ບົດທີ 42

ການກະທໍາຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດນັ້ນຍິ່ງໃຫຍ່ແທ້! ຊ່າງໜ້າອັດສະຈັນແທ້! ຊ່າງໜ້າມະຫັດສະຈັນແທ້! ມີສຽງແກດັງເຈັດເທື່ອ, ມີສຽງຟ້າຮ້ອງດັງເຈັດຄັ້ງ ແລະ ມີການເທອອກຈາກຖ້ວຍເຈັດໃບ. ສິ່ງເຫຼົ່ານີ້ຈະຖືກສະແດງໃຫ້ເຫັນຢ່າງເປີດເຜີຍທັນທີ ແລະ ຈະບໍ່ມີຂໍ້ສົງໄສໃດໆ. ຄວາມຮັກຂອງພຣະເຈົ້າແມ່ນມາເຖິງພວກເຮົາທຸກມື້. ມີແຕ່ພຣະເຈົ້າອົງຊົງລິດທານຸພາບສູງສຸດເທົ່ານັ້ນທີ່ສາມາດຊ່ວຍພວກເຮົາໄດ້; ບໍ່ວ່າພວກເຮົາຈະພົບກັບຄວາມໂຊກຮ້າຍ ຫຼື ໄດ້ຮັບພອນ ແມ່ນລ້ວນແລ້ວແຕ່ເປັນຍ້ອນພຣະອົງ ແລະ ພວກເຮົາທີ່ເປັນມະນຸດບໍ່ມີທາງທີ່ຈະຕັດສິນໃຈໃນເລື່ອງດັ່ງກ່າວນີ້ໄດ້. ຜູ້ທີ່ອຸທິດຕົນຕໍ່ພຣະເຈົ້າຢ່າງໝົດໃຈຈະໄດ້ຮັບພອນທີ່ຍິ່ງໃຫຍ່ຢ່າງແນ່ນອນ ໃນຂະນະທີ່ຜູ້ທີ່ຕ້ອງການຮັກສາຊີວິດຂອງຕົນຈະທົນທຸກຕໍ່ຄວາມສູນເສຍອັນຍິ່ງໃຫຍ່ຂອງຊີວິດພວກເຂົາ; ທຸກສິ່ງ ແລະ ທຸກບັນຫາແມ່ນຢູ່ໃນມືຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ຈົ່ງຢ່າຢຸດບາດກ້າວຂອງເຈົ້າອີກຕໍ່ໄປ. ການປ່ຽນແປງທີ່ໃຫຍ່ຫຼວງຈະມາຈາກສະຫວັນ ແລະ ແຜ່ນດິນໂລກ; ມະນຸດບໍ່ມີທາງລີ້ ແລະ ຈະມີແຕ່ສຽງຮ້ອງໄຫ້ຢ່າງຂົມຂື່ນເທົ່ານັ້ນ ໂດຍບໍ່ມີທາງເລືອກອື່ນ. ຈົ່ງປະຕິບັດຕາມພາລະກິດທີ່ພຣະວິນຍານບໍລິສຸດກຳລັງປະຕິບັດຢູ່ໃນປັດຈຸບັນນີ້. ເຈົ້າຄວນມີຄວາມຊັດເຈນພາຍໃນຕົວເຈົ້າ ກ່ຽວກັບບາດກ້າວທີ່ເຮັດໃຫ້ພາລະກິດຂອງພຣະອົງມີຄວາມຄືບໜ້າ ໂດຍບໍ່ຈໍາເປັນຕ້ອງໃຫ້ຜູ້ອື່ນມາກ່າວເຕືອນອີກ. ຕອນນີ້ຈົ່ງມາຢູ່ຕໍ່ໜ້າພຣະເຈົ້າອົງຊົງລິດທານຸພາບສູງສຸດໃຫ້ເປັນປະຈໍາ ແລະ ຂໍທຸກສິ່ງທຸກຢ່າງຈາກພຣະອົງ. ພຣະອົງຈະສ່ອງສະຫວ່າງເຈົ້າຢູ່ພາຍໃນຢ່າງແນ່ນອນ ແລະ ໃນເວລາທີ່ສໍາຄັນ ພຣະອົງກໍຈະປົກປ້ອງເຈົ້າ. ຈົ່ງຢ່າມີຄວາມຢ້ານກົວ! ພຣະອົງໄດ້ຄອບຄອງການດໍາລົງຢູ່ທັງໝົດຂອງເຈົ້າແລ້ວ ແລະ ດ້ວຍການປົກປ້ອງຂອງພຣະອົງ ແລະ ການເບິ່ງແຍງຂອງພຣະອົງ ແລ້ວຍັງມີຫຍັງອີກທີ່ເຈົ້າຈະຕ້ອງຢ້ານກົວ? ໃນປັດຈຸບັນ ຜົນສໍາເລັດຂອງຄວາມປະສົງຂອງພຣະເຈົ້າແມ່ນໃກ້ຈະມາເຖິງ ແລະ ຜູ້ໃດທີ່ມີຄວາມຢ້ານກົວຈະສູນເສຍທັງຢືນ. ສິ່ງທີ່ເຮົາກຳລັງບອກພວກເຈົ້າແມ່ນຄວາມຈິງ. ຈົ່ງມືນຕາທາງຈິດວິນຍານຂອງເຈົ້າ ແລະ ສະຫວັນກໍຈະປ່ຽນແປງທັນທີ. ມີຫຍັງທີ່ເຈົ້າຕ້ອງຢ້ານ? ສະຫວັນ ແລະ ແຜ່ນດິນໂລກຈະຖືກທໍາລາຍທັນທີຈາກການເຄື່ອນຍ້າຍມືຂອງພຣະອົງແບບເບົາໆ. ຄວາມກັງວົນຂອງມະນຸດແມ່ນມີປະໂຫຍດຫຍັງ? ທຸກສິ່ງທຸກຢ່າງບໍ່ໄດ້ຢູ່ໃນມືຂອງພຣະເຈົ້າບໍ? ຖ້າພຣະອົງເວົ້າວ່າ ສະຫວັນ ແລະ ແຜ່ນດິນໂລກຕ້ອງປ່ຽນແປງ ພວກມັນກໍຈະປ່ຽນແປງ. ຖ້າພຣະອົງເວົ້າວ່າ ພວກເຮົາຕ້ອງຖືກເຮັດໃຫ້ສົມບູນ ພວກເຮົາກໍຈະຖືກເຮັດໃຫ້ສົມບູນ. ບໍ່ມີຄວາມຈໍາເປັນທີ່ມະນຸດຕ້ອງກັງວົນ, ພວກເຂົາຕ້ອງກ້າວໄປຂ້າງໜ້າຢ່າງໃຈເຢັນ. ຢ່າງໃດກໍຕາມ, ພວກເຈົ້າຄວນເອົາໃຈໃສ່ ແລະ ມີຄວາມຕື່ນຕົວໃຫ້ຫຼາຍ. ສະຫວັນອາດປ່ຽນແປງທັນທີ! ເຖິງຢ່າງໃດກໍ່ຕາມ, ຕາຂອງຄົນປ່າອາດຖືກເປີດໃຫ້ກວ້າງໄດ້ ແຕ່ກໍຍັງບໍ່ສາມາດເບິ່ງສິ່ງໃດໄດ້. ຈົ່ງຟ້າວມີຄວາມຕື່ນຕົວ ເພາະຄວາມປະສົງຂອງພຣະເຈົ້າແມ່ນຖືກເຮັດໃຫ້ສໍາເລັດແລ້ວ, ໂຄງການຂອງພຣະອົງແມ່ນສໍາເລັດແລ້ວ, ແຜນການຂອງພຣະອົງແມ່ນປະສົບຜົນສໍາເລັດແລ້ວ ແລະ ບຸດຊາຍຂອງພຣະອົງໄດ້ມາຮອດບັນລັງຂອງພຣະອົງແລ້ວ. ພວກເຂົາ ພ້ອມດ້ວຍພຣະເຈົ້າອົງຊົງລິດທານຸພາບສູງສຸດຈະພິພາກສາບັນດາປະເທດຊາດທັງໝົດ ແລະ ປະຊາຊົນທຸກຄົນ. ຜູ້ທີ່ໄດ້ຂົ່ມເຫັງຄຣິສຕະຈັກ ແລະ ເຮັດໃຫ້ບຸດຊາຍຂອງພຣະເຈົ້າໄດ້ຮັບການບາດເຈັບຢ່າງໂຫດຮ້າຍຈະຖືກລົງໂທດຢ່າງໜັກໜ່ວງຢ່າງແນ່ນອນ! ສ່ວນຜູ້ທີ່ມອບຕົວເອງໃຫ້ແກ່ພຣະເຈົ້າຢ່າງຈິງໃຈ ແລະ ສະໜັບສະໜູນທຸກສິ່ງ, ພຣະເຈົ້າກໍຈະຮັກພວກເຂົາຕະຫຼອດການຢ່າງແນ່ນອນໂດຍບໍ່ມີວັນປ່ຽນແປງ!

ກ່ອນນີ້: ບົດທີ 41

ຕໍ່ໄປ: ບົດທີ 43

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້