ບົດທີ 52

ເຮົາປາກົດອອກມາເປັນດວງອາທິດແຫ່ງຄວາມຊອບທຳ, ພວກເຈົ້າ ແລະ ເຮົາຈະແບ່ງປັນສະຫງ່າລາສີ ແລະ ພອນທີ່ດີຮ່ວມກັນຕະລອດເປັນນິດ! ສິ່ງນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້ ແລະ ມັນໄດ້ເລີ່ມຖືກຢືນຢັນໃນຕົວພວກເຈົ້າແລ້ວ. ນີ້ກໍ່ຍ້ອນວ່າ ທຸກສິ່ງທີ່ເຮົາໄດ້ສັນຍາໄວ້ ເຮົາຈະເຮັດໃຫ້ມັນເປັນຈິງໃນຕົວພວກເຈົ້າ; ທຸກສິ່ງທີ່ເຮົາກ່າວນັ້ນຄືຄວາມເປັນຈິງ ແລະ ຈະບໍ່ມີວັນກັບມາຫາເຮົາໂດຍບໍ່ໄດ້ຮັບຜົນຫຍັງ. ພອນທີ່ດີເຫຼົ່ານີ້ມີໄວ້ສຳລັບພວກເຈົ້າ ແລະ ບໍ່ມີໃຜສາມາດອ້າງສິດໄດ້; ພວກມັນແມ່ນໝາກຜົນແຫ່ງການຮັບໃຊ້ຂອງພວກເຈົ້າທີ່ສອດຄ່ອງ ແລະ ເປັນເອກະພາບກັນກັບເຮົາ. ຈົ່ງປະຖິ້ມແນວຄວາມຄິດທາງສາສະໜາຂອງພວກເຈົ້າ; ຈົ່ງເຊື່ອໃນຄວາມຈິງແຫ່ງພຣະທຳຂອງເຮົາ ແລະ ບໍ່ຕ້ອງສົງໄສຫຍັງ! ເຮົາບໍ່ໄດ້ເວົ້າຫຼິ້ນກັບພວກເຈົ້າ; ເຮົາຈິງຈັງໃນສິ່ງທີ່ເຮົາກ່າວ. ບັນດາຜູ້ທີ່ເຮົາປະທານພອນໃຫ້ກໍ່ຈະໄດ້ຮັບພອນນັ້ນ; ສ່ວນບັນດາຜູ້ທີ່ເຮົາບໍ່ປະທານພອນໃຫ້ກໍ່ຈະບໍ່ໄດ້ຮັບພອນໃດໆ. ສິ່ງທັງໝົດນີ້ລ້ວນແລ້ວແຕ່ແມ່ນເຮົາເປັນຜູ້ກຳນົດ. ຄວາມໂຊກດີທາງໂລກແມ່ນສຳຄັນຫຍັງ! ໃນມຸມມອງຂອງເຮົາແມ່ນບໍ່ມີຫຍັງ ນອກຈາກຂີ້ສັດທີ່ມີຄ່າບໍ່ຮອດເງິນໜຶ່ງເພັນນີ. ເພາະສະນັ້ນ ຈົ່ງບໍ່ຄວນເຫັນຄຸນຄ່າຂອງຄວາມສຸກທາງໂລກຫຼາຍເກີນໄປ; ການຊື່ນຊົມພອນຈາກສະຫວັນຮ່ວມກັບເຮົາບໍ່ແມ່ນສິ່ງທີ່ມີຄວາມໝາຍກວ່າ ແລະ ມີຄຸນຄ່າຫຼາຍກວ່າບໍ?

ກ່ອນໜ້ານີ້ ຄວາມຈິງບໍ່ໄດ້ຖືກເປີດເຜີຍ ແລະ ເຮົາກໍບໍ່ໄດ້ປາກົດຢ່າງເປີດເຜີຍ; ໃນຕອນນັ້ນ ພວກເຈົ້າຈຶ່ງສົງໄສເຮົາ ແລະ ບໍ່ກ້າທີ່ຈະຮູ້ສຶກໝັ້ນໃຈໃນຕົວເຮົາ. ແນວໃດກໍ່ຕາມ, ປັດຈຸບັນນີ້ ທຸກສິ່ງໄດ້ຖືກເປີດເຜີຍແລ້ວ ແລະ ເຮົາໄດ້ປາກົດອອກມາເປັນດວງອາທິດແຫ່ງຄວາມຊອບທຳ; ແລ້ວຖ້າພວກເຈົ້າຍັງສົງໄສຢູ່, ແລ້ວມີຫຍັງອີກທີ່ຕ້ອງກ່າວເພີ່ມເຕີມ? ເມື່ອຄວາມມືດປົກຄຸມແຜ່ນດິນໂລກ ມັນສາມາດໃຫ້ອະໄພໄດ້ທີ່ພວກເຈົ້າບໍ່ສາມາດເຫັນຄວາມສະຫວ່າງ, ແຕ່ປັດຈຸບັນນີ້ ດວງອາທິດໄດ້ເຍືອງແສງສະຫວ່າງໄປທົ່ວທຸກມຸມຂອງຄວາມມືດແລ້ວ; ສິ່ງທີ່ຖືກເຊື່ອງຊ້ອນຈະບໍ່ຖືກເຊື່ອງຊ້ອນອີກຕໍ່ໄປ ແລະ ສິ່ງທີ່ຖືກປິດບັງຈະບໍ່ຖືກປິດບັງອີກຕໍ່ໄປ; ຖ້າຫາກພວກເຈົ້າຍັງສົງໄສຢູ່ ເຮົາກໍ່ຈະບໍ່ຍົກໂທດໃຫ້ພວກເຈົ້າຢ່າງງ່າຍດາຍ! ບັດນີ້ ເຖິງເວລາທີ່ຈະຕ້ອງໝັ້ນໃຈຢ່າງແທ້ຈິງໃນຕົວເຮົາແລ້ວ, ເຖິງເວລາທີ່ຈະເຕັມໃຈອຸທິດຕົນເອງໃຫ້ແກ່ເຮົາ ແລະ ເສຍສະຫຼະເພື່ອເຮົາ. ໃຜກໍ່ຕາມທີ່ຕໍ່ຕ້ານເຮົາແມ່ນແຕ່ນ້ອຍດຽວ ກໍ່ຈະຖືກໄຟແຫ່ງການພິພາກສາເຜົາໄໝ້ທັນທີໂດຍບໍ່ມີການພິຈາລະນາໃດໆ ຫຼື ບໍ່ມີການຊັກຊ້າແມ່ນແຕ່ໜ້ອຍດຽວ ເພາະວ່າ ຕອນນີ້ແມ່ນເວລາເຊິ່ງການພິພາກສາທີ່ໄຮ້ຄວາມປານີໄດ້ມາຮອດແລ້ວ ແລະ ບັນດາຜູ້ທີ່ມີຈິດໃຈ ແລະ ຫົວໃຈທີ່ບໍ່ຖືກຕ້ອງຈະຖືກພິພາກສາທັນທີ. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ພາລະກິດຂອງເຮົານັ້ນຄືດັ່ງສາຍຟ້າແມບເຫຼື້ອມ” ດັ່ງທີ່ໄດ້ກ່າວມາ.

ມັນກ້າວໜ້າໂດຍໄວ, ມັນເຮັດໃຫ້ຄົນແປກໃຈ, ມັນເຮັດໃຫ້ຄົນຮູ້ສຶກຢ້ານ, ມັນຈະບໍ່ໍໍຊັກຊ້າອີກຕໍ່ໄປ ແລະ ບໍ່ສາມາດຢຸດໄດ້. ຍິ່ງພາລະກິດຂອງເຮົາຖືກດຳເນີນການຫຼາຍເທົ່າໃດ ມັນກໍ່ຍິ່ງກ້າວໄປຂ້າງໜ້າໄວເທົ່ານັ້ນ; ໃຜກໍ່ຕາມທີ່ບໍ່ລະມັດລະວັງ ແລະ ກຽມພ້ອມ ກໍຈະສ່ຽງຕໍ່ການຖືກປະຖິ້ມຢູ່ສະເໝີ. ເຈົ້າບໍ່ສາມາດຍອມຈຳນົນຕໍ່ແຮງກະຕຸ້ນຂອງການລໍ້ລວງອີກຕໍ່ໄປ. ພາລະກິດຂອງເຮົາໄດ້ເລີ່ມຕົ້ນຢ່າງສົມບູນແລ້ວ ແລະ ກຳລັງຂະຫຍາຍໄປສູ່ຕ່າງຊາດທີ່ບໍ່ແມ່ນຊາວຍິວ ແລະ ທົ່ວໂລກຈັກກະວານ. ໄຟແຫ່ງການພິພາກສານັ້ນໄຮ້ຄວາມປານີ ແລະ ປາສະຈາກຄວາມເມດຕາ ຫຼື ຄວາມຮັກຕໍ່ຜູ້ໃດ. ບັນດາຜູ້ທີ່ຊື່ສັດພັກດີຕໍ່ພຣະເຈົ້າ ແຕ່ຍັງມີຄວາມຄິດ ແລະ ແນວຄວາມຄິດທີ່ບໍ່ຖືກຕ້ອງ ຫຼື ແມ່ນແຕ່ການຕໍ່ຕ້ານພຽງເລັກນ້ອຍກໍ່ຈະຖືກພິພາກສາເຊັ່ນກັນ; ນີ້ແມ່ນບໍ່ຕ້ອງສົງໄສເລີຍ. ໃຜກໍ່ຕາມທີ່ແສງສະຫວ່າງຂອງເຮົາສາດສ່ອງລົງໃສ່ ກໍຈະດຳລົງຢູ່ໃນຄວາມສະຫວ່າງນັ້ນ, ດຳເນີນຢູ່ໃນຄວາມສະຫວ່າງນັ້ນ ແລະ ຈະຮັບໃຊ້ເຮົາຈົນສຸດຫົນທາງ. ບັນດາຜູ້ທີ່ບໍ່ໄດ້ດຳລົງຢູ່ໃນຄວາມສະຫວ່າງ ແມ່ນຢູ່ໃນຄວາມມືດ. ເຮົາຈະຕັດສິນໃຈຫຼັງຈາກພິພາກສາພວກເຂົາອີງຕາມທັດສະນະຄະຕິຂອງພວກເຂົາທີ່ມີຕໍ່ຄວາມຜິດຂອງພວກເຂົາເອງ.

ວັນຂອງເຮົາໄດ້ມາຮອດແລ້ວ. “ວັນຂອງເຮົາ” ທີ່ເຮົາໄດ້ກ່າວເຖິງໃນອາດີດ ຕອນນີ້ຢູ່ຕໍ່ໜ້າຕໍ່ຕາເຈົ້າແລ້ວ, ຍ້ອນວ່າ ພວກເຈົ້າໄດ້ລົງມາພ້ອມກັບເຮົາ. ເຮົາຢູ່ກັບເຈົ້າ ແລະ ເຈົ້າຢູ່ກັບເຮົາ; ພວກເຮົາໄດ້ພົບກັນຢູ່ໃນອາກາດ ແລະ ແບ່ງປັນສະຫງ່າລາສີຮ່ວມກັນ. ວັນຂອງເຮົາໄດ້ມາຮອດຢ່າງແທ້ຈິງ!

ກ່ອນນີ້: ບົດທີ 51

ຕໍ່ໄປ: ບົດທີ 53

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້