(IV) ວິທີຜະເຊີນກັບການພິພາກສາ ແລະ ການຂ້ຽນຕີ, ການທົດລອງ ແລະ ການເຮັດໃຫ້ບໍລິສຸດ

366. ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກຈັດແບ່ງອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້. ສະນັ້ນ, ອຸປະນິໄສດັ່ງກ່າວແມ່ນເຕັມໄປດ້ວຍຄວາມໝາຍຂອງຍຸກດັ່ງກ່າວ ແລະ ການເປີດເຜີຍ ແລະ ການສະແດງເຖິງອຸປະນິໄສຂອງພຣະອົງກໍຖືກເຮັດໃຫ້ແຈ່ມແຈ້ງເພື່ອພາລະກິດຂອງແຕ່ລະຍຸກ. ບໍ່ແມ່ນວ່າ ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງຕາມອຳເພີໃຈ ແລະ ປາສະຈາກຄວາມໝາຍ. ລອງສົມມຸດວ່າ ໃນການເປີດເຜີຍຜົນໄດ້ຮັບຂອງມະນຸດໃນລະຫວ່າງຍຸກສຸດທ້າຍ, ພຣະເຈົ້າຍັງຄົງປະທານຄວາມເມດຕາ ແລະ ຄວາມຮັກຢ່າງບໍ່ໝົດສິ້ນ ແລະ ສືບຕໍ່ຮັກເຂົາ, ບໍ່ເຮັດໃຫ້ມະນຸດປະສົບກັບການພິພາກສາທີ່ຊອບທຳ ແຕ່ກົງກັນຂ້າມ ພຣະອົງສະແດງໃຫ້ມະນຸດເຫັນເຖິງຄວາມອົດກັ້ນ, ອົດທົນ ແລະ ການອະໄພໂທດ ແລະ ການຍົກໂທດໃຫ້ກັບມະນຸດ ບໍ່ວ່າຄວາມຜິດບາບຂອງເຂົາຈະຮ້າຍແຮງສຳໃດກໍຕາມ, ບໍມີແມ່ນແຕ່ເສດສ່ວນຂອງການພິພາກສາທີ່ຊອບທຳ, ແລ້ວເມື່ອໃດການຄຸ້ມຄອງທັງໝົດຂອງພຣະເຈົ້າຈຶ່ງຈະນໍາມາສູ່ການສິ້ນສຸດ? ເມື່ອໃດອຸປະນິໄສແບບນີ້ຈຶ່ງຈະສາມາດນໍາຜູ້ຄົນໄປສູ່ຈຸດໝາຍປາຍທາງທີ່ເໝາະສົມຂອງມະນຸດຊາດ? ລອງຍົກຕົວຢ່າງ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກຢູ່ສະເໝີ, ຜູ້ພິພາກສາທີ່ມີໃບໜ້າເມດຕາ ແລະ ຫົວໃຈອ່ອນໂຍນ. ຜູ້ພິພາກສາທີ່ຮັກຜູ້ຄົນ ໂດຍບໍ່ສົນໃຈວ່າ ພວກເຂົາໄດ້ກໍ່ອາຊະຍາກຳຫຍັງກໍຕາມ ແລະ ຜູ້ພິພາກສາທີ່ເຕັມໄປດ້ວຍຄວາມຮັກ ແລະ ປ້ອງກັນຄົນກະທໍາຜິດໂດຍບໍ່ສົນວ່າພວກເຂົາເປັນໃຜ. ໃນກໍລະນີນີ້, ເມື່ອໃດຜູ້ພິພາກສາດັ່ງກ່າວຈະສາມາດໃຫ້ຄຳຕັດສິນຢ່າງຍຸຕິທຳໄດ້. ໃນລະຫວ່າງຍຸກສຸດທ້າຍ ມີພຽງການພິພາກສາທີ່ຊອບທຳເທົ່ານັ້ນສາມາດຈັດແບ່ງມະນຸດຕາມປະເພດຂອງພວກເຂົາ ແລະ ນໍາເອົາມະນຸດເຂົ້າສູ່ໂລກໃໝ່. ດ້ວຍວິທີນີ້ ຍຸກທັງໝົດຈະຖືກນໍາມາສູ່ການສິ້ນສຸດ ຜ່ານອຸປະນິໄສທີ່ຊອບທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ.

(ຄັດຈາກບົດ “ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

367. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລົບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເສື້ອຊາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີ່ນີ້ ນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ.

(ຄັດຈາກບົດ “ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

368. ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕິເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າ ອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕິທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດວ້ຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດອັນຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາພັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ໝາຍຄວາມວ່າ, ການສໍາພັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຮັບນາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນວ່າ ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕິສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາກໍ່ບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ປະເພດຂອງມະນຸດຈະຖືກຈັດວາງອອກແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ.

(ຄັດຈາກບົດ “ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

369. ເມື່ອພົບກັບສະພາວະຂອງມະນຸດ ແລະ ທ່າທີທີ່ມະນຸດມີຕໍ່ພຣະເຈົ້າ, ພຣະເຈົ້າໄດ້ປະຕິບັດພາລະກິດໃໝ່ ເຮັດໃຫ້ມະນຸດມີທັງຄວາມຮູ້ ແລະ ຄວາມເຊື່ອຟັງຕໍ່ພຣະອົງ ແລະ ທັງຄວາມຮັກ ແລະ ຄຳພະຍານ. ສະນັ້ນ ມະນຸດຕ້ອງປະສົບກັບການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບພວກເຂົາ ພ້ອມດ້ວຍການພິພາກສາຂອງພຣະອົງ, ການຈັດການ ແລະ ການລິຮານພວກເຂົາ ເຊິ່ງຖ້າຫາກປາສະຈາກສິ່ງນັ້ນ ມະນຸດຈະບໍ່ຮູ້ຈັກພຣະເຈົ້າຈັກເທື່ອ ແລະ ຈະບໍ່ສາມາດຮັກ ແລະ ເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງຈັກເທື່ອ. ການຫຼໍ່ຫຼອມທີ່ພຣະເຈົ້າມີໃຫ້ກັບມະນຸດ ບໍ່ແມ່ນພຽງແຕ່ເພື່ອຜົນສະທ້ອນດ້ານດຽວ, ແຕ່ເພື່ອຜົນສະທ້ອນຫຼາຍດ້ານ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈະປະຕິບັດພາລະກິດແຫ່ງການຫຼໍ່ຫຼອມໃນຜູ້ຄົນທີ່ເຕັມໃຈສະແຫວງຫາຄວາມຈິງ, ເພື່ອວ່າ ຄວາມຕັ້ງໃຈ ແລະ ຄວາມຮັກຂອງພວກເຂົາຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ສຳລັບຄົນທີ່ເຕັມໃຈສະແຫວງຫາຄວາມຈິງ ແລະ ຄົນທີ່ປາຖະໜາຫາພຣະເຈົ້າ, ບໍ່ມີສິ່ງໃດທີ່ມີຄວາມໝາຍຫຼາຍກວ່ານີ້ ຫຼື ເປັນປະໂຫຍດຫຼາຍກວ່າການຫຼໍ່ຫຼອມແບບນີ້. ອຸປະນິໄສຂອງພຣະເຈົ້າບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ເຂົ້າໃຈໂດຍມະນຸດຢ່າງງ່າຍດາຍ, ເພາະໃນທີ່ສຸດ ພຣະເຈົ້າກໍເປັນພຣະເຈົ້າ. ໃນທີ່ສຸດ ມັນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະມີອຸປະນິໄສຄືກັບມະນຸດ ແລະ ດ້ວຍເຫດນັ້ນ ມັນບໍ່ງ່າຍສຳລັບມະນຸດທີ່ຈະຮູ້ຈັກອຸປະນິໄສຂອງພຣະອົງ. ມະນຸດບໍ່ໄດ້ມີຄວາມຈິງໂດຍທຳມະຊາດ ແລະ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈະບໍ່ເຂົ້າໃຈສິ່ງນີ້ຢ່າງງ່າຍດາຍ; ມະນຸດປາສະຈາກຄວາມຈິງ ແລະ ຂາດຄວາມເດັດດ່ຽວທີ່ຈະນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຖ້າເຂົາບໍ່ທົນທຸກ ແລະ ບໍ່ຖືກຫຼໍ່ຫຼອມ ຫຼື ຖືກພິພາກສາ, ແລ້ວຄວາມຕັ້ງໃຈຂອງເຂົາຈະບໍ່ຖືກເຮັດໃຫ້ສົມບູນຈັກເທື່ອ. ສຳລັບທຸກຄົນ, ການຫຼໍ່ຫຼອມແມ່ນເຈັບປວດຫຼາຍ ແລະ ຍາກທີ່ຈະຮັບໄດ້, ແຕ່ໃນລະຫວ່າງການຫຼໍ່ຫຼອມນີ້ ທີ່ພຣະເຈົ້າເຮັດໃຫ້ອຸປະນິໄສທີ່ຊອບທຳຂອງພຣະອົງຊັດເຈນຕໍ່ມະນຸດ ແລະ ເປີດເຜີຍສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ແລະ ດຳເນີນການລິຮານ ແລະ ການຈັດການຢ່າງແທ້ຈິງຫຼາຍຂຶ້ນ; ຜ່ານການປຽບທຽບລະຫວ່າງຂໍ້ມູນ ແລະ ຄວາມຈິງ, ພຣະອົງມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບມະນຸດເອງ ແລະ ຄວາມຈິງໃຫ້ກັບພວກເຂົາ ແລະ ມອບຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ມະນຸດມີຄວາມຮັກທີ່ເປັນຈິງ ແລະ ບໍລິສຸດຫຼາຍຂຶ້ນສໍາລັບພຣະເຈົ້າ. ສິ່ງດັ່ງກ່າວແມ່ນເປົ້າໝາຍຂອງພຣະເຈົ້າໃນການດໍາເນີນການຫຼໍ່ຫຼອມ. ພາລະກິດທຸກຢ່າງທີ່ພຣະເຈົ້າກະທຳໃນມະນຸດ ແມ່ນມີເປົ້າໝາຍ ແລະ ຄວາມສຳຄັນຂອງມັນເອງ; ພຣະເຈົ້າບໍ່ປະຕິບັດພາລະກິດທີ່ບໍ່ມີຄວາມໝາຍ ຫຼື ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນປະໂຫຍດໃຫ້ກັບມະນຸດ. ການຫຼໍ່ຫຼອມບໍ່ໄດ້ໝາຍເຖິງການກຳຈັດຜູ້ຄົນອອກຈາກການຢູ່ຕໍ່ໜ້າພຣະເຈົ້າ ຫຼື ມັນບໍ່ໄດ້ໝາຍເຖິງການທຳລາຍພວກເຂົາໃນນະຮົກ. ກົງກັນຂ້າມ ມັນໝາຍເຖິງການປ່ຽນແປງອຸປະນິໄສຂອງມະນຸດໃນລະຫວ່າງການຫຼໍ່ຫຼອມ, ປ່ຽນແປງເຈດຕະນາຂອງເຂົາ, ທັດສະນະດັ່ງເດີມຂອງເຂົາ, ປ່ຽນແປງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າ ແລະ ປ່ຽນແປງຊີວິດທັງໝົດຂອງເຂົາ. ການຫຼໍ່ຫຼອມແມ່ນການທົດສອບທີ່ແທ້ຈິງຂອງມະນຸດ ແລະ ເປັນແບບຟອມຂອງການຝຶກຝົນທີ່ເປັນຈິງ ແລະ ໃນລະຫວ່າງການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກຂອງເຂົາຈຶ່ງສາມາດປະຕິບັດໜ້າທີ່ຕາມທຳມະຊາດຂອງມັນ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

370. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ.

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

371. ຍິ່ງການຫຼໍ່ຫຼອມຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຫົວໃຈຂອງຜູ້ຄົນກໍສາມາດຮັກພຣະເຈົ້າຫຼາຍສໍ່ານັ້ນ. ຄວາມທໍລະມານທີ່ຢູ່ໃນຫົວໃຈຂອງພວກເຂົາເປັນປະໂຫຍດຕໍ່ຊີວິດຂອງພວກເຂົາ, ພວກເຂົາສາມາດສະຫງົບສຸກຢູ່ຕໍ່ໜ້າພຣະເຈົ້າໄດ້ຫຼາຍຂຶ້ນ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກໍໃກ້ຊິດຂຶ້ນ ແລະ ພວກເຂົາສາມາດເຫັນເຖິງຄວາມຮັກສູງສຸດຂອງພຣະເຈົ້າ ແລະ ຄວາມລອດພົ້ນສູງສຸດຂອງພຣະອົງໄດ້ດີຂຶ້ນ. ເປໂຕປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງ ແລະ ໂຢບປະສົບກັບການທົດລອງຫຼາຍຄັ້ງ. ຖ້າພວກເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າຕ້ອງປະສົບກັບການຫຼໍ່ຫຼອມຫຼາຍຮ້ອຍຄັ້ງເຊັ່ນດຽວກັນ; ມີພຽງແຕ່ພວກເຈົ້າຜ່ານຂະບວນການນີ້ ແລະ ເພິ່ງພາບາດກ້າວນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ໄດ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ການຫຼໍ່ຫຼອມແມ່ນຫົນທາງທີ່ດີທີ່ສຸດທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ; ການຫຼໍ່ຫຼອມ ແລະ ການທົດລອງຢ່າງໜັກເທົ່ານັ້ນ ຈຶ່ງຈະສາມາດນໍາຄວາມຮັກໃນຫົວໃຈຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າອອກມາໄດ້. ຫາກປາສະຈາກຄວາມລໍາບາກ, ຜູ້ຄົນກໍຂາດຄວາມຮັກທີ່ມີຕໍ່ພຣະເຈົ້າຢ່າງແທ້ຈິງ; ຖ້າພວກເຂົາບໍ່ຖືກທົດສອບຢູ່ພາຍໃນ, ຖ້າພວກເຂົາບໍ່ຖືກປ່ອຍໃຫ້ຕົກຢູ່ໃນການຫຼໍ່ຫຼອມຢ່າງແທ້ຈິງ, ແລ້ວຫົວໃຈຂອງພວກເຂົາກໍຈະເລື່ອນລອຍຢູ່ຂ້າງນອກຕະຫຼອດເວລາ. ເມື່ອຖືກຫຼໍ່ຫຼອມຈົນຮອດຈຸດໃດໜຶ່ງ, ເຈົ້າຈະເຫັນຄວາມອ່ອນແອ ແລະ ຄວາມຫຍຸ້ງຍາກຂອງເຈົ້າເອງ, ເຈົ້າຈະເຫັນວ່າ ເຈົ້າກຳລັງຂາດເຂີນຫຼາຍສໍ່າໃດ ແລະ ເຈົ້າຈະບໍ່ສາມາດເອົາຊະນະບັນຫາຕ່າງໆທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະເຫັນວ່າຄວາມບໍ່ເຊື່ອຟັງຂອງເຈົ້ານັ້ນຍິ່ງໃຫຍ່ສໍ່າໃດ. ຢູ່ໃນລະຫວ່າງການທົດລອງເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດຮູ້ສະພາວະທີ່ແທ້ຈິງຂອງພວກເຂົາແທ້; ການທົດລອງເຮັດໃຫ້ຜູ້ຄົນສົມບູນຍິ່ງຂຶ້ນ.

(ຄັດຈາກບົດ “ເມື່ອປະສົບກັບການຫຼໍ່ຫຼອມເທົ່ານັ້ນ ມະນຸດຈຶ່ງສາມາດມີຄວາມຮັກຢ່າງແທ້ຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

372. ເມື່ອພວກເຈົ້າທົນທຸກກັບຂໍ້ຈຳກັດ ຫຼື ຄວາມລໍາບາກເລັກນ້ອຍ, ມັນກໍດີສຳລັບພວກເຈົ້າ; ຖ້າພວກເຈົ້າໄດ້ຮັບຄວາມສະບາຍ ພວກເຈົ້າກໍຈະຖືກທຳລາຍ ແລະ ແລ້ວພວກເຈົ້າຈະສາມາດຖືກປົກປ້ອງໄດ້ແນວໃດ? ໃນປັດຈຸບັນ, ມັນເປັນຍ້ອນພວກເຈົ້າຖືກຂ້ຽນຕີ, ພິພາກສາ ແລະ ສາບແຊ່ງ, ພວກເຈົ້າຈຶ່ງໄດ້ຮັບການປົກປ້ອງ. ມັນເປັນຍ້ອນພວກເຈົ້າໄດ້ທົນທຸກຫຼາຍຢ່າງ, ພວກເຈົ້າຈຶ່ງຖືກປົກປ້ອງ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຄົງຈະຕົກລົງສູ່ຄວາມເສື່ອມຊາມຕັ້ງແຕ່ດົນແລ້ວ. ນີ້ບໍ່ແມ່ນເຈດຕະນາສ້າງຄວາມຫຍຸ້ງຍາກໃຫ້ກັບພວກເຈົ້າ, ທຳມະຊາດຂອງມະນຸດແມ່ນປ່ຽນແປງໄດ້ຍາກ ແລະ ມັນຕ້ອງເຮັດແບບນີ້ເພື່ອເຮັດໃຫ້ອຸປະນິໄສຂອງພວກເຂົາປ່ຽນແປງ. ໃນປັດຈຸບັນ, ພວກເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກ ຫຼື ຄວາມຮູ້ສຶກທີ່ໂປໂລມີ ຫຼື ພວກເຈົ້າບໍ່ມີແມ່ນແຕ່ການຮູ້ຈັກຕົນເອງຂອງເພິ່ນ. ພວກເຈົ້າຕ້ອງຖືກກົດດັນຢູ່ສະເໝີ ແລະ ພວກເຈົ້າຕ້ອງຖືກຂ້ຽນຕີ ແລະ ພິພາກສາຢູ່ສະເໝີເພື່ອປຸກວິນຍານຂອງພວກເຈົ້າ. ການຂ້ຽນຕີ ແລະ ການພິພາກສາແມ່ນສິ່ງທີ່ດີທີ່ສຸດສຳລັບຊີວິດຂອງພວກເຈົ້າ. ແລ້ວເມື່ອຈຳເປັນ, ພວກເຈົ້າກໍຍັງຕ້ອງໄດ້ຮັບການຂ້ຽນຕີແຫ່ງຄວາມຈິງອີກດ້ວຍ; ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະຍອມຢ່າງສົມບູນ. ທຳມະຊາດຂອງພວກເຈົ້າເປັນແບບຄືກັບວ່າ ຖ້າບໍ່ມີການຂ້ຽນຕີ ແລະ ການສາບແຊ່ງ, ພວກເຈົ້າຈະບໍ່ເຕັມໃຈກົ້ມຫົວຂອງພວກເຈົ້າ, ບໍ່ເຕັມໃຈທີ່ຈະຍອມຮັບ. ຫາກບໍ່ມີຄວາມຈິງຢູ່ຕໍ່ຕາຂອງພວກເຈົ້າ, ມັນກໍຈະບໍ່ມີຜົນຫຍັງ. ພວກເຈົ້າມີລັກສະນະທີ່ຕໍ່າຕ້ອຍ ແລະ ໄຮ້ຄ່າເກີນໄປ! ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາ, ມັນກໍຈະຍາກສຳລັບພວກເຈົ້າທີ່ຈະຖືກເອົາຊະນະ ແລະ ຍາກທີ່ຈະເອົາຊະນະຄວາມບໍ່ຊອບທຳ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ. ທຳມະຊາດດັ່ງເດີມຂອງພວກເຈົ້າແມ່ນຖືກຝັງເລິກຫຼາຍ. ຖ້າພວກເຈົ້າຖືກວາງຢູ່ເທິງບັນລັງ, ພວກເຈົ້າກໍຈະບໍ່ຮູ້ຈັກເຖິງຄວາມສູງຂອງສະຫວັນ ແລະ ຄວາມເລິກຂອງແຜ່ນດິນໂລກ, ແຮງໄກທີ່ຈະຮູ້ຈັກເຖິງບ່ອນທີ່ພວກເຈົ້າກໍາລັງໄປ. ພວກເຈົ້າບໍ່ຮູ້ຈັກແມ່ນແຕ່ວ່າພວກເຈົ້າມາຈາກໃສ, ແລ້ວພວກເຈົ້າຈະຮູ້ຈັກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງໄດ້ແນວໃດ? ຖ້າປາສະຈາກການຂ້ຽນຕີ ແລະ ການສາບແຊ່ງຕາມການເວລາໃນປັດຈຸບັນ, ມື້ສຸດທ້າຍຂອງພວກເຈົ້າກໍຈະມາເຖິງຕັ້ງແຕ່ດົນແລ້ວ. ນັ້ນບໍ່ໄດ້ເວົ້າເຖິງໂຊກຊະຕາຂອງພວກເຈົ້າເລີຍ, ແລ້ວມັນຈະບໍ່ຢູ່ໃນອັນຕະລາຍຫຼາຍກວ່າເກົ່າບໍ? ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາຕາມການເວລາດັ່ງກ່າວນີ້, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າອວດດີຫຼາຍສໍ່າໃດ ຫຼື ພວກເຈົ້າຈະຊົ່ວຊ້າຫຼາຍສໍ່າໃດ. ການຂ້ຽນຕີ ແລະ ການພິພາກສານີ້ໄດ້ນໍາພາພວກເຈົ້າມາເຖິງປັດຈຸບັນ ແລະ ສິ່ງເຫຼົ່ານັ້ນໄດ້ຮັກສາການເປັນຢູ່ຂອງພວກເຈົ້າ. ຖ້າພວກເຈົ້າຍັງມີ “ການສຶກສາ” ແລ້ວໃຊ້ວິທີການດຽວກັນກັບ “ພໍ່” ຂອງພວກເຈົ້າ, ຜູ້ໃດຈະຮູ້ຈັກວ່າ ພວກເຈົ້າຈະເຂົ້າສູ່ຂອບເຂດໃດ! ພວກເຈົ້າບໍ່ມີຄວາມສາມາດທີ່ຈະຄວບຄຸມ ແລະ ໄຕ່ຕອງກ່ຽວກັບຕົນເອງເລີຍ. ສຳລັບຄົນຄືພວກເຈົ້າແລ້ວ, ຖ້າພວກເຈົ້າພຽງແຕ່ຕິດຕາມ ແລະ ເຊື່ອຟັງໂດຍບໍ່ມີການແຊກແຊງ ຫຼື ການຂັດຂວາງໃດໆ, ຈຸດປະສົງຂອງເຮົາກໍຈະຖືກບັນລຸແລ້ວ. ມັນຈະບໍ່ດີກວ່າບໍ ທີ່ພວກເຈົ້າຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງປັດຈຸບັນ? ພວກເຈົ້າມີທາງເລືອກຫຍັງອີກ?

(ຄັດຈາກບົດ “ການປະຕິບັດ (6)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

373. ສຳລັບທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າ, ມີວິທີທາງທີ່ຄົນຄວນໃຫ້ການຮ່ວມມື. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າພວກເຂົາຈະມີຄວາມໝັ້ນໃຈເມື່ອໄດ້ຮັບການເຮັດໃຫ້ບໍລິສຸດ. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າ ພວກເຂົາຈະມີຄວາມໝັ້ນໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເຕັມໃຈຍອມຮັບການເຮັດໃຫ້ບໍລິສຸດຂອງພຣະອົງ ແລະ ຖືກຈັດການ ແລະ ລິຮານໂດຍພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດຢູ່ພາຍໃນຄົນເພື່ອນຳເອົາຄວາມສະຫວ່າງ ແລະ ແສງເຍືອງທາງມາສູ່ພວກເຂົາ ແລະ ເພື່ອໃຫ້ພວກເຂົາຮ່ວມມືກັບພຣະອົງ ແລະ ປະຕິບັດຕາມ. ພຣະເຈົ້າບໍ່ກ່າວໃນລະຫວ່າງການເຮັດໃຫ້ບໍລິສຸດ, ພຣະອົງບໍ່ເປັ່ງສຽງຂອງພຣະອົງອອກມາ, ແຕ່ກໍຍັງມີພາລະກິດທີ່ຜູ້ຄົນຄວນປະຕິບັດ. ເຈົ້າຄວນຮັກສາສິ່ງທີ່ເຈົ້າມີຢູ່ແລ້ວ, ເຈົ້າຄວນຍັງສາມາດອະທິຖານຫາພຣະເຈົ້າ, ໃກ້ຊິດກັບພຣະເຈົ້າ ແລະ ຢືນເປັນພະຍານຢູ່ຕໍ່ໜ້າພຣະເຈົ້າໄດ້; ດ້ວຍວິທີນີ້ເຈົ້າຈຶ່ງຈະສາມາດເຮັດສຳເລັດໜ້າທີ່ຂອງເຈົ້າໄດ້. ພວກເຈົ້າທັງໝົດຄວນເຫັນຢ່າງຊັດເຈນຈາກພາລະກິດຂອງພຣະເຈົ້າວ່າ ການທົດລອງຂອງພຣະອົງກ່ຽວກັບຄວາມໝັ້ນໃຈ ແລະ ຄວາມຮັກຂອງຄົນຮຽກຮ້ອງໃຫ້ພວກເຂົາອະທິຖານຫາພຣະເຈົ້າຫຼາຍຂຶ້ນ ແລະ ໃຫ້ພວກເຂົາຊິມພຣະທຳຂອງພຣະເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນ. ຖ້າພຣະເຈົ້າໃຫ້ແສງສະຫວ່າງເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ ແຕ່ເຈົ້າບໍ່ໄດ້ເອົາສິ່ງໃດໃນນີ້ໄປປະຕິບັດຕາມ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເມື່ອເຈົ້ານຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດ, ເຈົ້າຄວນສາມາດອະທິຖານຫາພຣະອົງໄດ້ ແລະ ເມື່ອເຈົ້າຊິມພຣະທຳຂອງພຣະອົງ ເຈົ້າຄວນເຂົ້າມາຢູ່ຕໍ່ໜ້າພຣະອົງສະເໝີ ແລະ ສະແຫວງຫາ ແລະ ເຕັມໄປດ້ວຍຄວາມໝັ້ນໃຈໃນພຣະອົງ ໂດຍບໍ່ຮູ້ສຶກທໍ້ແທ້ ຫຼື ເຢັນຊາ. ບັນດາຜູ້ທີ່ບໍ່ນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມແມ່ນເຕັມໄປດ້ວຍກຳລັງໃນລະຫວ່າງການຊຸມນຸມ, ແຕ່ຕົກຢູ່ໃນຄວາມມືດເມື່ອພວກເຂົາກັບເມືອເຮືອນ. ມີບາງຄົນທີ່ບໍ່ຕ້ອງການແມ່ນແຕ່ຊຸມນຸມກັນ. ດັ່ງນັ້ນ, ເຈົ້າຕ້ອງເຫັນຢ່າງຊັດເຈນວ່າໜ້າທີ່ໃດທີ່ຄົນເຊັ່ນນີ້ຄວນປະຕິບັດ. ເຈົ້າອາດບໍ່ຮູ້ວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງກັນແທ້, ແຕ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້, ເຈົ້າສາມາດອະທິຖານເມື່ອເຈົ້າຄວນອະທິຖານ, ເຈົ້າສາມາດນຳເອົາຄວາມຈິງໄປປະຕິບັດເມື່ອເຈົ້າຄວນປະຕິບັດ ແລະ ເຈົ້າສາມາດປະຕິບັດສິ່ງທີ່ຜູ້ຄົນຄວນປະຕິບັດ. ເຈົ້າສາມາດຮັກສານິມິດເດີມຂອງເຈົ້າໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດຍອມຮັບບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະເຈົ້າໄດ້ຫຼາຍຂຶ້ນ. ມັນເປັນບັນຫາ ຖ້າເຈົ້າບໍ່ສະແຫວງຫາເມື່ອພຣະເຈົ້າປະຕິບັດພາລະກິດໃນທາງທີ່ລີ້ລັບ. ເມື່ອພຣະອົງກ່າວ ແລະ ເທດສະໜາໃນລະຫວ່າງການຊຸມນຸມ, ເຈົ້າຟັງດ້ວຍຄວາມກະຕືລືລົ້ນ, ແຕ່ເມື່ອພຣະອົງບໍ່ກ່າວ ເຈົ້າກໍຂາດກຳລັງ ແລະ ທໍ້ຖອຍ. ຄົນປະເພດໃດປະພຶດເຊັ່ນນີ້? ນີ້ແມ່ນຜູ້ຄົນທີ່ເລື່ອນລອຍໄປຕາມກະແສ. ພວກເຂົາບໍ່ມີທ່າທາງ, ບໍ່ມີປະຈັກພະຍານ ແລະ ບໍ່ມີນິມິດ! ຄົນສ່ວນຫຼາຍຈະເປັນແບບນີ້. ຖ້າເຈົ້າຍັງສືບຕໍ່ໃນທາງນີ້, ມື້ໜຶ່ງເມື່ອເຈົ້າພົບກັບການທົດລອງອັນຍິ່ງໃຫຍ່, ເຈົ້າກໍຈະຖືກລົງໂທດ. ການມີທ່າທາງແມ່ນສຳຄັນຫຼາຍໃນຂະບວນການເຮັດໃຫ້ຄົນສົມບູນແບບຂອງພຣະເຈົ້າ. ຖ້າເຈົ້າບໍ່ສົງໄສແມ່ນແຕ່ບາດກ້າວດຽວໃນພາລະກິດຂອງພຣະເຈົ້າ, ຖ້າເຈົ້າປະຕິບັດໜ້າທີ່ຂອງມະນຸດໄດ້ສຳເລັດ, ຖ້າເຈົ້າຮັກສາສິ່ງທີ່ພຣະເຈົ້າມີ ແລ້ວນໍາໄປປະຕິບັດດ້ວຍໃຈຈິງ, ນັ້ນໝາຍຄວາມວ່າ ເຈົ້າຈື່ຄຳແນະນຳຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງກະທຳສິ່ງໃດໃນຕອນນີ້ ພວກເຈົ້າບໍ່ໄດ້ລືມຄຳແນະນຳຂອງພຣະອົງ, ຖ້າເຈົ້!ບໍ່ມີຄວາມສົງໄສໃນພາລະກິດຂອງພຣະອົງ, ຮັກສາທ່າທາງຂອງເຈົ້າ, ຮັກສາຄໍາພະຍານຂອງເຈົ້າ ແລະ ໄດ້ຮັບໄຊຊະນະໃນທຸກບາດກ້າວ, ທ້າຍທີ່ສຸດ ເຈົ້າຈະຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ ແລະ ກາຍເປັນຜູ້ມີໄຊ. ຖ້າພວກເຈົ້າສາມາດຕັ້ງໝັ້ນຜ່ານທຸກບາດກ້າວຂອງການທົດລອງຂອງພຣະເຈົ້າ ແລະ ຖ້າເຈົ້າຍັງສາມາດຍຶດໝັ້ນຈົນເຖິງທີ່ສຸດ, ເຈົ້າກໍແມ່ນຜູ້ມີໄຊ, ເຈົ້າແມ່ນຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ. ຖ້າເຈົ້າບໍ່ສາມາດຕັ້ງໝັ້ນຢູ່ໃນການທົດລອງປັດຈຸບັນຂອງເຈົ້າ, ໃນອະນາຄົດ ມັນຈະຍິ່ງຍາກຂຶ້ນກວ່າອີກ. ຖ້າເຈົ້າປະສົບກັບຄວາມທຸກທໍລະມານພຽງເລັກນ້ອຍ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງ, ທ້າຍທີ່ສຸດເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຈະມີແຕ່ມືເປົ່າ. ມີບາງຄົນທີ່ທໍ້ຖອຍກັບການສະແຫວງຫາຂອງພວກເຂົາເມື່ອພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ກ່າວຫຍັງເລີຍ ແລະ ຫົວໃຈຂອງພວກເຂົາກໍກະແຈກກະຈາຍໄປ. ນີ້ບໍ່ແມ່ນຄົນໂງ່ບໍ? ຄົນປະເພດເຫຼົ່ານີ້ບໍ່ມີຄວາມເປັນຈິງ. ເມື່ອພຣະເຈົ້າກ່າວ, ພວກເຂົາກໍແລ່ນໄປແລ່ນມາ, ຫຍຸ້ງໆ ແລະ ກະຕືລືລົ້ນຢູ່ຂ້າງນອກສະເໝີ, ແຕ່ຕ່ອນນີ້ເມື່ອພຣະອົງບໍ່ໄດ້ກ່າວ, ພວກເຂົາກໍບໍ່ສະແຫວງຫາອີກຕໍ່ໄປ. ຄົນແບບນີ້ບໍ່ມີອະນາຄົດ. ໃນລະຫວ່າງການເຮັດໃຫ້ບໍລິສຸດ, ເຈົ້າຕ້ອງເຂົ້າສູ່ຈາກມຸມມອງດ້ານບວກ ແລະ ຮຽນຮູ້ບົດຮຽນທີ່ເຈົ້າຄວນຮຽນຮູ້; ເມື່ອເຈົ້າອະທິຖານຫາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງ, ເຈົ້າຄວນສົມທຽບສະຖານະປັດຈຸບັນຂອງເຈົ້າກັບມັນ, ຄົ້ນພົບຄວາມບົກຜ່ອງຂອງເຈົ້າ ແລະ ພົບວ່າເຈົ້າມີບົດຮຽນຢ່າງຫຼວງຫຼາຍທີ່ຕ້ອງຮຽນຮູ້. ຍິ່ງເຈົ້າສະແຫວງຫາເມື່ອໄດ້ຮັບການເຮັດໃຫບໍລິສຸດດ້ວຍໃຈຈິງຫຼາຍເທົ່າໃດ, ເຈົ້າຍິ່ງຈະພົບວ່າຕົວເຈົ້າເອງບໍ່ພຽງພໍຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າກຳລັງປະສົບກັບການເຮັດໃຫ້ບໍລິສຸດ ຈະມີຫຼາຍບັນຫາທີ່ເຈົ້າຜະເຊີນ; ເຈົ້າບໍ່ສາມາດເຫັນມັນໄດ້ຢ່າງຊັດເຈນ, ເຈົ້າຕໍ່ວ່າ, ເຈົ້າເປີດເຜີຍດ້ານເນື້ອໜັງທີ່ແທ້ຈິງຂອງເຈົ້າອອກມາ, ມີພຽງຜ່ານທາງນີ້ເທົ່ານັ້ນເຈົ້າຈິ່ງຄົ້ນພົບວ່າອຸປະນິໄສອັນເສື່ອມຊາມຂອງເຈົ້ານັ້ນຮ້າຍແຮງພຽງໃດ.

(ຄັດຈາກບົດ “ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

374. ໃນຂະນະທີ່ກຳລັງປະສົບກັບການທົດລອງ, ມັນເປັນເລື່ອງປົກກະຕິທີ່ຜູ້ຄົນຈະອ່ອນແອ ຫຼື ມີຄວາມຄິດລົບຢູ່ພາຍໃນຕົວພວກເຂົາ ຫຼື ຂາດຄວາມຊັດເຈນກ່ຽວກັບຄວາມປະສົງຂອງພຣະເຈົ້າ ຫຼື ເສັ້ນທາງໃນການປະຕິບັດຂອງພວກເຂົາ. ແຕ່ໃນກໍລະນີໃດກໍຕາມ, ເຈົ້າຕ້ອງມີຄວາມເຊື່ອໃນພາລະກິດຂອງພຣະເຈົ້າ ແລະ ບໍ່ປະຕິເສດພຣະເຈົ້າ ຄືກັນກັບໂຢບ. ເຖິງແມ່ນວ່າ ໂຢບອ່ອນແອ ແລະ ໄດ້ສາບແຊ່ງມື້ເກີດຂອງເພິ່ນເອງ, ເພິ່ນກໍບໍ່ໄດ້ປະຕິເສດວ່າ ທຸກສິ່ງໃນຊີວິດຂອງມະນຸດແມ່ນຖືກປະທານໃຫ້ໂດຍພຣະເຢໂຮວາ ແລະ ພຣະເຢໂຮວາຍັງເປັນຜູ້ທີ່ນໍາທຸກສິ່ງໄປຈາກເພິ່ນ. ບໍ່ວ່າເພິ່ນຈະຖືກທົດສອບຢ່າງໃດກໍຕາມ, ເພິ່ນກໍຮັກສາຄວາມເຊື່ອນີ້. ໃນປະສົບການຂອງເຈົ້າ, ບໍ່ວ່າເຈົ້າປະສົບກັບການຫຼໍ່ຫຼອມແບບໃດກໍຕາມຜ່ານພຣະທຳຂອງພຣະເຈົ້າ, ເວົ້າສັ້ນໆກໍຄືສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດແມ່ນຄວາມເຊື່ອຂອງພວກເຂົາ ແລະ ຄວາມຮັກຂອງພວກເຂົາສຳລັບພຣະອົງ. ສິ່ງພຣະອົງໄດ້ເຮັດໃຫ້ສົມບູນໂດຍການປະຕິບັດພາລະກິດໃນລັກສະນະນີ້ແມ່ນຄວາມເຊື່ອ, ຄວາມຮັກ ແລະ ຄວາມປາຖະໜາຂອງຜູ້ຄົນ. ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນຜູ້ຄົນ ແລະ ພວກເຂົາບໍ່ສາມາດເຫັນມັນໄດ້, ບໍ່ສາມາດສຳຜັດມັນໄດ້; ພາຍໃນສະຖານະການດັ່ງກ່າວ, ຄວາມເຊື່ອຂອງເຈົ້າກໍຈຳເປັນ. ຄວາມເຊື່ອຂອງຜູ້ຄົນຈຳເປັນຕ້ອງມີ ເມື່ອບາງສິ່ງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ແລະ ຄວາມເຊື່ອຂອງເຈົ້າຈໍາເປັນຕ້ອມມີ ເມື່ອເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າເອງໄດ້. ເມື່ອເຈົ້າບໍ່ມີຄວາມຊັດເຈນກ່ຽວກັບພາລະກິດຂອງພຣະເຈົ້າ, ສິ່ງທີ່ຈຳເປັນສຳລັບເຈົ້າກໍຄືການມີຄວາມເຊື່ອ ແລະ ຍຶດໝັ້ນ ແລະ ຢືນເປັນພະຍານ. ເມື່ອໂຢບໄປເຖິງຈຸດນີ້, ພຣະເຈົ້າກໍປາກົດກັບເພິ່ນ ແລະ ກ່າວຕໍ່ເພິ່ນ. ນັ້ນກໍຄື ຈາກພາຍໃນຄວາມເຊື່ອຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດເຫັນພຣະເຈົ້າໄດ້ ແລະ ເມື່ອເຈົ້າມີຄວາມເຊື່ອ ພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຫາກປາສະຈາກຄວາມເຊື່ອ, ພຣະອົງບໍ່ສາມາດເຮັດສິ່ງນີ້ໄດ້. ພຣະເຈົ້າຈະປະທານສິ່ງໃດກໍຕາມທີ່ເຈົ້າຫວັງຈະໄດ້ຮັບໃຫ້ກັບເຈົ້າ. ຖ້າເຈົ້າບໍ່ມີຄວາມເຊື່ອ, ເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນ ແລະ ເຈົ້າຈະບໍ່ສາມາດເຫັນການກະທຳຂອງພຣະເຈົ້າໄດ້, ແຮງໄກທີ່ຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະອົງ. ເມື່ອເຈົ້າມີຄວາມເຊື່ອວ່າເຈົ້າຈະເຫັນການກະທຳຂອງພຣະອົງໃນປະສົບການຕົວຈິງຂອງເຈົ້າ, ແລ້ວພຣະເຈົ້າຈະປາກົດຕໍ່ເຈົ້າ ແລະ ພຣະອົງຈະໃຫ້ຄວາມສະຫວ່າງ ແລະ ນໍາພາເຈົ້າຈາກພາຍໃນ. ຫາກປາສະຈາກຄວາມເຊື່ອນັ້ນ, ພຣະເຈົ້າຈະບໍ່ສາມາດເຮັດສິ່ງນັ້ນໄດ້. ຖ້າເຈົ້າສູນເສຍຄວາມຫວັງໃນພຣະເຈົ້າ, ເຈົ້າຈະສາມາດມີປະສົບການກັບພາລະກິດຂອງພຣະອົງໄດ້ແນວໃດ? ສະນັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອ ແລະ ເຈົ້າບໍ່ມີຄວາມສົງໄສຕໍ່ພຣະເຈົ້າເທົ່ານັ້ນ, ມີແຕ່ເມື່ອເຈົ້າມີຄວາມເຊື່ອທີ່ແທ້ຈິງໃນພຣະອົງເທົ່ານັ້ນ ບໍ່ວ່າພຣະອົງຈະກະທໍາສິ່ງໃດກໍຕາມ, ພຣະອົງຈຶ່ງຈະໃຫ້ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຜ່ານປະສົບການຂອງເຈົ້າ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຫັນການກະທຳຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຖືກບັນລຸຜ່ານຄວາມເຊື່ອ. ຄວາມເຊື່ອມາຜ່ານການຫຼໍ່ຫຼອມເທົ່ານັ້ນ ແລະ ຫານບໍ່ມີການຫຼໍ່ຫຼອມ ຄວາມເຊື່ອບໍ່ສາມາດພັດທະນາໄດ້. ຄຳນີ້ “ຄວາມເຊື່ອ” ໝາຍເຖິງຫຍັງ? ຄວາມເຊື່ອແມ່ນຄວາມເຊື່ອທີ່ແທ້ຈິງ ແລະ ຫົວໃຈທີ່ຈິງໃຈທີ່ມະນຸດຄວນມີ ເມື່ອພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດບາງສິ່ງບາງຢ່າງ, ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ເມື່ອພາລະກິດນັ້ນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ນີ້ແມ່ນຄວາມເຊື່ອທີ່ເຮົາເວົ້າເຖິງ. ຜູ້ຄົນຕ້ອງການຄວາມເຊື່ອໃນເວລາແຫ່ງຄວາມລຳບາກ ແລະ ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນສິ່ງທີ່ຕາມມາດ້ວຍການຫຼໍ່ຫຼອມ; ການຫຼໍ່ຫຼອມ ແລະ ຄວາມເຊື່ອແມ່ນບໍ່ສາມາດແຍກອອກຈາກກັນໄດ້. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ແລະ ບໍ່ວ່າເຈົ້າຢູ່ໃນສະພາບແວດລ້ອມແບບໃດກໍຕາມ, ເຈົ້າສາມາດສະແຫວງຫາຊີວິດ ແລະ ສະແຫວງຫາຄວາມຈິງ ແລະ ສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ມີຄວາມເຂົ້າໃຈກ່ຽວກັບການກະທຳຂອງພຣະອົງ ແລະ ເຈົ້າສາມາດປະຕິບັດຕາມຄວາມຈິງ. ການເຮັດແບບນັ້ນຄືການມີຄວາມເຊື່ອທີ່ແທ້ຈິງ ແລະ ການເຮັດແບບນັ້ນສະແດງໃຫ້ເຫັນວ່າ ເຈົ້າບໍ່ໄດ້ສູນເສຍຄວາມເຊື່ອໃນພຣະເຈົ້າ. ເຈົ້າພຽງແຕ່ສາມາດມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໄດ້ ຖ້າເຈົ້າສາມາດຍັງຄົງສະແຫວງຫາຄວາມຈິງຜ່ານການຫຼໍ່ຫຼອມ, ຖ້າເຈົ້າສາມາດຮັກພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ບໍ່ມີຄວາມສົງໄສກ່ຽວກັບພຣະອົງ, ຖ້າບໍ່ວ່າພຣະອົງຈະກະທຳສິ່ງໃດກໍຕາມ ເຈົ້າຍັງປະຕິບັດຄວາມຈິງເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຖ້າເຈົ້າສາມາດສະແຫວງຫາຄວາມປະສົງຂອງພຣະອົງຢ່າງເລິກເຊິ່ງ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງ. ໃນອະດີດ ເມື່ອພຣະເຈົ້າເວົ້າວ່າ ເຈົ້າຈະປົກຄອງເໝືອນດັ່ງກະສັດ, ເຈົ້າຮັກພຣະອົງ ແລະ ເມື່ອພຣະອົງສຳແດງຕົວພຣະອົງເອງໃຫ້ກັບເຈົ້າຢ່າງເປີດເຜີຍ, ເຈົ້າກໍສະແຫວງຫາພຣະອົງ. ແຕ່ບັດນີ້ ພຣະເຈົ້າໄດ້ລີ້ລັບ, ເຈົ້າບໍ່ສາມາດເຫັນພຣະອົງໄດ້ ແລະ ບັນຫາກໍໄດ້ມາຫາເຈົ້າ, ແລ້ວເຈົ້າບໍ່ໄດ້ສູນເສຍຄວາມຫວັງໃນພຣະເຈົ້າບໍ? ສະນັ້ນ ເຈົ້າຕ້ອງສະແຫວງຊີວິດ ແລະ ສະແຫວງຫາເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢູ່ຕະຫຼອດເວລາ. ສິ່ງນີ້ຈຶ່ງເອີ້ນວ່າ ຄວາມເຊື່ອທີ່ແທ້ຈິງ ແລະ ສິ່ງນີ້ຈຶ່ງເປັນຮູບແບບຂອງຄວາມຮັກທີ່ແທ້ຈິງ ແລະ ສວຍງາມທີ່ສຸດ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

375. ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດແລ້ວ ສິ່ງທີ່ຖືກບັນລຸກໍຄືເຈົ້າຕ້ອງການໜີຈາກ ແຕ່ໃນເວລາດຽວກັນ ເຈົ້າບໍ່ສາມາດໜີຈາກໄດ້; ບາງຄົນຍັງບໍ່ສາມາດມີຄວາມເຊື່ອແມ່ນແຕ່ໃນຕອນ ທີ່ພວກເຂົາປາສະຈາກຄວາມຫວັງແມ່ນແຕ່ໜ້ອຍດຽວ; ແລະ ຜູ້ຄົນບໍ່ມີຄວາມຫວັງທີ່ກ່ຽວຂ້ອງກັບອະນາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າຄວາມປະສົງຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າເຊື່ອຟັງການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ?” ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີສັກສີທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ແລ້ວລົ້ມເຫຼວທີ່ຈະຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ແລ້ວເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນທ່າມກາງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ແລ້ວເຈົ້າກໍກຳລັງຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍເຊື່ອຟັງຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍກ່ຽວກັບພຣະອົງ ຫຼື ແນວຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

376. ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວາສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະຍັງນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ລ້ຽງບໍາລຸງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ ໂດຍປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງເທົ່ານັ້ນ, ຖ້າເຈົ້າຄິດໃນລັກສະນະນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ມາຫາເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ. ຖ້າບໍ່ເປັນແບບນັ້ນ ແລ້ວເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ, ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ມັນກໍສາມາດເວົ້າໄດ້ວ່າ ເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນນິມິດລັກສະນະດັ່ງກ່າວ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

377. ເມື່ອໄດ້ຮັບການທົດລອງ, ເຖິງແມ່ນວ່າ ເມື່ອເຈົ້າບໍ່ຮູ້ວ່າພຣະເຈົ້າຕ້ອງການກະທຳສິ່ງໃດ ແລະ ພາລະກິດໃດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ເຈົ້າຄວນຮູ້ວ່າຄວາມຕັ້ງໃຈຂອງພຣະເຈົ້າເພື່ອມວນມະນຸດນັ້ນດີສະເໝີ. ຖ້າເຈົ້າສະແຫວງຫາພຣະອົງດ້ວຍໃຈຈິງ, ພຣະອົງກໍຈະບໍ່ມີວັນປະຖິ້ມເຈົ້າ ແລະ ໃນທີ່ສຸດ ພຣະອົງຈະເຮັດໃຫ້ເຈົ້າສົມບູນແບບຢ່າງແນ່ນອນ ແລະ ນຳຜູ້ຄົນໄປຍັງຈຸດໝາຍປາຍທາງທີ່ເໝາະສົມ. ປັດຈຸບັນນີ້ ບໍ່ວ່າພຣະເຈົ້າກຳລັງທົດສອບມະນຸດແນວໃດກໍຕາມ, ຈະມີວັນໜຶ່ງເມື່ອພຣະອົງສະໜອງຜົນໄດ້ຮັບທີ່ເໝາະສົມໃຫ້ແກ່ຄົນ ແລະ ໃຫ້ການຕອບແທນທີ່ເໝາະສົມແກ່ພວກເຂົາຕາມສິ່ງທີ່ພວກເຂົາໄດ້ເຮັດ. ພຣະເຈົ້າຈະບໍ່ນຳພາຄົນໄປເຖິງຈຸດໃດໜຶ່ງ ແລະ ຈາກນັ້ນກໍໄລ່ເຂົາອອກໄປທາງຂ້າງ ແລະ ບໍ່ຮັບຮູ້ພວກເຂົາ. ນີ້ກໍຍ້ອນວ່າພຣະອົງແມ່ນພຣະເຈົ້າອົງຊື່ສັດ. ໃນຂັ້ນຕອນນີ້, ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດແຫ່ງການເຮັດໃຫ້ບໍລິສຸດຢູ່. ພຣະອົງກຳລັງເຮັດໃຫ້ທຸກຄົນບໍລິສຸດ. ໃນບາດກ້າວແຫ່ງພາລະກິດຂອງການທົດລອງກ່ຽວກັບຄວາມຕາຍ ແລະ ການທົດລອງກ່ຽວກັບການຕິສອນ, ການເຮັດໃຫ້ບໍລິສຸດຖືກປະຕິບັດຜ່ານທາງພຣະທຳ. ເພື່ອໃຫ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ກ່ອນອື່ນໝົດ ພວກເຂົາຕ້ອງເຂົ້າໃຈພາລະກິດປັດຈຸບັນຂອງພຣະອົງ ແລະ ເຂົ້າໃຈວ່າມະນຸດຊາດຄວນຮ່ວມມືແນວໃດ. ແທ້ທີ່ຈິງແລ້ວ ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ. ບໍ່ວ່າພຣະເຈົ້າກະທຳສິ່ງໃດ, ບໍ່ວ່າເປັນການເຮັດໃຫ້ບໍລິສຸດ ຫຼື ການທີ່ພຣະອົງບໍ່ໄດ້ກ່າວ, ທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄວາມຄິດຂອງມະນຸດ. ແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກແບ່ງອອກເປັນຫຼາຍພາກສ່ວນ ແລະ ທະລຸແນວຄວາມຄິດຂອງຄົນ. ນີ້ແມ່ນພາລະກິດຂອງພຣະອົງ. ແຕ່ເຈົ້າຕ້ອງເຊື່ອວ່າ ຍ້ອນພາລະກິດຂອງພຣະເຈົ້າມາເຖິງຂັ້ນຕອນໃດໜຶ່ງ, ບໍ່ວ່າສິ່ງໃດກໍຕາມ ພຣະອົງຈະບໍ່ຂ້າມະນຸດທັງໝົດໃຫ້ຕາຍ. ພຣະອົງມອບທັງຄຳສັນຍາ ແລະ ພອນໃຫ້ແກ່ມະນຸດຊາດ ແລະ ບັນດາຜູ້ທີ່ສະແຫວງຫາພຣະອົງທັງໝົດຈະສາມາດໄດ້ຮັບພອນຂອງພຣະອົງ ແລະ ສໍາລັບບັນດາຜູ້ທີ່ບໍ່ສະແຫວງຫາພຣະອົງຈະຖືກພຣະເຈົ້າໂຍນຖິ້ມ. ສິ່ງນີ້ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າ. ບໍ່ວ່າສິ່ງໃດກໍຕາມ, ເຈົ້າຕ້ອງເຊື່ອວ່າເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທຸກຄົນກໍຈະມີຈຸດໝາຍປາຍທາງທີ່ເໝາະສົມ. ພຣະເຈົ້າໄດ້ສະໜອງແຮງບັນດານໃຈອັນງົດງາມໃຫ້ແກ່ມວນມະນຸດ, ແຕ່ຖ້າພວກເຂົາບໍ່ສະແຫວງຫາ, ພວກເຂົາກໍບໍ່ສາມາດບັນລຸພວກມັນໄດ້. ຕອນນີ້ ເຈົ້າຄວນສາມາດເຫັນສິ່ງນີ້ໄດ້ແລ້ວ, ການເຮັດໃຫ້ບໍລິສຸດຂອງພຣະເຈົ້າ ແລະ ການຕິສອນຜູ້ຄົນແມ່ນພາລະກິດຂອງພຣະອົງ. ແຕ່ສຳລັບຜູ້ຄົນ, ຕ້ອງສະແຫວງຫາການປ່ຽນແປງອຸປະນິໄສຕະຫຼອດເວລາ.

(ຄັດຈາກບົດ “ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

378. ມະນຸດຈະຖືກເຮັດໃຫ້ສົມບູນທັງໝົດໃນຍຸກແຫ່ງອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກຢູ່ໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນເປັນພະຍານໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບການທົດສອບສຸດທ້າຍນີ້ ແລະ ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມໄປດ້ວຍຄວາມລໍາບາກຍາກແຄ້ນແມ່ນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະຫວ່າງຫາພຣະເຈົ້າຢ່າງທ້ຈິງຈະໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດພ້ອມກັບການເປັນພະຍານຂອງພວກເຂົາ. ພວກເຂົາຄືຜູ້ທີ່ຈະລອດພົ້ນຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ່ນຍັງສາມາດສວຍໂອກາດໃນປັດຈຸບັນ, ແຕ່ ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີການທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ່ນ, ມັນເປັນພາລະກິດແຫ່ງການກຳຈັດໂດຍສິ້ນເຊີງ. ບໍ່ວ່າພວກເຂົາຈະຖືກທົດລອງແນວໃດກໍຕາມ, ຄວາມຈົ່ງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ຫຼັງຈາກພາລະກິດຂອງພຣະເຈົ້າບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ເຖິງກັບໜີອອກຈາກພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ຈະບໍ່ໝັ້ນຄົງໃນທີ່ສຸດ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ. ຄົນຕໍ່າຊ້າດັ່ງກ່າວນີ້ຈະຖືກຂັບໄລ່ໜີທັງໝົດ ເມື່ອພາລະກິດຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ພວກເຂົາບໍ່ສົມຄວນແກ່ການເຫັນອົກເຫັນໃຈໃດໆເລີຍ. ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ “ໃຈດີ” ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍເຫຼົ່ານີ້ຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ? ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນບໍ່ໄດ້ຖືກບັນລຸຫຼັງຈາກການສຳເລັດພາລະກິດແຫ່ງການເອົາຊະນະ. ເຖິງແມ່ນວ່າ ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງແລ້ວ, ພາລະກິດແຫ່ງການຊໍາລະລ້າງຍັງບໍ່ໄດ້ສິ້ນສຸດລົງເທື່ອ; ພາລະກິດດັ່ງກ່າວຈະຖືກເຮັດໃຫ້ສຳເລັດຫຼັງຈາກທີ່ມະນຸດຖືກຊໍາລະລ້າງທັງໝົດເທົ່ານັ້ນ, ຫຼັງຈາກທີ່ຄົນຍອມຕໍ່ພຣະເຈົ້າຖືກເຮັດໃຫ້ສົມບູນຢ່າງແທ້ຈິງ ແລະ ຫຼັງຈາກທີ່ຄົນປອມຕົວເຫຼົ່ານັ້ນທີ່ປາສະຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຖືກກວາດລ້າງ. ຄົນທີ່ບໍ່ພໍໃຈພຣະເຈົ້າໃນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງຈະຖືກກຳຈັດທັງໝົດ ແລະ ຄົນທີ່ຖືກກຳຈັດແມ່ນພວກຜີຮ້າຍ. ເມື່ອພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາກໍກະບົດຕໍ່ພຣະເຈົ້າ ແລະ ເຖິງແມ່ນຄົນເຫຼົ່ານີ້ຕິດຕາມພຣະເຈົ້າໃນປັດຈຸບັນ,ແຕ່ ສິ່ງນີ້ບໍ່ໄດ້ພິສູດວ່າ ພວກເຂົາເປັນຄົນທີ່ຈະຢູ່ລອດໃນທີ່ສຸດ. ໃນພຣະທຳທີ່ກ່າວວ່າ: “ຄົນທີ່ຕິດຕາມພຣະເຈົ້າຈົນເຖິງທີ່ສຸດຈະໄດ້ຮັບເອົາຄວາມລອດພົ້ນ” ຄວາມໝາຍຂອງຄຳວ່າ “ຕິດຕາມ” ຄືການຢືນຢ່າງໝັ້ນຄົງທ່າມກາງຄວາມລໍາບາກຍາກແຄ້ນ. ໃນປັດຈຸບັນ, ຫຼາຍຄົນເຊື່ອວ່າການຕິດຕາມພຣະເຈົ້າເປັນສິ່ງທີ່ງ່າຍ, ແຕ່ເມື່ອພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ເຈົ້າຈະຮູ້ຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຕິດຕາມ”. ຍ້ອນເຈົ້າຍັງສາມາດຕິດຕາມພຣະເຈົ້າໃນປັດຈຸບັນຫຼັງຈາກທີ່ຖືກເອົາຊະນະ, ນີ້ກໍບໍ່ໄດ້ພິສູດວ່າ ເຈົ້າເປັນໜຶ່ງໃນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ສາມາດອົດທົນຕໍ່ການທົດລອງ, ຄົນທີ່ບໍ່ສາມາດເອົາໄຊຊະນະເໜືອຄວາມລໍາບາກຍາກແຄ້ນ ຈະບໍ່ສາມາດຢືນຢ່າງໝັ້ນຄົງໃນທີ່ສຸດ ແລະ ສະນັ້ນກໍຈະບໍ່ສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ການທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນຕໍ່ການທົດລອງໃດໆຂອງພຣະເຈົ້າເລີຍ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່ໜີ, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍການທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງຕາມອຳເພີໃຈ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດໃນສິ່ງໃດທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຈະຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເຂົ້ານົກ ແລະ ເຂົ້ານົກບໍ່ສາມາດເຮັດໃຫ້ກາຍເປັນເຂົ້າສາລີໄດ້” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງຜິດໆຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

379. ເມື່ອເປໂຕກຳລັງຖືກຕີສອນໂດຍພຣະເຈົ້າ, ເພິ່ນອະທິຖານວ່າ “ໂອ ພຣະເຈົ້າ! ເນື້ອໜັງຂອງຂ້ານ້ອຍບໍ່ເຊື່ອຟັງ ແລະ ພຣະອົງຕີສອນຂ້ານ້ອຍ ແລະ ພິພາກສາຂ້ານ້ອຍ. ຂ້ານ້ອຍຊື່ນຊົມຍິນດີໃນການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ເຖິງແມ່ນວ່າພຣະອົງບໍ່ຕ້ອງການຂ້ານ້ອຍ, ຂ້ານ້ອຍກໍເຫັນເຖິງອຸປະນິໄສທີ່ສັກສິດ ແລະ ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ. ເມື່ອພຣະອົງພິພາກສາຂ້ານ້ອຍ ເພື່ອຄົນອື່ນຈະໄດ້ເຫັນເຖິງອຸປະນິໄສທີ່ຊອບທຳຂອງພຣະອົງໃນການພິພາກສາຂອງພຣະອົງ, ຂ້ານ້ອຍກໍຮູ້ສຶກພໍໃຈ. ຖ້າມັນສາມາດສຳແດງອຸປະນິໄສຂອງພຣະອົງ ແລະ ປ່ອຍໃຫ້ອຸປະນິໄສອັນຊອບທຳຂອງພຣະອົງໄດ້ເປັນທີ່ປະຈັກໂດຍທຸກສິ່ງທີ່ມີຊີວິດ ແລະ ຖ້າມັນສາມາດເຮັດໃຫ້ຄວາມຮັກຂອງຂ້ານ້ອຍສຳລັບພຣະອົງບໍລິສຸດຍິ່ງຂຶ້ນ, ຈົນຂ້ານ້ອຍສາມາດບັນລຸໃນລັກສະນະຂອງຄົນທີ່ຊອບທຳ, ແລ້ວການພິພາກສາຂອງພຣະອົງນີ້ແມ່ນເໝາະສົມດີ ຍ້ອນສິ່ງດັ່ງກ່າວແມ່ນຄວາມປະສົງທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະອົງ. ຂ້ານ້ອຍຮູ້ວ່າ ຍັງມີຫຼາຍສິ່ງໃນຕົວຂ້ານ້ອຍທີ່ເປັນປໍລະປັກ ແລະ ຂ້ານ້ອຍຍັງບໍ່ສົມຄວນທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຂ້ານ້ອຍປາຖະໜາທີ່ຈະໃຫ້ພຣະອົງພິພາກສາຂ້ານ້ອຍຫຼາຍຍິ່ງຂຶ້ນ, ບໍ່ວ່າຜ່ານທາງສະພາບແວດລ້ອມທີ່ໂຫດຮ້າຍ ຫຼື ຄວາມທຸກຍາກລຳບາກທີ່ຍິ່ງໃຫຍ່; ບໍ່ວ່າພຣະອົງຈະກະທຳຫຍັງກໍຕາມ, ມັນກໍມີຄ່າສຳລັບຂ້ານ້ອຍ. ຄວາມຮັກຂອງພຣະອົງເລິກເຊິ່ງຫຼາຍ ແລະ ຂ້ານ້ອຍເຕັມໃຈທີ່ຈະໃຫ້ຕົນເອງຢູ່ໃນການປັ້ນແຕ່ງຂອງພຣະອົງໂດຍບໍ່ຕໍ່ວ່າແມ່ນແຕ່ໜ້ອຍດຽວ”. ນີ້ແມ່ນຄວາມຮູ້ຂອງເປໂຕຫຼັງຈາກທີ່ເພິ່ນໄດ້ມີປະສົບການໃນພາລະກິດຂອງພຣະອົງ ແລະ ຍັງເປັນຄຳພະຍານກ່ຽວກັບຄວາມຮັກທີ່ເພິ່ນມີໃຫ້ກັບພຣະເຈົ້າ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

380. ມະນຸດດຳລົງຊີວິດທ່າມກາງເນື້ອໜັງ ເຊິ່ງໝາຍຄວາມວ່າ ເຂົາດຳລົງຊີວິດໃນນະລົກແຫ່ງມະນຸດ ແລະ ປາສະຈາກການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ມະນຸດແມ່ນສົກກະປົກຄືກັນກັບຊາຕານ. ແລ້ວມະນຸດຈະບໍລິສຸດໄດ້ແນວໃດ? ເປໂຕເຊື່ອວ່າ ການຕີສອນ ແລະ ການພິພາກສາຈາກພຣະເຈົ້າແມ່ນການປົກປ້ອງທີ່ດີທີ່ສຸດ ແລະ ພຣະຄຸນທີ່ຍິ່ງໃຫຍ່ສຸດຂອງມະນຸດ. ມີແຕ່ຜ່ານການຕີສອນ ແລະ ການພິພາກສາຈາກພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຈະສາມາດຕື່ນຂຶ້ນ ແລະ ກຽດຊັງເນື້ອໜັງ ແລະ ກຽດຊັງຊາຕານ. ວິໄນທີ່ເຄັ່ງຄັດຂອງພຣະເຈົ້າໄດ້ປົດປ່ອຍມະນຸດໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານ, ມັນປົດປ່ອຍເຂົາໃຫ້ເປັນອິດສະລະຈາກໂລກນ້ອຍໆຂອງເຂົາເອງ ແລະ ເຮັດໃຫ້ເຂົາດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງການສະຖິດຂອງພຣະເຈົ້າ. ບໍ່ມີຄວາມລອດພົ້ນທີ່ດີກວ່າການຕີສອນ ແລະ ການພິພາກສາອີກແລ້ວ! ເປໂຕອະທິຖານວ່າ “ໂອ ພຣະເຈົ້າ! ຕາບໃດທີ່ພຣະອົງຕີສອນ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍກໍຈະຮູ້ວ່າ ພຣະອົງບໍ່ໄດ້ປະຖິ້ມຂ້ານ້ອຍ. ເຖິງແມ່ນວ່າພຣະອົງບໍ່ໄດ້ມອບຄວາມສຸກ ຫຼື ສັນຕິສຸກໃຫ້ກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍມີຊີວິດຢູ່ດ້ວຍຄວາມທົນທຸກ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮັບການຕີສອນທີ່ນັບບໍ່ຖ້ວນ, ແຕ່ຕາບໃດທີ່ພຣະອົງບໍ່ປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຈະສະບາຍໃຈ. ໃນປັດຈຸບັນ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ກາຍມາເປັນການປົກປ້ອງທີ່ດີທີ່ສຸດຂອງຂ້ານ້ອຍ ແລະ ພຣະພອນທີ່ຍິ່ງໃຫຍ່ສຸດຂອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງມອບໃຫ້ກັບຂ້ານ້ອຍປົກປ້ອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍໃນປັດຈຸບັນແມ່ນການສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເປັນການຕີສອນ ແລະ ການພິພາກສາ; ຍິ່ງໄປກວ່ານັ້ນ, ມັນແມ່ນການທົດລອງ ແລະ ຫຼາຍໄປກວ່ານັ້ນ ມັນແມ່ນຊີວິດແຫ່ງການທົນທຸກ”. ເປໂຕສາມາດປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ສະແຫວງຫາຄວາມຮັກທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ການປົກປ້ອງທີ່ຍິ່ງໃຫຍ່ຂຶ້ນ ເພາະວ່າ ເພິ່ນໄດ້ຮັບພຣະຄຸນຢ່າງຫຼວງຫຼາຍຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ຫຼ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

381. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ກໍເພາະວ່າ ຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອົດກັ້ນຕໍ່ການທົດລອງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຮ້ອຍຄັ້ງ ແລະ ເຖິງກັບວ່າເກືອບຕາຍ, ພວກມັນໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງສູງສຸດ. ຖ້າການຕີສອນ, ການພິພາກສາ ແລະ ການລົງວິໄນຂອງພຣະເຈົ້າອອກຫ່າງຈາກຂ້ານ້ອຍ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ໃນຄວາມມືດ ພາຍໃຕ້ການຄອບງໍາຂອງຊາຕານ. ແລ້ວເນື້ອໜັງຂອງມະນຸດຈະມີຜົນປະໂຫຍດຫຍັງ? ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ມັນຈະເປັນເໝືອນກັບວ່າ ພຣະວິນຍານຂອງພຣະອົງໄດ້ປະຖິ້ມຂ້ານ້ອຍ, ເໝືອນກັບວ່າ ພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍອີກຕໍ່ໄປ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະດຳລົງຊີວິດຕໍ່ໄປໄດ້ແນວໃດ? ຖ້າພຣະອົງມອບຄວາມເຈັບປ່ວຍໃຫ້ກັບຂ້ານ້ອຍ ແລະ ເອົາອິດສະລະພາບຂອງຂ້ານ້ອຍໄປ, ຂ້ານ້ອຍສາມາດສືບຕໍ່ດຳລົງຊີວິດໄດ້, ແຕ່ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ຂ້ານ້ອຍກໍຈະບໍ່ມີທາງດຳລົງຊີວິດຕໍ່ໄປໄດ້. ຖ້າຂ້ານ້ອຍປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະສູນເສຍຄວາມຮັກຂອງພຣະອົງ ເຊິ່ງເປັນຄວາມຮັກທີ່ເລິກເຊິ່ງເກີນກວ່າຂ້ານ້ອຍຈະພັນລະນາໄດ້. ຫາກປາສະຈາກຄວາມຮັກຂອງພຣະອົງ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ຈະບໍ່ສາມາດເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດສືບຕໍ່ດຳລົງຊີວິດໄດ້ແນວໃດ? ຄວາມມືດດັ່ງກ່າວ, ຊີວິດດັ່ງກ່າວ, ຂ້ານ້ອຍຈະບໍ່ສາມາດອົດທົນຢູ່ໄດ້. ການທີ່ມີພຣະອົງຢູ່ກັບຂ້ານ້ອຍເປັນເໝືອນກັບການເຫັນພຣະອົງ, ແລ້ວຂ້ານ້ອຍຈະສາມາດປະຖິ້ມພຣະອົງໄດ້ແນວໃດ? ຂ້ານ້ອຍອ້ອນວອນພຣະອົງ, ຂ້ານ້ອຍຂໍຮ້ອງພຣະອົງຂໍຢ່າເອົາຄວາມສຸກສະບາຍທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ານ້ອຍນັ້ນໄປຈາກຂ້ານ້ອຍເທິດ ເຖິງແມ່ນມັນເປັນພຽງຄຳເວົ້າສອງສາມຄຳທີ່ເຮັດໃຫ້ໝັ້ນໃຈກໍຕາມ. ຂ້ານ້ອຍຊື່ນຊົມໃນຄວາມຮັກຂອງພຣະອົງ ແລະ ໃນປັດຈຸບັນ ຂ້ານ້ອຍບໍ່ສາມາດຢູ່ຫ່າງໄກຈາກພຣະອົງໄດ້; ແລ້ວຂ້ານ້ອຍຈະບໍ່ຮັກພຣະອົງໄດ້ແນວໃດ? ຂ້ານ້ອຍໄດ້ຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າຫຼາຍຄັ້ງ ຍ້ອນຄວາມຮັກຂອງພຣະອົງ, ແຕ່ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຊີວິດແບບນີ້ມີຄວາມໝາຍຍິ່ງກວ່າ, ສາມາດປັບປຸງຂ້ານ້ອຍຫຼາຍຂຶ້ນ, ສາມາດປ່ຽນແປງຂ້ານ້ອຍຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມຈິງທີ່ສິ່ງຊົງສ້າງຄວນໄດ້ຮັບ”.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

382. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຊື່ນຊົມໃນການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ ແລະ ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

383. ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນທີ່ຜ່ານຮ້ອນຜ່ານໜາວ, ໄດ້ຜະເຊີນກັບຄວາມລຳບາກຂອງການຫຼໍ່ຫຼອມ ແລະ ການຂ້ຽນຕີ. ເຖິງແມ່ນວ່າມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ຄວາມຮັກ” ໃນເວລາທີ່ຜ່ານໄປ, ເຂົາກໍໄດ້ມາເຂົ້າໃຈຫຼັກການແຫ່ງຄວາມປະພຶດຂອງມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ມາຊື່ນຊົມປີແຫ່ງການອຸທິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດເລີ່ມກຽດຊັງຄວາມໂຫດຮ້າຍຂອງເຂົາເອງຢ່າງຊ້າໆ. ເຂົາເລີ່ມຊັງຄວາມໂຫດຮ້າຍທີ່ເຂົາເປັນ, ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ໂມງບໍ່ສາມາດຫວນຄືນໄດ້. ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ໜ້າເສຍດາຍຂອງມະນຸດ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນພະລັງຂັບເຄື່ອນໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຮັກສາໃຫ້ດີຂຶ້ນໃນແຕ່ລະມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງໃບໜ້າຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ... ພຽງແຕ່ໄດ້ຄົ້ນພົບວ່າຮອຍຍິ້ມຂອງພຣະອົງ ແລະ ໃບໜ້າທີ່ສວຍງາມຂອງພຣະອົງຍັງມີຊີວິດຊີວາ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດຊາດທີ່ພຣະອົງສ້າງ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືທີ່ເປັນໃນຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູອີກຕໍ່ໄປ ແລະ ບໍ່ໄດ້ຫັນໜີຈາກໃບໜ້າຂອງພຣະເຢໂຮວາອີກຕໍ່ໄປ. ມະນຸດຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມຂອງພຣະເຈົ້າ ແລະ ຖວາຍການເສຍສະຫຼະທີ່ມີຄຸນຄ່າທີ່ສຸດຂອງເຂົາ, ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!

(ຄັດຈາກບົດ “ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (III) ກ່ຽວກັບວິທີການຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ

ຕໍ່ໄປ: (V) ວິທີການເປັນຄົນຊື່ສັດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້