ບົດທີ 58

ຖ້າເຈົ້າເຂົ້າໃຈຄວາມຕັ້ງໃຈຂອງເຮົາ, ເຈົ້າຈະສາມາດພິຈາລະນາພາລະຂອງເຮົາໄດ້ ແລະ ເຈົ້າກໍ່ຈະສາມາດໄດ້ຮັບຄວາມສະຫວ່າງ ແລະ ການເປີດເຜີຍໄດ້ ແລະ ໄດ້ຮັບການປົດປ່ອຍ ແລະ ອິດສະຫຼະພາບ. ນີ້ເປັນທີ່ພໍໃຈເຮົາ ແລະ ເຮັດໃຫ້ຄວາມປະສົງຂອງເຮົາຖືກດຳເນີນການໃນຕົວເຈົ້າ, ນຳເອົາການສັ່ງສອນມາສູ່ໄພ່ພົນທັງຫຼາຍ ແລະ ເຮັດໃຫ້ອານາຈັກຂອງເຮົາໝັ້ນຄົງ ແລະ ຖາວອນຢູ່ເທິງແຜ່ນດິນໂລກ. ສິ່ງສຳຄັນທີ່ສຸດໃນຕອນນີ້ຄືການເຂົ້າໃຈຄວາມຕັ້ງໃຈຂອງເຮົາ; ນີ້ແມ່ນເສັ້ນທາງທີ່ພວກເຈົ້າຄວນເຂົ້າສູ່ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນໜ້າທີ່ຂອງທຸກຄົນທີ່ຕ້ອງໄດ້ປະຕິບັດໃຫ້ສໍາເລັດ.

ພຣະທຳຂອງເຮົາແມ່ນຢາທີ່ດີທີ່ປິ່ນປົວການເຈັບປ່ວຍທຸກຮູບແບບ. ຕາບໃດທີ່ເຈົ້າເຕັມໃຈທີ່ຈະມາຢູ່ຕໍ່ໜ້າເຮົາ, ເຮົາຈະປິ່ນປົວເຈົ້າ ແລະ ໃຫ້ເຈົ້າເຫັນການມີອຳນາດໃນທຸກຢ່າງຂອງເຮົາ, ເຫັນການກະທຳຢ່າງມະຫັດສະຈັນຂອງເຮົາ, ເຫັນຄວາມທ່ຽງທຳ ແລະ ຄວາມສະຫງ່າງາມຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາຈະໃຫ້ພວກເຈົ້າເຫັນຄວາມເສື່ອມຊາມ ແລະ ຄວາມອ່ອນແອໃນຕົວພວກເຈົ້າເອງ. ເຮົາເຂົ້າໃຈທຸກສະຖານະພາບໃນຕົວເຈົ້າທັງໝົດ; ເຈົ້າປະຕິບັດສິ່ງຕ່າງໆຢູ່ໃນໃຈເຈົ້າສະເໝີ ແລະ ບໍ່ສະແດງມັນອອກມາຂ້າງນອກ. ເຮົາຍິ່ງຮູ້ຊັດເຈນກ່ຽວກັບທຸກສິ່ງທີ່ເຈົ້າກະທຳ. ຢ່າງໃດກໍຕາມ, ເຈົ້າຄວນຮູ້ວ່າສິ່ງໃດທີ່ເຮົາສັນລະເສີນ ແລະ ສິ່ງໃດທີ່ເຮົາບໍ່ສັນລະເສີນ; ເຈົ້າຄວນແຍກແຍະລະຫວ່າງສອງສິ່ງນີ້ຢ່າງຊັດເຈນ ແລະ ເຈົ້າຕ້ອງບໍ່ໃຊ້ທັດສະນະຄະຕິທີ່ເປັນກັນເອງກັບສິ່ງນີ້.

ການເວົ້າວ່າ “ພວກເຮົາຕ້ອງສະແດງຄວາມພິຈາລະນາຕໍ່ພາລະຂອງພຣະເຈົ້າ”, ເຈົ້າພຽງແຕ່ຮັບໃຊ້ດ້ວຍປາກເທົ່ານັ້ນ. ແຕ່ເມື່ອເຈົ້າຜະເຊີນໜ້າກັບຂໍ້ເທັດຈິງ, ເຈົ້າບໍ່ໄດ້ໃຫ້ການພິຈາລະນາໃດໆ ເຖິງແມ່ນເຈົ້າຮູ້ຢ່າງຊັດເຈນແລ້ວວ່າພາລະຂອງພຣະເຈົ້າແມ່ນຫຍັງ. ເຈົ້າສັບສົນທີ່ສຸດ, ໂງ່ຈ້າທີ່ສຸດ ແລະ ຍິ່ງໄປກວ່ານັ້ນ ຍັງຂາດຄວາມຮູ້ໃນທຸກດ້ານ. ສິ່ງນີ້ອະທິບາຍເຖິງຄວາມຫຍຸ້ງຍາກໃນການຈັດການກັບມະນຸດ ແລະ ທຸກສິ່ງທີ່ພວກເຂົາປະຕິບັດແມ່ນການຮັບໃຊ້ຄຳເວົ້າທີ່ຟັງເບິ່ງຄືວ່າດີ ເຊັ່ນ: “ຂ້ານ້ອຍພຽງແຕ່ບໍ່ສາມາດເຂົ້າໃຈຄວາມຕັ້ງໃຈຂອງພຣະເຈົ້າ ຖ້າຂ້ານ້ອຍເຂົ້າໃຈ ຂ້ານ້ອຍກໍຈະປະຕິບັດຕາມຢ່າງແນ່ນອນ”. ນີ້ບໍ່ແມ່ນສະພາບແທ້ຈິງຂອງພວກເຈົ້າບໍ? ເຖິງແມ່ນວ່າພວກເຈົ້າທຸກຄົນຮູ້ຈັກຄວາມຕັ້ງໃຈຂອງພຣະເຈົ້າ ແລະ ຮູ້ວ່າສາເຫດຄວາມເຈັບປ່ວຍຂອງພວກເຈົ້າແມ່ນຫຍັງ, ສິ່ງສຳຄັນກໍຄື ພວກເຈົ້າບໍ່ເຕັມໃຈທີ່ຈະປະຕິບັດຕາມ; ນີ້ແມ່ນຄວາມຫຍຸ້ງຍາກຫຼາຍທີ່ສຸດຂອງພວກເຈົ້າ. ຖ້າພວກເຈົ້າບໍ່ແກ້ໄຂສິ່ງນີ້ໂດຍໄວ, ມັນຈະເປັນມານຂັດຂວາງໃນຊີວິດຂອງພວກເຈົ້າຢ່າງໃຫຍ່ຫຼວງ.

ກ່ອນນີ້: ບົດທີ 57

ຕໍ່ໄປ: ບົດທີ 59

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້