(VIII) ກ່ຽວກັບການບັນລຸຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

415. ສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງຕ້ອງຮູ້ວ່າ ພຣະຜູ້ສ້າງແມ່ນໃຜ, ການຊົງສ້າງມະນຸດແມ່ນເພື່ອຫຍັງ, ວິທີປະຕິບັດຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນ ແລະ ວິທິນະມັດສະການພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ຕ້ອງເຂົ້າໃຈ, ຮູ້ແຈ້ງ, ຮູ້ຈັກ ແລະ ເອົາໃຈໃສ່ຕໍ່ຄວາມປະສົງ, ຄວາມປາດຖະໜາ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະຜູ້ສ້າງ ແລະ ຕ້ອງປະຕິບັດຕາມວິທີທາງຂອງພຣະຜູ້ສ້າງ ນັ້ນກໍຄື ການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

ການຍໍາເກງພຣະເຈົ້າແມ່ນຫຍັງ? ຄົນເຮົາສາມາດຫຼີກເວັ້ນຄວາມຊົ່ວຮ້າຍໄດ້ແນວໃດ?

“ການຍໍາເກງພຣະເຈົ້າ” ບໍ່ໄດ້ໝາຍເຖິງການຕົກໃຈ ແລະ ຄວາມຢ້ານກົວທີ່ບໍ່ສາມາດບັນຍາຍໄດ້ ຫຼື ການຫຼີກເວັ້ນ ຫຼື ການຢູ່ຫ່າງ ຫຼື ການບູຊາຮູບ ຫຼື ຄວາມເຊື່ອງົມງວາຍ. ກົງກັນຂ້າມ ມັນແມ່ນຄວາມເຫຼື້ອມໃສ, ຄວາມເຄົາລົບ, ຄວາມເຊື່ອໃຈ, ຄວາມເຂົ້າໃຈ, ຄວາມເອົາໃຈໃສ່, ຄວາມເຊື່ອຟັງ, ການອຸທິດຕົນ, ຄວາມຮັກ ພ້ອມດ້ວຍການນະມັດສະການ, ການຕອບແທນ ແລະ ການຍອມເຮັດຕາມໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ. ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ມວນມະນຸດຈະບໍ່ມີຄວາມເຫຼື້ອມໃສທີ່ແທ້ຈິງ, ຄວາມເຊື່ອໃຈທີ່ແທ້ຈິງ, ຄວາມເຂົ້າໃຈທີ່ແທ້ຈິງ, ຄວາມເອົາໃຈໃສ່ ແລະ ຄວາມເຊື່ອຟັງທີ່ແທ້ຈິງ ແຕ່ຈະມີພຽງຄວາມຢ້ານກົວ ແລະ ຄວາມບໍ່ສະບາຍໃຈ, ຂໍ້ສົງໄສ, ຄວາມເຂົ້າໃຈຜິດ, ການຫຼົບຫຼີກ ແລະ ການຫຼີກເວັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການອຸທິດຕົນ ແລະ ການຕອບແທນທີ່ແທ້ຈິງ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການນະມັດສະການ ແລະ ການຍອມເຮັດຕາມທີ່ແທ້ຈິງ, ຈະມີແຕ່ການບູຊາ ແລະ ຄວາມເຊື່ອທີ່ງົມງວາຍແບບຕາບອດເທົ່ານັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ສາມາດປະຕິບັດຕາມວິທີທາງຂອງພຣະເຈົ້າ ຫຼື ຍໍາເກງພຣະເຈົ້າ ຫຼື ຫຼີກເວັ້ນຄວາມຊົ່ວຮ້າຍ. ໃນທາງກັບກັນ, ກິດຈະກໍາ ແລະ ການປະພຶດທັງໝົດທີ່ມະນຸດມີ ແມ່ນຈະເຕັມໄປດ້ວຍການກະບົດ ແລະ ຄວາມບໍ່ເຊື່ອຟັງ ພ້ອມກັບຄໍາກ່າວຫາແບບໃສ່ຮ້າຍປ້າຍສີ ແລະ ຄໍາຕັດສິນແບບໝິ່ນປະໝາດກ່ຽວກັບພຣະອົງ ແລະ ພ້ອມກັບການປະຕິບັດທີ່ຊົ່ວຮ້າຍ ເຊິ່ງຂັດກັບຄວາມຈິງ ແລະ ຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງພຣະເຈົ້າ.

ເມື່ອມວນມະນຸດມີຄວາມເຊື່ອໃຈທີ່ແທ້ຈິງຕໍ່ພຣະເຈົ້າ, ພວກເຂົາກໍຈະຕິດຕາມພຣະອົງ ແລະ ເພິ່ງພາອາໄສພຣະອົງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອໃຈ ແລະ ຄວາມເພິ່ງພາອາໄສທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການເຂົ້າໃຈທີ່ແທ້ຈິງ; ສິ່ງທີ່ມາພ້ອມກັບຄວາມສາມາດເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າແມ່ນການເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະອົງ; ມີແຕ່ຄວາມເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຊື່ອຟັງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອຟັງທີ່ແທ້ຈິງໃນພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດອຸທິດຕົນຢ່າງແທ້ຈິງ; ມີແຕ່ການອຸທິດຕົນທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດຕອບແທນໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ; ມີແຕ່ຄວາມເຊື່ອໃຈ ແລະ ການເພິ່ງພາອາໄສທີ່ແທ້ຈິງ, ຄວາມເຂົ້າໃຈ ແລະ ຄວາມເອົາໃຈໃສ່ທີ່ແທ້ຈິງ, ຄວາມເຊື່ອຟັງທີ່ແທ້ຈິງ, ການອຸທິດຕົນທີ່ແທ້ຈິງ ແລະ ການຕອບແທນເທົ່ານັ້ນ ມະນຸດຈິ່ງຈະສາມາດຮູ້ຈັກອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ຈັກຕົວຕົນຂອງພຣະຜູ້ສ້າງ; ເມື່ອພວກເຂົາໄດ້ຮູ້ຈັກພຣະຜູ້ສ້າງຢ່າງແທ້ຈິງເທົ່ານັ້ນ ມະນຸດຈິ່ງຈະສາມາດປຸກການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງພາຍໃນຕົວເອງ; ເມື່ອພວກເຂົາມີການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງຕໍ່ພຣະຜູ້ສ້າງເທົ່ານັ້ນ ມະນຸດຈິ່ງຈະສາມາດປະຖິ້ມວິທີທາງທີ່ຊົ່ວຮ້າຍຂອງພວກເຂົາໄດ້ ເຊິ່ງນັ້ນກໍຄືການຫຼີກເວັ້ນຄວາມຊົ່ວຮ້າຍ.

ນີ້ປະກອບເປັນຂະບວນການທັງໝົດຂອງ “ການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ຍັງເປັນເນື້ອໃນທີ່ຄົບຖ້ວນກ່ຽວກັບການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ ພ້ອມດ້ວຍເສັ້ນທາງທີ່ຕ້ອງຂ້າມຜ່ານ ເພື່ອໄປເຖິງຈຸດຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

(ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

416. ກ່ອນອື່ນໝົດ ພວກເຮົາຮູ້ວ່າອຸປະນິໄສຂອງພຣະເຈົ້າແມ່ນຄວາມສະຫງ່າຜາເຜີຍ ແລະ ຄວາມໂກດຮ້າຍ; ພຣະອົງບໍ່ແມ່ນແກະທີ່ຈະຖືກຂ້າໂດຍຜູ້ໃດຜູ້ໜຶ່ງ, ແຮງໄກທີ່ພຣະອົງຈະເປັນຫຸ່ນຕຸກກະຕາທີ່ຖືກຄວບຄຸມໂດຍຜູ້ຄົນຕາມທີ່ພວກເຂົາຕ້ອງການ. ພຣະອົງຍັງບໍ່ແມ່ນກຸ່ມອາກາດທີ່ວ່າງເປົ່າໃຫ້ຜູ້ຄົນບົ່ງການເຊັ່ນກັນ. ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າມີຢູ່, ແລ້ວເຈົ້າກໍຄວນມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ເຈົ້າຄວນຮູ້ວ່າແກ່ນແທ້ຂອງພຣະອົງບໍ່ແມ່ນແກ່ນແທ້ທີ່ຈະຖືກເຮັດໃຫ້ໃຈຮ້າຍ. ຄວາມໃຈຮ້າຍນີ້ອາດຖືກປຸກປັ່ນໂດຍຄຳເວົ້າ ຫຼື ບາງເທື່ອກໍດ້ວຍຄວາມຄິດ ຫຼື ບາງເທື່ອກໍດ້ວຍພຶດຕິກຳທີ່ຊົ່ວຮ້າຍ ຫຼື ບາງເທື່ອກໍແມ່ນແຕ່ພຶດຕິກຳທີ່ອ່ອນໂຍນ, ພຶດຕິກຳທີ່ສາມາດຜ່ານໄປໄດ້ໃນສາຍຕາ ແລະ ຈັນຍາບັນຂອງມະນຸດ; ຫຼື ບາງເທື່ອ ມັນກໍຖືກປຸກປັ່ນໂດຍຄຳສັ່ງສອນ ຫຼື ທິດສະດີ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າໄດ້ເຮັດໃຫ້ພຣະເຈົ້າໃຈຮ້າຍແລ້ວ, ໂອກາດຂອງເຈົ້າກໍສູນເສຍໄປ ແລະ ມື້ສຸດທ້າຍຂອງເຈົ້າກໍໄດ້ມາເຖິງ. ນີ້ແມ່ນສິ່ງທີ່ເປັນຕາຢ້ານ! ຖ້າເຈົ້າບໍ່ເຂົ້າໃຈວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ແລ້ວບາງເທື່ອ ເຈົ້າກໍບໍ່ຢ້ານພຣະອົງ ແລະ ບາງເທື່ອ ເຈົ້າກໍທ້າທາຍພຣະອົງຢູ່ເປັນປະຈຳ. ຖ້າເຈົ້າບໍ່ຮູ້ຈັກວິທີຢຳເກງພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດຢຳເກງພຣະເຈົ້າ ແລະ ເຈົ້າກໍຈະບໍ່ຮູ້ຈັກວິທີທີ່ຈະນໍາເອົາຕົວເອງໄປຍ່າງຢູ່ ຫົນທາງຂອງພຣະເຈົ້າ ໂດຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຫຼັງຈາກທີ່ເຈົ້າຮູ້ແລ້ວ ແລະ ຮູ້ສຶກຕົວວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ເຈົ້າກໍຈະຮູ້ວ່າ ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍແມ່ນຫຍັງ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

417. ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າຈະມີອົງປະກອບແຫ່ງຄວາມຮັກ ແລະ ພຣະອົງເມດຕາຕໍ່ທຸກຄົນ, ຜູ້ຄົນແມ່ນໄດ້ເບິ່ງຂ້າມ ແລະ ລືມຂໍ້ແທ້ຈິງທີ່ວ່າ ແກ່ນແທ້ຂອງພຣະອົງເປັນແກ່ນແທ້ທີ່ມີກຽດສັກສີເຊັ່ນກັນ. ການທີ່ພຣະອົງຮັກບໍ່ໄດ້ໝາຍຄວາມວ່າ ຜູ້ຄົນຈະສາມາດກະທໍາຜິດຕໍ່ພຣະອົງຕາມອຳເພີໃຈ ໂດຍບໍ່ປຸກປັ່ນຄວາມຮູ້ສຶກ ຫຼື ປະຕິກິລິຍາຂອງພຣະອົງ ຫຼື ຂໍ້ແທ້ຈິງທີ່ວ່າພຣະອົງມີຄວາມເມດຕາບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ພຣະເຈົ້າມີຊີວິດຢູ່; ພຣະອົງເປັນຢູ່ຢ່າງແທ້ຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາທີ່ຖືກຈິນຕະນາການຂຶ້ນມາ ຫຼື ວັດຖຸອື່ນໆ. ເນື່ອງຈາກວ່າພຣະອົງເປັນຢູ່, ພວກເຮົາຄວນຟັງສຽງຂອງຫົວໃຈຂອງພຣະອົງຢ່າງລະມັດລະວັງຢູ່ຕະຫຼອດເວລາ, ໃສ່ໃຈກັບທ່າທີຂອງພຣະອົງຢ່າງໃກ້ຊິດ ແລະ ມາເຂົ້າໃຈຄວາມຮູ້ສຶກຂອງພຣະອົງ. ພວກເຮົາບໍ່ຄວນໃຊ້ຈິນຕະນາການຂອງມະນຸດເພື່ອນິຍາມພຣະເຈົ້າ ຫຼື ພວກເຮົາບໍ່ຄວນເອົາຄວາມຄິດ ຫຼື ຄວາມປາຖະໜາຂອງມະນຸດກໍານົດພຣະອົງ, ເຮັດໃຫ້ພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະຂອງມະນຸດ ໂດຍອີງຕາມຈິນຕະນາການຂອງມະນຸດ. ຖ້າເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າໃຈຮ້າຍ, ປຸກປັ່ນຄວາມໂກດຮ້າຍຂອງພຣະອົງ ແລະ ທ້າທາຍກຽດສັກສີຂອງພຣະອົງ! ສະນັ້ນ ຫຼັງຈາກທີ່ພວກເຈົ້າໄດ້ມາເຂົ້າໃຈເຖິງຄວາມຮຸນແຮງຂອງເລື່ອງນີ້, ເຮົາແນະນຳໃຫ້ພວກເຈົ້າແຕ່ລະຄົນລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຈົ້າ. ໃຫ້ລະມັດລະວັງ ແລະ ຮອບຄອບໃນຄຳເວົ້າຂອງພວກເຈົ້າ. ສຳລັບວິທີການທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ, ຍິ່ງເຈົ້າລະມັດລະວັງ ແລະ ຮອບຄອບຫຼາຍສໍ່າໃດ, ມັນກໍຍິ່ງເປັນການດີຫຼາຍສໍ່ານັ້ນ! ເມື່ອເຈົ້າບໍ່ເຂົ້າໃຈວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ ກໍຈົ່ງລະເວັ້ນຈາກການເວົ້າໂລເລ, ຢ່າປະໝາດໃນການກະທຳຂອງເຈົ້າ ແລະ ຢ່າເວົ້າໄປເລື້ອຍເປືອຍ. ສຳຄັນໄປກວ່ານັ້ນ, ຢ່າສະຫຼຸບຕາມອຳເພີໃຈ. ກົງກັນຂ້າມ, ເຈົ້າຄວນລໍຖ້າ ແລະ ສະແຫວງຫາ; ການກະທຳເຫຼົ່ານີ້ແມ່ນເປັນການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຊັ່ນກັນ. ນອກເໜືອສິ່ງອື່ນໃດ, ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ ແລະ ນອກເໜືອສິ່ງອື່ນໃດ ຖ້າເຈົ້າມີທັດສະນະຄະຕິນີ້, ແລ້ວພຣະເຈົ້າກໍຈະບໍ່ໂທດເຈົ້າສຳລັບຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ການຂາດຄວາມເຂົ້າໃຈຂອງເຈົ້າໃນເຫດຜົນທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ກົງກັນຂ້າມ, ຍ້ອນທ່າທີໃນການຢ້ານກະທໍາຜິດຕໍ່ພຣະເຈົ້າ, ຄວາມເຄົາລົບຕໍ່ເຈດຕະນາຂອງພຣະອົງ ແລະ ຄວາມເຕັມໃຈທີ່ຈະເຊື່ອຟັງພຣະອົງ, ພຣະເຈົ້າຈະຈື່ເຈົ້າ, ນໍາພາ ແລະ ໃຫ້ສ່ອງແສງແກ່ເຈົ້າ ຫຼື ອົດທົນຕໍ່ຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງເຈົ້າ. ແຕ່ຖ້າທ່າທີຂອງເຈົ້າທີ່ມີຕໍ່ພຣະອົງຄືການບໍ່ເຄົາລົບ, ຕັດສິນພຣະອົງຕາມທີ່ເຈົ້າປາຖະໜາ ຫຼື ຄາດເດົາຕາມອຳເພີໃຈ ແລະ ກຳນົດແນວຄິດຂອງພຣະອົງ, ພຣະເຈົ້າກໍຈະປະນາມເຈົ້າ, ລົງວິໄນເຈົ້າ ແລະ ເຖິງກັບລົງໂທດເຈົ້າ; ຫຼື ພຣະອົງອາດສະແດງຄວາມຄິດເຫັນກ່ຽວກັບເຈົ້າ. ບາງເທື່ອ ຄວາມຄິດເຫັນນີ້ຈະກ່ຽວພັນກັບຜົນຕາມມາຂອງເຈົ້າ. ສະນັ້ນ ເຮົາຈຶ່ງຂໍເນັ້ນອີກຄັ້ງ: ພວກເຈົ້າແຕ່ລະຄົນຄວນລະມັດລະວັງ ແລະ ຮອບຄອບກ່ຽວກັບທຸກສິ່ງທີ່ມາຈາກພຣະເຈົ້າ. ຢ່າເວົ້າໂດຍບໍ່ລະມັດລະວັງ ແລະ ຢ່າປະໝາດໃນການກະທຳຂອງເຈົ້າ. ກ່ອນທີ່ເຈົ້າຈະເວົ້າຫຍັງ, ເຈົ້າຄວນຢຸດ ແລະ ຄິດຄໍານຶງວ່າ: ການກະທຳນີ້ຂອງຂ້ານ້ອຍຈະເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ການເຮັດສິ່ງນັ້ນ, ຂ້ານ້ອຍກຳລັງເຄົາລົບພຣະເຈົ້າບໍ? ແມ່ນແຕ່ໃນເລື່ອງເລັກໆນ້ອຍໆ, ເຈົ້າກໍຄວນພະຍາຍາມຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ ແລະ ໃຊ້ເວລາເພີມເຕີມເພື່ອພິຈາລະນາຄຳຖາມເຫຼົ່ານີ້. ຖ້າເຈົ້າສາມາດປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງແທ້ຈິງໃນທຸກລັກສະນະ, ໃນທຸກສິ່ງ, ຕະຫຼອດເວລາ ແລະ ນໍາໃຊ້ທ່າທີດັ່ງກ່າວ ໂດຍສະເພາະເມື່ອເວລາເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢູ່ສະເໝີ ແລະ ສະໜອງເສັ້ນທາງໃຫ້ເຈົ້າໄດ້ເດີນຕາມ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

418. ເຮົາແນະນໍາໃຫ້ພວກເຈົ້າທໍາຄວາມເຂົ້າໃຈກັບເນື້ອໃນຂອງພຣະດໍາລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ພະຍາຍາມຮຽນຮູ້ອູບປະນິໄສຂອງພຣະເຈົ້າ. ບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ສາມາດປິດປາກພວກເຈົ້າໄດ້ ແລະ ລີ້ນຂອງເຈົ້າຈາກການເວົ້າໂອ້ອວດຢ່າງຕາມໃຈ ແລະ ເຈົ້າຈະລ່ວງເກີນອຸບປະນິໄສຂອງພຣະເຈົ້າ ໂດຍບໍ່ໄດ້ເຈດຕະນາ ແລະ ຕົກໄປຢູ່ໃນຄວາມມືດ ນັ້ນກໍຄືປາດສະຈາກການສະຖິດຂອງພຣະວິນຍານບໍລິສຸດ ແລະ ຂາດແສງສະຫວ່າງ. ເພາະວ່າການກະທໍາຂອງພວກເຈົ້າ ແມ່ນບໍ່ມີສິນທໍາ ເຊິ່ງໄດ້ກະທໍາ ຫຼື ເວົ້າໃນສິ່ງທີ່ເຈົ້າບໍ່ຄວນ, ເຈົ້າຈະໄດ້ຮັບຜົນກໍາຕາມສະໜອງທີ່ເໝາະສົມ. ເຖິງແມ່ນວ່າການເວົ້າຈາແລະ ການກະທໍາຂອງເຈົ້າຈະບໍ່ມີສິນທໍາ ແຕ່ ເຈົ້າຄວນຮູ້ວ່າ ພຣະເຈົ້າມີສິນທໍາໃນສອງຢ່າງນີ້ຫຼາຍ. ເຫດຜົນທີ່ເຈົ້າໄດ້ຮັບຜົນກໍາຕາມສະໜອງແມ່ນຍ້ອນວ່າ ເຈົ້າໄດ້ລ່ວງເກີນພຣະເຈົ້າ, ບໍ່ແມ່ນລ່ວງເກີນມະນຸດ. ໃນຊີວິດຂອງເຈົ້າ ຖ້າເຈົ້າໄດ້ກະທຳຜິດຫຼາຍຄັ້ງຕໍ່ອຸບປະນິໄສຂອງພຣະເຈົ້າ, ເຈົ້າກໍຈະກາຍເປັນລູກທີ່ຊົ່ວຊ້າທີ່ສຸດ. ສໍາລັບມະນຸດແລ້ວ ມັນອາດຈະປະກົດວ່າ ເຈົ້າໄດ້ສ້າງກໍາພຽງໜ້ອຍດຽວເທົ່ານັ້ນ ທີ່ບໍ່ໄດ້ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ຢ່າງໃດກໍຕາມ ເຈົ້າຮູ້ຕົວຢູ່ບໍວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າແມ່ນຄົນໜຶ່ງ ທີ່ບໍ່ມີຄວາມຜິດບາບໃຫ້ຖວາຍອີກແລ້ວ? ຍ້ອນເຈົ້າໄດ້ຝ່າຝືນພຣະດໍາລັດຂອງພຣະເຈົ້າຫຼາຍກວ່າໜຶ່ງ ຄັ້ງ ແລະ ນອກຈາກນັ້ນ ກໍບໍ່ໄດ້ສະແດງທ່າທີຂອງການສໍານຶກຜິດ. ດັ່ງນັ້ນ ເຈົ້າບໍ່ມີທາງເລືອກ ນອກຈາກການຕົກນາຮົກ ເຊິ່ງເປັນບ່ອນທີ່ພຣະເຈົ້າລົງໂທດມະນຸດ. ໃນຂະນະທີ່ຕິດຕາມພຣະເຈົ້າ ມີຄົນຈໍານວນໜ້ອຍໄດ້ສ້າງບາບກໍາບາງຢ່າງ ທີ່ຜິດຕໍ່ສິນທໍາ ແຕ່ພາຍຫຼັງຖືກຈັດການ ແລະ ຖືກຊີ້ນໍາ ພວກເຂົາກໍຄ່ອຍໆຄົ້ນພົບຄວາມເສື່ອມເສຍຂອງພວກເຂົາເອງ ແລ້ວຫຼັງຈາກນັ້ນ ກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມຈິງທີ່ຖືກຕ້ອງ ແລະ ພວກເຂົາກໍສືບຕໍ່ຮັບການສຶກສາອົບຮົມເປັນຢ່າງດີຈົນຮອດປັດຈຸບັນ. ໃນຕອນສຸດທ້າຍ ກຸ່ມຄົນດັ່ງກ່າວແມ່ນ ຜູ້ທີ່ຈະຄົງເຫຼືອຢູ່. ແຕ່ເຮົາສະແຫວງຫາຄົນທີ່ຊື່ສັດ, ຖ້າເຈົ້າແມ່ນຄົນຊື່ສັດ ແລະ ເປັນຄົນທີ່ກະທໍາຕາມສິນທໍາ ເຈົ້າກໍສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພຣະ ເຈົ້າ. ຖ້າໃນການກະທໍາຂອງເຈົ້າ, ເຈົ້າບໍ່ໄດ້ລ່ວງເກີນອຸບປະນິໄສຂອງພຣະເຈົ້າ ແລະ ເຈົ້າສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ມີຈິດໃຈເຄົາລົບບູຊາພຣະເຈົ້າ, ສັດທາຂອງເຈົ້າກໍຖືວ່າ ໄດ້ມາດຕະຖານແລ້ວ. ຜູ້ໃດທີ່ບໍ່ເຄົາລົບບູຊາພຣະເຈົ້າ ແລະ ບໍ່ມີຈິດໃຈທີ່ຢໍາກຽງ ແມ່ນ ຈະລ່ວງເກີນພຣະດໍາລັດຂອງພຣະເຈົ້າ ຢ່າງຊັດເຈນ. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກອັນແຮງກ້າ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດຂອງພຣະເຈົ້າ ແລະ ຂາດຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ສຸດທ້າຍພວກເຂົາມັກຈະກະທຳໃນສິ່ງຕ່າງໆທີ່ກາຍເປັນການທໍາລາຍການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໄລ່ອອກ, ຖືກຕັດສິດບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກຂັບໄລ່ໄປສູ່ນາຮົກ ເຊິ່ງຈະຢຸດຕິການ ພົວພັນ ທັງໝົດກັບພຣະວິຫານ ຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນພຣະວິຫານຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາ ຢ່າງໄຮ້ດຽງສາ ແລະ ສູດທ້າຍກາຍເປັນການກະທໍາທີ່ບໍ່ເພິ່ງພໍໃຈພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນພຣະວິຫານຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍ ໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຄິດເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸບປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸບປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຈິດໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ດັ່ງກ່າວນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຂໍ້ຄວາມຂອງຄໍາເວົ້າ ຫຼື ຄໍາສອນທາງສາສະໜາ, ແຕ່ສາມາດນໍາໄປໃຊ້ເປັນຄັງຊັບເພື່ອໃຫ້ເຈົ້າເປັນທີ່ໄວ້ວາງໃຈທີ່ໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າ ພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດ ຄວາມຮູ້ກ່ຽວກັບ ຄວາມເປັນຈິງ ແລະ ບໍ່ມີຄວາມຈິງ, ການຮັບໃຊ້ດ້ວຍຄວາມຮັກ ອັນແຮງກ້າຂອງເຈົ້າ ກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າມາສູ່ເຈົ້າໄດ້.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

419. ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະປະຕິບັດພາລະກິດທີ່ເຈົ້າຄວນປະຕິບັດເພື່ອພຣະອົງ. ຖ້າເຈົ້າບໍ່ຮູ້ຈັກທາດແທ້ຂອງພຣະເຈົ້າ ແລ້ວມັນກໍເປັນໄປບໍ່ໄດ້ທີ່ເຈົ້າຈະສະແດງການເຄົາລົບ ແລະ ຄວາມຢຳເກງຕໍ່ພຣະອົງ; ກົງກັນຂ້າມ ຈະມີພຽງຄວາມພໍເປັນພິທີໂດຍບໍ່ເອົາໃຈໃສ່ ແລະ ການເວົ້າແຕ່ປາກ ແລະ ຍິ່ງໄປກວ່ານັ້ນພາກັນໝິ່ນປະໝາດຈົນຕິດນິໄສ. ເຖິງແມ່ນວ່າ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າສຳຄັນແນ່ນອນ ແລະ ການຮູ້ຈັກທາດແທ້ຂອງພຣະເຈົ້າກໍບໍ່ສາມາດເບິ່ງຂ້າມໄດ້, ກໍບໍ່ມີໃຜເຄີຍກວດສອບ ຫຼື ຄົ້ນຫາຢ່າງລະອຽດໃນບັນຫາເຫຼົ່ານີ້. ມັນເຫັນໄດ້ຢ່າງຊັດເຈນວ່າ ພວກເຈົ້າທັງໝົດໄດ້ປ່ອຍປະລະເລີຍບົດບັນຍັດແຫ່ງການຄຸ້ມຄອງທີ່ເຮົາໄດ້ປະກາດນໍາໃຊ້. ຖ້າພວກເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລ້ວພວກເຈົ້າກໍຈະເຮັດຜິດໃຈພຣະອົງຢ່າງແນ່ນອນ. ການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າກໍເທົ່າກັບການເຮັດໃຫ້ພຣະເຈົ້າເອງໂກດຮ້າຍ ເຊິ່ງໃນກໍລະນີນັ້ນ ຜົນສຸດທ້າຍຂອງການກະທຳຂອງເຈົ້າຈະເປັນການລະເມີດກົດບັນຍັດແຫ່ງການຄຸ້ມຄອງ. ບັດນີ້ ເຈົ້າຄວນຮູ້ວ່າ ເມື່ອເຈົ້າເຂົ້າໃຈເຖິງທາດແທ້ຂອງພຣະເຈົ້າ, ເຈົ້າກໍສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະອົງເຊັ່ນກັນ ແລະ ເມື່ອເຈົ້າເຂົ້າໃຈເຖິງອຸປະນິໄສຂອງພຣະອົງ, ເຈົ້າກໍຈະເຂົ້າໃຈບົດບັນຍັດແຫ່ງການຄຸ້ມຄອງເຊັ່ນກັນ. ແນ່ນອນ ຫຼາຍຢ່າງຂອງສິ່ງຖືກລະບຸໄວ້ພາຍໃນບົດບັນຍັດແຫ່ງການຄຸ້ມຄອງໄດ້ລາມເຖິງອຸປະນິໄສຂອງພຣະເຈົ້າ ແຕ່ບໍ່ແມ່ນອຸປະນິໄສທັງໝົດຂອງພຣະອົງຖືກສະແດງອອກພາຍໃນບົດບັນຍັດແຫ່ງການຄຸ້ມຄອງ; ດ້ວຍເຫດນັ້ນ ພວກເຈົ້າຕ້ອງດຳເນີນໄປອີກໜຶ່ງກ້າວເພື່ອພັດທະນາຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບອຸປະນິໄສຂອງພຣະເຈົ້າ.

(ຄັດຈາກບົດ “ມັນເປັນເລື່ອງສຳຄັນຫຼາຍທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

420. ພຣະເຈົ້າແມ່ນພຣະເຈົ້າທີ່ມີຊີວິດ ແລະ ເຊັ່ນດຽວກັນກັບຜູ້ຄົນທີ່ປະພຶດແຕກຕ່າງກັນເມື່ອຢູ່ໃນສະຖານະການທີ່ແຕກຕ່າງກັນ, ທ່າທີຂອງພຣະອົງຕໍ່ພຶດຕິກຳເຫຼົ່ານີ້ກໍແຕກຕ່າງກັນ ຍ້ອນພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ພຣະອົງບໍ່ແມ່ນກຸ່ມອາກາດທີ່ວ່າງເປົ່າ. ການຮູ້ຈັກທ່າທີຂອງພຣະເຈົ້າແມ່ນການສະແຫວງຫາທີ່ຄຸ້ມຄ່າສຳລັບມະນຸດຊາດ. ຜູ້ຄົນຄວນຮຽນຮູ້ວິທີທີ່ພວກເຂົາສາມາດບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈຫົວໃຈຂອງພຣະອົງ ໂດຍການຮູ້ຈັກທ່າທີຂອງພຣະເຈົ້າ. ເມື່ອເຈົ້າມາເຂົ້າໃຈຫົວໃຈຂອງພຣະເຈົ້າເທື່ອລະໜ້ອຍ, ເຈົ້າຈະບໍ່ຮູ້ສຶກວ່າ ການຢຳເກງພຣະອົງ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເປັນສິ່ງຍາກທີ່ຈະເຮັດໃຫ້ສຳເລັດໄດ້. ຍິ່ງໄປກວ່ານັ້ນ, ເມື່ອເຈົ້າເຂົ້າໃຈພຣະເຈົ້າ, ເຈົ້າກໍບໍ່ມີທາງທີ່ຈະສະຫຼຸບກ່ຽວກັບພຣະອົງໄດ້. ເມື່ອເຈົ້າເຊົາສະຫຼຸບກ່ຽວກັບພຣະເຈົ້າ, ເຈົ້າກໍຈະທ້າທາຍພຣະອົງໜ້ອຍລົງ ແລະ ໂດຍທີ່ເຈົ້າບໍ່ຮູ້ຕົວ ພຣະເຈົ້າຈະນຳພາເຈົ້າຮັບເອົາຄວາມຮູ້ກ່ຽວກັບພຣະອົງ; ສິ່ງນີ້ຈະເຕີມເຕັມຫົວໃຈຂອງເຈົ້າດ້ວຍຄວາມເຄົາລົບນັບຖືສຳລັບພຣະອົງ. ແລ້ວເຈົ້າກໍຈະເຊົາໃຫ້ນິຍາມພຣະເຈົ້າດ້ວຍລັກສະນະຂອງຄຳສັ່ງສອນ, ຕົວອັກສອນ ແລະ ທິດສະດີທີ່ເຈົ້າໄດ້ຮຽນຮູ້. ກົງກັນຂ້າມ, ການສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງຢ່າງຕໍ່ເນື່ອງ, ເຈົ້າຈະກາຍມາເປັນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າໂດຍບໍ່ຮູ້ຕົວ.

ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ໂດຍມະນຸດ, ແຕ່ສໍາລັບພຣະອົງແລ້ວ, ການກະທຳຂອງແຕ່ລະຄົນ ພ້ອມກັບທ່າທີຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນບໍ່ພຽງແຕ່ສັງເກດເຫັນໄດ້ໂດຍພຣະເຈົ້າເທົ່ານັ້ນ, ແຕ່ພຣະອົງສາມາດເບິ່ງເຫັນໄດ້ເຊັ່ນກັນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ ແລະ ຊັດເຈນກ່ຽວກັບມັນ. ເຈົ້າອາດຖາມຕົນເອງຢູ່ສະເໝີວ່າ “ພຣະເຈົ້າຮູ້ບໍວ່າ ຂ້ານ້ອຍເຮັດຫຍັງຢູ່ໃນນີ້? ພຣະອົງຮູ້ບໍວ່າ ຂ້ານ້ອຍກຳລັງຄິດຫຍັງໃນຕອນນີ້? ບາງເທື່ອພຣະອົງອາດຈະຮູ້ ແລະ ບາງເທື່ອພຣະອົງອາດຈະບໍ່ຮູ້”. ຖ້າເຈົ້ານໍາໃຊ້ມຸມມອງໃນລັກສະນະນີ້ ເພື່ອຕິດຕາມ ແລະ ເຊື່ອໃນພຣະເຈົ້າ ແຕ່ຍັງສົງໄສພາລະກິດຂອງພຣະອົງ ແລະ ການມີຢູ່ຂອງພຣະອົງ, ແລ້ວອີກບໍ່ດົນ ມື້ທີ່ເຈົ້າຈະເຮັດໃຫ້ພຣະອົງເກີດຄວາມໃຈຮ້າຍກໍຈະມາເຖິງ, ຍ້ອນເຈົ້າກຳລັງໂຊເຊຢູ່ຮິມໜ້າຜາທີ່ອັນຕະລາຍ. ເຮົາໄດ້ເຫັນຜູ້ຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ຍັງບໍ່ໄດ້ຮັບເອົາຄວາມເປັນຈິງແຫ່ງຄວາມຈິງ, ແຮງໄກທີ່ພວກເຂົາຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຄົນເຫຼົ່ານີ້ບໍ່ມີຄວາມຄືບໜ້າໃນຊີວິດ ແລະ ໃນວຸດທິພາວະຂອງພວກເຂົາ, ພາກັນຍຶດຕິດຢູ່ກັບຄຳສັ່ງສອນທີ່ຕື້ນທີ່ສຸດເທົ່ານັ້ນ. ນີ້ກໍຍ້ອນວ່າ ຄົນດັ່ງກ່າວບໍ່ເຄີຍຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດ ແລະ ພວກເຂົາບໍ່ເຄີຍຜະເຊີນ ແລະ ຍອມຮັບການເປັນຢູ່ຂອງພຣະເຈົ້າ. ເຈົ້າຄິດວ່າ ເມື່ອໄດ້ເຫັນຜູ້ຄົນດັ່ງກ່າວແລ້ວ ພຣະເຈົ້າຈະເຕັມໄປດ້ວຍຄວາມສຸກບໍ? ພວກເຂົາປອບໃຈພຣະອົງບໍ? ສະນັ້ນ, ມັນແມ່ນວິທີທີ່ຜູ້ຄົນເຊື່ອໃນພຣະເຈົ້າທີ່ຕັດສິນໂຊກຊະຕາຂອງພວກເຂົາ. ເມື່ອເວົ້າກ່ຽວກັບວິທີທີ່ຜູ້ຄົນສະແຫວງຫາ ແລະ ວິທີທີ່ຜູ້ຄົນເຂົ້າຫາພຣະເຈົ້າ, ທ່າທີຂອງຜູ້ຄົນແມ່ນຫຼັກສຳຄັນ. ຢ່າເມີນເສີຍຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດວ່າງເປົ່າທີ່ລ່ອງລອຍຢູ່ໃນຄວາມຄິດຂອງເຈົ້າ; ໃຫ້ຄິດເຖິງພຣະເຈົ້າທີ່ເຈົ້າເຊື່ອຢູ່ສະເໝີວ່າເປັນພຣະເຈົ້າທີ່ມີຊີວິດຢູ່, ເປັນພຣະເຈົ້າທີ່ແທ້ຈິງ. ພຣະອົງບໍ່ໄດ້ນັ່ງຢູ່ໃນທີ່ນັ້ນ ໃນສະຫວັນຊັ້ນສາມໂດຍບໍ່ມີຫຍັງເຮັດ. ກົງກັນຂ້າມ, ພຣະອົງກຳລັງຫຼຽວເບິ່ງຫົວໃຈຂອງທຸກຄົນຢ່າງສະໝໍ່າສະເໝີ, ສັງເກດວ່າເຈົ້າກຳລັງເຮັດຫຍັງ, ເຝົ້າເບິ່ງທຸກຄຳເວົ້າເລັກໆນ້ອຍໆ ແລະ ທຸກການກະທຳເລັກໆນ້ອຍໆຂອງເຈົ້າ, ເຝົ້າເບິ່ງວ່າເຈົ້າປະພຶດແນວໃດ ແລະ ເບິ່ງວ່າທ່າທີຂອງເຈົ້າຕໍ່ພຣະອົງແມ່ນເປັນແນວໃດ. ບໍ່ວ່າເຈົ້າຈະເຕັມໃຈມອບຕົນເອງໃຫ້ກັບພຣະເຈົ້າ ຫຼື ບໍ່, ພຶດຕິກຳຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດໃນສ່ວນເລິກສຸດຂອງເຈົ້າກໍໄດ້ຖືກເປີດເຜີຍຕໍ່ໜ້າພຣະອົງ ແລະ ຖືກເຝົ້າເບິ່ງໂດຍພຣະອົງແລ້ວ. ເນື່ອງຈາກພຶດຕິກຳຂອງເຈົ້າ, ເນື່ອງຈາກການກະທຳຂອງເຈົ້າ ແລະ ເນື່ອງຈາກທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມຄິດເຫັນຂອງພຣະເຈົ້າກ່ຽວກັບເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າກໍປ່ຽນແປງຢ່າງສະໝໍ່າສະເໝີ. ເຮົາຕ້ອງການໃຫ້ຄຳແນະນຳບາງຢ່າງກັບບາງຄົນ: ຢ່າວາງຕົນເອງຄືກັບເດັກເກີດໃໝ່ໃນມືຂອງພຣະເຈົ້າ, ຄືກັບວ່າພຣະອົງຄວນຫຼົງໄຫຼເຈົ້າ, ຄືກັບວ່າພຣະອົງບໍ່ສາມາດປະຖິ້ມເຈົ້າໄດ້ ແລະ ຄືກັບວ່າທ່າທີຂອງພຣະອົງທີ່ມີຕໍ່ເຈົ້ານັ້ນໝັ້ນຄົງ ແລະ ບໍ່ປ່ຽນແປງຈັກເທື່ອ ແລະ ເຮົາຂໍແນະນໍາເຈົ້າໃຫ້ເຊົາຝັນ! ພຣະເຈົ້າເປັນທຳໃນການທີ່ພຣະອົງປະຕິບັດຕໍ່ທຸກຄົນ ແລະ ພຣະອົງຈິງຈັງໃນວິທີການຂອງພຣະອົງໃນພາລະກິດແຫ່ງການເອົາຊະນະ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ນີ້ແມ່ນການຄຸ້ມຄອງຂອງພຣະອົງ. ພຣະອົງປະຕິບັດຕໍ່ທຸກຄົນຢ່າງຈິງຈັງ ແລະ ບໍ່ເຮັດຄືກັບສັດລ້ຽງໃຫ້ຢອກຫຼິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດບໍ່ແມ່ນແບບຕາມໃຈ ຫຼື ເອົາໃຈ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ຕາມໃຈ ຫຼື ເມີນເສີຍ. ໃນທາງກົງກັນຂ້າມ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດກ່ຽວພັນກັບການຖະໜຸຖະໜອມ, ການສົງສານ ແລະ ການເຄົາລົບຊີວິດ; ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງສະແດງເຖິງສິ່ງທີ່ພຣະອົງຄາດຫວັງຈາກພວກເຂົາ ແລະ ສິ່ງທີ່ມະນຸດຊາດຕ້ອງການເພື່ອຄວາມຢູ່ລອດ. ພຣະເຈົ້າມີຊີວິດຢູ່ ແລະ ພຣະເຈົ້າມີຢູ່ແທ້ຈິງ; ທ່າທີຂອງພຣະອົງມີຕໍ່ມະນຸດຊາດແມ່ນມີຫຼັກການ, ບໍ່ແມ່ນຈໍາພວກກົດລະບຽບທີ່ບໍ່ມີເຫດຜົນ ແລະ ມັນສາມາດປ່ຽນແປງໄດ້. ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນປ່ຽນແປງ ແລະ ປັບປ່ຽນເທື່ອລະໜ້ອຍຕາມການເວລາ, ຂຶ້ນກັບສະຖານະການທີ່ພວກມັນເກີດຂຶ້ນ ແລະ ພ້ອມກັບທ່າທີຂອງແຕ່ລະຄົນ. ສະນັ້ນ ເຈົ້າຄວນຮູ້ຈັກຢູ່ໃນຫົວໃຈຂອງເຈົ້າຢ່າງຊັດເຈນທີ່ສຸດວ່າ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ ແລະ ອຸປະນິໄສຂອງພຣະອົງຈະປາກົດໃນເວລາທີ່ແຕກຕ່າງກັນ ແລະ ໃນບໍລິບົດທີ່ແຕກຕ່າງກັນ. ເຈົ້າອາດບໍ່ຄິດວ່າ ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າອາດໃຊ້ແນວຄິດຂອງເຈົ້າເອງເພື່ອຈິນຕະນາການເຖິງວິທີທີ່ພຣະເຈົ້າຄວນເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ມີບາງຄັ້ງທີ່ມຸມມອງກົງກັນຂ້າມກັນຄົນລະຂົ້ວຂອງເຈົ້ານັ້ນເປັນຈິງ ແລະ ການໃຊ້ແນວຄິດຂອງເຈົ້າເອງເພື່ອພະຍາຍາມວັດແທກພຣະເຈົ້າ, ເຈົ້າກໍໄດ້ເຮັດໃຫ້ພຣະອົງໃຈຮ້າຍແລ້ວ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ດຳເນີນການໃນລັກສະນະທີ່ເຈົ້າຄິດວ່າພຣະອົງເຮັດ ຫຼື ພຣະອົງບໍ່ໄດ້ປະຕິບັດຕໍ່ເລື່ອງນີ້ຄືກັບທີ່ເຈົ້າເວົ້າວ່າພຣະອົງຈະເຮັດ. ສະນັ້ນ ເຮົາຈຶ່ງເຕືອນເຈົ້າໃຫ້ລະມັດລະວັງ ແລະ ຮອບຄອບໃນວິທີການຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ທີ່ຈະປະຕິບັດຕາມຫຼັກການຍ່າງໃນຫົນທາງຂອງພຣະເຈົ້າໃນທຸກສິ່ງ ເຊິ່ງນັ້ນກໍຄື ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ເຈົ້າຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນກ່ຽວກັບເລື່ອງຕ່າງໆໃນຄວາມປະສົງຂອງພຣະເຈົ້າ ແລະ ກ່ຽວກັບທ່າທີຂອງພຣະເຈົ້າ, ເຈົ້າຕ້ອງຄົ້ນຫາຄົນທີ່ມີແສງສະຫວ່າງເພື່ອສື່ສານເລື່ອງຕ່າງໆເຫຼົ່ານີ້ແກ່ເຈົ້າ ແລະ ເຈົ້າຕ້ອງສະແຫວງຫາຢ່າງຈິງຈັງ. ຢ່າເບິ່ງພຣະເຈົ້າໃນຄວາມເຊື່ອຂອງເຈົ້າເປັນຫຸ່ນຕຸກກະຕາ ໂດຍຕັດສິນພຣະອົງຕາມອຳເພີໃຈ, ສະຫຼຸບກ່ຽວກັບພຣະອົງຕາມອຳເພີໃຈ ແລະ ບໍ່ປະຕິບັດຕໍ່ພຣະອົງດ້ວຍຄວາມເຄົາລົບນັບຖືທີ່ພຣະອົງສົມຄວນໄດ້ຮັບ. ໃນຂະນະທີ່ພຣະເຈົ້າກຳລັງນໍາຄວາມລອດພົ້ນມາສູ່ເຈົ້າ ແລະ ກຳນົດຜົນຕາມມາຂອງເຈົ້າ, ພຣະອົງອາດມອບຄວາມເມດຕາ ຫຼື ຄວາມອົດກັ້ນ ຫຼື ການພິພາກສາ ແລະ ການຂ້ຽນຕີໃຫ້ກັບເຈົ້າ, ແຕ່ເຖິງຢ່າງໃດນກໍຕາມ, ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າແມ່ນບໍ່ໄດ້ໝັ້ນຄົງ. ມັນຂຶ້ນກັບທ່າທີຂອງເຈົ້າເອງທີ່ມີຕໍ່ພຣະອົງ ພ້ອມທັງຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບພຣະອົງ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

421. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງແມ່ນມີພຣະອົງໃນຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ພວກເຂົາມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າ ເຊິ່ງນັ້ນກໍຄືຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນພວກເຂົາຢູ່ສະເໝີ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ ແລະ ຢ່າງຮອບຄອບ ແລະ ທຸກຢ່າງທີ່ພວກເຂົາເຮັດຄວນເປັນໄປຕາມຄວາມຕ້ອງການຂອງພຣະເຈົ້າ ແລະ ສາມາດເຮັດໃຫ້ພໍໃຈພຣະອົງໄດ້. ພວກເຂົາບໍ່ຄວນຫົວແຂງ ໂດຍເຮັດໃນສິ່ງຫຍັງກໍຕາມທີ່ພວກເຂົາພໍໃຈ; ສິ່ງນັ້ນບໍ່ເໝາະສົມກັບຄວາມເປັນນັກບຸນ. ຜູ້ຄົນຕ້ອງບໍ່ແລ່ນອາລະວາດ ໂດຍແກວ່ງທຸງຂອງພຣະເຈົ້າໄປທົ່ວທຸກບ່ອນ ໃນຂະນະທີ່ຍ່າງວາງທ່າໂອ້ອວດ ແລະ ຫຼອກລວງໄປທຸກແຫ່ງ; ນີ້ແມ່ນການປະພຶດແບບກະບົດທີ່ສຸດ. ຄອບຄົວຕ່າງໆມີກົດລະບຽບຂອງພວກເຂົາ ແລະ ປະເທດຊາດຕ່າງໆກໍມີກົດໝາຍຂອງພວກເຂົາ; ແລ້ວເຮືອນຂອງພຣະເຈົ້າຍິ່ງບໍ່ມີບໍ? ມາດຕະຖານແຮງຈະບໍ່ເຂັ້ມງວດກວ່າບໍ? ບົດບັນຍັດແຫ່ງການບໍລິຫານຍິ່ງຈະບໍ່ມີຫຼາຍກວ່າບໍ? ຜູ້ຄົນແມ່ນມີອິດສະຫຼະທີ່ຈະເຮັດຕາມສິ່ງທີ່ພວກເຂົາຕ້ອງການ, ແຕ່ບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ຕາມອຳເພີີໃຈ. ພຣະເຈົ້າແມ່ນພຣະເຈົ້າທີ່ບໍ່ອົດທົນຕໍ່ການລ່ວງເກີນຈາກມະນຸດ; ພຣະອົງແມ່ນພຣະເຈົ້າທີ່ເຮັດໃຫ້ຄົນຕາຍໄດ້. ຜູ້ຄົນບໍ່ຮູ້ສິ່ງນີ້ແທ້ບໍ?

(ຄັດຈາກບົດ “ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

422. ໃນທຸກໆຍຸກ, ໃນຂະນະທີ່ປະຕິບັດພາລະກິດທ່າມກາງມະນຸດ, ພຣະເຈົ້າຈະປະທານພຣະທຳບາງຢ່າງໃຫ້ກັບພວກເຂົາ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

423. ການຍ່າງໃນຫົນທາງຂອງພຣະເຈົ້າບໍ່ແມ່ນກ່ຽວກັບການສັງເກດພຽງກົດລະບຽບພາຍນອກ; ກົງກັນຂ້າມ ມັນໝາຍເຖິງວ່າ ເມື່ອເຈົ້າຜະເຊີນກັບບັນຫາ, ກ່ອນອື່ນໝົດ ເຈົ້າຄວນເບິ່ງວ່າມັນເປັນສະຖານະການທີ່ຖືກຈັດແຈງໂດຍພຣະເຈົ້າ ຫຼື ບໍ່, ມັນແມ່ນຄວາມຮັບຜິດຊອບທີ່ພຣະອົງໄດ້ມອບໃຫ້ແກ່ເຈົ້າ ຫຼື ເປັນໜ້າທີ່ໆພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ ຫຼື ບໍ່. ເມື່ອພົບກັບບັນຫານີ້ ເຈົ້າຄວນເຫັນມັນເປັນການທົດລອງທີ່ພຣະເຈົ້າໄດ້ວາງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບບັນຫານີ້, ເຈົ້າຕ້ອງມີມາດຕະຖານໃນຫົວໃຈຂອງເຈົ້າ ແລະ ເຈົ້າຕ້ອງຄິດວ່າ ເລື່ອງນີ້ມາຈາກພຣະເຈົ້າ. ເຈົ້າຕ້ອງຄິດກ່ຽວກັບວິທີຈັດການກັບມັນໃນທາງທີ່ເຈົ້າສາມາດປະຕິບັດຕາມໜ້າທີ່ຂອງເຈົ້າໄດ້ ໃນຂະນະທີ່ຍັງຊື່ສັດກັບພຣະເຈົ້າຢູ່, ພ້ອມທັງຄິດໃສ່ວິທີທີ່ຈະປະຕິບັດໂດຍບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ... ນີ້ກໍຍ້ອນວ່າ ເພື່ອຮັກສາຫົນທາງຂອງພຣະເຈົ້າ, ພວກເຮົາບໍ່ສາມາດເບິ່ງຂ້າມສິ່ງໃດກໍຕາມທີ່ເກີດຂຶ້ນຕໍ່ພວກເຮົາ ຫຼື ອ້ອມຂ້າງພວກເຮົາ, ແມ່ນແຕ່ສິ່ງເລັກໆນ້ອຍໆ; ບໍ່ວ່າພວກເຮົາຈະຄິດວ່າ ພວກເຮົາຄວນໃສ່ໃຈກັບມັນ ຫຼື ບໍ່, ຕາບໃດທີ່ເລື່ອງໃດໜຶ່ງກຳລັງຜະເຊີນກັບເຮົາ, ພວກເຮົາຕ້ອງບໍ່ປ່ອຍໃຫ້ມັນໄປ. ທຸກສິ່ງທີ່ເກີດຂຶ້ນຄວນຖືກເບິ່ງວ່າເປັນການທົດສອບທີ່ພຣະເຈົ້າໄດ້ທົດສອບພວກເຮົາ. ເຈົ້າຄິດແນວໃດກ່ຽວກັບວິທີການເບິ່ງສິ່ງຕ່າງໆແບບນີ້? ຖ້າເຈົ້າມີທ່າທີແບບນີ້, ແລ້ວມັນກໍຢືນຢັນໃຫ້ເຫັນເຖິງຂໍ້ແທ້ຈິງໜຶ່ງຂໍ້: ໃນສ່ວນເລິກໆ, ເຈົ້າຢຳເກງພຣະເຈົ້າ ແລະ ເຕັມໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ. ຖ້າເຈົ້າມີຄວາມປາຖະໜານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວສິ່ງທີ່ເຈົ້ານໍາໃຊ້ເຂົ້າໃນການປະຕິບັດກໍຈະບໍ່ຢູ່ຫ່າງຈາກການບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ.

ມີຄົນເຊື່ອສະເໝີວ່າ ເລື່ອງຕ່າງໆທີ່ຜູ້ຄົນບໍ່ໃຫ້ຄວາມສົນໃຈ ແລະ ບໍ່ມັກກ່າວເຖິງແມ່ນເລື່ອງເລັກນ້ອຍທີ່ບໍ່ມີຫຍັງກ່ຽວຂ້ອງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດເລີຍ. ເມື່ອພົບກັບບັນຫາດັ່ງກ່າວ, ຜູ້ຄົນເຫຼົ່ານີ້ບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບສິ່ງນີ້ ແລະ ໃນທີ່ສຸດ ພວກເຂົາກໍປ່ອຍໃຫ້ມັນຜ່ານໄປ. ເຖິງຢ່າງໃດກໍຕາມ, ໃນຂໍ້ແທ້ຈິງແລ້ວ ເລື່ອງນີ້ແມ່ນບົດຮຽນທີ່ເຈົ້າຄວນສຶກສາ, ເປັນບົດຮຽນກ່ຽວກັບວິທີຢຳເກງພຣະເຈົ້າ ແລະ ວິທີຫຼີກເວັ້ນຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າຄວນໃສ່ໃຈຫຼາຍຂຶ້ນກໍຄືການຮູ້ຈັກວ່າພຣະເຈົ້າກຳລັງເຮັດຫຍັງເມື່ອເລື່ອງນີ້ເກີດຂຶ້ນກັບເຈົ້າ. ພຣະເຈົ້າຢູ່ຄຽງຂ້າງເຈົ້າ, ສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ ແລະ ເຝົ້າເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ການປ່ຽນແປງຕ່າງໆທີ່ເກີດຂຶ້ນໃນຄວາມຄິດຂອງເຈົ້າ, ນີ້ແມ່ນພາລະກິດຂອງພຣະເຈົ້າ. ບາງຄົນຖາມວ່າ “ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງນັ້ນ?” ເຈົ້າບໍ່ໄດ້ຮູ້ສຶກເຖິງມັນກໍຍ້ອນເຈົ້າບໍ່ໄດ້ຍຶດໝັ້ນໃນຫົນທາງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃຫ້ເປັນຫົນທາງຫຼັກຂອງເຈົ້າ; ສະນັ້ນ ເຈົ້າຈຶ່ງບໍ່ສາມາດຮູ້ສຶກເຖິງພາລະກິດລີ້ລັບນີ້ທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ເຊິ່ງໄດ້ສະແດງອອກໃນຕົວມັນເອງອີງຕາມຄວາມຄິດ ແລະ ການກະທຳຕ່າງໆຂອງຜູ້ຄົນ. ເຈົ້າຊ່າງເປັນຄົນຂາດສະຕິຫຼາຍ! ແມ່ນຫຍັງຄືເລື່ອງໃຫຍ່? ແມ່ນຫຍັງຄືເລື່ອງເລັກນ້ອຍ? ເລື່ອງຕ່າງໆທີ່ກ່ຽວຂ້ອງກັບການຍ່າງໃນຫົນທາງຂອງພຣະເຈົ້າບໍ່ໄດ້ຖືກແຍກອອກລະຫວ່າງເລື່ອງໃຫຍ່ ຫຼື ເລື່ອງເລັກນ້ອຍ, ແຕ່ພວກເຈົ້າສາມາດຍອມຮັບສິ່ງນັ້ນໄດ້ບໍ? (ພວກເຮົາສາມາດຍອມຮັບມັນໄດ້). ເມື່ອເວົ້າເຖິງເລື່ອງຕ່າງໆໃນແຕ່ລະມື້, ມີບາງເລື່ອງທີ່ຜູ້ຄົນເຫັນວ່າເປັນເລື່ອງໃຫຍ່ ແລະ ສຳຄັນ ແລະ ມີເລື່ອງອື່ນທີ່ຖືກເບິ່ງວ່າເປັນເລື່ອງເລັກນ້ອຍ. ຜູ້ຄົນມັກເບິ່ງເລື່ອງໃຫຍ່ໆເຫຼົ່ານີ້ວ່າເປັນເລື່ອງທີ່ສຳຄັນຫຼາຍ ແລະ ພວກເຂົາຄິດວ່າເລື່ອງເຫຼົ່ານີ້ຖືກສົ່ງມາໂດຍພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ເລື່ອງໃຫຍ່ເຫຼົ່ານີ້ເກີດຂຶ້ນ, ເນື່ອງຈາກວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ຂອງຜູ້ຄົນ ແລະ ຍ້ອນຄວາມສາມາດທີ່ຕໍ່າຂອງພວກເຂົາ, ຜູ້ຄົນມັກບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ບໍ່ສາມາດຮັບເອົາການເປີດເຜີຍໃດໆເລີຍ ແລະ ບໍ່ສາມາດຮັບເອົາຄວາມຮູ້ຕົວຈິງທີ່ມີຄຸນຄ່າ. ສໍາລັບກ່ຽວກັບເລື່ອງເລັກນ້ອຍ, ເລື່ອງເຫຼົ່ານີ້ແມ່ນຖືກເບິ່ງຂ້າມໂດຍຜູ້ຄົນ ແລະ ຖືກປ່ອຍໃຫ້ຜ່ານໄປເທື່ອລະເລັກເທື່ອລະໜ້ອຍ. ເມື່ອເປັນດັ່ງນັ້ນ, ຜູ້ຄົນຈຶ່ງສູນເສຍໂອກາດຖືກກວດສອບຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກທົດສອບໂດຍພຣະອົງ. ມັນໝາຍຄວາມວ່າແນວໃດ ຖ້າເຈົ້າເບິ່ງຂ້າມຜູ້ຄົນ, ເຫດການ ແລະ ວັດຖຸຕ່າງໆ ແລະ ສະຖານະການທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ກັບເຈົ້າຢູ່ສະເໝີ? ມັນໝາຍຄວາມວ່າ ໃນແຕ່ລະມື້ ແລະ ແມ່ນແຕ່ໃນແຕ່ລະຊ່ວງເວລາ, ເຈົ້າກຳລັງປະຕິເສດການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນຢ່າງຕໍ່ເນື່ອງ ພ້ອມທັງຄວາມເປັນຜູ້ນໍາຂອງພຣະອົງ. ເມື່ອໃດກໍຕາມທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ພຣະອົງກຳລັງເຝົ້າເບິ່ງຢ່າງລັບໆ, ຫຼຽວເບິ່ງຫົວໃຈຂອງເຈົ້າ, ສັງເກດເບິ່ງຄວາມຄິດ ແລະ ການພິຈາລະນາຢ່າງຮອບຄອບຂອງເຈົ້າ, ເຝົ້າເບິ່ງວິທີທີ່ເຈົ້າຄິດ ແລະ ລໍຖ້າເບິ່ງວິທີທີ່ເຈົ້າຈະກະທຳ. ຖ້າເຈົ້າເປັນຄົນທີ່ປະໝາດ, ຄົນທີ່ບໍ່ເຄີຍຈິງຈັງກ່ຽວກັບຫົນທາງຂອງພຣະເຈົ້າ, ພຣະທຳຂອງພຣະອົງ ຫຼື ຄວາມຈິງ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ຫຼື ໃຫ້ຄວາມສົນໃຈກັບສິ່ງທີ່ພຣະເຈົ້າປາຖະໜາເຮັດໃຫ້ສຳເລັດ ຫຼື ເງື່ອນໄຂທີ່ພຣະອົງຄາດຫວັງໃຫ້ເຈົ້າບັນລຸ ເມື່ອພຣະອົງໄດ້ຈັດແຈງສະພາບແວດລ້ອມໃດໜຶ່ງໃຫ້ກັບເຈົ້າ. ເຈົ້າຈະບໍ່ຮູ້ວ່າຜູ້ຄົນ, ເຫດການ ແລະ ສິ່ງຂອງທີ່ເຈົ້າຜະເຊີນນັ້ນກ່ຽວຂ້ອງຫຍັງກັບຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຜະເຊີນສະຖານະການ ແລະ ການທົດລອງແບບນີ້ຊໍ້າແລ້ວຊໍ້າອີກ ໂດຍທີ່ພຣະເຈົ້າບໍ່ເຫັນຜົນຫຍັງໃນຕົວເຈົ້າ, ພຣະອົງຈະດຳເນີນຕໍ່ໄປໄດ້ແນວໃດ? ຫຼັງຈາກທີ່ໄດ້ຜະເຊີນກັບການທົດລອງນີ້ຊໍ້າແລ້ວຊໍ້າອີກ, ເຈົ້າບໍ່ໄດ້ສັນລະເສີນພຣະເຈົ້າໃນຫົວໃຈຂອງເຈົ້າ ຫຼື ເຈົ້າບໍ່ໄດ້ເຫັນສະຖານະການແທ້ຈິງທີ່ພຣະເຈົ້າໄດ້ຈັດກຽມໃຫ້ກັບເຈົ້າ ນັ້ນກໍຄື: ການທົດລອງ ແລະ ການທົດສອບຈາກພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ປະຕິເສດໂອກາດທີ່ພຣະເຈົ້າໄດ້ປະທານໃຫ້ກັບເຈົ້າເທື່ອລະຢ່າງ, ປ່ອຍໃຫ້ພວກມັນໄຫຼຜ່ານໄປຄັ້ງແລ້ວຄັ້ງເລົ່າ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງທີ່ສຸດທີ່ຜູ້ຄົນສະແດງອອກມາບໍ? (ມັນແມ່ນ). ພຣະເຈົ້າຈະຮູ້ສຶກເຈັບປວດຍ້ອນສິ່ງນີ້ບໍ? (ພຣະອົງຈະຮູ້ສຶກ). ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດ! ການໄດ້ຍິນເຮົາເວົ້າສິ່ງດັ່ງກ່າວໄດ້ເຮັດໃຫ້ພວກເຈົ້າຕື່ນຕົກໃຈອີກຄັ້ງ. ເຈົ້າອາດກຳລັງຄິດວ່າ: “ບໍ່ແມ່ນເຄີຍໄດ້ເວົ້າຜ່ານມາບໍວ່າ ພຣະເຈົ້າຮູ້ສຶກເຈັບປວດຢູ່ສະເໝີ? ສະນັ້ນ ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໄດ້ບໍ? ແລ້ວເມື່ອໃດພຣະອົງຈຶ່ງຈະຮູ້ສຶກເຈັບປວດ?” ສະຫຼຸບກໍຄື ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໃນສະຖານະການແບບນີ້. ແລ້ວແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພຶດຕິກຳທີ່ໄດ້ອະທິບາຍມາຂ້າງເທິງ? ເມື່ອຜູ້ຄົນປະຕິເສດການທົດລອງ ແລະ ການທົດສອບທີ່ພຣະເຈົ້າໄດ້ສົ່ງມາໃຫ້ກັບພວກເຂົາ ແລະ ເມື່ອພວກເຂົາຫຼົບໜີຈາກສິ່ງເຫຼົ່ານັ້ນ, ພຣະເຈົ້າກໍມີພຽງແຕ່ທັດສະນະຄະຕິດຽວກັບຜູ້ຄົນດັ່ງກ່າວ. ແລ້ວທັດສະນະຄະຕິນັ້ນແມ່ນຫຍັງ? ພຣະເຈົ້າປະຕິເສດຄົນປະເພດນີ້ ຈາກສ່ວນເລິກຂອງຫົວໃຈຂອງພຣະອົງ. ມີຄວາມໝາຍສອງດ້ານສຳລັບຄຳວ່າ “ປະຕິເສດ”. ເຮົາຄວນອະທິບາຍມັນແນວໃດຈາກມຸມມອງຂອງເຮົາ? ເລິກໆແລ້ວ, ຄຳວ່າ “ປະຕິເສດ” ມີຄວາມໝາຍວ່າ ການລັງກຽດ ແລະ ກຽດຊັງ. ແລ້ວຄວາມໝາຍອີກດ້ານໜຶ່ງເດ? ຄວາມໝາຍອີກດ້ານໜຶ່ງກໍຄືການຍອມສະຫຼະບາງສິ່ງ. ພວກເຈົ້າທຸກຄົນຮູ້ວ່າ “ຍອມສະຫຼະ” ໝາຍເຖິງຫຍັງ ແມ່ນບໍ? ເວົ້າໂດຍສັງເຂບກໍຄື: “ປະຕິເສດ” ແມ່ນຄຳເວົ້າທີ່ສື່ເຖິງປະຕິກິລິຍາ ແລະ ທ່າທີທີ່ຮ້າຍແຮງທີ່ສຸດຂອງພຣະເຈົ້າຕໍ່ຜູ້ຄົນທີ່ປະພຶດໃນລັກສະນະດັ່ງກ່າວ; ມັນແມ່ນຄວາມກຽດຊັງ ແລະ ຄວາມເບື່ອໜ່າຍທີ່ສຸດຕໍ່ພວກເຂົາ ແລະ ໃນທີ່ສຸດກໍສົ່ງຜົນໃຫ້ເກີດມີການຕັດສິນໃຈປະຖິ້ມພວກເຂົາ. ນີ້ແມ່ນການຕັດສິນໃຈສຸດທ້າຍຂອງພຣະເຈົ້າຕໍ່ບຸກຄົນທີ່ບໍ່ເຄີຍຍ່າງໃນຫົນທາງຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຄີຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

424. ການທີ່ໂຢບຢຳເກງ ແລະ ເຊື່ອຟັງພຣະເຈົ້າຄືຕົວຢ່າງໃຫ້ກັບມະນຸດຊາດ ແລະ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນຄືຈຸດສູງສຸດຂອງຄວາມເປັນມະນຸດທີ່ມະນຸດຄວນມີ. ເຖິງແມ່ນເພິ່ນບໍ່ເຫັນພຣະເຈົ້າ, ເພິ່ນກໍຮູ້ວ່າພຣະເຈົ້າມີຢູ່ຈິງແທ້ ແລະ ຍ້ອນຄວາມເປັນຈິງນີ້ ເພິ່ນຈຶ່ງຢຳເກງພຣະເຈົ້າ ແລະ ຍ້ອນວ່າເພິ່ນຢຳເກງພຣະເຈົ້າ, ເພິ່ນຈຶ່ງສາມາດເຊື່ອຟັງພຣະເຈົ້າ. ເພິ່ນໃຫ້ອິດສະຫຼະກັບພຣະເຈົ້າເພື່ອເອົາຫຍັງກໍໄດ້ທີ່ເພິ່ນມີ, ເພິ່ນບໍ່ໄດ້ຈົ່ມວ່າ ແລະ ລົ້ມລົງກັບພື້ນຕໍ່ໜ້າພຣະເຈົ້າ ແລະ ບອກພຣະອົງວ່າ ໃນຊ່ວງເວລານີ້ ເຖິງແມ່ນພຣະເຈົ້າຈະເອົາເນື້ອໜັງຂອງເພິ່ນໄປ, ເພິ່ນກໍຈະຍອມໃຫ້ພຣະອົງເຮັດແບບນັ້ນຢ່າງເຕັມໃຈ ໂດຍບໍ່ຈົ່ມວ່າຫຍັງເລີຍ. ຄວາມປະພຶດທັງໝົດຂອງເພິ່ນແມ່ນຍ້ອນຄວາມເປັນມະນຸດທີ່ສົມບູນ ແລະ ຊື່ສັດຂອງເພິ່ນ. ນີ້ໝາຍຄວາມວ່າ ຍ້ອນຄວາມໄຮ້ດຽງສາ, ຄວາມຊື່ສັດ ແລະ ຄວາມກະລຸນາຂອງເພິ່ນ, ໂຢບຈຶ່ງໝັ້ນຄົງໃນຄວາມເປັນຈິງຂອງເພິ່ນ ແລະ ປະສົບການກ່ຽວກັບການເປັນຢູ່ຂອງພຣະເຈົ້າ ແລະ ບົນພື້ນຖານນີ້ ເພິ່ນໄດ້ບັງຄັບຕົນເອງ ແລະ ເຮັດໃຫ້ຄວາມຄິດ, ພຶດຕິກຳ, ຄວາມປະພຶດ ແລະ ຫຼັກການແຫ່ງການກະທຳຂອງເພິ່ນເປັນມາດຕະຖານຕໍ່ໜ້າພຣະເຈົ້າ ຕາມການທີ່ພຣະເຈົ້ານໍາພາເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ເຫັນໃນທ່າມກາງສິ່ງທັງປວງ. ຕະຫຼອດເວລາ, ປະສົບການຂອງເພິ່ນເຮັດໃຫ້ເພິ່ນເກີດມີການຢຳເກງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເພິ່ນຫຼີກເວັ້ນສິ່ງຊົ່ວຮ້າຍ. ນີ້ແມ່ນແຫຼ່ງກຳເນີດຂອງຄວາມຊື່ສັດທີ່ໂຢບໄດ້ຍຶດໝັ້ນ. ໂຢບມີຄວາມເປັນມະນຸດທີ່ຊື່ສັດ, ໄຮ້ດຽງສາ ແລະ ກະລຸນາ ແລະ ເພິ່ນມີປະສົບການທີ່ແທ້ຈິງໃນການຢຳເກງພຣະເຈົ້າ, ການເຊື່ອຟັງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ພ້ອມທັງຮູ້ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ”. ພຽງແຕ່ຍ້ອນສິ່ງເຫຼົ່ານີ້ ເພິ່ນກໍສາມາດຍຶດໝັ້ນໃນຄຳພະຍານຂອງເພິ່ນເມື່ອຕົກຢູ່ໃນທ່າມກາງການໂຈມຕີທີ່ຮ້າຍກາດຂອງຊາຕານ ແລະ ພຽງແຕ່ຍ້ອນສິ່ງເຫຼົ່ານັ້ນ ເພິ່ນກໍສາມາດບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ ແລະ ໃຫ້ຄຳຕອບອັນເປັນທີ່ພໍໃຈແກ່ພຣະເຈົ້າ ເມື່ອການທົດລອງຂອງພຣະເຈົ້າເກີດຂຶ້ນກັບເພິ່ນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

425. ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ, ແຕ່ຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ແລະ ຄຳພະຍານຂອງເພິ່ນໃນລະຫວ່າງການທົດລອງແມ່ນໄດ້ປະຈັກໂດຍທຸກຄົນ ແລະ ສິ່ງເຫຼົ່ານັ້ນໄດ້ຖືກຮັກ, ປິຕິຍິນດີ ແລະ ຍ້ອງຍໍໂດຍພຣະເຈົ້າ ແລະ ຜູ້ຄົນອິດສາ ແລະ ຍົກຍ້ອງສັນລະເສີນສິ່ງເຫຼົ່ານັ້ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງໄດ້ຮ້ອງເພງສັນລະເສີນ. ບໍ່ມີຫຍັງທີ່ຍິ່ງໃຫຍ່ ຫຼື ພິເສດກ່ຽວກັບຊີວິດຂອງເພິ່ນ: ຄືກັບຄົນທຳມະດາຄົນໜຶ່ງ, ເພິ່ນດຳລົງຊີວິດແບບທໍາມະດາ, ອອກໄປເຮັດວຽກເມື່ອຕາເວັນຂຶ້ນ ແລະ ກັບເຮືອນເພື່ອພັກຜ່ອນເມື່ອຕາເວັນຕົກ. ຄວາມແຕກຕ່າງກໍຄື ໃນລະຫວ່າງສອງສາມທົດສະວັດໃນຊີວິດທໍາມະດາຂອງເພິ່ນ, ເພິ່ນໄດ້ຮັບຄວາມຮູ້ກ່ຽວກັບຫົນທາງຂອງພຣະເຈົ້າ ແລະ ຮູ້ຈັກ ແລະ ເຂົ້າໃຈລິດອຳນາດທີ່ຍິ່ງໃຫຍ່ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າ ໃນຂະນະທີ່ບໍ່ມີຄົນອື່ນເຮັດໄດ້. ເພິ່ນບໍ່ໄດ້ສະຫຼາດກວ່າຄົນທົ່ວໄປ, ຊີວິດຂອງເພິ່ນບໍ່ໄດ້ຍຶດຕິດສິ່ງໃດເປັນພິເສດ ຫຼື ຍິ່ງໄປກວ່ານັ້ນ ເພິ່ນບໍ່ໄດ້ມີທັກສະພິເສດທີ່ບໍ່ສາມາດເຫັນໄດ້. ແຕ່ສິ່ງທີ່ເພິ່ນມີຄືບຸກຄະລິກທີ່ຊື່ສັດ, ມີຄວາມກະລຸນາ ແລະ ທ່ຽງກົງ, ບຸກຄະລິກທີ່ຮັກຄວາມຍຸຕິທຳ, ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຄົນທຳມະດາສ່ວນໃຫຍ່ມີ. ເພິ່ນແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ, ມີຄວາມຮູ້ສຶກເຖິງຄວາມຍຸຕິທຳ, ບໍ່ຍອມຈໍານົນ ແລະ ບໍ່ຢຸດຢັ້ງ ແລະ ໃສ່ໃຈຢ່າງລະອຽດໃນຄວາມຄິດຂອງເພິ່ນ. ສະນັ້ນ ໃນໄລຍະເວລາທີ່ບໍ່ໂດດເດັ່ນຂອງເພິ່ນເທິງແຜ່ນດິນໂລກນັ້ນ ເພິ່ນໄດ້ເຫັນທຸກສິ່ງທີ່ພິເສດທີ່ພຣະເຈົ້າໄດ້ກະທຳ ແລະ ເພິ່ນໄດ້ເຫັນຄວາມຍິ່ງໃຫຍ່, ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ, ເພິ່ນໄດ້ເຫັນເຖິງຄວາມຫ່ວງໃຍ, ຄວາມກະລຸນາ ແລະ ການປົກປ້ອງມະນຸດຂອງພຣະເຈົ້າ ແລະ ເພິ່ນໄດ້ເຫັນເຖິງຄວາມມີກຽດ ແລະ ສິດອຳນາດຂອງພຣະເຈົ້າອົງສູງສຸດ. ເຫດຜົນທຳອິດທີ່ວ່າເປັນຫຍັງໂຢບຈຶ່ງສາມາດຮັບເອົາສິ່ງເຫຼົ່ານີ້ທີ່ຢູ່ເໜືອບຸກຄົນທຳມະດາກໍຍ້ອນເພິ່ນມີຫົວໃຈທີ່ບໍລິສຸດ ແລະ ຫົວໃຈຂອງເພິ່ນເປັນຂອງພຣະເຈົ້າ ແລະ ຖືກນໍາພາໂດຍພຣະຜູ້ສ້າງ. ເຫດຜົນທີສອງກໍຄືການສະແຫວງຫາຂອງເພິ່ນ: ການສະແຫວງຫາຂອງເພິ່ນທີ່ບໍ່ມີຂໍ້ບົກຜ່ອງ ແລະ ສົມບູນ ແລະ ເປັນຄົນທີ່ປະຕິບັດຕາມຄວາມປະສົງຂອງສະຫວັນ, ຄົນທີ່ພຣະເຈົ້າຮັກ ແລະ ຄົນທີ່ຫຼີກເວັ້ນສິ່ງຊົ່ວຮ້າຍ. ໂຢບມີ ແລະ ສະແຫວງຫາສິ່ງເຫຼົ່ານີ້ ໃນຂະນະທີ່ບໍ່ສາມາດເຫັນພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າ; ເຖິງແມ່ນເພິ່ນບໍ່ເຄີຍໄດ້ເຫັນພຣະເຈົ້າ, ເພິ່ນກໍໄດ້ມາຮູ້ຈັກວິທີການທີ່ພຣະເຈົ້າປົກຄອງເໜືອສິ່ງທັງປວງ ແລະ ເພິ່ນເຂົ້າໃຈສະຕິປັນຍາທີ່ພຣະເຈົ້າໃຊ້ເພື່ອກະທໍາສິ່ງນັ້ນ. ເຖິງແມ່ນເພິ່ນບໍ່ເຄີຍຮູ້ຈັກພຣະທຳທີ່ພຣະເຈົ້າໄດ້ກ່າວ, ໂຢບກໍຮູ້ວ່າການກະທຳເພື່ອໃຫ້ລາງວັນແກ່ມະນຸດ ແລະ ການເອົາທຸກສິ່ງໄປຈາກມະນຸດແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ. ເຖິງແມ່ນຊ່ວງເວລາໃນຊີວິດຂອງເພິ່ນບໍ່ໄດ້ແຕກຕ່າງຈາກຄົນທຳມະດາ, ເພິ່ນບໍ່ໄດ້ຍອມໃຫ້ຄວາມບໍ່ໂດດເດັ່ນໃນຊີວິດຂອງເພິ່ນສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ ຫຼື ສົ່ງຜົນກະທົບຕໍ່ການທີ່ເພິ່ນປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນສາຍຕາຂອງເພິ່ນນັ້ນ, ກົດເກນຂອງສິ່ງທັງປວງແມ່ນເຕັມໄປດ້ວຍການກະທຳຂອງພຣະເຈົ້າ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າແມ່ນສາມາດເຫັນໄດ້ໃນສ່ວນໃດໜຶ່ງໃນຊີວິດຂອງຄົນ. ເພິ່ນບໍ່ໄດ້ເຫັນພຣະເຈົ້າ, ແຕ່ເພິ່ນກໍສາມາດຮູ້ຈັກວ່າ ການກະທຳຂອງພຣະເຈົ້າຢູ່ທຸກຫົນແຫ່ງ ແລະ ໃນໄລຍະເວລາທີ່ບໍ່ໂດດເດັ່ນຂອງເພິ່ນເທິງແຜ່ນດິນໂລກ, ໃນທຸກມຸມຂອງຊີວິດເພິ່ນ, ເພິ່ນກໍສາມາດເຫັນ ແລະ ຮູ້ຈັກການກະທຳທີ່ພິເສດ ແລະ ມະຫັດສະຈັນຂອງພຣະເຈົ້າ ແລະ ເພິ່ນສາມາດເຫັນການຈັດແຈງທີ່ມະຫັດສະຈັນຂອງພຣະເຈົ້າ. ຄວາມລີ້ລັບ ແລະ ຄວາມມິດງຽບຂອງພຣະເຈົ້າບໍ່ໄດ້ກີດຂວາງຄວາມເຂົ້າໃຈຂອງໂຢບທີ່ກ່ຽວກັບການກະທຳຂອງພຣະເຈົ້າ ຫຼື ພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ. ໃນລະຫວ່າງຊີວິດປະຈຳວັນຂອງເພິ່ນ, ຊີວິດຂອງເພິ່ນຄືຄວາມເຂົ້າໃຈເຖິງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຜູ້ເຊິ່ງລີ້ລັບທ່າມກາງສິ່ງທັງປວງ. ໃນຊີວິດປະຈຳວັນຂອງເພິ່ນ, ເພິ່ນຍັງໄດ້ຍິນ ແລະ ເຂົ້າໃຈສຽງຂອງຫົວໃຈຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ, ຜູ້ເຊິ່ງມິດງຽບໃນທ່າມກາງສິ່ງທັງປວງ ແຕ່ສະແດງສຽງແຫ່ງຫົວໃຈຂອງພຣະອົງ ແລະ ພຣະທຳຂອງພຣະອົງ ໂດຍປົກຄອງກົດເກນແຫ່ງທຸກສິ່ງທັງປວງ. ເຈົ້າໄດ້ເຫັນແລ້ວວ່າ ຖ້າຜູ້ຄົນມີຄວາມເປັນມະນຸດ ແລະ ການສະແຫວງຫາແບບດຽວກັບໂຢບ, ພວກເຂົາກໍຈະສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ແບບດຽວກັບໂຢບ ແລະ ສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າແບບດຽວກັບໂຢບ. ພຣະເຈົ້າບໍ່ໄດ້ປາກົດຕໍ່ໂຢບ ຫຼື ກ່າວຕໍ່ເພິ່ນ, ແຕ່ໂຢບກໍສາມາດສົມບູນ ແລະ ຊື່ສັດ ແລະ ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ເວົ້າອີກຢ່າງກໍຄື ໂດຍປາສະຈາກການປາກົດຂອງພຣະເຈົ້າຕໍ່ມະນຸດ, ການກະທຳຂອງພຣະເຈົ້າທ່າມກາງສິ່ງທັງປວງ ແລະ ອຳນາດປົກຄອງສູງສຸດຂອງພຣະອົງເໜືອສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກເຖິງການເປັນຢູ່, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າກໍພຽງພໍທີ່ຈະເຮັດໃຫ້ມະນຸດປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

426. “ການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ການຮູ້ຈັກພຣະເຈົ້າແມ່ນຕິດພັນກັບເສັ້ນດ້າຍຈໍານວນນັບບໍ່ຖ້ວນທີ່ບໍ່ສາມາດແຍກອອກໄດ້ ແລະ ຄວາມສໍາພັນ ລະຫວ່າງ ພວກມັນແມ່ນເຫັນໄດ້ຊັດເຈນໃນໂຕ. ຖ້າຄົນໃດປາຖະໜາທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຍໍາເກງທີ່ແທ້ຈິງຕໍ່ພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະຍໍາເກງພຣະເຈົ້າໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງປະສົບກັບພຣະທໍາຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ, ປະສົບກັບການຕີສອນ ແລະ ການລົງວິໄນຂອງພຣະອົງ, ການຕີສອນ ແລະ ການພິພາກສາຂອງພຣະອົງ; ຖ້າຄົນໃດປາຖະໜາທີ່ຈະປະສົບກັບພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມາຢູ່ເຊິ່ງໜ້າກັບພຣະທໍາຂອງພຣະເຈົ້າ, ມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າມອບໂອກາດເພື່ອຈະໄດ້ປະສົບກັບພຣະທໍາຂອງພຣະເຈົ້າ ໃນຮູບແບບທີ່ຢູ່ໃນທຸກສະພາບແວດລ້ອມທີ່ກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ວັດຖຸ; ຖ້າຄົນໃດປາຖະໜາທີ່ຈະມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຈິດໃຈທີ່ທໍາມະດາ ແລະ ສັດຊື່, ມີຄວາມພ້ອມທີ່ຈະຍອມຮັບຄວາມຈິງ, ຄວາມປະສົງທີ່ຈະອົດທົນຕໍ່ຄວາມທຸກທໍລະມານ, ຄວາມເດັດດ່ຽວ ແລະ ຄວາມກ້າທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຄວາມປາຖະໜາທີ່ຈະກາຍເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ... ດ້ວຍວິທີນີ້ ໃນການເດີນໄປຂ້າງໜ້າເທື່ອລະກ້າວ ເຈົ້າຈະເຂົ້າໃກ້ພຣະເຈົ້າໄດ້ຫຼາຍກວ່າເກົ່າ, ໃຈຂອງເຈົ້າຈະບໍລິສຸດຫຼາຍຂຶ້ນກວ່າເກົ່າ ແລະ ຊີວິດຂອງເຈົ້າ ແລະ ຄຸນຄ່າຂອງການມີຊີວິດ ພ້ອມກັບຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຈະມີຄວາມໝາຍຫຼາຍກວ່າເກົ່າ ແລະ ມີຄວາມເປັ່ງປະກາຍເພີ່ມຂຶ້ນກວ່າເກົ່າ. ຈົນກວ່າໃນມື້ໜຶ່ງ ເຈົ້າຈະຮູ້ສຶກວ່າ ພຣະຜູ້ສ້າງບໍ່ແມ່ນປິດສະໜາອີກຕໍ່ໄປ, ພຣະຜູ້ສ້າງບໍ່ເຄີຍຊ້ອນລີ້ຈາກເຈົ້າ, ພຣະຜູ້ສ້າງບໍ່ເຄີຍປິດບັງໃບໜ້າຂອງພຣະອົງຈາກເຈົ້າ, ພຣະຜູ້ສ້າງບໍ່ໄດ້ຢູ່ໄກຈາກເຈົ້າເລີຍ, ພຣະຜູ້ສ້າງບໍ່ແມ່ນຜູ້ທີ່ເຈົ້າໃຝ່ຫາຢູ່ໃນຄວາມຄິດຂອງເຈົ້າຕະຫຼອດເວລາອີກຕໍ່ໄປ ທີ່ເຈົ້າບໍ່ສາມາດເອື້ອມເຖິງດ້ວຍຄວາມຮູ້ສຶກຂອງເຈົ້າໄດ້, ພຣະອົງແມ່ນຢືນເຝົ້າຢູ່ເບື້ອງຊ້າຍ ແລະ ເບື້ອງຂວາຂອງເຈົ້າແທ້ໆ ແລະ ຢ່າງແທ້ຈິງ, ສະໜອງໃຫ້ແກ່ຊີວິດຂອງເຈົ້າ ແລະ ຄວບຄຸມຊະຕາກໍາຂອງເຈົ້າ. ພຣະອົງບໍ່ໄດ້ຢູ່ເທິງຂອບຟ້າທີ່ຫ່າງໄກ ແລະ ພຣະອົງກໍບໍ່ໄດ້ປິດບັງພຣະອົງເອງຢູ່ເທິງກ້ອນເມກທີ່ສູງ. ພຣະອົງແມ່ນຢູ່ຄຽງຂ້າງເຈົ້າ ໂດຍຄວບຄຸມທຸກຢ່າງຂອງເຈົ້າ, ພຣະອົງແມ່ນທຸກສິ່ງທຸກຢ່າງທີ່ເຈົ້າມີ ແລະ ພຣະອົງແມ່ນສິ່ງດຽວທີ່ເຈົ້າມີ. ເປັນພຣະເຈົ້າທີ່ອະນຸຍາດໃຫ້ເຈົ້າຮັກພຣະອົງຈາກໃຈ, ຍຶດຕິດກັບພຣະອົງ, ກອດພຣະອົງໄວ້ຢູ່ໃກ້ໆ, ຍົກຍ້ອງພຣະອົງ, ຢ້ານທີ່ຈະສູນເສຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມພຣະອົງອີກຕໍ່ໄປ, ຈະບໍ່ຂັດຂືນພຣະອົງອີກຕໍ່ໄປ ຫຼື ຫຼີກເວັ້ນພຣະອົງ ຫຼື ຈັດໃຫ້ພຣະອົງຢູ່ຫ່າງໆ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການເອົາໃຈໃສ່ຕໍ່ພຣະອົງ, ເຊື່ອຟັງພຣະອົງ, ຕອບແທນທຸກສິ່ງທີ່ພຣະອົງໄດ້ມອບໃຫ້ເຈົ້າ ແລະ ຍອມເຊື່ອຟັງຕໍ່ການປົກຄອງຂອງພຣະອົງ. ເຈົ້າຈະບໍ່ປະຕິເສດການຖືກນໍາພາ, ການສະໜອງ, ການເຝົ້າເບິ່ງ ແລະ ການຖືກພຣະອົງຊົງຮັກສາໄວ້ອີກຕໍ່ໄປ, ບໍ່ປະຕິເສດການສັ່ງການ ແລະ ຄໍາສັ່ງຂອງພຣະອົງທີ່ມີຕໍ່ເຈົ້າ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຕິດຕາມພຣະອົງ, ຍ່າງຄຽງຂ້າງພຣະອົງທາງເບື້ອງຊ້າຍ ຫຼື ເບື້ອງຂວາຂອງພຣະອົງ, ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຍອມຮັບພຣະອົງເປັນຊີວິດໜຶ່ງດຽວຂອງເຈົ້າເທົ່ານັ້ນ, ຍອມຮັບພຣະອົງເປັນພຣະຜູ້ເປັນເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ ແລະ ເປັນພຣະເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ.

(ຄັດຈາກບົດ “ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

427. ເມື່ອຜູ້ຄົນຜະເຊີນກັບພາລະກິດຂອງພຣະເຈົ້າ, ຄວາມຮູ້ທຳອິດທີ່ພວກເຂົາມີກ່ຽວກັບພຣະອົງແມ່ນພຣະອົງບໍ່ສາມາດຢັ່ງເຖິງໄດ້, ມີສະຕິປັນຍາ ແລະ ອັດສະຈັນ ແລະ ພວກເຂົາກໍເຄົາລົບພຣະອົງຢ່າງບໍ່ມີສະຕິ ແລະ ຮູ້ສຶກເຖິງຄວາມເລິກລັບຂອງພາລະກິດທີ່ພຣະອົງປະຕິບັດ, ເຊິ່ງຢູ່ນອກເໜືອການຢັ່ງເຖິງຂອງຈິດໃຈຂອງມະນຸດ. ຜູ້ຄົນພຽງແຕ່ຢາກສາມາດບັນລຸຕາມເງື່ອນໄຂຂອງພຣະອົງ, ເພື່ອເຮັດໃຫ້ເປັນທີ່ພໍໃຈຕາມຄວາມປາຖະໜາຂອງພຣະອົງ; ພວກເຂົາບໍ່ປາຖະໜາທີ່ຈະເປັນໃຫຍ່ກວ່າພຣະອົງ, ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນຢູ່ເໜືອຄວາມຄິດ ແລະ ຈິນຕະນາການຂອງມະນຸດຢູ່ແລ້ວ ແລະ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ແມ່ນແຕ່ມະນຸດເອງຍັງບໍ່ຮູ້ຈັກເຖິງຄວາມຂາດຕົກບົກຜ່ອງຂອງເຂົາເອງເລີຍ, ແຕ່ພຣະເຈົ້າໄດ້ເປີດເສັ້ນທາງໃໝ່ ແລະ ມາເພື່ອນໍາມະນຸດເຂົ້າສູ່ໂລກທີ່ໃໝ່ ແລະ ສວຍງາມກວ່າເກົ່າ ແລະ ເພື່ອມະນຸດຊາດຈະມີຄວາມກ້າວໜ້າ ແລະ ມີການເລີ່ມຕົ້ນໃໝ່. ສິ່ງທີ່ມະນຸດຮູ້ສຶກກ່ຽວກັບພຣະອົງບໍ່ແມ່ນການເຄົາລົບ ຫຼື ກົງກັນຂ້າມ ບໍ່ແມ່ນພຽງການເຄົາລົບ. ປະສົບການທີ່ເລິກເຊິ່ງທີ່ສຸດຂອງພວກເຂົາແມ່ນຄວາມເຄົາລົບຢຳເກງ ແລະ ຄວາມຮັກ; ຄວາມຮູ້ສຶກຂອງພວກເຂົາກໍຄືພຣະເຈົ້ານັ້ນອັດສະຈັນຢ່າງແທ້ຈິງ. ພຣະອົງປະຕິບັດພາລະກິດທີ່ມະນຸດບໍ່ສາມາດປະຕິບັດໄດ້, ກ່າວໃນສິ່ງທີ່ມະນຸດບໍ່ສາມາດກ່າວໄດ້. ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຜະເຊີນກັບຄວາມຮູ້ສຶກທີ່ບໍ່ສາມາດອະທິບາຍໄດ້ຢູ່ຕະຫຼອດເວລາ. ຄົນທີ່ມີປະສົບການຢ່າງເລິກເຊິ່ງກໍສາມາດເຂົ້າໃຈຄວາມຮັກຂອງພຣະເຈົ້າ; ພວກເຂົາສາມາດຮູ້ສຶກເຖິງຄວາມເປັນຕາຮັກຂອງພຣະອົງ, ຮູ້ສຶກວ່າພາລະກິດຂອງພຣະອົງມີສະຕິປັນຍາຫຼາຍ, ອັດສະຈັນຫຼາຍ ແລະ ດ້ວຍວິທີນີ້ຈຶ່ງກໍ່ໃຫ້ເກີດລິດອຳນາດທີ່ບໍ່ມີສິ້ນສຸດທ່າມກາງພວກເຂົາ. ມັນບໍ່ແມ່ນຄວາມຢ້ານກົວ ຫຼື ຄວາມຮັກບາງຄັ້ງບາງຄາວ ແລະ ຄວາມນັບຖື, ແຕ່ເປັນຄວາມຮູ້ສຶກເລິກເຊິ່ງເຖິງຄວາມເຫັນອົກເຫັນໃຈຂອງພຣະເຈົ້າທີ່ມີສຳລັບມະນຸດ ແລະ ຄວາມອົດທົນຕໍ່ເຂົາ. ເຖິງຢ່າງໃດກໍຕາມ ຄົນທີ່ໄດ້ຜະເຊີນກັບການຂ້ຽນຕີ ແລະ ການພິພາກສາຂອງພຣະອົງກໍຮູ້ສຶກເຖິງສະຫງ່າງາມຂອງພຣະອົງ ແລະ ພຣະອົງບໍ່ສາມາດທົນຕໍ່ການເຮັດຜິດໄດ້. ແມ່ນແຕ່ຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງຫຼາຍຢ່າງກໍຍັງບໍ່ສາມາດຢັ່ງເຖິງພຣະອົງໄດ້; ທຸກຄົນທີ່ເຄົາລົບພຣະອົງຢ່າງແທ້ຈິງກໍຮູ້ຈັກວ່າ ພາລະກິດຂອງພຣະອົງບໍ່ສອດຄ່ອງກັບແນວຄິດຂອງມະນຸດ ແຕ່ຂັດກັບແນວຄິດຂອງພວກເຂົາຕະຫຼອດເວລາ. ພຣະອົງບໍ່ຕ້ອງການຄົນໃຫ້ເຄົາລົບເຂົາໂດຍສິ້ນເຊີງ ຫຼື ສະແດງໃຫ້ເຫັນເຖິງການປາກົດຕົວຂອງການຍອມຢູ່ພາຍໃຕ້ພຣະອົງ; ກົງກັນຂ້າມ ພວກເຂົາຄວນບັນລຸຄວາມເຄົາລົບຢ່າງແທ້ຈິງ ແລະ ການຍອມຢ່າງແທ້ຈິງ. ໃນພາລະກິດທີ່ຫຼວງຫຼາຍຂອງພຣະອົງ ຄົນໃດທີ່ມີປະສົບການທີ່ແທ້ຈິງຮູ້ສຶກເຄົາລົບສຳລັບພຣະອົງ, ເຊິ່ງຢູ່ສູງກວ່າການຍົກຍ້ອງ. ຄົນທີ່ໄດ້ເຫັນອຸປະນິໄສຂອງພຣະອົງຍ້ອນພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນ ພວກເຂົາກໍເຄົາລົບພຣະອົງໃນຫົວໃຈຂອງພວກເຂົາ. ພຣະເຈົ້າສົມຄວນແກ່ການເຄົາລົບ ແລະ ເຊື່ອຟັງ, ຍ້ອນການເປັນຢູ່ຂອງພຣະອົງ ແລະ ອຸປະນິໄສຂອງພຣະອົງບໍ່ຄືກັບສິ່ງທີ່ຖືກສ້າງ ແລະ ຢູ່ເໜືອສິ່ງທີ່ຖືກສ້າງ. ພຣະເຈົ້າເປັນຢູ່ເອງ ແລະ ຢູ່ຊົ່ວນິດນິລັນດອນ, ພຣະອົງບໍ່ແມ່ນສິ່ງທີ່ຖືກສ້າງ ແລະ ມີແຕ່ພຣະອົງທີ່ສົມຄວນແກ່ການເຄົາລົບ ແລະ ຄວາມເຊື່ອຟັງ; ມະນຸດບໍ່ມີຄຸນສົມບັດສຳລັບສິ່ງນີ້. ສະນັ້ນ ທຸກຄົນທີ່ໄດ້ຜະເຊີນກັບພາລະກິດຂອງພຣະອົງ ແລະ ຮູ້ຈັກພຣະອົງຢ່າງແທ້ຈິງກໍຮູ້ສຶກເຄົາລົບຕໍ່ພຣະອົງ. ເຖິງຢ່າງໃດກໍຕາມ ຄົນທີ່ບໍ່ປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງ, ນັ້ນກໍຄື ຄົນທີ່ບໍ່ນັບຖືພຣະອົງເປັນພຣະເຈົ້າເລີຍນັ້ນ ແມ່ນບໍ່ມີຄວາມເຄົາລົບໃດເລີຍຕໍ່ພຣະອົງ ແລະ ເຖິງແມ່ນວ່າ ພວກເຂົາຕິດຕາມພຣະອົງ ພວກເຂົາບໍ່ໄດ້ຖືກເອົາຊະນະ; ພວກເຂົາເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ສິ່ງທີ່ພຣະອົງໝາຍເຖິງໃນການບັນລຸໂດຍປະຕິບັດພາລະກິດແບບນັ້ນກໍແມ່ນເພື່ອສິ່ງທີ່ຖືກສ້າງທັງໝົດມີຫົວໃຈແຫ່ງການເຄົາລົບພຣະຜູ້ສ້າງ, ນະມັດສະການພຣະອົງ ແລະ ຍອມຢູ່ພາຍໃຕ້ອຳນາດຂອງພຣະອົງໂດຍບໍ່ມີເງື່ອນໄຂ. ນີ້ຄືຜົນສຸດທ້າຍທີ່ທຸກພາລະກິດຂອງພຣະອົງມຸ່ງໝາຍທີ່ຈະເຮັດໃຫ້ສຳເລັດ. ຖ້າຄົນທີ່ໄດ້ຜະເຊີນພາລະກິດດັ່ງກ່າວບໍ່ເຄົາລົບພຣະເຈົ້າແມ່ນແຕ່ໜ້ອຍດຽວ ແລະ ຖ້າການບໍ່ເຊື່ອຟັງຂອງພວກເຂົາໃນອະດີດບໍ່ປ່ຽນແປງເລີຍ, ແລ້ວພວກເຂົາກໍຈະຖືກກຳຈັດຢ່າງແນ່ນອນ. ຖ້າທ່າທີ່ຂອງຄົນໃດໜຶ່ງທີ່ມີຕໍ່ພຣະເຈົ້າເປັນພຽງການຍົກຍ້ອງພຣະອົງ ຫຼື ສະແດງຄວາມນັບຖືຢູ່ໄກໆ ແລະ ບໍ່ໄດ້ຮັກແມ່ນແຕ່ໜ້ອຍດຽວ, ແລ້ວນີ້ກໍຄືຜົນທີ່ຄົນປາສະຈາກຫົວໃຈແຫ່ງຄວາມຮັກສຳລັບພຣະເຈົ້າໄດ້ມາເຖິງ ແລະ ຄົນນັ້ນກໍຂາດສະພາບທີ່ຈະຖືກເຮັດໃຫ້ສົມບູນ. ຖ້າພາລະກິດຢ່າງຫຼວງຫຼາຍບໍ່ສາມາດໄດ້ຮັບຄວາມຮັກທີ່ແທ້ຈິງຈາກບຸກຄົນໃດໜຶ່ງ, ແລ້ວບຸກຄົນນັ້ນບໍ່ໄດ້ຮັບພຣະເຈົ້າ ແລະ ບໍ່ສະແຫວງຫາຄວາມຈິງຢ່າງແທ້ຈິງ. ຄົນທີ່ບໍ່ຮັກພຣະເຈົ້າກໍບໍ່ຮັກຄວາມຈິງ ແລະ ດ້ວຍເຫດນັ້ນ ກໍບໍ່ສາມາດຮັບພຣະເຈົ້າໄດ້ ແຮງໄກທີ່ຈະຮັບເອົາການຍິນຍອມຈາກພຣະເຈົ້າ. ຄົນດັ່ງກ່າວ ບໍ່ວ່າພວກເຂົາຈະຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດແນວໃດກໍຕາມ ແລະ ບໍ່ວ່າພວກເຂົາຈະຜະເຊີນກັບການພິພາກສາແນວໃດ ກໍຕາມ ແມ່ນບໍ່ສາມາດເຄົາລົບພຣະເຈົ້າໄດ້. ນີ້ແມ່ນຄົນທີ່ມີທຳມະຊາດທີ່ບໍ່ສາມາດປ່ຽນແປງໄດ້, ເຊິ່ງເປັນຄົນທີ່ມີອຸປະນິໄສທີ່ຊົ່ວຮ້າຍທີ່ສຸດ. ທຸກຄົນທີ່ບໍ່ເຄົາລົບພຣະເຈົ້າຕ້ອງຖືກກຳຈັດ, ເປັນຈຸດມຸ່ງໝາຍຂອງການລົງໂທດ ແລະ ຈະຖືກລົງໂທດຄືກັບຄົນທີ່ເຮັດສິ່ງຊົ່ວຮ້າຍ, ຍິ່ງທົນທຸກຫຼາຍກວ່າຄົນທີ່ໄດ້ເຮັດສິ່ງທີ່ບໍ່ຊອບທຳ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ

ຕໍ່ໄປ: (IX) ກ່ຽວກັບວິທີການເລືອກເສັ້ນທາງໃນຄວາມເຊື່ອຂອງຄົນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້​ທີ່​​ບໍ່ສາມາດເຂົ້າ​ກັບ​ພຣະຄຣິດ​​ເປັນປໍລະປັກ​ກັບ​ພຣະ​ເຈົ້າຢ່າງແນ່ນອນ

ມະນຸດທຸກຄົນປາຖະໜາຢາກເຫັນໃບໜ້າທີ່ແທ້ຈິງຂອງພຣະເຢຊູ ແລະ ທຸກຄົນປາຖະໜາຢາກຢູ່ກັບພຣະອົງ. ເຮົາເຊື່ອວ່າບໍ່ມີອ້າຍເອື້ອຍນ້ອງຄົນໃດຈະບອກວ່າ...

ຄໍານໍາ

ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ...

ພາລະກິດ ແລະ ທາງເຂົ້າ (3)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger