(VI) ກ່ຽວກັບວິທີການປະຕິບັດຄວາມເຊື່ອຟັງຕໍ່ພຣະເຈົ້າ

391. ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

392. ເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງພຣະອົງ. ຖ້າວ່າເຈົ້າເຮັດບໍ່ໄດ້, ມັນກໍບໍ່ສຳຄັນທີ່ເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່. ຖ້າເຈົ້າເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ບໍ່ເຄີຍເຊື່ອຟັງພຣະອົງ ແລະ ບໍ່ຍອມຮັບພຣະທໍາທຸກຄຳຂອງພຣະອົງ ແຕ່ພັດຂໍໃຫ້ພຣະເຈົ້າຍອມເຈົ້າ ແລະ ເຮັດຕາມຄວາມຄິດຂອງເຈົ້າ, ເຈົ້າກໍເປັນຄົນທີ່ກະບົດທີ່ສຸດ ແລະ ເຈົ້າກໍແມ່ນຜູ້ທີ່ມີຄວາມເຊື່ອ. ຄົນເຊັ່ນນີ້ຈະສາມາດເຊື່ອຟັງພາລະກິດ ແລະ ພຣະທໍາຂອງພຣະເຈົ້າທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດໄດ້ຢ່າງໃດ? ຜູ້ທີ່ກະບົດທີ່ສຸດຄືຜູ້ທີ່ປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາ. ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ຕໍ່ຕ້ານສາສະໜາຄຣິດ. ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສະຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ. ຜີສາດຮ້າຍຝູງນີ້ຊອກຫາການຮ່ວມມື ແລະ ທຳລາຍພາລະກິດຂອງເຮົາ; ແລ້ວເຮົາຈະອະນຸຍາດໃຫ້ຜີສາດຮ້າຍທີ່ມີຊີວິດເຫຼົ່ານີ້ມີຢູ່ຕໍ່ໜ້າຕໍ່ຕາເຮົາໄດ້ແນວໃດ? ກະທັ້ງຜູ້ທີ່ເຊື່ອຟັງພຽງເຄິ່ງດຽວຍັງບໍ່ສາມາດເດີນໄປຈົນເຖິງຈຸດສຸດທ້າຍໄດ້, ແລ້ວແຮງໄກທີ່ພວກທໍຣະລາດເຫຼົ່ານີ້ທີ່ບໍ່ມີຄວາມເຊື່ອຟັງແມ່ນແຕ່ເລັກນ້ອຍຈະມີ! ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ຈະຮັບໄດ້ຢ່າງງ່າຍໂດຍມະນຸດ. ເຖິງວ່າມະນຸດຈະໃຊ້ກໍາລັງທັງໝົດທີ່ພວກເຂົາມີຢູ່ ແຕ່ພວກເຂົາກໍຈະໄດ້ຮັບພຽງສ່ວນນ້ອຍ ເຊິ່ງໃນທີ່ສຸດແລ້ວກໍຈະເຮັດໃຫ້ພວກເຂົາຖືກເຮັດໃຫ້ສົມບູນ. ແລ້ວຜູ້ທີ່ເປັນລູກຂອງທູດສະຫວັນ ທີ່ພະຍາຍາມທຳລາຍພາລະກິດຂອງພຣະເຈົ້າເດ? ພວກເຂົາບໍ່ມີຄວາມຫວັງແມ່ນແຕ່ໜ້ອຍດຽວ ທີ່ຈະຖືກຮັບເອົາໂດຍພຣະເຈົ້າເລີຍແມ່ນບໍ? ຈຸດປະສົງຂອງເຮົາໃນການປະຕິບັດພາລະກິດແຫ່ງການເອົາຊະນະບໍ່ແມ່ນພຽງເພື່ອເອົາຊະນະເພື່ອໃຫ້ໄດ້ໄຊຊະນະເທົ່ານັ້ນ, ແຕ່ເປັນການເອົາຊະນະເພື່ອເປີດເຜີຍຄວາມຊອບທໍາ ແລະ ຄວາມບໍ່ຊອບທຳ ເພື່ອໃຫ້ໄດ້ຫຼັກຖານສໍາລັບການລົງໂທດມະນຸດ, ເພື່ອປະນາມຄົນຊົ່ວ ແລະ ຍິ່ງກວ່ານັ້ນແມ່ນການເອົາຊະນະເພື່ອເຮັດໃຫ້ຄົນທີ່ເຕັມໃຈເຊື່ອຟັງສົມບູນ. ໃນທີ່ສຸດ, ທຸກຄົນຈະຖືກແຍກອອກໄປຕາມປະເພດ ແລະ ຄົນທີ່ຖືກເຮັດໃຫ້ສົມບູບຈະມີຄວາມຄິດ ແລະ ແນວຄວາມຄິດທີ່ເຕັມໄປດ້ວຍການເຊື່ອຟັງ. ນີ້ຄືພາລະກິດທີ່ຕ້ອງເຮັດໃຫ້ສຳເລັດໃນຍຸກທີ່ສຸດ. ໃນຂະນະດຽວກັນນັ້ນ, ຜູ້ທີ່ມີທຸກການກະທໍາທີ່ກະບົດຈະຖືກລົງໂທດ ແລະ ຖືກສົ່ງໄປເຜົາໃນກອງໄຟ ເຊິ່ງເປັນວັດຖຸແຫ່ງການສາບແຊ່ງຕະຫຼອດການ. ເມື່ອເວລານັ້ນມາເຖິງ, ຜູ້ທີ່ເປັນ “ວິລະບູລຸດທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍພ່າຍແພ້” ໃນອາດີດຜ່ານມາຈະກາຍເປັນ “ຄົນຂີ້ຢ້ານທີ່ອ່ອນແອ ແລະ ໄຮ້ສະມັດຕະພາບ” ທີ່ຕໍ່າຊ້າ ແລະ ຖືກຫຼົບຫຼີກທີ່ສຸດ. ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດສະແດງເຖິງຄວາມທ່ຽງທໍາຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງໃນທຸກແງ່ມຸມ ທີ່ມະນຸດບໍ່ສາມາດລ່ວງເກີນໄດ້ ແລະ ມີພຽງສິ່ງນີ້ເທົ່ານັ້ນທີ່ຈະຢຸດຄວາມກຽດຊັງໃນຈິດໃຈຂອງເຮົາ. ພວກເຈົ້າເຫັນດີນໍາບໍວ່າ ນີ້ສົມເຫດສົມຜົນທີ່ສຸດ?

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

393. ພາລະກິດທີ່ພຣະເຈົ້າກະທໍາແມ່ນແຕກຕ່າງກັນໃນແຕ່ລະໄລຍະ. ຖ້າເຈົ້າມີຄວາມເຊື່ອຟັງຫຼາຍຕໍ່ພາລະກິດຂອງພຣະເຈົ້າໃນໄລຍະໜຶ່ງ ແຕ່ໃນອີກໄລຍະຕໍ່ໄປຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນໜ້ອຍລົງ ຫຼື ເຈົ້າບໍ່ສາມາດມີຄວາມເຊື່ອຟັງເລີຍ, ພຣະເຈົ້າກໍຈະຖິ້ມປະເຈົ້າ. ຖ້າເຈົ້າເດີນຕາມທັນພຣະເຈົ້າໃນເວລາທີ່ພຣະອົງກ້າວສູ່ຂັ້ນຕອນນີ້, ເຈົ້າກໍຕ້ອງສືບຕໍ່ເດີນຕາມພຣະອົງໃຫ້ທັນໃນເວລາທີ່ພຣະອົງກ້າວເຂົ້າສູ່ຂັ້ນຕອນຕໍ່ໄປ; ເມື່ອນັ້ນເທົ່ານັ້ນ ເຈົ້າຈຶ່ງຈະເປັນຜູ້ເຊື່ອຟັງໃນພຣະວິນຍານບໍລິສຸດ. ໃນເມື່ອເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຕ້ອງເຊື່ອຟັງຢ່າງສະໝໍ່າສະເໝີ. ເຈົ້າບໍ່ສາມາດພຽງແຕ່ເຊື່ອຟັງເວລາຄິດຢາກເຊື່ອ ແລະ ບໍ່ເຊື່ອເມື່ອບໍ່ຢາກເຊື່ອ. ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຟັງແບບນີ້. ຖ້າເຈົ້າບໍ່ສາມາດເດີນຕາມທັນພາລະກິດໃໝ່ທີ່ເຮົາໄດ້ເຂົ້າໄດ້ສົນທະນາ ແລະ ສືບຕໍ່ຢຶດຖືໃນຄຳເວົ້າເກົ່າ ແລ້ວຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າໄດ້ຢ່າງໃດ? ພາລະກິດຂອງພຣະເຈົ້າແມ່ນເພື່ອສະໜອງໃຫ້ເຈົ້າໂດຍຜ່ານພຣະທໍາຂອງພຣະອົງ. ເມື່ອເຈົ້າເຊື່ອຟັງ ແລະ ຍອມຮັບພຣະທໍາຂອງພຣະອົງ, ພຣະວິນຍານບໍລິສຸດກໍຈະປະຕິບັດພາະລກິດໃນຕົວເຈົ້າຢ່າງແນ່ນອນ. ພຣະວິນຍານບໍລິສຸດດຳເນີນໄປຕາມທີ່ເຮົາກ່າວຢ່າງຖືກຕ້ອງ; ຈົ່ງເຮັດຕາມທີ່ເຮົາໄດ້ກ່າວ ແລະ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າທັນທີ. ເຮົາເຍືອງແສງສະຫວ່າງໃໝ່ໃຫ້ພວກເຈົ້າເພື່ອໃຫ້ເຫັນ, ນຳພາພວກເຈົ້າມາສູ່ແສງສະຫວ່າງແຫ່ງປັດຈຸບັນ ແລະ ເມື່ອເຈົ້າຍ່າງເຂົ້າສູ່ແສງສະຫວ່າງນີ້, ພຣະວິນຍານບໍລິສຸດຈະປະຕິບັດພາະລກິດໃນຕົວເຈົ້າທັນທີ. ມີບາງຄົນທີ່ຍັງມີນິໄສດື້ດ້ານ ແລະ ເວົ້າວ່າ: “ຂ້ານ້ອຍຈະບໍ່ຍອມເຮັດຕາມທີ່ພຣະອົງບອກ”. ດັ່ງນັ້ນ, ເຮົາຂໍບອກເຈົ້າວ່າຕອນນີ້ເຈົ້າໄດ້ມາເຖິງຈຸດສຸດທ້າຍຂອງເສັ້ນທາງແລ້ວ; ເຈົ້າເຫືອດແຫ້ງ ແລະ ບໍ່ມີຊີວິດອີກຕໍ່ໄປ. ສະນັ້ນ ໃນປະສົບການຂອງການປ່ຽນແປງຈິດໃຈຂອງພວກເຈົ້າ ແມ່ນບໍ່ມີສິ່ງໃດທີ່ສຳຄັນໄປກວ່າການກ້າວໃຫ້ທັນແສງສະຫວ່າງໃນປັດຈຸບັນ. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການເຊື່ອຟັງຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົມການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

394. ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າຕ້ອງເປັນຈິງ ແລະ ເປັນ ແລະ ຕ້ອງມີການດໍາລົງຢູ່. ການອ່ອນນ້ອມແບບຜິວເຜີນຈະບໍ່ສາມາດໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ການເຊື່ອຟັງພຽງດ້ານຜິວເຜີນຂອງພຣະທໍາຂອງພຣະເຈົ້າ ໂດຍທີ່ປາດສະຈາກການສະແຫວງຫາຄວາມປ່ຽນແປງຈິດໃຈຕົນເອງນັ້ນບໍ່ແມ່ນການສະແຫວງຫາຈິດໃຈຂອງພຣະເຈົ້າ. ການເຊື່ອຟັງພຣະເຈົ້າ ແລະ ການອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າແມ່ນອັນໜຶ່ງອັນດຽວກັນ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ ແຕ່ບໍ່ອ່ອນນ້ອມຕໍ່ພາລະກິດແມ່ນບໍ່ສາມາດຖືວ່າເປັນຜູ້ທີ່ເຊື່ອຟັງ ແລ້ວແຮງໄກສໍາລັບຜູ້ທີ່ບໍ່ອ່ອນນ້ອມຢ່າງແທ້ຈິງ ແຕ່ເປັນຄົນໜ້າຊື່ໃຈຄົດ. ຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງຈະສາມາດໄດ້ຮັບຜົນຈາກພາລະກິດ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ມີແຕ່ຜູ້ຄົນດັ່ງກ່າວທີ່ອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ. ຜູ້ຄົນເຫຼົ່ານັ້ນ ສາມາດໄດ້ຮັບຄວາມຮູ້ໃໝ່ ແລະ ປະສົບກັບການປ່ຽນແປງໃໝ່ຈາກພາລະກິດໃໝ່. ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ ແລະ ມີແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຖືກເຮັດໃຫ້ສົມບູນ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ແມ່ນຜູ້ໄດ້ຮັບການປ່ຽນແປງຈິດໃຈ. ຜູ້ທີ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າແມ່ນຜູ້ທີ່ອ່ອນນ້ອມຕໍ່ພຣະເຈົ້າດ້ວຍຄວາມຍິນດີ, ພຣະທໍາ ແລະ ພາລະກິດຂອງພຣະອົງ. ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຢູ່ໃນຄວາມຖືກຕ້ອງ, ມີແຕ່ຄົນປະເພດນີ້ເທົ່ານັ້ນທີ່ຕ້ອງການພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາພຣະເຈົ້າຢ່າງຈິງໃຈ.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

395. ໃນລະຫວ່າງທີ່ພຣະເຈົ້າສະຖິດຢູ່ໃນເນື້ອໜັງ, ຄວາມເຊື່ອຟັງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນບໍ່ແມ່ນສິ່ງທີ່ຜູ້ຄົນຈິນຕະນາການນັ້ນກໍຄື ບໍ່ແມ່ນການຕັດສິນ ຫຼື ການຕໍ່ຕ້ານ. ກົງກັນຂ້າມ, ພຣະອົງຮຽກຮ້ອງໃຫ້ຜູ້ຄົນເອົາພຣະທຳຂອງພຣະອົງເປັນຫຼັກການສຳລັບຊີວິດຂອງພວກເຂົາ ແລະ ເປັນພື້ນຖານຂອງການຢູ່ລອດຂອງພວກເຂົາ, ຮຽກຮ້ອງໃຫ້ພວກເຂົານໍາແກ່ນແທ້ແຫ່ງພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຢ່າງແທ້ຈິງ ແລະ ຮຽກຮ້ອງໃຫ້ພວກເຂົາປະຕິບັດຕາມຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ດ້ານໜຶ່ງຂອງການຮຽກຮ້ອງໃຫ້ຜູ້ຄົນເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນໝາຍເຖິງການນໍາເອົາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ ແລະ ອີກດ້ານໜຶ່ງ ແມ່ນໝາຍເຖິງຄວາມສາມາດທີ່ຈະເຊື່ອຟັງຄວາມເປັນປົກກະຕິ ແລະ ຄວາມເປັນຈິງຂອງພຣະອົງ. ທັງສອງສິ່ງນີ້ຕ້ອງເດັດຂາດ. ຄົນທີ່ສາມາດບັນລຸທັງສອງດ້ານເຫຼົ່ານີ້ ລ້ວນແລ້ວແຕ່ເປັນຄົນທີ່ມີຫົວໃຈແຫ່ງຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຖືກພຣະເຈົ້າຮັບເອົາ ແລະ ພວກເຂົາລ້ວນແລ້ວແຕ່ຮັກພຣະເຈົ້າດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ...

ກຸ່ມຄົນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດ ຕ້ອງການຮັບເອົາໃນປັດຈຸບັນ ແມ່ນຄົນທີ່ປະຕິບັດຕາມຄວາມປະສົງຂອງພຣະອົງ. ຜູ້ຄົນຕ້ອງເຊື່ອຟັງພາລະກິດຂອງພຣະອົງ, ບໍ່ໃສ່ໃຈກັບແນວຄິດທີ່ກ່ຽວກັບພຣະເຈົ້າຢູ່ໃນສະຫວັນ, ດຳລົງຊີວິດຢູ່ກັບຄວາມມືດມົວ ຫຼື ເຮັດໃຫ້ທຸກສິ່ງລໍາບາກສຳລັບພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດ. ຄົນທີ່ສາມາດເຊື່ອຟັງພຣະອົງແມ່ນຄົນທີ່ຟັງພຣະທຳຂອງພຣະອົງ ແລະ ເຊື່ອຟັງການຈັດແຈງຂອງພຣະອົງຢ່າງແທ້ຈິງ. ຄົນເຫຼົ່ານີ້ບໍ່ໃສ່ໃຈເລີຍວ່າ ພຣະເຈົ້າທີ່ຢູ່ສະຫວັນເປັນແບບໃດແທ້ ຫຼື ພຣະເຈົ້າທີ່ຢູ່ໃນສະຫວັນປະຕິບັດພາລະກິດແບບໃດກັບມະນຸດຊາດໃນປັດຈຸບັນ, ແຕ່ພວກເຂົາມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກຢ່າງແທ້ຈິງ ແລະ ພວກເຂົາວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາບໍ່ເຄີຍຄໍານືງເຖິງຄວາມປອດໄພຂອງພວກເຂົາເອງ ແລະ ພວກເຂົາບໍ່ເຄີຍວິຕົກກັງວົນກັບຄວາມເປັນທໍາມະດາ ແລະ ຄວາມເປັນຈິງຂອງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດ. ຄົນທີ່ເຊື່ອຟັງພຣະເຈົ້າທີ່ສະຖິດຢູ່ໃນເນື້ອໜັງມະນຸດຈະສາມາດຖືກພຣະອົງເຮັດໃຫ້ສົມບູນ. ຄົນທີ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນຈະບໍ່ໄດ້ຮັບຫຍັງເລີຍ. ນີ້ກໍຍ້ອນວ່າ ບໍ່ແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ເປັນພຣະເຈົ້າເທິງແຜ່ນດິນໂລກທີ່ປະທານຄຳໝັ້ນສັນຍາ ແລະ ການອວຍພອນໃຫ້ກັບຜູ້ຄົນ. ຜູ້ຄົນບໍ່ຄວນສັນລະເສີນພຣະເຈົ້າທີ່ຢູ່ໃນສະຫວັນສະເໝີ ແລະ ເຫັນພຣະເຈົ້າເທິງແຜ່ນດິນໂລກເປັນບຸກຄົນທຳມະດາ. ນີ້ບໍ່ຍຸຕິທຳເລີຍ. ພຣະເຈົ້າທີ່ຢູ່ສະຫວັນຍິ່ງໃຫຍ່ ແລະ ມະຫັດສະຈັນດ້ວຍສະຕິປັນຍາທີ່ເປັນເລີດ, ແຕ່ສິ່ງເຫຼົ່ານີ້ບໍ່ມີຄວາມເປັນຈິງເລີຍ. ພຣະເຈົ້າເທິງແຜ່ນດິນໂລກເປັນພຣະເຈົ້າທີ່ທຳມະດາທີ່ສຸດ ແລະ ບໍ່ມີຄວາມຍິ່ງໃຫຍ່ຫຍັງເລີຍ; ພຣະອົງຍັງເປັນຄົນທີ່ທຳມະດາສາມັນ. ພຣະອົງບໍ່ມີຄວາມຄິດທີ່ເໜືອທໍາມະຊາດ ຫຼື ການກະທຳທີ່ສະທ້ານໂລກ. ພຣະອົງພຽງແຕ່ປະຕິບັດພາລະກິດ ແລະ ກ່າວດ້ວຍວິທີທີ່ທຳມະດາ ແລະ ເປັນຈິງທີ່ສຸດ. ພຣະອົງບໍ່ໄດ້ກ່າວຜ່ານສຽງຟ້າຮ້ອງ ຫຼື ເອີ້ນລົມ ແລະ ຝົນ, ແຕ່ພຣະອົງຄືຜູ້ບັງເກີດເປັນມະນຸດຈາກພຣະເຈົ້າທີ່ຢູ່ໃນສະຫວັນໂດຍແທ້ ແລະ ພຣະອົງກໍເປັນພຣະເຈົ້າທີ່ດຳລົງຊີວິດຢູ່ທ່າມກາງມະນຸດຢ່າງແທ້ຈິງ. ຜູ້ຄົນຕ້ອງບໍ່ຍົກຍ້ອງຜູ້ທີ່ພວກເຂົາສາມາດເຂົ້າໃຈ ແລະ ສອດຄ່ອງກັບຈິນຕະນາການຂອງຕົນເອງວ່າເປັນພຣະເຈົ້າ ຫຼື ເຫັນຜູ້ທີ່ພວກເຂົາບໍ່ສາມາດຍອມຮັບ ແລະ ບໍ່ສາມາດຈິນຕະນາການໄດ້ນັ້ນ ເປັນຜູ້ຕໍ່າຕ້ອຍແບບນັ້ນ. ທຸກສິ່ງເຫຼົ່ານີ້ແມ່ນຄວາມຄິດກະບົດຂອງຜູ້ຄົນ; ມັນລ້ວນແລ້ວແຕ່ເປັນແຫຼ່ງກໍາເນີດແຫ່ງການຕໍ່ຕ້ານຂອງມະນຸດຕໍ່ພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

396. ກະແຈສູ່ການເຊື່ອຟັງພຣະເຈົ້າແມ່ນການຊື່ນຊົມແສງສະຫວ່າງໃໝ່ ການທີ່ສາມາດຍອມຮັບເອົາແສງສະຫວ່າງນັ້ນ ແລະ ການນໍາເອົາແສງສະຫວ່າງນັ້ນມາປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນແມ່ນຄວາມເຊື່ອຟັງທີ່ແທ້ຈິງ. ຜູ້ຄົນທີ່ບໍ່ມີຄວາມປາດຖະໜາຈະສະແຫວງຫາພຣະເຈົ້າແມ່ນບໍ່ສາມາດຍອມຕໍ່ພຣະເຈົ້າໂດຍເຈດຕະນາ ແລະ ສາມາດຕໍ່ຕ້ານພຣະເຈົ້າເທົ່ານັ້ນ ເຊິ່ງເປັນມາຈາກຄວາມບໍ່ພໍໃຈຂອງພວກເຂົາກັບສິ່ງທີ່ເປັນຢູ່. ການທີ່ມະນຸດບໍ່ສາມາດເຊື່ອຟັງພຣະເຈົ້າກໍຍ້ອນວ່າເຂົາຖືກຄອບງໍາໂດຍສິ່ງທີ່ມາກ່ອນໜ້າ. ສິ່ງທີ່ມາກ່ອນໜ້າໄດ້ເຮັດໃຫ້ຜູ້ຄົນມີແນວຄິດ ແລະ ຈິນຕະນາການທຸກຮູບແບບກ່ຽວກັບພຣະເຈົ້າ ແລະ ສິ່ງເຫຼົ່ານີ້ໄດ້ກາຍເປັນລັກສະນະຂອງພຣະເຈົ້າໃນຄວາມຄິດຂອງພວກເຂົາ. ສະນັ້ນ ສິ່ງທີ່ພວກເຂົາເຊື່ອແມ່ນແນວຄວາມຄິດຂອງພວກເຂົາເອງ ແລະ ມາດຕະຖານໃນຈິນຕະນາການຂອງພວກເຂົາເອງ. ຖ້າເຈົ້າສົມທຽບພຣະເຈົ້າທີ່ເຮັດພາລະກິດຕົວຈິງໃນປັດຈຸບັນ ກັບພຣະເຈົ້າຈາກຈິນຕະນາການຂອງເຈົ້າເອງ ແລ້ວຄວາມເຊື່ອຂອງເຈົ້າແມ່ນມາຈາກຊາຕານ ແລະ ເປິະເປື້ອນໄປດ້ວຍຄວາມມັກຂອງເຈົ້າເອງ, ພຣະເຈົ້າບໍ່ໄດ້ຕ້ອງຄວາມເຊື່ອແບບນີ້. ບໍ່ວ່າຄຸນສົມບັດຂອງພວກເຂົາຈະສູງສົ່ງສໍ່າໃດ, ບໍ່ວ່າພວກເຂົາຈະມີການອຸທິດຕົນ, ເຖິງແມ່ນວ່າພວກເຂົາໄດ້ອຸທິດຄວາມພະຍາຍາມຕະຫຼອດຊີວິດຕໍ່ພາລະກິດຂອງພຣະອົງ ແລະ ໄດ້ຍອມເສຍສະລະເພື່ອຄວາມເຊື່ອຂອງພວກເຂົາ, ພຣະເຈົ້າກໍຈະບໍ່ຍອມຮັບເອົາຄົນທີ່ມີຄວາມເຊື່ອແບບນີ້. ພຣະອົງມີແຕ່ມອບຄວາມກະລຸນາພຽງເລັກນ້ອຍໃຫ້ແກ່ພວກເຂົາ ແລະ ອະນຸຍາດໃຫ້ພວກເຂົາມີຄວາມສຸກກັບສິ່ງນັ້ນພຽງຊົ່ວຄາວ. ຜູ້ຄົນແບບນີ້ບໍ່ສາມາດເອົາຄວາມຈິງມາປະຕິບັດໄດ້. ພຣະວິນຍານບໍລິສຸດຈະບໍ່ດໍາເນີນພາລະກິດພາຍໃນຕົວພວກເຂົາ ແລະ ພຣະເຈົ້າກໍຈະກໍາຈັດພວກເຂົາແຕ່ລະຄົນຕາມລຳດັບ. ບໍ່ວ່າພວກເຂົາຈະເຖົ້າ ຫຼື ໜຸ່ມ ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາ ແລະ ມີເຈດຕະນາທີ່ຜິດ ແມ່ນຜູ້ຄົນທີ່ຕໍ່ຕ້ານ ແລະ ຂັດຂວາງ ແລະ ຜູ້ຄົນດັ່ງກ່າວຈະຖືກກຳຈັດໂດຍພຣະເຈົ້າໂດຍບໍ່ຕ້ອງສົງໄສ. ຜູ້ທີ່ບໍ່ມີຄວາມເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ, ຜູ້ທີ່ຮັບຮູ້ພຽງແຕ່ຊື່ຂອງພຣະອົງ ແລະ ຜູ້ທີ່ມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມກະລຸນາ ແລະ ຄວາມເປັນຕາຮັກຂອງພຣະເຈົ້າ ແຕ່ບໍ່ເດີນຕາມບາດກ້າວຂອງພຣະວິນຍານບໍລິສຸດ ແລະ ບໍ່ເຊື່ອຟັງພາລະກິດປັດຈຸບັນ ແລະ ພຣະທໍາຂອງພຣະວິນຍານບໍລິສຸດ, ຜູ້ຄົນດັ່ງກ່າວແມ່ນດໍາລົງຊີວິດຢູ່ທ່າມກາງຄວາມເມດຕາຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຖືກຮັບ ຫຼື ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບຜ່ານການເຊື່ອຟັງຂອງພວກເຂົາ, ຜ່ານການກິນຂອງພວກເຂົາ, ການດື່ມ ແລະ ຜ່ານການຊື່ນຊົມກັບພຣະທໍາຂອງພຣະເຈົ້າ ແລະ ຜ່ານຄວາມທຸກທໍລະມານ ແລະ ການຫຼໍ່ຫຼອມໃນຊີວິດຂອງພວກເຂົາ. ຜ່ານຄວາມເຊື່ອແບບນີ້ເທົ່ານັ້ນ ອຸປະນິໄສຂອງຜູ້ຄົນຈຶ່ງຈະສາມາດປ່ຽນແປງໄດ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈະສາມາດມີເອົາຄວາມຮູ້ທີ່ແທ້ຈິງຂອງພຣະເຈົ້າໄດ້. ການບໍ່ພໍໃຈກັບການມີຊີວິດທ່າມກາງຄວາມກະລຸນາຂອງພຣະເຈົ້າ, ການປາຖະໜາຢ່າງຫ້າວຫັນ ແລະ ການຄົ້ນຫາຄວາມຈິງ ແລະ ການສະແຫວງຫາເພື່ອຖືກຮັບເອົາໂດຍພຣະເຈົ້າ, ນີ້ຄືຄວາມໝາຍໃນການເຊື່ອຟັງພຣະເຈົ້າຢ່າງມີສະຕິ ແລະ ນີ້ແມ່ນປະເພດຂອງຄວາມເຊື່ອທີ່ພຣະອົງຕ້ອງການແທ້ໆ. ຜູ້ຄົນທີ່ບໍ່ເຮັດຫຍັງນອກຈາກຊື່ນຊົມກັບຄວາມກະລຸນາຂອງພຣະເຈົ້າແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນແບບ ຫຼື ຖືກປ່ຽນແປງໄດ້; ແລະ ຄວາມເຊື່ອຟັງ, ຄວາມກະຕັນຍູ, ຄວາມຮັກ ແລະ ຄວາມອົດທົນຂອງພວກເຂົາແມ່ນລ້ວນແລ້ວແຕ່ຢູ່ໃນຜິວເຜີນເທົ່ານັ້ນ. ຜູ້ທີ່ພຽງແຕ່ຊື່ນຊົມກັບຄວາມເມດຕາຂອງພຣະເຈົ້າບໍ່ສາມາດຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ແມ່ນແຕ່ເມື່ອພວກເຂົາຮູ້ຈັກພຣະເຈົ້າ, ຄວາມຮູ້ຂອງພວກເຂົາກໍຈະມີພຽງຜິວເຜີນ ແລະ ພວກເຂົາຈະເວົ້າປະມານວ່າ “ພຣະເຈົ້າຮັກມະນຸດ” ຫຼື “ພຣະເຈົ້າເຫັນອົກເຫັນໃຈມະນຸດ”. ສິ່ງນີ້ບໍ່ໄດ້ເປັນຕົວແທນໃຫ້ແກ່ຊີວິດຂອງມະນຸດ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນຮູ້ຈັກພຣະເຈົ້າຢ່າງແທ້ຈິງ. ເມື່ອພຣະທໍາຂອງພຣະເຈົ້າຫຼໍ່ຫຼອມພວກເຂົາ ຫຼື ເມື່ອການທົດລອງຂອງພຣະອົງມາເຖິງພວກເຂົາ, ຖ້າຜູ້ຄົນຍັງບໍ່ສາມາດເຊື່ອຟັງພຣະເຈົ້າ, ກົງກັນຂ້າມ ຖ້າພວກເຂົາຍັງສົງໄສ ແລະ ຍັງລົ້ມຢູ່, ແລ້ວ ພວກເຂົາບໍ່ໄດ້ເຊື່ອຟັງແມ່ນແຕ່ໜ້ອຍດຽວ. ພາຍໃນພວກເຂົາແມ່ນມີກົດລະບຽບ ແລະ ຂໍ້ຈຳກັດຫຼາຍຢ່າງກ່ຽວກັບຄວາມເຊື່ອໃນພຣະເຈົ້າ; ພວກເຂົາມີປະສົບການເກົ່າໆທີ່ເປັນຜົນມາຈາກຄວາມເຊື່ອເປັນເວລາຫຼາຍປີ ຫຼື ມີຄໍາສອນຕ່າງໆທີ່ອີງໃສ່ພຣະຄໍາພີ. ຜູ້ຄົນແບບນີ້ຈະສາມາດເຊື່ອຟັງພຣະເຈົ້າໄດ້ບໍ? ຜູ້ຄົນເຫຼົ່ານີ້ແມ່ນເຕັມໄປດ້ວຍສິ່ງທີ່ເປັນມະນຸດ, ພວກເຂົາຈະສາມາດເຊື່ອຟັງພຣະເຈົ້າໄດ້ແນວໃດ? “ຄວາມເຊື່ອຟັງ” ຂອງພວກເຂົາແມ່ນອີງຕາມຄວາມມັກສ່ວນຕົວ, ພຣະເຈົ້າຕ້ອງການຄວາມເຊື່ອຟັງແບບນີ້ບໍ? ນີ້ບໍ່ແມ່ນການເຊື່ອຟັງພຣະເຈົ້າ ແຕ່ເປັນການຍຶດຕິດຄໍາສັ່ງສອນ; ມັນເປັນການເຮັດໃຫ້ຕົນເອງພໍໃຈ ແລະ ການເອົາໃຈຕົນເອງ. ຖ້າເຈົ້າເວົ້າວ່າ ນີ້ແມ່ນການເຊື່ອຟັງພຣະເຈົ້າ, ມັນບໍ່ແມ່ນການດູໝິ່ນພຣະອົງບໍ?

(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

397. ທຸກຄົນທີ່ບໍ່ສະແຫວງຫາຄວາມເຊື່ອຟັງຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການເຊື່ອຟັງຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອເຊື່ອຟັງພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ເຊື່ອຟັງ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະກຽດຊັງ ແລະ ປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.

(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

398. ໃນການວັດແທກວ່າຜູ້ຄົນສາມາດເຊື່ອຟັງພຣະເຈົ້າໄດ້ ຫຼື ບໍ່ນັ້ນ, ສິ່ງສຳຄັນທີ່ຕ້ອງເບິ່ງແມ່ນພວກເຂົາປາຖະໜາສິ່ງທີ່ຟຸມເຟືອຍໃດໆຈາກພຣະເຈົ້າ ຫຼື ບໍ່, ພວກເຂົາມີແຮງຈູງໃຈທີ່ແອບແຝງຢູ່ ຫຼື ບໍ່. ຖ້າຜູ້ຄົນຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ, ມັນພິສູດໃຫ້ເຫັນວ່າ ພວກເຂົາບໍ່ເຊື່ອຟັງພຣະອົງ. ບໍ່ວ່າແມ່ນຫຍັງກໍຕາມເກີດຂຶ້ນກັບເຈົ້າ, ຖ້າເຈົ້າບໍ່ສາມາດໄດ້ຮັບມັນຈາກພຣະເຈົ້າ, ບໍ່ສາມາດສະແຫວງຫາຄວາມຈິງ, ເວົ້າຈາກການໃຫ້ເຫດຜົນຂອງຕົວເຈົ້າເອງສະເໝີ ແລະ ຮູ້ສຶກວ່າມີແຕ່ເຈົ້າຄົນດຽວທີ່ຖືກຢູ່ສະເໝີ ແລະ ເຖິງກັບສາມາດສົງໄສພຣະເຈົ້າໄດ້, ແລ້ວເຈົ້າກໍຈະມີບັນຫາ. ຄົນເຊັ່ນນັ້ນເປັນຄົນທີ່ອວດດີ ແລະ ກະບົດທີ່ສຸດຕໍ່ພຣະເຈົ້າ. ຜູ້ຄົນທີ່ຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີແມ່ນບໍ່ສາມາດເຊື່ອຟັງພຣະອົງໄດ້ຢ່າງແທ້ຈິງ. ຖ້າເຈົ້າຮຽກຮ້ອງຈາກພຣະເຈົ້າ, ນີ້ພິສູດວ່າເຈົ້າກຳລັງເຮັດຂໍ້ຕົກລົງກັບພຣະເຈົ້າຢູ່, ເຈົ້າກຳລັງເລືອກຄວາມຄິດຂອງຕົວເຈົ້າເອງຢູ່ ແລະ ກຳລັງປະຕິບັດຕາມຄວາມຄິດຂອງຕົວເຈົ້າເອງ. ໃນນີ້ ເຈົ້າທໍລະຍົດພຣະເຈົ້າ ແລະ ບໍ່ມີຄວາມເຊື່ອຟັງ. ການຮຽກຮ້ອງຈາກພຣະເຈົ້ານັ້ນໄຮ້ສາລະ; ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະອົງແມ່ນພຣະເຈົ້າ, ແລ້ວເຈົ້າຈະບໍ່ກ້າຮຽກຮ້ອງຈາກພຣະອົງ ຫຼື ເຈົ້າກໍຈະບໍ່ມີຄຸນສົມບັດທີ່ຈະຮຽກຮ້ອງຈາກພຣະອົງ ບໍ່ວ່າພວກມັນຈະສົມເຫດສົມຜົນ ຫຼື ບໍ່ກໍຕາມ. ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ເຊື່ອວ່າພຣະອົງແມ່ນພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ມີທາງເລືອກ ນອກຈາກນະມັດສະການ ແລະ ເຊື່ອຟັງພຣະອົງ. ຜູ້ຄົນໃນທຸກມື້ນີ້ບໍ່ພຽງແຕ່ມີທາງເລືອກເທົ່ານັ້ນ ແຕ່ເຖິງກັບຮຽກຮ້ອງໃຫ້ພຣະເຈົ້າກະທຳຕາມຄວາມຄິດຂອງຕົນເອງດ້ວຍ. ພວກເຂົາເລືອກຄວາມຄິດຂອງພວກເຂົາເອງ ແລະ ຂໍໃຫ້ພຣະເຈົ້າກະທຳຕາມຄວາມຄິດເຫຼົ່ານັ້ນ ແລະ ພວກເຂົາບໍ່ໄດ້ຮຽກຮ້ອງໃຫ້ຕົວເອງປະຕິບັດຕາມຄວາມຄິດຂອງພຣະເຈົ້າ. ສະນັ້ນ, ບໍ່ມີຄວາມເຊື່ອທີ່ແທ້ຈິງພາຍໃນຕົວພວກເຂົາ ແລະ ບໍ່ມີທາດແທ້ໃດໆໃນຄວາມເຊື່ອຂອງພວກເຂົາ. ເມື່ອເຈົ້າສາມາດຮຽກຮ້ອງພຣະເຈົ້າໜ້ອຍລົງ, ຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ຄວາມເຊື່ອຟັງຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນ ແລະ ຄວາມຮູ້ສຶກທີ່ມີເຫດຜົນຂອງເຈົ້າກໍຈະຂ້ອນຂ້າງເປັນປົກກະຕິ.

(“ຜູ້ຄົນຮຽກຮ້ອງພຣະເຈົ້າຫຼາຍເກີນໄປ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

399. ເມື່ອຜະເຊີນກັບບັນຫາຊີວິດຈິງ, ເຈົ້າຄວນຮູ້ຈັກ ແລະ ເຂົ້າໃຈສິດອຳນາດຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງແນວໃດ? ເມື່ອເຈົ້າຕ້ອງຜະເຊີນກັບບັນຫາເຫຼົ່ານີ້ ແລະ ບໍ່ຮູ້ວ່າຈະເຂົ້າໃຈ, ຮັບມື ແລະ ປະສົບກັບມັນແນວໃດ, ເຈົ້າຄວນມີທັດສະນະຄະຕິແບບໃດ ເພື່ອສະແດງເຖິງຄວາມຕັ້ງໃຈໃນການຍອມຮັບ, ຄວາມປາດຖະໜາຍອມຮັບ ແລະ ຄວາມເປັນຈິງແຫ່ງການຍອມຮັບເອົາອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າ? ກ່ອນອື່ນໝົດ ເຈົ້າຕ້ອງຮຽນຮູ້ການລໍຖ້າ; ຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການສະແຫວງຫາ; ຫຼັງຈາກນັ້ນ ເຈົ້າຕ້ອງຮຽນຮູ້ໃນການຍອມຮັບ. “ການລໍຖ້າ” ໝາຍເຖິງການລໍຖ້າເວລາຂອງພຣະເຈົ້າ, ການລໍຖ້າຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ຈັດແຈງໄວ້ໃຫ້ເຈົ້າ, ລໍຖ້າຄວາມປະສົງຂອງພຣະອົງທີ່ຄ່ອຍໆເປີດເຜີຍໃຫ້ແກ່ເຈົ້າ. “ການສະແຫວງຫາ” ໝາຍເຖິງການສັງເກດ ແລະ ການເຂົ້າໃຈຄວາມຕັ້ງໃຈອັນຮອບຄອບຂອງພຣະເຈົ້າສຳລັບເຈົ້າໂດຍຜ່ານຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ວາງອອກ, ເຂົ້າໃຈຄວາມຈິງຜ່ານສິ່ງເຫຼົ່ານີ້, ເຂົ້າໃຈສິ່ງທີ່ມະນຸດຕ້ອງເຮັດໃຫ້ສຳເລັດ ແລະ ເສັ້ນທາງທີ່ພວກເຂົາຕ້ອງຍຶດໝັ້ນ, ເຂົ້າໃຈໃນສິ່ງທີ່ພຣະເຈົ້າຕ້ອງການບັນລຸໃນມະນຸດ ແລະ ແມ່ນຫຍັງຄືຜົນສຳເລັດທີ່ພຣະເຈົ້າຕ້ອງການບັນລຸໃນສິ່ງເຫຼົ່ານີ້. “ການຍອມຮັບ” ແນ່ນອນ ໝາຍເຖິງການຍອມຮັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ປັ້ນແຕ່ງ, ຍອມຮັບອຳນາດອະທິປະໄຕຂອງພຣະອົງ ແລະ ໂດຍຜ່ານສິ່ງນີ້ ມາຮູ້ຈັກວິທີທີ່ພຣະຜູ້ຊົງສ້າງກຳນົດໂຊກຊະຕາມະນຸດ, ວິທີທີ່ພຣະອົງສະໜອງຊີວິດຂອງພຣະອົງໃຫ້ມະນຸດ, ວິທີທີ່ພຣະອົງປະຕິບັດຄວາມຈິງໃນຕົວມະນຸດ. ທຸກສິ່ງທີ່ຢູ່ພາຍໃຕ້ການຈັດແຈງ ແລະ ພາຍໃຕ້ອຳນາດອະທິປະໄຕຂອງພຣະເຈົ້າແມ່ນເຊື່ອຟັງກົດເກນທຳມະຊາດ ແລະ ຖ້າເຈົ້າຕັ້ງໃຈປ່ອຍໃຫ້ພຣະເຈົ້າຈັດແຈງ ແລະ ກຳນົດທຸກສິ່ງໃຫ້ເຈົ້າ, ເຈົ້າຄວນຮ້ຽນຮູ້ໃນການລໍຖ້າ, ເຈົ້າຄວນຮຽນຮູ້ຈັກການສະແຫວງຫາ ແລະ ເຈົ້າຄວນຮຽນຮູ້ຈັກການຍອມຮັບ. ນີ້ແມ່ນທັດສະນະຄະຕິທີ່ທຸກຄົນທີ່ຕ້ອງການຍອມຮັບສິດອຳນາດຂອງພຣະເຈົ້າຕ້ອງໄດ້ມີ, ນັ້ນກໍຄື ຄຸນນະພາບພຶ້ນຖານເຊິ່ງທຸກຄົນທີ່ຕ້ອງການຍອມຮັບອຳນາດອະທິປະໄຕ ແລະ ການຈັດແຈງຂອງພຣະເຈົ້າຕ້ອງມີ. ເພື່ອໃຫ້ມີທັດສະນະຄະຕິດັ່ງກ່າວ, ເພື່ອໃຫ້ມີຄຸນນະພາບດັ່ງກ່າວ ເຈົ້າຕ້ອງພະຍາຍາມຫຼາຍຂຶ້ນ. ນີ້ແມ່ນຫົນທາງດຽວທີ່ເຈົ້າສາມາດເຂົ້າສູ່ຄວາມເປັນຈິງຢ່າງແທ້ຈິງໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ III” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

400. ເມື່ອໂນອາເຮັດຕາມທີ່ພຣະເຈົ້າສັ່ງ, ເພິ່ນບໍ່ໄດ້ຮູ້ຄວາມຕັ້ງໃຈຂອງພຣະເຈົ້າ. ເພິ່ນບໍ່ໄດ້ຮູ້ວ່າ ພຣະເຈົ້າຕ້ອງການເຮັດຫຍັງ. ພຣະເຈົ້າພຽງແຕ່ອອກຄຳສັ່ງເພິ່ນ ແລະ ແນະນຳລາວໃຫ້ເຮັດບາງສິ່ງໂດຍບໍ່ໄດ້ໃຫ້ຄຳອະທິບາຍຫຼາຍປານໃດ, ໂນອາໄດ້ລົງມືເຮັດມັນ. ເພິ່ນບໍ່ໄດ້ພະຍາຍາມຄົ້ນຫາຄວາມຕັ້ງໃຈຂອງພຣະເຈົ້າຢ່າງລັບໆ ແລະ ບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຫຼື ສະແດງຄວາມບໍ່ພໍໃຈອອກມາແຕ່ຢ່າງໃດ. ເພິ່ນພຽງແຕ່ລົງມືເຮັດຕາມດ້ວຍຫົວໃຈອັນບໍລິສຸດ ແລະ ລຽບງ່າຍ. ແມ່ນຫຍັງກໍຕາມທີ່ພຣະເຈົ້າໃຫ້ເພິ່ນເຮັດ, ເພິ່ນກໍເຮັດ, ການເຊື່ອຟັງ ແລະ ການຟັງພຣະທຳຂອງພຣະເຈົ້າໄດ້ຊ່ວຍສະໜັບສະໜຸນຄວາມເຊື່ອຂອງເພິ່ນໃນສິ່ງທີ່ເພິ່ນເຮັດ. ນັ້ນແມ່ນວິທີທີ່ເພິ່ນຈັດການກັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ຢ່າງກົງໄປກົງມາ ແລະ ຢ່າງລຽບງ່າຍ. ທາດແທ້ຂອງເພິ່ນ, ທາດແທ້ແຫ່ງການກະທຳຂອງເພິ່ນແມ່ນຄວາມເຊື່ອຟັງ, ບໍ່ຄາດເດົາ, ບໍ່ຕໍ່ຕ້ານ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງເພິ່ນເອງ ຫຼື ຜົນໄດ້ ແລະ ຜົນເສຍຂອງເພິ່ນ. ນອກຈາກນັ້ນ, ເມື່ອພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນ້ຳຖ້ວມ, ໂນອາບໍ່ໄດ້ຖາມວ່າເມື່ອໃດ ຫຼື ຖາມວ່າຈະເກີດຫຍັງຂຶ້ນ, ແນ່ນອນເພິ່ນບໍ່ໄດ້ຖາມພຣະເຈົ້າວ່າພຣະອົງຈະທຳລາຍໂລກແນວໃດ. ເພິ່ນພຽງແຕ່ເຮັດຕາມທີ່ພຣະເຈົ້າແນະນຳ. ບໍ່ວ່າພຣະເຈົ້າຕ້ອງການໃຫ້ມັນຖືກສ້າງດ້ວຍວິທີໃດ ແລະ ສ້າງດ້ວຍຫຍັງ, ເພິ່ນກໍເຮັດຕາມທີ່ພຣະເຈົ້າຂໍ ແລະ ຍັງໄດ້ເລີ່ມປະຕິບັດທັນທີ. ເພິ່ນປະຕິບັດຕາມຄຳແນະນຳຂອງພຣະເຈົ້າດ້ວຍທັດສະນະທີ່ຢາກເຮັດໃຫ້ພຣະເຈົ້າພໍໃຈ. ເພິ່ນໄດ້ເຮັດມັນເພື່ອຊ່ວຍໃຫ້ຕົວເອງຫຼີກເວັ້ນໄພພິບັດບໍ? ບໍ່. ເພິ່ນໄດ້ຖາມພຣະເຈົ້າບໍວ່າ ມັນຍັງອີກດົນປານໃດກ່ອນທີ່ໂລກຈະຖືກທຳລາຍ? ເພິ່ນບໍ່ໄດ້ຖາມ. ເພິ່ນໄດ້ຖາມພຣະເຈົ້າ ຫຼື ເພິ່ນຮູ້ບໍວ່າມັນຈະໃຊ້ເວລາດົນປານໃດໃນການສ້າງເຮືອສຳເພົາ? ເພິ່ນບໍ່ຮູ້ເລື່ອງນັ້ນເຊັ່ນກັນ. ເພິ່ນພຽງແຕ່ເຊື່ອຟັງ, ຟັງ ແລະ ປະຕິບັດຕາມ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

401. ໃນຄວາມເຊື່ອທີ່ລາວມີໃນພຣະເຈົ້າ, ເປໂຕສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງ ແລະ ສະແຫວງຫາເພື່ອເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ລາວສາມາດຮັບເອົາການຕີສອນ ແລະ ການພິພາກສາໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ ພ້ອມທັງການຫຼໍ່ຫຼອມ, ຄວາມລຳບາກຍາກແຄ້ນ ແລະ ຄວາມຂາດເຂີນໃນຊີວິດຂອງລາວອີກດ້ວຍ ເຊິ່ງບໍ່ມີຫຍັງທີ່ສາມາດປ່ຽນແປງຄວາມຮັກທີ່ລາວມີໃຫ້ກັບພຣະເຈົ້າໄດ້. ນີ້ບໍ່ແມ່ນຄວາມຮັກພຣະເຈົ້າຢ່າງສູງສຸດບໍ? ນີ້ບໍ່ແມ່ນການປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າບໍ? ບໍ່ວ່າຈະເປັນການຕີສອນ, ການພິພາກສາ ຫຼື ຄວາມລໍາບາກຍາກແຄ້ນ, ເຈົ້າສາມາດບັນລຸຄວາມເຊື່ອຟັງຈົນຕາຍສະເໝີ ແລະ ນີ້ແມ່ນສິ່ງ ທີ່ສິ່ງຖືກສ້າງຂອງພຣະເຈົ້າຄວນບັນລຸໃຫ້ໄດ້, ນີ້ຄືຄວາມບໍລິສຸດແຫ່ງຄວາມຮັກສຳລັບພຣະເຈົ້າ. ຖ້າມະນຸດສາມາດບັນລຸຫຼາຍສໍ່ານີ້, ເຂົາກໍຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດຂອງພຣະເຈົ້າ ແລະ ບໍ່ມີຫຍັງທີ່ປະຕິບັດຕາມຄວາມປາຖະໜາຂອງພຣະຜູ້ສ້າງໄດ້ດີກວ່ານີ້. ໃຫ້ຈິນຕະນາການເບິ່ງວ່າ ເຈົ້າສາມາດປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ເຈົ້າບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງໄດ້. ໃນລັກສະນະນີ້ ບໍ່ພຽງແຕ່ເຈົ້າບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າເທົ່ານັ້ນ ແຕ່ເຈົ້າຍັງຈະຖືກພຣະເຈົ້າຕຳນິ ຍ້ອນເຈົ້າເປັນຄົນທີ່ບໍ່ມີຄວາມຈິງ, ຄົນທີ່ບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າເລີຍ. ເຈົ້າພຽງແຕ່ສົນໃຈກັບການປະຕິບັດພາລະກິດເພື່ອພຣະເຈົ້າ ແລະ ບໍ່ສົນໃຈກັບການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ການຮູ້ຈັກຕົນເອງ. ເຈົ້າບໍ່ເຂົ້າໃຈ ຫຼື ຮູ້ຈັກພຣະຜູ້ສ້າງ ແລະ ບໍ່ເຊື່ອຟັງ ຫຼື ຮັກພຣະຜູ້ສ້າງ. ເຈົ້າເປັນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາຕັ້ງແຕ່ເກີດ, ແລ້ວດ້ວຍເຫດນັ້ນຜູ້ຄົນດັ່ງກ່າວຈຶ່ງບໍ່ເປັນທີ່ຮັກຂອງພຣະຜູ້ສ້າງ.

(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

402. ການເປັນພະຍານຢ່າງກຶກກ້ອງໃຫ້ກັບພຣະເຈົ້າ ຕົ້ນຕໍແລ້ວ ແມ່ນກ່ຽວຂ້ອງກັບວ່າ ເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ຫຼື ບໍ່ ແລະ ເຈົ້າສາມາດເຊື່ອຟັງຢູ່ຕໍ່ໜ້າບຸກຄົນນີ້ທີ່ບໍ່ພຽງແຕ່ເປັນຄົນທຳມະດາ ແຕ່ເປັນບຸກຄົນສາມັນອີກດ້ວຍ ແລະ ເຖິງກັບເຊື່ອຟັງຈົນຕາຍ ຫຼື ບໍ່. ຖ້າເຈົ້າເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງຜ່ານຄວາມເຊື່ອຟັງນີ້, ນັ້ນກໍໝາຍຄວາມວ່າ ເຈົ້າໄດ້ຖືກພຣະເຈົ້າຮັບເອົາແລ້ວ. ຄວາມສາມາດໃນການເຊື່ອຟັງຈົນຕາຍ ແລະ ການປາສະຈາກຄຳຕໍ່ວ່າຢູ່ຕໍ່ໜ້າພຣະອົງ, ບໍ່ຕັດສິນ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ມີແນວຄິດ ແລະ ບໍ່ມີເຈດຕະນາອື່ນ, ດ້ວຍວິທີນີ້ ພຣະເຈົ້າກໍຈະໄດ້ຮັບສະຫງ່າລາສີ. ການເຊື່ອຟັງຢູ່ຕໍ່ໜ້າບຸກຄົນທຳມະດາ ຜູ້ທີ່ຖືກມະນຸດດູຖູກ ແລະ ສາມາດເຊື່ອຟັງຈົນຕາຍໂດຍບໍ່ມີແນວຄິດໃດໆ, ນີ້ຄືການເປັນພະຍານຢ່າງແທ້ຈິງ. ຄວາມເປັນຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນເຂົ້າສູ່ ແມ່ນການທີ່ເຈົ້າສາມາດເຊື່ອຟັງພຣະທຳຂອງພຣະອົງ, ສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ, ສາມາດກົ້ມລົງຕໍ່ໜ້າພຣະເຈົ້າແຫ່ງຄວາມເປັນຈິງ ແລະ ຮູ້ຈັກຄວາມເສື່ອມຊາມຂອງເຈົ້າເອງ, ສາມາດເປີດຫົວໃຈຂອງເຈົ້າຕໍ່ໜ້າພຣະອົງ ແລະ ໃນທີ່ສຸດກໍຖືກພຣະອົງຮັບເອົາຜ່ານທາງພຣະທຳເຫຼົ່ານີ້ຂອງພຣະອົງ. ພຣະເຈົ້າໄດ້ຮັບສະຫງ່າລາສີເມື່ອພຣະທຳເຫຼົ່ານີ້ເອົາຊະນະເຈົ້າ ແລະ ເຮັດໃຫ້ເຈົ້າເຊື່ອຟັງພຣະອົງໂດຍສົມບູນ; ຜ່ານສິ່ງນີ້ ພຣະອົງເຮັດໃຫ້ຊາຕານອັບອາຍ ແລະ ສຳເລັດພາລະກິດຂອງພຣະອົງ. ເມື່ອເຈົ້າບໍ່ມີແນວຄິດກ່ຽວກັບຄວາມເປັນຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ນັ້ນກໍຄື ເມື່ອເຈົ້າຍຶດໝັ້ນໃນການທົດລອງນີ້, ແລ້ວເຈົ້າກໍເປັນພະຍານທີ່ດີ. ຖ້າມື້ໃດທີ່ເຈົ້າມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າແຫ່ງຄວາມເປັນຈິງ ແລະ ເຈົ້າສາມາດເຊື່ອຟັງຈົນຕາຍຄືກັບເປໂຕ, ເຈົ້າກໍຈະຖືກພຣະເຈົ້າຮັບເອົາ ແລະ ຖືກພຣະອົງເຮັດໃຫ້ສົມບູນ. ສິ່ງທີ່ພຣະເຈົ້າກະທໍາທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ກໍຄືການທົດລອງເຈົ້າ. ຖ້າມັນສອດຄ່ອງກັບແນວຄິດຂອງເຈົ້າ, ມັນກໍຈະບໍ່ຮຽກຮ້ອງໃຫ້ເຈົ້າທົນທຸກ ຫຼື ຖືກຫຼໍ່ຫຼອມ. ຍ້ອນພາລະກິດຂອງພຣະອົງມີຄວາມເປັນຈິງ ແລະ ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ມັນຈຶ່ງຮຽກຮ້ອງໃຫ້ເຈົ້າປະຖິ້ມແນວຄິດຂອງເຈົ້າ. ນີ້ຄືເຫດຜົນໃນການທົດລອງເຈົ້າ. ຍ້ອນຄວາມເປັນຈິງຂອງພຣະເຈົ້າ, ທຸກຄົນຈຶ່ງຢູ່ທ່າມກາງການທົດລອງຕ່າງໆ; ພາລະກິດຂອງພຣະອົງແມ່ນຄວາມເປັນຈິງ, ບໍ່ແມ່ນເໜືອທຳມະຊາດ. ຖ້າເຈົ້າເຂົ້າໃຈພຣະທຳທີ່ເປັນຈິງຂອງພຣະອົງຢ່າງແທ້ຈິງ, ເຂົ້າໃຈຖ້ອຍຄຳທີ່ເປັນຈິງຂອງພຣະອົງໂດຍປາສະຈາກແນວຄິດໃດໆ ແລະ ຍິ່ງພາລະກິດຂອງພຣະອົງເປັນຈິງຫຼາຍສໍ່າໃດ ເຈົ້າມີຄວາມສາມາດຮັກພຣະອົງຢ່າງແທ້ຈິງຍິ່ງຂຶ້ນຫຼາຍສໍ່ານັ້ນ, ແລ້ວເຈົ້າກໍຈະຖືກພຣະອົງຮັບເອົາ. ກຸ່ມຄົນທີ່ພຣະເຈົ້າຈະຮັບເອົາແມ່ນຄົນທີ່ຮູ້ຈັກພຣະເຈົ້າ ນັ້ນກໍຄື ຜູ້ທີ່ຮູ້ຈັກຄວາມເປັນຈິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາແມ່ນຄົນທີ່ສາມາດເຊື່ອຟັງພາລະກິດຕົວຈິງຂອງພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຮັກພຣະເຈົ້າແທ້ຈິງແມ່ນຄົນທີ່ສາມາດຍອມຮັບຄວາມເປັນຈິງຂອງພຣະອົງທັງໝົດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

403. ກ່ອນມະນຸດເຂົ້າສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການເຊື່ອຟັງຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະກາຍເປັນເປົ້າໝາຍຂອງການກໍາຈັດ ແລະ ການທໍາລາຍ. ຍິ່ງໄປກວ່ານັ້ນ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ, ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງໃນຂະນະທີ່ຍັງສະແຫວງພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນ ກໍຍິ່ງຈະມີໂອກາດຖືກທຳລາຍໃນອະນາຄົດຫຼາຍຂຶ້ນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ຈົນຮອດເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການບໍ່ເຊື່ອຟັງພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (V) ວິທີການເປັນຄົນຊື່ສັດ

ຕໍ່ໄປ: (VII) ກ່ຽວກັບການປະຕິບັດໜ້າທີ່ຂອງຄົນຢ່າງພຽງພໍ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...

ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger