(I) ກ່ຽວກັບການເປີດເຜີຍຄວາມໝາຍຂອງການມີຄວາມເຊື່ອໃນພຣະເຈົ້າ
331. ເຖິງແມ່ນວ່າມີຫຼາຍຄົນເຊື່ອໃນພຣະເຈົ້າ, ມີໜ້ອຍຄົນທີ່ເຂົ້າໃຈຄວາມໝາຍຂອງຄວາມເຊື່ອໃນພຣະເຈົ້າ ແລະ ສິ່ງທີ່ພວກເຂົາຕ້ອງປະຕິບັດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ເຖິງພວກເຂົາຈະລຶ້ງເຄີຍກັບຄໍາວ່າ “ພຣະເຈົ້າ” ແລະ ວະລີ ເຊັ່ນ: “ພາລະກິດຂອງພຣະເຈົ້າ” ພວກເຂົາກໍບໍ່ຮູ້ຈັກພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຮູ້ຈັກພາລະກິດຂອງພຣະອົງ. ດັ່ງນັ້ນ ບໍ່ແປກໃຈເລີຍທີ່ທຸກຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າພາກັນສັບສົນໃນຄວາມເຊື່ອຂອງພວກເຂົາກ່ຽວກັບພຣະເຈົ້າ. ຜູ້ຄົນບໍ່ຈິງຈັງກັບຄວາມເຊື່ອໃນພຣະເຈົ້າ ແລະ ທັງໝົດນີ້ກໍຍ້ອນວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍເກີນໄປ ແລະ ແປກປະຫຼາດເກີນໄປສໍາລັບພວກເຂົາ. ໃນລັກສະນະນີ້ ພວກເຂົາຈຶ່ງຂາດຄຸນສົມບັດທີ່ພຣະເຈົ້າຕ້ອງການ. ເວົ້າອີກຢ່າງໜຶ່ງກໍຄື ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ ແລ້ວພວກເຂົາກໍບໍ່ເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ ແລະ ແຮງໄກທີ່ພວກເຂົາຈະສາມາດບັນລຸຕາມຄວາມປະສົງຂອງພຣະອົງໄດ້. “ຄວາມເຊື່ອໃນພຣະເຈົ້າ” ໝາຍເຖິງການເຊື່ອວ່າມີພຣະເຈົ້າ; ນີ້ແມ່ນຄວາມຄິດກ່ຽວກັບການເຊື່ອພຣະເຈົ້າແບບທໍາມະດາທີ່ສຸດ. ອີກຢ່າງ ການເຊື່ອວ່າມີພຣະເຈົ້າບໍ່ຄືກັບການເຊື່ອໃນພຣະເຈົ້າຢ່າງແທ້ຈິງ; ກົງກັນຂ້າມ ມັນເປັນຄວາມເຊື່ອແບບທໍາມະດາທີ່ເນັ້ນໜັກໃສ່ທາງດ້ານສາສະໜາ. ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າໝາຍເຖິງສິ່ງດັ່ງຕໍ່ໄປນີ້: ບົນພື້ນຖານຂອງຄວາມເຊື່ອທີ່ວ່າພຣະເຈົ້າປົກຄອງສັບພະສິ່ງທັງປວງ, ຄົນໃດໜຶ່ງຕ້ອງຜະເຊີນກັບພຣະທໍາຂອງພຣະອົງ ແລະ ພາລະກິດຂອງພຣະອົງ, ລົບລ້າງອຸປະນິໄສທີ່ເສື່ອມຊາມຂອງຕົນເອງ, ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ມາຮູ້ຈັກພຣະເຈົ້າ. ມີພຽງແຕ່ການເດີນທາງແບບນີ້ເທົ່ານັ້ນ ຈຶ່ງຈະສາມາດເອີ້ນໄດ້ວ່າ “ຄວາມເຊື່ອໃນພຣະເຈົ້າ”. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນມັກຈະເຫັນຄວາມເຊື່ອໃນພຣະເຈົ້າເປັນເລື່ອງທໍາມະດາ ແລະ ບໍ່ສໍາຄັນ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າໃນລັກສະນະນີ້ແມ່ນໄດ້ສູນເສຍຄວາມໝາຍຂອງການເຊື່ອໃນພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາອາດສືບຕໍ່ເຊື່ອຈົນເຖິງທີ່ສຸດ, ພວກເຂົາກໍຈະບໍ່ໄດ້ຮັບການເຫັນດີຈາກພຣະເຈົ້າ, ນັ້ນກໍຍ້ອນວ່າ ພວກເຂົາຍ່າງໃນເສັ້ນທາງທີ່ຜິດ. ປັດຈຸບັນນີ້, ຍັງມີຜູ້ຄົນທີ່ເຊື່ອໃນພຣະເຈົ້າຕາມຕົວໜັງສື ແລະ ໃນທິດສະດີທີ່ວ່າງເປົ່າ. ພວກເຂົາບໍ່ຮູ້ວ່າ ພວກເຂົາຂາດແກ່ນແທ້ແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດໄດ້ຮັບຄວາມເຫັນດີຈາກພຣະເຈົ້າ. ແຕ່ພວກເຂົາກໍຍັງອະທິຖານຂໍພອນເພື່ອຄວາມປອດໄພ ແລະ ຄວາມກະລຸນາຢ່າງພຽງພໍຈາກພຣະເຈົ້າ. ໃຫ້ພວກເຮົາຢຸດ, ເຮັດໃຫ້ຫົວໃຈຂອງພວກເຮົາສະຫງົບ ແລະ ຖາມຕົນເອງວ່າ: ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າເປັນເລື່ອງທີ່ງ່າຍທີ່ສຸດແທ້ໃນໂລກນີ້? ມັນເປັນໄປໄດ້ບໍວ່າ ການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍຫຍັງນອກຈາກເປັນການຮັບເອົາຄວາມກະລຸນາຢ່າງໃຫຍ່ຫຼວງຈາກພຣະເຈົ້າ? ຜູ້ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ຫຼື ເຊື່ອໃນພຣະອົງ ແຕ່ຕໍ່ຕ້ານພຣະອົງ ຈະສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແທ້ບໍ?
(ຄັດຈາກບົດນໍາຂອງໜັງສືພຣະທຳປາກົດໃນຮ່າງກາຍ)
332. ແລ້ວໃນປັດຈຸບັນນີ້, ຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າແມ່ນຫຍັງ? ຄວາມເຊື່ອແທ້ຈິງກໍຄື ການຮັບເອົາພຣະທໍາຂອງພຣະເຈົ້າເປັນຄວາມຈິງຂອງຊີວິດເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຈາກພຣະທໍາຂອງພຣະອົງເພື່ອຈະໄດ້ຮັບຄວາມຮັກທີ່ແທ້ຈິງຈາກພຣະອົງ. ກ່າວຢ່າງຈະແຈ້ງກໍຄື: ການເຊື່ອໃນພຣະເຈົ້າກໍເພື່ອວ່າເຈົ້າຈະໄດ້ເຊື່ອຟັງພຣະເຈົ້າ, ຮັກພຣະເຈົ້າ ແລະ ປະຕິບັດໜ້າທີ່ທີ່ມະນຸດຄວນປະຕິບັດ. ນີ້ແມ່ນຈຸດປະສົງຂອງການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງບັນລຸຄວາມຮູ້ກ່ຽວກັບຄວາມໜ້າຮັກຂອງພຣະເຈົ້າ, ຮູ້ຈັກຄຸນຄ່າຂອງພຣະເຈົ້າທີ່ຄວນເຄົາລົບນັບຖື ແລະ ວິທີທີ່ພຣະເຈົ້າປະຕິບັດພາລະກິດແຫ່ງການໄຖ່ບາບ. ເຈົ້າຕ້ອງຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ສິ່ງທີ່ມີຊີວິດທັງຫຼາຍຂອງພຣະອົງສົມບູນແບບ ເຊິ່ງນີ້ຄືພື້ນຖານໃນການເຊື່ອທີ່ເຈົ້າສົມຄວນມີ. ການເຊື່ອໃນພຣະເຈົ້າ ຄືການປ່ຽນຈາກຊີວິດຂອງເນື້ອໜັງໄປສູ່ຊີວິດແຫ່ງການຮັກພຣະເຈົ້າ ແລະ ປ່ຽນຈາກການດໍາລົງຊີວິດພາຍໃນຄວາມເຊື່ອມຊາມໄປສູ່ການດໍາລົງຊີວິດພາຍໃນຊີວິດຂອງພຣະທໍາພຣະເຈົ້າ. ການເຊື່ອໃນພຣະເຈົ້າຄືການໜີອອກຈາກພາຍໃຕ້ການຄວບຄຸມຂອງຊາຕານ, ໃຊ້ຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ; ການເຊື່ອໃນພຣະເຈົ້າຄືການຮັບເຊື່ອຟັງຕໍ່ພຣະເຈົ້າ ແລະ ບໍ່ເຊື່ອຟັງຕໍ່ເນື້ອໜັງ; ການເຊື່ອພຣະເຈົ້າຄືການອະນຸຍາດໃຫ້ພຣະເຈົ້າຮັບເອົາຫົວໃຈທັງໝົດຂອງເຈົ້າ, ອະນຸຍາດໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ ແລະ ປົດປ່ອຍຕົວເຈົ້າເອງອອກຈາກນິໄສຊາຕານ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວກໍເພື່ອວ່າລິດອຳນາດ ແລະ ລັດສະໝີພາບຂອງພຣະເຈົ້າຈະໄດ້ປາກົດໃນຕົວເຈົ້າ ເພື່ອວ່າເຈົ້າຈະໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ, ສຳເລັດແຜນການຂອງພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຕໍ່ໜ້າຊາຕານ. ການເຊື່ອໃນພຣະເຈົ້າບໍ່ຄວນເພື່ອເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ ຫຼື ເພື່ອເຫັນແກ່ຜົນປະໂຫຍດສ່ວນຕົວຂອງຮ່າງກາຍຕົນເອງ. ການເຊື່ອໃນພຣະເຈົ້າ ຄວນເຊື່ອເພື່ອສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ເພື່ອສາມາດເຊື່ອຟັງພຣະເຈົ້າ ແລະ ເປັນເໝືອນດັ່ງເປໂຕທີ່ເຊື່ອຟັງພຣະອົງຈົນເຖິງແກ່ຄວາມຕາຍ. ນີ້ແມ່ນສິ່ງຕົ້ນຕໍທີ່ຕ້ອງໄດ້ບັນລຸຜົນ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າກໍ່ເພື່ອຮູ້ຈັກພຣະເຈົ້າ ແລະ ເພື່ອເຮັດໃຫ້ເປັນທີ່ພໍໃຈພຣະເຈົ້າ. ການກິນ ແລະ ດື່ມພຣະທໍາຂອງພຣະເຈົ້າເຮັດໃຫ້ເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍຂຶ້ນ, ພຽງວິທີນີ້ເທົ່ານັ້ນເຈົ້າຈິ່ງສາມາດເຊື່ອຟັງພຣະເຈົ້າໄດ້. ພຽງແຕ່ເຈົ້າຮູ້ຈັກພຣະເຈົ້າເທົ່ານັ້ນ ເຈົ້າກໍສາມາດຮັກພຣະອົງໄດ້ ແລະ ນີ້ຄືເປົ້າໝາຍດຽວທີ່ມະນຸດຄວນມີໃນການເຊື່ອຕໍ່ພຣະເຈົ້າ. ຖ້າໃນການເຊື່ອຂອງເຈົ້າ, ເຈົ້າພະຍາຍາມຫວັງເຫັນໝາຍສໍາຄັນ ແລະ ສິ່ງມະຫັດສະຈັນ, ຄວາມເຊື່ອຂອງເຈົ້າແມ່ນບໍ່ຖືກຕ້ອງ. ການເຊື່ອໃນພຣະເຈົ້າ ຕົ້ນຕໍແລ້ວ ແມ່ນການຍອມຮັບພຣະທໍາຂອງພຣະເຈົ້າເປັນຄວາມຈິງແຫ່ງຊີວິດ. ມີພຽງການເອົາພຣະທໍາຂອງພຣະເຈົ້າທີ່ອອກຈາກປາກຂອງພຣະອົງໄປປະຕິບັດ ແລະ ເຮັດຕາມພຣະທໍາດ້ວຍຕົວເຈົ້າເອງເທົ່ານັ້ນ ຈິ່ງຖືວ່າເຈົ້າໄດ້ບັນລຸຕາມຄວາມປະສົງຂອງພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ມະນຸດຄວນສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ, ສາມາດອ່ອນນ້ອມຕໍ່ພຣະເຈົ້າ ແລະ ການເຊື່ອຟັງພຣະເຈົ້າຢ່າງສົມບູນ. ຖ້າເຈົ້າສາມາດເຊື່ອຟັງພຣະເຈົ້າໂດຍບໍ່ມີການຈົ່ມວ່າໃດໆ, ໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ບັນລຸຕາມວຸດທິພາວະຂອງເປໂຕ, ມີແນວທາງແບບເປໂຕທີ່ພຣະເຈົ້າໄດ້ກ່າວໄວ້ ແລ້ວນັ້ນກໍແມ່ນເວລາທີ່ເຈົ້າໄດ້ບັນລຸຜົນສຳເລັດໃນການເຊື່ອໃນພຣະເຈົ້າ ແລະ ເປັນການສະແດງໃຫ້ເຫັນວ່າ ເຈົ້າໄດ້ຖືກຮັບໂດຍພຣະເຈົ້າແລ້ວ.
(ຄັດຈາກບົດ “ທຸກສິ່ງບັນລຸໂດຍພຣະທໍາຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
333. ໃນເມື່ອເຈົ້າເຊືອໃນພຣະເຈົ້າ, ເຈົ້າກໍຕ້ອງກິນ ແລະ ດື່ມພຣະທໍາຂອງພຣະອົງ, ສໍາພັດພຣະທໍາຂອງພຣະອົງ ແລະ ໃຊ້ຊີວິດຕາມພຣະທໍາຂອງພຣະອົງ. ພຽງແບບນີ້ເທົ່ານັ້ນຈຶ່ງສາມາດເອີ້ນໄດ້ວ່າ ເປັນການເຊື່ອໃນພຣະເຈົ້າ! ຖ້າເຈົ້າເວົ້າວ່າ ເຈົ້າເຊື່ອໃນພຣະເຈົ້າດ້ວຍປາກຂອງເຈົ້າ ແຕ່ບໍ່ສາມາດກ່າວຂໍ້ຄວາມຂອງພຣະທໍາຂອງພຣະອົງ ຫຼື ປະຕິບັດຕາມພຣະທໍານັ້ນໄດ້, ນີ້ບໍ່ເອີ້ນວ່າ ເປັນການເຊື່ອໃນພຣະເຈົ້າ. ກົງກັນຂ້າມ, ນີ້ແມ່ນ “ການຊອກຫາເຂົ້າຈີ່ເພື່ອສະໜອງຄວາມອຶດຫິວ”. ການເວົ້າເຖິງການເປັນພະຍານຢ່າງບໍ່ຈິງຈັງ, ສິ່ງທີ່ບໍ່ມີປະໂຫຍດ ແລະ ເລຶ່ອງຜີວເຜີນເທົ່ານັ້ນ ໂດຍບໍ່ມີຄວາມເປັນຈິງແມ່ນແຕ່ໜ້ອຍດຽວ; ສິ່ງເຫຼົ່ານີ້ບໍ່ແມ່ນການເຊື່ອໃນພຣະເຈົ້າ ແລະ ເຈົ້າບໍ່ມີຄວາມເຂົ້າໃຈວິທີທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໃຫ້ໄດ້ຫຼາຍທີ່ສຸດ? ຖ້າເຈົ້າບໍ່ກິນ ແລະ ດື່ມພຣະທໍາຂອງພຣະອົງ ແຕ່ ສະແຫວງຫາພຽງແຕ່ຢາກຂຶ້ນສະຫວັນ, ແລ້ວນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ຂັ້ນຕອນທໍາອິດທີ່ຜູ້ເຊື່ອໃນພຣະເຈົ້າຄວນເຮັດແມ່ນຫຍັງ? ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ເຈົ້າສາມາດສົມບູນແບບ ໂດຍບໍ່ຕ້ອງກິນ ແລະ ດື່ມພຣະທໍາຂອງພຣະເຈົ້າໄດ້ບໍ? ເຈົ້າຖືວ່າເປັນຄົນຂອງອານາຈັກ ໂດຍປາດສະຈາກພຣະທໍາຂອງພຣະເຈົ້າທີ່ໃຊ້ເປັນໂລກແຫ່ງຄວາມຈິງຂອງເຈົ້າໄດ້ບໍ? ການເຊື່ອໃນພຣະເຈົ້າແມ່ນໝາຍເຖິງຫຍັງແທ້? ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງໜ້ອຍຄວນມີພຶດຕິກໍາພາຍນອກທີ່ດີ; ສໍາຄັນທີ່ສຸດຄື ທຸກຄົນຕ້ອງຮັບເອົາພຣະທໍາຂອງພຣະເຈົ້າ. ບໍ່ວ່າດ້ວຍເຫດໃດກໍຕາມ ເຈົ້າບໍ່ສາມາດລົບໜີຈາກພຣະທໍາຂອງພຣະເຈົ້າໄດ້. ການຮູ້ຈັກພຣະເຈົ້າ ແລະ ການປະຕິບັດຕາມຈຸດປະສົງຂອງພຣະອົງ ທັງໝົດແມ່ນບັນລຸຜົນຜ່ານພຣະທໍາຂອງພຣະອົງ. ໃນອະນາຄົດ ພຣະທໍາຈະເອົາຊະນະທຸກຊາດ, ສາສະໜາຄຣິດ, ສາສະໜາ ແລະ ທຸກພາກສ່ວນ. ພຣະເຈົ້າຈະກ່າວໂດຍກົງ ແລະ ທຸກຄົນຈະຮັບເອົາພຣະທໍາຂອງພຣະອົງໄວ້ໃນກໍາມືຂອງພວກເຂົາ; ດ້ວຍວິທີນີ້, ມະນຸດຊາດກໍຈະສົມບູນ. ພຣະທໍາຂອງພຣະເຈົ້າຈະເຜີຍແຜ່ໄປທົ່ວ ທັງພາຍໃນ ແລະ ພາຍນອກ; ມະນຸດຈະເວົ້າເຖິງພຣະທໍາຂອງພຣະເຈົ້າດ້ວຍປາກຂອງພວກເຂົ້າ, ປະຕິບັດຕາມພຣະທໍາຂອງພຣະເຈົ້າ, ເກັບຮັກສາພຣະທໍາຂອງພຣະອົງໄວ້ໃນໃຈ ແລະ ສືບຕໍ່ຮັບເອົາພຣະທໍາຂອງພຣະອົງທັງພາຍໃນ ແລະ ພາຍນອກ. ດັ່ງນັ້ນ, ມະນຸດຈຶ່ງຈະສົມບຸນແບບ. ຜູ້ທີ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສາມາດເປັນພະຍານຝ່າຍພຣະອົງ, ຜູ້ຄົນເຫຼົ່ານີ້ຄືຄົນທີ່ມີພຣະທໍາຂອງພຣະເຈົ້າເປັນໂລກແຫ່ງຄວາມຈິງຂອງພວກເຂົາ.
(ຄັດຈາກບົດ “ຍຸກແຫ່ງອານາຈັກແມ່ນຍຸກແຫ່ງພຣະທໍາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
334. ວັນນີ້ ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າທີ່ແທ້ຈິງ, ເຈົ້າຕ້ອງເລີ່ມຕົ້ນຈາກເສັ້ນທາງທີ່ຖືກຕ້ອງ. ເມື່ອມີຄວາມເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນສະແຫວງຫາພຽງໄດ້ຮັບພອນເທົ່ານັ້ນ ແຕ່ພະຍາຍາມຮັກພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ. ຜ່ານການນໍາໄປສູ່ຄວາມສະຫວ່າງຂອງພຣະອົງ ແລະ ການສະແຫວງຫາຂອງເຈົ້າເອງ ເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະອົງ, ສ້າງຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າເຊິ່ງມາຈາກຫົວໃຈຂອງເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະເຈົ້າແມ່ນແທ້ຈິງທີ່ສຸດ ເຊິ່ງບໍ່ມີໃຜສາມາດທຳລາຍ ຫຼື ຂວາງທາງຄວາມຮັກຂອງເຈົ້າທີ່ໃຫ້ກັບພຣະອົງໄດ້. ເມື່ອນັ້ນ ເຈົ້າຈະຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າ. ມັນພິສູດໃຫ້ເຫັນວ່າ ເຈົ້າເປັນຄົນຂອງພຣະເຈົ້າ ຍ້ອນຫົວໃຈຂອງເຈົ້າຖືກຄອບຄອງໂດຍພຣະເຈົ້າ ແລະ ເຈົ້າບໍ່ສາມາດຖືກຄອບຄອງໂດຍສິ່ງອື່ນອີກ. ຍ້ອນປະສົບການຂອງເຈົ້າ, ຜົນຕາມມາທີ່ເຈົ້າໄດ້ຮັບ ແລະ ພາລະກິດຂອງພຣະເຈົ້າ, ເຈົ້າຈຶ່ງສາມາດສ້າງຄວາມຮັກທີ່ບໍ່ມີເງື່ອນໄຂໃຫ້ກັບພຣະເຈົ້າ. ເມື່ອນັ້ນ ເຈົ້າຈະເປັນອິດສະຫຼະຈາກການຊັກນໍາຂອງຊາຕານ ແລະ ດຳລົງຊີວິດໃນແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ. ພຽງເມື່ອເຈົ້າໄດ້ຮັບອິດສະຫຼະຈາກອິດທິພົນແຫ່ງຄວາມມືດເທົ່ານັ້ນ ເຈົ້າຈຶ່ງສາມາດຖືວ່າໄດ້ຮັບເອົາພຣະເຈົ້າ. ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າຕ້ອງສະແຫວງຫາເປົ້າໝາຍນີ້. ນີ້ແມ່ນໜ້າທີ່ຂອງພວກເຈົ້າແຕ່ລະຄົນ. ບໍ່ມີໃຜທີ່ຄວນພໍໃຈໃນສິ່ງທີ່ພວກເຂົາເປັນ. ພວກເຈົ້າບໍ່ສາມາດສອງຈິດສອງໃຈໃນພາລະກິດຂອງພຣະເຈົ້າ ຫຼື ຖືເບົາໃນສິ່ງນັ້ນ. ພວກເຈົ້າຄວນຄິດເຖິງພຣະເຈົ້າຢູ່ທຸກປະການ ແລະ ຕະຫຼອດເວລາ ແລະ ເຮັດທຸກຢ່າງໂດຍເຫັນແກ່ຜົນປະໂຫຍດຂອງພຣະອົງ. ເມື່ອພວກເຈົ້າກ່າວ ຫຼື ເຮັດທຸກໆຢ່າງ ພວກເຈົ້າຄວນເຫັນແກ່ປະໂຫຍດຂອງຄົວເຮືອນຂອງພຣະເຈົ້າກ່ອນ. ມີພຽງແຕ່ສິ່ງນີ້ທີ່ເປັນການດຳເນີນຊີວິດຕາມຄວາມປະສົງຂອງພຣະເຈົ້າ.
(ຄັດຈາກບົດ “ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
335. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະບໍ່ຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືຄວາມປະສົງຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັນສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການເຊື່ອຟັງຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.
(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
336. ຫຼັງຈາກເວລາຫຼາຍປີ, ເຮົາໄດ້ເຫັນຫຼາຍຄົນທີ່ເຊື່ອໃນພຣະເຈົ້າ. ຄວາມເຊື່ອຂອງພວກເຂົາໄດ້ປ່ຽນແປງໃຫ້ພຣະເຈົ້າກາຍເປັນຫຍັງໃນຄວາມຄິດຂອງພວກເຂົາ? ບາງຄົນເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນພຽງອາກາດທີ່ວ່າງເປົ່າ. ຄົນເຫຼົ່ານີ້ບໍ່ມີຄຳຕອບຕໍ່ຄຳຖາມທີ່ກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ຍ້ອນພວກເຂົາບໍ່ສາມາດຮູ້ສຶກ ຫຼື ຮັບຮູ້ການສະຖິດຢູ່ຂອງພຣະອົງ ຫຼື ການບໍ່ສະຖິດຢູ່ຂອງພຣະອົງ, ແຮງໄກທີ່ພວກເຂົາຈະເຫັນສິ່ງນັ້ນຢ່າງຊັດເຈນ ຫຼື ເຂົ້າໃຈເຖິງສິ່ງນັ້ນ. ພາຍໃນຈິດໃຕ້ສຳນຶກ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ມີຢູ່ຈິງ. ບາງຄົນກໍເຊື່ອໃນພຣະເຈົ້າຄືກັບວ່າພຣະອົງເປັນມະນຸດ. ຄົນເຫຼົ່ານີ້ຄິດວ່າ ພຣະອົງບໍ່ສາມາດເຮັດທຸກສິ່ງທຸກຢ່າງທີ່ພວກເຂົາເອງກໍບໍ່ສາມາດເຮັດເຊັ່ນດຽວກັນ ແລະ ພຣະອົງຄວນຄິດຕາມທີ່ພວກເຂົາຄິດ. ນິຍາມຂອງພວກເຂົາກ່ຽວກັບພຣະເຈົ້າກໍຄື “ບຸກຄົນທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້”. ຍັງມີກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນຫຸ່ນຕຸກກະຕາ; ຄົນເຫຼົ່ານີ້ເຊື່ອວ່າ ພຣະເຈົ້າບໍ່ມີຄວາມຮູ້ສຶກ. ພວກເຂົາຄິດວ່າພຣະເຈົ້າເປັນຮູບປັ້ນດິນດາກ ແລະ ເມື່ອຜະເຊີນກັບບັນຫາ, ພຣະເຈົ້າກໍບໍ່ມີທ່າທີ, ມຸມມອງ ຫຼື ແນວຄິດໃດໆ; ພວກເຂົາເຊື່ອວ່າພຣະອົງຖືກຄວບຄຸມໂດຍມະນຸດຊາດ. ຜູ້ຄົນພຽງເຊື່ອໃນສິ່ງທີ່ພວກເຂົາຕ້ອງການເຊື່ອ. ຖ້າພວກເຂົາເຮັດໃຫ້ພຣະອົງຍິ່ງໃຫຍ່, ແລ້ວພຣະອົງກໍຍິ່ງໃຫຍ່; ຖ້າພວກເຂົາເຮັດໃຫ້ພຣະອົງເລັກນ້ອຍ, ແລ້ວພຣະອົງກໍເລັກນ້ອຍ. ເມື່ອຜູ້ຄົນເຮັດບາບ ແລະ ຕ້ອງການຄວາມເມດຕາ, ຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ, ພວກເຂົາກໍຄິດເອງວ່າພຣະເຈົ້າຄວນປະທານຄວາມເມດຕາຂອງພຣະອົງ. ຄົນເຫຼົ່ານີ້ປະດິດ “ພຣະເຈົ້າ” ໃນຄວາມຄິດຂອງພວກເຂົາເອງ ແລະ ຫຼັງຈາກນັ້ນກໍເຮັດໃຫ້ “ພຣະເຈົ້າ” ນີ້ປະຕິບັດຕາມຄຳຮຽກຮ້ອງຂອງພວກເຂົາ ແລະ ສະໜອງຄວາມປາຖະໜາຂອງພວກເຂົາທັງໝົດ. ບໍ່ວ່າເມື່ອໃດ ຫຼື ຢູ່ໃສ ແລະ ບໍ່ວ່າຄົນດັ່ງກ່າວຈະເຮັດຫຍັງກໍຕາມ, ພວກເຂົາຈະນໍາໃຊ້ຄວາມເພີ້ຝັນນີ້ໃນການປະຕິບັດຕໍ່ພຣະເຈົ້າ ແລະ ໃນຄວາມເຊື່ອຂອງພວກເຂົາ. ເຖິງກັບມີຄົນທີ່ຍັງເຊື່ອວ່າພຣະອົງສາມາດຊ່ວຍພວກເຂົາໃຫ້ລອດພົ້ນ ຫຼັງຈາກທີ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຍ້ອນພວກເຂົາຖືວ່າຄວາມຮັກຂອງພຣະເຈົ້າບໍ່ມີຂອບເຂດ ແລະ ອຸປະນິໄສຂອງພຣະອົງກໍຊອບທຳ ແລະ ບໍ່ວ່າຜູ້ຄົນຈະທ້າທາຍພຣະອົງຫຼາຍສໍ່າໃດກໍຕາມ, ພຣະອົງກໍຈະບໍ່ຈົດຈໍາສິ່ງນັ້ນໄວ້. ພວກເຂົາຄິດວ່າ ຍ້ອນຄວາມບົກຜ່ອງຂອງມະນຸດ, ການລ່ວງເກີນຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດເປັນການສະແດງອອກເຖິງອຸປະນິໄສຂອງພວກເຂົາເປັນການຊົ່ວຄາວ, ພຣະເຈົ້າຈະໃຫ້ໂອກາດແກ່ຜູ້ຄົນ ແລະ ອົດກັ້ນ ແລະ ອົດທົນກັບພວກເຂົາ; ພວກເຂົາເຊື່ອວ່າພຣະເຈົ້າຈະຍັງຮັກພວກເຂົາຄືກັບແຕ່ກ່ອນ. ສະນັ້ນ ພວກເຂົາຈຶ່ງຍັງຮັກສາຄວາມຫວັງສູງທີ່ຈະບັນລຸຄວາມລອດພົ້ນ. ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າແນວໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ພຣະອົງກໍຈະມີທ່າທີທາງດ້ານລົບຕໍ່ພວກເຂົາ. ນີ້ກໍຍ້ອນວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ, ເຖິງແມ່ນເຈົ້າໄດ້ຈັບເອົາໜັງສືແຫ່ງພຣະທຳຂອງພຣະເຈົ້າ ແລະ ເຫັນວ່າມັນເປັນຄືກັບຊັບສົມບັດ ແລະ ສຶກສາ ແລະ ອ່ານມັນທຸກໆມື້, ແຕ່ເຈົ້າກໍຍັງປະວາງພຣະເຈົ້າທີ່ແທ້ຈິງໄວ້ທາງຂ້າງ. ເຈົ້ານັບຖືພຣະອົງວ່າເປັນພຽງອາກາດທີ່ວ່າງເປົ່າ ຫຼື ເປັນພຽງບຸກຄົນໜຶ່ງ ແລະ ພວກເຈົ້າບາງຄົນນັບຖືພຣະອົງເປັນພຽງແຕ່ຫຸ່ນຕຸກກະຕາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍອີງ ຕາມທີ່ເຮົາໄດ້ເຫັນ, ບໍ່ວ່າພວກເຈົ້າຈະຜະເຊີນກັບບັນຫາ ຫຼື ຜະເຊີນກັບສະຖານະການໃດໆກໍຕາມ, ສິ່ງເຫຼົ່ານັ້ນທີ່ຢູ່ໃນຈິດໃຕ້ສຳນຶກຂອງເຈົ້າ, ສິ່ງຕ່າງໆເຫຼົ່ານີ້ທີ່ເຈົ້າຍົກຂຶ້ນຢູ່ພາຍໃນ ແມ່ນບໍ່ເຄີຍກ່ຽວພັນກັບພຣະທຳຂອງພຣະເຈົ້າເລີຍ ຫຼື ການສະແຫວງຫາຄວາມຈິງຈັກເທື່ອ. ເຈົ້າພຽງແຕ່ຮູ້ຈັກວ່າເຈົ້າເອງກຳລັງຄິດຫຍັງ, ມຸມມອງຂອງເຈົ້າເອງແມ່ນຫຍັງ ແລະ ຫຼັງຈາກນັ້ນ ເຈົ້າກໍບັງຄັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງໃຫ້ກັບພຣະເຈົ້າ. ໃນຄວາມຄິດຂອງເຈົ້າ, ພວກມັນໄດ້ກາຍມາເປັນມຸມມອງຂອງພຣະເຈົ້າ ແລະ ເຈົ້າສ້າງມາດຕະຖານຂອງມຸມມອງເຫຼົ່ານີ້ທີ່ເຈົ້າຕ້ອງການສົ່ງເສີມຢ່າງແທ້ຈິງ. ດົນນານໄປ, ການປະຕິບັດແບບນີ້ຈະພາໃຫ້ເຈົ້າຫ່າງອອກຈາກພຣະເຈົ້າເລື້ອຍໆ.
(ຄັດຈາກບົດ “ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
337. ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີມຸມມອງ ທີ່ແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພຣະເຈົ້າທີ່ຢູ່ເທິງສະຫວັນຢູ່ສະເໝີ ເຊິ່ງສະແດງໃຫ້ເຫັນວ່າ ພວກເຂົາເຊື່ອໃນພຣະເຈົ້າ ບໍ່ແມ່ນຍ້ອນເພື່ອເຊື່ອຟັງພຣະອົງ ແຕ່ເພື່ອຮັບຜົນປະໂຫຍດບາງຢ່າງ ຫຼື ເພື່ອຫຼົບໜີຄວາມທຸກທໍລະມານທີ່ໄພພິບັດໄດ້ນໍາມາ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະຂ້ອນຂ້າງເຊື່ອຟັງ. ການເຊື່ອຟັງຂອງພວກເຂົາແມ່ນມີເງື່ອນໄຂ ນັ້ນກໍຄືເພື່ອຜົນປະໂຫຍດຕໍ່ຄວາມຫວັງສ່ວນຕົວຂອງພວກເຂົາ ແລະ ພວກເຂົາຖືກບິບບັງຄັບ. ສະນັ້ນ ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ຖ້າພຽງເພື່ອຜົນປະໂຫຍດຕໍ່ຄວາມຫວັງ ແລະ ເພື່ອຊາຕາກໍາຂອງເຈົ້າເທົ່ານັ້ນ ແລ້ວມັນຈະດີກວ່າຖ້າເຈົ້າບໍ່ໄດ້ເຊື່ອເລີຍ. ຄວາມເຊື່ອແບບນີ້ແມ່ນການຫຼອກລວງຕົວເອງ, ການເຮັດໃຫ້ໝັ້ນໃຈໃນຕົວເອງ ແລະ ການຍົກຍ້ອງຕົວເອງ. ຖ້າຄວາມເຊື່ອຂອງເຈົ້າບໍ່ໄດ້ຖືກສ້າງຂຶ້ນບົນພື້ນຖານຂອງການເຊື່ອຟັງພຣະເຈົ້າ ສຸດທ້າຍເຈົ້າກໍຈະຖືກລົງໂທດ ຍ້ອນການຕໍ່ຕ້ານພຣະເຈົ້າ. ທຸກຄົນທີ່ບໍ່ສະແຫວງຫາຄວາມເຊື່ອຟັງຕໍ່ພຣະເຈົ້າໃນຄວາມເຊື່ອຂອງພວກເຂົາກໍຕໍ່ຕ້ານພຣະເຈົ້າ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ, ໃຫ້ພວກເຂົາຫິວກະຫາຍຫາພຣະທໍາຂອງພຣະອົງ ແລະ ໃຫ້ກິນ ແລະ ດື່ມພຣະທໍາຂອງພຣະອົງ ແລະ ນໍາເອົາພຣະທໍາເຫຼົ່ານັ້ນມາປະຕິບັດ ເພື່ອວ່າພວກເຂົາຈະສາມາດບັນລຸການເຊື່ອຟັງຕໍ່ພຣະເຈົ້າ. ຖ້າສິ່ງເຫຼົ່ານີ້ຄືເຈດຕະນາທີ່ແທ້ຈິງຂອງເຈົ້າ, ແລ້ວພຣະເຈົ້າກໍຈະຍົກເຈົ້າຂຶ້ນຢ່າງແນ່ນອນ ແລະ ມີຄວາມເມດຕາຕໍ່ເຈົ້າຢ່າງແນ່ນອນ. ສິ່ງແມ່ນບໍ່ຕ້ອງສົງໄສ ແລະ ບໍ່ສາມາດປ່ຽນແປງໄດ້. ຖ້າເຈດຕະນາຂອງເຈົ້າບໍ່ແມ່ນເພື່ອເຊື່ອຟັງພຣະເຈົ້າ ແລະ ເຈົ້າມີເປົ້າໝາຍອື່ນ ແລ້ວທຸກສິ່ງທີ່ເຈົ້າເວົ້າ ແລະ ເຮັດ ແລະ ຄໍາອະທິຖານຕໍ່ໜ້າພຣະເຈົ້າ ແລະ ແມ່ນແຕ່ທຸກການກະທໍາຂອງເຈົ້າກໍຈະເປັນສິ່ງທີ່ຕໍ່ຕ້ານພຣະອົງ. ເຈົ້າອາດຈະເປັນຄົນທີ່ເວົ້າອ່ອນໂຍນ ແລະ ມີມາລະຍາດອ່ອນນ້ອມ, ທຸກການກະທໍາ ແລະ ທຸກຖ້ອຍຄໍາຂອງເຈົ້າອາດຈະເບິ່ງຄືຖືກຕ້ອງ ແລະ ເຈົ້າອາດຈະເບິ່ງຄືຄົນທີ່ເຊື່ອຟັງ ແຕ່ເມື່ອເວົ້າເຖິງເຈດຕະນາຂອງເຈົ້າ ແລະ ຄວາມມຸມມອງຂອງເຈົ້າກ່ຽວກັບຄວາມເຊື່ອຕໍ່ພຣະເຈົ້າແລ້ວ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນການຕໍ່ຕ້ານພຣະເຈົ້າ; ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ຊົ່ວຮ້າຍ. ຜູ້ຄົນທີ່ເບິ່ງຄືຄົນເຊື່ອຟັງ ປຽບເໝືອນດັ່ງໂຕແກະ ແຕ່ພັດມີຫົວໃຈທີ່ມີເຈດຕະນາອັນຊົ່ວຮ້າຍ ຜູ້ຄົນເຫຼົ່ານັ້ນກໍເປັນຄືກັບໝາປ່າທີ່ແຕ່ງກາຍເປັນໂຕແກະ. ພວກເຂົາລ່ວງເກີນພຣະເຈົ້າໂດຍກົງ ແລະ ພຣະເຈົ້າຈະບໍ່ລະເວັ້ນພວກເຂົາແມ່ນແຕ່ຄົນດຽວ. ພຣະວິນຍານບໍລິສຸດຈະເປີດເຜີຍພວກເຂົາແຕ່ລະຄົນ ແລະ ສະແດງໃຫ້ທຸກຄົນສາມາດເຫັນວ່າ ພຣະວິນຍານບໍລິສຸດຈະກຽດຊັງ ແລະ ປະຕິເສດຜູ້ຄົນເຫຼົ່ານັ້ນທີ່ໜ້າຊື່ໃຈຄົດຢ່າງແນ່ນອນ. ບໍ່ຕ້ອງກັງວົນ: ພຣະເຈົ້າຈະຈັດການ ແລະ ແກ້ໄຂພວກເຂົາແຕ່ລະຄົນຕາມລໍາດັບ.
(ຄັດຈາກບົດ “ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
338. ຄວາມຜິດທີ່ໃຫຍ່ຫຼວງຂອງມະນຸດທີ່ເຊື່ອໃນພຣະເຈົ້າຄືການມີຄວາມເຊື່ອໃນພຣະທໍາເທົ່ານັ້ນ ແລະ ພຣະເຈົ້າບໍ່ມີຢູ່ຈິງໃນຊີວິດແທ້ຈິງຂອງເຂົາ. ແນ່ນອນ ມະນຸດທຸກຄົນເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແຕ່ພຣະເຈົ້າບໍ່ແມ່ນສ່ວນໜຶ່ງໃນຊີວິດປະຈຳວັນຂອງພວກເຂົາ. ຄຳອະທິຖານຫາພຣະເຈົ້າຫຼາຍຄັ້ງແມ່ນມາຈາກປາກຂອງມະນຸດ ແຕ່ພຣະເຈົ້າບໍ່ໄດ້ຢູ່ໃນຫົວໃຈຂອງເຂົາ, ສະນັ້ນ ພຣະເຈົ້າຈຶ່ງທົດລອງມະນຸດຊໍ້າແລ້ວຊໍ້າອີກ. ຍ້ອນມະນຸດບໍ່ບໍລິສຸດ ພຣະເຈົ້າຈຶ່ງບໍ່ມີທາງເລືອກນອກຈາກທົດລອງມະນຸດ ເພື່ອເຂົາຈະຮູ້ສຶກລະອາຍ ແລະ ມາຮູ້ຈັກກັບໂຕເຂົາເອງໃນການທົດລອງນັ້ນ. ຖ້າບໍ່ດັ່ງນັ້ນ ມະນຸດທັງໝົດຈະກາຍເປັນລູກຂອງອັກຄະເທວະດາ ແລະ ເລີ່ມເຮັດຜິດຫຼາຍຂຶ້ນເລື້ອຍໆ. ໃນຂະນະທີ່ມະນຸດເຊື່ອໃນພຣະເຈົ້າ ຄວາມຄາດໝາຍ ແລະ ເປົ້າໝາຍສ່ວນຕົວຈະຖືກປົດອອກໃນຂະນະທີ່ພຣະເຈົ້າຊຳລະເຂົາຢ່າງບໍ່ຢຸດຢັ້ງ. ຖ້າບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ສາມາດໃຊ້ມະນຸດຄົນໃດໄດ້ ແລະ ພຣະເຈົ້າກໍບໍ່ມີທາງເຮັດພາລະກິດທີ່ພຣະອົງຄວນເຮັດໃນມະນຸດຄົນນັ້ນ. ກ່ອນອື່ນ ພຣະເຈົ້າຊຳລະລ້າງມະນຸດໃຫ້ບໍລິສຸດ. ໃນຂະບວນການນີ້ ມະນຸດອາດມາຮູ້ຈັກກັບຕົນເອງ ແລະ ພຣະເຈົ້າອາດປ່ຽນແປງມະນຸດ. ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດເຮັດໃຫ້ຊີວິດຂອງພຣະອົງເຂົ້າຫາມະນຸດໄດ້ ແລະ ດ້ວຍວິທີນີ້ ຫົວໃຈຂອງມະນຸດຈຶ່ງຫັນເຂົ້າຫາພຣະເຈົ້າຢ່າງບໍລິບູນ. ສະນັ້ນ ການເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຄືກັບທີ່ມະນຸດກ່າວໄວ້. ດັ່ງທີ່ພຣະເຈົ້າເຫັນ ຖ້າເຈົ້າມີພຽງຄວາມຮູ້ ແຕ່ບໍ່ມີພຣະທໍາຂອງພຣະອົງເປັນຊີວິດ; ຖ້າເຈົ້າຖືກຈຳກັດພຽງແຕ່ໃນຄວາມຮູ້ຂອງຕົນເອງ ແຕ່ບໍ່ສາມາດເຮັດຕາມຄວາມຈິງ ຫຼື ດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ, ນີ້ເປັນຫຼັກຖານພິສູດວ່າ ເຈົ້າຍັງບໍ່ມີຫົວໃຈແຫ່ງຄວາມຮັກໃຫ້ກັບພຣະເຈົ້າ ແລະ ສະແດງໃຫ້ເຫັນວ່າ ຫົວໃຈຂອງເຈົ້າບໍ່ໄດ້ມອບໃຫ້ກັບພຣະເຈົ້າ. ການມາຮູ້ຈັກພຣະເຈົ້າໂດຍການເຊື່ອໃນພຣະອົງ; ນີ້ແມ່ນເປົ້າໝາຍສຸດທ້າຍ ແລະ ມະນຸດຄວນສະແຫວງຫາ. ເຈົ້າຄວນອຸທິດຄວາມພະຍາຍາມໃນການດຳລົງຊີວິດຕາມພຣະທໍາຂອງພຣະເຈົ້າ ເພື່ອພຣະທໍານັ້ນອາດຈະໄດ້ບັນລຸຜົນສຳເລັດໃນການປະຕິບັດຂອງເຈົ້າ. ຖ້າເຈົ້າມີພຽງຄວາມຮູ້ທາງທິດສະດີ, ຄວາມເຊື່ອຂອງເຈົ້າຈະສູນເປົ່າ. ພຽງແຕ່ເຈົ້າເຮັດຕາມ ແລະ ດຳລົງຊີວິດຕາມພຣະທໍາຂອງພຣະອົງ ຄວາມເຊື່ອຂອງເຈົ້າກໍຈະຖືວ່າສົມບູນ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ.
(ຄັດຈາກບົດ “ເນື່ອງຈາກເຈົ້າເຊື່ອໃນພຣະເຈົ້າ, ເຈົ້າຄວນດຳລົງຊີວິດຢູ່ເພື່ອຄວາມຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
339. ເຈົ້າເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ ແລະ ດ້ວຍເຫດນັ້ນ ໃນຫົວໃຈຂອງເຈົ້າ ເຈົ້າກໍຕ້ອງຮັກພຣະເຈົ້າ. ເຈົ້າຕ້ອງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ຕ້ອງສະແຫວງຫາເພື່ອປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ ແລະ ຕ້ອງປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າ. ຍ້ອນເຈົ້າເຊື່ອ ແລະ ຕິດຕາມພຣະເຈົ້າ, ເຈົ້າຄວນມອບທຸກສິ່ງໃຫ້ກັບພຣະອົງ ແລະ ບໍ່ຄວນເລືອກຕັດສິນໃຈ ຫຼື ຮຽກຮ້ອງເພື່ອສ່ວນຕົວ ແລະ ເຈົ້າຄວນບັນລຸການປະຕິບັດຕາມຄວາມປາຖະໜາຂອງພຣະເຈົ້າ. ຍ້ອນເຈົ້າຖືກສ້າງ, ເຈົ້າຈຶ່ງຄວນເຊື່ອຟັງພຣະຜູ້ເປັນເຈົ້າທີ່ສ້າງເຈົ້າ, ຍ້ອນວ່າ ໂດຍທຳມະຊາດແລ້ວ ເຈົ້າປາສະຈາກອຳນາດເໜືອຕົວເຈົ້າເອງ ແລະ ບໍ່ມີຄວາມສາມາດທີ່ຈະຄວບຄຸມຊະຕາກໍາຂອງເຈົ້າໄດ້. ຍ້ອນເຈົ້າເປັນຄົນທີ່ເຊື່ອໃນພຣະເຈົ້າ, ເຈົ້າຈຶ່ງຄວນສະແຫວງຫາຄວາມບໍລິສຸດ ແລະ ການປ່ຽນແປງ. ຍ້ອນເຈົ້າເປັນສິ່ງທີ່ຖືກສ້າງຂອງພຣະເຈົ້າ, ເຈົ້າຈຶ່ງຄວນຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ຮັກສາຕໍາແໜ່ງຂອງເຈົ້າ ແລະ ຕ້ອງບໍ່ກ້າວເກີນໜ້າທີ່ຂອງເຈົ້າ. ສິ່ງນີ້ບໍ່ແມ່ນເພື່ອຈຳກັດເຈົ້າ ຫຼື ຢັບຢັ້ງເຈົ້າຜ່ານທາງທິດສະດີ, ແຕ່ມັນຄືເສັ້ນທາງທີ່ເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າ ແລະ ເສັ້ນທາງທີ່ເຈົ້າສາມາດບັນລຸໄດ້ ແລະ ທຸກຄົນທີ່ເຮັດສິ່ງຊອບທຳກໍຄວນບັນລຸສິ່ງນີ້ໃຫ້ໄດ້.
(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
340. ເງື່ອນໄຂພື້ນຖານທີ່ສຸດສຳລັບຄວາມເຊື່ອທີ່ມະນຸດມີໃນພຣະເຈົ້າກໍຄື ເຂົາມີຫົວໃຈທີ່ຊື່ສັດ ແລະ ເຂົາອຸທິດຕົນຢ່າງສົມບູນ ແລະ ເຊື່ອຟັງຢ່າງແທ້ຈິງ. ສິ່ງທີ່ຍາກສຸດສຳລັບມະນຸດແມ່ນການສະໜອງຊີວິດທັງໝົດຂອງເຂົາເພື່ອແລກປ່ຽນກັບຄວາມເຊື່ອທີ່ແທ້ຈິງ ເຊິ່ງຈະເຮັດໃຫ້ເຂົາສາມາດຮັບເອົາຄວາມຈິງທັງໝົດ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ຄົນລົ້ມເຫຼວບໍ່ສາມາດບັນລຸໄດ້ ແລະ ຄົນທີ່ບໍ່ສາມາດຄົ້ນພົບພຣະຄຣິດກໍແຮງບໍ່ສາມາດບັນລຸໄດ້. ຍ້ອນມະນຸດບໍ່ເກັ່ງໃນການອຸທິດຕົນເອງທັງໝົດໃຫ້ກັບພຣະເຈົ້າ, ຍ້ອນມະນຸດບໍ່ເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງເຂົາຕໍ່ພຣະຜູ້ສ້າງ, ຍ້ອນມະນຸດໄດ້ເຫັນຄວາມຈິງ ແຕ່ຫຼີກເວັ້ນຄວາມຈິງນັ້ນ ແລະ ຍ່າງຕາມເສັ້ນທາງຂອງເຂົາເອງ, ຍ້ອນມະນຸດສະແຫວງຫາໂດຍຕິດຕາມເສັ້ນທາງຂອງຄົນທີ່ລົ້ມເຫຼວຢູ່ສະເໝີ, ຍ້ອນມະນຸດຝ່າຝືນສະຫວັນຢູ່ສະເໝີ ສະນັ້ນ ມະນຸດຈຶ່ງລົ້ມເຫຼວຢູ່ສະເໝີ, ຕົກຢູ່ໃນກົນອຸບາຍຂອງຊາຕານຢູ່ຕະຫຼອດເວລາ ແລະ ຕິດດາງແຫຂອງຕົນເອງ. ຍ້ອນມະນຸດບໍ່ຮູ້ຈັກພຣະຄຣິດ, ຍ້ອນມະນຸດບໍ່ເກັ່ງໃນການເຂົ້າໃຈ ແລະ ຜະເຊີນກັບຄວາມຈິງ, ຍ້ອນມະນຸດນະມັດສະການໂປໂລຫຼາຍເກີນໄປ ແລະ ປາຖະໜາຢາກໄປສະຫວັນຫຼາຍເກີນໄປ, ຍ້ອນມະນຸດຮຽກຮ້ອງໃຫ້ພຣະຄຣິດເຊື່ອຟັງເຂົາຢູ່ສະເໝີ ແລະ ສັ່ງພຣະເຈົ້າໃຫ້ເຮັດແບບນັ້ນແບບນີ້, ສະນັ້ນ ບຸກຄົນທີ່ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ຄົນທີ່ໄດ້ຜະເຊີນກັບຄວາມລຳບາກເທິງແຜ່ນດິນໂລກ ກໍຍັງຕ້ອງຕາຍ ແລະ ຍັງຕາຍໃນລະຫວ່າງການຕີສອນຂອງພຣະເຈົ້າອີກດ້ວຍ. ສິ່ງທີ່ເຮົາເວົ້າໄດ້ ກ່ຽວກັບຄົນປະເພດດັ່ງກ່າວກໍຄື ພວກເຂົາຕາຍຢ່າງອະນາດ ແລະ ຜົນຕາມມາສຳລັບພວກເຂົາກໍຄືຄວາມຕາຍຂອງພວກເຂົາແມ່ນບໍ່ໄດ້ປາສະຈາກເຫດຜົນ. ຄວາມລົ້ມເຫຼວຂອງພວກເຂົາບໍ່ແມ່ນຍິ່ງບໍ່ທົນຕໍ່ກົດເກນແຫ່ງສະຫວັນບໍ? ຄວາມຈິງແມ່ນມາຈາກໂລກຂອງມະນຸດ, ແຕ່ພຣະຄຣິດຖ່າຍທອດຄວາມຈິງທ່າມກາງມະນຸດ. ຄວາມຈິງເລີ່ມຕົ້ນຈາກພຣະຄຣິດ ນັ້ນກໍຄື ຈາກພຣະເຈົ້າເອງ ແລະ ມະນຸດບໍ່ສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ ພຣະຄຣິດສະໜອງພຽງຄວາມຈິງ; ພຣະອົງບໍ່ໄດ້ມາເພື່ອຕັດສິນວ່າ ມະນຸດຈະປະສົບຄວາມສຳເລັດໃນການສະແຫວງຫາຄວາມຈິງຂອງເຂົາ ຫຼື ບໍ່. ສະນັ້ນ ຄວາມຈິງຈຶ່ງເປັນໄປດັ່ງນີ້, ຄວາມສຳເລັດ ຫຼື ຄວາມລົ້ມເຫຼວໃນຄວາມຈິງແມ່ນລ້ວນແລ້ວແຕ່ຂຶ້ນກັບການສະແຫວງຫາຂອງມະນຸດ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງມະນຸດທີ່ຢູ່ໃນຄວາມຈິງບໍ່ມີຫຍັງກ່ຽວຂ້ອງກັບພຣະຄຣິດ, ແຕ່ກົງກັນຂ້າມ ມັນຖືກກຳນົດໂດຍການສະແຫວງຫາຂອງພວກເຂົາເອງ. ຈຸດໝາຍປາຍທາງຂອງມະນຸດ ແລະ ຄວາມສຳເລັດ ຫຼື ຄວາມລົ້ມເຫຼວຂອງເຂົາບໍ່ສາມາດເອົາມາຢອງຢູ່ເທິງຫົວຂອງພຣະເຈົ້າໄດ້ ເພື່ອໃຫ້ພຣະເຈົ້າແບກຮັບເອົາມັນ, ເພາະວ່າ ນີ້ບໍ່ແມ່ນບັນຫາຂອງຣະເຈົ້າເອງ, ແຕ່ກ່ຽວຂ້ອງກັບໜ້າທີ່ໆສິ່ງຖືກສ້າງຂອງພຣະເຈົ້າຄວນປະຕິບັດໂດຍກົງ. ຄົນສ່ວນໃຫຍ່ມີຄວາມຮູ້ເລັກນ້ອຍກ່ຽວກັບການສະແຫວງຫາ ແລະ ຈຸດໝາຍປາຍທາງຂອງໂປໂລ ແລະ ເປໂຕ, ແຕ່ຜູ້ຄົນບໍ່ຮູ້ຫຍັງເລີຍ ນອກຈາກຜົນໄດ້ຮັບຂອງເປໂຕ ແລະ ໂປໂລ ແລະ ບໍ່ຮູ້ເຖິງຄວາມລັບທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງເປໂຕ ຫຼື ຄວາມບົກຜ່ອງທີ່ນໍາໄປສູ່ຄວາມລົ້ມເຫຼວຂອງໂປໂລ. ດ້ວຍເຫດນັ້ນ ຖ້າພວກເຈົ້າບໍ່ສາມາດເບິ່ງເຫັນທາດແທ້ຂອງການສະແຫວງຫາຂອງພວກເຂົາຢ່າງສົມບູນ, ແລ້ວການສະແຫວງຫາຂອງພວກເຈົ້າສ່ວນໃຫຍ່ກໍຍັງຈະລົ້ມເຫຼວ ແລະ ເຖິງແມ່ນວ່າ ພວກເຈົ້າຈຳນວນໜ້ອຍຄົນຈະປະສົບຄວາມສຳເລັດ, ພວກເຈົ້າກໍຍັງບໍ່ເທົ່າກັບເປໂຕ. ຖ້າເສັ້ນທາງຂອງການສະແຫວງຫາຂອງເຈົ້າເປັນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າກໍມີຄວາມຫວັງແຫ່ງຄວາມສຳເລັດ; ຖ້າເສັ້ນທາງທີ່ເຈົ້າຍ່າງໃນການສະແຫວງຫາຄວາມຈິງນັ້ນບໍ່ແມ່ນເສັ້ນທາງທີ່ຖືກຕ້ອງ, ແລ້ວເຈົ້າຈະບໍ່ສາມາດມີຄວາມສຳເລັດຕະຫຼອດໄປ ແລະ ຈະພົບກັບຈຸດຈົບຄືກັນກັບໂປໂລ.
(ຄັດຈາກບົດ “ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
341. ຖ້າເຈົ້າເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຕ້ອງເຊື່ອຟັງພຣະເຈົ້າ, ນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ປະຕິບັດໜ້າທີ່ທັງໝົດຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆທີ່ເຈົ້າຄວນຜະເຊີນ. ຖ້າເຈົ້າພຽງແຕ່ຜະເຊີນກັບການຖືກຈັດການ, ການຖືກລົງວິໄນ ແລະ ການຖືກພິພາກສາ, ຖ້າເຈົ້າພຽງແຕ່ມີຄວາມສຸກກັບພຣະເຈົ້າ, ແຕ່ຍັງບໍ່ສາມາດຮູ້ສຶກເຖິງເວລາທີ່ພຣະເຈົ້າກຳລັງລົງວິໄນເຈົ້າ ຫຼື ຈັດການກັບເຈົ້າ, ສິ່ງນີ້ເປັນເລື່ອງທີ່ຮັບບໍ່ໄດ້. ບາງເທື່ອໃນຕົວຢ່າງຂອງການຫຼໍ່ຫຼອມແບບນີ້ ເຈົ້າສາມາດຍຶດໝັ້ນໃນຈຸດຢືນຂອງເຈົ້າ, ແຕ່ນີ້ກໍຍັງບໍ່ພຽງພໍ; ເຈົ້າຍັງຕ້ອງກ້າວໄປຂ້າງໜ້າ. ບົດຮຽນກ່ຽວກັບການຮັກພຣະເຈົ້າບໍ່ເຄີຍສິ້ນສຸດ ແລະ ບໍ່ມີຈຸດຈົບຈັກເທື່ອ. ຜູ້ຄົນເຫັນວ່າ ການເຊື່ອພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ, ແຕ່ທັນທີທີ່ພວກເຂົາໄດ້ຮັບປະສົບການຕົວຈິງບາງຢ່າງ, ແລ້ວພວກເຂົາຈະເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າບໍ່ໄດ້ງ່າຍຕາມທີ່ຜູ້ຄົນຈິນຕະນາການ. ເມື່ອພຣະເຈົ້າປະຕິບັດພາລະກິດເພື່ອຫຼໍ່ຫຼອມມະນຸດ, ມະນຸດກໍຈະທົນທຸກ. ຍິ່ງການຫຼໍ່ຫຼອມຂອງບຸກຄົນໃດໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກທີ່ພວກເຂົາມີຕໍ່ພຣະເຈົ້າກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວພວກເຂົາຫຼາຍສໍ່ານັ້ນ. ໃນທາງກົງກັນຂ້າມ ຍິ່ງບຸກຄົນໃດໜຶ່ງໄດ້ຮັບການຫຼໍ່ຫຼອມໜ້ອຍສໍ່າໃດ, ຄວາມຮັກທີ່ເຂົາມີຕໍ່ພຣະເຈົ້າກໍມີໜ້ອຍສໍ່ານັ້ນ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າກໍຖືກເປີດເຜີຍໃນຕົວເຂົາໜ້ອຍສໍ່ານັ້ນ. ຍິ່ງການຫຼໍ່ຫຼອມ ແລະ ຄວາມເຈັບປວດຂອງບຸກຄົນໃພໜຶ່ງຍິ່ງໃຫຍ່ຫຼາຍສໍ່າໃດ ແລະ ຍິ່ງຄວາມທໍລະມານທີ່ພວກເຂົາຜະເຊີນມີຫຼາຍສໍ່າໃດ, ຄວາມຮັກຂອງພວກເຂົາຕໍ່ພຣະເຈົ້າຈະຍິ່ງເຕີບໃຫຍ່ຫຼາຍສໍ່ານັ້ນ, ຄວາມເຊື່ອຂອງເຂົາທີ່ມີໃນພຣະເຈົ້າກໍແທ້ຈິ່ງຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຍິ່ງເລິກເຊິ່ງຫຼາຍຂຶ້ນ. ໃນປະສົບການຂອງເຈົ້າ, ເຈົ້າຈະເຫັນວ່າ ຄົນທີ່ທົນທຸກຢ່າງຫຼາຍໃນຂະນະທີ່ພວກເຂົາຖືກຫຼໍ່ຫຼອມ, ຄົນທີ່ຖືກຈັດການ ແລະ ຖືກລົງວິໄນຢ່າງຫຼາຍ ແລະ ເຈົ້າຈະເຫັນວ່າ ມັນແມ່ນຄົນເຫຼົ່ານີ້ທີ່ມີຄວາມຮັກຢ່າງເລິກເຊິ່ງສຳລັບພຣະເຈົ້າ ແລະ ຄວາມຮູ້ທີ່ເລິກເຊິ່ງ ແລະ ແຫຼມຄົມກ່ຽວກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ຄົນທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ກໍມີພຽງຄວາມຮູ້ຕື້ນໆ ແລະ ພວກເຂົາພຽງແຕ່ສາມາດເວົ້າໄດ້ວ່າ “ພຣະເຈົ້າແສນດີ, ພຣະອົງປະທານຄວາມເມດຕາໃຫ້ກັບຜູ້ຄົນ ເພື່ອພວກເຂົາສາມາດມີຄວາມສຸກກັບພຣະອົງໄດ້”. ຖ້າຜູ້ຄົນໄດ້ຜະເຊີນກັບການຖືກຈັດການ ແລະ ການຖືກລົງວິໄນ, ແລ້ວພວກເຂົາສາມາດເວົ້າດ້ວຍຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ສະນັ້ນ ຍິ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນມະນຸດມະຫັດສະຈັນຫຼາຍສໍ່າໃດ, ພາລະກິດນັ້ນກໍຍິ່ງມີຄ່າ ແລະ ມີຄວາມໝາຍຫຼາຍສໍ່ານັ້ນ. ຍິ່ງພາລະກິດນັ້ນເປັນສິ່ງທີ່ເຂົ້າໃຈຍາກສຳລັບເຈົ້າຫຼາຍສໍ່າໃດ ແລະ ຍິ່ງມັນບໍ່ສອດຄ່ອງກັບແນວຄິດຂອງເຈົ້າຫຼາຍສໍ່າໃດ, ພາລະກິດຂອງພຣະເຈົ້າກໍຍິ່ງສາມາດເອົາຊະນະເຈົ້າ, ຮັບເອົາເຈົ້າ ແລະ ເຮັດໃຫ້ເຈົ້າສົມບູນຫຼາຍສໍ່ານັ້ນ. ຄວາມໝາຍແຫ່ງພາລະກິດຂອງພຣະເຈົ້າຊ່າງຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ຫຼໍ່ຫຼອມມະນຸດໃນລັກສະນະນີ້, ຖ້າພຣະອົງບໍ່ປະຕິບັດພາລະກິດດ້ວຍວິທີນີ້, ແລ້ວພາລະກິດຂອງພຣະເຈົ້າກໍຈະບໍ່ມີປະໂຫຍດ ແລະ ບໍ່ມີຄວາມໝາຍເລີຍ. ມັນຖືກເວົ້າໃນອະດີດວ່າ ພຣະເຈົ້າຈະຄັດເລືອກ ແລະ ຮັບເອົາກຸ່ມນີ້ ແລະ ເຮັດໃຫ້ພວກເຂົາສົມບູນໃນຍຸກສຸດທ້າຍ; ໃນນີ້, ມີຄວາມໝາຍທີ່ພິເສດ. ຍິ່ງພາລະກິດທີ່ພຣະເຈົ້າປະຕິບັດພາຍໃນພວກເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ຄວາມຮັກຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າກໍເລິກເຊິ່ງ ແລະ ບໍລິສຸດຫຼາຍສໍ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຍິ່ງໃຫຍ່ຫຼາຍສໍ່າໃດ, ມະນຸດກໍຍິ່ງສາມາດເຂົ້າໃຈເຖິງບາງສິ່ງກ່ຽວກັບສະຕິປັນຍາຂອງພຣະອົງຫຼາຍສໍ່ານັ້ນ ແລະ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຍິ່ງເລິກເຊິ່ງຫຼາຍສໍ່ານັ້ນ.
(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
342. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕິສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັ່ນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ. ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ມີໄຊ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດເປັນພະຍານ ແລະ ຮັກສາຄວາມໝັ້ນໃຈ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ມີໄຊ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້ງເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນປະຖິ້ມເນື້ອໜັງ ກໍຈົ່ງປະຖິ້ມເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ.
(ຄັດຈາກບົດ “ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)
343. ເມື່ອໂມເຊຕີກ້ອນຫິນ ແລ້ວນໍ້າທີ່ປະທານໂດຍພຣະເຢໂຮວາກໍໄຫຼພຸ່ງອອກມາ ນັ້ນກໍຍ້ອນມາຈາກຄວາມສັດທາຂອງໂມເຊ. ເມື່ອເດວິດຫຼິ້ນພີນສັນລະເສີນເຮົາ ກໍຄືພຣະເຢໂຮວາ ດ້ວຍຫົວໃຈທີ່ເຕັມໄປດ້ວຍຄວາມສຸກ ກໍຍ້ອນຄວາມສັດທາຂອງເດວີດ. ໂຢບສູນເສຍສັດລ້ຽງທີ່ເຕັມພູເຂົາ ແລະ ຄວາມຮັ່ງມີຢ່າງມະຫາສານ ແລະ ຕົນຕົວກໍເຕັມໄປດ້ວຍຕຸ່ມໜອງ ກໍຍ້ອນຄວາມສັດທາຂອງລາວ. ເມື່ອລາວສາມາດໄດ້ຍິນສຽງຂອງເຮົາ ກໍຄືພຣະເຢໂຮວາ ແລະ ເຫັນຄວາມສະຫງ່າລາສີຂອງເຮົາ ກໍຄືພຣະເຢໂຮວາ ນັ້ນກໍຍ້ອນຄວາມສັດທາຂອງລາວ. ເປໂຕສາມາດຕິດຕາມພຣະເຢຊູຄຣິດ ກໍຍ້ອນຄວາມສັດທາຂອງເປໂຕ. ລາວຖືກຕອກຕະປູຄືງໃສ່ໄມ້ກາງແຂນເພື່ອເຮົາ ແລະ ເພື່ອມອບປະຈັກພະຍານອັນຍິ່ງໃຫຍ່ໃຫ້ແດ່ເຮົາ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ໂຢຮັນໄດ້ເຫັນຮູບຮ່າງອັນສະຫງ່າລາສີຂອງພຣະບຸດມະນຸດ ກໍຍ້ອນຄວາມສັດທາຂອງໂຢຮັນ. ລາວໄດ້ເຫັນນິມິດແຫ່ງຍຸກສຸດທ້າຍ ກໍຍ້ອນຄວາມສັດທາຂອງລາວເຊັ່ນກັນ. ສາເຫດກຸ່ມທີ່ຖືກເອີ້ນວ່າ ຕ່າງຊາດທັງຫຼາຍໄດ້ຮັບການເປີດເຜີຍຈາກເຮົາ ແລະ ມາຮູ້ຈັກວ່າເຮົາ ໄດ້ກັບຄືນມາໃນຮ່າງກາຍມະນຸດເພື່ອກະທໍາພາລະກິດໃນທ່າມກາງມະນຸດ ກໍຍ້ອນຄວາມສັດທາຂອງພວກເຂົາເຊັ່ນກັນ. ທຸກຄົນທີ່ຖືກຂ້ຽນຕີໂດຍພຣະທຳທີ່ຮຸນແຮງຂອງເຮົາ ແລະ ຍັງຖືກປອບໃຈໂດຍພຣະທຳເຫຼົ່ານັ້ນ ແລະ ຖືກຊ່ວຍໃຫ້ລອດພົ້ນ, ພວກເຂົາບໍ່ໄດ້ຖືກປະຕິບັດແບບນັ້ນຍ້ອນຄວາມເຊື່ອຂອງພວກເຂົາບໍ? ຜູ້ຄົນໄດ້ຮັບຢ່າງຫຼວງຫຼາຍຍ້ອນຄວາມເຊື່ອຂອງພວກເຂົາ ແລະ ມັນກໍບໍ່ແມ່ນພອນຢູ່ສະເໝີໄປ. ພວກເຂົາອາດບໍ່ໄດ້ຮັບຄວາມສຸກ ແລະ ຄວາມປິຕິຍິນດີແບບດຽວກັນກັບທີ່ເດວິດຮູ້ສຶກ ຫຼື ມີນໍ້າທີ່ປະທານໂດຍພຣະເຢໂຮວາດັ່ງທີ່ໂມເຊມີ. ຕົວຢ່າງເຊັ່ນ ໂຢບໄດ້ຮັບພອນຈາກພຣະເຢໂຮວາຍ້ອນຄວາມເຊື່ອຂອງເພິ່ນ, ແຕ່ເພິ່ນກໍຍັງທົນທຸກກັບໄພພິບັດເຊັ່ນກັນ. ບໍ່ວ່າເຈົ້າຈະຖືກອວຍພອນ ຫຼື ທົນທຸກກັບໄພພິບັດ, ທັງສອງແມ່ນເຫດການແຫ່ງພອນ. ຫາກປາສະຈາກຄວາມເຊື່ອ, ເຈົ້າຈະບໍ່ສາມາດຮັບເອົາພາລະກິດແຫ່ງການເອົາຊະນະນີ້ໄດ້, ແຮງໄກທີ່ຈະໄດ້ເຫັນເຖິງການກະທຳຂອງພຣະເຢໂຮວາທີ່ສະແດງອອກຕໍ່ໜ້າຂອງເຈົ້າໃນປັດຈຸບັນ. ເຈົ້າຈະບໍ່ສາມາດເຫັນໄດ້, ແຮງໄກທີ່ເຈົ້າຈະສາມາດຮັບເອົາ. ພິໄພບັດເຫຼົ່ານີ້, ໄພໃຫຍ່ຫຼວງເຫຼົ່ານີ້ ແລະ ການພິພາກສາທັງໝົດ, ຖ້າພວກມັນບໍ່ໄດ້ເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດເຫັນການກະທຳຂອງພຣະເຢໂຮວາໃນປັດຈຸບັນບໍ? ໃນປັດຈຸບັນ, ມັນແມ່ນຄວາມເຊື່ອທີ່ເຮັດໃຫ້ເຈົ້າຖືກເອົາຊະນະ ແລະ ມັນຄືການຖືກເອົາຊະນະທີ່ເຮັດໃຫ້ເຈົ້າເຊື່ອໃນການກະທຳທຸກຢ່າງຂອງພຣະເຢໂຮວາ. ຍ້ອນຄວາມເຊື່ອເທົ່ານັ້ນ ເຈົ້າຈຶ່ງໄດ້ຮັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວ. ຜ່ານການຂ້ຽນຕີ ແລະ ການພິພາກສານີ້, ເຈົ້າຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຂ້ຽນຕີ ແລະ ການພິພາກສາແບບທີ່ເຈົ້າກຳລັງໄດ້ຮັບໃນປັດຈຸບັນນີ້, ຄວາມເຊື່ອຂອງເຈົ້າກໍຈະສູນເປົ່າ, ເພາະເຈົ້າຈະບໍ່ຮູ້ຈັກພຣະເຈົ້າ; ບໍ່ວ່າເຈົ້າຈະເຊື່ອໃນພຣະອົງຫຼາຍສໍ່າໃດກໍຕາມ, ຄວາມເຊື່ອຂອງເຈົ້າຈະຍັງເປັນພຽງການສະແດງອອກທີ່ວ່າງເປົ່າເຊິ່ງບໍ່ໄດ້ມີພື້ນຖານໃນຄວາມເປັນຈິງ. ພຽງແຕ່ຫຼັງຈາກທີ່ເຈົ້າໄດ້ຮັບພາລະກິດແຫ່ງການເອົາຊະນະນີ້, ພາລະກິດທີ່ເຮັດໃຫ້ເຈົ້າເຊື່ອຟັງຢ່າງສົມບູນ, ຄວາມເຊື່ອຂອງເຈົ້າຈຶ່ງຈະກາຍເປັນຈິງ ແລະ ເພິ່ງພາໄດ້ ແລະ ຫົວໃຈຂອງເຈົ້າກໍຈະຫັນໄປຫາພຣະເຈົ້າ. ເຖິງແມ່ນເຈົ້າທົນທຸກກັບການພິພາກສາ ແລະ ການສາບແຊ່ງຢ່າງຫຼວງຫຼາຍຍ້ອນຄຳວ່າ “ຄວາມເຊື່ອ”, ເຖິງຢ່າງນັ້ນກໍຕາມ ເຈົ້າກໍມີຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າໄດ້ຮັບເອົາສິ່ງທີ່ແທ້ຈິງທີ່ສຸດ, ເປັນຈິງທີ່ສຸດ ແລະ ລໍ້າຄ່າທີ່ສຸດ. ນີ້ແມ່ນຍ້ອນລະຫວ່າງການພິພາກສາເທົ່ານັ້ນທີ່ເຈົ້າເຫັນເຖິງຈຸດໝາຍປາຍທາງສຸດທ້າຍຂອງການເນລະມິດສ້າງຂອງພຣະເຈົ້າ; ຢູ່ໃນການພິພາກສານີ້, ເຈົ້າຈຶ່ງໄດ້ເຫັນວ່າ ພຣະຜູ້ສ້າງແມ່ນເປັນທີ່ຮັກ; ຢູ່ໃນພາລະກິດແຫ່ງການເອົາຊະນະດັ່ງກ່າວ ເຈົ້າຈຶ່ງໄດ້ເຫັນເຖິງແຂນຂອງພຣະເຈົ້າ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈຢ່າງສົມບູນເຖິງຊີວິດຂອງມະນຸດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງຮັບເອົາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ເລີ່ມເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງ “ມະນຸດ”; ຢູ່ໃນການເອົາຊະນະນີ້ເທົ່ານັ້ນ ເຈົ້າຈຶ່ງເຫັນເຖິງອຸປະນິໄສອັນຊອບທຳຂອງຜູ້ຊົງລິດທານຸພາບສູງສຸດ ແລະ ໃບໜ້າທີ່ສວຍງາມ ແລະ ສະຫງ່າງາມຂອງພຣະອົງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງຮຽນຮູ້ເຖິງຈຸດກຳເນີດຂອງມະນຸດ ແລະ ເຂົ້າໃຈເຖິງ “ປະຫວັດສາດທີ່ອຳມະຕະ” ຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງເລີ່ມເຂົ້າໃຈເຖິງບັນພະບຸລຸດຂອງມະນຸດຊາດ ແລະ ຈຸດກຳເນີດຂອງຄວາມເສື່ອມຊາມຂອງມະນຸດຊາດ; ຢູ່ໃນການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບເອົາຄວາມປິຕິຍິນດີ ແລະ ຄວາມສຸກສະບາຍ ພ້ອມກັບການຕີສອນທີ່ບໍ່ສິ້ນສຸດ, ການລົງວິໄນ ແລະ ພຣະທຳແຫ່ງການຕໍານິຕິເຕືອນຈາກພຣະຜູ້ສ້າງຕໍ່ມະນຸດຊາດທີ່ພຣະອົງສ້າງຂຶ້ງ; ຢູ່ໃນພາລະກິດແຫ່ງການເອົາຊະນະນີ້ ເຈົ້າຈຶ່ງໄດ້ຮັບພອນ ພ້ອມກັບໄພພິບັດທີ່ມະນຸດຄວນຈະໄດ້ຮັບ... ນີ້ບໍ່ແມ່ນຍ້ອນຄວາມເຊື່ອທີ່ເລັກນ້ອຍຂອງເຈົ້າບໍ? ແລ້ວຄວາມເຊື່ອຂອງເຈົ້າຈະບໍ່ໄດ້ເຕີບໃຫຍ່ຫຼັງຈາກທີ່ເຈົ້າໄດ້ຮັບເອົາສິ່ງເຫຼົ່ານີ້ບໍ? ເຈົ້າບໍ່ໄດ້ຮັບເອົາຢ່າງຫຼວງຫຼາຍບໍ?
(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)