ບົດທີ 41

ຈົ່ງຢ່າມີຄວາມສົງໄສຫຼາຍ ກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນໃນຄຣິສຕະຈັກ. ໃນເວລາທີ່ຄຣິສຕະຈັກຖືກສ້າງຂຶ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະຫຼີກເວັ້ນຂໍ້ຜິດພາດ ແຕ່ບໍ່ຕ້ອງຕົກໃຈເມື່ອເຈົ້າຜະເຊີນກັບບັນຫາ; ຈົ່ງໃຈເຢັນ ແລະ ບໍ່ສະດຸ້ງສະເທືອນ. ເຮົາບໍ່ໄດ້ບອກພວກເຈົ້າແບບນັ້ນບໍ? ຈົ່ງມາຢູ່ຕໍ່ໜ້າເຮົາ ແລະ ອະທິຖານເຖິງເຮົາເລື້ອຍໆ ແລະ ເຮົາຈະສະແດງເຈດຕະນາຂອງເຮົາໃຫ້ເຈົ້າເຫັນຢ່າງຊັດເຈນ. ຄຣິສຕະຈັກແມ່ນຫົວໃຈຂອງເຮົາ ແລະ ມັນແມ່ນເປົ້າໝາຍສູງສຸດຂອງເຮົາ ແລ້ວເຮົາຈະບໍ່ຮັກຄຣິສຕະຈັກໄດ້ແນວໃດ? ຈົ່ງຢ່າຢ້ານກົວ ເມື່ອສິ່ງແບບນີ້ເກີດຂຶ້ນໃນຄຣິສຕະຈັກ ພວກມັນເກີດຂຶ້ນຈາກການອະນຸຍາດຂອງເຮົາ. ຈົ່ງຢືນຂຶ້ນ ແລະ ເວົ້າຕາງໜ້າໃຫ້ແກ່ເຮົາ. ຈົ່ງມີຄວາມເຊື່ອວ່າທຸກສິ່ງ ແລະ ທຸກເລື່ອງແມ່ນໄດ້ຮັບອະນຸຍາດຈາກບັນລັງຂອງເຮົາ ແລະ ທຸກຢ່າງແມ່ນມີເຈດຕະນາຂອງເຮົາຢູ່ພາຍໃນພວກມັນ. ຖ້າເຈົ້າສືບຕໍ່ສົນທະນາແບບດື້ດ້ານ ມັນກໍຈະມີບັນຫາ ແລ້ວເຈົ້າບໍ່ໄດ້ຄິດເຖິງຜົນທີ່ຈະຕາມມາບໍ? ນີ້ແມ່ນສິ່ງທີ່ຊາຕານຈະນໍາໃຊ້ເປັນຜົນປະໂຫຍດ. ຈົ່ງມາຢູ່ຕໍ່ໜ້າເຮົາເປັນປະຈໍາ. ເຮົາຈະເວົ້າແບບທໍາມະດາ: ຖ້າເຈົ້າຈະເຮັດບາງສິ່ງໂດຍບໍ່ໄດ້ມາຢູ່ຕໍ່ໜ້າເຮົາ ແລ້ວຢ່າຄິດວ່າ ເຈົ້າຈະສາມາດເຮັດມັນສໍາເລັດ. ມັນແມ່ນພວກເຈົ້າທີ່ໄດ້ບັງຄັບໃຫ້ເຮົາມາຢູ່ຈຸດນີ້.

ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເດັກໂງ່ເອີຍ! ເຈົ້າຄິດສະເໝີວ່າ ພຣະທໍາອັນປະເສີດພຽງບາງຂໍ້ກໍຖືວ່າ ເປັນພອນຂອງເຮົາ ແຕ່ບໍ່ຮັບຮູ້ວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາເຊັ່ນກັນ. ຜູ້ທີ່ແບ່ງປັນຄວາມຂົມຂື່ນຂອງເຮົາຈະແບ່ງປັນຄວາມຫວານຊື່ນຂອງເຮົາຢ່າງແນ່ນອນ. ນັ້ນແມ່ນສັນຍາຂອງເຮົາ ແລະ ພອນຂອງເຮົາທີ່ມີໃຫ້ພວກເຈົ້າ. ຈົ່ງຢ່າລັງເລທີ່ຈະກິນ, ດື່ມ ແລະ ມີຄວາມສຸກກັບພຣະທໍາຂອງເຮົາ. ເມື່ອຄວາມມືດຜ່ານໄປ ກໍຈະມີແສງສະຫວ່າງຂຶ້ນມາແທນ. ມັນແມ່ນຄວາມມືດກ່ອນຮຸ່ງເຊົ້າ; ຫຼັງຈາກເວລານີ້ ມັນກໍຈະແຈ້ງຂຶ້ນເທື່ອລະໜ້ອຍ ແລະ ຫຼັງຈາກນັ້ນ ຕາເວັນກໍຈະຂຶ້ນ. ຈົ່ງຢ່າມີຄວາມຢ້ານກົວ ຫຼື ຂາດຄວາມກ້າ. ມື້ນີ້ເຮົາສະໜັບສະໜູນບຸດຂອງເຮົາ ແລະ ໃຊ້ພະລັງຂອງເຮົາເພື່ອພວກເຂົາ.

ເມື່ອເວົ້າເຖິງວຽກງານຂອງຄຣິສຕະຈັກ ກໍຈົ່ງຢ່າໜີຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້ານໍາເອົາບັນຫາມາຢູ່ຕໍ່ໜ້າເຮົາຢ່າງເອົາໃຈໃສ່ ເຈົ້າກໍຈະພົບເຫັນຫົນທາງ. ເມື່ອບັນຫາເລັກນ້ອຍແບບນີ້ເກີດຂຶ້ນ ເຈົ້າຢ້ານກົວ, ຕົກໃຈ ແລະ ບໍ່ຮູ້ຈັກເຮັດຫຍັງເລີຍແມ່ນບໍ່? ເຮົາໄດ້ເວົ້າຫຼາຍເທື່ອວ່າ “ຈົ່ງເຂົ້າມາໃກ້ໆເຮົາເປັນປະຈໍາ!” ພວກເຈົ້າໄດ້ປະຕິບັດສິ່ງຕ່າງໆ ທີ່ເຮົາໄດ້ຮຽກຮ້ອງໃຫ້ພວກເຈົ້າເຮັດຢ່າງເອົາໃຈໃສ່ຢູ່ບໍ? ພວກເຈົ້າໄດ້ພິຈາລະນາພຣະທໍາຂອງເຮົາຈັກເທື່ອ? ຖ້າພວກເຈົ້າບໍ່ໄດ້ພິຈາລະນາ, ແລ້ວພວກເຈົ້າກໍບໍ່ມີຄວາມເຂົ້າໃຈຢ່າງຊັດເຈນ. ນີ້ບໍ່ແມ່ນສິ່ງທີ່ພວກເຈົ້າເຮັດຂຶ້ນເອງບໍ? ເຈົ້າກ່າວໂທດຜູ້ອື່ນ ແຕ່ເປັນຫຍັງເຈົ້າບໍ່ຮູ້ສຶກກຽດຊັງຕົວເອງເລີຍ? ເຈົ້າເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກ ແລະ ຫຼັງຈາກນັ້ນ ເຈົ້າກໍບໍ່ເອົາໃຈໃສ່ ແລະ ເຮັດພໍເປັນພິທີ; ເຈົ້າຕ້ອງໃສ່ໃຈກັບພຣະທໍາຂອງເຮົາ.

ຜູ້ທີ່ເຊື່ອຟັງ ແລະ ອ່ອນນ້ອມຈະໄດ້ຮັບພອນທີ່ຍິ່ງໃຫຍ່. ໃນຄຣິສຕະຈັກ ຈົ່ງຢືນເປັນພະຍານໃຫ້ເຮົາຢ່າງໝັ້ນຄົງ ແລະ ຈົ່ງຢືນຢັນດ້ວຍຄວາມຈິງ; ຖືກກໍຄືຖືກ ແລະ ຜິດກໍຄືຜິດ. ຈົ່ງຢ່າສັບສົນວ່າ ດໍາແມ່ນຂາວ. ເຈົ້າຈະຕ້ອງຕໍ່ສູ້ກັບຊາຕານ ແລະ ຕ້ອງທໍາລາຍມັນ ເພື່ອບໍ່ໃຫ້ມັນລຸກຂຶ້ນມາໄດ້ອີກຕໍ່ໄປ. ເຈົ້າຕ້ອງເສຍສະຫຼະທຸກສິ່ງເພື່ອປົກປ້ອງການເປັນພະຍານໃຫ້ແກ່ເຮົາ. ສິ່ງນີ້ຈະເປັນເປົ້າໝາຍຂອງການກະທໍາຂອງເຈົ້າ ແລະ ຈົ່ງຢ່າລືມສິ່ງນີ້. ແຕ່ໃນຕອນນີ້ ເຈົ້າຍັງຂາດຄວາມເຊື່ອ ແລະ ຄວາມສາມາດໃນການແຍກແຍະສິ່ງຕ່າງໆ ແລະ ເຈົ້າບໍ່ສາມາດເຂົ້າໃຈພຣະທໍາ ແລະ ເຈດຕະນາຂອງເຮົາຕະຫຼອດເວລາ. ແນວໃດກໍຕາມ, ຈົ່ງຢ່າຮ້ອນໃຈ; ທຸກສິ່ງທຸກຢ່າງແມ່ນດໍາເນີນຕາມບາດກ້າວຂອງເຮົາ ແລະ ຄວາມຮ້ອນໃຈພຽງແຕ່ຈະເຮັດໃຫ້ເກີດມີບັນຫາເທົ່ານັ້ນ. ໃຊ້ເວລາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຂຶ້ນ ແລະ ຢ່າໄປສົນໃຈກັບອາຫານ ແລະ ເຄື່ອງນຸ່ງຫົ່ມ ເຊິ່ງເປັນສິ່ງສໍາລັບຮ່າງກາຍພາຍນອກ. ຈົ່ງສະແຫວງຫາເຈດຕະນາຂອງເຮົາເປັນປະຈໍາ ແລະ ເຮົາຈະສະແດງໃຫ້ເຈົ້າເຫັນຢ່າງຊັດເຈນວ່າ ສິ່ງເຫຼົ່ານັ້ນແມ່ນຫຍັງ. ເຈົ້າຈະຄ່ອຍໆພົບເຫັນເຈດຕະນາຂອງເຮົາໃນທຸກສິ່ງທຸກຢ່າງ ເພື່ອວ່າ ເຮົາຈະມີຫົນທາງເຂົ້າເຖິງທຸກຄົນໂດຍປາສະຈາກອຸປະສັກໃດໆ. ສິ່ງນີ້ຈະເຮັດໃຫ້ຫົວໃຈຂອງເຮົາມີຄວາມເພິ່ງພໍໃຈ ແລະ ພວກເຈົ້າຈະໄດ້ຮັບພອນຈາກເຮົາຕະຫຼອດໄປເປັນນິດນິລັນ!

ກ່ອນນີ້: ບົດທີ 40

ຕໍ່ໄປ: ບົດທີ 42

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້