ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ

ທາດແທ້ຂອງຄວາມເຊື່ອໃນພຣະເຈົ້າຂອງຄົນສ່ວນໃຫຍ່ແມ່ນຄວາມເຊື່ອໃນສາສະໜາ ນັ້ນກໍຄື ພວກເຂົາບໍ່ສາມາດຮັກພຣະເຈົ້າໄດ້ ແລະ ພຽງແຕ່ສາມາດຕິດຕາມພຣະເຈົ້າຄືກັບຫຸ່ນຍົນ ໂດຍບໍ່ສາມາດສະແຫວງຫາພຣະເຈົ້າ ຫຼື ເຄົາລົບພຣະອົງໄດ້. ພວກເຂົາພຽງແຕ່ຕິດຕາມພຣະອົງຢ່າງງຽບໆ. ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ມີໜ້ອຍຄົນທີ່ຮັກພຣະເຈົ້າ; ພວກເຂົາພຽງແຕ່ “ບູຊາ” ພຣະເຈົ້າຍ້ອນພວກເຂົາຢ້ານໄພພິບັດ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍ “ນັບຖື” ພຣະເຈົ້າຍ້ອນພຣະອົງສູງສົ່ງ ແລະ ມີລິດທານຸພາບສູງສຸດ, ແຕ່ໃນການບູຊາ ແລະ ຄວາມນັບຖືຂອງພວກເຂົານັ້ນບໍ່ມີຄວາມຮັກ ຫຼື ຄວາມປາຖະໜາຢ່າງແທ້ຈິງເລີຍ. ໃນປະສົບການຂອງພວກເຂົາ, ພວກເຂົາສະແຫວງຫາຂໍ້ມູນເລັກນ້ອຍຂອງູຄວາມຈິງ ຫຼື ບໍ່ກໍເປັນສິ່ງເລິກລັບທີ່ບໍ່ສຳຄັນ. ຄົນສ່ວນໃຫຍ່ພຽງແຕ່ຕິດຕາມເທົ່ານັ້ນ, ພວກເຂົາຕຶກປາໃນນໍ້າຂຸ່ນພຽງແຕ່ເພື່ອໄດ້ຮັບການອວຍພອນ; ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພວກເຂົາບໍ່ເຊື່ອຟັງພຣະເຈົ້າເພື່ອຮັບເອົາການອວຍພອນຂອງພຣະອົງຢ່າງແທ້ຈິງ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງທຸກຄົນບໍ່ມີຄວາມໝາຍເລີຍ, ມັນປາສະຈາກຄຸນຄ່າ ແລະ ໃນນັ້ນກໍມີແຕ່ຂໍ້ພິຈາລະນາ ແລະ ການສະແຫວງຫາສ່ວນຕົວ; ພວກເຂົາບໍ່ເຊື່ອໃນພຣະເຈົ້າເພື່ອຮັກພຣະເຈົ້າ ແຕ່ເພື່ອເຫັນແກ່ການໄດ້ຮັບພອນ. ຫຼາຍຄົນປະຕິບັດຕົວຕາມທີ່ພວກເຂົາພໍໃຈ, ພວກເຂົາເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະ ບໍ່ເຄີຍພິຈາລະນາເຖິງຜົນປະໂຫຍດຂອງພຣະເຈົ້າເລີຍ ຫຼື ສິ່ງທີ່ພວກເຂົາເຮັດນັ້ນສອດຄ່ອງກັບຄວາມປາຖະໜາຂອງພຣະເຈົ້າ ຫຼື ບໍ. ຄົນດັ່ງກ່າວຍິ່ງບໍ່ສາມາດບັນລຸຄວາມເຊື່ອທີ່ແທ້ຈິງ ຢ່າວ່າແຕ່ຄວາມຮັກທີ່ມີຕໍ່ພຣະເຈົ້າເລີຍ. ທາດແທ້ຂອງພຣະເຈົ້າບໍ່ໄດ້ມີພຽງແຕ່ໃຫ້ມະນຸດເຊື່ອເທົ່ານັ້ນ, ຍິ່ງໄປກວ່ານັ້ນ ມັນເປັນສິ່ງທີ່ມີໃຫ້ມະນຸດຮັກ. ແຕ່ຫຼາຍຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດຄົ້ນພົບ “ຄວາມລັບ” ນີ້. ຜູ້ຄົນບໍ່ກ້າຮັກພຣະເຈົ້າ ຫຼື ພວກເຂົາບໍ່ພະຍາຍາມທີ່ຈະຮັກພຣະອົງ. ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ, ພວກເຂົາບໍ່ເຄີຍຄົ້ນພົບຈັກເທື່ອວ່າ ພຣະເຈົ້າເປັນພຣະເຈົ້າທີ່ຮັກມະນຸດ ແລະ ພຣະອົງເປັນພຣະເຈົ້າທີ່ມີໃຫ້ມະນຸດຮັກ. ຄວາມເປັນຕາຮັກຂອງພຣະເຈົ້າຖືກສະແດງອອກໃນພາລະກິດຂອງພຣະອົງ ນັ້ນກໍຄື ມີພຽງແຕ່ ເມື່ອພວກເຂົາມີປະສົບການກັບພາລະກິດຂອງພຣະອົງ ຜູ້ຄົນຈຶ່ງສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະອົງໄດ້, ມີພຽງແຕ່ໃນປະສົບການຕາມຄວາມຈິງຂອງພວກເຂົາເທົ່ານັ້ນ ພວກເຂົາຈຶ່ງສາມາດເຂົ້າໃຈເຖິງຄວາມເປັນຕາຮັກຂອງພຣະເຈົ້າໄດ້ ແລະ ຫາກປາສະຈາກການເຝົ້າເບິ່ງໃນຊີວິດທີ່ເປັນຈິງ ບໍ່ມີໃຜສາມາດຄົ້ນພົບຄວາມເປັນຕາຮັກຂອງພຣະເຈົ້າໄດ້. ມີຫຼາຍສິ່ງທີ່ເປັນຕາຮັກກ່ຽວກັບພຣະເຈົ້າ ແຕ່ຫາກປາສະຈາກການມີສ່ວນຮ່ວມກັບພຣະເຈົ້າຢ່າງແທ້ຈິງ ຜູ້ຄົນບໍ່ສາມາດຄົ້ນພົບສິ່ງນັ້ນໄດ້. ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ກາຍມາເປັນມະນຸດ ຜູ້ຄົນກໍຈະບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ແລະ ຖ້າພວກເຂົາບໍ່ສາມາດມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງໄດ້ ພວກເຂົາກໍຈະບໍ່ສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ເຊັ່ນກັນ ແລະ ດ້ວຍເຫດນັ້ນ ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຈະເປິເປື້ອນໄປດ້ວຍຄວາມເທັດ ແລະ ຈິນຕະນາການຫຼາຍຢ່າງ. ຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງສະຫວັນບໍ່ເປັນຈິງເທົ່າຄວາມຮັກຕໍ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ຍ້ອນຄວາມຮູ້ຂອງຜູ້ຄົນກ່ຽວກັບພຣະເຈົ້າທີ່ຢູ່ໃນສະຫວັນແມ່ນສ້າງຂຶ້ນຈາກຈິນຕະນາການຂອງພວກເຂົາ ແທນທີ່ຈະສ້າງຂຶ້ນຈາກສິ່ງພວກເຂົາເຫັນດ້ວຍຕາຂອງຕົນເອງ ແລະ ສິ່ງທີ່ພວກເຂົາມີປະສົບການດ້ວຍຕົວເອງ. ເມື່ອພຣະເຈົ້າລົງມາເທິງແຜ່ນດິນໂລກ, ຜູ້ຄົນສາມາດເຫັນການກະທຳຢ່າງແທ້ຈິງຂອງພຣະອົງ ແລະ ຄວາມເປັນຕາຮັກຂອງພຣະອົງ ແລະ ພວກເຂົາສາມາດເຫັນທຸກສິ່ງທີ່ມາຈາກອຸປະນິໄສຈິງ ແລະ ປົກກະຕິຂອງພຣະອົງ, ເຊິ່ງທຸກສິ່ງແມ່ນມີຄວາມເປັນຈິງຫຼາຍກວ່າຄວາມຮູ້ກ່ຽວກັບພຣະເຈົ້າໃນສະຫວັນເປັນພັນໆເທົ່າ. ບໍ່ວ່າມະນຸດຈະຮັກພຣະເຈົ້າທີ່ຢູ່ໃນສະຫວັນຫຼາຍສໍ່າໃດ ກໍບໍ່ມີຄວາມຈິງກ່ຽວກັບຄວາມຮັກນີ້ ແລະ ມັນເຕັມໄປດ້ວຍແນວຄິດຂອງມະນຸດ. ບໍ່ວ່າຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າເທິງແຜ່ນດິນໂລກນັ້ນມີໜ້ອຍສໍ່າໃດ ຄວາມຮັກນີ້ແມ່ນເປັນຈິງ; ເຖິງແມ່ນຈະມີພຽງເລັກນ້ອຍ ແຕ່ມັນກໍຍັງເປັນຈິງ. ພຣະເຈົ້າເຮັດໃຫ້ຜູ້ຄົນຮູ້ຈັກພຣະອົງຜ່ານພາລະກິດທີ່ແທ້ຈິງຂອງພຣະອົງ ແລະ ຜ່ານຄວາມຮູ້ນີ້ ພຣະອົງໄດ້ຮັບຄວາມຮັກຈາກພວກເຂົາ. ຄືກັບເປໂຕ ຖ້າເພິ່ນບໍ່ດຳລົງຊີວິດກັບພຣະເຢຊູ, ມັນກໍຈະເປັນໄປບໍ່ໄດ້ທີ່ເພິ່ນຈະເຄົາລົບພຣະເຢຊູ. ສະນັ້ນ ຄວາມຊື່ສັດທີ່ເພິ່ນມີຕໍ່ພຣະເຢຊູແມ່ນຖືກສ້າງຂຶ້ນບົນຄວາມມີສ່ວນຮ່ວມກັບພຣະເຢຊູເຊັ່ນດຽວກັນ. ເພື່ອເຮັດໃຫ້ມະນຸດຮັກພຣະອົງ ພຣະເຈົ້າໄດ້ລົງມາທ່າມກາງມະນຸດ ແລະ ດຳລົງຊີວິດຮ່ວມກັບມະນຸດ ແລະ ທຸກສິ່ງທີ່ພຣະອົງເຮັດໃຫ້ມະນຸດເຫັນ ແລະ ສຳພັດ ແມ່ນຄວາມເປັນຈິງຂອງພຣະເຈົ້າ.

ພຣະເຈົ້ານໍາໃຊ້ຄວາມເປັນຈິງ ແລະ ການມາເຖິງຂອງຄວາມຈິງເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳຂອງພຣະເຈົ້າສໍາເລັດສ່ວນໜຶ່ງຂອງການເຮັດໃຫ້ຜູ້ຄົນສົມບູນ ແລະ ນີ້ແມ່ນພາລະກິດແຫ່ງການນໍາພາ ແລະ ການເປີດຫົນທາງ. ໝາຍຄວາມວ່າ ໃນພຣະທຳຂອງພຣະເຈົ້າ ເຈົ້າຕ້ອງພົບເສັ້ນທາງສູ່ການປະຕິບັດ ແລະ ຕ້ອງພົບຄວາມຮູ້ກ່ຽວກັບນິມິດ. ໂດຍການເຂົ້າໃຈສິ່ງເຫຼົ່ານີ້ ມະນຸດຈະມີເສັ້ນທາງ ແລະ ນິມິດເມື່ອພວກເຂົາປະຕິບັດຕົວຈິງ ແລະ ຈະສາມາດເຮັດໃຫ້ສະຫວ່າງຜ່ານພຣະທຳຂອງພຣະເຈົ້າ, ພວກເຂົາຈະສາມາດເຂົ້າໃຈວ່າ ສິ່ງເຫຼົ່ານີ້ມາຈາກພຣະເຈົ້າ ແລະ ສາມາດສັງເກດເຫັນຫຼາຍສິ່ງຫຼາຍຢ່າງ. ຫຼັງຈາກການເຂົ້າໃຈແລ້ວ ພວກເຂົາຕ້ອງເຂົ້າສູ່ຄວາມເປັນຈິງນີ້ທັນທີ ແລະ ຕ້ອງນໍາໃຊ້ພຣະທຳຂອງພຣະເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນຊີວິດຄວາມເປັນຈິງຂອງພວກເຂົາ. ພຣະເຈົ້າຈະນໍາພາເຈົ້າທຸກສິ່ງ ແລະ ຈະມອບເສັ້ນທາງສູ່ການປະຕິບັດໃຫ້ກັບພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ ແລະ ເຮັດໃຫ້ພວກເຈົ້າເຫັນວ່າ ທຸກບາດກ້າວໃນການດໍາເນີນພາລະກິດຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ພວກເຈົ້າສົມບູນ. ຖ້າພວກເຈົ້າປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ ຖ້າເຈົ້າປາຖະໜາທີ່ຈະມີປະສົບການກັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຈົ້າກໍຕ້ອງລົງເລິກສູ່ຄວາມເປັນຈິງ, ເຈົ້າຕ້ອງລົງເລິກສູ່ຊີວິດທີ່ແທ້ຈິງ ແລະ ເຫັນວ່າທຸກສິ່ງທີ່ພຣະອົງປະຕິບັດນັ້ນແມ່ນຄວາມຮັກ ແລະ ຄວາມລອດພົ້ນ ແລະ ດ້ວຍເຫດນັ້ນ ຜູ້ຄົນຈະປະຖິ້ມສິ່ງທີ່ບໍ່ເປັນມົນທິນ ແລະ ເພື່ອຫຼໍ່ຫຼອມສິ່ງທີ່ຢູ່ພາຍໃນພວກເຂົາເຊິ່ງບໍ່ສາມາດເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະເຈົ້າໄດ້. ພຣະເຈົ້ານໍາໃຊ້ພຣະທຳເພື່ອຈັດກຽມໃຫ້ກັບມະນຸດ ໃນຂະນະທີ່ສ້າງສະພາບແວດລ້ອມໃນຊີວິດທີ່ເປັນຈິງເຊັ່ນກັນ ເພື່ອເຮັດໃຫ້ຜູ້ຄົນມີປະສົບການ ແລະ ຖ້າຜູ້ຄົນກິນ ແລະ ດື່ມພຣະທຳຂອງພຣະເຈົ້າຫຼາຍຂໍ້ ແລ້ວເມື່ອພວກເຂົາໄດ້ນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດຕົວຈິງ, ພວກເຂົາສາມາດແກ້ໄຂອຸປະສັກທຸກຢ່າງທີ່ຢູ່ໃນຊີວິດຂອງພວກເຂົາໄດ້ ໂດຍໃຊ້ພຣະທຳຫຼາຍຂໍ້ຂອງພຣະເຈົ້າ. ໝາຍຄວາມວ່າ ເຈົ້າຕ້ອງມີພຣະທຳຂອງພຣະເຈົ້າເພື່ອທີ່ຈະລົງເລິກສູ່ຄວາມເປັນຈິງ; ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ປາສະຈາກພາລະກິດຂອງພຣະເຈົ້າ ແລ້ວເຈົ້າກໍຈະບໍ່ມີເສັ້ນທາງໃນຊີວິດທີ່ແທ້ຈິງ. ຖ້າເຈົ້າບໍ່ເຄີຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າກໍຈະສັບສົນເມື່ອມີບາງສິ່ງເກີດຂຶ້ນກັບເຈົ້າ. ເຈົ້າພຽງແຕ່ຮູ້ຈັກວ່າ ເຈົ້າຄວນຮັກພຣະເຈົ້າ ແຕ່ເຈົ້າບໍ່ສາມາດຈຳແນກຄວາມແຕກຕ່າງຫຍັງເລີຍ ແລະ ບໍ່ມີເສັ້ນທາງສູ່ການປະຕິບັດ; ເຈົ້າສັບສົນ ແລະ ວຸ້ນວາຍ ແລະ ບາງເທື່ອ ເຈົ້າຍິ່ງເຊື່ອວ່າ ການເຮັດໃຫ້ເນື້ອໜັງພໍໃຈນັ້ນ ເຈົ້າກຳລັງເຮັດໃຫ້ພຣະເຈົ້າພໍໃຈ, ທຸກສິ່ງເປັນຜົນຕາມມາຂອງການບໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ໝາຍຄວາມວ່າ ຖ້າເຈົ້າປາສະຈາກຄວາມຊ່ວຍເຫຼືອຈາກພຣະທຳຂອງພຣະເຈົ້າ ແລະ ງົມຫາພາຍໃນຄວາມເປັນຈິງ ແລ້ວເຈົ້າກໍບໍ່ສາມາດພົບເສັ້ນທາງສູ່ການປະຕິບັດຢ່າງແທ້ຈິງ. ຜູ້ຄົນປະເພດນີ້ບໍ່ເຂົ້າໃຈວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າຫຍັງກັນແທ້ ຢ່າວ່າແຕ່ພວກເຂົາເຂົ້າໃຈວ່າ ການຮັກພຣະເຈົ້າໝາຍຄວາມວ່າຫຍັງເລີຍ. ຖ້າເຈົ້າອະທິຖານ, ຄົ້ນຫາ ແລະ ສະແຫວງຫາເລື້ອຍໆໂດຍນໍາໃຊ້ແສງສະຫວ່າງ ແລະ ການນໍາພາແຫ່ງພຣະທຳຂອງພຣະເຈົ້າ, ແລ້ວເມື່ອເຈົ້າຄົ້ນພົບສິ່ງນັ້ນ ເຈົ້າກໍຄວນນໍາສິ່ງທີ່ເຈົ້າຄົ້ນພົບນັ້ນເຂົ້າສູ່ການປະຕິບັດຕົວຈິງ, ຊອກຫາໂອກາດສຳລັບພາລະກິດຂອງພຣະວິນຍານບໍລິສຸດ, ຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ ແລະ ບໍ່ສັບສົນ ແລະ ວຸ້ນວາຍ, ແລ້ວເຈົ້າກໍຈະມີເສັ້ນທາງໃນຊີວິດ ແລະ ຈະເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ. ເມື່ອເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ກໍຈະເກີດມີການນຳພາຂອງພຣະເຈົ້າພາຍໃນຕົວເຈົ້າ ແລະ ເຈົ້າຈະໄດ້ຮັບການອວຍພອນເປັນພິເສດຈາກພຣະເຈົ້າ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກມີຄວາມສຸກ ນັ້ນກໍຄື ເຈົ້າຈະຮູ້ສຶກມີກຽດເປັນພິເສດທີ່ເຈົ້າເຮັດໃຫ້ພຣະເຈົ້າພໍໃຈ, ເຈົ້າຈະຮູ້ສຶກເບີກບານຢູ່ພາຍໃນ ແລະ ໃນຫົວໃຈຂອງເຈົ້າ ເຈົ້າຈະຊັດເຈນ ແລະ ສະຫງົບສຸກ, ຄວາມສຳນຶກຂອງເຈົ້າຈະໄດ້ຮັບການປອບໃຈ ແລະ ປາສະຈາກຄຳກ່າວຫາໃດໆ ແລະ ເຈົ້າຈະຮູ້ສຶກສະບາຍໃຈໃນຂ້າງໃນເມື່ອເວລາທີ່ເຈົ້າເຫັນອ້າຍເອື້ອຍນ້ອງຂອງເຈົ້າ. ນີ້ຄືຄວາມໝາຍຂອງການຮັບຄວາມຮັກຈາກພຣະເຈົ້າ ແລະ ມີພຽງແຕ່ສິ່ງນີ້ເທົ່ານັ້ນຄືການຮັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນທີ່ຮັບເອົາຄວາມຮັກຂອງພຣະເຈົ້າແມ່ນໄດ້ຮັບປະສົບການ ນັ້ນກໍຄື ໄດ້ພະເຊີນກັບຄວາມລຳບາກ ແລະ ມີປະສົບການກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ, ພວກເຂົາຈຶ່ງໄດ້ຮັບການອວຍພອນຈາກພຣະເຈົ້າ. ຖ້າເຈົ້າພຽງແຕ່ກ່າວວ່າ ພຣະເຈົ້າຮັກເຈົ້າຢ່າງແທ້ຈິງ, ພຣະເຈົ້າໄດ້ຈ່າຍດ້ວຍລາຄາທີ່ໃຫຍ່ຫຼວງໃຫ້ກັບຜູ້ຄົນ, ພຣະອົງໄດ້ກ່າວພຣະທຳຫຼາຍຂໍ້ຢ່າງອົດທົນ ແລະ ຈິງໃຈ ແລະ ຊ່ວຍຜູ້ຄົນໃຫ້ລອດພົ້ນຢູ່ສະເໝີ, ການທີ່ເຈົ້າເວົ້າເຖິງພຣະທຳເຫຼົ່ານີ້ກໍເປັນພຽງດ້ານໜຶ່ງໃນການຮັບເອົາພຣະເຈົ້າ. ແຕ່ການຮັບທີ່ຍິ່ງໃຫຍ່ກວ່ານັ້ນ ນັ້ນກໍຄື ການຮັບທີ່ແທ້ຈິງແມ່ນເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດຈິງຂອງພວກເຂົາ, ຫຼັງຈາກນັ້ນ ພວກເຂົາກໍຈະສະຫງົບສຸກ ແລະ ຊັດເຈນໃນຫົວໃຈຂອງພວກເຂົາ, ພວກເຂົາຈະຮູ້ສຶກຊື່ນຊົມ ແລະ ຈະຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ. ເຈົ້າຈະຮູ້ສຶກວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນຄຸ້ມຄ່າຫຼາຍ. ເມື່ອໄດ້ອົດທົນຢ່າງໃຫຍ່ຫຼວງໃນຄວາມພະຍາຍາມຂອງເຈົ້າ ເຈົ້າຈະເບີກບານເປັນພິເສດໃນຂ້າງໃນ ນັ້ນກໍຄື ເຈົ້າຈະຮູ້ສຶກວ່າ ເຈົ້າກຳລັງໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຂົ້າໃຈວ່າ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງຄວາມລອດພົ້ນໃນຜູ້ຄົນ, ການຫຼໍ່ຫຼອມຜູ້ຄົນຂອງພຣະເຈົ້າກໍແມ່ນເພື່ອເຮັດໃຫ້ພວກເຂົາບໍລິສຸດ ແລະ ພຣະເຈົ້າທົດລອງຜູ້ຄົນເພື່ອທົດສອບວ່າ ພວກເຂົາຮັກພຣະອົງຢ່າງແທ້ຈິງ ຫຼື ບໍ. ຖ້າເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງເປັນປະຈຳ ແລ້ວເຈົ້າກໍຈະພັດທະນາຄວາມຮູ້ທີ່ຊັດເຈນເທື່ອລະໜ້ອຍກ່ຽວກັບພາລະກິດສ່ວນຫຼາຍຂອງພຣະເຈົ້າ ແລະ ໃນເວລານັ້ນ ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ພຣະທຳຂອງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າໃສຄືກັບແກ້ວຜະລຶກ. ຖ້າເຈົ້າສາມາດເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຊັດເຈນ ເຈົ້າຈະຮູ້ສຶກວ່າ ບັນຫາທຸກຢ່າງແມ່ນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດ, ເຈົ້າສາມາດເອົາຊະນະບັນຫານີ້ໄດ້ ແລະ ເອົາຊະນະການທົດລອງນັ້ນໄດ້ ແລະ ເຈົ້າຈະບໍ່ເຫັນຫຍັງເປັນບັນຫາສຳລັບເຈົ້າເລີຍ ເຊິ່ງຈະເຮັດໃຫ້ເຈົ້າຮູ້ສຶກເປັນອິດສະລະ ແລະ ຖືກປົດປ່ອຍ. ໃນຊ່ວງເວລານີ້ ເຈົ້າຈະຮັບຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກທີ່ແທ້ຈິງຂອງພຣະເຈົ້າກໍຈະມາຫາເຈົ້າ. ພຣະເຈົ້າອວຍພອນຄົນທີ່ມີນິມິດ, ຄົນທີ່ມີຄວາມຈິງ, ຄົນທີ່ມີຄວາມຮູ້ ແລະ ຄົນທີ່ຮັກພຣະອົງຢ່າງແທ້ຈິງ. ຖ້າຜູ້ຄົນປາຖະໜາທີ່ຈະເຫັນຄວາມຮັກຂອງພຣະເຈົ້າ, ພວກເຂົາຕ້ອງນໍາຄວາມຈິງເຂົ້າສູ່ການປະຕິບັດໃນຊີວິດທີ່ແທ້ຈິງ, ພວກເຂົາຕ້ອງເຕັມໃຈທີ່ຈະອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ເຖິງແມ່ນວ່າຈະມີນໍ້າຕາໃນດວງຕາຂອງພວກເຂົາ ພວກເຂົາຍັງຕ້ອງສາມາດເປັນທີ່ພໍໃຈໃນຫົວໃຈຂອງພຣະເຈົ້າໄດ້. ດ້ວຍວິທີນີ້ ພຣະເຈົ້າຈະອວຍພອນເຈົ້າຢ່າງແນ່ນອນ ແລະ ຖ້າເຈົ້າອົດທົນຕໍ່ຄວາມລໍາບາກແບບນີ້, ພາລະກິດຂອງພຣະວິນຍານບໍລິສຸດກໍຈະຕາມມາ. ຜ່ານຊີວິດທີ່ແທ້ຈິງ ແລະ ຜ່ານການມີປະສົບການກັບພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດເຫັນຄວາມເປັນຕາຮັກຂອງພຣະເຈົ້າ ແລະ ພຽງແຕ່ເມື່ອພວກເຂົາໄດ້ຊີມລົດຊາດແຫ່ງຄວາມຮັກຂອງພຣະເຈົ້າ ພວກເຂົາຈຶ່ງຈະຮັກພຣະອົງຢ່າງແທ້ຈິງ.

ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບການອວຍພອນຈາກພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ພຣະອົງບໍ່ສົມຄວນແກ່ຄວາມຮັກຂອງຜູ້ຄົນຍ້ອນເຫດຜົນທີ່ຫຼາຍກວ່າການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳພັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊິວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈຄວາມປາຖະໜາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ແທ້ໆ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ ແລະ ແທ້ໆ, ພຣະອົງສາມາດຍ່າງທ່າມກາງມະນຸດໄດ້, ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ສາມາດຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜື່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.

ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ພວກເຂົາຍັງບໍ່ໄດ້ມີປະສົບການເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ພຣະອົງນໍາພາເຈົ້າໃນແຕ່ລະມື້, ເຈົ້າກິນ ແລະ ດື່ມພຣະທຳຂອງພຣະອົງໃນແຕ່ລະມື້ ແລະ ເຈົ້າອະທິຖານຫາພຣະເຈົ້າໃນແຕ່ລະມື້ ແລະ ດ້ວຍເຫດນັ້ນ ພຣະອົງໄດ້ກາຍມາເປັນຊີວິດຂອງເຈົ້າແລ້ວ. ຄວາມຮູ້ຂອງຄົນທີ່ເວົ້າສິ່ງນີ້ແມ່ນຕື້ນຫຼາຍ. ຫຼາຍຄົນແມ່ນບໍ່ມີພື້ນຖານ; ພຣະທຳຂອງພຣະເຈົ້າຖືກປູກຝັງພາຍໃນພວກເຂົາ ແຕ່ພວກເຂົາຍັງບໍ່ທັນແຕກໜໍ່ເທື່ອ ຢ່າວ່າແຕ່ພວກເຂົາຈະເກີດໝາກຜົນເລີຍ. ໃນປັດຈຸບັນ ເຈົ້າໄດ້ມີປະສົບການຮອດຂັ້ນໃດແລ້ວ? ມີພຽງແຕ່ໃນປັດຈຸບັນນີ້ ຫຼັງຈາກທີ່ພຣະອົງໄດ້ບັງຄັບໃຫ້ເຈົ້າມາໄກສໍ່ານີ້ ເຈົ້າຈຶ່ງຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້. ມື້ໜຶ່ງ ເມື່ອເຈົ້າມີປະສົບການໃນລະດັບໃດໜຶ່ງ ຖ້າພຣະເຈົ້າຕ້ອງເຮັດໃຫ້ເຈົ້າອອກຈາກພຣະອົງ ເຈົ້າກໍຈະບໍ່ສາມາດເຮັດໄດ້. ເຈົ້າຈະຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດມີຊີວິດຢູ່ຫາກປາສະຈາກພຣະເຈົ້າຢູ່ຂ້າງໃນເຈົ້າ; ເຈົ້າສາມາດມີຊີວິດໂດຍປາສະຈາກສາມີ, ພັນລະຍາ ຫື ລູກໆ ຫຼື ປາສະຈາກຄອບຄົວ, ປາສະຈາກມານດາ ຫຼື ບິດາ, ປາສະຈາກຄວາມສຸກທາງເນື້ອໜັງ ແຕ່ເຈົ້າບໍ່ສາມາດມີຊີວິດໂດຍປາສະຈາກພຣະເຈົ້າໄດ້. ການປາສະຈາກພຣະເຈົ້າກໍເປັນຄືກັບການສູນເສຍຊີວິດຂອງເຈົ້າ, ເຈົ້າຈະບໍ່ສາມາດມີຊີວິດຢູ່ ຫາກປາສະຈາກພຣະເຈົ້າ. ເມື່ອເຈົ້າໄດ້ມີປະສົບການຈົນຮອດຈຸດນີ້ແລ້ວ ເຈົ້າກໍຈະສຳເລັດໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ ແລະ ດ້ວຍວິທີນີ້ ພຣະເຈົ້າກໍຈະກາຍມາເປັນຊີວິດຂອງເຈົ້າ, ພຣະອົງຈະກາຍມາເປັນພື້ນຖານຂອງການເປັນຢູ່ຂອງເຈົ້າ ແລະ ເຈົ້າຈະບໍ່ສາມາດອອກຈາກພຣະເຈົ້າໄດ້ອີກຈັກເທື່ອ. ເມື່ອເຈົ້າມີປະສົບການຈົນຮອດຂັ້ນນີ້ ເຈົ້າຈະໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະໃກ້ຊິດກັນຫຼາຍ, ພຣະເຈົ້າຈະເປັນຊີວິດຂອງເຈົ້າ, ຄວາມຮັກຂອງເຈົ້າ ແລະ ໃນເວລານັ້ນ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ “ໂອ ພຣະເຈົ້າ! ຂ້ານ້ອຍບໍ່ສາມາດອອກຈາກພຣະອົງໄດ້, ພຣະອົງຄືຊີວິດຂອງຂ້ານ້ອຍ, ຂ້ານ້ອຍສາມາດໄປໂດຍປາສະຈາກສິ່ງອື່ນ ແຕ່ຫາກປາສະຈາກພຣະອົງ ຂ້ານ້ອຍບໍ່ສາມາດມີຊີວິດຢູ່ຕໍ່ໄປໄດ້”. ນີ້ຄືວຸດທິພາວະທີ່ແທ້ຈິງຂອງຜູ້ຄົນ; ມັນຄືຊີວິດທີ່ແທ້ຈິງ. ບາງຄົນຖືກບັງຄັບໃຫ້ມາໄກຈົນຮອດບ່ອນທີ່ພວກເຂົາຢູ່ໃນປັດຈຸບັນ ນັ້ນກໍຄື ພວກເຂົາຕ້ອງຍ່າງໄປຂ້າງໜ້າບໍ່ວ່າພວກເຂົາຕ້ອງການ ຫຼື ບໍ ແລະ ພວກເຂົາຮູ້ສຶກຄືກັບວ່າ ພວກເຂົາຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ. ເຈົ້າຕ້ອງມີປະສົບການໃນສິ່ງດັ່ງກ່າວທີ່ວ່າ ພຣະເຈົ້າເປັນຊີວິດຂອງເຈົ້າ, ໃນສິ່ງດັ່ງກ່າວທີ່ວ່າ ຖ້າພຣະເຈົ້າຖືກນໍາອອກໄປຈາກຫົວໃຈຂອງເຈົ້າ ມັນກໍຈະເປັນຄືກັບການສູນເສຍຊີວິດຂອງເຈົ້າ; ພຣະເຈົ້າຕ້ອງເປັນຊີວິດຂອງເຈົ້າ ແລະ ເຈົ້າຕ້ອງບໍ່ສາມາດອອກຈາກພຣະອົງໄດ້. ດ້ວຍວິທີນີ້ ເຈົ້າຈະມີປະສົບການກັບພຣະເຈົ້າຢ່າງແທ້ຈິງ ແລະ ໃນເວລານີ້ ເມື່ອເຈົ້າຮັກພຣະເຈົ້າ ເຈົ້າກໍຈະຮັກພຣະເຈົ້າຢ່າງແທ້ຈິງ ແລະ ມັນຈະເປັນຄວາມຮັກໜຶ່ງດຽວທີ່ບໍລິສຸດ. ມື້ໜຶ່ງ ເມື່ອປະສົບການດັ່ງກ່າວຂອງພວກເຈົ້າໄດ້ບັນລຸຈຸດໃດໜຶ່ງແລ້ວ ເມື່ອເຈົ້າອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າຈະບໍ່ສາມາດອອກຈາກພຣະອົງທີ່ຢູ່ຂ້າງໃນໄດ້ ຫຼື ເຖິງແມ່ນວ່າເຈົ້າຕ້ອງການ ເຈົ້າກໍຈະບໍ່ສາມາດລືມພຣະອົງໄດ້. ພຣະເຈົ້າຈະກາຍມາເປັນຊີວິດຂອງເຈົ້າ; ເຈົ້າສາມາດລືມໂລກໄດ້, ເຈົ້າສາມາດລືມພັນລະຍາ, ສາມີ ຫຼື ລູກໆຂອງເຈົ້າ ແຕ່ເຈົ້າຈະມີບັນຫາໃນການລືມພຣະເຈົ້າ. ມັນເປັນໄປບໍ່ໄດ້ເລີຍ, ນີ້ຄືຊີວິດທີ່ແທ້ຈິງຂອງເຈົ້າ ແລະ ຄວາມຮັກແທ້ຈິງທີ່ເຈົ້າມີໃຫ້ພຣະເຈົ້າ. ເມື່ອຄວາມຮັກທີ່ຜູ້ຄົນມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ບໍ່ມີສິ່ງໃດອື່ນໃນຄວາມຮັກຂອງພວກເຂົາທີ່ຈະທຽບເທົ່າກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າ; ຄວາມຮັກຂອງພວກເຂົາສຳລັບພຣະເຈົ້າມາກ່ອນ. ດ້ວຍວິທີນີ້ ພວກເຂົາສາມາດສະລະສິ່ງອື່ນໆ ແລະ ເຕັມໃຈທີ່ຈະຍອມຮັບການຈັດການ ແລະ ການລິຮານທຸກຢ່າງຈາກພຣະເຈົ້າ. ເມື່ອເຈົ້າໄດ້ບັນລຸຄວາມຮັກທີ່ມີຕໍ່ພຣະເຈົ້າທີ່ຢູ່ເໜືອທຸກສິ່ງທຸກຢ່າງ ເຈົ້າຈະມີຊີວິດໃນຄວາມຈິງ ແລະ ໃນຄວາມຮັກຂອງພຣະເຈົ້າ.

ທັນທີທີ່ພຣະເຈົ້າກາຍມາເປັນຊີວິດພາຍໃນຜູ້ຄົນ ພວກເຂົາກໍບໍ່ສາມາດອອກຈາກພຣະເຈົ້າໄດ້. ນີ້ບໍ່ແມ່ນການກະທຳຂອງພຣະເຈົ້າບໍ? ບໍ່ມີຄຳພະຍານທີ່ຍິ່ງໃຫຍ່ກວ່ານີ້ອີກແລ້ວ! ພຣະເຈົ້າໄດ້ປະຕິບັດພາລະກິດຈົນຮອດຈຸດໃດໜຶ່ງ; ພຣະອົງໄດ້ກ່າວບອກໃຫ້ຜູ້ຄົນປະຕິບັດຮັບໃຊ້ ແລະ ຖືກຕີສອນ ຫຼື ຕາຍ ແລະ ຜູ້ຄົນກໍຍັງບໍ່ຍອມຖອຍກັບ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາໄດ້ຖືກພຣະເຈົ້າເອົາຊະນະ. ຄົນທີ່ມີຄວາມຈິງແມ່ນຄົນທີ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຂົາໃນປະສົບການທີ່ແທ້ຈິງຂອງພວກເຂົາ, ຍຶດໝັ້ນໃນຕໍາແໜ່ງຂອງພວກເຂົາ, ຢືນຢູ່ຂ້າງພຣະເຈົ້າ ໂດຍບໍ່ຖອຍຈັກເທື່ອ ແລະ ຄົນທີ່ມີຄວາມສຳພັນທີ່ປົກກະຕິກັບຄົນທີ່ຮັກພຣະເຈົ້າ ເຊິ່ງເປັນຄົນທີ່ເວລາມີຫຍັງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດເຊື່ອຟັງພຣະເຈົ້າຢ່າງສົມບູນ ແລະ ສາມາດເຊື່ອຟັງພຣະເຈົ້າຈົນເຖິງແກ່ຄວາມຕາຍ. ການປະຕິບັດ ແລະ ການເປີດເຜີຍຂອງພວກເຈົ້າໃນຊີວິດທີ່ແທ້ຈິງແມ່ນຄຳພະຍານຂອງພຣະເຈົ້າ, ມັນຄືການດຳລົງຊີວິດຂອງມະນຸດ ແລະ ຄຳພະຍານຂອງພຣະເຈົ້າ ແລະ ສິ່ງນີ້ແມ່ນການຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ; ເມື່ອເຈົ້າມີປະສົບການຈົນຮອດຈຸດນີ້ ຜົນຮັບທີ່ເໝາະສົມກໍຈະຖືກບັນລຸຜົນ. ເຈົ້າມີການດຳລົງຊີວິດທີ່ແທ້ຈິງ ແລະ ຄົນອື່ນຈະເຝົ້າເບິ່ງທຸກການກະທຳຂອງເຈົ້າດ້ວຍຄວາມຊົມຊື່ນຍິນດີ. ລັກສະນະພາຍນອກ ແລະ ການນຸ່ງຖືຂອງເຈົ້າແມ່ນທຳມະດາ ແຕ່ເຈົ້າດຳລົງຊີວິດຕາມຊີວິດທີ່ມີຄວາມສັດທາສູງທີ່ສຸດ ແລະ ເມື່ອເຈົ້າສື່ສານດ້ວຍພຣະທຳຂອງພຣະເຈົ້າ ເຈົ້າກໍຈະຖືກພຣະອົງນໍາພາ ແລະ ເຮັດໃຫ້ສະຫວ່າງ. ເຈົ້າສາມາດກ່າວຄວາມປະສົງຂອງພຣະເຈົ້າຜ່ານຄຳເວົ້າຂອງເຈົ້າ, ສື່ສານດ້ວຍຄວາມເປັນຈິງ ແລະ ເຈົ້າເຂົ້າໃຈຫຼາຍຢ່າງກ່ຽວກັບການຮັບໃຊ້ໃນຝ່າຍວິນຍານ. ເຈົ້າກົງໄປກົງມາໃນບົດສົນທະນາຂອງເຈົ້າ, ເຈົ້າເປັນຕານັບຖື ແລະ ຊື່ຕົງ, ບໍ່ປະທະກັນ ແລະ ມີກາລະເທສະ, ສາມາດເຊື່ອຟັງການຈັດແຈງຂອງພຣະເຈົ້າ ແລະ ຍຶດໝັ້ນໃນຄຳພະຍານຂອງເຈົ້າເມື່ອມີຫຍັງເກີດຂຶ້ນກັບເຈົ້າ ແລະ ເຈົ້າໃຈເຢັນ ແລະ ສະຫງົບບໍ່ວ່າເຈົ້າກຳລັງຮັບມືກັບຫຍັງກໍຕາມ. ຄົນປະເພດນີ້ໄດ້ເຫັນຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ. ບາງຄົນຍັງໜຸ່ມຢູ່ ແຕ່ພວກເຂົາປະພຶດຕົວຄືກັບຄົນທີ່ຢູ່ໃນໄວກາງຄົນ; ພວກເຂົາເປັນຜູ້ໃຫຍ່, ມີຄວາມຈິງ ແລະ ຖືກຄົນອື່ນເຄົາລົບ ແລະ ນີ້ແມ່ນຄົນທີ່ມີຄຳພະຍານ ແລະ ເປັນການສະແດງອອກຂອງພຮະເຈົ້າ. ໝາຍຄວາມວ່າ ເມື່ອພວກເຂົາມີປະສົບການໃນຈຸດໃດໜຶ່ງ ພວກເຂົາຈະມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ຂ້າງໃນ ແລະ ດ້ວຍເຫດນັ້ນ ອຸປະນິໄສພາຍນອກຂອງພວກເຂົາກໍຈະສະໝໍ່າສະເໝີເຊັ່ນດຽວກັນ. ຫຼາຍຄົນບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ບໍ່ຍຶດໝັ້ນໃນຄຳພະຍານຂອງພວກເຂົາ. ບໍ່ມີຄວາມຮັກຕໍ່ພຣະເຈົ້າໃນຄົນປະເພດນີ້ ຫຼື ບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ຄົນເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າກຽດຊັງທີ່ສຸດ. ພວກເຂົາອ່ານພຣະທຳຂອງພຣະເຈົ້າໃນການຊຸມນຸມ ແຕ່ສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ ແລະ ນີ້ຄືການບໍ່ໃຫ້ກຽດພຣະເຈົ້າ, ການປະນາມພຣະເຈົ້າ ແລະ ການໝິ່ນປະໝາດພຣະເຈົ້າ. ໃນຜູ້ຄົນດັ່ງກ່າວ, ບໍ່ມີສັນຍານແຫ່ງຄວາມຮັກຂອງພຣະເຈົ້າ ແລະ ພວກເຂົາບໍ່ມີພາລະກິດຂອງພຣະວິນຍານບໍລິສຸດເລີຍ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງຜູ້ຄົນຈຶ່ງເປັນຕົວແທນໃຫ້ແກ່ຊາຕານ. ບໍ່ມີໝາຍສຳຄັນແຫ່ງຄວາມຮັກຂອງພຣະເຈົ້າໃນຄົນປະເພດນີ້; ທຸກສິ່ງທີ່ພວກເຂົາສະແດງອອກແມ່ນຊາຕານ. ຖ້າຫົວໃຈຂອງເຈົ້າມີຄວາມສະຫງົບສຸກຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ເຈົ້າໃຫ້ຄວາມໃສ່ໃຈກັບຜູ້ຄົນ ແລະ ສິ່ງທີ່ຢູ່ອ້ອມຂ້າງຕົວເຈົ້າ ແລະ ສິ່ງທີ່ກຳລັງເກີດຂຶ້ນອ້ອມຂ້າງຕົວເຈົ້າ ແລະ ຖ້າເຈົ້າສົນໃຈກັບພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ບູຊາພຣະເຈົ້າຢູ່ຕະຫຼອດເວລາ ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສະຫວ່າງຂຶ້ນເລື້ອຍໆຢູ່ພາຍໃນ. ໃນຄຣິດສະຕະຈັກທີ່ມີ “ຜູ້ຄວບຄຸມດູແລ”, ພວກເຂົາຄອຍເບິ່ງຄວາມລົ້ມເຫຼວຂອງຄົນອື່ນໂດຍສະເພາະ ແລ້ວກໍຮຽນແບບ ແລະ ເຮັດຄືກັບພວກເຂົາ. ພວກເຂົາບໍ່ສາມາດຈໍາແນກຄວາມແຕກຕ່າງໄດ້, ພວກເຂົາບໍ່ກຽດຊັງຄວາມບາບ ແລະ ບໍ່ລັງກຽດ ຫຼື ຮູ້ສຶກເບື່ອໜ່າຍໃນສິ່ງຕ່າງໆຂອງຊາຕານ. ຄົນປະເພດດັ່ງກ່າວເຕັມໄປດ້ວຍສິ່ງຕ່າງໆຂອງຊາຕານ ແລະ ພວກເຂົາຈະຖືກພຣະເຈົ້າປະຖິ້ມຢ່າງສິ້ນເຊີງໄປໃນທີ່ສຸດ. ຫົວໃຈຂອງເຈົ້າຄວນສະແດງຄວາມເຄົາລົບຕໍ່ໜ້າພຣະເຈົ້າສະເໝີ, ເຈົ້າຄວນຫຼຸດຜ່ອນຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ບໍ່ປາຖະໜາທີ່ຈະຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເສຍໃຈຈັກເທື່ອ. ເຈົ້າບໍ່ຄວນເຕັມໃຈທີ່ຈະເຮັດໃຫ້ພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້ານັ້ນເສຍລ້າ ຫຼື ເຮັດໃຫ້ຄວາມລຳບາກທຸກຢ່າງທີ່ເຈົ້າໄດ້ອົດທົນມາ ແລະ ທຸກສິ່ງທີ່ເຈົ້າໄດ້ນໍາເຂົ້າສູ່ການປະຕິບັດນັ້ນລົ້ມເຫຼວ. ເຈົ້າຕ້ອງເຕັມໃຈທີ່ຈະປະຕິບັດພາລະກິດໜັກຂຶ້ນ ແລະ ຮັກພຣະເຈົ້າຫຼາຍຂຶ້ນໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ນີ້ແມ່ນຄົນທີ່ມີນິມິດເປັນພື້ນຖານຂອງພວກເຂົາ. ນີ້ແມ່ນຄົນທີ່ສະແຫວງຫາຄວາມກ້າວໜ້າ.

ຖ້າຜູ້ຄົນເຊື່ອໃນພຣະເຈົ້າ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າດ້ວຍຫົວໃຈທີ່ບູຊາພຣະເຈົ້າ ກໍຈະສາມາດເຫັນຄວາມລອດພົ້ນ ແລະ ຄວາມຮັກຂອງພຣະເຈົ້າໄດ້. ຄົນເຫຼົ່ານີ້ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ພວກເຂົາດຳລົງຊີວິດຕາມຄວາມຈິງ ແລະ ສິ່ງທີ່ພວກເຂົາເປັນພະຍານຕໍ່ກໍແມ່ນຄວາມຈິງ, ແມ່ນສິ່ງທີ່ພຣະເຈົ້າເປັນ ແລະ ແມ່ນອຸປະນິໄສຂອງພຣະເຈົ້າເຊັ່ນດຽວກັນ ແລະ ພວກເຂົາດຳລົງຊີວິດທ່າມກາງຄວາມຮັກຂອງພຣະເຈົ້າ ແລະ ໄດ້ເຫັນຄວາມຮັກຂອງພຣະເຈົ້າ. ຖ້າຄົນທີ່ປາຖະໜາຮັກພຣະເຈົ້າ ພວກເຂົາຕ້ອງຊີມລົດຊາດແຫ່ງຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເຫັນຄວາມເປັນຕາຮັກຂອງພຣະເຈົ້າ; ມີພຽງແຕ່ຕອນນີ້ຈຶ່ງຈະມີການປຸກຫົວໃຈທີ່ຮັກພຣະເຈົ້າໃນຕົວພວກເຂົາ ເຊິ່ງເປັນຫົວໃຈທີ່ເຕັມໃຈເສຍສະລະເພື່ອພຣະເຈົ້າຢ່າງຊື່ສັດ. ພຣະເຈົ້າບໍ່ເຮັດໃຫ້ຜູ້ຄົນຮັກພຣະອົງໂດຍຜ່ານຄຳເວົ້າ ແລະ ການສະແດງອອກ ຫຼື ຈິນຕະນາການຂອງພວກເຂົາ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນຮັກພຣະອົງ. ກົງກັນຂ້າມ ພຣະອົງເຮັດໃຫ້ພວກເຂົາຮັກພຣະເຈົ້າດ້ວຍຄວາມສະໝັກໃຈຂອງພວກເຂົາເອງ ແລະ ພຣະອົງເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກຂອງພຣະອົງໃນພາລະກິດ ແລະ ຖ້ອຍຄຳຂອງພຣະອົງ ຫຼັງຈາກນັ້ນ ພວກເຂົາຈຶ່ງຈະມີຄວາມຮັກຕໍ່ພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນບໍ່ຮັກພຣະເຈົ້າຍ້ອນພວກເຂົາຖືກຄົນອື່ນຍົວະໃຫ້ຮັກພຣະອົງ ຫຼື ຍ້ອນແຮງດົນໃຈທາງອາລົມຊົ່ວຄາວ. ພວກເຂົາຮັກພຣະເຈົ້າຍ້ອນພວກເຂົາໄດ້ເຫັນຄວາມເປັນຕາຮັກຂອງພຣະອົງ, ພວກເຂົາໄດ້ເຫັນວ່າ ມີຫຼາຍສິ່ງຫຼາຍຢ່າງກ່ຽວກັບພຣະເຈົ້າທີ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພວກເຂົາໄດ້ເຫັນຄວາມລອດພົ້ນ, ສະຕິປັນຍາ ແລະ ການກະທຳທີ່ມະຫັດສະຈັນຂອງພຣະເຈົ້າ; ຜົນຕາມມາກໍຄືພວກເຂົາສັນລະເສິນພຣະເຈົ້າຢ່າງແທ້ຈິງ ແລະ ປາຖະໜາຫາພຣະອົງຢ່າງແທ້ຈິງ ແລະ ມີການກະຕຸ້ນຄວາມຫຼົງໄຫຼດັ່ງກ່າວໃນພວກເຂົາຈົນວ່າພວກເຂົາບໍ່ສາມາດຢູ່ລອດໄດ້ ຫາກປາສະຈາກການໄດ້ຮັບຈາກພຣະເຈົ້າ. ເຫດຜົນທີ່ວ່າ ເປັນຫຍັງຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດເປັນພະຍານຢ່າງໜັກແໜ້ນໃຫ້ກັບພຣະອົງໄດ້ກໍຍ້ອນຄຳພະຍານຂອງພວກເຂົາແມ່ນຢູ່ເທິງພື້ນຖານແຫ່ງຄວາມຮູ້ທີ່ແທ້ຈິງ ແລະ ຄວາມປາຖະໜາຫາພຣະເຈົ້າຢ່າງແທ້ຈິງ. ມັນບໍ່ແມ່ນຕາມແຮງກະຕຸ້ນທາງອາລົມ ແຕ່ຕາມຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ. ເພາະພວກເຂົາໄດ້ຮຽນຮູ້ຈັກພຣະເຈົ້າ, ພວກເຂົາຈຶ່ງຮູ້ສຶກວ່າ ພວກເຂົາຕ້ອງເປັນພະຍານໃຫ້ກັບພຣະເຈົ້າຢ່າງແນ່ນອນ ແລະ ເຮັດໃຫ້ທຸກຄົນທີ່ປາຖະໜາຫາພຣະເຈົ້ານັ້ນຮູ້ຈັກພຣະເຈົ້າ ແລະ ຮູ້ຕົວກ່ຽວກັບຄວາມເປັນຕາຮັກຂອງພຣະເຈົ້າ ແລະ ຄວາມເປັນຈິງຂອງພຣະອົງ. ຄືກັບຄວາມຮັກທີ່ຜູ້ຄົນມີໃຫ້ພຣະເຈົ້າ ຄຳພະຍານຂອງພວກເຂົາກໍບໍ່ໄດ້ຖືກບັງຄັບ, ມັນເປັນຈິງ ແລະ ມີຄວາມສຳຄັນ ແລະ ຄຸນຄ່າທີ່ແທ້ຈິງ. ມັນບໍ່ໄດ້ຢູ່ຊື່ໆ ຫຼື ເປົ່າຫວ່າງ ແລະ ບໍ່ມີຄວາມໝາຍ. ເຫດຜົນທີ່ວ່າ ເປັນຫຍັງມີພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເທົ່ານັ້ນທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດໃນຊີວິດຂອງພວກເຂົາ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ກໍຍ້ອນຄົນເຫຼົ່ານີ້ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ, ພວກເຂົາສາມາດດຳລົງຊີວິດເພື່ອພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນຄວາມມືດ, ແຕ່ດຳລົງຊີວິດໃນແສງສະຫວ່າງ; ພວກເຂົາບໍ່ໄດ້ດຳລົງຊີວິດຢ່າງບໍ່ມີຄວາມໝາຍ ແຕ່ເປັນຊີວິດທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ. ມີພຽງຄົນທີ່ຮັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ, ມີພຽງພວກເຂົາເທົ່ານັ້ນທີ່ເປັນພະຍານຂອງພຣະອົງ, ມີພຽງພວກເຂົາເທົ່ານັ້ນທີ່ໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ມີພຽງພວກເຂົາເທົ່ານັ້ນທີ່ສາມາດຮັບສັນຍາຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າແມ່ນມິດສະຫາຍຂອງພຣະເຈົ້າ, ພວກເຂົາແມ່ນຄົນທີ່ພຣະເຈົ້າຮັກ ແລະ ພວກເຂົາສາມາດຊື່ນຊົມກັບການອວຍພອນຮ່ວມກັນກັບພຮະເຈົ້າ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ຈະດຳລົງຊີວິດຕະຫຼອດໄປເປັນນິດ ແລະ ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະດຳລົງຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າມີໄວ້ເພື່ອໃຫ້ຜູ້ຄົນຮັກ ແລະ ພຣະອົງສົມຄວນແກ່ຄວາມຮັກທັງໝົດຂອງທຸກຄົນ ແຕ່ບໍ່ແມ່ນໝົດທຸກຄົນທີ່ສາມາດຮັກພຣະເຈົ້າໄດ້ ແລະ ບໍ່ແມ່ນໝົດທຸກຄົນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້ ແລະ ຖືລິດອຳນາດກັບພຣະເຈົ້າ. ຍ້ອນພວກເຂົາສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ອຸທິດຄວາມພະຍາຍາມທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າໄດ້ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈຶ່ງສາມາດຍ່າງໃນທຸກບ່ອນທີ່ຢູ່ລຸ່ມສະຫວັນໂດຍບໍ່ມີໃຜກ້າຕໍ່ຕ້ານພວກເຂົາ ແລະ ພວກເຂົາສາມາດໃຊ້ລິດອຳນາດເທິງແຜ່ນດິນໂລກ ແລະ ປົກຄອງທຸກປະຊາຊົນຂອງພຣະເຈົ້າທຸກຄົນ. ຄົນເຫຼົ່ານີ້ໄດ້ມາຮ່ວມກັນຈາກທົ່ວທັງແຜ່ນດິນໂລກ, ພວກເຂົາເວົ້າພາສາທີ່ແຕກຕ່າງກັນ ແລະ ມີສີຜິວທີ່ແຕກຕ່າງກັນ ແຕ່ການເປັນຢູ່ຂອງພວກເຂົາແມ່ນມີຄວາມໝາຍດຽວກັນ, ພວກເຂົາທັງໝົດມີຫົວໃຈທີ່ຮັກພຣະເຈົ້າ, ພວກເຂົາທັງໝົດເປັນພະຍານແບບດຽວກັນ ແລະ ມີຄວາມເດັດດ່ຽວທີ່ຄືກັນ ແລະ ມີຄວາມປາຖະໜາທີ່ແບບດຽວກັນ. ຄົນທີ່ຮັກພຣະເຈົ້າສາມາດເດີນຍ່າງຢ່າງມີອິດສະຫຼະທົ່ວທັງແຜ່ນດິນໂລກ, ຄົນທີ່ເປັນພະຍານໃຫ້ກັບພຣະເຈົ້າສາມາດເດີນທາງຂ້າມຜ່ານຈັກກະວານ. ຄົນເຫຼົ່ານີ້ເປັນທີ່ຮັກຂອງພຣະເຈົ້າ, ພວກເຂົາໄດ້ຮັບການອວຍພອນຈາກພຣະເຈົ້າ ແລະ ພວກເຂົາຈະດຳລົງຊີວິດໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ.

ກ່ອນນີ້: ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ

ຕໍ່ໄປ: ມີພຽງບັນດາຜູ້ທີ່ເນັ້ນໃສ່ການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນແບບໄດ້

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ໃນປັດຈຸບັນນີ້ ມີຫຼາຍຄົນທີ່ເຊື່ອໃນລັກສະນະທີ່ສັບສົນ. ພວກເຈົ້າມີຄວາມຢາກຮູ້ຢາກເຫັນຫຼາຍເກີນໄປ, ມີຄວາມປາຖະໜາຢາກໄດ້ພອນຫຼາຍເກີນໄປ ແລະ...

ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ...

ໃນຄວາມເຊື່ອ ຜູ້ຄົນຕ້ອງເອົາໃຈໃສ່ຄວາມເປັນຈິງ ແລະ ເຂົ້າຮ່ວມພິທີກໍາທາງສາສະໜາ

ມີຈັກທໍານຽມຂອງສາສະໜາທີ່ເຈົ້າໄດ້ສັງເກດເຫັນ? ແລ້ວມີຈັກເທື່ອທີ່ເຈົ້າໄດ້ຂັດຂືນຕໍ່ພຣະທໍາຂອງພຣະເຈົ້າ ແລະ ເດີນຕາມແນວທາງຂອງເຈົ້າເອງ?...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger