ບົດທີ 18

ການສ້າງຄຣິສຕະຈັກບໍ່ແມ່ນສິ່ງທີ່ຈະເຮັດໄດ້ຢ່າງງ່າຍດາຍ! ເຮົາທຸ້ມເທຫົວໃຈທັງໝົດຂອງເຮົາເຂົ້າໃນການສ້າງຄຣິສຕະຈັກ ແລະ ຊາຕານຈະເຮັດທຸກສິ່ງທີ່ມັນເຮັດໄດ້ເພື່ອທໍາລາຍຄຣິສຕະຈັກນັ້ນຖິ້ມ. ຖ້າເຈົ້າຕ້ອງການຖືກສ້າງ ເຈົ້າຕ້ອງມີນິມິດ; ເຈົ້າຕ້ອງດຳລົງຊີວິດຢູ່ໂດຍເຮົາ, ເປັນພະຍານຂອງພຣະຄຣິດ, ຍົກພຣະຄຣິດຂຶ້ນສູງ ແລະ ຊື່ສັດກັບເຮົາ. ເຈົ້າບໍ່ຄວນມີຂໍ້ອ້າງ, ແຕ່ກົງກັນຂ້າມ ເຈົ້າຄວນເຊື່ອຟັງໂດຍບໍ່ມີເງື່ອນໄຂ; ເຈົ້າຕ້ອງອົດກັ້ນກັບການທົດລອງຕ່າງໆ ແລະ ຍອມຮັບທຸກສິ່ງທີ່ມາຈາກເຮົາ. ເຈົ້າຕ້ອງຕິດຕາມບໍ່ວ່າພຣະວິນຍານບໍລິສຸດຈະນໍາພາເຈົ້າໄປໃສກໍຕາມ. ເຈົ້າຕ້ອງມີແນວຄິດທີ່ສະຫຼາດ ແລະ ຄວາມສາມາດທີ່ຈະແຍກແຍະສິ່ງຕ່າງໆ. ເຈົ້າຕ້ອງເຂົ້າໃຈຜູ້ຄົນ ແລະ ບໍ່ຕິດຕາມຄົນອື່ນຢ່າງຫຼັບຫູຫຼັບຕາ, ຈົ່ງຮັກສາດວງຕາຝ່າຍວິນຍານຂອງເຈົ້າໃຫ້ແຈ້ງ ແລະ ມີຄວາມຮູ້ທີ່ລະອຽດກ່ຽວກັບສິ່ງຕ່າງໆ. ຜູ້ຄົນທີ່ມີຈິດໃຈແບບດຽວກັບເຮົາຕ້ອງຢືນເປັນພະຍານໃຫ້ກັບເຮົາ ແລະ ຕໍ່ສູ້ໃນສະໜາມຮົບຢ່າງຊີ້ຂາດກັບຊາຕານ. ເຈົ້າຕ້ອງຖືກສ້າງ ແລະ ຕໍ່ສູ້ໃນສະໜາມຮົບພ້ອມກັນ. ເຮົາຢູ່ທ່າມກາງພວກເຈົ້າ, ເຮົາສະໜັບສະໜູນພວກເຈົ້າ ແລະ ເຮົາເປັນບ່ອນລີ້ໄພຂອງພວກເຈົ້າ.

ສິ່ງທຳອິດທີ່ເຈົ້າຕ້ອງເຮັດຄືການຊໍາລະລ້າງຕົນເອງ, ກາຍເປັນຄົນທີ່ຮັບການປ່ຽນແປງ ແລະ ມີອາລົມທີ່ທຸ່ນທ່ຽງ. ເຈົ້າຕ້ອງດຳລົງຊີວິດຢູ່ໂດຍເຮົາ ບໍ່ວ່າທັງໃນສະພາບແວດລ້ອມທີ່ດີ ແລະ ບໍ່ດີ ແລະ ບໍ່ວ່າເຈົ້າຈະຢູ່ໃນເຮືອນ ຫຼື ຢູ່ໃນສະພາບແວດລ້ອມອື່ນໆ, ເຈົ້າຕ້ອງບໍ່ລັງເລຍ້ອນຄົນອື່ນ ຫຼື ຍ້ອນເຫດການໃດໜຶ່ງ ຫຼື ບັນຫາໃດໜຶ່ງ. ເຈົ້າຕ້ອງຍຶດໝັ້ນ ແລະ ດຳລົງຊີວິດຕາມພຣະຄຣິດເປັນປົກກະຕິ ແລະ ສະແດງເຖິງພຣະເຈົ້າເອງ. ເຈົ້າຕ້ອງເຮັດໜ້າທີ່ຂອງເຈົ້າ ແລະ ປະຕິບັດໜ້າທີ່ເປັນປົກກະຕິ; ສິ່ງນີ້ບໍ່ສາມາດເຮັດໄດ້ພຽງຄັ້ງດຽວເທົ່ານັ້ນ, ແຕ່ຕ້ອງຖືກຮັກສາໄວ້. ເຈົ້າຕ້ອງເອົາໃຈເຮົາໃສ່ໃຈເຈົ້າ, ເຈດຕະນາຂອງເຮົາຕ້ອງກາຍເປັນຄວາມຄິດຂອງເຈົ້າ, ເຈົ້າຕ້ອງພິຈາລະນາສະຖານະການໂດຍລວມ, ຈົ່ງໃຫ້ພຣະຄຣິດໄຫຼອອກມາຈາກຕົວເຈົ້າ ແລະ ເຈົ້າຕ້ອງຮັບໃຊ້ຢ່າງພ້ອມພຽງກັບຄົນອື່ນໆ. ເຈົ້າຕ້ອງກ້າວເດີນໃຫ້ທັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ໂຍນຕົວເຈົ້າເອງເຂົ້າສູ່ວິທີການແຫ່ງຄວາມລອດພົ້ນຂອງພຣະວິນຍານບໍລິສຸດ. ເຈົ້າຕ້ອງເຮັດໃຫ້ຕົນເອງວ່າງເປົ່າ ແລະ ເປັນຄົນທີ່ໄຮ້ດຽງສາ ແລະ ເປີດເຜີຍ. ເຈົ້າຕ້ອງສົນທະນາ ແລະ ປະສານງານຢ່າງເປັນປົກກະຕິກັບອ້າຍເອື້ອຍນ້ອງຂອງເຈົ້າ, ສາມາດເຮັດສິ່ງຕ່າງໆດ້ວຍຈິດວິນຍານ, ຮັກເຊິ່ງກັນແລະກັນ, ຈົ່ງເອົາຄວາມເຂັ້ມແຂງຂອງພວກເຂົາມາແທນທີ່ຄວາມອ່ອນແອຂອງເຈົ້າ ແລະ ສະແຫວງຫາໃຫ້ຖືກສ້າງໃນຄຣິສຕະຈັກ. ເມື່ອນັ້ນເຈົ້າຈຶ່ງຈະມີສ່ວນຮ່ວມໃນອານາຈັກຢ່າງແທ້ຈິງ.

ກ່ອນນີ້: ບົດທີ 17

ຕໍ່ໄປ: ບົດທີ 19

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້