(VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ

404. ໃນຖານະທີ່ເປັນສະມາຊິກຂອງຊົນຊາດມະນຸດ ແລະ ຄຣິດສະຕຽນທີ່ເຫຼື້ອມໃສ, ມັນຄືຄວາມຮັບຜິດຊອບ ແລະ ພັນທະຂອງພວກເຮົາທຸກຄົນທີ່ຈະຖວາຍຈິດໃຈ ແລະ ຮ່າງກາຍຂອງພວກເຮົາເພື່ອບັນລຸຕາມການບັນຊາຂອງພຣະເຈົ້າ, ຍ້ອນການເປັນຢູ່ທັງໝົດຂອງພວກເຮົາແມ່ນມາຈາກພຣະເຈົ້າ ແລະ ການດໍາລົງຢູ່ຍ້ອນອຳນາດການປົກຄອງຂອງພຣະເຈົ້າ. ຖ້າຈິດໃຈ ແລະ ຮ່າງກາຍຂອງພວກເຮົາບໍ່ແມ່ນເພື່ອການບັນຊາຂອງພຣະເຈົ້າ ແລະ ບໍ່ແມ່ນເພື່ອຈຸດປະສົງທີ່ຊອບທຳຂອງມະນຸດຊາດ ແລ້ວຈິດວິນຍານຂອງພວກເຮົາກໍຈະບໍ່ສົມຄວນແກ່ຜູ້ຄົນທີ່ຍອມເສຍສະລະຊີວິດເພື່ອການບັນຊາຂອງພຣະເຈົ້າ ຍິ່ງໄປກວ່ານັ້ນກໍບໍ່ສົມຄວນແກ່ພຣະເຈົ້າ ຜູ້ເຊິ່ງຈັດກຽມທຸກສິ່ງທຸກຢ່າງໃຫ້ກັບພວກເຮົາ.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

405. ວິທີທີ່ເຈົ້າພິຈາລະນາການຝາກຝັງຂອງພຣະເຈົ້າແມ່ນເລື່ອງທີ່ຈິງຈັງຫຼາຍ! ຖ້າເຈົ້າບໍ່ສາມາດສຳເລັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບເຈົ້າ, ແລ້ວເຈົ້າກໍບໍ່ສົມຄວນດຳລົງຊີວິດຢູ່ໃນການສະຖິດຂອງພຣະອົງ ແລະ ຄວນຖືກລົງໂທດ. ມັນຄືກົດເກນຂອງສະຫວັນ ແລະ ຫຼັກການຂອງໂລກທີ່ໃຫ້ມະນຸດສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຂົາ; ນີ້ຄືຄວາມຮັບຜິດຊອບສູງສຸດຂອງພວກເຂົາ, ມັນສຳຄັນສໍ່າກັບຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ຈິງຈັງກັບການຝາກຝັງຂອງພຣະເຈົ້າ, ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະອົງໃນລັກສະນະທີ່ເສົ້າໃຈທີ່ສຸດ; ໃນນີ້ ເຈົ້າແມ່ນເປັນຕາເສົ້າໃຈຫຼາຍກວ່າຢູດາ ແລະ ຄວນຖືກສາບແຊ່ງ. ຜູ້ຄົນຕ້ອງໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບວິທີເບິ່ງສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພວກເຂົາ ແລະ ຢ່າງໜ້ອຍທີ່ສຸດແມ່ນຕ້ອງຢັ່ງຮູ້ວ່າ ການຝາກຝັງທີ່ພຣະອົງມອບໝາຍໃຫ້ແກ່ມະນຸດຊາດແມ່ນການຍົກຍ້ອງ ແລະ ການເຊີດຊູທີ່ພິເສດຈາກພຣະເຈົ້າ; ພວກມັນແມ່ນສິ່ງທີ່ສະຫງ່າລາສີທີ່ສຸດ. ທຸກສິ່ງອື່ນແມ່ນສາມາດຖືກປະຖິ້ມໄດ້; ເຖິງແມ່ນຄົນໃດໜຶ່ງຕ້ອງສະຫຼະຊີວິດຂອງຕົນເອງ, ຄົນນັ້ນກໍຍັງຕ້ອງໄດ້ປະຕິບັດການຝາກຝັງຂອງພຣະເຈົ້າໃຫ້ສໍາເລັດ.

(“ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

406. ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລຶ່ອງທີ່ວ່າພວກເຂົ້າຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືທີ່ສິ່ງທີ່ໜ້ອຍທີ່ສຸດທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ. ຜ່ານຂະບວນການຂອງການປະຕິບັດໜ້າທີ່ຂອງຕົນເທົ່ານັ້ນ, ມະນຸດຈຶ່ງຈະຄ່ອຍປ່ຽນແປງ ແລະ ຜ່ານຂະບວນການນີ້ເທົ່ານັ້ນ ມະນຸດຈຶ່ງຈະສະແດງເຖິງຄວາມສັດຊື່ຂອງຕົນໄດ້. ດັ່ງນັ້ນ, ຍິ່ງເຈົ້າສາມາດປະຕິບັດໜ້າທີ່ຂອງຕົນຫຼາຍເທົ່າໃດ, ເຈົ້າກໍຍິ່ງໄດ້ຮັບຄວມຈິງຫຼາຍເທົ່ານັ້ນ ແລະ ການສະແດງອອກຂອງເຈົ້າກໍຍິ່ງຈະກາຍເປັນຈິງຫຼາຍຂຶ້ນ. ຜູ້ທີ່ພຽງແຕ່ເຮັດໜ້າທີ່ແບບຜີວເຜີນ ແລະ ບໍ່ສະແຫວງຫາຄວາມຈິງຈະຖືກທໍາລາຍລ້າງໃນທີ່ສຸດ ເພາະວ່າມະນຸດດັ່ງກ່າວບໍ່ໄດ້ເຮັດໜ້າທີ່ຂອງຕົນໃນການປະຕິບັດຄວາມຈິງ ແລະ ບໍ່ໄດ້ປະຕິບັດຄວາມຈິງເຂົ້າໃນກັນປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ. ພວກເຂົາແມ່ນຜູ້ຄົນທີ່ຍັງບໍ່ປ່ຽນແປງ ແລະ ຈະຖືກສາບແຊ່ງ. ບໍ່ມີພຽງແຕ່ການສະແດງອອກຂອງພວກເຂົາທີ່ບໍ່ບໍລິສຸດ, ແຕ່ທຸກສິ່ງທີ່ພວກເຂົາສະແດງອອກນັ້ນແມ່ນຊົ່ວຮ້າຍໝົດ.

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

407. ສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດໜ້າທີ່ຂອງພວກເຂົາ; ເຈົ້າຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ, ເຈົ້າຈຶ່ງຍອມຮັບທຸກສິ່ງທີ່ພຣະເຈົ້າຈັດໃຫ້, ທຸກສິ່ງທີ່ມາຈາກພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າຄວນປະຕິບັດຄວາມຮັບຜິດຊອບ ແລະ ພັນທະຂອງເຈົ້າ, ນີ້ແມ່ນໜ້າທີ່ຂອງເຈົ້າ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ ສຳລັບມະນຸດຊາດແລ້ວ ການປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າເປັນສິ່ງທີ່ຊອບທຳ, ສວຍງາມ ແລະ ສູງສົ່ງກວ່າການປະຕິບັດສິ່ງອື່ນໆໃນຂະນະທີ່ດຳລົງຊີວິດໃນໂລກຂອງມະນຸດ; ບໍ່ມີຫຍັງທ່າມກາງມະນຸດຊາດທີ່ມີຄວາມໝາຍ ຫຼື ມີຄ່າ ແລະ ບໍ່ມີຫຍັງຈະນໍາຄວາມໝາຍ ແລະ ຄຸນຄ່ານີ້ມາສູ່ຊີວິດຂອງສິ່ງຖືກສ້າງຂອງພຣະເຈົ້າ ຫຼາຍກວ່າການປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າ. ເພື່ອໃຫ້ສິ່ງຖືກສ້າງຂອງພຣະເຈົ້າສາມາດປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າ ນັ້ນກໍຄື ການທີ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈ ແມ່ນສິ່ງທີ່ມະຫັດສະຈັນທີ່ສຸດທ່າມກາງມະນຸດຊາດ ແລະ ເປັນສິ່ງທີ່ຄວນໄດ້ຮັບການສັນລະເສີນທ່າມກາງມະນຸດຊາດ. ສິ່ງໃດກໍຕາມທີ່ພຣະຜູ້ສ້າງໄດ້ຝາກຝັງໃຫ້ແກ່ສິ່ງຖືກສ້າງຂອງພຣະເຈົ້າຄວນຖືກຍອມຮັບໂດຍພວກເຂົາໂດຍບໍ່ມີເງື່ອນໄຂ; ສຳລັບມະນຸດຊາດແລ້ວ ນີ້ແມ່ນສິ່ງທີ່ເປັນພອນ ແລະ ມີສະຫງ່າລາສີ ແລະ ສຳລັບມະນຸດຊາດທຸກຄົນທີ່ປະຕິບັດໜ້າທີ່ຂອງສິິ່ງຖືກສ້າງຂອງພຣະເຈົ້າ ບໍ່ມີຫຍັງທີ່ມະຫັດສະຈັນ ຫຼື ມີຄຸນຄ່າແກ່ການສະເຫຼີມສະຫຼອງໄດ້ຫຼາຍກວ່ານັ້ນ, ມັນເປັນສິ່ງທີ່ດີ. ແລ້ວສຳລັບວິທີທີ່ພຣະຜູ້ສ້າງປະຕິບັດຕໍ່ຄົນເຫຼົ່ານັ້ນທີ່ປະຕິບັດໜ້າທີ່ຂອງສິ່ງຖືກສ້າງຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງສັນຍາໃຫ້ພວກເຂົາ, ນີ້ແມ່ນເລື່ອງຂອງພຣະຜູ້ສ້າງ ແລະ ບໍ່ແມ່ນທຸລະຂອງມະນຸດຊາດທີ່ຖືກສ້າງ. ຖ້າຈະເວົ້າກົງໆ, ນີ້ແມ່ນຂຶ້ນກັບພຣະເຈົ້າ; ເຈົ້າຈະໄດ້ຮັບແມ່ນຫຍັງກໍຕາມທີ່ພຣະເຈົ້າມອບໃຫ້ເຈົ້າ ແລະ ຖ້າພຣະອົງບໍ່ມອບຫຍັງໃຫ້ເຈົ້າ, ແລ້ວກໍບໍ່ມີຫຍັງທີ່ເຈົ້າສາມາດເວົ້າໄດ້. ເມື່ອສິ່ງຖືກສ້າງຂອງພຣະເຈົ້າຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ຮ່ວມມືກັບພຣະຜູ້ສ້າງເພື່ອປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດສິ່ງທີ່ພວກເຂົາສາມາດເຮັດໄດ້, ນີ້ບໍ່ແມ່ນທຸລະກຳ ຫຼື ການຄ້າຂາຍ; ສິ່ງຖືກສ້າງຂອງພຣະເຈົ້າຕ້ອງບໍ່ພະຍາຍາມໃຊ້ທ່າທີໃດໜຶ່ງ ຫຼື ສິ່ງໃດໜຶ່ງເພື່ອເຈລະຈາຕໍ່ລອງເອົາພອນ ຫຼື ສັນຍາຈາກພຣະເຈົ້າ. ເມື່ອພຣະຜູ້ສ້າງຝາກຝັງວຽກນີ້ໃຫ້ກັບເຈົ້າ, ມັນເປັນສິ່ງທີ່ຖືກຕ້ອງ ແລະ ເໝາະສົມທີ່ເຈົ້າຈະຍອມຮັບໜ້າທີ່ ແລະ ການຝາກຝັງນີ້ໃນຖານະສິ່ງຖືກສ້າງຂອງພຣະເຈົ້າ; ບໍ່ມີທຸລະກຳກ່ຽວຂ້ອງ. ໃນດ້ານຂອງພຣະຜູ້ສ້າງ, ພຣະອົງເຕັມໃຈທີ່ຈະມອບການຝາກຝັງນີ້ໃຫ້ກັບພວກເຈົ້າທຸກໆຄົນ; ແລະ ໃນດ້ານຂອງມະນຸດຊາດທີ່ຖືກສ້າງ, ຜູ້ຄວນຍອມຮັບໜ້າທີ່ນີ້ຢ່າງຍິນດີ, ປະຕິບັດມັນຄືກັບພັນທະໃນຊີວິດຂອງພວກເຂົາ ຕາມຄຸນຄ່າທີ່ພວກເຂົາຄວນດຳລົງຊີວິດຕາມໃນຊີວິດນີ້. ບໍ່ມີທຸລະກຳໃນທີ່ນີ້, ບໍ່ມີການແລກປ່ຽນທຽບເທົ່າ, ແຮງໄກທີ່ມັນຈະກ່ຽວຂ້ອງກັບລາງວັນໃດໜຶ່ງ ຫຼື ການຕີຄວາມໝາຍປະເພດໃດໜຶ່ງ. ນີ້ບໍ່ແມ່ນການຄ້າຂາຍ, ມັນບໍ່ແມ່ນການແລກປ່ຽນດ້ວຍລາຄາທີ່ຜູ້ຄົນຈ່າຍ ຫຼື ແຮງງານທີ່ພວກເຂົາປະກອບສ່ວນເມື່ອປະຕິບັດໜ້າທີ່ຂອງພວກເຂົາ. ພຣະເຈົ້າບໍ່ເຄີຍເວົ້າແບບນັ້ນ ແລະ ມະນຸດບໍ່ຄວນເຂົ້າໃຈແບບນັ້ນ.

(ຄັດຈາກບົດ “ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາພຽງແຕ່ເພື່ອເຮັດໃຫ້ຕົນເອງໂດດເດັ່ນ ແລະ ລ້ຽງບຳລຸງຜົນປະໂຫຍດ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ; ພວກເຂົາບໍ່ພິຈາລະນາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ ແລະ ແມ່ນແຕ່ຂາຍຜົນປະໂຫຍດເຫຼົ່ານັ້ນອອກເພື່ອແລກເອົາສະຫງ່າລາສີສ່ວນຕົວ (VI)” ໃນໜັງສືການເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ)

408. ເມື່ອຄົນຍອມຮັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ, ພຣະເຈົ້າມີມາດຕະຖານໃນການຕັດສິນ ວ່າການກະທຳຂອງພວກເຂົານັ້ນດີ ຫຼື ຊົ່ວ ແລະ ພວກເຂົາໄດ້ເຊື່ອຟັງ ຫຼື ບໍ່, ພວກເຂົາໄດ້ເຮັດບັນລຸຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ ແລະ ສິ່ງທີ່ພວກເຂົາເຮັດນັ້ນຖືກຕາມມາດຕະຖານ ຫຼື ບໍ່. ສິ່ງທີ່ພຣະເຈົ້າສົນຄືຫົວໃຈຂອງຄົນ ບໍ່ແມ່ນການກະທຳພາຍນອກຂອງພວກເຂົາ. ມັນບໍ່ແມ່ນກໍລະນີທີ່ພຣະເຈົ້າຄວນອວຍພອນບາງຄົນຕາບໃດທີ່ພວກເຂົາເຮັດບາງສິ່ງ ແລະ ບໍ່ວ່າພວກເຂົາເຮັດມັນແນວໃດກໍຕາມ. ນີ້ແມ່ນຄວາມເຂົ້າໃຈຜິດທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ເບິ່ງຜົນຮັບສຸດທ້າຍຂອງສິ່ງຕ່າງໆ, ແຕ່ພຣະອົງໃຫ້ຄວາມສຳຄັນ ວ່າຫົວໃຈຂອງຄົນເປັນແນວໃດ ແລະ ທັດສະນະຂອງຄົນເປັນແນວໃດໃນຊ່ວງການພັດທະນາຂອງສິ່ງຕ່າງໆ, ພຣະອົງເບິ່ງວ່າ ມີການເຊື່ອຟັງ, ການພິຈາລະນາ ແລະ ຄວາມປາດຖະໜາໃນຫົວໃຈຂອງພວກເຂົາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

409. ບໍ່ວ່າເຈົ້າຈະປະຕິບັດໜ້າທີ່ໃດກໍຕາມ, ເຈົ້າຕ້ອງພະຍາຍາມທຳຄວາມເຂົ້າໃຈເຖິງຄວາມຕັ້ງໃຈຂອງພຣະເຈົ້າ ແລະ ເຂົ້າໃຈວ່າແມ່ນຫຍັງຄືຄວາມຕ້ອງການຂອງພຣະອົງກ່ຽວກັບໜ້າທີ່ຂອງເຈົ້າ; ມີພຽງແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດຈັດການກັບເລື່ອງຕ່າງໆໃນແນວທາງທີ່ມີຫຼັກການໄດ້. ໃນການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າບໍ່ສາມາດເຮັດຕາມຄວາມພໍໃຈສ່ວນຕົວຂອງເຈົ້າຢ່າງເດັດຂາດ, ໂດຍການເຮັດພຽງແຕ່ສິ່ງໃດກໍຕາມທີ່ເຈົ້າຢາກເຮັດ, ສິ່ງໃດກໍຕາມທີ່ຈະເຮັດໃຫ້ເຈົ້າມີຄວາມສຸກ ແລະ ສະບາຍໃຈໃນການເຮັດສິ່ງນັ້ນ ຫຼື ສິ່ງໃດກໍຕາມທີ່ເຮັດໃຫ້ເຈົ້າມີພາບພົດທີ່ດີ. ຖ້າເຈົ້າກໍານົດຄວາມພໍໃຈສ່ວນຕົວຂອງເຈົ້າໃຫ້ກັບພຣະເຈົ້າ ຫຼື ປະຕິບັດຕາມພວກມັນຄືກັບວ່າພວກມັນເປັນຄວາມຈິງ, ເຫັນພວກມັນຄືກັບວ່າພວກມັນເປັນຫຼັກການແຫ່ງຄວາມຈິງ, ແລ້ວນັ້ນກໍບໍ່ແມ່ນການປະຕິບັດໜ້າທີ່ຂອງເຈົ້າ ແລະ ການປະຕິບັດໜ້າທີ່ໃນວິທີນີ້ຈະບໍ່ຖືກຈົດຈຳໂດຍພຣະເຈົ້າ. ບາງຄົນບໍ່ເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ຮູ້ວ່າ ການປະຕິບັດໜ້າທີ່ຂອງຕົນໃຫ້ໄດ້ດີໝາຍຄວາມວ່າແນວໃດ. ພວກເຂົາຮູ້ສຶກວ່າ ເມື່ອພວກເຂົາໄດ້ອອກເຫື່ອເທແຮງ ແລະ ທຸ່ມເທຈິດໃຈໃສ່ມັນ, ລະຖິ້ມເນື້ອໜັງຂອງພວກເຂົາ ແລະ ທົນທຸກທໍລະມານ, ແລ້ວເມື່ອນັ້ນການປະຕິບັດໜ້າທີ່ຂອງພວກເຂົາກໍຄວນຈະໄດ້ມາດຕະຖານ, ແຕ່ເປັນຫຍັງ, ພຣະເຈົ້າຈຶ່ງຍັງບໍ່ພໍໃຈຕະຫຼອດເວລາ? ຜູ້ຄົນເຫຼົ່ານີ້ເຮັດຫຍັງຜິດ? ຄວາມຜິດຂອງພວກເຂົາແມ່ນການບໍ່ສະແຫວງຫາຄວາມຕ້ອງການຂອງພຣະເຈົ້າ ແລະ ລົງມືກະທຳຕາມຄວາມຄິດຂອງພວກເຂົາເອງແທນ; ພວກເຂົາຖືເອົາຄວາມປາດຖະໜາ, ຄວາມພໍໃຈ ແລະ ຈຸດປະສົງທີ່ເຫັນແກ່ຕົວຂອງພວກເຂົາເອງເປັນຄວາມຈິງ ແລະ ພວກເຂົາປະຕິບັດຕໍ່ພວກມັນຄືດັ່ງພວກມັນເປັນສິ່ງທີ່ພຣະເຈົ້າຮັກ, ຄືດັ່ງພວກມັນເປັນມາດຕະຖານ ແລະ ຄວາມຕ້ອງການຂອງພຣະອົງ. ພວກເຂົາເຫັນວ່າສິ່ງທີ່ພວກເຂົາເຊື່ອນັ້ນແມ່ນຖືກຕ້ອງ, ດີ ແລະ ງົດງາມ ທີ່ຈະເປັນຄວາມຈິງ; ສິ່ງນີ້ແມ່ນຜິດ. ແທ້ຈິງແລ້ວ, ເຖິງແມ່ນວ່າ ບາງເທື່ອຜູ້ຄົນອາດຈະຄິດວ່າບາງສິ່ງບາງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ, ນັ້ນບໍ່ໄດ້ໝາຍຄວາມວ່າສິ່ງນັ້ນສອດຄ່ອງກັບຄວາມຕັ້ງໃຈຂອງພຣະເຈົ້າສະເໝີໄປ. ຍິ່ງຜູ້ຄົນຄິດວ່າບາງສິ່ງບາງຢ່າງຖືກຕ້ອງຫຼາຍເທົ່າໃດ, ພວກເຂົາກໍຍິ່ງຄວນຈະລະມັດລະວັງຂຶ້ນຫຼາຍເທົ່ານັ້ນ ແລະ ພວກເຂົາຍິ່ງຄວນຈະສະແຫວງຫາຄວາມຈິງຫຼາຍຂຶ້ນເທົ່ານັ້ນ ເພື່ອເບີ່ງວ່າ ສິ່ງທີ່ພວກເຂົາກຳລັງຄິດຢູ່ນັ້ນຕອບສະໜອງຄວາມຕ້ອງການຂອງພຣະເຈົ້າ ຫຼື ບໍ່. ຖ້າປາກົດວ່າ ມັນຂັດແຍ້ງກັບຄວາມຕ້ອງການຂອງພຣະອົງ ແລະ ຂັດກັບພຣະທຳຂອງພຣະອົງ, ແລ້ວເຈົ້າແມ່ນຜິດທີ່ຄິດວ່າມັນຖືກຕ້ອງ, ມັນເປັນພຽງຄວາມຄິດຂອງມະນຸດ ແລະ ມັນບໍ່ຈຳເປັນຕ້ອງສອດຄ່ອງກັບຄວາມຈິງ ບໍ່ວ່າເຈົ້າຈະຄິດວ່າມັນຖືກຕ້ອງຫຼາຍພຽງໃດ. ການຕັດສິນໃຈຂອງເຈົ້າ ວ່າແມ່ນຫຍັງຖືກ ຫຼື ຜິດ ຕ້ອງອີງໃສ່ພຣະທຳຂອງພຣະເຈົ້າພຽງຢ່າງດຽວເທົ່ານັ້ນ ແລະ ບໍ່ວ່າເຈົ້າຈະຄິດວ່າບາງສິ່ງບາງຢ່າງນັ້ນຖືກຕ້ອງຫຼາຍເທົ່າໃດ, ຖ້າສິ່ງນັ້ນບໍ່ມີຮາກຖານມາຈາກພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງໄດ້ລະຖິ້ມມັນ. ໜ້າທີ່ແມ່ນຫຍັງ? ມັນແມ່ນສິ່ງທີ່ພຣະເຈົ້າຝາກຝັງໃຫ້ກັບຜູ້ຄົນ. ດັ່ງນັ້ນ ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າແນວໃດ? ໂດຍການກະທຳທີ່ສອດຄ່ອງກັບຄວາມຕ້ອງການ ແລະ ມາດຕະຖານຂອງພຣະເຈົ້າ ແລະ ໂດຍການປະພຶດທີ່ອີງໃສ່ຫຼັກການແຫ່ງຄວາມຈິງ ແທນທີ່ຈະອີງໃສ່ຄວາມປາດຖະໜາສ່ວນຕົວຂອງມະນຸດ. ໃນວິທີນີ້, ການປະຕິບັດໜ້າທີ່ຂອງເຈົ້າຈຶ່ງຈະໄດ້ມາດຕະຖານ.

(“ການສະແຫວງຫາຫຼັກການແຫ່ງຄວາມຈິງເທົ່ານັ້ນ ທີ່ຈະເຮັດໃຫ້ຜູ້ຄົນສາມາດປະຕິບັດໜ້າທີ່ຂອງເຂົາໄດ້ດີ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

410. ສຳລັບບາງຄົນ, ບໍ່ວ່າພວກເຂົາອາດຈະພົບກັບບັນຫາໃດກໍຕາມໃນເວລາທີ່ປະຕິບັດໜ້າທີ່ຂອງພວກເຂົາຢູ່, ພວກເຂົາກໍບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາກໍເຮັດໄປຕາມຄວາມຄິດ, ຄວາມເຊື່ອ, ຈິນຕະນາການ ແລະ ຄວາມປາຖະໜາຂອງພວກເຂົາເອງຢູ່ສະເໝີ. ພວກເຂົາກຳລັງຕອບສະໜອງຕໍ່ຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງຢູ່ສະເໝີ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຄວບຄຸມການກະທຳຂອງພວກເຂົາຢູ່ສະເໝີ. ເຖິງວ່າພວກເຂົາອາດຈະສຳເລັດໜ້າທີ່ໆພວກເຂົາໄດ້ຮັບມອບໝາຍ, ພວກເຂົາກໍບໍ່ໄດ້ຮັບຄວາມຈິງໃດໆ. ດັ່ງນັ້ນ, ຜູ້ຄົນດັ່ງກ່າວກຳລັງເພິ່ງພາຫຍັງ ເມື່ອກຳລັງປະຕິບັດໜ້າທີ່ຂອງພວກເຂົາ? ພວກເຂົາບໍ່ໄດ້ເພິ່ງພາຄວາມຈິງ ຫຼື ພຣະເຈົ້າ. ຄວາມຈິງເລັກນ້ອຍນັ້ນທີ່ພວກເຂົາເຂົ້າໃຈ ບໍ່ໄດ້ມີອຳນາດອະທິປະໄຕໃນຫົວໃຈຂອງພວກເຂົາ; ພວກເຂົາກຳລັງເພິ່ງພາຂອງປະທານ ແລະ ຄວາມສາມາດຂອງພວກເຂົາເອງ, ເພິ່ງພາຄວາມຮູ້ໃດກໍຕາມທີ່ພວກເຂົາໄດ້ຮັບມາ ແລະ ເພິ່ງພາພອນສະຫວັນຂອງພວກເຂົາ ພ້ອມທັງກຳລັງໃຈ ຫຼື ເຈດຕະນາດີຂອງພວກເຂົາເອງ, ເພື່ອສຳເລັດໜ້າທີ່ເຫຼົ່ານີ້. ນີ້ແມ່ນລັກສະນະຂອງທຳມະຊາດທີ່ແຕກຕ່າງອອກໄປ, ບໍ່ແມ່ນບໍ? ເຖິງວ່າບາງຄັ້ງເຈົ້າອາດຈະເພິ່ງພາຄວາມເປັນທຳມະຊາດ, ຈິນຕະນາການ, ຄວາມເຊື່ອ, ຄວາມຮູ້ ແລະ ການຮຽນຮູ້ທີ່ຈະປະຕິບັດໜ້າທີ່ຂອງເຈົ້າ, ບໍ່ມີບັນຫາກ່ຽວກັບຫຼັກການປາກົດຂຶ້ນໃນບາງສິ່ງທີ່ເຈົ້າເຮັດ. ໃນລະດັບພື້ນຜິວ, ມັນເບິ່ງຄືວ່າເຈົ້າບໍ່ໄດ້ໄປຜິດທາງ, ແຕ່ມີສິ່ງໜຶ່ງທີ່ບໍ່ສາມາດຖືກເບີ່ງຂ້າມໄດ້ ຄື: ໃນລະຫວ່າງຂັ້ນຕອນຂອງການປະຕິບັດໜ້າທີ່ຂອງເຈົ້າ, ຖ້າຄວາມເຊື່ອ, ຈິນຕະນາການ ແລະ ຄວາມປາຖະໜາສ່ວນຕົວຂອງເຈົ້າບໍ່ເຄີຍປ່ຽນ ແລະ ບໍ່ເຄີຍຖືກແທນທີ່ດ້ວຍຄວາມຈິງ ແລະ ຖ້າການປະຕິບັດ ແລະ ການກະທຳຂອງເຈົ້າບໍ່ເຄີຍເປັນໄປຕາມຫຼັກການຂອງຄວາມຈິງ, ແລ້ວຜົນໄດ້ຮັບສຸດທ້າຍຈະເປັນແນວໃດ? ເຈົ້າຈະກາຍເປັນຜູ້ບໍລິການ. ນີ້ແມ່ນສິ່ງທີ່ຖືກຂຽນໄວ້ຢ່າງຊັດເຈນຢູ່ໃນພຣະຄຳພີ: “ໃນມື້ນັ້ນ ຫຼາຍຄົນຈະເວົ້າກັບເຮົາວ່າ ພຣະຜູ້ເປັນເຈົ້າ, ພຣະຜູ້ເປັນເຈົ້າ, ພວກຂ້າພຣະເຈົ້າບໍ່ໄດ້ທຳນາຍດ້ວຍນາມຂອງພຣະອົງບໍ? ແລະ ໃນນາມຂອງພຣະອົງ ໄດ້ຂັບໄລ່ມານຮ້າຍອອກໄປບໍ? ແລະ ໃນນາມຂອງພຣະອົງ ໄດ້ປະຕິບັດພາລະກິດທີ່ໜ້າອັດສະຈັນຫຼາຍຢ່າງບໍ? ແລະ ຫຼັງຈາກນັ້ນ ເຮົາຈະປະກາດຕໍ່ພວກເຂົາວ່າ, ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ: ຈົ່ງໄປຈາກເຮົາເສຍ, ພວກເຈົ້າທີ່ກະທຳການຊົ່ວຊ້າເອີຍ” (ມັດທາຍ 7:22–23). ເປັນຫຍັງພຣະເຈົ້າຈຶ່ງຮ້ອງຄົນເຫຼົ່ານີ້ ຜູ້ທີ່ອອກແຮງພະຍາຍາມ ແລະ ຜູ້ທີ່ໃຫ້ການບໍລິການ ວ່າ “ພວກເຈົ້າທີ່ກະທຳການຊົ່ວຊ້າ”? ມີຈຸດໜຶ່ງທີ່ພວກເຮົາສາມາດໝັ້ນໃຈໄດ້ ແລະ ນັ້ນກໍແມ່ນ ບໍ່ວ່າຜູ້ຄົນເຫຼົ່ານີ້ປະຕິບັດໜ້າທີ່ ຫຼື ພາລະກິດໃດກໍຕາມ, ແຮງຈູງໃຈ, ແຮງບັນດານໃຈ, ເຈດຕະນາ ແລະ ຄວາມຄິດຂອງພວກເຂົາແມ່ນເກີດມາຈາກຄວາມປາຖະໜາທີ່ເຫັນແກ່ຕົວຂອງພວກເຂົາທັງໝົດ, ແມ່ນອີງຕາມຄວາມນຶກຄິດ ແລະ ຜົນປະໂຫຍດສ່ວນຕົວຂອງພວກເຂົາເອງທັງໝົດ ແລະ ການພິຈາລະນາ ແລະ ແຜນການຂອງພວກເຂົາແມ່ນໝູນອ້ອມຮອບຊື່ສຽງ, ສະຖານະ, ຄວາມທະນົງຕົວ ແລະ ໂອກາດໃນອະນາຄົດຂອງພວກເຂົາທັງນັ້ນ. ເລິກໆລົງໄປແລ້ວ, ພວກເຂົາບໍ່ມີຄວາມຈິງໃດໆ ແລະ ພວກເຂົາກໍບໍ່ໄດ້ກະທຳໂດຍອີງຕາມຫຼັກການຂອງຄວາມຈິງ. ສະນັ້ນ, ສິ່ງທີ່ສຳຄັນຍິ່ງສຳລັບພວກເຈົ້າທີ່ຕ້ອງສະແຫວງຫາໃນຕອນນີ້ແມ່ນຫຍັງ? (ພວກເຮົາຄວນສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຮົາ ໂດຍອີງຕາມຄວາມປະສົງ ແລະ ຄວາມຕ້ອງການຂອງພຣະເຈົ້າ). ແມ່ນຫຍັງຄືສິ່ງທີ່ເຈົ້າຄວນເຮັດໂດຍສະເພາະ ເມື່ອກຳລັງປະຕິບັດໜ້າທີ່ຂອງເຈົ້າຕາມຄວາມຕ້ອງການຂອງພຣະເຈົ້າ? ເມື່ອເວົ້າເຖິງເຈດຕະນາ ແລະ ຄວາມນຶກຄິດຂອງເຈົ້າ ເມື່ອກຳລັງເຮັດບາງສິ່ງບາງຢ່າງ, ເຈົ້າຕ້ອງຮຽນຮູ້ວິທີຈຳແນກວ່າພວກມັນສອດຄ່ອງກັບຄວາມຈິງ ຫຼື ບໍ່, ພ້ອມທັງຈຳແນກວ່າເຈດຕະນາ ແລະ ຄວາມຄິດເຫັນຂອງເຈົ້າແມ່ນແນໃສ່ເພື່ອຕອບສະໜອງຄວາມປາຖະໜາທີ່ເຫັນແກ່ຕົວຂອງເຈົ້າເອງ ຫຼື ຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ຖ້າເຈດຕະນາ ແລະ ຄວາມນຶກຄິດຂອງເຈົ້າສອດຄ່ອງກັບຄວາມຈິງ, ແລ້ວເຈົ້າຈະສາມາດປະຕິບັດໜ້າທີ່ຂອງເຈົ້າຕາມຄວາມຄິດຂອງເຈົ້າໄດ້; ເຖິງຢ່າງໃດກໍຕາມ, ຖ້າພວກມັນບໍ່ສອດຄ່ອງກັບຄວາມຈິງ, ແລ້ວເຈົ້າຕ້ອງຫວນກັບຄືນໂດຍໄວ ແລະ ປະຖິ້ມເສັ້ນທາງນັ້ນ. ເສັ້ນທາງນັ້ນບໍ່ຖືກຕ້ອງ ແລະ ເຈົ້າບໍ່ສາມາດປະຕິບັດຕາມວິທີນັ້ນໄດ້; ຖ້າເຈົ້າສືບຕໍ່ທີ່ຈະຍ່າງຕາມເສັ້ນທາງນັ້ນ, ແລ້ວເຈົ້າຈະລົງເອີຍໂດຍກະທຳການທີ່ຊົ່ວຮ້າຍ.

(“ວິທີຜະເຊີນກັບພຣະທຳຂອງພຣະເຈົ້າໃນໜ້າທີ່ຂອງຄົນໆໜຶ່ງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

411. ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄວນກວດສອບຕົວເຈົ້າເອງສະເໝີ ເພື່ອເບິ່ງວ່າເຈົ້າກຳລັງເຮັດສິ່ງຕ່າງໆຕາມຫຼັກການບໍ, ການປະຕິບັດໜ້າທີ່ຂອງເຈົ້ານັ້ນໄດ້ຕາມມາດຕະຖານບໍ, ເຈົ້າພຽງແຕ່ເຮັດມັນໃນລັກສະນະພໍເປັນພິທີ ຫຼື ບໍ່, ເຈົ້າໄດ້ພະຍາຍາມປັດຄວາມຮັບຜິດຊອບຂອງເຈົ້າ ຫຼື ບໍ່ ແລະ ມີບັນຫາໃດໆກັບທັດສະນະຂອງເຈົ້າ ແລະ ວິທີ່ທີ່ເຈົ້າຄິດ ຫຼື ບໍ່. ເມື່ອເຈົ້າໄດ້ໄຕ່ຕອງຕົນເອງ ແລະ ສິ່ງເຫຼົ່ານີ້ກໍຊັດເຈນກັບເຈົ້າ, ເຈົ້າຈະມີເວລາທີ່ງ່າຍຂຶ້ນໃນການປະຕິບັດໜ້າທີ່ຂອງເຈົ້າ. ບໍ່ວ່າເຈົ້າຈະຜະເຊີນຫຍັງກໍຕາມໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ຄວາມຄິດລົບ ແລະ ຄວາມອ່ອນແອ ຫຼື ການມີອາລົມບໍ່ດີຫຼັງຈາກທີ່ຖືກຈັດການ, ເຈົ້າຄວນປະຕິບັດຕໍ່ມັນຢ່າງເໝາະສົມ ແລະ ເຈົ້າຍັງຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າອີກດ້ວຍ. ການເຮັດສິ່ງເຫຼົ່ານີ້ ເຈົ້າຈະມີເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າຢາກປະຕິບັດໜ້າທີ່ຂອງເຈົ້າໃຫ້ໄດ້ດີ, ເຈົ້າກໍຕ້ອງບໍ່ຮັບຜົນກະທົບຫຍັງຈາກອາລົມຂອງເຈົ້າ. ບໍ່ວ່າເຈົ້າກຳລັງຮູ້ສຶກເປັນລົບ ຫຼື ອ່ອນແອແນວໃດກໍຕາມ, ເຈົ້າຄວນປະຕິບັດຄວາມຈິງໃນທຸກສິ່ງທີ່ເຈົ້າເຮັດ ດ້ວຍຄວາມເຂັ້ມງວດແທ້ໆ ແລະ ຍຶດໝັ້ນໃນຫຼັກການ. ຖ້າເຈົ້າເຮັດແບບນີ້, ບໍ່ພຽງແຕ່ຄົນອື່ນຈະເຫັນດີກັບເຈົ້າ ແຕ່ພຣະເຈົ້າກໍຈະມັກເຈົ້າເຊັ່ນກັນ. ແລ້ວເຈົ້າກໍຈະເປັນຄົນທີ່ມີຄວາມຮັບຜິດຊອບ ແລະ ຄົນທີ່ແບກຮັບພາລະ; ເຈົ້າຈະເປັນຄົນດີຢ່າງແທ້ຈິງທີ່ປະຕິບັດໜ້າທີ່ຂອງເຈົ້າຕາມມາດຕະຖານແທ້ໆ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ຕາມຄວາມເປັນຄົນຢ່າງແທ້ຈິງ. ຄົນດັ່ງກ່າວໄດ້ຖືກເຮັດໃຫ້ບໍລິສຸດ ແລະ ບັນລຸການປ່ຽນແປງທີ່ແທ້ຈິງເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດຖືກເອີ້ນໄດ້ວ່າເປັນຄົນສັດຊື່ໃນສາຍຕາຂອງພຣະເຈົ້າ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດອົດທົນຕໍ່ການປະຕິບັດຄວາມຈິງ ແລະ ປະສົບຄວາມສຳເລັດໃນການກະທຳຕາມຫຼັກການ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ຕາມມາດຕະຖານ. ຄົນທີ່ເຮັດຕາມຫຼັກການຈະປະຕິບັດໜ້າທີ່ຂອງຕົນໄດ້ຢ່າງລະອຽດເມື່ອພວກເຂົາມີອາລົມດີ; ພວກເຂົາບໍ່ເຮັດໃນລັກສະນະແບບພໍເປັນພິທີ, ພວກເຂົາບໍ່ໂອ້ອວດຕົວເອງ ແລະ ພວກເຂົາບໍ່ສະແດງຕົວເອງເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາຢ່າງສູງສົ່ງ. ຢ່າງໃດກໍຕາມ, ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາກໍຈະເຮັດສຳເລັດໜ້າທີ່ປະຈຳວັນຂອງພວກເຂົາຢ່າງຈິງຈັງ ແລະ ມີຄວາມຮັບຜິດຊອບ ແລະ ເຖິງແມ່ນວ່າພວກເຂົາພົບກັບບາງສິ່ງທີ່ເປັນອັນຕະລາຍຕໍ່ການເຮັດສໍາເລັດໜ້າທີ່ຂອງພວກເຂົາ ຫຼື ກົດດັນພວກເຂົາເລັກໜ້ອຍ ຫຼື ເຮັດໃຫ້ເກີດຄວາມວຸ້ນວາຍໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຍັງສາມາດສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ວ່າ “ບໍ່ວ່າຂ້ານ້ອຍຈະຜະເຊີນກັບບັນຫາໜັກພຽງໃດກໍຕາມ, ເຖິງແມ່ນວ່າສະຫວັນຈະຕົກລົງມາ, ຕາບໃດທີ່ພຣະເຈົ້າອະນຸຍາດໃຫ້ຂ້ານ້ອຍມີຊີວິດຢູ່ຕໍ່ໄປ, ຂ້ານ້ອຍຈະຕັ້ງໃຈເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ. ທຸກມື້ທີ່ຂ້ານ້ອຍໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ ແມ່ນມື້ທີ່ຂ້ານ້ອຍຈະເຮັດວຽກໜັກໃນການປະຕິບັດໜ້າທີ່ຂອງຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະຄູ່ຄວນກັບໜ້າທີ່ນີ້ທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍ ພ້ອມທັງລົມຫາຍໃຈນີ້ທີ່ພຣະອົງຊົງວາງໃສ່ໃນຮ່າງກາຍຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະມີຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ, ຂ້ານ້ອຍກໍຈະປ່ອຍວາງມັນທັງໝົດໄວ້ທາງຂ້າງ ເພາະການປະຕິບັດໜ້າທີ່ຂອງຂ້ານ້ອຍແມ່ນສຳຄັນທີ່ສຸດ!” ບັນດາຜູ້ທີ່ບໍ່ໄດ້ຮັບຜົນກະທົບຈາກຄົນ, ເຫດການ, ສິ່ງຕ່າງໆ ລື ສະພາບແວດລ້ອມ, ຜູ້ທີ່ບໍ່ຖືກຄວບຄຸມໂດຍອາລົມ ຫຼື ສະພາບການພາຍນອກ ແລະ ຜູ້ທີ່ຖືເອົາໜ້າທີ່ຂອງພວກເຂົາ ແລະ ການມອບໝາຍທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາມາກ່ອນ ແລະ ສຳຄັນທີ່ສຸດ, ພວກເຂົາແມ່ນຄົນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ນອບນ້ອມຕໍ່ພຣະອົງຢ່າງແທ້ຈິງ. ຄົນແບບນີ້ໄດ້ບັນລຸການເຂົ້າສູ່ຊີວິດ ແລະ ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນໜຶ່ງໃນການສະແດງອອກທີ່ເປັນຈິງ ແລະ ແທ້ຈິງທີ່ສຸດຂອງການດຳລົງຊີວິດຕາມຄວາມຈິງ.

(“ການເຂົ້າສູ່ຊີວິດຕ້ອງເລີ່ມດ້ວຍປະສົບການຈາກການປະຕິບັດໜ້າທີ່ຂອງເຈົ້າ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

412. ບໍ່ວ່າພຣະເຈົ້າຈະຂໍຫຍັງຈາກເຈົ້າກໍຕາມ, ເຈົ້າຈໍາເປັນຕ້ອງເຮັດເພື່ອສິ່ງນັ້ນຢ່າງສຸດກໍາລັງຂອງເຈົ້າເທົ່ານັ້ນ ແລະ ເຮົາຫວັງວ່າ ເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໃນທີ່ສຸດ ກໍອຸທິດຕົນຕໍ່ພຣະອົງເຖິງທີ່ສຸດ. ຕາບໃດທີ່ເຈົ້າສາມາດເຫັນຮອຍຍິ້ມທີ່ພໍໃຈຂອງພຣະເຈົ້າໃນຂະນະທີ່ພຣະອົງນັ່ງຢູ່ບັນລັງຂອງພຣະອົງ ແລະ ເຖິງແມ່ນວ່າຊ່ວງເວລານີ້ແມ່ນເວລາທີ່ກໍານົດການຕາຍຂອງເຈົ້າ, ເຈົ້າກໍຄວນສາມາດຫົວ ແລະ ຍິ້ມໃນຂະນະທີ່ເຈົ້າຫຼັບຕາລົງ. ໃນຊ່ວງເວລາຂອງເຈົ້າຢູ່ເທິງແຜ່ນດິນໂລກ, ເຈົ້າຕ້ອງເຮັດໜ້າທີ່ສຸດທ້າຍຂອງເຈົ້າເພື່ອພຣະເຈົ້າ. ໃນອະດີດ, ເປໂຕຖືກຄຶງໃສ່ໄມ້ກາງແຂນທາງປີ້ນເພື່ອພຣະເຈົ້າ; ແຕ່ໃນທີ່ສຸດແລ້ວ ເຈົ້າກໍຄວນເຮັດໃຫ້ພຣະເຈົ້າພໍໃຈ ແລະ ໃຊ້ເຮື່ອແຮງຂອງເຈົ້າທັງໝົດເພື່ອພຣະເຈົ້າ. ສິ່ງມີຊີວິດທີ່ຖືກສ້າງຂຶ້ນສາມາດເຮັດຫຍັງໄດ້ແທນພຣະເຈົ້າແດ່? ສະນັ້ນ, ເຈົ້າຄວນມອບຕົວເອງໃຫ້ແກ່ພຣະເຈົ້າໂດຍໄວເທົ່າທີ່ຈະໄວໄດ້ ເພື່ອໃຫ້ພຣະອົງໂຍນເຈົ້າຖິ້ມຕາມທີ່ພຣະອົງປາຖະໜາ. ຕາບໃດທີ່ມັນຈະເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ພໍໃຈ, ເຈົ້າກໍຄວນປ່ອຍໃຫ້ພຣະອົງເຮັດກັບເຈົ້າຕາມທີ່ພຣະອົງຕ້ອງການ. ມະນຸດມີສິດຫຍັງໃນການກ່າວຄໍາຕໍ່ວ່າ?

(ຄັດຈາກ “ບົດທີ 41” ຂອງພາກການຕີຄວາມໝາຍຂອງຄວາມເລິກລັບຂອງພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງໃນໜັງສືພຣະທຳປາກົດໃນຮ່າງກາຍ)

413. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຈຳເປັນຕ້ອງບັນລຸບໍ່ແມ່ນການຮຽກຮ້ອງເພີ່ມ, ແຕ່ເປັນໜ້າທີ່ຂອງມະນຸດ ແລະ ເປັນສິ່ງທີ່ທຸກຄົນຄວນປະຕິບັດ. ຖ້າພວກເຈົ້າບໍ່ສາມາດແມ່ນແຕ່ປະຕິບັດໜ້າທີ່ຂອງພວກເຈົ້າ ຫຼື ປະຕິບັດມັນໃຫ້ດີ, ແລ້ວພວກເຈົ້າບໍ່ໄດ້ກຳລັງນໍາບັນຫາມາສູ່ຕົນເອງບໍ? ພວກເຈົ້າບໍ່ໄດ້ກຳລັງຊອກຫາຄວາມຕາຍບໍ? ພວກເຈົ້າຈະຍັງຄາດຫວັງອະນາຄົດ ແລະ ໂອກາດໄດ້ແນວໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອມະນຸດຊາດ ແລະ ການຮ່ວມມືຂອງມະນຸດແມ່ນເພື່ອການຄຸ້ມຄອງຂອງພຣະເຈົ້າ. ຫຼັງຈາກທີ່ພຣະເຈົ້າໄດ້ສຳເລັດທຸກສິ່ງທີ່ພຣະອົງຄວນປະຕິບັດ, ມະນຸດກໍຈຳເປັນຕ້ອງເຕັມໃຈໃນການປະຕິບັດຂອງເຂົາ ແລະ ຮ່ວມມືກັບພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ມະນຸດບໍ່ຄວນຈໍາກັດຄວາມພະຍາຍາມຂອງເຂົາ, ຄວນຖວາຍຄວາມຊື່ສັດຂອງເຂົາ ແລະ ບໍ່ຄວນຍຶດຕິດກັບແນວຄິດຫຼາຍ ຫຼື ນັ່ງຢູ່ລ້າໆ ແລະ ລໍຖ້າຄວາມຕາຍ. ພຣະເຈົ້າສາມາດສະຫຼະພຣະອົງເອງເພື່ອມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດຖວາຍຄວາມຊື່ສັດຂອງເຂົາໃຫ້ກັບພຣະເຈົ້າໄດ້? ພຣະເຈົ້າມີຫົວໃຈ ແລະ ຈິດໃຈໜຶ່ງດຽວຕໍ່ມະນຸດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດໃຫ້ຄວາມຮ່ວມມືແມ່ນແຕ່ໜ້ອຍດຽວ? ພຣະເຈົ້າປະຕິບັດພາລະກິດເພື່ອມະນຸດຊາດ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດບາງຢ່າງຂອງເຂົາເພື່ອການຄຸ້ມຄອງຂອງພຣະເຈົ້າ? ພາລະກິດຂອງພຣະເຈົ້າໄດ້ມາໄກເຖິງຂັ້ນນີ້ແລ້ວ, ແຕ່ເຖິງຢ່າງນັ້ນ ພວກເຈົ້າກໍຍັງໄດ້ແຕ່ເບິ່ງ ແຕ່ບໍ່ປະຕິບັດ, ພວກເຈົ້າໄດ້ແຕ່ຟັງ ແຕ່ບໍ່ເຄື່ອນໄຫວ. ແລ້ວຄົນປະເພດດັ່ງກ່າວບໍ່ແມ່ນເປົ້າໝາຍຂອງການຕົກນະລົກບໍ? ພຣະເຈົ້າໄດ້ອຸທິດທັງໝົດຂອງພຣະອົງໃຫ້ກັບມະນຸດ, ແລ້ວເປັນຫຍັງໃນປັດຈຸບັນ ມະນຸດຈຶ່ງບໍ່ສາມາດປະຕິບັດໜ້າທີ່ຂອງເຂົາໄດ້ຢ່າງຈິງໃຈ? ສຳລັບພຣະເຈົ້າ, ພາລະກິດຂອງພຣະອົງແມ່ນບຸລິມະສິດທຳອິດຂອງພຣະອົງ ແລະ ພາລະກິດແຫ່ງການຄຸ້ມຄອງຂອງພຣະອົງມີຄວາມສຳຄັນທີ່ສຸດ. ສຳລັບມະນຸດ, ການນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ ແລະ ການປະຕິບັດຕາມເງື່ອນໄຂຂອງພຣະເຈົ້າແມ່ນບຸລິມະສິດທຳອິດຂອງເຂົາ. ພວກເຈົ້າທຸກຄົນຄວນເຂົ້າໃຈໃນສິ່ງນີ້.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

414. ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກພ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກພ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ. ຖ້າມະນຸດບໍ່ສາມາດສະແດງອອກສິ່ງທີ່ພວກເຂົາຄວນສະແດງອອກໃນຊ່ວງການຮັບໃຊ້ ຫຼື ບັນລຸຜົນສໍາເລັດໃນສິ່ງທີ່ເປັນໄປໄດ້ໃນຕົວສໍາລັບພວກເຂົາ ແຕ່ກົງກັນຂ້າມພັດພາກັນເຮັດຫຼິ້ນ ແລະ ເຮັດຢ່າງບໍ່ຕັ້ງໃຈ, ພວກເຂົາໄດ້ເສຍໜ້າທີ່ ທີ່ສິ່ງມີຊີວິດທີ່ຖືກສ້າງຂຶ້ນຄວນມີ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າ “ຄົນທໍາມດາ”; ພວກເຂົາແມ່ນຂີ້ເຫຍື່ອທີ່ບໍ່ມີປະໂຫຍດ. ຜູ້ຄົນດັ່ງກ່າວນີ້ຈະຖືກເອີ້ນຢ່າງຖືກຕ້ອງວ່າ ສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ແນວໃດ? ພວກເຂົາບໍ່ແມ່ນສິ່ງມີຊີວິດທີ່ເສື່ອມຊາມທີ່ເປັ່ງແສງທາງພາຍນອກ ແຕ່ທາງໃນເນົ່າເໝັນບໍ? ຖ້າມະນຸດເອີ້ນຕົນເອງວ່າ ພຣະເຈົ້າ ແຕ່ບໍ່ສາມາດສະແດງອອກເຖິງຄວາມເປັນພຣະເຈົ້າໄດ້, ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ ຫຼື ເປັນຕົວແທນພຣະເຈົ້າໄດ້, ຄົນນັ້ນບໍ່ແມ່ນພຣະເຈົ້າຢ່າງບໍ່ຕ້ອງສົງໄສເລີຍ ເພາະວ່າ ເຂົາບໍ່ມີແກ່ນແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສາມາດບັນລຸຜົນໄດ້ໂດຍທໍາມະຊາດ ແມ່ນບໍ່ມີຢູ່ພາຍໃນຕົວເຂົາ. ຖ້າມະນຸດສູນເສຍສິ່ງທີ່ຕົນເອງສາມາດໄດ້ຮັບໂດຍທໍາມະຊາດ ກໍຈະບໍ່ສາມາດຖືວ່າ ເຂົາເປັນມະນຸດ ແລະ ເຂົາບໍ່ມີຄຸນຄ່າທີ່ຈະຢືນຢູ່ເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ຫຼື ມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ຖືກເບິ່ງແຍງ ແລະ ຮັບໃຊ້ພຣະອົງ. ຍິ່ງໄປກ່ານັ້ນ, ເຂົາບໍ່ມີຄ່າພໍທີ່ຈະໄດ້ຮັບຄວາມກະລຸນາຈາກພຣະເຈົ້າ ຫຼຼື ຖືກເບິ່ງແຍງດູແລ, ປົກປ້ອງ ແລະ ເຮັດໃຫ້ສົມບູນໂດຍພຣະເຈົ້າ. ຫຼາຍຄົນທີ່ໄດ້ສູນເສຍຄວາມໄວ້ວາງໃຈຈາກພຣະເຈົ້າ ສຸດທ້າຍກໍຈະສູນເສຍຄວາມກະລຸນາຈາກພຣະເຈົ້າ. ພວກເຂົາບໍ່ພຽງກຽດຊັງຄວາມປະພຶດຜິດຂອງຕົນ ແຕ່ພວກເຂົາເຜີຍແຜແນວຄວາມຄິດຢ່າງບໍ່ມີຢາງອາຍວ່າ ວິທີທາງຂອງພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກກະບົດເຫຼົ່ານີ້ຍັງປະຕິເສດວ່າ ພຣະເຈົ້າບໍ່ມີຈິງອີກ. ຜູ້ຄົນດັ່ງກ່າວນີ້ ທີ່ມີກັບຄວາມຕໍ່ຕ້ານແບບນີ້ ຈະມີສິດໄດ້ຮັບຄວາມກະລຸນາຈາກພຣະເຈົ້າໄດ້ແນວໃດ? ຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນແມ່ນໄດ້ຕໍ່ຕ້ານພຣະເຈົ້າ ແລະ ເປັນໜີ້ພຣະອົງຢ່າງຫຼວງຫຼາຍ ແຕ່ພວກເຂົາຫັນຫລັງໃສ່ພຣະເຈົ້າ ແລ້ວກໍໂຈມຕີພຣະເຈົ້າວ່າຜິດ. ມະນຸດປະເພດນີ້ຈະມີຄຸນຄ່າໃນການເຮັດໃຫ້ສົມບູນແບບໄດ້ແນວໃດ? ນີ້ບໍ່ແມ່ນສິ່ງທີ່ມາກ່ອນການຖືກກໍາຈັດ ແລະ ລົງໂທດບໍ? ຜູ້ຄົນທີ່ບໍ່ປະຕິບັດໜ້າທີ່ຂອງຕົນຕໍ່ໜ້າພຣະເຈົ້າແມ່ນຖືວ່າ ມີຄວາມຜິດຢ່າງຮ້າຍແຮງຢ່າງອາຊະຍາກໍາຢູ່ແລ້ວ ເຊິ່ງແມ່ນແຕ່ຄວາມຕາຍກໍເປັນການລົງໂທດທີ່ບໍ່ພຽງພໍ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາຍັງກ້າໂຕ້ຖຽງກັບພຣະເຈົ້າ ແລະ ຖືເອົາຕົວເອງມາມຽບເທົ່າກັບພຣະອົງ. ການເຮັດໃຫ້ຜູ້ຄົນດັ່ງກ່າວສົມບູນຈະມີຄ່າຫຍັງ? ເມື່ອຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ສໍາເລັດ, ພວກເຂົາຄວນຮູ້ສຶກຜິດ ແລະ ຮູ້ສຶກເປັນໜີ້ບຸນຄຸນ; ພວກເຂົາຄວນກຽດຊັງຄວາມອ່ອນແອ ແລະ ຄວາມໄຮ້ປະໂຫຍດຂອງຕົນ, ຄວາມກະບົດ ແລະ ຄວາມເສື່ອມຊາມຂອງຕົນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຄວນເສຍສະລະຊີວິດຂອງຕົນເພື່ອພຣະເຈົ້າ. ເມື່ອນັ້ນເທົ່ານັ້ນ ມະນຸດ ພວກເຂົາຈຶ່ງແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຮັກພຣະເຈົ້າແທ້ຈິງ ແລະ ມີແຕ່ຜູ້ຄົນດັ່ງກ່າວເທົ່ານັ້ນທີ່ສົມຄວນມີຄວາມສຸກກັບພອນ ແລະ ຄໍາສັນຍາຂອງພຣະເຈົ້າ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ. ພວກເຈົ້າສ່ວນຫຼາຍເປັນແນວໃດ? ພວກເຈົ້າປະຕິບັດຕໍ່ພຣະເຈົ້າ ທີ່ດໍາລົງຊີວິດຢູ່ທ່າມກາງພວກເຈົ້າແນວໃດ? ພວກເຈົ້າໄດ້ເຮັດໜ້າທີ່ຕໍ່ໜ້າພຣະອົງແນວໃດ? ພວກເຈົ້າໄດ້ເຮັດທຸກສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ເຮັດ ເຖິງສິ່ງນັ້ນຈະເປັນການສູນເສຍຊີວິດຂອງເຈົ້າເອງແລ້ວບໍ? ພວກເຈົ້າໄດ້ເສຍສະລະຫຍັງແດ່? ພວກເຈົ້າບໍ່ໄດ້ຮັບຫຍັງຫຼາຍຈາກເຮົາບໍ? ພວກເຈົ້າສາມາດຈໍາແນກໄດ້ບໍ່? ພວກເຈົ້າຈົງຮັກພັກດີຕໍ່ເຮົາຫຼາຍພຽງໃດ? ພວກເຈົ້າຮັບໃຊ້ເຮົາແບບໃດ? ມີຫຍັງແດ່ທີ່ເຮົາໄດ້ປະທານໃຫ້ພວກເຈົ້າ ແລະ ເຮັດເພື່ອພວກເຈົ້າ? ພວກເຈົ້າໄດ້ຮັບພິຈາລະນາເອົາສິ່ງນີ້ທັງໝົດແລ້ວບໍ? ພວກເຈົ້າໄດ້ຕັດສິ້ນ ແລະ ປຽບທຽບສິ່ງນີ້ໃສ່ກັບສາມານສໍານຶກອັນເລັກນ້ອຍທີ່ພວກເຈົ້າມີຢູ່ໃນຕົວພວກເຈົ້າແລ້ວບໍ? ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າຈະມີຄ່າກັບໃຜ? ເປັນໄປໄດ້ບໍວ່າ ການເສຍສະລະອັນເລັກນ້ອຍຂອງພວກເຈົ້ານັ້ນຈະມີຄ່າພໍກັບທຸກສິ່ງທີ່ເຮົາໄດ້ປະທານໃຫ້ພວກເຈົ້າ? ເຮົາບໍ່ມີທາງເລືອກອື່ນ ແລະ ເຮົາໄດ້ອຸທິດຢ່າງເຕັມທີ່ເພື່ອພວກເຈົ້າ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງເຊື່ອງຊ້ອນເຈດຕະນາທີ່ຊົ່ວຮ້າຍ ແລະ ໄດ້ອຸທິດຕົນຕໍ່ເຮົາແບບບໍ່ເຕັມໃຈ. ນີ້ຄືຂອບເຂດໜ້າທີ່ ແລະ ວຽກງານດຽວຂອງພວກເຈົ້າ. ບໍ່ແມ່ນບໍ? ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນ? ຈະສາມາດຖືວ່າ ພວກເຈົ້າແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນໄດ້ໄດ້ແນວໃດ? ສິ່ງທີ່ພວກເຈົ້າສະແດງອອກ ແລະ ດໍາລົງຢູ່ນັ້ນບໍ່ຊັດເຈນສໍາລັບພວກເຈົ້າບໍ? ພວກເຈົ້າລົ້ມເຫຼວໃນການປະຕິບັດຕໍ່ໜ້າທີ່ຂອງຕົນ, ແຕ່ພວກເຈົ້າສະແຫວງຫາທີ່ຈະໄດ້ຮັບຄວາມອົດທົນ ແລະ ຄວາມກະລຸນາຈາກພຣະເຈົ້າ. ບໍ່ໄດ້ມີການກຽມຄວາມກະລຸນາດັ່ງກ່າວໄວ້ສໍາລັບຄົນທີ່ບໍ່ມີຄຸນຄ່າ ແລະ ຄົນຕໍ່າຊາມຄືພວກເຈົ້າ, ແຕ່ກຽມໄວ້ສໍາລັບຄົນທີ່ບໍ່ຂໍຫຍັງ ແລະ ເຕັມໃຈຍອມເສຍສະຫລະ. ຄົນຄືພວກເຈົ້າ ທີ່ທໍາມະດາ ແມ່ນບໍ່ສົມຄວນໄດ້ຮັບຄວາມກະລຸນາຈາກສະຫວັນແມ່ນແຕ່ໜ້ອຍດຽວ. ມີແຕ່ຄວາມຍາກລໍາບາກ ແລະ ການລົງໂທດທີ່ບໍ່ມີວັນສິ້ນສຸດຈະຕາມພວກເຈົ້າໄປທຸກມື້! ຖ້າພວກເຈົ້າບໍ່ສາມາດຊື່ສັດຕໍ່ເຮົາ, ຊະຕາກໍາຂອງພວກເຈົ້າເອງຈະພົບແຕ່ຄວາມທຸກທໍລະມານ. ຖ້າພວກເຈົ້າບໍ່ສາມາດຮັບເອົາພຣະທໍາ ແລະ ພາລະກິດຂອງເຮົາ, ຊີວິດພວກເຈົ້າເອງຈະຖືກລົງໂທດ. ຄວາມກະລຸນາ, ພອນ ແລະ ຊີວິດທີ່ວິເສດຂອງອານາຈັກຈະບໍ່ກ່ຽວຂອງຫຍັງກັບພວກເຈົ້າ. ນີ້ຄືຈຸດຈົບທີ່ພວກເຈົ້າສົມຄວນຈະໄດ້ຮັບ ແລະ ເປັນຜົນກໍາຂອງການກະທໍາຂອງພວກເຈົ້າເອງ!

(ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (VI) ກ່ຽວກັບວິທີການປະຕິບັດຄວາມເຊື່ອຟັງຕໍ່ພຣະເຈົ້າ

ຕໍ່ໄປ: (VIII) ກ່ຽວກັບການບັນລຸຄວາມຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ໃນໄລຍະເວລາທີ່ເປໂຕຢູ່ກັບພຣະເຢຊູນັ້ນ ລາວໄດ້ເຫັນອຸປະນິໄສອັນເປັນຕາຮັກຫຼາຍຢ່າງກ່ຽວກັບພຣະເຢຊູ, ມີຫຼາຍດ້ານທີ່ສົມຄວນເອົາເປັນແບບຢ່າງ ແລະ...

ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ....

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາກຳລັງເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ສະຫງ່າລາສີຂອງເຮົາແມບເຫຼື້ອມທົ່ວຈັກກະວານ; ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger