ບົດທີ 19

ໃນຂະນະທີ່ພາລະກິດຂອງພຣະວິນຍານບໍລິສຸດດຳເນີນຕໍ່ໄປນັ້ນ ພຣະເຈົ້າໄດ້ນໍາພາພວກເຮົາເຂົ້າສູ່ວິທີການໃໝ່ເຊິງພຣະວິນຍານບໍລິສຸດປະຕິບັດພາລະກິດອີກຄັ້ງ. ຜົນຕາມມາກໍຄື ບາງຄົນໄດ້ເຂົ້າໃຈເຮົາຜິດຢ່າງຫຼີກລ້ຽງບໍ່ໄດ້ ແລະ ໄດ້ຕໍານິເຮົາ. ບາງຄົນຕໍ່ຕ້ານ ແລະ ຄັດຄ້ານເຮົາ ແລະ ວິເຄາະເຮົາຢ່າງຖີ່ຖ້ວນ. ເຖິງຢ່າງໃດກໍຕາມ ເຮົາຍັງລໍຖ້າໃຫ້ພວກເຈົ້າກັບໃຈ ແລະ ປ່ຽນແປງຕົວເອງດ້ວຍຄວາມເມດຕາ. ການປ່ຽນແປງຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດນັ້ນ ແມ່ນພຣະອົງເຈົ້າເອງໄດ້ປາກົດຕົວເອງຢ່າງເປີດເຜີຍ. ແຕ່ພຣະທຳຂອງເຮົາຈະຍັງຄົງບໍ່ປ່ຽນແປງ! ຍ້ອນແມ່ນເຈົ້າທີ່ເຮົາກຳລັງຊ່ວຍໃຫ້ລອດພົ້ນ, ເຮົາບໍ່ປາຖະໜາທີ່ຈະປະຖິ້ມເຈົ້າໄວ້ກາງທາງ. ພຽງແຕ່ວ່າ ພວກເຈົ້າຍັງມີຂໍ້ສົງໄສ ແລະ ຕ້ອງການກັບຄືນໄປມືເປົ່າ. ມີພວກເຈົ້າບາງຄົນໄດ້ຢຸດທີ່ຈະກ້າວໄປຂ້າງໜ້າ ໃນຂະນະທີ່ບາງຄົນກໍໄດ້ແຕ່ລໍຖ້າ ແລະ ເຝົ້າເບິ່ງ. ບາງຄົນຍັງຮັບມືກັບສະພາບການໂດຍບໍ່ມີຄວາມດີ້ນຮົນ ໃນຂະນະທີ່ບາງຄົນກໍພຽງແຕ່ລອກຮຽນແບບເທົ່ານັ້ນ. ເຈົ້າໄດ້ເຮັດໃຫ້ຫົວໃຈຂອງເຈົ້າແຂງກະດ້າງຫຼາຍ! ເຈົ້າໄດ້ຮັບເອົາສິ່ງທີ່ເຮົາໄດ້ກ່າວຕໍ່ພວກເຈົ້າ ແລະ ປ່ຽນມັນໃຫ້ກາຍເປັນສິ່ງທີ່ເຈົ້າພູມໃຈ ຫຼື ບາງສິ່ງທີ່ເຈົ້າໂອ້ອວດ. ຈົ່ງຕຶກຕອງສິ່ງນີ້ເພິ່ມເຕີມໃຫ້ດີ: ນີ້ບໍ່ແມ່ນຫຍັງ ນອກຈາກພຣະທຳແຫ່ງຄວາມເມດຕາ ແລະ ການພິພາກສາທີ່ລົງມາສູ່ເຈົ້າ. ເມື່ອເຫັນວ່າພວກເຈົ້າກະບົດແທ້ໆ ພຣະວິນຍານບໍລິສຸດກໍເລີ່ມຕົ້ນກ່າວ ແລະ ຈຳແນກໂດຍກົງ. ພວກເຈົ້າຄວນຢໍາເກງ. ຢ່າປະພຶດຢ່າງເລິນເລີ້ ຫຼື ເຮັດຫຍັງກໍຕາມໂດຍບໍ່ຮອບຄອບ ແລະ ຢ່າທະນົງຕົວ, ອວດດີ ຫຼື ຫົວດື້! ພວກເຈົ້າຄວນໃສ່ໃຈກັບການນໍາເອົາພຣະທຳຂອງເຮົາເຂົ້າສູ່ການປະຕິບັດໃຫ້ຫຼາຍຂຶ້ນ ແລະ ດຳລົງຊີວິດຕາມພຣະທຳເຫຼົ່ານີ້ໃນທຸກບ່ອນທີ່ເຈົ້າໄປ ເພື່ອພຣະທຳເຫຼົ່ານັ້ນຈະປ່ຽນແປງພວກເຈົ້າຈາກພາຍໃນຢ່າງແທ້ຈິງ ແລະ ເພື່ອວ່າພວກເຈົ້າຈະມີອຸປະນິໄສຂອງເຮົາ. ມີພຽງແຕ່ຜົນຕາມມາເຊັ່ນນີ້ຈຶ່ງຈະແທ້ຈິງ.

ເພື່ອໃຫ້ຄຣິດຕະຈັກຖືກສ້າງຂຶ້ນ, ເຈົ້າຕ້ອງມີວຸດທິພາວະໂດຍສະເພາະ ແລະ ສະແຫວງຫາຢ່າງເຕັມໃຈ ແລະ ຢ່າງບໍ່ຢຸດຢັ້ງ. ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງຍອມຮັບການເຜົາໄໝ້ ແລະ ການຊໍາລະລ້າງຂອງພຣະວິນຍານບໍລິສຸດເພື່ອກາຍເປັນຄົນທີ່ໄດ້ຮັບການປ່ຽນແປງ. ມີພຽງພາຍໃຕ້ເງື່ອນໄຂດັ່ງກ່າວເທົ່ານັ້ນ ຄຣິດຕະຈັກຈຶ່ງສາມາດຖືກສ້າງໄດ້. ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ນໍາພາພວກເຈົ້າໃນການເລີ່ມຕົ້ນສ້າງຄຣິສຕະຈັກ. ຖ້າເຈົ້າສືບຕໍ່ປະພຶດໃນວິທີທີ່ສັບສົນ ແລະ ຂີ້ຄ້ານແບບເກົ່າດັ່ງທີ່ເຈົ້າໄດ້ເຄີຍເຮັດໃນອະດີດ ແລ້ວເຈົ້າກໍບໍ່ມີຫວັງເລີຍ. ເຈົ້າຕ້ອງຈັດຕຽມຕົນເອງດ້ວຍຄວາມຈິງທຸກຢ່າງ, ເຈົ້າຕ້ອງມີຄວາມສາມາດແຍກແຍະທາງດ້ານວິນຍານ ແລະ ເຈົ້າຕ້ອງເດີນໃນຫົນທາງທີ່ສົມບູນແບບຕາມສະຕິປັນຍາຂອງເຮົາ. ເພື່ອໃຫ້ຄຣິດຕະຈັກຖືກສ້າງຂຶ້ນ, ເຈົ້າຕ້ອງຢູ່ພາຍໃນວິນຍານແຫ່ງຊີວິດ ແລະ ບໍ່ແມ່ນພຽງແຕ່ຮຽນແບບຈາກພາຍນອກເທົ່ານັ້ນ. ຂະບວນການເຕີບໃຫຍ່ໃນຊີວິດຂອງເຈົ້າແມ່ນຂະບວນການດຽວກັນກັບການທີ່ເຈົ້າຖືກສ້າງຂຶ້ນ. ເຖິງຢ່າງໃດກໍຕາມ, ຈົ່ງສັງເກດວ່າຄົນທີ່ເພິ່ງພາພອນສະຫວັນ ຫຼື ຄົນທີ່ບໍ່ສາມາດເຂົ້າໃຈບັນຫາຝ່າຍວິນຍານ ຫຼື ຄົນທີ່ປາສະຈາກຄວາມຈິງ ຈະບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ ຫຼື ຄົນທີ່ບໍ່ສາມາດເຂົ້າໃກ້ເຮົາໄດ້ສະເໝີ ແລະ ສ້າງການສື່ສານກັບເຮົາໄດ້. ຜູ້ຄົນທີ່ສົນລະວົນກັບຄວາມຄິດຂອງພວກເຂົາດ້ວຍແນວຄິດ ຫຼື ຄົນທີ່ດຳລົງຊີວິດດ້ວຍທິດສະດີ ແມ່ນບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ ແລະ ຄົນທີ່ຖືກນໍາພາໂດຍຄວາມຮູ້ສຶກຂອງພວກເຂົາ ກໍບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ເຊັ່ນກັນ. ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ພຣະອົງຢ່າງແທ້ຈິງ; ບໍ່ດັ່ງນັ້ນ ເຈົ້າບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້. ຄົນທີ່ໝົກໝຸ້ນຢູ່ກັບຄວາມທະນົງຕົວ, ຄວາມຄິດວ່າຕົນເອງຊອບທຳ, ຄວາມພາກພູມໃຈ ແລະ ຄວາມພໍໃຈ ແລະ ຄົນທີ່ມັກອວດເກັ່ງ ແລະ ໂອ້ອວດ ກໍບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້. ຄົນທີ່ບໍ່ສາມາດຮັບໃຊ້ຮ່ວມກັບຄົນອື່ນ ແມ່ນບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ເຊັ່ນກັນ ແລະ ເຊັ່ນດຽວກັນກັບຄົນທີ່ບໍ່ມີຄວາມເຂົ້າໃຈທາງຝ່າຍວິນຍານ ແລະ ຕິດຕາມຄົນອື່ນນໍາພາພວກເຂົາຢ່າງຫຼັບຫູຫຼັບຕາ. ເຊັ່ນດຽວກັນກັບຄົນທີ່ບໍ່ສາມາດເຂົ້າໃຈເຈດຕະນາຂອງເຮົາ ແລະ ຜູ້ທີ່ດຳລົງຊີວິດຢູ່ໃນສະພາບທີ່ຫຼ້າສະໄໝ ແມ່ນບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້ ແລະ ຄົນທີ່ຊ້າເກີນໄປທີ່ຈະນຳມັນແສງສະຫວ່າງໃໝ່ ແລະ ຄົນທີ່ບໍ່ມີນິມິດໃດເລີຍທີ່ເປັນພື້ນຖານຊີ້ນໍາຂອງພວກເຂົາ ແມ່ນບໍ່ສາມາດຖືກກໍ່ສ້າງຂຶ້ນໄດ້.

ຄຣິສຕະຈັກຄວນຖືກສ້າງຂຶ້ນໂດຍໄວ; ນີ້ແມ່ນເລື່ອງທີ່ໜ້າເປັນຫ່ວງຫຼາຍສຳລັບເຮົາ. ເຈົ້າຄວນເລີ່ມຕົ້ນດ້ວຍການໃສ່ໃຈກັບຄວາມຄິດບວກ ແລະ ເຂົ້າຮ່ວມກະແສການກໍ່ສ້າງໂດຍຖວາຍຕົນເອງດ້ວຍກຳລັງຂອງເຈົ້າມີທັງໝົດ. ບໍ່ດັ່ງນັ້ນ ເຈົ້າຈະຖືກປະຕິເສດ. ເຈົ້າຄວນປະຖິ້ມສິ່ງທີ່ຄວນປະຖິ້ມທັງໝົດ; ກິນ ແລະ ດື່ມສິ່ງທີ່ຄວນກິນ ແລະ ດື່ມຢ່າງຖືກຕ້ອງ. ເຈົ້າຄວນດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງເຮົາ ແລະ ເຈົ້າຄວນຢູດໃສ່ໃຈໃນເລື່ອງທີ່ຜິວເຜີນ ແລະ ບໍ່ສຳຄັນ. ໃຫ້ຖາມຕົນເອງດັ່ງນີ້ວ່າ ເຈົ້າໄດ້ຮັບເອົາພຣະທຳຂອງເຮົາຫຼາຍສໍ່າໃດ? ເຈົ້າດຳລົງຊີວິດຕາມພຣະທຳຂອງເຮົາຫຼາຍສໍ່າໃດ? ເຈົ້າບໍ່ຄວນສັບສົນ ແລະ ລະເວັ້ນຈາກການເຮັດສິ່ງໃດກໍຕາມຢ່າງບໍ່ຮອບຄອບ; ບໍ່ດັ່ງນັ້ນ ພຶດຕິກຳດັ່ງກ່າວມັນຈະບໍ່ຊ່ວຍເຈົ້າໃນການບັນລຸການເຕີບໂຕໃນຊີວິດ ແຕ່ຄວາມຈິງແລ້ວແມ່ນຈະທຳລາຍການເຕີບໂຕຂອງເຈົ້າ. ເຈົ້າຄວນເຂົ້າໃຈຄວາມຈິງ, ຮູ້ຈັກວິທີການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍອມໃຫ້ພຣະທຳຂອງເຮົາກາຍມາເປັນຊີວິດຂອງເຈົ້າຢ່າງແທ້ຈິງ. ນີ້ແມ່ນຈຸດສຳຄັນທີ່ສຸດຂອງເລື່ອງດັ່ງກ່າວ!

ບັດນີ້ ເມື່ອການສ້າງຄຣິດຕະຈັກໄດ້ໄປເຖິງຊ່ວງເວລາທີ່ສຳຄັນ, ຊາຕານກໍວາງແຜນ ແລະ ພະຍາຍາມເຮັດຢ່າງສຸດຄວາມສາມາດເພື່ອທຳລາຍສິ່ງນັ້ນ. ພວກເຈົ້າບໍ່ຄວນປະໝາດ ແຕ່ດຳເນີນການດ້ວຍຄວາມລະມັດລະວັງ ແລະ ໃຊ້ຄວາມເຂົ້າໃຈທາງດ້ານວິນຍານ. ຫາກປາສະຈາກຄວາມເຂົ້າໃຈດັ່ງກ່າວ, ເຈົ້າຈະທົນທຸກກັບການສູນເສຍຢ່າງໃຫຍ່ຫຼວງ. ນີ້ບໍ່ແມ່ນເລື່ອງເລັກນ້ອຍ; ເຈົ້າຄວນພິຈາລະນາມັນໃຫ້ເປັນເລື່ອງທີ່ສຳຄັນຫຼາຍ. ຊາຕານສາມາດປອມແປງມາປາກົດຕົວເຊັ່ນກັນ ແລະ ລັກເລາະຂາຍເຄື່ອງປອມ ແຕ່ຄຸນນະພາບຂອງສິ່ງເຫຼົ່ານັ້ນແມ່ນແຕກຕ່າງກັນ. ຜູ້ຄົນໂງ່ຈ້າ ແລະ ປະໝາດຫຼາຍ ແລະ ບໍ່ສາມາດເຫັນຄວາມແຕກຕ່າງ. ສິ່ງນີ້ຍັງສະແດງໃຫ້ເຫັນວ່າພວກເຂົາບໍ່ສາມາດຮັກສາຄວາມຊັເຈນ ແລະ ຄວາມສະຫງົບຕະລອດເວລາ. ຫົວໃຈຂອງພວກເຈົ້າບໍ່ຮູ້ວ່າຢູ່ໃສ. ດ້ານໜຶ່ງ, ການບໍລິການແມ່ນມີກຽດສັກສີ ໃນຂະນະທີ່ອີກດ້ານໜຶ່ງກໍ່ສາມາດເປັນເສື່ອມເສຍໄດ້ເຊັ່ນກັນ. ມັນບໍ່ສາມາດນໍາໄປສູ່ການອວຍພອນ ຫຼື ຄວາມໂຊກຮ້າຍໄດ້. ຈົ່ງສະຫງົບຢູ່ຕໍ່ໜ້າເຮົາ ແລະ ດຳລົງຊີວິດຕາມພຣະທຳຂອງເຮົາ ແລະ ເຈົ້າຈະໄດ້ເຝົ້າລະມັດລະວັງ ແລະ ໃຊ້ຄວາມເຂົ້າໃຈທາງຈິດວິນຍານຢ່າງແນ່ນອນ. ເມື່ອຊາຕານມາເຖິງ, ເຈົ້າຈະສາມາດປ້ອງກັນຈາກມັນທັນທີ ແລະ ຮູ້ສຶກເຖິງການມາຂອງມັນ; ເຈົ້າຈະຮູ້ສຶກອຶດອັດຢ່າງແທ້ຈິງພາຍໃນຈິດວິນຍານຂອງເຈົ້າ. ພາລະກິດປັດຈຸບັນຂອງຊາຕານປັບຕົວຕາມກະແສການປ່ຽນແປງ. ເມື່ອຜູ້ຄົນປະພຶດໃນວິທີທີ່ສັບສົນ ແລະ ຂາດການຕື່ນຕົວ, ພວກເຂົາກໍຈະຍັງຄົງຢູ່ກັບການເປັນຊະເລີຍ. ເຈົ້າຄວນຕື່ນຕົວຕະລອດເວລາ ແລະ ສັງເກດເບິ່ງຢ່າງລະມັດລະວັງ. ຢ່າຜິດຖຽງກັນກ່ຽວກັບຜົນປະໂຫຍດ ແລະ ການສູນເສຍຂອງເຈົ້າເອງ ຫຼື ຄຳນວນເພື່ອເຫັນແກ່ຜົນປະໂຫຍດຂອງເຈົ້າເອງ. ກົງກັນຂ້າມ, ຈົ່ງສະແຫວງຫາເພື່ອເຮັດໃຫ້ຄວາມປະສົງຂອງເຮົາສຳເລັດລົງ.

ວັດຖຸອາດຈະເບິ່ງຄ້າຍຄືກັນ ແຕ່ພວກມັນອາດແຕກຕ່າງກັນທາງດ້ານຄຸນນະພາບ. ດ້ວຍເຫດນີ້ ເຈົ້າຄວນເຂົ້າໃຈມະນຸດ ແລະ ພ້ອມດ້ວຍວິນຍານ. ເຈົ້າຄວນໃຊ້ສະຕິປັນຍາ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງທາງຝ່າຍວິນຍານ. ເມື່ອພິດຂອງຊາຕານປາກົດຂຶ້ນ, ເຈົ້າກໍຄວນຈະສາມາດຮັບຮູ້ມັນທັນທີ; ມັນບໍ່ສາມາດຫຼົບໜີແສງສະຫວ່າງແຫ່ງການພິພາກສາຂອງພຣະເຈົ້າໄດ້. ເຈົ້າຄວນໃສ່ໃຈຫຼາຍຂຶ້ນໃນການຟັງສຽງຂອງພຣະວິນຍານບໍລິສຸດທີ່ຢູ່ໃນວິນຍານຂອງເຈົ້າຢ່າງໃກ້ຊິດ; ຢ່າຕິດຕາມຄົນອື່ນຢ່າງຫຼັບຫູຫຼັບຕາ ຫຼື ເຂົ້າໃຈຜິດວ່າ ສິ່ງທີ່ປອມມານັ້ນແມ່ນສິ່ງທີ່ເປັນຈິງ. ຢ່າຕິດຕາມໃຜກໍຕາມທີ່ພຽງແຕ່ນໍາພາເພື່ອເຈົ້າຈະບໍ່ໄດ້ທົນທຸກກັບການສູນເສຍ. ລົດຊາດໃດທີ່ສິ່ງທັງໝົດນີ້ຫຼົງເຫຼືອໄວ້ໃນປາກຂອງເຈົ້າ? ພວກເຈົ້າຮູ້ສຶກເຖິງຜົນຕາມມາບໍ? ເຈົ້າບໍ່ຄວນແຊກແຊງການບໍລິການໂດຍບໍ່ມີຫຼັກການ ຫຼື ປະກອບຄວາມຄິດເຫັນຂອງເຈົ້າກ່ຽວກັບມັນ ຫຼື ບໍ່ດັ່ງນັ້ນ ເຮົາຈະຕີເຈົ້າຈົນລົ້ມລົງ. ຮ້າຍແຮງໄປກວ່ານັ້ນ ຖ້າເຈົ້າປະຕິເສດທີ່ຈະຍອມອ່ອນນ້ອມ ແລະ ສືບຕໍ່ເວົ້າ ແລະ ເຮັດຕາມສິ່ງທີ່ເຈົ້າປາຖະໜາ, ແລ້ວເຮົາກໍຈະຕັດເຈົ້າອອກ! ຄຣິດຕະຈັກບໍ່ຈຳເປັນຕ້ອງມີຄົນຢ່າງຫຼວງຫຼາຍອີກຕໍ່ໄປ; ຄຣິດຕະຈັກຕ້ອງການພຽງແຕ່ຄົນທີ່ຮັກພຣະເຈົ້າຢ່າງຈິງໃຈ ແລະ ດຳລົງຊີວິດຕາມພຣະທຳຂອງເຮົາຢ່າງແທ້ຈິງ. ເຈົ້າຄວນຮູ້ກ່ຽວກັບສະພາບການຕົວຈິງຂອງເຈົ້າເອງ. ມັນບໍ່ແມ່ນການຫຼອກລວງຕົນເອງບໍ ເມື່ອຄົນຍາກຈົນຄິດວ່າພວກເຂົາເປັນຄົນຮັ່ງມີ? ເພື່ອທີ່ຈະໃຫ້ຄຣິດຕະຈັກຖືກສ້າງ, ເຈົ້າຕ້ອງຕິດຕາມພຣະວິນຍານ; ຢ່າດຳເນີນການດ້ວຍການປະພຶດຢ່າງຫຼັບຫູຫຼັບຕາ, ແຕ່ກົງກັນຂ້າມ, ຈົ່ງຢູ່ໃນທີ່ຂອງເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງ. ເຈົ້າບໍ່ຄວນກ້າວອອກຈາກບົດບາດຂອງເຈົ້າ; ເຈົ້າຄວນເຮັດສຸດຄວາມສາມາດເພື່ອປະຕິບັດໜ້າທີ່ໃດກໍ່ຕາມທີ່ເຈົ້າສາມາດປະຕິບັດໄດ້ດ້ວຍກຳລັງທີ່ເຈົ້າມີ ແລະ ແລ້ວຫົວໃຈຂອງເຮົາຈຶ່ງຈະພໍໃຈ. ບໍ່ແມ່ນວ່າ ພວກເຈົ້າທຸກຄົນຈະຮັບໃຊ້ໜ້າທີ່ດຽວກັນ. ກົງກັນຂ້າມ, ພວກເຈົ້າແຕ່ລະຄົນຄວນເຮັດບົດບາດຂອງຕົນເອງ ແລະ ອຸທິດການບໍລິການຂອງເຈົ້າໂດຍຮ່ວມມືກັບຄົນອື່ນໆໃນຄຣິດຕະຈັກ. ການບໍລິການຂອງເຈົ້າບໍ່ຄວນອອກນອກທິດນອກທາງ.

ກ່ອນນີ້: ບົດທີ 18

ຕໍ່ໄປ: ບົດທີ 20

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້