ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ໃນການເຊື່ອໃນພຣະເຈົ້າ ຢ່າງໜ້ອຍເຈົ້າຕ້ອງແກ້ໄຂບັນຫາກ່ຽວກັບການມີຄວາມສຳພັນປົກກະຕິກັບພຣະເຈົ້າ. ຖ້າເຈົ້າບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ, ແລ້ວຄວາມໝາຍໃນການເຊື່ອໃນພຣະເຈົ້າກໍ່ຈະສູນຫາຍໄປ. ການສ້າງຄວາມສຳພັນປົກກະຕິກັບພຣະເຈົ້ານັ້ນບັນລຸຜົນໄດ້ຢ່າງສິ້ນເຊີງດ້ວຍຫົວໃຈທີ່ສະຫງົບຢູ່ຕໍ່ໜ້າພຣະເຈົ້າ. ການມີຄວາມສຳພັນປົກກະຕິກັບພຣະເຈົ້າໝາຍເຖິງການສາມາດບໍ່ມີຂໍ້ສົງໄສ ແລະ ບໍ່ປະຕິເສດພາລະກິດໃດໆຂອງພຣະເຈົ້າ ແລະ ສາມາດຍອມຕໍ່ພາລະກິດຂອງພຣະອົງ. ມັນໝາຍເຖິງການມີເຈດຕະນາອັນຖືກຕ້ອງຕໍ່ໜ້າພຣະເຈົ້າ, ບໍ່ວາງແຜນສຳລັບຕົວເຈົ້າເອງ ແລະ ການຄຳນຶງເຖິງຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າໃນທຸກສິ່ງກ່ອນ; ມັນໝາຍເຖິງການຍອມຮັບການກວດສອບວິເຄາະຂອງພຣະເຈົ້າ ແລະ ການເຊື່ອຟັງການຈັດແຈງຂອງພຣະເຈົ້າ. ເຈົ້າຕ້ອງສາມາດເຮັດໃຫ້ຫົວໃຈຂອງເຈົ້າສະຫງົບຢູ່ຕໍ່ໜ້າພຣະເຈົ້າໃນທຸກສິ່ງທີ່ເຈົ້າເຮັດ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໃຫ້ດີທີ່ສຸດ. ທັນທີທີ່ຄວາມປະສົງຂອງພຣະເຈົ້າໄດ້ຖືກເປີດເຜີຍໃຫ້ແກ່ເຈົ້າ, ໃຫ້ປະຕິບັດມັນ ແລະ ມັນຈະບໍ່ຊ້າເກີນໄປ. ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເມື່ອນັ້ນເຈົ້າກໍ່ຈະມີຄວາມສຳພັນປົກກະຕິກັບຜູ້ຄົນເຊັ່ນດຽວກັນ. ເພື່ອສ້າງຄວາມສຳພັນທີ່ປົກກະຕິກັບພຣະເຈົ້າ, ທຸກສິ່ງຕ້ອງຖືກສ້າງບົນພື້ນຖານພຣະທຳຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຕິບັດໜ້າທີ່ຂອງເຈົ້າຕາມພຣະທຳຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າໄດ້ຮ້ອງຂໍ, ເຈົ້າຕ້ອງເຮັດໃຫ້ມຸມມອງຂອງເຈົ້າຊື່ກົງ ແລະ ຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ເຈົ້າຕ້ອງປະຕິບັດຄວາມຈິງ ເມື່ອເຈົ້າເຂົ້າໃຈມັນ ແລະ ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ສະແຫວງຫາດ້ວຍຫົວໃຈທີ່ເຊື່ອຟັງພຣະເຈົ້າ. ເມື່ອປະຕິບັດແບບນັ້ນ, ເຈົ້າຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ໃນເວລາດຽວກັນກັບທີ່ປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເຈົ້າຍັງຕ້ອງຮັບປະກັນວ່າເຈົ້າບໍ່ໄດ້ເຮັດຫຍັງທີ່ບໍ່ເປັນປະໂຫຍດຕໍ່ທາງເຂົ້າສູ່ຊີວິດຂອງຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ບໍ່ເວົ້າສິ່ງທີ່ບໍ່ເປັນປະໂຫຍດຕໍ່ອ້າຍເອື້ອຍນ້ອງ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງບໍ່ເຮັດສິ່ງທີ່ຂັດກັບຄວາມສຳນຶກຂອງເຈົ້າ ແລະ ຕ້ອງບໍ່ເຮັດສິ່ງທີ່ເປັນຕາອັບອາຍແທ້ໆ. ໂດຍສະເພາະແລ້ວ, ສຳລັບສິ່ງທີ່ກະບົດ ຫຼື ຕໍ່ຕ້ານພຣະເຈົ້າ, ເຈົ້າຕ້ອງບໍ່ເຮັດມັນຢ່າງແນ່ນອນ ແລະ ເຈົ້າຕ້ອງບໍ່ເຮັດສິ່ງທີ່ລົບກວນວຽກງານ ຫຼື ຊີວິດໃນຄຣິສຕະຈັກ. ຈົ່ງມີຄວາມຍຸຕິທຳ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ ແລະ ຮັບປະກັນວ່າມັນສາມາດນຳສະເໜີໄດ້ຕໍ່ໜ້າພຣະເຈົ້າ. ເຖິງແມ່ນວ່າບາງຄັ້ງເນື້ອໜັງອ່ອນແອ, ເຈົ້າຕ້ອງສາມາດເອົາຜົນປະໂຫຍດຂອງຄອບຄົວຂອງພຣະເຈົ້າກ່ອນ, ໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍທີ່ບໍ່ເຮັດຫຍັງທີ່ເຫັນແກ່ຕົວ ຫຼື ເປັນຕາລັງກຽດ, ມັກໄຕ່ຕອງກ່ຽວກັບຕົນເອງ. ໃນລັກສະນະນີ້, ເຈົ້າຈະສາມາດດຳລົງຊີວິດຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະກາຍມາເປັນສິ່ງທີ່ປົກກະຕິຢ່າງສົມບູນ.

ໃນທຸກສິ່ງທີ່ເຈົ້າເຮັດ, ເຈົ້າຕ້ອງກວດສອບເບິ່ງວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ຖ້າເຈົ້າສາມາດປະຕິບັດຕາມຄວາມຮຽກຮ້ອງຂອງພຣະເຈົ້າໄດ້, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ເປັນປົກກະຕິ. ນີ້ແມ່ນມາດຕະຖານຕໍ່າສຸດ. ໃຫ້ເບິ່ງເຈດຕະນາຂອງເຈົ້າ ແລະ ຖ້າເຈົ້າຄົ້ນພົບວ່າເຈດຕະນາທີ່ບໍ່ຖືກຕ້ອງປາກົດຂຶ້ນ, ບໍ່ສາມາດຫັນຫຼັງໃສ່ພວກມັນໄດ້ ແລະ ປະຕິບັດຕາມພຣະທຳຂອງພຣະເຈົ້າ; ສະນັ້ນ ເຈົ້າກໍ່ຈະກາຍເປັນຄົນທີ່ທ່ຽງທຳຕໍ່ໜ້າພຣະເຈົ້າ ເຊິ່ງຈະສະແດງໃຫ້ເຫັນວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ແລະ ສິ່ງທັງໝົດທີ່ເຈົ້າເຮັດແມ່ນເພື່ອປະໂຫຍດຂອງພຣະເຈົ້າ, ບໍ່ແມ່ນເພື່ອຕົວເຈົ້າເອງ. ໃນທຸກສິ່ງທີ່ເຈົ້າເຮັດ ແລະ ທຸກສິ່ງທີ່ເຈົ້າເວົ້າ, ສາມາດວາງຫົວໃຈໃຫ້ຖືກຕ້ອງ ແລະ ຊອບທຳໃນການກະທຳຂອງເຈົ້າ ແລະ ຢ່າປ່ອຍໃຫ້ອາລົມຂອງເຈົ້າພາເຈົ້າໄປ ຫຼື ເຮັດຕາມຄວາມປະສົງຂອງຕົວເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນຫຼັກການທີ່ຜູ້ເຊື່ອໃນພຣະເຈົ້າຕ້ອງປະຕິບັດກັບຕົນເອງ. ສິ່ງເລັກໆນ້ອຍໆສາມາດເປີດເຜີຍເຈດຕະນາ ແລະ ວຸດທິພາວະຂອງຜູ້ຄົນ ແລະ ສະນັ້ນ ເພື່ອໃຫ້ຜູ້ຄົນເຂົ້າສູ່ເສັ້ນທາງແຫ່ງການເຮັດໃຫ້ສົມບູນແບບໂດຍພຣະເຈົ້າ, ພວກເຂົາຕ້ອງແກ້ໄຂເຈດຕະນາຂອງພວກເຂົາ ແລະ ຄວາມສຳພັນຂອງພວກເຂົາກັບພຣະເຈົ້າກ່ອນ. ມີແຕ່ເມື່ອຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ, ເຈົ້າຈຶ່ງຈະສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້; ມີແຕ່ເມື່ອນັ້ນ, ການຈັດການ, ການລິຮານ, ການລົງວິໄນ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະບັນລຸຜົນທີ່ປາຖະໜາໄວ້ຂອງພວກມັນໃນຕົວເຈົ້າ. ນັ້ນໝາຍຄວາມວ່າ ຖ້າມະນຸດສາມາດຮັກສາພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ແມ່ນສະແຫວງຫາຜົນປະໂຫຍດສ່ວນຕົວ ຫຼື ບໍ່ຄິດກ່ຽວກັບອະນາຄົດສ່ວນຕົວຂອງພວກເຂົາເອງ (ໃນຄວາມຮູ້ສຶກດ້ານເນື້ອໜັງ), ແຕ່ກົງກັນຂ້າມ ພວກເຂົາແບກຫາບພາລະຂອງການເຂົ້າສູ່ຊີວິດ, ເຮັດດີທີ່ສຸດເພື່ອສະແຫວງຫາຄວາມຈິງ ແລະ ຍອມຕໍ່ພາລະກິດຂອງພຣະເຈົ້າ, ຖ້າເຈົ້າສາມາດເຮັດແບບນີ້ໄດ້, ແລ້ວເປົ້າໝາຍທີ່ເຈົ້າສະແຫວງຫາກໍຈະຖືກຕ້ອງ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະເປັນປົກກະຕິ. ສາມາດເວົ້າໄດ້ວ່າ ການເຮັດຄວາມສຳພັນກັບພຣະເຈົ້າຂອງຄົນໆໜຶ່ງກັບພຣະເຈົ້າແມ່ນບາດກ້າວທຳອິດໃນການເຂົ້າສູ່ການເດີນທາງຝ່າຍຈິດວິນຍານ. ເຖິງແມ່ນວ່າຊະຕາກຳຂອງມະນຸດຢູ່ໃນມືຂອງພຣະເຈົ້າ ແລະ ໄດ້ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມະນຸດບໍ່ສາມາດປ່ຽນແປງໄດ້, ບໍ່ວ່າເຈົ້າສາມາດຖືກພຣະເຈົ້າເຮັດໃຫ້ສົມບູນແບບ ຫຼື ຖືກຮັບເອົາໂດຍພຣະອົງ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ອາດມີພາກສ່ວນໃນຕົວເຈົ້າທີ່ອ່ອນແອ ຫຼື ບໍ່ເຊື່ອຟັງ ແຕ່ວ່າຕາບໃດທີ່ມຸມມອງຂອງເຈົ້າ ແລະ ເຈດຕະນາຂອງເຈົ້າຖືກຕ້ອງ ແລະ ຕາບໃດທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນຖືກຕ້ອງ ແລະ ເປັນປົກກະຕິ, ເມື່ອນັ້ນ ເຈົ້າຈຶ່ງຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ຖ້າເຈົ້າບໍ່ມີຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແລະ ປະຕິບັດເພື່ອຜົນປະໂຫຍດຂອງເນື້ອໜັງ ຫຼື ຄອບຄົວຂອງເຈົ້າ, ແລ້ວບໍ່ວ່າເຈົ້າຈະພະຍາຍາມຫຼາຍພຽງໃດກໍ່ຕາມ ມັນກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ, ແລ້ວສິ່ງອື່ນໆກໍ່ຈະລົງຕົວເອງ. ພຣະເຈົ້າບໍ່ແນມເບິ່ງສິ່ງອື່ນໃດອີກ, ແຕ່ພຣະອົງພຽງແນມເບິ່ງວ່າມຸມມອງຂອງເຈົ້າກ່ຽວກັບການເຊື່ອໃນພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່: ເຈົ້າເຊື່ອໃຜ, ເຈົ້າເຊື່ອໃນຜົນປະໂຫຍດຂອງໃຜ ແລະ ເປັນຫຍັງເຈົ້າຈຶ່ງເຊື່ອ. ຖ້າເຈົ້າສາມາດເບິ່ງເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນ ແລະ ປະຕິບັດໂດຍປະຖິ້ມມຸມມອງຂອງເຈົ້າໄດ້ເປັນຢ່າງດີ, ແລ້ວເຈົ້າກໍ່ຈະມີຄວາມກ້າວໜ້າໃນຊີວິດຂອງເຈົ້າ ແລະ ເຈົ້າຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ຢ່າງແນ່ນອນ. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າບໍ່ປົກກະຕິ ແລະ ມຸມມອງໃນຄວາມເຊື່ອຂອງເຈົ້າພຣະເຈົ້າຜິດປົກກະຕິ, ແລ້ວທຸກສິ່ງເຫຼົ່ານີ້ກໍຈະເປົ່າປະໂຫຍດ ແລະ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ໄດ້ຮັບຫຍັງເລີຍ. ມີແຕ່ຫຼັງຈາກທີ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນປົກກະຕິ ເຈົ້າຈຶ່ງຈະໄດ້ຮັບຄຳຍ້ອງຍໍຈາກພຣະອົງ ເມື່ອເຈົ້າປະຖິ້ມເນື້ອໜັງ, ອະທິຖານ, ທົນທຸກທໍລະມານ, ອົດທົນ, ຍອມ ແລະ ຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງເຈົ້າ, ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າຫຼາຍຂຶ້ນ ແລະ ອື່ນໆອີກ. ບໍ່ວ່າສິ່ງທີ່ເຈົ້າເຮັດຈະມີຄຸນຄ່າ ແລະ ມີຄວາມໝາຍ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບວ່າເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ມຸມມອງຂອງເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ທຸກມື້ນີ້, ຫຼາຍຄົນເຊື່ອໃນພຣະເຈົ້າ ຄືກັບການງ່ຽງຫົວເບິ່ງໂມງ, ທັດສະນະຂອງພວກເຂົາແມ່ນບໍ່ປົກກະຕິ ແລະ ທຸກສິ່ງທຸກຢ່າງຈະຖືກຕ້ອງພ້ອມກັບການພັດທະນາທີ່ດີຂຶ້ນ. ຖ້າບັນຫານີ້ຖືກແກ້ໄຂ, ທຸກສິ່ງກໍຈະເປັນປົກກະຕິ; ຖ້າບໍ່, ທຸກສິ່ງທຸກຢ່າງກໍ່ຈະບໍ່ມີປະໂຫຍດຫຍັງເລີຍ. ບາງຄົນປະພຶດດີຕໍ່ໜ້າເຮົາ, ແຕ່ລັບຫຼັງເຮົາ ສິ່ງທີ່ພວກເຂົາເຮັດມີພຽງແຕ່ຕໍ່ຕ້ານ. ສິ່ງເຫຼົ່ານີ້ແມ່ນສະແດງເຖິງຄວາມຄົດໂກງ ແລະ ການຫຼອກລວງ ແລະ ຄົນປະເພດນີ້ແມ່ນຜູ້ຮັບໃຊ້ຂອງຊາຕານ; ພວກເຂົາແມ່ນຕົວຕົນຂອງຊາຕານໂດຍແທ້, ມາເພື່ອທົດລອງພຣະເຈົ້າ. ເຈົ້າເປັນພຽງຄົນຊອບທຳຄົນໜຶ່ງ ຖ້າເຈົ້າສາມາດຍອມຕໍ່ພາລະກິດຂອງເຮົາ ແລະ ພຣະທຳຂອງເຮົາ. ຕາບໃດທີ່ເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະເຈົ້າ; ຕາບໃດທີ່ທຸກໆສິ່ງທີ່ເຈົ້າເຮັດນັ້ນຮຽບຮ້ອຍຕໍ່ໜ້າພຣະເຈົ້າ ແລະ ເຈົ້າປະພຶດຢ່າງຊອບທໍາ ແລະ ມີກຽດໃນທຸກສິ່ງທີ່ເຈົ້າເຮັດ, ຕາບໃດທີ່ເຈົ້າບໍ່ເຮັດໃນສິ່ງທີ່ໜ້າອັບອາຍ ຫຼື ສິ່ງຕ່າງໆທີ່ຈະທຳຮ້າຍຊີວິດຂອງຄົນອື່ນ; ແລະ ຕາບໃດທີ່ເຈົ້າດຳລົງຊີວິດຢູ່ໃນແສງສະຫວ່າງ ແລະ ບໍ່ຍອມໃຫ້ຊາຕານເອົາປຽບພວກເຈົ້າເອງ, ເມື່ອນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍຈະຢູ່ໃນລັກສະນະທີ່ຖືກຕ້ອງ.

ການເຊື່ອພຣະເຈົ້າຮຽກຮ້ອງໃຫ້ທ່ານວາງເຈດຕະນາ ແລະ ມຸມມອງຂອງເຈົ້າໃນລຳດັບທີ່ຖືກຕ້ອງ; ເຈົ້າຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ວິທີການປະຕິບັດທີ່ຖືກຕ້ອງ, ພຣະທຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ, ສະພາບແວດລ້ອມທັງໝົດທີ່ພຣະເຈົ້າຈັດແຈງໃຫ້, ມະນຸດທີ່ພຣະເຈົ້າເປັນພະຍານໃຫ້ ແລະ ພຣະເຈົ້າອົງແທ້ຈິງ. ເຈົ້າຕ້ອງບໍ່ປະຕິບັດຕາມແນວຄິດຂອງເຈົ້າເອງ ຫຼື ສ້າງກົນອຸບາຍນ້ອຍໆຂອງເຈົ້າເອງ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຕ້ອງສາມາດສະແຫວງຫາຄວາມຈິງ ແລະ ຍອມຮັບພາລະກິດທັງໝົດຂອງພຣະເຈົ້າ ໃນຖານະທີ່ເຈົ້າເປັນສິ່ງຖືກສ້າງ. ຖ້າເຈົ້າປາຖະໜາທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ ແລະ ເຂົ້າສູ່ເສັ້ນທາງແຫ່ງຊີວິດທີ່ຖືກຕ້ອງ, ແລ້ວຫົວໃຈຂອງເຈົ້າຕ້ອງດຳລົງຢູ່ຕໍ່ໜ້າພຣະເຈົ້າສະເໝີ. ຢ່າເຮັດຜິດສິນທໍາ, ຢ່າຕິດຕາມຊາຕານ, ຢ່າປ່ອຍໃຫ້ຊາຕານມີໂອກາດໃດໜຶ່ງທີ່ຈະປະຕິບັດພາລະກິດຂອງມັນ ແລະ ຢ່າປ່ອຍໃຫ້ຊາຕານໃຊ້ເຈົ້າ. ເຈົ້າຕ້ອງມອບຕົວເອງໃຫ້ພຣະເຈົ້າຢ່າງສົມບູນ ແລະ ປ່ອຍໃຫ້ພຣະເຈົ້າປົກຄອງເຈົ້າ.

ເຈົ້າເຕັມໃຈທີ່ຈະເປັນຜູ້ຮັບໃຊ້ຂອງຊາຕານບໍ? ເຈົ້າເຕັມໃຈທີ່ຈະຖືກຊາຕານເອົາປຽບບໍ? ເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາພຣະເຈົ້າ ເພື່ອວ່າເຈົ້າຈະໄດ້ຖືກພຣະອົງເຮັດໃຫ້ສົມບູນແບບບໍ ຫຼື ເພື່ອວ່າເຈົ້າຈະກາຍເປັນຄວາມແຕກຕ່າງສຳລັບພາລະກິດຂອງພຣະເຈົ້າບໍ? ເຈົ້າເລືອກຊີວິດທີ່ມີຄວາມໝາຍທີ່ເຈົ້າຈະຖືກຮັບໂດຍພຣະເຈົ້າ ຫຼື ຊີວິດທີ່ບໍ່ມີຄ່າ ແລະ ວ່າງເປົ່າບໍ? ເຈົ້າເລືອກທີ່ຈະຖືກພຣະເຈົ້າໃຊ້ບໍ ຫຼື ຖືກຊາຕານເອົາປຽບ? ເຈົ້າເລືອກທີ່ຈະໃຫ້ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າເຕີມເຕັມໃນຕົວເຈົ້າ ຫຼື ປ່ອຍໃຫ້ຄວາມບາບ ແລະ ຊາຕານເຕີມເຕັມໃນຕົວເຈົ້າ? ໃຫ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະມັດລະວັງ. ໃນຊີວິດປະຈຳວັນຂອງເຈົ້າ, ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ເຈົ້າເວົ້າ ແລະ ສິ່ງໃດທີ່ເຈົ້າເຮັດແມ່ນອາດກໍ່ໃຫ້ເກີດຄວາມຜິດປົກກະຕິໃນຄວາມສຳພັນຂອງເຈົ້າກັບພຣະເຈົ້າ ແລະ ຫຼັງຈາກນັ້ນ ໃຫ້ແກ້ໄຂຕົວຂອງເຈົ້າເອງເພື່ອເຂົ້າສູ່ວິທີການທີ່ຖືກຕ້ອງ. ຕະຫຼອດເວລານີ້, ໃຫ້ກວດສອບຄຳເວົ້າຂອງເຈົ້າ, ການກະທຳຂອງເຈົ້າ, ທຸກໆການເຄື່ອນໄຫວຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ. ໃຫ້ຮັບຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບສະພາວະທີ່ແທ້ຈິງຂອງເຈົ້າ ແລະ ເຂົ້າສູ່ລັກສະນະພາລະກິດຂອງພຣະວິນຍານບໍລິສຸດ. ນີ້ເປັນວິທີດຽວທີ່ຈະມີຄວາມສຳພັນປົກກະຕິກັບພຣະເຈົ້າໄດ້. ໂດຍການປະເມີນເບິ່ງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈຶ່ງຈະສາມາດແກ້ໄຂເຈດຕະນາຂອງເຈົ້າໃຫ້ຖືກຕ້ອງໄດ້, ເຂົ້າໃຈທຳມະຊາດ ແລະ ແກ່ນແທ້ຂອງມະນຸດ ແລະ ເຂົ້າໃຈຕົວເຈົ້າເອງໄດ້ຢ່າງແທ້ຈິງ ແລະ ໂດຍການເຮັດແບບນັ້ນ ເຈົ້າຈະສາມາດເຂົ້າສູ່ປະສົບການອັນແທ້ຈິງ, ປະຖິ້ມຕົນເອງໃນວິທີທີ່ແທ້ຈິງ ແລະ ຍອມດ້ວຍເຈດຕະນາ. ໃນຂະນະທີ່ເຈົ້າຜະເຊີນກັບເລື່ອງເຫຼົ່ານີ້ທີ່ກ່ຽວຂ້ອງກັບວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່, ເຈົ້າຈະຄົ້ນພົບໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້ ແລະ ມາເຂົ້າໃຈຫຼາຍສະພາວະຂອງພາລະກິດຂອງພຣະວິນຍານບໍລິສຸດ. ເຈົ້າຈະສາມາດເບິ່ງທະລຸກົນອຸບາຍຫຼາຍຢ່າງຂອງຊາຕານ ແລະ ແຊກຊຶມຜ່ານການສົມຮູ້ຮ່ວມຄິດຕ່າງໆຂອງມັນ. ມີພຽງຜ່ານທາງນີ້ເທົ່ານັ້ນທີ່ຈະນໍາພາໄປສູ່ການຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້. ເຈົ້າວາງຄວາມສຳພັນຂອງເຈົ້າກັບພຣະເຈົ້າໃຫ້ຖືກຕ້ອງ ເພື່ອວ່າເຈົ້າອາດຍອມຮັບເອົາການຈັດແຈງທັງໝົດຂອງພຣະເຈົ້າ ແລະ ເພື່ອວ່າເຈົ້າຈະເຂົ້າສູ່ປະສົບການແທ້ຈິງທີ່ເລິກເຊິ່ງຫຼາຍກວ່າເກົ່າ ແລະ ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍຂຶ້ນ. ເມື່ອເຈົ້າປະຕິບັດການມີຄວາມສຳພັນປົກກະຕິກັບພຣະເຈົ້າ, ໃນກໍລະນີສ່ວນໃຫຍ່ ຄວາມສຳເລັດຈະຖືກບັນລຸໂດຍການປະຖິ້ມເນື້ອໜັງ ແລະ ຜ່ານການຮ່ວມມືທີ່ແທ້ຈິງກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າ “ຫາກປາສະຈາກຫົວໃຈທີ່ໃຫ້ການຮ່ວມມື, ມັນເປັນການຍາກທີ່ຈະໄດ້ຮັບພາລະກິດຂອງພຣະເຈົ້າ; ຖ້າເນື້ອໜັງບໍ່ໄດ້ທົນທຸກກັບຄວາມຍາກລຳບາກ, ກໍ່ຈະບໍ່ມີການອວຍພອນຈາກພຣະເຈົ້າ; ຖ້າຫາກວິນຍານບໍ່ດີ້ນລົນ, ຊາຕານກໍ່ຈະບໍ່ລະອາຍໃຈ”. ຖ້າເຈົ້າປະຕິບັດຫຼັກການເຫຼົ່ານີ້ ແລະ ເຂົ້າໃຈພວກມັນຢ່າງທົ່ວເຖິງ, ມຸມມອງກ່ຽວກັບຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍ່ຈະຖືກຕ້ອງ. ໃນການປະຕິບັດໃນປັດຈຸບັນຂອງພວກເຈົ້າ, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ການສະແຫວງຫາເຂົ້າຈີ່ເພື່ອສະໜອງຄວາມຫິວ”, ພວກເຈົ້າຕ້ອງປະຖິ້ມຊຸດຄວາມຄິດ “ທຸກສິ່ງໄດ້ສຳເລັດລົງໂດຍພຣະວິນຍານບໍລິສຸດ ແລະ ຜູ້ຄົນບໍ່ສາມາດແຊກແຊງໄດ້”. ທຸກຄົນທີ່ກ່າວໃນທາງນີ້ກໍຄິດວ່າ, “ຜູ້ຄົນສາມາດເຮັດຫຍັງກໍ່ໄດ້ທີ່ພວກເຂົາຕ້ອງການ ແລະ ເມື່ອເວລາມາເຖິງ ພຣະວິນຍານບໍລິສຸດຈະປະຕິບັດພາລະກິດຂອງພຣະອົງ. ຜູ້ຄົນບໍ່ຈຳເປັນຕ້ອງຢັບຢັ້ງເນື້ອໜັງ ຫຼື ຮ່ວມມື; ສິ່ງທີ່ສຳຄັນກໍ່ມີພຽງແຕ່ພວກເຂົາຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ”. ຄວາມຄິດເຫັນເຫຼົ່ານີ້ແມ່ນບໍ່ມີເຫດຜົນທັງໝົດ. ພາຍໃຕ້ສະຖານະການເຫຼົ່ານີ້, ພຣະວິນຍານບໍລິສຸດບໍ່ສາມາດປະຕິບັດພາລະກິດໄດ້. ມັນແມ່ນມຸມມອງແບບນີ້ທີ່ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດຢ່າງໃຫຍ່ຫຼວງ. ສ່ວນໃຫຍ່, ພາລະກິດຂອງພຣະວິນຍານບໍລິສຸດແມ່ນບັນລຸຜ່ານການຮ່ວມມືຂອງມະນຸດ. ຄົນທີ່ບໍ່ໃຫ້ການຮ່ວມມື ແລະ ບໍ່ໄດ້ຕັ້ງໃຈ ແຕ່ປາຖະໜາທີ່ຈະບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະເຈົ້າ, ກໍມີຄວາມຄິດເກີນເຫດຜົນ. ສິ່ງນີ້ເອີ້ນວ່າ “ການປ່ອຍປະຕົວເອງ ແລະ ການໃຫ້ອະໄພຊາຕານ”. ຄົນແບບນີ້ບໍ່ມີຄວາມສຳພັນປົກກະຕິກັບພຣະເຈົ້າ. ເຈົ້າຄວນຄົ້ນພົບການເປີດເຜີຍ ແລະ ການສະແດງອອກຫຼາຍຢ່າງຂອງອຸປະນິໄສແບບຊາຕານພາຍໃນຕົວເຈົ້າ ແລະ ຄົ້ນພົບການປະຕິບັດໃດໜຶ່ງທີ່ເຈົ້າມີເຊິ່ງຢູ່ກົງກັນຂ້າມກັບສິ່ງທີ່ພຣະເຈົ້າຮຽກຮ້ອງໃນຕອນນີ້. ເຈົ້າສາມາດປະຖິ້ມຊາຕານໃນຕອນນີ້ໄດ້ບໍ? ເຈົ້າຄວນບັນລຸຄວາມສຳພັນປົກກະຕິກັບພຣະເຈົ້າ, ເຮັດຕາມເຈດຕະນາຂອງພຣະເຈົ້າ ແລະ ກາຍເປັນຄົນໃໝ່ພ້ອມກັບມີຊີວິດໃໝ່. ຢ່າອາໄສຢູ່ໃນການລ່ວງລະເມີດໃນອະດີດ; ຢ່າເສຍໃຈຫຼາຍເກີນໄປ; ໃຫ້ສາມາດຢືນຂຶ້ນ ແລະ ຮ່ວມມືກັບພຣະເຈົ້າ ແລະ ປະຕິບັດໜ້າທີ່ໆເປັນຂອງເຈົ້າໃນການປະຕິບັດ. ໃນລັກສະນະນີ້ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເປັນປົກກະຕິ.

ຫຼັງຈາກທີ່ໄດ້ອ່ານສິ່ງນີ້, ຖ້າເຈົ້າພຽງແຕ່ຍອມຮັບຄຳເວົ້າເຫຼົ່ານີ້, ແຕ່ຫົວໃຈຂອງເຈົ້າຍັງບໍ່ຖືກດົນໃຈ ແລະ ເຈົ້າບໍ່ສະແຫວງຫາເພື່ອສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ, ມັນກໍພິສູດໃຫ້ເຫັນວ່າເຈົ້າບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຄວາມສຳພັນຂອງເຈົ້າກັບພຣະເຈົ້າ, ມັນພິສູດວ່າມຸມມອງຂອງເຈົ້າຍັງບໍ່ຖືກຕ້ອງເທື່ອ, ເຈດຕະນາຂອງເຈົ້າຍັງບໍ່ທັນຖືກຮັບເອົາໂດຍພຣະເຈົ້າ ແລະ ນໍາສະຫງ່າລາສີມາສູ່ພຣະອົງ, ແຕ່ກົງກັນຂ້າມ ແມ່ນເຮັດໃຫ້ແຜນການຂອງຊາຕານເພື່ອຮັບໄຊຊະນະ ແລະ ເພື່ອບັນລຸເປົ້າໝາຍຂອງເຈົ້າເອງ. ຄົນປະເພດນີ້ມີເຈດຕະນາ ແລະ ມຸມມອງທີ່ບໍ່ຖືກຕ້ອງ. ບໍ່ວ່າພຣະເຈົ້າໄດ້ເວົ້າສິ່ງໃດ ຫຼື ພຣະອົງເວົ້າແນວໃດ, ຜູ້ຄົນດັ່ງກ່າວກໍບໍ່ສົນໃຈ ແລະ ບໍ່ເຫັນມີການປ່ຽນແປງຫຍັງເລີຍ. ຫົວໃຈຂອງພວກເຂົາບໍ່ຮູ້ສຶກຢ້ານກົວຫຍັງ ແລະ ພວກເຂົາບໍ່ລະອາຍໃຈ. ຄົນປະເພດນີ້ແມ່ນຄົນສັບສົນທີ່ບໍ່ມີຈິດວິນຍານ. ໃຫ້ອ່ານພຣະທໍາທຸກໆຂໍ້ຂອງພຣະເຈົ້າ ແລະ ນຳເອົາໄປປະຕິບັດຕາມໃຫ້ໄວຫຼັງຈາກທີ່ເຈົ້າເຂົ້າໃຈພວກມັນ. ບາງເທື່ອ, ມີເຫດການເມື່ອເນື້ອໜັງຂອງເຈົ້າອ່ອນແອ ຫຼື ເຈົ້າກະບົດ ຫຼື ເຈົ້າຕໍ່ຕ້ານ; ບໍ່ວ່າເຈົ້າໄດ້ປະພຶດແນວໃດກໍຕາມໃນອະດີດ, ມັນມີຜົນເລັກນ້ອຍ ແລະ ມັນບໍ່ສາມາດຂັດຂວາງຊີວິດຂອງເຈົ້າຈາກການເຕີບໃຫຍ່ໃນມື້ນີ້. ສະນັ້ນ ຕາບໃດທີ່ເຈົ້າສາມາດມີຄວາມສຳພັນປົກກະຕິກັບພຣະເຈົ້າໃນມື້ນີ້, ມັນກໍມີຄວາມຫວັງຢູ່. ຖ້າມີການປ່ຽນແປງໃນຕົວເຈົ້າທຸກເທື່ອທີ່ເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ຄົນອື່ນສາມາດບອກໄດ້ວ່າຊີວິດຂອງເຈົ້າມີການປ່ຽນແປງດີຂຶ້ນ, ມັນກໍສະແດງໃຫ້ເຫັນວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າແມ່ນປົກກະຕິໃນຕອນນີ້, ມັນໄດ້ຖືກຕ້ອງແລ້ວ. ພຣະເຈົ້າບໍ່ໄດ້ປະຕິບັດກັບຜູ້ຄົນອີງຕາມການລະເມີດຂອງພວກເຂົາ. ຫຼັງຈາກທີ່ເຈົ້າເຂົ້າໃຈ ແລະ ຕື່ນຕົວ, ຕາບໃດທີ່ເຈົ້າສາມາດເຊົາກະບົດ ຫຼື ຕໍ່ຕ້ານ, ແລ້ວພຣະເຈົ້າກໍ່ຈະຍັງມີເມດຕາຕໍ່ເຈົ້າຢູ່. ເມື່ອໃດທີ່ເຈົ້າມີຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈທີ່ຈະສະແຫວງຫາການຖືກພຣະເຈົ້າເຮັດໃຫ້ສົມບູນແບບ, ແລ້ວສະພາວະຂອງເຈົ້າຕໍ່ໜ້າພຣະເຈົ້າກໍ່ຈະເປັນປົກກະຕິ. ບໍ່ວ່າເຈົ້າເຮັດສິ່ງໃດກໍຕາມ, ໃຫ້ພິຈາລະນາສິ່ງດັ່ງຕໍ່ໄປນີ້ເມື່ອເຈົ້າກຳລັງເຮັດມັນ: ພຣະເຈົ້າຈະຄິດແນວໃດຖ້າຂ້ານ້ອຍເຮັດສິ່ງນີ້? ມັນຈະເປັນປະໂຫຍດໃຫ້ແກ່ອ້າຍເອື້ອຍນ້ອງຂອງຂ້ານ້ອຍບໍ່? ມັນຈະເປັນປະໂຫຍດໃຫ້ແກ່ພາລະກິດໃນຄົວເຮືອນຂອງພຣະເຈົ້າບໍ? ບໍ່ວ່າຈະຢູ່ໃນຄຳອະທິຖານຂອງເຈົ້າ, ການໂອ້ລົມ, ຄຳປາໄສ, ວຽກງານ ແລະ ການພົວພັນກັບຄົນອື່ນ, ໃຫ້ກວດສອບເຈດຕະນາຂອງເຈົ້າ ແລະ ກວດສອບເບິ່ງວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ ຫຼື ບໍ່. ຖ້າເຈົ້າບໍ່ສາມາດໄຈ້ແຍກເຈດຕະນາ ແລະ ຄວາມຄິດຂອງເຈົ້າເອງ, ນີ້ໝາຍຄວາມວ່າເຈົ້າຂາດການຈຳແນກ ເຊິ່ງພິສູດໃຫ້ເຫັນວ່າເຈົ້າເຂົ້າໃຈກ່ຽວກັບຄວາມຈິງໜ້ອຍເກີນໄປ. ຖ້າເຈົ້າສາມາດເຂົ້າໃຈຢ່າງຊັດເຈນກ່ຽວກັບທຸກສິ່ງທີ່ພຣະເຈົ້າກະທຳ ແລະ ສາມາດເຫັນສິ່ງຕ່າງໆຜ່ານເລນຂອງພຣະທຳຂອງພຣະອົງ, ຢືນຢູ່ຂ້າງພຣະເຈົ້າ, ເມື່ອນັ້ນ ມຸມມອງຂອງເຈົ້າກໍຈະຖືກຕ້ອງ. ສະນັ້ນ, ການສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແມ່ນສິ່ງທີ່ສຳຄັນທີ່ສຸດສຳລັບຜູ້ໃດກໍຕາມທີ່ເຊື່ອໃນພຣະເຈົ້າ; ທຸກຄົນຄວນປະຕິບັດຕໍ່ມັນຄືກັບວ່າເປັນສິ່ງທີ່ສຳຄັນທີ່ສຸດ ແລະ ເປັນດັ່ງເຫດການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງພວກເຂົາ. ທຸກສິ່ງທຸກຢ່າງທີ່ເຈົ້າເຮັດຈະຖືກຊັ່ງຊາເບິ່ງວ່າ ເຈົ້າມີຄວາມສຳພັນປົກກະຕິກັບພຣະເຈົ້າ ຫຼື ບໍ່. ຖ້າຄວາມສຳພັນຂອງເຈົ້າກັບພຣະເຈົ້າປົກກະຕິ ແລະ ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລ້ວກໍໃຫ້ປະຕິບັດມັນ. ເພື່ອຮັກສາຄວາມສຳພັນປົກກະຕິກັບພຣະເຈົ້າ, ເຈົ້າຕ້ອງບໍ່ຢ້ານທີ່ຈະໄດ້ຮັບການສູນເສຍໃນຜົນປະໂຫຍດສ່ວນຕົວຂອງເຈົ້າ; ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານມີໄຊຊະນະ, ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານຊື້ເອົາເຈົ້າ ແລະ ເຈົ້າບໍ່ສາມາດປ່ອຍໃຫ້ຊາຕານເຮັດໃຫ້ເຈົ້າກາຍເປັນຕົວຕະຫຼົກ. ການມີເຈດຕະນາແບບນັ້ນເປັນສັນຍານວ່າຄວາມສຳພັນຂອງເຈົ້າກັບພຣະເຈົ້ານັ້ນປົກກະຕິ. ມັນບໍ່ແມ່ນເພື່ອເນື້ອໜັງ, ແຕ່ກົງກັນຂ້າມ ມັນແມ່ນເພື່ອຄວາມສະຫງົບສຸກຂອງວິນຍານ, ເພື່ອໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເພື່ອເຂົ້າໄປສູ່ສະພາບທີ່ຖືກຕ້ອງ, ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບພຣະເຈົ້າ ແລະ ວາງມຸມມອງຂອງການເຊື່ອໃນພຣະເຈົ້າຂອງເຈົ້າໃຫ້ຖືກຕ້ອງ. ນີ້ກໍ່ເພື່ອວ່າພຣະເຈົ້າອາດຮັບເອົາເຈົ້າ ແລະ ເພື່ອວ່າ ພຣະເຈົ້າອາດເປີດເຜີຍໝາກຜົນແຫ່ງພຣະທຳຂອງພຣະອົງໃນຕົວເຈົ້າ ແລະ ແສງສະຫວ່າງ ແລະ ແສງເຍືອງທາງໃຫ້ແກ່ເຈົ້າຫຼາຍຂຶ້ນ. ໃນລັກສະນະນີ້ ເຈົ້າຈະເຂົ້າສູ່ວິທີການທີ່ຖືກຕ້ອງ. ໃຫ້ສືບຕໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃນມື້ນີ້, ເຂົ້າສູ່ລັກສະນະການເຮັດວຽກໃນປັດຈຸບັນຂອງພຣະວິນຍານບໍລິສຸດ, ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນມື້ນີ້, ບໍ່ປະຕິບັດຕາມຮູບແບບການປະຕິບັດແບບເກົ່າ, ບໍ່ຍຶດຕິດກັບວິທີເກົ່າໆໃນການເຮັດສິ່ງຕ່າງໆ ແລະ ເຂົ້າສູ່ລັກສະນະພາລະກິດແບບໃນມື້ນີ້ໃຫ້ໄວເທົ່າທີ່ຈະໄວໄດ້. ສະນັ້ນ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເປັນປົກກະຕິຢ່າງສົມບູນ ແລະ ເຈົ້າຈະເລີ່ມເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.

ກ່ອນນີ້: ອານາຈັກພັນປີມາຮອດແລ້ວ

ຕໍ່ໄປ: ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້