ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ

ທຸກຄົນແມ່ນມີຄວາມເປັນໄປໄດ້ທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສະນັ້ນ ທຸກຄົນຄວນເຂົ້າໃຈວ່າ ການຮັບໃຊ້ພຣະເຈົ້າປະເພດໃດຈຶ່ງຈະສອດຄ່ອງກັບເຈດຕະນາຂອງພຣະອົງໄດ້ດີທີ່ສຸດ. ຄົນສ່ວນໃຫຍ່ບໍ່ຮູ້ຈັກວ່າ ການເຊື່ອໃນພຣະເຈົ້າມີຄວາມໝາຍແນວໃດ ແລະ ພວກເຂົາບໍ່ເຂົ້າໃຈວ່າ ເປັນຫຍັງພວກເຂົາຈຶ່ງຄວນເຊື່ອໃນພຣະອົງ. ນັ້ນໝາຍຄວາມວ່າ ຄົນສ່ວນໃຫຍ່ບໍ່ມີຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຈົ້າ ຫຼື ຈຸດປະສົງໃນແຜນການຄຸ້ມຄອງຂອງພຣະອົງ. ໃນປັດຈຸບັນນີ້, ຄົນສ່ວນຫຼາຍຍັງຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການຂຶ້ນສະຫວັນ ແລະ ການເຮັດໃຫ້ຈິດວິນຍານຂອງພວກເຂົາລອດພົ້ນ. ພວກເຂົາບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້າໝາຍຄວາມວ່າແມ່ນຫຍັງກັນແທ້; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ສໍາຄັນທີ່ສຸດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍໆຢ່າງຂອງພວກເຂົາ, ຜູ້ຄົນຈຶ່ງບໍ່ສົນໃຈພາລະກິດຂອງພຣະເຈົ້າເລີຍ ແລະ ບໍ່ຄຳນຶງເຖິງເຈດຕະນາຂອງພຣະອົງ ຫຼື ແຜນການຄຸ້ມຄອງຂອງພຣະອົງ. ໃນຖານະເປັນຄົນຜູ້ໜຶ່ງໃນກະແສນີ້, ແຕ່ລະຄົນຄວນຮູ້ຈັກວ່າ ຈຸດປະສົງໃນແຜນການຄຸ້ມທັງໝົດຂອງພຣະເຈົ້າແມ່ນຫຍັງ, ແມ່ນຫຍັງຄືສິ່ງທີ່ພຣະອົງໄດ້ເຮັດໃຫ້ກາຍເປັນຈິງແລ້ວ, ເປັນຫຍັງພຣະອົງຈຶ່ງເລືອກຄົນກຸ່ມນີ້, ແມ່ນຫຍັງຄືຈຸດປະສົງ ແລະ ຄວາມໝາຍທີ່ພຣະອົງໄດ້ເລືອກເອົາພວກເຂົາ ແລະ ແມ່ນຫຍັງຄືສິ່ງທີ່ພຣະອົງຕ້ອງການບັນລຸໃນກຸ່ມຄົນດັ່ງກ່າວນີ້. ສໍາລັບພຣະເຈົ້າທີ່ສາມາດຍົກຍໍກຸ່ມຄົນທີ່ບໍ່ເດັ່ນໃນປະເທດມັງກອນແດງໃຫຍ່ ແລະ ໄດ້ສືບຕໍ່ປະຕິບັດພາລະກິດຈົນເຖິງປັດຈຸບັນ ໂດຍພະຍາຍາມ ແລະ ເຮັດໃຫ້ພວກເຂົາສົມບູນດ້ວຍທຸກວິທີທາງ, ກ່າວພຣະທໍາຈົນນັບບໍ່ຖ້ວນ, ປະຕິບັດພາລະກິດຢ່າງຫຼວງຫຼາຍ ແລະ ສົ່ງມອບວັດຖຸຮັບໃຊ້ຢ່າງຫຼວງຫຼາຍ, ສໍາລັບພຣະເຈົ້າພຽງຜູ້ດຽວທີ່ໄດ້ເຮັດສໍາເລັດພາລະກິດທີ່ຍິ່ງໃຫຍ່ດັ່ງກ່າວນີ້ສະແດງໃຫ້ເຫັນວ່າ ພາລະກິດຂອງພຣະອົງນັ້ນສຳຄັນຫຼາຍພຽງໃດ. ໃນເວລານີ້, ພວກເຈົ້າຍັງບໍ່ສາມາດແລເຫັນຄຸນຄ່າໃນສິ່ງນີ້ຢ່າງເຕັມທີ່. ດັ່ງນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນພວກເຈົ້າວ່າ ເປັນເລື່ອງເລັກນ້ອຍ; ມັນບໍ່ແມ່ນເລື່ອງເລັກນ້ອຍເລີຍ. ແມ່ນແຕ່ສິ່ງທີ່ພຣະເຈົ້າສະແດງໃຫ້ພວກເຈົ້າເຫັນໃນປັດຈຸບັນກໍພຽງພໍທີ່ຈະໃຫ້ພວກເຈົ້າພະຍາຍາມຢັ່ງເຖິງ ແລະ ຮູ້ຈັກ. ມີພຽງແຕ່ຖ້າເຈົ້າເຂົ້າໃຈມັນຢ່າງແທ້ຈິງ ແລະ ຢ່າງລະອຽດ, ເຈົ້າຈຶ່ງຈະສາມາດຜະເຊີນກັບມັນຢ່າງເລິກເຊິ່ງຫຼາຍຍິ່ງຂຶ້ນ ແລະ ຊີວິດຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນ. ໃນປັດຈຸບັນນີ້, ຜູ້ຄົນເຂົ້າໃຈ ແລະ ເຮັດໜ້ອຍເກີນໄປ; ພວກເຂົາ ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະເຈົ້າໄດ້ຢ່າງເຕັມທີ່. ນີ້ແມ່ນຄວາມບົກຜ່ອງຂອງມະນຸດ ແລະ ຄວາມລົ້ມເຫຼວທີ່ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດ; ດ້ວຍເຫດນັ້ນພວກເຂົາຈຶ່ງບໍ່ສາມາດບັນລຸຕາມຜົນຮັບດັ່ງປາດຖະໜາ. ພຣະວິນຍານບໍລິສຸດບໍ່ມີວິທີທາງທີ່ຈະປະຕິບັດພາລະກິດໃນຫຼາຍຄົນ ຍ້ອນວ່າພວກເຂົາມີຄວາມເຂົ້າໃຈທີ່ຕື້ນຫຼາຍກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ບໍ່ເຕັມໃຈທີ່ຈະຖືເອົາພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າເປັນສິ່ງທີ່ມີຄຸນຄ່າເມື່ອເວລາທີ່ພວກເຂົາເຮັດພາລະກິດນັ້ນ. ພວກເຂົາພຽງເຮັດໃຫ້ມັນຜ່ານໆໄປ ຫຼື ບໍ່ດັ່ງນັ້ນ ກໍເຮັດຕາມຄົນສ່ວນໃຫຍ່ ຫຼື ບໍ່ດັ່ງນັ້ນກໍເຮັດເພື່ອສະແດງໃຫ້ຄົນອື່ນເຫັນ. ໃນປັດຈຸບັນນີ້, ແຕ່ລະຄົນໃນກະແສດັ່ງກ່າວນີ້ຄວນທົບທວນເບິ່ງວ່າ ພວກເຂົາໄດ້ເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ໃນການປະຕິບັດ ແລະ ການກະທໍາຂອງພວກເຂົາແລ້ວ ຫຼື ບໍ ແລະ ພວກເຂົາໄດ້ພະຍາຍາມຢ່າງເຕັມທີ່ແລ້ວ ຫຼື ບໍ. ຜູ້ຄົນບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດເລີຍ. ມັນບໍ່ແມ່ນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດຂອງພຣະອົງ ແຕ່ຜູ້ຄົນບໍ່ໄດ້ປະຕິບັດພາລະກິດຂອງພວກເຂົາເອງ, ເຊິ່ງເຮັດໃຫ້ເປັນໄປບໍ່ໄດ້ທີ່ຈະໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ. ພຣະເຈົ້າບໍ່ມີພຣະທໍາທີ່ຈະກ່າວອີກແລ້ວ ແຕ່ຜູ້ຄົນກໍຍັງນໍາບໍ່ທັນ ແລະ ພວກເຂົາແມ່ນຫ່າງໄກຫຼາຍເກີນໄປ; ພວກເຂົາບໍ່ສາມາດນໍາທັນທຸກບາດກ້າວ ແລະ ບໍ່ສາມາດຕິດຕາມຮອຍບາດກ້າວຂອງພຣະເມສານ້ອຍໄດ້ຢ່າງໃກ້ຊິດ. ສິ່ງທີ່ພວກເຂົາຄວນເຊື່ອຟັງ, ພວກເຂົາກໍບໍ່ເຊື່ອຟັງ; ສິ່ງທີ່ພວກເຂົາຄວນປະຕິບັດ, ພວກເຂົາກໍບໍ່ປະຕິບັດ; ສິ່ງທີ່ພວກເຂົາຄວນອະທິຖານ, ພວກເຂົາກໍບໍ່ອະທິຖານ; ສິ່ງທີ່ພວກເຂົາຄວນປະຖິ້ມ, ພວກເຂົາກໍບໍ່ໄດ້ປະຖິ້ມ. ພວກເຂົາບໍ່ໄດ້ເຮັດສິ່ງເຫຼົ່ານີ້ເລີຍ. ດັ່ງນັ້ນ, ການສົນທະນານີ້ທີ່ ກ່ຽວກັບການໄປຮ່ວມງານລ້ຽງແມ່ນເປັນເລື່ອງວ່າງເປົ່າ; ມັນບໍ່ມີຄວາມໝາຍທີ່ແທ້ຈິງເລີຍ ແລະ ທັງໝົດແມ່ນຢູ່ໃນຈິນຕະນາການຂອງພວກເຂົາເອງ. ມັນສາມາດເວົ້າໄດ້ວ່າ ເບິ່ງຈາກປັດຈຸບັນ ຜູ້ຄົນບໍ່ໄດ້ປະຕິບັດໜ້າທີ່ຂອງພວກເຂົາເລີຍ. ທຸກສິ່ງທຸກຢ່າງແມ່ນຂຶ້ນກັບການກະທໍາຂອງພຣະເຈົ້າ ແລະ ການກ່າວສິ່ງຕ່າງໆດ້ວຍຕົວພຣະອົງເອງ. ໜ້າທີ່ຂອງຜູ້ຄົນແມ່ນໜ້ອຍຫຼາຍແທ້ໆ; ຜູ້ຄົນແມ່ນຂີ້ເຫຍື້ອທີ່ບໍ່ມີປະໂຫຍດ ເຊິ່ງເປັນຄົນທີ່ບໍ່ຮູ້ຈັກປະສານງານກັບພຣະເຈົ້າ. ພຣະເຈົ້າໄດ້ກ່າວພຣະທໍາຈໍານວນຮ້ອຍເຖິງພັນຄໍາ ແຕ່ຜູ້ຄົນກໍຍັງບໍ່ໄດ້ໃຊ້ພຣະທໍາເຫຼົ່ານັ້ນເຂົ້າໃນການປະຕິບັດຕົວຈິງ ນັ້ນກໍຄື ບໍ່ວ່າຈະເປັນການປະຖິ້ມເນື້ອໜັງ, ການໂຍນຄວາມຄິດຖິ້ມ, ການເຊື່ອຟັງພຣະເຈົ້າໃນທຸກໆສິ່ງ ໃນຂະນະທີ່ສ້າງຄວາມຢັ່ງຮູ້ ແລະ ໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງ, ການບໍ່ໃຫ້ຜູ້ຄົນມີພື້ນທີ່ໃນຫົວໃຈຂອງພວກເຂົາ, ການກໍາຈັດຮູບປັ້ນບູຊາໃນຫົວໃຈຂອງພວກເຂົາ, ການຕໍ່ຕ້ານກັບເຈດຕະນາທີ່ຜິດຂອງພວກເຂົາ, ການບໍ່ສະແດງອອກດ້ວຍອາລົມ, ການເຮັດສິ່ງຕ່າງໆຢ່າງຍຸຕິທໍາ ແລະ ບໍ່ລໍາອຽງ, ການຄິດກ່ຽວກັບຜົນປະໂຫຍດຂອງພຣະເຈົ້າໃຫ້ຫຼາຍຂຶ້ນ ແລະ ອິດທິພົນຂອງພວກເຂົາທີ່ມີຕໍ່ຜູ້ອື່ນເມື່ອເວລາພວກເຂົາເວົ້າ, ການເຮັດສິ່ງຕ່າງໆທີ່ເປັນປະໂຫຍດຕໍ່ພາລະກິດຂອງພຣະເຈົ້າໃຫ້ຫຼາຍຂຶ້ນ, ໃສ່ໃຈໃນການສ້າງປະໂຫຍດໃຫ້ແກ່ຄົວເຮືອນຂອງພຣະເຈົ້າໃນທຸກສິ່ງທີ່ພວກເຂົາເຮັດ, ບໍ່ປ່ອຍໃຫ້ອາລົມຂອງພວກເຂົາຄວບຄຸມພຶດຕິກໍາຂອງພວກເຂົາ, ປະຖິ້ມສິ່ງທີ່ເປັນທີ່ພໍໃຈທາງເນື້ອໜັງຂອງຕົນເອງ, ກໍາຈັດແນວຄວາມຄິດທີ່ເຫັນແກ່ໂຕແບບເດີມໆ ແລະ ສິ່ງອື່ນໆ. ທີ່ຈິງແລ້ວ ພວກເຂົາເຂົ້າໃຈບາງຂໍ້ຮຽກຮ້ອງເຫຼົ່ານີ້ທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ແຕ່ພວກເຂົາພຽງແຕ່ບໍ່ເຕັມໃຈທີ່ຈະນໍາເອົາສິ່ງເຫຼົ່ານັ້ນເຂົ້າສູ່ການປະຕິບັດ. ພຣະເຈົ້າຈະສາມາດເຮັດຫຍັງໄດ້ແດ່ ແລະ ພຣະອົງຈະສາມາດປຸກໃຈພວກເຂົາໄດ້ແນວໃດ? ໃນສາຍຕາຂອງພຣະເຈົ້າ ລູກຊາຍແຫ່ງຄວາມກະບົດຍັງມີໜ້າມາເລືອກເອົາພຣະທໍາຂອງພຣະອົງເພື່ອເຊີດຊູພຣະທໍາເຫຼົ່ານັ້ນໄດ້ແນວໃດ? ພວກເຂົາຍັງມີໜ້າມາກິນອາຫານຂອງພຣະເຈົ້າໄດ້ແນວໃດ? ຄວາມສຳນຶກຂອງຜູ້ຄົນມີຢູ່ໃສ? ພວກເຂົາບໍ່ສາມາດແມ່ນແຕ່ເຮັດສຳເລັດຕາມໜ້າທີ່ເລັກນ້ອຍທີ່ສຸດທີ່ພວກເຂົາຄວນເຮັດໃຫ້ສໍາເລັດ, ແລ້ວແຮງໄກທີ່ພວກເຂົາຈະເຮັດໄດ້ຢ່າງສຸດຄວາມສາມາດ. ພວກເຂົາດໍາລົງຊີວິດຢູ່ໃນຄວາມເພີ້ຝັນ, ບໍ່ແມ່ນບໍ? ບໍ່ສາມາດເວົ້າກ່ຽວກັບຄວາມເປັນຈິງໂດຍທີ່ບໍ່ມີການປະຕິບັດ. ນີ້ແມ່ນຄວາມຈິງທີ່ຊັດເຈນຫຼາຍ!

ພວກເຈົ້າຄວນສຶກສາບົດຮຽນຕາມຄວາມເປັນຈິງຫຼາຍຂຶ້ນກວ່າເກົ່າ. ບໍ່ຈໍາເປັນຕ້ອງມີຄໍາເວົ້າທີ່ຟັງຄືໃຫຍ່ໂຕແຕ່ເປົ່າວ່າງທີ່ຜູ້ຄົນເຊີດຊູ. ເມື່ອເວົ້າເຖິງການສົນທະນາກ່ຽວກັບຄວາມຮູ້, ແຕ່ລະຄົນແມ່ນມີຄວາມຮູ້ສູງກວ່າຄົນອື່ນໆ ແຕ່ພວກເຂົາກໍຍັງບໍ່ມີເສັ້ນທາງເພື່ອປະຕິບັດ. ມີຈັກຄົນທີ່ເຂົ້າໃຈຫຼັກການຂອງການປະຕິບັດ? ມີຈັກຄົນທີ່ໄດ້ຮຽນຮູ້ບົດຮຽນຕົວຈິງ? ໃຜສາມາດສົນທະນາກ່ຽວກັບຄວາມເປັນຈິງແດ່? ການທີ່ສາມາດເວົ້າກ່ຽວກັບຄວາມຮູ້ແຫ່ງພຣະທໍາຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຈະມີວຸດທິພາວະທີ່ແທ້ຈິງ; ມັນພຽງແຕ່ສະແດງໃຫ້ເຫັນວ່າ ເຈົ້າເກີດມາພ້ອມກັບຄວາມສະຫຼາດ, ເຈົ້າມີພອນສະຫວັນ. ຜົນຮັບຈະບໍ່ມີຫຍັງເລີຍຖ້າເຈົ້າບໍ່ສາມາດຊີ້ໃຫ້ເຫັນເສັ້ນທາງໄດ້ ແລະ ເຈົ້າຈະເປັນຂີ້ເຫຍື້ອທີ່ໄຮ້ປະໂຫຍດ! ເຈົ້າບໍ່ໄດ້ເສແສ້ງບໍ ຖ້າເຈົ້າບໍ່ສາມາດເວົ້າສິ່ງໃດໜຶ່ງກ່ຽວກັບເສັ້ນທາງຕົວຈິງໃນການປະຕິບັດ? ເຈົ້າຈະບໍ່ເສແສ້ງບໍ ຖ້າເຈົ້າບໍ່ສາມາດສະໜອງປະສົບການຕົວຈິງຂອງເຈົ້າເອງໃຫ້ແກ່ຄົນອື່ນ ເພື່ອເປັນການໃຫ້ບົດຮຽນທີ່ພວກເຂົາສາມາດຮຽນຮູ້ ຫຼື ເປັນເສັ້ນທາງທີ່ພວກເຂົາສາມາດຕິດຕາມໄດ້? ເຈົ້າບໍ່ແມ່ນຄົນຫຼອກລວງບໍ? ເຈົ້າມີຄຸນຄ່າຫຍັງ? ຄົນດັ່ງກ່າວພຽງແຕ່ສາມາດຫຼິ້ນໃນສ່ວນຂອງ “ຜູ້ຄິດຄົ້ນທິດສະດີຂອງສັງຄົມນິຍົມ” ແລະ ບໍ່ແມ່ນ “ຜູ້ປະກອບສ່ວນທີ່ເຮັດໃຫ້ເກີດມີສັງຄົມນິຍົມ”. ການບໍ່ມີຄວາມເປັນຈິງແມ່ນການບໍ່ມີຄວາມຈິງ. ການບໍ່ມີຄວາມເປັນຈິງແມ່ນບໍ່ມີປະໂຫຍດຫຍັງເລີຍ. ການບໍ່ມີຄວາມເປັນຈິງແມ່ນການເປັນຊາກສົບທີ່ຍ່າງໄດ້. ການບໍ່ມີຄວາມເປັນຈິງແມ່ນການເປັນ “ນັກຄິດທິດສະດີມາກ-ເລນິນ” ທີ່ບໍ່ມີຄ່າໃນການອ້າງອີງ. ເຮົາຂໍແນະນໍາໃຫ້ພວກເຈົ້າແຕ່ລະຄົນເຊົາເວົ້າກ່ຽວກັບທິດສະດີ ແລະ ໃຫ້ເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ເປັນຈິງ, ບາງສິ່ງບາງຢ່າງທີ່ແທ້ຈິງ ແລະ ມີຄວາມຈິງ; ສຶກສາ “ສິລະປະທັນສະໄໝ” ບາງຢ່າງ, ເວົ້າບາງສິ່ງຕາມຄວາມເປັນຈິງ, ປະກອບສ່ວນບາງສິ່ງຕາມຄວາມເປັນຈິງ ແລະ ມີຈິດໃຈບາງສ່ວນໃນການອຸທິດຕົນ. ຈົ່ງຜະເຊີນໜ້າກັບຄວາມເປັນຈິງໃນເວລາເວົ້າ ແລະ ບໍ່ໃຫ້ໝົກມຸ້ນກັບຄໍາເວົ້າທີ່ບໍ່ມີຄວາມເປັນຈິງ ແລະ ເວົ້າເກີນຄວາມຈິງເພື່ອເຮັດໃຫ້ຜູ້ຄົນຮູ້ສຶກສະບາຍໃຈ ຫຼື ຢືນຂຶ້ນ ແລະ ໃຫ້ຄວາມສໍາຄັນຕໍ່ເຈົ້າ. ມັນມີຄ່າຢູ່ບ່ອນໃດ? ມັນມີຜົນປະໂຫຍດຫຍັງໃນການເຮັດໃຫ້ຜູ້ຄົນປະຕິບັດຕໍ່ເຈົ້າຢ່າງອົບອຸ່ນແບບນັ້ນ? ຈົ່ງມີ “ມີສິລະປະ” ໃນການປາໄສຂອງເຈົ້າ, ຈົ່ງປະພຶດຕົນຢ່າງຍຸຕິທໍາຫຼາຍຂຶ້ນ, ຈົ່ງມີເຫດຜົນຫຼາຍຂຶ້ນໃນວິທີທາງທີ່ເຈົ້າຈັດການສິ່ງຕ່າງໆ, ໃຫ້ເວົ້າໃນສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ຄິດໃສ່ການນໍາຜົນປະໂຫຍດມາສູ່ຄົວເຮືອນຂອງພຣະເຈົ້າໃນທຸກການກະທໍາຂອງເຈົ້າ, ໃຫ້ຟັງຄວາມສຳນຶກຂອງເຈົ້າເອງເມື່ອເຈົ້າມີອາລົມປັ່ນປ່ວນ, ຢ່າຕອບແທນຄວາມເມດຕາດ້ວຍຄວາມກຽດຊັງ ຫຼື ອັກກະຕັນຍູຕໍ່ຄວາມເມດຕາ ແລະ ຢ່າເປັນຄົນໜ້າຊື່ໃຈຄົດ ເພື່ອບໍ່ໃຫ້ເຈົ້າມີອິດທິພົນທີ່ບໍ່ດີ. ເມື່ອເຈົ້າກິນ ແລະ ດື່ມພຣະທໍາຂອງພຣະເຈົ້າ, ໃຫ້ເຊື່ອມໂຍງສິ່ງເຫຼົ່ານັ້ນເຂົ້າໃກ້ກັບຄວາມເປັນຈິງຍິ່ງຂຶ້ນ ແລະ ເມື່ອເຈົ້າສົນທະນາ ກໍຂໍໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ. ຢ່າຍົກສູງຕົວເອງ; ສິ່ງນີ້ຈະບໍ່ເຮັດໃຫ້ພຣະເຈົ້າພໍໃຈ. ໃນການພົວພັນກັບຄົນອື່ນ, ໃຫ້ອົດທົນກວ່າເກົ່າ, ໃຫ້ອ່ອນໂຍນກວ່າເກົ່າ, ໃຫ້ມີໃຈເອື້ອເຟື້ອເພື່ອແພ່ຫຼາຍຂຶ້ນ ແລະ ໃຫ້ຮຽນຮູ້ຈາກ “ຈິດໃຈຂອງນາຍົກລັດຖະມົນຕີ.”[ກ] ເມື່ອເຈົ້າມີຄວາມຄິດທີ່ບໍ່ດີ ກໍຂໍໃຫ້ປະຖິ້ມເນື້ອໜັງຫຼາຍກວ່າເກົ່າ. ເມື່ອເຈົ້າກໍາລັງເຮັດວຽກ, ໃຫ້ເວົ້າເຖິງເສັ້ນທາງທີ່ເປັນຈິງຫຼາຍຂຶ້ນ ແລະ ບໍ່ໃຫ້ຖືຕົນເອງສູງສົ່ງເກີນໄປ ຫຼື ບໍ່ສະນັ້ນ ຄໍາເວົ້າຂອງເຈົ້າກໍຈະເຮັດໃຫ້ຄົນອື່ນເຂົ້າໃຈຍາກ. ມ່ວນຊື່ນໃຫ້ໜ້ອຍລົງ, ປະກອບສ່ວນໃຫ້ຫຼາຍຂຶ້ນ ເພື່ອສະແດງໃຫ້ເຫັນຈິດໃຈອັນເສຍສະຫຼະແຫ່ງການອຸທິດຕົນຂອງເຈົ້າ. ໃຫ້ຄຳນຶງເຖິງເຈດຕະນາຂອງພຣະເຈົ້າ, ເຊື່ອຟັງຈິດສໍານຶກຂອງເຈົ້າຫຼາຍຂຶ້ນ, ໃຫ້ໃສ່ໃຈຫຼາຍຂຶ້ນ, ຈົ່ງຢ່າລືມວິທີທີ່ພຣະເຈົ້າເວົ້າກັບພວກເຈົ້າຢ່າງອົດທົນ ແລະ ຢ່າງຈິງຈັງໃນທຸກໆມື້. ໃຫ້ອ່ານ “ປະຕິທິນສະບັບເກົ່າ” ຫຼາຍຂຶ້ນກວ່າເກົ່າ. ໃຫ້ອະທິຖານຫຼາຍກວ່າເກົ່າ ແລະ ສົນທະນາເປັນປະຈໍາຫຼາຍກວ່າເກົ່າ. ຢຸດສັບສົນ; ສະແດງຄວາມຮູ້ສຶກ ແລະ ຮັບຄວາມເຂົ້າໃຈບາງຢ່າງ. ເມື່ອມືທີ່ຜິດບາບຂອງເຈົ້າຍື່ນອອກໄປ, ກໍໃຫ້ດຶງມັນກັບຄືນມາ; ບໍ່ໃຫ້ມັນຍື່ນອອກໄປໄກຫຼາຍ. ມັນບໍ່ມີປະໂຫຍດ ແລະ ສິ່ງທີ່ເຈົ້າໄດ້ຮັບຈາກພຣະເຈົ້າຈະບໍ່ມີຫຍັງ ນອກຈາກຄໍາສາບແຊ່ງ; ດັ່ງນັ້ນ ຈົ່ງໃຫ້ລະວັງ. ຈົ່ງໃຫ້ຫົວໃຈຂອງເຈົ້າມີເມດຕາຕໍ່ຜູ້ອື່ນ ແລະ ບໍ່ໃຫ້ຕົບຕີດ້ວຍອາວຸດຢູ່ໃນມືສະເໝີ. ໃຫ້ສົນທະນາກ່ຽວກັບຄວາມຮູ້ດ້ານຄວາມຈິງໃຫ້ຫຼາຍຍິ່ງຂຶ້ນ ແລະ ເວົ້າກ່ຽວກັບຊີວິດໃຫ້ຫຼາຍກວ່າເກົ່າ ໂດຍຮັກສານໍ້າໃຈໃນການຊ່ວຍເຫຼືອຜູ້ອື່ນ. ໃຫ້ເຮັດຫຼາຍຂຶ້ນ ແລະ ເວົ້າໜ້ອຍລົງ. ໃຫ້ປະຕິບັດຫຼາຍຂຶ້ນ ແລະ ຄົ້ນຄວ້າ ແລະ ວິເຄາະໜ້ອຍລົງ. ໃຫ້ພຣະວິນຍານບໍລິສຸດປຸກໃຈຕົວເຈົ້າຫຼາຍຂຶ້ນ ແລະ ໃຫ້ໂອກາດກັບພຣະເຈົ້າເພື່ອເຮັດໃຫ້ເຈົ້າສົມບູນ. ກໍາຈັດອົງປະກອບຂອງມະນຸດໃຫ້ຫຼາຍຂຶ້ນ; ເຈົ້າຍັງມີວິທີທາງປະຕິບັດສິ່ງຕ່າງໆແບບມະນຸດຫຼາຍຢູ່ ແລະ ວິທີການປະຕິບັດສິ່ງຕ່າງໆແບບຜິວເຜີນ ແລະ ພຶດຕິກໍາຂອງເຈົ້າຍັງເປັນສິ່ງທີ່ຜູ້ອື່ນລັງກຽດຢູ່: ຈົ່ງກໍາຈັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນ. ສະພາບທາງຈິດໃຈຂອງເຈົ້າຍັງເປັນຕາຊັງຫຼາຍຢູ່; ໃຊ້ເວລາໃຫ້ຫຼາຍຂຶ້ນໃນການແກ້ໄຂມັນ. ເຈົ້າຍັງໃຫ້ສະຖານະກັບຜູ້ຄົນຫຼາຍເກີນໄປ; ຈົ່ງໃຫ້ສະຖານະກັບພຣະເຈົ້າຫຼາຍຂຶ້ນ ແລະ ຢ່າເປັນຄົນທີ່ຂາດເຫດຜົນ. “ວິຫານ” ເປັນຂອງພຣະເຈົ້າມາແຕ່ຕົ້ນ ແລະ ຜູ້ຄົນບໍ່ຄວນເຂົ້າໄປຄອບຄອງ. ສະຫຼຸບກໍຄື ໃຫ້ຕັ້ງໃຈກັບຄວາມຊອບທໍາຫຼາຍຂຶ້ນ ແລະ ໃຊ້ອາລົມໜ້ອຍລົງ. ມັນຈະດີທີ່ສຸດຖ້າເຈົ້າກໍາຈັດເນື້ອໜັງ; ສົນທະນາໃຫ້ຫຼາຍຂຶ້ນກ່ຽວກັບຄວາມເປັນຈິງ ແລະ ໃຫ້ເວົ້າໜ້ອຍລົງກ່ຽວກັບຄວາມຮູ້; ມັນຈະດີທີ່ສຸດຖ້າເຈົ້າມິດງຽບ ແລະ ບໍ່ເວົ້າຫຍັງເລີຍ, ໃຫ້ເວົ້າກ່ຽວກັບເສັ້ນທາງຂອງການປະຕິບັດໃຫ້ຫຼາຍຂຶ້ນ ແລະ ໃຫ້ລົດຄວາມໂອ້ອວດທີ່ບໍ່ມີຄ່ານັ້ນລົງ ແລະ ມັນຈະດີທີ່ສຸດຖ້າເຈົ້າເລີ່ມປະຕິບັດແຕ່ດຽວນີ້ເລີຍ.

ເງື່ອນໄຂຂອງພຣະເຈົ້າທີ່ມີຕໍ່ຜູ້ຄົນແມ່ນບໍ່ສູງປານນັ້ນ. ຕາບໃດທີ່ຜູ້ຄົນປະຕິບັດຢ່າງດຸໝັ່ນ ແລະ ຢ່າງຈິງໃຈ, ພວກເຂົາຈະໄດ້ຮັບ “ຄະແນນຜ່ານ”. ຄວາມຈິງທີ່ຈະເວົ້າເຖິງກໍຄື ການບັນລຸຄວາມເຂົ້າໃຈ, ຄວາມຮູ້ ແລະ ການຢັ່ງເຖິງຄວາມຈິງເປັນສິ່ງທີ່ຊັບຊ້ອນຫຼາຍກວ່າການປະຕິບັດຄວາມຈິງ. ກ່ອນອື່ນແມ່ນໃຫ້ປະຕິບັດຫຼາຍເທົ່າທີ່ເຈົ້າເຂົ້າໃຈ ແລະ ປະຕິບັດສິ່ງທີ່ເຈົ້າຢັ່ງເຖິງ. ດ້ວຍວິທີນີ້, ເຈົ້າຈະສາມາດບັນລຸຄວາມຮູ້ທີ່ແທ້ຈິງ ແລະ ຢັ່ງເຖິງຄວາມຈິງເທື່ອລະໜ້ອຍ. ສິ່ງເຫຼົ່ານີ້ແມ່ນບາດກ້າວ ແລະ ວິທີການທີ່ພຣະວິນຍານບໍລິສຸດເຮັດພາລະກິດ. ຖ້າເຈົ້າບໍ່ປະຕິບັດຄວາມເຊື່ອຟັງດ້ວຍວິທີນີ້, ເຈົ້າຈະບໍ່ບັນລຸຫຍັງເລີຍ. ຖ້າເຈົ້າເຮັດຕາມຄວາມປາຖະໜາຂອງເຈົ້າເອງຢູ່ສະເໝີ ແລະ ບໍ່ປະຕິບັດຄວາມເຊື່ອຟັງ, ພຣະວິນຍານບໍລິສຸດຈະເຮັດພາລະກິດພາຍໃນເຈົ້າບໍ? ພຣະວິນຍານບໍລິສຸດເຮັດພາລະກິດຕາມທີ່ເຈົ້າປາຖະໜາບໍ? ຫຼື ພຣະອົງເຮັດພາລະກິດຕາມສິ່ງທີ່ເຈົ້າຂາດ ແລະ ບົນພື້ນຖານພຣະທຳຂອງພຣະເຈົ້າ? ຖ້າສິ່ງນີ້ບໍ່ຊັດເຈນສຳລັບເຈົ້າ, ເຈົ້າຈະບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ. ເປັນຫຍັງຄົນສ່ວນໃຫຍ່ຈຶ່ງພະຍາຍາມອ່ານພຣະທໍາຂອງພຣະເຈົ້າ, ມີພຽງແຕ່ຄວາມຮູ້ ແລະ ສຸດທ້າຍກໍບໍ່ສາມາດເວົ້າສິ່ງໃດໄດ້ເລີຍກ່ຽວກັບເສັ້ນທາງທີ່ແທ້ຈິງ? ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບເມັດດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງໄດ້ສໍ່ານັ້ນ. ຍິ່ງທິດສະດີສູງສົ່ງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ຢ່າປົກປ້ອງທິດສະດີຝ່າຍວິນຍານຫຼາຍເກີນໄປ, ມັນບໍ່ມີປະໂຫຍດຫຍັງ! ບາງຄົນກຳລັງເວົ້າກ່ຽວກັບທິດສະດີຝ່າຍວິນຍານເປັນເວລາຫຼາຍທົດສະວັດ ແລະ ພວກເຂົາໄດ້ກາຍມາເປັນຍັກໃນຄວາມເຊື່ອຜີ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ. ເພາະພວກເຂົາບໍ່ໄດ້ປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ມີຫຼັກການ ຫຼື ເສັ້ນທາງໃຫ້ປະຕິບັດ. ຜູ້ຄົນແບບນີ້ຂາດຄວາມເປັນຈິງຂອງຄວາມຈິງ, ສະນັ້ນ ພວກເຂົາຈະສາມາດນໍາຄົນອື່ນມາສູ່ເສັ້ນທາງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ສາມາດພາໃຫ້ຜູ້ຄົນຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນການທຳຮ້າຍຄົນອື່ນ ແລະ ຕົນເອງບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຢູ່ຕໍ່ໜ້າເຈົ້າ. ນັ້ນໝາຍຄວາມວ່າ ເຈົ້າຕ້ອງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງພຣະເຈົ້າ. ມີແຕ່ເມື່ອເຈົ້າໄດ້ເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງມີຄຸນສົມບັດທີ່ຈະເຮັດວຽກໃຫ້ກັບພຣະເຈົ້າ ແລະ ມີແຕ່ເມື່ອເຈົ້າເສຍສະຫຼະໃຫ້ກັບພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ເຈົ້າຈຶ່ງຈະຖືກຮອງຮັບໂດຍພຣະເຈົ້າ. ຢ່າເວົ້າໃຫຍ່ ແລະ ເວົ້າເຖິງທິດສະດີທີ່ໂອ້ອວດຢູ່ສະເໝີ; ນີ້ຄືສິ່ງທີ່ບໍ່ມີຈິງ. ການເທດສະໜາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນເທີດທູນເຈົ້າບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ມັນຄືການໂອ້ອວດຕົນເອງ. ມັນບໍ່ໄດ້ເປັນປະໂຫຍດຫຍັງຕໍ່ຜູ້ຄົນແທ້ໆ ແລະ ບໍ່ໄດ້ອົບຮົມພວກເຂົາ ແລະ ສາມາດພາພວກເຂົາໃຫ້ນະມັດສະການທິດສະດີຝ່າຍວິນຍານຢ່າງງ່າຍດາຍ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດຄວາມຈິງ, ແລ້ວນີ້ບໍ່ແມ່ນການພາໃຫ້ຜູ້ຄົນຫຼົງທາງບໍ? ການເຮັດແບບນີ້ຈະກໍ່ໃຫ້ເກີດທິດສະດີ ແລະ ກົດລະບຽບທີ່ວ່າງເປົ່າຫຼາຍຢ່າງ ເຊິ່ງຈະຈຳກັດ ແລະ ສ້າງກັບດັກໃຫ້ແກ່ຜູ້ຄົນ; ມັນເປັນຕາອັບອາຍແທ້ໆ. ສະນັ້ນ ໃຫ້ເວົ້າສິ່ງທີ່ເປັນຈິງຫຼາຍຂຶ້ນ, ເວົ້າກ່ຽວກັບບັນຫາທີ່ມີຢູ່ຈິງໃຫ້ຫຼາຍຂຶ້ນ, ໃຊ້ເວລາຫຼາຍຂຶ້ນໃນການຄົ້ນຫາຄວາມຈິງເພື່ອແກ້ໄຂບັນຫາທີ່ແທ້ຈິງ; ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຢ່າຊັກຊ້າໃນການຮຽນຮູ້ເພື່ອປະຕິບັດຄວາມຈິງ: ນີ້ຄືເສັ້ນທາງຂອງການເຂົ້າສູ່ຄວາມເປັນຈິງ. ຢ່າຮັບເອົາປະສົບການ ແລະ ຄວາມຮູ້ຂອງຄົນອື່ນມາເປັນຊັບສິນສ່ວນຕົວຂອງເຈົ້າເອງ ແລະ ເຊີດຊູພວກມັນເພື່ອໃຫ້ຄົນອື່ນໄດ້ເທີດທູນ. ເຈົ້າຕ້ອງມີທາງເຂົ້າສູ່ຊີວິດຂອງເຈົ້າເອງ. ໂດຍການປະຕິບັດຄວາມຈິງ ແລະ ການເຊື່ອຟັງພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະມີທາງເຂົ້າສູ່ຊີວິດ. ສິ່ງນີ້ຄວນເປັນສິ່ງທີ່ທຸກຄົນປະຕິບັດ ແລະ ໃຫ້ຄວາມສົນໃຈ.

ຖ້າສິ່ງທີ່ເຈົ້າສົນທະນາສາມາດມອບເສັ້ນທາງໃຫ້ຜູ້ຄົນຍ່າງໄດ້ ນັ້ນກໍທຽບເທົ່າກັບຄວາມເປັນຈິງທີ່ເຈົ້າມີແລ້ວ. ບໍ່ວ່າເຈົ້າຈະເວົ້າຫຍັງ, ເຈົ້າຕ້ອງນໍາເອົາຜູ້ຄົນມາສູ່ການປະຕິບັດ ແລະ ມອບເສັ້ນທາງໃຫ້ພວກເຂົາທັງໝົດເພື່ອພວກເຂົາຈະສາມາດຍ່າງຕາມ. ຢ່າເຮັດສິ່ງນັ້ນເພື່ອໃຫ້ຄົນມີຄວາມຮູ້ເທົ່ານັ້ນ ແຕ່ທີ່ສໍາຄັນຄືການມີເສັ້ນທາງທີ່ຈະຍ່າງ. ສໍາລັບຄົນທີ່ຈະເຊື່ອໃນພຣະເຈົ້າ, ພວກເຂົາຕ້ອງຍ່າງເທິງເສັ້ນທາງທີ່ນໍາພາໂດຍພຣະເຈົ້າໃນພາລະກິດຂອງພຣະອົງ. ນັ້ນກໍຄືຂະບວນການແຫ່ງການເຊື່ອໃນພຣະເຈົ້າ ແມ່ນຂະບວນການໃນການຍ່າງຕາມເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ບໍ່ວ່າຫຍັງກໍຕາມເຈົ້າຕ້ອງມີເສັ້ນທາງທີ່ເຈົ້າສາມາດຍ່າງ ແລະ ເຈົ້າຕ້ອງຍ່າງຢູ່ເສັ້ນທາງແຫ່ງການຖືກພຣະເຈົ້າເຮັດໃຫ້ສົມບູນ. ຢ່າຕົກໄປຢູ່ຂ້າງຫຼັງຫຼາຍ ແລະ ຢ່າສົນໃຈຕົນເອງກັບຫຼາຍສິ່ງເກີນໄປ. ຖ້າເຈົ້າຍ່າງຢູ່ເສັ້ນທາງທີ່ນໍາພາໂດຍພຣະເຈົ້າໂດຍບໍ່ມີການລົບກວນ, ເຈົ້າກໍຈະສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມີເສັ້ນທາງເຂົ້າສູ່ຄວາມເປັນຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ສາມາດນັບໄດ້ວ່າ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ເປັນການເຮັດໜ້າທີ່ຂອງມະນຸດໃຫ້ສໍາເລັດ. ໃນຖານະທີ່ເປັນຄົນໜຶ່ງໃນກະແສດັ່ງກ່າວນີ້, ແຕ່ລະຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ສໍາເລັດຢ່າງເໝາະສົມ, ເຮັດໃນສິ່ງທີ່ຄົນຄວນເຮັດໃຫ້ຫຼາຍຂຶ້ນ ແລະ ບໍ່ໃຫ້ປະຕິບັດຢ່າງຫົວແຂງ. ຄົນທີ່ປະຕິບັດພາລະກິດຕ້ອງເຮັດໃຫ້ຄໍາເວົ້າຂອງພວກເຂົາຊັດເຈນ, ຄົນທີ່ຕິດຕາມຕ້ອງໃສ່ໃຈກັບການອົດທົນຕໍ່ຄວາມລໍາບາກ ແລະ ການເຊື່ອຟັງໃຫ້ຫຼາຍຂຶ້ນ ແລະ ທຸກຄົນຕ້ອງຢູ່ບ່ອນຂອງພວກເຂົາ ແລະ ບໍ່ໃຫ້ອອກນອກຂອບເຂດ. ໃນໃຈຂອງທຸກຄົນຕ້ອງຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດ ແລະ ໜ້າທີ່ໆພວກເຂົາຄວນເຮັດໃຫ້ສໍາເລັດ. ໃຫ້ເລືອກເສັ້ນທາງທີ່ນໍາພາໂດຍພຣະວິນຍານບໍລິສຸດ; ບໍ່ໃຫ້ຫຼົງທາງ ຫຼື ເຮັດໃນສິ່ງທີ່ຜິດ. ເຈົ້າຕ້ອງເຫັນພາລະກິດໃນປັດຈຸບັນໃຫ້ຊັດເຈນ. ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນຄືສິ່ງທີ່ພວກເຈົ້າຄວນປະຕິບັດ. ມັນແມ່ນສິ່ງທໍາອິດທີ່ພວກເຈົ້າຕ້ອງເຂົ້າສູ່. ຈົ່ງຢ່າໃຊ້ຄໍາເວົ້າໃຫ້ສິ້ນເປືອງກັບສິ່ງອື່ນໆໄປຫຼາຍກວ່ານີ້. ການເຮັດພາລະກິດແຫ່ງຄົວເຮືອນຂອງພຣະເຈົ້າໃນປັດຈຸບັນແມ່ນຄວາມຮັບຜິດຊອບຂອງພວກເຈົ້າ, ການເຂົ້າສູ່ວິທີການປະຕິບັດພາລະກິດໃນປັດຈຸບັນແມ່ນໜ້າທີ່ຂອງພວກເຈົ້າ ແລະ ການປະຕິບັດຄວາມຈິງໃນປັດຈຸບັນກໍແມ່ນພາລະຂອງພວກເຈົ້າ.

ໝາຍເຫດ:

ກ. ຈິດໃຈຂອງນາຍົກລັດຖະມົນຕີ: ເປັນສຸພາສິດດັ່ງເດີມຂອງປະເທດຈີນທີ່ໃຊ້ໃນການພັນລະນາເຖິງຜູ້ຄົນທີ່ມີຈິດໃຈກວ້າງຂວາງ ແລະ ເອື້ອເຟື້ອເພື່ອແພ່.

ກ່ອນນີ້: ຄວາມສຳພັນຂອງເຈົ້າກັບພຣະເຈົ້າເປັນແນວໃດ?

ຕໍ່ໄປ: ການຮັກສາພຣະບັນຍັດ ແລະ ການປະຕິບັດຄວາມຈິງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້