(I) ພຣະທຳກ່ຽວກັບການເປີດເຜີຍວິທີການທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ

65. ອາດາມ ແລະ ເອວາທີ່ຖືກສ້າງໂດຍພຣະເຈົ້າໃນຕອນເລີ່ມຕົ້ນນັ້ນ ເປັນຄົນທີ່ບໍລິສຸດ ເຊິ່ງເວົ້າໄດ້ວ່າ ໃນຂະນະທີ່ຢູ່ໃນສວນເອເດັນ ພວກເຂົາບໍລິສຸດ, ບໍ່ໄດ້ມີມົນທິນຈາກຄວາມສົກກະປົກເລີຍ. ພວກເຂົາຊື່ສັດກັບພຣະເຢໂຮວາອີກດ້ວຍ ແລະ ບໍ່ຮູ້ຫຍັງເລີຍກ່ຽວກັບການຫັກຫຼັງພຣະເຢໂຮວາ. ນີ້ກໍຍ້ອນວ່າ ພວກເຂົາປາສະຈາກການລົບກວນຈາກອິດທິພົນຂອງຊາຕານ, ປາສະຈາກພິດຂອງຊາຕານ ແລະ ເປັນຄົນທີ່ບໍລິສຸດທີ່ສຸດໃນບັນດາມະນຸດຊາດ. ພວກເຂົາດຳລົງຊີວິດຢູ່ໃນສວນເອເດັນ, ບໍ່ໄດ້ຖືກເຮັດໃຫ້ເປື້ອນດ້ວຍຄວາມສົກກະປົກໃດເລີຍ, ບໍ່ໄດ້ຖືກຄອບຄອງໂດຍເນື້ອໜັງ ແລະ ເຄົາລົບບູຊາພຣະເຢໂຮວາ. ຕໍ່ມາ ເມື່ອພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງມີພິດຂອງງູ ແລະ ຄວາມປາຖະໜາທີ່ຈະຫັກຫຼັງພຣະເຢໂຮວາ ແລະ ພວກເຂົາຈຶ່ງໄດ້ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ໃນຕອນເລີ່ມຕົ້ນ, ພວກເຂົາບໍລິສຸດ ແລະ ເຄົາລົບພຣະເຢໂຮວາ; ຍ້ອນສິ່ງນີ້ເທົ່ານັ້ນ ພວກເຂົາຈຶ່ງເປັນມະນຸດ. ຕໍ່ມາ, ຫຼັງຈາກທີ່ພວກເຂົາຖືກຊາຕານລໍ້ລວງ, ພວກເຂົາຈຶ່ງກິນໝາກໄມ້ຈາກຕົ້ນໄມ້ແຫ່ງການຮູ້ຈັກດີ ແລະ ຊົ່ວ ແລະ ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ. ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມເທື່ອລະໜ້ອຍ ແລະ ສູນເສຍລັກສະນະດັ້ງເດີມຂອງມະນຸດ. ໃນຕອນເລີ່ມຕົ້ນ, ມະນຸດມີລົມຫາຍໃຈຂອງພຣະເຢໂຮວາ ແລະ ບໍ່ໄດ້ເປັນຄົນບໍ່ເຊື່ອຟັງແມ່ນແຕ່ໜອ້ຍດຽວ ແລະ ບໍ່ມີຄວາມຊົ່ວຮ້າຍຢູ່ໃນຫົວໃຈຂອງເຂົາ. ໃນເວລານັ້ນ, ມະນຸດເປັນມະນຸດຢ່າງແທ້ຈິງ. ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດກໍກາຍມາເປັນສັດ. ຄວາມຄິດຂອງເຂົາເຕັມໄປດ້ວຍຄວາມຊົ່ວ ແລະ ຄວາມສົກກະປົກ, ປາສະຈາກຄວາມດີ ຫຼື ຄວາມບໍລິສຸດ. ນີ້ບໍ່ແມ່ນຊາຕານບໍ?

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

66. ຈາກຕອນທີ່ມະນຸດໄດ້ມີວິທະຍາສາດສັງຄົມເປັນຄັ້ງທໍາອິດ, ຄວາມຄິດຂອງມະນຸດກໍວຸ້ນຢຸ່ນໍາວິທະຍາສາດ ແລະ ຄວາມຮູ້. ແລ້ວວິທະຍາສາດ ແລະ ຄວາມຮູ້ກາຍມາເປັນເຄື່ອງມືສຳລັບການປົກຄອງຂອງມະນຸດ ແລະ ບໍ່ມີພື້ນທີ່ພຽງພໍອີກຕໍ່ໄປສຳລັບໃຫ້ມະນຸດ ນະມັດສະການພຣະເຈົ້າ ແລະ ບໍ່ມີເງື່ອນໄຂທີ່ຈະນະມັດສະການພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີອີກຕໍ່ໄປ. ຕໍາແໜ່ງຂອງພຣະເຈົ້າໄດ້ຫຼຸດຕໍ່າລົງຫຼາຍຍິ່ງຂຶ້ນໃນຫົວໃຈຂອງມະນຸດ. ໂລກໃນຫົວໃຈຂອງມະນຸດເຊິ່ງປາສາຈາກພື້ນທີ່ໃຫ້ກັບພຣະເຈົ້າເປັນໂລກທີ່ມືດ, ຫວ່າງເປົ່າໂດຍປາສະຈາກຄວາມຫວັງ. ແລ້ວດ້ວຍເຫດນັ້ນ ຈຶ່ງໄດ້ເກີດມີນັກວິທະຍາສາດສັງຄົມຫຼາຍຄົນ, ນັກປະຫວັດສາດ ແລະ ນັກການເມືອງເພື່ອອະທິບາຍທິດສະດີແຫ່ງວິທະຍາສາດສັງຄົມ, ທິດສະດີແຫ່ງການວິວັດທະນາການ ແລະ ທິດສະດີອື່ນໆທີ່ລະເມີດຄວາມຈິງທີ່ພຣະເຈົ້າໄດ້ສ້າງມະນຸດ, ເພື່ອເຕີມເຕັມຫົວໃຈ ແລະ ຄວາມຄິດຂອງມະນຸດ. ແລ້ວໃນລັກສະນະນີ້, ຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ກໍຍິ່ງໜ້ອຍລົງ ແລະ ຄົນທີ່ເຊື່ອໃນທິດສະດີແຫ່ງວິວັດທະນາການກໍຍິ່ງຫຼາຍຂຶ້ນ. ນອກຈາກນັ້ນ ກໍມີຄົນຈຳນວນຫຼາຍຄົນທີ່ເຫັນການບັນທຶກແຫ່ງພາລະກິດຂອງພຣະເຈົ້າ ແລະ ພຣະທຳຂອງພຣະອົງໃນລະຫວ່າງຍຸກແຫ່ງພຣະສັນຍາເດີມນັ້ນ ເປັນເໝືອນກັບເລື່ອງເລົ່າລື ແລະ ຕຳນານ. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເລີ່ມບໍ່ສົນໃຈຕໍ່ກຽດສັກສີ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ບໍ່ສົນໃຈຕໍ່ຂໍ້ຄິດເຫັນທີ່ວ່າ ພຣະເຈົ້າມີຢູ່ ແລະ ມີອຳນາດເໜືອທຸກສິ່ງ. ຄວາມຢູ່ລອດຂອງມະນຸດຊາດ ແລະ ຊະຕາກໍາຂອງປະເທດ ແລະ ຊົນຊາດບໍ່ສຳຄັນກັບພວກເຂົາອີກຕໍ່ໄປແລ້ວ. ມະນຸດດຳລົງຊີວິດຢູ່ໃນໂລກທີ່ຫວ່າງເປົ່າ ເຊິ່ງສົນໃຈແຕ່ການກິນ, ດື່ມ ແລະ ສະແຫວງຫາຄວາມພໍໃຈເທົ່ານັ້ນ... ມີຄົນສ່ວນໜ້ອຍທີ່ຈະສະແຫວງຫາດ້ວຍຕົນເອງວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນປັດຈຸບັນຢູ່ທີ່ໃດ ຫຼື ຄົ້ນຫາວິທີທີ່ພຣະອົງປົກຄອງ ແລະ ປັ້ນແຕ່ງຈຸດໝາຍປາຍທາງຂອງມະນຸດ. ດ້ວຍວິທີນີ້, ໂດຍມະນຸດບໍ່ຮູ້ຕົວ, ອາລິຍະທຳຂອງມະນຸດກໍຍິ່ງມີຄວາມສາມາດໜ້ອຍລົງທີ່ຈະຍຶດຕິດກັບຄວາມປາຖະໜາຂອງມະນຸດ ແລະ ຍັງມີຄົນຢ່າງຫຼວງຫຼາຍທີ່ຮູ້ສຶກວ່າ ການດຳລົງຊີວິດແບບນີ້ໃນໂລກ ພວກເຂົາແມ່ນມີຄວາມສຸກໜ້ອຍກວ່າຄົນທີ່ຈາກໄປ. ແມ່ນແຕ່ຄົນໃນປະເທດທີ່ເຄີຍມີຄວາມສີວິໄລສູງກໍຈົ່ມກັບຄວາມທຸກດັ່ງກ່າວ. ຍ້ອນວ່າຫາກປາສະຈາກການນໍາພາຂອງພຣະເຈົ້າ, ບໍ່ວ່າຜູ້ປົກຄອງ ແລະ ນັກສັງຄົມສາດໃດໆ ຈະພະຍາຍາມຄົ້ນຄິດຢ່າງໜັກເພື່ອຮັກສາອາລິຍະທຳຂອງມະນຸດຫຼາຍສໍ່າໃດ, ມັນກໍບໍ່ມີປະໂຫຍດຫຍັງ. ບໍ່ມີໃຜສາມາດຕື່ມເຕັມຄວາມຫວ່າງເປົ່າໃນຫົວໃຈຂອງມະນຸດໄດ້, ຍ້ອນບໍ່ມີໃຜສາມາດເປັນຊີວິດຂອງມະນຸດໄດ້ ແລະ ບໍ່ມີທິດສະດີທາງສັງຄົມໃດທີ່ສາມາດປ່ອຍມະນຸດໃຫ້ເປັນອິດສະລະຈາກຄວາມຫວ່າງເປົ່າທີ່ເຂົາທົນທຸກຢູ່. ວິທະຍາສາດ, ຄວາມຮູ້, ອິດສະລະພາບ, ປະຊາທິປະໄຕ, ເວລາຫວ່າງ, ຄວາມສະດວກສະບາຍ, ສິ່ງເຫຼົ່ານີ້ແມ່ນການບັນເທົາພຽງຊົ່ວຄາວ. ເຖິງວ່າຈະມີສິ່ງເຫຼົ່ານີ້, ມະນຸດກໍຈະເຮັດບາບໂດຍຫຼີກເວັ້ນບໍ່ໄດ້ ແລະ ສະແດງຄວາມໂສກເສົ້າກັບຄວາມບໍ່ຍຸຕິທຳຂອງສັງຄົມ. ສິ່ງເຫຼົ່ານີ້ບໍ່ສາມາດຍັບຍັ້ງຄວາມຢາກໄດ້ ແລະ ຄວາມປາຖະໜາຂອງມະນຸດໃນການຄົ້ນຫາ. ຍ້ອນມະນຸດຖືກສ້າງໂດຍພຣະເຈົ້າ ແລະ ການເສຍສະລະ ແລະ ການຄົ້ນຫາທີ່ປາສະຈາກຄວາມຄິດຂອງມະນຸດຈຶ່ງພຽງແຕ່ສາມາດນໍາພາໄປສູ່ຄວາມທຸກທໍລະມານຫຼາຍຂຶ້ນ. ມະນຸດຈະດໍາລົງຢູ່ໃນສະພາວະແຫ່ງຄວາມຢ້ານກົວຢູ່ຕະຫຼອດເວລາ, ຈະບໍ່ຮູ້ຈັກວິທີຜະເຊີນກັບອະນາຄົດຂອງມະນຸດຊາດ ຫຼື ວິທີຜະເຊີນກັບເສັ້ນທາງທີ່ຢູ່ຂ້າງໜ້າ. ມະນຸດຍິ່ງຈະຢ້ານວິທະຍາສາດ ແລະ ຄວາມຮູ້ ແລະ ຍິ່ງໄປກວ່ານັ້ນກໍຢ້ານຄວາມຮູ້ສຶກຫວ່າງເປົ່າທີ່ຢູ່ໃນໃຈຂອງພວກເຂົາ. ໃນໂລກນີ້ ບໍ່ວ່າເຈົ້າຈະດຳລົງຊີວິດຢູ່ໃນປະເທດເສລີ ຫຼື ປະເທດທີ່ປາສະຈາດສິດທິມະນຸດ, ເຈົ້າກໍບໍ່ສາມາດຫຼົບໜີຈາກຊະຕາກໍາຂອງມະນຸດໄດ້ຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເປັນຜູ້ປົກຄອງ ຫຼື ຄົນທີ່ຖືກປົກຄອງ, ເຈົ້າກໍບໍ່ສາມາດຫຼົບໜີຈາກຄວາມປາຖະໜາທີ່ຈະຄົ້ນຫາຊະຕາກໍາ, ຄວາມລຶກລັບ ແລະ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ຢ່າງແທ້ຈິງ. ແລ້ວແຮງໄກທີ່ເຈົ້າຈະສາມາດຫຼົບໜີຈາກຄວາມຮູ້ສຶກສັບສົນກັບຄວາມຫວ່າງເປົ່າ. ປະກົດການດັ່ງກ່າວ ເຊິ່ງເປັນປົກກະຕິກັບມະນຸດຊາດທັງໝົດ ແມ່ນຖືກເອີ້ນໂດຍນັກສັງຄົມສາດວ່າເປັນ ປະກົດການທາງສັງຄົມ, ແຕ່ບໍ່ມີບຸກຄົນຍິ່ງໃຫຍ່ຄົນໃດສາມາດອອກມາແກ້ໄຂບັນຫາດັ່ງກ່າວນີ້ໄດ້.

(ຄັດຈາກບົດ “ພຣະເຈົ້າປົກຄອງຢູ່ເໜືອຊະຕາກໍາຂອງມວນມະນຸດຊາດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

67. ເປັນເວລາຫຼາຍພັນປີ ດິນແດນແຫ່ງນີ້ໄດ້ເປັນດິນແດນແຫ່ງຄວາມສົກກະປົກ, ມັນເປື້ອນເຖິງຂັ້ນຮັບບໍ່ໄດ້, ມີຄວາມທຸກທໍລະມານຫຼາຍ, ຜີສາງແລ່ນອາລະວາດທຸກບ່ອນ ທັງໃຊ້ອຸບາຍ ແລະ ຫຼອກລວງ, ກ່າວຫາໂດຍບໍ່ມີຫຼັກຖານ[1], ມີຄວາມອໍາມະຫິດ ແລະ ໂຫດຮ້າຍ, ຢຽບຍໍ່າເມືອງຮ້າງແຫ່ງນີ້ ແລະ ປະໃຫ້ມັນເຕັມໄປດ້ວຍຊາກສົບ; ກິ່ນເໝັນຈາກຄວາມເນົ່າເປື່ອຍປົກຄຸມທົ່ວດິນແດນ ແລະ ແຜ່ລາມທົ່ວເທິງອາກາດ ແລະ ດິນແດນແຫ່ງນີ້ແມ່ນມີການເຝົ້າຍາມຢ່າງໜ້າແໜ້ນ[2]. ໃຜສາມາດເຫັນໂລກທີ່ຢູ່ເໜືອທ້ອງຟ້າ? ຜີຮ້າຍໄດ້ມັດຮ່າງກາຍຂອງມະນຸດທຸກຄົນຢ່າງຫັດແໜ້ນ, ມັນປິດຕາທັງສອງຂອງເຂົາ ແລະ ປິດປາກຂອງເຂົາຢ່າງແໜ້ນ. ກະສັດຂອງພວກຜີຮ້າຍໄດ້ອາລະວາດເປັນເວລາຫຼາຍພັນປີ ຈົນຮອດປະຈຸບັນ ໃນເວລາທີ່ມັນຍັງເຝົ້າເບິ່ງເມືອງຮ້າງ ດັ່ງກັບວ່າ ມັນເປັນພະລາຊະວັງຂອງພວກຜີຮ້າຍທີ່ບໍ່ສາມາດບຸກລຸກເຂົ້າໄດ້; ໃນຂະນະດຽວກັນ ຝູງໝາເຝົ້າຍາມນີ້ກໍຈ້ອງເບິ່ງດ້ວຍສາຍຕາວາດລະແວງ, ມີຄວາມຢ້ານກົວວ່າ ພຣະເຈົ້າຈະຈັບພວກມັນໂດຍທີ່ບໍ່ຮູ້ສຶກຕົວ ແລະ ຈະກວາດລ້າງພວກມັນທັງໝົດ ເຮັດໃຫ້ພວກມັນບໍ່ມີບ່ອນຢູສະຫງົບ ແລະ ມີຄວາມສຸກ. ຜູ້ຄົນຂອງເມືອງຮ້າງແບບນີ້ຈະເຄີຍເຫັນພຣະເຈົ້າໄດ້ແນວໃດ? ພວກເຂົາເຄີຍມີຄວາມສຸກກັບຄວາມເປັນທີ່ຮັກ ແລະ ຄວາມໜ້າຮັກຂອງພຣະເຈົ້າບໍ? ພວກເຂົາສໍານຶກບຸນຄຸນຫຍັງແນ່ ຕໍ່ເລື່ອງຕ່າງໆຂອງໂລກມະນຸດ? ຜູ້ໃດໃນບັນດາພວກເຂົາທີ່ສາມາດເຂົ້າໃຈຄວາມປະສົງອັນແຮງກ້າຂອງພຣະເຈົ້າ? ສະນັ້ນ, ໜ້ອຍຄົນຈິງສົງໄສວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດຍັງຖືກເຊື່ອງຊ້ອນໄວ້ຢ່າງມິດຊິດ: ໃນສັງຄົມມືດແບບນີ້ ເຊິ່ງເປັນບ່ອນທີ່ພວກຜີສາດມີຄວາມໂຫດຮ້າຍ ແລະ ປ່າເຖື່ອນ, ກະສັດຂອງພວກຜີສາດ ທີ່ໄດ້ຂ້າຄົນໂດຍບໍ່ໄດ້ພິບຕາ ຈະທົນຕໍ່ການມີຢູ່ຂອງພຣະເຈົ້າ ຜູ້ທີ່ໜ້າຮັກ, ໃຈດີ ແລະ ຍັງບໍລິສຸດໄດ້ແນວໃດ? ມັນຈະຕົບມື ແລະ ຮ້ອງເຊຍການສະເດັດມາເຖິງຂອງພຣະເຈົ້າໄດ້ແນວໃດ? ພວກຂີ້ຂ້າເຫຼົ່ານີ້ເອີຍ! ພວກເຂົາຕອບແທນຄວາມໃຈດີດ້ວຍຄວາມກຽດຊັງ, ພວກເຂົາໄດ້ດູຖູກພຣະເຈົ້າແຕ່ດົນນານ, ພວກເຂົາຂົ່ມເຫັງພຣະເຈົ້າ, ພວກເຂົາປ່າເຖື່ອນທີ່ສຸດ, ພວກເຂົາບໍ່ນັບຖືພຣະເຈົ້າແມ່ນແຕ່ໜ້ອຍດຽວ, ພວກເຂົາລັກ ແລະ ປຸ້ນ, ພວກເຂົາໄດ້ສູນເສຍສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ຕໍ່ຕ້ານສາມັນສໍານຶກທັງໝົດ ແລະ ພວກເຂົາໄດ້ລໍ້ລວງໃຫ້ຄົນບໍລິສຸດຂາດສະຕິ. ນີ້ແມ່ນບັນພະບູລຸດຂອງຄົນສະໄໝບູຮານບໍ? ຜູ້ນໍາທີ່ເປັນທີ່ຮັກບໍ? ພວກເຂົາທຸກຄົນຕໍ່ຕ້ານພຣະເຈົ້າ! ການກ້າວກ່າຍຂອງພວກເຂົາໄດ້ເຮັດໃຫ້ທຸກຄົນທີ່ຢູ່ກ້ອງສະຫວັນຕ້ອງຕົກຢູ່ໃນສະພາບແຫ່ງຄວາມມືດ ແລະ ຄວາມສົນລະວົນ! ນີ້ແມ່ນອິດສະຫຼະທາງສາສະໜາບໍ? ນີ້ແມ່ນສິດທີ່ຖືກຕ້ອງຕາມກົດໝາຍ ແລະ ສິດຜົນປະໂຫຍດຂອງປະຊາຊົນບໍ? ສິ່ງເຫຼົ່ານີ້ແມ່ນກົນລວງເພື່ອປົກປິດບາບ! ແມ່ນໃຜໄດ້ຮັບເອົາພາລະກິດຂອງພຣະເຈົ້າ? ແມ່ນໃຜໄດ້ມອບຊີວິດຂອງພວກເຂົາ ຫຼື ສະຫຼະເລືອດຂອງຕົວເອງເພື່ອພາລະກິດຂອງພຣະເຈົ້າ? ຫຼາຍຊົ່ວອາຍຸຄົນ ນັບຈາກພໍ່ແມ່ຫາລູກ, ມະນຸດທີ່ຖືກຈັບໄປເປັນທາດໄດ້ຈັບພຣະເຈົ້າໄປເປັນທາດແບບບໍ່ມີພິທີລີຕອງ ແລ້ວນີ້ຈະບໍ່ເຮັດໃຫ້ມີຄວາມໂມໂຫໄດ້ແນວໃດ? ພັນປີແຫ່ງຄວາມກຽດຊັງແມ່ນຝັງເລິກຢູ່ໃນຫົວໃຈ, ຄວາມບາບໜາເປັນພັນປີແມ່ນຖືກຈາລຶກໃສ່ຫົວໃຈ ແລ້ວນີ້ຈະບໍ່ເຮັດໃຫ້ເກີດມີຄວາມກຽດຊັງໄດ້ແນວໃດ? ຈົ່ງແກ້ແຄ້ນໃຫ້ກັບພຣະເຈົ້າ, ເຮັດໃຫ້ສັດຕູຂອງພຣະອົງດັບສູນໃຫ້ໝົດ, ຢ່າຍອມໃຫ້ມັນແລ່ນອາລະອາດອີກຕໍ່ໄປ ແລະ ຢ່າຍອມໃຫ້ມັນສ້າງຄວາມວຸ້ນວາຍຕາມຄວາມຕ້ອງການຂອງມັນອີກຕໍ່ໄປ! ດຽວນີ້ແມ່ນເຖິງເວລາແລ້ວ: ແຕ່ດົນນານ ມະນຸດໄດ້ເຕົ້າໂຮມກໍາລັງທັງໝົດຂອງເຂົາ, ເຂົາໄດ້ອຸທິດຄວາມພະຍາຍາມທັງໝົດຂອງເຂົາ, ເສຍສະຫຼະທຸກຢ່າງເພື່ອສິ່ງນີ້, ເພື່ອຈີກໃບໜ້າທີ່ເປັນຕາຢ້ານຂອງຜີສາດນີ້ ແລະ ເຮັດໃຫ້ຜູ້ຄົນ ທີ່ຖືກບັງຕາ ແລະ ທີ່ໄດ້ທົນຕໍ່ຄວາມທຸກທໍລະມານ ແລະ ຄວາມລໍາບາກໃນທຸກຮູບແບບ ໄດ້ລຸກຂຶ້ນຈາກຄວາມເຈັບປວດຂອງພວກເຂົາ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຜີສາດເຖົ້າທີ່ຊົ່ວຮ້າຍນີ້. ເປັນຫຍັງຈິ່ງສ້າງອຸປະສັກທີ່ບໍ່ສາມາດແກ້ໄຂຕໍ່ພາລະກິດຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ເລ່ກົນເພື່ອຫຼອກລວງຄົນຂອງພຣະເຈົ້າ? ອິດສະຫຼະທີ່ແທ້ຈິງ ແລະ ສິດ ແລະ ສິດຜົນປະໂຫຍດທີ່ຖືກຕ້ອງມີຢູ່ໃສ? ຄວາມຍຸຕິທໍາຢູ່ໃສ? ຄວາມສຸກສະບາຍຢູ່ໃສ? ຄວາມອົບອຸ່ນຢູ່ໃສ? ເປັນຫຍັງຈິ່ງໃຊ້ອຸບາຍຫຼອກລວງເພື່ອຕົວະຄົນຂອງພຣະເຈົ້າ? ເປັນຫຍັງຈິ່ງໃຊ້ກໍາລັງເພື່ອຍັບຍັ້ງການສະເດັດມາຂອງພຣະເຈົ້າ? ເປັນຫຍັງຈິ່ງບໍ່ຍອມໃຫ້ພຣະເຈົ້າຄະເນຈອນຢູ່ເທິງແຜ່ນດິນໂລກທີ່ພຣະອົງຊົງສ້າງຂຶ້ນຢ່າງເປັນອິດສະຫຼະ? ເປັນຫຍັງຈິ່ງລົບກວນພຣະເຈົ້າຈົນພຣະອົງບໍ່ມີບ່ອນທີ່ຈະພັກຫົວຂອງພຣະອົງລົງ? ຄວາມອົບອຸ່ນໃນທ່າມກາງມະນຸດຢູ່ໃສ? ການຕ້ອນຮັບໃນທ່າມກາງມະນຸດຢູ່ໃສ? ເປັນຫຍັງຈິ່ງສະແຫວງຫາພຣະເຈົ້າແບບບໍ່ມີຫວັງ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າຮ້ອງອອກມາຊໍ້າແລ້ວຊໍ້າອີກ? ເປັນຫຍັງຈິ່ງເຮັດໃຫ້ພຣະເຈົ້າກັງວົນກັບບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ? ໃນສັງຄົມມືດນີ້ ເປັນຫຍັງໝາເຝົ້າຍາມທີ່ເປັນຕາສົມເພດຂອງມັນບໍ່ຍອມໃຫ້ພຣະເຈົ້າສະເດັດໄປໆມາໆຢ່າງອິດສະຫຼະທົ່ວໂລກທີ່ພຣະອົງຊົງສ້າງ? ເປັນຫຍັງມະນຸດ ທີ່ດໍາລົງຊີວິດໃນທ່າມກາງຄວາມເຈັບປວດ ແລະ ຄວາມທຸກທໍລະມານຈິ່ງບໍ່ເຂົ້າໃຈ? ເພື່ອພວກເຈົ້າແລ້ວ, ພຣະເຈົ້າໄດ້ອົດທົນຕໍ່ຄວາມທໍລະມານຢ່າງໃຫຍ່ຫຼວງ, ໄດ້ປະທານບຸດຊາຍທີ່ເປັນທີ່ຮັກຂອງພຣະອົງ, ເນື້ອໜັງ ແລະ ເລືອດຂອງພຣະອົງໃຫ້ພວກເຈົ້າດ້ວຍຄວາມເຈັບປວດ ແລ້ວເປັນຫຍັງພວກເຈົ້າຈິ່ງຍັງເມີນເສີຍຢູ່? ໃນລັກສະນະລວມຂອງທຸກຄົນ, ພວກເຈົ້າໄດ້ປະຕິເສດການສະເດັດມາຮອດຂອງພຣະເຈົ້າ ແລະ ໄດ້ປະຕິເສດມິດຕະພາບຂອງພຣະເຈົ້າ. ເປັນຫຍັງຈິ່ງບໍ່ມີສາມັນສໍານຶກເຖິງຂະໜາດນັ້ນ? ພວກເຈົ້າເຕັມໃຈບໍ ທີ່ຈະທົນຕໍ່ຄວາມບໍ່ຍຸຕິທໍາໃນສັງຄົມມືດແບບນີ້? ແທນທີ່ຈະຍັດທ້ອງຂອງພວກເຈົ້າໃຫ້ອີ່ມກັບຄວາມກຽດຊັງນັບພັນປີ, ເປັນຫຍັງພວກເຈົ້າຈິ່ງຍັດທ້ອງຕົນເອງດ້ວຍ “ຂີ້” ຂອງກະສັດຂອງພວກຜີຮ້າຍ?

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (8)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

68. ຈາກເບື້ອງເທິງຫາເບື້ອງລຸ່ມ ແລະ ຈາກຕອນເລີ່ມຕົ້ນຫາຕອບຈົບ, ຊາຕານໄດ້ລົບກວນພາລະກິດຂອງພຣະເຈົ້າ ແລະ ປະພຶດໃນທາງກົງກັນຂ້າມກັບພຣະອົງ. ການເວົ້າກ່ຽວກັບ “ມໍລະດົກທາງວັດທະນະທໍາບູຮານ”, ການໃຫ້ຄຸນຄ່າ “ຄວາມຮູ້ກ່ຽວກັບວັດທະນາທໍາບູຮານ”, “ການສັ່ງສອນຂອງລັດທິເຕົ໋າ ແລະ ຂົງຈື້” ແລະ “ວັນນະຄະດີຊັ້ນຍອດຂອງຂົງຈື້ ແລະ ພິທີການຂອງສັກດີນາ” ທຸກສິ່ງນີ້ໄດ້ນໍາພາມະນຸດໄປສູ່ນາຮົກ. ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝໃນປັດຈຸບັນ ພ້ອມກັບອຸດສາຫະກໍາ, ກະສິກໍາ ແລະ ທຸລະກິດທີ່ມີການພັດທະນາຢ່າງສູງ ແມ່ນບໍ່ມີໃຫ້ເຫັນຢູ່ຈັກບ່ອນເລີຍ. ກົງກັນຂ້າມ, ທຸກສິ່ງທີ່ມັນເຮັດແມ່ນເນັ້ນໃສ່ພິທິການຂອງສັກດີນາທີ່ເຜີຍແຜ່ໂດຍ “ທະນີ” ຂອງສະໄໝບູຮານເພື່ອຈົງໃຈລົບກວນ, ຕໍ່ຕ້ານ ແລະ ທໍາລາຍພາລະກິດຂອງພຣະເຈົ້າ. ມັນບໍ່ພຽງແຕ່ສືບຕໍ່ເຮັດໃຫ້ມະນຸດເຈັບປວດຈົນຮອດປັດຈຸບັນ ແຕ່ມັນຍັງຕ້ອງການກືນກິນ[3] ມະນຸດທັງໝົດ. ການເຜີຍແຜ່ຄໍາສອນດ້ານສົມບັດສິນທໍາ ແລະ ຈັນຍາບັນຂອງສັກດີນາ ແລະ ການຖ່າຍທອດຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ສົ່ງຜົນກະທົບຕໍ່ມະນຸດແຕ່ດົນນານມາແລ້ວ ແລະ ໄດ້ຫັນປ່ຽນມະນຸດໄປເປັນມານຮ້າຍທັງໃຫຍ່ ແລະ ນ້ອຍ. ມີຄົນຈໍານວນໜ້ອຍທີ່ຈະຍິນດີຕ້ອນຮັບພຣະເຈົ້າ ແລະ ຕ້ອນຮັບການສະເດັດມາຂອງພຣະເຈົ້າຢ່າງດີອົກດີໃຈ. ໃບໜ້າຂອງມະນຸດທຸກຄົນແມ່ນເຕັມໄປດ້ວຍເຈດຕະນາຄາດຕະກໍາ ແລະ ຢູ່ທຸກບ່ອນກໍມີແຕ່ລົມຫາຍໃຈແຫ່ງການເຂັ່ນຂ້າກະຈາຍໄປທົ່ວອາກາດ. ພວກເຂົາຕ້ອງການຢາກຂັບໄລ່ພຣະເຈົ້າອອກຈາກດິນແດນແຫ່ງນີ້; ພວກເຂົາຈັດແຈງໂຕເອງໃນຖັນແຖວຂອງການຕໍ່ສູ້ເພື່ອ “ທໍາລາຍລ້າງ” ພຣະເຈົ້າດ້ວຍມີດ ແລະ ງ້າວທີ່ຢູ່ໃນມື. ໃນທົ່ວດິນແດນແຫ່ງຜີຮ້າຍນີ້, ມະນຸດຖືກສອນຢູ່ຕະຫຼອດວ່າ ບໍ່ມີພຣະເຈົ້າ, ມີແຕ່ພະທຽມແຜ່ລາມໄປທົ່ວ ແລະ ໃນອາກາດກໍກະຈາຍໄປດ້ວຍກິ່ນອາຍແຫ່ງຄວາມວິນວຽນປວດຮາກຈາກການຈູດເຈ້ຍ ແລະ ທູບ ເຊິ່ງຄວັນກຸ້ມຈົນຫາຍໃຈບໍ່ອອກ. ມັນຄືກັບວ່າ ເປັນກິ່ນເໝັນຂອງຂີ້ຕົມທີ່ປົກຫຸ້ມດ້ວຍການບິດມ້ວນໂຕຂອງງູພິດໃຫຍ່, ເປັນກິ່ນທີ່ເໝັນຫຼາຍຈົນຜູ້ຄົນບໍ່ສາມາດເຊົາຮາກໄດ້. ນອກຈາກນີ້ແລ້ວ, ຍັງສາມາດໄດ້ຍິນສຽງຄ່ອຍໆຂອງພວກຜີສາດທີ່ຊົ່ວຮ້າຍສວດຄໍາພີ ເຊິ່ງຄືກັບວ່າ ເປັນສຽງດັງມາແຕ່ໄກໆໃນນາຮົກ, ເປັນສຽງດັງຫຼາຍຈົນຜູ້ຄົນບໍ່ສາມາດເຊົາສັ່ນເຊັນໄດ້. ທົ່ວດິນແດນແຫ່ງນີ້ ມີຮູບປັ້ນບູຊາທຸກສີຂອງສາຍຮຸ້ງກະຈາຍໄປທົ່ວ ເຊິ່ງຜັນປ່ຽນດິນແດນນີ້ໄປເປັນໂລກແຫ່ງຄວາມເບິກບານ ໃນຂະນະທີ່ກະສັດຂອງພວກຜີຮ້າຍຫົວເຍາະເຍີ້ຍຢູ່ຢ່າງຊົ່ວຊ້າ ຄືກັບວ່າ ແຜນການທີ່ຊົ່ວຮ້າຍຂອງມັນໄດ້ປະສົບຜົນສໍາເລັດແລ້ວ. ໃນຂະນະດຽວກັນນັ້ນ, ມະນຸດແມ່ນຍັງບໍ່ຮູ້ຫຍັງເລີຍ ແລະ ເຂົາບໍ່ຮູ້ເລີຍວ່າ ຜີຮ້າຍໄດ້ເຮັດໃຫ້ເຂົາເສື່ອມຊາມຈົນເຖິງລະດັບທີ່ວ່າ ເຂົາໄດ້ກາຍເປັນຄົນໄຮ້ສະຕິ ແລະ ໄດ້ແຕ່ເຮັດເປັນຄໍຕົກຍອມຮັບໃນຄວາມຜ່າຍແພ້. ມັນປາດຖະໜາທີ່ຈະກວາດລ້າງທຸກສິ່ງທີ່ເປັນຂອງພຣະເຈົ້າດ້ວຍການໂຈມຕີຄັ້ງດຽວ ແລະ ເພື່ອເສື່ມຊາມພຣະອົງ ແລະ ສັງຫານພຣະອົງອີກຄັ້ງ; ມັນຕັ້ງໃຈທໍາລາຍ ແລະ ລົບກວນພາລະກິດຂອງພຣະອົງ. ມັນສາມາດເຮັດໃຫ້ພຣະເຈົ້າມີສະຖານະທຽບເທົ່າກັບມັນໄດ້ແນວໃດ? ມັນສາມາດທົນຕໍ່ການທີ່ພຣະເຈົ້າ “ແຊກແຊງ” ວຽກງານຂອງມັນໃນທ່າມກາງມະນຸດໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເປີດໜ້າກາກອອກຈາກໃບໜ້າອັນເປັນຕາຊັງຂອງມັນໄດ້ແນວໃດ? ມັນສາມາດຍອມໃຫ້ພຣະເຈົ້າເຮັດໃຫ້ວຽກງານຂອງມັນແຕກກະຈາຍໄດ້ແນວໃດ? ຜີຮ້າຍນີ້ ທີ່ເຕັມໄປດ້ວຍຄວາມໂມໂຫຢ່າງແຮງ ສາມາດຍອມໃຫ້ພຣະເຈົ້າຄວບຄຸມສະໜາມໜ້າບ້ານຂອງມັນຢູ່ເທິງແຜ່ນດິນໂລກໄດ້ແນວໃດ? ມັນຈະສາມາດເຕັມໃຈຂາບລົງຕໍ່ລິດທານຸພາບອັນສູງສົ່ງຂອງພຣະອົງໄດ້ແນວໃດ? ໃບໜ້າທີ່ເປັນຕາຊັງຂອງມັນຖືກເປີດເຜີຍຕາມສິ່ງທີ່ມັນເປັນ ດັ່ງນັ້ນຜູ້ຄົນຈິ່ງບໍ່ຮູ້ວ່າ ຈະຫົວ ຫຼື ຈະໄຫ້ດີ ແລະ ມັນກໍຍາກທີ່ຈະເວົ້າເຖິງສິ່ງນີ້ແທ້ໆ. ນີ້ບໍ່ແມ່ນທາດແທ້ຂອງມັນບໍ? ດ້ວຍຈິດວິນຍານທີ່ຂີ້ຮ້າຍ, ມັນຍັງເຊື່ອວ່າ ມັນງາມຈົນເຫຼືອເຊື່ອ. ກຸ່ມຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍານີ້![4] ພວກເຂົາມາຢູ່ໂລກມະນຸດເພື່ອເພີດເພີນກັບຄວາມສຸກ ແລະ ສ້າງຄວາມວຸ້ນວາຍ, ກໍ່ຄວາມວຸ້ນວາຍຢ່າງແຮງຈົນໂລກກາຍເປັນໂລກທີ່ບໍ່ມີຄວາມແນ່ນອນ ແລະ ບໍ່ໝັ້ນຄົງ; ຫົວໃຈຂອງມະນຸດກໍເຕັມໄປດ້ວຍຄວາມຕື່ນຕົກໃຈ ແລະ ຄວາມບໍ່ສະບາຍໃຈ; ພວກເຂົາໄດ້ລໍ້ຫລິ້ນກັບມະນຸດຫຼາຍເກີນໄປຈົນລັກສະນະຂອງເຂົາໄດ້ກາຍເປັນສັດຮ້າຍທີ່ໄຮ້ມະນຸດສະທໍາແຫ່ງທົ່ງຫຍ້າທີ່ຂີ້ຮ້າຍທີ່ສຸດ ແລະ ຈາກສິ່ງນັ້ນ ຮ່ອງຮອຍສຸດທ້າຍຂອງມະນຸດຜູ້ທີ່ບໍລິສຸດດັ່ງເດີມກໍໄດ້ສູນເສຍໄປ. ຍິ່ງໄປກວ່ານັ້ນ ພວກເຂົາຍັງປາດຖະໜາທີ່ຈະຮັບເອົາອໍານາດອະທິປະໄຕຢູ່ເທິງແຜ່ນດິນໂລກ. ພວກເຂົາຂັດຂວາງພາລະກິດຂອງພຣະເຈົ້າຢ່າງໜັກຈົນວ່າພາລະກິດນັ້ນເກືອບບໍ່ສາມາດເຄື່ອນໄຫວໄປຂ້າງໜ້າໄດ້ ແລະ ພວກເຂົາໄດ້ປິດກັ້ນມະນຸດຢ່າງໜາແໜ້ນດັ່ງກໍາແພງທອງແດງ ແລະ ເຫຼັກ. ເມື່ອໄດ້ເຮັດບາບໜາສາຫັດຢ່າງໜັກ ແລະ ສ້າງຄວາມພິນາດຢ່າງຫຼວງຫຼາຍ ແລ້ວພວກເຂົາຍັງຄາດຫວັງທີ່ຈະໄດ້ຮັບສິ່ງອື່ນນອກຈາກການຂ້ຽນຕີຢູ່ບໍ? ພວກຜີສາດ ແລະ ວິນຍານຊົ່ວຮ້າຍໄດ້ແລ່ນອາລະວາດຢູ່ເທິງແຜ່ນດິນໂລກເປັນເວລາດົນນານ ແລະ ໄດ້ປິດກັ້ນຄວາມປະສົງ ແລະ ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າຢ່າງປຶກໜາຈົນບໍ່ສາມາດເຈາະຜ່ານພວກມັນໄດ້. ຈັ່ງແມ່ນເປັນຄວາມຜິດບາບຂອງມະນຸດແທ້ໆ! ພຣະເຈົາຈະບໍ່ຮູ້ສຶກກັງວົນໃຈໄດ້ແນວໃດ? ພຣະເຈົ້າຈະບໍ່ຮູ້ສຶກໂກດຮ້າຍໄດ້ແນວໃດ? ພວກເຂົາໄດ້ຂັດຂວາງ ແລະ ຕໍ່ຕ້ານພາລະກິດຂອງພຣະເຈົ້າຢ່າງຮ້າຍແຮງ: ຊ່າງກະບົດແທ້ໆ!

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

69. ຄວາມຮູ້ເປັນເວລາຫຼາຍພັນປີກ່ຽວກັບວັດທະນະທໍາບູຮານ ແລະ ປະຫວັດສາດ ແມ່ນໄດ້ປິດຄວາມຄິດ, ແນວຄວາມຄິດ ແລະ ທັດສະນະຄະຕິທາງດ້ານຈິດໃຈຂອງມະນຸດຢ່າງແໜ້ນໜາ ເຊິ່ງເຮັດໃຫ້ພວກເຂົາໜຽວແໜນ ແລະ ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ.[5] ມະນຸດດໍາລົງຊີວິດຢູ່ໃນວົງຈອນສິບແປດຂອງນາຮົກ ຄືກັບວ່າ ພວກເຂົາຖືກພຣະເຈົ້າຂັບໄລ່ໃຫ້ໄປຢູ່ຄຸກໃຕ້ດິນ ໂດຍບໍ່ໃຫ້ເຫັນແສງສະຫວ່າງອີກເລີຍ. ຄວາມຄິດແບບສັກດີນາໄດ້ກົດຂີ່ຜູ້ຄົນຈົນພວກເຂົາເກືອບບໍ່ສາມາດຫາຍໃຈ ແລະ ຫາຍໃຈບໍ່ໄດ້. ພວກເຂົາບໍ່ມີເຮື່ອແຮງແມ່ນແຕ່ໜ້ອຍດຽວທີ່ຈະຕໍ່ຕ້ານ; ພວກເຂົາໄດ້ແຕ່ອົດທົນ ແລະ ອົດກັ້ນຢ່າງງຽບໆ... ບໍ່ເຄີຍມີຜູ້ໃດກ້າທີ່ຈະຕໍ່ສູ້ ຫຼື ລຸກຂຶ້ນສູ້ເພື່ອຄວາມຊອບທໍາ ແລະ ຄວາມຍຸຕິທໍາ; ແຕ່ລະມື້ ແລະ ແຕ່ລະປີຜູ້ຄົນດໍາລົງຊີວິດຢູ່ຮ້າຍກວ່າສັດ ພາຍໃຕ້ການທໍາຮ້າຍ ແລະ ການຂົ່ມເຫັງຂອງຫຼັກການສັກດີນາ. ພວກເຂົາບໍ່ເຄີຍຄິດທີ່ຈະສະແຫວງຫາພຣະເຈົ້າ ເພື່ອມີຄວາມສຸກຢູ່ໃນໂລກມະນຸດ. ມັນຄືກັບວ່າ ຜູ້ຄົນຖືກຕີລົງຈົນເຖິງຈຸດທີ່ວ່າພວກເຂົາຄືກັບໃບໄມ້ລົ່ນໃນລະດູໃບໄມ້ລົ່ນ, ແຫ່ວແຫ້ງ, ຫ່ຽວ ແລະ ເຫຼືອງ-ສີນໍ້າຕານ. ຜູ້ຄົນໄດ້ສູນເສຍຄວາມຊົງຈໍາຂອງພວກເຂົາແຕ່ດົນນານ; ພວກເຂົາດໍາລົງຊີວິດໃນນາຮົກ ຢ່າງສິ້ນຫວັງທີ່ເອີ້ນວ່າ ໂລກມະນຸດ, ລໍຖ້າການມາເຖິງຂອງຍຸກສຸດທ້າຍ ເພື່ອວ່າ ພວກເຂົາອາດຈະດັບສູນໄປພ້ອມກັນກັບນາຮົກນີ້ ຄືກັບວ່າ ຍຸກສຸດທ້າຍທີ່ພວກເຂົາປາດຖະໜາແມ່ນມື້ທີ່ມະນຸດຈະໄດ້ຮັບຄວາມສະຫງົບຢ່າງມີຄວາມສຸກ. ຫຼັກການຂອງສັກດີນາ ແມ່ນໄດ້ນໍາເອົາຊີວິດມະນຸດໄປສູ່ “ແດນມໍລະນາ” ເຮັດໃຫ້ກໍາລັງຕໍ່ຕ້ານຂອງມະນຸດອ່ອນແອລົງ. ການກົດຂີ່ທຸກຮູບແບບໄດ້ຍູ້ມະນຸດຕົກລົງສູ່ແດນມໍລະນາເລິກຍິ່ງຂຶ້ນເລື້ອຍໆ ແລະ ຫ່າງໄກອອກຈາກພຣະເຈົ້າເທື່ອລະກ້າວ. ຈົນເຖິງປັດຈຸບັນນີ້ ເຂົາໄດ້ກາຍເປັນຄົນແປກໜ້າຕໍ່ພຣະເຈົ້າຢ່າງສິ້ນເຊີງ ແລະ ຟ້າວລົບຫຼີກພຣະອົງເວລາພວກເຂົາພົບກັນ. ມະນຸດບໍ່ສົນໃຈພຣະອົງ ແລະ ປ່ອຍໃຫ້ພຣະອົງຢືນຢູ່ຂ້າງໜຶ່ງຜູ້ດຽວ ຄືກັບວ່າ ມະນຸດບໍ່ເຄີຍຮູ້ຈັກພຣະອົງ ແລະ ບໍ່ເຄີຍພົບເຫັນພຣະອົງມາກ່ອນ. ເຖິງຢ່າງໃດກໍຕາມ ພຣະເຈົ້າໄດ້ລໍຖ້າມະນຸດຜ່ານການເດີນທາງອັນຍາວໄກຂອງຊີວິດມະນຸດ, ບໍ່ເຄີຍໂຍນຄວາມໂມໂຫທີ່ບໍ່ສາມາດຄວບຄຸມໄດ້ຂອງພຣະອົງໃສ່ມະນຸດ. ພຣະອົງພຽງແຕ່ລໍຖ້າຢ່າງງຽບໆ ເພື່ອໃຫ້ມະນຸດສໍານຶກຜິດ ແລະ ເລີ່ມຕົ້ນໃໝ່. ແຕ່ດົນນານມາແລ້ວ ພຣະເຈົ້າໄດ້ສະເດັດລົງມາໂລກມະນຸດເພື່ອແບ່ງປັນຄວາມທຸກຂອງໂລກມະນຸດກັບມະນຸດ. ພຣະອົງໄດ້ອາໄສຢູ່ກັບມະນຸດເປັນເວລາຫຼາຍປີ ແຕ່ບໍ່ມີໃຜໄດ້ຄົ້ນພົບການມີຢູ່ຂອງພຣະອົງ. ພຣະເຈົ້າໄດ້ແຕ່ອົດທົນຢູ່ຢ່າງງຽບໆຕໍ່ຄວາມທຸກທໍລະມານຂອງຄວາມສົກກະປົກໃນໂລກມະນຸດ ໃນຂະນະທີ່ດໍາເນີນພາລະກິດທີ່ພຣະອົງໄດ້ນໍາມາສູ່ຜູ້ຄົນ. ພຣະອົງສືບຕໍ່ອົດກັ້ນເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ເພື່ອຄວາມຕ້ອງການຂອງມະນຸດຊາດ, ພຣະອົງປະສົບກັບຄວາມທຸກທີ່ມະນຸດບໍ່ເຄີຍປະສົບມາກ່ອນ. ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ລໍຖ້າເຂົາຢ່າງງຽບໆ ແລະ ຢູ່ຕໍ່ໜ້າມະນຸດ ພຣະອົງໄດ້ຖ່ອມຕົວພຣະອົງເອງ ເພື່ອຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ພ້ອມນັ້ນກໍເພື່ອຄວາມຕ້ອງການຂອງມະນຸດຊາດອີກດ້ວຍ. ຄວາມຮູ້ກ່ຽວກັບວັດທະນະທໍາບູຮານໄດ້ລັກເອົາມະນຸດຢ່າງລັບໆຈາກການສະຖິດຂອງພຣະເຈົ້າ ແລະ ມອບເຂົາໃຫ້ແກ່ກະສັດຂອງພວກຜີຮ້າຍ ແລະ ລູກຫຼານຂອງມັນ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5[ກ] ໄດ້ເອົາຄວາມຄິດ ແລະ ແນວຄວາມຄິດຂອງມະນຸດເຂົ້າສູ່ອີກຍຸກແຫ່ງການກະບົດ ເຮັດໃຫ້ມະນຸດເຊີດຊູຜູ້ທີ່ຂຽນໜັງສື ແລະ ວັນນະຄະດີຊັ້ນຍອດຂອງສາລະບັນເພີ່ມຍິ່ງຂຶ້ນ ແລະ ຜົນຕາມມາກໍຄື ເຮັດໃຫ້ແນວຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າຮ້າຍແຮງຂຶ້ນກວ່າເກົ່າ. ກະສັດຂອງພວກຜີຮ້າຍໄດ້ໂຍນພຣະເຈົ້າອອກຈາກຫົວໃຈຂອງມະນຸດຢ່າງໄຮ້ຄວາມປານີ ໂດຍທີ່ພວກເຂົາບໍ່ຮູ້ຕົວ ແລະ ຫຼັງຈາກນັ້ນ ມັນເອງກໍມາຢູ່ໃນຫົວໃຈຂອງມະນຸດດ້ວຍຄວາມດີອົກດີໃຈຢ່າງມີໄຊຊະນະ. ນັບແຕ່ເວລານັ້ນມາ ມະນຸດແມ່ນຖືກຄອບງໍາໂດຍວິນຍານທີ່ຂີ້ເຮິ ແລະ ຊົ່ວຮ້າຍ ແລະ ດ້ວຍໃບໜ້າຂອງກະສັດຂອງພວກຜີຮ້າຍ. ຄວາມກຽດຊັງພຣະເຈົ້າເຕັມຢູ່ໃນເອິກຂອງເຂົາ ແລະ ຄວາມປອງຮ້າຍຢ່າງຊົ່ວຊ້າຂອງກະສັດຂອງພວກຜີຮ້າຍກໍແຜ່ລ່າມພາຍໃນມະນຸດແຕ່ລະມື້ ຈົນເຂົາຖືກກືນກິນຢ່າງສົມບູນ. ມະນຸດບໍ່ມີອິດສະຫຼະອີກຕໍ່ໄປ ແລະ ບໍ່ມີທາງຫຼຸດພົ້ນອອກຈາກການພົວພັນຢ່າງແໜ້ນຂອງກະສັດຂອງພວກຜີຮ້າຍໄດ້. ມະນຸດບໍ່ມີທາງເລືອກນອກຈາກຖືກຈັບກຸມຢູ່ກັບບ່ອນ, ຍອມຈໍານົນຕໍ່ມັນ ແລະ ລົ້ມລົງຍອມອ່ອນນ້ອມຢູ່ຕໍ່ໜ້າມັນ. ດົນນານມາແລ້ວ ເມື່ອຫົວໃຈ ແລະ ຈິດວິນຍານຂອງມະນຸດຍັງຢູ່ໃນໄວເດັກ, ກະສັດຂອງພວກຜີຮ້າຍໄດ້ປູກເມັດພືດຂອງກ້ອນເນື້ອແຫ່ງລັດທິເທວະນິຍົມໃສ່ໃນຫົວໃຈ ແລະ ຈິດວິນຍານຂອງເຂົາ, ສອນຄວາມຄິດຜິດໆໃຫ້ກັບເຂົາເຊັ່ນ: “ການສຶກສາວິທະຍາສາດ ແລະ ເຕັກໂນໂລຊີ; ຮັບຮູ້ນະໂຍບາຍ 4 ທັນສະໄໝ; ແລະ ໃນໂລກນີ້ບໍ່ມີພຣະເຈົ້າ”. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງປະກາດຊໍ້າແລ້ວຊໍ້າອີກວ່າ: “ໃຫ້ພວກເຮົາອາໄສແຮງງານອັນດຸໝັ່ນຂອງພວກເຮົາເພື່ອສ້າງບ້ານເກີດເມືອງນອນທີ່ສວຍງາມ” ໂດຍຮ້ອງຂໍໃຫ້ທຸກຄົນກຽມພ້ອມແຕ່ໄວເດັກ ເພື່ອຮັບໃຊ້ປະເທດຊາດຂອງພວກເຂົາຢ່າງຊື່ສັດ. ມະນຸດຖືກນໍາມາຢູ່ຕໍ່ໜ້າມັນໂດຍທີ່ບໍ່ຮູ້ຕົວ ເຊິ່ງມັນແອບອ້າງສິດເອົາຄວາມດີຄວາມຊອບໃຫ້ກັບຕົວເອງໂດຍບໍ່ລັງເລໃຈ (ໝາຍເຖິງຄວາມດີຄວາມຊອບຂອງພຣະເຈົ້າສໍາລັບການຖືມະນຸດຊາດທັງໝົດຢູ່ໃນມືຂອງພຣະອົງ). ມັນບໍ່ເຄີຍມີຄວາມຮູ້ສຶກລະອາຍໃຈ. ຍິ່ງໄປກວ່ານັ້ນ, ມັນຍັງໄດ້ຈັບກຸມເອົາຄົນຂອງພຣະເຈົ້າ ແລະ ລາກພວກເຂົ້າກັບໄປເຮືອນຂອງມັນ ໂດຍບໍ່ລະອາຍໃຈ, ກົງກັນຂ້າມມັນໂດດຂຶ້ນໂຕະຄືກັບໂຕໜູ ແລະ ໃຫ້ມະນຸດບູຊາມັນຄືກັບພຣະເຈົ້າ. ຈັ່ງແມ່ນມັນຊ່າງສິ້ນຄິດແທ້ໆ! ມັນຮ້ອງຢ່າງອັບປະຍົດທີ່ໜ້າຕົກໃຈອອກມາວ່າ: “ບໍ່ມີພຣະເຈົ້າໃນໂລກ. ລົມມາຈາກການວິວັດທະນາການອີງຕາມກົດເກນທາງທໍາມະຊາດ; ຝົນຕົກເມື່ອມີອາຍນໍ້າທີ່ປະທະກັບຄວາມເຢັນ ແລ້ວກັ່ນເປັນລະອອງນໍ້າທີ່ຕົກລົງສູ່ແຜ່ນດິນໂລກ; ແຜ່ນດິນໄຫວແມ່ນການສັ່ນສະເທືອນຂອງພື້ນແຜ່ນດິນໂລກຍ້ອນການປ່ຽນແປງທາງພູມສາດ; ຄວາມແຫ້ງແລ້ງແມ່ນມາຈາກຄວາມແຫ້ງໃນອາກາດທີ່ເກີດຈາກການແຕກຂອງພະລັງປະລະມະນູໃນໜ້າພື້ນຂອງດວງຕາເວັນ. ນີ້ແມ່ນປະກົດການທາງທໍາມະຊາດ. ແລ້ວໃນທຸກສິ່ງນີ້ ມີສ່ວນໃດທີ່ເປັນການກະທໍາຂອງພຣະເຈົ້າບໍ?” ມີຜູ້ຄົນເຖິງກັບຮ້ອງອອກເປັນຄໍາຖະແຫຼງການຄືກັບຄໍາຖະແຫຼງການດັ່ງຕໍ່ໄປນີ້ທີ່ບໍ່ຄວນຮ້ອງອອກມາ ວ່າ: “ໃນບູຮານຕະການມາ ມະນຸດແມ່ນວິວັດທະນາການມາຈາກທະນີ ແລະ ໂລກໃນປັດຈຸບັນແມ່ນສືບທອດມາຈາກສັງຄົມບູຮານປະມານພັນລ້ານປີຜ່ານມາ. ປະເທດຊາດຈະຮຸ່ງເຮືອງ ຫຼື ລົ້ມຈົມ ທັງໝົດແມ່ນອາໄສມືຂອງປະຊາຊົນ”. ໃນເບື້ອງຫຼັງແລ້ວ ມັນເຮັດໃຫ້ມະນຸດຫ້ອຍມັນໄວ້ຢູ່ເທິງຝາ ແລະ ວາງມັນໄວ້ເທິງໂຕະ ເພື່ອບູຊາ ແລະ ຖວາຍເຄື່ອງບູຊາໃຫ້ກັບມັນ. ໃນຂະນະດຽວກັນມັນກໍຮ້ອງວ່າ: “ບໍ່ມີພຣະເຈົ້າ”, ມັນແຕ່ງຕັ້ງມັນເອງເປັນພຣະເຈົ້າ ໂດຍຍູ້ພຣະເຈົ້າອອກຈາກຂອບເຂດຂອງແຜ່ນດິນໂລກຢ່າງຮຸນແຮງ ໃນຂະນະທີ່ຢືນຢູ່ບ່ອນຂອງພຣະເຈົ້າ ແລະ ຮັບໜ້າທີ່ເປັນກະສັດຂອງພວກຜີຮ້າຍ. ຈັ່ງແມ່ນໄຮ້ເຫດຜົນແທ້ໆ! ມັນເຮັດໃຫ້ຄົນກຽດຊັງມັນຈົນເຂົ້າກະດູກດໍາ. ເບິ່ງຄືກັບວ່າ ພຣະເຈົ້າ ແລະ ມັນຄືຄູ່ສັດຕູສາບານກັນ ແລະ ທັງສອງບໍ່ສາມາດຢູ່ຮ່ວມກັນໄດ້. ມັນວາງອຸບາຍຂັບໄລ່ພຣະເຈົ້າໜີ ໃນຂະນະທີ່ມັນໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ.[6] ຈັ່ງແມ່ນມັນເປັນກະສັດຂອງພວກຜີຮ້າຍແທ້ໆ! ຈະສາມາດອົດທົນຕໍ່ການມີຢູ່ຂອງມັນໄດ້ແນວໃດ? ມັນຈະບໍ່ເຊົາຈົນກວ່າມັນໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າພິນາດລົງ ແລະ ປ່ອຍໃຫ້ພາລະກິດທັງໝົດນັ້ນຢູ່ໃນຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ[7] ຄືກັບວ່າ ມັນຕ້ອງການຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດ ຈົນກວ່າວ່າ ປາຈະຕາຍ ຫຼື ແຫຈະຂາດ, ຕັ້ງຕົນເປັນປໍລະປັກຕໍ່ພຣະເຈົ້າຢ່າງຕັ້ງໃຈ ແລະ ຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ. ໃບໜ້າທີ່ເປັນຕາຊັງຂອງມັນ ແມ່ນຖືກຖອດໜ້າກາກອອກຢ່າງສິ້ນເຊີງແຕ່ດົນນານແລ້ວ, ຕອນນີ້ ມັນມີຮອຍຊໍ້າ ແລະ ຖືກຕີ[8] ແລະ ໃນສະພາບທີ່ໂສກເສົ້າເສຍໃຈ ມັນກໍຍັງບໍ່ລົດລະຄວາມກຽດຊັງຂອງມັນຕໍ່ພຣະເຈົ້າ ຄືກັບວ່າ ໂດຍກືນກິນພຣະເຈົ້າພຽງໃນຄໍາດຽວ ມັນກໍຈະສາມາດບັນເທົາຄວາມກຽດຊັງທີ່ຂັງຢູ່ໃນໃຈຂອງມັນໄດ້ແລ້ວ. ພວກເຮົາຈະສາມາດອົດທົນກັບມັນຜູ້ເປັນສັດຕູທີ່ເປັນຕາຊັງຂອງພຣະເຈົ້ານີ້ໄດ້ແນວໃດ! ມີແຕ່ການກໍາຈັດ ແລະ ການທໍາລາຍລ້າງມັນຢ່າງສິ້ນເຊີງເທົ່ານັ້ນທີ່ຈະເຮັດໃຫ້ຄວາມປາດຖະໜາຂອງຊີວິດພວກເຮົາເກີດໝາກຜົນ. ມັນໄດ້ຮັບອະນຸຍາດໃຫ້ແລ່ນອາລະວາດໄດ້ແນວໃດ? ມັນໄດ້ເຮັດໃຫ້ມະນຸດເສື່ອຊາມຈົນເຖິງລະດັບທີ່ວ່າ ມະນຸດບໍ່ຮູ້ຈັກຕາເວັນແຫ່ງສະຫວັນ ແລະ ໄດ້ກາຍເປັນຄົນຕາຍດ້ານ ແລະ ຂາດຄວາມຮູ້ສຶກ. ມະນຸດໄດ້ສູນເສຍເຫດຜົນຂອງມະນຸດປົກກະຕິ. ເປັນຫຍັງຈຶ່ງບໍ່ເສຍສະຫຼະຊີວິດທັງໝົດຂອງພວກເຮົາເພື່ອທໍາລາຍ ແລະ ຈູດເຜົາມັນ ເພື່ອກໍາຈັດຄວາມກັງວົນໃນອະນາຄົດ ແລະ ເຮັດໃຫ້ພາລະກິດຂອງພຣະເຈົ້າໄປເຖິງຈຸດແຫ່ງຄວາມງົດງາມທີ່ບໍ່ເຄີຍເກີດຂຶ້ນມາກ່ອນໄວຂຶ້ນ? ກຸ່ມຄົນຊົ່ວດັ່ງກ່າວນີ້ໄດ້ມາຢູ່ທ່າມກາງໂລກມະນຸດ ແລະ ເຮັດໃຫ້ມີຄວາມວຸ້ນວາຍ. ພວກເຂົາໄດ້ນໍາເອົາມະນຸດທຸກຄົນໄປໄວ້ຢູ່ເທິງໜ້າຜາ ແລະ ວາງກົນອຸບາຍຢ່າງລັບໆ ເພື່ອຍູ້ພວກເຂົາລົງໃຫ້ແຕກຫັກເປັນເສດສ່ວນ ແລະ ກິນຊາກສົບຂອງພວກເຂົາ. ພວກເຂົາຫວັງຢ່າງໄຮ້ປະໂຫຍດທີ່ຈະມ້າງເພແຜນການຂອງພຣະເຈົ້າ ແລະ ຕໍ່ສູ້ກັບພຣະອົງ ໂດຍເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ.[9] ສິ່ງນີ້ບໍ່ໄດ້ງ່າຍເລີຍ! ຄວາມຈິງແລ້ວ, ໄມ້ກາງແຂນໄດ້ກຽມໄວ້ແລ້ວສໍາລັບກະສັດຂອງພວກຜີຮ້າຍທີ່ມີຄວາມຜິດອາຊະຍາກໍາທີ່ຮ້າຍແຮງທີ່ສຸດ. ພຣະເຈົ້າບໍ່ໄດ້ຢູ່ກັບໄມ້ກາງແຂນ, ພຣະອົງໄດ້ໂຍນຖິ້ມມັນໄວ້ທາງຂ້າງເພື່ອຜີຮ້າຍແລ້ວ. ພຣະເຈົ້າໄດ້ຮັບໄຊຊະນະແຕ່ດົນມາແລ້ວ ແລະ ບໍ່ໄດ້ຮູ້ສຶກໂສກເສົ້າກັບຄວາມບາບຂອງມະນຸດຊາດອີກຕໍ່ໄປ, ແຕ່ພຣະອົງຈະນໍາເອົາຄວາມລອດພົ້ນມາສູ່ມະນຸດຊາດທັງໝົດ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

70. ໃນສິ່ງທີ່ເອີ້ນວ່າຄວາມຮູ້ຂອງມະນຸດ, ຊາຕານໄດ້ເຮັດໃຫ້ເຕັມໄປດ້ວຍປັດຊະຍາຊີວິດ ແລະ ຄວາມຄິດຂອງມັນ. ແລ້ວໃນຂະນະທີ່ຊາຕານເຮັດແບບນີ້, ມັນກໍປ່ອຍໃຫ້ມະນຸດນໍາໃຊ້ຄວາມຄິດ, ປັດຊະຢາ ແລະ ມຸມມອງຂອງມັນ ເພື່ອວ່າມະນຸດອາດປະຕິເສດການມີຢູ່ຂອງພຣະເຈົ້າ, ປະຕິເສດອຳນາດຂອງພຣະເຈົ້າເໜືອສິ່ງທັງປວງ ແລະ ເໜືອໂຊກຊະຕາຂອງມະນຸດ. ແລ້ວໃນຂະນະທີ່ການສຶກສາຂອງມະນຸດຄືບໜ້າໄປ ແລະ ເຂົາໄດ້ຮັບຄວາມຮູ້ຫຼາຍຂຶ້ນ, ເຂົາກໍຮູ້ສຶກວ່າການມີຢູ່ຂອງພຣະເຈົ້າຄຸມເຄືອ ແລະ ເຖິງກັບອາດບໍ່ຮູ້ສຶກອີກຕໍ່ໄປວ່າພຣະເຈົ້າມີຢູ່. ໃນຂະນະທີ່ຊາຕານໄດ້ໃສ່ມຸມມອງ, ແນວຄິດ ແລະ ຄວາມຄິດໃສ່ໃນຄວາມຄິດຂອງມະນຸດ, ມະນຸດບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມໃນຂະບວນການນີ້ບໍ? (ແມ່ນແລ້ວ). ບັດນີ້ ມະນຸດອີງຊີວິດຂອງເຂົາບົນສິ່ງໃດ? ເຂົາກຳລັງດຳລົງຊີວິດບົນພື້ນຖານຄວາມຮູ້ນີ້ແທ້ໆບໍ? ບໍ່; ມະນຸດກຳລັງອີງຊີວິດຂອງເຂົາບົນຄວາມຄິດ, ມຸມມອງ ແລະ ປັດຊະຍາຂອງຊາຕານທີ່ຖືກເຊື່ອງໄວ້ພາຍໃນຄວາມຮູ້ນີ້. ນີ້ແມ່ນບ່ອນທີ່ສ່ວນສຳຄັນໃນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມເກີດຂຶ້ນ; ນີ້ເປັນທັງເປົ້າໝາຍຂອງຊາຕານ ແລະ ວິທີການຂອງມັນເພື່ອເຮັດໃຫ້ມະນຸດເສື່ອມຊາມ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ V” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

71. ໃນລະຫວ່າງຂະບວນການສຶກສາເອົາຄວາມຮູ້ຂອງມະນຸດ, ຊາຕານນໍາໃຊ້ທຸກວິທີທາງ, ບໍ່ວ່າຈະເປັນການເລົ່າເລື່ອງ, ການມອບຄວາມຮູ້ບາງສ່ວນໃຫ້ກັບພວກເຂົາ ຫຼື ເຮັດໃຫ້ພວກເຂົາບັນລຸຕາມຄວາມປະສົງ ຫຼື ຄວາມທະເຍີທະຍານຂອງພວກເຂົາ. ຊາຕານຕ້ອງການນໍາເຈົ້າໄປສູ່ຫົນທາງແບບໃດ? ຜູ້ຄົນຄິດວ່າບໍ່ມີຫຍັງຜິດໃນການສຶກສາຄວາມຮູ້, ມັນເປັນເລື່ອງທຳມະຊາດທັງສິ້ນ. ຖ້າຈະເວົ້າໃນລັກສະນະທີ່ຟັງແລ້ວ ເປັນຕາສົນໃຈ, ການສົ່ງເສີມອຸດົມຄະຕິທີ່ສູງສົ່ງ ຫຼື ການມີຄວາມທະເຍີທະຍານກໍຄືການມີແຮງຜັກດັນ ແລະ ສິ່ງນີ້ຄວນເປັນເສັ້ນທາງທີ່ຖືກຕ້ອງໃນຊີວິດ, ບໍ່ແມ່ນບໍ? ມັນບໍ່ແມ່ນຫົນທາງທີ່ສະຫງ່າງາມຫຼາຍກວ່າບໍ ທີ່ຈະໃຫ້ຜູ້ຄົນດຳລົງຊີວິດຖ້າພວກເຂົາສາມາດຮູ້ຈັກອຸດົມຄະຕິຂອງພວກເຂົາເອງ ຫຼື ຕັ້ງໝັ້ນອາຊີບຢ່າງປະສົບຜົນສຳເລັດ? ການເຮັດສິ່ງເຫຼົ່ານີ້, ມະນຸດບໍ່ພຽງແຕ່ໃຫ້ກຽດບັນພະບຸລຸດຂອງເຂົາເທົ່ານັ້ນ ແຕ່ຍັງມີໂອກາດທີ່ຈະສ້າງຊື່ສຽງໄວ້ໃນປະຫວັດສາດອີກດ້ວຍ, ນີ້ບໍ່ແມ່ນສິ່ງທີ່ດີບໍ? ນີ້ແມ່ນສິ່ງທີ່ດີໃນສາຍຕາຂອງຄົນປົກກະຕິ ແລະ ສຳລັບພວກເຂົາແລ້ວ ມັນຈຶ່ງເໝາະສົມ ແລະ ດີ. ເຖິງຢ່າງໃດກໍຕາມ ຊາຕານພ້ອມກັບແຮງຈູງໃຈອັນຊົ່ວຮ້າຍຂອງມັນ ນໍາພາຜູ້ຄົນໄປສູ່ເສັ້ນທາງປະເພດນີ້ ແລະ ມີພຽງສໍ່ານັ້ນບໍ? ແນ່ນອນມັນບໍ່ແມ່ນແບບນັ້ນ. ໃນຄວາມຈິງແລ້ວ, ບໍ່ວ່າອຸດົມຄະຕິຂອງມະນຸດຈະສູງສົ່ງສໍ່າໃດກໍຕາມ, ບໍ່ວ່າຄວາມປາຖະໜາຂອງມະນຸດຈະເປັນຈິງຫຼາຍສໍ່າໃດກໍຕາມ ຫຼື ສິ່ງເຫຼົ່ານັ້ນຈະເໝາະສົມສໍ່າໃດກໍຕາມ, ທຸກສິ່ງທີ່ມະນຸດຕ້ອງການບັນລຸ, ທຸກສິ່ງທີ່ມະນຸດສະແຫວງຫາ ແມ່ນຖືກເຊື່ອມໂຍງກັນກັບສອງຄຳເວົ້າໂດຍຕັດຂາດອອກຈາກກັນບໍ່ໄດ້. ສອງຄຳເວົ້ານີ້ແມ່ນສຳຄັນຫຼາຍຕໍ່ຊີວິດຂອງທຸກຄົນ ແລະ ພວກມັນແມ່ນສິ່ງທີ່ຊາຕານຕັ້ງໃຈປູກຝັງໃນມະນຸດ. ສອງຄຳເຫຼົ່ານີ້ແມ່ນຫຍັງ? ພວກມັນແມ່ນ “ຊື່ສຽງ” ແລະ “ຜົນປະໂຫຍດ”. ຊາຕານໃຊ້ວິທີການທີ່ສະຫຼາດຫຼັກແຫຼມຫຼາຍ, ເປັນວິທີການທີ່ສອດຄ່ອງກັບແນວຄິດຂອງຜູ້ຄົນ ເຊິ່ງບໍ່ໄດ້ຮຸນແຮງພໍສໍ່າໃດ ໂດຍທີ່ມັນເຮັດໃຫ້ຜູ້ຄົນຍອມຮັບເອົາວິທີການດຳລົງຊີວິດຂອງມັນ ແລະ ກົດລະບຽບຂອງມັນໃນການດຳລົງຊີວິດໂດຍບໍ່ຮູ້ຕົວ ແລະ ສ້າງເປົ້າໝາຍຊີວິດ ແລະ ທິດທາງໃນຊີວິດຂອງພວກເຂົາ ແລະ ໃນການເຮັດແບບນັ້ນ ພວກເຂົາກໍມີຄວາມທະເຍີທະຍານໃນຊີວິດໂດຍບໍ່ຮູ້ຕົວ. ບໍ່ວ່າຄວາມທະເຍີທະຍານໃນຊີວິດເຫຼົ່ານີ້ ເບິ່ງຄືກັບວ່າ ຍິ່ງໃຫຍ່ສໍ່າໃດກໍຕາມ, ພວກມັນກໍເຊື່ອມໂຍງກັບ “ຊື່ສຽງ” ແລະ “ຜົນປະໂຫຍດ” ໂດຍຕັດຂາດຈາກກັນບໍ່ໄດ້. ທຸກສິ່ງທີ່ບຸກຄົນມີອໍານາດ ຫຼື ມີຊື່ສຽງ ທີ່ຈິງແລ້ວ ທຸກຄົນ ແມ່ນປະຕິບັດໃນຊີວິດອີງຕາມພຽງແຕ່ຄຳເວົ້າເຫຼົ່ານີ້ເທົ່ານັ້ນ: “ຊື່ສຽງ” ແລະ “ຜົນປະໂຫຍດ”. ຜູ້ຄົນຄິດວ່າ ຫຼັງຈາກທີ່ພວກເຂົາມີຊື່ສຽງ ແລະ ຜົນປະໂຫຍດ, ແລ້ວພວກເຂົາກໍໄດ້ຜົນປະໂຫຍດຈາກສິ່ງເຫຼົ່ານີ້ເພື່ອມີຄວາມສຸກກັບສະຖານະທີ່ສູງສົ່ງ ແລະ ຄວາມຮັ່ງມີທີ່ຍິ່ງໃຫຍ່ ແລະ ເພື່ອມີຄວາມສຸກກັບຊີວິດ. ພວກເຂົາຄິດວ່າຊື່ສຽງ ແລະ ຜົນປະໂຫຍດເປັນທຶນປະເພດໜຶ່ງທີ່ພວກເຂົາສາມາດນໍາໃຊ້ເພື່ອຮັບເອົາຊີວິດແຫ່ງການສະແຫວງຫາຄວາມສຸກ ແລະ ເພື່ອໝົກມຸ້ນຢູ່ກັບຄວາມສຸກຝ່າຍເນື້ອໜັງ. ເພື່ອເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້ ເຊິ່ງມະນຸດຊາດປາຖະໜາຫຼາຍ, ຜູ້ຄົນຈຶ່ງເຕັມໃຈທີ່ຈະມອບຮ່າງກາຍຂອງພວກເຂົາ, ຄວາມຄິດ, ທຸກສິ່ງທີ່ພວກເຂົາມີ, ອະນາຄົດຂອງພວກເຂົາ ແລະ ໂຊກຊະຕາຂອງພວກເຂົາໃຫ້ກັບຊາຕານ ເຖິງແມ່ນຈະບໍ່ຮູ້ຕົວກໍຕາມ. ພວກເຂົາເຮັດແບບນັ້ນໂດຍບໍ່ລັງເລແມ່ນແຕ່ວິນາທີດຽວເລີຍ, ບໍ່ຮູ້ຈັກຄວາມຕ້ອງການທີ່ຈະຟື້ນຟູທຸກສິ່ງທີ່ພວກເຂົາໄດ້ມອບໃຫ້. ຜູ້ຄົນສາມາດຄວບຄຸມຕົນເອງໄດ້ບໍ ຫຼັງຈາກທີ່ພວກເຂົາໄດ້ພາກັນລີ້ໄພຢູ່ກັບຊາຕານໃນລັກສະນະແບບນີ້ ແລະ ພາກັນຊື່ສັດກັບມັນແບບນີ້? ບໍ່ໄດ້ແນ່ນອນ. ພວກເຂົາຖືກຄວບຄຸມໂດຍຊາຕານທັງສິ້ນ ແລະ ໂດຍສິ້ນເຊີງ. ພວກເຂົາຈົມລົງສູ່ບວກຕົມທັງສິ້ນ ແລະ ໂດຍສິ້ນເຊີງ ແລະ ບໍ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະຫຼະໄດ້. ຫຼັງຈາກທີ່ບາງຄົນຈົມປັກຢູ່ກັບຊື່ສຽງ ແລະ ຜົນປະໂຫຍດ, ພວກເຂົາກໍຈະບໍ່ສະແຫວງສິ່ງທີ່ສົດໃສ, ສິ່ງທີ່ຊອບທຳ ຫຼື ທຸກສິ່ງທີ່ສວຍງາມ ແລະ ດີອີກຕໍ່ໄປ. ນີ້ເປັນຍ້ອນອຳນາດຂອງຊື່ສຽງ ແລະ ຜົນປະໂຫຍດແມ່ນເໜືອຜູ້ຄົນຫຼາຍເກີນໄປ; ພວກມັນກາຍເປັນສິ່ງທີ່ຜູ້ຄົນໄດ້ສະແຫວງຫາຕະຫຼອດຊີວິດຂອງພວກເຂົາ ແລະ ເຖິງກັບຕະຫຼອດໄປເປັນນິດໂດຍບໍ່ມີຈຸດຈົບ. ນີ້ບໍ່ແມ່ນຄວາມຈິງບໍ? ບາງຄົນຈະເວົ້າວ່າການສຶກສາເອົາຄວາມຮູ້ບໍ່ໄດ້ເປັນຫຍັງຫຼາຍກວ່າການອ່ານໜັງສື ຫຼື ການຮຽນຮູ້ໜ້ອຍໜຶ່ງທີ່ພວກເຂົາບໍ່ທັນຮູ້ຈັກເທື່ອ ເພື່ອບໍ່ໃຫ້ລ້າຫຼັງ ຫຼື ຖືກໂລກປະຖິ້ມໄວ້ຢູ່ທາງຫຼັງ. ຄວາມຮູ້ແມ່ນຖືກສຶກສາພຽງແຕ່ເພື່ອໃຫ້ພວກເຂົາສາມາດລ້ຽງຕົນເອງ, ເພື່ອອະນາຄົດຂອງພວກເຂົາ ຫຼື ເພື່ອສະໜອງຄວາມຈຳເປັນຂັ້ນພື້ນຖານ. ມີຜູ້ໃດແດ່ທີ່ຈະອົດທົນຕໍ່ການສຶກສາຢ່າງໜັກເປັນເວລາທົດສະວັດເພື່ອຄວາມຈຳເປັນຂັ້ນພື້ນຖານ ແລະ ພຽງແຕ່ເພື່ອແກ້ໄຂບັນຫາຂອງອາຫານ? ບໍ່ມີ, ບໍ່ມີຜູ້ໃດເປັນແບບນີ້. ແລ້ວເປັນຫຍັງບຸກຄົນໃດໜຶ່ງຈຶ່ງທົນທຸກກັບຄວາມລຳບາກເຫຼົ່ານີ້ເປັນເວລາຫຼາຍປີ? ມັນແມ່ນເພື່ອຊື່ສຽງ ແລະ ຜົນປະໂຫຍດ. ຊື່ສຽງ ແລະ ຜົນປະໂຫຍດກຳລັງລໍຖ້າພວກເຂົາຢູ່ຫ່າງໄກ, ກຳລັງກວັກມືເອີ້ນພວກເຂົາ ແລະ ພວກເຂົາເຊື່ອວ່າຜ່ານຄວາມດຸໝັ່ນ, ຄວາມລໍາບາກ ແລະ ຄວາມພະຍາຍາມຂອງພວກເຂົາເອງເທົ່ານັ້ນ, ພວກເຂົາຈຶ່ງສາມາດເດີນຕາມຫົນທາງທີ່ຈະນໍາພາພວກເຂົາໄປສູ່ການມີຊື່ສຽງ ແລະ ໄດ້ຮັບຜົນປະໂຫຍດ. ບຸກຄົນດັ່ງກ່າວຕ້ອງທົນທຸກກັບຄວາມລໍາບາກເຫຼົ່ານີ້ກັບເສັ້ນທາງໃນອະນາຄົດຂອງພວກເຂົາເອງ, ເພື່ອຄວາມສຸກໃນອະນາຄົດຂອງພວກເຂົາ ແລະ ເພື່ອໄດ້ຮັບຊີວິດທີ່ດີຂຶ້ນ. ຄວາມຮູ້ນີ້ແມ່ນຫຍັງກັນແທ້, ພວກເຈົ້າສາມາດບອກເຮົາໄດ້ບໍ? ມັນບໍ່ແມ່ນກົດລະບຽບແຫ່ງການດຳລົງຊີວິດທີ່ຖືກປູກຝັງໃນຜູ້ຄົນບໍ, ເປັນກົດລະບຽບທີ່ຊາຕານສັ່ງສອນພວກເຂົາໃນຊ່ວງເວລາແຫ່ງການສຶກສາເອົາຄວາມຮູ້ຂອງພວກເຂົາບໍ? ມັນບໍ່ແມ່ນ “ອຸດົມຄະຕິຢ່າງສູງ” ແຫ່ງຊີວິດທີ່ຊາຕານປູກຝັງໃນມະນຸດບໍ? ຍົກຕົວຢ່າງ ເຊັ່ນ: ຄວາມຄິດຂອງຜູ້ຄົນທີ່ຢາກເປັນໃຫຍ່, ຄວາມຊື່ສັດຂອງຜູ້ຄົນທີ່ມີຊື່ສຽງ ຫຼື ຈິດໃຈກ້າຫານຂອງບຸກຄົນທີ່ເປັນວີລະບຸລຸດ ຫຼື ຄວາມກ້າຫານ ແລະ ຄວາມເມດຕາຂອງຕົວລະຄອນເອກສຳຄັນ ແລະ ນັກຕໍ່ສູ້ໃນນິຍາຍສິລະປະປ້ອງກັນຕົວ, ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນວິທີທີ່ຊາຕານປູກຝັງອຸດົມຄະຕິບໍ? (ແມ່ນ, ມັນແມ່ນແບບນັ້ນ). ຄວາມຄິດເຫຼົ່ານີ້ມີອິດທິພົນຕໍ່ຄົນແຕ່ລະຮຸ່ນ ແລະ ຜູ້ຄົນໃນແຕ່ລະຮຸ່ນແມ່ນຖືກເຮັດໃຫ້ຍອມຮັບເອົາຄວາມຄິດເຫຼົ່ານີ້, ໃຫ້ດຳລົງຊີວິດເພື່ອຄວາມຄິດເຫຼົ່ານີ້ ແລະ ສະແຫວງຫາມັນຢ່າງບໍ່ຢຸດຢັ້ງ. ນີ້ແມ່ນຫົນທາງ ແລະ ເປັນຊ່ອງທາງ ທີ່ຊາຕານໃຊ້ຄວາມຮູ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ. ສະນັ້ນ ຫຼັງຈາກທີ່ຊາຕານໄດ້ນໍາຜູ້ຄົນໄປສູ່ຫົນທາງນີ້, ມັນຍັງເປັນໄປໄດ້ບໍທີ່ຈະໃຫ້ພວກເຂົານະມັດສະການພຣະເຈົ້າ? ຄວາມຮູ້ ແລະ ຄວາມຄິດທີ່ຊາຕານປູກຝັງໃນມະນຸດປະກອບມີເສດສ່ວນເລັກນ້ອຍໃນການນະມັດສະການພຣະເຈົ້າບໍ? ມັນມີສິ່ງໃດແດ່ທີ່ເປັນຄວາມຈິງ? ມັນມີສິ່ງໃດແດ່ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ? (ບໍ່, ມັນບໍ່ມີ).

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

72. ຊາຕານຈຶ່ງໃຊ້ຊື່ສຽງ ແລະ ຜົນປະໂຫຍດເພື່ອຄວບຄຸມຄວາມຄິດຂອງມະນຸດ, ດ້ວຍເຫດນັ້ນມະນຸດຈຶ່ງຄິດນໍາແຕ່ຊື່ສຽງ ແລະ ຜົນປະໂຫຍດຂອງຕົນ. ພວກເຂົາດີ້ນຮົນເພື່ອຊື່ສຽງ ແລະ ຜົນປະໂຫຍດ, ທົນທຸກກັບຄວາມລໍາບາກເພື່ອຊື່ສຽງ ແລະ ຜົນປະໂຫຍດ, ອົດທົນຕໍ່ຄວາມອັບອາຍເພື່ອຊື່ສຽງ ແລະ ຜົນປະໂຫຍດ, ເສຍສະຫຼະທຸກສິ່ງທີ່ພວກເຂົາມີເພື່ອຊື່ສຽງ ແລະ ຜົນປະໂຫຍດ ແລະ ພວກເຂົາຈະຕັດສິນໃຈ ແລະ ຕັດສິນໂດຍເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດ. ໃນລັກສະນະນີ້, ຊາຕານຜູກມັດຜູ້ຄົນດ້ວຍໂສ້ທີ່ເບິ່ງບໍ່ເຫັນ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມກ້າຫານທີ່ຈະໂຍນໂສ້ເຫຼົ່ານັ້ນຖິ້ມ. ພວກເຂົາແບກຫາບໂສ້ເຫຼົ່ານີ້ໂດຍບໍ່ຮູ້ຕົວ ແລະ ຍ່າງຢ່າງອິດເມື່ອຍໄປຂ້າງໜ້າດ້ວຍຄວາມຫຍຸ້ງຍາກຫຼາຍ. ຍ້ອນເຫັນແກ່ຊື່ສຽງ ແລະ ຜົນປະໂຫຍດນີ້, ມະນຸດຊາດຈຶ່ງຫຼີກເວັ້ນພຣະເຈົ້າ ແລະ ຫັກຫຼັງພຣະອົງ ແລະ ພາກັນເປັນຄົນຊົ່ວຮ້າຍໜັກຂຶ້ນເລື້ອຍໆ. ສະນັ້ນ ດ້ວຍເຫດນີ້ ມະນຸດແຕ່ລະຮຸ່ນຈຶ່ງຖືກທຳລາຍໃນທ່າມກາງຊື່ສຽງ ແລະ ຜົນປະໂຫຍດຂອງຊາຕານ. ເມື່ອເບິ່ງການກະທຳຂອງຊາຕານໃນຕອນນີ້ແລ້ວ, ແຮງຈູງໃຈໃນການກະທໍາຊົ່ວຂອງມັນບໍ່ເປັນຕາລັງກຽດທີ່ສຸດບໍ? ບາງເທື່ອ ໃນປັດຈຸບັນ ພວກເຈົ້າຍັງບໍ່ສາມາດເບິ່ງອອກເຖິງແຮງຈູງໃຈອັນຊົ່ວຊ້າຂອງຊາຕານ ຍ້ອນພວກເຈົ້າຄິດວ່າມະນຸດບໍ່ສາມາດດຳລົງຊີວິດຢູ່ໄດ້ຫາກຂາດຊື່ສຽງ ແລະ ຜົນປະໂຫຍດ. ເຈົ້າຄິດວ່າ ຖ້າຜູ້ຄົນປະຖິ້ມຊື່ສຽງ ແລະ ຜົນປະໂຫຍດໄວ້ເບື້ອງຫຼັງ, ພວກເຂົາກໍຈະບໍ່ສາມາດເຫັນຫົນທາງທີ່ຢູ່ເບື້ອງໜ້າໄດ້ອີກຕໍ່ໄປ, ບໍ່ສາມາດເຫັນເປົ້າໝາຍຂອງພວກເຂົາໄດ້ອີກຕໍ່ໄປ, ເຊິ່ງອະນາຄົດຂອງພວກເຂົາກໍຈະມືດມິດ, ມືດມົວ ແລະ ເສົ້າໝອງ. ແຕ່ມື້ໜຶ່ງ ພວກເຈົ້າທຸກຄົນຈະຄ່ອຍໆເຂົ້າໃຈວ່າ ຊື່ສຽງ ແລະ ຜົນປະໂຫຍດແມ່ນໂສ້ແຫ່ງວິບັດທີ່ຊາຕານໃຊ້ເພື່ອຜູກມັດມະນຸດ. ເມື່ອມື້ນັ້ນມາເຖິງ, ເຈົ້າກໍຈະຕໍ່ຕ້ານການຄວບຄຸມຂອງຊາຕານຢ່າງສຸດຂີດ ແລະ ຕໍ່ຕ້ານໂສ້ທີ່ຊາຕານໃຊ້ເພື່ອຜູກມັດເຈົ້າຈົນເຖິງທີ່ສຸດ. ເມື່ອເຖິງເວລາທີ່ເຈົ້າຕ້ອງການໂຍນທຸກສິ່ງທີ່ຊາຕານໄດ້ປູກຝັງໃນຕົວເຈົ້ານັ້ນອອກໄປ, ເຈົ້າກໍຈະຕັດຂາດຈາກຊາຕານຢ່າງສົມບູນ ແລະ ເຈົ້າຈະກຽດຊັງທຸກສິ່ງທີ່ຊາຕານນໍາມາໃຫ້ເຈົ້າຢ່າງແທ້ຈິງ. ພຽງເມື່ອນັ້ນ ມະນຸດຊາດຈຶ່ງຈະມີຄວາມຮັກ ແລະ ປາຖະໜາພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

73. ສິ່ງທີ່ວິທະຍາສາດເຮັດກໍມີພຽງແຕ່ປ່ອຍໃຫ້ຜູ້ຄົນໄດ້ເຫັນສິ່ງຂອງໃນໂລກທາງກາຍ ແລະ ເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນຂອງມະນຸດ ແຕ່ມັນບໍ່ສາມາດເຮັດໃຫ້ມະນຸດສາມາດເຫັນກົດເກນທີ່ພຣະເຈົ້າມີອຳນາດເໜືອສິ່ງທັງປວງໄດ້. ມະນຸດເບິ່ງຄືຈະຄົ້ນຫາຄຳຕອບໃນວິທະຍາສາດ ແຕ່ຄຳຕອບເຫຼົ່ານີ້ກໍສັບສົນ ແລະ ນໍາຄວາມພໍໃຈຊົ່ວຄາວມາເທົ່ານັ້ນ ເຊິ່ງເປັນຄວາມພໍໃຈທີ່ພຽງແຕ່ເຮັດໜ້າທີ່ຈຳກັດຫົວໃຈຂອງມະນຸດກັບໂລກທາງວັດຖຸ. ມະນຸດຮູ້ສຶກວ່າ ພວກເຂົາໄດ້ຮັບຄຳຕອບຈາກວິທະຍາສາດ, ແລ້ວບໍ່ວ່າບັນຫາຫຍັງກໍຕາມຈະເກີດຂຶ້ນ, ພວກເຂົາກໍໃຊ້ມຸມມອງດ້ານວິທະຍາສາດຂອງພວກເຂົາເປັນພື້ນຖານເພື່ອພິສູດ ແລະ ຍອມຮັບບັນຫານັ້ນ. ຫົວໃຈຂອງມະນຸດຖືກຄອບຄອງໂດຍວິທະຍາສາດ ແລະ ຖືກມັນລໍ້ລວງ ຈົນເຖິງຈຸດທີ່ມະນຸດບໍ່ມີຄວາມຄິດທີ່ຈະຮູ້ຈັກພຣະເຈົ້າ, ນະມັດສະການພຣະເຈົ້າ ແລະ ເຊື່ອວ່າທຸກສິ່ງມາຈາກພຣະເຈົ້າ ແລະ ມະນຸດຄວນເບິ່ງຫາພຣະອົງສຳລັບຄຳຕອບອີກຕໍ່ໄປ. ມັນບໍ່ແມ່ນແບບນີ້ບໍ? ຍິ່ງບຸກຄົນໃດໜຶ່ງເຊື່ອໃນວິທະຍາສາດຫຼາຍສໍ່າໃດ, ພວກເຂົາກໍຍິ່ງໄຮ້ເຫດຜົນຫຼາຍສໍ່ານັ້ນ ໂດຍເຊື່ອວ່າທຸກສິ່ງມີວິທີແກ້ໄຂທາງວິທະຍາສາດ ແລະ ການຄົ້ນຄວ້າສາມາດແກ້ໄຂທຸກຢ່າງໄດ້. ພວກເຂົາບໍ່ສະແຫວງຫາພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອວ່າພຣະອົງມີຢູ່; ເຖິງກັບມີບາງຄົນທີ່ໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີທີ່ຈະໄປ ແລະ ຄົ້ນຄວ້າເຊື້ອຈຸລິນຊີຕາມອຳເພີໃຈ ຫຼື ຊອກຫາຂໍ້ມູນບາງຢ່າງສຳລັບຄຳຕອບຕໍ່ບັນຫາ. ຜູ້ຄົນດັ່ງກ່າວບໍ່ໄດ້ຫຼຽວເບິ່ງບັນຫາຈາກທັດສະນະຂອງຄວາມຈິງ ແລະ ໃນຫຼາຍກໍລະນີ ພວກເຂົາຕ້ອງການອີງໃສ່ມຸມມອງ ຫຼື ຄວາມຮູ້ທາງວິທະຍາສາດ ຫຼື ວິທີການແກ້ໄຂດ້ວຍວິທະຍາສາດເພື່ອແກ້ໄຂບັນຫາ; ພວກເຂົາບໍ່ເພິ່ງພາພຣະເຈົ້າ ແລະ ພວກເຂົາບໍ່ສະແຫວງຫາພຣະເຈົ້າ. ຜູ້ຄົນເຊັ່ນນີ້ຈະມີພຣະເຈົ້າໃນຫົວໃຈຂອງພວກເຂົາໄດ້ບໍ? (ບໍ່). ເຖິງກັບມີບາງຄົນທີ່ຕ້ອງການຄົ້ນຄວ້າພຣະເຈົ້າໃນລັກສະນະດຽວກັນກັບທີ່ພວກເຂົາສຶກສາວິທະຍາສາດ. ຕົວຢ່າງເຊັ່ນ ມີຊ່ຽວຊານ ດ້ານສາສະໜາຫຼາຍຄົນທີ່ໄດ້ໄປທີ່ພູເຂົາບ່ອນທີ່ເຮືອໄດ້ມາຢຸດຢູ່ ແລະ ດ້ວຍເຫດນັ້ນ ພວກເຂົາກໍໄດ້ພິສູດການມີຢູ່ຂອງເຮືອ. ແຕ່ໃນການປາກົດຕົວຂອງເຮືອ, ພວກເຂົາບໍ່ໄດ້ເຫັນເຖິງການມີຢູ່ຂອງພຣະເຈົ້າ. ພວກເຂົາເຊື່ອພຽງແຕ່ໃນເລື່ອງລາວ ແລະ ປະຫວັດສາດ; ນີ້ຄືຜົນຈາກການຄົ້ນຄວ້າວິທະຍາສາດຂອງພວກເຂົາ ແລະ ການສຶກສາໂລກຝ່າຍວັດຖຸ. ຖ້າເຈົ້າຄົ້ນຄວ້າສິ່ງຕ່າງໆທີ່ເປັນວັດຖຸ, ບໍ່ວ່າມັນຈະເປັນຈຸລະຊີບວິທະຍາ, ດາລາສາດ ຫຼື ພູມສາດ, ເຈົ້າກໍຈະບໍ່ຄົ້ນພົບຜົນຕາມມາທີ່ກຳນົດວ່າພຣະເຈົ້າມີຢູ່ ຫຼື ພຣະອົງມີອຳນາດສູງສຸດເໜືອສິ່ງທັງປວງ ຫຼື ບໍ່. ແລ້ວວິທະຍາສາດເຮັດຫຍັງເພື່ອມະນຸດ? ມັນບໍ່ໄດ້ເຮັດໃຫ້ມະນຸດຫ່າງອອກຈາກພຣະເຈົ້າບໍ? ມັນບໍ່ໄດ້ເຮັດໃຫ້ຜູ້ຄົນວາງພຣະເຈົ້າໄວ້ພາຍໃຕ້ການສຶກສາບໍ? ມັນບໍ່ໄດ້ເຮັດໃຫ້ຜູ້ຄົນສົງໄສຍິ່ງຂຶ້ນກ່ຽວກັບການມີຢູ່ຂອງພຣະເຈົ້າບໍ? (ແມ່ນແລ້ວ). ແລ້ວຊາຕານຕ້ອງການໃຊ້ວິທະຍາສາດເພື່ອເຮັດໃຫ້ມະນຸດເສື່ອມຊາມແນວໃດ? ຊາຕານບໍ່ຕ້ອງການໃຊ້ຂໍ້ສະຫຼຸບດ້ານວິທະຍາສາດເພື່ອຫຼອກລວງຜູ້ຄົນ ແລະ ເຮັດໃຫ້ພວກເຂົາດ້ານຊາ ແລະ ໃຊ້ຄຳຕອບທີ່ຄຸມເຄືອເພື່ອຈັບຫົວໃຈຂອງຜູ້ຄົນໄວ້ ເພື່ອວ່າພວກເຂົາຈະບໍ່ສະແຫວງຫາ ຫຼື ເຊື່ອໃນການເປັນຢູ່ຂອງພຣະເຈົ້າບໍ? (ແມ່ນແລ້ວ). ແລ້ວນີ້ຄືເຫດຜົນທີ່ເຮົາເວົ້າວ່າ ວິທະຍາສາດແມ່ນໜຶ່ງໃນວິທີທີ່ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ V” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

74. ຊາຕານໄດ້ປັ້ນແຕ່ງ ແລະ ປະດິດເລື່ອງພື້ນເມືອງ ຫຼື ເລື່ອງລາວຫຼາຍເລື່ອງທີ່ປາກົດໃນໜັງສືປະຫວັດສາດ, ປ່ອຍໃຫ້ຜູ້ຄົນປະທັບໃຈຢ່າງເລິກເຊິ່ງກ່ຽວກັບວັດທະນະທຳດັ້ງເດີມ ຫຼື ກັບບຸກຄົນງົມງວາຍ. ຕົວຢ່າງ ເຊັ່ນ: ໃນປະເທດຈີນ ມີເລື່ອງ “ຄົນອຳມະຕະແປດຄົນຂ້າມຜ່ານທະເລ”, “ການເດີນທາງສູ່ທິດຕະເວັນຕົກ”, “ຈັກກະພັດແກ້ວມໍລະກົດ”, “ເນຊາປາບກະສັດມັງກອນ” ແລະ “ການແຕ່ງຕັ້ງເທບພຣະເຈົ້າ”. ສິ່ງເຫຼົ່ານີ້ບໍ່ໄດ້ຝັງເລິກຢູ່ໃນຄວາມຄິດຂອງມະນຸດບໍ? ເຖິງແມ່ນພວກເຈົ້າບາງຄົນບໍ່ຮູ້ຈັກລາຍລະອຽດທັງໝົດ, ພວກເຈົ້າກໍຍັງຮູ້ຈັກເລື່ອງລາວທົ່ວໄປ ແລະ ມັນແມ່ນເນື່ອຫາທົ່ວໄປນີ້ທີ່ຕິດແໜ້ນຢູ່ໃນຫົວໃຈຂອງເຈົ້າ ແລະ ຄວາມຄິດຂອງເຈົ້າ ຈົນວ່າເຈົ້າບໍ່ສາມາດລືມພວກມັນໄດ້. ສິ່ງເຫຼົ່ານີ້ແມ່ນແນວຄິດຕ່າງໆ ຫຼື ເລື່ອງລືຊາທີ່ຊາຕານໄດ້ຈັດກຽມໃຫ້ກັບມະນຸດເປັນເວລາດົນນານມາແລ້ວ ແລະ ໄດ້ເຜີຍແຜ່ໃນເວລາຕ່າງໆ. ສິ່ງເຫຼົ່ານີ້ທຳຮ້າຍ ແລະ ກັດເຊາະວິນຍານຂອງຜູ້ຄົນໂດຍກົງ ແລະ ເຮັດໃຫ້ຫຼາຍຄົນຕົກຢູ່ພາຍໃນເວດມົນຂອງມັນ. ນັ້ນໝາຍຄວາມວ່າ ຫຼັງຈາກທີ່ເຈົ້າໄດ້ຍອມຮັບເອົາສິ່ງເຫຼົ່ານີ້ ເຊິ່ງເກີດມາຈາກວັດທະນະທຳດັ້ງເດີມດັ່ງກ່າວ, ເລື່ອງລາວ ຫຼື ສິ່ງງົມງວາຍ, ຫຼັງຈາກທີ່ມັນຖືກຝັງໃນຄວາມຄິດຂອງເຈົ້າ ແລະ ຫຼັງຈາກທີ່ພວກມັນຕິດຢູ່ໃນຫົວໃຈຂອງເຈົ້າ, ແລ້ວມັນກໍເປັນຄືກັບວ່າ ເຈົ້າຖືກເວດມົນ, ເຈົ້າເລີ່ມຕິດພັນ ແລະ ຖືກຄອບງໍາໂດຍວັດທະນະທຳເຫຼົ່ານີ້ ນັ້ນກໍຄື ແນວຄິດ ແລະ ເລື່ອງລາວດັ້ງເດີມເຫຼົ່ານີ້. ພວກມັນມີອິດທິພົນໃນຊີວິດຂອງເຈົ້າ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າ ແລະ ການຕັດສິນສິ່ງຕ່າງໆຂອງເຈົ້າ. ຍິ່ງໄປກວ່ານັ້ນ ພວກມັນມີອິດທິພົນຕໍ່ການສະແຫວງຫາຂອງເຈົ້າເພື່ອເສັ້ນທາງທີ່ແທ້ຈິງແຫ່ງຊີວິດ: ນີ້ແມ່ນເວດມົນທີ່ຊົ່ວຮ້າຍແທ້ໆ. ບໍ່ວ່າເຈົ້າຈະພະຍາຍາມຫຼາຍສໍ່າໃດ, ເຈົ້າກໍບໍ່ສາມາດປົດພວກມັນອອກໄດ້; ເຈົ້າຕັດພວກມັນ ແຕ່ເຈົ້າກໍບໍ່ສາມາດຕັດພວກມັນລົງໝົດໄດ້; ເຈົ້າຕີພວກມັນ ແຕ່ເຈົ້າກໍບໍ່ສາມາດຕີພວກມັນໃຫ້ໜີໄປໄດ້. ຍິ່ງໄປກວ່ານັ້ນ ຫຼັງຈາກທີ່ຜູ້ຄົນຖືກເວດມົນແບບນີ້ໂດຍບໍ່ຮູ້ຕົວ, ພວກເຂົາກໍຈະເລີ່ມຕົ້ນບູຊາຊາຕານໂດຍບໍ່ຮູ້ຕົວ, ເຊີດຊູພາບລັກຂອງຊາຕານໃນຫົວໃຈຂອງພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາສ້າງຕັ້ງໃຫ້ຊາຕານເປັນພະທຽມຂອງພວກເຂົາ, ເປັນວັດຖຸໃຫ້ພວກເຂົາບູຊາ ແລະ ເຊີດຊູ, ເຖິງກັບຖືວ່າ ມັນເປັນພຣະເຈົ້າ. ສິ່ງເຫຼົ່ານີ້ຢູ່ໃນຫົວໃຈຂອງຜູ້ຄົນໂດຍບໍ່ຮູ້ຕົວ, ມັນຄວບຄຸມຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ທໍາອິດ ເຈົ້າຖືວ່າເລື່ອງລາວ ແລະ ຕໍານານເຫຼົ່ານີ້ບໍ່ແມ່ນເລື່ອງຈິງ, ແຕ່ຫຼັງຈາກນັ້ນ ເຈົ້າກໍຍອມຮັບການມີຢູ່ຈິງຂອງພວກມັນໂດຍບໍ່ຮູ້ຕົວ, ເຮັດໃຫ້ພວກມັນເປັນບຸກຄົນຈິງ ແລະ ເຮັດໃຫ້ພວກມັນກາຍເປັນວັດຖຸທີ່ແທ້ຈິງ ແລະ ມີຕົວຕົນ. ໃນຄວາມບໍ່ຮູ້ສຶກຕົວຂອງເຈົ້າ, ເຈົ້າຮັບເອົາແນວຄິດເຫຼົ່ານີ້ ແລະ ການມີຢູ່ຂອງສິ່ງເຫຼົ່ານີ້ດ້ວຍຈິດໃຕ້ສຳນຶກຂອງເຈົ້າ. ເຈົ້າຍັງຮັບເອົາມານຊົ່ວຮ້າຍ, ຊາຕານ ແລະ ພະທຽມເຂົ້າໃນເຮືອນຂອງເຈົ້າເອງ ແລະ ເຂົ້າສູ່ຫົວໃຈຂອງເຈົ້າດ້ວຍຈິດໃຕ້ສຳນຶກຂອງເຈົ້າ, ນີ້ແມ່ນເວດມົນແທ້ໆ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

75. ການກະທໍາແບບງົມງວາຍຂອງຜູ້ຄົນ ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ, ແຕ່ຫຼາຍຄົນກໍຍັງບໍ່ສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້, ພວກເຂົາຄິດວ່າການກະທໍາແບບງົມງວາຍເຫຼົ່ານັ້ນແມ່ນຖືກບັນຍັດໂດຍພຣະເຈົ້າ ແລະ ແມ່ນແຕ່ປັດຈຸບັນກໍຍັງບໍ່ຍອມຖິ້ມສິ່ງເຫຼົ່ານັ້ນຢ່າງແທ້ຈິງ. ສິ່ງດັ່ງກ່າວມານັ້ນ ແມ່ນສິ່ງທີ່ຄົນໜຸ່ມຈັດກຽມສຳລັບງານດອງ ແລະ ເຄື່ອງແຕ່ງກາຍຂອງເຈົ້າສາວ; ຂອງຂວັນທີ່ເປັນເງິນ, ງານກິນລ້ຽງ ແລະ ພິທີກໍາໃນງານສະເຫຼີມສະຫຼອງທົ່ວໄປ; ມັນເປັນປະເພນີບູຮານທີ່ຖືກສືບທອດກັນມາແຕ່ດົນນານ; ພິທີກໍາງົມງວາຍທີ່ໄຮ້ຄວາມໝາຍທັງໝົດທີ່ຖືກໃຊ້ໃນງານຄົນຕາຍ ແລະ ພິທີຝັງສົບຂອງພວກເຂົາ: ສິ່ງເຫຼົ່ານີ້ຍິ່ງເປັນທີ່ກຽດຊັງສຳລັບພຣະເຈົ້າ. ແມ່ນແຕ່ມື້ແຫ່ງການນະມັດສະການ (ລວມເຖິງວັນຊະບາໂຕ ຕາມທີ່ໂລກແຫ່ງສາສະໜາໄດ້ຮັກສາໄວ້) ກໍເປັນທີ່ກຽດຊັງສຳລັບພຣະອົງ; ຄວາມສຳພັນໃນສັງຄົມ ແລະ ການມີປະຕິກິລິຍາທາງໂລກລະຫວ່າງມະນຸດກໍລ້ວນແລ້ວແຕ່ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະເຈົ້າ. ແມ່ນແຕ່ເທດສະການລະດູໃບໄມ້ປົ່ງ ແລະ ວັນຄຣິສມາດ ເຊິ່ງເປັນທີ່ຮູ້ຈັກຂອງທຸກຄົນ ກໍຍັງບໍ່ໄດ້ຖືກບັນຍັດໂດຍພຣະເຈົ້າ ບໍ່ຕ້ອງເວົ້າເຖິງຂອງຫຼິ້ນ ແລະ ການຕົບແຕ່ງສໍາລັບມື້ພັກເທດສະການເຫຼົ່ານີ້ເຊັ່ນ: ຄຳກອນ, ບັ້ງກະໂພກ, ໂຄມໄຟ, ພິທີສິນມະຫາສະນິດ, ຂອງຂວັນໃນວັນຄຣິສມາດ ແລະ ງານລ້ຽງສະຫຼອງວັນຄຣິສມາດ, ສິ່ງເຫຼົ່ານີ້ບໍ່ແມ່ນພະທຽມທີ່ຢູ່ໃນຄວາມຄິດຂອງມະນຸດບໍ? ການຫັກເຂົ້າຈີ່ໃນວັນຊະບາໂຕ, ເຫຼົ້າແວງ ແລະ ຜ້າຝ້າຍລິນິນທີ່ສວຍງາມຍິ່ງເປັນພະທຽມຢ່າງຊັດເຈນຂຶ້ນອີກ. ມື້ເທດສະການປະເພນີທັງໝົດໃນປະເທດຈີນ ເຊັ່ນ: ວັນແຫ່ສິງໂຕ, ວັນແຂ່ງເຮືອມັງກອນ, ເທດສະການກາງລະດູໃບໄມ້ລົ່ນ, ເທດສະການລາບາ ແລະ ປີໃໝ່ ແລະ ເທດສະການຕ່າງໆໃນໂລກແຫ່ງສາສະໜາ ເຊັ່ນ: ວັນຄືນພະຊົນ, ມື້ຮັບບັບຕິດສະມາ ແລະ ວັນຄຣິສມາດ, ເທດສະການທີ່ບໍ່ມີເຫດຜົນເຫຼົ່ານີ້ຖືກຈັດກຽມ ແລະ ສືບຕໍ່ກັນມາຢ່າງແຜ່ຫຼາຍ ຈາກຍຸກບູຮານຈົນເຖິງປັດຈຸບັນໂດຍຄົນຫຼວງຫຼາຍ. ມັນຄືຈິນຕະນາການແບບເພີ້ຝັນຂອງມະນຸດ ແລະ ແນວຄິດປະດິດສ້າງທີ່ເຮັດໃຫ້ສິ່ງເຫຼົ່ານັ້ນຖືກສືບຕໍ່ມາຈົນເຖິງປັດຈຸບັນ. ສິ່ງເຫຼົ່ານັ້ນເບິ່ງຄືກັບວ່າ ບໍ່ມີຂໍ້ບົກຜ່ອງ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນຄືກົນອຸບາຍທີ່ຊາຕານຫຼອກລວງມະນຸດຊາດ. ຍິ່ງບ່ອນໃດທີ່ເປັນສະຖານທີ່ຊຸມນຸມຂອງຊາຕານ ແລະ ເປັນສະຖານທີ່ຫຼ້າສະໄໝ ແລະ ຫຼ້າຫຼັງສໍ່າໃດ, ປະເພນີແບບສັກດີນານີ້ກໍຍິ່ງຖືກຝັງແໜ້ນໃນສ່ວນເລິກຂອງຜູ້ຄົນຫຼາຍສໍ່ານັ້ນ. ສິ່ງເຫຼົ່ານັ້ນຜູກມັດຜູ້ຄົນຢ່າງແໜ້ນ ເຮັດໃຫ້ບໍ່ມີບ່ອນວ່າງທີ່ຈະເຄື່ອນໄຫວໄດ້ເລີຍ. ຫຼາຍເທດສະການທີ່ຢູ່ໃນໂລກແຫ່ງສາສະໜາເບິ່ງຄືກັບວ່າ ມັນສະແດງເຖິງຄວາມເກົ່າແກ່ທີ່ຍິ່ງໃຫຍ່ ແລະ ສ້າງຂົວເຊື່ອມໂຍງກັບພາລະກິດຂອງພຣະເຈົ້າ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນເປັນສາຍເຊືອກທີ່ຊາຕານໃຊ້ເພື່ອຜູກມັດຜູ້ຄົນບໍ່ໃຫ້ຮູ້ຈັກພຣະເຈົ້າ, ພວກມັນລ້ວນແລ້ວແຕ່ເປັນອຸບາຍເລ່ຫຼຽມຂອງຊາຕານ. ໃນຄວາມຈິງ, ເມື່ອຂັ້ນຕອນຂອງພາລະກິດຂອງພຣະເຈົ້າສຳເລັດລົງ, ພຣະອົງໄດ້ທຳລາຍເຄື່ອງມື ແລະ ຮູບແບບໃນເວລານັ້ນແລ້ວ ໂດຍບໍ່ປ່ອຍໃຫ້ເຫຼືອຮ່ອງຮອຍໄວ້ເລີຍ. ເຖິງຢ່າງໃດກໍຕາມ “ຜູ້ເຊື່ອທີ່ເຫຼື້ອມໃສ” ກໍສືບຕໍ່ນະມັດສະການວັດຖຸສິ່ງຂອງເຫຼົ່ານັ້ນທີ່ຈັບຕ້ອງໄດ້; ໃນຂະນະດຽວກັນ ພວກເຂົາກໍເກັບສິ່ງທີ່ພຣະເຈົ້າມີນັ້ນໄວ້ຢູ່ໃນເບື້ອງຫຼັງຂອງຄວາມຄິດຂອງພວກເຂົາ, ບໍ່ສຶກສາມັນອີກຕໍ່ໄປ, ເບິ່ງຄືວ່າ ເຕັມໄປດ້ວຍຄວາມຮັກສຳລັບພຣະເຈົ້າ ແຕ່ຕາມຄວາມເປັນຈິງແລ້ວ ພວກເຂົາໄດ້ຜັກດັນພຣະອົງໃຫ້ອອກຈາກເຮືອນຂອງພວກເຂົາຕັ້ງແຕ່ດົນມາແລ້ວ ແລະ ວາງຊາຕານໄວ້ເທິງໂຕະເພື່ອນະມັດສະການ. ຮູບພາບຂອງພຣະເຢຊູ, ໄມ້ກາງແຂນ, ມາຣິອາ, ການຮັບບັບຕິດສະມາຂອງພຣະເຢຊູ ແລະ ອາຫານຄາບສຸດທ້າຍ, ຜູ້ຄົນເຄົາລົບນັບຖືສິ່ງເຫຼົ່ານີ້ເປັນພຣະຜູ້ເປັນເຈົ້າແຫ່ງສະຫວັນ, ໃນຂະນະດຽວກັນກໍຮ້ອງອອກເປັນສຽງດັງຊໍ້າແລ້ວຊໍ້າອີກວ່າ “ພຣະເຈົ້າພຣະບິດາແຫ່ງຟ້າສະຫວັນ”. ສິ່ງນີ້ບໍ່ແມ່ນລ້ວນແລ້ວແຕ່ເປັນເລື່ອງຕະຫຼົກບໍ? ຈົນເຖິງມື້ນີ້, ຄຳເວົ້າ ແລະ ການປະຕິບັດທີ່ຄ້າຍຄືກັນຫຼາຍຢ່າງ ທີ່ຖືກສົ່ງຕໍ່ທ່າມກາງມະນຸດຊາດແມ່ນເປັນທີ່ກຽດຊັງສຳລັບພຣະເຈົ້າ; ພວກມັນກີດຂວາງຫົນທາງທີ່ຢູ່ເບື້ອງໜ້າສຳລັບພຣະເຈົ້າຢ່າງຮ້າຍແຮງ ແລະ ຍິ່ງໄປກວ່ານັ້ນກໍໄດ້ສ້າງຄວາມລົ້ມເຫຼວໃຫ້ກັບທາງເຂົ້າຂອງມະນຸດ. ນອກຈາກລະດັບທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມແລ້ວ, ຂ້າງໃນຂອງຜູ້ຄົນກໍເຕັມໄປດ້ວຍສິ່ງຕ່າງໆ ເຊັ່ນ: ກົດລະບຽບຂອງພະຍານລີ່, ປະສົບການຂອງລໍເຣັນ, ການສໍາຫຼວດຂອງຜູ້ເຝົ້າເບິ່ງໜີ່ ແລະ ວຽກງານຂອງເປົາໂລ. ບໍ່ມີທາງທີ່ຈະໃຫ້ພຣະເຈົ້າປະຕິບັດພາລະກິດໃນມະນຸດໄດ້, ເພາະວ່າ ພວກເຂົາມີຄວາມເຊື່ອໃນກົດໝາຍ, ກົດລະບຽບ, ຂໍ້ກຳນົດ, ລະບົບ ແລະ ສິ່ງອື່ນໆທີ່ຄ້າຍຄືກັນນັ້ນຫຼາຍເກີນໄປ; ນອກຈາກກະແສງົມງວາຍແບບສັກດີນາຂອງຜູ້ຄົນແລ້ວ ສິ່ງເຫຼົ່ານີ້ຍັງໄດ້ເຂົ້າຍຶດ ແລະ ກືນກິນມະນຸດ. ມັນຄືກັບວ່າຄວາມຄິດຂອງຜູ້ຄົນເປັນຮູບເງົາທີ່ເປັນຕາສົນໃຈ ເຊິ່ງບັນລະຍາຍເຖິງເທບນິຍາຍໃນຮູບແບບເຕັມສີ, ໂດຍມີສິ່ງມີຊີວິດທີ່ວິເສດກຳລັງຂີ່ກ້ອນເມກ, ເຕັມໄປດ້ວຍພະລັງຈິນຕະນາການຫຼາຍສິ່ງຢ່າງ ຈົນເຮັດໃຫ້ຜູ້ຄົນປະຫຼາດໃຈ, ເຮັດໃຫ້ຜູ້ຄົນເມົາມົວ ແລະ ເວົ້າບໍ່ອອກ. ຖ້າຈະເວົ້າຄວາມຈິງແລ້ວ, ພາລະກິດທີ່ພຣະເຈົ້າສະເດັດມາເພື່ອປະຕິບັດໃນປັດຈຸບັນ ຕົ້ນຕໍແມ່ນເພື່ອຈັດການ ແລະ ກຳຈັດແນວຄວາມຄິດງົມງວາຍຂອງມະນຸດ ແລະ ປ່ຽນແປງທັດສະນະຄະຕິຂອງພວກເຂົາທັງໝົດ. ພາລະກິດຂອງພຣະເຈົ້າບໍ່ໄດ້ຄົງຢູ່ຈົນເຖິງປັດຈຸບັນ ເນື່ອງຈາກມໍລະດົກທີ່ແມ່ນສິ່ງທີ່ຖືກມະນຸດຊາດສືບຕໍ່ຈາກຮຸ່ນສູ່ຮຸ່ນ; ມັນເປັນພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນດ້ວຍພຣະອົງເອງ ແລະ ຖືກເຮັດໃຫ້ສຳເລັດດ້ວຍພຣະອົງ ແລະ ບໍ່ຈຳເປັນຕ້ອງສົ່ງຕໍ່ໃຫ້ເປັນມໍລະດົກຂອງມະນຸດຝ່າຍວິນຍານທີ່ຍິ່ງໃຫຍ່ ຫຼື ມອບໝາຍພາລະກິດໃດກໍຕາມໃຫ້ກັບກຸ່ມຄົນທີ່ເປັນຕົວແທນຂອງພຣະເຈົ້າປະຕິບັດໃນຍຸກໃດຍຸກໜຶ່ງ. ມະນຸດບໍ່ຈຳເປັນຕ້ອງສົນໃຈກັບສິ່ງເຫຼົ່ານີ້. ໃນປັດຈຸບັນ ພຣະເຈົ້າມີຮູບແບບການເວົ້າ ແລະ ການປະຕິບັດພາລະກິດແບບໃໝ່, ແລ້ວເປັນຫຍັງມະນຸດຈຶ່ງຕ້ອງສ້າງບັນຫາໃຫ້ກັບຕົນເອງ? ຖ້າມະນຸດຍ່າງໃນເສັ້ນທາງແຫ່ງປັດຈຸບັນພາຍໃນກະແສປັດຈຸບັນ ໃນຂະນະທີ່ກຳລັງສືບຕໍ່ມໍລະດົກຂອງ “ບັນພະບຸລຸດ” ຂອງພວກເຂົາ, ພວກເຂົາກໍຈະບໍ່ໄປເຖິງຈຸດໝາຍປາຍທາງຂອງພວກເຂົາຈັກເທື່ອ. ພຣະເຈົ້າຮູ້ສຶກລັງກຽດພຶດຕິກຳໃນຮູບແບບນີ້ຂອງມະນຸດທີ່ສຸດ ຄືກັນກັບທີ່ພຣະອົງກຽດຊັງປີ, ເດືອນ ແລະ ມື້ໃນໂລກມະນຸດ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

76. ຊາຕານໃຊ້ກະແສນິຍົມໃນສັງຄົມເພື່ອເຮັດໃຫ້ມະນຸດເສື່ອມຊາມ. “ກະແສນິຍົມໃນສັງຄົມ” ຮວມມີຫຼາຍສິ່ງ. “ກະແສນິຍົມໃນສັງຄົມ” ຮວມມີຫຼາຍສິ່ງ. ບາງຄົນເວົ້າວ່າ: “ມັນໝາຍເຖິງແຟຊັນລ້າສຸດ, ເຄື່ອງສຳອາງ, ຊົງຜົມ ແລະ ອາຫານຫຼູຫຼາບໍ?” ສິ່ງເຫຼົ່ານີ້ແມ່ນຖືວ່າເປັນກະແສນິຍົມໃນງຄົມບໍ? ພວກມັນເປັນພຽງສ່ວນໜຶ່ງຂອງກະແສນິຍົມໃນສັງຄົມ, ແຕ່ພວກເຮົາຈະບໍ່ລົມກ່ຽວກັບພວກມັນໃນນີ້. ພວກເຮົາພຽງຕ້ອງການລົມກ່ຽວກັບແນວຄິດທີ່ກະແສນິຍົມໃນສັງຄົມນໍາມາສູ່ຜູ້ຄົນ, ວິທີທີ່ພວກມັນເຮັດໃຫ້ຜູ້ຄົນປະພຶດຕົນເອງໃນໂລກ ແລະ ເປົ້າໝາຍ ແລະ ທັດສະນະຄະຕິໃນຊີວິດທີ່ພວກມັນນໍາມາສູ່ຜູ້ຄົນ. ສິ່ງເຫຼົ່ານີ້ສຳຄັນຫຼາຍ; ພວກມັນສາມາດຄວບຄຸມ ແລະ ມີອິດທິພົນຕໍ່ສະພາວະຂອງຄວາມຄິດຂອງມະນຸດ. ກະແສນິຍົມເຫຼົ່ານີ້ເກີດຂຶ້ນຕະຫຼອດເວລາ ແລະ ພວກມັນທັງໝົດມີອິດທິພົນທີ່ຊົ່ວຮ້າຍ ເຊິ່ງເຮັດໃຫ້ຄຸນຄ່າຂອງມະນຸດຊາດລົດລົງຢ່າງຕໍ່ເນື່ອງ, ເຮັດໃຫ້ຜູ້ຄົນສູນເສຍຄວາມສຳນຶກ, ຄວາມເປັນມະນຸດ ແລະ ເຫດຜົນ, ເຮັດໃຫ້ສິນລະທຳຂອງພວກເຂົາ ແລະ ຄຸນນະພາບລັກສະນະຂອງພວກເຂົາອ່ອນແອຫຼາຍຂຶ້ນ ຈົນເຖິງຂັ້ນທີ່ພວກເຮົາສາມາດເວົ້າໄດ້ວ່າ ຜູ້ຄົນສ່ວນໃຫຍ່ໃນປັດຈຸບັນນີ້ບໍ່ມີຄວາມຊື່ສັດ, ບໍ່ມີຄວາມເປັນມະນຸດ ແລະ ພວກເຂົາບໍ່ມີຄວາມສຳນຶກ, ແຮງໄກທີ່ພວກເຂົາຈະມີເຫດຜົນ. ແລ້ວກະແສນິຍົມເຫຼົ່ານີ້ແມ່ນຫຍັງ? ພວກມັນແມ່ນກະແສນິຍົມທີ່ເຈົ້າບໍ່ສາມາດເຫັນດ້ວຍຕາເປົ່າ. ເມື່ອກະແສນິຍົມໃໝ່ແຜ່ກະຈາຍໄປທົ່ວແຜ່ນດິນໂລກ, ບາງເທື່ອ ມີຄົນພຽງຈຳນວນໜ້ອຍທີ່ນໍາທັນກະແສ ເຮັດໜ້າທີ່ເປັນຄົນກຳນົດກະແສ. ພວກເຂົາເລີ່ມຕົ້ນດ້ວຍການເຮັດບາງສິ່ງທີ່ໃໝ່, ແລ້ວກໍຮັບເອົາຄວາມຄິດບາງປະເພດ ຫຼື ທັດສະນະບາງປະເພດ. ເຖິງຢ່າງໃດກໍຕາມ, ຄົນສ່ວນໃຫຍ່ຈະຕິດເຊື້ອ, ຖືກເຊື່ອມຊືມ ແລະ ດຶງດູດຢ່າງຕໍ່ເນື່ອງໂດຍກະແສນິຍົມດັ່ງກ່າວໃນສະພາບທີ່ບໍ່ຮູ້ສຶກຕົວ, ຈົນພວກເຂົາທຸກຄົນຍອມຮັບມັນໂດຍບໍ່ຮູ້ຕົວ ແລະ ຮັບເອົາມັນໂດຍບໍ່ໄດ້ຕັ້ງໃຈ, ຈົມປັກຢູ່ກັບມັນ ແລະ ຖືກມັນຄວບຄຸມ. ຄັ້ງແລ້ວຄັ້ງເລົ່າ, ກະແສນິຍົມດັ່ງກ່າວເຮັດໃຫ້ຜູ້ຄົນ ຜູ້ທີ່ບໍ່ມີຮ່າງກາຍ ແລະ ຈິດໃຈທີ່ແຂງແຮງ, ບໍ່ຮູ້ຈັກວ່າຄວາມຈິງແມ່ນຫຍັງ ແລະ ຜູ້ທີ່ບໍ່ສາມາດແຍກແຍະລະຫວ່າງສິ່ງບວກ ແລະ ລົບຕັ້ງແຕ່ທໍາອິດແລ້ວນັ້ນກໍຄື ຍອມຮັບພວກມັນຢ່າງມີຄວາມສຸກ ພ້ອມທັງຮັບເອົາມຸມມອງຊີວິດ ແລະ ຄຸນຄ່າທີ່ມາຈາກຊາຕານ. ພວກເຂົາຍອມຮັບສິ່ງທີ່ຊາຕານບອກພວກເຂົາກ່ຽວກັບວິທີການເຂົ້າຫາຊີວິດ ແລະ ວິທີດຳລົງຊີວິດທີ່ຊາຕານ “ປະທານ” ໃຫ້ແກ່ພວກເຂົາ ແລະ ພວກເຂົາບໍ່ມີກຳລັງ ຫຼື ຄວາມສາມາດ, ແຮງໄກທີ່ຈະມີຄວາມຮູ້ສຶກຕົວທີ່ຈະຕໍ່ຕ້ານ...

... ຊາຕານໃຊ້ກະແສນິຍົມໃນສັງຄົມເຫຼົ່ານີ້ເພື່ອລໍ້ລວງຜູ້ຄົນເທື່ອລະກ້າວໃຫ້ໄປສູ່ຮັງຂອງພວກມານຮ້າຍ, ເພື່ອວ່າ ຜູ້ຄົນທີ່ຕິດກະແສນິຍົມຂອງສັງຄົມດັ່ງກ່າວຈະໄດ້ມີຄວາມທະເຍີທະຍານເພື່ອເງິນ ແລະ ຄວາມປາຖະໜາດ້ານວັດຖຸ, ຄວາມຊົ່ວຮ້າຍ ແລະ ຄວາມຮຸນແຮງໂດຍບໍ່ຮູ້ຕົວ. ຫຼັງຈາກທີ່ສິ່ງເຫຼົ່ານີ້ໄດ້ເຂົ້າສູ່ຫົວໃຈຂອງມະນຸດ, ແລ້ວມະນຸດຈະກາຍເປັນຫຍັງ? ມະນຸດກໍຈະກາຍເປັນຜີຮ້າຍ, ເປັນຊາຕານ! ຍ້ອນຫຍັງ? ຍ້ອນແນວໂນ້ມທາງຈິດທີ່ມີຢູ່ໃນຫົວໃຈຂອງມະນຸດ? ມະນຸດເຄົາລົບຫຍັງ? ມະນຸດເລີ່ມພໍໃຈໃນຄວາມຊົ່ວຮ້າຍ ແລະ ຄວາມບໍ່ສະຫງົບ, ບໍ່ສະແດງຄວາມຮັກຕໍ່ຄວາມສວຍງາມ ຫຼື ຄວາມດີ, ແຮງໄກທີ່ຈະສະແດງເຖິງຄວາມສັນຕິສຸກ. ຜູ້ຄົນບໍ່ເຕັມໃຈທີ່ຈະດຳລົງຊີວິດຮຽບງ່າຍຂອງຄວາມເປັນມະນຸດທີ່ທໍາມະດາ, ແຕ່ກົງກັນຂ້າມ ພວກເຂົາປາຖະໜາທີ່ຈະໄດ້ຮັບສະຖານະສູງສົ່ງ ແລະ ຄວາມຮັ່ງມີຢ່າງຫຼວງຫຼາຍ, ມີຄວາມສຸກກັບເນື້ອໜັງ, ພະຍາຍາມທຸກສິ່ງເພື່ອສະໜອງເນື້ອໜັງຂອງພວກເຂົາເອງ ໂດຍບໍ່ມີຂໍ້ຈຳກັດ, ບໍ່ມີເງື່ອນໄຂທີ່ຈະຢຸດຢັ້ງພວກເຂົາໄດ້; ເວົ້າອີກຢ່າງກໍຄື ເຮັດທຸກສິ່ງຕາມທີ່ພວກເຂົາຕ້ອງການ. ສະນັ້ນ ເມື່ອມະນຸດໝົກມຸ້ນຢູ່ໃນກະແສນິຍົມເຫຼົ່ານີ້, ຄວາມຮູ້ທີ່ເຈົ້າໄດ້ຮຽນຮູ້ຈະສາມາດຊ່ວຍໃຫ້ເຈົ້າປົດປ່ອຍຕົນເອງໄດ້ບໍ? ຄວາມເຂົ້າໃຈຂອງເຈົ້າກ່ຽວກັບວັດທະນະທຳດັ່ງເດີມ ແລະ ຄວາມງົມງວາຍຈະສາມາດຊ່ວຍໃຫ້ເຈົ້າຫຼົບໜີຈາກຄວາມຍາກລໍາບາກນີ້ໄດ້ບໍ? ສິນລະທຳ ແລະ ພິທີດັ່ງເດີມທີ່ມະນຸດຮູ້ຈັກຈະສາມາດຊ່ວຍຜູ້ຄົນໃຫ້ຫັກຫ້າມໃຈໄດ້ບໍ? ຍົກຕົວຢ່າງ ເຊັ່ນ: ເລື່ອງສາມຕົວລະຄອນດີເດັ່ນ. ມັນສາມາດຊ່ວຍໃຫ້ຜູ້ຄົນດຶງຕີນຂອງພວກເຂົາອອກຈາກບຶງແຫ່ງກະແສນິຍົມເຫຼົ່ານີ້ໄດ້ບໍ? (ບໍ່, ມັນບໍ່ສາມາດເຮັດໄດ້). ສະນັ້ນ ມະນຸດຈຶ່ງຊົ່ວຮ້າຍ, ອວດດີ, ຈອງຫອງ, ເຫັນແກ່ຕົວ ແລະ ປະສົງຮ້າຍຫຼາຍຂຶ້ນ. ບໍ່ມີຄວາມຮັກໄຄ່ລະຫວ່າງຜູ້ຄົນອີກຕໍ່ໄປ, ບໍ່ມີຄວາມຮັກລະຫວ່າງສະມາຊິກຂອງຄອບຄົວອີກຕໍ່ໄປ, ບໍ່ມີຄວາມເຂົ້າໃຈທ່າມກາງຍາດຕິພີ່ນ້ອງ ແລະ ໝູ່ເພື່ອນອີກຕໍ່ໄປ; ຄວາມສຳພັນຂອງມະນຸດໄດ້ກາຍເປັນສັນຍາລັກແຫ່ງຄວາມຮຸນແຮງ. ແຕ່ລະຄົນສະແຫວງຫາເພື່ອໃຊ້ວິທີການຮູນແຮງໃນການດຳລົງຊີວິດທ່າມກາງຜູ້ຄົນ; ໃນແຕ່ລະມື້ ພວກເຂົາຍາດເຂົ້າຈີ່ກັນໂດຍໃຊ້ຄວາມຮຸນແຮງ; ພວກເຂົາຍາດຊີງເອົາຕໍາແໜ່ງ ແລະ ຮັບເອົາຜົນປະໂຫຍດຂອງພວກເຂົາໂດຍໃຊ້ຄວາມຮຸນແຮງ ແລະ ພວກເຂົາໃຊ້ວິທີການຮຸນແຮງ ແລະ ຄວາມຊົ່ວຮ້າຍເພື່ອເຮັດທຸກສິ່ງທີ່ພວກເຂົາຕ້ອງການ. ຄວາມເປັນມະນຸດນີ້ບໍ່ເປັນຕາຢ້ານບໍ? (ແມ່ນແລ້ວ).

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

77. “ເງິນເຮັດໃຫ້ໂລກໝູນໄປ” ແມ່ນປັດຊະຍາຂອງຊາຕານ ແລະ ມັນມີກຳລັງເໜືອມະນຸດຊາດທັງປວງ ເຊິ່ງຢູ່ໃນທຸກສັງຄົມຂອງມະນຸດ. ເຈົ້າສາມາດເວົ້າໄດ້ວ່າ ມັນແມ່ນຄ່ານິຍົມ ຍ້ອນມັນຖືກປູກຝັງໃນຫົວໃຈຂອງທຸກໆຄົນ. ຈາກຕອນເລີ່ມຕົ້ນ, ຜູ້ຄົນບໍ່ຍອມຮັບເອົາຄຳເວົ້ານີ້, ແຕ່ຫຼັງຈາກນັ້ນພວກເຂົາກໍຍອມຮັບໂດຍປະລິຍາຍ ເມື່ອພວກເຂົາພົບພໍ້ກັບຊີວິດທີ່ເປັນຈິງ ແລະ ເລີ່ມຮູ້ສຶກວ່າຄຳເວົ້າເຫຼົ່ານີ້ເປັນຈິງແທ້ໆ. ນີ້ບໍ່ແມ່ນຂະບວນການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມບໍ? ບາງເທື່ອ ຜູ້ຄົນບໍ່ເຂົ້າໃຈຄຳເວົ້ານີ້ໃນລະດັບດຽວກັນ ແຕ່ທຸກຄົນມີການຕີຄວາມໝາຍ ແລະ ການຮັບຮູ້ຄຳເວົ້ານີ້ໃນລະດັບທີ່ແຕກຕ່າງກັນ ໂດຍອີງຕາມສິ່ງຕ່າງໆທີ່ເກີດຂຶ້ນອ້ອມຂ້າງພວກເຂົາ ແລະ ດ້ວຍປະສົບການສ່ວນຕົວຂອງພວກເຂົາເອງ. ນັ້ນບໍ່ເປັນຄວາມຈິງບໍ? ໂດຍບໍ່ຄຳນຶງເຖິງວ່າຜູ້ໃດຜູ້ໜຶ່ງຈະມີປະສົບການຫຼາຍສໍ່າໃດກັບຄຳເວົ້ານີ້, ແມ່ນຫຍັງຄືຜົນລົບທີ່ມັນສາມາດມີໃນຫົວໃຈຂອງຜູ້ໃດຜູ້ໜຶ່ງ? ບາງສິ່ງແມ່ນຖືກເປີດເຜີຍຜ່ານອຸປະນິໄສມະນຸດຂອງຜູ້ຄົນໃນໂລກນີ້ ລວມເຖິງພວກເຈົ້າທຸກໆຄົນ. ສິ່ງນີ້ທີ່ຖືກເປີດເຜີຍອອກແມ່ນຖືກຕີຄວາມໝາຍແນວໃດ? ມັນຄືການນະມັດສະການເງິນ. ມັນຍາກທີ່ຈະກຳຈັດສິ່ງນີ້ອອກຈາກຫົວໃຈຂອງຜູ້ໃດຜູ້ໜຶ່ງບໍ? ມັນຍາກຫຼາຍ! ເບິ່ງຄືກັບວ່າ ການທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມແມ່ນເລິກແທ້ໆ! ສະນັ້ນ ຫຼັງຈາກທີ່ຊາຕານໃຊ້ຄ່ານິຍົມນີ້ເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ, ມັນກໍຖືກສະແດງອອກໃນພວກເຂົາແນວໃດ? ພວກເຈົ້າຮູ້ສຶກບໍວ່າ ພວກເຈົ້າບໍ່ສາມາດຢູ່ລອດໃນໂລກນີ້ໄດ້ ຫາກປາສະຈາກເງິນ, ແມ່ນແຕ່ມື້ດຽວທີ່ປາສະຈາກເງິນກໍເປັນໄປບໍ່ໄດ້? ສະຖານະຂອງຜູ້ຄົນແມ່ນຂຶ້ນກັບວ່າພວກເຂົາມີເງິນຫຼາຍສໍ່າໃດ ເຊັ່ນດຽວກັນກັບຄວາມເຄົາລົບນັບຖືທີ່ພວກເຂົາໄດ້ຮັບ. ຫຼັງຂອງຄົນທຸກຍາກແມ່ນຄົດດ້ວຍຄວາມອັບອາຍ ໃນຂະນະທີ່ຄົນລໍ້າລວຍໄດ້ຮັບສະຖານະທີ່ສູງສົ່ງຂອງພວກເຂົາ. ພວກເຂົາເຊີດໜ້າຊູຕາ ແລະ ພາກພູມໃຈ, ເວົ້າຢ່າງສຽງດັງ ແລະ ດຳລົງຊີວິດຢ່າງອວດດີ. ຄຳເວົ້າ ແລະ ຄ່ານິຍົມນີ້ນໍາຫຍັງມາເຖິງຜູ້ຄົນ? ມັນບໍ່ເປັນຈິງບໍທີ່ຫຼາຍຄົນໄດ້ເສຍສະຫຼະເພື່ອສະແຫວງຫາເງິນ? ຫຼາຍຄົນບໍ່ໄດ້ສູນເສຍສັກສີ ແລະ ຄວາມຊື່ສັດຂອງພວກເຂົາເພື່ອສະແຫວງຫາເງິນເພີ່ມບໍ? ຍິ່ງໄປກວ່ານັ້ນ, ຫຼາຍຄົນບໍ່ໄດ້ສູນເສຍໂອກາດໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ຕິດຕາມພຣະເຈົ້າ ເພື່ອເຫັນແກ່ເງິນບໍ? ນີ້ບໍ່ແມ່ນການສູນເສຍສຳລັບຜູ້ຄົນບໍ? (ແມ່ນແລ້ວ). ຊາຕານບໍ່ໄດ້ມຸ່ງຮ້າຍບໍທີ່ໃຊ້ວິທີການນີ້ ແລະ ຄຳເວົ້ານີ້ເພື່ອເຮັດໃຫ້ມະນຸດເສື່ອມຊາມຈົນເຖິງລະດັບດັ່ງກ່າວ? ນີ້ບໍ່ແມ່ນກົນອຸບາຍທີ່ປອງຮ້າຍບໍ? ໃນຂະນະທີ່ເຈົ້າກ້າວຈາກການຂັດຄ້ານຄຳເວົ້າທີ່ມີຊື່ສຽງນີ້ຈົນຍອມຮັບວ່າມັນເປັນຄວາມຈິງໃນທີ່ສຸດ, ຫົວໃຈຂອງເຈົ້າກໍຕົກຢູ່ໃນອົງມື້ຂອງຊາຕານຢ່າງສົມບູນ ແລະ ສະນັ້ນ ເຈົ້າຈຶ່ງມາດຳລົງຊີວິດດ້ວຍຄຳເວົ້ານັ້ນໂດຍບໍ່ໄດ້ຕັ້ງໃຈ. ຄຳເວົ້ານີ້ມີຜົນຕໍ່ເຈົ້າຈົນເຖິງລະດັບໃດ? ເຈົ້າອາດຮູ້ຈັກຫົນທາງທີ່ແທ້ຈິງ ແລະ ເຈົ້າອາດຮູ້ຈັກຄວາມຈິງ, ແຕ່ເຈົ້າກໍໄຮ້ອຳນາດທີ່ຈະສະແຫວງຫາມັນ. ເຈົ້າອາດຮູ້ຈັກວ່າ ພຣະທຳຂອງພຣະເຈົ້າເປັນຄວາມຈິງຢ່າງຊັດເຈນ, ແຕ່ເຈົ້າກໍບໍ່ເຕັມໃຈທີ່ຈະຈ່າຍລາຄາ ຫຼື ທົນທຸກເພື່ອຮັບເອົາຄວາມຈິງ. ກົງກັນຂ້າມ, ເຈົ້າຈະເສຍສະຫຼະອະນາຄົດ ແລະ ໂຊກຊະຕາຂອງເຈົ້າເອງເພື່ອຕໍ່ຕ້ານພຣະເຈົ້າຈົນເຖິງທີ່ສຸດແທ້ໆ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ບໍ່ວ່າເຈົ້າຈະເຂົ້າໃຈ ຫຼື ບໍ່ວ່າຄວາມຮັກຂອງພຣະເຈົ້າສຳລັບເຈົ້ານັ້ນເລິກເຊິ່ງສໍ່າໃດ ແລະ ຍິ່ງໃຫຍ່ສໍ່າໃດ, ເຈົ້າກໍຈະຢືນຢັນຢ່າງດື້ດຶງທີ່ຈະເຮັດຕາມທາງຂອງເຈົ້າເອງ ແລະ ຈ່າຍລາຄາສຳລັບຄຳເວົ້ານີ້. ນັ້ນໝາຍຄວາມວ່າ ຄຳເວົ້ານີ້ໄດ້ຄວບຄຸມພຶດຕິກຳຂອງເຈົ້າ ແລະ ຄວາມຄິດຂອງເຈົ້າແລ້ວ ແລະ ເຈົ້າຈະໃຫ້ໂຊກຊະຕາຂອງເຈົ້າຖືກມັນຄວບຄຸມແທນທີ່ຈະປ່ອຍມັນໄປໝົດ. ຂໍ້ແທ້ຈິງທີ່ຜູ້ຄົນປະຕິບັດໃນລັກສະນະນີ້, ທີ່ພວກເຂົາຖືກຄວບຄຸມໂດຍຄຳເວົ້ານີ້ ແລະ ຖືກມັນຈັດການ ບໍ່ໄດ້ອະທິບາຍວ່າ ການທີ່ຊາຕານກຳລັງເຮັດໃຫ້ມະນຸດເສື່ອມຊາມແມ່ນມີປະສິດທິຜົນບໍ? ນີ້ບໍ່ແມ່ນການທີ່ປັດຊະຍາ ແລະ ອຸປະນິໄສທີ່ເສື່ອມຊາມຂອງຊາຕານໄດ້ຢັ່ງຮາກໃນຫົວໃຈຂອງເຈົ້າບໍ? ຖ້າເຈົ້າເຮັດແບບນີ້, ຊາຕານຈະບໍ່ໄດ້ບັນລຸເປົ້າໝາຍຂອງມັນແລ້ວບໍ? (ແມ່ນແລ້ວ). ເຈົ້າໄດ້ເຫັນເຖິງວິທີທີ່ຊາຕານໄດ້ເຮັດໃຫ້ມະນຸດເສື່ອມຊາມໃນລັກສະນະນີ້ບໍ? ເຈົ້າສາມາດຮູ້ສຶກເຖິງມັນໄດ້ບໍ? (ບໍ່). ເຈົ້າບໍ່ໄດ້ເຫັນມັນ ຫຼື ຮູ້ສຶກເຖິງມັນ. ເຈົ້າໄດ້ເຫັນຄວາມຊົ່ວຮ້າຍຂອງຊາຕານໃນທີ່ນີ້ບໍ? ຊາຕານເຮັດໃຫ້ມະນຸດເສື່ອມຊາມຢູ່ສະເໝີ ແລະ ຢູ່ໃນຫົນແຫ່ງ. ຊາຕານເຮັດໃຫ້ມັນເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະປ້ອງກັນຕໍ່ຄວາມເສື່ອມຊາມນີ້ ແລະ ເຮັດໃຫ້ມະນຸດໝົດຫົນທາງຕໍ່ຕ້ານມັນ. ຊາຕານເຮັດໃຫ້ເຈົ້າຍອມຮັບເອົາຄວາມຄິດຂອງມັນ, ມຸມມອງຂອງມັນ ແລະ ສິ່ງຊົ່ວຮ້າຍທີ່ມາຈາກມັນໃນສະຖານະການຕ່າງໆທີ່ເຈົ້າບໍ່ຮູ້ຕົວ ແລະ ເວລາທີ່ເຈົ້າບໍ່ຮັບຮູ້ກ່ຽວກັບສິ່ງທີ່ກຳລັງເກີດຂຶ້ນກັບເຈົ້າ. ຜູ້ຄົນຍອມຮັບສິ່ງເຫຼົ່ານີ້ ແລະ ບໍ່ໄດ້ຄັດຄ້ານພວກເຂົາ. ພວກເຂົາຊື່ນຊົມ ແລະ ຍຶດຖືສິ່ງເຫຼົ່ານີ້ຄືກັບຊັບສົມບັດ, ພວກເຂົາປ່ອຍໃຫ້ສິ່ງເຫຼົ່ານີ້ຈັດການພວກເຂົາ ແລະ ຫຼິ້ນກັບພວກເຂົາ; ນີ້ແມ່ນວິທີທີ່ຊາຕານເຮັດໃຫ້ມະນຸດເສື່ອມຊາມຫຼາຍຍິ່ງຂຶ້ນເລື້ອຍໆ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ V” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

78. ມີກົນອຸບາຍຫຼັກຢູ່ຫົກຢ່າງທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ.

ຢ່າງທຳອິດແມ່ນການຄວບຄຸມ ແລະ ການຂູ່ເຂັນ. ນັ້ນກໍຄື ຊາຕານຈະເຮັດທຸກວິທີທາງເພື່ອຄວບຄຸມຫົວໃຈຂອງເຈົ້າ. “ການຂູ່ເຂັນ” ໝາຍເຖິງຫຍັງ? ມັນໝາຍເຖິງການໃຊ້ຄຳຂູ່ ແລະ ຍຸດທະວິທີດ້ວຍກໍາລັງເພື່ອເຮັດໃຫ້ເຈົ້າເຊື່ອຟັງມັນ, ໂດຍເຮັດໃຫ້ເຈົ້າຄິດເຖິງຜົນຕາມມາ ຖ້າເຈົ້າບໍ່ເຊື່ອຟັງ. ເຈົ້າກໍຢ້ານ ແລະ ບໍ່ກ້າຂັດຂືນມັນ, ແລ້ວຫຼັງຈາກນັ້ນ ເຈົ້າກໍຍອມຕໍ່ມັນ.

ຢ່າງທີສອງແມ່ນການຕົວະຍົວະ ແລະ ການຫຼອກລວງ. “ການສໍ້ໂກງ ແລະ ການຫຼອກລວງ” ເຮັດໃຫ້ເກີດຫຍັງຂຶ້ນ? ຊາຕານສ້າງເລື່ອງລາວບາງຢ່າງ ແລະ ຄຳເວົ້າຂີ້ຕົວະຂຶ້ນ, ໂດຍຕົວະຍົວະໃຫ້ເຂົາເຊື່ອໃນສິ່ງເຫຼົ່ານັ້ນ. ມັນບໍ່ເຄີຍບອກເຈົ້າວ່າມະນຸດຖືກສ້າງໂດຍພຣະເຈົ້າ, ແຕ່ມັນກໍບໍ່ໄດ້ເວົ້າໂດຍກົງວ່າເຈົ້າບໍ່ໄດ້ຖືກສ້າງໂດຍພຣະເຈົ້າ. ມັນບໍ່ໃຊ້ຄຳວ່າ “ພຣະເຈົ້າ” ເລີຍ, ແຕ່ກົງກັນຂ້າມ ມັນໃຊ້ສິ່ງອື່ນແທນ, ໃຊ້ສິ່ງອື່ນເພື່ອຫຼອກລວງເຈົ້າ ເພື່ອວ່າ ເຈົ້າຈະບໍ່ມີແນວຄິດກ່ຽວກັບການມີຢູ່ຂອງພຣະເຈົ້າເລີຍ. ແນ່ນອນ, “ການຫຼອກລວງ” ນີ້ລວມເຖິງຫຼາຍດ້ານ, ບໍ່ແມ່ນພຽງດ້ານນີ້ດ້ານດຽວ.

ຢ່າງທີສາມແມ່ນການສັ່ງສອນດ້ວຍບັງຄັບ. ແມ່ນຫຍັງຄືສິ່ງທີ່ຜູ້ຄົນຖືກສັ່ງສອນແບບບັງຄັບ? ການສັ່ງສອນດ້ວຍການບັງຄັບເກີດຂຶ້ນຍ້ອນທາງເລືອກຂອງມະນຸດເອງບໍ? ມັນເກີດຂຶ້ນພ້ອມກັບການຍິນຍອມຂອງມະນຸດບໍ? (ບໍ່ແມ່ນ). ເຖິງແມ່ນເຈົ້າບໍ່ຍິນຍອມ, ເຈົ້າກໍບໍ່ສາມາດເຮັດຫຍັງໄດ້ໃນສິ່ງນັ້ນ. ໃນຄວາມບໍ່ຮູ້ຕົວຂອງເຈົ້າ, ຊາຕານສັ່ງສອນເຈົ້າ, ປູກຝັງເຈົ້າດ້ວຍຄວາມຄິດຂອງມັນ, ກົດເກນແຫ່ງຊີວີດຂອງມັນ ແລະ ທາດແທ້ຂອງມັນ.

ຢ່າງທີສີ່ແມ່ນການຂົ່ມຂູ່ ແລະ ການລໍ້ໃຈ. ນັ້ນກໍຄື ຊາຕານໃຊ້ກົນອຸບາຍຕ່າງໆເພື່ອເຮັດໃຫ້ເຈົ້າຍອມຮັບມັນ, ຕິດຕາມມັນ ແລະ ເຮັດວຽກຮັບໃຊ້ມັນ. ມັນຈະເຮັດທຸກສິ່ງເພື່ອບັນລຸເປົ້າໝາຍຂອງມັນ. ບາງເທື່ອ ມັນມອບຂອງຂວັນເລັກນ້ອຍໃຫ້ກັບເຈົ້າ, ໃນຂະນະດຽວກັນກໍຫຼອກໃຫ້ເຈົ້າເຮັດຜິດບາບ. ຖ້າເຈົ້າບໍ່ຕິດຕາມມັນ, ມັນກໍຈະເຮັດໃຫ້ເຈົ້າທົນທຸກ ແລະ ລົງໂທດເຈົ້າ ແລະ ໃຊ້ວິທີຕ່າງໆເພື່ອໂຈມຕີເຈົ້າ ແລະ ດັກຈັບເຈົ້າ.

ຢ່າງທີ່ຫ້າແມ່ນການລໍ້ລວງ ແລະ ການເຮັດໃຫ້ເປັນອຳມະພາດ. “ການລໍ້ລວງ ແລະ ການເຮັດໃຫ້ເປັນອຳມະພາດ” ແມ່ນເວລາທີ່ຊາຕານປັ່ນຄຳເວົ້າ ແລະ ແນວຄິດບາງຢ່າງທີ່ຟັງຄືມ່ວນຫູ ເຊິ່ງສອດຄ່ອງກັບແນວຄິດຂອງຜູ້ຄົນ, ເພື່ອເຮັດໃຫ້ມັນເບິ່ງຄືກັບວ່າມັນກຳລັງຄຳນຶງເຖິງສະຖານະການດ້ານເນື້ອໜັງຂອງຜູ້ຄົນ, ຄໍານຶງເຖິງຊີວິດ ແລະ ອະນາຄົດຂອງພວກເຂົາ, ເມື່ອຄວາມຈິງແລ້ວ ເປົ້າໝາຍດຽວຂອງມັນກໍຄືຫຼອກລວງເຈົ້າ. ແລ້ວມັນກໍເຮັດໃຫ້ເຈົ້າເປັນອຳມະພາດ ເພື່ອວ່າເຈົ້າຈະບໍ່ຮູ້ວ່າສິ່ງໃດຖືກ ແລະ ສິ່ງໃດຜິດ, ເພື່ອວ່າເຈົ້າຈະຖືກຫຼອກລວງຢ່າງບໍ່ຮູ້ຕົວ ແລະ ສຸດທ້າຍ ກໍມາຢູ່ພາຍໃຕ້ການຄວບຄຸມຂອງມັນ.

ຢ່າງທີຫົກແມ່ນການທຳລາຍຮ່າງກາຍ ແລະ ຄວາມຄິດ. ຊາຕານທຳລາຍສ່ວນໃດຂອງມະນຸດ? (ຄວາມຄິດ ແລະ ຕົວຕົນທັງໝົດຂອງມະນຸດ). ຊາຕານທຳລາຍຄວາມຄິດຂອງມະນຸດ, ເຮັດໃຫ້ເຈົ້າບໍ່ມີກຳລັງຕໍ່ຕ້ານ, ໝາຍຄວາມວ່າ ຫົວໃຈຂອງພວກເຈົ້າຈະຫັນໄປຫາຊາຕານ ເທື່ອລະໜ້ອຍໂດຍບໍ່ສົນໃຈກັບຕົວເຈົ້າເອງ. ມັນປູກຝັງສິ່ງເຫຼົ່ານີ້ໃນຕົວເຈົ້າທຸກມື້, ໃຊ້ແນວຄິດ ແລະ ວັດທະນະທຳເຫຼົ່ານີ້ເພື່ອສ້າງອິດທິພົນ ແລະ ຝຶກຝົນເຈົ້າໃນທຸກມື້, ກໍານົດຄວາມປະສົງຂອງເຈົ້າເທື່ອລະໜ້ອຍ ເພື່ອວ່າໃນທີ່ສຸດ ເຈົ້າຈະບໍ່ປາຖະໜາເປັນຄົນດີອີກຕໍ່ໄປ, ເພື່ອວ່າເຈົ້າຈະບໍ່ປາຖະໜາລຸກຂຶ້ນສູ້ເພື່ອສິ່ງທີ່ເຈົ້າເອີ້ນວ່າ “ຄວາມຊອບທຳ” ອີກຕໍ່ໄປ. ໂດຍບໍ່ຮູ້ຕົວ, ເຈົ້າບໍ່ມີກຳລັງໃຈທີ່ຈະລອຍຜ່ານກະແສນໍ້າອີກຕໍ່ໄປ, ແຕ່ກົງກັນຂ້າມ ເຈົ້າຈະໄຫຼໄປຕາມນໍ້າ. “ການທຳລາຍ” ໝາຍເຖິງການທີ່ຊາຕານທໍລະມານຜູ້ຄົນຫຼາຍຈົນພວກເຂົາກາຍມາເປັນເງົາຂອງຕົນເອງ, ບໍ່ແມ່ນມະນຸດອີກຕໍ່ໄປ. ນີ້ແມ່ນເວລາທີ່ຊາຕານໂຈມຕີ, ຈັບກຸມ ແລະ ກືນກິນພວກເຂົາ.

ກົນອຸບາຍແຕ່ລະຢ່າງທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມເຮັດໃຫ້ມະນຸດບໍ່ມີກຳລັງທີ່ຈະຕໍ່ຕ້ານ; ກົນອຸບາຍແຕ່ລະຢ່າງແມ່ນຮ້າຍກາດຕໍ່ມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງໃດກໍຕາມທີ່ຊາຕານເຮັດ ແລະ ກົນອຸບາຍໃດກໍຕາມທີ່ມັນໃຊ້ ແມ່ນສາມາດເຮັດໃຫ້ເຈົ້າເສື່ອມຊາມລົງ, ສາມາດນໍາເຈົ້າມາຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ສາມາດເຮັດໃຫ້ເຈົ້າຈົມຢູ່ໃນບຶງແຫ່ງຄວາມຊົ່ວຮ້າຍ ແລະ ຄວາມຜິດບາບ. ສິ່ງດັ່ງກ່າວແມ່ນກົນອຸບາຍທີ່ຊາຕານໃຊ້ເພື່ອເຮັດໃຫ້ມະນຸດເສື່ອມຊາມ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VI” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

79. ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະລະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

80. ຊາຕານສ້າງຊື່ສຽງຂອງມັນຈາກການຫຼອກລວງຜູ້ຄົນ ແລະ ຕັ້ງມັນເອງໃຫ້ເປັນແນວໜ້າ ແລະ ແບບຢ່າງແຫ່ງຄວາມຊອບທຳຢູ່ຕະຫຼອດເວລາ. ພາຍໃຕ້ການທຳທ່າປົກປັກຮັກສາຄວາມຊອບທຳ, ມັນທຳຮ້າຍຜູ້ຄົນ, ກືນກິນວິນຍານຂອງພວກເຂົາ ແລະ ໃຊ້ທຸກວິທີການເພື່ອເຮັດໃຫ້ມະນຸດເຢັນຊາ, ຫຼອກລວງ ແລະ ຍຸແຍ່ມະນຸດ. ເປົ້າໝາຍຂອງມັນກໍເພື່ອເຮັດໃຫ້ມະນຸດເຫັນດີ ແລະ ເຮັດຕາມຄວາມປະພຶດທີ່ຊົ່ວຮ້າຍຂອງມັນ, ເພື່ອເຮັດໃຫ້ມະນຸດເຂົ້າຮ່ວມກັບມັນໃນການຕໍ່ຕ້ານສິດອຳນາດ ແລະ ອຳນາດໃນການປົກຄອງຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອຜູ້ຄົນເຫັນກົນອຸບາຍ ແລະ ແຜນການຊົ່ວຮ້າຍຂອງມັນ ແລະ ເຫັນລັກສະນະທີ່ຊົ່ວຊ້າຂອງມັນ ແລະ ເມື່ອຜູ້ຄົນບໍ່ປາຖະໜາທີ່ຈະຖືກມັນຢຽບຢໍ່າ ແລະ ຫຼອກລວງ ຫຼື ສືບຕໍ່ເປັນທາດຂອງມັນ ຫຼື ຖືກລົງໂທດ ແລະ ທຳລາຍໄປພ້ອມກັບມັນ, ຊາຕານກໍປ່ຽນຮູບລັກສະນະທີ່ມີຄວາມເມດຕາຂອງມັນ ແລະ ຈີກໜ້າກາກຈອມປອມຂອງມັນນັ້ນອອກເພື່ອເປີດເຜີຍໃບໜ້າທີ່ແທ້ຈິງຂອງມັນ ເຊິ່ງຊົ່ວຮ້າຍ, ໂຫດຮ້າຍ, ຂີ້ຮ້າຍ ແລະ ປ່າເຖື່ອນ. ມັນບໍ່ໄດ້ຮັກຫຍັງຫຼາຍໄປກວ່າການທຳລາຍລ້າງທຸກຄົນທີ່ປະຕິເສດທີ່ຈະຕິດຕາມມັນ ແລະ ຜູ້ທີ່ຕໍ່ຕ້ານກອງກຳລັງທີ່ຊົ່ວຮ້າຍຂອງມັນ. ໃນຈຸດນີ້ ຊາຕານບໍ່ສາມາດມີລັກສະນະທີ່ເຊື່ອຖືໄດ້ ແລະ ບໍ່ແມ່ນສຸພາບບຸລຸດອີກຕໍ່ໄປ; ກົງກັນຂ້າມ ຮູບລັກສະນະທີ່ຂີ້ຮ້າຍ ແລະ ມານຮ້າຍຢ່າງແທ້ຈິງຂອງມັນຖືກເປີດເຜີຍພາຍໃຕ້ເຄື່ອງນຸ່ງແກະຂອງມັນ. ຫຼັງຈາກທີ່ກົນອຸບາຍຂອງຊາຕານຖືກນໍາມາສູ່ແສງສະຫວ່າງ ແລະ ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍອອກ, ມັນກໍຈະໃຈຮ້າຍຂຶ້ນທັນທີທັນໃດ ແລະ ເປີດເຜີຍຄວາມໂຫດຮ້າຍປ່າເຖື່ອນຂອງມັນ. ຫຼັງຈາກນີ້, ຄວາມປາຖະໜາຂອງມັນທີ່ຈະທຳຮ້າຍ ແລະ ກືນກິນຜູ້ຄົນກໍຈະເພີ່ມທະວີຂຶ້ນ. ມັນໃຈຮ້າຍກໍຍ້ອນວ່າ ມະນຸດຕື່ນຂຶ້ນມາສູ່ຄວາມຈິງ ແລະ ມັນສ້າງຄວາມອາຄາດຢ່າງຮຸນແຮງຕໍ່ມະນຸດ ເພາະວ່າມະນຸດຕ້ອງການຄວາມເປັນອິດສະຫຼະພາບ, ຕ້ອງການ ແສງສະຫວ່າງ ແລະ ປົດປ່ອຍອອກຈາການຄຸມຂັງຂອງມັນ. ຄວາມໃຈຮ້າຍຂອງມັນແມ່ນມີເຈດຕະນາເພື່ອປ້ອງກັນ ແລະ ສົ່ງເສີມຄວາມຊົ່ວຮ້າຍຂອງມັນ ແລະ ມັນຍັງເປັນການເປີດເປີຍເຖິງທຳມະຊາດທີ່ປ່າເຖື່ອນຂອງມັນຢ່າງແທ້ຈິງ.

ໃນທຸກໆເລື່ອງ, ພຶດຕິກຳຂອງຊາຕານເປີດເຜີຍເຖິງທຳມະຊາດທີ່ຊົ່ວຮ້າຍຂອງມັນ. ຈາກບັນດາການກະທຳທີ່ຊົ່ວຮ້າຍທັງໝົດທີ່ຊາຕານໄດ້ປະຕິບັດໃນມະນຸດ, ຈາກຄວາມພະຍາຍາມຄັ້ງທຳອິດຂອງມັນທີ່ຫຼອກລວງໃຫ້ມະນຸດຕິດຕາມມັນ ຈົນເຖິງການທີ່ມັນຂູດຮີດມະນຸດ, ເຊິ່ງມັນໄດ້ລາກມະນຸດເຂົ້າສູ່ການກະທຳທີ່ຊົ່ວຮ້າຍຂອງມັນ, ສູ່ຄວາມອາຄາດຂອງມັນຕໍ່ມະນຸດຫຼັງຈາກທີ່ລັກສະນະທີ່ແທ້ຈິງຂອງມັນຖືກເປີດເຜີຍ ແລະ ມະນຸດໄດ້ຮູ້ຈັກ ແລະ ປະຖິ້ມມັນ, ໃນບັນດາການກະທຳເຫຼົ່ານີ້ ບໍ່ມີສິ່ງໃດທີ່ບໍ່ສາມາດເປີດເຜີຍທາດແທ້ອັນຊົ່ວຮ້າຍຂອງຊາຕານໄດ້ ແລະ ບໍ່ມີສິ່ງໃດທີ່ບໍ່ສາມາດພິສູດຄວາມຈິງທີ່ວ່າຊາຕານບໍ່ມີສ່ວນກ່ຽວຂ້ອງກັບສິ່ງດີໆ ແລະ ຊາຕານເປັນແຫຼ່ງກຳເນີດຂອງທຸກສິ່ງທີ່ຊົ່ວຮ້າຍ. ທຸກການກະທຳຂອງມັນປົກປ້ອງຄວາມຊົ່ວຮ້າຍ, ຮັກສາຄວາມຕໍ່ເນື່ອງຂອງການກະທຳທີ່ຊົ່ວຮ້າຍຂອງມັນ, ຕໍ່ຕ້ານສິ່ງທີ່ຍຸຕິທຳ ແລະ ດີ ແລະ ທຳລາຍກົດເກນ ແລະ ລະບຽບຂອງການເປັນຢູ່ປົກກະຕິຂອງມະນຸດຊາດ. ການກະທຳເຫຼົ່ານີ້ຂອງຊາຕານມີເຈດຕະນາຮ້າຍຕໍ່ພຣະເຈົ້າ ແລະ ພວກມັນຈະຖືກທຳລາຍໂດຍຄວາມໂກດຮ້າຍຂອງພຣະເຈົ້າ. ເຖິງແມ່ນຊາຕານມີຄວາມໃຈຮ້າຍຂອງມັນເອງ, ຄວາມໃຈຮ້າຍຂອງມັນເປັນພຽງວິທີການລະບາຍທຳມະຊາດທີ່ຊົ່ວຮ້າຍຂອງມັນ. ເຫດຜົນທີ່ວ່າ ເປັນຫຍັງຊາຕານຈຶ່ງໃຈຮ້າຍຫຼາຍ ແລະ ໂຫດຮ້າຍກໍຄື: ກົນອຸບາຍຂອງມັນຖືກເປີດໂປງອອກ; ແຜນການຮ້າຍຂອງມັນແມ່ນບໍ່ໄດ້ຖືກປ່ອຍປະແບບງ່າຍດາຍອີກຕໍ່ໄປ; ຄວາມທະເຍີທະຍານ ແລະ ຄວາມປາຖະໜາທີ່ປ່າເຖື່ອນຂອງມັນໃນການຈະມາແທນທີ່ພຣະເຈົ້າ ແລະ ເຮັດໜ້າທີ່ຄືກັບພຣະເຈົ້າກໍຖືກໂຈມຕີ ແລະ ກີດຂວາງ; ແລະ ບັດນີ້ ເປົ້າໝາຍຂອງມັນໃນການຄວບຄຸມມະນຸດຊາດທັງໝົດແມ່ນບໍ່ໄດ້ປະໂຫຍດຫຍັງ ແລະ ບໍ່ສາມາດບັນລຸໄດ້ຈັກເທື່ອ. ສິ່ງທີ່ຢຸດແຜນການຮ້າຍຂອງຊາຕານບໍ່ໃຫ້ເກີດດອກອອກຜົນ ແລະ ກີດກັ້ນການແຜ່ຂະຫຍາຍ ແລະ ການເຜີຍແຜ່ຄວາມຊົ່ວຮ້າຍຂອງຊາຕານ ກໍຄືການປ່ອຍຄວາມໂກດຮ້າຍຂອງພຣະເຈົ້າຊໍ້າແລ້ວຊໍ້າອີກ. ຍ້ອນເຫດຜົນນີ້, ຊາຕານຈຶ່ງທັງຊັງ ແລະ ຢ້ານຄວາມໂກດຮ້າຍຂອງພຣະເຈົ້າ. ໃນແຕ່ລະຄັ້ງທີ່ຄວາມໂກດຮ້າຍຂອງພຣະເຈົ້າຖືກປ່ອຍລົງມາ, ມັນບໍ່ພຽງແຕ່ເປີດໂປງລັກສະນະທີ່ຊົ່ວຊ້າແທ້ຈິງຂອງຊາຕານ, ແຕ່ມັນຍັງເປີດເຜີຍຄວາມປາຖະໜາຂອງຊາຕານໃນແສງສະຫວ່າງ ແລະ ໃນຂະນະດຽວກັນ ເຫດຜົນທີ່ຊາຕານໃຈຮ້າຍຕໍ່ມະນຸດຊາດກໍຖືກເປີດເຜີຍອອກເຊັ່ນກັນ. ຄວາມໂມໂຫຂອງຊາຕານຄືການເປີດເຜີຍທຳມະຊາດທີ່ຊົ່ວຮ້າຍຂອງມັນຢ່າງແທ້ຈິງ ແລະ ຍັງເປັນການເປີດໂປງກົນອຸບາຍຂອງມັນອີກດ້ວຍ. ແນ່ນອນ ແຕ່ລະຄັ້ງທີ່ຊາຕານໃຈຮ້າຍແມ່ນເຕືອນໃຫ້ຮູ້ວ່າ ມີການທຳລາຍສິ່ງຊົ່ວຮ້າຍ ແລະ ມີການປົກປ້ອງ ແລະ ການສືບຕໍ່ເນື່ອງສິ່ງດີໆ; ມັນປະກາດໃຫ້ຮູ້ວ່າ ແທ້ຈິງແລ້ວ ຄວາມໂກດຮ້າຍຂອງພຣະເຈົ້າແມ່ນບໍ່ສາມາດຖືກລ່ວງເກີນໄດ້!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

1. “ກ່າວຫາໂດຍບໍ່ມີຫຼັກຖານ” ໝາຍເຖິງວິທີການທີ່ຜີສາດຮ້າຍທໍາລາຍຜູ້ຄົນ.

2. “ເຝົ້າຍາມຢ່າງໜ້າແໜ້ນ” ໝາຍເຖິງວິທີການທີຜີສາດຮ້າຍໃຊ້ກັບຜູ້ຄົນ ແມ່ນໂຫດຮ້າຍຢ່າງຍິ່ງ ແລະ ຄວບຄຸມຜູ້ຄົນຢ່າງຮຸນແຮງຈົນພວກເຂົາບໍ່ສາມາດເຄື່ອນໄຫວໄດ້.

3. “ກືນກິນ” ໝາຍເຖິງພຶດຕິກໍາທີ່ໂຫດຮ້າຍຂອງກະສັດຂອງພວກຜີຮ້າຍທີ່ປຸ້ນເອົາຜູ້ຄົນທັງໝົດ.

4. “ຜູ້ສົມຮູ້ຮ່ວມຄິດໃນອາຊະຍາກໍາ” ແມ່ນປະເພດດຽວກັນກັບ “ກຸ່ມອັນຕະພານ”.

5. “ເປັນສານທີ່ບໍ່ສາມາດເສື່ອມສະຫຼາຍ.” ແມ່ນມີເຈດຕະນາເຍາະເຍີ້ຍ ເຊິ່ງໝາຍຄວາມວ່າ ຜູ້ຄົນມີຄວາມເຂັ້ມງວດໃນດ້ານຄວາມຮູ້, ວັດທະນະທໍາ ແລະ ທັດສະນະຄະຕິທາງດ້ານຈິດວິນຍານຂອງພວກເຂົາ.

6. “ໄປມາຢ່າງເປັນອິດສະຫຼະ ແລະ ຢູ່ເໜືອກົດໝາຍ” ບົ່ງບອກວ່າ ຜີຮ້າຍແມ່ນເປັນບ້າ ແລະ ແລ່ນອາລະວາດ.

7. “ຄວາມສັບສົນວຸ້ນວາຍຢ່າງສິ້ນເຊີງ” ໝາຍເຖິງການປະພຶດຢ່າງໂຫດຮ້າຍຂອງຜີຮ້າຍແມ່ນສິ່ງທີ່ທົນບໍ່ໄດ້.

8. “ຮອຍຊໍ້າ ແລະ ຖືກຕີ” ໝາຍເຖິງໃບໜ້າທີ່ຂີ້ຮ້າຍຂອງກະສັດຂອງພວກຜີຮ້າຍ.

9. “ເດີມພັນທຸກສິ່ງດ້ວຍການໂຍນໝາກຄະລອກເທື່ອດຽວ” ໝາຍເຖິງການທຸ້ມເງິນທັງໝົດຂອງບຸກຄົນໃສ່ການພະນັນບາດດຽວເພື່ອຫວັງຈະເອົາຊະນະໃນທີ່ສຸດ. ນີ້ແມ່ນຄໍາອຸປະມາສໍາລັບແຜນອຸບາຍທີ່ຮ້າຍກາດ ແລະ ຊົ່ວຊ້າຂອງຜີຮ້າຍ. ສໍານວນນີ້ແມ່ນໃຊ້ເພື່ອເປັນການເຍາະເຍີ້ຍ.

ກ. ໜັງສືທັງ 4 ແລະ ວັນນະຄະດີຊັ້ນຍອດທັງ 5 ແມ່ນໜັງສືແຫ່ງລັດທິຂົງຈື້ໃນປະເທດຈີນ.

ກ່ອນນີ້: II ພຣະທຳກ່ຽວກັບພາລະກິດແຫ່ງການພິພາກສາຂອງພຣະເຈົ້າໃນຍຸກສຸດທ້າຍ

ຕໍ່ໄປ: (II) ພຣະທຳກ່ຽວກັບອຸປະນິໄສແບບຊາຕານຂອງມະນຸດຊາດຜູ້ເສື່ອມຊາມ ແລະ ແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ....

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ...

ການປະຕິບັດ (8)

ໃນປັດຈຸບັນນີ້ ຫຼາຍຄົນບໍ່ໃສ່ໃຈກັບບົດຮຽນທີ່ຄວນຮຽນຮູ້ໃນຂະນະທີ່ປະສານງານກັບຄົນອື່ນ. ເຮົາໄດ້ຄົ້ນພົບວ່າ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger