(V) ວິທີການເປັນຄົນຊື່ສັດ

384. ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນສານຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖຶໄດ້ ຕະຫຼອດເວລາ. ນອກຈາກນັ້ນ ການກະທໍາຂອງພຣະອົງ ບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ. ນີ້ຄືເຫດຜົນທີ່ພຣະເຈົ້າມັກຄົນ ທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງ ການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການທີ່ບໍ່ເຄີຍຫຼອກລວງ ພຣະອົງໃນສິ່ງໃດໜຶ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງທຸກຢ່າງ ໂດຍບໍ່ໄດ້ປິດບັງຄວາມຈິງ, ການທີ່ບໍ່ເຮັດໃນສິ່ງທີ່ເປັນການຕົວະຜູ້ຄົນທີ່ມີຖານະສູງກວ່າ ແລະ ຫຼອກລວງຜູ້ຄົນທີ່ມີຖານະຕໍ່າກວ່າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການ ຍັບຍັ້ງຈາກການກະທໍາ ແລະ ການໃຊ້ຄໍາເວົ້າ ທີ່ບໍ່ບໍລິສຸດ ແລະ ການຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ເຮົາເວົ້າແມ່ນງ່າຍທີ່ສຸດ ແຕ່ສໍາລັບພວກເຈົ້າ ມັນເປັນສິ່ງທີ່ຍາກລໍາບາກ ເຖິງສອງເທົ່າ. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນາຮົກ ແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາ ຈະມີວິທີການ ຈັດການແບບອື່ນ ທີ່ກຽມໄວ້ສໍາລັບ ຄົນທີ່ບໍ່ຊຶ່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງ ຄວາມຫຍຸ້ງຍາກລໍາບາກ ທີ່ພວກເຈົ້າພົບພໍ້ໃນການພະຍາຍາມເປັນຄົນຊື່ສັດ. ພວກເຈົ້າທຸກຄົນສະຫຼາດ ແລະ ຊໍານິຊໍານານຫຼາຍ ໃນການປະເມີນສຸພາບບຸລຸດ ໂດຍອີງຕາມມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ດ້ວຍເຫດນີ້ພາລະກິດຂອງເຮົາຈຶ່ງງ່າຍຂຶ້ນຫຼາຍ. ໃນເມື່ອພວກເຈົ້າແຕ່ລະຄົນຫາກຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນ ເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາຢ່າງສຸດໃຈ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າຂອງຄວາມສັດທາ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຄິດວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ຢ່າວ່າແຕ່ເລຶ່ອງພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງທີ່ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບແລະ ເບິ່ງຄືວ່າ “ມີມາລະຍາດທີ່ດີ” ໂດຍສະເພາະຕໍ່ໜ້າພຣະເຈົ້າ ແຕ່ພວກເຂົາພັດກາຍເປັນຄົນຕໍ່ຕ້ານ ແລະ ຂາດລະບຽບຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ ແລະ ເປັນຄົນລະເລິງໃນສັງຄົມ, ເຮົາຂໍເວົ້າວ່າ ເຈົ້າບໍ່ແມ່ນຄົນສໍາຄັນຕໍ່ພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ບໍ່ເຕັມໃຈທີ່ສຸດໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ. ຖ້າການສະແຫວງຫາ ຫົນທາງແຫ່ງຄວາມຈິງ ເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງ ຕະຫຼອດເວລາ. ຖ້າເຈົ້າມີຄວາມສຸກໃນການ ເປັນຜູ້ຮັບໃຊ້ໃນພຣະວິຫານຂອງພຣະເຈົ້າ, ໂດຍເຮັດວຽກຢ່າງດຸໝັ່ນ ແລະ ເອົາໃຈໃສ່ໃນທຸກເລຶ່ອງ, ເປັນຜູ້ໃຫ້ຕະຫຼອດ ແລະ ບໍ່ເຄີຍເປັນຜູ້ຮັບ, ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ ເນື່ອງຈາກວ່າ ເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນຈິງຈັງ, ຖ້າເຈົ້າເຕັມໃຈທີ່ຈະທຸ້ມເທໝົດຕົວຂອງເຈົ້າ, ຖ້າເຈົ້າສາມາດເສຍສະລະຊີວິດ ຂອງເຈົ້າເພື່ອພຣະເຈົ້າ ແລະ ສາມາດເປັນພະຍານ, ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ, ເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ ແລະ ເປັນຄົນທີ່ຈະມີຊີວິດຢູ່ໃນອານາຈັກຢ່າງນິລັນດອນ.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

385. ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ຫຼ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ.

(ຄັດຈາກບົດ “ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

386. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອນັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຄວາມຮັກຢູ່ໃນໃຈຂອງເຈົ້າຕໍ່ພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ...

ການເປັນຜູ້ຄົນທີ່ເຊື່ອໃນພຣະເຈົ້າ ໝາຍຄວາມວ່າທຸກສິ່ງທີ່ເຈົ້າເຮັດຕ້ອງຖືກນຳມາວາງໄວ້ຕໍ່ໜ້າພຣະອົງ ແລະ ເຮັດໃຫ້ຢູ່ໃນການກວດສອບຂອງພຣະອົງ. ຖ້າສິ່ງທີ່ເຈົ້າເຮັດສາມາດນຳມາໄວ້ຕໍ່ໜ້າພຣະວິນຍານຂອງພຣະເຈົ້າ ແຕ່ບໍ່ແມ່ນຕໍ່ໜ້າເນື້ອໜັງຂອງພຣະເຈົ້າແລ້ວ, ນີ້ກໍສະແດງໃຫ້ເຫັນວ່າເຈົ້າບໍ່ໄດ້ມາຢູ່ໃນການກວດສອບຂອງພຣະວິນຍານຂອງພຣະອົງ. ພຣະວິນຍານຂອງພຣະເຈົ້າແມ່ນໃຜ? ໃຜແມ່ນບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້? ພຣະອົງບໍ່ແມ່ນອັນໜຶ່ງ ແລະ ອັນດຽວກັນບໍ? ຄົນສ່ວນໃຫຍ່ເຫັນພຣະອົງເປັນສອງສິ່ງທີ່ແຍກອອກຈາກກັນ, ໂດຍເຊື່ອວ່າ ພຣະວິນຍານຂອງພຣະເຈົ້າແມ່ນພຣະວິນຍານຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ກໍພຽງແຕ່ເປັນມະນຸດ. ແຕ່ເຈົ້າບໍ່ໄດ້ເຂົ້າໃຈຜິດບໍ? ບຸກຄົນນີ້ປະຕິບັດພາລະກິດແທນຜູ້ໃດ? ບັນດາຜູ້ທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ມີຄວາມເຂົ້າໃຈຝ່າຍຈິດວິນຍານ. ພຣະວິນຍານຂອງພຣະເຈົ້າ ແລະ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງແມ່ນໜຶ່ງດຽວກັນ, ຍ້ອນວ່າພຣະວິນຍານຂອງພຣະເຈົ້າໄດ້ປາກົດຕົວໃນເນື້ອໜັງ. ຖ້າບຸກຄົນນີ້ບໍ່ເມດຕາຕໍ່ເຈົ້າ, ແລ້ວພຣະວິນຍານຂອງພຣະເຈົ້າຈະເມດຕາບໍ? ເຈົ້າບໍ່ສັບສົນບໍ? ໃນປັດຈຸບັນ, ທຸກຄົນທີ່ບໍ່ສາມາດຍອມຮັບການກວດສອບຂອງພຣະເຈົ້າກໍບໍ່ສາມາດໄດ້ຮັບການອະນຸມັດຈາກພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຜູ້ບັງເກີດເປັນມະນຸດກໍບໍ່ສາມາດຖືກເຮັດໃຫ້ສົມບູນແບບໄດ້. ຈົ່ງເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ເບິ່ງວ່າມັນສາມາດເອົາມາວາງໄວ້ຕໍ່ໜ້າພຣະເຈົ້າໄດ້ ຫຼື ບໍ່. ຖ້າເຈົ້າບໍ່ສາມາດນຳເອົາທຸກສິ່ງທີ່ເຈົ້າເຮັດນັ້ນມາວາງໄວ້ຕໍ່ໜ້າພຣະເຈົ້າແລ້ວ, ສິ່ງນີ້ສະແດງໃຫ້ເຫັນວ່າເຈົ້າເປັນຄົນຊົ່ວຮ້າຍ. ຄົນຊົ່ວຮ້າຍສາມາດຖືກເຮັດໃຫ້ສົມບູນແບບໄດ້ບໍ? ທັງໝົດທີ່ເຈົ້າເຮັດ, ທຸກໆການກະທຳ, ທຸກເຈດຕະນາ ແລະ ທຸກປະຕິກິລະຍາຄວນຖືກນຳມາວາງໄວ້ຕໍ່ໜ້າພຣະເຈົ້າ. ແມ່ນແຕ່ຊີວິດຝ່າຍວິນຍານປະຈຳວັນຂອງເຈົ້າ ນັ້ນກໍຄື ຄຳອະທິຖານຂອງເຈົ້າ, ຄວາມໃກ້ຊິດຂອງເຈົ້າກັບພຣະເຈົ້າ, ວິທີທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການສົນທະນາຂອງເຈົ້າກັບອ້າຍເອື້ອຍນ້ອງຂອງເຈົ້າ ແລະ ຊີວິດຂອງເຈົ້າພາຍໃນຄຣິສຕະຈັກ ແລະ ການຮັບໃຊ້ຂອງເຈົ້າຢ່າງຮ່ວມມືກັນແມ່ນສາມາດນຳມາວາງໄວ້ຕໍ່ໜ້າພຣະເຈົ້າໃຫ້ຖືກກວດສອບໂດຍພຣະອົງ. ມັນຄືການປະຕິບັດດັ່ງກ່າວທີ່ຈະຊ່ວຍໃຫ້ເຈົ້າບັນລຸການເຕີບໂຕຂຶ້ນໃນຊີວິດ. ຂະບວນການຍອມຮັບການກວດສອບຂອງພຣະເຈົ້າແມ່ນຂະບວນການຂອງການເຮັດໃຫ້ບໍລິສຸດ. ຍິ່ງເຈົ້າສາມາດຍອມຮັບການກວດສອບຂອງພຣະເຈົ້າຫຼາຍເທົ່າໃດ, ເຈົ້າກໍຍິ່ງຖືກເຮັດໃຫ້ບໍລິສຸດຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍສໍ່າເທົ່ານັ້ນ, ເພື່ອວ່າເຈົ້າຈະບໍ່ຖືກດຶງເຂົ້າສູ່ຄວາມເສື່ອມຊາມ ແລະ ຫົວໃຈຂອງເຈົ້າກໍຈະດຳລົງຢູ່ຕໍ່ໜ້າຂອງພຣະອົງ. ຍິ່ງເຈົ້າຍອມຮັບການກວດສອບຂອງພຣະອົງຫຼາຍເທົ່າໃດ, ຄວາມອັບອາຍຂອງຊາຕານ ແລະ ຄວາມສາມາດຂອງເຈົ້າທີ່ຈະປະຖິ້ມເນື້ອໜັງກໍຍິ່ງຫຼາຍສໍ່ານັ້ນ. ດັ່ງນັ້ນ, ການຍອມຮັບການກວດສອບຂອງພຣະເຈົ້າແມ່ນເສັ້ນທາງການປະຕິບັດທີ່ທຸກຄົນຄວນປະຕິບັດ. ບໍ່ວ່າເຈົ້າເຮັດສິ່ງໃດ, ແມ່ນແຕ່ໃນເວລາທີ່ສື່ສານກັບອ້າຍເອື້ອຍນ້ອງຂອງເຈົ້າ, ເຈົ້າກໍສາມາດນຳເອົາການກະທຳຂອງເຈົ້າວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາການກວດສອບຂອງພຣະອົງ ແລະ ຕັ້ງໃຈທີ່ຈະເຊື່ອຟັງພຣະອົງເອງ; ສິ່ງນີ້ຈະເຮັດໃຫ້ສິ່ງທີ່ເຈົ້າປະຕິບັດຍິ່ງຈະຖືກຕ້ອງກວ່າເກົ່າຫຼາຍ. ພຽງແຕ່ຖ້າເຈົ້ານຳເອົາທຸກສິ່ງທີ່ເຈົ້າເຮັດມາວາງໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບການກວດສອບຂອງພຣະອົງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເປັນຄົນໜຶ່ງທີ່ດຳລົງຢູ່ຕໍ່ໜ້າຂອງພຣະເຈົ້າໄດ້.

(ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

387. ຖ້າເຈົ້າຢາກເປັນຄົນສັດຊື່, ກ່ອນອື່ນ ເຈົ້າຕ້ອງເປີດເຜີຍຫົວໃຈຂອງເຈົ້າອອກ ເພື່ອວ່າທຸກຄົນຈະສາມາດເບິ່ງເຂົ້າໄປໃນມັນໄດ້, ເຫັນທຸກສິ່ງທີ່ເຈົ້າຄິດ ແລະ ຫຼຽວເບິ່ງໃບໜ້າທີ່ແທ້ຈິງຂອງເຈົ້າ; ເຈົ້າຕ້ອງບໍ່ພະຍາຍາມປອມຕົວ ຫຼື ຫຸ້ມຫໍ່ຕົວເອງເພື່ອໃຫ້ເບິ່ງວ່າດີ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະເຊື່ອໝັ້ນເຈົ້າ ແລະ ຖືວ່າເຈົ້າເປັນຄົນສັດຊື່. ນີ້ແມ່ນການປະຕິບັດທີ່ເປັນພື້ນຖານທີ່ສຸດ ແລະ ເງື່ອນໄຂເບື້ອງຕົ້ນຂອງການເປັນຄົນສັດຊື່. ເຈົ້າທໍາທ່າຢູ່ສະເໝີ, ທຳທ່າວ່າຄວາມສັກສິດຢູ່ສະເໝີ, ຄຸນງາມຄວາມດີ, ຄວາມຍິ່ງໃຫຍ່ ແລະ ທຳທ່າວ່າມີຄຸນນະທຳຄຸນນະພາບສູງ. ເຈົ້າບໍ່ປ່ອຍໃຫ້ຄົນເຫັນຄວາມເສື່ອມຊາມຂອງເຈົ້າ ແລະ ຄວາມລົ້ມເຫຼວຂອງເຈົ້າ. ເຈົ້ານຳສະເໜີພາບລັກຈອມປອມແກ່ຜູ້ຄົນເພື່ອໃຫ້ພວກເຂົາເຊື່ອວ່າເຈົ້າເປັນຄົນດີ, ຍິ່ງໃຫຍ່, ເສຍສະຫຼະຕົວເອງ, ເປັນກາງ ແລະ ບໍ່ເຫັນແກ່ຕົວ. ນີ້ແມ່ນຄວາມຫຼອກລວງ. ຈົ່ງຢ່າໃສ່ເຄື່ອງປອມຕົວ ແລະ ຢ່າຫຸ້ມຫໍ່ຕົວເອງ; ກົງກັນຂ້າມ, ຈົ່ງເປີດເຜີຍເຈົ້າເອງ ແລະ ຫົວໃຈຂອງເຈົ້າໃຫ້ຄົນອື່ນເຫັນ. ຖ້າເຈົ້າສາມາດເປີດເຜີຍຫົວໃຈຂອງເຈົ້າອອກໃຫ້ຄົນອື່ນໄດ້ເຫັນ ແລະ ເປີດເຜີຍຄວາມຄິດ ແລະ ແຜນການທັງໝົດຂອງເຈົ້າ ທັງດ້ານດີ ແລະ ດ້ານລົບ, ແລ້ວເຈົ້າບໍ່ໄດ້ສັດຊື່ບໍ? ຖ້າເຈົ້າສາມາດເປີດເຜີຍຕົວເອງອອກໃຫ້ຄົນອື່ນເຫັນ, ແລ້ວພຣະເຈົ້າກໍຈະເຫັນເຈົ້າເຊັ່ນກັນ ແລະ ກ່າວວ່າ “ເຈົ້າໄດ້ເປີດເຜີຍຕົວເຈົ້າເອງອອກເພື່ອໃຫ້ຄົນອື່ນເຫັນ, ເພາະສະນັ້ນ ແນ່ນອນວ່າເຈົ້າກໍເປັນຄົນສັດຊື່ຕໍ່ໜ້າເຮົາເຊັ່ນກັນ”. ຖ້າເຈົ້າພຽງແຕ່ເປີດເຜີຍຕົວເຈົ້າອອກຕໍ່ພຣະເຈົ້າເມື່ອຢູ່ນອກສາຍຕາຂອງຄົນອື່ນ ແລະ ທຳທ່າເປັນຄົນຍິ່ງໃຫຍ່ ແລະ ມີຄຸນນະທຳຢູ່ສະເໝີ ຫຼື ເປັນຄົນທ່ຽງທຳ ແລະ ບໍ່ເຫັນແກ່ຕົວ ເມື່ອຢູ່ກັບໝູ່ເພື່ອນຂອງພວກເຂົາ, ແລ້ວພຣະເຈົ້າຈະຄິດ ແລະ ເວົ້າຫຍັງ? ພຣະອົງຈະກ່າວວ່າ “ເຈົ້າຊ່າງເປັນຄົນຫຼອກລວງແທ້ໆ; ເຈົ້າຊ່າງເປັນຄົນໜ້າຊື່ໃຈຄົດ ແລະ ໃຈແຄບລ້ວນໆ; ເຈົ້າບໍ່ແມ່ນຄົນສັດຊື່”. ພຣະເຈົ້າຈະກ່າວໂທດພວກເຈົ້າຢ່າງນີ້. ຖ້າເຈົ້າປາຖະໜາທີ່ຈະເປັນຄົນສັດຊື່, ແລ້ວບໍ່ວ່າເຈົ້າເຮັດສິ່ງໃດຕໍ່ໜ້າພຣະເຈົ້າ ຫຼື ຄົນອື່ນໆ, ເຈົ້າຄວນສາມາດຈະເປິດຕົວເອງອອກ ແລະ ເປີດເຜີຍຕົນເອງ.

(“ການປະຕິບັດທີ່ເປັນພື້ນຖານທີ່ສຸດຂອງການເປັນຄົນສັດຊື່” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

388. ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ໂຊກຊະຕາກໍາຂອງພວກເຈົ້າກໍຈະພົບແຕ່ຄວາມພິນາດ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະລະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ຈິງໃຈ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມຜ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະລະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ.

(ຄັດຈາກບົດ “ວ່າດ້ວຍເລື່ອງຈຸດໝາຍປາຍທາງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

389. ພຽງແຕ່ຖ້າຜູ້ຄົນສະແຫວງຫາເພື່ອເປັນຄົນຊື່ສັດ, ພວກເຂົາກໍສາມາດຮູ້ຈັກວ່າ ພວກເຂົາເສື່ອມຊາມຢ່າງເລິກເຊິ່ງຫຼາຍສໍ່າໃດ ແລະ ພວກເຂົາມີລັກສະນະຂອງມະນຸດ ຫຼື ບໍ່; ມີແຕ່ເມື່ອພວກເຂົາປະຕິບັດຄວາມຊື່ສັດ ພວກເຂົາຈຶ່ງຈະຮູ້ວ່າ ພວກເຂົາເວົ້າຕົວະຈັກຄັ້ງ ແລະ ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງພວກເຂົາເຊື່ອງໄວ້ຢ່າງເລິກເຊິ່ງພຽງໃດ. ໃນຂະນະທີ່ມີປະສົບການໆປະຕິບັດເປັນຄົນຊື່ສັດເທົ່ານັ້ນ ຜູ້ຄົນຈຶ່ງສາມາດມາຮູ້ຈັກຄວາມຈິງກ່ຽວກັບຄວາມເສື່ອມຊາມຂອງພວກເຂົາເອງເທື່ອລະໜ້ອຍ ແລະ ຮັບຮູ້ແກ່ນແທ້ຂອງທຳມະຊາດຂອງພວກເຂົາເອງ ແລະ ມີແຕ່ເມື່ອນັ້ນ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຈຶ່ງຈະຖືກຊໍາລະລ້າງຢ່າງສະໝໍ່າສະເໝີ. ມີແຕ່ເມື່ອເສັ້ນທາງແຫ່ງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຖືກຊໍາລະລ້າງຢ່າງສະໝໍ່າສະເໝີເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດໄດ້ຮັບຄວາມຈິງ. ໃຊ້ເວລາຂອງພວກເຈົ້າເພື່ອຜະເຊີນກັບພຣະທຳເຫຼົ່ານີ້. ພຣະເຈົ້າບໍ່ເຮັດໃຫ້ຄົນທີ່ຫຼອກລວງສົມບູນ. ຖ້າຫົວໃຈຂອງເຈົ້າບໍ່ຊື່ສັດ ນັ້ນກໍຄື ຖ້າເຈົ້າບໍ່ເປັນຄົນຊື່ສັດ ແລ້ວເຈົ້າກໍຈະບໍ່ສາມາດຖືກຮັບເອົາໂດຍພຣະເຈົ້າຈັກເທື່ອ. ໃນທຳນອງດຽວກັນ ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ຈະບໍ່ສາມາດໄດ້ຮັບພຣະເຈົ້າອີກດ້ວຍ. ຖ້າເຈົ້າບໍ່ສາມາດໄດ້ຮັບພຣະເຈົ້າ ແລະ ເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າ ເຈົ້າບໍ່ເປັນມິດກັບພຣະເຈົ້າ, ເຈົ້າບໍ່ສາມາດເຂົ້າກັບພຣະອົງໄດ້ ແລະ ພຣະອົງບໍ່ແມ່ນພຣະເຈົ້າຂອງເຈົ້າ. ຖ້າພຣະເຈົ້າບໍ່ແມ່ນພຣະເຈົ້າຂອງເຈົ້າ, ແລ້ວເຈົ້າກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ຖ້າເຈົ້າບໍ່ສາມາດຮັບເອົາຄວາມລອດພົ້ນ, ເຈົ້າກໍຈະເປັນສັດຕູອາຄາດຂອງພຣະເຈົ້າ ແລະ ຜົນໄດ້ຮັບຂອງເຈົ້າກໍຈະຖືກກຳນົດໄວ້ແລ້ວ. ສະນັ້ນ ຖ້າຜູ້ຄົນປາຖະໜາທີ່ຈະຖືກຊ່ວຍໃຫ້ລອດພົ້ນ, ແລ້ວພວກເຂົາກໍຕ້ອງເລີ່ມຕົ້ນເປັນຄົນຊື່ສັດ. ມີສັນຍາລັກທີ່ໝາຍຄົນຜູ້ຈະຖືກຮັບເອົາພຣະເຈົ້າໃນທີ່ສຸດ. ພວກເຈົ້າຮູ້ບໍວ່າ ມັນແມ່ນຫຍັງ? ມັນຖືກຂຽນໄວ້ໃນພຣະນິມິດ, ໃນພຣະຄຳພີ: “ຈະບໍ່ພົບຄວາມຕົວະໃນປາກຂອງພວກເຂົາ; ພວກເຂົາບໍ່ມີຄວາມຜິດແລ້ວ”. “ພວກເຂົາ” ແມ່ນຜູ້ໃດ? ພວກເຂົາແມ່ນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ ແລະ ຖືກຊ່ວຍໃຫ້ລອດພົ້ນ. ພຣະເຈົ້າອະທິບາຍຄົນເຫຼົ່ານີ້ວ່າແນວໃດ? ລັກສະນະ ແລະ ການສະແດງອອກທາງການກະທຳຂອງພວກເຂົາເປັນແນວໃດ? (ພວກເຂົາບໍ່ມີມົນທິນ. ພວກເຂົາບໍ່ເວົ້າຄຳຂີ້ຕົວະ.) ພວກເຈົ້າທຸກຄົນຄວນເຂົ້າໃຈ ແລະ ກຳແໜ້ນຄວາມໝາຍຂອງການບໍ່ເວົ້າຄຳຂີ້ຕົວະ: ມັນໝາຍເຖິງຄວາມຊື່ສັດ. ການປາສະຈາກມົນທິນໝາຍຄວາມວ່າແນວໃດ? ພຣະເຈົ້າກຳນົດແນວໃດວ່າ ຄົນໆໜຶ່ງປາສະຈາກມົນທິນ? ຄົນທີ່ປາສະຈາກມົນທິນແມ່ນສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ພວກເຂົາເປັນຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ສົມບູນໃນສາຍຕາຂອງພຣະເຈົ້າ; ພວກເຂົາປາສະຈາກມົນທິນ.

(“ຕົວບົ່ງຊີ້ຫົກຢ່າງຂອງການເຕີບໂຕໃນຊີວິດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

390. ເຈົ້າຄວນຮູ້ວ່າ ເຈົ້າມີສັດທາທີ່ແທ້ຈິງ ແລະ ມີຄວາມຈົງຮັກພັກດີທີ່ ແທ້ຈິງພາຍໃນຕົວເຈົ້າ ຫຼື ບໍ່, ເຈົ້າມີປະຫວັດການທົນທຸກທໍລະມານເພື່ອພຣະເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງພຣະເຈົ້າທັງໝົດ ຫຼື ບໍ່. ຖ້າເຈົ້າຂາດສິ່ງເຫຼົ່ານີ້ແລ້ວ, ຄວາມບໍ່ເຊື່ອຟັງ, ການຫຼອກລວງ, ຄວາມໂລບມາກໂລພາ ແລະ ຄວາມທຸກໃຈແມ່ນຍັງມີຢູ່ໃນຕົວເຈົ້າ. ເມື່ອຈິດໃຈຂອງເຈົ້າບໍ່ຊື່ສັດ, ເຈົ້າຈະບໍ່ໄດ້ຮັບການຍອມຮັບທີ່ດີຈາກພຣະເຈົ້າ ແລະ ຈະບໍ່ມີຊີວິດໃນແສງສະຫວ່າງຈັກເທື່ອ. ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າ ຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ບັນທຶກໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງວ່າ ເຈົ້າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວພຣະວິຫານຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (IV) ວິທີຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ, ການທົດລອງ ແລະ ການເຮັດໃຫ້ບໍລິສຸດ

ຕໍ່ໄປ: (VI) ກ່ຽວກັບວິທີການປະຕິບັດຄວາມເຊື່ອຟັງຕໍ່ພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້