ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?

ມີແຕ່ເມື່ອເຈົ້າໄດ້ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິແລ້ວ ເຈົ້າຈຶ່ງຈະຖືກເຮັດສົມບູນ. ເຖິງແມ່ນວ່າ ເຈົ້າຈະບໍ່ສາມາດບອກການທຳນາຍ ຫຼື ຄວາມລຶກລັບໃດໆໄດ້, ເຈົ້າກໍຈະດຳເນີນຊີວິດ ແລະ ເປີດເຜີຍລັກສະນະຂອງມະນຸດ. ພຣະເຈົ້າໄດ້ສ້າງມະນຸດ ແຕ່ຫຼັງຈາກນັ້ນ ມະນຸດກໍຖືກຊາຕານເຮັດໃຫ້ເສື່ອມຊາມ ຈົນຜູ້ຄົນໄດ້ກາຍເປັນ “ຄົນຕາຍ”. ດ້ວຍເຫດນີ້ ຫຼັງຈາກທີ່ເຈົ້າໄດ້ປ່ຽນແປງ ເຈົ້າຈະບໍ່ເປັນຄືກັບ “ຄົນຕາຍ” ເຫຼົ່ານີ້ອີກຕໍ່ໄປ. ມັນແມ່ນພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ວິນຍານຂອງຜູ້ຄົນລຸກສະຫວ່າງ ແລະ ເຮັດໃຫ້ພວກເຂົາໄດ້ເກີດໃໝ່ ແລະ ເມື່ອວິນຍານຂອງຜູ້ຄົນໄດ້ເກີດໃໝ່, ແລ້ວພວກເຂົາກໍຈະມີຊີວິດ. ເມື່ອເຮົາເວົ້າເຖິງ “ຄົນຕາຍ”, ເຮົາໝາຍເຖິງຊາກສົບທີ່ບໍ່ມີວິນຍານ, ຜູ້ຄົນທີ່ວິນຍານຂອງພວກເຂົາໄດ້ຕາຍຢູ່ພາຍໃນພວກເຂົາ. ເມື່ອປະກາຍໄຟຊີວິດຖືກຈູດຂຶ້ນໃນວິນຍານຂອງຜູ້ຄົນ, ແລ້ວຜູ້ຄົນກໍມີຊີວິດໃໝ່. ນັກບຸນທີ່ກ່າວເຖິງໃນເມື່ອກ່ອນ ໝາຍເຖິງຜູ້ຄົນທີ່ໄດ້ມີຊີວິດ, ຜູ້ທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ ແຕ່ເອົາຊະນະຊາຕານໄດ້. ປະຊາຊົນທີ່ຖືກເລືອກໃນປະເທດຈີນໄດ້ອົດທົນກັບການຂົ່ມເຫັງທີ່ໂຫດຮ້າຍ ແລະ ໄຮ້ມະນຸດສະທຳ ແລະ ການຫຼອກລວງຂອງມັງກອນແດງທີ່ຍິ່ງໃຫຍ່, ເຊິ່ງໄດ້ປ່ອຍໃຫ້ພວກເຂົາຖືກທຳລາຍດ້ານຈິດໃຈ ແລະ ບໍ່ມີຄວາມກ້າແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່. ສະນັ້ນ, ການປຸກວິນຍານຂອງພວກເຂົາຕ້ອງເລີ່ມດ້ວຍແກ່ນແທ້ຂອງພວກເຂົາ: ໃນແກ່ນແທ້ຂອງພວກເຂົາ, ວິນຍານຂອງພວກເຂົາຕ້ອງຖືກປຸກຂຶ້ນມາ ເທື່ອລະໜ້ອຍ. ເມື່ອມື້ໜຶ່ງ ພວກເຂົາມີຊີວິດແລ້ວ, ກໍຈະບໍ່ມີສິ່ງກີດຂວາງອີກຕໍ່ໄປ ແລະ ທຸກຢ່າງຈະດຳເນີນໄປຢ່າງລຽບງ່າຍ. ໃນເວລານີ້, ສິ່ງນີ້ກໍຍັງຄົງບໍ່ສາມາດບັນລຸໄດ້. ຄົນສ່ວນໃຫຍ່ດຳລົງຊີວິດໃນລັກສະນະທີ່ກໍ່ໃຫ້ເກີດກະແສນໍ້າທີ່ອັນຕະລາຍເຖິງຕາຍຫຼາຍຢ່າງ; ພວກເຂົາຖືກອ້ອມຮອບດ້ວຍບັນຍາກາດແຫ່ງຄວາມຕາຍ ແລະ ມີຫຼາຍຢ່າງທີ່ພວກເຂົາຂາດແຄນ. ຄຳເວົ້າຂອງບາງຄົນແບກຄວາມຕາຍ, ການກະທຳຂອງພວກເຂົາແບກຄວາມຕາຍ ແລະ ເກືອບໝົດທຸກສິ່ງທີ່ພວກເຂົານໍາອອກມາໃນລັກສະນະທີ່ພວກເຂົາດຳລົງຊີວິດແມ່ນປະກອບມີຄວາມຕາຍ. ໃນມື້ນີ້, ຖ້າຜູ້ຄົນເປັນພະຍານໃຫ້ແກ່ພຣະເຈົ້າຢ່າງເປີດເຜີຍ, ແລ້ວພວກເຂົາກໍຈະລົ້ມເຫຼວໃນໜ້າທີ່ນີ້, ຍ້ອນພວກເຂົາຍັງບໍ່ທັນມີຊີວິດຢ່າງສົມບູນເທື່ອ ແລະ ມີຄົນຕາຍຫຼາຍເກີນໄປໃນທ່າມກາງພວກເຈົ້າ. ໃນມື້ນີ້, ບາງຄົນຖາມວ່າ ເປັນຫຍັງພຣະເຈົ້າຈຶ່ງບໍ່ສະແດງສັນຍານ ແລະ ສິ່ງອັດສະຈັນບາງຢ່າງ ເພື່ອວ່າພຣະອົງຈະສາມາດເຜີຍແຜ່ພາລະກິດຂອງພຣະອົງຢ່າງວ່ອງໄວໃນບັນດາຊົນຕ່າງຊາດ. ຄົນຕາຍບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້; ນັ້ນຄືສິ່ງທີ່ມີພຽງຄົນມີຊີວິດເທົ່ານັ້ນສາມາດເຮັດໄດ້ ແລະ ເຖິງຢ່າງໃດກໍຕາມ ຄົນສ່ວນໃຫຍ່ໃນທຸກມື້ນີ້ກໍເປັນ “ຄົນຕາຍ”; ມີຫຼາຍຄົນເກີນໄປທີ່ດຳລົງຊີວິດຢູ່ພາຍໃຕ້ການປົກຄຸມແຫ່ງຄວາມຕາຍ, ພາຍໃຕ້ອິດທິພົນຂອງຊາຕານ ແລະ ບໍ່ສາມາດໄດ້ຮັບໄຊຊະນະໄດ້. ເມື່ອເປັນແບບນີ້, ພວກເຂົາຈະສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ແນວໃດ? ພວກເຂົາຈະສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນໄດ້ແນວໃດ?

ທຸກຄົນທີ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນຄົນທີ່ດຳລົງຊີວິດທ່າມກາງຄວາມຕາຍ, ຄົນທີ່ຖືກຊາຕານຄອບງຳ. ຖ້າບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ຖືກພິພາກສາ ແລະ ຖືກຂ້ຽນຕີໂດຍພຣະເຈົ້າ, ຜູ້ຄົນກໍຈະບໍ່ສາມາດໜີຈາກອິດທິພົນຂອງຄວາມຕາຍໄດ້; ພວກເຂົາບໍ່ສາມາດກາຍເປັນຄົນທີ່ມີຊີວິດໄດ້. “ຄົນຕາຍ” ເຫຼົ່ານີ້ບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ພຣະເຈົ້າບໍ່ສາມາດໃຊ້ພວກເຂົາໄດ້, ແຮງໄກທີ່ຈະເຂົ້າສູ່ອານາຈັກ. ພຣະເຈົ້າຕ້ອງການຄຳພະຍານຂອງຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ແລະ ພຣະອົງຂໍໃຫ້ຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ປະຕິບັດພາລະກິດສຳລັບພຣະອົງ. “ຄົນຕາຍ” ແມ່ນຄົນທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ບໍ່ເສີຍຊາໃນວິນຍານ ແລະ ບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ ບໍ່ໄດ້ນໍາເອົາຄວາມຈິງໄປປະຕິບັດ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວຕໍ່ພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຂູດຮີດໂດຍຊາຕານ. ຄົນຕາຍສະແດງຕົນເອງໂດຍການຢືນຢູ່ກົງກັນຂ້າມກັບຄວາມຈິງ, ໂດຍການກະບົດຕໍ່ພຣະເຈົ້າ ແລະ ໂດຍການເປັນຜູ້ຕໍ່າຕ້ອຍ, ໜ້າລັງກຽດ, ຊົ່ວຮ້າຍ, ໂຫດຮ້າຍ, ບໍ່ຈິງໃຈ ແລະ ຫຼອກລວງ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໄດ້; ເຖິງແມ່ນພວກເຂົາມີຊີວິດ, ພວກເຂົາກໍພຽງແຕ່ເປັນຊາກສົບທີ່ຍ່າງ, ຫາຍໃຈ. ຄົນຕາຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງສິ້ນເຊີງ, ແຮງໄກທີ່ຈະໃຫ້ເຊື່ອຟັງພຣະອົງທັງໝົດ. ພວກເຂົາພຽງແຕ່ຫຼອກລວງພຣະອົງ, ໝິ່ນປະໝາດພຣະອົງ ແລະ ທໍລະຍົດພຣະອົງເທົ່ານັ້ນ ແລະ ທຸກສິ່ງທີ່ພວກເຂົາສະແດງອອກຈາກລັກສະນະທີ່ພວກເຂົາດຳລົງຊີວິດກໍເປີດເຜີຍເຖິງທຳມະຊາດຂອງຊາຕານ. ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ. ຄົນທີ່ມີຊີວິດແມ່ນຖືກຊ່ວຍໃຫ້ລອດພົ້ນໂດຍຣະເຈົ້າ; ພວກເຂົາໄດ້ຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ພວກເຂົາເຕັມໃຈອຸທິດຕົນເອງ ແລະ ມີຄວາມສຸກທີ່ຈະວາງຊີວິດຂອງພວກເຂົາລົງໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຈະເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອຄົນທີ່ມີຊີວິດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ, ຊາຕານຈຶ່ງຈະຖືກເຮັດໃຫ້ອັບອາຍ; ມີແຕ່ຄົນທີ່ມີຊີວິດເທົ່ານັ້ນ ທີ່ສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນຂອງພຣະເຈົ້າໄດ້, ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ພໍໃຈພຣະເຈົ້າ ແລະ ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ເປັນຄົນແທ້ຈິງ. ໃນເບື້ອງຕົ້ນ ມະນຸດທີ່ພຣະເຈົ້າສ້າງຂຶ້ນແມ່ນມີຊີວິດ, ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງດຳລົງຊີວິດທ່າມກາງຄວາມຕາຍ ແລະ ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນລັກສະນະນີ້ ຜູ້ຄົນຈຶ່ງໄດ້ກາຍເປັນຄົນຕາຍທີ່ບໍ່ມີວິນຍານ, ພວກເຂົາໄດ້ກາຍເປັນສັດຕູຜູ້ທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາໄດ້ກາຍເປັນເຄື່ອງມືຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນຊະເລີຍຂອງຊາຕານ. ຄົນທີ່ມີຊີວິດທຸກຄົນທີ່ພຣະເຈົ້າສ້າງຂຶ້ນໄດ້ກາຍເປັນຄົນຕາຍ ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຄຳພະຍານຂອງພຣະອົງ ແລະ ພຣະອົງກໍໄດ້ສູນເສຍມະນຸດຊາດ ທີ່ພຣະອົງສ້າງຂຶ້ນມາ ແລະ ເຊິ່ງເປັນສິ່ງໜຶ່ງດຽວທີ່ມີລົມຫາຍໃຈຂອງພຣະອົງ. ຖ້າພຣະເຈົ້າຈະເອົາຄຳພະຍານຂອງພຣະອົງກັບຄືນມາ ແລະ ເອົາຄົນເຫຼົ່ານັ້ນທີ່ຖືກສ້າງດ້ວຍມືຂອງພຣະອົງ ແຕ່ຖືກຈັບເປັນຊະເລີຍໂດຍຊາຕານນັ້ນຄືນມາ, ແລ້ວພຣະອົງກໍຈະຕ້ອງເຮັດໃຫ້ພວກເຂົາຟື້ນຄືນຊີບ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດ ແລະ ພຣະອົງຕ້ອງເອົາພວກເຂົາກັບຄືນມາ ເພື່ອໃຫ້ພວກເຂົາດຳລົງຊີວິດໃນແສງສະຫວ່າງຂອງພຣະອົງ. ຄົນຕາຍແມ່ນຄົນທີ່ບໍ່ມີວິນຍານ, ຄົນທີ່ເສີຍຊາທີ່ສຸດ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີເຈດຕະນາທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາພຽງແຕ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ຄົນທີ່ມີຊີວິດແມ່ນຄົນທີ່ວິນຍານຂອງພວກເຂົາໄດ້ເກີດໃໝ່, ຄົນທີ່ຮູ້ຈັກເຊື່ອຟັງພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມີຄວາມຈິງ ແລະ ຄຳພະຍານ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢູ່ໃນເຮືອນຂອງພຣະອົງ. ພຣະເຈົ້າຊ່ວຍຄົນເຫຼົ່ານັ້ນທີ່ສາມາດມີຊີວິດໃຫ້ລອດພົ້ນ, ຄົນທີ່ສາມາດແນມເຫັນຄວາມລອດພົ້ນຂອງພຣະເຈົ້າ, ຄົນທີ່ສາມາດຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ເຕັມໃຈສະແຫວງຫາພຣະເຈົ້າ. ພຣະອົງຊ່ວຍເຫຼືອຄົນທີ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະອົງ ແລະ ໃນການປາກົດຕົວຂອງພຣະອົງ. ບາງຄົນສາມາດມີຊີວິດ ແລະ ບາງຄົນກໍບໍ່ສາມາດມີ; ສິ່ງນີ້ຂຶ້ນກັບວ່າ ທຳມະຊາດຂອງພວກເຂົາສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່. ຫຼາຍຄົນໄດ້ຍິນພຣະທຳຂອງພຣະເຈົ້າຢ່າງຫຼວງຫຼາຍ ແຕ່ກໍຍັງບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍັງບໍ່ສາມາດນໍາສິ່ງເຫຼົ່ານັ້ນໄປປະຕິບັດໄດ້. ຜູ້ຄົນດັ່ງກ່າວບໍ່ສາມາດດຳລົງຊີວິດຕາມຄວາມຈິງໃດໆ ແລະ ຍັງຕັ້ງໃຈແຊກແຊງພາລະກິດຂອງພຣະເຈົ້ານຳອີກ. ພວກເຂົາບໍ່ສາມາດປະຕິບັດພາລະກິດໃດໆສຳລັບພຣະເຈົ້າ, ພວກເຂົາບໍ່ສາມາດອຸທິດສິ່ງໃດໜຶ່ງໃຫ້ແກ່ພຣະອົງໄດ້ ແລະ ພວກເຂົາຍັງໃຊ້ເງິນຂອງຄຣິສຕະຈັກຢ່າງລັບໆ ແລະ ກິນລ້າໆຢູ່ໃນເຮືອນຂອງພຣະເຈົ້ານຳອີກ. ຄົນເຫຼົ່ານີ້ຕາຍແລ້ວ ແລະ ພວກເຂົາຈະບໍ່ໄດ້ຖືກຊ່ວຍເຫຼືອໃຫ້ລອດພົ້ນ. ພຣະເຈົ້າຊ່ວຍເຫຼືອທຸກຄົນ ທີ່ຢູ່ທ່າມກາງພາລະກິດຂອງພຣະອົງ, ແຕ່ມີສ່ວນໜຶ່ງ ທີ່ບໍ່ສາມາດໄດ້ຮັບເອົາຄວາມລອດພົ້ນຂອງພຣະອົງ; ມີແຕ່ຈຳນວນໜ້ອຍໜຶ່ງເທົ່ານັ້ນ ທີ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ນີ້ກໍຍ້ອນເພາະຄົນສ່ວນໃຫຍ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງເກີນໄປ ແລະ ໄດ້ກາຍມາເປັນຄົນຕາຍ ແລະ ພວກເຂົາເກີນຄວາມລອດພົ້ນ; ພວກເຂົາຖືກຂູດຮີດໂດຍຊາຕານຈົນໝົດກ້ຽງ ແລະ ພວກເຂົາຊົ່ວຮ້າຍເກີນໄປໃນທຳມະຊາດຂອງພວກເຂົາ. ຄົນຈຳນວນໜ້ອຍຍັງບໍ່ສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ພວກເຂົາບໍ່ແມ່ນຄົນທີ່ຊື່ສັດຕໍ່ພຣະເຈົ້າຢ່າງແທ້ຈິງ ຕັ້ງແຕ່ຕອນເລີ່ມຕົ້ນ ຫຼື ຄົນທີ່ມີຄວາມຮັກສຸດຂີດສຳລັບພຣະເຈົ້າ ຕັ້ງແຕ່ຕອນເລີ່ມຕົ້ນ; ກົງກັນຂ້າມ, ພວກເຂົາເຊື່ອຟັງພຣະເຈົ້າ ຍ້ອນພາລະກິດແຫ່ງການເອົາຊະນະຂອງພຣະອົງ, ພວກເຂົາເຫັນພຣະເຈົ້າ ຍ້ອນຄວາມຮັກອັນສູງສຸດຂອງພຣະອົງ, ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາ ຍ້ອນອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ພວກເຂົາຮູ້ພຣະເຈົ້າຍ້ອນພາລະກິດຂອງພຣະອົງ ເຊິ່ງເປັນພາລະກິດທີ່ທັງເປັນຈິງ ແລະ ທຳມະດາ. ຖ້າບໍ່ມີພາລະກິດນີ້ຂອງພຣະເຈົ້າ, ບໍ່ວ່າຄົນເຫຼົ່ານີ້ຈະດີພຽງໃດ ພວກເຂົາກໍຍັງເປັນຂອງຊາຕານ, ພວກເຂົາຈະຍັງເປັນຂອງຄວາມຕາຍແລະ ພວກເຂົາຍັງຈະຕາຍຢູ່. ຂໍ້ແທ້ຈິງທີ່ຄົນເຫຼົ່ານີ້ສາມາດຮັບເອົາຄວາມລອດພົ້ນຂອງພຣະເຈົ້າໃນມື້ນີ້ ກໍຍ້ອນວ່າ ພວກເຂົາເຕັມໃຈຮ່ວມມືກັບພຣະເຈົ້າ.

ຍ້ອນຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ, ຄົນທີ່ມີຊີວິດຈະຖືກພຣະເຈົ້າຮັບເອົາໂດຍພຣະເຈົ້າ ແລະ ດຳລົງຊີວິດຢູ່ທ່າມກາງຄຳສັນຍາຂອງພຣະອົງ ແລະ ຍ້ອນການທີ່ພວກເຂົາຕໍ່ຕ້ານພຣະເຈົ້າ, ຄົນຕາຍຈະຖືກພຣະເຈົ້າກຽດຊັງ ແລະ ປະຕິເສດ ແລະ ດໍາລົງຊີວິດຢູ່ທ່າມກາງການລົງໂທດ ແລະ ການສາບແຊ່ງຂອງພຣະອົງ. ສິ່ງດັ່ງກ່າວແມ່ນອຸປະນິໄສອັນຊອບທຳຂອງພຣະເຈົ້າ ເຊິ່ງມະນຸດບໍ່ສາມາດປ່ຽນແປງໄດ້. ຍ້ອນວ່າການສະແຫວງຫາຂອງພວກເຂົາເອງ, ຜູ້ຄົນຈຶ່ງໄດ້ຮັບການເຫັນດີເຫັນພ້ອມຂອງພຣະເຈົ້າ ແລະ ດຳລົງຊີວິດໃນແສງສະຫວ່າງ; ຍ້ອນກົນອຸບາຍທີ່ເລ່ລ່ຽມຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າສາບແຊ່ງ ແລະ ລົງສູ່ການລົງໂທດ; ຍ້ອນການກະທຳຊົ່ວຂອງພວກເຂົາ, ຜູ້ຄົນຈຶ່ງຖືກພຣະເຈົ້າລົງໂທດ ແລະ ຍ້ອນຄວາມປາດຖະໜາ ແລະ ຄວາມຈົງຮັກພັກດີຂອງພວກເຂົາ, ຜູ້ຄົນຈຶ່ງໄດ້ຮັບພອນຂອງພຣະເຈົ້າ. ພຣະເຈົ້າຊອບທຳ: ພຣະອົງອວຍພອນແກ່ຄົນທີ່ມີຊີວິດ ແລະ ສາບແຊ່ງຄົນຕາຍ ເພື່ອໃຫ້ພວກເຂົາຢູ່ທ່າມກາງຄວາມຕາຍຢູ່ສະເໝີ ແລະ ຈະບໍ່ດຳລົງຊີວິດໃນແສງສະຫວ່າງຂອງພຣະເຈົ້າຈັກເທື່ອ. ພຣະເຈົ້າຈະນຳເອົາຄົນທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງ, ສູ່ພອນຂອງພຣະອົງ, ເພື່ອໃຫ້ຢູ່ກັບພຣະອົງຕະຫຼອດໄປ. ແຕ່ສຳລັບຄົນຕາຍ, ພຣະອົງຈະຕີພວກເຂົາ ແລະ ສົ່ງພວກເຂົາໄປສູ່ຄວາມຕາຍຢ່າງນິລັນດອນ; ພວກເຂົາແມ່ນເປົ້າໝາຍແຫ່ງການທຳລາຍຂອງພຣະອົງ ແລະ ຈະເປັນຂອງຊາຕານຢູ່ສະເໝີໄປ. ພຣະເຈົ້າປະຕິບັດຕໍ່ທຸກຄົນຢ່າງຍຸຕິທຳ. ທຸກຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນເຮືອນຂອງພຣະເຈົ້າ ແລະ ທຸກຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດເຂົ້າກັບພຣະອົງໄດ້ແມ່ນຈະດຳລົງຊີວິດຢູ່ທ່າມກາງການລົງໂທດຂອງພຣະອົງຢ່າງແນ່ນອນ. ບາງເທື່ອ ເຈົ້າອາດຈະບໍ່ທັນແນ່ໃຈກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ ແຕ່ໃນມື້ໜຶ່ງ ເນື້ອໜັງຂອງພຣະເຈົ້າຈະບໍ່ຈັດແຈງຈຸດຈົບຂອງມະນຸດໂດຍກົງ; ກົງກັນຂ້າມ, ພຣະວິນຍານຂອງພຣະອົງຈະຈັດແຈງຈຸດໝາຍປາຍທາງຂອງມະນຸດ ແລະ ໃນເວລານັ້ນ ຜູ້ຄົນຈະຮູ້ວ່າ ເນື້ອໜັງຂອງພຣະເຈົ້າ ແລະ ພຣະວິນຍານຂອງພຣະອົງແມ່ນສິ່ງດຽວກັນ, ເນື້ອໜັງຂອງພຣະອົງບໍ່ສາມາດເຮັດຜິດພາດໄດ້ ແລະ ພຣະວິນຍານຂອງພຣະອົງຍິ່ງບໍ່ສາມາດທີ່ຈະເຮັດຜິດພາດໄດ້. ໃນທີ່ສຸດ, ພຣະອົງຈະນຳເອົາຜູ້ທີ່ມີຊີວິດໄປສູ່ອານາຈັກຂອງພຣະອົງຢ່າງແນ່ນອນ; ໂດຍທີ່ບໍ່ຫຼາຍເກີນໄປແມ່ນແຕ່ຄົນດຽວ ແລະ ບໍ່ໜ້ອຍເກີນໄປແມ່ນແຕ່ຄົນດຽວ. ສຳລັບຄົນຕາຍ ຜູ້ທີ່ບໍ່ມີຊີວິດ, ພວກເຂົາຈະຖືກໂຍນເຂົ້າສູ່ຖໍ້າຂອງຊາຕານ.

ກ່ອນນີ້: ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້

ຕໍ່ໄປ: ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້