ບົດທີ 46

ໃຜກໍຕາມທີ່ເສຍສະຫຼະ ແລະ ຖວາຍຕົນເອງເພື່ອເຮົາຢ່າງຈິງໃຈ, ເຮົາຈະປົກປ້ອງເຈົ້າຈົນເຖິງທີ່ສຸດຢ່າງແນ່ນອນ; ມືຂອງເຮົາຈະຈັບເຈົ້າໄວ້ຢ່າງແນ່ນອນ ເພື່ອວ່າ ເຈົ້າຈະສະຫງົບສຸກຕະຫຼອດໄປ, ມີຄວາມເບີກບານຢູ່ສະເໝີ ແລະ ແຕ່ລະມື້ ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ການເປີດເຜີຍຂອງເຮົາ. ແນ່ນອນວ່າ ເຮົາຈະເພີ່ມພອນຂອງເຮົາໃຫ້ກັບເຈົ້າເປັນສອງເທົ່າ ເພື່ອວ່າເຈົ້າຈະມີສິ່ງທີ່ເຮົາມີ ແລະ ຄອບຄອງສິ່ງທີ່ເຮົາເປັນ. ສິ່ງທີ່ຖືກມອບໃຫ້ເຈົ້າແມ່ນຊີວິດຂອງເຈົ້າ ແລະ ບໍ່ມີໃຜສາມາດເອົາມັນໄປຈາກເຈົ້າໄດ້. ຈົ່ງຢ່ານໍາບັນຫາ ຫຼື ຄວາມອຸກໃຈມາສູ່ຕົນເອງ; ພາຍໃນຕົວເຮົາມີພຽງແຕ່ຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ. ເຮົາຮັກເຈົ້າຢ່າງຈິງໃຈ, ລູກເອີຍ, ເຈົ້າຜູ້ທີ່ເອົາໃຈໃສ່ ແລະ ເຊື່ອຟັງເຮົາຢ່າງຈິງໃຈ. ຄົນທີ່ເຮົາກຽດຊັງທີ່ສຸດແມ່ນພວກໜ້າຊື່ໃຈຄົດ; ເຮົາຈະກວາດລ້າງພວກເຂົາອອກຢ່າງແນ່ນອນ. ເຮົາຈະທຳລາຍກິ່ນເໝັນຂອງແຜ່ນດິນໂລກອອກຈາກເຮືອນຂອງເຮົາ ແລະ ທໍາລາຍທຸກສິ່ງທີ່ເຮົາບໍ່ສາມາດທົນເບິ່ງໄດ້.

ຢູ່ໃນຫົວໃຈຂອງເຮົາ, ເຮົາຮູ້ຈັກຢ່າງແທ້ຈິງວ່າ ແມ່ນໃຜຕ້ອງການເຮົາຢ່າງຈິງໃຈ ແລະ ແມ່ນໃຜທີ່ບໍ່ຕ້ອງການເຮົາ. ເຖິງວ່າພວກເຂົາອາດຈະປິດບັງຕົນເອງໄດ້ເປັນຢ່າງດີ ແລະ ສວມເຄື່ອງແຕ່ງກາຍປອມຕົວຢ່າງສະຫຼາດ ແລະ ຍັງສາມາດເວົ້າໄດ້ວ່າ ພວກເຂົາເປັນນັກສະແດງທີ່ດີເດັ່ນທີ່ສຸດໃນໂລກ, ແຕ່ເຮົາເຫັນທຸກສິ່ງທີ່ພວກເຂົາມີຢູ່ໃນໃຈຂອງພວກເຂົາຢ່າງຊັດເຈນ. ຢ່າຄິດວ່າ ເຮົາບໍ່ຮູ້ວ່າແມ່ນຫຍັງທີ່ຢູ່ໃນຫົວໃຈຂອງເຈົ້າ; ໃນຄວາມເປັນຈິງ ບໍ່ມີໃຜທີ່ສາມາດເຂົ້າໃຈໄດ້ຢ່າງຊັດເຈນຫຼາຍກວ່າເຮົາ. ເຮົາຮູ້ວ່າແມ່ນຫຍັງທີ່ຢູ່ໃນຫົວໃຈຂອງເຈົ້າ; ເຈົ້າເຕັມໃຈທີ່ຈະຖວາຍຕົນເອງໃຫ້ກັບພຣະເຈົ້າ ແລະ ເສຍສະຫຼະເພື່ອພຣະເຈົ້າ, ພຽງແຕ່ເຈົ້າບໍ່ປາຖະໜາທີ່ຈະໃຊ້ຄໍາເວົ້າອ່ອນຫວານເພື່ອເຮັດໃຫ້ຄົນອື່ນດີໃຈ. ຈົ່ງເບິ່ງໃຫ້ຊັດເຈນ! ອານາຈັກໃນປັດຈຸບັນຈະບໍ່ຖືກສ້າງໂດຍກຳລັງຂອງມະນຸດ, ແຕ່ຈະຖືກສ້າງຂຶ້ນໃຫ້ສຳເລັດໂດຍນໍາໃຊ້ສະຕິປັນຍາທີ່ນອກເໜືອຄໍາບັນຍາຍ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງເຮົາ. ໃຜກໍຕາມທີ່ມີສະຕິປັນຍາ ແລະ ຄອບຄອງສິ່ງທີ່ເຮົາເປັນຢູ່ພາຍໃນພວກເຂົາ ກໍຈະມີສ່ວນຮ່ວມໃນການສ້າງອານາຈັກ. ຈົ່ງຢ່າກັງວົນອີກຕໍ່ໄປ; ເຈົ້າກັງວົນຈົນບໍ່ຫຼາຍຢູ່ສະເໝີ ໂດຍບໍ່ສົນໃຈຕໍ່ການເປີດເຜີຍ ຫຼື ການເຍືອງທາງຈາກຄວາມປະສົງຂອງເຮົາທີ່ຢູ່ພາຍໃນເຈົ້າ. ຈົ່ງຢ່າເຮັດແບບນັ້ນອີກຕໍ່ໄປເລີຍ. ບໍ່ວ່າຈະແມ່ນຫຍັງກໍຕາມ, ຈົ່ງສົນທະນາກັບເຮົາໃຫ້ຫຼາຍຂຶ້ນກ່ຽວກັບບັນຫາຕ່າງໆເພື່ອຫຼີກເວັ້ນການທົນທຸກທໍລະມານຈາກການກະທຳຂອງເຈົ້າເອງ.

ບາງເທື່ອ ຕາມຜິວເຜີນມັນເບິ່ງຄືກັບວ່າ ເຮົາເມີນເສີຍຕໍ່ທຸກຄົນ, ແຕ່ເຈົ້າຮູ້ສິ່ງທີ່ເຮົາຄິດຢູ່ຂ້າງໃນບໍ? ເຮົາຍົກສູງຄົນຖ່ອມຕົນຢູ່ສະເໝີ ແລະ ທໍາລາຍຄົນທີ່ທະນົງຕົນ ແລະ ສຳຄັນຕົວເອງລົງ. ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງເຮົາຈະທົນທຸກຕໍ່ການສູນເສຍຢ່າງໃຫຍ່. ເຈົ້າຕ້ອງຮູ້ວ່າ ນີ້ແມ່ນສິ່ງທີ່ເຮົາເປັນ ແລະ ນີ້ຄືອຸປະນິໄສຂອງເຮົາ, ບໍ່ມີໃຜສາມາດປ່ຽນແປງມັນໄດ້ ແລະ ບໍ່ມີໃຜສາມາດເຂົ້າໃຈມັນຢ່າງລະອຽດໄດ້. ພຽງແຕ່ຜ່ານການເປີດເຜີຍຂອງເຮົາເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າໃຈໄດ້, ບໍ່ດັ່ງນັ້ນ ເຈົ້າຈະບໍ່ມີທາງເຂົ້າໃຈມັນໄດ້ຢ່າງລະອຽດ; ຢ່າອວດດີເລີຍ. ເຖິງແມ່ນວ່າ ບາງຄົນອາດຈະເວົ້າໄດ້ດີ, ແຕ່ຫົວໃຈຂອງພວກເຂົາແມ່ນບໍ່ໄດ້ຊື່ສັດຕໍ່ເຮົາ ແລະ ຂັດຄ້ານເຮົາຢ່າງລັບໆຢູ່ຕະຫຼອດເວລາ; ເຮົາຈະພິພາກສາຄົນປະເພດນີ້.

ເຈົ້າຢ່າພຽງແຕ່ໃສ່ໃຈກັບການເຮັດຕາມຄົນອື່ນເທົ່ານັ້ນ, ເຈົ້າຄວນສົນໃຈກັບທ່າທາງຂອງເຮົາ ແລະ ວິທີການຂອງເຮົາ. ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະເຂົ້າໃຈຄວາມປະສົງຂອງເຮົາເທື່ອລະໜ້ອຍ; ແລ້ວການກະທຳຂອງເຈົ້າຈຶ່ງຈະສອດຄ່ອງກັບຄວາມປະສົງຂອງເຮົາ ແລະ ເຈົ້າຈະບໍ່ສ້າງຄວາມຜິດພາດອີກຕໍ່ໄປ. ຈົ່ງຢ່າຮ້ອງໄຫ້ ຫຼື ໂສກເສົ້າເສຍໃຈເລີຍ; ເຮົາເຫັນທຸກສິ່ງທີ່ເຈົ້າເຮັດຢ່າງຊັດເຈນ, ເຫັນທຸກພຶດຕິກໍາຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າຄິດ ແລະ ເຮົາຮູ້ຈັກຄວາມຕ້ອງການ ແລະ ຄວາມປາຖະໜາທີ່ຈິງໃຈຂອງເຈົ້າ; ແລ້ວເຮົາຈະໃຊ້ເຈົ້າ. ປັດຈຸບັນນີ້ແມ່ນເວລາທີ່ສຳຄັນຫຼາຍ; ເວລາທີ່ຈະທົດສອບເຈົ້າແມ່ນໄດ້ມາເຖິງແລ້ວ. ເຈົ້າຍັງບໍ່ເຫັນອີກບໍ? ເຈົ້າຍັງບໍ່ເຂົ້າໃຈເທື່ອບໍ? ເປັນຫຍັງເຮົາຈຶ່ງມີທັດສະນະແບບນັ້ນກັບເຈົ້າ? ເຈົ້າຮູ້ຢູ່ບໍ? ເຮົາໄດ້ເປີດເຜີຍສິ່ງເຫຼົ່ານີ້ໃຫ້ກັບເຈົ້າ ແລະ ເຈົ້າກໍມີຄວາມເຂົ້າໃຈພຽງເລັກນ້ອຍ. ແຕ່ຢ່າໄດ້ຢຸດ, ຈົ່ງສືບຕໍ່ດຳເນີນການເຂົ້າຫາຂອງເຈົ້າ ແລະ ເຮົາຈະສືບຕໍ່ສ່ອງແສງສະຫວ່າງໃຫ້ແກ່ເຈົ້າ. ເຈົ້າເຂົ້າໃຈບໍວ່າ ຍິ່ງເຈົ້າເຊື່ອຟັງ ແລະ ໃສ່ໃຈກັບເຮົາຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະມີຄວາມສະຫວ່າງຢູ່ພາຍໃນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະມີການເປີດເຜີຍຫຼາຍຂຶ້ນຢູ່ຂ້າງໃນ? ເຈົ້າຮູ້ບໍວ່າ ຍິ່ງເຈົ້າເຊື່ອຟັງ ແລະ ໃສ່ໃຈກັບເຮົາຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະມີຄວາມຮູ້ຫຼາຍຂຶ້ນກ່ຽວກັບເຮົາ ແລະ ຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ? ຈົ່ງຢ່າຍຶດຕິດກັບແນວຄິດຂອງເຈົ້າຢູ່ສະເໝີ; ການເຮັດສິ່ງນີ້ຈະຕັນການລີນໄຫຼຂອງນໍ້າແຫ່ງຊີວິດຂອງເຮົາ ແລະ ກີດຂວາງການປະຕິບັດຕາມຄວາມປະສົງຂອງເຮົາ. ເຈົ້າຕ້ອງຮູ້ວ່າ ການຮັບເອົາຄົນໜຶ່ງຢ່າງສົມບູນບໍ່ແມ່ນເລື່ອງງ່າຍດາຍ. ຈົ່ງຢ່າຄິດໄປໃນທາງທີ່ຫຍຸ້ງຍາກ. ຈົ່ງຕິດຕາມເທົ່ານັ້ນ ແລະ ຢ່າຄິດໃຫ້ມັນຍາກອີກເລີຍ!

ກ່ອນນີ້: ບົດທີ 45

ຕໍ່ໄປ: ບົດທີ 47

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້