ບົດທີ 21

ບັດນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ນໍາພວກເຈົ້າເຂົ້າສູ່ສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່. ທຸກສິ່ງກຳລັງຖືກຮື້ຟື້ນຂຶ້ນໃໝ່, ທຸກສິ່ງຢູ່ໃນມືຂອງເຮົາ ແລະ ທຸກສິ່ງກຳລັງເລີ່ມຕົ້ນໃໝ່! ດ້ວຍແນວຄິດຂອງພວກເຂົາ, ຜູ້ຄົນບໍ່ສາມາດເຂົ້າໃຈ ແລະ ສຳລັບພວກເຂົາແລ້ວ ມັນກໍບໍ່ມີຄວາມໝາຍຫຍັງ, ແຕ່ແມ່ນເຮົາທີ່ປະຕິບັດພາລະກິດ ແລະ ສະຕິປັນຍາຂອງເຮົາກໍຢູ່ໃນພາລະກິດນັ້ນ. ສະນັ້ນ ພວກເຈົ້າຄວນໃສ່ໃຈຕົນເອງກັບການວາງແນວຄິດ ແລະ ຄວາມຄິດເຫັນທຸກຢ່າງຂອງພວກເຈົ້າລົງ, ກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຄວາມອ່ອນນ້ອມ ໂດຍບໍ່ມີຄວາມສົງໄສແຕ່ຢ່າງໃດເລີຍ. ເມື່ອເຮົາປະຕິບັດພາລະກິດແບບນີ້, ເຮົາກຳລັງແບກຮັບເອົາໜ້າທີ່ອັນສັກສິດ. ຕາມຄວາມຈິງແລ້ວ ຜູ້ຄົນບໍ່ຈຳເປັນຕ້ອງເປັນລັກສະນະຈຳເພາະ. ກົງກັນຂ້າມ, ແມ່ນພຣະເຈົ້າທີ່ເຮັດສິ່ງອັດສະຈັນຕ່າງໆ, ເຮັດໃຫ້ຄວາມສາມາດຮອບດ້ານຂອງພຣະອົງປະກົດແຈ້ງ. ຜູ້ຄົນບໍ່ອາດໂອ້ອວດ ນອກຈາກພວກເຂົາຈະໂອ້ອວດກ່ຽວກັບພຣະເຈົ້າ. ບໍ່ດັ່ງນັ້ນ ພວກເຂົາຈະທົນທຸກກັບການສູນເສຍ. ພຣະເຈົ້າຍົກຄົນຂັດສົນຈາກຂີ້ຝຸ່ນ ແລະ ຄົນຖ່ອມຕົນຕ້ອງຖືກເຮັດໃຫ້ສູງຂຶ້ນ. ເຮົາຈະໃຊ້ສະຕິປັນຍາຂອງເຮົາປົກຄອງຄຣິສຕະຈັກສາກົນໃນທຸກຮູບແບບ, ປົກຄອງປະຊາຊາດ ແລະ ຜູ້ຄົນທັງປວງ ເພື່ອວ່າພວກເຂົາລ້ວນແລ້ວແຕ່ຢູ່ພາຍໃນເຮົາ ແລະ ເພື່ອວ່າພວກເຈົ້າທຸກຄົນທີ່ຢູ່ໃນຄຣິສຕະຈັກຈະນອບນ້ອມຕໍ່ເຮົາ. ບັດນີ້ ຄົນທີ່ບໍ່ເຊື່ອຟັງກ່ອນໜ້ານີ້ຕ້ອງເຊື່ອຟັງຕໍ່ໜ້າເຮົາ, ຕ້ອງຍອມຮັບກັນ ແລະ ກັນ, ອົດທົນຕໍ່ກັນ ແລະ ກັນ, ມີຊີວິດທີ່ຕິດຕໍ່ກັນ ແລະ ເຈົ້າຕ້ອງຮັກກັນ ແລະ ກັນ, ທຸກຄົນດຶງຈຸດແຂງຂອງຄົນອື່ນເພື່ອລົບລ້າງຈຸດອ່ອນຂອງຕົວເຈົ້າເອງ, ຮັບໃຊ້ໂດຍປະສານງານກັນ. ໃນລັກສະນະນີ້ ຄຣິສຕະຈັກຈຶ່ງສາມາດຖືກສ້າງ ແລະ ຊາຕານຈະບໍ່ມີໂອກາດຂູດຮີດໄດ້. ເມື່ອນັ້ນ ແຜນການຄຸ້ມຄອງຂອງເຮົາຈຶ່ງຈະບໍ່ລົ້ມເຫຼວ. ໃຫ້ເຮົາເອົາຄຳເຕືອນອີກຢ່າງໃຫ້ກັບພວກເຈົ້າໃນທີ່ນີ້. ຢ່າຍອມໃຫ້ຄວາມເຂົ້າໃຈຜິດເກີດຂຶ້ນໃນເຈົ້າ ຍ້ອນຄົນແບບນັ້ນກໍເປັນວິທີການໃດໜຶ່ງ ຫຼື ປະພຶດໃນລັກສະນະນັ້ນ ໂດຍເຮັດໃຫ້ເຈົ້າເລີ່ມເສື່ອມໂຊມໃນວິນຍານ. ຕາມທີ່ເຮົາເຫັນ, ນີ້ບໍ່ແມ່ນສິ່ງທີ່ເໝາະສົມ ແລະ ມັນເປັນສິ່ງທີ່ບໍ່ມີຄ່າ. ຜູ້ທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າບໍ? ນັ້ນບໍ່ແມ່ນຄົນບາງຄົນ. ໜ້າທີ່ກໍບໍ່ຄືກັນ. ມີແຕ່ຮ່າງກາຍດຽວ. ແຕ່ລະຄົນປະຕິບັດໜ້າທີ່ຂອງເຂົາ, ແຕ່ລະຄົນຢູ່ໃນທີ່ຂອງເຂົາ ແລະ ເຮັດດ້ວຍສຸດຄວາມສາມາດຂອງເຂົາ, ຍ້ອນເມັດໄຟນ້ອຍໆແຕ່ລະດວງກໍມີແສງສະຫວ່າງໜຶ່ງດວງທີ່ວາບວາວ ແລະ ສະແຫວງຫາຄວາມເຕີບໃຫຍ່ໃນຊີວິດ. ສະນັ້ນ ເຮົາຈຶ່ງຈະພໍໃຈ.

ພວກເຈົ້າຕ້ອງໃສ່ໃຈແຕ່ກັບການເຮັດໃຫ້ພວກເຈົ້າເອງງຽບສະຫງົບຢູ່ຕໍ່ໜ້າເຮົາ. ຈົ່ງຮັກສາການມີສ່ວນຮ່ວມຢ່າງໃກ້ຊິດກັບເຮົາ, ສະແຫວງຫາຫຼາຍຍິ່ງຂຶ້ນໃນສິ່ງທີ່ເຈົ້າບໍ່ເຂົ້າໃຈ, ຖວາຍຄຳອະທິຖານ ແລະ ລໍຖ້າເວລາຂອງເຮົາ. ຈົ່ງເບິ່ງທຸກຢ່າງໆຊັດເຈນຈາກວິນຍານ. ຢ່າປະພຶດຢ່າງເລິນເລີ້ ເພື່ອປ້ອງກັນບໍ່ໃຫ້ຕົວເຈົ້າຍ່າງໄປຜິດທາງ. ມີແຕ່ໃນລັກສະນະນີ້ເທົ່ານັ້ນ ການກິນ ແລະ ດື່ມພຣະທຳຂອງເຮົາຈຶ່ງຈະອອກໝາກຜົນຢ່າງແທ້ຈິງ. ຈົ່ງກິນ ແລະ ດື່ມພຣະທຳຂອງເຮົາເລື້ອຍໆ, ໄຕ່ຕອງສິ່ງທີ່ເຮົາໄດ້ເວົ້າ, ໃສ່ໃຈກັບການປະຕິບັດພຣະທຳຂອງເຮົາ ແລະ ດຳລົງຊີວິດຕາມຄວາມເປັນຈິງແຫ່ງພຣະທຳຂອງເຮົາ; ນີ້ແມ່ນບັນຫາທີ່ສຳຄັນ. ຂະບວນການໃນການສ້າງຄຣິສຕະຈັກຍັງເປັນຂະບວນການເຕີບໃຫຍ່ຂອງຊີວິດ. ຖ້າຊີວິດຂອງເຈົ້າຢຸດເຕີບໃຫຍ່, ເຈົ້າກໍບໍ່ສາມາດຖືກສ້າງໄດ້. ການເພິ່ງພາຄວາມເປັນທຳມະຊາດ, ເນື້ອໜັງ, ຄວາມກະຕືລືລົ້ນ, ການປະກອບສ່ວນ, ຄຸນວຸທິ, ບໍ່ວ່າເຈົ້າອາດຈະດີສໍ່າໃດກໍຕາມ, ຖ້າເຈົ້າເພິ່ງພາສິ່ງເຫຼົ່ານີ້ ເຈົ້າຈະບໍ່ຖືກສ້າງໄດ້. ເຈົ້າຕ້ອງດຳລົງຊີວິດພາຍໃນພຣະທຳແຫ່ງຊີວິດ, ດຳລົງຊີວິດຢູ່ພາຍໃນແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ, ຮູ້ຈັກສະຖານະການຕົວຈິງຂອງເຈົ້າ ແລະ ເປັນບຸກຄົນທີ່ໄດ້ຮັບການປ່ຽນແປງ. ເຈົ້າຕ້ອງມີຄວາມຮູ້ແບບດຽວກັນໃນວິນຍານ, ມີແສງສະຫວ່າງໃໝ່ ແລະ ສາມາດຕາມໃຫ້ທັນແສງສະຫວ່າງໃໝ່. ເຈົ້າຕ້ອງສາມາດຫຍັບເຂົ້າໃກ້ເຮົາຢ່າງບໍ່ຢຸດບໍ່ຢ່ອນ ແລະ ສື່ສານກັບເຮົາ, ສາມາດອີງການກະທຳຂອງເຈົ້າໃນຊີວິດປະຈຳວັນບົນພຣະທຳຂອງເຮົາ, ສາມາດຮັບມືກັບຄົນທຸກປະເພດ, ເຫດການ ແລະ ສິ່ງຕ່າງໆອີງຕາມພຣະທຳຂອງເຮົາຢ່າງເໝາະສົມ, ມີພຣະທຳຂອງເຮົາເປັນມາດຕະຖານຂອງເຈົ້າ ແລະ ດຳລົງຊີວິດຕາມອຸປະນິໄສຂອງເຮົາໃນກິດຈະກຳທຸກຢ່າງທີ່ຢູ່ໃນຊີວິດຂອງເຈົ້າ.

ຖ້າເຈົ້າປາຖະໜາທີ່ຈະເຂົ້າໃຈ ແລະ ເອົາໃຈໃສ່ຕໍ່ຄວາມປະສົງຂອງເຮົາ, ເຈົ້າຕ້ອງໃສ່ໃຈກັບພຣະທຳຂອງເຮົາ. ຢ່າເຮັດສິ່ງຕ່າງໆດ້ວຍຄວາມໃຈຮ້ອນ. ສິ່ງທີ່ເຮົາບໍ່ເຫັນດີນຳຈະພົບກັບຈຸດຈົບທີ່ບໍ່ດີ. ການອວຍພອນມາໃນສິ່ງທີ່ເຮົາຍົກຍ້ອງເທົ່ານັ້ນ. ຖ້າເຮົາເວົ້າ, ມັນກໍຈະເປັນແບບນັ້ນ. ຖ້າເຮົາສັ່ງ, ມັນກໍຈະຍຶດໝັ້ນ. ພວກເຈົ້າຕ້ອງບໍ່ເຮັດໃນສິ່ງທີ່ເຮົາເກືອດຫ້າມຢ່າງເດັດຂາດ ເພື່ອຫຼີກຫຼ່ຽງບໍ່ເຮັດໃຫ້ເຮົາໂກດຮ້າຍ. ຖ້າເຈົ້າເຮັດເຊັ່ນນັ້ນ, ຈະບໍ່ມີເວລາໃຫ້ເຈົ້າຮູ້ສຶກເສຍໃຈ!

ກ່ອນນີ້: ບົດທີ 20

ຕໍ່ໄປ: ບົດທີ 22

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້