ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ
ພວກເຈົ້າທຸກຄົນຢູ່ໃນທ່າມກາງການທົດລອງ ແລະ ການຫຼໍ່ຫຼອມ. ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ເມື່ອໄດ້ປະສົບກັບການຫຼໍ່ຫຼອມ, ໃນລະຫວ່າງການຫຼໍ່ຫຼອມ ຜູ້ຄົນສາມາດມອບການສັນລະເສີນທີ່ແທ້ຈິງໃຫ້ແກ່ພຣະເຈົ້າ ແລະ ທ່າມກາງການຫຼໍ່ຫຼອມ ພວກເຂົາສາມາດເຫັນວ່າ ພວກເຂົາກຳລັງຂາດເຂີນຢ່າງຫຼວງຫຼາຍ. ຍິ່ງການຫຼໍ່ຫຼອມຍິ່ງໃຫຍ່ຫຼາຍສໍ່າໃດ, ເຈົ້າຍິ່ງສາມາດປະຖິ້ມເນື້ອໜັງຫຼາຍສໍ່ານັ້ນ; ຍິ່ງການຫຼໍ່ຫຼອມຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ, ພວກເຂົາຍິ່ງມີຄວາມຮັກສຳລັບພຣະເຈົ້າຫຼາຍສໍ່ານັ້ນ. ນີ້ແມ່ນສິ່ງທີ່ພວກເຈົ້າຕ້ອງເຂົ້າໃຈ. ເປັນຫຍັງຜູ້ຄົນຕ້ອງຖືກຫຼໍ່ຫຼອມ? ການຫຼໍ່ຫຼອມແມ່ນແນໃສ່ເພື່ອບັນລຸຫຍັງ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດແຫ່ງການຫຼໍ່ຫຼອມຂອງພຣະເຈົ້າທີ່ຢູ່ໃນມະນຸດ? ຖ້າເຈົ້າສະແຫວງຫາພຣະເຈົ້າຢ່າງແທ້ຈິງ, ແລ້ວການໄດ້ປະສົບກັບການຫຼໍ່ຫຼອມຂອງພຣະອົງຈົນເຖິງຈຸດໃດໜຶ່ງ ເຈົ້າຈະຮູ້ສຶກວ່າ ມັນດີຫຼາຍ ແລະ ເປັນສິ່ງທີ່ຈຳເປັນທີ່ສຸດ. ມະນຸດຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມ? ໂດຍການຕັ້ງໃຈຮັກພຣະເຈົ້າເພື່ອຍອມຮັບເອົາການຫຼໍ່ຫຼອມຂອງພຣະອົງ ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມ ເຈົ້າທໍລະມານຢູ່ຂ້າງໃນ, ຄືກັບວ່າ ມີມີດສຽບບິດຢູ່ໃນຫົວໃຈຂອງເຈົ້າ, ແຕ່ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈໂດຍໃຊ້ຫົວໃຈຂອງເຈົ້າຮັກພຣະອົງ ແລະ ເຈົ້າກໍບໍ່ເຕັມໃຈທີ່ຈະສົນໃຈເນື້ອໜັງ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກຕໍ່ພຣະເຈົ້າ. ເຈົ້າເຈັບຢູ່ຂ້າງໃນ ແລະ ການທົນທຸກຂອງເຈົ້າແມ່ນເຖິງຈຸດໃດໜຶ່ງ ແຕ່ເຈົ້າກໍຍັງເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດຈາກພຣະອົງໄປໄດ້. ເຖິງແມ່ນວ່າມີຄວາມມືດຢູ່ພາຍໃນຕົວຂ້ານ້ອຍ, ຂ້ານ້ອຍກໍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈ; ພຣະອົງຮູ້ຈັກຫົວໃຈຂອງຂ້ານ້ອຍ ແລະ ຂ້ານ້ອຍຂໍຮ້ອງໃຫ້ພຣະອົງມອບຄວາມຮັກຂອງພຣະອົງໃນຕົວຂ້ານ້ອຍຫຼາຍຂຶ້ນ”. ນີ້ແມ່ນການປະຕິບັດໃນລະຫວ່າງການຫຼໍ່ຫຼອມ. ຖ້າເຈົ້າໃຊ້ຄວາມຮັກທີ່ມີຕໍ່ພຣະເຈົ້າເປັນພື້ນຖານ, ການຫຼໍ່ຫຼອມສາມາດນໍາເຈົ້າໃຫ້ເຂົ້າໃກ້ພຣະເຈົ້າໄດ້ ແລະ ເຮັດໃຫ້ເຈົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງມອບຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຖວາຍ ແລະ ວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ, ແລ້ວໃນລະຫວ່າງການຫຼໍ່ຫຼອມ ມັນເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິເສດພຣະເຈົ້າ ຫຼື ໜີຈາກພຣະເຈົ້າໄປ. ດ້ວຍວິທີນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຍິ່ງໃກ້ຊິດຂຶ້ນກວ່າເກົ່າ ແລະ ຍິ່ງເປັນປົກກະຕິຫຼາຍຂຶ້ນ ແລະ ຄວາມສະໜິດຂອງເຈົ້າກັບພຣະເຈົ້າກໍຈະຫຼາຍຂຶ້ນ. ຖ້າເຈົ້າປະຕິບັດແບບນີ້ຢູ່ສະເໝີ, ແລ້ວເຈົ້າກໍຈະໃຊ້ເວລາຫຼາຍຍິ່ງຂຶ້ນໃນແສງສະຫວ່າງຂອງພຣະເຈົ້າ ແລະ ໃຊ້ເວລາຢູ່ພາຍໃຕ້ການນໍາພາຂອງພຣະທຳຂອງພຣະອົງຫຼາຍຂຶ້ນ. ມີການປ່ຽນແປງຫຼາຍຂຶ້ນເລື້ອຍໆໃນອຸປະນິໄສຂອງເຈົ້າ ແລະ ຄວາມຮູ້ຂອງເຈົ້າກໍຈະເພີ່ມຂຶ້ນໃນແຕ່ລະມື້. ເມື່ອມື້ນັ້ນມາເຖິງ ມື້ທີ່ການທົດລອງຂອງພຣະເຈົ້າເກີດຂຶ້ນກັບເຈົ້າທັນທີ, ເຈົ້າຈະບໍ່ພຽງແຕ່ສາມາດຢືນຢູ່ຂ້າງພຣະເຈົ້າເທົ່ານັ້ນ, ແຕ່ຈະສາມາດເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ. ໃນເວລານັ້ນ, ເຈົ້າຈະເປັນຄືກັບໂຢບ ແລະ ເປໂຕ. ເມື່ອໄດ້ເປັນພະຍານໃຫ້ກັບພຣະເຈົ້າ ເຈົ້າຈະຮັກພຣະອົງຢ່າງແທ້ຈິງ ແລະ ຍິນດີທີ່ຈະມອບຊີວິດຂອງເຈົ້າໃຫ້ກັບພຣະອົງ; ເຈົ້າຈະເປັນພະຍານຂອງພຣະເຈົ້າ ແລະ ເປັນຄົນທີ່ພຣະເຈົ້າຮັກ. ຄວາມຮັກທີ່ໄດ້ຜ່ານການຫຼໍ່ຫຼອມເປັນສິ່ງໝັ້ນຄົງ ແລະ ບໍ່ອ່ອນແອ. ບໍ່ວ່າພຣະເຈົ້າຈະວາງເຈົ້າໄວ້ໃນການທົດລອງຂອງພຣະອົງເມື່ອໃດ ຫຼື ແນວໃດກໍຕາມ, ເຈົ້າກໍຈະສາມາດປ່ອຍວາງຄວາມກັງວົນຂອງເຈົ້າ ບໍ່ວ່າເຈົ້າຈະເປັນ ຫຼື ຕາຍ, ປະຖິ້ມທຸກສິ່ງເພື່ອພຣະເຈົ້າດ້ວຍຄວາມຍິນດີ ແລະ ອົດກັ້ນຕໍ່ທຸກສິ່ງຢ່າງມີຄວາມສຸກເພື່ອພຣະເຈົ້າ, ສະນັ້ນ ຄວາມຮັກຂອງເຈົ້າກໍຈະບໍລິສຸດ ແລະ ຄວາມເຊື່ອຂອງເຈົ້າກໍຈະເປັນຈິງ. ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະກາຍເປັນຄົນທີ່ພຣະເຈົ້າຮັກແທ້ຈິງ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ.
ຖ້າຜູ້ຄົນຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ, ແລ້ວພາຍໃນຕົວພວກເຂົາກໍຈະບໍ່ມີຄວາມຮັກສຳລັບພຣະເຈົ້າ ແລະ ນິມິດ, ຄວາມຮັກ ແລະ ການຕັດສິນໃຈທີ່ຜ່ານມາຂອງພວກເຂົາກໍຫາຍໄປ. ຜູ້ຄົນເຄີຍຮູ້ສຶກວ່າ ພວກເຂົາຕ້ອງທົນທຸກເພື່ອພຣະເຈົ້າ, ແຕ່ໃນປັດຈຸບັນ ພວກເຂົາຄິດວ່າ ການເຮັດແບບນັ້ນເປັນເລື່ອງອັບອາຍ ແລະ ພວກເຂົາມີແຕ່ຄຳຕໍ່ວ່າຢູ່ບໍ່ຂາດ. ນີ້ແມ່ນພາລະກິດຂອງຊາຕານ; ເປັນສັນຍານບອກວ່າ ມະນຸດໄດ້ຕົກຢູ່ພາຍໃຕ້ອຳນາດຂອງຊາຕານ. ຖ້າເຈົ້າຜະເຊີນກັບສະພາບນີ້ ເຈົ້າຕ້ອງອະທິຖານ ແລະ ຫັນກັບຄືນໃຫ້ໄວເທົ່າທີ່ຈະໄວໄດ້, ສິ່ງນີ້ຈະປົກປ້ອງເຈົ້າຈາກການໂຈມຕີຂອງຊາຕານ. ໃນລະຫວ່າງການຫຼໍ່ຫຼອມຢ່າງຂົມຂື່ນ ມະນຸດສາມາດຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານຢ່າງງ່າຍດາຍທີ່ສຸດ, ສະນັ້ນ ເຈົ້າຄວນຮັກພຣະເຈົ້າແນວໃດໃນລະຫວ່າງການຫຼໍ່ຫຼອມນັ້ນ? ເຈົ້າຄວນຮວບໂຮມຄວາມຕັ້ງໃຈຂອງເຈົ້າ, ວາງຫົວໃຈຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ແລະ ອຸທິດເວລາສຸດທ້າຍຂອງເຈົ້າໃຫ້ກັບພຣະອົງ. ບໍ່ວ່າພຣະເຈົ້າຈະຫຼໍ່ຫຼອມເຈົ້າແນວໃດກໍຕາມ, ເຈົ້າຄວນສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າຄວນສະໝັກໃຈໃນການສະແຫວງຫາພຣະເຈົ້າ ແລະ ສະແຫວງຫາຄວາມສະໜິດກັບພຣະເຈົ້າ. ໃນເວລາແບບນີ້, ຍິ່ງເຈົ້າຂີ້ຄ້ານຫຼາຍສໍ່າໃດ, ເຈົ້າຍິ່ງມີຄວາມຄິດລົບຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍສໍາລັບເຈົ້າຈະທໍ້ຖອຍໃຈ. ເມື່ອມັນຈຳເປັນທີ່ເຈົ້າຕ້ອງຮັບໃຊ້ໜ້າທີ່ຂອງເຈົ້າ, ເຖິງແມ່ນວ່າ ເຈົ້າບໍ່ໄດ້ຮັບໃຊ້ຢ່າງດີ, ເຈົ້າກໍຈົ່ງເຮັດດ້ວຍຄວາມສາມາດຂອງເຈົ້າ ແລະ ເຮັດດ້ວຍຄວາມຮັກທີ່ເຈົ້າມີໃຫ້ກັບພຣະເຈົ້າ; ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ, ບໍ່ວ່າພວກເຂົາຈະເວົ້າວ່າເຈົ້າໄດ້ເຮັດດີ ຫຼື ເຈົ້າເຮັດບໍ່ດີ, ເຈດຕະນາຂອງເຈົ້າແມ່ນຖືກຕ້ອງແລ້ວ ແລະ ເຈົ້າກໍບໍ່ແມ່ນຄົນທີ່ຄິດວ່າຕົນເອງຊອບທຳ ຍ້ອນວ່າ ເຈົ້າກຳລັງປະຕິບັດແທນພຣະເຈົ້າ. ເມື່ອຄົນອື່ນຕີຄວາມໝາຍເຈົ້າຜິດ, ເຈົ້າກໍສາມາດອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນອົດທົນກັບຂ້ານ້ອຍ ຫຼື ປະຕິບັດຕໍ່ຂ້ານ້ອຍຢ່າງດີ ຫຼື ໃຫ້ພວກເຂົາເຂົ້າໃຈ ຫຼື ເຫັນດ້ວຍກັບຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ຂ້ານ້ອຍສາມາດຮັກພຣະອົງໃນຫົວໃຈຂອງຂ້ານ້ອຍ, ໃຫ້ຂ້ານ້ອຍສະບາຍໃຈໃນຫົວໃຈຂອງຂ້ານ້ອຍ ແລະ ໃຫ້ສະຕິຂອງຂ້ານ້ອຍຊັດເຈນ. ຂ້ານ້ອຍບໍ່ຮຽກຮ້ອງໃຫ້ຄົນອື່ນຍ້ອງຍໍຂ້ານ້ອຍ ຫຼື ນັບຖືຂ້ານ້ອຍຢ່າງສູງສົ່ງ; ຂ້ານ້ອຍພຽງແຕ່ສະແຫວງຫາເພື່ອເຮັດໃຫ້ພຣະອົງພໍໃຈ ຈາກຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍເຮັດບົດບາດຂອງຂ້ານ້ອຍໂດຍການເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ ແລະ ເຖິງແມ່ນວ່າ ຂ້ານ້ອຍໂງ່ຈ້າ, ເຂົ້າໃຈໄດ້ຍາກ, ມີຄວາມສາມາດທີ່ຕໍ່າ ແລະ ຕາບອດ, ຂ້ານ້ອຍຮູ້ວ່າ ພຣະອົງເປັນຕາຮັກ ແລະ ຂ້ານ້ອຍກໍເຕັມໃຈອຸທິດທຸກສິ່ງທີ່ຂ້ານ້ອຍມີໃຫ້ກັບພຣະອົງ”. ຫລັງຈາກທີ່ເຈົ້າອະທິຖານແບບນີ້, ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າກໍຈະປາກົດຂຶ້ນ ແລະ ເຈົ້າກໍຈະຮູ້ສຶກສະບາຍໃຈຫຼາຍຂຶ້ນໃນຫົວໃຈຂອງເຈົ້າ. ນີ້ແມ່ນຄວາມໝາຍຂອງການປະຕິບັດຄວາມຮັກທີ່ມີຕໍ່ພຣະເຈົ້າ. ໃນຂະນະທີ່ເຈົ້າກໍາລັງປະສົບກັບສິ່ງນີ້, ເຈົ້າຈະລົ້ມເຫຼວສອງຄັ້ງ ແລະ ສຳເລັດໜຶ່ງຄັ້ງ ຫຼື ບໍ່ດັ່ງນັ້ນກໍລົ້ມເຫຼວຫ້າຄັ້ງ ແລະ ສຳເລັດສອງຄັ້ງ ແລະ ໃນຂະນະທີ່ເຈົ້າກໍາລັງປະສົບແບບນີ້, ມີແຕ່ໃນຄວາມລົ້ມເຫຼວເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄົ້ນພົບສິ່ງທີ່ຂາດຢູ່ພາຍໃນເຈົ້າໄດ້. ເມື່ອເຈົ້າຜະເຊີນກັບສະຖານະການເຊັ່ນນີ້ໃນຄັ້ງໜ້າ, ເຈົ້າຄວນເຕືອນຕົນເອງ, ເຮັດໃຫ້ບາດກ້າວຂອງເຈົ້າເບົາລົງ ແລະ ອະທິຖານຫຼາຍຂຶ້ນກວ່າເກົ່າ. ເຈົ້າຈະພັດທະນາຄວາມສາມາດເອົາຊະນະສະຖານະການດັ່ງກ່າວເທື່ອລະໜ້ອຍ. ເມື່ອສິ່ງນັ້ນເກີດຂຶ້ນ, ຄຳອະທິຖານຂອງເຈົ້າກໍຈະມີປະສິດທິພາບ. ເມື່ອເຈົ້າເຫັນວ່າ ເຈົ້າປະສົບຜົນສຳເລັດໃນຄັ້ງນີ້, ເຈົ້າກໍຈະພໍໃຈຢູ່ຂ້າງໃນ ແລະ ເມື່ອເຈົ້າອະທິຖານ ເຈົ້າກໍຈະສາມາດຮູ້ສຶກເຖິງພຣະເຈົ້າ ແລະ ການສະຖິດຂອງພຣະວິນຍານບໍລິສຸດກໍບໍ່ໄດ້ຈາກເຈົ້າໄປໃສ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຮູ້ຈັກວິທີທີ່ພຣະເຈົ້າປະຕິບັດພາລະກິດພາຍໃນຕົວເຈົ້າ. ການປະຕິບັດໃນລັກສະນະນີ້ຈະມອບເສັ້ນທາງສູ່ປະສົບການໃຫ້ກັບເຈົ້າ. ຖ້າເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວເຈົ້າກໍຈະບໍ່ມີການສະຖິດຂອງພຣະວິນຍານບໍລິສຸດພາຍໃນເຈົ້າ. ແຕ່ຖ້າເຈົ້ານໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ເມື່ອເຈົ້າພົບກັບສິ່ງທີ່ພວກເຂົາເປັນ, ແລ້ວເຖິງແມ່ນວ່າເຈົ້າຈະເຈັບປວດຢູ່ຂ້າງໃນ, ໃນທີ່ສຸດ ພຣະວິນຍານບໍລິສຸດກໍຈະຢູ່ກັບເຈົ້າຫຼັງຈາກນັ້ນ, ເຈົ້າຈະສາມາດຮູ້ສຶກເຖິງການສະຖິດຂອງພຣະເຈົ້າ ເມື່ອເຈົ້າອະທິຖານ, ເຈົ້າຈະມີກຳລັງປະຕິບັດພຣະທຳຂອງພຣະເຈົ້າ ແລະ ໃນລະຫວ່າງການສາມັກຄີທຳກັບອ້າຍເອື້ອຍນ້ອງຂອງເຈົ້າ ເຈົ້າຈະບໍ່ມີຫຍັງປົກຄຸມສະຕິຂອງເຈົ້າ ແລະ ເຈົ້າຈະຮູ້ສຶກສະຫງົບສຸກ ແລະ ດ້ວຍວິທີນີ້ ເຈົ້າຈະສາມາດນໍາສິ່ງທີ່ເຈົ້າໄດ້ເຮັດໄປສູ່ແສງສະຫວ່າງ. ບໍ່ວ່າຄົນອື່ນຈະເວົ້າແນວໃດກໍຕາມ, ເຈົ້າຈະສາມາດມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິ, ເຈົ້າຈະບໍ່ຖືກຄົນອື່ນຈຳກັດ, ເຈົ້າຈະລຸກຂຶ້ນເໜືອທຸກສິ່ງ ແລະ ດ້ວຍສິ່ງນີ້ ເຈົ້າຈະສະແດງໃຫ້ເຫັນວ່າ ການທີ່ເຈົ້າປະຕິບັດພຣະທຳຂອງພຣະເຈົ້າ ແມ່ນມີປະສິດທິພາບແລ້ວ.
ຍິ່ງການຫຼໍ່ຫຼອມຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຫົວໃຈຂອງຜູ້ຄົນກໍສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ; ມີພຽງແຕ່ພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ຢູ່ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດລອງເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ.
ໃນລະຫວ່າງເວລາຊົ່ວຊີວິດຂອງເພິ່ນ, ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ຜ່ານປະສົບການຢ່າງທາລຸນຫຼາຍຄັ້ງ. ການຫຼໍ່ຫຼອມນີ້ກາຍເປັນພື້ນຖານຂອງຄວາມຮັກສູງສຸດທີ່ເພິ່ນມີໃຫ້ກັບພຣະເຈົ້າ ແລະ ເປັນປະສົບການທີ່ສຳຄັນທີ່ສຸດຕະຫຼອດທັງຊີວິດຂອງເພິ່ນ. ເຫດຜົນໜຶ່ງທີ່ເພິ່ນສາມາດມີຄວາມຮັກສູງສຸດໃຫ້ກັບພຣະເຈົ້າກໍຍ້ອນຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກພຣະເຈົ້າ; ເຖິງຢ່າງໃດກໍຕາມ ສໍາຄັນໄປກວ່ານັ້ນ ມັນແມ່ນຍ້ອນການຫຼໍ່ຫຼອມ ແລະ ການທົນທຸກທີ່ເພິ່ນໄດ້ປະສົບ. ການທົນທຸກນີ້ໄດ້ກາຍເປັນເຄື່ອງນໍາທາງໃນເສັ້ນທາງແຫ່ງການຮັກພຣະເຈົ້າ ແລະ ເປັນສິ່ງທີ່ໜ້າຈົດຈໍາທີ່ສຸດສຳລັບເພິ່ນ. ຖ້າຜູ້ຄົນບໍ່ໄດ້ປະສົບກັບຄວາມເຈັບປວດໃນການຫຼໍ່ຫຼອມ ໃນເວລາທີ່ຮັກພຣະເຈົ້າ, ແລ້ວຄວາມຮັກຂອງພວກເຂົາກໍຈະເຕັມໄປດ້ວຍຄວາມບໍ່ບໍລິສຸດ ແລະ ອີງຕາມຄວາມມັກຂອງພວກເຂົາເອງ; ຄວາມຮັກແບບນີ້ແມ່ນເຕັມໄປດ້ວຍແນວຄິດຂອງຊາຕານ ແລະ ໂດຍພື້ນຖານແລ້ວ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າເລີຍ. ການມີຄວາມຕັ້ງໃຈຮັກພຣະເຈົ້າບໍ່ຄືກັບການຮັກພຣະເຈົ້າແທ້ຈິງ. ເຖິງແມ່ນວ່າ ທຸກສິ່ງທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາແມ່ນເພື່ອເຫັນແກ່ການຮັກພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າ ຄວາມຄິດຂອງພວກເຂົາ ຄືກັບວ່າ ອຸທິດໃຫ້ກັບພຣະເຈົ້າທັງໝົດ ແລະ ປາສະຈາກຄວາມຄິດຕ່າງໆຂອງມະນຸດ, ແຕ່ເມື່ອຄວາມຄິດຂອງພວກເຂົາຖືກນໍາມາຢູ່ຕໍ່ໜ້າພຣະເຈົ້າ, ພຣະອົງກໍບໍ່ໄດ້ຍົກຍ້ອງ ຫຼື ໃຫ້ພອນຄວາມຄິດດັ່ງກ່າວນັ້ນ. ແມ່ນແຕ່ເມື່ອຜູ້ຄົນໄດ້ເຂົ້າໃຈຄວາມຈິງທັງໝົດ, ເມື່ອພວກເຂົາໄດ້ຮຽນຮູ້ຈັກຄວາມຈິງທັງໝົດ ນີ້ກໍບໍ່ສາມາດເວົ້າໄດ້ວ່າ ມັນເປັນເຄື່ອງໝາຍສະແດງໃຫ້ເຫັນເຖິງການຮັກພຣະເຈົ້າ, ມັນບໍ່ສາມາດເວົ້າໄດ້ວ່າ ຄົນເຫຼົ່ານີ້ຮັກພຣະເຈົ້າແທ້ຈິງ. ເຖິງແມ່ນຜູ້ຄົນຈະເຂົ້າໃຈຄວາມຈິງຫຼາຍຢ່າງໂດຍບໍ່ໄດ້ຜ່ານປະສົບການຫຼໍ່ຫຼອມກໍຕາມ, ພວກເຂົາກໍບໍ່ສາມາດນໍາຄວາມຈິງເຫຼົ່ານັ້ນເຂົ້າສູ່ການປະຕິບັດໄດ້; ມີພຽງໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຜູ້ຄົນຈຶ່ງສາມາດເຂົ້າໃຈເຖິງຄວາມໝາຍທີ່ແທ້ຈິງຂອງຄວາມຈິງເຫຼົ່ານີ້, ມີພຽງເມື່ອນັ້ນ ຜູ້ຄົນຈຶ່ງສາມາດເຫັນຄຸນຄ່າຄວາມໝາຍພາຍໃນຂອງພວກເຂົາຢ່າງແທ້ຈິງ. ໃນເວລານັ້ນ, ເມື່ອພວກເຂົາພະຍາຍາມອີກຄັ້ງ, ພວກເຂົາກໍຈະສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ; ໃນເວລານັ້ນ, ແນວຄິດມະນຸດຂອງພວກເຂົາກໍຈະມີໜ້ອຍລົງ, ຄວາມເສື່ອມຊາມຂອງມະນຸດຂອງພວກເຂົາໄດ້ຫຼຸດລົງ ແລະ ຄວາມຮູ້ສຶກແບບມະນຸດຂອງພວກເຂົາກໍຫຼຸດລົງ; ມີແຕ່ໃນເວລານັ້ນ ການປະຕິບັດຂອງພວກເຂົາຈຶ່ງຈະເປັນການສະແດງອອກເຖິງຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ. ຜົນຂອງຄວາມຈິງກ່ຽວກັບຄວາມຮັກທີ່ມີຕໍ່ພຣະເຈົ້າ ບໍ່ໄດ້ຖືກບັນລຸດ້ວຍຄວາມຮູ້ທີ່ເວົ້າອອກມາ ຫຼື ທາງດ້ານຄວາມຄິດ ຫຼື ມັນບໍ່ສາມາດບັນລຸໄດ້ໂດຍການເຂົ້າໃຈຄວາມຈິງດັ່ງກ່າວພຽງຢ່າງດຽວ. ມັນຮຽກຮ້ອງໃຫ້ຜູ້ຄົນຈ່າຍລາຄາ ແລະ ພວກເຂົາຕ້ອງປະສົບກັບຄວາມຂົມຂື່ນຫຼາຍຢ່າງໃນລະຫວ່າງການຫຼໍ່ຫຼອມ ແລະ ມີແຕ່ເມື່ອນັ້ນ ຄວາມຮັກຂອງພວກເຂົາຈຶ່ງຈະບໍລິສຸດ ແລະ ເປັນໄປຕາມໃຈຂອງພຣະເຈົ້າ. ໃນຄວາມຕ້ອງການໃຫ້ມະນຸດຮັກພຣະອົງ, ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດຮັກພຣະອົງໂດຍໃຊ້ຄວາມຫຼົງໄຫຼ ຫຼື ຄວາມປະສົງຂອງເຂົາເອງ; ມີພຽງຜ່ານຄວາມຊື່ສັດ ແລະ ການນໍາໃຊ້ຄວາມຈິງເພື່ອຮັບໃຊ້ພຣະອົງເທົ່ານັ້ນ ມະນຸດຈຶ່ງສາມາດຮັກພຣະອົງໄດ້ຢ່າງແທ້ຈິງ. ແຕ່ມະນຸດດຳລົງຊີວິດທ່າມກາງຄວາມເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໃຊ້ຄວາມຈິງ ແລະ ຄວາມຊື່ສັດເພື່ອຮັບໃຊ້ພຣະເຈົ້າໄດ້. ເຂົາຫຼົງໄຫຼພຣະເຈົ້າຫຼາຍເກີນໄປ ຫຼື ເຢັນຊາ ຫຼື ບໍ່ສົນໃຈເກີນໄປ, ເຂົາຮັກພຣະເຈົ້າຈົນເຖິງທີ່ສຸດ ຫຼື ກຽດຊັງພຣະອົງຈົນເຖິງທີ່ສຸດ. ຜູ້ຄົນທີ່ດຳລົງຊີວິດຢູ່ທ່າມກາງຄວາມເສື່ອມຊາມແມ່ນມັກຈະດຳລົງຊີວິດໃນລະຫວ່າງສອງສິ່ງນີ້ສະເໝີ, ດຳລົງຊີວິດໂດຍຄວາມປະສົງຂອງພວກເຂົາເອງຢູ່ສະເໝີ ແຕ່ເຊື່ອວ່າ ພວກເຂົາຖືກຕ້ອງ. ເຖິງແມ່ນວ່າ ເຮົາໄດ້ກ່າວສິ່ງນີ້ຄັ້ງແລ້ວຄັ້ງເລົ່າ, ຜູ້ຄົນກໍບໍ່ສາມາດຮັບເອົາມັນຢ່າງຈິງຈັງໄດ້, ພວກເຂົາບໍ່ສາມາດເຂົ້າໃຈເຖິງຄວາມສຳຄັນຂອງມັນແທ້ຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງດຳລົງຊີວິດທ່າມກາງຄວາມເຊື່ອທີ່ຫຼອກລວງຕົນເອງ, ຢູ່ໃນຄວາມຮັກທີ່ລວງຕາສໍາລັບພຣະເຈົ້າໂດຍເພິ່ງພາຄວາມດື້ດ້ານຂອງພວກເຂົາ. ຕະລອດທັງປະຫວັດສາດ, ເມື່ອມະນຸດຊາດໄດ້ພັດທະນາ ແລະ ຍຸກຕ່າງໆໄດ້ຜ່ານໄປ, ຄວາມຕ້ອງການທີ່ພຣະເຈົ້າມີຕໍ່ມະນຸດຍິ່ງສູງຂຶ້ນກວ່າເກົ່າ ແລະ ພຣະອົງຮຽກຮ້ອງໃຫ້ມະນຸດເດັດຂາດຕໍ່ພຣະອົງກໍເພີ່ມຂຶ້ນ. ແຕ່ຄວາມຮູ້ຂອງມະນຸດພັດຍິ່ງກາຍເປັນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນນາມມະທໍາຍິ່ງຂຶ້ນເລື້ອຍໆ ແລະ ສິ່ງທີ່ຕາມມາກໍຄືຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກາຍເປັນສິ່ງທີ່ບໍ່ບໍລິສຸດຫຼາຍຂຶ້ນເລື້ອຍໆ. ສະພາວະຂອງມະນຸດ ແລະ ທຸກສິ່ງທີ່ເຂົາເຮັດບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ຍ້ອນມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມຫຼາຍຂຶ້ນກວ່າເກົ່າ. ສິ່ງນີ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມລອດພົ້ນຫຼາຍຂຶ້ນ ແລະ ຍິ່ງໃຫຍ່ຂຶ້ນ. ມະນຸດຕ້ອງການຄວາມຮຽກຮ້ອງຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍຍິ່ງລົດນ້ອຍຖອຍລົງເລື້ອຍໆ. ຜູ້ຄົນດຳລົງຊີວິດຢູ່ໃນຄວາມບໍ່ເຊື່ອຟັງ, ປາສະຈາກຄວາມຈິງ ແລະ ດຳລົງຊີວິດຢູ່ໂດຍປາສະຈາກຄວາມເປັນມະນຸດ; ບໍ່ແມ່ນແຕ່ພວກເຂົາບໍ່ມີຄວາມຮັກໃຫ້ກັບພຣະເຈົ້າແມ່ນແຕ່ໜ້ອຍດຽວເທົ່ານັ້ນ, ແຕ່ພວກເຂົາຍັງເຕັມໄປດ້ວຍຄວາມບໍ່ເຊື່ອຟັງ ແລະ ການຕໍ່ຕ້ານ. ເຖິງແມ່ນວ່າ ພວກເຂົາຄິດວ່າພວກເຂົາມີຄວາມຮັກຫຼາຍທີ່ສຸດໃຫ້ກັບພຣະເຈົ້າ ທີ່ພວກເຂົາບໍ່ສາມາດຕອບສະໜອງໃຫ້ກັບພຣະອົງໄດ້ຫຼາຍກວ່ານີ້ອີກແລ້ວ, ພຣະເຈົ້າກໍບໍ່ໄດ້ເຊື່ອວ່າເປັນເຊັ່ນນັ້ນ. ມັນຊັດເຈນທີ່ສຸດສໍາລັບພຣະອົງແລ້ວວ່າ ຄວາມຮັກທີ່ມະນຸດມີໃຫ້ກັບພຣະອົງນັ້ນມີມົນທິນຫຼາຍສໍ່າໃດ ແລະ ພຣະອົງບໍ່ເຄີຍປ່ຽນແປງຄວາມເຫັນຂອງພຣະອົງກ່ຽວກັບມະນຸດ ຍ້ອນການເອົາໃຈຂອງມະນຸດຈັກເທື່ອ ຫຼື ບໍ່ເຄີຍຕອບແທນຄວາມປາຖະໜາດີຂອງມະນຸດ ຍ້ອນການອຸທິດຂອງເຂົາ. ບໍ່ຄືກັບມະນຸດ, ພຣະເຈົ້າສາມາດແຍກແຍະໄດ້ ນັ້ນກໍຄື ພຣະອົງຮູ້ຈັກວ່າ ໃຜທີ່ຮັກພຣະອົງຢ່າງແທ້ຈິງ ແລະ ໃຜທີ່ບໍ່ໄດ້ຮັກ ແລະ ແທນທີ່ຈະຖືກຄອບງຳດ້ວຍຄວາມຈິງໃຈ ແລະ ສູນເສຍຕົວພຣະອົງ ຍ້ອນແຮງບັນດານໃຈພຽງຊົ່ວຄາວຂອງມະນຸດ, ພຣະອົງປະຕິບັດຕໍ່ມະນຸດຕາມແກ່ນແທ້ ແລະ ການປະພຶດຂອງມະນຸດ. ໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ ແລະ ພຣະອົງມີກຽດສັກສີຂອງພຣະອົງ ແລະ ມີຄວາມເຂົ້າໃຈຂອງພຣະອົງ; ໃນທີ່ສຸດ ມະນຸດກໍເປັນມະນຸດ ແລະ ຫົວຂອງພຣະເຈົ້າຈະບໍ່ຫັນໂດຍຄວາມຮັກຂອງມະນຸດທີ່ບໍ່ສອດຄ່ອງກັບຄວາມຈິງ. ກົງກັນຂ້າມ, ພຣະອົງປະຕິບັດຕໍ່ທຸກສິ່ງທີ່ມະນຸດເຮັດຢ່າງເໝາະສົມ.
ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ.