ເຈົ້າຄວນຮັກສາຄວາມອຸທິດຂອງເຈົ້າຕໍ່ພຣະເຈົ້າໄວ້

ໃນປັດຈຸບັນນີ້ ພຣະວິນຍານບໍລິສຸດປະຕິບັດພາລະກິດຢູ່ໃນແຕ່ລະຄຣິສຕະຈັກແນວໃດ? ເຈົ້າມີຄວາມເຂົ້າໃຈກ່ຽວກັບຄໍາຖາມນີ້ບໍ? ຄວາມຫຍຸ້ງຍາກອັນຍິ່ງໃຫຍ່ທີ່ສຸດຂອງອ້າຍເອື້ອຍນ້ອງແມ່ນຫຍັງ? ພວກເຂົາຂາດເຂີນຫຍັງຫຼາຍທີ່ສຸດ? ປັດຈຸບັນນີ້, ມີບາງຄົນທີ່ຄິດດ້ານລົບ ໃນຂະນະທີ່ພວກເຂົາໄດ້ຮັບການທົດລອງ ແລະ ບາງຄົນໃນພວກເຂົາເຖິງກັບຕໍ່ວ່າ. ບາງຄົນບໍ່ກ້າວໄປຂ້າງໜ້າອີກ ຍ້ອນວ່າພຣະເຈົ້າໄດ້ກ່າວສໍາເລັດແລ້ວ. ຜູ້ຄົນບໍ່ໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການເຊື່ອພຣະເຈົ້າ. ພວກເຂົາບໍ່ສາມາດດຳລົງຊີວິດຢູ່ຢ່າງເປັນອິດສະຫຼະ ແລະ ພວກເຂົາບໍ່ສາມາດຮັກສາຊີວິດຝ່າຍວິນຍານຂອງພວກເຂົາໄດ້. ມີບາງຄົນທີ່ປະຕິບັດຕາມ ແລະ ສະແຫວງຫາດ້ວຍຄວາມແຮງກ້າ ແລະ ເຕັມໃຈປະຕິບັດຕາມເມື່ອພຣະເຈົ້າເວົ້າ. ແຕ່ເມື່ອພຣະເຈົ້າບໍ່ເວົ້າ, ພວກເຂົາກໍບໍ່ກ້າວໄປຂ້າງໜ້າອີກຕໍ່ໄປ. ຜູ້ຄົນຍັງບໍ່ເຂົ້າໃຈໃຈຄວາມປະສົງຂອງພຣະເຈົ້າພາຍໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຮັກທີ່ເກີດຂຶ້ນໂດຍທໍາມະຊາດຕໍ່ພຣະເຈົ້າ; ໃນອະດີດພວກເຂົາໄດ້ຕິດຕາມພຣະເຈົ້າກໍຍ້ອນວ່າພວກເຂົາຖືກບັງຄັບ. ປັດຈຸບັນນີ້ ມີບາງຄົນທີ່ເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ແລ້ວຜູ້ຄົນດັ່ງກ່າວບໍ່ໄດ້ຕົກຢູ່ໃນອັນຕະລາຍບໍ? ມີຫຼາຍຄົນທີ່ຢູ່ໃນສະພາວະທີ່ພຽງແຕ່ໃຊ້ຊີວິດຮັບມືກັບບັນຫາ. ເຖິງແມ່ນວ່າພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອະທິຖານຕໍ່ພຣະອົງ, ພວກເຂົາປະຕິບັດຢ່າງບໍ່ເຕັມໃຈ ແລະ ພວກເຂົາກໍບໍ່ມີແຮງຜັກດັນທີ່ພວກເຂົາເຄີຍມີ ແລະ ຄົນສ່ວນຫຼາຍບໍ່ສົນໃຈໃນພາລະກິດແຫ່ງການເຮັດໃຫ້ບໍລິສຸດ ແລະ ການເຮັດໃຫ້ສົມບູນແບບຂອງພຣະເຈົ້າ ແລະ ແນ່ນອນແລ້ວ ມັນຄືກັບວ່າ ພວກເຂົາບໍ່ເຄີຍມີແຮງຜັກດັນໃດເລີຍຈາກພາຍໃນທີ່ສະໝໍ່າສະເໝີ. ເມື່ອພວກເຂົາເອົາຊະນະການຝ່າຝືນ, ພວກເຂົາບໍ່ຮູ້ສຶກເປັນໜີ້ບຸນຄຸນຕໍ່ພຣະເຈົ້າ ຫຼື ພວກເຂົາບໍ່ຮູ້ສຶກເສຍໃຈເລີຍ. ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ອອກຫ່າງຈາກຄຣິສຕະຈັກ ແລະ ກົງກັນຂ້າມ ພວກເຂົາສະແຫວງຫາພຽງແຕ່ຄວາມເພິ່ງພໍໃຈຊົ່ວຄາວເທົ່ານັ້ນ. ຄົນເຫຼົ່ານີ້ໂງ່ຈ້າຫຼາຍ ໂງ່ຈ້າທີ່ສຸດ! ເມື່ອເວລາມາເຖິງ, ພວກເຂົາທັງໝົດຈະຖືກໄລ່ອອກ ແລະ ຈະບໍ່ມີໃຜລອດແມ່ນແຕ່ຄົນດຽວ! ເຈົ້າຄິດວ່າ ຖ້າບາງຄົນໄດ້ຖືກຊ່ວຍໃຫ້ລອດພົ້ນຄັ້ງໜຶ່ງແລ້ວ ພວກເຂົາຈະຖືກຊ່ວຍໃຫ້ລອດພົ້ນສະເໝີໄປບໍ? ຄວາມເຊື່ອນີ້ເປັນພຽງການຫຼອກລວງລ້ວນໆ! ບັນດາຜູ້ທີ່ບໍ່ສະແຫວງຫາການເຂົ້າສູ່ຊີວິດທັງໝົດຈະຖືກຕີສອນ. ຫຼາຍຄົນບໍ່ມີຄວາມສົນໃຈຢ່າງແນ່ນອນໃນການເຂົ້າສູ່ຊີວິດ, ໃນນິມິດ ຫຼື ໃນການນຳເອົາຄວາມຈິງເຂົ້າສູ່ການປະຕິບັດ. ພວກເຂົາບໍ່ສະແຫວງຫາການເຂົ້າເຖິງ ແລະ ແນ່ນອນ ພວກເຂົາຈະບໍ່ສະແຫວງຫາການເຂົ້າເຖິງຢ່າງເລິກເຊິ່ງກວ່ານີ້ອີກ. ບໍ່ແມ່ນພວກເຂົາກຳລັງທຳລາຍຕົວເອງບໍ? ປັດຈຸບັນນີ້, ມີຄົນຈໍານວນໜຶ່ງທີ່ມີເງື່ອນໄຂດີຂຶ້ນເລື້ອຍໆ. ຍິ່ງພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍເທົ່າໃດ ພວກເຂົາຍິ່ງມີຄວາມໝັ້ນໃຈຫຼາຍຂຶ້ນເທົ່ານັ້ນ ແລະ ຍິ່ງພວກເຂົາມີປະສົບການຫຼາຍເທົ່າໃດ ພວກເຂົາຍິ່ງຮູ້ສຶກເຖິງຄວາມເລິກລັບອັນເລິກເຊິ່ງແຫ່ງພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ຍິ່ງພວກເຂົາເຂົ້າເຖິງເລິກເທົ່າໃດ, ພວກເຂົາຍິ່ງເຂົ້າໃຈຫຼາຍຂຶ້ນເທົ່ານັ້ນ. ພວກເຂົາຮູ້ສຶກວ່າ ຄວາມຮັກຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍ, ພວກເຂົາຮູ້ສຶກໝັ້ນຄົງ ແລະ ໄດ້ຮັບແສງສະຫວ່າງຢູ່ພາຍໃນພວກເຂົາເອງ. ພວກເຂົາມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ. ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດຕໍ່. ບາງຄົນເວົ້າວ່າ “ເຖິງແມ່ນວ່າບໍ່ມີພຣະທຳໃໝ່ຈາກພຣະເຈົ້າ, ຂ້ານ້ອຍຍັງຕ້ອງໄດ້ສະແຫວງຫາເພື່ອເຂົ້າເຖິງຄວາມຈິງໃຫ້ເລິກເຊິ່ງກວ່າເກົ່າ, ຂ້ານ້ອຍຕ້ອງຈິງຈັງກັບທຸກໆສິ່ງໃນປະສົບການຕົວຈິງຂອງຂ້ານ້ອຍ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ”. ຄົນປະເພດນີ້ມີພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ສະແດງໃບໜ້າຂອງພຣະອົງ ແລະ ປິດບັງຈາກທຸກຄົນ ແລະ ພຣະອົງບໍ່ໄດ້ກ່າວພຣະທຳໃດໆ ແລະ ມີຫຼາຍຄັ້ງທີ່ຜູ້ຄົນປະສົບກັບການເຮັດໃຫ້ບໍລິສຸດພາຍໃນ, ແຕ່ພຣະເຈົ້າກໍບໍ່ໄດ້ຫຼົບໜີຈາກຜູ້ຄົນໂດຍສິ້ນເຊິ່ງ. ຖ້າຜູ້ຄົນບໍ່ສາມາດຮັກສາຄວາມຈິງທີ່ພວກເຂົາຄວນປະຕິບັດ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ໃນຊ່ວງໄລຍະຂອງການເຮັດໃຫ້ບໍລິສຸດ, ໄລຍະທີ່ພຣະເຈົ້າບໍ່ສະແດງຕົວຕົນ, ຖ້າເຈົ້າບໍ່ມີຄວາມໝັ້ນໃຈ ແຕ່ກົງກັນຂ້າມ ທໍ້ຖອຍໄປ, ຖ້າເຈົ້າບໍ່ສຸມໃສ່ການປະສົບພຣະທຳຂອງພຣະອົງ, ເຈົ້າກໍກໍາລັງຫຼົບໜີຈາກພາລະກິດຂອງພຣະເຈົ້າ. ຫຼັງຈາກນັ້ນ, ເຈົ້າກໍຈະເປັນໜຶ່ງໃນຜູ້ຄົນເຫຼົ່ານັ້ນທີ່ຖືກໄລ່ອອກໄປ. ບັນດາຜູ້ທີ່ບໍ່ສະແຫວງຫາເພື່ອເຂົ້າເຖິງພຣະທຳຂອງພຣະເຈົ້າ ບໍ່ສາມາດຢືນເປັນພະຍານໃຫ້ພຣະອົງໄດ້. ຄົນທີ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ເຮັດຕາມຄວາມປະສົງຂອງພຣະອົງນັ້ນລ້ວນແຕ່ຕ້ອງໄດ້ເພິ່ງພາແຮງຜັກດັນຂອງພວກເຂົາເພື່ອສະແຫວງຫາພຣະທຳຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ຕົ້ນຕໍແລ້ວແມ່ນເພື່ອໃຫ້ພວກເຂົາໄດ້ຮັບຄວາມຈິງ; ການທີ່ເຈົ້າສະແຫວງຫາຊີວິດ ນັ້ນກໍເພື່ອເຮັດໃຫ້ຕົວເຈົ້າເອງສົມບູນແບບ ແລະ ທັງໝົດນັ້ນແມ່ນເພື່ອເຮັດໃຫ້ເຈົ້າເໝາະສົມສຳລັບການນຳໃຊ້ຂອງພຣະເຈົ້າ. ທັງໝົດທີ່ເຈົ້າກຳລັງສະແຫວງຫາຢູ່ຕອນນີ້ ແມ່ນການໄດ້ຍິນຄວາມເລິກລັບຕ່າງໆ, ການຟັງພຣະທຳຂອງພຣະເຈົ້າ, ການລ້ຽງດວງຕາຂອງເຈົ້າ ແລະ ການແຍງເບິ່ງວ່າມີບາງສິ່ງໃຫມ່ ຫຼື ມີແນວໂນ້ມຫຍັງບໍ ແລະ ດ້ວຍເຫດນັ້ນ ຈຶ່ງສະໜອງຄວາມຢາກຮູ້ຢາກເຫັນຂອງເຈົ້າ. ຖ້ານີ້ແມ່ນຄວາມຕັ້ງໃຈໃນໃຈຂອງເຈົ້າ, ບໍ່ມີທາງທີ່ເຈົ້າຈະບັນລຸຂໍ້ກໍານົດຂອງພຣະເຈົ້າໄດ້. ບັນດາຜູ້ທີ່ບໍ່ສະແຫວງຫາຄວາມຈິງບໍ່ສາມາດປະຕິບັດຕາມຈົນເຖິງທີ່ສຸດໄດ້. ປັດຈຸບັນນີ້, ບໍ່ແມ່ນວ່າພຣະເຈົ້າບໍ່ກະທຳບາງສິ່ງ ແຕ່ກົງກັນຂ້າມແມ່ນຜູ້ຄົນທີ່ບໍ່ຮ່ວມມືກັບພຣະອົງ, ຍ້ອນວ່າພວກເຂົາເບື່ອໜ່າຍກັບພາລະກິດຂອງພຣະເຈົ້າ. ພວກເຂົາຢາກໄດ້ຍິນພຣະທຳແຫ່ງການອວຍພອນຂອງພຣະອົງເທົ່ານັ້ນ ແລະ ພວກເຂົາບໍ່ປາດຖະໜາທີ່ຈະໄດ້ຍິນພຣະທຳແຫ່ງການພິພາກສາ ແລະ ການຕີສອນ. ແມ່ນຫຍັງຄືເຫດຜົນສຳລັບເລື່ອງນີ້? ກໍເຫດຜົນກໍຄືຄວາມປາດຖະໜາຂອງຄົນເພື່ອໄດ້ຮັບການອວຍພອນນັ້ນຍັງບໍ່ທັນໄດ້ຖືກບັນລຸ ແລະ ດັ່ງນັ້ນ ພວກເຂົາຈຶ່ງມີແນວຄິດລົບ ແລະ ອ່ອນແອອີກດ້ວຍ. ມັນບໍ່ແມ່ນວ່າພຣະເຈົ້າຕັ້ງໃຈບໍ່ອະນຸຍາດໃຫ້ຄົນຕິດຕາມພຣະອົງ ຫຼື ບໍ່ແມ່ນວ່າພຣະອົງຕັ້ງໃຈສົ່ງເຫດຮ້າຍມາສູ່ມະນຸດຊາດ. ຜູ້ຄົນມີແນວຄິດລົບ ແລະ ອ່ອນແອກໍຍ້ອນຄວາມຕັ້ງໃຈຂອງພວກເຂົາບໍ່ເໝາະສົມເທົ່ານັ້ນ. ພຣະເຈົ້າແມ່ນພຣະເຈົ້າທີ່ໃຫ້ຊີວິດແກ່ມະນຸດ ແລະ ພຣະອົງບໍ່ສາມາດນຳມະນຸດໄປສູ່ຄວາມຕາຍໄດ້. ການມີແນວຄິດລົບ, ຄວາມອ່ອນແອ ແລະ ການທໍ້ຖອຍຂອງຄົນ ທັງໝົດນັ້ນລ້ວນແລ້ວແຕ່ເກີດຈາກການປະຕິບັດຂອງພວກເຂົາເອງ.

ພາລະກິດປັດຈຸບັນຂອງພຣະເຈົ້ານຳເອົາການຫຼໍ່ຫຼອມບາງຢ່າງມາສູ່ຜູ້ຄົນ ແລະ ມີພຽງບັນດາຜູ້ທີ່ສາມາດຕັ້ງໝັ້ນຢູ່ໃນການເຮັດໃຫ້ບໍລິສຸດນີ້ເທົ່ານັ້ນທີ່ຈະໄດ້ຮັບການຍອມຮັບຈາກພຣະເຈົ້າ. ບໍ່ວ່າພຣະອົງຈະປົກປິດຕົວພຣະອົງເອງແນວໃດກໍຕາມ, ບໍ່ວ່າຈະບໍ່ເວົ້າ ຫຼື ບໍ່ປະຕິບັດພາລະກິດ, ເຈົ້າຍັງສາມາດສະແຫວງຫາດ້ວຍຄວາມແຮງກ້າ. ເຖິງແມ່ນວ່າພຣະເຈົ້າໄດ້ເວົ້າວ່າພຣະອົງຈະປະຕິເສດເຈົ້າ, ເຈົ້າກໍຍັງຈະຕິດຕາມພຣະອົງຢູ່. ນີ້ແມ່ນການຢືນເປັນພະຍານໃຫ້ກັບພຣະເຈົ້າ. ຖ້າພຣະເຈົ້າປົກປິດພຣະອົງເອງຈາກເຈົ້າ ແລະ ເຈົ້າກໍຢຸດຕິດຕາມພຣະອົງ, ແລ້ວນີ້ແມ່ນການຢືນເປັນພະຍານໃຫ້ກັບພຣະເຈົ້າບໍ? ຖ້າຄົນບໍ່ເຂົ້າເຖິງຢ່າງແທ້ຈິງ, ພວກເຂົາກໍຈະບໍ່ມີວຸດທິພາວະທີ່ແທ້ຈິງ ແລະ ເມື່ອພວກເຂົາພົບກັບການທົດລອງຄັ້ງໃຫຍ່ຢ່າງແທ້ຈິງ, ພວກເຂົາກໍຈະສະດຸດ. ເມື່ອພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດໃນສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າກໍຈະບໍ່ເຫັນດີນຳ. ຖ້າພຣະເຈົ້າປະຕິບັດຕາມແນວຄິດຂອງເຈົ້າໃນປັດຈຸບັນ, ຖ້າພຣະອົງເຮັດຕາມຄວາມປະສົງຂອງເຈົ້າ ແລະ ເຈົ້າສາມາດຢືນຂຶ້ນ ແລະ ສະແຫວງຫາດ້ວຍຄວາມແຮງກ້າ, ແລ້ວແມ່ນຫຍັງຈະເປັນພື້ນຖານທີ່ເຈົ້າດໍາລົງຊີວິດຢູ່? ເຮົາເວົ້າວ່າ ມີຫຼາຍຄົນທີ່ດໍາລົງຊີວິດຢູ່ດ້ວຍການອາໄສຄວາມຢາກຮູ້ຢາກເຫັນຂອງມະນຸດທັງໝົດ. ພວກເຂົາບໍ່ມີມັນໃນຫົວໃຈອັນແທ້ຈິງແຫ່ງການສະແຫວງຫາຢ່າງແນ່ນອນ. ບັນດາຜູ້ທີ່ບໍ່ສະແຫວງຫາການເຂົ້າສູ່ຄວາມຈິງ ແຕ່ອາໄສຄວາມຢາກຮູ້ຢາກເຫັນໃນຊີວິດຂອງພວກເຂົາ ແມ່ນເປັນຄົນໜ້າລັງກຽດ ແລະ ພວກເຂົາກໍຕົກຢູ່ໃນອັນຕະລາຍ! ພາລະກິດຫຼາກຫຼາຍປະເພດຂອງພຣະເຈົ້າຖືກປະຕິບັດທັງໝົດແມ່ນເພື່ອເຮັດໃຫ້ມະນຸດຊາດສົມບູນແບບ. ແນວໃດກໍຕາມ, ຄົນກໍຢາກຮູ້ຢາກເຫັນຢູ່ສະເໝີ, ພວກເຂົາມັກສອບຖາມກ່ຽວກັບຂ່າວລື, ພວກເຂົາກັງວົນກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນໃນຕ່າງແດນ, ຍົກຕົວຢ່າງ: ມີຫຍັງກຳລັງເກີດຂຶ້ນຢູ່ປະເທດອິດສະລາເອັນ ຫຼື ຖ້າມີແຜ່ນດິນໄຫວເກີດຂຶ້ນຢູ່ປະເທດອີຢິບ ພວກເຂົາກໍຈະຊອກຫາສິ່ງແປກໃຫມ່ຢູ່ສະເໝີ ເພື່ອຕອບສະໜອງຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາ. ພວກເຂົາບໍ່ໄດ້ສະແຫວງຫາຊີວິດ ຫຼື ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນແບບ. ພວກເຂົາພຽງສະແຫວງຫາໃຫ້ວັນຂອງພຣະເຈົ້າມາເຖິງໄວໆ ເພື່ອວ່າຄວາມຝັນອັນງົດງາມຂອງພວກເຂົາອາດຈະກາຍເປັນຈິງ ແລະ ຄວາມປາດຖະໜາເກີນເຫດຜົນຂອງພວກເຂົາຈະໄດ້ບັນລຸຜົນ. ຄົນປະເພດນັ້ນບໍ່ແມ່ນຄົນທີ່ມີເຫດຜົນ, ພວກເຂົາເປັນຄົນທີ່ມີມຸມມອງທີ່ບໍ່ເໝາະສົມ. ມີພຽງການສະແຫວງຫາຄວາມຈິງແມ່ນຮາກຖານຂອງການເຊື່ອໃນພຣະເຈົ້າຂອງມວນມະນຸດ ແລະ ຖ້າຄົນບໍ່ສະແຫວງຫາການເຂົ້າສູ່ຊີວິດ, ຖ້າພວກເຂົາບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈແລ້ວ, ພວກເຂົາກໍຈະຖືກລົງໂທດ. ບັນດາຜູ້ທີ່ຖືກລົງໂທດແມ່ນບັນດາຜູ້ທີ່ບໍ່ທັນມີພາລະກິດຂອງພຣະວິນຍານບໍລິສຸດໃນຊ່ວງເວລາແຫ່ງການປະຕິບັດພາລະກິດຂອງພຣະເຈົ້າ.

ຜູ້ຄົນຄວນຮ່ວມມືກັບພຣະເຈົ້າໃນຂັ້ນຕອນນີ້ຂອງພາລະກິດຂອງພຣະອົງແນວໃດ? ປັດຈຸບັນນີ້ ພຣະເຈົ້າກຳລັງທົດສອບມະນຸດຢູ່. ພຣະອົງບໍ່ໄດ້ກ່າວພຣະທຳໃດໆ ແຕ່ກໍາລັງປົກປິດພຣະອົງເອງຢູ່ ແລະ ບໍ່ໄດ້ຕິດຕໍ່ກັບຄົນໂດຍກົງ. ຈາກພາຍນອກ, ເບິ່ງຄືກັບວ່າພຣະອົງບໍ່ໄດ້ປະຕິບັດພາລະກິດ, ແຕ່ຄວາມຈິງຄື ພຣະອົງກຳລັງປະຕິບັດພາລະກິດໃນຕົວມະນຸດຢູ່. ທຸກຄົນທີ່ກຳລັງສະແຫວງຫາການເຂົ້າສູ່ຊີວິດແມ່ນມີນິມິດສຳລັບການສະແຫວງຫາຊີວິດຂອງພວກເຂົາ ແລະ ເຖິງແມ່ນວ່າພວກເຂົາບໍ່ທັນເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບພາລະກິດຂອງພຣະເຈົ້າ ພວກເຂົາກໍບໍ່ມີຄວາມສົງໄສ. ເມື່ອໄດ້ຮັບການທົດລອງ, ເຖິງແມ່ນວ່າ ເມື່ອເຈົ້າບໍ່ຮູ້ວ່າພຣະເຈົ້າຕ້ອງການກະທຳສິ່ງໃດ ແລະ ພາລະກິດໃດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ເຈົ້າຄວນຮູ້ວ່າຄວາມຕັ້ງໃຈຂອງພຣະເຈົ້າເພື່ອມວນມະນຸດນັ້ນດີສະເໝີ. ຖ້າເຈົ້າສະແຫວງຫາພຣະອົງດ້ວຍໃຈຈິງ, ພຣະອົງກໍຈະບໍ່ມີວັນປະຖິ້ມເຈົ້າ ແລະ ໃນທີ່ສຸດ ພຣະອົງຈະເຮັດໃຫ້ເຈົ້າສົມບູນແບບຢ່າງແນ່ນອນ ແລະ ນຳຜູ້ຄົນໄປຍັງຈຸດໝາຍປາຍທາງທີ່ເໝາະສົມ. ປັດຈຸບັນນີ້ ບໍ່ວ່າພຣະເຈົ້າກຳລັງທົດສອບມະນຸດແນວໃດກໍຕາມ, ຈະມີວັນໜຶ່ງເມື່ອພຣະອົງສະໜອງຜົນໄດ້ຮັບທີ່ເໝາະສົມໃຫ້ແກ່ຄົນ ແລະ ໃຫ້ການຕອບແທນທີ່ເໝາະສົມແກ່ພວກເຂົາຕາມສິ່ງທີ່ພວກເຂົາໄດ້ເຮັດ. ພຣະເຈົ້າຈະບໍ່ນຳພາຄົນໄປເຖິງຈຸດໃດໜຶ່ງ ແລະ ຈາກນັ້ນກໍໄລ່ເຂົາອອກໄປທາງຂ້າງ ແລະ ບໍ່ຮັບຮູ້ພວກເຂົາ. ນີ້ກໍຍ້ອນວ່າພຣະອົງແມ່ນພຣະເຈົ້າອົງຊື່ສັດ. ໃນຂັ້ນຕອນນີ້, ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດແຫ່ງການເຮັດໃຫ້ບໍລິສຸດຢູ່. ພຣະອົງກຳລັງເຮັດໃຫ້ທຸກຄົນບໍລິສຸດ. ໃນບາດກ້າວແຫ່ງພາລະກິດຂອງການທົດລອງກ່ຽວກັບຄວາມຕາຍ ແລະ ການທົດລອງກ່ຽວກັບການຕີສອນ, ການເຮັດໃຫ້ບໍລິສຸດຖືກປະຕິບັດຜ່ານທາງພຣະທຳ. ເພື່ອໃຫ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ກ່ອນອື່ນໝົດ ພວກເຂົາຕ້ອງເຂົ້າໃຈພາລະກິດປັດຈຸບັນຂອງພຣະອົງ ແລະ ເຂົ້າໃຈວ່າມະນຸດຊາດຄວນຮ່ວມມືແນວໃດ. ແທ້ທີ່ຈິງແລ້ວ ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ. ບໍ່ວ່າພຣະເຈົ້າກະທຳສິ່ງໃດ, ບໍ່ວ່າເປັນການເຮັດໃຫ້ບໍລິສຸດ ຫຼື ການທີ່ພຣະອົງບໍ່ໄດ້ກ່າວ, ທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າແມ່ນບໍ່ສອດຄ່ອງກັບແນວຄວາມຄິດຂອງມະນຸດ. ແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກແບ່ງອອກເປັນຫຼາຍພາກສ່ວນ ແລະ ທະລຸແນວຄວາມຄິດຂອງຄົນ. ນີ້ແມ່ນພາລະກິດຂອງພຣະອົງ. ແຕ່ເຈົ້າຕ້ອງເຊື່ອວ່າ ຍ້ອນພາລະກິດຂອງພຣະເຈົ້າມາເຖິງຂັ້ນຕອນໃດໜຶ່ງ, ບໍ່ວ່າສິ່ງໃດກໍຕາມ ພຣະອົງຈະບໍ່ຂ້າມະນຸດທັງໝົດໃຫ້ຕາຍ. ພຣະອົງມອບທັງຄຳສັນຍາ ແລະ ພອນໃຫ້ແກ່ມະນຸດຊາດ ແລະ ບັນດາຜູ້ທີ່ສະແຫວງຫາພຣະອົງທັງໝົດຈະສາມາດໄດ້ຮັບພອນຂອງພຣະອົງ ແລະ ສໍາລັບບັນດາຜູ້ທີ່ບໍ່ສະແຫວງຫາພຣະອົງຈະຖືກພຣະເຈົ້າໂຍນອອກ. ສິ່ງນີ້ແມ່ນຂຶ້ນຢູ່ກັບການສະແຫວງຫາຂອງເຈົ້າ. ບໍ່ວ່າສິ່ງໃດກໍຕາມ, ເຈົ້າຕ້ອງເຊື່ອວ່າເມື່ອພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທຸກຄົນກໍຈະມີຈຸດໝາຍປາຍທາງທີ່ເໝາະສົມ. ພຣະເຈົ້າໄດ້ສະໜອງແຮງບັນດານໃຈອັນງົດງາມໃຫ້ແກ່ມວນມະນຸດ, ແຕ່ຖ້າພວກເຂົາບໍ່ສະແຫວງຫາ, ພວກເຂົາກໍບໍ່ສາມາດບັນລຸພວກມັນໄດ້. ຕອນນີ້ ເຈົ້າຄວນສາມາດເຫັນສິ່ງນີ້ໄດ້ແລ້ວ, ການເຮັດໃຫ້ບໍລິສຸດຂອງພຣະເຈົ້າ ແລະ ການຕີສອນຜູ້ຄົນແມ່ນພາລະກິດຂອງພຣະອົງ. ແຕ່ສຳລັບຜູ້ຄົນ, ຕ້ອງສະແຫວງຫາການປ່ຽນແປງອຸປະນິໄສຕະຫຼອດເວລາ. ໃນປະສົບການຕົວຈິງຂອງເຈົ້າ, ກ່ອນອື່ນໝົດ ເຈົ້າຕ້ອງຮູ້ວິທີກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ເຈົ້າຕ້ອງຊອກຫາພາຍໃນພຣະທໍາຂອງພຣະອົງວ່າເຈົ້າຄວນເຂົ້າຫາສິ່ງໃດ ແລະ ຂໍ້ບົກຜ່ອງຂອງເຈົ້າເອງ, ເຈົ້າຄວນສະແຫວງຫາການເຂົ້າສູ່ປະສົບການຕົວຈິງຂອງເຈົ້າ ແລະ ນໍາເອົາສ່ວນຂອງພຣະທຳຂອງພຣະເຈົ້າທີ່ຄວນນຳເອົາໄປປະຕິບັດ ແລະ ພະຍາຍາມປະຕິບັດຕາມນັ້ນ. ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າແມ່ນດ້ານໜຶ່ງ. ນອກຈາກນັ້ນ ຊີວິດຂອງຄຣິສຕະຈັກກໍຕ້ອງໄດ້ຖືກຮັກສາໄວ້, ເຈົ້າຕ້ອງມີຊີວິດຝ່າຍວິນຍານທີ່ປົກກະຕິ ແລະ ເຈົ້າຕ້ອງສາມາດມອບສະຖານະປັດຈຸບັນທັງໝົດຂອງເຈົ້າໃຫ້ແກ່ພຣະເຈົ້າ. ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງແນວໃດ, ຊີວິດຝ່າຍວິນຍານຂອງເຈົ້າຄວນຢູ່ໃນສະພາວະປົກກະຕິ. ຊີວິດຝ່າຍວິນຍານສາມາດຮັກສາການເຂົ້າເຖິງທີ່ເໝາະສົມຂອງເຈົ້າໄດ້. ບໍ່ວ່າພຣະເຈົ້າຈະກະທຳສິ່ງໃດ, ເຈົ້າຍັງຈະສາມາດດຳເນີນຊີວິດຝ່າຍວິນຍານຂອງເຈົ້າໄດ້ຢ່າງຕໍ່ເນື່ອງ ແລະ ບັນລຸໜ້າທີ່ຂອງເຈົ້າໄດ້. ນີ້ແມ່ນສິ່ງທີ່ຄົນຄວນປະຕິບັດ. ມັນແມ່ນພາລະກິດທັງໝົດຂອງພຣະວິນຍານບໍລິສຸດ, ແຕ່ສຳລັບບັນດາຜູ້ທີ່ມີເງື່ອນໄຂປົກກະຕິ ມັນແມ່ນການຖືກເຮັດໃຫ້ສົມບູນແບບ. ສຳລັບບັນດາຜູ້ທີ່ມີເງື່ອນໄຂບໍ່ປົກກະຕິ ມັນແມ່ນການທົດລອງ. ໃນຂັ້ນຕອນປັດຈຸບັນແຫ່ງພາລະກິດການເຮັດໃຫ້ບໍລິສຸດຂອງພຣະວິນຍານບໍລິສຸດ, ບາງຄົນເວົ້າວ່າພາລະກິດຂອງພຣະເຈົ້ານັ້ນຍິ່ງໃຫຍ່ຫຼາຍ ແລະ ຜູ້ຄົນຕ້ອງການການເຮັດໃຫ້ບໍລິສຸດຢ່າງຫຼວງຫຼາຍ, ບໍ່ດັ່ງນັ້ນ ວຸດທິພາວະຂອງພວກເຂົາກໍຈະຕໍ່າຫຼາຍ ແລະ ພວກເຂົາຈະບໍ່ມີທາງທີ່ຈະບັນລຸຄວາມປະສົງຂອງພຣະເຈົ້າໄດ້. ແນວໃດກໍຕາມ, ສຳລັບບັນດາຜູ້ມີເງື່ອນໄຂທີ່ບໍ່ດີ, ມັນກາຍເປັນເຫດຜົນທີ່ຈະບໍ່ສະແຫວງຫາພຣະເຈົ້າ ແລະ ເປັນເຫດຜົນທີ່ຈະບໍ່ເຂົ້າຮ່ວມການຊຸມນຸມ ຫຼື ກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ. ໃນພາລະກິດຂອງພຣະເຈົ້າ, ບໍ່ວ່າພຣະອົງກະທຳສິ່ງໃດ ຫຼື ການປ່ຽນແປງໃດທີ່ພຣະອົງສົ່ງຜົນກະທົບ, ຜູ້ ຄົນຕ້ອງຮັກສາພື້ນຖານຂອງຊີວິດຝ່າຍວິນຍານປົກກະຕິໄວ້. ບາງທີເຈົ້າອາດບໍ່ເຄີຍຜ່ອນຜັນໃນຊ່ວງເວລາປັດຈຸບັນນີ້ຂອງຊີວິດຝ່າຍວິນຍານຂອງເຈົ້າ, ແຕ່ເຈົ້າຍັງບໍ່ທັນໄດ້ຮັບຫຼາຍເທື່ອ ແລະ ຍັງບໍ່ທັນໄດ້ເກັບກ່ຽວຜົນປະໂຫຍດຫຼາຍປານໃດ. ພາຍໃຕ້ສະຖານະການເຫຼົ່ານີ້ ເຈົ້າຍັງຕ້ອງປະຕິບັດຕາມກົດ; ເຈົ້າຕ້ອງປະຕິບັດຕາມກົດເຫຼົ່ານີ້ເພື່ອທີ່ຈະບໍ່ຕ້ອງທົນທຸກກັບຄວາມສູນເສຍໃນຊີວິດຂອງເຈົ້າ ແລະ ເພື່ອວ່າເຈົ້າຈະໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າ. ຖ້າຊີວິດຝ່າຍຈິດວິນຍານຂອງເຈົ້າບໍ່ປົກກະຕິ, ເຈົ້າກໍບໍ່ສາມາດເຂົ້າໃຈພາລະກິດປັດຈຸບັນຂອງພຣະເຈົ້າໄດ້ ແລະ ກົງກັນຂ້າມ ເຈົ້າຈະຮູ້ສຶກໄດ້ສະເໝີວ່າມັນເຂົ້າກັນບໍ່ໄດ້ກັບແນວຄິດຂອງຕົວເຈົ້າເອງ ແລະ ເຖິງແມ່ນວ່າເຈົ້າເຕັມໃຈທີ່ຈະຕິດຕາມພຣະອົງ, ແຕ່ເຈົ້າຂາດແຮງຜັກດັນພາຍໃນ. ດັ່ງນັ້ນ ບໍ່ວ່າພຣະເຈົ້າກຳລັງກະທຳສິ່ງໃດ, ຄົນກໍຕ້ອງຮ່ວມມື. ຖ້າຄົນບໍ່ຮ່ວມມື ພຣະວິນຍານບໍລິສຸດກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ຖ້າຄົນບໍ່ມີຫົວໃຈທີ່ຈະຮ່ວມມື ແລ້ວພວກເຂົາກໍຍາກທີ່ຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ຖ້າເຈົ້າຕ້ອງການໃຫ້ມີພາລະກິດຂອງພຣະວິນຍານບໍລິສຸດຢູ່ໃນຕົວເຈົ້າ ແລະ ຕ້ອງການໄດ້ຮັບການເຫັນດີຈາກພຣະເຈົ້າແລ້ວ, ເຈົ້າຕ້ອງຮັກສາຄວາມຈົງຮັກພັກດີດັ່ງເດີມຂອງເຈົ້າໄວ້ຢູ່ຕໍ່ໜ້າພຣະເຈົ້າ. ປັດຈຸບັນນີ້, ເຈົ້າບໍ່ຈຳເປັນຕ້ອງມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນ, ທິດສະດີທີ່ສູງຂຶ້ນ ຫຼື ສິ່ງອື່ນໆດັ່ງກ່າວ, ທັງໝົດທີ່ຕ້ອງການຄືໃຫ້ເຈົ້າຮັກສາພຣະທຳຂອງພຣະເຈົ້າໄວ້ບົນຮາກຖານເດີມ. ຖ້າຄົນບໍ່ຮ່ວມມືກັບພຣະເຈົ້າ ແລະ ບໍ່ສະແຫວງຫາການເຂົ້າເຖິງທີ່ເລິກເຊິ່ງຂຶ້ນກວ່າເກົ່າ, ພຣະເຈົ້າຈະເອົາສິ່ງທີ່ເຂົາເຄີຍມີນັ້ນໄປ. ຢູ່ພາຍໃນ, ຜູ້ຄົນມັກຈະໂລບມາກໂລພາຢູ່ສະເໝີເພື່ອຄວາມສະບາຍ ແລະ ຢາກຈະຊື່ນຊົມກັບສິ່ງທີ່ມີຢູ່ແລ້ວ. ພວກເຂົາຕ້ອງການໄດ້ຮັບຄຳສັນຍາຂອງພຣະເຈົ້າໂດຍບໍ່ຕ້ອງຈ່າຍຄ່າໃດໆເລີຍ. ສິ່ງເຫຼົ່ານີ້ແມ່ນຄວາມຄິດທີ່ເກີນຂອບເຂດທີ່ມະນຸດຊາດເຮັດໃຫ້ບັນເທິງ. ການໄດ້ຮັບຊີວິດໂດຍບໍ່ຕ້ອງຈ່າຍຄ່າຫຍັງເລີຍ, ມີຫຍັງທີ່ເຄີຍງ່າຍປານນີ້ບໍ? ເມື່ອບາງຄົນເຊື່ອໃນພຣະເຈົ້າ ແລະ ສະແຫວງຫາເພື່ອເຂົ້າສູ່ຊີວິດ ແລະ ສະແຫວງຫາການປ່ຽນແປງອຸປະນິໄສຂອງພວກເຂົາ, ພວກເຂົາຕ້ອງຊົດໃຊ້ ແລະ ບັນລຸສະຖານະທີ່ພວກເຂົາຈະຕິດຕາມພຣະເຈົ້າສະເໝີ ບໍ່ວ່າພຣະອົງກະທຳສິ່ງໃດກໍຕາມ. ນີ້ແມ່ນສິ່ງທີ່ຄົນຕ້ອງປະຕິບັດ. ເຖິງແມ່ນວ່າເຈົ້າປະຕິບັດຕາມທັງໝົດນີ້ຄືກັບກົດລະບຽບ, ເຈົ້າຕ້ອງຕັ້ງໝັ້ນຢູ່ກັບມັນ ແລະ ບໍ່ວ່າການທົດລອງນັ້ນຍິ່ງໃຫຍ່ພຽງໃດ, ເຈົ້າຈະບໍ່ສາມາດປ່ອຍປະລະເລີຍຄວາມສຳພັນປົກກະຕິຂອງເຈົ້າກັບພຣະເຈົ້າໄດ້. ເຈົ້າຄວນສາມາດອະທິຖານ, ຮັກສາຊີວິດຄຣິສຕະຈັກຂອງເຈົ້າ ແລະ ບໍ່ປະຖິ້ມອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອພຣະເຈົ້າທົດສອບເຈົ້າ, ເຈົ້າຄວນສືບຕໍ່ສະແຫວງຫາຄວາມຈິງ. ນີ້ແມ່ນຂໍ້ກໍານົດຂັ້ນຕ່ຳສຸດສຳລັບຊີວິດຝ່າຍວິນຍານ. ມີຫົວໃຈທີ່ສະແຫວງຫາ ແລະ ພະຍາຍາມຮ່ວມມືຢູ່ສະເໝີ, ໃຊ້ກຳລັງທັງໝົດຂອງເຈົ້າ, ສາມາດເຮັດສິ່ງນີ້ໄດ້ບໍ? ຖ້າຜູ້ຄົນນໍາສິ່ງນີ້ເປັນພື້ນຖານ, ພວກເຂົາຈະສາມາດບັນລຸຄວາມສາມາດໃນການຕັດສິນທີ່ດີ ແລະ ການເຂົ້າສູ່ຄວາມເປັນຈິງ. ມັນງ່າຍທີ່ຈະຍອມຮັບພຣະທຳຂອງພຣະເຈົ້າເມື່ອສະຖານະຂອງຕົວເຈົ້ານັ້ນປົກກະຕິ; ໃນສະຖານະການເຫຼົ່ານີ້ ມັນບໍ່ໄດ້ຮູ້ສຶກຍາກທີ່ຈະປະຕິບັດຄວາມຈິງ ແລະ ເຈົ້າຮູ້ສຶກໄດ້ວ່າພາລະກິດຂອງພຣະເຈົ້ານັ້ນຍິ່ງໃຫຍ່. ແຕ່ຖ້າເງື່ອນໄຂຂອງເຈົ້ານັ້ນບໍ່ດີ, ບໍ່ວ່າພາລະກິດຂອງພຣະເຈົ້າຍິ່ງໃຫຍ່ພຽງໃດ ແລະ ບໍ່ວ່າບາງຄົນເວົ້າມ່ວນພຽງໃດ, ເຈົ້າກໍຈະບໍ່ຫົວຊາ. ເມື່ອເງື່ອນໄຂຂອງຄົນໆໜຶ່ງບໍ່ປົກກະຕິ, ພຣະເຈົ້າບໍ່ສາມາດປະຕິບັດພາລະກິດໃນຕົວພວກເຂົາໄດ້ ແລະ ພວກເຂົາກໍບໍ່ສາມາດບັນລຸການປ່ຽນແປງອຸປະນິໄສຂອງພວກເຂົາໄດ້.

ຖ້າຄົນບໍ່ມີຄວາມໝັ້ນໃຈໃດໆ, ມັນບໍ່ງ່າຍເລີຍສໍາລັບພວກເຂົາທີ່ຈະຍ່າງໄປຕາມເສັ້ນທາງນີ້. ປັດຈຸບັນນີ້ ທຸກຄົນສາມາດເຫັນໄດ້ວ່າພາລະກິດຂອງພຣະເຈົ້າບໍ່ໄດ້ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງຄົນແມ່ນແຕ່ໜ້ອຍ. ພຣະເຈົ້າໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ເຖິງວ່າຜູ້ຄົນຈະຮັບຮູ້ວ່າ ພວກມັນແມ່ນຄວາມຈິງ, ແຕ່ແນວຄິດກ່ຽວກັບພຣະເຈົ້າຍັງຈະປາກົດຂຶ້ນໃນພວກມັນ. ຖ້າຜູ້ຄົນປາດຖະໜາທີ່ຈະເຂົ້າໃຈຄວາມຈິງ ແລະ ຮັບເອົາມັນ, ພວກເຂົາຕ້ອງມີຄວາມໝັ້ນໃຈ ແລະ ຄວາມມຸ່ງໝັ້ນປາດຖະໜາເພື່ອສາມາດຍຶດໝັ້ນໃນສິ່ງທີ່ພວກເຂົາໄດ້ເຫັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຈາກປະສົບການຂອງພວກເຂົາ. ບໍ່ວ່າພຣະເຈົ້າກະທຳສິ່ງໃດໃນຄົນ, ພວກເຂົາຕ້ອງຮັກສາສິ່ງທີ່ຕົວພວກເຂົາເອງມີຢູ່ນັ້ນໄວ້, ມີຄວາມຈິງໃຈຕໍ່ໜ້າພຣະເຈົ້າ ແລະ ຈົງຮັກພັກດີຕໍ່ພຣະອົງຈົນເຖິງທີ່ສຸດ. ນີ້ແມ່ນໜ້າທີ່ຂອງມະນຸດຊາດ. ຜູ້ຄົນຕ້ອງສະໜັບສະໜູນສິ່ງທີ່ພວກເຂົາຕ້ອງເຮັດ. ການເຊື່ອໃນພຣະເຈົ້າຈໍາເປັນຕ້ອງມີ ການເຊື່ອຟັງຕໍ່ພຣະອົງ ແລະ ປະສົບກັບພາລະກິດຂອງພຣະອົງ. ພຣະເຈົ້າໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນສາມາດເວົ້າໄດ້ວ່າ ສຳລັບມະນຸດ ທັງໝົດແມ່ນຄວາມສົມບູນແບບ, ການເຮັດໃຫ້ບໍລິສຸດ ແລະ ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ. ບໍ່ເຄີຍມີແມ່ນແຕ່ຂັ້ນຕອນດຽວແຫ່ງພາລະກິດຂອງພຣະເຈົ້າທີ່ສອດຄ່ອງກັບແນວຄິດຂອງມະນຸດ; ສິ່ງທີ່ມະນຸດໄດ້ຊື່ນຊົມແມ່ນພຣະທຳທີ່ຮຸນແຮງຂອງພຣະເຈົ້າ. ເມື່ອພຣະເຈົ້າມາເຖິງ, ຄົນຄວນຊື່ນຊົມຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍຂອງພຣະອົງ. ເຖິງຢ່າງໃດກໍຕາມ, ບໍ່ວ່າພຣະທຳຂອງພຣະອົງນັ້ນຮຸນແຮງພຽງໃດ, ພຣະອົງກໍມາເພື່ອຊ່ວຍມວນມະນຸດໃຫ້ລອດ ແລະ ເຮັດໃຫ້ມະນຸດສົມບູນແບບ. ໃນຖານະເປັນສິ່ງຊົງສ້າງ, ຜູ້ຄົນຄວນປະຕິບັດໃຫ້ສໍາເລັດໜ້າທີ່ທີ່ພວກເຂົາຄວນປະຕິບັດ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າຢູ່ທ່າມກາງການເຮັດໃຫ້ບໍລິສຸດ. ໃນທຸກໆການທົດລອງ ພວກເຂົາຄວນຮັກສາພະຍານທີ່ພວກເຂົາຄວນເປັນ ແລະ ເປັນພະຍານທີ່ດັງກ້ອງສະນັນໃຫ້ແກ່ພຣະເຈົ້າ. ບຸກຄົນທີ່ເຮັດສິ່ງນີ້ ແມ່ນຜູ້ມີໄຊ. ບໍ່ວ່າພຣະເຈົ້າເຮັດໃຫ້ເຈົ້າບໍລິສຸດແນວໃດ, ເຈົ້າຍັງຄົງມີຄວາມໝັ້ນໃຈທີ່ເຕັມປ່ຽມ ແລະ ບໍ່ເຄີຍສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ເຈົ້າປະຕິບັດສິ່ງທີ່ມະນຸດຄວນປະຕິບັດ. ນີ້ແມ່ນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ ແລະ ຫົວໃຈຂອງມະນຸດຄວນສາມາດກັບມາຫາພຣະອົງໄດ້ຢ່າງເຕັມທີ່ ແລະ ກັບມາຫາພຣະອົງໃນທຸກຊ່ວງເວລາ ນີ້ແມ່ນຜູ້ມີໄຊ. ບັນດາຜູ້ທີ່ພຣະເຈົ້າອ້າງອີງເຖິງວ່າເປັນ “ຜູ້ມີໄຊ” ແມ່ນບັນດາຜູ້ທີ່ຍັງສາມາດຢືນຢັດເປັນພະຍານ ແລະ ຮັກສາຄວາມໝັ້ນໃຈ ແລະ ຄວາມຈົງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າເມື່ອຕົກຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຄອບງຳໂດຍຊາຕານ, ນັ້ນຄື ເມື່ອຕົກຢູ່ໃນອຳນາດຂອງຄວາມມືດ. ເມື່ອເຈົ້າຍັງສາມາດຮັກສາຫົວໃຈທີ່ບໍລິສຸດ ແລະ ຄວາມຮັກແທ້ທີ່ມີຕໍ່ພຣະເຈົ້າໄດ້ ບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ ເຈົ້າຢືນຢັດເປັນພະຍານຢູ່ຕໍ່ໜ້າພຣະເຈົ້າ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າອ້າງອີງເຖິງວ່າ ເປັນ “ຜູ້ມີໄຊ”. ຖ້າການສະແຫວງຫາຂອງເຈົ້ານັ້ນດີເລີດເມື່ອພຣະເຈົ້າອວຍພອນເຈົ້າ, ແຕ່ເຈົ້າທໍ້ຖອຍໂດຍບໍ່ໄດ້ຮັບພອນພຣະອົງ, ນີ້ແມ່ນຄວາມບໍລິສຸດບໍ? ໃນເມື່ອເຈົ້າແນ່ໃຈວ່າ ເສັ້ນທາງນີ້ເປັນຈິງ, ເຈົ້າຕ້ອງຕິດຕາມມັນຈົນເຖິງທີ່ສຸດ; ເຈົ້າຄວນຮັກສາໄວ້ເຊິ່ງຄວາມຈົງຮັກພັກດີຂອງເຈົ້າຕໍ່ພຣະເຈົ້າ. ໃນເມື່ອເຈົ້າໄດ້ເຫັນວ່າ ພຣະເຈົ້າເອງໄດ້ມາໃນໂລກເພື່ອເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຄວນມອບຫົວໃຈທັງໝົດໃຫ້ພຣະອົງ. ຖ້າເຈົ້າຍັງສາມາດຕິດຕາມພຣະອົງບໍ່ວ່າພຣະອົງຈະກະທຳສິ່ງໃດ, ເຖິງແມ່ນວ່າພຣະອົງກຳນົດຜົນໄດ້ຮັບທີ່ບໍ່ພໍໃຈສຳລັບເຈົ້າໃນຕອນສຸດທ້າຍ, ກໍນີ້ແມ່ນການຮັກສາຄວາມບໍລິສຸດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ. ຖວາຍຮ່າງກາຍຝ່າຍວິນຍານອັນບໍລິສຸດ ແລະ ພົມມະຈັນອັນບໍລິສຸດໃຫ້ແກ່ພຣະເຈົ້າ ໝາຍເຖິງການຮັກສາຫົວໃຈແຫ່ງຄວາມຈິງໃຈຕໍ່ໜ້າພຣະເຈົ້າ. ສຳລັບມວນມະນຸດ, ຄວາມຈິງໃຈແມ່ນຄວາມບໍລິສຸດ ແລະ ການສາມາດມີຄວາມຈິງໃຈຕໍ່ພຣະເຈົ້ານັ້ນ ແມ່ນການຮັກສາຄວາມບໍລິສຸດ. ນີ້ແມ່ນສິ່ງທີ່ເຈົ້າຄວນນຳເອົາໄປປະຕິບັດ. ເມື່ອເຈົ້າຄວນອະທິຖານ ກໍຈົ່ງອະທິຖານ; ເມື່ອເຈົ້າຄວນຊຸມນຸມເພື່ອໂອ້ລົມກັນ ກໍຈົ່ງເຮັດເຊັ່ນນັ້ນ; ເມື່ອເຈົ້າຄວນຮ້ອງເພງສັນລະເສີນ ກໍຈົ່ງຮ້ອງເພງສັນລະເສີນ ແລະ ເມື່ອເຈົ້າຄວນປະຖິ້ມເນື້ອໜັງ ກໍຈົ່ງປະຖິ້ມເນື້ອໜັງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຈະບໍ່ເບິ່ງຂ້າມມັນ; ເມື່ອເຈົ້າຜະເຊີນກັບການທົດລອງ ກໍຈົ່ງໝັ້ນຄົງ. ນີ້ແມ່ນຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ຖ້າເຈົ້າບໍ່ຮັກສາໃນສິ່ງທີ່ຄົນຄວນປະຕິບັດໄວ້, ຄວາມທຸກທໍລະມານ ແລະ ການແກ້ໄຂບັນຫາຕ່າງໆທັງໝົດໃນອະດີດຂອງເຈົ້າກໍບໍ່ມີປະໂຫຍດຫຍັງເລີຍ.

ສຳລັບທຸກໆບາດກ້າວແຫ່ງພາລະກິດຂອງພຣະເຈົ້າ, ມີວິທີທາງທີ່ຄົນຄວນໃຫ້ການຮ່ວມມື. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າພວກເຂົາຈະມີຄວາມໝັ້ນໃຈເມື່ອໄດ້ຮັບການເຮັດໃຫ້ບໍລິສຸດ. ພຣະເຈົ້າເຮັດໃຫ້ຄົນບໍລິສຸດເພື່ອວ່າ ພວກເຂົາຈະມີຄວາມໝັ້ນໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເຕັມໃຈຍອມຮັບການເຮັດໃຫ້ບໍລິສຸດຂອງພຣະອົງ ແລະ ຖືກຈັດການ ແລະ ລິຮານໂດຍພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດຢູ່ພາຍໃນຄົນເພື່ອນຳເອົາຄວາມສະຫວ່າງ ແລະ ແສງເຍືອງທາງມາສູ່ພວກເຂົາ ແລະ ເພື່ອໃຫ້ພວກເຂົາຮ່ວມມືກັບພຣະອົງ ແລະ ປະຕິບັດຕາມ. ພຣະເຈົ້າບໍ່ກ່າວໃນລະຫວ່າງການເຮັດໃຫ້ບໍລິສຸດ, ພຣະອົງບໍ່ເປັ່ງສຽງຂອງພຣະອົງອອກມາ, ແຕ່ກໍຍັງມີພາລະກິດທີ່ຜູ້ຄົນຄວນປະຕິບັດ. ເຈົ້າຄວນຮັກສາສິ່ງທີ່ເຈົ້າມີຢູ່ແລ້ວ, ເຈົ້າຄວນຍັງສາມາດອະທິຖານຫາພຣະເຈົ້າ, ໃກ້ຊິດກັບພຣະເຈົ້າ ແລະ ຢືນເປັນພະຍານຢູ່ຕໍ່ໜ້າພຣະເຈົ້າໄດ້; ດ້ວຍວິທີນີ້ເຈົ້າຈຶ່ງຈະສາມາດເຮັດສຳເລັດໜ້າທີ່ຂອງເຈົ້າໄດ້. ພວກເຈົ້າທັງໝົດຄວນເຫັນຢ່າງຊັດເຈນຈາກພາລະກິດຂອງພຣະເຈົ້າວ່າ ການທົດລອງຂອງພຣະອົງກ່ຽວກັບຄວາມໝັ້ນໃຈ ແລະ ຄວາມຮັກຂອງຄົນຮຽກຮ້ອງໃຫ້ພວກເຂົາອະທິຖານຫາພຣະເຈົ້າຫຼາຍຂຶ້ນ ແລະ ໃຫ້ພວກເຂົາຊິມພຣະທຳຂອງພຣະເຈົ້າຕໍ່ໜ້າພຣະອົງຫຼາຍຂຶ້ນ. ຖ້າພຣະເຈົ້າໃຫ້ແສງສະຫວ່າງເຈົ້າ ແລະ ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ ແຕ່ເຈົ້າບໍ່ໄດ້ເອົາສິ່ງໃດໃນນີ້ໄປປະຕິບັດຕາມ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເມື່ອເຈົ້ານຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດ, ເຈົ້າຄວນສາມາດອະທິຖານຫາພຣະອົງໄດ້ ແລະ ເມື່ອເຈົ້າຊິມພຣະທຳຂອງພຣະອົງ ເຈົ້າຄວນເຂົ້າມາຢູ່ຕໍ່ໜ້າພຣະອົງສະເໝີ ແລະ ສະແຫວງຫາ ແລະ ເຕັມໄປດ້ວຍຄວາມໝັ້ນໃຈໃນພຣະອົງ ໂດຍບໍ່ຮູ້ສຶກທໍ້ແທ້ ຫຼື ເຢັນຊາ. ບັນດາຜູ້ທີ່ບໍ່ນຳເອົາພຣະທຳຂອງພຣະເຈົ້າໄປປະຕິບັດຕາມແມ່ນເຕັມໄປດ້ວຍກຳລັງໃນລະຫວ່າງການຊຸມນຸມ, ແຕ່ຕົກຢູ່ໃນຄວາມມືດເມື່ອພວກເຂົາກັບເມືອເຮືອນ. ມີບາງຄົນທີ່ບໍ່ຕ້ອງການແມ່ນແຕ່ຊຸມນຸມກັນ. ດັ່ງນັ້ນ, ເຈົ້າຕ້ອງເຫັນຢ່າງຊັດເຈນວ່າໜ້າທີ່ໃດທີ່ຄົນເຊັ່ນນີ້ຄວນປະຕິບັດ. ເຈົ້າອາດບໍ່ຮູ້ວ່າຄວາມປະສົງຂອງພຣະເຈົ້າແມ່ນຫຍັງກັນແທ້, ແຕ່ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້, ເຈົ້າສາມາດອະທິຖານເມື່ອເຈົ້າຄວນອະທິຖານ, ເຈົ້າສາມາດນຳເອົາຄວາມຈິງໄປປະຕິບັດເມື່ອເຈົ້າຄວນປະຕິບັດ ແລະ ເຈົ້າສາມາດປະຕິບັດສິ່ງທີ່ຜູ້ຄົນຄວນປະຕິບັດ. ເຈົ້າສາມາດຮັກສານິມິດເດີມຂອງເຈົ້າໄດ້. ດ້ວຍວິທີນີ້, ເຈົ້າຈະສາມາດຍອມຮັບບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະເຈົ້າໄດ້ຫຼາຍຂຶ້ນ. ມັນເປັນບັນຫາ ຖ້າເຈົ້າບໍ່ສະແຫວງຫາເມື່ອພຣະເຈົ້າປະຕິບັດພາລະກິດໃນທາງທີ່ລີ້ລັບ. ເມື່ອພຣະອົງກ່າວ ແລະ ເທດສະໜາໃນລະຫວ່າງການຊຸມນຸມ, ເຈົ້າຟັງດ້ວຍຄວາມກະຕືລືລົ້ນ, ແຕ່ເມື່ອພຣະອົງບໍ່ກ່າວ ເຈົ້າກໍຂາດກຳລັງ ແລະ ທໍ້ຖອຍ. ຄົນປະເພດໃດປະພຶດເຊັ່ນນີ້? ນີ້ແມ່ນຜູ້ຄົນທີ່ເລື່ອນລອຍໄປຕາມກະແສ. ພວກເຂົາບໍ່ມີທ່າທາງ, ບໍ່ມີປະຈັກພະຍານ ແລະ ບໍ່ມີນິມິດ! ຄົນສ່ວນຫຼາຍຈະເປັນແບບນີ້. ຖ້າເຈົ້າຍັງສືບຕໍ່ໃນທາງນີ້, ມື້ໜຶ່ງເມື່ອເຈົ້າພົບກັບການທົດລອງອັນຍິ່ງໃຫຍ່, ເຈົ້າກໍຈະຖືກລົງໂທດ. ການມີທ່າທາງແມ່ນສຳຄັນຫຼາຍໃນຂະບວນການເຮັດໃຫ້ຄົນສົມບູນແບບຂອງພຣະເຈົ້າ. ຖ້າເຈົ້າບໍ່ສົງໄສແມ່ນແຕ່ບາດກ້າວດຽວໃນພາລະກິດຂອງພຣະເຈົ້າ, ຖ້າເຈົ້າປະຕິບັດໜ້າທີ່ຂອງມະນຸດໄດ້ສຳເລັດ, ຖ້າເຈົ້າຮັກສາສິ່ງທີ່ພຣະເຈົ້າມີ ແລ້ວນໍາໄປປະຕິບັດດ້ວຍໃຈຈິງ, ນັ້ນໝາຍຄວາມວ່າ ເຈົ້າຈື່ຄຳແນະນຳຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງກະທຳສິ່ງໃດໃນຕອນນີ້ ພວກເຈົ້າບໍ່ໄດ້ລືມຄຳແນະນຳຂອງພຣະອົງ, ຖ້າເຈົ້າ ບໍ່ມີຄວາມສົງໄສໃນພາລະກິດຂອງພຣະອົງ, ຮັກສາທ່າທາງຂອງເຈົ້າ, ຮັກສາຄໍາພະຍານຂອງເຈົ້າ ແລະ ໄດ້ຮັບໄຊຊະນະໃນທຸກບາດກ້າວ, ທ້າຍທີ່ສຸດ ເຈົ້າຈະຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ ແລະ ກາຍເປັນຜູ້ມີໄຊ. ຖ້າພວກເຈົ້າສາມາດຕັ້ງໝັ້ນຜ່ານທຸກບາດກ້າວຂອງການທົດລອງຂອງພຣະເຈົ້າ ແລະ ຖ້າເຈົ້າຍັງສາມາດຍຶດໝັ້ນຈົນເຖິງທີ່ສຸດ, ເຈົ້າກໍແມ່ນຜູ້ມີໄຊ, ເຈົ້າແມ່ນຄົນທີ່ຖືກເຮັດໃຫ້ສົມບູນແບບໂດຍພຣະເຈົ້າ. ຖ້າເຈົ້າບໍ່ສາມາດຕັ້ງໝັ້ນຢູ່ໃນການທົດລອງປັດຈຸບັນຂອງເຈົ້າ, ໃນອະນາຄົດ ມັນຈະຍິ່ງຍາກຂຶ້ນກວ່າອີກ. ຖ້າເຈົ້າປະສົບກັບຄວາມທຸກທໍລະມານພຽງເລັກນ້ອຍ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງ, ທ້າຍທີ່ສຸດເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຈະມີແຕ່ມືເປົ່າ. ມີບາງຄົນທີ່ທໍ້ຖອຍກັບການສະແຫວງຫາຂອງພວກເຂົາເມື່ອພວກເຂົາເຫັນວ່າພຣະເຈົ້າບໍ່ໄດ້ກ່າວຫຍັງເລີຍ ແລະ ຫົວໃຈຂອງພວກເຂົາກໍກະແຈກກະຈາຍໄປ. ນີ້ບໍ່ແມ່ນຄົນໂງ່ບໍ? ຄົນປະເພດເຫຼົ່ານີ້ບໍ່ມີຄວາມເປັນຈິງ. ເມື່ອພຣະເຈົ້າກ່າວ, ພວກເຂົາກໍແລ່ນໄປແລ່ນມາ, ຫຍຸ້ງໆ ແລະ ກະຕືລືລົ້ນຢູ່ຂ້າງນອກສະເໝີ, ແຕ່ຕ່ອນນີ້ເມື່ອພຣະອົງບໍ່ໄດ້ກ່າວ, ພວກເຂົາກໍບໍ່ສະແຫວງຫາອີກຕໍ່ໄປ. ຄົນແບບນີ້ບໍ່ມີອະນາຄົດ. ໃນລະຫວ່າງການເຮັດໃຫ້ບໍລິສຸດ, ເຈົ້າຕ້ອງເຂົ້າສູ່ຈາກມຸມມອງດ້ານບວກ ແລະ ຮຽນຮູ້ບົດຮຽນທີ່ເຈົ້າຄວນຮຽນຮູ້; ເມື່ອເຈົ້າອະທິຖານຫາພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງ, ເຈົ້າຄວນສົມທຽບສະຖານະປັດຈຸບັນຂອງເຈົ້າກັບມັນ, ຄົ້ນພົບຄວາມບົກຜ່ອງຂອງເຈົ້າ ແລະ ພົບວ່າເຈົ້າມີບົດຮຽນຢ່າງຫຼວງຫຼາຍທີ່ຕ້ອງຮຽນຮູ້. ຍິ່ງເຈົ້າສະແຫວງຫາເມື່ອໄດ້ຮັບການເຮັດໃຫບໍລິສຸດດ້ວຍໃຈຈິງຫຼາຍເທົ່າໃດ, ເຈົ້າຍິ່ງຈະພົບວ່າຕົວເຈົ້າເອງບໍ່ພຽງພໍຫຼາຍຂຶ້ນເທົ່ານັ້ນ. ເມື່ອເຈົ້າກຳລັງປະສົບກັບການເຮັດໃຫ້ບໍລິສຸດ ຈະມີຫຼາຍບັນຫາທີ່ເຈົ້າຜະເຊີນ; ເຈົ້າບໍ່ສາມາດເຫັນພວກມັນໄດ້ຢ່າງຊັດເຈນ, ເຈົ້າຕໍ່ວ່າ, ເຈົ້າເປີດເຜີຍເນື້ອໜັງຂອງເຈົ້າເອງ, ມີພຽງຜ່ານທາງນີ້ເທົ່ານັ້ນເຈົ້າຈິ່ງຄົ້ນພົບວ່າອຸປະນິໄສອັນເສື່ອມຊາມຂອງເຈົ້ານັ້ນຮ້າຍແຮງພຽງໃດ.

ຄົນຂາດຄວາມສາມາດ ແລະ ພວກເຂົາຢູ່ຫ່າງໄກຈາກມາດຕະຖານຂອງພຣະເຈົ້າ, ໃນອະນາຄົດ ພວກເຂົາອາດຕ້ອງການຄວາມໝັ້ນໃຈຫຼາຍຂຶ້ນເພື່ອຍ່າງຕາມທາງສາຍນີ້. ພາລະກິດໃນວັນສຸດທ້າຍຂອງພຣະເຈົ້າຮຽກຮ້ອງໃຫ້ມີຄວາມໝັ້ນໃຈອັນມະຫາສານ, ມັນຮຽກຮ້ອງໃຫ້ມີຄວາມໝັ້ນໃຈທີ່ຍິ່ງໃຫຍ່ກວ່າຂອງໂຢບອີກ. ປາສະຈາກຄວາມໝັ້ນໃຈແລ້ວ, ຄົນຈະບໍ່ສາມາດສືບຕໍ່ໄດ້ຮັບປະສົບການ ແລະ ຈະບໍ່ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເມື່ອວັນແຫ່ງການທົດລອງອັນຍິ່ງໃຫຍ່ມາເຖິງ, ຈະມີບາງຄົນຈະອອກຈາກຄຣິສຕະຈັກນີ້ ແລະ ບາງຄົນຈະອອກຈາກຄຣິສຕະຈັກນັ້ນ. ຈະມີບາງຄົນທີ່ເຮັດໄດ້ຂ້ອນຂ້າງດີໃນການສະແຫວງຫາຂອງພວກເຂົາໃນວັນທີ່ຜ່ານມາ ແລະ ບໍ່ຊັດເຈນວ່າເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອອີກຕໍ່ໄປ. ມີຫຼາຍໆສິ່ງທີ່ຈະເກີດຂຶ້ນ ແລະ ເຈົ້າຈະບໍ່ເຂົ້າໃຈ ແລະ ພຣະເຈົ້າຈະບໍ່ເປີດເຜີຍໝາຍສໍາຄັນ ຫຼື ສິ່ງມະຫັດສະຈັນໃດໆ ຫຼື ບໍ່ກະທຳສິ່ງທີ່ເໜືອທຳມະຊາດໃດໆ. ນີ້ແມ່ນເພື່ອໃຫ້ເຫັນວ່າ ເຈົ້າສາມາດຕັ້ງໝັ້ນໄດ້, ພຣະເຈົ້າໃຊ້ຂໍ້ເທັດຈິງເພື່ອເຮັດໃຫ້ຄົນບໍລິສຸດ. ເຈົ້າຍັງບໍ່ທັນໄດ້ທົນທຸກທໍລະມານຫຼາຍເທື່ອ. ໃນອະນາຄົດ ເມື່ອການທົດລອງອັນຍິ່ງໃຫຍ່ມາເຖິງ, ໃນບາງບ່ອນ ທຸກຄົນໃນຄຣິສຕະຈັກຈະໜີອອກໄປ, ບັນດາຜູ້ທີ່ເຈົ້າເຄີຍຮູ້ຈັກດີກໍຈະໜີໄປ ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ. ແລ້ວເຈົ້າຍັງຈະສາມາດຕັ້ງໝັ້ນໄດ້ຢູ່ບໍ? ປັດຈຸບັນນີ້, ການທົດລອງຕ່າງໆທີ່ເຈົ້າໄດ້ຜະເຊີນແມ່ນການທົດລອງເລັກນ້ອຍ ແລະ ເຈົ້າເກືອບຈະບໍ່ສາມາດຕ້ານທານພວກມັນໄດ້. ບາດກ້າວນີ້ລວມມີການເຮັດໃຫ້ບໍລິສຸດ ແລະ ການເຮັດໃຫ້ສົມບູນແບບຜ່ານທາງພຣະທຳເທົ່ານັ້ນ. ໃນບາດກ້າວຕໍ່ໄປ, ຂໍ້ເທັດຈິງຈະມາຢູ່ຕໍ່ໜ້າເຈົ້າເພື່ອເຮັດໃຫ້ເຈົ້າບໍລິສຸດ ແລະ ຈາກນັ້ນ ເຈົ້າກໍຈະຢູ່ທ່າມກາງອັນຕະລາຍ. ເມື່ອມັນເຖິງຍາມເອົາຈິງເອົາຈັງແທ້ໆ, ພຣະເຈົ້າຈະແນະນຳພວກເຈົ້າໃຫ້ຟ້າວໜີອອກໄປ ແລະ ຄົນໃນສາສະໜາຈະພະຍາຍາມຜູກມັດພວກເຈົ້າໄວ້. ນີ້ແມ່ນເພື່ອໃຫ້ເຫັນວ່າເຈົ້າສາມາດສືບຕໍ່ໃນເສັ້ນທາງນີ້. ນີ້ແມ່ນການທົດລອງທັງໝົດ. ການທົດລອງໃນປັດຈຸບັນແມ່ນການທົດລອງເລັກນ້ອຍ, ແຕ່ຈະມີວັນນັ້ນມາເຖິງເມື່ອພໍ່ແມ່ໃນເຮືອນຈະບໍ່ເຊື່ອອີກຕໍ່ໄປ ແລະ ລູກໆໃນເຮືອນຈະບໍ່ເຊື່ອອີກຕໍ່ໄປ. ເຈົ້າຍັງຈະສາມາດສືບຕໍ່ໄດ້ບໍ? ຍິ່ງເຈົ້າກ້າວໄປຂ້າງໜ້າຫຼາຍເທົ່າໃດ, ການທົດລອງຂອງເຈົ້າກໍຍິ່ງໃຫຍ່ຂຶ້ນເທົ່ານັ້ນ. ພຣະເຈົ້າດຳເນີນພາລະກິດແຫ່ງການເຮັດໃຫ້ຄົນບໍລິສຸດຂອງພຣະອົງ ອີງຕາມຄວາມຕ້ອງການ ແລະ ວຸດທິພາວະຂອງພວກເຂົາ. ໃນຊ່ວງເວລາທີ່ພຣະເຈົ້າເຮັດໃຫ້ມະນຸດຊາດສົມບູນແບບນັ້ນ, ມັນເປັນໄປບໍ່ໄດ້ທີ່ຈຳນວນຄົນຈະເພີ່ມຂຶ້ນເລື້ອຍໆ, ມີແຕ່ມັນຈະຫຼຸດລົງເທົ່ານັ້ນ. ມີພຽງຜ່ານການເຮັດໃຫ້ບໍລິສຸດເທົ່ານັ້ນທີ່ຄົນສາມາດຖືກເຮັດໃຫ້ສົມບູນແບບໄດ້. ຖືກຈັດການ, ຖືກລົງວິໃນ, ຖືກທົດສອບ, ຖືກຕີສອນ ແລະ ຖືກສາບແຊ່ງ ເຈົ້າຈະສາມາດຕ້ານທານທັງໝົດນີ້ໄດ້ບໍ? ເມື່ອເຈົ້າເຫັນຄຣິສຕະຈັກທີ່ມີສະຖານະພາບທີ່ດີເປັນພິເສດ, ບ່ອນທີ່ອ້າຍເອື້ອຍນ້ອງທັງໝົດກຳລັງສະແຫວງຫາດ້ວຍພະລັງແຮງກ້າອັນໃຫຍ່ຫຼວງ, ເຈົ້າເອງກໍຈະຮູ້ສຶກມີກຳລັງໃຈ. ເມື່ອວັນທີ່ພວກເຂົາທັງໝົດໄດ້ໜີອອກໄປມາເຖິງ, ບາງຄົນໃນພວກເຂົາບໍ່ເຊື່ອອີກຕໍ່ໄປ, ບາງຄົນອອກໄປເພື່ອເຮັດທຸລະກິດ ຫຼື ແຕ່ງງານ ແລະ ບາງຄົນເຂົ້າສາດສະໜາ, ແລ້ວເຈົ້າຍັງຈະສາມາດຕັ້ງໝັ້ນໄດ້ຢູ່ບໍ? ເຈົ້າຍັງຈະສາມາດຄົງຢູ່ໂດຍທີ່ບໍ່ໄດ້ຮັບຜົນກະທົບພາຍໃນໄດ້ຢູ່ບໍ? ການເຮັດໃຫ້ມະນຸດຊາດສົມບູນແບບຂອງພຣະເຈົ້າບໍ່ແມ່ນສິ່ງທີ່ງ່າຍປານນັ້ນ! ພຣະອົງຊົງໃຊ້ຫຼາຍສິ່ງເພື່ອເຮັດໃຫ້ຄົນບໍລິສຸດ. ຄົນເຫັນວ່າສິ່ງເຫຼົ່ານີ້ເປັນວິທີການ, ແຕ່ໃນຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າແລ້ວ ສິ່ງເຫຼົ່ານີ້ບໍ່ແມ່ນວິທີການແມ່ນແຕ່ໜ້ອຍດຽວເລີຍ, ແຕ່ມັນແມ່ນຂໍ້ເທັດຈິງ. ທ້າຍທີ່ສຸດ, ເມື່ອພຣະອົງໄດ້ເຮັດໃຫ້ຄົນບໍລິສຸດໃນຂັ້ນໃດໜຶ່ງ ແລະ ພວກເຂົາບໍ່ມີການຈົ່ມວ່າອີກຕໍ່ໄປ, ຂັ້ນຕອນນີ້ແຫ່ງພາລະກິດຂອງພຣະອົງກໍຈະສຳເລັດລົງ. ພາລະກິດອັນຍິ່ງໃຫຍ່ຂອງພຣະວິນຍານບໍລິສຸດແມ່ນການເຮັດໃຫ້ເຈົ້າສົມບູນແບບ ແລະ ເມື່ອພຣະອົງບໍ່ໄດ້ປະຕິບັດພາລະກິດ ແລະ ລີ້ລັບຢູ່, ນັ້ນແມ່ນຍິ່ງເພື່ອວັດຖຸປະສົງແຫ່ງການເຮັດໃຫ້ເຈົ້າສົມບູນແບບ. ດ້ວຍວິທີນີ້ຈະສາມາດເຮັດໃຫ້ເຫັນຢ່າງຊັດເຈນວ່າ ຜູ້ຄົນມີຄວາມຮັກຕໍ່ພຣະເຈົ້າ ຫຼື ບໍ່ ແລະ ເບິ່ງວ່າເຂົາມີຄວາມໝັ້ນໃຈຢ່າງແທ້ຈິງໃນພຣະອົງ ຫຼື ບໍ່. ເມື່ອພຣະເຈົ້າກ່າວຢ່າງຊັດເຈນ, ເຈົ້າບໍ່ຈຳເປັນຕ້ອງຄົ້ນຫາ; ເມື່ອພຣະອົງປົກປິດເທົ່ານັ້ນທີ່ເຈົ້າຕ້ອງຄົ້ນຫາ ແລະ ສໍາຜັດເຖິງເສັ້ນທາງຂອງເຈົ້າດ້ວຍຕົນເອງ. ເຈົ້າຄວນທີ່ຈະສາມາດປະຕິບັດໜ້າທີ່ຂອງສິ່ງຖືກສ້າງໃຫ້ສໍາເລັດ ແລະ ບໍ່ວ່າຜົນໄດ້ຮັບໃນອະນາຄົດຂອງເຈົ້າ ແລະ ຈຸດໝາຍປາຍທາງຂອງເຈົ້າຈະເປັນແນວໃດ, ເຈົ້າກໍຄວນທີ່ຈະສາມາດສະແຫວງຫາຄວາມຮູ້ ແລະ ຄວາມຮັກສຳລັບພຣະເຈົ້າ ໃນລະຫວ່າງຫຼາຍປີທີ່ເຈົ້າມີຊີວິດຢູ່ ແລະ ບໍ່ວ່າພຣະເຈົ້າປະຕິບັດຕໍ່ເຈົ້າແນວໃດ, ເຈົ້າຄວນທີ່ຈະຫຼີກຫຼ່ຽງການຈົ່ມວ່າໄດ້. ມີເງື່ອນໄຂດຽວສຳລັບພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຜູ້ຄົນ. ພວກເຂົາຄວນກະຫາຍ ແລະ ສະແຫວງຫາ ແລະ ບໍ່ສອງຈິດສອງໃຈ ຫຼື ສົງໄສກ່ຽວກັບການກະທຳຂອງພຣະເຈົ້າ ແລະ ພວກເຂົາສາມາດປະຕິບັດໜ້າທີ່ໄດ້ຕະຫຼອດເວລາ, ດ້ວຍວິທີນີ້ເທົ່ານັ້ນທີ່ພວກເຂົາຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນແຕ່ລະບາດກ້າວແຫ່ງພາລະກິດຂອງພຣະເຈົ້າ, ສິ່ງທີ່ຮຽກຮ້ອງຈາກມະນຸດແມ່ນຄວາມໝັ້ນໃຈອັນມະຫາສານ ແລະ ເຂົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອການສະແຫວງຫາ, ມີພຽງຜ່ານປະສົບການເທົ່ານັ້ນຜູ້ຄົນຈຶ່ງຈະສາມາດຄົ້ນພົບວ່າ ພຣະເຈົ້ານັ້ນໜ້າຮັກພຽງໃດ ແລະ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນແນວໃດ. ຖ້າເຈົ້າບໍ່ມີປະສົບການ, ຖ້າເຈົ້າບໍ່ສໍາຜັດເຖິງເສັ້ນທາງຂອງເຈົ້າດ້ວຍຕົນເອງ, ຖ້າເຈົ້າບໍ່ສະແຫວງຫາ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ. ເຈົ້າຕ້ອງສໍາຜັດເຖິງເສັ້ນທາງຂອງເຈົ້າຜ່ານທາງປະສົບການຂອງເຈົ້າເອງ ແລະ ມີພຽງຜ່ານປະສົບການຂອງເຈົ້າເທົ່ານັ້ນ, ເຈົ້່າຈຶ່ງຈະສາມາດເບິ່ງເຫັນການກະທໍາຂອງພຣະເຈົ້າໄດ້ ແລະ ຮັບຮູ້ເຖິງຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງພຣະອົງ.

ກ່ອນນີ້: ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ຕໍ່ໄປ: ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້