ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ
ໃນຍຸກສຸດທ້າຍ, ພຣະເຈົ້າໄດ້ກາຍເປັນເນື້ອໜັງເພື່ອປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດ ແລະ ເພື່ອປະຕິບັດພັນທະກິດແຫ່ງພຣະທຳຂອງພຣະອົງ. ພຣະອົງສະເດັດມາດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດຢູ່ທ່າມກາງມວນມະນຸດ ພ້ອມກັບເປົ້າໝາຍແຫ່ງການເຮັດໃຫ້ຜູ້ທີ່ພຣະອົງພໍໃຈສົມບູນ. ນັບຕັ້ງແຕ່ເວລາການສ້າງໂລກຈົນມາຮອດປັດຈຸບັນນີ້, ພຣະອົງປະຕິບັດພາລະກິດປະເພດນີ້ໃນໄລຍະຍຸກສຸດທ້າຍເທົ່ານັ້ນ. ມີພຽງໄລຍະຍຸກສຸດທ້າຍເທົ່ານັ້ນທີ່ພຣະເຈົ້າໄດ້ກາຍເປັນມະນຸດເພື່ອປະຕິບັດພາລະກິດທີ່ໃຫຍ່ຂະໜາດນັ້ນ. ເຖິງແມ່ນວ່າພຣະອົງທົນກັບຄວາມຍາກລຳບາກທີ່ຄົນຈະພົບວ່າເປັນການຍາກທີ່ຈະທົນໄດ້ ແລະ ເຖິງແມ່ນວ່າພຣະອົງຜູ້ເປັນພຣະເຈົ້າອົງຍິ່ງໃຫຍ່ແຕ່ກໍຍັງມີຄວາມອ່ອນນ້ອມເພື່ອກາຍເປັນມະນຸດທຳມະດາຄົນໜຶ່ງ, ບໍ່ມີພາລະກິດດ້ານໃດຂອງພຣະອົງທີ່ຊັກຊ້າ ແລະ ຢ່າງໜ້ອຍ ແຜນການຂອງພຣະອົງກໍບໍ່ໄດ້ຕົກຢູ່ໃນຄວາມສັບສົນ. ພຣະອົງກຳລັງປະຕິບັດພາລະກິດຕາມແຜນການເດີມຂອງພຣະອົງ. ໜຶ່ງໃນຈຸດປະສົງແຫ່ງການບັງເກີດເປັນມະນຸດນີ້ແມ່ນເພື່ອເອົາຊະນະຜູ້ຄົນ. ອີກຈຸດໜຶ່ງແມ່ນເພື່ອເຮັດໃຫ້ຄົນທີ່ພຣະອົງຮັກສົມບູນ. ພຣະອົງປາດຖະໜາຢາກເຫັນຄົນທີ່ພຣະອົງເຮັດໃຫ້ສົມບູນດ້ວຍຕາຂອງພຣະອົງເອງ ແລະ ພຣະອົງຢາກເຫັນດ້ວຍພຣະອົງເອງວ່າຄົນທີ່ພຣະອົງເຮັດໃຫ້ສົມບູນນັ້ນເປັນປະຈັກພະຍານໃຫ້ພຣະອົງແນວໃດ. ມັນບໍ່ແມ່ນຄົນດຽວ ຫຼື ສອງຄົນທີ່ຖືກເຮັດໃຫ້ສົມບູນ. ກົງກັນຂ້າມ, ມັນເປັນກຸ່ມທີ່ພຽງປະກອບມີສອງສາມຄົນເທົ່ານັ້ນ. ຜູ້ຄົນທີ່ຢູ່ກຸ່ມນີ້ມາຈາກຫຼາກຫຼາຍປະເທດໃນໂລກ ແລະ ມາຈາກຫຼາກຫຼາຍເຊື້ອຊາດຂອງໂລກ. ວັດຖຸປະສົງແຫ່ງການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້ກໍແມ່ນເພື່ອໃຫ້ໄດ້ຄົນກຸ່ມນີ້ມາ, ເພື່ອໃຫ້ໄດ້ຄົນກຸ່ມນີ້ມາເປັນປະຈັກພະຍານໃຫ້ກັບພຣະອົງ ແລະ ເພື່ອໄດ້ຮັບສະຫງ່າລາສີທີ່ອາດຈະເກີດຈາກພວກເຂົາ. ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມສຳຄັນ ຫຼື ປະຕິບັດພາລະກິດທີ່ບໍ່ມີຄຸນຄ່າ. ສາມາດເວົ້າໄດ້ວ່າ, ໃນການປະຕິບັດພາລະກິດຫຼວງຫຼາຍເຊັ່ນນີ້, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ບັນດາຜູ້ທີ່ພຣະອົງປາດຖະໜາຢາກເຮັດໃຫ້ສົມບູນທັງໝົດສົມບູນ. ນອກຈາກສິ່ງນີ້ແລ້ວ ເມື່ອພຣະອົງມີເວລາຫວ່າງ, ພຣະອົງກໍຈະກຳຈັດບັນດາຄົນຊົ່ວຮ້າຍ. ຮູ້ໄວ້ວ່າ ພຣະອົງບໍ່ໄດ້ປະຕິບັດພາລະກິດທີ່ຍິ່ງໃຫຍ່ນີ້ຍ້ອນຄົນຊົ່ວຮ້າຍ; ແຕ່ກົງກັນຂ້າມ, ພຣະອົງມອບທຸກສິ່ງທຸກຢ່າງຂອງພຣະອົງກໍຍ້ອນຄົນຈຳນວນນ້ອຍທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ພາລະກິດທີ່ພຣະອົງປະຕິບັດ, ພຣະທຳທີ່ພຣະອົງກ່າວ, ຄວາມເລິກລັບທີ່ພຣະອົງເປີດເຜີຍ ແລະ ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ທັງໝົດແມ່ນເພື່ອຄົນຈຳນວນນ້ອຍເຫຼົ່ານັ້ນ. ພຣະອົງບໍ່ໄດ້ກາຍເປັນເນື້ອໜັງຍ້ອນບັນດາຄົນຊົ່ວຮ້າຍ ແລະ ແຮງໄກທີ່ຄົນຊົ່ວຮ້າຍເຫຼົ່ານັ້ນຈະຍຸແຍ່ຄວາມໂກດຮ້າຍອັນຍິ່ງໃຫຍ່ໃນຕົວພຣະອົງ. ພຣະອົງກ່າວຄວາມຈິງ ແລະ ເວົ້າເຖິງທາງເຂົ້າສູ່, ຍ້ອນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ, ພຣະອົງຈຶ່ງໄດ້ກາຍມາເປັນເນື້ອໜັງຍ້ອນພວກເຂົາ ແລະ ເປັນຍ້ອນພວກເຂົາ ພຣະອົງຈຶ່ງໄດ້ປະທານຄຳສັນຍາ ແລະ ພອນຂອງພຣະອົງ. ຄວາມຈິງ, ທາງເຂົ້າສູ່ ແລະ ຊີວິດໃນຄວາມເປັນມະນຸດທີ່ພຣະອົງກ່າວເຖິງນັ້ນ ບໍ່ແມ່ນເພື່ອຜົນປະໂຫຍດຂອງບັນດາຄົນຊົ່ວຮ້າຍ. ພຣະອົງຫຼີກເວັ້ນທີ່ຈະເວົ້າກັບບັນດາຄົນຊົ່ວຮ້າຍ ກົງກັນຂ້າມ ປາດຖະໜາທີ່ຈະມອບຄວາມຈິງທັງໝົດໃຫ້ແກ່ບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ. ແຕ່ສໍາລັບໃນຕອນນີ້ພາລະກິດຂອງພຣະອົງຕ້ອງການກໍຄືອະນຸຍາດໃຫ້ບັນດາຄົນຊົ່ວຮ້າຍໄດ້ຮັບຄວາມອຸດົມສົມບູນບາງຢ່າງຈາກພຣະອົງ. ບັນດາຜູ້ທີ່ບໍ່ປະຕິບັດຕາມຄວາມຈິງ, ຜູ້ບໍ່ເຮັດຕາມໃຈພຣະເຈົ້າ ແລະ ຜູ້ທີ່ຂັດຂວາງພາລະກິດຂອງພຣະອົງແມ່ນຄົນຊົ່ວຮ້າຍທັງໝົດ. ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ ແລະ ຖືກພຣະເຈົ້າລັງກຽດ ແລະ ປະຕິເສດ. ກົງກັນຂ້າມ, ຄົນທີ່ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຜູ້ທີ່ເສຍສະຫຼະຕົນເອງທັງໝົດເຂົ້າໃນພາລະກິດຂອງພຣະເຈົ້າ ແມ່ນຜູ້ທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ບັນດາຜູ້ທີ່ພຣະເຈົ້າປາດຖະໜາໃຫ້ສົມບູນບໍ່ແມ່ນຜູ້ໃດນອກຈາກຄົນກຸ່ມນີ້ ແລະ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນເພື່ອຄົນເຫຼົ່ານີ້. ຄວາມຈິງທີ່ພຣະອົງກ່າວນັ້ນແນໃສ່ຄົນທີ່ເຕັມໃຈນຳເອົາມັນໄປປະຕິບັດຕາມ. ພຣະອົງບໍ່ໄດ້ກ່າວກັບຄົນທີ່ບໍ່ນຳເອົາຄວາມຈິງໄປປະຕິບັດຕາມ. ການເພີ່ມຄວາມເຂົ້າໃຈ ແລະ ການເຕີບໂຕໃນຄວາມສາມາດເຫັນແຈ້ງທີ່ພຣະອົງກ່າວເຖິງ ແມ່ນແນໃສ່ຄົນທີ່ສາມາດປະຕິບັດຕາມຄວາມຈິງ. ເມື່ອພຣະອົງກ່າວເຖິງບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນ, ນັ້ນກໍຄືຜູ້ຄົນເຫຼົ່ານີ້ທີ່ພຣະອົງກ່າວເຖິງ. ພາລະກິດຂອງພຣະວິນຍານບໍລິສຸດນັ້ນແນໃສ່ຄົນທີ່ເຕັມໃຈທີ່ຈະປະຕິບັດຕາມຄວາມຈິງ. ສິ່ງຕ່າງໆເຊັ່ນ: ການມີສະຕິປັນຍາ ແລະ ຄວາມເປັນມະນຸດແມ່ນແນໃສ່ຄົນທີ່ເຕັມໃຈນຳເອົາຄວາມຈິງໄປປະຕິບັດ. ບັນດາຜູ້ທີ່ບໍ່ປະຕິບັດຕາມຄວາມຈິງອາດໄດ້ຍິນຄວາມຈິງຫຼາຍປະການ, ແຕ່ຍ້ອນວ່າພວກເຂົາເປັນຄົນຊົ່ວຮ້າຍໂດຍທໍາມະຊາດ ແລະ ບໍ່ສົນໃຈໃນຄວາມຈິງ, ສິ່ງທີ່ພວກເຂົາເຂົ້າໃຈແມ່ນເປັນພຽງຫຼັກຄຳສອນ ແລະ ຄໍາເວົ້າເທົ່ານັ້ນ ແລະ ທິດສະດີທີ່ວ່າງເປົ່າ ໂດຍບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວສຳລັບການເຂົ້າສູ່ຊີວິດຂອງພວກເຂົາ. ບໍ່ມີໃຜໃນພວກເຂົາທີ່ພັກດີຕໍ່ພຣະເຈົ້າ; ພວກເຂົາທັງໝົດແມ່ນຄົນທີ່ເຫັນພຣະເຈົ້າ ແຕ່ບໍ່ສາມາດຮັບເອົາພຣະອົງ ແລະ ພວກເຂົາທັງໝົດແມ່ນຖືກພຣະເຈົ້າປະນາມ.
ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການສ່ອງແສງສະຫວ່າງຂອງສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ຮັບຄວາມຮູ້ແຈ້ງ. ເມື່ອສະພາບຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະຖານະພາບຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍືອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາບດ້ານລົບ, ເຈົ້າອ່ອນແອ ແລະ ເປັນຄົນຂີ້ຄ້ານ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງສ່ອງແສງສະຫວ່າງໃຫ້ກັບເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ຜົນໄດ້ຮັບຈາກສິ່ງນີ້ຄືການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະຖານະພາບທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕີເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.
ແມ່ນຫຍັງຄືສິ່ງທີ່ພວກເຈົ້າສະແຫວງຫາໃນຕອນນີ້? ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ເພື່ອຮູ້ຈັກພຣະເຈົ້າ, ເພື່ອຮັບເອົາພຣະເຈົ້າ ຫຼື ບາງທີພວກເຈົ້າສະແຫວງຫາເພື່ອປະຕິບັດຕົນເອງໃນຮູບແບບເປໂຕແຫ່ງປີ 90 ຫຼື ເພື່ອມີຄວາມສັດທາທີ່ຍິ່ງໃຫຍ່ກວ່າໂຢບ ຫຼື ທາງທີພວກເຈົ້າສະແຫວງຫາເພື່ອໃຫ້ຖືກເອີ້ນວ່າເປັນຄົນຊອບທໍາໂດຍພຣະເຈົ້າ ແລະ ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ຫຼື ເພື່ອຈະສາມາດສະແດງເຖິງພຣະເຈົ້າເທິງແຜ່ນດິນໂລກ ແລະ ເພື່ອເປັນປະຈັກພະຍາຍາມທີ່ເຂັ້ມແຂງ ແລະ ດັງກ້ອງກັງວານໃຫ້ແກ່ພຣະເຈົ້າ. ບໍ່ວ່າພວກເຈົ້າສະແຫວງຫາສິ່ງໃດ, ໂດຍລວມແລ້ວ ພວກເຈົ້າແມ່ນສະແຫວງຫາເພື່ອຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ບໍ່ວ່າເຈົ້າຈະສະແຫວງຫາເພື່ອເປັນຜູ້ຊອບທຳ ຫຼື ເຈົ້າສະແຫວງຫາໃນຮູບແບບຂອງເປໂຕ ຫຼື ຄວາມເຊື່ອຂອງໂຢບ ຫຼື ເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນພາລະກິດທີ່ພຣະເຈົ້າປະຕິບັດໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ທັງໝົດແມ່ນເພື່ອປະສົບກັບພຣະທຳຂອງພຣະເຈົ້າ, ເພື່ອເຮັດໃຫ້ຫົວໃຈຂອງພຣະເຈົ້າພໍໃຈ; ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດ, ທັງໝົດແມ່ນເພື່ອຄົ້ນຫາຄວາມໜ້າຮັກຂອງພຣະເຈົ້າ, ເພື່ອຊອກຫາເສັ້ນທາງສູ່ການປະຕິບັດໃນປະສົບການຕົວຈິງ ໂດຍມີເປົ້າໝາຍໃນການສາມາດທີ່ຈະປະຖິ້ມອຸປະນິໄສກະບົດຂອງເຈົ້າ, ບັນລຸສະພາບປົກກະຕິໃນຕົວເຈົ້າເອງ, ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ຢ່າງຄົບຖ້ວນ, ເພື່ອກາຍເປັນຄົນດີ ແລະ ເພື່ອມີແຮງຈູງໃຈທີ່ຖືກຕ້ອງໃນທຸກສິ່ງທີ່ເຈົ້າເຮັດ. ເຫດຜົນທີ່ເຈົ້າປະສົບກັບສິ່ງຕ່າງໆເຫຼົ່ານີ້ທັງໝົດແມ່ນເພື່ອໄດ້ມາຮູ້ຈັກພຣະເຈົ້າ ແລະ ບັນລຸການຈະເລີນເຕີບໂຕຂອງຊີວິດ. ເຖິງແມ່ນວ່າສິ່ງທີ່ເຈົ້າຜະເຊີນແມ່ນພຣະທຳຂອງພຣະເຈົ້າ, ເຫດການແທ້ຈິງ, ພ້ອມທັງຜູ້ຄົນ, ເລື່ອງລາວ ແລະ ສິ່ງຕ່າງໆທີ່ຢູ່ອ້ອມຂ້າງຕົວເຈົ້າ, ແຕ່ໃນທີ່ສຸດເຈົ້າຈະສາມາດຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ເພື່ອສະແຫວງຫາທີ່ຈະຍ່າງຕາມທາງຂອງຄົນຊອບທຳ ຫຼື ສະແຫວງຫາເພື່ອນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມ; ນີ້ແມ່ນທາງແລ່ນ ແລະ ຈຸດໝາຍປາຍທາງແມ່ນການຮູ້ຈັກພຣະເຈົ້າ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ບໍ່ວ່າຕອນນີ້ເຈົ້າສະແຫວງຫາຄວາມສົມບູນຈາກພຣະເຈົ້າ ຫຼື ສະແຫວງຫາເພື່ອເປັນພະຍານໃຫ້ກັບພຣະເຈົ້າ, ທັງໝົດນັ້ນ, ທ້າຍທີ່ສຸດແລ້ວກໍແມ່ນເພື່ອຮູ້ຈັກພຣະເຈົ້າ; ເພື່ອວ່າພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າຈະບໍ່ໄຮ້ປະໂຫຍດ, ເພື່ອວ່າ ທ້າຍທີ່ສຸດແລ້ວ ເຈົ້າຈະໄດ້ມາຮູ້ຈັກຄວາມເປັນຈິງຂອງພຣະເຈົ້າ, ຮູ້ຈັກຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ແມ່ນເພື່ອຮູ້ຈັກຄວາມອ່ອນນ້ອມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຈົ້າ ແລະ ເພື່ອຮູ້ຈັກຫຼາກຫຼາຍພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າ. ພຣະເຈົ້າໄດ້ຖ່ອມຕົວລົງມາຢູ່ໃນລະດັບໃດໜຶ່ງ ເພື່ອປະຕິບັດພາລະກິດຂອງພຣະອົງໃນຄົນທີ່ສົກກະປົກ ແລະ ເສື່ອມຊາມເຫຼົ່ານີ້ ແລະ ເພື່ອເຮັດໃຫ້ຄົນກຸ່ມນີ້ສົມບູນ. ພຣະເຈົ້າບໍ່ໄດ້ພຽງແຕ່ກາຍເປັນເນື້ອໜັງເພື່ອໃຊ້ຊີວິດ ແລະ ກິນຢູ່ທ່າມກາງຜູ້ຄົນ, ເພື່ອນຳພາຜູ້ຄົນ ແລະ ເພື່ອສະໜອງສິ່ງທີ່ຄົນຕ້ອງການເທົ່ານັ້ນ. ສຳຄັນໄປກວ່ານັ້ນກໍຄື ພຣະອົງປະຕິບັດພາລະກິດອັນໃຫຍ່ຫຼວງແຫ່ງການລອດພົ້ນຂອງພຣະອົງ ແລະ ເອົາຊະນະຄົນເສື່ອມຊາມທີ່ເຫຼືອທົນເຫຼົ່ານີ້. ພຣະອົງໄດ້ລົງມາຢູ່ໃນຫົວໃຈຂອງມັງກອນແດງທີ່ຍິ່ງໃຫຍ່ເພື່ອຊ່ວຍຄົນເສື່ອມຊາມເຫຼົ່ານີ້ໃຫ້ລອດພົ້ນ, ເພື່ອວ່າທຸກຄົນອາດຖືກປ່ຽນແປງ ແລະ ຖືກສ້າງຂຶ້ນໃໝ່. ຄວາມຍາກລຳບາກອັນຍິ່ງໃຫຍ່ທີ່ພຣະເຈົ້າທົນທຸກນັ້ນບໍ່ແມ່ນມີແຕ່ຄວາມຍາກລຳບາກທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດທົນທຸກເທົ່ານັ້ນ, ແຕ່ແທ້ຈິງແລ້ວແມ່ນພຣະວິນຍານຂອງພຣະເຈົ້າທີ່ທົນທຸກກັບການອັບອາຍຢ່າງໜັກ, ພຣະອົງຖ່ອມຕົນ ແລະ ປິດບັງຕົວເອງຫຼາຍ ຈົນວ່າພຣະອົງກາຍມາເປັນຄົນທຳມະດາຄົນໜຶ່ງ. ພຣະເຈົ້າໄດ້ບັງເກີດເປັນມະນຸດ ແລະ ຮັບເອົາຮູບຮ່າງຂອງເນື້ອໜັງ ເພື່ອວ່າຜູ້ຄົນຈະໄດ້ເຫັນວ່າພຣະອົງມີຊີວິດແບບມະນຸດທຳມະດາຄົນໜຶ່ງ ແລະ ມີຄວາມຕ້ອງການຄືມະນຸດທົ່ວໄປ. ນີ້ແມ່ນພຽງພໍທີ່ຈະພິສູດວ່າພຣະເຈົ້າໄດ້ຖ່ອມຕົວພຣະອົງລົງຢູ່ໃນຂັ້ນໃດໜຶ່ງ. ພຣະວິນຍານຂອງພຣະເຈົ້າຖືກຮັບຮູ້ໃນເນື້ອໜັງ. ພຣະວິນຍານຂອງພຣະອົງນັ້ນສູງສົ່ງ ແລະ ຍິ່ງໃຫຍ່ຫຼາຍ, ແຕ່ພຣະອົງໃຊ້ຮູບຮ່າງຂອງມະນຸດທົ່ວໄປຄົນໜຶ່ງ ເຊິ່ງເປັນມະນຸດທີ່ບໍ່ມີຄວາມສໍາຄັນຫຍັງເພື່ອປະຕິບັດພາລະກິດຂອງພຣະວິນຍານຂອງພຣະອົງ. ຄວາມສາມາດ, ຄວາມເຂົ້າໃຈຢ່າງເລິກເຊິ່ງ, ຄວາມຮູ້ສຶກ, ຄວາມເປັນມະນຸດ ແລະ ຊີວິດຂອງພວກເຈົ້າແຕ່ລະຄົນສະແດງໃຫ້ເຫັນວ່າພວກເຈົ້າບໍ່ຄູ່ຄວນແທ້ໆທີ່ຈະຮັບເອົາພາລະກິດແບບນີ້ຂອງພຣະເຈົ້າ. ພວກເຈົ້າບໍ່ຄູ່ຄວນທີ່ຈະໃຫ້ພຣະເຈົ້າທົນທຸກກັບຄວາມຍາກລຳບາກເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າຍິ່ງໃຫຍ່ຫຼາຍ. ພຣະອົງມີລິດທານຸພາບສູງສຸດ, ສ່ວນຜູ້ຄົນນັ້ນແມ່ນຕ່ຳຕ້ອຍຫຼາຍ, ແຕ່ພຣະອົງກໍຍັງປະຕິບັດພາລະກິດກັບພວກເຂົາ. ພຣະອົງບໍ່ໄດ້ບັງເກີດເປັນມະນຸດເພື່ອພຽງສະໜອງໃຫ້ແກ່ຜູ້ຄົນ, ເພື່ອກ່າວກັບຜູ້ຄົນເທົ່ານັ້ນ, ແຕ່ພຣະອົງຍັງດຳລົງຊີວິດຢູ່ຮ່ວມກັນກັບຜູ້ຄົນອີກດ້ວຍ. ພຣະເຈົ້າຖ່ອມຕົວຫຼາຍ, ໜ້າຮັກຫຼາຍ. ຖ້າທັນທີໃດທີ່ມີການກ່າວເຖິງຄວາມຮັກຂອງພຣະເຈົ້າ, ທັນທີໃດທີ່ມີການກ່າວເຖິງພຣະຄຸນຂອງພຣະເຈົ້າ, ເຈົ້າກໍຫຼັ່ງນ້ຳຕາເມື່ອເວລາເຈົ້າເອີ່ຍຄຳສັນລະເສີນທີ່ຍິ່ງໃຫຍ່, ຖ້າເຈົ້າມາເຖິງຂັ້ນນີ້, ເຈົ້າແມ່ນມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າແລ້ວ.
ໃນປັດຈຸບັນ ມີການບ່ຽງເບນໃນການສະແຫວງຫາຂອງຜູ້ຄົນ; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັັນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ການສ່ອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນວິທີນີ້ ພວກເຂົາຈະສູນເສຍກຳລັງໃຈ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ທຸກຄົນທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຢູ່ໃນສະພາບທີ່ດີໃນອະດີດ ແລະ ມັກຈະມີຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ມັກຫຼັ່ງນ້ຳຕາຢູ່ເລື້ອຍໆ, ຮູ້ສຶກທໍ້ແທ້ ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ໄດ້ມີປະສົບການຫຼາຍຂຶ້ນ, ສະຖານະພາບຂອງພວກເຂົາກໍດີຂຶ້ນ. ຫຼັງຈາກປະສົບການແຫ່ງການຖືກຈັດການ, ຖືກເຮັດໃຫ້ແຕກຫັກ ແລະ ໄດ້ຜ່ານຂັ້ນຕອນການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາໄດ້ກ້າວໜ້າຢ່າງໃຫຍ່. ສະຖານະພາບທີ່ເປັນລົບກໍຫຼຸດລົງ ແລະ ອຸປະນິໄສຂອງພວກເຂົາກໍໄດ້ຖືກປ່ຽນແປງ. ໃນຂະນະທີ່ພວກເຂົາຜະເຊີນກັບການທົດລອງຫຼາຍຂຶ້ນ, ຫົວໃຈຂອງພວກເຂົາກໍເລີ່ມຮັກພຣະເຈົ້າ. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະຖານະພາບດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈິ່ງຈະສາມາດໂຍນອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນຖິ້ມໄດ້. ເຈົ້າເປັນຄົນຊື່ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ທໍ້ຖອຍ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈິ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົນເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງຕົນເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ການສ່ອງແສງສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະຖານະພາບດ້ານລົບ, ເຂົາກໍຈະສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກການສ່ອງແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອເຂົາຮູ້ສະຖານະພາບເປັນຈິງຂອງຕົວເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເປີດເຜີຍຕົວເອງຈະສາມາດປະຕິບັດຕາມຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີວິໄສທັດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ເຂົາກໍສາມາດຍຶດໝັ້ນ ແລະ ຢືນຢັນເປັນພະຍານໃຫ້ກັບພຣະເຈົ້າໄດ້. ຍິ່ງຜູ້ຄົນປະຕິບັດແບບນີ້ຫຼາຍເທົ່າໃດ ເຂົາກໍຍິ່ງສາມາດປະຕິບັດຕາມຄວາມຈິງທີ່ເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະເປັນພະຍານໃຫ້ກັບພຣະເຈົ້າຕະຫຼອດໄປ.
ການມີຄວາມຮູ້ແຈ້ງ, ມີຄວາມອ່ອນນ້ອມ ແລະ ມີຄວາມສາມາດເຫັນສິ່ງຕ່າງໆ ເພື່ອວ່າເຈົ້າຈະມີຄວາມກະຕືລືລົ້ນໃນວິນຍານ ໝາຍຄວາມວ່າເຈົ້າມີພຣະທຳຂອງພຣະເຈົ້າເຍືອງທາງ ແລະ ສ່ອງແສງສະຫວ່າງເຈົ້າຢູ່ທາງໃນທັນທີທີ່ເຈົ້າຜະເຊີນກັບສິ່ງໃດໜຶ່ງ. ນີ້ແມ່ນການມີຄວາມກະຕືລືລົ້ນໃນວິນຍານ. ທຸກສິ່ງທີ່ພຣະເຈົ້າປະຕິບັດແມ່ນເພື່ອຊ່ວຍຟື້ນຟູວິນຍານຂອງຄົນ. ເປັນຫຍັງພຣະເຈົ້າຈິ່ງເວົ້າຢູ່ສະເໝີວ່າຄົນໄຮ້ຄວາມຮູ້ສຶກ ແລະ ໂງ່ຈ້າ? ກໍຍ້ອນວ່າວິນຍານຂອງຄົນໄດ້ຕາຍໄປແລ້ວ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຈົນເຖິງຂັ້ນວ່າພວກເຂົາບໍ່ຮູ້ສຶກເຖິງສິ່ງຕ່າງໆຂອງວິນຍານ. ພາລະກິດຂອງພຣະເຈົ້າແມ່ນການເຮັດໃຫ້ຊີວິດຂອງຄົນກ້າວໜ້າ ແລະ ເພື່ອຊ່ວຍໃຫ້ວິນຍານຂອງຄົນກັບມາມີຊີວິດ, ເພື່ອວ່າພວກເຂົາຈະສາມາດເຫັນໃນສິ່ງຕ່າງໆຂອງວິນຍານ ແລະ ພວກເຂົາຈະສາມາດຮັກພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈຢູ່ສະເໝີ. ການມາເຖິງຈຸດນີ້ ສະແດງໃຫ້ເຫັນວ່າວິນຍານຂອງຄົນໄດ້ຖືກຟື້ນຟູແລ້ວ ແລະ ເທື່ອໜ້າເມື່ອເຂົາຜະເຊີນກັບບາງສິ່ງ, ເຂົາກໍຈະສາມາດຕອບສະໜອງໄດ້ທັນທີ. ເຂົາຕອບສະໜອງຕໍ່ຄຳເທດສະໜາ ແລະ ຕອບສະໜອງກັບສະຖານະການຕ່າງໆໄດ້ໂດຍໄວ. ນີ້ແມ່ນສິ່ງທີ່ຄວາມກະຕືລືລົ້ນຂອງວິນຍານບັນລຸ. ມີຫຼາຍຄົນທີ່ມີປະຕິກິລິຍາໂດຍໄວຕໍ່ເຫດການທາງນອກ, ແຕ່ທັນທີເມື່ອເຂົ້າສູ່ຄວາມເປັນຈິງ ຫຼື ເມື່ອກ່າວເຖິງສິ່ງຕ່າງໆຢ່າງລາຍລະອຽດໃນວິນຍານ, ພວກເຂົາກໍກາຍເປັນຄົນຂາດຄວາມຮູ້ສຶກ ແລະ ໂງ່ຈ້າ. ພວກເຂົາເຂົ້າໃຈບາງສິ່ງກໍຍ້ອນວ່າມັນຈ້ອງເບິ່ງພວກເຂົາຢູ່ຕໍ່ໜ້າເທົ່ານັ້ນ. ທັງໝົດນີ້ແມ່ນສັນຍານຂອງຄວາມມືນຊາ ແລະ ຄວາມໂງ່ຈ້າທາງດ້ານວິນຍານ ແລະ ການມີປະສົບການພຽງໜ້ອຍດຽວກ່ຽວກັບສິ່ງຕ່າງໆຝ່າຍວິນຍານ. ບາງຄົນມີຄວາມກະຕືລືລົ້ນທາງວິນຍານ ແລະ ມີຄວາມເຫັນແຈ້ງ. ທັນທີທີ່ພວກເຂົາໄດ້ຍິນບາງສິ່ງທີ່ຊີ້ເຖິງສະຖານະພາບຂອງພວກເຂົາ ພວກເຂົາບໍ່ເສຍເວລາທີ່ຈະບັນທຶກມັນໄວ້. ຫຼັງຈາກທີ່ພວກເຂົາໄດ້ຍິນຖ້ອຍຄໍາກ່ຽວກັບຫຼັກການ ແລະ ການປະຕິບັດ, ພວກເຂົາກໍສາມາດຮັບເອົາມັນ ແລະ ນຳໃຊ້ມັນກັບປະສົບການຕໍ່ໄປຂອງພວກເຂົາ, ເພື່ອປ່ຽນແປງຕົວພວກເຂົາເອງ. ນີ້ແມ່ນຄົນທີ່ມີຄວາມກະຕືລືລົ້ນໃນວິນຍານ. ເປັນຫຍັງເຂົາຈິ່ງສາມາດມີປະຕິກິລິຍາຕອບໂຕ້ໄດ້ໄວຂະໜາດນີ້? ກໍຍ້ອນວ່າເຂົາເນັ້ນໃສ່ສິ່ງຕ່າງໆເຫຼົ່ານີ້ໃນຊີວິດປະຈຳວັນ. ເມື່ອພວກເຂົາອ່ານພຣະທໍາຂອງພຣະເຈົ້າ, ພວກເຂົາກໍສາມາດກວດສອບສະພາບຂອງພວກເຂົາໃສ່ພຣະທໍາເຫຼົ່ານັ້ນ ແລະ ທົບທວນກັບຕົນເອງ. ເມື່ອພວກເຂົາໄດ້ຍິນການສົນທະນາ ແລະ ຄໍາເທດສະໜາ ແລະ ໄດ້ຍິນພຣະທໍາທີ່ນໍາແສງສະຫວ່າງ ແລະ ແສງເຍືອງທາງມາສູ່ພວກເຂົາ, ພວກເຂົາກໍສາມາດຮັບເອົາສິ່ງເຫຼົ່ານັ້ນທັນທີ. ມັນຄ້າຍຄືກັບການໃຫ້ອາຫານໃຫ້ແກ່ຄົນທີ່ຫິວເຂົ້າ; ພວກເຂົາສາມາດກິນໄດ້ທັນທີ. ຖ້າເຈົ້າໃຫ້ອາຫານແກ່ບາງຄົນທີ່ບໍ່ຫິວເຂົ້າ, ພວກເຂົາກໍຈະບໍ່ຕອບສະໜອງໂດຍໄວ. ເຈົ້າອະທິຖານຫາພຣະເຈົ້າເລື້ອຍໆ ແລະ ເຈົ້າກໍສາມາດຕອບສະໜອງໄດ້ທັນທີເມື່ອເຈົ້າຜະເຊີນກັບບາງສິ່ງ: ພຣະເຈົ້າຮຽກຮ້ອງຫຍັງໃນເລື່ອງນີ້ ແລະ ເຈົ້າຄວນປະຕິບັດແນວໃດ. ພຣະເຈົ້າໄດ້ນຳທາງເຈົ້າໃນເລື່ອງນີ້ມາຄັ້ງໜຶ່ງແລ້ວ ແລະ ມື້ນີ້ເມື່ອເຈົ້າຜະເຊີນກັບສິ່ງດຽວກັນນີ້, ໂດຍທໍາມະຊາດແລ້ວ ເຈົ້າກໍຈະຮູ້ວິທີປະຕິບັດໃນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ. ຖ້າເຈົ້າປະຕິບັດໃນທາງນີ້ຢູ່ສະເໝີ ແລະ ປະສົບໃນທາງນີ້ຢູ່ສະເໝີ, ມີມື້ໜຶ່ງ ມັນກໍຈະມາຫາເຈົ້າຢ່າງງ່າຍດາຍ. ເມື່ອອ່ານພຣະທຳຂອງພຣະເຈົ້າ, ເຈົ້າຮູ້ວ່າຄົນແບບໃດທີ່ພຣະເຈົ້າກ່າວເຖິງ, ເຈົ້າຮູ້ວ່າສະພາບແບບໃດຂອງວິນຍານທີ່ພຣະອົງເວົ້າເຖິງ ແລະ ເຈົ້າກໍຈະສາມາດກຳຈຸດສຳຄັນນີ້ໄດ້ ແລະ ນຳເອົາໄປປະຕິບັດຕາມ; ນີ້ສະແດງໃຫ້ເຫັນວ່າເຈົ້າສາມາດຜະເຊີນໄດ້. ເປັນຫຍັງບາງຄົນຈິ່ງຂາດໃນດ້ານນີ້? ກໍຍ້ອນວ່າພວກເຂົາບໍ່ໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພາກປະຕິບັດ. ເຖິງແມ່ນວ່າພວກເຂົາເຕັມໃຈທີ່ຈະນຳເອົາຄວາມຈິງໄປປະຕິບັດຕາມ, ແຕ່ພວກເຂົາກໍບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງໃນລາຍລະອຽດຂອງການຮັບໃຊ້ ແລະ ໃນລາຍລະອຽດຂອງຄວາມຈິງໃນຊີວິດຂອງພວກເຂົາ. ພວກເຂົາສັບສົນເມື່ອບາງສິ່ງເກີດຂຶ້ນ. ໃນວິທີນີ້, ເຈົ້າອາດຖືກນໍາພາໃຫ້ຫຼົງທາງເມື່ອມີຜູ້ເຜີຍພຣະທຳທຽມ ຫຼື ສາວົກປອມມານໍາ. ເຈົ້າຕ້ອງສົນທະນາເລື້ອຍໆກ່ຽວກັບພຣະທໍາ ແລະ ພາລະກິດຂອງພຣະເຈົ້າ, ດ້ວຍວິທີນີ້ເທົ່ານັ້ນເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງ ແລະ ມີຄວາມເຫັນແຈ້ງ. ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ມີຄວາມເຫັນແຈ້ງ. ຍົກຕົວຢ່າງ: ສິ່ງທີ່ພຣະເຈົ້າກ່າວ, ວິທີທີ່ພຣະເຈົ້າກ່າວ, ສິ່ງທີ່ພຣະອົງຕ້ອງການຈາກຜູ້ຄົນ, ຄົນປະເພດໃດທີ່ເຈົ້າຄວນຄົບຄ້າສະມາຄົມນໍາ ແລະ ຄົນປະເພດໃດທີ່ເຈົ້າຄວນປະຕິເສດ. ເຈົ້າຕ້ອງສົນທະນາກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ. ຖ້າເຈົ້າປະສົມກັບພຣະທໍາຂອງພຣະເຈົ້າໃນທາງນີ້ຢູ່ສະເໝີ, ເຈົ້າຈະເຂົ້າໃຈ ແລະ ເຂົ້າໃຈຫຼາຍສິ່ງຢ່າງລະອຽດ ແລະ ເຈົ້າຍັງຈະມີຄວາມເຫັນແຈ້ງອີກດ້ວຍ. ແມ່ນຫຍັງຄືວິໄນຂອງພຣະວິນຍານບໍລິສຸດ, ແມ່ນຫຍັງຄືໂທດກຳເນີດຈາກຄວາມປະສົງຂອງມະນຸດ, ແມ່ນຫຍັງຄືການນຳພາຈາກພຣະວິນຍານບໍລິສຸດ, ແມ່ນຫຍັງຄືການຈັດແຈງສະພາບແວດລ້ອມ, ແມ່ນຫຍັງຄືການສ່ອງແສງສະຫວ່າງພາຍໃນພຣະທຳຂອງພຣະເຈົ້າ, ຖ້າເຈົ້າບໍ່ຈະແຈ້ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າກໍຈະບໍ່ມີຄວາມຮູ້ແຈ້ງ. ເຈົ້າຄວນຮູ້ວ່າແມ່ນຫຍັງທີ່ມາຈາກພຣະວິນຍານບໍລິດສຸດ, ແມ່ນຫຍັງຄືອຸປະນິໄສກະບົດ, ວິທີເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ວິທີໂຍນຄວາມກະບົດຂອງຕົວເຈົ້າເອງຖິ້ມ; ຖ້າເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງໃນສິ່ງເຫຼົ່ານີ້, ເຈົ້າກໍຈະມີພື້ນຖານ; ເມື່ອບາງສິ່ງເກີດຂຶ້ນ, ເຈົ້າຈະມີຄວາມຈິງທີ່ເໝາະສົມເພື່ອປຽບທຽບກັບມັນໄດ້ ແລະ ວິໄສທັດທີ່ເໝາະສົມເປັນພື້ນຖານ. ເຈົ້າຈະມີຫຼັກການໃນທຸກສິ່ງທີ່ເຈົ້າປະຕິບັດ ແລະ ຈະສາມາດປະຕິບັດຕາມຄວາມຈິງ. ແລ້ວຊີວິດຂອງເຈົ້າກໍຈະເຕັມໄປດ້ວຍແສງສະຫວ່າງຂອງພຣະເຈົ້າ, ເຕັມໄປດ້ວຍພອນຂອງພຣະເຈົ້າ. ພຣະເຈົ້າຈະບໍ່ປະຕິບັດບໍ່ດີຕໍ່ຄົນທີ່ສະແຫວງຫາພຣະອົງດ້ວຍໃຈຈິງ. ພຣະເຈົ້າຈະບໍ່ປະຕິບັດຢ່າງບໍ່ຍຸຕິທໍາຕໍ່ຄົນທີ່ສະແຫວງຫາພຣະອົງຢ່າງຈິງໃຈ ຫຼື ຜູ້ທີ່ດໍາລົງຊີວິດຕາມພຣະອົງ ແລະ ເປັນພະຍານໃຫ້ກັບພຣະອົງ ແລະ ພຣະອົງຈະບໍ່ສາບແຊ່ງຄົນທີ່ສາມາດກະຫາຍຫາຄວາມຈິງຢ່າງຈິງໃຈ. ຖ້າໃນຂະນະທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເຈົ້າສາມາດເອົາໃຈໃສ່ໃນການຮູ້ຈັກສະພາບຕົວຈິງຂອງຕົວເຈົ້າເອງ, ເອົາໃຈໃສ່ຕໍ່ການປະຕິບັດຂອງຕົວເຈົ້າເອງ ແລະ ເອົາໃຈໃສ່ຕໍ່ຄວາມເຂົ້າໃຈຂອງຕົນເອງ, ແລ້ວ ເມື່ອເຈົ້າພົບກັບບັນຫາ, ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ຈະໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ. ເຈົ້າຈະມີເສັ້ນທາງແຫ່ງການປະຕິບັດ ແລະ ໄດ້ຮັບຄວາມຮູ້ແຈ້ງສຳລັບທຸກສິ່ງ. ຄົນທີ່ມີຄວາມຈິງບໍ່ໜ້າເປັນໄປໄດ້ທີ່ຈະຖືກຫຼອກລວງ ແລະ ບໍ່ໜ້າເປັນໄປໄດ້ທີ່ຈະປະພຶດຕົນແບບບໍ່ເໝາະສົມ ຫຼື ປະຕິບັດແບບເກີນຄວນ. ຍ້ອນຄວາມຈິງເຂົາຈຶ່ງຖືກປົກປ້ອງ ແລະ ຍ້ອນຄວາມຈິງ ເຂົາຈຶ່ງໄດ້ຮັບຄວາມເຂົ້າໃຈຫຼາຍຂຶ້ນ. ຍ້ອນຄວາມຈິງເຂົາຈຶ່ງມີເສັ້ນທາງປະຕິບັດຫຼາຍຂຶ້ນ, ມີໂອກາດໃຫ້ພຣະວິນຍາບໍລິສຸດປະຕິບັດພາລະກິດໃນຕົວເຂົາຫຼາຍຂຶ້ນ ແລະ ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນຫຼາຍຂຶ້ນ.