ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.

ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ຫຼື ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກສິ່ງທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ແຮງໄກທີ່ຈະປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງນັ້ນຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຈະຝ່າຝືນຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ຜູ້ຄົນສ້າງທາງເລືອກຂອງຕົນເອງ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີແກ່ນແທ້ຂອງພຣະເຈົ້າໄດ້ ມັນສາມາດມີໄດ້ພຽງແຕ່ສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ແຮງໄກທີ່ຈະເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າຢ່າງເຕັມໃຈ. ມະນຸດທຸກຄົນນອກຈາກພຣະຄຣິດອາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີມະນຸດຄົນໃດສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າວ່າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ແກ່ນແທ້ຂອງພຣະຄຣິດແມ່ນການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.

ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບເປັນການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດແມ່ນຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງເຊື່ອຟັງຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ. ມະນຸດທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ມັກເຫັນຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດເປັນຂໍ້ບົກຜ່ອງ. ບໍ່ວ່າພຣະອົງສະແດງ ແລະ ເປີດເຜີຍການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງແນວໃດກໍຕາມ ມະນຸດບໍ່ສາມາດຍອມຮັບວ່າ ພຣະອົງເປັນພຣະຄຣິດ. ຍິ່ງພຣະຄຣິດສະແດງເຖິງຄວາມເຊື່ອຟັງ ແລະ ຄວາມຖ່ອມຕົວຂອງພຣະອົງຫຼາຍພຽງໃດ, ມະນຸດທີ່ໂງ່ຈ້າກໍເຫັນພຣະຄຣິດແບບບໍ່ຈິງຈັງຫຼາຍພຽງນັ້ນ. ຍັງມີຄົນເຖິງກັບມີທັດສະນະຄະຕິກີດກັ້ນ ແລະ ດູຖູກພຣະອົງ ແຕ່ຈັດວາງ “ມະນຸດຍິ່ງໃຫຍ່” ທີ່ມີຮູບລັກສະນະເປັນຕານັບຖືໄວ້ເທິງໂຕະເພື່ອບູຊາ. ການຕໍ່ຕ້ານຂອງມະນຸດ ແລະ ການບໍ່ເຊື່ອຟັງຂອງພຣະເຈົ້າມາຈາກຄວາມຈິງທີ່ວ່າ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າ ພ້ອມທັງຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ; ເລື່ອງນີ້ຄືຕົ້ນເຫດໃນການຕໍ່ຕ້ານຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງພຣະເຈົ້າ. ຖ້າພຣະຄຣິດບໍ່ມີຮູບລັກສະນະໃນຄວາມເປັນມະນຸດຂອງພຣະອົງ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກມຸມມອງຂອງສິ່ງມີຊີວິດທີ່ຖືກສ້າງ, ແຕ່ກົງກັນຂ້າມ ພຣະອົງປະກອບມີຄວາມເໜືອມະນຸດ, ແລ້ວອາດຈະບໍ່ມີຄວາມບໍ່ເຊື່ອຟັງໃນມະນຸດ. ເຫດຜົນທີ່ມະນຸດເຕັມໃຈເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນໄດ້ຢູ່ສະເໝີເຊິ່ງຢູ່ໃນສະຫວັນກໍຍ້ອນພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມເປັນມະນຸດ ແລະ ພຣະອົງບໍ່ມີຄຸນສົມບັດແມ່ນແຕ່ຢ່າງດຽວຂອງສິ່ງມີຊີວິດທີ່ຖືກສ້າງ. ເພາະສະນັ້ນ ມະນຸດເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງຍິ່ງ ແຕ່ມີທັດສະນະຄະຕິດູຖູກຕໍ່ພຣະຄຣິດ.

ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບລັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ. ເຖິງແມ່ນພຣະອົງມີແກ່ນແທ້ຂອງພຣະເຈົ້າເອງ ແລະ ສາມາດປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ, ເຖິງຢ່າງໃດກໍຕາມ ພຣະອົງຍັງເປັນເນື້ອໜັງ ເຊິ່ງບໍ່ຄືກັບພຣະວິນຍານ. ພຣະອົງບໍ່ແມ່ນພຣະເຈົ້າທີ່ມີຄຸນສົມບັດຂອງພຣະວິນຍານ; ພຣະອົງເປັນພຣະເຈົ້າທີ່ມີເປືອກນອກເປັນມະນຸດ. ສະນັ້ນ ບໍ່ວ່າພຣະອົງຈະທຳມະດາ ແລະ ອ່ອນແອຫຼາຍພຽງໃດ ແລະ ພຣະອົງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາແນວໃດກໍຕາມ, ຄວາມເປັນພຣະເຈົ້າຂອງພຣະອົງກໍບໍ່ສາມາດປະຕິເສດໄດ້. ພາຍໃນພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມີພຽງແຕ່ຄວາມເປັນມະນຸດທີ່ທຳມະດາ ແລະ ຈຸດອ່ອນຂອງມະນຸດ; ຍັງມີຄວາມອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງຄວາມເປັນພຣະເຈົ້າຂອງພຣະອົງໄດ້ອີກດ້ວຍ ພ້ອມກັບການກະທຳທັງໝົດຜ່ານເນື້ອໜັງຂອງພຣະອົງອີກ. ດ້ວຍເຫດນັ້ນ ທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າແມ່ນມີຢູ່ໃນພຣະຄຣິດທັງໃນຄວາມເປັນຈິງ ແລະ ພາກປະຕິບັດ. ສິ່ງນີ້ບໍ່ແມ່ນສິ່ງທີ່ວ່າງເວົ້າ ຫຼື ເໜືອທຳມະຊາດແມ່ນແຕ່ໜ້ອຍເລີຍ. ພຣະອົງມາເທິງແຜ່ນດິນໂລກພ້ອມກັບຈຸດປະສົງຫຼັກໃນການປະຕິບັດພາລະກິດ; ມັນເປັນສິ່ງຈໍາເປັນທີ່ຕ້ອງມີຄວາມເປັນມະນຸດທຳມະດາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກ; ບໍ່ດັ່ງນັ້ນ ບໍ່ວ່າລິດອຳນາດຂອງຄວາມເປັນພຣະເຈົ້າຂອງພຣະອົງຈະຍິ່ງໃຫຍ່ພຽງໃດ ໜ້າທີ່ດັ້ງເດີມຂອງສິດອຳນາດນັ້ນກໍບໍ່ສາມາດນໍາໄປປະຕິບັດໃຫ້ເກີດຜົນດີໄດ້. ເຖິງແມ່ນຄວາມເປັນມະນຸດຂອງພຣະອົງສຳຄັນຢ່າງຍິ່ງ ມັນກໍບໍ່ແມ່ນແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງແມ່ນຄວາມເປັນພຣະເຈົ້າ; ສະນັ້ນ ຊ່ວງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງເທິງແຜ່ນດິນໂລກແມ່ນຊ່ວງເວລາທີ່ພຣະອົງເລີ່ມຕົ້ນສະແດງເຖິງຄວາມເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຄວາມເປັນມະນຸດຂອງພຣະອົງດຳລົງຢູ່ພຽງແຕ່ປະຄັບປະຄອງຊີວິດທຳມະດາຂອງເນື້ອໜັງຂອງພຣະອົງ ເພື່ອວ່າຄວາມເປັນພຣະເຈົ້າຂອງພຣະອົງຈະສາມາດປະຕິບັດພາລະກິດໄດ້ເປັນປົກກະຕິຜ່ານເນື້ອໜັງ; ແມ່ນຄວາມເປັນພຣະເຈົ້າທີ່ຊີ້ນຳພາລະກິດທັງໝົດ. ເມື່ອພຣະອົງເຮັດສໍາເລັດພາລະກິດຂອງພຣະອົງ ພຣະອົງກໍໄດ້ບັນລຸພັນທະກິດຂອງພຣະອົງ. ສິ່ງທີ່ມະນຸດຄວນຮູ້ກໍຄືພາລະກິດທັງໝົດຂອງພຣະອົງ ແລະ ຍ້ອນພາລະກິດຂອງພຣະອົງທີ່ພຣະອົງເຮັດໃຫ້ມະນຸດຮູ້ຈັກພຣະອົງ. ໃນໄລຍະເວລາການປະຕິບັດພາລະກິດຂອງພຣະອົງ ພຣະອົງສະແດງເຖິງການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງຫຼາຍພໍສົມຄວນ ເຊິ່ງບໍ່ແມ່ນອຸປະນິໄສທີ່ມີມົນທິນຈາກຄວາມເປັນມະນຸດ ຫຼື ມີມົນທິນຈາກຄວາມຄິດ ແລະ ການປະພຶດຂອງມະນຸດ. ເມື່ອມາເຖິງເວລາທີ່ພັນທະກິດທັງໝົດຂອງພຣະອົງມາເຖິງຈຸດສິ້ນສຸດລົງ, ພຣະອົງກໍໄດ້ສະແດງເຖິງອຸປະນິໄສທີ່ພຣະອົງຄວນສຳແດງຢ່າງສົມບູນ ແລະ ຄົບຖ້ວນແລ້ວ. ບໍ່ມີມະນຸດຄົນໃດແນະນໍາພາລະກິດຂອງພຣະອົງ; ການສະແດງເຖິງອຸປະນິໄສຂອງພຣະອົງເປັນອິດສະຫຼະພໍສົມຄວນ ແລະ ບໍ່ຖືກຄວບຄຸມໂດຍຈິດໃຈ ຫຼື ດຳເນີນການໂດຍຄວາມຄິດ ແຕ່ຖືກເປີດເຜີຍຢ່າງເປັນທຳມະຊາດ. ບໍ່ມີມະນຸດຄົນໃດສາມາດເຮັດສິ່ງນີ້ໄດ້. ເຖິງແມ່ນສະພາບແວດລ້ອມລຳບາກພຽງໃດ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ພຣະອົງກໍສາມາດສະແດງອຸປະນິໄສຂອງພຣະອົງໄດ້ໃນເວລາທີ່ເໝາະສົມ. ຄົນທີ່ເປັນພຣະຄຣິດສະແດງເຖິງການເປັນຢູ່ຂອງພຣະຄຣິດ ໃນຂະນະທີ່ຄົນບໍ່ໄດ້ເປັນພຣະຄຣິດ ບໍ່ມີອຸປະນິໄສຂອງພຣະຄຣິດ. ດ້ວຍເຫດນັ້ນ ເຖິງທຸກຄົນຕໍ່ຕ້ານພຣະອົງ ຫຼື ມີຄວາມເຊື່ອກ່ຽວກັບພຣະອົງ ບໍ່ມີໃຜສາມາດປະຕິເສດໂດຍອີງຕາມພື້ນຖານແຫ່ງຄວາມເຊື່ອຂອງມະນຸດໄດ້ວ່າ ອຸປະນິໄສທີ່ພຣະຄຣິດສະແດງອອກແມ່ນມາຈາກພຣະເຈົ້າ. ທຸກຄົນທີ່ສະແຫວງຫາພຣະຄຣິດດ້ວຍຫົວໃຈທີ່ແທ້ຈິງ ຫຼື ສະແຫວງຫາພຣະເຈົ້າດ້ວຍຄວາມຕັ້ງໃຈຈະຍອມຮັບວ່າ ພຣະອົງເປັນພຣະຄຣິດໂດຍອີງຕາມການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ. ພວກເຂົາຈະບໍ່ປະຕິເສດພຣະຄຣິດ ໂດຍອີງຕາມພື້ນຖານແຫ່ງລັກສະນະໃດໜຶ່ງຂອງພຣະອົງທີ່ບໍ່ສອດຄ່ອງກັບຄວາມເຊື່ອຂອງມະນຸດ. ເຖິງແມ່ນມະນຸດໂງ່ຈ້າຫຼາຍ ທຸກຄົນຮູ້ຈັກຢ່າງຊັດເຈນວ່າ ແມ່ນຫຍັງຄືຄວາມປາຖະໜາຂອງມະນຸດ ແລະ ແມ່ນຫຍັງທີ່ເກີດມາຈາກພຣະເຈົ້າ. ພຽງແຕ່ຫຼາຍຄົນຈົງໃຈຕໍ່ຕ້ານພຣະຄຣິດອັນເປັນຜົນຈາກຄວາມຕັ້ງໃຈຂອງພວກເຂົາເອງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ແລ້ວບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະມີເຫດຜົນປະຕິເສດການດຳລົງຢູ່ຂອງພຣະຄຣິດ ຍ້ອນວ່າ ຄວາມເປັນພຣະເຈົ້າທີ່ສະແດງອອກໂດຍພຣະຄຣິດແມ່ນມີຢູ່ຈິງຢ່າງແນ່ນອນ ແລະ ພາລະກິດຂອງພຣະອົງກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງທຸກຄົນ.

ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບລັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ເຊື່ອຟັງຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ. ທຸກບາດກ້າວຂອງພາລະກິດຂອງພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກແມ່ນມີຄວາມສໍາຄັນໃນຕົວຂອງມັນເອງ ແຕ່ມະນຸດທີ່ຜະເຊີນກັບພາລະກິດທີ່ແທ້ຈິງຂອງແຕ່ລະບາດກ້າວນັ້ນ ແມ່ນບໍ່ສາມາດເຂົ້າໃຈຄວາມສໍາຄັນຂອງພາລະກິດຂອງພຣະອົງໄດ້; ເປັນຕົ້ນໂດຍສະເພາະສຳລັບສອງສາມບາດກ້າວຂອງພາລະກິດທີ່ດໍາເນີນໂດຍພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີ່ສອງຂອງພຣະອົງ. ຄົນສ່ວນຫຼາຍທີ່ພຽງແຕ່ໄດ້ຍິນ ຫຼື ເຫັນພຣະທຳຂອງພຣະຄຣິດ ແຕ່ບໍ່ເຄີຍເຫັນພຣະອົງບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະອົງ; ຄົນທີ່ເຫັນພຣະຄຣິດ ແລະ ໄດ້ຍິນພຣະທຳຂອງພຣະອົງ ພ້ອມທັງຜະເຊີນພາລະກິດຂອງພຣະອົງ ເຫັນມັນເປັນເລື່ອງຍາກທີ່ຈະຍອມຮັບພາລະກິດຂອງພຣະອົງ. ນີ້ບໍ່ແມ່ນເປັນຍ້ອນການປາກົດຕົວ ແລະ ຄວາມເປັນມະນຸດທຳມະດາຂອງພຣະຄຣິດບໍ່ແມ່ນລົດນິຍົມຂອງມະນຸດບໍ? ຄົນທີ່ຍອມຮັບພາລະກິດຂອງພຣະອົງຫຼັງຈາກທີ່ພຣະຄຣິດໄດ້ຈາກໄປຈະບໍ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວ ຍ້ອນພວກເຂົາພຽງແຕ່ຍອມຮັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ສໍາຜັດກັບຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ. ມະນຸດແທນທີ່ຈະປ່ອຍວາງແນວຄິດຕ່າງໆນາໆຂອງເຂົາກ່ຽວກັບພຣະເຈົ້າ ແຕ່ຊໍ້າພັດພາກັນສໍາຫຼວດພຣະອົງຢ່າງຮຸນແຮງ; ນີ້ເປັນເພາະຄວາມຈິງທີ່ວ່າມະນຸດໃສ່ໃຈພຽງແຕ່ການປາກົດຂອງພຣະອົງເທົ່ານັ້ນ ແລະ ບໍ່ສາມາດຮັບຮູ້ແກ່ນແທ້ຂອງພຣະອົງໂດຍອີງຕາມພາລະກິດ ແລະ ພຣະທຳຂອງພຣະອົງນັ້ນ. ຖ້າມະນຸດຫຼັບຕາຕໍ່ການປາກົດຂອງພຣະຄຣິດ ຫຼື ຫຼີກເວັ້ນການສົນທະນາກ່ຽວກັບຄວາມເປັນມະນຸດຂອງພຣະຄຣິດ ແລະ ກ່າວເຖິງພຽງແຕ່ຄວາມເປັນພຣະເຈົ້າຂອງພຣະອົງເທົ່ານັ້ນ ເຊິ່ງມີພາລະກິດ ແລະ ພຣະທຳທີ່ມະນຸດບໍ່ສາມາດຮັບໄດ້ ແລ້ວແນວຄິດຕ່າງໆນາໆຂອງມະນຸດກໍຈະຫຼຸດລົງເຄິ່ງໜຶ່ງ ຈົນເຖິງຂັ້ນທີ່ວ່າ ຄວາມຫຍຸ້ງຍາກທຸກຢ່າງຂອງມະນຸດຈະໄດ້ຮັບການແກ້ໄຂ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດບໍ່ສາມາດທົນພຣະອົງໄດ້ ແລະ ເຕັມໄປດ້ວຍແນວຄິດຕ່າງໆນາໆກ່ຽວກັບພຣະອົງ ແລະ ເຫດການທີ່ພວກເຂົາຕໍ່ຕ້ານ ແລະ ບໍ່ເຊື່ອຟັງກໍພົບເຫັນໄດ້ທົ່ວໄປ. ມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະເຈົ້າ, ບໍ່ສາມາດສະແດງຄວາມເມດຕາຕໍ່ຄວາມຖ່ອມຕົວ ແລະ ການລີ້ລັບຂອງພຣະຄຣິດ ຫຼື ຍົກໂທດໃຫ້ພຣະຄຣິດທີ່ມີແກ່ນແທ້ເຊື່ອຟັງພຣະບິດາທີ່ຢູ່ໃນສະຫວັນ. ດ້ວຍເຫດນັ້ນ ພຣະອົງບໍ່ສາມາດຢູ່ຮ່ວມກັບມະນຸດຊົ່ວນິດນິລັນ, ຫຼັງຈາກທີ່ພຣະອົງສຳເລັດພາລະກິດຂອງພຣະອົງ, ພຣະອົງກໍຈະຈາກໄປ ຍ້ອນວ່າມະນຸດບໍ່ເຕັມໃຈທີ່ຈະໃຫ້ພຣະອົງຢູ່ຄຽງຂ້າງພວກເຂົາ. ຖ້າມະນຸດບໍ່ສາມາດສະແດງຄວາມເມດຕາຕໍ່ພຣະອົງໃນລະຫວ່າງໄລຍະເວລາຂອງການປະຕິບັດພາລະກິດ ແລ້ວພວກເຂົາຈະສາມາດທົນຕໍ່ພຣະອົງທີ່ຢູ່ຄຽງຂ້າງພວກເຂົາຫຼັງຈາກທີ່ພຣະອົງສຳເລັດພັນທະກິດຂອງພຣະອົງ ເມື່ອພຣະອົງເບິ່ງພວກເຂົາຄ່ອຍໆສໍາຜັດກັບພຣະທຳຂອງພຣະອົງໄດ້ແນວໃດ? ແລ້ວຫຼາຍຄົນຈະບໍ່ລົ້ມລົງຍ້ອນພຣະອົງບໍ? ມະນຸດພຽງແຕ່ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດເທິງແຜ່ນດິນໂລກ; ສິ່ງນີ້ຄືຄວາມກະລຸນາທີ່ຍິ່ງໃຫຍ່ສຸດຂອງມະນຸດ. ຖ້າບໍ່ແມ່ນຍ້ອນພາລະກິດຂອງພຣະອົງ ມະນຸດຄົງຈະຂັບໄລ່ພຣະອົງອອກຈາກໂລກຕັ້ງແຕ່ດົນແລ້ວ, ເພາະສະນັ້ນ ຫຼັງຈາກພາລະກິດຂອງພຣະອົງສໍາເລັດລົງແລ້ວ ພວກເຂົາຈະສະແດງຄວາມເມດຕາຕໍ່ພຣະອົງຫຼາຍໜ້ອຍສໍ່າໃດ? ແລ້ວມະນຸດຈະບໍ່ຂ້າພຣະອົງ ແລະ ທໍລະມານພຣະອົງຈົນຕາຍບໍ? ຖ້າພຣະອົງບໍ່ໄດ້ຖືກເອີ້ນວ່າພຣະຄຣິດ, ກໍເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດປະຕິບັດພາລະກິດທ່າມກາງມະນຸດຊາດໄດ້; ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດດ້ວຍຕົວຕົນຂອງພຣະເຈົ້າເອງ ແລະ ປະຕິບັດພາລະກິດເປັນພຽງມະນຸດທຳມະດາແທນ ແລ້ວມະນຸດຈະບໍ່ທົນແມ່ນພຣະຄຳຂອງພຣະອົງແມ່ນແຕ່ປະໂຫຍກດຽວ ແຮງໄກທີ່ຈະທົນຕໍ່ສ່ວນເລັກນ້ອຍສຸດໃນພາລະກິດຂອງພຣະອົງເລີຍ. ດ້ວຍເຫດນັ້ນ ພຣະອົງພຽງແຕ່ສາມາດໃຊ້ຕົວຕົນນີ້ຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງມີອຳນາດຫຼາຍກວ່າເວລາທີ່ພຣະອົງບໍ່ໄດ້ປະຕິບັດພາລະກິດແບບນັ້ນ ຍ້ອນມະນຸດທຸກຄົນເຕັມໃຈທີ່ຈະເຊື່ອຟັງຖານະ ແລະ ຕົວຕົນທີ່ຍິ່ງໃຫຍ່. ຖ້າພຣະອົງບໍ່ໃຊ້ຕົວຕົນຂອງພຣະເຈົ້າເອງ ໃນຂະນະທີ່ພຣະອົງປະຕິບັດພາລະກິດ ຫຼື ປາກົດຕົວເປັນພຣະເຈົ້າເອງ ແລ້ວພຣະອົງຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດເລີຍ. ເຖິງແມ່ນເປັນຄວາມຈິງທີ່ວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ການເປັນຢູ່ຂອງພຣະຄຣິດ ມະນຸດກໍຈະບໍ່ຜ່ອນຄາຍ ແລະ ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດຢ່າງງ່າຍດາຍທ່າມກາງມະນຸດຊາດ. ພຣະອົງໃຊ້ຕົວຕົນຂອງພຣະເຈົ້າເອງໃນພາລະກິດຂອງພຣະອົງ; ເຖິງແມ່ນວ່າ ພາລະກິດດັ່ງກ່າວຈະມີອຳນາດຫຼາຍກວ່າພາລະກິດທີ່ປາສະຈາກພາບລັກສະນະດັ່ງກ່າວຕໍ່ຫຼາຍສິບເທົ່າ, ມະນຸດຍັງບໍ່ເຊື່ອຟັງພຣະອົງຢ່າງເຕັມປ່ຽມ ຍ້ອນມະນຸດພຽງແຕ່ຍອມຢູ່ພາຍໃຕ້ຖານະຂອງພຣະອົງ ແລະ ບໍ່ແມ່ນແກ່ນແທ້ຂອງພຣະອົງ. ຖ້າເປັນດັ່ງນັ້ນ ບາງເທື່ອ ມື້ໜຶ່ງຖ້າພຣະຄຣິດລົງມາຈາກຕໍາແໜ່ງຂອງພຣະອົງ ມະນຸດຈະສາມາດອະນຸຍາດໃຫ້ພຣະອົງຍັງຄົງມີຊີວິດຢູ່ແມ່ນແຕ່ມື້ດຽວບໍ? ພຣະເຈົ້າເຕັມໃຈອາໄສຢູ່ເທິງແຜ່ນດິນໂລກກັບມະນຸດ ເພື່ອພຣະອົງອາດເຫັນຜົນພາລະກິດທີປະຕິບັດດ້ວຍມືຂອງພຣະອົງຈະນໍາມາສູ່ຄວາມສໍາເລັດສືບຕໍ່ໄປເປັນນິດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດທົນການຊົງຢູ່ຂອງພຣະອົງໄດ້ແມ່ນແຕ່ມື້ດຽວ ສະນັ້ນ ພຣະອົງເຮັດໄດ້ແຕ່ຍອມຈໍານົນ. ຖືວ່າເປັນຄວາມເມດຕາ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ສຸດແລ້ວທີ່ມະນຸດອະນຸຍາດໃຫ້ພຣະເຈົ້າປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດທ່າມກາງມະນຸດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ເຖິງແມ່ນວ່າ ຄົນທີ່ຖືກເອົາຊະນະໂດຍພຣະເຈົ້າເປັນການສ່ວນຕົວໄດ້ສະແດງຄວາມກະລຸນາດັ່ງກ່າວຕໍ່ກັບພຣະອົງ ພວກເຂົາກໍພຽງແຕ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄດ້ຈົນກວ່າພາລະກິດຂອງພຣະອົງສຳເລັດລົງ ແລະ ຫລັງຈາກນັ້ນກໍບໍ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄປແມ່ນແຕ່ນາທີດຽວ. ຖ້າເປັນດັ່ງນັ້ນ ຄົນທີ່ພຣະອົງບໍ່ໄດ້ເອົາຊະນະເດ? ເຫດຜົນທີ່ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍວິທີນີ້ ບໍ່ແມ່ນຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງມະນຸດທຳມະດາບໍ? ຖ້າພຣະອົງມີພຽງແຕ່ຄວາມເປັນພຣະເຈົ້າ ແລະ ບໍ່ມີຄວາມເປັນມະນຸດທຳມະດາ ແລ້ວຄວາມຫຍຸ້ງຍາກຕ່າງໆຂອງມະນຸດຈະບໍ່ໄດ້ຮັບການແກ້ໄຂງ່າຍເກີນໄປບໍ? ມະນຸດຮັບຮູ້ຄວາມເປັນພຣະເຈົ້າຂອງພຣະອົງດ້ວຍຄວາມບໍ່ພໍໃຈ ແລະ ບໍ່ສົນໃຈຕໍ່ເປືອກນອກຂອງມະນຸດທຳມະດາຂອງພຣະອົງ ເຖິງແມ່ນວ່າ ແກ່ນແທ້ຂອງພຣະອົງກໍມາຈາກພຣະຄຣິດຜູ້ເຊິ່ງຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນຢ່າງຊັດເຈນ. ຖ້າເປັນດັ່ງນັ້ນ ພຣະອົງພຽງແຕ່ສາມາດຍົກເລີກພາລະກິດຂອງພຣະອົງທີ່ຢູ່ທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກກັບພວກເຂົາ ຍ້ອນມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະອົງໄດ້ອີກຕໍ່ໄປ.

ກ່ອນນີ້: ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ

ຕໍ່ໄປ: ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້