ບົດທີ 53

ເຮົາຄືການເລີ່ມຕົ້ນ ແລະ ເຮົາຄືຈຸດຈົບ. ເຮົາແມ່ນພຣະຜູ້ຟື້ນຄືນຊີບ ແລະ ເປັນພຣະເຈົ້າອົງທ່ຽງແທ້ຢ່າງສົມບູນ. ເຮົາກ່າວພຣະທຳຂອງເຮົາຕໍ່ໜ້າພວກກເຈົ້າ ແລະ ພວກເຈົ້າຕ້ອງເຊື່ອໝັ້ນສິ່ງທີ່ເຮົາກ່າວຢ້່ງໜັກແໜ້ນ. ສະຫວັນ ແລະ ແຜ່ນດິນໂລກອາດຈະຜ່ານພົ້ນໄປ ແຕ່ບໍ່ມີໜັງສືບົດໃດ ຫຼື ຂໍ້ຄວາມໃດທີ່ເຮົາກ່າວຈະຜ່ານພົ້ນໄປໄດ້. ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ຈົ່ງຈື່ຈຳມັນເອົາໄວ້! ເມື່ອເຮົາໄດ້ກ່າວມັນອອກມາແລ້ວ, ບໍ່ມີແມ່ນແຕ່ຄຳດຽວທີ່ເຄີຍຖືກນຳກັບມາ ແລະ ທຸກຄຳຈະເກີດເປັນຈິງ. ຕອນນີ້ ເຖິງເວລາແລ້ວ ແລະ ພວກເຈົ້າຕ້ອງເຂົ້າໄປສູ່ຄວາມເປັນຈິງໂດຍໄວ. ບໍ່ມີເວລາເຫຼືອຫຼາຍແລ້ວ. ເຮົາຈະນຳບັນດາລູກຊາຍຂອງເຮົາໄປສູ່ອານາຈັກອັນສະຫງ່າລາສີ ແລະ ສິ່ງທີ່ພວກເຈົ້າສະແຫວງຫາ ແລະ ໂຫຍຫາຈະເກີດເປັນຈິງ. ລູກຊາຍຂອງເຮົາເອີຍ! ຈົ່ງລຸກຂຶ້ນໂດຍໄວ ແລະ ຕິດຕາມເຮົາມາ! ບໍ່ມີເວລາພຽງພໍໃຫ້ພວກເຈົ້າຄຸ່ນຄິດແລ້ວ. ເວລາທີ່ເສຍໄປຈະບໍ່ມີວັນກັບຄືນມາ; ຫຼັງຈາກຄວາມມືດຈະມີຄວາມສະຫວ່າງ ແລະ ການຍົກຂຶ້ນສູ່ສະຫວັນແມ່ນຢູ່ບ່ອນນີ້ຕໍ່ໜ້າຕໍ່ຕາພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈບໍ? ຈົ່ງມືນຕາຂອງພວກເຈົ້າ! ຈົ່ງຕື່ນຂຶ້ນໄວໆ! ຕອນນີ້ ເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ສື່ສານກັນເອງໃນບັນດາພວກເຈົ້າເພື່ອລົມກັນຫຼິ້ນແບບບໍ່ມີຜົນປະໂຫຍດ ຫຼື ເວົ້າສິ່ງໃດທີ່ບໍ່ເປັນປະໂຫຍດແກ່ການສ້າງສາຄຣິດຕະຈັກ. ສິ່ງສຳຄັນຄືການມອບປະສົບການຕົວຈິງຂອງເຈົ້າໃຫ້ແກ່ບັນດາອ້າຍເອື້ອຍນ້ອງຂອງເຈົ້າ ຫຼື ອະທິບາຍວ່າເຈົ້າໄດ້ຮັບແສງເຍືອງທາງຢູ່ຕໍ່ໜ້າພຣະເຈົ້າ ແລະ ຮູ້ຈັກຕົວຕົນຂອງເຈົ້າເອງແນວໃດ. ໃຜກໍ່ຕາມທີ່ສາມາດຈັດຫາສິ່ງເຫຼົ່ານີ້ຈະມີວຸດທິພາວະ! ປັດຈຸບັນນີ້ ພວກເຈົ້າບາງຄົນຍັງບໍ່ຢ້ານ ແລະ ບໍ່ວ່າເຮົາກ່າວສິ່ງໃດ ຫຼື ກັງວົນຫຼາຍປານໃດກໍ່ຕາມ ເຈົ້າກໍ່ຍັງບໍ່ຢ້ານ; ຕົວຕົນເດີມຂອງເຈົ້າບໍ່ຍອມໃຫ້ຖືກສຳຜັດແມ່ນແຕ່ໜ້ອຍເລີຍ. ດີແລ້ວ, ສະນັ້ນຈົ່ງດຳເນີນຕໍ່ໄປແບບນັ້ນ! ຈົ່ງຖ້າເບິ່ງວ່າໃຜຈະຖືກທຳລາຍ! ເຈົ້າຄິດໃສ່ໃຈໃນທາງໂລກສະເໝີ, ສະແຫວງຫາຄວາມຮັ່ງມີ ແລະ ຮູ້ສຶກມີຄວາມຜູກພັນຢ່າງແຮງກ້າກັບລູກຊາຍ-ລູກສາວ ແລະ ຜົວຂອງເຈົ້າ. ດີແລ້ວ, ເຈົ້າສາມາດສືບຕໍ່ຮູ້ສຶກຜູກພັນໄປໂລດ! ບໍ່ແມ່ນວ່າພຣະທຳຂອງເຮົາບໍ່ໄດ້ກ່າວເຖິງພວກເຈົ້າ ແລະ ພວກເຈົ້າຈົ່ງເຮັດໄດ້ພຽງແຕ່ດຳເນີນຕໍ່ໄປຕາມທີ່ພວກເຈົ້າປາຖະໜາ! ໃນອະນາຄົນອັນໃກ້ນີ້ ພວກເຈົ້າຈະເຂົ້າໃຈທຸກສິ່ງ, ແຕ່ຕອນນັ້ນມັນກໍ່ຈະສາຍເກີນໄປແລ້ວ. ສິ່ງດຽວທີ່ລໍຖ້າພວກເຈົ້າຢູ່ກໍຄືການພິພາກສາ.

ກ່ອນນີ້: ບົດທີ 52

ຕໍ່ໄປ: ບົດທີ 54

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້