ບົດທີ 14
ຕອນນີ້, ເວລາກຳລັງເລັ່ງດ່ວນແທ້ໆ. ພຣະວິນຍານບໍລິສຸດໃຊ້ຫຼາຍວິທີການທີ່ແຕກຕ່າງກັນເພື່ອນຳພາພວກເຮົາສູ່ພຣະທຳຂອງພຣະເຈົ້າ. ເຈົ້າຄວນປະກອບດ້ວຍຄວາມຈິງທັງໝົດ, ຖືກເຮັດໃຫ້ບໍລິສຸດ ແລະ ຢູ່ໃກ້ກັບເຮົາແທ້ໆ ແລະ ມີການຄົບຫາສະມາຄົມກັບເຮົາ ແລະ ເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ມີບ່ອນວ່າງເພື່ອຄັດ ແລະ ເລືອກເອົາ. ພາລະກິດຂອງພຣະວິນຍານບໍລິສຸດປາສະຈາກອາລົມ ແລະ ບໍ່ສົນວ່າເຈົ້າເປັນຄົນແບບໃດ. ຕາບໃດທີ່ເຈົ້າເຕັມໃຈຄົ້ນຫາ ແລະ ຕິດຕາມ, ບໍ່ແກ້ຕົວ ແລະ ບໍ່ໂຕ້ຖຽງກ່ຽວກັບຜົນກຳໄລ ແລະ ການຂາດທຶນຂອງຕົວເຈົ້າເອງ, ແຕ່ຄົ້ນຫາດ້ວຍຄວາມຫິວ ແລະ ຄວາມກະຫາຍຫາຄວາມຊອບທຳ, ແລ້ວເຮົາຈະສ່ອງສະຫວ່າງໃຫ້ກັບເຈົ້າ. ບໍ່ວ່າເຈົ້າຈະເປັນຄົນໂງ່ຈ້າ ແລະ ບໍ່ຮູ້ປານໃດກໍຕາມ, ເຮົາບໍ່ໄດ້ແນໃສ່ສິ່ງເຫຼົ່ານີ້. ເຮົາຢາກເຫັນວ່າເຈົ້າເຮັດວຽກໜັກພຽງໃດໃນດ້ານບວກ. ຖ້າເຈົ້າຍັງຍຶດໝັ້ນໃນແນວຄິດຂອງຕົວເອງ, ໝຸນເປັນວົງກົມໃນໂລກນ້ອຍໆຂອງຕົວເຈົ້າເອງ, ແລ້ວເຮົາກໍຄິດວ່າເຈົ້າຢູ່ໃນອັນຕະລາຍ... ການຖືກຍົກຂຶ້ນແມ່ນຫຍັງ? ການຖືກປະຖິ້ມໝາຍຄວາມວ່າແນວໃດ? ມື້ນີ້ ເຈົ້າຄວນມີຊີວິດຢູ່ຕໍ່ໜ້າພຣະເຈົ້າແນວໃດ? ເຈົ້າຄວນຮ່ວມມືກັບເຮົາຢ່າງຫ້າວຫັນແນວໃດ? ຈົ່ງປະຖິ້ມແນວຄິດຂອງເຈົ້າເອງ, ວິເຄາະຕົວເຈົ້າເອງຢ່າງລະອຽດ, ຖອດໜ້າກາກຂອງເຈົ້າອອກ, ເຫັນທາດແທ້ຂອງຕົວເຈົ້າເອງຢ່າງຊັດເຈນ, ກຽດຊັງຕົວເອງ, ມີຫົວໃຈທີ່ສະແຫວງຫາຄວາມຊອບທຳຢ່າງຫິວ ແລະ ກະຫາຍ, ເຊື່ອວ່າຕົວເຈົ້າເອງນັ້ນບໍ່ມີຄ່າຫຍັງເລີຍ, ເຕັມໃຈທີ່ຈະສະຫຼະຕົວເອງ, ສາມາດຢຸດທຸກວິທີການເຮັດສິ່ງຕ່າງໆຂອງເຈົ້າ, ເຮັດໃຫ້ຕົນເອງສະຫງົບງຽບຢູ່ຕໍ່ໜ້າເຮົາ, ຖວາຍຄຳອະທິຖານຫຼາຍຂຶ້ນ, ເພິ່ງພາເຮົາຢ່າງເອົາຈິງເອົາຈັງ, ເງີຍໜ້າຂຶ້ນຫາເຮົາ ແລະ ບໍ່ຢຸດເຊົາທີ່ຈະເຂົ້າໃກ້ເຮົາ ແລະ ສື່ສານກັບເຮົາ, ໃນສິ່ງເຫຼົ່ານີ້ ກະແຈໄດ້ຖືກຄົ້ນພົບ. ຜູ້ຄົນມັກຢູ່ໃນຕົວເອງ ແລະ ດັ່ງນັ້ນຈຶ່ງບໍ່ໄດ້ຢູ່ຕໍ່ໜ້າພຣະເຈົ້າ.
ພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດນັ້ນຍາກແທ້ໆທີ່ຄົນຈະຈິນຕະນາການໄດ້ ແລະ ທຸກຄົນເຂົ້າສູ່ຄວາມເປັນຈິງ; ມັນຈະບໍ່ເປັນຜົນແທ້ໆທີ່ຈະບໍ່ຄິດກ່ຽວກັບມັນ. ຖ້າຫົວໃຈ ແລະ ຈິດໃຈຂອງເຈົ້າຢູ່ຜິດບ່ອນ, ແລ້ວເຈົ້າກໍຈະບໍ່ມີທາງກ້າວໄປຂ້າງໜ້າ. ແຕ່ຕົ້ນຈົນຈົບ, ເຈົ້າຕ້ອງລະວັງຢູ່ຕະຫຼອດເວລາ ແລະ ໃຫ້ແນ່ໃຈວ່າຈະລະມັດລະວັງຕໍ່ຄວາມປະໝາດ. ພອນຈົ່ງມີແກ່ຜູ້ທີ່ລະວັງ ແລະ ຄອຍຖ້າຢູ່ສະເໝີ ແລະ ຜູ້ທີ່ສະຫງົບງຽບຕໍ່ໜ້າເຮົາ! ພອນຈົ່ງມີແກ່ຜູ້ທີ່ແນມຂຶ້ນຫາເຮົາຢູ່ໃນໃຈຂອງພວກເຂົາຢູ່ສະເໝີ, ຜູ້ທີ່ເອົາໃຈໃສ່ຟັງສຽງຂອງເຮົາຢ່າງໃກ້ຊິດ, ຜູ້ທີ່ໃສ່ໃຈການກະທຳຂອງເຮົາ ແລະ ຜູ້ທີ່ນຳເອົາພຣະທຳຂອງເຮົາໄປປະຕິບັດ! ເວລາສາມາດຜ່ານພົ້ນໄປໂດຍບໍ່ຊັກຊ້າອີກຕໍ່ໄປແທ້ໆ; ໄພພິບັດທຸກຮູບແບບຈະແຜ່ລາມໄປ, ອ້າປາກທີ່ໂຫດຮ້າຍ ແລະ ກະຫາຍເລືອດຂອງພວກມັນເພື່ອກືນກິນພວກເຈົ້າທຸກຄົນຄືກັບນ້ຳຖ້ວມ. ລູກຊາຍຂອງເຮົາເອີຍ! ຮອດເວລາແລ້ວ! ບໍ່ມີບ່ອນໃຫ້ໄຕ່ຕອງອີກຕໍ່ໄປ. ທາງອອກດຽວທີ່ຈະນຳເຈົ້າມາຢູ່ພາຍໃຕ້ການປົກປ້ອງຂອງເຮົາຄືຕ້ອງກັບຄືນມາຢູ່ຕໍ່ໜ້າເຮົາ. ເຈົ້າຕ້ອງມີບຸກຄະລິກທີ່ແຂງແຮງຂອງເດັກຊາຍ; ຢ່າອ່ອນແອ ຫຼື ທໍ້ໃຈ. ເຈົ້າຕ້ອງນຳບາດກ້າວຂອງເຮົາໃຫ້ທັນ, ບໍ່ປະຕິເສດແສງສະຫວ່າງໃໝ່ ແລະ ດັ່ງທີ່ເຮົາບອກວິທີກິນ ແລະ ດື່ມພຣະທຳຂອງເຮົາໃຫ້ແກ່ພວກເຈົ້າ, ພວກເຈົ້າຄວນຍອມ ແລະ ກິນ ແລະ ດື່ມພວກມັນຢ່າງຖືກຕ້ອງ. ຍັງມີເວລາທີ່ຈະຕໍ່ສູ້ ຫຼື ໂຕ້ແຍ້ງກັນຕາມອຳເພີໃຈບໍ? ເຈົ້າສາມາດເຮັດສົງຄາມໄດ້ບໍ ຖ້າເຈົ້າບໍ່ໄດ້ກິນຈົນອີ່ມ ແລະ ບໍ່ພຽບພ້ອມດ້ວຍຄວາມຈິງຢ່າງສົມບູນ? ຖ້າເຈົ້າຕ້ອງການເອົາຊະນະສາສະໜາ, ເຈົ້າຕ້ອງພຽບພ້ອມດ້ວຍຄວາມຈິງ. ຈົ່ງກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນ ແລະ ໄຕ່ຕອງພວກມັນຕໍ່ໄປ. ເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງເຮົາຢ່າງເປັນອິດສະຫຼະ ແລະ ເລີ່ມຕົ້ນດ້ວຍການຫຍັບເຂົ້າໃກ້ພຣະເຈົ້າ. ໃຫ້ສິ່ງນີ້ເປັນຄຳເຕືອນໃຫ້ແກ່ເຈົ້າ! ເຈົ້າຕ້ອງເອົາໃຈໃສ່! ຜູ້ທີ່ສະຫຼາດຄວນຕື່ນຂຶ້ນມາສູ່ຄວາມຈິງໂດຍໄວ! ປະຖິ້ມສິ່ງໃດກໍຕາມທີ່ເຈົ້າບໍ່ເຕັມໃຈອອກຈາກ. ເຮົາຂໍບອກເຈົ້າອີກຄັ້ງໜຶ່ງວ່າສິ່ງດັ່ງກ່າວນັ້ນຊ່າງເປັນອັນຕະລາຍຕໍ່ຊີວິດຂອງເຈົ້າແທ້ໆ ແລະ ພວກມັນບໍ່ມີປະໂຫຍດຫຍັງເລີຍ! ເຮົາຫວັງວ່າເຈົ້າຈະເພິ່ງພາເຮົາໃນການກະທຳຂອງເຈົ້າ; ບໍ່ດັ່ງນັ້ນ, ເສັ້ນທາງດຽວໃນຕໍ່ໜ້າແມ່ນເສັ້ນທາງແຫ່ງຄວາມຕາຍ, ແລ້ວເຈົ້າຈະໄປສະແຫວງຫາເສັ້ນທາງແຫ່ງຊີວິດຢູ່ໃສ? ຈົ່ງຖອນຫົວໃຈຂອງເຈົ້າທີ່ມັກເຮັດໃຫ້ຕົວເອງຫຍຸ້ງກັບສິ່ງຕ່າງໆພາຍນອກນັ້ນອອກເສຍ! ຈົ່ງຖອນຫົວໃຈຂອງເຈົ້າທີ່ບໍ່ເຊື່ອຟັງຄົນອື່ນນັ້ນອອກເສຍ! ຖ້າຊີວິດຂອງເຈົ້າບໍ່ສາມາດເຕີບໃຫຍ່ ແລະ ຖ້າເຈົ້າຖືກປະຖິ້ມ, ແລ້ວເຈົ້າຈະບໍ່ເປັນຄົນທີ່ເຮັດໃຫ້ຕົວເຈົ້າເອງສະດຸດບໍ? ພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດບໍ່ແມ່ນສິ່ງທີ່ເຈົ້າຈິນຕະນາການ. ຖ້າເຈົ້າບໍ່ສາມາດປະຖິ້ມແນວຄິດຂອງເຈົ້າ, ແລ້ວເຈົ້າກໍຈະປະສົບກັບການສູນເສຍອັນຍິ່ງໃຫຍ່. ຖ້າພາລະກິດນັ້ນສອດຄ່ອງກັບແນວຄິດຂອງມະນຸດ, ທຳມະຊາດ ແລະ ແນວຄິດເກົ່າໆຂອງເຈົ້າຈະສາມາດປາກົດແຈ້ງໄດ້ບໍ? ເຈົ້າຈະສາມາດຮູ້ຈັກຕົວເຈົ້າເອງໄດ້ບໍ? ບາງທີເຈົ້າຍັງຄິດວ່າເຈົ້າບໍ່ມີແນວຄິດ, ແຕ່ຄັ້ງນີ້ ດ້ານທີ່ໜ້າກຽດຊັງຕ່າງໆທັງໝົດຂອງເຈົ້າຈະປາກົດຂຶ້ນຢ່າງຊັດເຈນ. ຈົ່ງຖາມຕົວເຈົ້າເອງຢ່າງລະມັດລະວັງວ່າ:
ເຈົ້າແມ່ນຜູ້ທີ່ຍອມເຮົາບໍ?
ເຈົ້າເຕັມໃຈ ແລະ ພ້ອມທີ່ຈະສະຫຼະຕົວເອງ ແລະ ຕິດຕາມເຮົາບໍ?
ເຈົ້າແມ່ນຜູ້ທີ່ສະແຫວງຫາໃບໜ້າຂອງເຮົາດ້ວຍໃຈທີ່ບໍລິສຸດບໍ?
ເຈົ້າຮູ້ວິທີຫຍັບເຂົ້າໃກ້ເຮົາ ແລະ ສື່ສານກັບເຮົາບໍ?
ເຈົ້າສາມາດສະຫງົບຕົວເອງຢູ່ຕໍ່ໜ້າເຮົາ ແລະ ສະແຫວງຫາຄວາມປະສົງຂອງເຮົາບໍ?
ເຈົ້ານໍາພຣະທຳທີ່ເຮົາເປີດເຜີຍແກ່ເຈົ້ານັ້ນໄປປະຕິບັດບໍ?
ເຈົ້າສາມາດຮັກສາສະພາບປົກກະຕິຕໍ່ໜ້າເຮົາໄດ້ບໍ?
ເຈົ້າສາມາດເບິ່ງເຫັນກົນອຸບາຍອັນມີເລ່ລ່ຽມຂອງຊາຕານໄດ້ບໍ? ເຈົ້າກ້າທີ່ປະເປີດໂປງພວກມັນບໍ?
ເຈົ້າຄຳນຶງເຖິງພາລະຂອງເຮົາແນວໃດ?
ເຈົ້າແມ່ນຄົນໜຶ່ງທີ່ຄຳນຶງເຖິງພາລະຂອງພຣະເຈົ້າບໍ?
ເຈົ້າເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດແນວໃດ?
ເຈົ້າຮັບໃຊ້ໃນການປະສານງານໃນຄອບຄົວຂອງພຣະເຈົ້າແນວໃດ?
ເຈົ້າເປັນພະຍານທີ່ໜັກແໜ້ນໃຫ້ແກ່ເຮົາແນວໃດ?
ເຈົ້າຈະຕໍ່ສູ້ຢ່າງດີເພື່ອຄວາມຈິງໄດ້ແນວໃດ?
ເຈົ້າຕ້ອງໃຊ້ເວລາເພື່ອໄຕ່ຕອງຄວາມຈິງເຫຼົ່ານີ້ຢ່າງຖີ່ຖ້ວນ. ຂໍ້ເທັດຈິງແມ່ນພຽງພໍທີ່ຈະພິສູດວ່າວັນນັ້ນໃກ້ເຂົ້າມາແລ້ວຢ່າງຍິ່ງ. ເຈົ້າຕ້ອງຖືກເຮັດໃຫ້ສົມບູນກ່ອນທີ່ໄພພິບັດຈະມາເຖິງ, ນີ້ແມ່ນເລື່ອງສຳຄັນ, ເປັນເລື່ອງເລັ່ງດ່ວນຫຼາຍທີ່ຕ້ອງຖືກແກ້ໄຂ! ເຮົາປາຖະໜາທີ່ຈະເຮັດໃຫ້ພວກເຈົ້າສົມບູນ, ແຕ່ເຮົາເຫັນວ່າພວກເຈົ້າຂ້ອນຂ້າງດື້ດ້ານແທ້ໆ. ເຈົ້າມີຄວາມກ້າຫານ ແຕ່ເຈົ້າບໍ່ໄດ້ໃຊ້ມັນໃຫ້ເປັນປະໂຫຍດທີ່ສຸດ ແລະ ເຈົ້າບໍ່ໄດ້ເຂົ້າໃຈສິ່ງທີ່ສຳຄັນທີ່ສຸດ; ກົງກັນຂ້າມ, ສິ່ງທີ່ເຈົ້າເຂົ້າໃຈທັງໝົດກັບເປັນເລື່ອງເລັກໆນ້ອຍໆ. ມີປະໂຫຍດຫຍັງໃນການຕຶກຕອງສິ່ງເຫຼົ່ານີ້? ມັນບໍ່ແມ່ນການເສຍເວລາບໍ? ເຮົາສະແດງຄວາມກະລຸນາໃຫ້ແກ່ພວກເຈົ້າໃນລັກສະນະນີ້ ແຕ່ພວກເຈົ້າບໍ່ໄດ້ສະແດງຄວາມຂອບໃຈໃດໆເລີຍ; ພວກເຈົ້າພຽງແຕ່ຕໍ່ສູ້ກັນເອງ, ດັ່ງນັ້ນ ຄວາມພະຍາຍາມອັນພາກພຽນທັງໝົດຂອງເຮົາບໍ່ໄດ້ສູນເປົ່າບໍ? ຖ້າພວກເຈົ້າສືບຕໍ່ໃນລັກສະນະນີ້, ເຮົາຈະບໍ່ໃຊ້ເວລາຊັກຊວນພວກເຈົ້າຕໍ່ໄປ! ເຮົາກ່າວກັບພວກເຈົ້າວ່າ, ພາລະກິດຂອງພຣະວິນຍານບໍລິສຸດຈະຖືກຖອນອອກຈາກພວກເຈົ້າ, ເວັ້ນແຕ່ພວກເຈົ້າຈະຕື່ນຂຶ້ນສູ່ຄວາມຈິງ! ພວກເຈົ້າຈະບໍ່ໄດ້ຮັບຫຍັງກິນອີກ ແລະ ພວກເຈົ້າອາດເຊື່ອດັ່ງທີ່ພວກເຈົ້າເຫັນວ່າສົມຄວນ. ເຮົາໄດ້ກ່າວພຣະທຳຂອງເຮົາຢ່າງລະອຽດຖີ່ຖ້ວນ; ມັນຂຶ້ນຢູ່ກັບພວກເຈົ້າວ່າພວກເຈົ້າຈະຟັງ ຫຼື ບໍ່. ເມື່ອຮອດເວລາທີ່ພວກເຈົ້າສັບສົນ, ບໍ່ມີທາງໃນຕໍ່ໜ້າ ແລະ ບໍ່ສາມາດເຫັນຄວາມສະຫວ່າງແທ້, ພວກເຈົ້າຈະບໍ່ໂທດເຮົາບໍ? ຊ່າງໂງ່ແທ້! ຜົນທີ່ຕາມມາຈະເປັນແນວໃດ ຖ້າເຈົ້າຍຶດຕິດກັບຕົວເອງຢ່າງໜັກແໜ້ນ, ຖ້າເຈົ້າປະຕິເສດທີ່ຈະປ່ອຍວາງ? ພາລະກິດຂອງເຈົ້າຈະບໍ່ເປັນພຽງການປະຕິບັດທີ່ໄຮ້ປະໂຫຍດບໍ? ຊ່າງໜ້າເວດທະນາທີ່ຕ້ອງຖືກປະຖິ້ມເມື່ອໄພພິບັດເກີດຂຶ້ນ!
ປັດຈຸບັນນີ້ແມ່ນໄລຍະທີ່ສຳຄັນຂອງການສ້າງຄຣິສຕະຈັກ. ຖ້າເຈົ້າບໍ່ສາມາດຮ່ວມມືກັບເຮົາຢ່າງຫ້າວຫັນ ແລະ ມອບຖວາຍຕົວເຈົ້າເອງໃຫ້ແກ່ເຮົາຢ່າງສຸດຈິດສຸດໃຈ ແລະ ຖ້າເຈົ້າບໍ່ສາມາດປະຖິ້ມທຸກສິ່ງ, ແລ້ວເຈົ້າກໍຈະປະສົບກັບຄວາມສູນເສຍ. ເຈົ້າຍັງສາມາດປິດບັງເຈດຕະນາອື່ນໆໄດ້ອີກບໍ? ເຮົາສະແດງຄວາມຜ່ອນຜັນໃຫ້ແກ່ພວກເຈົ້າໃນລັກສະນະນີ້, ຄອຍຖ້າໃຫ້ພວກເຈົ້າກັບໃຈ ແລະ ເລີ່ມຕົ້ນໃໝ່. ແນວໃດກໍຕາມ, ເວລາບໍ່ອະນຸຍາດເລື່ອງນີ້ອີກຕໍ່ໄປ ແລະ ເຮົາຕ້ອງພິຈາລະນາເບິ່ງພາບລວມ. ຍ້ອນເຫັນແກ່ຈຸດປະສົງແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ, ທຸກສິ່ງກ້າວໄປຂ້າງໜ້າ ແລະ ຂັ້ນຕອນຂອງເຮົາເດີນໄປຂ້າງໜ້າໃນແຕ່ລະວັນ, ແຕ່ລະຊົ່ວໂມງ ແລະ ແຕ່ລະຊ່ວງເວລາ, ຜູ້ທີ່ບໍ່ສາມາດນຳທັນຈະຖືກປະຖິ້ມ. ທຸກໆວັນມີແສງສະຫວ່າງໃໝ່; ທຸກໆວັນມີການກະທຳໃໝ່ໆໄດ້ເກີດຂຶ້ນ. ທຸກໆວັນມີສິ່ງໃໝ່ໆເກີດຂຶ້ນ ແລະ ບັນດາຜູ້ທີ່ບໍ່ສາມາດເຫັນແສງສະຫວ່າງໄດ້ກໍເປັນຄົນຕາບອດ! ຜູ້ທີ່ບໍ່ຕິດຕາມຈະຖືກກຳຈັດ...