ບົດທີ 48
ເຮົາກັງວົນໃຈ, ມີຈັກຄົນໃນພວກເຈົ້າທີ່ສາມາດເປັນຈິດໜຶ່ງໃຈດຽວກັບເຮົາໄດ້? ພວກເຈົ້າບໍ່ໃສ່ໃຈໃນພຣະທຳຂອງເຮົາ, ເມີນເສີຍ ແລະ ຂາດຄວາມເອົາໃຈໃສ່ທັງໝົດ, ກົງກັນຂ້າມ ເອົາໃຈໃສ່ແຕ່ສິ່ງຜິວເຜີນຕ່າງໆຂອງຕົວເຈົ້າເອງເທົ່ານັ້ນ. ເຈົ້າຖືວ່າການເບິ່ງແຍງດ້ວຍຄວາມເຈັບປວດ ແລະ ຄວາມພະຍາຍາມຂອງເຮົາເປັນເໝືອນດັ່ງຂີ້ເຫຍື້ອ; ພວກເຈົ້າບໍ່ມີຄວາມສໍານຶກຜິດເລີຍບໍ? ພວກເຈົ້າທຸກຄົນເປັນຄົນບໍ່ມີຄວາມຮູ້ ແລະ ຂາດເຫດຜົນ; ພວກເຈົ້າເປັນຄົນໂງ່ ແລະ ບໍ່ສາມາດເຮັດໃຫ້ເຮົາພໍໃຈໄດ້ເລີຍ. ເຮົາເພື່ອພວກເຈົ້າໂດຍສິ້ນເຊິ່ງ, ແລ້ວພວກເຈົ້າເພື່ອເຮົາຫຼາຍປານໃດ? ພວກເຈົ້າເຂົ້າໃຈຄວາມຕັ້ງໃຈຂອງເຮົາຜິດ ແລະ ນີ້ຄືຄວາມຕາບອດ ແລະ ການໄຮ້ຄວາມສາມາດທີ່ຈະເບິ່ງທະລຸສິ່ງຕ່າງໆໄດ້ຢ່າງແທ້ຈິງ, ເຮັດໃຫ້ເຮົາເປັນຫ່ວງພວກເຈົ້າ ແລະ ໃຊ້ເວລາກັບພວກເຈົ້າຢູ່ສະເໝີ. ປັດຈຸບັນນີ້, ພວກເຈົ້າສາມາດສະຫຼະເວລາ ແລະ ອຸທິດເວລາຂອງພວກເຈົ້າເພື່ອເຮົາໄດ້ຫຼາຍປານໃດ? ພວກເຈົ້າຄວນຖາມຄໍາຖາມເຫຼົ່ານີ້ກັບຕົວພວກເຈົ້າເອງຕື່ມອີກເລື້ອຍໆ.
ຄວາມຕັ້ງໃຈຂອງເຮົາທັງໝົດແມ່ນກ່ຽວກັບພວກເຈົ້າ, ພວກເຈົ້າເຂົ້າໃຈສິ່ງນີ້ແທ້ບໍ? ຖ້າພວກເຈົ້າເຂົ້າໃຈມັນຢ່າງແທ້ຈິງ, ພວກເຈົ້າຄົງຈະເຂົ້າໃຈຄວາມຕັ້ງໃຈຂອງເຮົາ ແລະ ໄດ້ຄຳນຶງເຖິງພາລະຂອງເຮົາມາດົນແລ້ວ. ຢ່າຖືເບົາອີກເລີຍ ຫຼື ພວກເຈົ້າຈະບໍ່ມີພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຈົ້າ ເຊິ່ງຈະເຮັດໃຫ້ຈິດວິນຍານຂອງພວກເຈົ້າຕາຍ ແລະ ຕົກສູ່ດິນແດນມໍລະນາ. ນັ້ນມັນບໍ່ໂຫດຮ້າຍເກີນໄປສຳລັບພວກເຈົ້າບໍ? ບໍ່ຈຳເປັນທີ່ເຮົາຈະຕ້ອງເຕືອນພວກເຈົ້າອີກ. ເຈົ້າຄວນຄົ້ນຫາມະໂນທຳຂອງເຈົ້າ ແລະ ຖາມຕົວເອງວ່າ: ເປັນຍ້ອນເຮົາເສຍໃຈນຳພວກເຈົ້າທຸກຄົນຫຼາຍເກີນໄປບໍ ຫຼື ວ່າ ພວກເຈົ້າເປັນໜີ້ເຮົາຫຼາຍເກີນໄປກັນແທ້? ຢ່າສັບສົນລະຫວ່າງຖືກ ແລະ ຜິດ; ຈົ່ງຢ່າຂາດຄວາມຮູ້ສຶກ! ຕອນນີ້ບໍ່ແມ່ນເວລາທີ່ຈະຕໍ່ສູ້ເພື່ອອຳນາດ ແລະ ຜົນກຳໄລ ຫຼື ມີສ່ວນຮ່ວມໃນການວາງແຜນຊົ່ວຮ້າຍ. ກົງກັນຂ້າມ ພວກເຈົ້າຕ້ອງປະຖິ້ມສິ່ງເຫຼົ່ານີ້ທີ່ເປັນອັນຕະລາຍຫຼາຍຕໍ່ຊີວິດຂອງພວກເຈົ້າໂດຍໄວ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມເປັນຈິງ. ພວກເຈົ້າຊ່າງຖືເບົາແທ້! ພວກເຈົ້າບໍ່ສາມາດເຂົ້າໃຈຈິດໃຈຂອງເຮົາ ຫຼື ຮັບຮູ້ຄວາມຕັ້ງໃຈຂອງເຮົາ. ມີຫຼາຍຢ່າງທີ່ເຮົາບໍ່ຄວນເວົ້າອອກໄປ, ແຕ່ວ່າພວກເຈົ້າເປັນຄົນທີ່ສັບສົນຜູ້ບໍ່ສາມາດເຂົ້າໃຈໄດ້, ສະນັ້ນ ເຮົາຈຶ່ງຕ້ອງໄດ້ເວົ້າມັນຊໍ້າແລ້ວຊ້ຳອີກ ແລະ ເຖິງປານນັ້ນ ພວກເຈົ້າກໍ່ຍັງບໍ່ເຮັດໃຫ້ເຮົາພໍໃຈ.
ນັບເບິ່ງພວກເຈົ້າເທື່ອລະຄົນ, ມີພວກເຈົ້າຈັກຄົນທີ່ສາມາດຄຳນຶງເຖິງຫົວໃຈຂອງເຮົາໄດ້ຢ່າງແທ້ຈິງ?