(III) ກ່ຽວກັບວິທີການຮູ້ຈັກຕົນເອງ ແລະ ບັນລຸການກັບໃຈທີ່ແທ້ຈິງ
358. ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີນຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ! ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະລະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?
ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ທາດແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານວາງໃສ່ໃນຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ເກີດໃນດິນແດນທີ່ເສື່ອມຊາມທີ່ສຸດແມ່ນຍິ່ງບໍ່ຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ແມ່ນຫຍັງຄືຄວາມໝາຍໃນການເຊື່ອພຣະເຈົ້າ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ເຖິງການມີຢູ່ຂອງພຣະເຈົ້າໜ້ອຍເທົ່ານັ້ນ ແລະ ຄວາມຮູ້ສຶກ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຍິ່ງຕໍ່າລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະເປັນໄປຕາມຈຸດປະສົງຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການເຊື່ອຟັງ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກ່ວານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະອົງ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກໜ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.
(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
359. ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງຄວາມຮູ້ສຶກຂອງເຈົ້າຈຶ່ງແຮງກ້າຫຼາຍ? ເປັນຫຍັງເຈົ້າຈຶ່ງມັກສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າທຸກຄົນກໍໄດ້ມາເຂົ້າໃຈວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືພວກມັນປະກອບມີພິດຂອງຊາຕານ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມຜູ້ເຮັດຊົ່ວບາງຄົນວ່າເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນ, ພວກເຂົາກໍຈະຕອບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ເຫດຜົນຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ພວກເຂົາອາດເຮັດສິ່ງຕ່າງໆສຳລັບຈຸດປະສົງນີ້ ຫຼື ຈຸດປະສົງນັ້ນ, ແຕ່ພວກເຂົາເຮັດມັນສຳລັບຕົນເອງເທົ່ານັ້ນ. ທຸກຄົນຄິດວ່າ ຍ້ອນມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ, ພວກເຂົາກໍຄວນມີຊີວິດຢູ່ເພື່ອພວກເຂົາເອງ, ເຮັດທຸກສິ່ງດ້ວຍອຳນາດຂອງພວກເຂົາເພື່ອຮັບປະກັນຕໍາແໜ່ງທີ່ດີ ແລະ ອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ພວກເຂົາຕ້ອງການ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳຢືນຢັນນີ້ແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ. ທຸກສິ່ງທີ່ຊາຕານເຮັດແມ່ນເພື່ອຕົວມັນເອງ. ມັນປາຖະໜາທີ່ຈະຢູ່ເໜືອພຣະເຈົ້າ, ເປັນອິດສະຫຼະຈາກພຣະອົງ ແລະ ມີອຳນາດດ້ວຍຕົວມັນເອງ ແລະ ຄອບຄອງທຸກສິ່ງທີ່ພຣະເຈົ້າເນລະມິດສ້າງ. ສະນັ້ນ ທຳມະຊາດຂອງມະນຸດຈຶ່ງແມ່ນທຳມະຊາດຂອງຊາຕານ. ແທ້ຈິງແລ້ວ ຄຳຂວັນຂອງຫຼາຍຄົນສາມາດເປັນຕົວແທນ ແລະ ສະທ້ອນເຖິງທຳມະຊາດຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ ແລະ ໃນທຸກສິ່ງທີ່ພວກເຂົາເວົ້າ, ບໍ່ວ່າຜູ້ຄົນຈະພະຍາຍາມປິດບັງຕົນເອງແນວໃດກໍຕາມ, ພວກເຂົາບໍ່ສາມາດປິດບັງທຳມະຊາດຂອງພວກເຂົາໄດ້. ມີບາງຄົນທີ່ບໍ່ເຄີຍເວົ້າຄວາມຈິງ ແລະ ເກັ່ງໃນການທໍາທ່າ, ແຕ່ຫຼັງຈາກທີ່ຄົນອື່ນມີປະຕິກິລິຍາກັບພວກເຂົາເປັນຊ່ວງເວລາໃດໜຶ່ງ, ທຳມະຊາດທີ່ຫຼອກລວງຂອງພວກເຂົາ ແລະ ຄວາມບໍ່ຊື່ສັດທີ່ສຸດຂອງພວກເຂົາກໍຈະຖືກຄົ້ນພົບ. ໃນທີ່ສຸດ, ຄົນອື່ນຈະມາເຖິງຂໍ້ສະຫຼຸບບາງຢ່າງ: ຜູ້ຄົນເຫຼົ່ານີ້ບໍ່ເຄີຍກ່າວຄຳເວົ້າແຫ່ງຄວາມຈິງ ແລະ ເປັນຜູ້ຄົນທີ່ຫຼອກລວງ. ຄຳຢືນຢັນນີ້ເວົ້າຕໍ່ທຳມະຊາດຂອງພວກເຂົາ; ມັນຄືພາບປະກອບ ແລະ ຫຼັກຖານທີ່ດີທີ່ສຸດຂອງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ປັດຊະຍາສຳລັບການດຳລົງຊີວິດຂອງພວກເຂົາຄືການບໍ່ບອກຄວາມຈິງແກ່ຜູ້ໃດຜູ້ໜຶ່ງ ແລະ ຍັງເປັນການບໍ່ເຊື່ອຜູ້ໃດຜູ້ໜຶ່ງ. ທຳມະຊາດແບບຊາຕານຂອງມະນຸດປະກອບມີປັດຊະຍາຈຳນວນຫຼວງຫຼາຍ. ບາງເທື່ອ ເຈົ້າເອງກໍເຖິງກັບບໍ່ຮູ້ຈັກກ່ຽວກັບສິ່ງນັ້ນ ແລະ ບໍ່ເຂົ້າໃຈມັນ, ແຕ່ທຸກຊ່ວງເວລາໃນຊີວິດຂອງເຈົ້າກໍອີງຕາມສິ່ງນັ້ນ. ຍິ່ງໄປກວ່ານັ້ນ, ເຈົ້າກໍຄິດວ່າ ປັດຊະຍານີ້ຂ້ອນຂ້າງຖືກຕ້ອງ, ສົມເຫດສົມຜົນ ແລະ ບໍ່ຜິດພາດ. ສິ່ງນີ້ກໍພຽງພໍເພື່ອສະແດງວ່າ ປັດຊະຍາຂອງຊາຕານໄດ້ກາຍມາເປັນທຳມະຊາດຂອງຜູ້ຄົນ ແລະ ພວກເຂົາກໍດຳລົງຊີວິດຕາມປັດຊະຍາຂອງຊາຕານຢ່າງສົມບູນ ແລະ ບໍ່ກະບົດຕໍ່ມັນແມ່ນແຕ່ໜ້ອຍດຽວ. ສະນັ້ນ ພວກເຂົາກຳລັງເປີດເຜີຍທຳມະຊາດແບບຊາຕານຢ່າງສະໝໍ່າສະເໝີ ແລະ ໃນທຸກດ້ານ ພວກເຂົາກໍດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສະໝໍ່າສະເໝີ. ທຳມະຊາດຂອງຊາຕານຄືຊີວິດຂອງມະນຸດ.
(“ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
360. ເມື່ອເວົ້າເຖິງການຮູ້ຈັກທໍາມະຊາດຂອງມະນຸດ, ສິ່ງທີ່ສໍາຄັນທີ່ສຸດແມ່ນການເບິ່ງມັນຈາກມຸມມອງຂອງທັດສະນະຄະຕິຕໍ່ໂລກຂອງມະນຸດ, ມຸມມອງຊີວິດ ແລະ ຄຸນຄ່າ. ຜູ້ທີ່ເປັນຂອງຜີຮ້າຍແມ່ນລ້ວນແລ້ວແຕ່ດໍາລົງຊີວິດເພື່ອພວກເຂົາເອງ. ໂດຍຕົ້ນຕໍ່ແລ້ວ ມຸມມອງຊີວິດ ແລະ ຄະຕິຊີວິດຂອງພວກເຂົາແມ່ນມາຈາກຄໍາເວົ້າຂອງຊາຕານເຊັ່ນ: “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ຄໍາເວົ້າທີ່ກ່າວໂດຍພວກກະສັດຂອງກະສັດຜີຮ້າຍ, ຜູ້ທີ່ຍິ່ງໃຫຍ່ ແລະ ນັກປັດຊະຍາຂອງແຜ່ນດິນໂລກໄດ້ກາຍເປັນຊີວິດຂອງມະນຸດ. ໂດຍສະເພາະແລ້ວ ຄໍາເວົ້າສ່ວນໃຫຍ່ຂອງຂົງຈື້ ເຊິ່ງເປັນຜູ້ທີ່ປະຊາຊົນຊາວຈີນຍົກຍ້ອງວ່າເປັນ “ນັກປາດ” ໄດ້ກາຍເປັນຊີວິດຂອງມະນຸດ. ຍັງມີຄໍາສຸພາສິດທີ່ມີຊື່ສຽງຂອງສາສະໜາພຸດ ແລະ ລັດທິເຕົ໋າ ແລະ ຄໍາເວົ້າອໍາມະຕະທີ່ຖືກອ້າງເຖິງເປັນປະຈໍາຂອງບຸກຄົນທີ່ມີຊື່ສຽງຕ່າງໆ; ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ແມ່ນສ່ວນສໍາຄັນຂອງປັດຊະຍາຂອງຊາຕານ ແລະ ທໍາມະຊາດຂອງຊາຕານ. ພວກມັນຍັງແມ່ນຮູບອະທິບາຍ ແລະ ຄໍາອະທິບາຍທີ່ດີທີ່ສຸດກ່ຽວກັບທໍາມະຊາດຂອງຊາຕານ. ພິດເຫຼົ່ານີ້ທີ່ຖືກສີດເຂົ້າໃນຫົວໃຈຂອງມະນຸດແມ່ນລ້ວນແລ້ວແຕ່ມາຈາກຊາຕານ; ສິ່ງເຫຼົ່ານັ້ນແມ່ນບໍ່ໄດ້ມາຈາກພຣະເຈົ້າແມ່ນແຕ່ໜ້ອຍ. ຄວາມຂີ້ຕົວະ ແລະ ເລື່ອງໄຮ້ສາລະດັ່ງກ່າວຍັງຢູ່ຝ່າຍກົງກັນຂ້າມກັບພຣະທໍາຂອງພຣະເຈົ້າໂດຍກົງ. ມັນຊັດເຈນຢ່າງແນ່ນອນວ່າ ຄວາມເປັນຈິງຂອງທຸກສິ່ງທີ່ດີແມ່ນມາຈາກພຣະເຈົ້າ ແລະ ສິ່ງເຫຼົ່ານັ້ນທັງໝົດທີ່ບໍ່ດີທີ່ເປັນພິດຕໍ່ມະນຸດແມ່ນມາຈາກຊາຕານ. ດັ່ງນັ້ນ, ເຈົ້າສາມາດຢັ່ງຮູ້ເຖິງທໍາມະຊາດຂອງບຸກຄົນ ແລະ ຢັ່ງຮູ້ເຖິງເລື່ອງທີ່ວ່າ ເຂົາເປັນຄົນຂອງໃຜຈາກມຸມມອງຂອງເຂົາມີຕໍ່ຊີວິດ ແລະ ຄຸນຄ່າ. ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄວາມໄຮ້ສາລະຂອງພວກເຂົາໄດ້ກາຍເປັນຊີວິດ ແລະ ທໍາມະຊາດຂອງມະນຸດ. “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີທີ່ສວຍງາມຂອງຊາດເພື່ອສຶກສາອົບຮົມຜູ້ຄົນ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ຈົ່ງຈິນຕະນາການວ່າ ກໍາລັງຖາມຄໍາຖາມລຸ່ມນີ້ກັບບາງຄົນທີ່ເຄື່ອນໄຫວໃນສັງຄົມເປັນທົດສະວັດ: ‘ຖ້າເຈົ້າໄດ້ດໍາລົງຊີວິດໃນໂລກເປັນເວລາດົນນານ ແລະ ໄດ້ບັນລຸຫຼາຍສິ່ງ, ຄໍາເວົ້າຫຼັກໆທີ່ມີຊື່ສຽງທີ່ເຈົ້າດໍາລົງຕາມແມ່ນຫຍັງ?’ ເຂົາອາດເວົ້າວ່າ “ສິ່ງທີ່ສໍາຄັນທີ່ສຸດແມ່ນ “ເຈົ້າໜ້າທີ່ຈະບໍ່ໂຈມຕີຜູ້ທີ່ໃຫ້ຂອງຂວັນ ແລະ ຜູ້ຄົນທີ່ບໍ່ປະສົບຄວາມສຳເລັດ.” ຄໍາເວົ້າເຫຼົ່ານີ້ບໍ່ແມ່ນຕົວແທນຂອງທໍາມະຊາດຂອງບຸກຄົນນັ້ນບໍ? ການໃຊ້ວິທີການໃດກໍຕາມທີ່ໄຮ້ສິນທຳເພື່ອຮັບເອົາຕໍາແໜ່ງໄດ້ກາຍມາເປັນທໍາມະຊາດຂອງເຂົາ ແລະ ການເປັນເຈົ້າໜ້າທີ່ແມ່ນສິ່ງທີ່ໃຫ້ຊີວິດແກ່ເຂົາ. ຍັງມີພິດຂອງຊາຕານຫຼາຍໃນຊີວິດຂອງຜູ້ຄົນ ໃນການປະພຶດ ແລະ ພຶດຕິກຳ; ພວກເຂົາເກືອບບໍ່ມີຄວາມຈິງເລີຍ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ພວກເຂົາທຸກຄົນແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນທຸກສິ່ງທີ່ເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເຫັນໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ ແລະ ຕໍ່ຕ້ານການປ່ຽນແປງ, ເຕັມໄປດ້ວຍ ແລະ ຈົມຢູ່ໃນປັດຊະຍາຂອງຊາຕານ. ທັງໝົດນັ້ນແມ່ນທໍາມະຊາດທີ່ທໍລະຍົດຕໍ່ພຣະເຈົ້າ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ທໍາມະຊາດຂອງມະນຸດສາມາດເປັນທີ່ຮູ້ຈັກແກ່ທຸກຄົນ ຖ້າຖືກວິເຄາະຢ່າງລະອຽດດ້ວຍວິທີນີ້.
(“ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
361. ເຈົ້າເຂົ້າໃຈແນວໃດກ່ຽວກັບທຳມະຊາດຂອງມະນຸດ? ການເຂົ້າໃຈທຳມະຊາດຂອງເຈົ້າ ແທ້ຈິງແລ້ວ ແມ່ນໝາຍເຖິງການສໍາຫຼວດຄວາມເລິກຂອງຈິດວິນຍານຂອງເຈົ້າ; ມັນກ່ຽວພັນກັບສິ່ງທີ່ຢູ່ໃນຊີວິດຂອງເຈົ້າ. ມັນຄືເຫດຜົນຂອງຊາຕານ ແລະ ມຸມມອງຂອງຊາຕານ ເຊິ່ງເປັນສິ່ງທີ່ເຈົ້າກຳລັງດຳລົງຊີວິດຕາມ; ນັ້ນກໍຄື ມັນແມ່ນຊີວິດຂອງຊາຕານທີ່ເຈົ້າກຳລັງດຳລົງຊີວິດຕາມ. ມີພຽງແຕ່ການຂຸດຄົ້ນເຂົ້າໃນສ່ວນເລິກຂອງຈິດວິນຍານຂອງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈທຳມະຊາດຂອງເຈົ້າ. ສິ່ງເຫຼົ່ານີ້ຈະສາມາດຖືກຂຸດຄົ້ນໄດ້ແນວໃດ? ພວກມັນບໍ່ສາມາດຖືກຂຸດຄົ້ນ ຫຼື ຖືກກວດສອບໄດ້ຜ່ານເຫດການໜຶ່ງ ຫຼື ສອງເຫດການເທົ່ານັ້ນ; ເປັນເວລາຫຼາຍຄັ້ງ ຫຼັງຈາກທີ່ເຈົ້າໄດ້ສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງ, ເຈົ້າກໍຍັງບໍ່ໄດ້ເຂົ້າໃຈ. ມັນອາດໃຊ້ເວລາສາມ ຫຼື ຫ້າປີກ່ອນທີ່ເຈົ້າຈະສາມາດຮັບຮູ້ ແລະ ເຂົ້າໃຈແມ່ນແຕ່ໜ້ອຍດຽວ. ໃນຫຼາຍສະຖານະການ, ເຈົ້າຕ້ອງໄຕ່ຕອງຕົນເອງ ແລະ ມາຮູ້ຈັກຕົນເອງ ແລະ ມີແຕ່ເມື່ອເຈົ້າປະຕິບັດການຂຸດຄົ້ນໃນສ່ວນເລິກ ເຈົ້າຈຶ່ງຈະເຫັນຜົນໄດ້. ເມື່ອຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງເຕີບໃຫຍ່ຂຶ້ນ ແລະ ເລິກເຊິ່ງຂຶ້ນ, ເຈົ້າຈະມາຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງເທື່ອລະໜ້ອຍ ຜ່ານການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ. ເພື່ອຮູ້ຈັກທຳມະຊາດຂອງເຈົ້າ, ເຈົ້າຕ້ອງເຮັດສຳເລັດສອງສາມຢ່າງ. ກ່ອນອື່ນ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງທີ່ເຈົ້າມັກ. ສິ່ງນີ້ບໍ່ໄດ້ໝາຍເຖິງສິ່ງທີ່ເຈົ້າມັກກິນ ຫຼື ນຸ່ງຫົ່ມ: ກົງກັນຂ້າມ ມັນໝາຍເຖິງປະເພດຂອງສິ່ງຕ່າງໆທີ່ເຈົ້າເພີດເພີນ, ສິ່ງຕ່າງໆທີ່ເຈົ້າອິດສາ, ສິ່ງຕ່າງໆທີ່ເຈົ້ານະມັດສະການ, ສິ່ງຕ່າງໆທີ່ເຈົ້າສະແຫວງຫາ ແລະ ສິ່ງຕ່າງໆທີ່ຫົວໃຈຂອງເຈົ້າໃຫ້ຄວາມສົນໃຈ. ພວກເຈົ້າຊັດເຈນໃນສິ່ງນີ້ບໍ? ມີສິ່ງປະເພດໃດແດ່ທີ່ລວມຢູ່ໃນສິ່ງທີ່ເຈົ້າມັກ? ພວກມັນແມ່ນສິ່ງທີ່ເຈົ້າໃຫ້ຄວາມສົນໃຈຢູ່ສະເໝີ, ສິ່ງທີ່ເຈົ້ານະມັດສະການ, ປະເພດຂອງຄົນທີ່ເຈົ້າມັກພົວພັນນໍາ, ປະເພດຂອງສິ່ງຕ່າງໆທີ່ເຈົ້າມັກເຮັດ ແລະ ປະເພດຂອງຄົນທີ່ເຈົ້າບູຊາໃນຫົວໃຈຂອງເຈົ້າ. ຕົວຢ່າງເຊັ່ນ: ຄົນສ່ວນໃຫຍ່ມັກຜູ້ຄົນທີ່ມີຖານະສູງ, ຜູ້ຄົນທີ່ມີຄຳເວົ້າ ແລະ ພຶດຕິກຳຢ່າງສວຍງາມ ຫຼື ມັກຄົນທີ່ເວົ້າແບບປະຈົບປະແຈງ ຫຼື ຄົນທີ່ທໍາທ່າສະແດງ. ສິ່ງທີ່ກ່າວມານັ້ນແມ່ນກ່ຽວກັບຄົນທີ່ພວກເຂົາມັກພົວພັນນໍາ. ແຕ່ສຳລັບສິ່ງທີ່ຜູ້ຄົນເພີດເພີນ, ສິ່ງເຫຼົ່ານີ້ແມ່ນລວມເຖິງການເຕັມໃຈເຮັດສິ່ງໃດໜຶ່ງທີ່ເຮັດໄດ້ງ່າຍ, ເພີດເພີນກັບການເຮັດສິ່ງຕ່າງໆທີ່ຄົນອື່ນຄິດວ່າດີ ແລະ ຈະເຮັດໃຫ້ຜູ້ຄົນຮ້ອງເພງສັນລະເສີນ ແລະ ຍົກຍ້ອງ. ໃນທຳມະຊາດຂອງຜູ້ຄົນ, ມີລັກສະນະທົ່ວໄປຂອງສິ່ງທີ່ພວກເຂົາມັກ. ນັ້ນກໍຄື ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນອື່ນອິດສາຍ້ອນລັກສະນະພາຍນອກ, ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເບິ່ງສວຍງາມ ແລະ ຫຼູຫຼາ ແລະ ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຮັດໃຫ້ຄົນອື່ນບູຊາພວກເຂົາຍ້ອນລັກສະນະຂອງພວກເຂົາ. ສິ່ງຕ່າງເຫຼົ່ານີ້ທີ່ຜູ້ຄົນມັກແມ່ນຍິ່ງໃຫຍ່, ແວວວາວ, ງົດງາມ ແລະ ສະຫງ່າງາມ. ທຸກຄົນບູຊາສິ່ງເຫຼົ່ານີ້. ມັນສາມາດເຫັນໄດ້ວ່າ ຜູ້ຄົນບໍ່ມີຄວາມຈິງເລີຍ ຫຼື ພວກເຂົາບໍ່ມີລັກສະນະຂອງການເປັນຢູ່ທີ່ແທ້ຈິງຂອງມະນຸດ. ການບູຊາສິ່ງເຫຼົ່ານີ້ແມ່ນບໍ່ມີຄວາມສຳຄັນແມ່ນແຕ່ໜ້ອຍດຽວ, ແຕ່ຜູ້ຄົນກໍຍັງມັກສິ່ງເຫຼົ່ານີ້... ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າໃຫ້ຄວາມສຳຄັນ, ສິ່ງທີ່ເຈົ້າບູຊາ, ສິ່ງທີ່ເຈົ້າອິດສາ ແລະ ສິ່ງທີ່ເຈົ້າຄິດເຖິງໃນຫົວໃຈຂອງເຈົ້າທຸກມື້ ແມ່ນລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ທຳມະຊາດຂອງເຈົ້າ. ມັນພຽງພໍທີ່ຈະພິສູດວ່າ ທຳມະຊາດຂອງເຈົ້າມັກຄວາມບໍ່ຊອບທຳ ແລະ ໃນສະຖານະການທີ່ຮ້າຍແຮງ ທຳມະຊາດຂອງເຈົ້າແມ່ນຊົ່ວຮ້າຍ ແລະ ບໍ່ສາມາດປິ່ນປົວໄດ້. ເຈົ້າຄວນວິເຄາະທຳມະຊາດຂອງເຈົ້າໃນລັກສະນະນີ້; ນັ້ນກໍຄື ກວດສອບສິ່ງທີ່ເຈົ້າມັກ ແລະ ສິ່ງທີ່ເຈົ້າປະຖິ້ມໃນຊີວິດຂອງເຈົ້າ. ເຈົ້າອາດດີກັບບາງຄົນໃນຊ່ວງເວລາໃດໜຶ່ງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າມັກພວກເຂົາ. ສິ່ງທີ່ເຈົ້າມັກຢ່າງແທ້ຈິງແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ; ເຖິງແມ່ນວ່າກະດູກຂອງເຈົ້າຫັກ, ເຈົ້າກໍຍັງຈະເພີດເພີນກັບມັນ ແລະ ບໍ່ສາມາດປະຖິ້ມມັນໄດ້ຈັກເທື່ອ. ສິ່ງນີ້ບໍ່ໄດ້ງ່າຍທີ່ຈະປ່ຽນແປງ.
(“ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
362. ກະແຈສໍາຄັນເພື່ອບັນລຸການປ່ຽນແປງໃນອຸປະນິໄສແມ່ນການຮູ້ຈັກທຳມະຊາດຂອງຕົນເອງ ແລະ ສິ່ງນີ້ຕ້ອງເກີດຂຶ້ນຕາມການເປີດເຜີຍຈາກພຣະເຈົ້າ. ມີແຕ່ໃນພຣະທຳຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງຈະຮູ້ຈັກທຳມະຊາດທີ່ຊົ່ວຮ້າຍຂອງຕົນເອງ, ຮັບຮູ້ພິດຕ່າງໆຂອງຊາຕານທີ່ຢູ່ໃນທຳມະຊາດຂອງຕົນເອງ, ຮູ້ຈັກວ່າຕົນເອງໂງ່ຈ້າ ແລະ ບໍ່ມີຄວາມຮູ້ ແລະ ຮັບຮູ້ເຖິງອົງປະກອບທີ່ອ່ອນແອ ແລະ ເປັນລົບໃນທຳມະຊາດຂອງຕົນເອງ. ຫຼັງຈາກສິ່ງເຫຼົ່ານີ້ເປັນທີ່ຮູ້ຈັກຢ່າງສົມບູນ ແລະ ເຈົ້າສາມາດກຽດຊັງຕົນເອງ ແລະ ປະຖິ້ມເນື້ອໜັງຢ່າງແທ້ຈິງ, ປະຕິບັດພຣະທຳຂອງພຣະເຈົ້າຢ່າງສະໝໍ່າສະເໝີ ແລະ ມີຄວາມປະສົງທີ່ຈະຍອມຕໍ່ພຣະວິນຍານບໍລິສຸດ ແລະ ຕໍ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເລີ່ມຕົ້ນໃນເສັ້ນທາງຂອງເປໂຕ.
(“ການຮູ້ຈັກຕົນເອງຫຼັກໆແລ້ວແມ່ນກ່ຽວກັບການຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
363. ໃນດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະເຈົ້າ ມະນຸດຮຽນຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ເຫັນວ່າ ເຂົາບໍ່ມີຄວາມໝາຍ, ເປັນຕາດູຖູກ ແລະ ຕໍ່າຕ້ອຍ, ເຂົາບໍ່ມີຫຍັງເລີຍ ແລະ ບໍ່ໄດ້ເປັນຫຍັງເລີຍ; ໃນອີກດ້ານໜຶ່ງ, ໃນລະຫວ່າງການທົດລອງຂອງພຣະອົງ ພຣະເຈົ້າສ້າງສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ກັບມະນຸດ ເພື່ອເຮັດໃຫ້ມະນຸດສາມາດຜະເຊີນກັບຄວາມເປັນຕາຮັກຂອງພຣະເຈົ້າໄດ້ຫຼາຍຍິ່ງຂຶ້ນ. ເຖິງແມ່ນວ່າຄວາມເຈັບປວດມີຫຼາຍ ແລະ ບາງເທື່ອກໍບໍ່ສາມາດຜ່ານພົ້ນໄດ້ ແລະ ເຖິງຂັ້ນມີຄວາມໂສກເສົ້າຢ່າງໜັກ, ເມື່ອໄດ້ຜະເຊີນກັບມັນ, ມະນຸດກໍເຫັນວ່າພາລະກິດຂອງພຣະເຈົ້າທີ່ຢູ່ໃນຕົວເຂົານັ້ນເປັນຕາຮັກຫຼາຍສໍ່າໃດ ແລະ ບົນພື້ນຖານນີ້ເທົ່ານັ້ນ ຈຶ່ງເກີດມີຄວາມຮັກແທ້ຈິງທີ່ມະນຸດມີຕໍ່ພຣະເຈົ້າ. ໃນປັດຈຸບັນ ມະນຸດເຫັນວ່າ ດ້ວຍພຣະຄຸນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າພຽງຢ່າງດຽວ, ເຂົາແມ່ນບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ ແລະ ແຮງໄກທີ່ເຂົາຈະສາມາດຮູ້ຈັກທາດແທ້ຂອງມະນຸດ. ມີພຽງຜ່ານການຫຼໍ່ຫຼອມ ແລະ ການພິພາກສາຂອງພຣະເຈົ້າທັງສອງຢ່າງເທົ່ານັ້ນ ແລະ ໃນລະຫວ່າງຂະບວນການຫຼໍ່ຫຼອມດັ່ງກ່າວນັ້ນເອງ ມະນຸດຈຶ່ງສາມາດຮູ້ຈັກຂໍ້ບົກຜ່ອງຂອງເຂົາ ແລະ ຮູ້ວ່າເຂົາບໍ່ມີຫຍັງເລີຍ.
(ຄັດຈາກບົດ “ເມື່ອເຈົ້າປະສົບກັບການທົດລອງທີ່ເຈັບປວດເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຄວາມເປັນຕາຮັກຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
364. ກະແຈສຳຄັນໃນການສະທ້ອນຕົນເອງ ແລະ ຮູ້ຈັກຕົວເຈົ້າເອງຄືສິ່ງນີ້: ຍິ່ງເຈົ້າຮູ້ສຶກວ່າເຈົ້າໄດ້ເຮັດດີໃນບາງຢ່າງ ແລະ ເຮັດສິ່ງທີ່ຖືກຕ້ອງ ແລະ ຍິ່ງເຈົ້າຄິດວ່າເຈົ້າສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ສົມຄວນທີ່ຈະໂອ້ອວດໃນຂອບເຂດໃດໜຶ່ງ, ແລ້ວມັນກໍຍິ່ງຄຸ້ມຄ່າທີ່ເຈົ້າຈະຮູ້ຈັກຕົວເອງໃນຂອບເຂດເຫຼົ່ານັ້ນ ແລະ ມັນຍິ່ງຄຸ້ມຄ່າສຳລັບເຈົ້າທີ່ຈະຂຸດເລິກລົງໄປໃນພວກມັນເພື່ອເບິ່ງວ່າມີຄວາມບໍ່ບໍລິສຸດໃດທີ່ມີຢູ່ໃນຕົວເຈົ້າ ລວມເຖິງມີສິ່ງໃດໃນຕົວເຈົ້າທີ່ບໍ່ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ໃຫ້ພວກເຮົາຖືເອົາໂປໂລເປັນຕົວຢ່າງ. ໂປໂລເປັນຄົນທີ່ມີຄວາມຮູ້ເປັນພິເສດ ແລະ ເພິ່ນໄດ້ທົນທຸກຫຼາຍໃນພາລະກິດແຫ່ງການເທດສະໜາຂອງເພິ່ນ. ຫຼາຍຄົນຊື່ນຊົມເພິ່ນເປັນພິເສດ. ຜົນທີ່ຕາມມາກໍຄື ຫຼັງຈາກທີ່ສຳເລັດພາລະກິດຫຼາຍໆປະການ, ເພິ່ນຄິດວ່າຈະມີມົງກຸດຕັ້ງໄວ້ສຳລັບເພິ່ນ. ນີ້ເຮັດໃຫ້ເພິ່ນກ້າວໄປໄກແສນໄກໃນເສັ້ນທາງທີ່ຜິດ ຈົນໃນທີ່ສຸດ ເພິ່ນກໍຖືກພຣະເຈົ້າລົງໂທດ. ຖ້າໃນເວລານັ້ນ ເພິ່ນໄດ້ໄຕ່ຕອງຕົວເອງ ແລະ ວິເຄາະຕົວເອງ, ແລ້ວເພິ່ນກໍຈະບໍ່ຄິດແບບນັ້ນ. ເວົ້າອີກຢ່າງໜຶ່ງກໍຄື ໂປໂລບໍ່ໄດ້ແນໃສ່ການສະແຫວງຫາຄວາມຈິງໃນພຣະທຳຂອງພຣະເຢຊູເຈົ້າ; ເພິ່ນເຊື່ອແຕ່ໃນແນວຄິດ ແລະ ຈິນຕະນາການຂອງເພິ່ນເອງເທົ່ານັ້ນ. ເພິ່ນໄດ້ຄິດວ່າ ຕາບໃດທີ່ເພິ່ນເຮັດສິ່ງທີ່ດີສອງສາມປະການ ແລະ ສະແດງພຶດຕິກຳທີ່ດີ, ເພິ່ນກໍຈະຖືກສັນລະເສີນ ແລະ ໄດ້ຮັບລາງວັນຈາກພຣະເຈົ້າ. ໃນທີ່ສຸດແລ້ວ ແນວຄິດ ແລະ ຈິນຕະນາການຂອງເພິ່ນເອງໄດ້ເຮັດໃຫ້ວິນຍານຂອງເພິ່ນບອດ ແລະ ປົກຄຸມໃບໜ້າທີ່ແທ້ຈິງຂອງເພິ່ນ. ແນວໃດກໍຕາມ, ຄົນບໍ່ຮູ້ສິ່ງນີ້ ແລະ ຫາກພຣະເຈົ້າບໍ່ເປີດເຜີຍສິ່ງນີ້ ພວກເຂົາກໍສືບຕໍ່ຕັ້ງເອົາໂປໂລເປັນມາດຕະຖານທີ່ຕ້ອງບັນລຸ, ເປັນຕົວຢ່າງການດຳລົງຊີວິດ ແລະ ຖືເອົາເພິ່ນເປັນຄົນທີ່ພວກເຂົາຢາກເປັນຄືກັນ. ໂປໂລກາຍເປັນເປົ້າໝາຍແຫ່ງການສະແຫວງຫາຂອງພວກເຂົາ ແລະ ເປັນເປົ້າໝາຍແຫ່ງການຮຽນແບບຂອງພວກເຂົາ. ເລື່ອງລາວນີ້ກ່ຽວກັບໂປໂລເຮັດໜ້າທີ່ເປັນດັ່ງຄຳເຕືອນສຳລັບທຸກຄົນທີ່ເຊື່ອໃນພຣະເຈົ້າ ນັ້ນກໍຄື ເມື່ອໃດກໍຕາມທີ່ພວກເຮົາຮູ້ສຶກວ່າພວກເຮົາໄດ້ເຮັດດີເປັນພິເສດ ຫຼື ເຊື່ອວ່າພວກເຮົາເກັ່ງເປັນພິເສດໃນບາງດ້ານ ຫຼື ຄິດວ່າພວກເຮົາບໍ່ຈຳເປັນຕ້ອງປ່ຽນແປງ ຫຼື ຈຳເປັນຕ້ອງຖືກຈັດການໃນບາງດ້ານ, ພວກເຮົາຄວນພະຍາຍາມໄຕ່ຕອງ ແລະ ຮູ້ຈັກຕົວເອງດີຂຶ້ນໃນດ້ານນັ້ນ; ນີ້ແມ່ນສິ່ງທີ່ສຳຄັນ. ນີ້ກໍຍ້ອນວ່າເຈົ້າບໍ່ໄດ້ຄົ້ນພົບ, ເອົາໃຈໃສ່ ຫຼື ສໍາຫຼວດດ້ານຕ່າງໆຂອງເຈົ້າເອງ ທີ່ເຈົ້າເຊື່ອວ່າສິ່ງນັ້ນດີ, ເພື່ອເບິ່ງວ່າ ແທ້ຈິງແລ້ວມັນມີສິ່ງໃດສິ່ງໜຶ່ງທີ່ຕໍ່ຕ້ານພຣະເຈົ້າ ຫຼື ບໍ່.
(“ໂດຍການຮັບຮູ້ມຸມມອງທີ່ຖືກຊີ້ນໍາຢ່າງຜິດໆຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຮູ້ຈັກຕົວເຈົ້າເອງໄດ້” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)
365. ຖ້າຄວາມຮູ້ຂອງຜູ້ຄົນກ່ຽວກັບຕົວພວກເຂົາເອງແມ່ນຕື້ນຫຼາຍ, ພວກເຂົາຈະພົບເຫັນວ່າ ມັນເປັນໄປບໍ່ໄດ້ທີ່ຈະແກ້ໄຂບັນຫາ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍຈະບໍ່ປ່ຽນແປງແທ້ໆ. ມັນຈໍາເປັນທີ່ຈະຕ້ອງຮູ້ຈັກຕົວເອງໃນລະດັບທີ່ເລິກເຊິ່ງ ເຊິ່ງໝາຍເຖິງການຮູ້ຈັກທໍາມະຊາດຂອງຕົວເອງ: ອົງປະກອບຫຍັງທີ່ມີຢູ່ໃນທໍາມະຊາດນັ້ນ, ສິ່ງເຫຼົ່ານີ້ກໍາເນີດຂຶ້ນແນວໃດ ແລະ ພວກມັນມາແຕ່ໃສ. ຍິ່ງໄປກວ່ານັ້ນ, ເຈົ້າສາມາດກຽດຊັງສິ່ງເຫຼົ່ານີ້ໄດ້ແທ້ບໍ? ເຈົ້າໄດ້ເຫັນຈິດວິນຍານທີ່ຂີ້ຮ້າຍຂອງຕົວເອງ ແລະ ທໍາມະຊາດທີ່ຊົ່ວຮ້າຍຂອງຕົວເອງແລ້ວບໍ? ຖ້າເຈົ້າສາມາດເຫັນຄວາມຈິງກ່ຽວກັບຕົວເຈົ້າເອງ, ເຈົ້າກໍຈະເລີ່ມກຽດຊັງຕົວເອງ. ເມື່ອເຈົ້າກຽດຊັງຕົວເອງ ແລ້ວປະຕິດບັດພຣະທໍາຂອງພຣະເຈົ້າ, ເຈົ້າຈະສາມາດປະຖິ້ມເນື້ອໜັງ ແລະ ມີກໍາລັງທີ່ຈະປະຕິບັດຄວາມຈິງໂດຍປາສະຈາກຄວາມລໍາບາກ. ເປັນຫຍັງຫຼາຍຄົນຈຶ່ງເຮັດຕາມຄວາມມັກທາງເນື້ອໜັງຂອງພວກເຂົາ? ເພາະພວກເຂົາຖືວ່າ ຕົວເອງດີຫຼາຍ, ຮູ້ສຶກວ່າ ການກະທໍາຂອງພວກເຂົາຖືກຕ້ອງ ແລະ ມີເຫດຜົນ, ຖືວ່າ ພວກເຂົາບໍ່ມີຂໍ້ບົກຜ່ອງ ແລະ ແມ່ນແຕ່ຖືວ່າ ພວກເຂົາຖືກຕ້ອງໂດຍສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດກະທໍາການດ້ວຍການສົມມຸດວ່າ ຄວາມຍຸຕິທໍາແມ່ນຢູ່ຂ້າງພວກເຂົາ. ເມື່ອຄົນເຮົາຮູ້ວ່າ ທໍາມະຊາດທີ່ແທ້ຈິງຂອງຄົນເຮົາແມ່ນຫຍັງ, ຂີ້ຮ້າຍສໍ່າໃດ, ເປັນຕາໜ້າລັງກຽດສໍ່າໃດ ແລະ ເປັນຕາສົມເພດສໍ່າໃດ, ຄົນເຮົາກໍຈະບໍ່ພາກພູມໃຈໃນຕົວເອງຫຼາຍເກີນໄປ, ບໍ່ອວດດີຫຼາຍ ແລະ ບໍ່ພໍໃຈກັບຕົວເອງຄືແຕ່ກ່ອນ. ຄົນດັ່ງກ່າວຮູ້ສຶກວ່າ: “ຂ້ານ້ອຍຕ້ອງຕັ້ງໃຈແທ້ ແລະ ເຮັດຕາມຄວາມຈິງ ແລະ ປະຕິບັດພຣະທໍາບາງຂໍ້ຂອງພຣະເຈົ້າ. ຖ້າບໍ່ສະນັ້ນ, ຂ້ານ້ອຍກໍຈະບໍ່ທຽບເທົ່າກັບມາດຕະຖານຂອງມະນຸດ ແລະ ຈະມີຄວາມອັບອາຍໃນການດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ”. ແລ້ວຄົນເຮົາກໍຈະເຫັນຕົວເອງບໍ່ມີຄ່າ ແລະ ບໍ່ສໍາຄັນແທ້ໆ. ໃນເວລານີ້, ມັນງ່າຍທີ່ຄົນເຮົາຈະປະຕິບັດຄວາມຈິງ ແລະ ຈະປາກົດວ່າ ຄົນເຮົາຂ້ອນຂ້າງຄ້າຍຄືກັບສິ່ງທີ່ມະນຸດຄວນເປັນ. ເມື່ອຜູ້ຄົນກຽດຊັງຕົວເອງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະຖິ້ມເນື້ອໜັງໄດ້. ຖ້າພວກເຂົາບໍ່ກຽດຊັງຕົວເອງ ພວກເຂົາກໍຈະບໍ່ສາມາດປະຖິ້ມເນື້ອໜັງ. ການກຽດຊັງຕົວເອງຢ່າງແທ້ຈິງແມ່ນປະກອບມີສອງສາມຢ່າງ: ສິ່ງທໍາອິດແມ່ນການຮູ້ຈັກທໍາມະຊາດຂອງຕົວເອງ; ແລະ ສິ່ງທີສອງແມ່ນການເຫັນຕົວເອງເປັນຄົນທຸກຍາກ ແລະ ເປັນຕາສົມເພດ, ການເຫັນຕົວເອງນ້ອຍ ແລະ ບໍ່ມີຄວາມສໍາຄັນຫຼາຍ ແລະ ການເຫັນຈິດວິນຍານທີ່ເປັນຕາສົມເພດ ແລະ ສົກກະປົກຂອງຕົວເອງ. ເມື່ອຄົນເຮົາເຫັນຢ່າງສົມບູນເຖິງສິ່ງທີ່ຕົນເປັນຢ່າງແທ້ຈິງ ແລະ ໄດ້ມີການບັນລຸຜົນດັ່ງກ່າວນີ້, ຄົນເຮົາກໍຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເອງ ແລະ ສາມາດເວົ້າໄດ້ວ່າ ຄົນເຮົາໄດ້ຮູ້ຈັກຕົວເອງຢ່າງສົມບູນ. ຫຼັງຈາກນັ້ນເທົ່ານັ້ນ ຄົນເຮົາຈຶ່ງສາມາດກຽດຊັງຕົວເອງຢ່າງແທ້ຈິງ ຈົນເຖິງຂັ້ນສາບແຊ່ງຕົວເອງ ແລະ ຮູ້ສືກຢ່າງແທ້ຈິງວ່າ ຄົນເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ຈົນແມ່ນແຕ່ຄົນເຮົາບໍ່ຄ້າຍຄືກັນກັບມະນຸດ. ຫຼັງຈາກນັ້ນໃນມື້ໜຶ່ງ ເມື່ອໄພອັນຕະລາຍຈາກຄວາມຕາຍປາກົດຂຶ້ນ, ຄົນດັ່ງກ່າວກໍຈະຄິດວ່າ: “ນີ້ແມ່ນການລົງໂທດທີ່ຊອບທໍາຂອງພຣະເຈົ້າ. ພຣະເຈົ້າຊອບທໍາຢ່າງແນ່ນອນ; ຂ້ານ້ອຍຄວນຕາຍແທ້ໆ!” ໃນຈຸດນີ້, ເຂົາຈະບໍ່ຈົ່ມວ່າຫຍັງ ແລ້ວແຮ່ງໄກທີ່ຈະກ່າວໂທດພຣະເຈົ້າ ໂດຍພຽງແຕ່ຮູ້ສຶກວ່າ ເຂົາເປັນຕາສົມເພດຫຼາຍ, ສົກກະປົກ ແລະ ເສື່ອມຊາມຫຼາຍຈົນເຂົາຄວນຖືກກວາດລ້າງໂດຍພຣະເຈົ້າ ແລະ ຈິດວິນຍານຄືຂອງເຂົາແມ່ນບໍ່ເໝາະສົມທີ່ຈະມີຊີວິດຢູ່ເທິງແຜ່ນດິນໂລກ. ໃນຈຸດນີ້, ບຸກຄົນນີ້ຈະບໍ່ຕໍ່ຕ້ານພຣະເຈົ້າ ແລ້ວແຮ່ງໄກທີ່ຈະທໍລະຍົດພຣະເຈົ້າ. ຖ້າຄົນໆໜຶ່ງບໍ່ຮູ້ຈັກຕົນເອງ ແລະ ຍັງພິຈາລະນາວ່າຕົນເອງຂ້ອນຂ້າງດີ, ແລ້ວເມື່ອຄວາມຕາຍມາເຄາະປະຕູ, ບຸກຄົນນີ້ກໍຈະຄິດວ່າ “ຂ້ານ້ອຍໄດ້ເຮັດດີຫຼາຍໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍໄດ້ສະແຫວງຫາຢ່າງໜັກ! ຂ້ານ້ອຍໄດ້ມອບຫຼາຍຢ່າງ, ຂ້ານ້ອຍໄດ້ທົນທຸກຫຼາຍຢ່າງ, ແຕ່ໃນທີ່ສຸດຕອນນີ້ ພຣະເຈົ້າກໍຍັງຂໍໃຫ້ຂ້ານ້ອຍຕາຍ. ຂ້ານ້ອຍບໍ່ຮູ້ວ່າຄວາມຊອບທຳຂອງພຣະເຈົ້າຢູ່ໃສ. ເປັນຫຍັງພຣະອົງຈຶ່ງຂໍໃຫ້ຂ້ານ້ອຍຕາຍ? ເຖິງແມ່ນວ່າບຸກຄົນຄືຂ້ານ້ອຍຕ້ອງຕາຍ, ແລ້ວຜູ້ໃດຈະໄດ້ຮັບຄວາມລອດພົ້ນ? ມະນຸດຊາດຈະບໍ່ມາເຖິງຈຸດຈົບບໍ?” ກ່ອນອື່ນໝົດ, ບຸກຄົນນີ້ມີແນວຄິດກ່ຽວກັບພຣະເຈົ້າ. ຢ່າງທີສອງ, ບຸກຄົນນີ້ກຳລັງຈົ່ມຕໍ່ວ່າ ແລະ ບໍ່ໄດ້ສະແດງເຖິງການອ່ອນນ້ອມຫຍັງເລີຍ. ນີ້ບໍ່ຕ່າງຫຍັງກັບໂປໂລ: ເມື່ອລາວກຳລັງຈະຕາຍ, ລາວກໍຮູ້ຈັກຕົນເອງ ແລະ ເມື່ອເວລາການລົງໂທດຂອງພຣະເຈົ້າໃກ້ເຂົ້າມາ, ມັນກໍຊ້າເກີນໄປທີ່ຈະກັບໃຈ.
(“ການຮູ້ຈັກຕົນເອງຫຼັກໆແລ້ວແມ່ນກ່ຽວກັບການຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)