ບົດທີ 56

ເຮົາໄດ້ເລີ່ມຕົ້ນລົງມືປະຕິບັດເພື່ອລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ຄົນທີ່ມີອຳນາດ ແລະ ຄົນທີ່ຂົ່ມເຫັງລູກຊາຍຂອງພຣະເຈົ້າ. ຕັ້ງແຕ່ນີ້ເປັນຕົ້ນໄປ, ໃຜກໍຕາມທີ່ຂັດກັບເຮົາຢູ່ໃນຫົວໃຈຂອງພວກເຂົາ, ມືແຫ່ງພຣະດຳລັດຂອງເຮົາຈະມາເຖິງພວກເຂົາ. ໃຫ້ຮູ້ສິ່ງນີ້ໄວ້! ນີ້ແມ່ນການເລີ່ມຕົ້ນແຫ່ງການພິພາກສາຂອງເຮົາ ແລະ ຈະບໍ່ມີການສະແດງຄວາມເມດຕາຕໍ່ໃຜເລີຍ ແລະ ບໍ່ມີໃຜທີ່ຈະຖືກປ່ອຍໄປ ຍ້ອນເຮົາເປັນພຣະເຈົ້າທີ່ໄຮ້ຄວາມຮູ້ສຶກເຊິ່ງປະຕິບັດຄວາມຊອບທຳ; ມັນຈະດີສຳລັບພວກເຈົ້າທີ່ຈະຮັບຮູ້ສິ່ງນີ້.

ບໍ່ແມ່ນວ່າເຮົາຕ້ອງການລົງໂທດຄົນທີ່ເຮັດການຊົ່ວຮ້າຍ, ກົງກັນຂ້າມ ມັນຄືຜົນກຳສະໜອງທີ່ພວກເຂົານຳມາສູ່ຕົວເອງຍ້ອນການເຮັດຊົ່ວຂອງພວກເຂົາເອງ. ເຮົາບໍ່ໄດ້ລົງໂທດໃຜຢ່າງໄວ ແລະ ເຮົາບໍ່ປະຕິບັດຕໍ່ຄົນໃດຄົນໜຶ່ງຢ່າງບໍ່ຍຸຕິທຳ, ເຮົາຊອບທຳຕໍ່ທຸກຄົນ. ເຮົາຮັກລູກຊາຍຂອງເຮົາຢ່າງແນ່ນອນ ແລະ ເຮົາກໍກຽດຊັງຄົນຊົ່ວຮ້າຍເຫຼົ່ານັ້ນທີ່ທ້າທາຍເຮົາຢ່າງແນ່ນອນ; ນີ້ແມ່ນຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເຮົາ. ພວກເຈົ້າແຕ່ລະຄົນຄວນມີຄວາມເຂົ້າໃຈໃນພຣະດຳລັດຂອງເຮົາ. ຖ້າບໍ່ດັ່ງນັ້ນ, ພວກເຈົ້າກໍຈະບໍ່ມີຄວາມຢຳເກງແມ່ນແຕ່ໜ້ອຍດຽວ ແລະ ຈະປະພຶດຕົນຢ່າງບໍ່ສົນໃຈເມື່ອຢູ່ຕໍ່ໜ້າເຮົາ. ເຈົ້າຈະບໍ່ຮູ້ສິ່ງທີ່ເຮົາຢາກບັນລຸເຊັ່ນກັນ, ເຮົາຕ້ອງການເຮັດຫຍັງໃຫ້ສຳເລັດ, ເຮົາຕ້ອງການຮັບເອົາຫຍັງ ຫຼື ອານາຈັກຂອງເຮົາຕ້ອງການຄົນປະເພດໃດ.

ພຣະດຳລັດຂອງເຮົາກໍຄື:

1. ບໍ່ວ່າເຈົ້າເປັນໃຜກໍຕາມ, ຖ້າເຈົ້າຂັດແຍ້ງເຮົາຢູ່ໃນຫົວໃຈຂອງເຈົ້າ, ເຈົ້າກໍຈະຖືກພິພາກສາ.

2. ບັນດາຄົນທີ່ເຮົາໄດ້ເລືອກຈະຖືກລົງວິໄນທັນທີສຳລັບແນວຄິດໃດກໍຕາມທີ່ຜິດ.

3. ເຮົາຈະວາງຄົນທີ່ບໍ່ເຊື່ອໃນເຮົາໄວ້ອີກດ້ານໜຶ່ງ. ເຮົາຈະໃຫ້ພວກເຂົາເວົ້າ ແລະ ປະພຶດຢ່າງເລິນເລີ້ຈົນເຖິງວາລະສຸດທ້າຍເຊິ່ງເຮົາຈະລົງໂທດພວກເຂົາທັງໝົດ ແລະ ຈັດລຳດັບພວກເຂົາ.

4. ສຳລັບຄົນທີ່ເຊື່ອໃນເຮົາ, ເຮົາຈະເບິ່ງແຍງພວກເຂົາ ແລະ ປົກປ້ອງພວກເຂົາຕະລອດເວລາ. ເຮົາຈະຈັດຊີວິດໃຫ້ກັບພວກເຂົາໂດຍໃຊ້ຫົນທາງແຫ່ງຄວາມລອດພົ້ນຢູ່ສະເໝີ. ຄົນເຫຼົ່ານີ້ຈະມີຄວາມຮັກຂອງເຮົາ ແລະ ພວກເຂົາຈະບໍ່ລົ້ມເຫຼວ ຫຼື ສູນເສຍຫົນທາງຂອງພວກເຂົາຢ່າງແນ່ນອນ. ຄວາມອ່ອນແອໃດກໍຕາມທີ່ພວກເຂົາມີກໍເປັນສິ່ງຊົ່ວຄາວ ແລະ ເຮົາຈະບໍ່ຈື່ຄວາມອ່ອນແອຂອງພວກເຂົາຢ່າງແນ່ນອນ.

5. ສຳລັບຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ ໝາຍເຖິງຄົນທີ່ເຊື່ອວ່າມີພຣະເຈົ້າ, ແຕ່ບໍ່ໄດ້ສະແຫວງຫາພຣະຄຣິດ ແຕ່ກໍບໍ່ໄດ້ຕໍ່ຕ້ານ, ຄົນເຫຼົ່ານີ້ເປັນຕາເວດທະນາທີ່ສຸດ ແລະ ເຮົາຈະເຮັດໃຫ້ພວກເຂົາໄດ້ເຫັນຢ່າງຊັດເຈນຜ່ານທາງການກະທຳຂອງເຮົາ. ໂດຍວິທີການກະທຳຂອງເຮົາ, ເຮົາຈະຊ່ວຍຄົນປະເພດເຫຼົ່ານີ້ໃຫ້ລອດພົ້ນ ແລະ ນໍາພວກເຂົາກັບມາ.

6. ລູກຊາຍກົກຜູ້ທີ່ຍອມຮັບນາມຂອງເຮົາກ່ອນກໍຈະໄດ້ຮັບພອນ! ເຮົາຈະປະທານພອນທີ່ດີທີ່ສຸດໃຫ້ກັບພວກເຈົ້າຢ່າງແນ່ນອນ, ອະນຸຍາດໃຫ້ພວກເຈົ້າຊື່ນຊົມພວກມັນຈົນພວກເຈົ້າພໍໃຈ; ບໍ່ມີໃຜກ້າຂັດຂວາງສິ່ງນີ້ໄດ້. ທັງໝົດນີ້ຖືກຈັດກຽມໃຫ້ກັບພວກເຈົ້າທັງໝົດ, ຍ້ອນນີ້ແມ່ນພຣະດຳລັດຂອງເຮົາ.

ໃນທຸກໆດ້ານ ພວກເຈົ້າຄວນສາມາດເຫັນໄດ້ວ່າມືຂອງເຮົາເຮັດຫຍັງ ແລະ ເຮົາມີຄວາມຄິດຫຍັງຢູ່ໃນຫົວໃຈຂອງເຮົາ, ທຸກສິ່ງເຫຼົ່ານັ້ນບໍ່ແມ່ນເພື່ອພວກເຈົ້າບໍ? ຜູ້ໃດທ່າມກາງພວກເຈົ້າທີ່ຢູ່ເພື່ອເຮົາ? ເຈົ້າໄດ້ກວດສອບເບິ່ງຄວາມຄິດທີ່ຢູ່ໃນຫົວໃຈຂອງເຈົ້າ ຫຼື ຄຳເວົ້າທີ່ເຈົ້າເວົ້າແລ້ວບໍ? ເຈົ້າໄດ້ປະຕິບັດສິ່ງເຫຼົ່ານີ້ຢ່າງຈິງຈັງແລ້ວບໍ? ຊ່າງໂງ່ແທ້ເດ! ຊ່າງເສເພແທ້ເດ! ເຈົ້າບໍ່ຍອມຮັບເອົາການຫ້າມປາມຂອງພຣະວິນຍານບໍລິສຸດ! ເຮົາໄດ້ປ່ອຍສຽງຂອງເຮົາຄັ້ງແລ້ວຄັ້ງເລົ່າຢູ່ພາຍໃນເຈົ້າ, ແຕ່ກໍບໍ່ມີປະຕິກິລິຍາຕອບໂຕ້ເລີຍ. ຢ່າໂງ່ອີກຕໍ່ໄປເລີຍ! ໜ້າທີ່ຂອງເຈົ້າແມ່ນເພື່ອເຂົ້າໃຈຄວາມປະສົງຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ມັນແມ່ນເສັ້ນທາງທີ່ເຈົ້າຄວນເຂົ້າສູ່. ພວກເຈົ້າສັບສົນ, ພວກເຈົ້າບໍ່ມີຄວາມເຂົ້າໃຈ, ພວກເຈົ້າບໍ່ເຫັນຢ່າງຊັດເຈນໃນສິ່ງທີ່ເຮົາຕ້ອງການເຮັດໃຫ້ສຳເລັດໃນພວກເຈົ້າ ຫຼື ສິ່ງທີ່ເຮົາຕ້ອງການຮັບເອົາຈາກພວກເຈົ້າ! ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງເຮົາ ເຈົ້າຕ້ອງເລີ່ມຕົ້ນດ້ວຍການຫຍັບເຂົ້າໃກ້ເຮົາກ່ອນ ແລະ ສົນທະນາກັບເຮົາຫຼາຍຍິ່ງຂຶ້ນ. ເຈົ້າເວົ້າຢູ່ສະເໝີວ່າເຈົ້າບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາ; ຖ້າເຈົ້າເຕັມໄປດ້ວຍສິ່ງຕ່າງໆຂອງເຈົ້າແລ້ວ, ແລ້ວເຮົາຈະສາມາດປະຕິບັດພາລະກິດໃນຕົວເຈົ້າໄດ້ແນວໃດ? ເຈົ້າບໍ່ມາຢູ່ຕໍ່ໜ້າເຮົາຢ່າງຫ້າວຫັນ, ພຽງແຕ່ລໍຖ້າໂດຍຄິດລົບໆ. ເຮົາເວົ້າວ່າເຈົ້າເປັນຄືກັບໜອນ, ແຕ່ເຈົ້າກໍຮູ້ສຶກເປັນທຸກ ແລະ ເຈົ້າກໍບໍ່ຍອມຮັບມັນ. ເວລານີ້ ເຈົ້າຄວນລຸກຂຶ້ນ ແລະ ຮ່ວມມືກັບເຮົາ! ຢ່າຄິດລົບ! ສິ່ງນັ້ນຈະຂັດຂວາງຊີວິດຂອງເຈົ້າ. ການຫ້າວຫັນຈະນໍາຜົນປະໂຫຍດມາໃຫ້ກັບເຈົ້າເອງ, ບໍ່ແມ່ນໃຫ້ກັບຄົນອື່ນ. ເຈົ້າຍັງບໍ່ຮັບຮູ້ ແລະ ເຂົ້າໃຈສິ່ງນີ້ອີກບໍ? ຄວາມປະສົງຂອງເຮົາຖືກເປີດເຜີຍໃນຕົວເຈົ້າຢ່າງສະໝໍ່າສະເໝີ, ເຈົ້າບໍ່ໄດ້ຮັບຮູ້ເຖິງສິ່ງນັ້ນບໍ? ເປັນຫຍັງເຈົ້າຈຶ່ງບໍ່ໃສ່ໃຈກັບສິ່ງນັ້ນຈັກເທື່ອ? ແລ້ວເປັນຫຍັງເຈົ້າຈຶ່ງບໍ່ສາມາດເຂົ້າໃຈຄວາມປະສົງຂອງເຮົາຈັກເທື່ອ? ການເຂົ້າໃຈຄວາມປະສົງຂອງເຮົາແມ່ນບໍ່ໄດ້ນໍາຜົນດີຫຍັງມາໃຫ້ກັບເຈົ້າບໍ?

ເຮົາຫວັງວ່າເຈົ້າຈະສາມາດຄຳນຶງເຖິງຄວາມປະສົງຂອງເຮົາໃນທຸກໆດ້ານ ເພື່ອວ່າເຮົາຈະມີທາງໄປ ແລະ ມີເຮືອນໃຫ້ພັກຜ່ອນໃນຕົວເຈົ້າ. ຢ່າຂັດຂວາງເຮົາອີກຕໍ່ໄປເລີຍ, ມັນໂຫດຮ້າຍເກີນໄປ! ເຈົ້າບໍ່ມີຄວາມເຂົ້າໃຈກ່ຽວກັບພຣະທຳຂອງເຮົາ ແລະ ບໍ່ມີປະຕິກິລິຍາຕອບໂຕ້ຕໍ່ພຣະທຳເຫຼົ່ານັ້ນ. ໃຫ້ເບິ່ງຕອນນີ້ເປັນແນວໃດບໍ່ມີການລໍຖ້າອີກຕໍ່ໄປແລ້ວ! ຖ້າເຈົ້າບໍ່ຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດ ແລ້ວມັນກໍຊ້າເກີນໄປແລ້ວ, ແຮງໄກທີ່ຈະມີທາງໃຫ້ເຈົ້າສາມາດໄຖ່ມັນໄດ້!

ກ່ອນນີ້: ບົດທີ 55

ຕໍ່ໄປ: ບົດທີ 57

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້