ບົດທີ 15

ການປາກົດຕົວຂອງພຣະເຈົ້າໄດ້ເກີດຂຶ້ນໃນທຸກຄຣິສຕະຈັກ. ແມ່ນພຣະວິນຍານທີ່ກ່າວອອກ; ພຣະອົງແມ່ນໄຟທີ່ລຸກລາມ, ມີຄວາມສະຫງ່າຜ່າເຜີຍ ແລະ ກຳລັງພິພາກສາ. ພຣະອົງເປັນບຸດມະນຸດ, ນຸ່ງເສື້ອຜ້າທີ່ລ່າມລົງຈົນຮອດຕີນຂອງພຣະອົງ ແລະ ມີສາຍແອວຄຳອ້ອມເອິກຂອງພຣະອົງ. ຫົວ ແລະ ຜົມຂອງພຣະອົງຂາວຄືຂົນແກະ ແລະ ຕາຂອງພຣະອົງກໍລຸກໄໝ້ຄືກັບແປວໄຟ; ຕີນຂອງພຣະອົງຄ້າຍຄືກັບທອງເຫຼືອງກ້ຽງ, ຄືກັບວ່າທີ່ຖືກເຮັດໃຫ້ບໍລິສຸດໃນເຕົາໄຟ ແລະ ສຽງຂອງພຣະອົງກໍຄືກັບສຽງນ້ຳຫຼາຍແຫ່ງ. ໃນມືກ້ຳຂວາຂອງພຣະອົງແມ່ນຖືດາວເຈັດດວງ ແລະ ໃນປາກຂອງພຣະອົງແມ່ນມີດາບແຫຼມສອງຄົມ ແລະ ໃບໜ້າຂອງພຣະອົງສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ເຜົາໄໝ້!

ບຸດມະນຸດໄດ້ຖືກເປັນພະຍານ ແລະ ພຣະເຈົ້າເອງໄດ້ຖືກເປີດເຜີຍອອກມາຢ່າງເປີດເຜີຍ. ສະຫງ່າລາສີຂອງພຣະເຈົ້າໄດ້ສະແດງອອກ, ສ່ອງແສງຢ່າງປະກາຍຄືກັບດວງຕາເວັນທີ່ກຳລັງເຜົາໄໝ້! ໃບໜ້າທີ່ມີສະຫງ່າລາສີຂອງພຣະອົງສ່ອງແສງຈ້າດ້ວຍແສງແວວວາວ; ສາຍຕາຂອງຜູ້ໃດກ້າປະຕິບັດຕໍ່ພຣະອົງດ້ວຍການຕໍ່ຕ້ານ? ການຕໍ່ຕ້ານນຳໄປສູ່ຄວາມຕາຍ! ບໍ່ມີຄວາມເມດຕາແມ່ນແຕ່ໜ້ອຍດຽວສຳລັບສິ່ງໃດໜຶ່ງທີ່ເຈົ້າຄິດຢູ່ໃນຫົວໃຈ, ຄຳເວົ້າໃດໜຶ່ງທີ່ເຈົ້າກ່າວ ຫຼື ສິ່ງໃດໜຶ່ງທີ່ເຈົ້າເຮັດ. ພວກເຈົ້າທຸກຄົນຈະໄດ້ມາເຂົ້າໃຈ ແລະ ມາເຫັນວ່າສິ່ງທີ່ພວກເຈົ້າໄດ້ຮັບນັ້ນແມ່ນຫຍັງ, ມັນບໍ່ໄດ້ເປັນຫຍັງເລີຍ ນອກຈາກການພິພາກສາຂອງເຮົາ! ເຮົາສາມາດທົນມັນໄດ້ບໍ ເມື່ອພວກເຈົ້າບໍ່ພະຍາຍາມກິນ ແລະ ດື່ມພຣະທຳຂອງເຮົາ ແລະ ກົງກັນຂ້າມກັບພັດຂັດຂວາງ ແລະ ທຳລາຍການກໍ່ສ້າງຂອງເຮົາຕາມອຳເພີໃຈ? ເຮົາຈະບໍ່ປະຕິບັດຕໍ່ຄົນແບບນີ້ຢ່າງສຸພາບ! ຖ້າພຶດຕິກຳຂອງເຈົ້າເສື່ອມຊາມລົງຢ່າງຮຸນແຮງຂຶ້ນ ເຈົ້າຈະຖືກແປວໄຟກືນກິນ! ພຣະເຈົ້າອົງຊົງລິດທານຸພາບສູງສຸດປາກົດອອກໃນຮ່າງກາຍຝ່າຍວິນຍານ ໂດຍບໍ່ມີເນື້ອໜັງ ຫຼື ເລືອດທີ່ເຊື່ອມໂຍງກັນແຕ່ຫົວຮອດຕີນແມ່ນແຕ່ໜ້ອຍດຽວ. ພຣະອົງຢູ່ເໜືອໂລກຈັກກະວານ, ນັ່ງເທິງບັນລັງທີ່ມີສະຫງ່າລາສີໃນສະຫວັນຊັ້ນສາມ, ປົກຄອງທຸກສິ່ງ! ຈັກກະວານ ແລະ ທຸກສິ່ງແມ່ນຢູ່ພາຍໃນມືຂອງເຮົາ. ຖ້າເຮົາກ່າວມັນອອກມາ ມັນກໍຈະເປັນເຊັ່ນນັ້ນ. ຖ້າເຮົາກຳນົດມັນຂຶ້ນ ມັນກໍຈະເປັນເຊັ່ນນັ້ນ. ຊາຕານຢູ່ໃຕ້ຕີນຂອງເຮົາ; ມັນຢູ່ໃນຂຸມເລິກທີ່ບໍ່ສິ້ນສຸດ! ເມື່ອສຽງຂອງເຮົາເປັ່ງອອກມາ, ສະຫວັນ ແລະ ແຜ່ນດິນໂລກຈະຜ່ານພົ້ນໄປ ແລະ ມາສູ່ຄວາມວ່າງເປົ່າ! ທຸກສິ່ງຈະຖືກຕໍ່ໃໝ່; ນີ້ແມ່ນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້ທີ່ຖືກຕ້ອງຢ່າງແນ່ນອນ. ເຮົາໄດ້ເອົາຊະນະໂລກ ພ້ອມທັງສິ່ງຊົ່ວຮ້າຍທັງໝົດແລ້ວ. ເຮົານັ່ງເວົ້າກັບພວກເຈົ້າຢູ່ທີ່ນີ້ ແລະ ທຸກຄົນທີ່ມີຫູກໍຄວນຟັງ ແລະ ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບ.

ວັນເວລາກຳລັງຈະຮອດວາລະສຸດທ້າຍ; ທຸກສິ່ງໃນໂລກນີ້ຈະວ່າງເປົ່າ ແລະ ທຸກສິ່ງຈະ “ເກີດຂຶ້ນໃໝ່”. ຈົ່ງຈື່ສິ່ງນີ້ເອົາໄວ້! ຈົ່ງຈື່! ເຈົ້າບໍ່ສາມາດມີຄວາມບໍ່ກັງວົນໄດ້! ສະຫວັນ ແລະ ແຜ່ນດິນຈະຜ່ານພົ້ນໄປ, ແຕ່ພຣະທຳຂອງເຮົາຈະບໍ່ຜ່ານພົ້ນໄປ! ໃຫ້ເຮົາແນະນຳພວກເຈົ້າອີກຄັ້ງ: ຢ່າເຮັດວຽກຢ່າງໄຮ້ຜົນ! ຈົ່ງຕື່ນຂຶ້ນ! ຈົ່ງຫັນກັບມາ ແລະ ດິນແດນທີ່ປອດໄພກໍຈະໃກ້ພຽງເອື້ອມ! ເຮົາໄດ້ປາກົດຕົວທ່າມກາງພວກເຈົ້າແລ້ວ ແລະ ສຽງຂອງເຮົາໄດ້ດັງຂຶ້ນແລ້ວ. ສຽງຂອງເຮົາໄດ້ດັງຂຶ້ນຢູ່ຕໍ່ໜ້າພວກເຈົ້າ; ແຕ່ລະວັນຢູ່ຊ່ອງໜ້າ ແລະ ແຕ່ລະວັນມັນມີຄວາມສົດໃໝ່. ເຈົ້າເຫັນເຮົາ ແລະ ເຮົາກໍເຫັນເຈົ້າ; ເຮົາເວົ້າກັບເຈົ້າຕະຫຼອດ ແລະ ເຮົາຢູ່ກັບເຈົ້າໜ້າຕໍ່ໜ້າ. ແນວໃດກໍ່ຕາມ, ເຈົ້າພຽງແຕ່ປະຕິເສດເຮົາ ແລະ ບໍ່ຮູ້ຈັກເຮົາ. ແກະຂອງເຮົາສາມາດໄດ້ຍິນສຽງຂອງເຮົາ, ແຕ່ພວກເຈົ້າຍັງລັງເລໃຈຢູ່! ພວກເຈົ້າລັງເລໃຈ! ຫົວໃຈຂອງເຈົ້າປຶກໜາ, ຕາຂອງເຈົ້າໄດ້ຖືກຊາຕານເຮັດໃຫ້ບອດ ແລະ ເຈົ້າບໍ່ສາມາດເຫັນ “ໃບໜ້າ” ຂອງເຮົາໄດ້, ເຈົ້າຄືມາໜ້າເວດທະນາແທ້! ໜ້າເວດທະນາແທ້ເດ!

ພຣະວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງເຮົາໄດ້ຖືກສົ່ງໄປທົ່ວແຜ່ນດິນໂລກ ແລະ ເຮົາຈະສົ່ງຜູ້ສົ່ງຂ່າວຂອງເຮົາອອກໄປກ່າວຕໍ່ຄຣິສຕະຈັກຕ່າງໆ. ເຮົາຊອບທຳ; ເຮົາຊື່ສັດ; ເຮົາແມ່ນພຣະເຈົ້າທີ່ກວດສອບຢ່າງລະອຽດເຖິງສ່ວນເລິກທີ່ສຸດຂອງຫົວໃຈມະນຸດ. ພຣະວິນຍານບໍລິສຸດກ່າວຕໍ່ຄຣິດຕະຈັກຕ່າງໆ ແລະ ແມ່ນພຣະທຳຂອງເຮົາທີ່ໄຫຼອອກມາຈາກພາຍໃນພຣະບຸດຂອງເຮົາ; ທຸກຄົນທີ່ມີຫູຄວນຟັງເອົາ! ທຸກຄົນທີ່ມີຊີວິດຢູ່ຄວນຍອມຮັບເອົາ! ພຽງແຕ່ກິນ ແລະ ດື່ມພຣະທຳເຫຼົ່ານັ້ນ ແລະ ຢ່າສົງໄສເລີຍ. ທຸກຄົນທີ່ອ່ອນນ້ອມ ແລະ ໃສ່ໃຈພຣະທຳຂອງເຮົາຈະໄດ້ຮັບພອນທີ່ຍິ່ງໃຫຍ່! ທຸກຄົນທີ່ສະແຫວງຫາໃບໜ້າຂອງເຮົາຢ່າງຈິງຈັງຈະໄດ້ຮັບແສງສະຫວ່າງໃໝ່, ຄວາມສະຫວ່າງອັນໃໝ່ ແລະ ຄວາມເຂົ້າໃຈໃໝ່ຢ່າງແນ່ນອນ; ທຸກສິ່ງທຸກຢ່າງຈະສົດ ແລະ ໃໝ່. ພຣະທຳຂອງເຮົາຈະປາກົດແກ່ເຈົ້າທຸກເວລາ, ພວກມັນຈະເປີດດວງຕາຝ່າຍວິນຍານຂອງເຈົ້າ ແລະ ເຈົ້າຈະສາມາດເຫັນຄວາມລຶກລັບທັງໝົດຂອງໂລກຝ່າຍວິນຍານ. ອານາຈັກຢູ່ໃນໂລກມະນຸດແທ້ໆ. ເຂົ້າໄປໃນບ່ອນລີ້ໄພ ແລ້ວພຣະຄຸນ ແລະ ພອນທັງໝົດຈະມາສູ່ເຈົ້າ; ບໍ່ມີຄວາມອຶດຢາກ ແລະ ໂລກລະບາດໃດຈະເກີດຂຶ້ນກັບເຈົ້າ ແລະ ບໍ່ມີໝາປ່າ, ງູ, ເສືອ ແລະ ເສືອດາວໂຕໃດຈະສາມາດທຳຮ້າຍເຈົ້າໄດ້. ເຈົ້າຈະໄປກັບເຮົາ, ຍ່າງກັບເຮົາ ແລະ ເຂົ້າສູ່ສະຫງ່າລາສີຮ່ວມກັບເຮົາ!

ພຣະເຈົ້າອົງຊົງລິດທານຸພາບສູງສຸດ! ຮ່າງກາຍທີ່ມີສະຫງ່າລາສີຂອງພຣະອົງຖືກເປີດເຜີຍຢ່າງເປີດແປນ, ຮ່າງກາຍຝ່າຍວິນຍານອັນບໍລິສຸດຂອງພຣະອົງໄດ້ປາກົດຂຶ້ນ ແລະ ພຣະອົງຄືພຣະເຈົ້າເອງທີ່ສົມບູນ! ໂລກ ແລະ ເນື້ອໜັງຂອງພຣະອົງລ້ວນແຕ່ປ່ຽນແປງໄປ ແລະ ການຈຳແລງກາຍຂອງພຣະອົງເທິງພູເຂົາກໍຄືຕົວຕົນຂອງພຣະເຈົ້າ. ພຣະອົງຊົງສວມມົງກຸດຄຳຢູ່ເທິງຫົວຂອງພຣະອົງ, ເຄື່ອງນຸ່ງຂອງພຣະອົງເປັນສີຂາວບໍລິສຸດ, ພາດຜ່ານໜ້າເອິກແມ່ນສາຍຮັດຄຳ ແລະ ໂລກ ແລະ ສັບພະສິ່ງທັງປວງກໍເປັນບ່ອນວາງຕີນຂອງພຣະອົງ. ຕາຂອງພຣະອົງປຽບດັ່ງແປວໄຟ, ພຣະອົງມີດາບສອງຄົມທີ່ແຫຼມຄົມຢູ່ໃນປາກຂອງພຣະອົງ ແລະ ພຣະອົງມີດາວເຈັດດວງຢູ່ໃນມືຂວາຂອງພຣະອົງ. ຫົນທາງສູ່ລາຊະອານາຈັກຍິ່ງສະຫວ່າງສະໄຫວຢ່າງບໍ່ມີຂອບເຂດ ແລະ ແສງສະຫວ່າງທີ່ມີລັດສະໝີຂອງພຣະອົງກໍປາກົດຂຶ້ນ ແລະ ສ່ອງແສງ; ພູເຂົາກໍເບີກບານ ແລະ ສາຍນໍ້າກໍຫົວ ແລະ ດວງອາທິດ, ດວງຈັນ ແລະ ດວງດາວທັງໝົດກໍໝູນວຽນໄປຕາມການຈັດຮຽງທີ່ເປັນລະບຽບຂອງພວກມັນ, ເພື່ອຕ້ອນຮັບການກັບມາຢ່າງມີໄຊຂອງພຣະເຈົ້າທີ່ແທ້ຈິງອົງດຽວ ຜູ້ຊົງເຮັດໃຫ້ແຜນການຄຸ້ມຄອງຫົກພັນປີຂອງພຣະອົງສຳເລັດລົງ. ທຸກສິ່ງກຳລັງເຕັ້ນໄປມາ ແລະ ຟ້ອນລຳດ້ວຍຄວາມຍິນດີ! ຈົ່ງປິຕິຍິນດີເຖີດ! ພຣະເຈົ້າທີ່ມີລິດທານຸພາບສູງສຸດປະທັບຢູ່ເທິງບັນລັງທີ່ມີສະຫງ່າລາສີຂອງພຣະອົງ! ຈົ່ງຮ້ອງເພງເຖີດ! ທຸງແຫ່ງໄຊຊະນະຂອງອົງຊົງລິດທານຸພາບສູງສຸດໄດ້ຖືກຍົກຂຶ້ນສູງເໜືອພູເຂົາຊີໂອນທີ່ສະຫງ່າຜ່າເຜີຍ ແລະ ງົດງາມທັງໝົດ! ແຕ່ລະຊາດກຳລັງປິຕິຍິນດີ, ບັນດາຊົນຊາດ ແລະ ປະຊາກອນຈຳນວນນັບບໍ່ຖ້ວນທີ່ພຣະເຈົ້າຊົງເລືອກກຳລັງຮ້ອງເພງ, ພູເຂົາຊີໂອນກຳລັງຫົວຢ່າງເບີກບານ ແລະ ສະຫງ່າລາສີຂອງພຣະເຈົ້າໄດ້ປາກົດຂຶ້ນແລ້ວ! ຂ້ານ້ອຍບໍ່ເຄີຍແມ່ນແຕ່ຈະຝັນວ່າ ຂ້ານ້ອຍຈະໄດ້ເຫັນພຣະພັກຂອງພຣະເຈົ້າ ແຕ່ມື້ນີ້ຂ້ານ້ອຍໄດ້ເຫັນແລ້ວ. ປະເຊີນໜ້າກັບພຣະອົງທຸກມື້, ຂ້ານ້ອຍເວົ້າກັບພຣະອົງ ແລະ ເປີດເຜີຍຫົວໃຈຂອງຂ້ານ້ອຍ. ພຣະອົງຊົງຈັດກຽມອາຫານ ແລະ ເຄື່ອງດື່ມໃຫ້ຢ່າງອຸດົມສົມບູນ. ໃນຊີວິດ, ຄຳເວົ້າ, ການກະທຳ, ຄວາມຄິດ, ແນວຄິດ, ແສງສະຫວ່າງທີ່ມີລັດສະໝີຂອງພຣະອົງກໍສ່ອງສະຫວ່າງ, ພຣະອົງຊົງນໍາພາທຸກບາດກ້າວຂອງເສັ້ນທາງ ແລະ ຖ້າຄົນໃດໜຶ່ງກະບົດໃນໃຈ, ການພິພາກສາຂອງພຣະອົງກໍຈະລົງມາຢ່າງວ່ອງໄວ.

ການກິນ, ການພັກອາໄສ ແລະ ການດຳລົງຊີວິດຮ່ວມກັບພຣະເຈົ້າ, ການໄດ້ຢູ່ຮ່ວມກັບພຣະອົງ, ການຍ່າງໄປນຳກັນ, ການເພີດເພີນຮ່ວມກັນ, ການໄດ້ຮັບສະຫງ່າລາສີຮ່ວມກັນ, ການໄດ້ຮັບພອນຮ່ວມກັນ, ການຄອງລາດເປັນກະສັດຮ່ວມກັບພຣະເຈົ້າ ແລະ ການໄດ້ຢູ່ຮ່ວມກັນໃນລາຊະອານາຈັກ, ມັນຊ່າງເປັນຄວາມສຸກແທ້ໆ! ມັນຊ່າງຫອມຫວານແທ້ໆ! ປະເຊີນໜ້າກັນທຸກມື້, ເວົ້າລົມກັນທຸກມື້ ແລະ ສົນທະນາກັນທຸກຊ່ວງເວລາ; ທຸກໆມື້ນໍາພາຄວາມຮູ້ແຈ້ງໃໝ່ໆມາໃຫ້, ທຸກໆມື້ນໍາພາຄວາມເຂົ້າໃຈໃໝ່ໆມາໃຫ້. ດ້ວຍການເປີດຕາຝ່າຍວິນຍານ, ທຸກສິ່ງກໍຖືກເບິ່ງເຫັນ; ຄວາມເລິກລັບຂອງວິນຍານກໍຖືກເປີດເຜີຍໃຫ້ແກ່ພວກເຮົາ. ຊີວິດທີ່ບໍລິສຸດນັ້ນຊ່າງໄຮ້ຄວາມກັງວົນແທ້ໆ; ຈົ່ງແລ່ນໃຫ້ໄວ ແລະ ຢ່າຢຸດ ແລະ ກ້າວໄປຂ້າງໜ້າຢ່າງຕໍ່ເນື່ອງ, ມີຊີວິດທີ່ມະຫັດສະຈັນຍິ່ງກວ່າຢູ່ຂ້າງໜ້າ. ຢ່າພໍໃຈພຽງແຕ່ກັບການຊີມລົດຊາດຄວາມຫອມຫວານ; ຈົ່ງແລ່ນເຂົ້າໄປຫາພຣະເຈົ້າຈົນສຸດທາງ. ພຣະອົງຊົງກວມເອົາທຸກສິ່ງ ແລະ ອຸດົມສົມບູນຢ່າງແທ້ຈິງ ແລະ ມີທຸກສິ່ງທຸກຢ່າງທີ່ພວກເຮົາຂາດແຄນ. ຈົ່ງຮ່ວມມືຢ່າງຫ້າວຫັນ ແລະ ເຂົ້າສູ່ພຣະອົງ ແລ້ວທຸກສິ່ງກໍຈະປ່ຽນແປງໄປ. ຊີວິດຂອງພວກເຮົາຈະເໜືອກວ່າທຸກສິ່ງ ແລະ ຈະບໍ່ມີບຸກຄົນ, ເຫດການ ແລະ ສິ່ງຂອງໃດສາມາດລົບກວນພວກເຮົາໄດ້.

ຄວາມຫຼຸດພົ້ນ! ຄວາມຫຼຸດພົ້ນ! ຄວາມຫຼຸດພົ້ນ! ຊີວິດທີ່ຫຼຸດພົ້ນຂອງພຣະເຈົ້າຢູ່ພາຍໃນ ແລະ ທຸກສິ່ງໄດ້ຜ່ອນຄາຍຢ່າງແທ້ຈິງ! ພວກເຮົາຫຼຸດພົ້ນຈາກໂລກ ແລະ ສິ່ງຕ່າງໆໃນໂລກ, ບໍ່ຮູ້ສຶກຜູກພັນກັບສາມີ ຫຼື ລູກໆ. ພວກເຮົາຫຼຸດພົ້ນຈາກການຈໍາກັດຂອງຄວາມເຈັບປ່ວຍ ແລະ ສະພາບແວດລ້ອມ. ຊາຕານບໍ່ກ້າທີ່ຈະລົບກວນພວກເຮົາ. ພວກເຮົາຫຼຸດພົ້ນຈາກໄພພິບັດທັງໝົດຢ່າງສິ້ນເຊີງ. ນີ້ເປັນການອະນຸຍາດໃຫ້ພຣະເຈົ້າຮັບເອົາຄວາມເປັນກະສັດ! ພວກເຮົາຢຽບຢ່ຳຊາຕານລົງໃຕ້ຕີນ, ຢືນເປັນພະຍານໃຫ້ແກ່ຄຣິສຕະຈັກ ແລະ ເປີດໂປງໃບໜ້າທີ່ຂີ້ຮ້າຍຂອງຊາຕານຢ່າງທົ່ວເຖິງ. ການກໍ່ສ້າງຄຣິສຕະຈັກແມ່ນຢູ່ໃນພຣະຄຣິດ ແລະ ຮ່າງກາຍທີ່ມີສະຫງ່າລາສີກໍໄດ້ໂຜ່ຂຶ້ນ, ນີ້ແມ່ນການດຳລົງຊີວິດຢູ່ໃນການຍົກຂຶ້ນເມືອ!

ກ່ອນນີ້: ບົດທີ 14

ຕໍ່ໄປ: ບົດທີ 16

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້