ບົດທີ 16

ຫຼັງຈາກທີ່ໄດ້ເປັນພະຍານເຖິງບຸດມະນຸດ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ສະແດງຕົວຕົນຢ່າງເປີດເຜີຍຕໍ່ພວກເຮົາດັ່ງດວງຕາເວັນແຫ່ງຄວາມຊອບທຳ. ນີ້ແມ່ນການແປງກາຍຢູ່ເທິງພູເຂົາ! ບັດນີ້ ມັນຍິ່ງເປັນຈິງເພີ່ມຂຶ້ນເລື້ອຍໆ ແລະ ມີຄວາມເປັນຈິງຍິ່ງຂຶ້ນ. ພວກເຮົາໄດ້ເຫັນວ່າເຖິງ ພຣະວິນຍານບໍລິສຸດປະຕິບັດພາລະກິດແນວໃດ ແລະ ພຣະເຈົ້າເອງໄດ້ປາກົດຕົວອອກຈາກ ເນື້ອໜັງ. ພຣະອົງບໍ່ຢູ່ພາຍໃຕ້ການຄວບຄຸມຂອງມະນຸດ ຫຼື ອາວະກາດ ຫຼື ພູມສາດ; ພຣະອົງຢູ່ເໜືອຂອບເຂດຂອງແຜ່ນດິນໂລກ ແລະ ທະເລ, ພຣະອົງແຜ່ຂະຫຍາຍໄປທົ່ວຈັກກະວານຈົນສຸດປາຍແຜ່ນດິນໂລກ ແລະ ທົ່ວປະຊາຊາດ ແລະ ທຸກຄົນກຳລັງຟັງສຽງຂອງພຣະອົງຢ່າງງຽບສະຫງົບ. ເມື່ອພວກເຮົາມືນຕາແຫ່ງວິນຍານຂອງພວກເຮົາ ພວກເຮົາເຫັນວ່າ ພຣະທຳຂອງພຣະເຈົ້າໄດ້ສ່ອງແສງອອກມາຈາກຮ່າງກາຍທີ່ສະຫງ່າງາມຂອງພຣະອົງ; ນີ້ແມ່ນພຣະເຈົ້າເອງທີ່ປາກົດຕົວອອກມາຈາກເນື້ອໜັງ. ພຣະອົງເອງເປັນພຣະເຈົ້າທີ່ເປັນຈິງ ແລະ ສົມບູນ. ພຣະອົງກ່າວກັບພວກເຮົາຢ່າງເປີດເຜີຍ, ພຣະອົງຢູ່ຕໍ່ໜ້າພວກເຮົາ, ພຣະອົງແນະນໍາພວກເຮົາ, ພຣະອົງເມດຕາພວກເຮົາ, ພຣະອົງຄອງຖ້າພວກເຮົາ, ພຣະອົງປອບໃຈພວກເຮົາ, ພຣະອົງລົງວິໄນພວກເຮົາ ແລະ ພຣະອົງພິພາກສາພວກເຮົາ. ພຣະອົງນໍາພາພວກເຮົາດ້ວຍມືຂອງພຣະອົງເອງ ແລະ ຄວາມເປັນຫ່ວງຂອງພຣະອົງສຳລັບພວກເຮົາກໍເຜົາໄໝ້ຄືກັບແປວໄຟທີ່ຢູ່ພາຍໃນພຣະອົງ; ພຣະອົງຟ້າວປຸກພວກເຮົາໃຫ້ຕື່ນ ແລະ ເຂົ້າເຖິງພຣະອົງດ້ວຍຫົວໃຈທີ່ຮ້ອນຮົນ. ຊີວິດທີ່ເໜືອທໍາມະຊາດຂອງພຣະອົງໄດ້ປູກຝັງຢູ່ໃນໃຈຂອງພວກເຮົາທຸກຄົນ ແລະ ທຸກຄົນທີ່ເຂົ້າເຖິງພຣະອົງກໍຈະບັນລຸຄວາມເປັນເລີດ ແລະ ເອົາຊະນະໂລກ ແລະ ທຸກສິ່ງທີ່ຊົ່ວຮ້າຍ ແລະ ປົກຄອງດັ່ງກະສັດຮ່ວມກັບພຣະອົງ. ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນຮ່າງກາຍແຫ່ງວິນຍານຂອງພຣະເຈົ້າ. ຖ້າພຣະອົງກໍານົດ ແລ້ວມັນກໍຈະເປັນດັ່ງນັ້ນ; ຖ້າພຣະອົງກ່າວ ມັນກໍຈະເປັນດັ່ງນັ້ນ ແລະ ຖ້າພຣະອົງຕັດສັ່ງ ແລ້ວມັນກໍຈະເປັນດັ່ງນັ້ນ. ພຣະອົງເປັນພຣະເຈົ້າທີ່ແທ້ຈິງພຽງອົງດຽວ! ຊາຕານຢູ່ໃຕ້ພຣະບາດຂອງພຣະອົງ ແລະ ຢູ່ໃນຂຸມເລິກທີ່ຢັ່ງບໍ່ເຖິງ. ຈັກກະວານ ແລະ ທຸກສິ່ງຢູ່ໃນກໍາມືຂອງພຣະອົງ; ເວລານັ້ນມາເຖິງແລ້ວ ແລະ ທຸກຄົນຈະກັບຄືນສູ່ຄວາມວ່າງເປົ່າ ແລະ ເກີດໃໝ່.

ກ່ອນນີ້: ບົດທີ 15

ຕໍ່ໄປ: ບົດທີ 17

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້