ບົດທີ 59

ຈົ່ງສະແຫວງຫາຄວາມປະສົງຂອງເຮົາຫຼາຍຂຶ້ນໃນສະພາບແວດລ້ອມທີ່ເຈົ້າຜະເຊີນຢູ່ ແລະ ເຈົ້າຈະໄດ້ຮັບການອະນຸມັດຈາກເຮົາຢ່າງແນ່ນອນ. ຕາບໃດທີ່ເຈົ້າເຕັມໃຈທີ່ຈະຄົ້ນຫາ ແລະ ຮັກສາຄວາມເຄົາລົບສໍາລັບເຮົາ, ເຮົາຈະປະທານທຸກສິ່ງທີ່ເຈົ້າຂາດເຂີນໃຫ້ແກ່ເຈົ້າ. ປັດຈຸບັນນີ້ ຄຣິສຕະຈັກແມ່ນເຂົ້າສູ່ການຝືກຝົນຢ່າງເປັນທາງການ ແລະ ທຸກສິ່ງຄືເສັ້ນທາງທີ່ຖືກຕ້ອງ. ສິ່ງຕ່າງໆຈະບໍ່ຄືເກົ່າອີກຕໍ່ໄປເມື່ອມັນໄດ້ຊີມລົດຊາດໃນສິ່ງທີ່ຈະມາເຖິງ. ພວກເຈົ້າບໍ່ຕ້ອງສັບສົນ ຫຼື ປາສະຈາກຄວາມຮູ້ແຈ້ງອີກຕໍ່ໄປ. ເປັນຫຍັງເຮົາຈິ່ງຮຽກຮ້ອງໃຫ້ພວກເຈົ້າເຂົ້າສູ່ຄວາມເປັນຈິງໃນທຸກສິ່ງ? ເຈົ້າເຄີຍມີປະສົບການກັບສິ່ງນີ້ແທ້ບໍ? ພວກເຈົ້າສາມາດເຮັດໃຫ້ເຮົາພໍໃຈຢ່າງແທ້ຈິງໃນສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າ, ດັ່ງທີ່ເຮົາເຮັດໃຫ້ພວກເຈົ້າພໍໃຈບໍ? ຢ່າຫຼອກລວງເລີຍ! ເຮົາພຽງສືບຕໍ່ອົດທົນຕໍ່ພວກເຈົ້າຄັ້ງແລ້ວຄັ້ງເລົ່າ ແຕ່ພວກເຈົ້າກໍຍັງບໍສາມາດບອກຄວາມແຕກຕ່າງລະຫວ່າຄວາມດີ ແລະ ຄວາມຊົ່ວຊໍ້າແລ້ວຊໍ້າອີກ ແລະ ລົ້ມເຫຼວໃນການສະແດງເຖິງຄຸນຄ່າໃນສິ່ງນັ້ນ!

ຄວາມທ່ຽງທຳຂອງເຮົາ, ຄວາມສະຫງ່າງາມຂອງເຮົາ, ການພິພາກສາຂອງເຮົາ ແລະ ຄວາມຮັກຂອງເຮົາ; ທຸກສິ່ງເຫຼົ່ານີ້ຄືສິ່ງທີ່ເຮົາມີ ແລະ ຄືສິ່ງທີ່ເຮົາເປັນ; ເຈົ້າເຄີຍໄດ້ຊີມລົດຊາດພວກມັນແທ້ບໍ? ເຈົ້າຊ່າງໄຮ້ຄວາມຄິດແທ້ໆ ແລະ ເຈົ້າຢືນຢັນທີ່ຈະບໍ່ຮັບຮູ້ຄວາມປະສົງຂອງເຮົາ. ເຮົາໄດ້ບອກພວກເຈົ້າຊ້ຳແລ້ວຊໍ້າອີກວ່າພວກເຈົ້າເອງຕ້ອງຊີມລົດຊາດອາຫານທີ່ເຮົາຈັດຕຽມໄວ້ໃຫ້, ແຕ່ພວກເຈົ້າກໍປະຕິເສດພວກມັນຊ້ຳແລ້ວຊ້ຳອີກ ແລະ ບໍ່ສາມາດບອກເຖິງສະພາບແວດລ້ອມທີ່ດີຈາກສະພາບແວດລ້ອມທີ່ບໍ່ດີໄດ້. ມີສະພາບແວດລ້ອມໃດບໍໃນບັນດາສະພາບແວດລ້ອມເຫຼົ່ານີ້ທີ່ຖືກສ້າງຂຶ້ນໂດຍຕົວພວກເຈົ້າເອງ? ອັນໃດທີ່ຖືກຈັດແຈງໂດຍມືຂອງເຮົາ? ຢ່າປົກປ້ອງຕົວເອງເລີຍ! ເຮົາເຫັນທຸກສິ່ງຢ່າງຊັດເຈນ ແລະ ຄວາມຈິງກໍຄືເຈົ້າບໍ່ໄດ້ສະແຫວງຫາເລີຍ. ເຮົາສາມາດເວົ້າຫຍັງໄດ້ອີກຢູ່ບໍ?

ເຮົາຈະເອົາໃຈທຸກຄົນທີ່ຮັບຮູ້ຄວາມປະສົງຂອງເຮົາສະເໝີ ແລະ ເຮົາຈະບໍ່ຍອມໃຫ້ພວກເຂົາຕ້ອງທົນທຸກທໍລະມານ ຫຼື ໄດ້ຮັບອັນຕະລາຍ. ສິ່ງທີ່ສຳຄັນທີ່ສຸດໃນຕອນນີ້ກໍຄືການສາມາດດຳເນີນການໃຫ້ສອດຄ່ອງກັບຄວາມປະສົງຂອງເຮົາ. ບັນດາຜູ້ທີ່ປະຕິບັດສິ່ງນີ້ຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ ແລະ ຈະຢູ່ພາຍໃຕ້ການຄຸ້ມຄອງຂອງເຮົາ. ໃຜສາມາດອຸທິດຕົນເອງທັງໝົດເພື່ອເຮົາໄດ້ຢ່າງແທ້ຈິງ ແລະ ມອບທຸກສິ່ງທີ່ພວກເຂົາມີໃຫ້ແກ່ເຮົາບໍ? ພວກເຈົ້າທັງໝົດເປັນຄົນສອງຈິດສອງໃຈ; ຄວາມຄິດຂອງພວກເຈົ້າວົນໄປວຽນມາ, ຄິດຮອດເຮືອນ, ຄິດຮອດໂລກພາຍນອກ, ອາຫານ ແລະ ເຄື່ອງນຸ່ງຫົ່ມ. ເຖິງແມ່ນວ່າທີ່ຈິງແລ້ວເຈົ້າແມ່ນຢູ່ຕໍ່ໜ້າເຮົາ, ກຳລັງປະຕິບັດສິ່ງຕ່າງໆເພື່ອເຮົາ, ແຕ່ເລິກໆແລ້ວ ເຈົ້າຍັງຄິດຮອດເມຍ, ລູກ ແລະ ພໍ່ແມ່ຢູ່ເຮືອນ. ທັງໝົດນີ້ແມ່ນຊັບສົມບັດຂອງເຈົ້າບໍ? ເປັນຫຍັງເຈົ້າຈິ່ງບໍ່ມອບພວກເຂົາໄວ້ໃນມືຂອງເຮົາ? ເຈົ້າບໍ່ມີຄວາມເຊື່ອຢ່າງພຽງພໍໃນໃນຕົວເຮົາບໍ? ຫຼື ມັນເປັນເພາະວ່າເຈົ້າຢ້ານເຮົາຈະຈັດແຈງຢ່າງບໍ່ເໝາະສົມສໍາລັບເຈົ້າບໍ? ເປັນຫຍັງເຈົ້າຈິ່ງເປັນຫ່ວງກ່ຽວກັບຄອບຄົວແຫ່ງເນື້ອໜັງຂອງເຈົ້າຢູ່ສະເໝີ? ເຈົ້າປາດຖະໜາຫາຄົນທີ່ເປັນທີ່ຮັກຂອງເຈົ້າສະເໝີ! ເຮົາມີພື້ນທີ່ໃດໜຶ່ງຢູ່ໃນຫົວໃຈຂອງເຈົ້າຢູ່ບໍ? ເຈົ້າຍັງເວົ້າເຖິງການປ່ອຍໃຫ້ເຮົາມີອຳນາດໃນຕົວເຈົ້າ ແລະ ຄອບຄອງການເປັນຢູ່ທັງໝົດຂອງເຈົ້າ: ທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ແມ່ນການຂີ້ຕົວະຫຼອກລວງ! ມີຈັກຄົນໃນພວກເຈົ້າທີ່ອຸທິດຕົນເພື່ອຄຣິສຕະຈັກຢ່າງໝົດຫົວໃຈ? ມີໃຜໃນພວກເຈົ້າທີ່ບໍ່ຄິດເຫັນແຕ່ຕົວເອງ, ແຕ່ກໍາລັງປະຕິບັດເພື່ອອານາຈັກແຫ່ງປັດຈຸບັນ? ຈົ່ງຄິດຢ່າງຮອບຄອບກ່ຽວກັບເລື່ອງນີ້.

ພວກເຈົ້າໄດ້ຍູ້ເຮົາຈົນເຖິງຂັ້ນທີ່ເຮົາຕ້ອງໄດ້ໃຊ້ມືຂອງເຮົາໂຈມຕີພວກເຈົ້າ ແລະ ຂັບເຄື່ອນພວກເຈົ້າໄປຂ້າງໜ້າ; ເຮົາຈະບໍ່ຍົວະເຈົ້າອີກຕໍ່ໄປ. ນີ້ກໍຍ້ອນວ່າເຮົາແມ່ນພຣະເຈົ້າທີ່ສະຫຼາດ ແລະ ເຮົາປະຕິບັດຕໍ່ແຕ່ລະຄົນໃນຮູບແບບທີ່ແຕກຕ່າງກັນ, ຂຶ້ນຢູ່ກັບວ່າພວກເຈົ້າຈົງຮັກພັກດີຕໍ່ເຮົາແນວໃດ. ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ; ໃຜຈະກ້າຂັດຂວາງຂັ້ນຕອນຕໍ່ໄປຂອງເຮົາບໍ? ຈາກນີ້ໄປ ຜູ້ທີ່ກ້າປະຕິບັດຕໍ່ເຮົາດ້ວຍຄວາມບໍ່ຈົ່ງຮັກພັກດີຈະມາຢູ່ພາຍໃຕ້ມືແຫ່ງກົດບັນຍັດໃນການບໍລິຫານຂອງເຮົາຢ່າງແນ່ນອນ, ເພື່ອວ່າພວກເຂົາຈະຖືກເຮັດໃຫ້ຮູ້ຈັກລິດທານຸພາບສູງສຸດຂອງເຮົາ. ສິ່ງທີ່ເຮົາຕ້ອງການບໍ່ແມ່ນຄົນຈຳນວນຫຼາຍ, ແຕ່ເປັນຄົນທີ່ປະເສີດ. ເຮົາຈະປະຖິ້ມ ແລະ ລົງໂທດຜູ້ໃດກໍຕາມທີ່ບໍ່ຈົ່ງຮັກພັກດີ, ບໍ່ຊື່ສັດ ແລະ ມີພຶດຕິກຳທີ່ຄົດໂກງ ແລະ ຫຼອກລວງ. ຢ່າຄິດວ່າເຮົາຈະເມດຕາອີກຕໍ່ໄປ ຫຼື ວ່າເຮົາໜ້າຮັກ ແລະ ໃຈດີ; ຄວາມຄິດດັ່ງກ່າວແມ່ນເປັນພຽງຄວາມປາດຖະໜາສ່ວນຕົວເທົ່ານັ້ນ. ເຮົາຮູ້ວ່າຍິ່ງເຮົາຕະຫຼົກກັບເຈົ້າຫຼາຍເທົ່າໃດ ເຈົ້າຍິ່ງຄິດລົບ ແລະ ບໍ່ດິ້ນຮົນຫຼາຍເທົ່ານັ້ນ ແລະ ເຈົ້າຍິ່ງບໍ່ເຕັມໃຈທີ່ຈະປະຖິ້ມຕົວເອງຫຼາຍເທົ່ານັ້ນ. ເມື່ອຜູ້ຄົນຫຍຸ້ງຍາກຈົນເຖິງລະດັບດັ່ງກ່າວ ເຮົາກໍໄດ້ແຕ່ກະຕຸ້ນພວກເຂົາ ແລະ ລາກພວກເຂົາໄປນຳເທົ່ານັ້ນ. ຈົ່ງຮູ້ສິ່ງນີ້! ນັບແຕ່ນີ້ໄປເຮົາແມ່ນພຣະເຈົ້າຜູ້ທີ່ພິພາກສາ; ເຮົາບໍ່ແມ່ນພຣະເຈົ້າທີ່ເມດຕາ, ໃຈດີ ແລະ ເປັນພຣະເຈົ້າຜູ້ໜ້າຮັກແຫ່ງຈິນຕະນາການຂອງມະນຸດອີກຕໍ່ໄປ!

ກ່ອນນີ້: ບົດທີ 58

ຕໍ່ໄປ: ບົດທີ 60

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້