ບົດທີ 57
ເຈົ້າໄດ້ກວດສອບເບິ່ງຄວາມຄິດ ແລະ ແນວຄິດແຕ່ລະຢ່າງຂອງເຈົ້າ ແລະ ການກະທຳທຸກຢ່າງຂອງເຈົ້າແລ້ວບໍ? ເຈົ້າມີແນວຄິດທີ່ຊັດເຈນກ່ຽວກັບວ່າສິ່ງໃດແມ່ນສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ສິ່ງໃດບໍ່ສອດຄ່ອງ? ເຈົ້າບໍ່ສາມາດແຍກແຍະສິ່ງນີ້ໄດ້ແທ້ໆ! ແລ້ວເປັນຫຍັງເຈົ້າຈຶ່ງບໍ່ມາຢູ່ຕໍ່ໜ້າເຮົາ? ມັນເປັນຍ້ອນເຮົາບໍ່ໄດ້ບອກເຈົ້າບໍ ຫຼື ຍ້ອນເຫດຜົນອື່ນ? ເຈົ້າຄວນຮູ້ສິ່ງນີ້! ຈົ່ງຮູ້ວ່າ ຄົນທີ່ບໍ່ເອົາໃຈໃສ່ແມ່ນຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ ຫຼື ຮັບເອົາແສງເຍືອງທາງ ຫຼື ການເປີດເຜີຍທີ່ຍິ່ງໃຫຍ່ໃດໆຢ່າງແນ່ນອນ.
ເຈົ້າໄດ້ຄົ້ນພົບເຫດຜົນທີ່ວ່າ ເປັນຫຍັງຄຣິສຕະຈັກຈຶ່ງບໍ່ໄດ້ຮັບການຫຼໍ່ລ້ຽງ ແລະ ຂາດການສົນທະນາຢ່າງແທ້ຈິງ? ເຈົ້າຮູ້ຕົວບໍວ່າ ມີຈັກປັດໄຈທີ່ກ່ຽວຂ້ອງກັບເຈົ້າທີ່ນໍາພາໄປສູ່ເຫດການແບບນີ້? ເຮົາສັ່ງສອນເຈົ້າໃຫ້ສະໜອງຊີວິດ ແລະ ປ່ອຍສຽງຂອງເຮົາອອກ. ເຈົ້າໄດ້ເຮັດສິ່ງເຫຼົ່ານີ້ແລ້ວບໍ? ເຈົ້າຈະສາມາດຮັບຜິດຊອບກັບການທ່ວງດຶງຄວາມກ້າວໜ້າໃນຊີວິດຂອງອ້າຍເອື້ອຍນ້ອງເຈົ້າໄດ້ບໍ? ເມື່ອເຈົ້າຜະເຊີນກັບບັນຫາ ແທນທີ່ເຈົ້າຈະໃຈເຢັນ ແລະ ສະຫງົບ ເຈົ້າວິຕົກກັງວົນ. ເຈົ້າຊ່າງຂາດຄວາມຮູ້ແທ້ໆ! ສຽງຂອງເຮົາຄວນຖືກປ່ອຍອອກໃຫ້ກັບໄພ່ພົນ. ຢ່າສະກັດກັ້ນພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢ່າທ່ວງດຶງເຮົາຜ່ານການເລື່ອນເວລາ; ມັນບໍ່ມີປະໂຫຍດໃຫ້ກັບໃຜເລີຍ. ເຮົາຕ້ອງການໃຫ້ເຈົ້າອຸທິດຕົນໃຫ້ກັບເຮົາຢ່າງສົມບູນ ທັງດ້ານຮ່າງກາຍ ແລະ ຄວາມຄິດ ເພື່ອວ່າທຸກຄວາມຄິດ ແລະ ແນວຄິດຂອງເຈົ້າຈະເປັນຂອງເຮົາ, ເພື່ອເຈົ້າຈະແບ່ງປັນຄວາມຄິດ ແລະ ຄວາມກັງວົນຂອງເຮົາ ແລະ ເພື່ອວ່າທຸກສິ່ງທີ່ເຈົ້າເຮັດຈະແມ່ນເພື່ອເຫັນແກ່ອານາຈັກໃນປັດຈຸບັນ ແລະ ການຄຸ້ມຄອງຂອງເຮົາ ແລະ ບໍ່ແມ່ນເພື່ອຕົວເຈົ້າເອງ. ມີພຽງແຕ່ສິ່ງນັ້ນຈະເຮັດໃຫ້ເຮົາພໍໃຈ.
ບໍ່ມີສິ່ງໃດທີ່ເຮົາກະທໍາທີ່ປາສະຈາກການພິສູດ. ເປັນຫຍັງເຈົ້າຈຶ່ງບໍ່ເອົາເຮົາເປັນແບບຢ່າງ? ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາຂໍ້ພິສູດໃນສິ່ງທີ່ເຈົ້າເຮັດ? ເຈົ້າຈະໃຫ້ເຮົາເວົ້າຫຍັງຕື່ມອີກ? ເຮົາຈັບມືເຈົ້າເພື່ອສັ່ງສອນເຈົ້າ, ແຕ່ເຈົ້າກໍບໍ່ສາມາດຮຽນຮູ້, ເຈົ້າຊ່າງໂງ່ຫຼາຍ! ເຈົ້າປາຖະໜາທີ່ຈະເລີ່ມຕົ້ນໃໝ່ທັງໝົດບໍ? ຢ່າທໍ້ຖອຍໃຈ. ເຈົ້າຕ້ອງກັບຄືນມາເປັນຕົວຂອງເຈົ້າເອງອີກຄັ້ງ ແລະ ອຸທິດຕົນທັງໝົດແທນຄວາມຫວັງ ແລະ ຄວາມປາຖະໜາທີ່ຮ່ວມກັນຂອງໄພ່ພົນ. ຈົ່ງຈື່ຈໍາພຣະທຳເຫຼົ່ານັ້ນ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ”.
ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ກໍຕ້ອງເຮັດໃນຮູບແບບທີ່ເປັນລະບຽບ, ບໍ່ແມ່ນຕາມບຸນຕາມກຳ. ເຈົ້າກ້າອ້າງແທ້ບໍວ່າ ເຈົ້າຮູ້ຈັກສະພາບຂອງໄພ່ພົນຄືກັບຫຼັງມືຂອງເຈົ້າ? ນັ້ນສະແດງໃຫ້ເຫັນວ່າ ເຈົ້າກຳລັງຂາດສະຕິປັນຍາ, ເຈົ້າບໍ່ໄດ້ຈິງຈັງກັບບັນຫານີ້ ແລະ ບໍ່ໄດ້ເສຍເວລາກັບມັນເລີຍ. ຖ້າເຈົ້າສາມາດໃຊ້ເວລາທັງໝົດຂອງເຈົ້າກັບສິ່ງນີ້ຢ່າງແທ້ຈິງ, ແລ້ວເຈົ້າກໍຈະເຫັນພຽງແຕ່ວ່າ ສະພາບພາຍໃນຂອງເຈົ້າຈະເປັນແນວໃດ. ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມພະຍາຍາມແບບອັດວິໄສ; ເຈົ້າພຽງຊອກຫາເຫດຜົນແບບພາວະວິໄສເທົ່ານັ້ນໂດຍບໍ່ໄດ້ພິຈາລະນາຄວາມປະສົງຂອງເຮົາແມ່ນແຕ່ໜ້ອຍດຽວ. ສິ່ງນັ້ນໄດ້ເຮັດໃຫ້ເຮົາເຈັບປວດຢ່າງໜັກ! ຢ່າສືບຕໍ່ເຮັດແບບນີ້ອີກເລີຍ! ສາມາດເປັນໄປໄດ້ບໍ່ວ່າ ເຈົ້າບໍ່ຍອມຮັບເອົາການອວຍພອນທີ່ເຮົາໄດ້ມອບໃຫ້ກັບເຈົ້າ?
ໂອ ພຣະເຈົ້າ! ລູກຂອງພຣະອົງຕິດໜີ້ພຣະອົງ. ຂ້ານ້ອຍບໍ່ໄດ້ຈິງຈັງກັບພາລະກິດຂອງພຣະອົງ ຫຼື ພິຈາລະນາເຖິງຄວາມປະສົງຂອງພຣະອົງ ຫຼື ຂ້ານ້ອຍບໍ່ໄດ້ຊື່ສັດກັບຄຳຕັກເຕືອນຂອງພຣະອົງ. ລູກຂອງພຣະອົງປາຖະໜາທີ່ຈະຫັນສິ່ງເຫຼົ່ານີ້ກັບຄືນມາ. ຂໍໃຫ້ພຣະອົງຢ່າປະຖິ້ມຂ້ານ້ອຍ ແລະ ຂໍໃຫ້ພຣະອົງສືບຕໍ່ປະຕິບັດພາລະກິດຂອງພຣະອົງຜ່ານຂ້ານ້ອຍ. ໂອ ພຣະເຈົ້າ! ຢ່າຖິ້ມໃຫ້ລູກຂອງພຣະອົງຢູ່ດ້ວຍຕົນເອງ! ກົງກັນຂ້າມ, ກາລຸນາໄປກັບຂ້ານ້ອຍໃນທຸກໄລຍະເວລາ. ໂອ ພຣະເຈົ້າ! ລູກຂອງພຣະອົງຮູ້ວ່າ ພຣະອົງຮັກຂ້ານ້ອຍ, ແຕ່ຂ້ານ້ອຍບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະອົງໄດ້; ຂ້ານ້ອຍບໍ່ຮູ້ຈັກວິທີເອົາໃຈໃສ່ຕໍ່ພາລະຂອງພຣະອົງ ຫຼື ວິທີທີ່ຈະເຮັດໃຫ້ສິ່ງທີ່ພຣະອົງໄດ້ມອບໝາຍໃຫ້ກັບຂ້ານ້ອຍນັ້ນສຳເລັດ. ແລ້ວແຮງໄກທີ່ຂ້ານ້ອຍຈະຮູ້ຈັກວິທີລ້ຽງດູຄຣິດຕະຈັກ. ພຣະອົງຮູ້ວ່າ ຂ້ານ້ອຍເສົ້າໃຈ ແລະ ອຸກໃຈກ່ຽວກັບສິ່ງນີ້. ໂອ ພຣະເຈົ້າ! ຈົ່ງໂຜດນໍາພາຂ້ານ້ອຍຕະຫຼອດເວລາ. ບັດນີ້ ຂ້ານ້ອຍຮູ້ແລ້ວວ່າ ຂ້ານ້ອຍຂາດເຂີນຫຼາຍສໍ່າໃດ, ຂ້ານ້ອຍຂາດເຂີນຫຼາຍເກີນໄປແທ້ໆ! ຂ້ານ້ອຍບໍ່ສາມາດອະທິບາຍໄດ້ວ່າຫຼາຍປານໃດ. ຂໍໃຫ້ມືທີ່ມີລິດທານຸພາບສູງສຸດຂອງພຣະອົງສະແດງຄວາມເມດຕາຕໍ່ລູກຂອງພຣະອົງ, ສົ່ງເສີມຂ້ານ້ອຍຢູ່ຕະຫຼອດເວລາ ແລະ ເຮັດໃຫ້ຂ້ານ້ອຍກົ້ມຂາບລົງຕໍ່ໜ້າພຣະອົງຢ່າງແທ້ຈິງ, ໂດຍບໍ່ມີການສ້າງທາງເລືອກຂອງຂ້ານ້ອຍເອງອີກຕໍ່ໄປ ແລະ ບໍ່ມີຄວາມຄິດ ຫຼື ແນວຄິດເປັນຂອງຕົນເອງອີກຕໍ່ໄປ. ໂອ ພຣະເຈົ້າ! ພຣະອົງຮູ້ວ່າ ລູກຂອງພຣະອົງປາຖະໜາທີ່ຈະເຮັດທຸກສິ່ງເພື່ອພຣະອົງທັງໝົດ ແລະ ເພື່ອເຫັນແກ່ອານາຈັກໃນປັດຈຸບັນ. ພຣະອົງຮູ້ເຖິງສິ່ງທີ່ຂ້ານ້ອຍກຳລັງຄິດ ແລະ ສິ່ງທີ່ຂ້ານ້ອຍກຳລັງເຮັດໃນໄລຍະເວລານີ້. ໂອ ພຣະເຈົ້າ! ຂໍໃຫ້ຄົ້ນຫາຂ້ານ້ອຍດ້ວຍຕົວພຣະອົງເອງ. ຂ້ານ້ອຍພຽງແຕ່ຂໍໃຫ້ພຣະອົງຍ່າງກັບຂ້ານ້ອຍ ແລະ ຢູ່ໃນຊີວິດຂອງຂ້ານ້ອຍຕະຫຼອດເວລາ, ເພື່ອວ່າ ພະລັງຂອງພຣະອົງຈະຕິດຕາມທຸກສິ່ງທີ່ຂ້ານ້ອຍເຮັດ.