາມວ່າ ມັນຄືພາລະກິດທີ່ພຣະເຈົ້າປະຕິບັດທ່າມກາງມະນຸດ. ພາລະກິດນີ້ຄືຫຼັກຖານ ແລະ ເສັ້ນທາງທີ່ມະນຸດມາຮູ້ຈັກພຣະເຈົ້າ ແລະ ມັນມີຄວາມສຳຄັນທີ່ສຸດສຳລັບມະນຸດ. ແທນທີ່ຈະໃສ່ໃຈກັບຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ຖ້າຜູ້ຄົນພຽງແຕ່ໃສ່ໃຈໃນຄຳສັ່ງສອນກ່ຽວກັບຄວາມເຊື່ອໃນພຣະເຈົ້າ ຫຼື ໃນລາຍລະອຽດເລັກໆນ້ອຍໆທີ່ບໍ່ສຳຄັນ, ແລ້ວພວກເຂົາກໍຈະບໍ່ຮູ້ຈັກພຣະເຈົ້າແທ້ໆ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຈະບໍ່ເປັນທີ່ພໍໃຈຂອງພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າທີ່ມີປະໂຫຍດຕໍ່ຄວາມຮູ້ຂອງມະນຸດຫຼາຍກ່ຽວກັບພຣະເຈົ້າແມ່ນເອີ້ນວ່າ ນິມິດ. ນິມິດເຫຼົ່ານີ້ຄືພາລະກິດຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ເປົ້າໝາຍ ແລະ ຄວາມສຳຄັນຂອງພາລະກິດຂອງພຣະເຈົ້າ; ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນປະໂຫຍດຕໍ່ມະນຸດ. ການປະຕິບັດໝາຍເຖິງສິ່ງທີ່ມະນຸດຄວນເຮັດ, ສິ່ງທີ່ຄວນຖືກເຮັດໂດຍສິ່ງມີຊີວິດທີ່ຕິດຕາມພຣະເຈົ້າ. ມັນຍັງເປັນໜ້າທີ່ຂອງມະນຸດອີກດ້ວຍ. ແຕ່ສິ່ງທີ່ມະນຸດຄວນເຮັດບໍ່ແມ່ນສິ່ງທີ່ມະນຸດເຂົ້າໃຈມາຕັ້ງແຕ່ຕົ້ນ, ແຕ່ເປັນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດໃນລະຫວ່າງພາລະກິດຂອງພຣະອົງ. ເງື່ອນໄຂເຫຼົ່ານີ້ຍິ່ງເລິກເຊິ່ງຂຶ້ນ ແລະ ຖືກຍົກໃຫ້ສູງຂຶ້ນເທື່ອລະໜ້ອຍເມື່ອພຣະເຈົ້າປະຕິບັດພາລະກິດ. ຕົວຢ່າງເຊັ່ນ: ໃນລະຫວ່າງຍຸກແຫ່ງພຣະບັນຍັດ ມະນຸດຕ້ອງປະຕິບັດຕາມພຣະບັນຍັດ ແລະ ໃນລະຫວ່າງຍຸກແຫ່ງພຣະຄຸນ ມະນຸດຕ້ອງໄດ້ແບກໄມ້ກາງແຂນ. ຍຸກແຫ່ງອານາຈັກແມ່ນແຕກຕ່າງ: ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດແມ່ນສູງກວ່າເງື່ອນໄຂໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຍຸກແຫ່ງພຣະຄຸນ. ເມື່ອນິມິດຖືກຍົກສູງຂຶ້ນ, ເງື່ອນໄຂທີ່ຮຽກຮ້ອງຈາກມະນຸດກໍຍິ່ງສູງຂຶ້ນ ແລະ ຍິ່ງຊັດເຈນ ແລະ ເປັນຈິງຫຼາຍຂຶ້ນ. ໃນທຳນອງດຽວກັນ, ນິມິດຍັງກາຍເປັນຈິງຫຼາຍຂຶ້ນເລື້ອຍໆ. ນິມິດທີ່ເປັນຈິງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ເປັນປະໂຫຍດຕໍ່ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າ, ແຕ່ຍິ່ງໄປກວ່ານັ້ນ ນິມິດເຫຼົ່ານັ້ນຍັງເປັນປະໂຫຍດຕໍ່ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ.
ເມື່ອປຽບທຽບກັບຍຸກທີ່ຜ່ານມາ, ພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງອານາຈັກແມ່ນມີຄວາມເປັນຈິງຫຼາຍກວ່າ, ມັນແນໃສ່ແກ່ນແທ້ຂອງມະນຸດ ແລະ ການປ່ຽນແປງໃນອຸປະນິໄສຂອງເຂົາຫຼາຍກວ່າ ແລະ ສາມາດເປັນພະຍານໃຫ້ພຣະເຈົ້າເອງຫຼາຍຂຶ້ນສຳລັບທຸກຄົນທີ່ຕິດຕາມພຣະອົງ. ເວົ້າອີກຢ່າງກໍຄື ໃນລະຫວ່າງຍຸກແຫ່ງອານາຈັກ ໃນຂະນະທີ່ພຣະອົງປະຕິບັດພາລະກິດ, ພຣະເຈົ້າສະແດງພຣະອົງເອງຕໍ່ມະນຸດຫຼາຍກວ່າເວລາໃດໆໃນອະດີດ ເຊິ່ງໝາຍຄວາມວ່າ ນິມິດທີ່ມະນຸດຄວນຮູ້ແມ່ນສູງກວ່ານິມິດໃນຍຸກຕ່າງໆທີ່ຜ່ານມາ. ເພາະວ່າພາລະກິດຂອງພຣະເຈົ້າທ່າມກາງມະນຸດໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ, ໃນນິມິດທີ່ມະນຸດຮູ້ໃນລະຫວ່າງຍຸກແຫ່ງອານາຈັກຈຶ່ງສູງສຸດຕະຫຼອດແຜນການຄຸ້ມຄອງທັງໝົດ. ໃນພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ ແລະ ດ້ວຍເຫດນັ້ນ ນິມິດທີ່ມະນຸດຈະໄດ້ຮູ້ຈຶ່ງກາຍເປັນນິມິດທີ່ສູງທີ່ສຸດໃນບັນດານິມິດທັງໝົດ ແລະ ການປະຕິບັດຂອງມະນຸດທີ່ເປັນຜົນຕາມມາ ກໍສູງກວ່າການປະຕິບັດໃນຍຸກອື່ນໆ ຍ້ອນການປະຕິບັດຂອງມະນຸດປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດ ແລະ ຄວາມສົມບູນຂອງນິມິດກໍຍັງໝາຍເຖິງຄວາມສົມບູນແຫ່ງເງື່ອນໄຂຂອງມະນຸດອີກດ້ວຍ. ທັນທີທີ່ການຄຸ້ມຄອງທັງໝົດຂອງພຣະເຈົ້າຢຸດລົງ, ການປະຕິບັດຂອງມະນຸດກໍຢຸດເຊັ່ນດຽວກັນ ແລະ ຫາກປາສະຈາກພາລະກິດຂອງພຣະເຈົ້າ, ມະນຸດກໍຈະບໍ່ມີທາງເລືອກນອກຈາກຮັກສາຄຳສັ່ງສອນໃນອະດີດ ຫຼື ບໍ່ດັ່ງນັ້ນກໍຈະບໍ່ມີບ່ອນໃຫ້ເພິ່ງພາ. ຫາກປາສະຈາກນິມິດໃໝ່ ມະນຸດກໍຈະບໍ່ມີການປະຕິບັດໃໝ່; ຫາກປາສະຈາກນິມິດທີ່ສົມບູນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສົມບູນ; ຫາກປາສະຈາກນິມິດທີ່ສູງຂຶ້ນ, ມະນຸດກໍຈະບໍ່ມີການປະຕິບັດທີ່ສູງຂຶ້ນ. ການປະຕິບັດຂອງມະນຸດປ່ຽນແປງໄປພ້ອມກັບບາດກ້າວຂອງພຣະເຈົ້າ ແລະ ໃນທຳນອງດຽວກັນ ຄວາມຮູ້ ແລະ ປະສົບການຂອງມະນຸດກໍຍັງປ່ຽນແປງໄປພ້ອມກັບພາລະກິດຂອງພຣະເຈົ້າເຊັ່ນກັນ. ບໍ່ວ່າມະນຸດຈະມີຄວາມສາມາດຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພຣະເຈົ້າໄດ້ ແລະ ຖ້າພຣະເຈົ້າຕ້ອງຢຸດປະຕິບັດພາລະກິດພຽງແຕ່ວິນາທີດຽວ, ມະນຸດກໍຈະຕາຍຈາກຄວາມໂກດຮ້າຍຂອງພຣະອົງທັນທີ. ມະນຸດບໍ່ມີຫຍັງໃຫ້ໂອ້ອວດ ຍ້ອນບໍ່ວ່າຄວາມຮູ້ຂອງມະນຸດໃນປັດຈຸບັນຈະສູງສໍ່າໃດກໍຕາມ, ບໍ່ວ່າປະສົບການຂອງເຂົາຈະເລິກເຊິ່ງສໍ່າໃດກໍຕາມ, ເຂົາກໍບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າໄດ້, ຍ້ອນການປະຕິບັດຂອງມະນຸດ ແລະ ສິ່ງທີ່ເຂົາຄວນສະແຫວງຫາໃນຄວາມເຊື່ອຂອງພຣະເຈົ້າ ແມ່ນບໍ່ສາມາດຕັດຂາດຈາກນິມິດໄດ້. ໃນທຸກກໍລະນີຂອງພາລະກິດຂອງພຣະເຈົ້າແມ່ນມີນິມິດທີ່ມະນຸດຄວນຮູ້ ແລະ ຫຼັງຈາກສິ່ງເຫຼົ່ານີ້ ເງື່ອນໄຂອັນເໝາະສົມຈຶ່ງໄດ້ຮຽກຮ້ອງຈາກມະນຸດ. ຫາກບໍ່ມີນິມິດເຫຼົ່ານີ້ເປັນພື້ນຖານ, ມະນຸດກໍຈະບໍ່ສາມາດປະຕິບັດໄດ້ເລີຍ ຫຼື ມະນຸດຈະບໍ່ສາມາດຕິດຕາມພຣະເຈົ້າຢ່າງໝັ້ນຄົງໄດ້. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວທຸກສິ່ງທີ່ມະນຸດເຮັດກໍສູນເປົ່າ ແລະ ບໍ່ສາມາດຮັບການຍິນຍອມຈາກພຣະເຈົ້າໄດ້. ບໍ່ວ່າພອນຂອງມະນຸດຈະມີຫຼາຍສໍ່າໃດກໍຕາມ, ເຂົາກໍຍັງບໍ່ສາມາດຕັດຂາດຈາກພາລະກິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າໄດ້. ບໍ່ວ່າການກະທຳຂອງມະນຸດຈະດີ ຫຼື ຫຼາຍສໍ່າໃດກໍຕາມ, ສິ່ງເຫຼົ່ານັ້ນກໍຍັງບໍ່ສາມາດແທນທີ່ພາລະກິດຂອງພຣະເຈົ້າໄດ້. ດ້ວຍເຫດນັ້ນ, ບໍ່ວ່າໃນສະຖານະການໃດກໍຕາມ ການປະຕິບັດຂອງມະນຸດກໍບໍ່ສາມາດຕັດຂາດຈາກນິມິດໄດ້. ຄົນທີ່ບໍ່ຍອມຮັບນິມິດໃໝ່ກໍບໍ່ມີການປະຕິບັດໃໝ່. ການປະຕິບັດຂອງພວກເຂົາບໍ່ມີສ່ວນກ່ຽວຂ້ອງກັບຄວາມຈິງ ເພາະພວກເຂົາປະຕິບັດຕາມຄຳສັ່ງສອນ ແລະ ຮັກສາພຣະບັນຍັດທີ່ຕາຍແລ້ວ; ພວກເຂົາບໍ່ມີນິມິດໃໝ່ເລີຍ ແລະ ຜົນຕາມມາກໍຄື ພວກເຂົາບໍ່ໄດ້ນໍາສິ່ງໃດໃນຍຸກໃໝ່ເຂົ້າສູ່ການປະຕິບັດ. ພວກເຂົາໄດ້ສູນເສຍນິມິດ ແລະ ການເຮັດແບບນັ້ນ ພວກເຂົາຍັງໄດ້ສູນເສຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ໄດ້ສູນເສຍຄວາມຈິງ. ຄົນທີ່ປາສະຈາກຄວາມຈິງແມ່ນລູກຫຼານຂອງຄວາມໂງ່, ພວກເຂົາແມ່ນຮູບຮ່າງຂອງຊາຕານ. ບໍ່ວ່າຄົນໜຶ່ງຈະເປັນຄົນປະເພດໃດກໍຕາມ, ພວກເຂົາແມ່ນບໍ່ສາມາດປາສະຈາກນິມິດແຫ່ງພາລະກິດຂອງພຣະເຈົ້າໄດ້ ແລະ ບໍ່ສາມາດສູນເສຍການສະຖິດຂອງພຣະວິນຍານບໍລິສຸດໄດ້; ທັນທີທີ່ຜູ້ຄົນສູນເສຍນິມິດ, ພວກເຂົາກໍຈະຕົກລົງສູ່ດິນແດນມໍລະນາທັນທີ ແລະ ດຳລົງຊີວິດຢູ່ທ່າມກາງຄວາມມືດ. ຜູ້ຄົນທີ່ປາສະຈາກນິມິດແມ່ນຄົນທີ່ຕິດຕາມພຣະເຈົ້າຢ່າງໂງ່ຈ້າ, ພວກເຂົາເປັນຄົນທີ່ຂາດພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົາດຳລົງຊີວິດຢູ່ໃນນະຮົກ. ຄົນປະເພດດັ່ງກ່າວບໍ່ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມ ແຂວນຊື່ຂອງພຣະເຈົ້າຄືກັບແຜ່ນປ້າຍໂຄສະນາ. ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ, ຄົນທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ຄົນທີ່ບໍ່ຮູ້ຈັກສາມຂັ້ນຕອນຂອງພາລະກິດໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ພວກເຂົາແມ່ນບໍ່ຮູ້ຈັກນິມິດ ແລະ ຍັງປາສະຈາກຄວາມຈິງອີກດ້ວຍ. ແລ້ວຄົນທີ່ບໍ່ມີຄວາມຈິງບໍ່ແມ່ນລ້ວນແຕ່ເປັນຄົນຊົ່ວບໍ? ຄົນທີ່ເຕັມໃຈນໍາເອົາຄວາມຈິງເຂົ້າສູ່ການປະຕິບັດ, ຄົນທີ່ເຕັມໃຈສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ຄືຄົນທີ່ມີນິມິດເປັນພື້ນຖານ. ພວກເຂົາໄດ້ຮັບການຍິນຍອມຈາກພຣະເຈົ້າ ເພາະພວກເຂົາຮ່ວມມືກັບພຣະເຈົ້າ ແລະ ມັນຄືການຮ່ວມມືນີ້ເອງທີ່ມະນຸດຄວນນໍາເຂົ້າສູ່ການປະຕິບັດ.
ມີຫຼາຍເສັ້ນທາງໃຫ້ປະຕິບັດໃນນິມິດ. ຄວາມຮຽກຮ້ອງແທ້ຈິງຈາກມະນຸດກໍມີຢູ່ພາຍໃນນິມິດນີ້ເຊັ່ນກັນ, ເຊັ່ນດຽວກັບພາລະກິດຂອງພຣະເຈົ້າທີ່ມະນຸດຄວນຮູ້. ທີ່ຜ່ານມາ, ໃນລະຫວ່າງການຊຸມນຸມພິເສດ ຫຼື ການຊຸມນຸມໃຫຍ່ທີ່ໄດ້ຖືກຈັດຂຶ້ນໃນສະຖານທີ່ຕ່າງໆ, ມີພຽງແຕ່ການກ່າວເຖິງດ້ານໜຶ່ງຂອງເສັ້ນທາງແຫ່ງການປະຕິບັດເທົ່ານັ້ນ. ເຊິ່ງການປະຕິບັດດັ່ງກ່າວແມ່ນສິ່ງທີ່ຖືກນໍາເຂົ້າສູ່ການປະຕິບັດໃນລະຫວ່າງຍຸກແຫ່ງພຣະຄຸນ ແລະ ເກືອບຈະບໍ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບພຣະເຈົ້າເລີຍ ຍ້ອນນິມິດໃນຍຸກແຫ່ງພຣະຄຸນເປັນພຽງນິມິດຂອງການຄຶງພຣະເຢຊູ ແລະ ບໍ່ມີນິມິດທີ່ຍິ່ງໃຫຍ່ໄປກວ່ານັ້ນ. ມະນຸດຄວນຮູ້ພຽງແຕ່ພາລະກິດແຫ່ງການໄຖ່ບາບມະນຸດຊາດຂອງພຣະອົງຜ່ານທາງການຄຶງກາງແຂນເທົ່ານັ້ນ ແລະ ສະນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນຈຶ່ງບໍ່ມີນິມິດອື່ນໃດໃຫ້ມະນຸດຮູ້ຈັກເລີຍ. ໃນວິທີນີ້, ມະນຸດພຽງແຕ່ມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ ແລະ ນອກຈາກຄວາມຮູ້ກ່ຽວກັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຢຊູແລ້ວ ກໍມີພຽງແຕ່ສິ່ງທຳມະດາ ແລະ ສິ່ງໜ້າເວດທະນາຈຳນວນເລັກນ້ອຍໃຫ້ເຂົານໍາໄປປະຕິບັດ ເຊິ່ງເປັນສິ່ງທີ່ແຕກຕ່າງຈາກໃນປັດຈຸບັນຫຼາຍ. ໃນອະດີດ, ບໍ່ວ່າການຊຸມນຸມຂອງເຂົາຈະຢູ່ໃນຮູບແບບໃດກໍຕາມ, ມະນຸດກໍບໍ່ສາມາດກ່າວເຖິງຄວາມຮູ້ຕົວຈິງກ່ຽວກັບພາລະກິດຂອງພຣະເຈົ້າໄດ້, ແຮງໄກທີ່ຈະມີຄົນໃດສາມາດກ່າວໄດ້ຢ່າງຊັດເຈນເຖິງເສັ້ນທາງຂອງການປະຕິບັດທີ່ເໝາະສົມທີ່ສຸດສໍາລັບມະນຸດທີ່ຈະເຂົ້າສູ່. ມະນຸດມີພຽງແຕ່ເພີ່ມລາຍລະອຽດທຳມະດາເລັກນ້ອຍເຂົ້າໃນພື້ນຖານຂອງຄວາມອົດກັ້ນ ແລະ ຄວາມອົດທົນເທົ່ານັ້ນ; ບໍ່ມີການປ່ຽນແປງໃນແກ່ນແທ້ຂອງການປະຕິບັດຂອງເຂົາເລີຍ, ຍ້ອນພາຍໃນຍຸກດັ່ງກ່າວນັ້ນ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃໝ່ໃດໆ ແລະ ເງື່ອນໄຂດຽວທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືຄວາມອົດກັ້ນ ແລະ ຄວາມອົດທົນ ຫຼື ການແບກໄມ້ກາງແຂນ. ນອກຈາກການປະຕິບັດດັ່ງກ່າວແລ້ວ, ບໍ່ມີນິມິດທີ່ສູງສົ່ງກວ່າການຄຶງກາງແຂນຂອງພຣະເຢຊູ. ທີ່ຜ່ານມາ, ບໍ່ມີການກ່າວເຖິງນິມິດອື່ນ ເພາະພຣະເຈົ້າບໍ່ໄດ້ປະຕິບັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ເພາະພຣະອົງພຽງແຕ່ຮຽກຮ້ອງບາງຢ່າງຈາກມະນຸດເທົ່ານັ້ນ. ໃນວິທີນີ້, ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ, ເຂົາກໍບໍ່ສາມາດຝ່າຝືນຂອບເຂດນີ້ໄດ້ ເຊິ່ງເປັນຂອບເຂດທີ່ທຳມະດາ ແລະ ບໍ່ເລິກເຊິ່ງໃຫ້ມະນຸດນໍາໄປປະຕິບັດ. ໃນປັດຈຸບັນ ເຮົາກ່າວເຖິງນິມິດອື່ນ ເພາະໃນປັດຈຸບັນ ໄດ້ມີການປະຕິບັດພາລະກິດຫຼາຍຂຶ້ນ, ພາລະກິດທີ່ຫຼາຍກວ່າພາລະກິດໃນຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນເປັນສອງສາມເທົ່າ. ເງື່ອນໄຂຂອງມະນຸດກໍສູງກວ່າເງື່ອນໄຂທີ່ຢູ່ໃນຍຸກອະດີດເປັນສອງສາມເທົ່າເຊັ່ນກັນ. ຖ້າມະນຸດບໍ່ສາມາດຮູ້ຈັກພາລະກິດດັ່ງກ່າວໄດ້ຢ່າງສົມບູນ, ແລ້ວມັນກໍຈະບໍ່ມີຄວາມໝາຍຫຍັງຫຼາຍເລີຍ; ສາມາດເວົ້າໄດ້ວ່າ ມະນຸດຈະພົບຄວາມຫຍຸ້ງຍາກໃນການຮູ້ຈັກພາລະກິດດັ່ງກ່າວຢ່າງສົມບູນ ພວກຖ້າເຂົາບໍ່ອຸທິດຄວາມພະຍາຍາມຊົ່ວຊີວິດທັງໝົດຕໍ່ພາລະກິດນັ້ນ. ໃນພາລະກິດແຫ່ງການເອົາຊະນະ, ການເວົ້າເຖິງແຕ່ເສັ້ນທາງຂອງການປະຕິບັດຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້. ການເວົ້າເຖິງນິມິດພຽງແຕ່ຢ່າງດຽວ ໂດຍປາສະຈາກເງື່ອນໄຂຂອງມະນຸດ ກໍຈະເຮັດໃຫ້ການເອົາຊະນະມະນຸດເປັນໄປບໍ່ໄດ້ເຊັ່ນກັນ. ຖ້າບໍ່ມີຫຍັງທີ່ຈະກ່າວເຖິງນອກຈາກເສັ້ນທາງຂອງການປະຕິບັດ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໂຈມຕີຈຸດຕາຍຂອງມະນຸດ ຫຼື ກຳຈັດແນວຄິດຂອງມະນຸດໄດ້ ແລະ ເຊັ່ນດຽວກັນ ມັນກໍຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະມະນຸດໄດ້ຢ່າງສິ້ນເຊີງ. ນິມິດຄືເຄື່ອງມືສຳຄັນໃນການເອົາຊະນະມະນຸດ, ແຕ່ຖ້າບໍ່ມີເສັ້ນທາງຂອງການປະຕິບັດ ນອກຈາກນິມິດ, ແລ້ວມະນຸດກໍຈະບໍ່ມີຫົນທາງໃນການຕິດຕາມ, ແຮງໄກທີ່ເຂົາຈະມີວິທີທາງເຂົ້າສູ່. ນີ້ແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າຕັ້ງແຕ່ຕົ້ນຈົນຈົບ: ໃນນິມິດ ແມ່ນມີສິ່ງທີ່ສາມາດນໍາເຂົ້າສູ່ການປະຕິບັດ ແລະ ເຊັ່ນດຽວກັນ ນອກຈາກການປະຕິບັດກໍຈະມີນິມິດ. ລະດັບຂອງການປ່ຽນແປງໃນຊີວິດຂອງມະນຸດ ແລະ ອຸປະນິໄສຂອງເຂົາຂຶ້ນຢູ່ກັບການປ່ຽນແປງໃນນິມິດ. ຖ້າມະນຸດພຽງແຕ່ເພິ່ງພາຄວາມພະຍາຍາມຂອງເຂົາເອງ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ເຂົາບັນລຸການປ່ຽນແປງໃດໆໃນລະດັບຍິ່ງໃຫຍ່ໄດ້. ນິມິດກ່າວເຖິງພາລະກິດຂອງພຣະເຈົ້າເອງ ແລະ ການຄຸ້ມຄອງຂອງພຣະເຈົ້າ. ການປະຕິບັດໝາຍເຖິງເສັ້ນທາງແຫ່ງການປະຕິບັດຂອງມະນຸດ ແລະ ໝາຍເຖິງຫົນທາງແຫ່ງການມີຊີວິດຢູ່ຂອງມະນຸດ; ໃນການຄຸ້ມຄອງທັງໝົດຂອງພຣະເຈົ້າ, ຄວາມສຳພັນລະຫວ່າງນິມິດ ແລະ ການປະຕິບັດແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ. ຖ້າບໍ່ມີນິມິດ ຫຼື ຖ້າກ່າວເຖິງນິມິດ ແຕ່ບໍ່ກ່າວເຖິງການປະຕິບັດ ຫຼື ຖ້າມີພຽງແຕ່ນິມິດ ແລະ ບໍ່ມີການປະຕິບັດຂອງມະນຸດ, ແລ້ວສິ່ງດັ່ງກ່າວກໍຈະບໍ່ຖືວ່າເປັນການຄຸ້ມຄອງຂອງພຣະເຈົ້າ, ແຮງໄກທີ່ຈະສາມາດເວົ້າໄດ້ວ່າ ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ; ໃນວິທີນີ້, ບໍ່ພຽງແຕ່ໜ້າທີ່ຂອງມະນຸດຈະຖືກລົບລ້າງເທົ່ານັ້ນ, ແຕ່ມັນຈະເປັນການປະຕິເສດຈຸດປະສົງແຫ່ງພາລະກິດຂອງພຣະເຈົ້າອີກດ້ວຍ. ຕັ້ງແຕ່ຕົ້ນຈົນຈົບ, ຖ້າມະນຸດພຽງແຕ່ຖືກຮຽກຮ້ອງໃຫ້ປະຕິບັດ ໂດຍບໍ່ມີສ່ວນຮ່ວມຂອງພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຖ້າມະນຸດບໍ່ໄດ້ຖືກຮຽກຮ້ອງໃຫ້ຮູ້ຈັກພາລະກິດຂອງພຣະເຈົ້າ, ແລ້ວແຮງໄກພາລະກິດດັ່ງກ່າວຈະສາມາດເອີ້ນໄດ້ວ່າເປັນ ການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ດຳເນີນການປະຕິບັດຂອງເຂົາຢ່າງຫຼັບຫູຫຼັບຕາດ້ວຍວິທີທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ, ແລ້ວເຂົາກໍຈະບໍ່ກາຍມາເປັນສິ່ງຖືກສ້າງທີ່ມີຄຸນສົມບັດຢ່າງສົມບູນຈັກເທື່ອ. ສະນັ້ນ ທັງສອງສິ່ງນີ້ແມ່ນຈຳເປັນຫຼາຍ. ຖ້າມີພຽງແຕ່ພາລະກິດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຖ້າມີພຽງແຕ່ນິມິດ ແລະ ຖ້າບໍ່ມີການຮ່ວມມື ຫຼື ການປະຕິບັດໂດຍມະນຸດ, ສິ່ງດັ່ງກ່າວກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າມີພຽງແຕ່ການປະຕິບັດ ແລະ ທາງເຂົ້າຂອງມະນຸດ, ແລ້ວບໍ່ວ່າເສັ້ນທາງທີ່ມະນຸດເຂົ້າສູ່ນັ້ນຈະສູງສໍ່າໃດກໍຕາມ, ສິ່ງນີ້ກໍຮັບບໍ່ໄດ້ເຊັ່ນກັນ. ທາງເຂົ້າຂອງມະນຸດຕ້ອງປ່ຽນແປງໄປຕາມບາດກ້າວພ້ອມກັບພາລະກິດ ແລະ ນິມິດເທື່ອລະໜ້ອຍ; ມັນບໍ່ສາມາດປ່ຽນແປງໂດຍອຳເພີໃຈ. ຫຼັກການຂອງການປະຕິບັດຂອງມະນຸດບໍ່ໄດ້ເປັນອິດສະຫຼະ ແລະ ບໍ່ແມ່ນບໍ່ມີການບັງຄັບ, ແຕ່ຖືກກໍານົດຢູ່ພາຍໃນຂອບເຂດໃດໜຶ່ງ. ຫຼັກການດັ່ງກ່າວປ່ຽນແປງໄປຕາມບາດກ້າວພ້ອມໆກັບນິມິດຂອງພາລະກິດ. ສະນັ້ນ ການຄຸ້ມຄອງຂອງພຣະເຈົ້າຈຶ່ງຂຶ້ນຢູ່ກັບພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດໃນທີ່ສຸດ.
ພາລະກິດການຄຸ້ມຄອງເກີດຂຶ້ນຍ້ອນມະນຸດຊາດເທົ່ານັ້ນ ເຊິ່ງໝາຍຄວາມວ່າ ມັນເກີດຂຶ້ນຍ້ອນການມີຢູ່ຂອງມະນຸດເທົ່ານັ້ນ. ບໍ່ມີການຄຸ້ມຄອງກ່ອນໜ້າມະນຸດຊາດ ຫຼື ໃນຕອນເລີ່ມຕົ້ນ ເມື່ອສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງຂຶ້ນ. ໃນພາລະກິດທັງໝົດຂອງພຣະເຈົ້າ, ຖ້າບໍ່ມີການປະຕິບັດທີ່ເປັນປະໂຫຍດຕໍ່ມະນຸດ ເຊິ່ງໝາຍຄວາມວ່າ ຖ້າພຣະເຈົ້າບໍ່ມີເງື່ອນໄຂທີ່ເໝາະສົມສຳລັບມະນຸດຊາດທີ່ເສື່ອມຊາມ (ໃນພາລະກິດທີ່ພຣະເຈົ້າປະຕິບັດ ຖ້າບໍ່ມີເສັ້ນທາງເໝາະສົມສຳລັບການປະຕິບັດຂອງມະນຸດ), ແລ້ວພາລະກິດນີ້ກໍຈະບໍ່ສາມາດເອີ້ນໄດ້ວ່າ ເປັນການຄຸ້ມຄອງຂອງພຣະເຈົ້າ. ຖ້າພາລະກິດທັງໝົດຂອງພຣະເຈົ້າພຽງແຕ່ກ່ຽວພັນກັບການບອກມະນຸດຊາດທີ່ເສື່ອມຊາມເຖິງວິທີການປະຕິບັດຂອງພວກເຂົາ ແລະ ພຣະເຈົ້າບໍ່ປະຕິບັດກິດຈະການຂອງພຣະອົງເລີຍ ແລະ ບໍ່ໄດ້ສະແດງອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະອົງແມ່ນແຕ່ໜ້ອຍດຽວ, ແລ້ວບໍ່ວ່າເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຈະສູງສໍ່າໃດກໍຕາມ, ບໍ່ວ່າພຣະເຈົ້າຈະດຳລົງຊີວິດທ່າມກາງມະນຸດດົນສໍ່າໃດກໍຕາມ, ມະນຸດກໍຈະບໍ່ຮູ້ຫຍັງເລີຍກ່ຽວກັບອຸປະນິໄສຂອງພຣະເຈົ້າ; ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວພາລະກິດປະເພດນີ້ກໍຍິ່ງບໍ່ສົມຄວນເອີ້ນວ່າເປັນການຄຸ້ມຄອງຂອງພຣະເຈົ້າ. ເວົ້າຢ່າງງ່າຍໆກໍຄື ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດທີ່ພຣະເຈົ້າປະຕິບັດ ແລະ ເປັນພາລະກິດທັງໝົດທີ່ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາ ປະຕິບັດພາຍໃຕ້ການນໍາພາຂອງພຣະເຈົ້າ. ພາລະກິດດັ່ງກ່າວສາມາດສະຫຼຸບໄດ້ວ່າເປັນການຄຸ້ມຄອງ. ເວົ້າອີກຢ່າງໜຶ່ງກໍຄື, ພາລະກິດຂອງພຣະເຈົ້າທ່າມກາງມະນຸດ ພ້ອມທັງການຮ່ວມມືຂອງພຣະອົງກັບຄົນທີ່ຕິດຕາມພຣະອົງ ທັງໝົດນີ້ເອີ້ນໄດ້ວ່າ ເປັນການຄຸ້ມຄອງ. ໃນນີ້, ພາລະກິດຂອງພຣະເຈົ້າແມ່ນເອີ້ນວ່ານິມິດ ແລະ ການຮ່ວມມືຂອງມະນຸດແມ່ນເອີ້ນວ່າການປະຕິບັດ. ຍິ່ງພາລະກິດຂອງພຣະເຈົ້າສູງສົ່ງຫຼາຍສໍ່າໃດ (ນັ້ນກໍຄື ຍິ່ງນິມິດສູງສົ່ງຫຼາຍສໍ່າໃດ), ອຸປະນິໄສຂອງພຣະເຈົ້າກໍຍິ່ງຖືກເຮັດໃຫ້ແຈ່ມແຈ້ງຕໍ່ມະນຸດຫຼາຍສໍ່ານັ້ນ ແລະ ມັນຍິ່ງຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ ແລະ ການປະຕິບັດ ແລະ ການຮ່ວມມືຂອງມະນຸດກໍຍິ່ງສູງສົ່ງຫຼາຍສໍ່ານັ້ນ. ຍິ່ງເງື່ອນໄຂຂອງມະນຸດສູງຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຂັດກັບແນວຄິດຂອງມະນຸດຫຼາຍສໍ່ານັ້ນ, ຜົນຕາມມາກໍຄື ການທົດລອງຂອງມະນຸດ ແລະ ມາດຕະຖານທີ່ເຂົາຕ້ອງບັນລຸກໍສູງຂຶ້ນເຊັ່ນກັນ. ຜົນສະຫຼຸບຂອງພາລະກິດນີ້ກໍຄື ທຸກນິມິດຈະຖືກເຮັດໃຫ້ສຳເລັດ ແລະ ສິ່ງທີ່ມະນຸດຈຳເປັນຕ້ອງນໍາເຂົ້າສູ່ການປະຕິບັດກໍຈະໄປເຖິງຈຸດສູງສຸດຂອງຄວາມສົມບູນ. ນີ້ຍັງເປັນເວລາທີ່ແຕ່ລະຄົນຖືກຈັດແບ່ງອອກຕາມປະເພດຂອງໃຜລາວ ຍ້ອນສິ່ງທີ່ມະນຸດຈຳເປັນຕ້ອງຮູ້ກໍຈະຖືກສະແດງໃຫ້ກັບມະນຸດ. ສະນັ້ນ ເມື່ອນິມິດຕ່າງໆໄປເຖິງຈຸດສູງສຸດ, ພາລະກິດກໍຈະເຂົ້າສູ່ຈຸດສິ້ນສຸດຕາມນັ້ນ ແລະ ການປະຕິບັດຂອງມະນຸດກໍຈະໄປເຖິງຈຸດສູງສຸດເຊັ່ນກັນ. ການປະຕິບັດຂອງມະນຸດແມ່ນອີງຕາມພາລະກິດຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະເຈົ້ານັ້ນແມ່ນຖືກສະແດງອອກຢ່າງສົມບູນຍ້ອນການປະຕິບັດຂອງມະນຸດ ແລະ ການຮ່ວມມືຂອງມະນຸດ. ມະນຸດແມ່ນຊັ້ນຍອດໃນພາລະກິດຂອງພຣະເຈົ້າ ແລະ ເປັນເປົ້າໝາຍຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດ ແລະ ຍັງເປັນຜົນຜະລິດຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າອີກດ້ວຍ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ໂດຍບໍ່ມີການຮ່ວມມືຂອງມະນຸດ, ແລ້ວກໍຈະບໍ່ມີຫຍັງທີ່ສາມາດເຮັດໜ້າທີ່ເປັນແກ້ວຜະລຶກຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ໃນທີ່ສຸດ ກໍຈະບໍ່ມີຄວາມໝາຍແມ່ນແຕ່ໜ້ອຍດຽວໃນການຄຸ້ມຄອງຂອງພຣະເຈົ້າ. ນອກຈາກພາລະກິດຂອງພຣະເຈົ້າແລ້ວ, ມີພຽງການເລືອກເອົາເປົ້າໝາຍຢ່າງເໝາະສົມເທົ່ານັ້ນເພື່ອສຳແດງເຖິງພາລະກິດຂອງພຣະອົງ ແລະ ພິສູດອຳນາດອັນຍິ່ງໃຫຍ່ ແລະ ສະຕິປັນຍາ ພຣະເຈົ້າຈຶ່ງສາມາດບັນລຸຈຸດປະສົງແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ບັນລຸຈຸດປະສົງແຫ່ງການນໍາໃຊ້ພາລະກິດນີ້ທັງໝົດເພື່ອເອົາຊະນະຊາຕານໂດຍສິ້ນເຊີງ. ດ້ວຍເຫດນັ້ນ ມະນຸດຈຶ່ງເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມະນຸດກໍເປັນພຽງຜູ້ດຽວທີ່ສາມາດເຮັດໃຫ້ການຄຸ້ມຄອງຂອງພຣະເຈົ້າເກີດໝາກຜົນ ແລະ ບັນລຸຈຸດປະສົງສຸດທ້າຍຂອງພາລະກິດ; ນອກຈາກມະນຸດແລ້ວ ບໍ່ມີສິ່ງມີຊີວິດອື່ນໃດທີ່ສາມາດຮັບບົດບາດດັ່ງກ່າວນີ້ໄດ້. ຖ້າມະນຸດຕ້ອງກາຍເປັນແກ້ວຜະລຶກທີ່ແທ້ຈິງຂອງພາລະກິດແຫ່ງການຄຸ້ມຄອງ, ແລ້ວຄວາມບໍ່ເຊື່ອຟັງຂອງມະນຸດຊາດທີ່ເສື່ອມຊາມຕ້ອງຖືກກຳຈັດທັງໝົດ. ສິ່ງນີ້ຮຽກຮ້ອງໃຫ້ມະນຸດປະຕິບັດຢ່າງເໝາະສົມໃນເວລາທີ່ແຕກຕ່າງກັນ ແລະ ໃຫ້ພຣະເຈົ້າປະຕິບັດພາລະກິດທີ່ສອດຄ່ອງກັນທ່າມກາງມະນຸດ. ໃນວິທີນີ້ເທົ່ານັ້ນ ຈຶ່ງຈະຮັບເອົາກຸ່ມຄົນທີ່ເປັນແກ້ວຜະລຶກຂອງພາລະກິດແຫ່ງການຄຸ້ມຄອງໄດ້ໃນທີ່ສຸດ. ພາລະກິດຂອງພຣະເຈົ້າທ່າມກາງມະນຸດບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າເອງພຽງຜ່ານທາງພາລະກິດຂອງພຣະເຈົ້າເທົ່ານັ້ນ; ເພື່ອບັນລຸຜົນໃນສິ່ງນີ້, ການເປັນພະຍານດັ່ງກ່າວຈຳເປັນຕ້ອງມີມະນຸດທີ່ມີຊີວິດຢູ່ທີ່ເໝາະສົມສຳລັບພາລະກິດຂອງພຣະອົງ. ພຣະເຈົ້າຈະປະຕິບັດພາລະກິດໃນຄົນເຫຼົ່ານີ້ກ່ອນ ເຊິ່ງພາລະກິດຂອງພຣະອົງຈຶ່ງຈະໄດ້ສະແດງອອກຜ່ານທາງພວກເຂົາ ແລະ ດ້ວຍເຫດນັ້ນ ການເປັນພະຍານດັ່ງກ່າວຂອງພຣະອົງກໍຈະເກີດຂຶ້ນທ່າມກາງສິ່ງຖືກສ້າງທັງປວງ. ດ້ວຍວິທີນີ້, ພຣະເຈົ້າກໍຈະບັນລຸຈຸດປະສົງໃນພາລະກິດຂອງພຣະອົງ. ພຣະເຈົ້າຈະບໍ່ປະຕິບັດພາລະກິດຜູ້ດຽວເພື່ອເອົາຊະນະຊາຕານ ຍ້ອນພຣະອົງບໍ່ສາມາດເປັນພະຍານໃຫ້ກັບພຣະອົງເອງທ່າມກາງສິ່ງຖືກສ້າງທັງປວງໂດຍກົງໄດ້. ຖ້າພຣະອົງເຮັດແບບນັ້ນ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ມະນຸດເຊື່ອ, ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະຕິບັດພາລະກິດໃນມະນຸດເພື່ອເອົາຊະນະພວກເຂົາ ແລະ ມີແຕ່ເມື່ອນັ້ນ ພຣະອົງຈຶ່ງຈະສາມາດໄດ້ຮັບການເປັນພະຍານທ່າມກາງສິ່ງຖືກສ້າງທັງປວງ. ຖ້າພຣະເຈົ້າປະຕິບັດພາລະກິດພຽງຜູ້ດຽວ ແລະ ບໍ່ມີການຮ່ວມມືຈາກມະນຸດ ຫຼື ຖ້າມະນຸດບໍ່ຈຳເປັນຕ້ອງຮ່ວມມື, ແລ້ວມະນຸດກໍຈະບໍ່ສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ຈັກເທື່ອ ແລະ ຈະບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າຕະຫຼອດໄປ; ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດເອີ້ນໄດ້ວ່າເປັນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຖ້າມະນຸດພຽງແຕ່ພະຍາຍາມ ແລະ ສະແຫວງຫາ ແລະ ປະຕິບັດພາລະກິດຢ່າງໜັກໂດຍບໍ່ມີການເຂົ້າໃຈພາລະກິດຂອງພຣະເຈົ້າ, ແລ້ວມະນຸດຈະຫຼິ້ນຕະຫຼົກ. ຫາກປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ, ສິ່ງທີ່ມະນຸດເຮັດກໍມາຈາກຊາຕານ, ເຂົາເປັນຄົນກະບົດ ແລະ ເປັນຄົນຊົ່ວ; ຊາຕານຖືກສະແດງອອກໃນທຸກສິ່ງທີ່ປະຕິບັດໂດຍມະນຸດຊາດອັນທີ່ເສື່ອມຊາມ ແລະ ບໍ່ມີຫຍັງທີ່ສອດຄ່ອງກັບພຣະເຈົ້າເລີຍ ແລະ ທຸກສິ່ງລ້ວນແລ້ວແຕ່ເປັນການສະແດງອອກຂອງຊາຕານ. ທຸກສິ່ງທີ່ກ່າວເຖິງບໍ່ແມ່ນນິມິດ ແລະ ການປະຕິບັດ. ບົນພື້ນຖານຂອງນິມິດ, ມະນຸດຄົ້ນພົບການປະຕິບັດ ແລະ ເສັ້ນທາງແຫ່ງຄວາມເຊື່ອຟັງ, ເພື່ອວ່າເຂົາຈະໄດ້ປະຖິ້ມແນວຄິດຂອງເຂົາ ແລະ ຮັບເອົາສິ່ງເຫຼົ່ານັ້ນທີ່ເຂົາບໍ່ໄດ້ມີມາກ່ອນ. ພຣະເຈົ້າຮຽກຮ້ອງໃຫ້ມະນຸດຮ່ວມມືກັບພຣະອົງ, ໃຫ້ມະນຸດຍອມຮັບເອົາເງື່ອນໄຂຂອງພຣະອົງຢ່າງສົມບູນ ແລະ ມະນຸດຮຽກຮ້ອງເພື່ອປະຈັກພາລະກິດທີ່ພຣະເຈົ້າເອງປະຕິບັດ, ເພື່ອຜະເຊີນກັບອຳນາດອົງຊົງລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ເພື່ອຮູ້ຈັກອຸປະນິໄສຂອງພຣະເຈົ້າ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນການຄຸ້ມຄອງຂອງພຣະເຈົ້າ. ການຢູ່ຮ່ວມກັນລະຫວ່າງພຣະເຈົ້າກັບມະນຸດແມ່ນການຄຸ້ມຄອງ ແລະ ການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດ.
ສິ່ງທີ່ກ່ຽວພັນກັບນິມິດຫຼັກໆແມ່ນໝາຍເຖິງພາລະກິດຂອງພຣະເຈົ້າເອງ ແລະ ສິ່ງທີ່ກ່ຽວພັນກັບການປະຕິບັດແມ່ນເຮັດໂດຍມະນຸດ ແລະ ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພຣະເຈົ້າ. ພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດໂດຍພຣະເຈົ້າເອງ ແລະ ການປະຕິບັດຂອງມະນຸດກໍຖືກບັນລຸໂດຍມະນຸດເອງ. ສິ່ງທີ່ພຣະເຈົ້າເອງຄວນປະຕິບັດບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດຄວນປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ເຊິ່ງພາລະກິດຂອງພຣະເຈົ້າແມ່ນພັນທະກິດຂອງພຣະອົງເອງ ແລະ ບໍ່ກ່ຽວຂ້ອງກັບມະນຸດ. ພາລະກິດນີ້ບໍ່ຈຳເປັນຕ້ອງໃຫ້ມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ມະນຸດຈະບໍ່ສາມາດປະຕິບັດພາລະກິດທີ່ພຣະເຈົ້າປະຕິບັດ. ສິ່ງທີ່ມະນຸດຈຳເປັນຕ້ອງປະຕິບັດຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ ບໍ່ວ່າມັນຈະເປັນການເສຍສະຫຼະຊີວິດຂອງເຂົາ ຫຼື ເປັນການສົ່ງມອບເຂົາໃຫ້ກັບຊາຕານເພື່ອຢືນເປັນພະຍານ, ທຸກສິ່ງເຫຼົ່ານີ້ຕ້ອງຖືກເຮັດໃຫ້ສຳເລັດໂດຍມະນຸດ. ພຣະເຈົ້າເອງເຮັດສໍາເລັດພາລະກິດທັງໝົດທີ່ພຣະອົງຄວນເຮັດ ແລະ ສິ່ງທີ່ມະນຸດຄວນເຮັດກໍໄດ້ສະແດງໃຫ້ກັບມະນຸດແລ້ວ ແລະ ພາລະກິດທີ່ເຫຼືອກໍຂຶ້ນຢູ່ກັບມະນຸດທີ່ຈະເຮັດ. ພຣະເຈົ້າບໍ່ປະຕິບັດພາລະກິດເພີ່ມ. ພຣະອົງພຽງແຕ່ປະຕິບັດພາລະກິດທີ່ຢູ່ພາຍໃນພັນທະກິດຂອງພຣະອົງເທົ່ານັ້ນ ແລະ ພຽງແຕ່ສະແດງໃຫ້ມະນຸດເຫັນເຖິງຫົນທາງ ແລະ ພຽງແຕ່ປະຕິບັດພາລະກິດເພື່ອເປີດຫົນທາງ ແລະ ບໍ່ໄດ້ປະຕິບັດພາລະກິດເພື່ອບຸກເບີກຫົນທາງ; ມະນຸດຄວນເຂົ້າໃຈສິ່ງນີ້. ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ນີ້ລ້ວນແລ້ວແຕ່ເປັນໜ້າທີ່ຂອງມະນຸດ, ເປັນສິ່ງທີ່ມະນຸດຄວນປະຕິບັດ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າເລີຍ. ຖ້າມະນຸດຮຽກຮ້ອງໃຫ້ພຣະເຈົ້າທົນທຸກຕໍ່ການທໍລະມານ ແລະ ການຫຼໍ່ຫຼອມໃນຄວາມຈິງເຊັ່ນດຽວກັນກັບມະນຸດ, ແລ້ວມະນຸດກໍກຳລັງບໍ່ເຊື່ອຟັງ. ພາລະກິດຂອງພຣະເຈົ້າແມ່ນເພື່ອປະຕິບັດພັນທະກິດຂອງພຣະອົງ ແລະ ໜ້າທີ່ຂອງມະນຸດແມ່ນເພື່ອເຊື່ອຟັງການນໍາພາທັງໝົດຂອງພຣະເຈົ້າ ໂດຍບໍ່ມີການຕໍ່ຕ້ານໃດໆ. ສິ່ງທີ່ມະນຸດຕ້ອງບັນລຸ ເຂົາກໍຈຳເປັນຕ້ອງເຮັດໃຫ້ສຳເລັດ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດ ຫຼື ດຳລົງຊີວິດໃນລັກສະນະໃດກໍຕາມ. ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດຮຽກຮ້ອງຈາກມະນຸດໄດ້ ເຊິ່ງໝາຍຄວາມວ່າ ມີພຽງພຣະເຈົ້າເທົ່ານັ້ນທີ່ສົມຄວນຮຽກຮ້ອງຈາກມະນຸດ. ມະນຸດບໍ່ຄວນມີທາງເລືອກອື່ນ, ບໍ່ຄວນເຮັດຫຍັງເລີຍ ນອກຈາກຍອມຮັບ ແລະ ປະຕິບັດທັງໝົດ; ນີ້ແມ່ນຄວາມຮູ້ສຶກທີ່ມະນຸດຄວນມີ. ຫຼັງຈາກພາລະກິດທີ່ພຣະເຈົ້າຄວນປະຕິບັດຖືກເຮັດໃຫ້ສຳເລັດ, ມະນຸດກໍຈຳເປັນຕ້ອງຜະເຊີນກັບມັນເທື່ອລະບາດກ້າວ. ໃນທີ່ສຸດ ຖ້າເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າຖືກເຮັດໃຫ້ສຳເລັດ, ແຕ່ມະນຸດຍັງບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງ, ແລ້ວມະນຸດກໍຄວນຖືກລົງໂທດ. ຖ້າມະນຸດບໍ່ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ແລ້ວນີ້ກໍຍ້ອນຄວາມບໍ່ເຊື່ອຟັງຂອງມະນຸດ; ມັນບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າບໍ່ຮອບຄອບພໍໃນພາລະກິດຂອງພຣະອົງ. ທຸກຄົນທີ່ບໍ່ສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ, ຄົນທີ່ບໍ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ ແລະ ຄົນທີ່ບໍ່ສາມາດມອບຄວາມຊື່ສັດຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ພວກເຂົາທຸກຄົນລ້ວນແລ້ວແຕ່ຈະຖືກລົງໂທດທັງໝົດ. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນການຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງການຕົກນະຮົກບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້. ພຣະທຳທີ່ກ່າວກັບພວກເຈົ້າແມ່ນໄດ້ໄປເຖິງໃຈກາງທາດແທ້ຂອງພວກເຈົ້າ ແລະ ພາລະກິດຂອງພຣະເຈົ້າໄດ້ເຂົ້າສູ່ອານາເຂດທີ່ບໍ່ເຄີຍມີມາກ່ອນ. ຫຼາຍຄົນຍັງບໍ່ເຂົ້າໃຈຄວາມຈິງ ຫຼື ຄວາມບໍ່ຈິງຂອງເສັ້ນທາງນີ້; ພວກເຂົາຍັງລໍຖ້າ ແລະ ເບິ່ງ ແລະ ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ກົງກັນຂ້າມ, ພວກເຂົາກວດສອບພຣະທຳທຸກຂໍ້ ແລະ ການກະທຳທຸກຢ່າງຂອງພຣະເຈົ້າ, ພວກເຂົາໃສ່ໃຈໃນສິ່ງທີ່ພຣະອົງກິນ ແລະ ນຸ່ງ ແລະ ແນວຄິດຂອງພວກເຂົາກໍຍິ່ງຮ້າຍແຮງຫຼາຍຂຶ້ນ. ຄົນປະເພດດັ່ງກ່າວບໍ່ໄດ້ກຳລັງກັງວົນໃນສິ່ງທີ່ບໍ່ສຳຄັນບໍ? ຄົນປະເພດດັ່ງກ່າວຈະສາມາດເປັນຄົນທີ່ສະແຫວງຫາພຣະເຈົ້າໄດ້ແນວໃດ? ແລ້ວພວກເຂົາຈະສາມາດເປັນຄົນທີ່ມີເຈດຕະນາຍອມຕໍ່ພຣະເຈົ້າໄດ້ແນວໃດ? ພວກເຂົາປະຄວາມຊື່ສັດ ແລະ ໜ້າທີ່ຂອງພວກເຂົາໄວ້ທາງຫຼັງຂອງຄວາມຄິດຂອງພວກເຂົາ ແລະ ໃສ່ໃຈແຕ່ບ່ອນຢູ່ອາໄສຂອງພຣະເຈົ້າແທນ. ພວກເຂົາເປັນຕາໜ່າຍຫຼາຍ! ຖ້າມະນຸດເຂົ້າໃຈທຸກສິ່ງທີ່ເຂົາຄວນເຂົ້າໃຈ ແລະ ນໍາທຸກສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວພຣະເຈົ້າຈະປະທານພອນຂອງພຣະອົງໃຫ້ກັບມະນຸດຢ່າງແນ່ນອນ, ຍ້ອນສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືໜ້າທີ່ຂອງມະນຸດ ແລະ ສິ່ງທີ່ມະນຸດຄວນປະຕິບັດ. ຖ້າມະນຸດບໍ່ສາມາດເຂົ້າໃຈໃນສິ່ງທີ່ເຂົາຄວນເຂົ້າໃຈ ແລະ ບໍ່ສາມາດນໍາສິ່ງທີ່ເຂົາຄວນປະຕິບັດເຂົ້າສູ່ການປະຕິບັດ, ແລ້ວມະນຸດກໍຈະຖືກລົງໂທດ. ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນສັດຕູກັບພຣະເຈົ້າ, ຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຕໍ່ຕ້ານພາລະກິດນັ້ນ, ເຖິງແມ່ນວ່າ ຄົນດັ່ງກ່າວບໍ່ໄດ້ເຮັດຫຍັງທີ່ຕໍ່ຕ້ານພາລະກິດນັ້ນຢ່າງຊັດເຈນກໍຕາມ. ທຸກຄົນທີ່ບໍ່ນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງເຂົ້າສູ່ການປະຕິບັດກໍເປັນຄົນທີ່ຕໍ່ຕ້ານໂດຍຕັ້ງໃຈ ແລະ ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ, ເຖິງແມ່ນຄົນດັ່ງກ່າວຈະໃສ່ໃຈກັບພາລະກິດຂອງພຣະວິນຍານບໍລິສຸດເປັນພິເສດກໍຕາມ. ຄົນທີ່ບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຍອມຕໍ່ພຣະເຈົ້າແມ່ນຄົນກະບົດ ແລະ ພວກເຂົາຕໍ່ຕ້ານພຣະເຈົ້າ. ຄົນທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາແມ່ນຄົນທີ່ບໍ່ຮ່ວມມືກັບພຣະເຈົ້າ ແລະ ຄົນທີ່ບໍ່ຮ່ວມມືກັບພຣະເຈົ້າແມ່ນຄົນທີ່ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ.
ເມື່ອພາລະກິດຂອງພຣະເຈົ້າໄປເຖິງຈຸດໃດໜຶ່ງ ແລະ ການຄຸ້ມຄອງຂອງພຣະອົງໄດ້ໄປເຖິງຈຸດໃດໜຶ່ງ, ຄົນທີ່ພໍໃຈພຣະອົງ ກໍລ້ວນແລ້ວແຕ່ເປັນຄົນທີ່ສາມາດປະຕິບັດຕາມເງື່ອນໄຂຂອງພຣະອົງ. ພຣະເຈົ້າຮຽກຮ້ອງມະນຸດຕາມມາດຕະຖານຂອງພຣະອົງເອງ ແລະ ຕາມສິ່ງທີ່ມະນຸດສາມາດບັນລຸໄດ້. ໃນຂະນະທີ່ເວົ້າເຖິງການຄຸ້ມຄອງຂອງພຣະອົງ, ພຣະອົງໄດ້ຊີ້ຫົນທາງໃຫ້ກັບມະນຸດ ແລະ ຈັດກຽມເສັ້ນທາງແຫ່ງຄວາມຢູ່ລອດໃຫ້ກັບມະນຸດ. ທັງການຄຸ້ມຄອງຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດແມ່ນຂັ້ນຕອນດຽວກັນຂອງພາລະກິດ ແລະ ຖືກປະຕິບັດໃນເວລາດຽວກັນ. ການເວົ້າເຖິງການຄຸ້ມຄອງຂອງພຣະເຈົ້າແມ່ນກ່ຽວພັນກັບການປ່ຽນແປງໃນອຸປະນິໄສຂອງມະນຸດ ແລະ ການເວົ້າເຖິງສິ່ງທີ່ມະນຸດຄວນປະຕິບັດ ແລະ ການປ່ຽນແປງໃນອຸປະນິໄສຂອງມະນຸດ ກໍກ່ຽວພັນກັບພາລະກິດຂອງພຣະເຈົ້າ; ບໍ່ມີຈັກເທື່ອທີ່ທັງສອງຢ່າງຈະຖືກແຍກອອກຈາກກັນ. ການປະຕິບັດຂອງມະນຸດປ່ຽນແປງເທື່ອລະບາດກ້າວ. ນັ້ນກໍຍ້ອນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດນັ້ນໄດ້ປ່ຽນແປງເຊັ່ນກັນ ແລະ ຍ້ອນພາລະກິດຂອງພຣະເຈົ້າປ່ຽນແປງ ແລະ ກ້າວໜ້າຢູ່ສະເໝີ. ຖ້າການປະຕິບັດຂອງມະນຸດຍັງຖືກກັບດັກຢູ່ໃນຄຳສັ່ງສອນ, ສິ່ງນີ້ກໍພິສູດວ່າ ເຂົາປາສະຈາກພາລະກິດ ແລະ ການນໍາພາຂອງພຣະເຈົ້ານັ້ນ; ຖ້າການປະຕິບັດຂອງມະນຸດບໍ່ປ່ຽນແປງຈັກເທື່ອ ຫຼື ບໍ່ເລິກເຊິ່ງຂຶ້ນ, ແລ້ວສິ່ງນີ້ກໍພິສູດວ່າ ການປະຕິບັດຂອງມະນຸດຖືກປະຕິບັດຕາມຄວາມປະສົງຂອງມະນຸດ ແລະ ບໍ່ແມ່ນການປະຕິບັດແຫ່ງຄວາມຈິງ; ຖ້າມະນຸດບໍ່ມີເສັ້ນທາງໃຫ້ຍ່າງ, ແລ້ວເຂົາກໍຖືກຕົກລົງສູ່ກໍາມືຂອງຊາຕານໄປແລ້ວ ແລະ ຖືກຄວບຄຸມໂດຍຊາຕານ ເຊິ່ງໝາຍຄວາມວ່າ ເຂົາຖືກຄວບຄຸມໂດຍວິນຍານຊົ່ວຮ້າຍ. ຖ້າການປະຕິບັດຂອງມະນຸດບໍ່ໄດ້ເລິກເຊິ່ງກວ່າເກົ່າ, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ພັດທະນາ ແລະ ຖ້າບໍ່ມີການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ແລ້ວການເຂົ້າສູ່ຂອງມະນຸດກໍຈະຢຸດສະງັດ; ນີ້ເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້. ທົ່ວພາລະກິດທັງໝົດຂອງພຣະເຈົ້າ, ຖ້າມະນຸດຕ້ອງປະຕິບັດຕາມພຣະບັນຍັດຂອງພຣະເຢໂຮວາ, ແລ້ວພາລະກິດຂອງພຣະເຈົ້າກໍບໍ່ສາມາດຄືບໜ້າໄດ້, ແລ້ວຍິ່ງເປັນໄປບໍ່ໄດ້ທີ່ຈະນໍາຍຸກທັງໝົດໄປສູ່ຈຸດສິ້ນສຸດ. ຖ້າມະນຸດຍຶດຕິດກັບໄມ້ກາງແຂນຢູ່ສະເໝີ ແລະ ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ພາລະກິດຂອງພຣະເຈົ້າສືບຕໍ່ໄປຂ້າງໜ້າ. ການຄຸ້ມຄອງຫົກພັນປີຈະບໍ່ສາມາດສິ້ນສຸດລົງພຽງໃນທ່າມກາງຄົນທີ່ປະຕິບັດຕາມພຣະບັນຍັດ ຫຼື ຍຶດຕິດກັບໄມ້ກາງແຂນ ແລະ ຄົນທີ່ມີແຕ່ຄວາມອົດທົນ ແລະ ຄວາມຖ່ອມຕົນເທົ່ານັ້ນ. ກົງກັນຂ້າມ, ພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດທ່າມກາງຄົນທີ່ຢູ່ໃນຍຸກສຸດທ້າຍ, ຄົນທີ່ຮູ້ຈັກພຣະເຈົ້າ ແລະ ຄົນທີ່ໄດ້ຟື້ນຟູຈາກການຈັບກຸມຂອງຊາຕານ ແລະ ປົດຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນ. ນີ້ແມ່ນທິດທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນພາລະກິດຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ ການປະຕິບັດຂອງຄົນທີ່ຢູ່ໃນຄຣິສຕະຈັກແຫ່ງສາສະໜາແມ່ນຫຼ້າສະໄໝ? ນັ້ນກໍເພາະວ່າ ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດແມ່ນຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນ. ໃນຍຸກແຫ່ງພຣະຄຸນ, ສິ່ງທີ່ພວກເຂົານໍາເຂົ້າສູ່ການປະຕິບັດຄືສິ່ງທີ່ຖືກຕ້ອງ, ແຕ່ເມື່ອຍຸກໄດ້ຜ່ານພົ້ນໄປ ແລະ ພາລະກິດຂອງພຣະເຈົ້າໄດ້ປ່ຽນໄປ, ການປະຕິບັດຂອງພວກເຂົາກໍຫຼ້າສະໄໝຂຶ້ນເລື້ອຍໆ. ມັນຖືກທົດແທນດ້ວຍພາລະກິດໃໝ່ ແລະ ແສງສະຫວ່າງໃໝ່. ອີງຕາມພື້ນຖານເດີມ, ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າລົງເລິກຕື່ມອີກສອງສາມບາດກ້າວ. ແຕ່ຄົນເຫຼົ່ານັ້ນຍັງຕິດຢູ່ໃນຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າ ແລະ ຍັງຕິດແໜ້ນຢູ່ກັບການປະຕິບັດທີ່ເກົ່າແກ່ນັ້ນ ແລະ ແສງສະຫວ່າງເດີມໆ. ພາລະກິດຂອງພຣະເຈົ້າສາມາດປ່ຽນແປງຢ່າງໃຫຍ່ຫຼວງໃນສາມ ຫຼື ຫ້າປີ, ແລ້ວຈະບໍ່ມີການປ່ຽນແປງທີ່ຍິ່ງໃຫຍ່ກວ່າເກີດຂຶ້ນໃນຊ່ວງເວລາ 2.000 ປີບໍ? ຖ້າມະນຸດບໍ່ມີແສງສະຫວ່າງ ຫຼື ການປະຕິບັດໃໝ່, ມັນກໍໝາຍຄວາມວ່າ ເຂົານໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ. ນີ້ແມ່ນຄວາມລົ້ມເຫຼວຂອງມະນຸດ; ການມີຢູ່ຂອງພາລະກິດໃໝ່ຂອງພຣະເຈົ້າບໍ່ສາມາດຖືກປະຕິເສດໄດ້ ເພາະໃນປັດຈຸບັນ ຜູ້ຄົນເຫຼົ່ານັ້ນທີ່ໄດ້ຮັບພາລະກິດຜ່ານມາຂອງພຣະວິນຍານບໍລິສຸດຍັງປະຕິບັດຢ່າງຫຼ້າສະໄໝຢູ່. ພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢູ່ສະເໝີ ແລະ ທຸກຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດກໍຄວນກ້າວໜ້າໃຫ້ເລິກເຊິ່ງຂຶ້ນ ແລະ ຄວນປ່ຽນແປງເທື່ອລະບາດກ້າວ. ພວກເຂົາບໍ່ຄວນຢຸດຢູ່ຂັ້ນຕອນໃດໜຶ່ງ. ມີພຽງແຕ່ຄົນທີ່ບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນທີ່ຈະຍັງຄົງຢູ່ທ່າມກາງພາລະກິດທຳອິດຂອງພຣະອົງ ແລະ ບໍ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ເຊິ່ງມີພຽງແຕ່ຄົນທີ່ບໍ່ເຊື່ອຟັງເທົ່ານັ້ນທີ່ຈະບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ. ຖ້າການປະຕິບັດຂອງມະນຸດບໍ່ທັນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ, ແລ້ວການປະຕິບັດຂອງມະນຸດກໍຫ່າງເຫີນຈາກພາລະກິດແຫ່ງປັດຈຸບັນຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັບພາລະກິດແຫ່ງປັດຈຸບັນໄດ້ຢ່າງແນ່ນອນ. ຄົນປະເພດດັ່ງກ່າວທີ່ຫຼ້າຫຼັງແມ່ນບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້, ແຮງໄກທີ່ພວກເຂົາຈະສາມາດກາຍເປັນຄົນທີ່ຢືນເປັນພະຍານໃຫ້ກັບພຣະເຈົ້າໃນທີ່ສຸດ. ຍິ່ງໄປກວ່ານັ້ນ, ແຜນການຄຸ້ມຄອງທັງໝົດບໍ່ສາມາດຖືກເຮັດໃຫ້ສຳເລັດໄດ້ທ່າມກາງກຸ່ມຄົນດັ່ງກ່າວ. ສຳລັບຄົນທີ່ເຄີຍເຫັນພຣະບັນຍັດຂອງພຣະເຢໂຮວາ ແລະ ຄົນທີ່ເຄີຍທົນທຸກເພື່ອໄມ້ກາງແຂນ, ຖ້າພວກເຂົາບໍ່ສາມາດຍອມຮັບຂັ້ນຕອນຂອງພາລະກິດແຫ່ງຍຸກສຸດທ້າຍ, ແລ້ວທຸກສິ່ງທີ່ພວກເຂົາເຮັດກໍຈະສູນເປົ່າ ແລະ ບໍ່ມີປະໂຫຍດ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຕອນນີ້ ແລະ ໃນປັດຈຸບັນນີ້, ບໍ່ແມ່ນເກາະຕິດກັບອະດີດ. ຄົນທີ່ບໍ່ທັນພາລະກິດໃນປັດຈຸບັນ ແລະ ຄົນທີ່ຖືກແຍກອອກຈາກການປະຕິບັດໃນປັດຈຸບັນ ແມ່ນຄົນທີ່ຕໍ່ຕ້ານ ແລະ ບໍ່ຍອມຮັບພາລະກິດຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວທ້າທາຍພາລະກິດໃນປັດຈຸບັນຂອງພຣະເຈົ້າ. ເຖິງແມ່ນພວກເຂົາຍຶດຕິດກັບແສງສະຫວ່າງໃນອະດີດ, ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ເປັນຫຍັງຈຶ່ງມີການເວົ້າເຖິງການປ່ຽນແປງໃນການປະຕິບັດຂອງມະນຸດ, ເຖິງຄວາມແຕກຕ່າງໃນການປະຕິບັດລະຫວ່າງອະດີດ ແລະ ປັດຈຸບັນ, ເຖິງວິທີການປະຕິບັດໃນລະຫວ່າງຍຸກທີ່ຜ່ານມາ ແລະ ເຖິງວິທີການປະຕິບັດໃນປັດຈຸບັນ? ຄວາມແຕກຕ່າງດັ່ງກ່າວໃນການປະຕິບັດຂອງມະນຸດຖືກກ່າວເຖິງຕະຫຼອດກໍ່ຍ້ອນພາລະກິດຂອງພຣະວິນຍານບໍລິສຸດກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ ແລະ ສະນັ້ນ ການປະຕິບັດຂອງມະນຸດຈຶ່ງຈຳເປັນຕ້ອງປ່ຽນແປງຢ່າງຕໍ່ເນື່ອງ. ຖ້າມະນຸດຍັງຕິດຄ້າງຢູ່ໃນຂັ້ນຕອນໃດໜຶ່ງ, ແລ້ວນີ້ກໍພິສູດວ່າ ເຂົາບໍ່ສາມາດນໍາທັນພາລະກິດໃໝ່ ແລະ ແສງສະຫວ່າງໃໝ່ຂອງພຣະເຈົ້າໄດ້; ມັນບໍ່ໄດ້ພິສູດວ່າ ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ປ່ຽນແປງ. ຄົນທີ່ຢູ່ນອກກະແສຂອງພຣະວິນຍານບໍລິສຸດຄິດວ່າພວກເຂົາຖືກຕ້ອງຢູ່ສະເໝີ ແຕ່ຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າທີ່ຢູ່ໃນພວກເຂົາສິ້ນສຸດລົງແຕ່ດົນນານແລ້ວ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫາຍໄປຈາກພວກເຂົາແລ້ວ. ພາລະກິດຂອງພຣະເຈົ້າແມ່ນໄດ້ຍ້າຍໄປສູ່ຄົນກຸ່ມອື່ນຕັ້ງແຕ່ດົນແລ້ວ ເຊິ່ງເປັນກຸ່ມທີ່ພຣະອົງເຈດຕະນາຈະເຮັດໃຫ້ພາລະກິດໃໝ່ຂອງພຣະອົງສຳເລັດ. ເພາະຄົນທີ່ຢູ່ໃນສາສະໜາກໍບໍ່ສາມາດຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ພຽງແຕ່ຍຶດຕິດກັບພາລະກິດເດີມໃນອະດີດ, ສະນັ້ນ ພຣະເຈົ້າຈຶ່ງປະຖິ້ມຄົນເຫຼົ່ານີ້ ແລະ ປະຕິບັດພາລະກິດໃໝ່ຂອງພຣະອົງກັບຄົນທີ່ຍອມຮັບພາລະກິດໃໝ່ນີ້. ນີ້ແມ່ນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະອົງ ແລະ ພຽງແຕ່ໃນວິທີນີ້ເທົ່ານັ້ນ ການຄຸ້ມຄອງຂອງພຣະອົງຈຶ່ງຈະສາມາດເຮັດໃຫ້ສຳເລັດໄດ້. ການຄຸ້ມຄອງຂອງພຣະເຈົ້າກ້າວໄປຂ້າງໜ້າຢູ່ສະເໝີ ແລະ ການປະຕິບັດຂອງມະນຸດກໍສູງຂຶ້ນເລື້ອຍໆ. ພຣະເຈົ້າປະຕິບັດພາລະກິດຢູ່ສະເໝີ ແລະ ມະນຸດກໍຕ້ອງການຢູ່ສະເໝີ, ເມື່ອທັງສອງໄປເຖິງຈຸດສຸດຍອດຂອງພວກເຂົາ, ພຣະເຈົ້າ ແລະ ມະນຸດຈະບັນລຸການຢູ່ຮ່ວມກັນຢ່າງສົມບູນ. ນີ້ແມ່ນການສະແດງອອກເຖິງຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຜົນຮັບສຸດທ້າຍຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ.
ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດໃດໆຂອງພຣະວິນຍານບໍລິສຸດ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ແລະ ເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມື ແລະ ບໍ່ສາມາດນໍາຄວາມຈິງທີ່ພຣະເຈົ້າຮຽກຮ້ອງນັ້ນເຂົ້າສູ່ການປະຕິບັດໃນເວລານີ້ໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ຮ້າຍແຮງໄປກວ່ານັ້ນແມ່ນຈະຖືກພຣະວິນຍານບໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຈະຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ອາດເຖິງຂັ້ນຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ຖ້າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າກໍຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຜູ້ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະໄດ້ຮັບການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນປະພຶດຄືກັບພວກກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນພຽງເງື່ອນໄຂດຽວເທົ່ານັ້ນທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ແມ່ນຈະບໍ່ເປັນແບບນັ້ນ: ພວກເຂົາຢູ່ນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດແມ່ນໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາເອງ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາແມ່ນຍຶດຕິດຢູ່ກັບເງື່ອນໄຂຂອງພາລະກິດໃນອະດີດຂອງພຣະວິນຍານບໍລິສຸດ; ພວກມັນເປັນຄຳສັ່ງສອນບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ການຊຸມນຸມຂອງຜູ້ຄົນເຫຼົ່ານີ້ແມ່ນບໍ່ມີຫຍັງນອກຈາກດ້ານສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ການຊຸມນຸມຂອງທຸກຄົນໃນທ່າມກາງພວກເຂົາ ສາມາດເອີ້ນໄດ້ວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດເອີ້ນວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າເປັນການລະນຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກຈິດວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບການກະບົດ ແລະ ການຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຄົນຊັ້ນຕໍ່າ, ພວກເຂົາຄືຄົນຕໍ່າຊ້າທີ່ບໍ່ສົມຄວນໄດ້ຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດມີຄວາມກ່ຽວພັນໃດໆກັບການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນທີ່ບໍ່ໄດ້ຢູ່ໃນກະແສຂອງພຣະວິນຍານບໍລິສຸດ ມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ແມ່ນປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າເປັນຄົນຊົ່ວຊ້າ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພວກເຂົາພໍໃຈ ໂດຍພາຍໃຕ້ປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈຕໍ່ຕ້ານພຣະອົງ ແລະ ແລ່ນໃນທາງກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດໃນການຮ່ວມມືກັບພຣະເຈົ້າຄືການກະບົດໃນຕົວມັນເອງຢ່າງແຮງ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ? ເມື່ອເວົ້າເຖິງການເຮັດຊົ່ວຂອງຄົນເຫຼົ່ານີ້, ບາງຄົນແມ່ນຢາກສາບແຊ່ງພວກເຂົາ, ໃນຂະນະທີ່ພຣະເຈົ້າບໍ່ສົນໃຈພວກເຂົາເລີຍ. ສຳລັບມະນຸດແລ້ວ, ມັນເບິ່ງຄືກັບວ່າ ການກະທຳຂອງພວກເຂົາກ່ຽວຂ້ອງກັບນາມຂອງພຣະເຈົ້າ, ແຕ່ໃນຄວາມຈິງແລ້ວ ສຳລັບພຣະເຈົ້າ, ມັນບໍ່ກ່ຽວຂ້ອງຫຍັງກັບນາມຂອງພຣະອົງ ຫຼື ເປັນພະຍານໃຫ້ກັບພຣະອົງເລີຍ. ບໍ່ວ່າຄົນເຫຼົ່ານີ້ຈະເຮັດຫຍັງກໍຕາມ, ມັນກໍບໍ່ກ່ຽວພັນກັບພຣະເຈົ້າ: ມັນບໍ່ກ່ຽວພັນກັບນາມຂອງພຣະອົງ ແລະ ພາລະກິດໃນປັດຈຸບັນຂອງພຣະອົງ. ຄົນເຫຼົ່ານີ້ເຮັດໃຫ້ຕົນເອງອັບອາຍ ແລະ ສະແດງເຖິງຊາຕານ; ພວກເຂົາເປັນຄົນຊົ່ວທີ່ສະສົມມື້ແຫ່ງຄວາມໂກດຮ້າຍ. ໃນປັດຈຸບັນ, ບໍ່ວ່າການກະທຳຂອງພວກເຂົາຈະແມ່ນຫຍັງກໍຕາມ ແລະ ຖ້າພວກເຂົາບໍ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະເຈົ້າ, ຄົນດັ່ງກ່າວກໍຈະບໍ່ຕົກຢູ່ໃນຜົນກຳສະໜອງທີ່ກ່ຽວຂ້ອງ ຍ້ອນມື້ແຫ່ງຄວາມໂກດຮ້າຍຍັງບໍ່ທັນມາຮອດເທື່ອ. ມີຫຼາຍສິ່ງທີ່ເຮັດໃຫ້ຜູ້ຄົນເຊື່ອວ່າພຣະເຈົ້າຄວນຈັດການໄດ້ແລ້ວ ແລະ ພວກເຂົາຄິດວ່າ ຄົນຊົ່ວເຫຼົ່ານັ້ນຄວນໄດ້ຮັບຜົນກຳສະໜອງຢ່າງໄວເທົ່າທີ່ຈະໄວໄດ້. ແຕ່ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າຍັງບໍ່ໄດ້ມາເຖິງຈຸດສິ້ນສຸດເທື່ອ ແລະ ມື້ແຫ່ງຄວາມໂກດຮ້າຍຍັງບໍ່ໄດ້ມາຮອດ, ຄົນບໍ່ຊອບທຳກໍຍັງສືບຕໍ່ປະຕິບັດການກະທຳທີ່ບໍ່ຊອບທຳຂອງພວກເຂົາ. ບາງຄົນເວົ້າວ່າ “ຄົນທີ່ຢູ່ໃນສາສະໜາແມ່ນປາສະຈາກການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພວກເຂົານໍາຄວາມອັບອາຍມາສູ່ນາມຂອງພຣະເຈົ້າ; ແລ້ວເປັນຫຍັງພຣະເຈົ້າຈຶ່ງບໍ່ທຳລາຍພວກເຂົາ ແທນທີ່ຈະຍັງອົດກັ້ນຕໍ່ຄວາມປະພຶດຢ່າງດື້ດ້ານຂອງພວກເຂົາ?” ຄົນເຫຼົ່ານີ້ ຜູ້ທີ່ເປັນການສະແດງຂອງຊາຕານ ແລະ ຜູ້ທີ່ສະແດງເຖິງເນື້ອໜັງ, ພວກເຂົາເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຕໍ່າຊ້າ, ພວກເຂົາເປັນຄົນທີ່ໄຮ້ປະໂຫຍດ. ພວກເຂົາຈະບໍ່ເຫັນການມາຂອງຄວາມໂກດຮ້າຍຂອງພຣະເຈົ້າກ່ອນທີ່ພວກເຂົາຈະເຂົ້າໃຈວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງແນວໃດທ່າມກາງມະນຸດ ແລະ ຫຼັງຈາກທີ່ພວກເຂົາຖືກເອົາຊະນະຢ່າງສົມບູນ, ຄົນຊົ່ວເຫຼົ່ານັ້ນກໍຈະໄດ້ຮັບຜົນກຳສະໜອງຂອງພວກເຂົາທັງໝົດ ແລະ ບໍ່ມີຜູ້ໃດໃນພວກເຂົາຈະສາມາດໜີພົ້ນມື້ແຫ່ງການໂກດຮ້າຍໄດ້. ປັດຈຸບັນບໍ່ແມ່ນເວລາສຳລັບການລົງໂທດມະນຸດ, ແຕ່ເປັນເວລາສຳລັບການປະຕິບັດພາລະກິດແຫ່ງການເອົາຊະນະ, ນອກຈາກວ່າຈະມີຄົນທຳລາຍການຄຸ້ມຄອງຂອງພຣະເຈົ້າ, ໃນກໍລະນີດັ່ງກ່າວ ພວກເຂົາແມ່ນຈະຖືກລົງໂທດອີງຕາມຄວາມຮຸນແຮງຂອງການກະທຳຂອງພວກເຂົາ. ໃນລະຫວ່າງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ, ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນກ່ຽວຂ້ອງກັບພຣະເຈົ້າ. ຄົນທີ່ໜ້າລັງກຽດ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດແມ່ນດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ສິ່ງທີ່ພວກເຂົານໍາໄປປະຕິບັດກໍບໍ່ກ່ຽວຂ້ອງກັບພຣະເຈົ້າ. ມີພຽງແຕ່ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າເທົ່ານັ້ນ ແລະ ຄົນທີ່ຮ່ວມມືກັບພຣະເຈົ້າທີ່ກ່ຽວຂ້ອງກັບພຣະເຈົ້າ, ຍ້ອນພາລະກິດຂອງພຣະເຈົ້າແມ່ນແນໃສ່ຄົນທີ່ຍອມຮັບມັນເທົ່ານັ້ນ ແລະ ບໍ່ໄດ້ແນໃສ່ທຸກຄົນ, ບໍ່ວ່າພວກເຂົາຍອມຮັບມັນ ຫຼື ບໍ່ກໍຕາມ. ພາລະກິດທີ່ພຣະເຈົ້າປະຕິບັດມີເປົ້າໝາຍສະເໝີ ແລະ ບໍ່ໄດ້ຖືກປະຕິບັດຕາມອຳເພີໃຈ. ຄົນທີ່ກ່ຽວພັນກັບຊາຕານແມ່ນບໍ່ເໝາະສົມທີ່ຈະເປັນພະຍານໃຫ້ກັບພຣະເຈົ້າ ແຮງໄກທີ່ພວກເຂົາຈະເໝາະສົມໃນການຮ່ວມມືກັບພຣະເຈົ້າ.
ແຕ່ລະຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນຕ້ອງການຄຳພະຍານຂອງມະນຸດ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນການສູ້ຮົບລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ເປົ້າໝາຍຂອງການສູ້ຮົບກໍຄືຊາຕານ ໃນຂະນະທີ່ຄົນທີ່ຈະຖືກເຮັດໃຫ້ສົມບູນໂດຍພາລະກິດນີ້ແມ່ນມະນຸດ. ບໍ່ວ່າພາລະກິດຂອງພຣະເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຂຶ້ນກັບລັກສະນະຂອງການເປັນພະຍານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ການເປັນພະຍານນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກຄົນທີ່ຕິດຕາມພຣະອົງ; ມັນຄືການເປັນພະຍານທີ່ເກີດຂຶ້ນຕໍ່ໜ້າຊາຕານ ແລະ ຍັງເປັນເຄື່ອງພິສູດເຖິງຜົນສະທ້ອນຂອງພາລະກິດຂອງພຣະອົງ. ການຄຸ້ມຄອງທັງໝົດຂອງພຣະເຈົ້າແບ່ງອອກເປັນສາມຍຸກ ແລະ ເງື່ອນໄຂທີ່ເໝາະສົມໃນແຕ່ລະຍຸກ ແມ່ນປະກອບດ້ວຍມະນຸດ. ນອກນັ້ນເມື່ອຍຸກຕ່າງໆຜ່ານໄປ ແລະ ພັດທະນາຂຶ້ນ, ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕໍ່ມະນຸດຊາດທັງປວງກໍສູງຂຶ້ນເລື້ອຍໆ. ດ້ວຍເຫດນີ້ ພາລະກິດຂອງການຄຸ້ມຄອງຂອງພຣະເຈົ້າ ແຕ່ລະຍຸກຈຶ່ງປະຕິບັດເຖິງຂັ້ນສູງສຸດ ເທື່ອລະບາດກ້າວ ຈົນກວ່າມະນຸດຈະເຫັນຄວາມຈິງຂອງ “ການປາກົດແຫ່ງພຣະທໍາໃນເນື້ອຫນັງ” ແລະ ໃນວິທີນີ້ ເງື່ອນໄຂຂອງມະນຸດກໍຈະຍິ່ງເພິ່ມທະວີຂຶ້ນ ແລະ ເງື່ອນໄຂຂອງມະນຸດໃນການເປັນປະຈັກພະຍານກໍຈະສູງຂຶ້ນເຊັ່ນກັນ. ຍິ່ງມະນຸດສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງຫຼາຍສໍ່າໃດ, ພຣະເຈົ້າກໍ່ຍິ່ງໄດ້ຮັບສະຫງ່າລາສີຫຼາຍສໍ່ານັ້ນ. ການຮ່ວມມືຂອງມະນຸດຄືການເປັນພະຍານທີ່ເຂົາຈຳເປັນຕ້ອງມີ ແລະ ການເປັນພະຍານທີ່ເຂົາມີກໍຄືການປະຕິບັດຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພາລະກິດຂອງພຣະເຈົ້າຈະມີຜົນທັນທີ ຫຼື ບໍ່ ແລະ ບໍ່ວ່າຈະສາມາດມີຄຳພະຍານທີ່ແທ້ຈິງໄດ້ ຫຼື ບໍ່ ແມ່ນກ່ຽວໂຍງກັບການຮ່ວມມື ແລະ ການເປັນພະຍານຂອງມະນຸດໂດຍຕັດຂາດຈາກກັນບໍ່ໄດ້. ເມື່ອພາລະກິດຖືກເຮັດໃຫ້ສຳເລັດ ເຊິ່ງໝາຍຄວາມວ່າ ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າເຖິງຈຸດສິ້ນສຸດແລ້ວ, ມະນຸດຈຳເປັນຕ້ອງເປັນພະຍານໃຫ້ສູງຂຶ້ນ ແລະ ເມື່ອພາລະກິດຂອງພຣະເຈົ້າເຖິງຈຸດສິ້ນສຸດ, ການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດຈະເຖິງຈຸດສູງສຸດ. ຜ່ານມາ ເງື່ອນໄຂຂອງມະນຸດແມ່ນຕ້ອງປະຕິບັດຕາມກົດໝາຍ ແລະ ພຣະບັນຍັດ ແລະ ຕ້ອງເປັນຄົນອົດທົນ ແລະ ອ່ອນນ້ອມຖ່ອມຕົນ. ໃນປັດຈຸບັນ ມະນຸດຕ້ອງເຊື່ອຟັງ ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ຕ້ອງມີຄວາມຮັກຢ່າງໃຫຍ່ຫຼວງຕໍ່ພຣະເຈົ້າ ແລະ ໃນທີ່ສຸດ ບໍ່ວ່າຈະຢູ່ໃນສະພາບທຸກຍາກລໍາບາກພຽງໃດກໍຕາມ ເຂົາກໍຕ້ອງຍັງຮັກພຣະເຈົ້າສະເໝີ. ທັງສາມຍຸກເຫຼົ່ານີ້ແມ່ນເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ເທື່ອລະບາດກ້າວ ຕະຫຼອດການຄຸ້ມຄອງທັງໝົດຂອງພຣະອົງ. ພາລະກິດແຕ່ລະຂັ້ນຕອນຂອງພຣະເຈົ້າແມ່ນດໍາເນີນໜັກຂຶ້ນກວ່າເກົ່າ ແລະ ເງື່ອນໄຂຂອງມະນຸດໃນແຕ່ລະຂັ້ນຕອນກໍເລິກເຊິ່ງຂຶ້ນກວ່າເກົ່າ. ດ້ວຍວິທີນີ້ ການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຄ່ອຍໆເປັນຮູບຮ່າງຂຶ້ນ. ມັນແມ່ນຍ້ອນເງື່ອນໄຂຂອງມະນຸດສູງຂຶ້ນທີ່ເຮັດໃຫ້ອຸປະນິໄສຂອງມະນຸດໃກ້ຄຽງກັບມາດຕະຖານທີ່ພຣະເຈົ້າກໍານົດໄວ້ ແລະ ຍ້ອນສາເຫດດັ່ງກ່າວນີ້ມະນຸດຊາດທັງໝົດຈຶ່ງເລີ່ມຄ່ອຍໆຫຼຸດພົ້ນອອກຈາກອິທິພົນຂອງຊາຕານ, ຈົນກວ່າເມື່ອພາລະກິດຂອງພຣະເຈົ້ານັ້ນຈະສິ້ນສຸດລົງຢ່າງສົມບູນ, ມວນມະນຸດຊາດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກອິທິພົນຂອງຊາຕານໄດ້. ເມື່ອເວລານັ້ນມາເຖິງ, ພາລະກິດຂອງພຣະເຈົ້າກໍຈະເຖິງຈຸດສິ້ນສຸດ ແລະ ການຮ່ວມມືຂອງມະນຸດກັບພຣະເຈົ້າເພື່ອບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາກໍຈະບໍ່ມີຢູ່ອີກ ແລະ ມະນຸດຊາດທັງປວງກໍຈະດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ຈາກນັ້ນເປັນຕົ້ນໄປ ກໍຈະບໍ່ມີການກະບົດ ຫຼື ການຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດອີກ ແລະ ຈະມີການຮ່ວມມືຢ່າງປອງດອງລະຫວ່າງມະນຸດ ແລະ ພຣະເຈົ້າຫຼາຍຂຶ້ນ ເຊິ່ງຈະເປັນຊີວິດຂອງມະນຸດ ແລະ ພຣະເຈົ້າຢູ່ຮ່ວມກັນ, ຊີວິດທີ່ມາຈາກການຄຸ້ມຄອງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສຳເລັດຢ່າງສົມບູນ ແລະ ຫຼັງຈາກທີ່ມະນຸດຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນຈາກການຈັບກຸມຂອງຊາຕານ. ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຢ່າງໃກ້ຊິດແມ່ນບໍ່ສາມາດບັນລຸຊີວິດດັ່ງກ່າວໄດ້. ພວກເຂົາຈະປ່ອຍໃຫ້ຕົນເອງຕົກລົງສູ່ຄວາມມືດ ເຊິ່ງເປັນບ່ອນທີ່ພວກເຂົາຈະຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ; ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຕິດຕາມພຣະອົງ ຜູ້ທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງພາລະກິດທັງໝົດຂອງພຣະອົງ. ໃນເມື່ອມະນຸດເຊື່ອໃນພຣະເຈົ້າ, ເຂົາກໍຕ້ອງຕິດຕາມບາດກ້າວຂອງພຣະເຈົ້າເທື່ອລະບາດກ້າວຢ່າງໃກ້ຊິດ; ເຂົາຄວນ “ຕິດຕາມພຣະເມສານ້ອຍບໍ່ວ່າພຣະອົງຈະໄປໃສກໍຕາມ”. ມີພຽງແຕ່ຄົນເຫຼົ່ານີ້ທີ່ເປັນຄົນສະແຫວງຫາຫົນທາງທີ່ແທ້ຈິງ, ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ຕິດຕາມຕົວອັກສອນ ແລະ ຄຳສັ່ງສອນຄືກັບທາດ ແມ່ນຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານບໍລິສຸດ. ໃນແຕ່ລະໄລຍະຂອງເວລາ, ພຣະເຈົ້າຈະເລີ່ມຕົ້ນພາລະກິດໃໝ່ ແລະ ໃນແຕ່ລະໄລຍະຈະມີການເລີ່ມຕົ້ນໃໝ່ທ່າມກາງມະນຸດ. ຖ້າມະນຸດພຽງແຕ່ປະຕິບັດຕາມຄວາມຈິງທີ່ວ່າ “ພຣະເຢໂຮວາເປັນພຣະເຈົ້າ” ແລະ “ພຣະເຢຊູເປັນພຣະຄຣິດ” ເຊິ່ງເປັນຄວາມຈິງທີ່ພຽງແຕ່ໃຊ້ໄດ້ກັບຍຸກທີ່ກ່ຽວຂ້ອງ, ແລ້ວມະນຸດກໍຈະນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ຈັກເທື່ອ ແລະ ຈະບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດຕະຫຼອດໄປ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ, ມະນຸດກໍຕິດຕາມໂດຍບໍ່ສົງໄສແມ່ນແຕ່ໜ້ອຍດຽວ ແລະ ເຂົາກໍຕິດຕາມຢ່າງໃກ້ຊິດ. ໃນວິທີນີ້, ມະນຸດຈະສາມາດຖືກພຣະວິນຍານບໍລິສຸດກຳຈັດໄດ້ແນວໃດ? ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຕາບໃດທີ່ມະນຸດໝັ້ນໃຈວ່າ ນັ້ນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຮ່ວມມືໃນພາລະກິດຂອງພຣະວິນຍານບໍລິສຸດໂດຍບໍ່ມີຂໍ້ສົງໄສໃດໆແລ້ວ ແລະ ພະຍາຍາມບັນລຸເງື່ອນໄຂຂອງພຣະເຈົ້າ, ແລ້ວເຂົາຈະຖືກລົງໂທດໄດ້ແນວໃດ? ພາລະກິດຂອງພຣະເຈົ້າບໍ່ເຄີຍຢຸດຈັກເທື່ອ, ບາດກ້າວຂອງພຣະອົງບໍ່ເຄີຍຢຸດສະງັດຈັກເທື່ອ ແລະ ກ່ອນການສຳເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ, ພຣະອົງຫຍຸ້ງຢູ່ສະເໝີ ແລະ ບໍ່ເຄີຍຢຸດຈັກເທື່ອ. ແຕ່ມະນຸດແມ່ນແຕກຕ່າງ: ເມື່ອໄດ້ຮັບພຽງແຕ່ຈຳນວນເລັກນ້ອຍຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຂົາກໍປະຕິບັດຕໍ່ສິ່ງນັ້ນຄືກັບວ່າມັນຈະບໍ່ປ່ຽນແປງຈັກເທື່ອ; ເມື່ອໄດ້ຮັບຄວາມຮູ້ເລັກນ້ອຍ, ເຂົາກໍບໍ່ສືບຕໍ່ຕິດຕາມບາດກ້າວພາລະກິດທີ່ໃໝ່ກວ່າຂອງພຣະເຈົ້າ; ເມື່ອໄດ້ເຫັນພຽງແຕ່ສ່ວນເລັກນ້ອຍໃນພາລະກິດຂອງພຣະເຈົ້າ, ເຂົາກໍກຳນົດໃຫ້ພຣະເຈົ້າເປັນຮ່າງໄມ້ພິເສດທັນທີ ແລະ ເຊື່ອວ່າພຣະເຈົ້າຈະຍັງຄົງຢູ່ໃນຮູບຮ່າງນີ້ທີ່ເຂົາເຫັນຢູ່ຕໍ່ໜ້າເຂົາ, ເຊິ່ງມັນເປັນແບບນີ້ໃນອະດີດ ແລະ ຈະເປັນແບບນີ້ໃນອະນາຄົດ; ເມື່ອໄດ້ຮັບພຽງແຕ່ຄວາມຮູ້ຜິວເຜີນ, ມະນຸດກໍພູມໃຈຈົນເຂົາລືມຕົນເອງ ແລະ ເລີ່ມປະກາດແບບບໍ່ມີເຫດຜົນເຖິງອຸປະນິໄສ ແລະ ຄວາມເປັນຢູ່ຂອງພຣະເຈົ້າວ່າບໍ່ມີຢູ່ຈິງແທ້; ແລະ ເມື່ອໝັ້ນໃຈກ່ຽວກັບຂັ້ນຕອນໜຶ່ງໃນພາລະກີດຂອງພຣະວິນຍານບໍລິສຸດ, ບໍ່ວ່າຄົນທີ່ປະກາດພາລະກິດໃໝ່ຂອງພຣະເຈົ້າຈະເປັນຄົນປະເພດໃດກໍຕາມ, ມະນຸດກໍບໍ່ຍອມຮັບມັນ. ນີ້ແມ່ນຄົນທີ່ບໍ່ສາມາດຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ພວກເຂົາຫົວບູຮານເກີນໄປ ແລະ ບໍ່ສາມາດຍອມຮັບສິ່ງໃໝ່ໄດ້. ຄົນປະເພດດັ່ງກ່າວແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຍັງປະຕິເສດພຣະເຈົ້າ. ມະນຸດເຊື່ອວ່າ ຊາວອິດສະຣາເອນແມ່ນຜິດທີ່ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ບໍ່ເຊື່ອໃນພຣະເຢຊູ” ແຕ່ຄົນສ່ວນໃຫຍ່ກໍສະແດງບົດບາດທີ່ພວກເຂົາ “ເຊື່ອໃນພຣະເຢໂຮວາເທົ່ານັ້ນ ແລະ ປະຕິເສດພຣະເຢຊູ” ແລະ “ປາຖະໜາເຖິງການກັບມາຂອງພຣະເມຊີອາ, ແຕ່ຕໍ່ຕ້ານພຣະເມຊີອາຜູ້ທີ່ຖືກເອີ້ນວ່າ ພຣະເຢຊູ”. ແລ້ວບໍ່ແປກໃຈເລີຍທີ່ຜູ້ຄົນຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານຫຼັງຈາກທີ່ຍອມຮັບໜຶ່ງຂັ້ນຕອນຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍັງບໍ່ໄດ້ຮັບພອນຂອງພຣະເຈົ້າ. ນີ້ບໍ່ແມ່ນຜົນຂອງການກະບົດຂອງມະນຸດບໍ? ຊາວຄຣິດສະຕຽນທົ່ວໂລກທີ່ນໍາບໍ່ທັນພາລະກິດໃໝ່ແຫ່ງປັດຈຸບັນ ລ້ວນແລ້ວແຕ່ຍຶດຕິດກັບຄວາມຫວັງທີ່ວ່າ ພວກເຂົາຈະໄດ້ໂຊກດີ ແລະ ສົມມຸດວ່າພຣະເຈົ້າຈະເຮັດໃຫ້ຄວາມປາຖະໜາແຕ່ລະຢ່າງຂອງພວກເຂົາສຳເລັດ. ແຕ່ພວກເຂົາບໍ່ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າ ເປັນຫຍັງພຣະເຈົ້າຈຶ່ງພາພວກເຂົາຂຶ້ນສູ່ສະຫວັນຊັ້ນສາມ ຫຼື ພວກເຂົາບໍ່ໝັ້ນໃຈວ່າ ພຣະເຢຊູຈະມາເພື່ອຮັບເອົາພວກເຂົາຂີ່ເທິງເມກສີຂາວໄດ້ແນວໃດ, ແຮງໄກທີ່ພວກເຂົາຈະເວົ້າດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຢຊູມາເທິງເມກສີຂາວແທ້ໆໃນມື້ທີ່ພວກເຂົາຈິນຕະນາການ ຫຼື ບໍ່. ພວກເຂົາທຸກຄົນວິຕົກກັງວົນ ແລະ ເຮັດຫຍັງບໍ່ຖືກ; ພວກເຂົາເອງຍິ່ງບໍ່ຮູ້ຈັກວ່າ ພຣະເຈົ້າຈະພາພວກເຂົາແຕ່ລະຄົນທີ່ເປັນຄົນກຸ່ມນ້ອຍໆທີ່ມີຄວາມຫຼາກຫຼາຍ ຜູ້ທີ່ມາຈາກແຕ່ລະນິກາຍຂຶ້ນໄປ ຫຼື ບໍ່. ພາລະກິດທີ່ພຣະເຈົ້າປະຕິບັດໃນຕອນນີ້, ໃນຍຸກປັດຈຸບັນ, ຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້ ແລະ ບໍ່ສາມາດເຮັດຫຍັງໄດ້ນອກຈາກນັບມື້ດ້ວຍນິ້ວມືຂອງພວກເຂົາ. ມີພຽງແຕ່ຄົນທີ່ຕິດຕາມບາດກ້າວຂອງພຣະເມສານ້ອຍຈົນເຖິງເວລາສຸດທ້າຍເທົ່ານັ້ນ ຈຶ່ງຈະສາມາດຮັບເອົາພອນສຸດທ້າຍໄດ້, ໃນຂະນະທີ່ “ຄົນສະຫຼາດ” ເຫຼົ່ານັ້ນ ທີ່ບໍ່ສາມາດຕິດຕາມຈົນເຖິງເວລາສຸດທ້າຍ ແຕ່ຍັງເຊື່ອວ່າພວກເຂົາຈະໄດ້ຮັບທັງໝົດ ແມ່ນບໍ່ສາມາດເປັນພະຍານເຖິງການປາກົດຕົວຂອງພຣະເຈົ້າໄດ້. ພວກເຂົາທຸກຄົນເຊື່ອວ່າ ພວກເຂົາເປັນຄົນສະຫຼາດທີ່ສຸດເທິງແຜ່ນດິນໂລກ ແລະ ພວກເຂົາຢຸດການພັດທະນາທີ່ສືບເນື່ອງຂອງພາລະກິດຂອງພຣະເຈົ້າໂດຍບໍ່ມີເຫດຜົນເລີຍ ແລະ ເບິ່ງຄືກັບວ່າ ພວກເຂົາເຊື່ອດ້ວຍຄວາມໝັ້ນໃຈທີ່ສຸດວ່າ ພຣະເຈົ້າຈະພາພວກເຂົາຜູ້ທີ່ “ມີຄວາມຊື່ສັດທີ່ສຸດຕໍ່ພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ” ຂຶ້ນສູ່ສະຫວັນ. ເຖິງແມ່ນວ່າພວກເຂົາມີ “ຄວາມຊື່ສັດທີ່ສຸດ” ຕໍ່ພຣະທຳທີ່ພຣະເຈົ້າກ່າວ, ຄຳເວົ້າ ແລະ ການກະທຳຂອງພວກເຂົາກໍຍັງເປັນຕາລັງກຽດຫຼາຍ ເພາະພວກເຂົາຕໍ່ຕ້ານພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຮັດການຫຼອກລວງ ແລະ ການຊົ່ວຮ້າຍ. ຄົນທີ່ບໍ່ຕິດຕາມຈົນເຖິງເວລາສຸດທ້າຍ, ຄົນທີ່ນໍາບໍ່ທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ພຽງແຕ່ຍຶດຕິດກັບພາລະກິດເດີມ ແມ່ນບໍ່ພຽງແຕ່ບໍ່ສາມາດບັນລຸຄວາມຊື່ສັດຕໍ່ພຣະເຈົ້າ, ແຕ່ໃນທາງກົງກັນຂ້າມ ແມ່ນໄດ້ກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ໄດ້ກາຍເປັນຄົນທີ່ຖືກປະຕິເສດໃນຍຸກໃໝ່ ແລະ ເປັນຄົນທີ່ຈະຖືກລົງໂທດ. ມີຄົນທີ່ເປັນຕາເວດທະນາກວ່າພວກເຂົາຢູ່ບໍ? ຫຼາຍຄົນເຖິງກັບເຊື່ອວ່າ ທຸກຄົນທີ່ປະຕິເສດພຣະບັນຍັດເດີມ ແລະ ຍອມຮັບພາລະກິດໃໝ່ແມ່ນບໍ່ມີຄວາມສຳນຶກ. ຄົນເຫຼົ່ານີ້ ທີ່ພຽງແຕ່ເວົ້າເຖິງ “ຄວາມສຳນຶກ” ແລະ ບໍ່ຮູ້ຈັກວ່າພາລະກິດຂອງພຣະວິນຍານບໍລິສຸດຈະຖືກຄວາມສຳນຶກຂອງພວກເຂົາເອງຕັດຄວາມຄາດຫວັງຂອງພວກເຂົາໃນທີ່ສຸດ. ພາລະກິດຂອງພຣະເຈົ້າບໍ່ໄດ້ປະຕິບັດຕາມຄຳສັ່ງສອນ ແລະ ເຖິງແມ່ນວ່າມັນເປັນພາລະກິດຂອງພຣະອົງເອງ, ແຕ່ພຣະເຈົ້າກໍຍັງບໍ່ຍຶດຕິດກັບມັນ. ສິ່ງທີ່ຄວນຖືກປະຕິເສດກໍຖືກປະຕິເສດ, ສິ່ງທີ່ຄວນຖືກກຳຈັດກໍຖືກກຳຈັດ. ແຕ່ມະນຸດເຮັດໃຫ້ຕົນເອງເປັນສັດຕູກັບພຣະເຈົ້າໂດຍຍຶດຕິດພຽງແຕ່ສ່ວນເລັກນ້ອຍດຽວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ນີ້ບໍ່ແມ່ນຄວາມບໍ່ມີເຫດຜົນຂອງມະນຸດບໍ? ນີ້ບໍ່ແມ່ນຄວາມໂງ່ຈ້າຂອງມະນຸດບໍ? ຍິ່ງຜູ້ຄົນບໍ່ກ້າ ແລະ ລະມັດລະວັງເກີນໄປຍ້ອນພວກເຂົາຢ້ານບໍ່ໄດ້ຮັບພອນຂອງພຣະເຈົ້າຫຼາຍສໍ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບພອນທີ່ຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ບໍ່ສາມາດໄດ້ຮັບພອນສຸດທ້າຍ. ຄົນເຫຼົ່ານີ້ທີ່ປະຕິບັດຕາມພຣະບັນຍັດຢ່າງທາດ ກໍລ້ວນແລ້ວແຕ່ສະແດງຄວາມຊື່ສັດທີ່ສຸດຕໍ່ພຣະບັນຍັດ ແລະ ຍິ່ງພວກເຂົາສະແດງຄວາມຊື່ສັດດັ່ງກ່າວຕໍ່ພຣະບັນຍັດຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນກະບົດທີ່ຕໍ່ຕ້ານພຣະເຈົ້າຫຼາຍສໍ່ານັ້ນ. ຍ້ອນປັດຈຸບັນແມ່ນຍຸກແຫ່ງອານາຈັກ ແລະ ບໍ່ແມ່ນຍຸກແຫ່ງພຣະບັນຍັດ ແລະ ພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະດີດກໍບໍ່ສາມາດກ່າວໃນລົມຫາຍໃຈດຽວກັນ ຫຼື ພາລະກິດໃນອະດີດແມ່ນບໍ່ສາມາດປຽບທຽບກັບພາລະກິດໃນປັດຈຸບັນໄດ້. ພາລະກິດຂອງພຣະເຈົ້າໄດ້ປ່ຽນແປງໄປ ແລະ ການປະຕິບັດຂອງມະນຸດກໍໄດ້ປ່ຽນແປງໄປເຊັ່ນກັນ; ມັນບໍ່ແມ່ນການຍຶດຕິດກັບພຣະບັນຍັດ ຫຼື ແບກໄມ້ກາງແຂນ. ສະນັ້ນ ຄວາມຊື່ສັດຂອງຜູ້ຄົນຕໍ່ພຣະບັນຍັດ ແລະ ໄມ້ກາງແຂນແມ່ນຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ.
ມະນຸດຈະຖືກເຮັດໃຫ້ສົມບູນທັງໝົດໃນຍຸກແຫ່ງອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກຢູ່ໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນເປັນພະຍານໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້ານັ້ນ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບການທົດສອບສຸດທ້າຍນີ້ ແລະ ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມໄປດ້ວຍຄວາມລໍາບາກຍາກແຄ້ນແມ່ນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດພ້ອມກັບການເປັນພະຍານຂອງພວກເຂົາ. ພວກເຂົາຄືຜູ້ທີ່ຈະລອດພົ້ນຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ່ນຍັງສາມາດສວຍໂອກາດໃນປັດຈຸບັນ, ແຕ່ ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີການທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ່ນ, ມັນເປັນພາລະກິດແຫ່ງການໂຍນອອກໂດຍສິ້ນເຊີງ. ບໍ່ວ່າພວກເຂົາຈະຖືກທົດລອງແນວໃດກໍຕາມ, ຄວາມຈົ່ງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ຫຼັງຈາກທີ່ພາລະກິດຂອງພຣະເຈົ້າບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ເຖິງກັບໜີອອກຈາກພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ຈະບໍ່ໝັ້ນຄົງໃນທີ່ສຸດ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ. ຄົນຕໍ່າຊ້າດັ່ງກ່າວນີ້ຈະຖືກຂັບໄລ່ໜີທັງໝົດ ເມື່ອພາລະກິດຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ພວກເຂົາບໍ່ສົມຄວນແກ່ການເຫັນອົກເຫັນໃຈໃດໆເລີຍ. ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ “ໃຈດີ” ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍເຫຼົ່ານີ້ຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ? ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນບໍ່ໄດ້ຖືກບັນລຸຫຼັງຈາກການສຳເລັດພາລະກິດແຫ່ງການເອົາຊະນະ. ເຖິງແມ່ນວ່າ ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງແລ້ວ, ພາລະກິດແຫ່ງການຊໍາລະລ້າງຍັງບໍ່ໄດ້ສິ້ນສຸດລົງເທື່ອ; ພາລະກິດດັ່ງກ່າວຈະຖືກເຮັດໃຫ້ສຳເລັດຫຼັງຈາກທີ່ມະນຸດຖືກຊໍາລະລ້າງທັງໝົດເທົ່ານັ້ນ, ຫຼັງຈາກທີ່ຄົນຍອມຕໍ່ພຣະເຈົ້າຖືກເຮັດໃຫ້ສົມບູນຢ່າງແທ້ຈິງ ແລະ ຫຼັງຈາກທີ່ຄົນປອມຕົວເຫຼົ່ານັ້ນທີ່ປາສະຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຖືກກວາດລ້າງ. ຄົນທີ່ບໍ່ພໍໃຈພຣະເຈົ້າໃນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງຈະຖືກກຳຈັດທັງໝົດ ແລະ ຄົນທີ່ຖືກກຳຈັດແມ່ນພວກຜີຮ້າຍ. ເມື່ອພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາກໍກະບົດຕໍ່ພຣະເຈົ້າ ແລະ ເຖິງແມ່ນຄົນເຫຼົ່ານີ້ຕິດຕາມພຣະເຈົ້າໃນປັດຈຸບັນ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພວກເຂົາເປັນຄົນທີ່ຈະຢູ່ລອດໃນທີ່ສຸດ. ໃນພຣະທຳທີ່ກ່າວວ່າ: “ຄົນທີ່ຕິດຕາມພຣະເຈົ້າຈົນເຖິງທີ່ສຸດຈະໄດ້ຮັບເອົາຄວາມລອດພົ້ນ” ຄວາມໝາຍຂອງຄຳວ່າ “ຕິດຕາມ” ຄືການຢືນຢ່າງໝັ້ນຄົງທ່າມກາງຄວາມລໍາບາກຍາກແຄ້ນ. ໃນປັດຈຸບັນ, ຫຼາຍຄົນເຊື່ອວ່າການຕິດຕາມພຣະເຈົ້າເປັນສິ່ງທີ່ງ່າຍ, ແຕ່ເມື່ອພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ເຈົ້າຈະຮູ້ຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຕິດຕາມ”. ຍ້ອນເຈົ້າຍັງສາມາດຕິດຕາມພຣະເຈົ້າໃນປັດຈຸບັນຫຼັງຈາກທີ່ຖືກເອົາຊະນະ, ນີ້ກໍບໍ່ໄດ້ພິສູດວ່າ ເຈົ້າເປັນໜຶ່ງໃນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ສາມາດອົດທົນຕໍ່ການທົດລອງ, ຄົນທີ່ບໍ່ສາມາດເອົາໄຊຊະນະເໜືອຄວາມລໍາບາກຍາກແຄ້ນ ຈະບໍ່ສາມາດຢືນຢ່າງໝັ້ນຄົງໃນທີ່ສຸດ ແລະ ສະນັ້ນກໍຈະບໍ່ສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ການທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນຕໍ່ການທົດລອງໃດໆຂອງພຣະເຈົ້າເລີຍ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່ໜີ, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍການທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງຕາມອຳເພີໃຈ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດໃນສິ່ງໃດທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຈະຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເຂົ້ານົກ ແລະ ເຂົ້ານົກບໍ່ສາມາດເຮັດໃຫ້ກາຍເປັນເຂົ້າສາລີໄດ້” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງຜິດໆຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ໄດ້ຮັບໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນໄດ້ຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີຕໍ່ພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ມອບໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ຄືເຄື່ອງໝາຍທີ່ບົ່ງບອກຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດ, ມະນຸດກໍຈະໄດ້ພົບບ່ອນພັກເຊົາໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກເຊົາເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມມືເປັນເວລາ 6.000 ປີລະຫວ່າງພຣະເຈົ້າ ແລະ ມະນຸດ.