(II) ກ່ຽວກັບວິທີການປະຕິບັດຄວາມຈິງ, ເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ
344. ປັດຈຸບັນຄືຍຸກແຫ່ງອານາຈັກ, ການທີ່ເຈົ້າຈະໄດ້ເຂົ້າສູ່ຍຸກໃໝ່ນີ້ໄດ້ ແມ່ນຂຶ້ນຢູ່ກັບວ່າ ເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ພຣະທໍາຂອງພຣະອົງໄດ້ກາຍມາເປັນຄວາມເປັນຈິງແຫ່ງຊີວິດຂອງເຈົ້າ ຫຼື ບໍ່. ພຣະທໍາຂອງພຣະເຈົ້າໄດ້ເປີດເຜີຍຕໍ່ມະນຸດຢ່າງທົ່ວເຖິງ ເພື່ອວ່າໃນທີ່ສຸດ ມະນຸດທຸກຄົນຈະໄດ້ດໍາລົງຊີວິດຢູ່ໃນໂລກແຫ່ງພຣະທໍາ ແລະ ພຣະທໍາຂອງພຣະເຈົ້າ ຈະໃຫ້ຄວາມຮູ້ແຈ້ງ ແລະ ແສງສະຫວ່າງແກ່ຈິດໃຈມະນຸດທຸກຄົນ. ຖ້າໃນໄລຍະເວລານີ້ ເຈົ້າຍັງລັ່ງເລໃຈ ແລະ ບໍ່ສົນໃຈອ່ານພຣະທໍາຂອງພຣະເຈົ້າ ແລະ ບໍ່ສົນໃຈພຣະທໍາຂອງພຣະອົງ ນັ້ນກໍສະແດງວ່າ ສະພາບຈິດໃຈຂອງເຈົ້າຜິດປົກກະຕິ. ຖ້າເຈົ້າບໍ່ສາມາດເຂົ້າສູ່ຍຸກແຫ່ງພຣະທໍາ, ພຣະວິນຍານບໍລິສຸດກໍຈະບໍ່ປະຕິບັດໃນຕົວເຈົ້າ. ຖ້າເຈົ້າໄດ້ເຂົ້າສູ່ຍຸກນີ້ແລ້ວ ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ. ເຈົ້າສາມາດເຮັດຫຍັງໄດ້ແດ່ໃນຕອນນີ້, ຕອນທີ່ຍຸກແຫ່ງພຣະທໍາໄດ້ເລິ່ມຂຶ້ນ ເພື່ອສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ? ໃນຍຸກນີ້ ພຣະເຈົ້າຈະນໍາເອົາຄວາມເປັນຈິງມາສູ່ບັນດາພວກເຈົ້າ ເຊິ່ງມະນຸດທຸກຄົນຕ້ອງໃຊ້ຊີວິດຕາມພຣະທໍາຂອງພຣະເຈົ້າ, ຕ້ອງສາມາດນໍາເອົາຄວາມຈິງມາປະຕິບັດ ແລະ ຮັກພຣະເຈົ້າຢ່າງຈິງໃຈ. ມະນຸດທຸກຄົນຕ້ອງໃຊ້ພຣະທໍາຂອງພຣະເຈົ້າເພື່ອເປັນພື້ນຖານ ແລະ ເປັນໂລກແຫ່ງຄວາມຈິງຂອງພວກເຂົາ ແລະ ມີຫົວໃຈທີ່ເຄົາລົບບູຊາຕໍ່ພຣະເຈົ້າ; ແລະ ໂດຍຜ່ານການປະຕິບັດຕາມພຣະທໍາຂອງພຣະເຈົ້າ ມະນຸດຈະໄດ້ຮັບອໍານາດແບບກະສັດ ຮ່ວມກັບພຣະເຈົ້າ. ນີ້ແມ່ນພາະລະກິດທີ່ພຣະເຈົ້າຈະບັນລຸຜົນ. ເຈົ້າສາມາດຢູ່ໄດ້ໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າບໍ? ປັດຈຸບັນນີ້ ມີຫຼາຍຄົນທີ່ຮູ້ສຶກວ່າ ຖ້າບໍ່ໄດ້ອ່ານພຣະທໍາຂອງພຣະເຈົ້າ ພວກເຂົາຈະບໍ່ສາມາດຢູ່ໄດ້ແມ່ນແຕ່ໜຶ່ງ ຫຼື ສອງມື້. ພວກເຂົາຕ້ອງອ່ານພຣະທໍາຂອງພຣະອົງທຸກມື້ ແລະ ຖ້າບໍ່ມີເວລາອ່ານ ຂໍໃຫ້ໄດ້ຟັງກໍພໍໃຈແລ້ວ. ນີ້ແມ່ນຄວາມຮູ້ສຶກທີ່ພຣະວິນຍານບໍລິສຸດມອບໃຫ້ມະນຸດ ແລະ ນີ້ຄືວິທີທີ່ພຣະອົງເລີ່ມຕົ້ນເຮັດໃຫ້ມະນຸດເຊື່ອໃນພຣະອົງ. ນັ້ນກໍຄື ພຣະອົງປົກຄອງມະນຸດໂດຍຜ່ານພຣະທໍາ ເພື່ອມະນຸດຈະໄດ້ເຂົ້າສູ່ໂລກຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ. ຖ້າວ່າ ຫຼັງຈາກພຽງແຕ່ມື້ດຽວ ທີ່ເຈົ້າບໍ່ໄດ້ກິນ ແລະ ດຶ່ມພຣະທໍາຂອງພຣະເຈົ້າ ແລ້ວເຈົ້າຮູ້ສຶກມືດມົນ, ໃຝ່ຫາ ແລະ ເຈົ້າຮູ້ສຶກວ່າມັນເປັນສິ່ງທີ່ຮັບບໍ່ໄດ້, ນີ້ສະແດງວ່າເຈົ້າຖືກດົນໃຈໂດຍພຣະວິນຍານບໍລິສຸດ ແລະ ພຣະອົງບໍ່ໄດ້ຫັນໜ້າໜີຈາກເຈົ້າເລີຍ. ສະນັ້ນ ເຈົ້າຄືຄົນໜຶ່ງທີ່ຢຸໃນກະແສນີ້. ເຖິງຢ່າງໃດກໍຕາມ, ຖ້າວ່າ ພາຍຫຼັງໜຶ່ງ ຫຼື ສອງມື້ທີ່ບໍ່ໄດ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລ້ວເຈົ້າບໍ່ຮູ້ສຶກຫຍັງ ແລະ ບໍ່ໄດ້ໃຝ່ຫາ ຫຼື ບໍ່ໄດ້ດົນໃຈຫຍັງຈັກຢ່າງ, ນີ້ກໍສະແດງວ່າ ພຣະວິນຍານບໍລິສຸດໄດ້ຫັນໜີ້ຈາກເຈົ້າແລ້ວ. ນີ້ໝາຍຄວາມວ່າ ມີບາງສິ່ງທີ່ຜິດປົກກະຕິຢູ່ໃນສະພາບພາຍໃນຂອງເຂົ້າ; ເຈົ້າບໍ່ໄດ້ເຂົ້າສູ່ຍຸກແຫ່ງພຣະທໍາ ແລະ ເຈົ້າເປັນຄົນທີ່ລ້າຫຼັງ. ພຣະເຈົ້າໃຊ້ພຣະທໍາເພື່ອປົກຄອງມະນຸດ, ເຈົ້າຮູ້ສຶກດີ ຖ້າເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຮັດແບບນັ້ນ ເຈົ້າກໍຈະບໍ່ມີເສັ້ນທາງທີ່ຈະເດີນຕາມ. ພຣະທໍາຂອງພຣະເຈົ້າກາຍເປັນອາຫານຂອງມະນຸດ ແລະ ພະລັງທີ່ພັກດັນພວກເຂົາ. ພຣະຄໍາພີໄດ້ກ່າວໄວ້ວ່າ “ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານຢ່າງດຽວ ແຕ່ດ້ວຍພຣະທຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ”. ນີ້ຄືພາລະກິດທີ່ພຣະເຈົ້າຈະນໍາມາສູ່ຄວາມສໍາເລັດໃນມື້ນີ້. ພຣະອົງຈະບັນລຸຜົນຄວາມຈິງນີ້ໃນພວກເຈົ້າ. ດ້ວຍເຫດໃດມະນຸດໃນອະດີດຈຶ່ງສາມາດຢູ່ໄດ້ຫຼາຍມື້ໂດຍບໍ່ຕ້ອງອ່ານພຣະທໍາຂອງພຣະເຈົ້າ ແຕ່ສາມາດກິນ ແລະ ເຮັດວຽກງານໄດ້ແບບປົກກະຕິ? ເຫດໃດໃນປັດຈຸບັນຄືບໍ່ແມ່ນແນວນັ້ນ? ໃນຍຸກນີ້, ພຣະເຈົ້າ ສ່ວນໃຫຍ່ແມ່ນໃຊ້ພຣະທໍາເພື່ອປົກຄອງທຸກສິ່ງ. ມະນຸດຖືກພິພາກສາ ແລະ ເຮັດໃຫ້ສົມບູນແບບໂດຍຜ່ານພຣະທໍາຂອງພຣະເຈົ້າ ແລ້ວສຸດທ້າຍກໍຖືກນໍາເຂົ້າສູ່ອານາຈັກ. ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດສະໜອງຊີວິດຂອງມະນຸດ ແລະ ມີພຽງພຣະທໍາຂອງພຣະເຈົ້າເທົ່ານັ້ນທີ່ສາມາດໃຫ້ແສງສະຫວ່າງແກ່ມະນຸດ ແລະ ເສັ້ນທາງເພື່ອປະຕິບັດ ໂດຍສະເພາະໃນຍຸກແຫ່ງອານາຈັກ. ພຽງແຕ່ເຈົ້າກິນ ແລະ ດື່ມພຣະທໍາຂອງພຣະອົງທຸກມື້ ໂດຍບໍ່ອອກຈາກໂລກແຫ່ງຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ, ພຣະເຈົ້າຈະສາມາດເຮັດໃຫ້ເຈົ້າສົມບູນແບບໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຍຸກແຫ່ງລາຊະອານາຈັກແມ່ນຍຸກແຫ່ງພຣະທໍາ
345. ຄວາມຈິງທີ່ມະນຸດຕ້ອງມີແມ່ນຄົ້ນພົບໃນພຣະທຳຂອງພຣະເຈົ້າ ແລະ ມັນເປັນຄວາມຈິງທີ່ມີຜົນປະໂຫຍດ ແລະ ເປັນປະໂຫຍດທີ່ສຸດໃຫ້ກັບມະນຸດຊາດ. ມັນແມ່ນຢາບຳລຸງ ແລະ ການບຳລຸງລ້ຽງທີ່ຮ່າງກາຍຂອງພວກເຈົ້າຕ້ອງການ, ເປັນສິ່ງທີ່ຊ່ວຍໃຫ້ມະນຸດຟື້ນຟູຄວາມເປັນມະນຸດປົກກະຕິຂອງເຂົາ. ມັນເປັນຄວາມຈິງທີ່ມະນຸດຄວນປະກອບມີ. ຍິ່ງພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ຊີວິດຂອງພວກເຈົ້າກໍຍິ່ງເກີດດອກອອກຜົນໄດ້ໄວຫຼາຍສໍ່ານັ້ນ ແລະ ຄວາມຈິງກໍຍິ່ງຈະຊັດເຈນຫຼາຍສໍ່ານັ້ນ. ໃນຂະນະທີ່ເຈົ້າເຕີບໃຫຍ່ໃນວຸດທິພາວະ, ພວກເຈົ້າກໍຈະເຫັນສິ່ງຕ່າງໆຢູ່ໃນໂລກຝ່າຍວິນຍານຢ່າງຊັດເຈນຂຶ້ນ ແລະ ພວກເຈົ້າຈະມີພະລັງເພິ່ມຂຶ້ນເພື່ອເອົາຊະນະຊາຕານ. ຄວາມຈິງຫຼາຍຢ່າງທີ່ພວກເຈົ້າບໍ່ເຂົ້າໃຈກໍຈະຖືກເຮັດໃຫ້ແຈ່ມແຈ້ງ ເມື່ອພວກເຈົ້າປະຕິບັດພຣະທຳຂອງພຣະເຈົ້າ. ຄົນສ່ວນຫຼາຍແມ່ນພໍໃຈກັບການເຂົ້າໃຈຂໍ້ຄວາມແຫ່ງພຣະທຳຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບປະກອບຕົນເອງດ້ວຍຄຳສັ່ງສອນ ແທນທີ່ຈະລົງເລິກໃນປະສົບການປະຕິບັດຂອງພວກເຂົາ, ແຕ່ນັ້ນບໍ່ແມ່ນວິທີຂອງພວກຟາຣີຊາຍບໍ? ແລ້ວວາລີທີ່ວ່າ “ພຣະທຳຂອງພຣະເຈົ້າແມ່ນຊີວິດ” ຈະເປັນຈິງສຳລັບພວກເຂົາໄດ້ແນວໃດ? ຊີວິດຂອງບຸກຄົນໃດໜຶ່ງບໍ່ສາມາດເຕີບໃຫຍ່ໄດ້ໂດຍການອ່ານພຣະທຳຂອງພຣະເຈົ້າພຽງຢ່າງດຽວ, ແຕ່ມີແຕ່ເມື່ອພຣະທຳຂອງພຣະເຈົ້າຖືກນໍາເຂົ້າສູ່ການປະຕິບັດ. ຖ້າມັນເປັນຄວາມເຊື່ອຂອງເຈົ້າທີ່ວ່າ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນສິ່ງດຽວທີ່ຈຳເປັນໃນການມີຊິວິດ ແລະ ວຸດທິພາວະ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍບິດເບືອນ. ການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງເກີດຂຶ້ນເມື່ອເຈົ້າປະຕິບັດຄວາມຈິງ ແລະ ເຈົ້າຕ້ອງເຂົ້າໃຈວ່າ “ໂດຍການປະຕິບັດຄວາມຈິງເທົ່ານັ້ນ ຈຶ່ງຈະເຂົ້າໃຈຄວາມຈິງໄດ້”. ໃນປັດຈຸບັນ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ເຈົ້າພຽງແຕ່ສາມາດເວົ້າວ່າ ເຈົ້າຮູ້ຈັກພຣະທຳຂອງພຣະເຈົ້າ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ວ່າ ເຈົ້າເຂົ້າໃຈພຣະທຳນັ້ນ. ບາງຄົນເວົ້າວ່າ ວິທີດຽວທີ່ຈະປະຕິບັດຄວາມຈິງໄດ້ກໍຄືການເຂົ້າໃຈຄວາມຈິງນັ້ນກ່ອນ, ແຕ່ຄຳເວົ້ານີ້ພຽງຖືກແຕ່ບາງສ່ວນ ແລະ ບໍ່ຖືກຕ້ອງທັງໝົດ. ກ່ອນທີ່ເຈົ້າມີຄວາມຮູ້ກ່ຽວກັບຄວາມຈິງ, ເຈົ້າບໍ່ໄດ້ມີປະສົບການກັບຄວາມຈິງນັ້ນ. ຄວາມຮູ້ສຶກທີ່ວ່າ ເຈົ້າເຂົ້າໃຈສິ່ງທີ່ເຈົ້າໄດ້ຍິນຈາກການເທດສະໜາບໍ່ແມ່ນຄວາມເຂົ້າໃຈຢ່າງແທ້ຈິງ, ນີ້ເປັນພຽງການມີຄຳເວົ້າຕາມຕົວອັກສອນແຫ່ງຄວາມຈິງເທົ່ານັ້ນ ແລະ ມັນບໍ່ຄືກັບການເຂົ້າໃຈຄວາມໝາຍທີ່ແທ້ຈິງທີ່ຢູ່ໃນນັ້ນ. ການມີພຽງແຕ່ຄວາມຮູ້ຜິວເຜີນກ່ຽວກັບຄວາມຈິງ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ຫຼື ມີຄວາມຮູ້ກ່ຽວກັບມັນ; ຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນມາຈາກການມີປະສົບການກັບຄວາມຈິງນັ້ນ. ສະນັ້ນ, ມີແຕ່ເມື່ອເຈົ້າມີປະສົບການກັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈຄວາມຈິງໄດ້ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈສ່ວນລີ້ລັບຂອງຄວາມຈິງໄດ້. ການເຮັດໃຫ້ປະສົບການຂອງເຈົ້າເລິກເຊິ່ງເປັນພຽງວິທີດຽວທີ່ຈະເຂົ້າໃຈຄວາມໝາຍແອບແຝງຂອງຄວາມຈິງ ແລະ ເຂົ້າໃຈເຖິງໃຈແກ່ນແທ້ຂອງຄວາມຈິງ. ສະນັ້ນ, ເຈົ້າສາມາດໄປໄດ້ທຸກບ່ອນດ້ວຍຄວາມຈິງ, ແຕ່ຖ້າບໍ່ມີຄວາມຈິງໃນຕົວເຈົ້າ, ແລ້ວຢ່າຄິດພະຍາຍາມແມ່ນແຕ່ຈະເຮັດໃຫ້ສະມາຊິກໃນຄອບຄົວຂອງເຈົ້າເຊື່ອເລີຍ, ແຮງໄກຖ້າເປັນຜູ້ຄົນຂອງສາສະໜາ. ຫາກປາສະຈາກຄວາມຈິງ, ເຈົ້າກໍເປັນເໝືອນກັບຫິມະທີ່ປິວໄປມາ, ແຕ່ເມື່ອມີຄວາມຈິງ, ເຈົ້າສາມາດມີຄວາມສຸກ ແລະ ເປັນອິດສະຫຼະ ໂດຍບໍ່ມີໃຜສາມາດໂຈມຕີເຈົ້າໄດ້. ບໍ່ວ່າທິດສະດີຈະເຂັ້ມແຂງສໍ່າໃດກໍຕາມ, ມັນກໍບໍ່ສາມາດເອົາຊະນະຄວາມຈິງໄດ້. ເມື່ອມີຄວາມຈິງ, ໂລກກໍສາມາດແກວ່ງໄກວໄດ້, ໃນຂະນະທີ່ການຂາດຄວາມຈິງສາມາດເຮັດໃຫ້ກຳແພງເມືອງອັນເຂັ້ມແຂງຖືກໜອນກັດຫຼຸດລົງເປັນເສດດິນໄດ້. ນີ້ແມ່ນຄວາມຈິງທີ່ຊັດເຈນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
346. ພຣະເຈົ້າບໍ່ໄດ້ຕ້ອງການໃຫ້ຜູ້ຄົນມີ ພຽງແຕ່ຄວາມສາມາດໃນການເວົ້າກ່ຽວກັບ ຄວາມເປັນຈິງ. ນັ້ນຈະງ່າຍເກີນໄປ ບໍ່ແມ່ນບໍ? ແລ້ວເປັນຫຍັງພຣະເຈົ້າຈຶ່ງເວົ້າກ່ຽວກັບການເຂົ້າສູ່ຊີວິດ? ເປັນຫຍັງພຣະອົງຈຶ່ງເວົ້າກ່ຽວກັບການປ່ຽນແປງ? ຖ້າຜູ້ຄົນພຽງແຕ່ສາມາດເວົ້າປາກເປົ່າກ່ຽວກັບຄວາມຈິງ ແລ້ວພວກເຂົາສາມາດປ່ຽນແປງອຸປະນິໄສຂອງພວກເຂົາໄດ້ບໍ? ທະຫານທີ່ດີຂອງອະນາຈັກ ບໍ່ໄດ້ຖືກເຝິກໃຫ້ເປັນກຸ່ມຄົນທີ່ສາມາດພຽງແຕ່ເວົ້າກ່ຽວກັບຄວາມເປັນຈິງ ຫຼື ເປັນຄົນທີ່ໂອ້ອວດເທົ່ານັ້ນ ແຕ່ກົງກັນຂ້າມ ພວກເຂົາຖືກເຝິກໃຫ້ດໍາລົງຢູ່ໃນພຣະທໍາຂອງພຣະເຈົ້າຕະຫຼອດເວລາ, ເປັນຜູ້ເດັດດ່ຽວ ບໍ່ວ່າພວກເຂົາຈະພົບກັບຄວາມລົ້ມເຫຼວ ແລະ ດໍາເນີນຊີວິດຕາມພຣະທໍາຂອງພຣະເຈົ້າຕະຫຼອດເວລາ ແລະ ບໍ່ກັບຄືນໄປສູ່ຝ່າຍໂລກ. ນີ້ແມ່ນຄວາມເປັນຈິງທີ່ພຣະເຈົ້າກ່າວເຖິງ ແລະ ນີ້ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ມີຕໍ່ມະນຸດ. ດັ່ງນັ້ນ, ຢ່າເບິ່ງຄວາມເປັນຈິງທີ່ພຣະເຈົ້າກ່າວເປັນສິ່ງທີ່ທໍາມະດາເກີນໄປ. ການມີພຽງແຕ່ແສງສະຫວ່າງຂອງພຣະວິນຍານບໍລິສຸດ ບໍ່ໄດ້ເທົ່າກັບການມີຄວາມເປັນຈິງ: ນີ້ບໍ່ແມ່ນວຸດທິພາວະຂອງມະນຸດ ແຕ່ເປັນພຣະຄຸນຂອງພຣະເຈົ້າ ເຊິ່ງມະນຸດບໍ່ໄດ້ປະກອບສ່ວນຫຍັງເລີຍ. ມະນຸດແຕ່ລະຄົນຕ້ອງທົນທຸກແບບເປໂຕ ແລະ ຍິ່ງໄປກວ່ານັ້ນ ກໍຕ້ອງມີສະຫງ່າລາສີຂອງເປໂຕ ເຊິ່ງພວກເຂົາຕ້ອງດໍາລົງຢູ່ຫຼັງຈາກທີ່ພວກເຂົາໄດ້ຮັບພາລະກິດຂອງພຣະເຈົ້າ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດເອີ້ນວ່າ ຄວາມເປັນຈິງ. ຢ່າຄິດວ່າ ເຈົ້າມີຄວາມເປັນຈິງ ຍ້ອນເຈົ້າສາມາດເວົ້າກ່ຽວກັບຄວາມເປັນຈິງ. ນີ້ແມ່ນຄວາມຄິດທີ່ຜິດ. ຄວາມຄິດດັ່ງກ່າວບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ແລະ ບໍ່ມີຄວາມໝາຍທີ່ແທ້ຈິງ. ຈົ່ງຢ່າເວົ້າສິ່ງດັ່ງກ່າວໃນອະນາຄົດ. ຈົ່ງຢຸດການເວົ້າແບບນັ້ນ! ທຸກຄົນທີ່ມີຄວາມເຂົ້າໃຈຜິດກ່ຽວກັບພຣະທໍາຂອງພຣະເຈົ້າຄືຜູ້ທີ່ບໍ່ມີຄວາມເຊື່ອ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງ ແລະ ແຮງໄກທີ່ຈະມີວຸດທິພາວະທີ່ແທ້ຈິງ; ພວກເຂົາແມ່ນຄົນໂງ່ທີ່ປາດສະຈາກຄວາມເປັນຈິງ. ເວົ້າອີກຢ່າງກໍຄື ທຸກຄົນທີ່ດໍາລົງຊີວິດຢູ່ນອກແກ່ນສານຂອງພຣະທໍາຂອງພຣະເຈົ້າ ແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ຜູ້ທີ່ມະນຸດຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນສັດຮ້າຍໃນສາຍຕາຂອງພຣະເຈົ້າ ແລະ ຜູ້ທີ່ພຣະເຈົ້າຖືວ່າ ເປັນຜູ້ທີ່ບໍ່ມີຄວາມເຊື່ອ ແມ່ນຜູ້ທີ່ບໍ່ມີພຣະທໍາຂອງພຣະເຈົ້າໃນຊີວິດຂອງພວກເຂົາ. ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ຜູ້ທີ່ບໍ່ມີຄວາມເປັນຈິງຂອງພຣະທໍາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າແມ່ນຜູ້ທີ່ບໍ່ມີຄວາມເຊື່ອ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອເຮັດໃຫ້ ທຸກຄົນດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ, ບໍ່ແມ່ນພຽງແຕ່ວ່າໃຫ້ ທຸກຄົນສາມາດເວົ້າກ່ຽວກັບຄວາມເປັນຈິງໄດ້ເທົ່ານັ້ນ, ແຕ່ສໍາຄັນໄປກວ່ານັ້ນ ແມ່ນເພື່ອໃຫ້ທຸກຄົນສາມາດດໍາລົງຊີວິດຢູ່ກັບຄວາມເປັນຈິງໃນພຣະທໍາຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດຄວາມຈິງເທົ່ານັ້ນຄືການມີຄວາມເປັນຈິງ
347. ການມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບຄວາມໝາຍຕົວຈິງຂອງພຣະທຳຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍເລີຍ. ຢ່າຄິດໃນລັກສະນະນີ້: “ຂ້ານ້ອຍສາມາດຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ທຸກຄົນເວົ້າວ່າ ການຕີຄວາມໝາຍຂອງຂ້ານ້ອຍແມ່ນດີ ແລະ ຍົກໂປ້ໃຫ້ກັບຂ້ານ້ອຍ, ສະນັ້ນ ສິ່ງນີ້ຈຶ່ງໝາຍຄວາມວ່າ ຂ້ານ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າ”. ນັ້ນບໍ່ໄດ້ຄືກັນກັບຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າໄດ້ຮັບແສງສະຫວ່າງບາງຢ່າງຈາກພາຍໃນພຣະຄຳຂອງພຣະເຈົ້າ ແລະ ເຈົ້າໄດ້ຮັບຄວາມຮູ້ສຶກກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງພຣະອົງ; ແລະ ຖ້າເຈົ້າສາມາດສະແດງເຈດຕະນາທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ແລະ ພວກມັນຈະບັນລຸຜົນຫຍັງໃນທີ່ສຸດ, ແລ້ວຫຼັງຈາກທີ່ເຈົ້າມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຖືວ່າມີຄວາມເຂົ້າໃຈໃນລະດັບໃດໜຶ່ງກ່ຽວກັບພຣະທຳຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນບໍ່ໄດ້ງ່າຍເລີຍ. ພຽງແຕ່ຍ້ອນເຈົ້າສາມາດອະທິບາຍຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວຢ່າງສວຍງາມໄດ້ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈພຣະທຳເຫຼົ່ານັ້ນ. ບໍ່ວ່າເຈົ້າຈະສາມາດອະທິບາຍຄວາມໝາຍຕາມຕົວຂອງພຣະທຳເຫຼົ່ານັ້ນໄດ້ຫຼາຍສໍ່າໃດກໍຕາມ, ການອະທິບາຍຂອງເຈົ້າກໍຍັງອີງໃສ່ຈິນຕະນາການຂອງມະນຸດ ແລະ ວິທີການຄິດ. ມັນບໍ່ມີປະໂຫຍດຫຍັງເລີຍ! ເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ແນວໃດ? ກະແຈສໍາຄັນກໍຄືການສະແຫວງຫາຄວາມຈິງຈາກພາຍໃນພຣະທຳເຫຼົ່ານັ້ນ; ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈສິ່ງທີ່ພຣະອົງກ່າວໄດ້ຢ່າງແທ້ຈິງ. ເມື່ອໃດກໍຕາມທີ່ພຣະເຈົ້າກ່າວ, ແນ່ນອນ ພຣະອົງບໍ່ໄດ້ກ່າວດ້ວຍພຽງຫຼັກການທົ່ວໄປເທົ່ານັ້ນ. ແຕ່ລະປະໂຫຍກທີ່ພຣະອົງກ່າວອອກມາແມ່ນມີລາຍລະອຽດທີ່ຈະຖືກເປີດເຜີຍເພີ່ມເຕີ່ມໃນພຣະທຳຂອງພຣະເຈົ້າຢ່າງແນ່ນອນ ແລະ ພວກມັນອາດຖືກກ່າວອອກຢ່າງແຕກຕ່າງກັນ. ມະນຸດບໍ່ສາມາດຢັ່ງເຖິງວິທີທີ່ພຣະເຈົ້າສະແດງຄວາມຈິງ. ພຣະຄຳຂອງພຣະເຈົ້າແມ່ນເລິກເຊິ່ງຫຼາຍ ແລະ ບໍ່ສາມາດຖືກຢັ່ງເຖິງດ້ວຍວິທີການຄິດຂອງມະນຸດ. ຜູ້ຄົນສາມາດຄົ້ນພົບຄວາມໝາຍທັງໝົດຂອງທຸກດ້ານຂອງຄວາມຈິງ ຕາບໃດທີ່ພວກເຂົາພະຍາຍາມ; ຖ້າເຈົ້າເຮັດແບບນີ້, ແລ້ວໃນຂະນະທີ່ເຈົ້າຜະເຊີນກັບສິ່ງເຫຼົ່ານັ້ນ, ລາຍລະອຽດທີ່ຍັງເຫຼືອຢູ່ກໍຈະຖືກເຕີມເຕັມຢ່າງຄົບຖ້ວນເມື່ອພຣະວິນຍານບໍລິສຸດສ່ອງແສງໃຫ້ແກ່ເຈົ້າ, ແລ້ວສຸດທ້າຍກໍຈະໃຫ້ຄວາມເຂົ້າໃຈກ່ຽວກັບສະພາວະທີ່ໝັ້ນຄົງເຫຼົ່ານີ້ແກ່ເຈົ້າ. ສ່ວນໜຶ່ງແມ່ນການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການສະແຫວງຫາເນື້ອຫາສະເພາະຂອງພວກມັນ ຜ່ານການອ່ານພຣະທຳເຫຼົ່ານັ້ນ. ອີກສ່ວນແມ່ນການເຂົ້າໃຈຄວາມໝາຍພຣະທຳຂອງພຣະເຈົ້າຜ່ານປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ຫຼັກໆແມ່ນດ້ວຍສອງວິທີການເຫຼົ່ານີ້ທີ່ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າຈຶ່ງຈະຖືກບັນລຸ. ຖ້າເຈົ້າຕີຄວາມໝາຍພຣະທຳຂອງພຣະອົງຕາມຕົວ ຫຼື ຜ່ານແວ່ນຕາການຄິດ ຫຼື ຈິນຕະນາການຂອງເຈົ້າເອງ, ແລ້ວການທີ່ເຈົ້າເຂົ້າໃຈພຣະທຳຂອງພຣະເຈົ້າກໍບໍ່ເປັນຈິງ ບໍ່ວ່າເຈົ້າຈະສາມາດຕີຄວາມໝາຍພຣະທຳເຫຼົ່ານັ້ນໄດ້ຢ່າງສວຍງາມພຽງໃດກໍຕາມ. ເຈົ້າອາດເຖິງກັບຕີຄວາມໝາຍຂອງພຣະທຳເຫຼົ່ານັ້ນບໍ່ຖືກກັບບໍລິບົດ ແລະ ຕີຄວາມໝາຍພວກມັນແບບຜິດໆ ແລະ ການເຮັດແບບນັ້ນແມ່ນຍິ່ງມີບັນຫາຫຼາຍຂຶ້ນ. ສະນັ້ນ ຫຼັກໆແລ້ວ ຄວາມຈິງແມ່ນໄດ້ຖືກຮັບເອົາໂດຍການຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຜ່ານການຮັບເອົາຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ການເຂົ້າໃຈຄວາມໝາຍຕາມຕົວຂອງພຣະທຳຂອງພຣະເຈົ້າ ຫຼື ການທີ່ສາມາດອະທິບາຍພວກມັນໄດ້ກໍບໍ່ໄດ້ຖືວ່າເປັນການໄດ້ຮັບຄວາມຈິງ. ຖ້າເຈົ້າພຽງແຕ່ຕ້ອງການຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວ, ແລ້ວແມ່ນຫຍັງຄືຈຸດປະສົງແຫ່ງແສງສະຫວ່າງຂອງພຣະວິນຍານບໍລິສຸດ? ໃນກໍລະນີນັ້ນ, ເຈົ້າຈຳເປັນຕ້ອງມີການສຶກສາໃນລະດັບໃດໜຶ່ງ ແລະ ຄົນທີ່ບໍ່ມີການສຶກສາກໍຂ້ອນຂ້າງຢູ່ໃນສະພາວະທີ່ຫຍຸ້ງຍາກ. ພາລະກິດຂອງພຣະເຈົ້າບໍ່ແມ່ນສິ່ງທີ່ສາມາດຢັ່ງເຖິງໄດ້ໂດຍສະໝອງມະນຸດ. ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າຫຼັກໆແມ່ນອີງຕາມການມີແສງສະຫວ່າງຈາກພຣະວິນຍານບໍລິສຸດ; ສິ່ງດັ່ງກ່າວແມ່ນຂັ້ນຕອນການໄດ້ຮັບຄວາມຈິງ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຮູ້ຈັກທໍາມະຊາດຂອງມະນຸດ
348. ຖ້າພວກເຈົ້າໄດ້ອ່ານພຣະທຳຫຼາຍຂໍ້ຂອງພຣະເຈົ້າ ແຕ່ເຂົ້າໃຈພຽງແຕ່ຄວາມໝາຍຂອງຂໍ້ຄວາມ ແລະ ບໍ່ມີຄວາມຮູ້ໂດຍກົງກ່ຽວກັບພຣະທຳຂອງພຣະເຈົ້າຜ່ານປະສົບການພາກປະຕິບັດຂອງພວກເຈົ້າ, ແລ້ວເຈົ້າກໍຈະບໍ່ຮູ້ຈັກພຣະທໍາຂອງພຣະເຈົ້າ. ຕາມຄວາມຄິດຂອງເຈົ້າແລ້ວ, ພຣະທຳຂອງພຣະເຈົ້າບໍ່ແມ່ນຊີວິດ ແຕ່ເປັນພຽງຕົວອັກສອນທີ່ບໍ່ມີຊີວິດ. ແລ້ວຖ້າເຈົ້າພຽງແຕ່ດຳລົງຊີວິດໂດຍປະຕິບັດຕາມຕົວອັກສອນທີ່ບໍ່ມີຊີວິດເທົ່ານັ້ນ, ແລ້ວເຈົ້າກໍບໍ່ສາມາດເຂົ້າໃຈເຖິງແກ່ນແທ້ຂອງພຣະທຳຂອງພຣະເຈົ້າໄດ້ ຫຼື ເຈົ້າຈະບໍ່ເຂົ້າໃຈຄວາມປະສົງຂອງພຣະອົງເລີຍ. ມີແຕ່ເມື່ອເຈົ້າມີປະສົບການກັບພຣະທຳຂອງພຣະເຈົ້າໃນປະສົບການທີ່ແທ້ຈິງຂອງເຈົ້າເທົ່ານັ້ນ ຄວາມໝາຍຝ່າຍວິນຍານຂອງພຣະທຳຂອງພຣະເຈົ້າຈຶ່ງຈະເປີດເຜີຍຕົວມັນເອງໃຫ້ແກ່ເຈົ້າ ແລະ ໃນປະສົບການເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈຄວາມໝາຍຝ່າຍວິນຍານກ່ຽວກັບຄວາມຈິງຫຼາຍຢ່າງ ແລະ ໄຂຄວາມລຶກລັບແຫ່ງພຣະທຳຂອງພຣະເຈົ້າໄດ້. ຖ້າເຈົ້າບໍ່ນໍາພຣະທຳເຂົ້າສູ່ການປະຕິບັດ ແລ້ວບໍ່ວ່າພຣະທຳຂອງພຣະອົງຈະຊັດເຈນສໍ່າໃດກໍຕາມ, ສິ່ງດຽວທີ່ເຈົ້າເຂົ້າໃຈກໍເປັນພຽງຕົວອັກສອນ ແລະ ຄຳສັ່ງສອນທີ່ຫວ່າງເປົ່າເທົ່ານັ້ນ ເຊິ່ງໄດ້ກາຍເປັນກົດລະບຽບທາງສາສະໜາໃຫ້ກັບເຈົ້າ. ສິ່ງນີ້ບໍ່ແມ່ນສິ່ງທີ່ພວກຟາຣີຊາຍເຮັດບໍ? ຖ້າພວກເຈົ້າປະຕິບັດ ແລະ ຜະເຊີນກັບພຣະທຳຂອງພຣະເຈົ້າ, ພຣະທຳນັ້ນກໍຈະມີປະໂຫຍດໃຫ້ກັບພວກເຈົ້າ; ຖ້າພວກເຈົ້າບໍ່ສະແຫວງຫາເພື່ອປະຕິບັດພຣະທຳນັ້ນ, ແລ້ວພຣະທຳຂອງພຣະເຈົ້າສໍາລັບພວກເຈົ້າແລ້ວ ກໍບໍ່ຕ່າງຫຍັງກັບເລື່ອງເລົ່າລືໃນສະຫວັນຊັ້ນສາມ. ໃນຄວາມເປັນຈິງແລ້ວ, ຂະບວນການຂອງການເຊື່ອໃນພຣະເຈົ້າແມ່ນຂະບວນການທີ່ພວກເຈົ້າຜະເຊີນກັບພຣະທຳຂອງພຣະອົງ ພ້ອມທັງຖືກພຣະເຈົ້າຮັບເອົາ ຫຼື ເພື່ອເວົ້າໃຫ້ຊັດເຈນຂຶ້ນກວ່ານີ້ກໍຄື ການເຊື່ອໃນພຣະເຈົ້າແມ່ນການມີຄວາມຮູ້ ແລະ ຄວາມເຂົ້າໃຈໃນພຣະທຳຂອງພຣະອົງ ແລະ ການຜະເຊີນ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ; ນັ້ນແມ່ນຄວາມເປັນຈິງທີ່ຢູ່ເບື້ອງຫຼັງຄວາມເຊື່ອຂອງພວກເຈົ້າໃນພຣະເຈົ້າ. ຖ້າພວກເຈົ້າເຊື່ອໃນພຣະເຈົ້າ ແລະ ຫວັງມີຊີວິດຕະຫຼອດໄປເປັນນິດ ໂດຍບໍ່ສະແຫວງຫາເພື່ອປະຕິບັດພຣະທຳຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ພວກເຈົ້າມີຢູ່ພາຍໃນພວກເຈົ້າ, ແລ້ວພວກເຈົ້າກໍໂງ່ຈ້າທີ່ສຸດ. ນີ້ເປັນຄືກັບການໄປງານລ້ຽງສະຫຼອງ ແລະ ເບິ່ງອາຫານ ແລະ ຮຽນຮູ້ສິ່ງຂອງແຊບໆດ້ວຍໃຈເທົ່ານັ້ນ ໂດຍບໍ່ໄດ້ຊີມມັນເລີຍ. ຄົນປະເພດນັ້ນບໍ່ແມ່ນຄົນໂງ່ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າຄວນນໍາມັນເຂົ້າສູ່ການປະຕິບັດ
349. ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ຖ້າພວກເຂົາໃຊ້ຄວາມພະຍາຍາມພຽງໜ້ອຍດຽວ ພວກເຂົາກໍຈະໄດ້ຮັບ “ຄະແນນຜ່ານ”. ທີ່ຈິງແລ້ວ, ຄວາມເຂົ້າໃຈ, ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ການຮູ້ຈັກ ແລະ ການເຂົ້າໃຈຄວາມຈິງແມ່ນມານໍາຫຼັງການປະຕິບັດຄວາມຈິງ; ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການຂອງການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະບໍ່ເຊື່ອຟັງໄດ້ແນວໃດ? ເຈົ້າຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໂດຍເຮັດສິ່ງຕ່າງໆຕາມວິທີທາງຂອງເຈົ້າເອງໄດ້ບໍ? ພຣະວິນຍານບໍລິສຸດປະຕິບັດພາລະກິດຕາມຄວາມພໍໃຈຂອງເຈົ້າບໍ ຫຼື ຕາມຄວາມບົກຜ່ອງຂອງເຈົ້າ ແລະ ຕາມພຣະທໍາຂອງພຣະເຈົ້າ? ມັນບໍ່ມີປະໂຫຍດຫຍັງຖ້າເຈົ້າບໍ່ສາມາດແນມເຫັນສິ່ງນີ້ຢ່າງຊັດເຈນ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ, ມີພຽງແຕ່ຄວາມຮູ້ ແລະ ສຸດທ້າຍກໍບໍ່ສາມາດເວົ້າສິ່ງໃດໄດ້ເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງຫຼາຍສໍ່ານັ້ນ; ຍິ່ງທິດສະດີສູງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ບໍ່ໃຫ້ຖືເອົາທິດສະດີທີ່ສູງສົ່ງເປັນສົມບັດທີ່ມີຄ່າ; ພວກມັນເປັນອັນຕະລາຍ ແລະ ບໍ່ມີປະໂຫຍດຫຍັງ! ບາງເທື່ອບາງຄົນສາມາດເວົ້າກ່ຽວກັບທິດສະດີທີ່ສູງສົ່ງ ແຕ່ສິ່ງເຫຼົ່ານີ້ແມ່ນບໍ່ມີຫຍັງທີ່ເປັນຄວາມຈິງເລີຍ ເນື່ອງຈາກວ່າ ຄົນເຫຼົ່ານີ້ບໍ່ໄດ້ປະສົບກັບພວກມັນດ້ວຍຕົວເອງ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີເສັ້ນທາງໃນການປະຕິບັດ. ຄົນປະເພດດັ່ງກ່າວບໍ່ສາມາດນໍາຄົນອື່ນໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ມີແຕ່ຈະນໍາພາພວກເຂົາໃຫ້ຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນເປັນໄພຕໍ່ຜູ້ຄົນບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາໃນປັດຈຸບັນຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາສາມາດບັນລຸທາງເຂົ້າສູ່ໄດ້; ມີພຽງສິ່ງນີ້ເທົ່ານັ້ນທີ່ຖືວ່າເປັນການອຸທິດ ແລະ ເມື່ອນັ້ນເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະປະຕິບັດພາລະກິດໃກ້ກັບພຣະເຈົ້າ. ຢ່າເວົ້າດ້ວຍຄໍາເວົ້າທີ່ຫຼູຫຼາ ແລະ ເຕັມໄປດ້ວຍຄວາມເພີ້ຝັນ ແລະ ຢ່າໃຊ້ວິທີການປະຕິບັດທີ່ບໍ່ເໝາະສົມເພື່ອຜູກມັດຜູ້ອື່ນໃຫ້ເຊື່ອຟັງເຈົ້າ. ການເຮັດສິ່ງດັ່ງກ່າວຈະບໍ່ມີຜົນຫຍັງ ແລະ ພຽງແຕ່ຈະເພີ່ມຄວາມສັບສົນເທົ່ານັ້ນ. ການປະຕິບັດແບບນີ້ຈະສ້າງທິດສະດີຫຼາຍໆຢ່າງ ເຊິ່ງຈະເຮັດໃຫ້ຜູ້ຄົນລັງກຽດເຈົ້າ. ນີ້ແມ່ນຂໍ້ບົກຜ່ອງຂອງມະນຸດ ແລະ ມັນເປັນຕາອັບອາຍຂາຍໜ້າແທ້ໆ. ສະນັ້ນ, ໃຫ້ເວົ້າຫຼາຍຂຶ້ນກ່ຽວກັບບັນຫາທີ່ມີຢູ່ໃນປັດຈຸບັນ. ຢ່າຖືເອົາປະສົບການຂອງຄົນອື່ນມາເປັນປະສົບການຂອງຕົວເອງ ແລະ ຍົກມັນຂຶ້ນເພື່ອໃຫ້ຜູ້ອື່ນຍ້ອງຍໍ; ເຈົ້າຕ້ອງຄົ້ນຫາທາງອອກດ້ວຍຕົວເອງ. ນີ້ແມ່ນສິ່ງທີ່ແຕ່ລະຄົນຄວນນໍາເຂົ້າສູ່ການປະຕິບັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ
350. ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນກ່ຽວຂ້ອງກັບສະພາວະຂອງພວກເຈົ້າເອງບໍ? ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຄິດກ່ອນວ່າ ຄວາມຈິງອັນໃດກ່ຽວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ; ທ່າມກາງຄວາມຈິງເຫຼົ່ານີ້ ເຈົ້າຈະຄົ້ນພົບຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອມໂຍງສິ່ງທີ່ເຈົ້າໄດ້ຜະເຊີນກັບຄວາມປະສົງຂອງພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ດ້ານໃດຂອງຄວາມຈິງທີ່ກ່ຽວພັນກັບສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ ແຕ່ກົງກັນຂ້າມ ເຈົ້າໄປສະແຫວງຫາຄວາມປະສົງຂອງພຣະເຈົ້າໂດຍກົງ, ນີ້ຄືວິທີສະແຫວງແບບຫຼັບຫູຫຼັບຕາ ທີ່ບໍ່ສາມາດບັນລຸຜົນໄດ້. ຖ້າເຈົ້າຕ້ອງການສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຈຳເປັນຕ້ອງເບິ່ງວ່າສິ່ງໃດເກີດຂຶ້ນກັບເຈົ້າ, ເບິ່ງດ້ານຄວາມຈິງທີ່ກ່ຽວຂ້ອງ ແລະ ຊອກຫາຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າໄດ້ຜະເຊີນ. ແລ້ວເຈົ້າກໍຈະຄົ້ນພົບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມສຳລັບເຈົ້າໃນຄວາມຈິງນັ້ນ; ໃນລັກສະນະນີ້ ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈທາງອ້ອມກ່ຽວກັບຄວາມປະສົງຂອງພຣະເຈົ້າ. ການຄົ້ນຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນການນໍາໃຊ້ທິດສະດີຄືກັບເຄື່ອງຈັກ ຫຼື ການປະຕິບັດຕາມສູດຕໍາລາ. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
351. ຈາກເວລາທີ່ພວກເຂົາເຊື່ອໃນພຣະເຈົ້າຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເຊື່ອງຊ້ອນແຮງຈູງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງ. ເມື່ອເຈົ້າບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ເຈົ້າຮູ້ສຶກວ່າ ແຮງຈຸງໃຈທຸກຢ່າງຂອງເຈົ້າແມ່ນຖືກຕ້ອງ ແຕ່ເມື່ອມີບາງສິ່ງບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຈະເຫັນວ່າ ມີແຮງຈຸງໃຈທີ່ບໍ່ຖືກຕ້ອງຫຼາຍຢ່າງພາຍໃນຕົວເຈົ້າ. ສະນັ້ນ ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນແບບ, ພຣະອົງເຮັດໃຫ້ພວກເຂົາສຳນຶກວ່າ ມີແນວຄິດຫຼາຍຢ່າງພາຍໃນຕົວພວກເຂົາທີ່ກຳລັງຂັດຂວາງຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ. ເມື່ອເຈົ້າຮັບຮູ້ວ່າ ແຮງຈູງໃຈຂອງເຈົ້າຜິດໄປ, ຖ້າເຈົ້າສາມາດຢຸດປະຕິບັດຕາມແນວຄິດ ແລະ ແຮງຈຸງໃຈຂອງເຈົ້າ ແລະ ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນໃນຕໍາແໜ່ງຂອງເຈົ້າໃນທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບເຈົ້າ, ສິ່ງນີ້ກໍພິສູດແລ້ວວ່າ ເຈົ້າໄດ້ກໍ່ການກະບົດຕໍ່ເນື້ອໜັງແລ້ວ. ເມື່ອເຈົ້າກໍ່ການກະບົດຕໍ່ເນື້ອໜັງ ກໍຈະມີສົງຄາມເກີດຂຶ້ນພາຍໃນຕົວເຈົ້າໂດຍຫຼີກເວັ້ນບໍ່ໄດ້. ຊາຕານຈະພະຍາຍາມ ແລະ ເຮັດໃຫ້ຜູ້ຄົນປະຕິບັດຕາມມັນ, ຈະພະຍາຍາມ ແລະ ເຮັດໃຫ້ພວກເຂົາປະຕິບັດຕາມແນວຄິດແຫ່ງເນື້ອໜັງ ແລະ ປ້ອງກັນຜົນປະໂຫຍດຂອງເນື້ອໜັງ, ແຕ່ພຣະທຳຂອງພຣະເຈົ້າຈະໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນຢູ່ພາຍໃນ ແລະ ໃນເວລານີ້ ມັນກໍຂຶ້ນຢູ່ກັບເຈົ້າແລ້ວວ່າ ເຈົ້າຈະຕິດຕາມພຣະເຈົ້າ ຫຼື ຕິດຕາມຊາຕານ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດຫຼັກໆກໍແມ່ນເພື່ອຈັດການກັບສິ່ງຕ່າງໆທີ່ຢູ່ພາຍໃນພວກເຂົາ, ເພື່ອຈັດການກັບຄວາມຄິດ ແລະ ແນວຄິດຂອງພວກເຂົາທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພຣະວິນຍານບໍລິສຸດສຳພັດຜູ້ຄົນໃນຫົວໃຈຂອງພວກເຂົາ, ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບພວກເຂົາ. ສະນັ້ນ ເບື້ອງຫຼັງທຸກສິ່ງຢ່າງທີ່ເກີດຂຶ້ນແມ່ນມີການຕໍ່ສູ້ ນັ້ນກໍຄື: ທຸກຄັ້ງທີ່ຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ນໍາຄວາມຮັກທີ່ມີຕໍ່ພຣະເຈົ້າເຂົ້າສູ່ການປະຕິບັດກໍຈະມີການຕໍ່ສູ້ຢ່າງຍິ່ງໃຫຍ່ ແລະ ເຖິງແມ່ນວ່າທຸກສິ່ງທຸກຢ່າງຈະເບິ່ງຄືປົກກະຕິກັບເນື້ອໜັງຂອງພວກເຂົາ, ໃນຄວາມຈິງແລ້ວ ການຕໍ່ສູ້ເອົາເປັນເອົາຕາຍໄດ້ດໍາເນີນຂຶ້ນໃນສ່ວນເລິກຂອງຫົວໃຈຂອງພວກເຂົາ ແລະ ພຽງແຕ່ຫຼັງຈາກການຕໍ່ສູ້ທີ່ຮຸນແຮງນີ້, ຫຼັງຈາກການໄຕ່ຕອງຢ່າງໜັກຈຶ່ງຈະສາມາດຕັດສິນໄຊຊະນະ ຫຼື ຄວາມພ່າຍແພ້ໄດ້. ຄົນໃດໜຶ່ງບໍ່ຮູ້ຈັກວ່າຈະຫົວ ຫຼື ຈະໄຫ້ດີ. ເພາະແຮງຈູງໃຈຫຼາຍຢ່າງທີ່ຢູ່ພາຍໃນຜູ້ຄົນແມ່ນບໍ່ຖືກຕ້ອງ ຫຼື ບໍ່ດັ່ງນັ້ນກໍຍ້ອນວ່າ ພາລະກິດສ່ວນຫຼາຍຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ເມື່ອຜູ້ຄົນນໍາຄວາມຈິງເຂົ້າສູ່ການປະຕິບັດ ການຕໍ່ສູ້ຢ່າງຍິ່ງໃຫຍ່ແມ່ນເກີດຂຶ້ນຢູ່ເບື້ອງຫຼັງ. ເມື່ອເວລານໍາຄວາມຈິງນີ້ເຂົ້າສູ່ການປະຕິບັດ ແລະກ່ອນທີ່ຈະຕັດສິນໃຈເຮັດໃຫ້ພຣະເຈົ້າພໍໃຈໃນທີ່ສຸດ ຢູ່ເບື້ອງຫຼັງຈະມີຜູ້ຄົນລັ່ງນໍ້າຕາແຫ່ງຄວາມໂສກເສົ້າຢ່າງນັບບໍ່ຖ້ວນ. ເປັນຍ້ອນການຕໍ່ສູ້ນີ້, ຜູ້ຄົນຈຶ່ງອົດກັ້ນຕໍ່ການທົນທຸກທໍລະມານ ແລະ ການຫຼໍ່ຫຼອມ; ນີ້ແມ່ນການທົນທຸກທໍລະມານທີ່ແທ້ຈິງ. ເມື່ອການຕໍ່ສູ້ມາເຖິງເຈົ້າ, ຖ້າເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າຢ່າງແທ້ຈິງໄດ້, ເຈົ້າກໍຈະສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນລະຫວ່າງການປະຕິບັດຄວາມຈິງ ມັນບໍ່ສາມາດຫຼີກເວັ້ນໄດ້ທີ່ຄົນໜຶ່ງຈະທົນທຸກທໍລະມານພາຍໃນ; ເມື່ອພວກເຂົານໍາຄວາມຈິງເຂົ້າໃນການປະຕິບັດ ຖ້າທຸກສິ່ງທຸກຢ່າງຢູ່ພາຍໃນພວກເຂົານັ້ນຖືກຕ້ອງ, ພວກເຂົາຈະບໍ່ຈຳເປັນຕ້ອງຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ກໍຈະບໍ່ມີການຕໍ່ສູ້ ແລະ ພວກເຂົາກໍຈະບໍ່ທົນທຸກທໍລະມານ. ຍ້ອນວ່າ ມີຫຼາຍສິ່ງທີ່ຢູ່ພາຍໃນຜູ້ຄົນເຊິ່ງບໍ່ເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ ແລະ ມີອຸປະນິໄສຂອງເນື້ອໜັງຫຼາຍຢ່າງທີ່ເປັນປໍລະປັກ, ຜູ້ຄົນຈຳເປັນຕ້ອງຮຽນຮູ້ບົດຮຽນແຫ່ງການກໍ່ການກະບົດຕໍ່ເນື້ອໜັງໃຫ້ເລິກເຊິ່ງຫຼາຍຂຶ້ນ. ນີ້ແມ່ນສິ່ງທີ່ພຣະເຈົ້າເອີ້ນວ່າ ການທົນທຸກທໍລະມານ ທີ່ພຣະອົງຮຽກຮ້ອງໃຫ້ມະນຸດປະສົບກັບພຣະອົງ. ເມື່ອເຈົ້າຜະເຊີນກັບຄວາມຫຍຸ້ງຍາກ ໃຫ້ຟ້າວ ແລະ ອະທິຖານຫາພຣະເຈົ້າວ່າ “ໂອ ຂ້າແດ່ພຣະອົງເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍພຣະໄທ, ຂ້ານ້ອຍປາຖະໜາທີ່ຈະອົດທົນຕໍ່ຄວາມຍາກລໍາບາກຂັ້ນສຸດທ້າຍເພື່ອເຮັດໃຫ້ພຣະອົງພໍພຣະໄທ ແລະ ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມລົ້ມເຫຼວທີ່ຍິ່ງໃຫຍພຽງໃດກໍຕາມ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ. ເຖິງແມ່ນວ່າ ຂ້ານ້ອຍຕ້ອງເສຍສະລະຊີວິດທັງໝົດຂອງຂ້ານ້ອຍ, ຂ້ານ້ອຍກໍຕ້ອງເຮັດໃຫ້ພຣະອົງພໍພຣະໄທ!” ດ້ວຍຄວາມຕັ້ງໃຈແບບນີ້, ເມື່ອເຈົ້າອະທິຖານແບບນັ້ນ ເຈົ້າກໍຈະສາມາດຍຶດໝັ້ນໃນຄໍາພະຍານຂອງເຈົ້າ. ທຸກເທື່ອທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດ, ທຸກເທື່ອທີ່ພວກເຂົາປະສົບກັບການຫຼໍ່ຫຼອມ, ທຸກເທື່ອທີ່ພວກເຂົາຖືກທົດລອງ ແລະ ທຸກເທື່ອທີ່ພາລະກິດຂອງພຣະເຈົ້າມາເຖິງພວກເຂົາ, ຜູ້ຄົນກໍຈະອົດທົນຕໍ່ຄວາມເຈັບປວດຢ່າງຫຼວງຫຼາຍ. ທຸກສິ່ງນີ້ແມ່ນເປັນການທົດສອບສຳລັບຜູ້ຄົນ ແລະ ດ້ວຍເຫດນັ້ນ ຈຶ່ງມີການຕໍ່ສຸ້ພາຍໃນພວກເຂົາໝົດທຸກຄົນ. ນີ້ແມ່ນລາຄາແທ້ຈິງທີ່ພວກເຂົາຈ່າຍ. ການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ແລະ ການດິ້ນຮົນຫຼາຍຂຶ້ນແມ່ນລາຄາທີ່ພວກເຂົາຕ້ອງຈ່າຍພຽງໜ້ອຍດຽວ. ແຕ່ມັນແມ່ນສິ່ງທີ່ຜູ້ຄົນຄວນເຮັດ, ມັນຄືໜ້າທີ່ຂອງພວກເຂົາ ແລະ ຄວາມຮັບຜິດຊອບທີ່ພວກເຂົາຄວນເຮັດໃຫ້ສຳເລັດ, ແຕ່ຜູ້ຄົນຕ້ອງປະຖິ້ມສິ່ງທີ່ຢູ່ພາຍໃນພວກເຂົາທີ່ຈຳເປັນຕ້ອງປະຖິ້ມ. ຖ້າເຈົ້າບໍ່ປະຖິ້ມ, ບໍ່ວ່າການທົນທຸກພາຍນອກຂອງເຈົ້າຈະຫຼາຍສໍ່າໃດ ແລະ ເຈົ້າຈະດິ້ນຮົນຫຼາຍພຽງໃດກໍຕາມ, ທຸກສິ່ງກໍຈະສູນເປົ່າ! ເຊິ່ງເວົ້າໄດ້ວ່າ ມີພຽງແຕ່ການປ່ຽນແປງພາຍໃນເຈົ້າເທົ່ານັ້ນທີ່ສາມາດກຳນົດວ່າ ຄວາມຍາກລຳບາກພາຍນອກຂອງເຈົ້າມີຄຸນຄ່າ ຫຼື ບໍ່. ເມື່ອອຸປະນິໄສພາຍໃນຂອງເຈົ້າໄດ້ຮັບການປ່ຽນແປງ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ, ການທົນທຸກພາຍນອກທັງໝົດຂອງເຈົ້າກໍຈະໄດ້ຮັບການເຫັນດີຈາກພຣະເຈົ້າ; ຖ້າບໍ່ມີການປ່ຽນແປງໃນອຸປະນິໄສພາຍໃນຂອງເຈົ້າ, ບໍ່ວ່າເຈົ້າຈະອົດທົນກັບການທົນທຸກຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະດິ້ນຮົນດ້ານພາຍນອກພຽງໃດກໍຕາມ, ກໍຈະບໍ່ມີການເຫັນດີຈາກພຣະເຈົ້າ ແລະ ຄວາມຍາກລຳບາກທີ່ພຣະເຈົ້າບໍ່ຮອງຮັບກໍສູນເປົ່າ. ສະນັ້ນ, ບໍ່ວ່າລາຄາທີ່ເຈົ້າໄດ້ຈ່າຍນັ້ນໄດ້ຮັບການເຫັນດີຈາກພຣະເຈົ້າ ຫຼື ບໍ່ ແມ່ນຖືກກຳນົດໂດຍເງື່ອນໄຂທີ່ວ່າ ມີການປ່ຽນແປງໃນຕົວເຈົ້າ ຫຼື ບໍ່ ແລະ ເຈົ້າໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ກະບົດຕໍ່ແຮງຈູງໃຈ ແລະ ແນວຄິດຂອງເຈົ້າເອງເພື່ອຮັບເອົາຄວາມພໍໃຈຕາມຄວາມປະສົງຂອງພຣະເຈົ້າ, ຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ຫຼື ບໍ່. ບໍ່ວ່າເຈົ້າຈະດິ້ນຮົນສໍ່າໃດກໍຕາມ, ຖ້າເຈົ້າບໍ່ຮູ້ຈັກທີ່ຈະກະບົດຕໍ່ແຮງຈູງໃຈຂອງເຈົ້າເອງ, ມີພຽງແຕ່ສະແຫວງຫາການກະທຳພາຍນອກ ແລະ ຄວາມກະຕືລືລົ້ນ ແລະ ບໍ່ເຄີຍສົນໃຈຊີວິດຂອງເຈົ້າ, ແລ້ວຄວາມຍາກລຳບາກຂອງເຈົ້າກໍຈະສູນເປົ່າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ
352. ໂດຍລວມແລ້ວ, ການທີ່ຄົນໜຶ່ງຍ່າງໃນເສັ້ນທາງແຫ່ງຄວາມເຊື່ອຂອງເປໂຕໝາຍເຖິງການຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງຍັງເປັນເສັ້ນທາງແຫ່ງການຮູ້ຈັກຕົນເອງຢ່າງແທ້ຈິງ ແລະ ການປ່ຽນແປງອຸປະນິໄສຂອງຄົນໆນັ້ນ. ມີພຽງແຕ່ການຍ່າງໃນເສັ້ນຂອງເປໂຕເທົ່ານັ້ນ, ຜູ້ຄົນຈຶ່ງຈະຢູ່ໃນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຜູ້ຄົນຕ້ອງຊັດເຈນກ່ຽວກັບວິທີການຍ່າງໃນເສັ້ນທາງຂອງເປໂຕແທ້ຈິງ, ພ້ອມທັງວິທີການນໍາສິ່ງນັ້ນເຂົ້າສູ່ການປະຕິບັດ. ກ່ອນອື່ນ, ຜູ້ຄົນຕ້ອງປ່ອຍວາງເຈດຕະນາຂອງຕົນເອງ, ປະວາງການສະແຫວງຫາທີ່ບໍ່ເໝາະສົມ ແລະ ແມ່ນແຕ່ຄອບຄົວ ແລະ ທຸກສິ່ງທີ່ຢູ່ໃນເນື້ອໜັງຂອງຕົນເອງ. ມະນຸດຕ້ອງອຸທິດໝົດຫົວໃຈ; ນັ້ນກໍຄື ຜູ້ຄົນຕ້ອງອຸທິດຕົນເອງຕໍ່ພຣະທຳຂອງພຣະເຈົ້າຢ່າງສົມບູນ, ຕັ້ງໃຈໃສ່ໃນການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ເອົາໃຈໃສ່ໃນການຊອກຫາຄວາມຈິງ ແລະ ການຊອກຫາເຈດຕະນາຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ. ນີ້ແມ່ນວິທີການປະຕິບັດທີ່ເປັນພື້ນຖານ ແລະ ຈຳເປັນທີ່ສຸດ. ນີ້ຄືສິ່ງທີ່ເປໂຕເຮັດຫຼັງຈາກທີ່ໄດ້ເຫັນພຣະເຢຊູ ແລະ ມີພຽງການປະຕິບັດໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງຈະສາມາດບັນລຸຜົນທີ່ດີທີ່ສຸດໄດ້. ການອຸທິດຢ່າງເຕັມໃຈຕໍ່ພຣະທຳຂອງພຣະເຈົ້າ ຫຼັກໆແລ້ວແມ່ນກ່ຽວພັນກັບການສະແຫວງຫາຄວາມຈິງ, ການສະແຫວງຫາເຈດຕະນາຂອງພຣະເຈົ້າທີ່ຢູ່ພາຍໃນພຣະທຳຂອງພຣະອົງ, ການຕັ້ງໃຈໃສ່ໃນການເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ການເຂົ້າໃຈ ແລະ ການໄດ້ຮັບຄວາມຈິງຫຼາຍຂຶ້ນຈາກພຣະທຳຂອງພຣະເຈົ້າ. ໃນເວລາອ່ານພຣະທຳຂອງພຣະອົງ, ເປໂຕບໍ່ໄດ້ຕັ້ງໃຈໃສ່ໃນການເຂົ້າໃຈຄຳສັ່ງສອນ, ແຮງໄກທີ່ເພິ່ນຈະເອົາໃຈໃສ່ໃນການຮັບເອົາຄວາມຮູ້ທາງທິດສະດີ; ກົງກັນຂ້າມ, ເພິ່ນຕັ້ງໃຈໃສ່ໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພ້ອມທັງການບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະອົງ ແລະ ຄວາມສະຫງ່າງາມຂອງພຣະອົງ. ເປໂຕຍັງໄດ້ພະຍາຍາມເຂົ້າໃຈສະພາວະທີ່ເສື່ອມຊາມຕ່າງໆຂອງມະນຸດຈາກພຣະທຳຂອງພຣະເຈົ້າ, ພ້ອມທັງທຳມະຊາດທີ່ເສື່ອມຊາມ ແລະ ຂໍ້ບົກຜ່ອງຕົວຈິງຂອງມະນຸດ, ດ້ວຍເຫດນັ້ນ ເພິ່ນຈຶ່່ງບັນລຸຕາມເງື່ອນໄຂທຸກດ້ານທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເພື່ອເຮັດໃຫ້ພຣະອົງພໍໃຈ. ເປໂຕມີການປະຕິບັດທີ່ຖືກຕ້ອງຫຼາຍຢ່າງທີ່ເພິ່ນປະຕິບັດຕາມພຣະທຳຂອງພຣະເຈົ້າ; ສິ່ງນີ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າທີ່ສຸດ ແລະ ມັນເປັນວິທີທີ່ດີທີ່ສຸດສໍາລັບບຸກຄົນໃດໜຶ່ງສາມາດປະຕິບັດ ໃນຂະນະທີ່ກຳລັງຜະເຊີນກັບພາລະກິດຂອງພຣະເຈົ້າ. ເມື່ອຜະເຊີນກັບການທົດລອງຮ້ອຍປະການຈາກພຣະເຈົ້າ, ເປໂຕກໍກວດສອບຕົນເອງໃສ່ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອພິພາກສາມະນຸດ, ພຣະທຳທຸກຂໍ້ທີ່ພຣະເຈົ້າໃຊ້ເພື່ອເປີດເຜີຍມະນຸດ ແລະ ພຣະທຳທຸກຂໍ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ພະຍາຍາມຢັ່ງເຖິງຄວາມໝາຍຂອງພຣະທຳເຫຼົ່ານັ້ນ. ເພິ່ນພະຍາຍາມຢ່າງຕັ້ງໃຈເພື່ອໄຕ່ຕອງ ແລະ ທ່ອງຈໍາພຣະທຳທຸກຂໍ້ທີ່ພຣະເຢຊູໄດ້ເວົ້າຕໍ່ເພິ່ນ ແລະ ໄດ້ຮັບຜົນເປັນຢ່າງດີ. ຜ່ານການປະຕິບັດແບບນີ້, ເພິ່ນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຈາກພຣະທຳຂອງພຣະເຈົ້າ ແລະ ເພິ່ນບໍ່ພຽງແຕ່ໄດ້ເຂົ້າໃຈສະພາວະອັນເສື່ອມຊາມຕ່າງໆຂອງມະນຸດ, ແຕ່ຍັງໄດ້ເຂົ້າໃຈແກ່ນແທ້, ທຳມະຊາດ ແລະ ຂໍ້ບົກຜ່ອງຕ່າງໆຂອງມະນຸດອີກດ້ວຍ. ນີ້ແມ່ນຄວາມໝາຍຂອງການເຂົ້າໃຈຕົນເອງຢ່າງແທ້ຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕບໍ່ພຽງແຕ່ບັນລຸຄວາມເຂົ້າໃຈກ່ຽວກັບຕົນເອງຢ່າງແທ້ຈິງ, ແຕ່ຈາກສິ່ງຕ່າງໆທີ່ສະແດງອອກໃນພຣະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ຄວາມປະສົງຂອງພຣະເຈົ້າສຳລັບພາລະກິດຂອງພຣະອົງ, ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ, ຈາກພຣະທຳເຫຼົ່ານີ້ ເພິ່ນມາຮູ້ຈັກພຣະເຈົ້າຢ່າງສົມບູນ. ເພິ່ນມາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ແກ່ນແທ້ຂອງພຣະອົງ; ເພິ່ນມາຮູ້ຈັກ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພ້ອມທັງຄວາມສະຫງ່າງາມຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າໃນຕອນນັ້ນຫຼາຍສໍ່າທີ່ພຣະອົງເວົ້າໃນມື້ນີ້, ເຖິງຢ່າງນັ້ນກໍຕາມ ຜົນຮັບໃນສິ່ງເຫຼົ່ານີ້ກໍຖືກບັນລຸໃນເປໂຕ. ນີ້ແມ່ນສິ່ງທີ່ຫາໄດ້ຍາກ ແລະ ມີຄຸນຄ່າທີ່ສຸດ. ເປໂຕໄດ້ຜ່ານການທົດລອງຮ້ອຍປະການ, ແຕ່ບໍ່ໄດ້ທົນທຸກຢ່າງສູນເປົ່າ. ເພິ່ນບໍ່ພຽງແຕ່ເຂົ້າໃຈຕົນເອງຈາກພຣະທຳ ແລະ ພາລະກິດຂອງພຣະເຈົ້າ, ແຕ່ເພິ່ນຍັງໄດ້ຮູ້ຈັກພຣະເຈົ້າ. ອີກຢ່າງ, ເພິ່ນໄດ້ຕັ້ງໃຈໃສ່ໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດພາຍໃນພຣະທຳຂອງພຣະອົງໂດຍສະເພາະ. ໃນລັກສະນະໃດກໍຕາມທີ່ມະນຸດຄວນເຮັດໃຫ້ພຣະເຈົ້າພໍໃຈເພື່ອສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເປໂຕກໍສາມາດໃຊ້ຄວາມພະຍາຍາມຢ່າງຫຼາຍໃນລັກສະນະເຫຼົ່ານີ້ ແລະ ໄດ້ຮັບຄວາມຊັດເຈນຢ່າງສົມບູນ; ນີ້ເປັນປະໂຫຍດຕໍ່ທາງເຂົ້າຂອງເພິ່ນເອງຢ່າງຫຼວງຫຼາຍ. ບໍ່ວ່າພຣະເຈົ້າໄດ້ເວົ້າຫຍັງກໍຕາມ, ຕາບໃດທີ່ພຣະທຳເຫຼົ່ານີ້ສາມາດກາຍມາເປັນຊີວິດຂອງເພິ່ນ ແລະ ພຣະທຳເຫຼົ່ານີ້ຢູ່ໃນຄວາມຈິງ, ເປໂຕກໍສາມາດສະລັກພຣະທຳເຫຼົ່ານີ້ໃສ່ໃນຫົວໃຈຂອງເພິ່ນເພື່ອໄຕ່ຕອງ ແລະ ເຂົ້າໃຈຢູ່ເລື້ອຍໆ. ຫຼັງຈາກທີ່ໄດ້ຍິນພຣະທຳຂອງພຣະເຢຊູ, ເພິ່ນກໍສາມາດນໍາພຣະທຳເຫຼົ່ານີ້ເຂົ້າສູ່ຫົວໃຈ ເຊິ່ງສະແດງໃຫ້ເຫັນວ່າ ເພິ່ນຕັ້ງໃຈໃສ່ໃນພຣະທຳຂອງພຣະເຈົ້າເປັນພິເສດ ແລະ ໃນທີ່ສຸດເພິ່ນກໍບັນລຸຜົນຢ່າງແທ້ຈິງ. ນັ້ນກໍຄື ເພິ່ນສາມາດນໍາພຣະທຳຂອງພຣະເຈົ້າເຂົ້າສູ່ການປະຕິບັດຢ່າງເຕັມໃຈ, ປະຕິບັດຄວາມຈິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ປະຕິບັດໂດຍສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຖິ້ມຄວາມຄິດເຫັນ ແລະ ຈິນຕະນາການສ່ວນຕົວຂອງເພິ່ນເອງ. ໃນລັກສະນະນີ້, ເປໂຕເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ
353. ເຈົ້າສາມາດອຸທິດຫົວໃຈ ແລະ ຮ່າງກາຍຂອງເຈົ້າ ແລະ ຄວາມຮັກທີ່ແທ້ຈິງທັງໝົດຂອງເຈົ້າໃຫ້ກັບພຣະເຈົ້າ, ວາງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ, ເຊື່ອຟັງພຣະອົງທັງໝົດ ແລະ ຄຳນຶງເຖິງຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ບໍ່ແມ່ນເພື່ອເນື້ອໜັງ, ບໍ່ແມ່ນເພື່ອຄອບຄົວ ແລະ ບໍ່ແມ່ນເພື່ອຄວາມປາຖະໜາສ່ວນຕົວ, ແຕ່ເພື່ອຜົນປະໂຫຍດແຫ່ງຄົວເຮືອນຂອງພຣະເຈົ້າ. ເຈົ້າສາມາດນໍາພຣະທຳຂອງພຣະເຈົ້າເປັນຫຼັກການ ແລະ ເປັນພື້ນຖານໃນທຸກສິ່ງ. ດ້ວຍວິທີນີ້, ເຈດຕະນາຂອງເຈົ້າ ແລະ ທັດສະນະຂອງເຈົ້າທັງໝົດຈະຢູ່ໃນສະຖານທີ່ໆຖືກຕ້ອງ ແລະ ເຈົ້າຈະເປັນຄົນທີ່ຮັບເອົາການສັນລະເສີນຂອງພຣະເຈົ້າຕໍ່ໜ້າພຣະອົງ. ຄົນທີ່ພຣະເຈົ້າມັກແມ່ນຄົນທີ່ເດັດຂາດຕໍ່ພຣະອົງ, ຄົນທີ່ອຸທິດຕໍ່ພຣະອົງ ແລະ ບໍ່ແມ່ນຕໍ່ຄົນອື່ນ. ຄົນທີ່ພຣະອົງກຽດຊັງແມ່ນຄົນທີ່ບໍ່ຈິງໃຈກັບພຣະອົງ ແລະ ຄົນທີ່ກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ເຊື່ອໃນພຣະອົງ ແລະ ຕ້ອງການຮັບຄວາມສຸກຈາກພຣະອົງຢູ່ສະເໝີ, ແຕ່ບໍ່ສາມາດເສຍສະຫຼະຕົນເອງໃຫ້ກັບພຣະອົງຢ່າງແທ້ຈິງ. ພຣະອົງກຽດຊັງຄົນທີ່ເວົ້າວ່າ ພວກເຂົາຮັກພຣະອົງ ແຕ່ໃນຫົວໃຈຂອງພວກເຂົາແມ່ນກະບົດຕໍ່ພຣະອົງ. ພຣະອົງກຽດຊັງຄົນທີ່ໃຊ້ຄຳເວົ້ານິ້ມນວນເພື່ອເຮັດໃນການຫຼອກລ່ວງ. ຄົນທີ່ບໍ່ມີການອຸທິດທີ່ແທ້ຈິງຕໍ່ພຣະເຈົ້າ ຫຼື ມີການເຊື່ອຟັງທີ່ແທ້ຈິງຕໍ່ພຣະອົງ ແມ່ນຄົນທີ່ທໍລະຍົດ; ພວກເຂົາເປັນຄົນທີ່ອວດດີໂດຍທຳມະຊາດເກີນໄປ. ຄົນທີ່ບໍ່ສາມາດເຊື່ອຟັງຢ່າງແທ້ຈິງຢູ່ຕໍ່ໜ້າພຣະເຈົ້າທີ່ທຳມະດາ ແລະ ມີຄວາມເປັນຈິງ ກໍຍິ່ງເປັນຄົນທີ່ອວດດີ ແລະ ໂດຍສະເພາະແລ້ວ ພວກເຂົາເປັນລູກຫຼານທີ່ເຊື່ອຟັງຂອງອັກຄະເທວະດາ. ຜູ້ຄົນທີ່ເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງແທ້ຈິງ ແມ່ນວາງການເປັນຢູ່ທັງໝົດຂອງພວກເຂົາຕໍ່ໜ້າພຣະອົງ. ພວກເຂົາເຊື່ອຟັງທຸກຖ້ອຍຄຳຂອງພຣະອົງຢ່າງແທ້ຈິງ ແລະ ພວກເຂົາສາມາດນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດ. ພວກເຂົາເຮັດໃຫ້ພຣະທຳຂອງພຣະເຈົ້າເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ ແລະ ພວກເຂົາສາມາດສະແຫວງຫາສິ້ນສ່ວນຂອງການປະຕິບັດໃນພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ນີ້ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ຖ້າສິ່ງທີ່ເຈົ້າເຮັດເປັນປະໂຫຍດສຳລັບຊີວິດຂອງເຈົ້າ ແລະ ຜ່ານການກິນ ແລະ ດື່ມພຣະທຳຂອງພຣະອົງ, ເຈົ້າສາມາດບັນລຸຄວາມຕ້ອງການພາຍໃນ ແລະ ຄວາມບໍ່ພຽງພໍຂອງເຈົ້າ ເພື່ອວ່າ ຊີວິດ-ອຸປະນິໄສຂອງເຈົ້າຈະໄດ້ຮັບການປ່ຽນແປງ, ແລ້ວນີ້ກໍຈະເປັນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າປະພຶດຕາມເງື່ອນໄຂຂອງພຣະເຈົ້າ, ຖ້າເຈົ້າບໍ່ເຮັດໃຫ້ເນື້ອໜັງພໍໃຈ ແຕ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ນີ້ກໍແມ່ນການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ເມື່ອເວົ້າກ່ຽວກັບການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າຢ່າງເປັນຈິງຍິ່ງຂຶ້ນ, ນັ້ນໝາຍຄວາມວ່າ ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ. ມີພຽງແຕ່ການກະທຳຕົວຈິງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ ການເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງ. ຖ້າເຈົ້າສາມາດເຂົ້າສູ່ຄວາມເປັນຈິງນີ້ໄດ້, ແລ້ວເຈົ້າກໍມີຄວາມຈິງ. ນີ້ແມ່ນການເລີ່ມຕົ້ນຂອງການເຂົ້າສູ່ຄວາມເປັນຈິງ; ເຈົ້າຕ້ອງປະຕິບັດການຝຶກຝົນນີ້ກ່ອນ ແລະ ເມື່ອນັ້ນ ເຈົ້າຈຶ່ງຈະສາມາດເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນຄົນທີ່ສາມາດຍອມອ່ອນນ້ອມຕໍ່ຄວາມເປັນຈິງຂອງພຣະອົງຢ່າງສິ້ນເຊີງ
354. ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນຕາມຄວາມເປັນຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງເປັນສິ່ງທີ່ບໍ່ມີຄວາມໝາຍ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດບອກວ່າ ຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍຫຼາຍສໍ່ານັ້ນ; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໃນທາງທີ່ຜິດໜ້ອຍລົງ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າໃນຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະລະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືຢ່າງແທ້ຈິງກັບພຣະເຈົ້າ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຕົວອັກສອນ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ປັດຊະຍາແຫ່ງຊີວິດຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດຫຼັງຈາກຜ່ານພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກຫວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີການຮູ້ຈັກຄວາມເປັນຈິງ
355. ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຈິງຫຼາຍສໍ່ານັ້ນ; ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະມີຄວາມຮັກຂອງພຣະເຈົ້າຫຼາຍສໍ່ານັ້ນ; ແລະ ຍິ່ງເຈົ້ານໍາຄວາມຈິງເຂົ້າສູ່ການປະຕິບັດຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບການອວຍພອນຈາກພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າປະຕິບັດໃນວິທີທາງນີ້ຢູ່ສະເໝີ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ເຈົ້າຈະສາມາດເຮັດໃຫ້ເຈົ້າເຫັນເທື່ອລະໜ້ອຍ ຄືກັບທີ່ເປໂຕໄດ້ມາຮູ້ຈັກພຣະເຈົ້າ: ເຊິ່ງເປໂຕໄດ້ກ່າວວ່າ ພຣະເຈົ້າບໍ່ພຽງແຕ່ມີສະຕິປັນຍາໃນການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພຣະອົງມີສະຕິປັນຍາໃນການປະຕິບັດພາລະກິດທີ່ແທ້ຈິງໃນຜູ້ຄົນ. ເປໂຕກ່າວອີກວ່າ ພຣະອົງບໍ່ພຽງແຕ່ສົມຄວນແກ່ຄວາມຮັກຂອງຜູ້ຄົນ ຍ້ອນພຣະອົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ຍ້ອນຄວາມສາມາດຂອງພຣະອົງທີ່ສ້າງມະນຸດ, ຊ່ວຍມະນຸດ, ເຮັດໃຫ້ມະນຸດສົມບູນ ແລະ ມອບຄວາມຮັກຂອງພຣະອົງໃຫ້ເປັນຊັບສົມບັດຂອງມະນຸດ. ດ້ວຍເຫດນັ້ນ ເປໂຕຍັງໄດ້ກ່າວຕື່ມວ່າ ມີຫຼາຍສິ່ງຫຼາຍຢ່າງໃນພຣະອົງທີ່ສົມຄວນແກ່ຄວາມຮັກຂອງມະນຸດເຊັ່ນກັນ. ເປໂຕເວົ້າກັບພຣະເຢຊູວ່າ “ພຣະອົງບໍ່ສົມຄວນແກ່ຄວາມຮັກຂອງຜູ້ຄົນຍ້ອນເຫດຜົນທີ່ຫຼາຍກວ່າການສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງບໍ? ມີຫຼາຍສິ່ງໃນພຣະອົງທີ່ສົມຄວນແກ່ຄວາມຮັກ, ພຣະອົງກະທຳ ແລະ ເຄື່ອນໄຫວໃນຊີວິດທີ່ແທ້ຈິງ, ວິນຍານຂອງພຣະອົງສຳພັດຂ້ານ້ອຍຢູ່ຂ້າງໃນ, ພຣະອົງລົງວິໄນຂ້ານ້ອຍ, ພຣະອົງຕຳນິຕິເຕືອນຂ້ານ້ອຍ, ສິ່ງເຫຼົ່ານີ້ຍິ່ງສົມຄວນແກ່ຄວາມຮັກຂອງຜູ້ຄົນ”. ຖ້າເຈົ້າປາຖະໜາທີ່ຈະເຫັນ ແລະ ຜະເຊີນຄວາມຮັກຂອງພຣະເຈົ້າ ແລ້ວເຈົ້າຕ້ອງຄົ້ນຫາ ແລະ ສະແຫວງຫາໃນຊີວິດທີ່ແທ້ຈິງ ແລະ ຕ້ອງເຕັມໃຈທີ່ຈະປະຖິ້ມເນື້ອໜັງຂອງເຈົ້າເອງ. ເຈົ້າຕ້ອງຕັດສິນໃຈແບບນີ້. ເຈົ້າຕ້ອງເປັນຄົນທີ່ມີຄວາມເດັດດ່ຽວ ເຊິ່ງເປັນຄົນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໃນທຸກສິ່ງທຸກຢ່າງ ໂດຍບໍ່ຂີ້ຄ້ານ ຫຼື ອິດສາຢາກໄດ້ຄວາມສຸກທາງເນື້ອໜັງ, ບໍ່ແມ່ນການມີຊິວິດຢູ່ເພື່ອເນື້ອໜັງ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າ. ມີຫຼາຍຄັ້ງທີ່ເຈົ້າເຮັດໃຫ້ພຣະເຈົ້າບໍພໍໃຈ. ນັ້ນກໍຍ້ອນວ່າ ເຈົ້າບໍ່ເຂົ້າໃຈຄວາມປາຖະໜາຂອງພຣະເຈົ້າ; ສຳລັບຄັ້ງຕໍ່ໄປ ເຖິງແມ່ນມັນຈະໃຊ້ຄວາມພະຍາຍາມຫຼາຍຂຶ້ນ, ເຈົ້າກໍຕ້ອງເຮັດໃຫ້ພຣະອົງພໍໃຈ ແລະ ຕ້ອງບໍ່ເປັນທີ່ພໍໃຈຂອງເນື້ອໜັງ. ເມື່ອເຈົ້າມີປະສົບການໃນວິທີນີ້ ເຈົ້າຈະຮຽນຮູ້ຈັກພຣະເຈົ້າ. ເຈົ້າຈະເຫັນວ່າ ພຣະເຈົ້າສາມາດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງ, ພຣະອົງໄດ້ກາຍມາເປັນເນື້ອໜັງເພື່ອຜູ້ຄົນຈະສາມາດເຫັນພຣະອົງຢ່າງແທ້ຈິງ ແລະ ແທ້ໆ ແລະ ມີສ່ວນຮ່ວມກັບພຣະອົງຢ່າງແທ້ຈິງ ແລະ ແທ້ໆ, ພຣະອົງສາມາດຍ່າງທ່າມກາງມະນຸດໄດ້, ພຣະວິນຍານຂອງພຣະອົງສາມາດເຮັດໃຫ້ຜູ້ຄົນສົມບູນໃນຊີວິດທີ່ແທ້ຈິງ ໂດຍເຮັດໃຫ້ພວກເຂົາເຫັນຄວາມເປັນຕາຮັກ ແລະ ມີປະສົບການກັບການລົງວິໄນຂອງພຣະອົງ, ການຕີສອນຂອງພຣະອົງ ແລະ ການອວຍພອນຂອງພຣະອົງ. ຖ້າເຈົ້າມີປະສົບການໃນວິທີນີ້ຢູ່ສະເໝີ ເຈົ້າຈະບໍ່ສາມາດແຍກອອກຈາກພຣະເຈົ້າໃນຊີວິດທີ່ແທ້ຈິງໄດ້ ແລະ ຖ້າມື້ໜຶ່ງ ຄວາມສຳພັນຂອງເຈົ້າກັບພຣະເຈົ້າເຊົາຈາກປົກກະຕິ ເຈົ້າກໍຈະໄດ້ຮັບການຕຳນິຕິເຕືອນ ແລະ ສາມາດຮູ້ສຶກເຖິງຄວາມສຳນຶກຜິດ. ເມື່ອເຈົ້າມີຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ ເຈົ້າຈະບໍ່ປາຖະໜາທີ່ຈະອອກຈາກພຣະອົງຈັກເທື່ອ ແລະ ຖ້າມື້ໜື່ງ ພຣະເຈົ້າເວົ້າວ່າ ພຣະອົງຈະປະຖິ້ມເຈົ້າ, ເຈົ້າຈະຢ້ານກົວ ແລະ ຈະເວົ້າວ່າ ເຈົ້າຈະຕາຍດີກວ່າທີ່ຈະຖືກພຣະເຈົ້າປະຖິ້ມ. ທັນທີທີ່ເຈົ້າມີອາລົມເຫຼົ່ານີ ເຈົ້າຈະຮູ້ສຶກວ່າ ເຈົ້າບໍ່ສາມາດອອກຈາກພຣະເຈົ້າໄດ້ ແລະ ດ້ວຍວິທີທາງນີ້ ເຈົ້າຈະມີພື້ນຖານ ແລະ ຈະຮັບຄວາມຮັກຂອງພຣະເຈົ້າຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ຮັກພຣະເຈົ້າຈະດຳລົງຊີວິດຢູ່ພາຍໃນແສງສະຫວ່າງຂອງພຣະອົງຕະຫຼອດໄປ
356. ຄວາມຜິດທີ່ໃຫຍ່ຫຼວງຂອງມະນຸດທີ່ເຊື່ອໃນພຣະເຈົ້າຄືການມີຄວາມເຊື່ອໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າບໍ່ມີຢູ່ຈິງໃນຊີວິດແທ້ຈິງຂອງເຂົາ. ແນ່ນອນ ມະນຸດທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງແມ່ນມາຈາກປາກຂອງມະນຸດ ແຕ່ພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງມະນຸດຊໍ້າແລ້ວຊໍ້າອີກ. ຍ້ອນມະນຸດບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງມະນຸດ ເພື່ອເຂົາຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕເຂົາເອງໃນການທົດລອງນັ້ນ. ຖ້າບໍ່ດັ່ງນັ້ນ ມະນຸດທັງໝົດຈະກາຍເປັນລູກຂອງອັກຄະເທວະດາ ແລະ ເລີ່ມເຮັດຜິດຫຼາຍຂຶ້ນເລື້ອຍໆ. ໃນຂະນະທີ່ມະນຸດເຊື່ອໃນພຣະເຈົ້າ ຄວາມຄາດໝາຍ ແລະ ເປົ້າໝາຍສ່ວນຕົວຈະຖືກປົດອອກໃນຂະນະທີ່ພຣະເຈົ້າຊຳລະເຂົາຢ່າງບໍ່ຢຸດຢັ້ງ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນມະນຸດຄົນນັ້ນ. ກ່ອນອື່ນ ພຣະເຈົ້າຊຳລະລ້າງມະນຸດໃຫ້ບໍລິສຸດ. ໃນຂະບວນການນີ້ ມະນຸດອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງມະນຸດ. ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາມະນຸດໄດ້ ແລະ ດ້ວຍວິທີນີ້ ຫົວໃຈຂອງມະນຸດຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ມະນຸດກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ; ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈແຫ່ງຄວາມຮັກໃຫ້ກັບພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ການມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ; ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ມະນຸດຄວນສະແຫວງຫາ. ເຈົ້າຄວນອຸທິດຄວາມພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະໄດ້ບັນລຸຜົນສຳເລັດໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງ ຄວາມເຊື່ອຂອງເຈົ້າກໍຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ໃນເສັ້ນທາງນີ້ ມະນຸດຫຼາຍຄົນສາມາດເວົ້າເຖິງຄວາມຮູ້ຕ່າງໆນາໆ ແຕ່ໃນເວລາແຫ່ງຄວາມຕາຍຂອງພວກເຂົາ ດວງຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາ ແລະ ພວກເຂົາຊັງໂຕເອງທີ່ໃຊ້ເວລາທັງຊີວິດຢ່າງສິ້ນເປືອງ ແລະ ດຳເນີນຊີວິດຢ່າງສູນເປົ່າ. ພວກເຂົາພຽງແຕ່ເຂົ້າໃຈທິດສະດີ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ ແລະ ເປັນພະຍານໃຫ້ກັບພຣະເຈົ້າໄດ້ ໂດຍທີ່ແລ່ນໄປນີ້ແດ່ຫັ້ນແດ່ຄືກັບເຜິ້ງທີ່ຫຍຸ້ງວຽກ; ເມື່ອພວກເຂົາໃກ້ຕາຍ ພວກເຂົາຈຶ່ງຮູ້ໃນຕອນສຸດທ້າຍວ່າ ພວກເຂົາຂາດຄຳພະຍານທີ່ແທ້ຈິງ ເຊິ່ງພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ ນີ້ບໍ່ແມ່ນເປັນສິ່ງທີ່ຊ້າເກີນໄປບໍ? ເປັນຫຍັງເຈົ້າຈຶ່ງບໍ່ຖືໂອກາດເວລາທີ່ມີຢູ່ ແລະ ສະແຫວງຫາຄວາມຈິງທີ່ເຈົ້າຮັກ? ເປັນຫຍັງຕ້ອງຖ້າໃຫ້ຮອດມື້ອື່ນ? ຖ້າໃນຊີວິດ ເຈົ້າບໍ່ໄດ້ທົນທຸກເພື່ອຄວາມຈິງ ຫຼື ສະແຫວງຫາເພື່ອໄດ້ຮັບມັນມາ, ເປັນໄປໄດ້ບໍ່ວ່າ ເຈົ້າຕ້ອງການຄວາມຮູ້ສຶກເສຍໃຈໃນເວລາທີ່ກຳລັງຈະຕາຍ? ຖ້າເປັນດັ່ງນັ້ນ ເປັນຫຍັງຈຶ່ງຕ້ອງເຊື່ອໃນພຣະເຈົ້າ? ໃນຄວາມເປັນຈິງແລ້ວ ມີຫຼາຍຢ່າງທີ່ມະນຸດສາມາດເຮັດໄດ້ ພຽງແຕ່ເຂົາອຸທິດຄວາມພະຍາຍາມພຽງໜ້ອຍດຽວກໍສາມາດນໍາເອົາຄວາມຈິງໄປປະຕິບັດ ແລະ ເປັນທີ່ພໍໃຈພຣະເຈົ້າໄດ້. ຫົວໃຈຂອງມະນຸດຖືກຄອບງໍາໂດຍຜີຮ້າຍ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສາມາດປະຕິບັດເພື່ອຜົນປະໂຫຍດຂອງພຣະເຈົ້າໄດ້. ກົງກັນຂ້າມ ເຂົາເດີນທາງໄປມາເພື່ອເນື້ອໜັງຂອງຕົນຢູ່ເລື້ອຍໆ ແລະ ບໍ່ໄດ້ຮັບຜົນປະໂຫຍດຫຍັງໃນທີ່ສຸດ. ຍ້ອນເຫດຜົນເຫຼົ່ານີ້ທີ່ມະນຸດມີບັນຫາ ແລະ ຄວາມທຸກທໍລະມານຢູ່ເລື້ອຍໆ. ສິ່ງເຫຼົ່ານີ້ບໍ່ແມ່ນຄວາມທໍລະມານຂອງຊາຕານບໍ? ນີ້ບໍ່ແມ່ນການເສື່ອມໂຊມຂອງເນື້ອໜັງບໍ? ເຈົ້າບໍ່ຄວນຫຼອກລວງພຣະເຈົ້າໂດຍການຮັບໃຊ້ແຕ່ປາກ. ກົງກັນຂ້າມ ເຈົ້າຕ້ອງເລີ່ມປະຕິບັດໃຫ້ມັນຈັບຕ້ອງໄດ້. ຢ່າຫຼອກລວງໂຕເອງ; ແບບນັ້ນຈະໄດ້ປະໂຫຍດຫຍັງ? ເຈົ້າຈະໄດ້ຮັບຫຍັງຈາກການດຳເນີນຊີວິດໂດຍເຫັນແກ່ເນື້ອໜັງຂອງໂຕເຈົ້າເອງ ແລະ ເຮັດວຽກໜັກເພື່ອຊື່ສຽງ ແລະ ຊັບສິນ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ
357. ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ່ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການຕັດສິນໃຈທີ່ດີ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່າທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້, ພວກເຂົາຈະຖືກເບິ່ງຂ້າມໄປກ່ອນ ໃນຂະນະທີ່ມີການສະໜອງຄວາມຈິງ. ເມື່ອຄວາມຈິງທັງໝົດຖືກເປີດເຜີຍຕໍ່ມວນມະນຸດແລ້ວ, ຜູ້ຄົນເຫຼົ່ານັ້ນຈະໄດ້ຖືກກໍາຈັດ; ນັ້ນຈະເປັນເວລາທີ່ທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ເນື່ອງຈາກຄວາມສະຫຼາດໜ້ອຍດຽວຂອງພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີຈະພິນາດດ້ວຍມືຂອງຄົນທີ່ຊົ່ວຮ້າຍ, ພວກເຂົາຈະຖືກຫຼອກລວງອອກໄປໂດຍຄົນຊົ່ວຮ້າຍນັ້ນ ເຊິ່ງຈະບໍ່ສາມາດກັບຄືນມາໄດ້. ການປະຕິບັດດັ່ງກ່າວຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ, ຍ້ອນວ່າ ພວກເຂົາບໍ່ສາມາດຢືນຢູ່ຂ້າງຄວາມຈິງ, ຍ້ອນວ່າ ພວກເຂົາຕິດຕາມຄົນທີ່ຊົ່ວຮ້າຍ ແລະ ຢືນຢູ່ຂ້າງຄົນທີ່ຊົ່ວຮ້າຍ ແລະ ຍ້ອນວ່າ ພວກເຂົາສົມຮູ້ຮ່ວມຄິດກັບຄົນທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາຮູ້ດີວ່າ ຜູ້ຄົນທີ່ຊົ່ວຮ້າຍເຫຼົ່ານັ້ນແຜ່ລັດສະໝີຂອງຄວາມຊົ່ວຮ້າຍ ແຕ່ພວກເຂົາເຮັດໃຫ້ຫົວໃຈຂອງພວກເຂົາແຂງກະດ້າງ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຄວາມຈິງທີ່ຕິດຕາມພວກເຂົາ. ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງ ແຕ່ເຮັດໃນສິ່ງທີ່ກໍ່ເກີດຄວາມພິນາດ ແລະ ໜ້າກຽດຊັງ ແມ່ນບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍບໍ? ເຖິງແມ່ນວ່າ ຈະມີຄົນເຫຼົ່ານັ້ນໃນທ່າມກາງພວກເຂົາທີ່ເອີ້ນໂຕເອງວ່າ ພະລາຊາ ແລະ ຜູ້ອື່ນທີ່ຕິດຕາມພວກເຂົາ ແຕ່ທໍາມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າບໍ່ຄືກັນທັງໝົດບໍ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊອບທໍາ? ມັນບໍ່ແມ່ນຄວາມຊົ່ວຮ້າຍຂອງພວກເຂົາເອງບໍ ທີ່ທໍາລາຍພວກເຂົາ? ບໍ່ແມ່ນຄວາມກະບົດຂອງພວກເຂົາບໍ ທີ່ດຶງພວກເຂົາລົງໄປສູ່ນາຮົກ? ໃນທີ່ສຸດ ຜູ້ຄົນທີ່ປະຕິບັດຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນຍ້ອນຄວາມຈິງ. ໃນທີ່ສຸດ ຜູ້ທີ່ບໍ່ປະຕິບັດຄວາມຈິງຈະດຶງຄວາມພິນາດມາສູ່ພວກເຂົາຍ້ອນຄວາມຈິງ. ສິ່ງເຫຼົ່ານີ້ແມ່ນຈຸດຈົບທີ່ລໍຖ້າຜູ້ທີ່ປະຕິບັດຄວາມຈິງ ແລະ ຜູ້ທີ່ບໍ່ປະຕິບັດຄວາມຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ