ບົດທີ 45

ເຈົ້າຕັດສິນອ້າຍເອື້ອຍນ້ອງຂອງເຈົ້າຢ່າງເປີດເຜີຍຄືກັບວ່າບໍ່ມີຫຍັງເກີດຂຶ້ນ. ເຈົ້າບໍ່ຮູ້ຈັກແຍກແຍະຄວາມດີຈາກຄວາມຊົ່ວຮ້າຍແທ້ໆ; ເຈົ້າບໍ່ຮູ້ຈັກຢາງອາຍ! ນີ້ບໍ່ແມ່ນການປະພຶດທີ່ໜ້າດ້ານຢ່າງແຮງ ແລະ ເຮັດຕາມອຳເພີໃຈບໍ? ພວກເຈົ້າແຕ່ລະຄົນສັບສົນ ແລະ ໜັກໃຈ; ເຈົ້າແບກຫາບກະເປົາຫຼາຍເກີນໄປ ແລະ ບໍ່ມີເຮົາພາຍໃນຫົວໃຈຂອງເຈົ້າເລີຍ. ມະນຸດຕາບອດເອີຍ! ຄວາມອຳມະຫິດຂອງເຈົ້າໄດ້ໄປເຖິງຂີດສູງສຸດ, ເມື່ອໃດມັນຈຶ່ງຈະຈົບສິ້ນ?

ເຮົາກ່າວກັບພວກເຈົ້າຈາກຫົວໃຈຂອງເຮົາຄັ້ງແລ້ວຄັ້ງເລົ່າ ແລະ ເຮົາມອບທຸກສິ່ງທີ່ເຮົາມີໃຫ້ກັບພວກເຈົ້າ, ແຕ່ພວກເຈົ້າຂີ້ຖີ່ຫຼາຍ ແລະ ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ; ນີ້ເປັນສິ່ງທີ່ຢັ່ງເຖິງໄດ້ຍາກແທ້ໆ. ເປັນຫຍັງເຈົ້າຈຶ່ງຍຶດຕິດກັບແນວຄິດຂອງເຈົ້າເອງ? ເປັນຫຍັງເຈົ້າຈຶ່ງບໍ່ໃຫ້ເຮົາມີບ່ອນຢູ່ໃນຕົວເຈົ້າ? ເຮົາຈະທຳຮ້າຍພວກເຈົ້າໄດ້ແນວໃດ? ເຈົ້າບໍ່ຕ້ອງສືບຕໍ່ປະພຶດແບບນີ້, ແທ້ຈິງແລ້ວ ມື້ຂອງເຮົາບໍ່ໄດ້ໄກຈາກປັດຈຸບັນ. ຢ່າເວົ້າໂດຍບໍ່ຄິດ, ປະພຶດໂດຍບໍ່ໄຕ່ຕອງ ຫຼື ຕໍ່ສູ້ ແລະ ສ້າງບັນຫາ; ມີຫຍັງດີທີ່ສິ່ງນີ້ຈະນໍາມາສູ່ຊີວິດຂອງພວກເຈົ້າ? ເຮົາກຳລັງບອກພວກເຈົ້າດ້ວຍຄວາມຈິງ, ເຖິງແມ່ນບໍ່ມີແມ່ນແຕ່ຄົນດຽວທີ່ຖືກຊ່ວຍໃຫ້ລອດພົ້ນ ເມື່ອມື້ຂອງເຮົາມາເຖິງ, ເຮົາກໍຍັງຈະຈັດການກັບບັນຫາຕາມແຜນການຂອງເຮົາ. ເຈົ້າຕ້ອງຮູ້ຈັກວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ບໍ່ມີສິ່ງໃດ, ບໍ່ມີຄົນໃດ, ບໍ່ມີເລື່ອງໃດທີ່ກ້າຂັດຂວາງບາດກ້າວຂອງເຮົາ. ພວກເຈົ້າບໍ່ຄວນຄິດວ່າ ເຮົາບໍ່ມີທາງປະຕິບັດຄວາມປະສົງຂອງເຮົາໄດ້ ຫາກບໍ່ມີພວກເຈົ້າ. ເຮົາສາມາດບອກເຈົ້າວ່າ ຖ້າເຈົ້າປະຕິບັດຕໍ່ຊີວິດຂອງເຈົ້າເອງໃນລັກສະນະດ້ານລົບແບບນີ້, ເຈົ້າຈະພຽງແຕ່ທຳລາຍຊີວິດຂອງເຈົ້າເອງ; ສິ່ງນີ້ຈະບໍ່ແມ່ນຄວາມກັງວົນຂອງເຮົາ.

ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າຈົນເຖິງຂັ້ນຕອນໃດໜຶ່ງແລ້ວ ແລະ ຄຳພະຍານກໍໄດ້ໄປເຖິງຈຸດສູງສຸດແລ້ວ. ນີ້ຄືຄວາມຈິງທີ່ເຫັນໄດ້ງ່າຍທີ່ສຸດ. ຈົ່ງມືນຕາມົວຂອງພວກເຈົ້າໄວໆ, ຢ່າໃຫ້ຄວາມພຽນພະຍາຍາມຢ່າງເຈັບປວດຂອງເຮົາໃນພວກເຈົ້ານັ້ນສູນເປົ່າ ແລະ ຢ່າໝົກໝຸ້ນກັບຕົນເອງອີກຕໍ່ໄປ. ພວກເຈົ້າມີຄວາມສຸກທີ່ຈະປະຕິບັດສິ່ງດີໆຕໍ່ໜ້າເຮົາ, ແຕ່ເມື່ອເຮົາບໍ່ສະຖິດຢູ່ ການກະທຳ ແລະ ການປະພຶດຂອງພວກເຈົ້າຈະສາມາດຍົກຂຶ້ນຕໍ່ໜ້າເຮົາໃຫ້ເຮົາເຫັນໄດ້ບໍ? ເຈົ້າບໍ່ຮູ້ຈັກແຍກແຍະຄວາມດີຈາກຄວາມຊົ່ວຮ້າຍ! ພວກເຈົ້າບໍ່ຟັງເຮົາ, ພວກເຈົ້າເຮັດສິ່ງໜຶ່ງຕໍ່ໜ້າເຮົາ ແລະ ເຮັດອີກຢ່າງລັບຫຼັງເຮົາ. ເຈົ້າຍັງບໍ່ເຂົ້າໃຈວ່າ ເຮົາເປັນພຣະເຈົ້າທີ່ສາມາດເບິ່ງເຫັນຫົວໃຈຂອງມະນຸດ. ເຈົ້າຊ່າງໂງ້ຈ້າຫຼາຍທີ່ສຸດ!

ຕໍ່ໄປ, ໃນຫົນທາງທີ່ຢູ່ເບື້ອງໜ້າ, ເຈົ້າບໍ່ຕ້ອງສ້າງກົນອຸບາຍ ຫຼື ມີສ່ວນຮ່ວມໃນການຫຼອກລວງ ແລະ ຄວາມບໍ່ຊື່ສັດ, ບໍ່ດັ່ງນັ້ນ ຜົນຕາມມາຈະບໍ່ສາມາດຈິນຕະນາການໄດ້! ພວກເຈົ້າທຸກຄົນຍັງບໍ່ເຂົ້າໃຈວ່າ ການຫຼອກລວງ ແລະ ຄວາມບໍ່ຊື່ສັດແມ່ນຫຍັງ. ການກະທຳ ຫຼື ການປະພຶດທຸກຢ່າງທີ່ເຈົ້າບໍ່ຍອມໃຫ້ເຮົາເຫັນ ທີ່ເຈົ້າບໍ່ສາມາດເປີດເຜີຍ ແມ່ນການຫຼອກລວງ ແລະ ຄວາມບໍ່ຊື່ສັດ. ຕອນນີ້ ເຈົ້າຄວນເຂົ້າໃຈສິ່ງນີ້! ຖ້າເຈົ້າມີສ່ວນຮ່ວມໃນການຫຼອກລວງ ແລະ ຄວາມບໍ່ຊື່ສັດໃນອະນາຄົດ, ຢ່າທຳທ່າວ່າບໍ່ເຂົ້າໃຈ, ຖ້າເຈົ້າເຮັດແບບນີ້, ເຈົ້າກໍຈະເຮັດຜິດໂດຍຮູ້ຕົວ ແລະ ເຈົ້າຍິ່ງຈະຜິດຂຶ້ນອີກສອງເທົ່າ. ສິ່ງນີ້ພຽງແຕ່ຈະນໍາເຈົ້າໄປສູ່ການຖືກເຜົາໄໝ້ດ້ວຍໄຟ ຫຼື ຍິ່ງຮ້າຍແຮງກວ່ານັ້ນກໍຄື ການທຳລາຍຕົວເຈົ້າເອງ. ເຈົ້າຕ້ອງເຂົ້າໃຈ! ສິ່ງທີ່ພວກເຈົ້າກຳລັງຜະເຊີນໃນປັດຈຸບັນແມ່ນການຕີສອນແຫ່ງຄວາມຮັກ; ມັນບໍ່ແມ່ນການພິພາກສາຢ່າງບໍ່ມີຫົວໃຈແນ່ນອນ. ຖ້າເຈົ້າບໍ່ສາມາດເຫັນສິ່ງນີ້ໄດ້, ແລ້ວເຈົ້າກໍເປັນຕາເວດທະນາເກີນໄປ ແລະ ເຈົ້າແມ່ນໝົດຫວັງແທ້ໆ. ຖ້າເຈົ້າບໍ່ເຕັມໃຈທີ່ຈະຮັບເອົາການຕີສອນແຫ່ງຄວາມຮັກ, ແລ້ວສິ່ງດຽວທີ່ຈະສາມາດເກີດຂຶ້ນໄດ້ກັບພວກເຈົ້າກໍຄືການພິພາກສາຢ່າງບໍ່ມີຫົວໃຈ. ເມື່ອສິ່ງນັ້ນເກີດຂຶ້ນ, ຢ່າຕໍານິ ວ່າເຮົາບໍ່ໄດ້ບອກເຈົ້າ. ບໍ່ແມ່ນເຮົາທີ່ລະເລີຍຕໍ່ໜ້າທີ່ຂອງເຮົາ ແຕ່ກົງກັນຂ້າມ ມັນແມ່ນພວກເຈົ້າທີ່ບໍ່ຟັງພຣະທຳຂອງເຮົາ ແລະ ບໍ່ປະຕິບັດຕາມພຣະທຳຂອງເຮົາ. ເຮົາບອກສິ່ງນີ້ກັບເຈົ້າໃນຕອນນີ້ ເພື່ອວ່າຜູ້ຄົນຈະບໍ່ກ່າວໂທດເຮົາໃນພາຍຫຼັງ.

ກ່ອນນີ້: ບົດທີ 44

ຕໍ່ໄປ: ບົດທີ 46

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້