ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ແມ່ນແຕ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ກົງກັນຂ້າມແມ່ນໂດຍການເປີດເຜີຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືແກ່ນແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນ ແລະ ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຂ້ຽນຕີ ແລະ ການພິພາກສານີ້ບົນພື້ນຖານທີ່ເຂົາຄາດຫວັງ ແລະ ໃນທີ່ສຸດ ຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໂດຍສິ່ງຖືກສ້າງທັງປວງຂອງພຣະອົງກໍຈະບໍ່ຖືກບັນລຸ; ຈະມີພຽງແຕ່ການເຊື່ອຟັງທີ່ລັບຫູລັບຕາ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງຕາບອດ ແລະ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະບໍ່ສາມາດຮັບເອົາມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນກໍເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ; ສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ບູຊາສິ່ງເຫຼົ່ານີ້. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ; ເຂົາບໍ່ໄດ້ນະມັດສະການພຣະເຈົ້າ ຍ້ອນຄວາມຮັກຂອງເຂົາສຳລັບພຣະອົງ. ແລ້ວດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການທີ່ເຂົານະມັດສະການພຣະເຈົ້າແມ່ນຕ້ອງຖືກຈັດການ ແລະ ກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຜົນແຫ່ງການເອົາຊະນະຂອງມະນຸດຈຶ່ງຈະຖືກບັນລຸ. ຜົນຕາມມາກໍຄື ໃນຂັ້ນຕອນທຳອິດຂອງການເອົາຊະນະມະນຸດ ມັນຈຶ່ງຈຳເປັນຕ້ອງລົບລ້າງຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມອ່ອນແອທີ່ຮ້າຍແຮງສຸດຂອງມະນຸດ ແລະ ຜ່ານສິ່ງນີ້ຈຶ່ງຈະເປີດເຜີຍຄວາມຮັກພຣະເຈົ້າຂອງມະນຸດ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຄວາມຮັກພຣະເຈົ້າຂອງມະນຸດຈຶ່ງຖືກຊໍາລະລ້າງ ເຊິ່ງໝາຍຄວາມວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດແລ້ວ ພຣະອົງບໍ່ໄດ້ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ; ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບເອົາມະນຸດ, ເພື່ອຜົນປະໂຫຍດແຫ່ງສະຫງ່າລາສີຂອງພຣະອົງເອງ ແລະ ເພື່ອຟື້ນຟູລັກສະນະດັ່ງເດີມໃນຊ່ວງທຳອິດຂອງມະນຸດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມໝາຍຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນໝາຍຄວາມວ່າ ຖ້າຫຼັງຈາກເອົາຊະນະມະນຸດແລ້ວ ພຣະເຈົ້າລ້າງມືຂອງພຣະອົງຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງມະນຸດ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດກໍຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບເອົາມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງຈຸດໝາຍປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ຈຶ່ງຢູ່ໃນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການມາເຖິງຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ ແລະ ການທີ່ເຂົາເຂົ້າສູ່ການພັກຜ່ອນເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ. ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລ້ວມັນກໍຈະຈໍາກັດເກີນໄປ: ມັນສາມາດນໍາມະນຸດໄປເຖິງຈຸດໃດໜຶ່ງ, ແຕ່ມັນຈະບໍ່ສາມາດນໍາມະນຸດໄປເຖິງຈຸດໝາຍປາຍທາງຊົ່ວນິດນິລັນ. ມະນຸດບໍ່ສາມາດຕັດສິນຊະຕາກຳຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດຮັບຮອງຄວາມຄາດຫວັງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດໄດ້. ເຖິງຢ່າງໃດກໍຕາມ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງກັນ. ຍ້ອນພຣະອົງສ້າງມະນຸດ ພຣະອົງກໍນໍາພາເຂົາ; ຍ້ອນພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງກໍຊ່ວຍເຂົາຢ່າງທົ່ວເຖິງ ແລະ ຈະຮັບເອົາເຂົາຢ່າງສົມບູນ; ຍ້ອນພຣະອົງນໍາພາມະນຸດ ພຣະອົງຈະນໍາເຂົາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ; ແລະ ຍ້ອນພຣະອົງສ້າງ ແລະ ຄຸ້ມຄອງມະນຸດ ພຣະອົງຕ້ອງຮັບຜິດຊອບຕໍ່ໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ມັນຄືສິ່ງນີ້ທີ່ເປັນພາລະກິດທີ່ພຣະຜູ້ສ້າງປະຕິບັດ. ເຖິງແມ່ນພາລະກິດແຫ່ງການເອົາຊະນະຈະຖືກບັນລຸໂດຍການລົບລ້າງຄວາມຄາດຫວັງອອກຈາກມະນຸດ, ມະນຸດກໍຕ້ອງຖືກນໍາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມໃນທີ່ສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາແລ້ວ. ມັນແມ່ນຍ້ອນພຣະເຈົ້າປັ້ນມະນຸດຢ່າງແນ່ນອນ ຈຶ່ງເຮັດໃຫ້ມະນຸດມີຈຸດໝາຍປາຍທາງ ແລະ ໂຊກຊະຕາຂອງເຂົາຈຶ່ງຖືກຮັບຮອງ. ໃນນີ້ ຈຸດໝາຍປາຍທາງເໝາະສົມທີ່ກ່າວເຖິງບໍ່ແມ່ນຄວາມຫວັງ ແລະ ຄວາມຄາດຫວັງຂອງມະນຸດທີ່ຖືກກໍາຈັດໃນອະດີດ; ທັງສອງຢ່າງແມ່ນແຕກຕ່າງກັນ. ສິ່ງທີ່ມະນຸດຄາດຫວັງ ແລະ ສະແຫວງຫາແມ່ນຄວາມປາຖະໜາທີ່ເກີດຂຶ້ນຈາກການສະແຫວງຫາຄວາມຕ້ອງການໃນເນື້ອໜັງທີ່ຫຼາຍເກີນຄວນຂອງເຂົາ, ແທນທີ່ຈະແມ່ນຈຸດໝາຍປາຍທາງທີ່ເໝາະສົມກັບມະນຸດ. ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າຈັດກຽມໃຫ້ກັບມະນຸດແມ່ນພອນ ແລະ ສັນຍາທີ່ເໝາະສົມກັບມະນຸດ ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດຫຼັງຈາກສ້າງໂລກ ແລະ ເຊິ່ງບໍ່ໄດ້ຮັບມົນທິນຈາກທາງເລືອກ, ແນວຄິດ, ຈິນຕະນາການ ຫຼື ເນື້ອໜັງຂອງມະນຸດ. ຈຸດໝາຍປາຍທາງນີ້ບໍ່ໄດ້ຖືກຈັດກຽມໃຫ້ກັບຄົນໃດໜຶ່ງເທົ່ານັ້ນ ແຕ່ເປັນສະຖານທີ່ພັກຜ່ອນຂອງບັນດາມວນມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຈຸດໝາຍປາຍທາງນີ້ຈຶ່ງເປັນຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດສຳລັບມະນຸດຊາດ.

ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທຸກຢ່າງ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊາຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊາຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊາຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຂ້ຽນຕີ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງທາງເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍຖືກປະຕິບັດເພື່ອວ່າເຂົາຈະສາມາດລອດພົ້ນໄດ້. ເຊິ່ງຈຸດໝາຍປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເອງໄດ້ແນວໃດ?

ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້ ແລະ ມະນຸດທຸກຄົນກໍຈະປອດໄພ; ສະຖານະການໃນປັດຈຸບັນເກີດຂຶ້ນກໍຍ້ອນ ຊາຕານຍັງກໍ່ໃຫ້ເກີດບັນຫາໃນທຸກໆບ່ອນເທິງແຜ່ນດິນໂລກ ແລະ ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ມະນຸດຈະໄດ້ຮັບອິດສະຫຼະຢ່າງສົມບູນ, ເມື່ອມະນຸດຮັບພຣະເຈົ້າ ແລະ ອອກມາຈາກໃຕ້ອຳນາດຂອງຊາຕານ ເຂົາຈະເຫັນດວງຕາເວັນແຫ່ງຄວາມຊອບທຳ. ຊີວິດທີ່ເໝາະສົມກັບມະນຸດປົກກະຕິຈະຖືກຮັບອີກຄັ້ງ, ທຸກສິ່ງທີ່ມະນຸດປົກກະຕິຄວນມີ ເຊັ່ນ: ຄວາມສາມາດໃນການສັງເກດຄວາມດີຈາກຄວາມຊົ່ວ, ຄວາມເຂົ້າໃຈວິທີການກິນ ແລະ ປົກຄຸມຕົວເອງ ແລະ ຄວາມສາມາດໃນການດຳລົງຊີວິດໂດຍປົກກະຕິ ເຊິ່ງສິ່ງທັງໝົດນີ້ຈະຖືກຮັບຄືນອີກຄັ້ງ. ເຖິງແມ່ນວ່າ ເອວາບໍ່ໄດ້ຖືກງູລໍ້ລວງ ມະນຸດກໍຄວນມີຊີວິດທີ່ປົກກະຕິແບບນີ້ຫຼັງຈາກທີ່ເຂົາຖືກສ້າງໃນຕອນເລີ່ມຕົ້ນ. ເຂົາຄວນໄດ້ກິນ, ໄດ້ຖືກປົກຄຸມ ແລະ ໄດ້ນໍາໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ແຕ່ຫຼັງຈາກທີ່ມະນຸດໄດ້ກາຍມາເປັນຄົນຊົ່ວຊ້າ ຊີວິດນີ້ກໍກາຍມາເປັນຄວາມຝັນລົມໆແລ້ງໆ ແລະ ຍິ່ງໄປກວ່ານັ້ນໃນປັດຈຸບັນ ມະນຸດບໍ່ກ້າທີ່ຈະຈິນຕະນາການເຖິງສິ່ງດັ່ງກ່າວ. ຕາມຄວາມຈິງແລ້ວ ຊີວິດທີ່ສວຍງາມທີ່ມະນຸດປາຖະໜານີ້ແມ່ນສິ່ງຈຳເປັນ. ຖ້າວ່າມະນຸດປາສະຈາກປາຍທາງດັ່ງກ່າວ ແລ້ວຊີວິດທີ່ຊົ່ວຊ້າຂອງເຂົາເທິງແຜ່ນດິນໂລກກໍຈະບໍ່ຈົບສິ້ນຈັກເທື່ອ ແລະ ຖ້າບໍ່ມີຊີວິດທີ່ສວຍງາມດັ່ງກ່າວ ແລ້ວກໍຈະບໍ່ມີຕອນຈົບໃຫ້ກັບໂຊກຊາຕາຂອງຊາຕານ ຫຼື ໃຫ້ກັບຍຸກທີ່ຊາຕານມີອຳນາດເທິງແຜ່ນດິນໂລກ. ມະນຸດຕ້ອງມາເຖິງອານາຈັກທີ່ກອງກຳລັງແຫ່ງຄວາມມືດບໍ່ສາມາດເຂົ້າເຖິງໄດ້ ແລະ ເມື່ອເຂົາມາເຖິງແລ້ວ ສິ່ງນີ້ຈະພິສູດໃຫ້ເຫັນວ່າ ຊາຕານພ່າຍແພ້ແລ້ວ. ດ້ວຍວິທີນີ້ ເມື່ອບໍ່ມີການລົບກວນຈາກຊາຕານ ພຣະເຈົ້າເອງຈະຄວບຄຸມມະນຸດຊາດ ແລະ ພຣະອົງຈະສັ່ງ ແລະ ຄວບຄຸມຊີວິດທັງໝົດຂອງມະນຸດ; ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືວ່າເປັນຄວາມພ່າຍແພ້ຂອງຊາຕານ. ສ່ວນຫຼາຍຊີວິດຂອງມະນຸດໃນປັດຈຸບັນເປັນຊີວິດແຫ່ງຄວາມສົກກະປົກ; ມັນຍັງເປັນຊີວິດແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ສິ່ງນີ້ບໍ່ສາມາດຖືກເອີ້ນວ່າ ຄວາມພ່າຍແພ້ຂອງຊາຕານ, ມະນຸດຍັງບໍ່ໄດ້ຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ, ຍັງບໍ່ໄດ້ຫຼົບໜີຈາກຄວາມລໍາບາກໃນຊີວິດຂອງມະນຸດ ຫຼື ອິດທິພົນຂອງຊາຕານ ແລະ ເຂົາຍັງຈະມີພຽງຄວາມຮູ້ທີ່ໜ້ອຍຫຼາຍແທ້ໆກ່ຽວກັບພຣະເຈົ້າ. ຄວາມລໍາບາກທຸກຢ່າງຂອງມະນຸດຖືກສ້າງໂດຍຊາຕານ, ມັນແມ່ນຊາຕານທີ່ນໍາຄວາມເຈັບປວດມາສູ່ຊີວິດຂອງມະນຸດ ແລະ ພຽງແຕ່ຫຼັງຈາກທີ່ຊາຕານຖືກຜູກມັດ ມະນຸດຈຶ່ງຈະສາມາດຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ. ຢ່າງໃດກໍຕາມ ການຜູກມັດຂອງຊາຕານແມ່ນຖືກບັນລຸຜ່ານການເອົາຊະນະ ແລະ ການຮັບຫົວໃຈຂອງມະນຸດ ໂດຍເຮັດໃຫ້ມະນຸດເປັນສິ່ງທີ່ຍາດເອົາມາໄດ້ຈາກສົງຄາມກັບຊາຕານ.

ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຈະຕົກເປັນທາດຂອງຊາຕານ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ ເພື່ອການສະແຫວງຫາຂອງມະນຸດຈະມີເປົ້າໝາຍ ແລະ ປະຕິບັດໄດ້ຫຼາຍຍິ່ງຂຶ້ນ. ຫາກປາສະຈາກສິ່ງນັ້ນ ມະນຸດກໍຈະດໍາລົງຊີວິດຢູ່ທ່າມກາງສິ່ງວ່າງເປົ່າທີ່ເປັນພຽງນາມມະທໍາ ແລະ ສະແຫວງຫາທາງເຂົ້າສູ່ຊີວິດຊົ່ວນິລັນດອນ ແລະ ຖ້າເປັນແບບນີ້ ມະນຸດຈະບໍ່ໜ້າສັງເວດຫຼາຍຍິ່ງຂຶ້ນບໍ? ການສະແຫວງຫາດ້ວຍວິທີນີ້ ເຊິ່ງປາສະຈາກເປົ້າໝາຍ ຫຼື ຫຼັກການ ບໍ່ແມ່ນການຫຼອກລວງຕົນເອງບໍ? ໃນທີ່ສຸດແລ້ວ ການສະແຫວງແບບນີ້ກໍຈະບໍ່ເກີດຜົນຕາມທຳມະຊາດເລີຍ; ໃນສຸດທ້າຍ ມະນຸດຈະຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກສິ່ງນັ້ນໄດ້. ເປັນຫຍັງຈຶ່ງຕ້ອງນໍາຕົວເຂົາເອງມາຢູ່ພາຍໃຕ້ການສະແຫວງຫາທີ່ບໍ່ມີເປົ້າໝາຍດັ່ງກ່າວ? ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດຈະຮູ້ຈັກທີ່ຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕີສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມສໍາລັບມະນຸດຊາດ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ. ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານພ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງຈາກທີ່ສ້າງເຂົາຂຶ້ນມາ ແລະ ດ້ວຍເຫດນັ້ນ ຄວາມປະສົງດັ່ງເດີມຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ. ໃນຕອນເລີ່ມຕົ້ນ ກ່ອນທີ່ມະນຸດຊາດຈະຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດຊາດໄດ້ໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ຕໍ່ມາ ເມື່ອເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດແມ່ນໄດ້ສູນເສຍຊີວິດປົກກະຕິນີ້ໄປ ແລະ ດ້ວຍເຫດນັ້ນ ຈຶ່ງເລີ່ມມີພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມີສົງຄາມກັບຊາຕານເພື່ອເອົາຄືນຊີວິດປົກກະຕິຂອງມະນຸດ. ມີພຽງແຕ່ເມື່ອພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສຸດທ້າຍ ຊີວິດຂອງບັນດາມວນມະນຸດຊາດຈຶ່ງຈະເລີ່ມຕົ້ນຢ່າງເປັນທາງການເທິງແຜ່ນດິນໂລກ, ມີພຽງແຕ່ຕອນນັ້ນ ມະນຸດຈຶ່ງຈະມີຊີວິດທີ່ມະຫັດສະຈັນ ແລະ ພຣະເຈົ້າຈຶ່ງຈະຟື້ນຄືນເປົ້າໝາຍແຫ່ງການສ້າງມະນຸດທີ່ຢູ່ໃນຕອນເລີ່ມຕົ້ນ ພ້ອມທັງລັກສະນະດັ່ງເດີມຂອງມະນຸດອີກດ້ວຍ. ດ້ວຍເຫດນັ້ນ ເມື່ອມະນຸດມີຊີວິດປົກກະຕິຂອງມະນຸດຊາດເທິງແຜ່ນດິນໂລກ ມະນຸດຈະບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ເພື່ອຖືກເຮັດໃຫ້ສົມບູນ ຍ້ອນມະນຸດຈະເປັນຄົນທີ່ບໍລິສຸດ. “ຜູ້ຊະນະ” ແລະ “ຖືກເຮັດໃຫ້ສົມບູນ” ທີ່ມະນຸດກ່າວເຖິງແມ່ນຈຸດປະສົງທີ່ມອບໃຫ້ມະນຸດສະແຫວງຫາໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ພວກມັນມີຢູ່ກໍພຽງແຕ່ຍ້ອນມະນຸດຖືກເຮັດໃຫ້ເສື່ອມຊາມ. ໂດຍການມອບຈຸດປະສົງໃຫ້ເຈົ້າ ແລະ ການເຮັດໃຫ້ເຈົ້າສະແຫວງຫາຈຸດປະສົງນີ້ທີ່ຈະເຮັດໃຫ້ຊາຕານພ່າຍແພ້. ການຂໍໃຫ້ເຈົ້າເປັນຜູ້ຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ຖືກນໍາໃຊ້ກໍຮຽກຮ້ອງໃຫ້ເຈົ້າເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍ. ໃນສຸດທ້າຍແລ້ວ ມະນຸດຈະໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ມະນຸດຈະເປັນຄົນທີ່ບໍລິສຸດ; ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາຈະຍັງສະແຫວງຫາເພື່ອກາຍມາເປັນຜູ້ຊະນະອີກບໍ? ພວກເຂົາທັງໝົດບໍ່ແມ່ນສິ່ງຖືກສ້າງບໍ? ເວົ້າເຖິງການເປັນຜູ້ຊະນະ ແລະ ການເປັນຄົນທີ່ສົມບູນ, ຄໍາສັບເຫຼົ່ານີ້ແມ່ນແນໃສ່ຊາຕານ ແລະ ຄວາມສົກກະປົກຂອງມະນຸດ. ຄໍາວ່າ “ຜູ້ຊະນະ” ໃນທີ່ນີ້ບໍ່ໄດ້ອ້າງເຖິງໄຊຊະນະເໜືອຊາຕານ ແລະ ກອງກຳລັງທີ່ຮຸນແຮງບໍ? ເມື່ອເຈົ້າເວົ້າວ່າ ເຈົ້າຖືກເຮັດໃຫ້ສົມບູນ, ແມ່ນຫຍັງໃນຕົວເຈົ້າທີ່ຖືກເຮັດໃຫ້ສົມບູນ? ມັນບໍ່ແມ່ນວ່າ ເຈົ້າໄດ້ຖອນຕົວເຈົ້າເອງອອກຈາກອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມແລ້ວບໍ ເພື່ອເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງທີ່ສຸດ? ສິ່ງດັ່ງກ່າວຖືກກ່າວຂຶ້ນໂດຍກ່ຽວພັນກັບສິ່ງທີ່ສົກກະປົກພາຍໃນມະນຸດ ແລະ ໂດຍກ່ຽວພັນກັບຊາຕານ; ພວກມັນບໍ່ໄດ້ຖືກກ່າວຂຶ້ນໂດຍກ່ຽວພັນກັບພຣະເຈົ້າ.

ໃນປັດຈຸບັນ ຖ້າເຈົ້າບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ຖືກເຮັດໃຫ້ສົມບູນ ແລ້ວໃນອະນາຄົດ ເມື່ອມະນຸດຊາດໃຊ້ຊີວິດປົກກະຕິເທິງແຜ່ນດິນໂລກ ກໍຈະບໍ່ມີໂອກາດໃຫ້ການສະແຫວງຫາດັ່ງກ່າວອີກແລ້ວ. ໃນເວລານັ້ນ ເວລາສຸດທ້າຍຂອງຄົນທຸກປະເພດຈະຖືກເປີດເຜີຍອອກ. ໃນເວລານັ້ນ ມັນຈະຊັດເຈນວ່າ ເຈົ້າເປັນຄົນປະເພດໃດ ແລະ ຖ້າເຈົ້າປາຖະໜາທີ່ຈະເປັນຜູ້ຊະນະ ຫຼື ປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ ມັນກໍຈະເປັນໄປບໍ່ໄດ້. ມັນກໍພຽງແຕ່ວ່າ ຍ້ອນຄວາມກະບົດຂອງເຂົາ ມະນຸດຈະຖືກລົງໂທດຫຼັງຈາກທີ່ຖືກເປີດເຜີຍ. ໃນເວລານັ້ນ ການສະແຫວງຫາຂອງມະນຸດຈະບໍ່ໄດ້ຢູ່ໃນຕໍາແໜ່ງທີ່ສູງກວ່າສິ່ງອື່ນ ສຳລັບບາງຄົນກໍເປັນຜູ້ຊະນະ ແລະ ຄົນອື່ນກໍຖືກເຮັດໃຫ້ສົມບູນ ຫຼື ສຳລັບບາງຄົນກໍເປັນບຸດຜູ້ກົກຂອງພຣະເຈົ້າ ແລະ ຄົນອື່ນກໍເປັນບຸດຂອງພຣະເຈົ້າ; ພວກເຂົາຈະບໍ່ສະແຫວງຫາສິ່ງເຫຼົ່ານີ້. ທຸກສິ່ງຈະເປັນສິ່ງຖືກສ້າງຂອງພຣະເຈົ້າ, ທຸກສິ່ງຈະດຳລົງຢູ່ເທິງແຜ່ນດິນໂລກ ແລະ ທຸກຢ່າງຈະດຳລົງຊີວິດຢູ່ຮ່ວມກັນກັບພຣະເຈົ້າເທິງແຜ່ນດິນໂລກ. ບັດນີ້ແມ່ນເວລາແຫ່ງສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ມັນເປັນເວລາທີ່ສົງຄາມນີ້ຍັງບໍ່ໄດ້ສິ້ນສຸດລົງເທື່ອ ເຊິ່ງເປັນເວລາທີ່ມະນຸດຍັງບໍ່ໄດ້ຖືກຮັບຢ່າງສົມບູນ; ມັນເປັນໄລຍະເວລາແຫ່ງການປ່ຽນສະພາບ. ດ້ວຍເຫດນັ້ນ ມະນຸດຈຳເປັນຕ້ອງສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ໜຶ່ງໃນຄົນຂອງພຣະເຈົ້າ. ໃນປັດຈຸບັນ ມີຄວາມແຕກຕ່າງໃນສະຖານະ ແຕ່ເມື່ອເວລານັ້ນມາຮອດ ຈະບໍ່ມີຄວາມແຕກຕ່າງໃດເລີຍ; ສະຖານະຂອງທຸກຄົນທີ່ມີໄຊຊະນະຈະຄືກັນໝົດ, ພວກເຂົາຈະເປັນສະມາຊິກຂອງມະນຸດຊາດທີ່ມີຄຸນສົມບັດທັງໝົດ ແລະ ຈະດຳລົງຊີວິດຢ່າງເທົ່າທຽມກັນເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພວກເຂົາຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດ ແລະ ສິ່ງທີ່ພວກເຂົາໄດ້ຮັບກໍຈະຄືກັນທັງໝົດ. ຍ້ອນຍຸກແຫ່ງພາລະກິດຂອງພຣະເຈົ້າແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງກໍແຕກຕ່າງເຊັ່ນກັນ, ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນພວກເຈົ້າ, ພວກເຈົ້າກໍມີສິດຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ; ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ແລ້ວຜູ້ຄົນຢູ່ທີ່ນັ້ນກໍມີສິດທີ່ຈະກາຍມາເປັນຜູ້ຄົນກຸ່ມທຳອິດທີ່ຈະຖືກເອົາຊະນະ ແລະ ຜູ້ຄົນກຸ່ມທຳອິດທີ່ຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພາລະກິດນີ້ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ສະນັ້ນ ຜູ້ຄົນໃນປະເທດອື່ນກໍບໍ່ມີສິດທີ່ຈະຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ ແລະ ມັນເປັນໄປບໍ່ໄດ້ເລີຍສຳລັບພວກເຂົາທີ່ຈະກາຍມາເປັນກຸ່ມທຳອິດ. ຍ້ອນຈຸດປະສົງຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນ, ຍຸກແຫ່ງພາລະກິດຂອງພຣະເຈົ້າກໍແຕກຕ່າງກັນ ແລະ ຂອບເຂດຂອງພາລະກິດນັ້ນກໍແຕກຕ່າງກັນ ສະນັ້ນຈຶ່ງມີກຸ່ມທຳອິດ ນັ້ນກໍຄື ມີຜູ້ຊະນະ ແລະ ດ້ວຍເຫດນັ້ນກໍຈະມີກຸ່ມທີສອງທີ່ຖືກເຮັດໃຫ້ສົມບູນເຊັ່ນດຽວກັນ. ເມື່ອມີກຸ່ມທຳອິດທີ່ຖືກເຮັດໃຫ້ສົມບູນ ກໍຈະມີຕົວຢ່າງ ແລະ ແບບຢ່າງ ແລະ ດ້ວຍເຫດນັ້ນ ໃນອະນາຄົດຈຶ່ງຈະມີກຸ່ມຄົນທີສອງ ແລະ ທີສາມທີ່ຈະຖືກເຮັດໃຫ້ສົມບູນ ແຕ່ໃນຄວາມເປັນນິດນິລັນ ພວກເຂົາທັງໝົດກໍຈະເປັນຄືກັນ ແລະ ຈະບໍ່ມີການຈັດສະຖານະເປັນແຕ່ລະປະເພດ. ພວກເຂົາພຽງແຕ່ຈະຖືກເຮັດໃຫ້ສົມບູນໃນເວລາທີ່ແຕກຕ່າງກັນ ແລະ ຈະບໍ່ມີຄວາມແຕກຕ່າງໃນສະຖານະ. ເມື່ອຮອດເວລາທີ່ທຸກຄົນຈະຖືກເຮັດໃຫ້ສົມບູນ ແລະ ທີ່ພາລະກິດແຫ່ງຈັກກະວານທັງໝົດຈະສິ້ນສຸດລົງ ຈະບໍ່ມີຄວາມແຕກຕ່າງໃນສະຖານະ ແລະ ທຸກສິ່ງຈະມີສະຖານະເທົ່າທຽມກັນ. ໃນປັດຈຸບັນ ພາລະກິດນີ້ຖືກປະຕິບັດທ່າມກາງພວກເຈົ້າເພື່ອພວກເຈົ້າຈະໄດ້ກາຍມາເປັນຜູ້ຊະນະ. ຖ້າມັນຖືກປະຕິບັດໃນປະເທດອັງກິດ ແລ້ວປະເທດອັງກິດກໍຈະເປັນກຸ່ມທຳອິດ, ເຊັ່ນດຽວກັນ ພວກເຈົ້າກໍຈະເປັນກຸ່ມທໍາອິດ. ມັນເປັນພຽງແຕ່ວ່າ ພວກເຈົ້າໄດ້ຮັບພອນຢ່າງພິເສດພ້ອມດ້ວຍພຣະຄຸນໃນທໍານອງທີ່ພາລະກິດກໍາລັງດໍາເນີນໃນຕົວພວກເຈົ້າໃນປັດຈຸບັນ ແລະ ຖ້າພາລະກິດນີ້ບໍ່ໄດ້ປະຕິບັດໃນພວກເຈົ້າ ແລ້ວພວກເຈົ້າກໍຈະເປັນກຸ່ມທີສອງ ຫຼື ທີສາມ ຫຼື ທີສີ່ ຫຼື ທີຫ້າ. ນີ້ເປັນພຽງຍ້ອນຄວາມແຕກຕ່າງໃນລະດັບຂອງພາລະກິດ; ກຸ່ມທຳອິດ ແລະ ກຸ່ມທີສອງບໍ່ໄດ້ໝາຍເຖິງວ່າ ກຸ່ມໜຶ່ງສູງກວ່າ ຫຼື ຕໍ່າກວ່າອີກກຸ່ມໜຶ່ງ, ມັນພຽງແຕ່ໝາຍເຖິງລະດັບທີ່ຄົນເຫຼົ່ານີ້ຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພຣະທຳເຫຼົ່ານີ້ຖືກສື່ສານໃຫ້ກັບພວກເຈົ້າ ແຕ່ເປັນຫຍັງພວກເຈົ້າຈຶ່ງບໍ່ຮັບຮູ້ກ່ອນໜ້ານີ້? ຍ້ອນວ່າ ຫາກປາສະຈາກຂະບວນການ ຜູ້ຄົນມັກຈະເຮັດເກີນປົກກະຕິ. ຕົວຢ່າງເຊັ່ນ: ພຣະເຢຊູກ່າວໃນເວລາຂອງພຣະອົງວ່າ: “ເມື່ອເຮົາຈາກໄປ ດ້ວຍເຫດນັ້ນ ເຮົາກໍຈະມາເຖິງ”. ໃນປັດຈຸບັນ ຫຼາຍຄົນຫຼົງໄຫຼໃນພຣະທຳເຫຼົ່ານີ້ ແລະ ພວກເຂົາຕ້ອງການພຽງແຕ່ນຸ່ງເສື້ອຄຸມສີຂາວ ແລະ ລໍຖ້າໃຫ້ຖືກຍົກຂຶ້ນເມືອສະຫວັນ. ດ້ວຍເຫດນັ້ນ ມີພຣະທຳຫຼາຍຂໍ້ທີ່ບໍ່ສາມາດກ່າວກ່ອນເວລາກຳນົດ; ຖ້າພຣະທຳເຫຼົ່ານັ້ນຖືກກ່າວກ່ອນເວລາກຳນົດ ມະນຸດກໍຈະເຮັດເກີນປົກກະຕິ. ວຸດທິພາວະຂອງມະນຸດນ້ອຍເກີນໄປ ແລະ ພວກເຂົາບໍ່ສາມາດເບິ່ງຜ່ານໄປເຖິງຄວາມຈິງຂອງພຣະທຳເຫຼົ່ານີ້.

ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນການເປັນທາດ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນທີ່ນີ້ໂສກເສົ້າຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ເຄົາລົບ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນການເປັນທາດ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ ການພິພາກສາ; ເຈົ້າຄິດວ່າ ປະສົບການຂອງມະນຸດໃນສິ່ງດັ່ງກ່າວເປັນເລື່ອງທີ່ບໍ່ມີຄວາມໝາຍບໍ? ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຈະຖືກເຮັດໃຫ້ສຳເລັດໂດຍບໍ່ມີເຫດຜົນບໍ? ກ່ອນໜ້ານັ້ນ ມີການເວົ້າວ່າ ການຂ້ຽນຕີ ແລະ ການພິພາກສາມະນຸດກໍຄືການວາງເຂົາໃນເຫວເລິກ ເຊິ່ງໝາຍຄວາມເຖິງການນໍາໂຊກຊາຕາ ແລະ ຄວາມຄາດຫວັງຂອງເຂົາອອກໄປ. ນີ້ກໍເພື່ອຜົນປະໂຫຍດຂອງສິ່ງໜຶ່ງ ນັ້ນຄື ການຊໍາລະລ້າງມະນຸດ. ມະນຸດບໍ່ໄດ້ຖືກວາງໃນເຫວເລິກໂດຍເຈດຕະນາ ຫຼັງຈາກທີ່ພຣະເຈົ້າຊໍາລະລ້າງມືຂອງພຣະອົງອອກຈາກເຂົາ. ກົງກັນຂ້າມ ມັນແມ່ນເພື່ອຈັດການກັບຄວາມກະບົດທີ່ຢູ່ພາຍໃນມະນຸດ ເພື່ອວ່າໃນສຸດທ້າຍແລ້ວ ສິ່ງທີ່ຢູ່ພາຍໃນມະນຸດອາດໄດ້ຮັບການຊໍາລະລ້າງ, ເພື່ອເຂົາອາດຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເປັນຄືກັບຄົນທີ່ບໍລິສຸດ. ຖ້າສິ່ງນີ້ຖືກເຮັດໃຫ້ສຳເລັດ ແລ້ວທຸກສິ່ງກໍຈະສຳເລັດລົງທັງໝົດ. ຕາມຄວາມຈິງແລ້ວ ເມື່ອສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດທີ່ຈຳເປັນຕ້ອງຖືກຈັດການກໍຖືກຈັດການແລ້ວ ແລະ ມະນຸດເປັນພະຍານທີ່ດັງສະນັ້ນ ຊາຕານກໍຈະຖືກເຮັດໃຫ້ພ່າຍແພ້ເຊັ່ນດຽວກັນ ແລະ ເຖິງແມ່ນວ່າມີສອງສາມສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດແຕ່ທຳອິດເຊິ່ງບໍ່ໄດ້ຖືກຊໍາລະລ້າງຢ່າງສົມບູນ, ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ແລ້ວ ມັນກໍຈະບໍ່ເປັນບັນຫາອີກຕໍ່ໄປ ແລະ ໃນເວລານັ້ນ ມະນຸດຈະຖືກຊໍາລະລ້າງຢ່າງສົມບູນ. ມະນຸດບໍ່ເຄີຍມີປະສົບການຊີວິດແບບນັ້ນຈັກເທື່ອ ແຕ່ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ທຸກສິ່ງກໍຈະສະຫງົບລົງ ແລະ ສິ່ງເລັກໆນ້ອຍໆເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດກໍຈະຮັບການແກ້ໄຂທັງໝົດ ແລະ ເມື່ອບັນຫາຫຼັກນັ້ນຖືກແກ້ໄຂ ທຸກບັນຫາອື່ນກໍຈະຈົບລົງ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອເອົາຊະນະຊາຕານ ແລະ ພຣະອົງຈະເອົາຊະນະຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ້ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມພ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອເອົາຊະນະຊາຕານ. ເຖິງແນວໃດກໍຕາມ ໃນແກ່ນແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງມະນຸດຊາດທັງປວງຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມພ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ທັງໝົດນັ້ນກໍແມ່ນເພື່ອເອົາຊະນະຊາຕານ ແລະ ນໍາຄວາມລອດພົ້ນມາເຖິງມະນຸດຊາດທັງປວງ ເພື່ອມະນຸດອາດຈະເຂົ້າສູ່ບ່ອນພັກຜ່ອນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນກໍເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການເອົາຊະນະຊາຕານເພື່ອນໍາຄວາມລອດພົ້ນມາເຖິງມວນມະນຸດທັງປວງແລ້ວ. ໃນພາລະກິດສ່ວນຫຼາຍ ເປັນຫຍັງຈຶ່ງມັກມີຄຳເວົ້າທີ່ໃຫ້ພວກເຈົ້າເປັນພະຍານຢູ່ສະເໝີ? ພະຍານນີ້ແມ່ນກຳລັງແນໃສ່ໃຜ? ບໍ່ແມ່ນແນໃສ່ຊາຕານບໍ? ພະຍານນີ້ແມ່ນສ້າງຂຶ້ນເພື່ອພຣະເຈົ້າ ແລະ ມັນຖືກສ້າງຂຶ້ນເພື່ອເປັນພະຍານວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນສຳເລັດແລ້ວ. ການເປັນພະຍານກ່ຽວຂ້ອງກັບພາລະກິດແຫ່ງການເອົາຊະນະຊາຕານ; ຖ້າບໍ່ມີສົງຄາມກັບຊາຕານ ແລ້ວມະນຸດກໍບໍ່ຈຳເປັນຕ້ອງເປັນພະຍານ. ມັນກໍເປັນເພາະຊາຕານຕ້ອງພ່າຍແພ້ ຈຶ່ງເຮັດໃຫ້ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານໃນເວລາດຽວກັນກັບທີ່ພຣະອົງກຳລັງຊ່ວຍມະນຸດ ເຊິ່ງພຣະອົງນໍາໃຊ້ເພື່ອຊ່ວຍມະນຸດ ແລະ ເຮັດສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມະນຸດເປັນທັງຈຸດມຸ່ງໝາຍຂອງຄວາມລອດພົ້ນ ແລະ ເຄື່ອງມືໃນການເອົາຊະນະຊາຕານ, ເພາະສະນັ້ນ ມະນຸດຈຶ່ງເປັນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ໃນຂະນະທີ່ຊາຕານກໍເປັນພຽງຈຸດມຸ່ງໝາຍຂອງການທຳລາຍ ເຊິ່ງເປັນສັດຕູ. ເຈົ້າອາດຮູ້ສຶກວ່າ ເຈົ້າບໍ່ໄດ້ເຮັດຫຍັງ ແຕ່ຍ້ອນການປ່ຽນແປງໃນອຸປະນິໄສຂອງເຈົ້າ ພະຍານຈຶ່ງໄດ້ເກີດຂຶ້ນ ແລະ ພະຍານນີ້ກໍແນໃສ່ຊາຕານ ແລະ ບໍ່ໄດ້ຖືກສ້າງສຳລັບມະນຸດ. ມະນຸດບໍ່ເໝາະສົມທີ່ຈະຊື່ນຊົມພະຍານດັ່ງກ່າວ. ເຂົາຈະສາມາດເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໄດ້ແນວໃດ? ຈຸດມຸ່ງໝາຍຂອງການຕໍ່ສູ້ຂອງພຣະເຈົ້າກໍແມ່ນຊາຕານ; ໃນຂະນະດຽວກັນ ມະນຸດເປັນພຽງແຕ່ຈຸດມຸ່ງໝາຍຂອງຄວາມລອດພົ້ນ. ມະນຸດມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້. ນີ້ກໍຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ບໍ່ໄດ້ຢູ່ພາຍໃນມະນຸດໂດຍທຳມະຊາດ ແຕ່ເປັນການບົງການຂອງຊາຕານ. ໃນປັດຈຸບັນ ພາລະກິດຫຼັກຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ນັ້ນກໍຄື ເພື່ອເອົາຊະນະມະນຸດຢ່າງສົມບູນ ເພື່ອວ່າມະນຸດອາດເປັນພະຍານສຸດທ້າຍໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ດ້ວຍວິທີນີ້ ທຸກສິ່ງຈະຖືກເຮັດໃຫ້ສຳເລັດ. ໃນຫຼາຍໆກໍລະນີ ເມື່ອເບິ່ງດ້ວຍຕາເປົ່າຂອງເຈົ້າ ມັນເບິ່ງຄືກັບວ່າ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດເລີຍ ແຕ່ໃນຄວາມຈິງ ພາລະກິດໄດ້ຖືກເຮັດໃຫ້ສຳເລັດແລ້ວ. ມະນຸດຮຽກຮ້ອງໃຫ້ພາລະກິດແຫ່ງຄວາມສຳເລັດທັງໝົດເປັນສິ່ງທີ່ເຫັນໄດ້ ແຕ່ເຖິງຈະບໍ່ໄດ້ເຮັດໃຫ້ເຈົ້າເຫັນ ເຮົາກໍໄດ້ສຳເລັດພາລະກິດຂອງເຮົາແລ້ວ ຍ້ອນຊາຕານຍອມພ່າຍແພ້ ເຊິ່ງໝາຍຄວາມວ່າ ມັນຖືກເອົາຊະນະຢ່າງສິ້ນເຊີງ ເພາະສະຕິປັນຍາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າທັງໝົດໄດ້ປາບຊາຕານ. ນີ້ເປັນພະຍານທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ ແລະ ເຖິງແມ່ນວ່າ ມັນບໍ່ມີການສະແດງອອກຢ່າງຊັດເຈນໃນມະນຸດ, ເຖິງແມ່ນວ່າ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ຊາຕານກໍພ່າຍແພ້ເປັນທີ່ຮຽບຮ້ອຍແລ້ວ. ຄວາມສົມບູນຂອງພາລະກິດນີ້ແມ່ນຖືກບັນຊາໃຫ້ຕໍ່ສູ້ກັບຊາຕານ ແລະ ຖືກປະຕິບັດຍ້ອນສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມີຫຼາຍສິ່ງທີ່ມະນຸດບໍ່ໄດ້ເຫັນວ່າເປັນຄວາມສຳເລັດ, ແຕ່ໃນສາຍຕາຂອງພຣະເຈົ້າ ພວກມັນເປັນສິ່ງທີ່ປະສົບຜົນສຳເລັດເປັນເວລາດົນນານມາແລ້ວ. ນີ້ຄືໜຶ່ງໃນຄວາມຈິງຂ້າງໃນຂອງພາລະກິດທັງໝົດຂອງພຣະເຈົ້າ.

ເມື່ອຊາຕານພ່າຍແພ້ ເຊິ່ງເວົ້າໄດ້ວ່າ ເມື່ອມະນຸດໄດ້ຖືກເອົາຊະນະຢ່າງສົມບູນ ແລ້ວມະນຸດກໍຈະເຂົ້າໃຈວ່າ ພາລະກິດທັງໝົດນີ້ກໍແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ ແລະ ວິທີການແຫ່ງຄວາມລອດພົ້ນນີ້ກໍເພື່ອຍາດເອົາຜູ້ຄົນຈາກມືຂອງຊາຕານ. ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຄັ້ງດຽວ ແລະ ສໍາລັບທຸກຄົນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນຄວາມລອດພົ້ນຂອງມະນຸດ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານພ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ແກ່ນແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ພ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະພ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງໝົດຖືກເຮັດໃຫ້ສຳເລັດ.

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະເອົາຊະນະຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕີສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອເອົາຊະນະຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ເອົາຊະນະຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ພ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອເອົາຊະນະຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ແກ່ນແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດແຫ່ງການເອົາຊະນະຊາຕານເຊັ່ນດຽວກັນ ແລະ ເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ພຣະເຈົ້າເຮັດສົງຄາມເປັນເວລາ 6.000 ປີ ແລະ ດ້ວຍເຫດນັ້ນກໍປະຕິບັດພາລະກິດເປັນເວລາ 6.000 ປີ ເພື່ອນໍາມະນຸດສູ່ອານາຈັກໃໝ່ໃນທີ່ສຸດ. ເມື່ອຊາຕານພ່າຍແພ້ ມະນຸດຈະຖືກປົດປ່ອຍຢ່າງສົມບູນ. ນີ້ບໍ່ແມ່ນແນວທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ? ນີ້ຄືແນວທາງຂອງພາລະກິດໃນປັດຈຸບັນຢ່າງແນ່ນອນ ນັ້ນກໍຄື ການປົດປ່ອຍຢ່າງສົມບູນ ແລະ ການເຮັດໃຫ້ມະນຸດເປັນອິດສະຫຼະ ເພື່ອເຂົາຈະບໍ່ຕົກຢູ່ພາຍໃຕ້ກົດລະບຽບໃດ ຫຼື ຖືກຈຳກັດໂດຍຂໍ້ຜູກມັດ ຫຼື ຂໍ້ຈຳກັດອື່ນໆ. ທຸກພາລະກິດຖືກປະຕິບັດໂດຍສອດຄ່ອງກັບວຸດທິພາວະຂອງພວກເຈົ້າ ແລະ ໂດຍສອດຄ່ອງກັບຄວາມຕ້ອງການຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ພວກເຈົ້າຖືກຈັດກຽມດ້ວຍທຸກສິ່ງຢ່າງທີ່ພວກເຈົ້າສາມາດເຮັດໃຫ້ສຳເລັດໄດ້. ເຊິ່ງມັນບໍ່ແມ່ນກໍລະນີດຽວກັນກັບ “ການໄລ່ເປັດໃຫ້ຂຶ້ນງ່າໄມ້” ໂດຍບັງຄັບພວກເຈົ້າທຸກສິ່ງ; ກົງກັນຂ້າມ ທຸກພາລະກິດນີ້ແມ່ນຖືກປະຕິບັດໂດຍສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຈົ້າ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂທີ່ແທ້ຈິງຂອງມະນຸດ; ແຕ່ລະຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ໃນຄວາມຈິງແລ້ວ ບໍ່ມີອຸປະສັກກັ້ນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຂອງພຣະອົງໃນຕອນເລີ່ມຕົ້ນ. ອຸປະສັກທັງໝົດແມ່ນເກີດຂຶ້ນຈາກຊາຕານ. ມະນຸດບໍ່ສາມາດເຫັນ ຫຼື ສຳຜັດຫຍັງເລີຍ ຍ້ອນການລົບກວນຂອງຊາຕານ ແລະ ຄວາມເສື່ອມຊາມຂອງມະນຸດ. ມະນຸດເປັນເຫຍື່ອ ທີ່ຖືກລໍ້ລວງ. ເມື່ອຊາຕານພ່າຍແພ້ ສິ່ງຖືກສ້າງຈະເຫັນພຣະຜູ້ສ້າງ ແລະ ພຣະຜູ້ສ້າງຈະເຝົ້າເບິ່ງສິ່ງຖືກສ້າງ ແລະ ສາມາດນໍາພາພວກເຂົາດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ທີ່ເປັນຊີວິດທີ່ມະນຸດຄວນມີຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ພາລະກິດຫຼັກໆຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ແລະ ເມື່ອຊາຕານພ່າຍແພ້ ທຸກສິ່ງກໍຈະຖືກແກ້ໄຂ. ໃນປັດຈຸບັນ ເຈົ້າກໍໄດ້ເຫັນແລ້ວວ່າ ມັນບໍ່ແມ່ນບັນຫາທໍາມະດາທີ່ພຣະເຈົ້າມາທ່າມກາງມະນຸດ. ພຣະອົງບໍ່ໄດ້ມາເພື່ອໃຊ້ເວລາແຕ່ລະມື້ໃນການຈັບຜິດພວກເຈົ້າ, ເພື່ອເວົ້ານັ້ນເວົ້ານີ້ ແລະ ນັ້ນ ຫຼື ເພື່ອພຽງແຕ່ເຮັດໃຫ້ພວກເຈົ້າເຫັນວ່າ ພຣະອົງມີລັກສະນະແບບໃດ ແລະ ພຣະອົງກ່າວ ແລະ ດຳລົງຊີວິດແນວໃດ. ພຣະເຈົ້າບໍ່ກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ພວກເຈົ້າເຝົ້າເບິ່ງພຣະອົງ ຫຼື ເປີດຕາຂອງພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຍິນຄວາມລຶກລັບທີ່ພຣະອົງໄດ້ກ່າວເຖິງ ແລະ ຕາປະທັບເຈັດຢ່າງທີ່ພຣະອົງໄດ້ເປີດ. ກົງກັນຂ້າມ ພຣະອົງກາຍມາເປັນເນື້ອໜັງກໍເພື່ອເອົາຊະນະຊາຕານ. ພຣະອົງໄດ້ມາທ່າມກາງມະນຸດໂດຍຜ່ານເນື້ອໜັງເພື່ອຊ່ວຍມະນຸດດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດສົງຄາມກັບຊາຕານ; ນີ້ແມ່ນຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະອົງ. ຖ້າບໍ່ແມ່ນເພື່ອການເອົາຊະນະຊາຕານ ແລ້ວພຣະອົງກໍຈະບໍ່ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງທໍາມະດາແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ທຳມະດາຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອເອົາຊະນະຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວກໍຈະບໍ່ໄດ້ຫຍັງຈາກສົງຄາມນີ້ ແລະ ມັນຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ໜີໄປໂດຍບໍ່ມີໂອກາດໃດເລີຍທີ່ຈະຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍບໍ່ອີງຕາມຫຼັກການເທົ່ານັ້ນ ຫຼື ບໍ່ກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການເອົາຊະນະຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ເອົາຊະນະຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຮັດມັນໄດ້. ໜ້າທີ່ຂອງມະນຸດກໍຄືການເຊື່ອຟັງ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດຄ້າຍກັບການເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານພ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ເຊົ້າມືດຂອງຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ມະນຸດເປັນເຈົ້ານາຍຂອງທຸກສິ່ງ ແຕ່ຄົນທີ່ຖືກຮັບຈະກາຍເປັນໝາກຜົນຂອງສົງຄາມກັບຊາຕານທັງໝົດ. ຊາຕານເປັນຜູ້ເຮັດໃຫ້ທຸກສິ່ງຢ່າງເສື່ອມຊາມ, ມັນເປັນຜູ້ພ່າຍແພ້ໃນເວລາສຸດທ້າຍຂອງສົງຄາມທັງໝົດ ແລະ ຍັງເປັນຜູ້ທີ່ຈະຖືກລົງໂທດຫຼັງຈາກສົງຄາມເຫຼົ່ານີ້. ທ່າມກາງພຣະເຈົ້າ, ມະນຸດ ແລະ ຊາຕານ ຈະມີພຽງແຕ່ຊາຕານ ທີ່ຈະເປັນຜູ້ທີ່ຖືກກຽດຊັງ ແລະ ຖືກປະຕິເສດ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານຮັບເອົາ ແຕ່ບໍ່ໄດ້ຖືກພຣະເຈົ້າຮັບເອົາຄືນກໍຈະກາຍເປັນຄົນທີ່ຈະໄດ້ຮັບການລົງໂທດແທນຊາຕານ. ໃນສາມຝ່າຍນີ້ ມີພຽງແຕ່ພຣະເຈົ້າທີ່ຄວນໄດ້ຮັບການນະມັດສະການຈາກທຸກສິ່ງຢ່າງ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ຖືກພຣະເຈົ້າຮັບເອົາຄືນ ແລະ ຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າກໍຈະກາຍເປັນຄົນທີ່ຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ຈະພິພາກສາຄົນທີ່ຊົ່ວຊ້າແທນພຣະເຈົ້າ. ພຣະເຈົ້າຈະມີໄຊຊະນະຢ່າງແນ່ນອນ ແລະ ຊາຕານຈະພ່າຍແພ້ຢ່າງແນ່ນອນ ແຕ່ທ່າມກາງມະນຸດກໍຈະມີຄົນທີ່ຈະຊະນະ ແລະ ຄົນທີ່ຈະເສຍ. ຄົນທີ່ຊະນະຈະຢູ່ກັບຜູ້ຊະນະ ແລະ ຄົນທີ່ເສຍກໍຈະຢູ່ກັບຜູ້ພ່າຍແພ້; ນີ້ຄືການຈັດແບ່ງແຕ່ລະຄົນອອກໂດຍອີງຕາມປະເພດ ເຊິ່ງມັນແມ່ນຜົນໄດ້ຮັບສຸດທ້າຍຂອງພາລະກິດທັງໝົດຂອງພຣະເຈົ້ານັ້ນ, ມັນຍັງເປັນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນຈະບໍ່ມີປ່ຽນແປງຈັກເທື່ອ. ຫົວໃຈຫຼັກຂອງພາລະກິດຫຼັກແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າແມ່ນແນໃສ່ຄວາມລອດພົ້ນຂອງມະນຸດ ແລະ ພຣະເຈົ້າກາຍມາເປັນເນື້ອໜັງຫຼັກໆກໍເພື່ອຜົນປະໂຫຍດຂອງຫົວໃຈຫຼັກນີ້, ເພື່ອຜົນປະໂຫຍດຂອງພາລະກິດນີ້ ແລະ ເພື່ອເອົາຊະນະຊາຕານ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍເພື່ອເອົາຊະນະຊາຕານເຊັ່ນດຽວກັນ ນັ້ນກໍຄື ພຣະອົງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖືກຄຶງທີ່ໄມ້ກາງແຂນດ້ວຍຕົວພຣະອົງເອງ ເພື່ອເຮັດໃຫ້ພາລະກິດຂອງສົງຄາມຄັ້ງທຳອິດສຳເລັດ ເຊິ່ງເປັນພາລະກິດແຫ່ງການໄຖ່ມະນຸດຊາດ. ໃນທຳນອງດຽວກັນ ຂັ້ນຕອນນີ້ຂອງພາລະກິດຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ຜູ້ເຊິ່ງກາຍມາເປັນເນື້ອໜັງ ເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອກ່າວພຣະທຳຂອງພຣະອົງດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ແນ່ນອນ ມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຍັງປະຕິບັດພາລະກິດອື່ນໆໄປພ້ອມໆກັນ ແຕ່ເຫດຜົນຫຼັກທີ່ພຣະອົງປະຕິບັດພາລະກິດດ້ວຍຕົວພຣະອົງເອງແມ່ນເພື່ອເອົາຊະນະຊາຕານ, ເພື່ອເອົາຊະນະບັນດາມວນມະນຸດຊາດ ແລະ ເພື່ອຮັບຄົນເຫຼົ່ານີ້. ດ້ວຍເຫດນັ້ນ ພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງບໍ່ທໍາມະດາ. ຖ້າເປົ້າໝາຍຂອງພຣະອົງແມ່ນພຽງແຕ່ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ພຣະເຈົ້າເປັນຈິງ, ຖ້າມັນເປັນພຽງແຕ່ເພື່ອຜົນປະໂຫຍດໃນການປະຕິບັດພາລະກິດນີ້ ແລ້ວກໍບໍ່ມີຄວາມຈຳເປັນທີ່ຈະກາຍມາເປັນເນື້ອໜັງ. ເຖິງແມ່ນພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ພຣະອົງກໍສາມາດເປີດເຜີຍຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະອົງໃຫ້ກັບມະນຸດໂດຍກົງ ແຕ່ສິ່ງດັ່ງກ່າວຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດແຫ່ງການຄຸ້ມຄອງມະນຸດຊາດ. ສິ່ງເຫຼົ່ານັ້ນບໍ່ສາມາດຊ່ວຍມະນຸດ ຫຼື ເຮັດໃຫ້ເຂົາສົມບູນ ຢ່າວ່າແຕ່ຈະສາມາດເອົາຊະນະຊາຕານເລີຍ. ຖ້າການເອົາຊະນະຊາຕານພຽງແຕ່ກ່ຽວພັນເຖິງພຣະວິນຍານທີ່ເຮັດສົງຄາມກັບວິນຍານ ແລ້ວພາລະກິດດັ່ງກ່າວກໍຍິ່ງຈະມີຄຸນຄ່າທີ່ເປັນປະໂຫຍດໜ້ອຍລົງ; ມັນຈະບໍ່ສາມາດຮັບມະນຸດ ແລະ ຈະທຳລາຍໂຊກຊາຕາ ແລະ ຄວາມຄາດຫວັງຂອງມະນຸດ. ເມື່ອເປັນດັ່ງນັ້ນ ພາລະກິດຂອງພຣະເຈົ້າໃນປັດຈຸບັນກໍມີຄວາມສຳຄັນຢ່າງເລິກເຊິ່ງ. ມັນບໍ່ແມ່ນພຽງແຕ່ເພື່ອມະນຸດອາດເຫັນພຣະອົງ ຫຼື ເພື່ອຕາຂອງມະນຸດອາດຖືກເປີດ ຫຼື ເພື່ອເຮັດໃຫ້ເຂົາຮູ້ສຶກຖືກປຸກໃຈ ແລະ ໜູນໃຈເລັກນ້ອຍ; ພາລະກິດດັ່ງກ່າວບໍ່ມີຄວາມສຳຄັນເລີຍ. ຖ້າເຈົ້າພຽງແຕ່ສາມາດເວົ້າເຖິງຄວາມຮູ້ປະເພດນີ້ໄດ້ ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຈັກຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານພ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມເຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງປັດຈຸບັນ. ການຕໍ່ສູ້ຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ເອົາຊະນະຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດຄືນ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ເຊິ່ງຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນຄືການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ. ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານຈະບໍ່ຍອມພ່າຍແພ້ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອເອົາຊະນະຊາຕານ ຍ້ອນແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ພຣະອົງຍັງເປັນຊີວິດຂອງມະນຸດ ແລະ ພຣະອົງຍັງເປັນພຣະຜູ້ສ້າງ; ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ແກ່ນແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍອມແພ້ຢ່າງສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວຄໍາທໍານາຍນີ້ກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອເອົາຊະນະຊາຕານ ແລະ ເຮັດໃຫ້ການຍອມແພ້ຂອງມັນສົມບູນ. ເມື່ອພຣະອົງເອົາຊະນະຊາຕານຢ່າງເດັດຂາດ, ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າເອງ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາເອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານ ແມ່ນຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດເອົາຊະນະຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດເອົາຊະນະມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ເຊິ່ງຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ເຊື່ອຟັງພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກການເປັນທາດຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເອົາຊະນະຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?

ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ. ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ເຊື່ອຟັງ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ເຊື່ອຟັງພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະມີຄວາມຮູ້ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ ແລະ ຊັບສິນຂອງເຈົ້າເອງ ແລະ ບໍ່ຄຳນຶງເຖິງສິນທຳເວລາທີ່ຕິດຕໍ່ກັບເພດຕົງຂ້າມ, ເຈົ້າກໍຈະແບກຮັບພາລະແຫ່ງຄວາມບາບຂອງເຈົ້າເອງ; ເຈົ້າບໍ່ສົມຄວນທີ່ຈະໄດ້ຮັບການສົງສານຈາກຄົນໃດເລີຍ. ເປົ້າໝາຍຂອງເຮົາແມ່ນເພື່ອພວກເຈົ້າທຸກຄົນຈະໄດ້ຖືກເຮັດໃຫ້ສົມບູນ ແລະ ຢ່າງໜ້ອຍກໍຖືກເອົາຊະນະ ເພື່ອໃຫ້ຂັ້ນຕອນນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ. ຄວາມປາຖະໜາຂອງພຣະເຈົ້າສຳລັບທຸກຄົນແມ່ນເພື່ອໃຫ້ທຸກຄົນຖືກເຮັດໃຫ້ສົມບູນ, ເພື່ອຖືກຮັບໂດຍພຣະອົງໃນທີ່ສຸດ, ເພື່ອຖືກຊໍາລະລ້າງໂດຍພຣະອົງຢ່າງສົມບູນ ແລະ ເພື່ອກາຍເປັນຄົນທີ່ພຣະອົງຮັກ. ມັນບໍ່ສຳຄັນທີ່ເຮົາຈະເວົ້າວ່າ ພວກເຈົ້າເປັນຄົນຫຼ້າຫຼັງ ຫຼື ມີຄວາມສາມາດຕໍ່າ ເຊິ່ງສິ່ງນີ້ກໍເປັນຄວາມຈິງທັງໝົດ. ການທີ່ເຮົາເວົ້າແບບນີ້ບໍ່ໄດ້ພິສູດວ່າ ເຮົາເຈດຕະນາທີ່ຈະປະຖິ້ມເຈົ້າ ຫຼື ເຮົາສູນເສຍຄວາມຫວັງໃນພວກເຈົ້າ ຢ່າວ່າແຕ່ເຮົາບໍ່ເຕັມໃຈທີ່ຈະຊ່ວຍພວກເຈົ້າເລີຍ. ໃນປັດຈຸບັນ ເຮົາໄດ້ມາເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພວກເຈົ້າ ເຊິ່ງເວົ້າໄດ້ວ່າ ພາລະກິດທີ່ເຮົາປະຕິບັດແມ່ນການສືບຕໍ່ຂອງພາລະກິດແຫ່ງຄວາມລອດພົ້ນ. ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ໂດຍມີເງື່ອນໄຂວ່າເຈົ້າຕ້ອງເຕັມໃຈ, ໂດຍມີເງື່ອນໄຂວ່າເຈົ້າຕ້ອງສະແຫວງຫາ ເຊິ່ງໃນທີ່ສຸດ ເຈົ້າກໍຈະສາມາດບັນລຸຜົນຕາມມາດັ່ງກ່າວ ແລະ ບໍ່ມີພວກເຈົ້າແມ່ນແຕ່ຄົນດຽວທີ່ຈະຖືກປະຖິ້ມ. ຖ້າເຈົ້າມີຄວາມສາມາດຕໍ່າ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດຕໍ່າຂອງເຈົ້າ; ຖ້າເຈົ້າມີຄວາມສາມາດສູງ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດສູງຂອງເຈົ້າ; ຖ້າເຈົ້າຂາດຄວາມຮູ້ ແລະ ກືກໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມກືກໜັງສືຂອງເຈົ້າ; ຖ້າເຈົ້າຮູ້ໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມຈິງທີ່ເຈົ້າຮູ້ໜັງສື; ຖ້າເຈົ້າເປັນຜູ້ອາວຸໂສ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບອາຍຸຂອງເຈົ້າ; ຖ້າເຈົ້າສາມາດສະໜອງການຕ້ອນຮັບຢ່າງອົບອຸ່ນ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດນີ້; ຖ້າເຈົ້າເວົ້າວ່າ ເຈົ້າບໍ່ສາມາດສະເໜີການຕ້ອນຮັບຢ່າງອົບອຸ່ນ ແລະ ພຽງແຕ່ສາມາດປະຕິບັດໜ້າທີ່ບາງຢ່າງ ບໍ່ວ່າຈະເປັນການປະກາດຂ່າວປະເສີດ ຫຼື ການດູແລຄຣິດຕະຈັກ ຫຼື ການເຂົ້າຮ່ວມວຽກງານທົ່ວໄປອື່ນໆ, ຄວາມສົມບູນທີ່ເຮົາມີຕໍ່ເຈົ້າກໍຈະສອດຄ່ອງກັບໜ້າທີ່ທີ່ເຈົ້າປະຕິບັດ. ການເປັນຄົນທີ່ສັດຊື່, ເຊື່ອຟັງຈົນເຖິງທີ່ສຸດ ແລະ ສະແຫວງຫາເພື່ອຮັກພຣະເຈົ້າສູງສຸດ, ນີ້ຄືສິ່ງທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ ແລະ ບໍ່ມີການປະຕິບັດໃດທີ່ດີກວ່າທັງສາມຢ່າງນີ້. ໃນທີ່ສຸດ ມະນຸດກໍຈຳເປັນຕ້ອງບັນລຸທັງສາມສິ່ງເຫຼົ່ານີ້ ແລະ ຖ້າເຂົາສາມາດບັນລຸພວກມັນໄດ້ ເຂົາກໍຈະຖືກເຮັດໃຫ້ສົມບູນ. ແຕ່ທີ່ສຳຄັນຄື ເຈົ້າຕ້ອງສະແຫວງຫາຢ່າງແທ້ຈິງ, ເຈົ້າຕ້ອງກ້າວໄປຂ້າງໜ້າ ແລະ ຂ້າງເທິງຢ່າງຂະຫຍັນຂັນແຂງ ແລະ ຕ້ອງບໍ່ຢູ່ລ້າກັບສິ່ງນັ້ນ. ເຮົາໄດ້ກ່າວວ່າ ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ສາມາດຖືກເຮັດໃຫ້ສົມບູນ ແລະ ສິ່ງນີ້ເອງກໍຄືຄວາມຈິງ, ແຕ່ ເຈົ້າບໍ່ພະຍາຍາມໃຫ້ຫຼາຍຂຶ້ນໃນການສະແຫວງຫາຂອງເຈົ້າ, ຖ້າເຈົ້າບໍ່ໄດ້ບັນລຸຕາມບັນທັດຖານທັງສາມຢ່າງນີ້, ໃນທີ່ສຸດ ເຈົ້າກໍຕ້ອງຖືກກຳຈັດ. ເຮົາຕ້ອງການໃຫ້ທຸກຄົນນໍາໃຫ້ທັນ, ຕ້ອງການໃຫ້ທຸກຄົນມີພາລະກິດ ແລະ ແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ສາມາດເຊື່ອຟັງຈົນເຖິງທີ່ສຸດ ຍ້ອນນີ້ຄືໜ້າທີ່ທີ່ພວກເຈົ້າແຕ່ລະຄົນຄວນປະຕິບັດ. ເມື່ອພວກເຈົ້າທຸກຄົນໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ, ເພາະວ່າພວກເຈົ້າກໍຈະມີພະຍານທີ່ດັງສະນັ້ນເຊັ່ນດຽວກັນ. ທຸກຄົນທີ່ມີພະຍານແມ່ນຄົນທີ່ມີໄຊຊະນະເໜືອຊາຕານ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ຈະຍັງຄົງດຳລົງຊີວິດຢູ່ໃນປາຍທາງທີ່ມະຫັດສະຈັນ.

ກ່ອນນີ້: ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ຕໍ່ໄປ: ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້