ບົດທີ 47

ພຣະເຈົ້າອົງຊົງລິດທານຸພາບສູງສຸດແຫ່ງຄວາມຊອບທຳ, ຜູ້ຊົງລິດທານຸພາບສູງສຸດ! ໃນພຣະອົງ ບໍ່ມີສິ່ງໃດທີ່ລີ້ລັບຢ່າງແນ່ນອນ. ຄວາມເລິກລັບແຕ່ລະຢ່າງໃນຕົວພຣະອົງ ຕັ້ງແຕ່ປະຖົມມະການຈົນເຖິງຊົ່ວນິດນິລັນດອນ ທີ່ມະນຸດບໍ່ເຄີຍເປີດເຜີຍມາກ່ອນ ຕອນນີ້ແມ່ນໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ແລະ ຊັດເຈນ. ພວກເຮົາບໍ່ຈຳເປັນຕ້ອງສະແຫວງຫາ ແລະ ງົມຫາອີກຕໍ່ໄປ, ຍ້ອນວ່າໃນປັດຈຸບັນນີ້ ຕົວຕົນຂອງພຣະອົງໄດ້ສະແດງອອກຕໍ່ພວກເຮົາຢ່າງເປີດເຜີຍ, ພຣະອົງຄືຄວາມເລິກລັບທີ່ໄດ້ຖືກເປີດເຜີຍ, ພຣະອົງຄືພຣະເຈົ້າທີ່ແທ້ຈິງ ແລະ ຍ້ອນໃນປັດຈຸບັນ ພຣະອົງໄດ້ມາຢູ່ຕໍ່ໜ້າພວກເຮົາ ແລະ ການທີ່ພວກເຮົາໄດ້ເຫັນຕົວຕົນຂອງພຣະອົງກໍຄືໄດ້ເຫັນຄວາມເລິກລັບທຸກຢ່າງແຫ່ງອານາຈັກຝ່າຍວິນຍານ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດຈິນຕະນາການໄດ້ຢ່າງແທ້ຈິງ! ພຣະອົງຢູ່ທ່າມກາງພວກເຮົາໃນປັດຈຸບັນ, ແມ່ນແຕ່ຢູ່ພາຍໃນຕົວພວກເຮົາ ແລະ ໃກ້ຊິດກັບພວກເຮົາຫຼາຍທີ່ສຸດ; ສິ່ງນີ້ຂັດກັບຄຳອະທິບາຍ ແລະ ຄວາມເລິກລັບທີ່ຢູ່ພາຍໃນສິ່ງນີ້ແມ່ນບໍ່ມີຈຳກັດ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ເຮັດໃຫ້ແຜນການຄຸ້ມຄອງຂອງພຣະອົງສຳເລັດ. ພຣະອົງເປັນກະສັດທີ່ມີໄຊຊະນະແຫ່ງຈັກກະວານ. ທຸກສິ່ງ ແລະ ທຸກບັນຫາຢູ່ໃນການຄວບຄຸມໃນກໍາມືຂອງພຣະອົງ. ທຸກຄົນຄຸເຂົ່ານະມັດສະການ ແລະ ສັນລະເສີນພຣະນາມຂອງພຣະເຈົ້າທີ່ແທ້ຈິງ ນັ້ນກໍຄື ພຣະເຈົ້າອົງຊົງລິດທານຸພາບສູງສຸດ. ດ້ວຍພຣະທຳທີ່ອອກຈາກປາກຂອງພຣະອົງ, ທຸກສິ່ງຖືກເຮັດໃຫ້ສຳເລັດ. ເປັນຫຍັງພວກເຈົ້າຈຶ່ງນິ້ງເສີຍ, ບໍ່ສາມາດເຮັດໃຫ້ຕົນເອງປະຕິບັດພາລະກິດກັບພຣະອົງຢ່າງຈິງໃຈ, ຮ່ວມກັບພຣະອົງຢ່າງໃກ້ຊິດ ແລະ ໄປສູ່ຄວາມສະຫງ່າລາສີຮ່ວມກັບພຣະອົງ? ເປັນໄປໄດ້ບໍ່ວ່າ ເຈົ້າເຕັມໃຈທີ່ຈະທົນທຸກ? ເຕັມໃຈທີ່ຈະຖືກຖິ້ມ? ພວກເຈົ້າຄິດວ່າ ເຮົາບໍ່ຮູ້ບໍວ່າ ແມ່ນໃຜທີ່ອຸທິດໃຫ້ກັບເຮົາຢ່າງຈິງໃຈ ແລະ ແມ່ນໃຜທີ່ເສຍສະຫຼະຕົນເອງໃຫ້ກັບເຮົາຢ່າງຈິງໃຈ? ຄົນໂງ່ເອີຍ! ຊ່າງໂງ່ຈ້າແທ້! ພວກເຈົ້າບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ, ແລ້ວແຮງໄກທີ່ພວກເຈົ້າຈະເອົາໃຈໃສຕໍ່ພາລະຂອງເຮົາ, ພວກເຈົ້າມີແຕ່ເຮັດໃຫ້ເຮົາກັງວົນ ແລະ ໃຫ້ເຮົາເຮັດວຽກໜັກເພື່ອພວກເຈົ້າຢູ່ສະເໝີ. ເມື່ອໃດມັນຈຶ່ງຈະຈົບສິ້ນ?

ການດຳລົງຊີວິດຕາມເຮົາທຸກສິ່ງ, ການເປັນພະຍານໃຫ້ກັບເຮົາໃນທຸກສິ່ງ, ການເຮັດເຊັ່ນນັ້ນໝາຍເຖິງການອ້າປາກອອກ ແລະ ເຊື່ອຄຳເວົ້າສອງສາມຄຳເຂົ້າກັນເທົ່ານັ້ນບໍ? ເຈົ້າບໍ່ຮູ້ຄວາມແຕກຕ່າງລະຫວ່າງດີ ແລະ ຊົ່ວ! ສິ່ງຕ່າງໆທີ່ເຈົ້າເຮັດ ເຈົ້າກໍເຮັດໂດຍປາສະຈາກເຮົາ, ແລ້ວແຮງໄກທີ່ເຮົາຈະຢູ່ໃນຊີວິດປະຈຳວັນຂອງເຈົ້າ. ເຮົາຮູ້ວ່າ ພວກເຈົ້າບໍ່ຈິງຈັງກັບການເຊື່ອໃນພຣະເຈົ້າເລີຍ ແລະ ດ້ວຍເຫດນັ້ນ ສິ່ງເຫຼົ່ານີ້ຈຶ່ງເປັນໝາກຜົນທີ່ພວກເຈົ້າມີ! ເຈົ້າຍັງບໍ່ຕື່ນ ແລະ ຖ້າເຈົ້າສືບຕໍ່ເປັນແບບນີ້, ເຈົ້າຈະເຮັດໃຫ້ຊື່ສຽງຂອງເຮົາເສື່ອມເສຍ.

ໃຫ້ຖາມຕົນເອງເບິ່ງວ່າ, ໃນເວລາທີ່ເຈົ້າກ່າວ ເຮົາຢູ່ບ່ອນນັ້ນກັບເຈົ້າບໍ? ເມື່ອເຈົ້າກິນ ຫຼື ນຸ່ງເຄື່ອງຂອງເຈົ້າ ຄຳສັນຍາຂອງເຮົາຢູ່ໃນທີ່ນັ້ນບໍ? ພວກເຈົ້າຊ່າງບໍ່ມີຄວາມຄິດແທ້ໆ! ເມື່ອບັນຫາຂອງເຈົ້າບໍ່ຖືກກ່າວເຖິງໂດຍກົງ ເຈົ້າກໍສະແດງທາດແທ້ຂອງເຈົ້າອອກມາ ແລະ ບໍ່ມີໃຜໃນພວກເຈົ້າເຕັມໃຈຍອມຮັບເລີຍ. ຖ້າມັນບໍ່ໄດ້ເປັນແບບນີ້, ພວກເຈົ້າກໍຈະຄິດວ່າຕົນເອງຍິ່ງໃຫຍ່ ແລະ ເຈົ້າມີຫຼາຍສິ່ງທີ່ຢູ່ພາຍໃນເຈົ້າ. ເຈົ້າຮູ້ບໍວ່າ ເຈົ້າເຕັມໄປດ້ວຍຄວາມຂີ້ຮ້າຍຂອງຊາຕານຢູ່ພາຍໃນ? ຈົ່ງປະຕິບັດພາລະກິດກັບເຮົາເພື່ອຖອກເທທຸກສິ່ງເຫຼົ່ານີ້ອອກໄປ. ຈົ່ງໃຫ້ສິ່ງທີ່ເຮົາເປັນ ຄອບຄອງເຈົ້າຢູ່ພາຍໃນຢ່າງສົມບູນ, ເພື່ອວ່າ ເຈົ້າຈະສາມາດດຳລົງຊີວິດຕາມເຮົາ, ເປັນພະຍານໃຫ້ກັບເຮົາດ້ວຍຄວາມເປັນຈິງຍິ່ງຂຶ້ນ ແລະ ເປັນເຫດຜົນເຮັດໃຫ້ຫຼາຍຄົນຍອມມາຢູ່ຕໍ່ໜ້າບັນລັງຂອງເຮົາ ຍ້ອນເຈົ້າ. ພວກເຈົ້າຕ້ອງຮູ້ວ່າພາລະທີ່ແບກຫາບຢູ່ເທິງບ່າຂອງພວກເຈົ້ານັ້ນໜັກສໍ່າໃດ ນັ້ນກໍຄື ການສັນລະເສີນພຣະຄຣິດ, ການສະແດງອອກເຖິງພຣະຄຣິດ, ການເປັນພະຍານເຖິງພຣະຄຣິດ, ເພື່ອວ່າ ຜູ້ຄົນຈຳນວນຫຼວງຫຼາຍຈະໄດ້ຮັບຄວາມລອດພົ້ນ ແລະ ອານາຈັກຂອງເຮົາກໍຈະຍັງໝັ້ນຄົງ ແລະ ບໍ່ຫວັ່ນໄຫວ. ເຮົາກ່າວສິ່ງນີ້ອອກມາທັງໝົດກໍເພື່ອບໍ່ໃຫ້ພວກເຈົ້າວຸ້ນວາຍໃຈ ໂດຍບໍ່ເຂົ້າໃຈເຖິງຄວາມສຳຄັນຂອງພາລະກິດໃນປັດຈຸບັນ.

ບໍ່ສາມາດຊ່ວຍຕົນເອງໄດ້ເມື່ອຜະເຊີນກັບສິ່ງຕ່າງໆ ຄືກັບມົດທີ່ຢູ່ໃນໝໍ້ຂາງຮ້ອນ, ແລ່ນວົກວົນໄປມາ, ນີ້ແມ່ນອຸປະນິໄສຂອງພວກເຈົ້າ. ຈາກພາຍນອກ ພວກເຈົ້າເບິ່ງຄືກັບຜູ້ໃຫຍ່, ແຕ່ຊີວິດຂ້າງໃນຂອງພວກເຈົ້າຄືກັບເດັກນ້ອຍ, ມີແຕ່ສ້າງບັນຫາ ເພີ່ມພາລະໃຫ້ກັບເຮົາ. ຖ້າເຮົາບໍ່ສົນໃຈຫຍັງເລີຍ, ພວກເຈົ້າກໍສ້າງບັນຫາ, ແມ່ນບໍ່? ຈົ່ງຢ່າຄິດວ່າຕົນເອງເປັນຄົນຊອບທຳເລີຍ. ສິ່ງທີ່ເຮົາກ່າວແມ່ນຄວາມຈິງ. ຢ່າຄິດສະເໝີວ່າ ເຮົາກຳລັງສັ່ງສອນພວກເຈົ້າຢູ່ຕະຫຼອດເວລາ ຄືກັບວ່າເຮົາກຳລັງໃຊ້ຂໍ້ພຣະທຳທີ່ຟັງຄືວ່າໃຫຍ່ໂຕ; ນີ້ແມ່ນສະພາບທີ່ແທ້ຈິງຂອງພວກເຈົ້າ.

ກ່ອນນີ້: ບົດທີ 46

ຕໍ່ໄປ: ບົດທີ 48

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້