ບົດທີ 20

ພາລະກິດຂອງພຣະວິນຍານບໍລິສຸດກຳລັງເລັ່ງໄປຂ້າງໜ້າໂດຍນໍາເອົາພວກເຈົ້າໄປສູ່ອານາຈັກໃໝ່ຢ່າງສົມບູນ ເຊິ່ງເວົ້າໄດ້ວ່າ ຄວາມເປັນຈິງແຫ່ງຊີວິດຂອງອານາຈັກໄດ້ປາກົດຢູ່ຕໍ່ໜ້າພວກເຈົ້າແລ້ວ. ພຣະທໍາທີ່ພຣະວິນຍານບໍລິສຸດກ່າວແມ່ນໄດ້ເປີດເຜີຍຄວາມຄິດທີ່ເລິກເຊິ່ງພາຍໃນໃຈຂອງເຈົ້າໂດຍກົງ ແລະ ກໍມີພາບປາກົດຂຶ້ນມາຕໍ່ໜ້າພວກເຈົ້າເທື່ອລະພາບ. ທຸກຄົນທີ່ຫິວ ແລະ ກະຫາຍຄວາມຊອບທໍາ ແລະ ຄົນທີ່ມີເຈດຕະນາຍອມອ່ອນນ້ອມຈະຍັງຄົງຢູ່ໃນພູເຂົາຊີໂອນຢ່າງແນ່ນອນ ແລະ ຢູ່ໃນເຢຣູຊາເລັມໃໝ່; ພວກເຂົາຈະໄດ້ຮັບລັດສະໝີ ແລະ ກຽດຕິຍົດຢ່າງແນ່ນອນ ແລະ ໃນຂະນະດຽວກັນກໍ່ແບ່ງປັນພອນທີ່ງົດງາມຮ່ວມກັບເຮົາ. ປັດຈຸບັນນີ້ມີຄວາມລຶກລັບບາງຢ່າງຂອງໂລກຝ່າຍວິນຍານທີ່ພວກເຈົ້າຍັງບໍ່ທັນໄດ້ເຫັນ ເພາະວ່າດວງຕາຝ່າຍວິນຍານຂອງພວກເຈົ້າຍັງບໍ່ເປີດຂຶ້ນເທື່ອ. ທຸກສິ່ງແມ່ນມະຫັດສະຈັນ, ປະຕິຫານ ແລະ ອັດສະຈັນຢ່າງແນ່ນອນ ແລະ ສິ່ງຕ່າງໆທີ່ຜູ້ຄົນບໍ່ເຄີຍຄິດເຖິງຈະກາຍເປັນຈິງເທື່ອລະໜ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຈະສະແດງປະຕິຫານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະອົງ ເພື່ອວ່າ ຈັກກະວານ ແລະ ຈຸດຈົບຂອງແຜ່ນດິນໂລກ ແລະ ທຸກປະເທດ ແລະ ຜູ້ຄົນທັງໝົດຈະສາມາດເຫັນປະຕິຫານນັ້ນດ້ວຍຕາຂອງພວກເຂົາເອງ ແລະ ຍັງເຫັນວ່າສະຫງ່າລາສີ, ຄວາມຊອບທໍາ ແລະ ລິດທານຸພາບສູງສຸດຂອງເຮົາຢູ່ບ່ອນໃດ. ມື້ນັ້ນກໍາລັງເຂົ້າມາໃກ້ເລື້ອຍໆ! ນີ້ແມ່ນໄລຍະເວລາທີ່ສໍາຄັນຫຼາຍ: ເຈົ້າຈະຖອນໂຕບໍ ຫຼື ເຈົ້າຈະພະຍາຍາມຈົນເຖິງທີ່ສຸດ, ບໍ່ມີວັນຫັນຫຼັງກັບບໍ? ຢ່າໄປເບິ່ງຄົນ, ເຫດການ ຫຼື ສິ່ງຂອງໃດໆ, ຢ່າໄປເບິ່ງໂລກ, ຜົວຂອງເຈົ້າ, ລູກຂອງເຈົ້າ ຫຼື ຄວາມສົງໄສຂອງເຈົ້າກ່ຽວກັບຊີວິດ. ໃຫ້ເບິ່ງຄວາມຮັກ ແລະ ຄວາມເມດຕາຂອງເຮົາ, ເຫັນລາຄາທີ່ເຮົາໄດ້ຈ່າຍໄປເພື່ອຮັບເອົາພວກເຈົ້າພ້ອມທັງສິ່ງທີ່ເຮົາເປັນ. ສິ່ງຕ່າງໆເຫຼົ່ານີ້ແມ່ນພຽງພໍທີ່ຈະໃຫ້ກໍາລັງໃຈເຈົ້າ.

ເວລາແມ່ນໃກ້ເຂົ້າມາຫຼາຍແລ້ວ ແລະ ຄວາມປະສົງຂອງເຮົາຕ້ອງໄດ້ບັນລຸຢ່າງຮີບດ່ວນ. ເຮົາຈະບໍ່ປະຖິ້ມຜູ້ທີ່ເຮັດໃນນາມຂອງເຮົາ; ເຮົາຈະນໍາເອົາພວກເຈົ້າທຸກຄົນເຂົ້າສູ່ລັດສະໝີ. ເຖິງຢ່າງໃດກໍ່ຕາມ, ເມື່ອແນມເບິ່ງຕອນນີ້, ນີ້ແມ່ນໄລຍະເວລາທີ່ສໍາຄັນ; ທຸກຄົນທີ່ບໍ່ສາມາດເຮັດຕາມບາດກ້າວຕໍ່ໄປຈະຄໍ່າຄວນຕະຫຼອດຊີວິດທີ່ເຫຼືອຂອງພວກເຂົາ ແລະ ຮູ້ສຶກເສຍໃຈ, ເຖິງແມ່ນວ່າມັນຈະຊ້າເກີນໄປແລ້ວສຳລັບຄວາມຮູ້ສຶກດັ່ງກ່າວ. ໃນຕອນນີ້ ວຸດທິພາວະຂອງພວກເຈົ້າແມ່ນຖືກນໍາມາທົດສອບຢ່າງແທ້ຈິງ ເພື່ອເບິ່ງວ່າ ຈະສາມາດສ້າງຄຣິສຕະຈັກໄດ້ບໍ ແລະ ເບິ່ງວ່າເຈົ້າຈະສາມາດເຊື່ອຟັງກັນ ແລະ ກັນໄດ້ ຫຼື ບໍ. ເມື່ອເບິ່ງຈາກມຸມມອງນີ້, ການເຊື່ອຟັງຂອງເຈົ້າແມ່ນເປັນຄວາມເຊື່ອຟັງທີ່ເຈົ້າໄດ້ຄັດສັນ ແລະ ເລືອກຢ່າງແນ່ນອນ; ເຖິງແມ່ນວ່າ ເຈົ້າຈະສາມາດເຊື່ອຟັງໜຶ່ງຄົນ ເຈົ້າກໍຍັງເຫັນວ່າເປັນການຍາກທີ່ຈະເຊື່ອຟັງຄົນອື່ນ. ມັນບໍ່ມີທາງຢ່າງແນ່ນອນ ທີ່ເຈົ້າຈະສາມາດເຊື່ອຟັງໄດ້ ໃນເມື່ອເຈົ້າອາໄສແນວຄວາມຄິດຂອງມະນຸດ. ຢ່າງໃດກໍຕາມ, ຄວາມຄິດຂອງພຣະເຈົ້າແມ່ນເໜືອກວ່າຄວາມຄິດຂອງມະນຸດສະເໝີ. ພຣະຄຣິດຍອມອ່ອນນ້ອມຈົນເຖິງເສຍຊີວິດ ແລະ ໄດ້ເສຍຊີວິດຢູ່ເທິງໄມ້ກາງແຂນ. ພຣະອົງບໍ່ໄດ້ເວົ້າກ່ຽວກັບເງື່ອນໄຂ ຫຼື ເຫດຜົນໃດໆ; ຕາບໃດສິ່ງນີ້ແມ່ນຄວາມປະສົງຂອງພຣະບິດາຂອງພຣະອົງ, ພຣະອົງກໍຈະເຊື່ອຟັງດ້ວຍຄວາມເຕັມໃຈ. ລະດັບການເຊື່ອຟັງ ໃນປັດຈຸບັນຂອງເຈົ້າແມ່ນຈໍາກັດຫຼາຍ. ເຮົາຂໍເວົ້າກັບພວກເຈົ້າທຸກຄົນວ່າ ຄວາມເຊື່ອຟັງບໍ່ແມ່ນການເຊື່ອຟັງຄົນ; ກົງກັນຂ້າມ ມັນໝາຍເຖິງການເຊື່ອຟັງພາລະກິດຂອງພຣະວິນຍານບໍລິສຸດ ແລະ ການເຊື່ອຟັງພຣະເຈົ້າເອງ. ພຣະທໍາຂອງເຮົາແມ່ນກໍາລັງຕໍ່ອາຍຸ ແລະ ປ່ຽນແປງພວກເຈົ້າຈາກພາຍໃນ ຖ້າພວກມັນບໍ່ເປັນດັ່ງນັ້ນ ແລ້ວແມ່ນໃຜຈະເຊື່ອຟັງໃຜ? ພວກເຈົ້າທຸກຄົນແມ່ນບໍ່ເຊື່ອຟັງຄົນອື່ນ. ພວກເຈົ້າຕ້ອງໃຊ້ເວລາຄິດຄໍານວນເລື່ອງນີ້ວ່າ ຄວາມເຊື່ອຟັງແມ່ນຫຍັງ ແລະ ເຈົ້າຈະສາມາດໃຊ້ຊີວິດແຫ່ງຄວາມເຊື່ອຟັງໄດ້ແນວໃດ. ເຈົ້າຕ້ອງມາຢູ່ຕໍ່ໜ້າເຮົາໃຫ້ຫຼາຍຂຶ້ນ ແລະ ສົນທະນາເລື່ອງນີ້ ແລະ ເຈົ້າຈະເຂົ້າໃຈມັນເທື່ອລະເລັກລະໜ້ອຍ ດ້ວຍເຫດນັ້ນ ກໍຈະເຊົາມີແນວຄວາມຄິດ ແລະ ແນວທາງເລືອກທີ່ຢູ່ພາຍໃນເຈົ້າ. ເຮົາກະທໍາສິ່ງຕ່າງໆດ້ວຍວິທີນີ້ ແມ່ນຍາກທີ່ຈະເຮັດໃຫ້ຜູ້ຄົນເຂົ້າໃຈຢ່າງລະອຽດ. ມັນບໍ່ກ່ຽວກັບວ່າຜູ້ຄົນຈະດີ ຫຼື ມີຄວາມສາມາດດ້ວຍວິທີໃດ, ເຮົາເຖິງກັບໃຊ້ຜູ້ທີ່ໂງ່ຈ້າທີ່ສຸດ ແລະ ຜູ້ທີ່ບໍ່ມີຄວາມໝາຍທີ່ສຸດ ເພື່ອເປີດເຜີຍລິດທານຸພາບສູງສຸດຂອງພຣະເຈົ້າ ໃນຂະນະດຽວກັນແມ່ນໄດ້ພິກປີ້ນແນວຄວາມຄິດ, ຄວາມເຫັນ ແລະ ແນວທາງເລືອກບາງຢ່າງຂອງຜູ້ຄົນ. ການກະທໍາຂອງພຣະເຈົ້າແມ່ນມະຫັດສະຈັນຫຼາຍ, ການກະທໍານັ້ນແມ່ນເໜືອຄວາມສາມາດຂອງຈິດໃຈມະນຸດທີ່ຈະເຂົ້າໃຈໄດ້ຂອງຜູ້ຄົນ.

ຖ້າເຈົ້າຕ້ອງການເປັນຜູ້ໜຶ່ງທີ່ເປັນພະຍານໃຫ້ກັບເຮົາຢ່າງແທ້ຈິງ ເຈົ້າກໍຕ້ອງຮັບເອົາຄວາມຈິງຢ່າງບໍລິສຸດ ແລະ ບໍ່ມີຄວາມຜິດພາດ. ເຈົ້າຕ້ອງເອົາໃຈໃສ່ໃຫ້ຫຼາຍກວ່າເກົ່າ ໃນການເອົາພຣະທໍາຂອງເຮົາໄປປະຕິບັດ ແລະ ສະແຫວງຫາເພື່ອເຮັດໃຫ້ຊີວິດຂອງເຈົ້າມີວຸດທິພາວະໃຫ້ໄວ. ຢ່າສະຄົ້ນຫາສິ່ງຕ່າງໆທີ່ບໍ່ມີຄຸນຄ່າ; ສິ່ງເຫຼົ່ານັ້ນບໍ່ມີປະໂຫຍດຫຍັງແກ່ຄວາມກ້າວໜ້າຂອງຊີວິດຂອງພວກເຈົ້າ. ເຈົ້າສາມາດຖືກສ້າງກໍຕໍ່ເມື່ອຊີວິດຂອງເຈົ້າໄດ້ມີວຸດທິພາວະເທົ່ານັ້ນ, ເມື່ອນັ້ນ ເຈົ້າຈິ່ງສາມາດຖືກນໍາເຂົ້າສູ່ອານາຈັກ, ນີ້ແມ່ນສິ່ງທີ່ບໍໍ່ສາມາດໂຕ້ແຍ້ງໄດ້. ເຮົາຍັງປາດຖະໜາຢາກເວົ້າເພີ່ມເຕີມກັບເຈົ້າ: ເຮົາໄດ້ໃຫ້ເຈົ້າຫຼາຍຢ່າງ ແຕ່ແທ້ຈິງແລ້ວ ເຈົ້າເຂົ້າໃຈຫຼາຍສໍ່າໃດ? ສິ່ງທີ່ເຮົາເວົ້າໄດ້ກາຍເປັນຄວາມເປັນຈິງໃນຊີວິດຂອງເຈົ້າຫຼາຍສໍ່າໃດ? ເຈົ້າດໍາລົງຊີວິດຕາມສິ່ງທີ່ເຮົາເວົ້າໄດ້ຫຼາຍສໍ່າໃດ? ຈົ່ງຢ່າພະຍາຍາມຕັກນໍ້າດ້ວຍກະຕ່າທີ່ເຮັດຈາກໄມ້ໄຜ່, ທ້າຍທີ່ສຸດ ເຈົ້າຈະບໍ່ໄດ້ຫຍັງເລີຍ, ຈະມີກໍ່ແຕ່ຄວາມວ່າງເປົ່າເທົ່ານັ້ນ. ຄົນອື່ນໄດ້ຮັບປະໂຫຍດທີ່ແທ້ຈິງຢ່າງງ່າຍດາຍ; ແລ້ວເຈົ້າເດ? ເຈົ້າສາມາດເອົາຊະນະຊາຕານໄດ້ບໍ ຖ້າເຈົ້າບໍ່ມີອາວຸດ ແລະ ບໍ່ໄດ້ຖືອາວຸດ? ເຈົ້າຕ້ອງອາໄສພຣະທໍາຂອງເຮົາໃຫ້ຫຼາຍຂຶ້ນໃນຊີວິດຂອງເຈົ້າ ເພາະວ່າພຣະທໍາເຫຼົ່ານັ້ນແມ່ນອາວຸດທີ່ດີທີ່ສຸດສໍາລັບການປ້ອງກັນໂຕ. ເຈົ້າຄວນຈົດຈໍາໄວ້: ຢ່າເອົາພຣະທໍາຂອງເຮົາເປັນຂອງຄອບຄອງຂອງຕົວເອງ; ຖ້າເຈົ້າບໍ່ເຂົ້າໃຈພຣະທໍາເຫຼົ່ານັ້ນ, ຖ້າເຈົ້າບໍ່ສະແຫວງຫາພວກມັນ ແລະ ຖ້າເຈົ້າບໍ່ພະຍາຍາມຄິດຄໍານວນພວກມັນ ຫຼື ສື່ສານກັບເຮົາກ່ຽວກັບພຣະທຳເຫຼົ່ານັ້ນ, ແຕ່ກົງກັນຂ້າມ ກັບພໍໃຈກັບຕົວເອງ ແລະ ມີຄວາມສຸກກັບຕົວເອງ ແລ້ວເຈົ້າຈະໄດ້ທົນທຸກກັບການສູນເສຍ. ໃນຕອນນີ້ ເຈົ້າຄວນຮຽນຮູ້ຈາກບົດຮຽນນີ້ ແລະ ເຈົ້າຕ້ອງປະຖິ້ມຕົວເອງ ແລະ ໃຊ້ຈຸດແຂງຂອງຜູ້ອື່ນເພື່ອຊົດເຊີຍຈຸດບົກຜ່ອງຂອງເຈົ້າ; ຈົ່ງຢ່າພຽງແຕ່ເຮັດໃນສິ່ງທີ່ຕົວເອງຕ້ອງການ. ເວລາບໍ່ໄດ້ຖ້າມະນຸດຄົນໃດ. ຊີວິດຂອງອ້າຍເອື້ອຍນ້ອງຂອງເຈົ້າແມ່ນກຳລັງເຕີບໃຫຍ່ຂຶ້ນແຕ່ລະມື້; ພວກເຂົາທຸກຄົນກຳລັງປະສົບກັບການປ່ຽນແປງ ແລະ ຖືກຮູ້ຟື້ນຄືນໃໝ່ໃນແຕ່ລະມື້. ຈຸດແຂງຂອງອ້າຍເອື້ອຍນ້ອງຂອງເຈົ້າແມ່ນກຳລັງສູງຂຶ້ນ ແລະ ນີ້ແມ່ນສິ່ງທີ່ຍິ່ງໃຫຍ່! ຈົ່ງແລ່ນເຂົ້າສູ່ເສັ້ນໄຊ; ບໍ່ມີໃຜຈະສາມາດເບິ່ງແຍງຜູ້ໃດໄດ້. ມີແຕ່ໃຊ້ຄວາມພະຍາຍາມສ່ວນຕົວຂອງເຈົ້າເອງເພື່ອຮ່ວມມືກັບເຮົາ. ຜູ້ທີ່ມີວິໄສທັດ, ຜູ້ທີ່ມີຫົນທາງກ້າວໜ້າ, ຜູ້ທີ່ບໍ່ທໍ່ແທ້ ແລະ ຜູ້ທີ່ເບິ່ງໄປຂ້າງໜ້າຕະຫຼອດເວລາ ແມ່ນຈະເປັນຜູ້ຊະນະຢ່າງແນ່ນອນໂດຍບໍ່ຕ້ອງສົງໄສເລີຍ. ນີ້ແມ່ນໄລຍະເວລາທີ່ສໍາຄັນ. ຈົ່ງຢ່າທໍ້ແທ້ ຫຼື ເສຍກໍາລັງໃຈ; ເຈົ້າຕ້ອງເບິ່ງໄປຂ້າງໜ້າໃນທຸກສິ່ງ ແລະ ຈົ່ງຢ່າຫັນຫຼັງກັບ. ເຈົ້າຕ້ອງເສຍສະຫຼະທຸກຢ່າງ, ປະຖິ້ມສິ່ງກີດຂວາງທັງໝົດ ແລະ ສະແຫວງຫາຢ່າງສຸດຄວາມສາມາດຂອງເຈົ້າ. ຕາບໃດທີ່ເຈົ້າຍັງມີລົມຫາຍໃຈຢູ່ ເຈົ້າກໍຕ້ອງອົດທົນຈົນເຖິງທີ່ສຸດ; ນີ້ເປັນວິທີດຽວທີ່ເຈົ້າຈະຄູ່ຄວນໄດ້ຮັບການສັນລະເສີນ.

ກ່ອນນີ້: ບົດທີ 19

ຕໍ່ໄປ: ບົດທີ 21

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້