ບົດທີ 17

ຄຣິສຕະຈັກກຳລັງກໍ່ສ້າງ ແລະ ຊາຕານກໍກຳລັງພະຍາຍາມທີ່ສຸດທີ່ຈະທຳລາຍມັນ. ມັນຕ້ອງການທຳລາຍການກໍ່ສ້າງຂອງເຮົາດ້ວຍທຸກວິທີທາງທີ່ເປັນໄປໄດ້; ດ້ວຍເຫດນີ້, ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດໂດຍໄວ. ຕ້ອງບໍ່ເຫຼືອສິ່ງຊົ່ວຮ້າຍແມ່ນແຕ່ໜ້ອຍດຽວ; ຄຣິສຕະຈັກຕ້ອງຖືກເຮັດໃຫ້ບໍລິສຸດເພື່ອມັນຈະບໍ່ມີຂໍ້ບົກຜ່ອງ ແລະ ສືບຕໍ່ບໍລິສຸດຄືກັບໃນອະດີດ. ພວກເຈົ້າຕ້ອງຕື່ນຕົວ ແລະ ລໍຖ້າຢູ່ຕະຫຼອດເວລາ, ພວກເຈົ້າຕ້ອງອະທິຖານຫາເຮົາຫຼາຍຂຶ້ນ. ພວກເຈົ້າຕ້ອງຮັບຮູ້ແຜນການຕ່າງໆ ແລະ ແຜນການອັນສະຫຼາດຫຼັກແຫຼມຂອງຊາຕານ, ຮັບຮູ້ວິນຍານ, ຮູ້ຈັກຄົນ ແລະ ສາມາດແຍກແຍະຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆ; ພວກເຈົ້າຕ້ອງກິນ ແລະ ດື່ມພຣະທຳຂອງເຮົາຫຼາຍຂຶ້ນເຊັ່ນກັນ, ສຳຄັນໄປກວ່ານັ້ນ, ພວກເຈົ້າຕ້ອງສາມາດກິນ ແລະ ດື່ມພວກມັນດ້ວຍຕົວພວກເຈົ້າເອງ. ຈົງຕຽມຕົວໃຫ້ພ້ອມດ້ວຍຄວາມຈິງທັງໝົດ ແລະ ມາຢູ່ຕໍ່ໜ້າເຮົາ ເພື່ອວ່າເຮົາອາດຈະເປີດດວງຕາຝ່າຍຈິດວິນຍານຂອງພວກເຈົ້າ ແລະ ອະນຸຍາດໃຫ້ພວກເຈົ້າເຫັນຄວາມເລິກລັບທັງໝົດທີ່ຢູ່ໃນວິນຍານໄດ້... ເມື່ອຄຣິສຕະຈັກເຂົ້າສູ່ໄລຍະການກໍ່ສ້າງຂອງມັນ, ບັນດາໄພ່ພົນກໍຍ່າງເຂົ້າສູ່ການສູ້ຮົບ. ຄຸນລັກສະນະຕ່າງໆທີ່ໜ້າກຽດຊັງຂອງຊາຕານໄດ້ຖືກຕັ້ງໄວ້ຕໍ່ໜ້າພວກເຈົ້າ: ພວກເຈົ້າຢຸດ ແລະ ເຄື່ອນຖອຍຫຼັງບໍ ຫຼື ໂດຍໄວ້ວາງໃຈໃນເຮົາ, ພວກເຈົ້າລຸກຢືນຂຶ້ນ ແລະ ກ້າວໄປຂ້າງໜ້າ? ຈົ່ງເປີດເຜີຍຄຸນລັກສະນະອັນເສື່ອມຊາມ ແລະ ໜ້າລັງກຽດຂອງຊາຕານຢ່າງລະອຽດ, ຢ່າເຫັນໃຈ ແລະ ສະແດງຄວາມເມດຕາ! ສູ້ກັບຊາຕານຈົນເຖິງຕາຍ! ເຮົາເປັນກອງໜຸນຂອງພວກເຈົ້າ ແລະ ພວກເຈົ້າຕອງມີຈິດວິນຍານຂອງເດັກຊາຍ! ຊາຕານກຳລັງໂຈມຕີຢ່າງດີ້ນຕາຍໃນຄັ້ງສຸດທ້າຍຂອງມັນ ແຕ່ມັນກໍຍັງບໍ່ສາມາດຫຼົບໜີການພິພາກສາຂອງເຮົາໄດ້. ຊາຕານຢູ່ໃຕ້ຕີນເຮົາ ແລະ ມັນກໍກຳລັງຖືກຢຽບຢ່ຳຢູ່ໃຕ້ຕີນຂອງພວກເຈົ້າເອງອີກດ້ວຍ, ນີ້ແມ່ນຄວາມຈິງ!

ບັນດາຜູ້ທີ່ຂັດຂວາງສາສະໜາທັງໝົດ ແລະ ບັນດາຜູ້ທີ່ທຳລາຍການກໍ່ສ້າງຂອງຄຣິສຕະຈັກບໍ່ສາມາດໄດ້ຮັບການອົດກັ້ນແມ່ນແຕ່ໜ້ອຍດຽວ, ແຕ່ຈະຖືກພິພາກສາທັນທີ; ຊາຕານຈະຖືກເປີດເຜີຍ, ຢຽບ, ທຳລາຍຢ່າງສິ້ນເຊີງ ແລະ ບໍ່ມີບ່ອນໄວ້ໃຫ້ລີ້. ລັກສະນະທັງໝົດຂອງຜີສາດ ແລະ ຜີຕ່າງໆຈະເປີດເຜີຍຮູບແບບທີ່ແທ້ຈິງຂອງພວກມັນຕໍ່ໜ້າເຮົາ ແລະ ເຮົາຈະໂຍນພວກມັນທັງໝົດລົງໃນຂຸມເລິກທີ່ສຸດ ເຊິ່ງພວກມັນຈະບໍ່ມີວັນເປັນອິດສະຫຼະໄດ້; ພວກມັນທັງໝົດຈະຢູ່ໃຕ້ຕີນຂອງພວກເຮົາ. ຖ້າພວກເຈົ້າຕ້ອງການຕໍ່ສູ້ຈົນເຖິງທີ່ສຸດເພື່ອຄວາມຈິງ, ກ່ອນອື່ນໝົດ, ພວກເຈົ້າຕ້ອງບໍ່ເປີດໂອກາດໃຫ້ຊາຕານເຮັດວຽກຂອງມັນ, ດ້ວຍເຫດນີ້, ພວກເຈົ້າຈະຕ້ອງເປັນຈິດໜຶ່ງໃຈດຽວກັນ ແລະ ສາມາດປະຕິບັດດ້ວຍການປະສານງານກັນ, ປະຖິ້ມແນວຄິດທັງໝົດ, ຄຳຄິດເຫັນ, ມຸມມອງ ແລະ ວິທີການເຮັດສິ່ງຕ່າງໆ, ສະຫງົບຫົວໃຈຂອງພວກເຈົ້າຢູ່ໃນເຮົາ, ສຸມໃສ່ສຽງຂອງພຣະວິນຍານບໍລິສຸດ, ເອົາໃຈໃສ່ຕໍ່ພາລະກິດຂອງພຣະວິນຍານບໍລິສຸດ ແລະ ປະສົບກັບພຣະທຳຂອງພຣະເຈົ້າຢ່າງລະອຽດ. ພວກເຈົ້າຕ້ອງມີຄວາມຕັ້ງໃຈຢ່າງດຽວເທົ່ານັ້ນ, ນັ້ນກໍຄືການເຮັດໃຫ້ຄວາມປະສົງຂອງເຮົາສຳເລັດ. ພວກເຈົ້າບໍ່ຄວນມີຄວາມຕັ້ງໃຈອື່ນນອກຈາກນີ້. ພວກເຈົ້າຕ້ອງແນມເບິ່ງເຮົາດ້ວຍສຸດໃຈຂອງພວກເຈົ້າ, ເບິ່ງການກະທຳຂອງເຮົາ ແລະ ວິທີທີ່ເຮົາເຮັດສິ່ງຕ່າງໆຢ່າງໃກ້ຊິດ ແລະ ຢ່າລະເລີຍ. ຈິດວິນຍານຂອງພວກເຈົ້າຕ້ອງແຫຼມຄົມ ແລະ ຈົ່ງເປີດຕາຂອງພວກເຈົ້າ. ປົກກະຕິແລ້ວ, ເມື່ອເວົ້າເຖິງບັນດາຜູ້ທີ່ມີຄວາມຕັ້ງໃຈ ແລະ ຈຸດປະສົງທີ່ບໍ່ຖືກຕ້ອງ, ພ້ອມດ້ວຍບັນດາຜູ້ທີ່ມັກໃຫ້ຄົນອື່ນຍ້ອງຍໍ, ຜູ້ທີ່ກະຕືລືລົ້ນເຮັດສິ່ງຕ່າງໆ, ຜູ້ທີ່ມັກເຮັດໃຫ້ເກີດຄວາມວຸ້ນວາຍ, ຜູ້ທີ່ເກັ່ງໃນການຄຸຍໂມ້ກັບຫຼັກຄຳສອນທາງສາສະໜາ, ຜູ້ທີ່ເປັນລູກນ້ອງຂອງຊາຕານ ແລະ ອື່ນໆອີກ, ເມື່ອຄົນເຫຼົ່ານີ້ຢືນຂຶ້ນ, ພວກເຂົາສ້າງຄວາມຫຍຸ້ງຍາກໃຫ້ກັບຄຣິສຕະຈັກ ແລະ ນີ້ເຮັດໃຫ້ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງອ້າຍເອື້ອຍນ້ອງຂອງພວກເຂົາບໍ່ມີຜົນຫຍັງເລີຍ. ເມື່ອພວກເຈົ້າພົບກັບຄົນທີ່ຫຼິ້ນບົດລະຄອນເຊັ່ນນີ້, ຈົ່ງຫ້າມພວກເຂົາທັນທີ. ຖ້າວ່າໄດ້ມີການຕັກເຕືອນຊ້ຳແລ້ວຊໍ້າອີກ, ແລ້ວພວກເຂົາຍັງບໍ່ປ່ຽນແປງ, ພວກເຂົາກໍຈະທົນທຸກກັບການສູນເສຍ. ຖ້າບັນດາຜູ້ທີ່ຢືນຢັນໃນຫົນທາງຂອງພວກເຂົາຢ່າງດື້ດ້ານ ພະຍາຍາມປົກປ້ອງຕົວເອງ ແລະ ພະຍາຍາມປົກປິດບາບຂອງພວກເຂົາ, ຄຣິສຕະຈັກຄວນຕັດພວກເຂົາອອກທັນທີ ແລະ ບໍ່ຕ້ອງປ່ອຍໃຫ້ພວກເຂົາມີບ່ອນໃຫ້ເຄື່ອນໄຫວ. ຢ່າສູນເສຍຄົນສ່ວນຫຼາຍໂດຍການພະຍາຍາມຊ່ວຍຄົນສ່ວນໜ້ອຍ; ຈົ່ງເບິ່ງພາບລວມ.

ຕອນນີ້ດວງຕາຝ່າຍຈິດວິນຍານຂອງພວກເຈົ້າຕ້ອງຖືກເປີດອອກ ແລະ ສາມາດແຍກແຍະຄົນປະເພດຕ່າງໆໃນຄຣິສຕະຈັກ:

ຄົນປະເພດໃດເຂົ້າໃຈເລື່ອງຝ່າຍວິນຍານ ແລະ ຮູ້ຈັກວິນຍານບໍ່?

ຄົນປະເພດໃດບໍ່ເຂົ້າໃຈເລື່ອງຝ່າຍວິນຍານ?

ຄົນປະເພດໃດມີຈິດວິນຍານຊົ່ວຮ້າຍ?

ຄົນປະເພດໃດມີພາລະກິດຂອງຊາຕານຢູ່ໃນຕົວພວກເຂົາ?

ຄົນປະເພດໃດມັກກໍ່ໃຫ້ເກີດຄວາມວຸ້ນວາຍ?

ຄົນປະເພດໃດມີພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນຕົວພວກເຂົາ?

ຄົນປະເພດໃດມີການພິຈາລະນາຕໍ່ພາລະຂອງພຣະເຈົ້າ?

ຄົນປະເພດໃດສາມາດເຮັດຕາມຄວາມປະສົງຂອງເຮົາ?

ໃຜເປັນພະຍານທີ່ຊື່ສັດຂອງເຮົາ?

ຈົ່ງຮູ້ໄວ້ວ່າ ນິມິດສູງສຸດຂອງມື້ນີ້ແມ່ນການສ່ອງສະຫວ່າງທີ່ພຣະວິນຍານບໍລິສຸດນຳມາສູ່ຄຣິສຕະຈັກ. ຢ່າມົວສັບສົນຢູ່ກັບສິ່ງເຫຼົ່ານີ້ເລີຍ; ກົງກັນຂ້າມ, ຈົ່ງໃຊ້ເວລາເພື່ອຄິດພວກມັນໃຫ້ອອກຢ່າງລະອຽດ, ນີ້ເປັນສິ່ງສຳຄັນທີ່ສຸດສຳລັບຄວາມກ້າວໜ້າຂອງຊີວິດພວກເຈົ້າ! ຖ້າພວກເຈົ້າບໍ່ເຂົ້າໃຈສິ່ງເຫຼົ່ານີ້ທີ່ຢູ່ຕໍ່ໜ້າພວກເຈົ້າ, ແລ້ວພວກເຈົ້າກໍຈະບໍ່ສາມາດຍ່າງໄປທາງຂ້າງໜ້າໄດ້; ພວກເຈົ້າຈະຕົກຢູ່ໃນອັນຕະລາຍຕໍ່ການຫຼອກລວງ ແລະ ການຕົກເປັນຊະເລີຍຕະຫຼອດເວລາ ແລະ ເຈົ້າອາດຈະຖືກກືນກິນ. ສິ່ງຫຼັກໆທີ່ຕ້ອງເຮັດຕອນນີ້ຄື ສຸມໃສ່ໃນການສາມາດຫຍັບເຂົ້າໃກ້ເຮົາໃນຫົວໃຈຂອງພວກເຈົ້າ ແລະ ສື່ສານກັບເຮົາຫຼາຍຂຶ້ນ. ສິ່ງໃດກໍຕາມທີ່ພວກເຈົ້າຂາດ ຫຼື ສະແຫວງຫາຈະຖືກເຮັດໃຫ້ພວກເຈົ້າສົມບູນໂດຍຄວາມໃກ້ຊິດ ແລະ ການສື່ສານດັ່ງກ່າວ. ຊີວິດຂອງພວກເຈົ້າຈະຖືກສະໜອງໃຫ້ຢ່າງແນ່ນອນ ແລະ ພວກເຈົ້າຈະມີແສງສະຫວ່າງໃໝ່. ເຮົາບໍ່ເຄີຍຫຼຽວເບິ່ງວ່າພວກເຈົ້າໂງ່ຈ້າພຽງໃດໃນອະດີດ ແລະ ເຮົາບໍ່ເຄີຍເກັບການລະເມີດໃນອະດີດຂອງພວກເຈົ້າໄວ້ໃນໃຈເຮົາ. ເຮົາແນມເບິ່ງວ່າພວກເຈົ້າຮັກເຮົາແນວໃດ: ພວກເຈົ້າສາມາດຮັກເຮົາໄດ້ຫຼາຍກວ່າສິ່ງອື່ນໃດບໍ? ເຮົາແນມເບິ່ງວ່າເຈົ້າສາມາດຫັນກັບ ແລະ ເພິ່ງພາເຮົາເພື່ອຂັບໄລ່ຄວາມບໍ່ຮູ້ຂອງເຈົ້າໄດ້ ຫຼື ບໍ່. ບາງຄົນຕໍ່ຕ້ານເຮົາ, ທ້າທາຍເຮົາຢ່າງເປີດເຜີຍ ແລະ ຕັດສິນຄົນອື່ນ; ພວກເຂົາບໍ່ຮູ້ຈັກພຣະທຳຂອງເຮົາ, ແຮງແລ້ວທີ່ຈະຄົ້ນຫາສີໜ້າຂອງເຮົາ. ບັນດາຜູ້ທີ່ຊອກຫາເຮົາຢ່າງຈິງໃຈຕໍ່ໜ້າເຮົາ, ຜູ້ມີຫົວໃຈທີ່ຫິວໂຫຍ ແລະ ກະຫາຍຄວາມຊອບທຳ, ເຮົາຈະສ່ອງສະຫວ່າງແກ່ເຈົ້າ, ເປີດເຜີຍຕໍ່ເຈົ້າ, ອະນຸຍາດໃຫ້ເຈົ້າເຫັນເຮົາດ້ວຍຕາຂອງເຈົ້າເອງ ແລະ ເຂົ້າໃຈຄວາມປະສົງຂອງເຮົາເປັນການສ່ວນຕົວ; ຫົວໃຈຂອງເຮົາຈະຖືກເປີດເຜີຍແກ່ເຈົ້າຢ່າງແນ່ນອນ ເພື່ອວ່າເຈົ້າອາດຈະເຂົ້າໃຈ. ເຈົ້າຕ້ອງປະຕິບັດສິ່ງທີ່ເຮົາສອ່ງແສງພາຍໃນຕົວເຈົ້າຕາມພຣະທຳຂອງເຮົາ; ບໍ່ດັ່ງນັ້ນ, ເຈົ້າຈະຖືກພິພາກສາ. ຈົ່ງປະຕິບັດຕາມຄວາມປະສົງຂອງເຮົາ ແລ້ວເຈົ້າຈະບໍ່ຫຼົງທາງ.

ສຳລັບບັນດາຜູ້ທີ່ສະແຫວງຫາເຂົ້າສູ່ພຣະທຳຂອງເຮົາທັງໝົດ, ພຣະຄຸນ ແລະ ພອນຕ່າງໆຈະເພີ່ມເປັນສອງເທົ່າແກ່ພວກເຂົາ, ພວກເຂົາຈະໄດ້ຮັບຄວາມສະຫວ່າງ ແລະ ຄວາມເຂົ້າໃຈໃໝ່ທຸກໆວັນ, ພວກເຂົາຈະຮູ້ສຶກສົດຊື່ນໃນການກິນ ແລະ ດື່ມພຣະທຳຂອງເຮົາທຸກມື້. ພວກເຂົາຈະໄດ້ຊີມລົດຊາດຂອງມັນດ້ວຍປາກຂອງພວກເຂົາເອງ: ຊ່າງຫວານຊື່ນແທ້! ... ເຈົ້າຕ້ອງລະມັດລະວັງ ແລະ ຢ່າພໍໃຈເມື່ອເຈົ້າໄດ້ຮັບບາງຄວາມເຂົ້າໃຈ ແລະ ລົດຊາດຂອງຄວາມຫວານ; ກະແຈສໍາຄັນແມ່ນຕ້ອງສືບຕໍ່ສະແຫວງຫາຕໍ່ໄປ! ບາງຄົນຄິດວ່າພາລະກິດຂອງພຣະວິນຍານບໍລິສຸດນັ້ນໜ້າອັດສະຈັນ ແລະ ເປັນຈິງແທ້ໆ, ແທ້ຈິງແລ້ວ ນີ້ແມ່ນຕົວຕົນຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ຖືກເປີດເຜີຍຢ່າງເປີດເຜີຍ ແລະ ຈະມີໝາຍສໍາຄັນ ແລະ ຄວາມມະຫັດສະຈັນທີ່ຍິ່ງໃຫຍ່ກວ່າຢູ່ຂ້າງໜ້າ. ຈົ່ງລະມັດລະວັງ ແລະ ຕື່ນຕົວຢູ່ຕະຫຼອດເວລາ, ຈັບຕາເບິ່ງແຫຼ່ງກຳເນີດໃຫ້ດີ, ຈົ່ງສະຫງົບຢູ່ຕໍ່ໜ້າເຮົາ, ຈົ່ງຟັງ ແລະ ຕັ້ງໃຈຟັງໃຫ້ດີ ແລະ ຈົ່ງໝັ້ນໃຈໃນພຣະທຳຂອງເຮົາ. ຕ້ອງບໍ່ມີຄວາມສົງໄສ; ຖ້າເຈົ້າສົງໄສທັງໝົດ, ເຮົາຢ້ານວ່າເຈົ້າຈະຖືກປະຖິ້ມໄວ້ຢູ່ນອກປະຕູ. ຈົ່ງມີນິມິດທີ່ຊັດເຈນ, ຈົ່ງຍຶດໝັ້ນ, ຕິດຕາມກະແສນໍ້າແຫ່ງຊີວິດ ແລະ ຈົ່ງຕິດຕາມຢ່າງໃກ້ຊິດໃນທຸກບ່ອນທີ່ມັນໄຫຼໄປ; ເຈົ້າຕ້ອງບໍ່ມີນິໄສລັງເລໃຈໃດໆຂອງມະນຸດຢ່າງເດັດຂາດ. ຈົ່ງກິນ, ດື່ມ ແລະ ສັນລະເສີນເທົ່ານັ້ນ; ຈົ່ງສະແຫວງຫາດ້ວຍໃຈບໍລິສຸດ ແລະ ຢ່າຍອມຈໍານົນ. ຈົ່ງນຳເອົາສິ່ງທີ່ເຈົ້າບໍ່ເຂົ້າໃຈມາຢູ່ຕໍ່ໜ້າເຮົາເລື້ອຍໆ ແລະ ໃຫ້ແນ່ໃຈວ່າຈະບໍ່ມີຄວາມສົງໄສໃດໆ, ເພື່ອວ່າເຈົ້າອາດຈະໄດ້ຫຼີກເວັ້ນການທົນທຸກກັບການສູນເສຍທີ່ຍິ່ງໃຫຍ່. ນຳໃຫ້ທັນ! ນຳໃຫ້ທັນ! ຢູ່ໃກ້ໆ! ຈົ່ງກຳຈັດສິ່ງກີດຂວາງຂອງເຈົ້າ ແລະ ຢ່າຜິດສິນທຳ. ຈົ່ງອອກໄປ ແລະ ສະແຫວງຫາຢ່າງສຸດໃຈ ແລະ ຢ່າຖອຍ. ເຈົ້າຕ້ອງມອບຫົວໃຈຂອງເຈົ້າຕະຫຼອດເວລາ ແລະ ບໍ່ພາດແມ່ນແຕ່ຊ່ວງເວລາດຽວ. ພຣະວິນຍານບໍລິສຸດມີພາລະກິດໃໝ່ທີ່ຕ້ອງເຮັດຢູ່ສະເໝີ, ເຮັດສິ່ງໃໝ່ທຸກມື້ ແລະ ມີຄວາມສະຫວ່າງໃໝ່ທຸກໆວັນອີກດ້ວຍ; ການແປງຮ່າງຢູ່ເທິງພູ, ຮ່າງກາຍແຫ່ງວິນຍານອັນບໍລິສຸດຂອງພຣະເຈົ້າໄດ້ປາກົດຂຶ້ນ! ດວງອາທິດແຫ່ງຄວາມຊອບທຳໃຫ້ຄວາມສະຫວ່າງ ແລະ ສ່ອງສະຫວ່າງອອກມາ; ທຸກຊາດ ແລະ ທຸກຄົນໄດ້ເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ຄວາມສະຫວ່າງຂອງເຮົາຈະສ່ອງສະຫວ່າງໃຫ້ແກ່ບັນດາຜູ້ທີ່ມາຢູ່ຕໍ່ໜ້າເຮົາທັງໝົດ. ພຣະທຳຂອງເຮົາແມ່ນແສງສະຫວ່າງທີ່ນຳທາງພວກເຈົ້າໄປຂ້າງໜ້າ. ພວກເຈົ້າຈະບໍ່ຫັນຊ້າຍ ຫຼື ຂວາເມື່ອພວກເຈົ້າຍ່າງ, ແຕ່ຈະຍ່າງຢູ່ພາຍໃນແສງສະຫວ່າງຂອງເຮົາ ແລະ ການແລ່ນຂອງພວກເຈົ້າຈະບໍ່ເປັນການອອກແຮງທີ່ໄຮ້ຜົນ. ເຈົ້າຕ້ອງເຫັນພາລະກິດຂອງພຣະວິນຍານບໍລິສຸດຢ່າງຊັດເຈນ; ມີຄວາມປະສົງຂອງເຮົາຢູ່ໃນນັ້ນ. ຄວາມເລິກລັບທັງໝົດຖືກປິດບັງໄວ້, ແຕ່ພວກມັນຈະຄ່ອຍໆຖືກເປີດເຜີຍອອກມາໃຫ້ແກ່ເຈົ້າ. ຈົ່ງເກັບຮັກສາພຣະທຳຂອງເຮົາໄວ້ໃນໃຈຕະຫຼອດເວລາ ແລະ ມາຢູ່ຕໍ່ໜ້າເຮົາເພື່ອສົນທະນາກັບເຮົາຫຼາຍຂຶ້ນ. ພາລະກິດຂອງພຣະວິນຍານບໍລິສຸດກ້າວໜ້າ. ຈົ່ງຍ່າງຕາມບາດກ້າວເຮົາ; ຄວາມມະຫັດສະຈັນອັນຍິ່ງໃຫຍ່ຢູ່ທາງໜ້າ ແລະ ສິ່ງເຫຼົ່ານີ້ຈະຖືກເປີດເຜີຍອອກມາສູ່ເຈົ້າເທື່ອໜ້ອຍ. ມີພຽງຜູ້ທີ່ເອົາໃຈໃສ່, ຜູ້ທີ່ລໍຖ້າ ແລະ ຜູ້ທີ່ຕື່ນຕົວເທົ່ານັ້ນທີ່ຈະເຫັນພວກມັນ. ຈົ່ງແນ່ໃຈຢ່າໄດ້ເມີນເສີຍ. ແຜນການຄຸ້ມຄອງຂອງພຣະເຈົ້າກຳລັງເຂົ້າໃກ້ຂັ້ນຕອນສຸດທ້າຍຂອງມັນແລ້ວ; ການກໍ່ສ້າງຄຣິສຕະຈັກຈະປະສົບຜົນສຳເລັດ, ຈຳນວນຜູ້ທີ່ໄດ້ຮັບໄຊຊະນະໄດ້ຖືກກຳນົດໄວ້ແລ້ວ, ເດັກຊາຍຜູ້ທີ່ໄດ້ຮັບໄຊຊະນະຈະຖືກສ້າງຂຶ້ນ ແລະ ພວກເຂົາຈະເຂົ້າສູ່ອານາຈັກຮ່ວມກັບເຮົາ, ຮັບຕຳແໜ່ງກະສັດຮ່ວມກັບເຮົາ, ປົກຄອງທຸກຊາດດ້ວຍຄ້ອນເຫຼັກ ແລະ ຢູ່ໃນສະຫງ່າລາສີຮ່ວມກັນ!

ກ່ອນນີ້: ບົດທີ 16

ຕໍ່ໄປ: ບົດທີ 18

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້