(II) ພຣະທຳກ່ຽວກັບອຸປະນິໄສແບບຊາຕານຂອງມະນຸດຊາດຜູ້ເສື່ອມຊາມ ແລະ ແກ່ນແທ້ແຫ່ງທຳມະຊາດຂອງພວກເຂົາ
81. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການກະບົດຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ເກີດຈາກຊາຕານ. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ສາມັນສໍານຶກຂອງມະນຸດຈຶ່ງໄດ້ຕາຍດ້ານ, ເປັນຄົນຂາດສິນທໍາ, ແນວຄິດຂອງເຂົາກໍຕໍ່າຊາມ ແລະ ເຂົາມີທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ເຂົາໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ໂດຍທໍາມະຊາດແລ້ວ ເຂົາມີຄວາມຮູ້ສຶກນຶກຄິດ ແລະ ມີສາມັນສໍານຶກທີ່ດີ ແລະ ມີຄວາມເປັນມະນຸດທີ່ປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດດັ່ງເດີມຂອງເຂົາກໍຕາຍດ້ານ ແລະ ຖືກຊາຕານເຮັດໃຫ້ເສື່ອມເສຍ. ດ້ວຍເຫດນັ້ນ, ເຂົາຈຶ່ງໄດ້ສູນເສຍຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ອຸປະນິໄສຂອງເຂົາໄດ້ກາຍເປັນດັ່ງນິໄສຂອງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍໆ ແລະ ຮ້າຍແຮງຂຶ້ນຫຼາຍກວ່າເກົ່າ. ແຕ່ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້ ແລະ ໄດ້ແຕ່ຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດ. ການເປີດເຜີຍອຸປະນິໄສຂອງມະນຸດແມ່ນຖືກເປີດເຜີຍຈາກການສະແດງຄວາມຮູ້ສຶກນຶກຄິດ, ຄວາມເຂົ້າໃຈ ແລະ ສາມັນສໍານຶກຂອງເຂົາ; ຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ຕາຍດ້ານຫຼາຍ, ດ້ວຍເຫດນັ້ນ ອຸປະນິໄສຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ຄວາມເຂົ້າໃຈຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງອຸປະນິໄສຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ທີ່ຈະເປັນໄປຕາມຈຸດປະສົງຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງໃຊ້. “ຄວາມຮູ້ສຶກນຶກຄິດທີ່ປົກກະຕິ” ໝາຍເຖິງການເຊື່ອຟັງ ແລະ ການສັດຊື່ຕໍ່ພຣະເຈົ້າ, ການສະແຫວງຫາພຣະເຈົ້າ, ການມີຄວາມແນ່ນອນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນໝາຍເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການບໍ່ໄດ້ຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຜິດປົກກະຕິຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີການສະແຫວງຫາພຣະເຈົ້າ, ແຮງໄກທີ່ເຂົາຈະມີສາມັນສໍານຶກຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກ່ວານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນກໍຍັງຕັດສິນພຣະອົງຫຼັບຫຼັງ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະອົງ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຄົນດັ່ງກ່າວ ນັ້ນກໍຄື ຄົນທີ່ມີຄວາມຮູ້ສຶກນຶກຄິດຜິດປົກກະຕິແມ່ນບໍ່ສາມາດຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການກະບົດຂອງພວກເຂົາ. ຖ້າຜູ້ຄົນສາມາດຮູ້ຈັກຕົນເອງ, ແລ້ວ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນເລັກໜ້ອຍ; ຍິ່ງຜູ້ຄົນຕໍ່ຕ້ານພຣະເຈົ້າຫຼາຍເທົ່າໃດ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາກໍຍິ່ງມີຄວາມຮູ້ສຶກນຶກຄິດນ້ອຍເທົ່ານັ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
82. ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ; ພວກເຂົາໄດ້ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ເຖິງຂັ້ນທີ່ວ່າ ການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາພາໄປໃນທາງທີ່ຜິດຈົນບໍ່ຮູ້ວ່າຈະຫັນໄປທາງໃດດີ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ແລ້ວຍັງມີຜູ້ຄົນ ເຖິງວ່າໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂກດຮ້າຍຂອງພຣະອົງ ແຕ່ກໍຍັງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ຂອງມະນຸດແມ່ນໄດ້ສູນເສຍໜ້າທີ່ດັ່ງເດີມຂອງມັນໄປແລ້ວ ແລະ ລວມທັງສາມັນສໍານຶກຂອງມະນຸດກໍໄດ້ສູນເສຍໜ້າທີ່ດັ່ງເດີນຂອງມັນເຊັ່ນກັນ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດຍລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາກໍຕາມ, ເຮົາກໍຈະບໍ່ມີວັນເມດຕາເຂົາ ເນື່ອງຈາກວ່າ ມະນຸດບໍ່ເຂົ້າໃຈຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກຂອງມະນຸດແມ່ນດ້ານຊາຫຼາຍ, ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຮັບພອນ; ຄວາມເປັນມະນຸດຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາກໍຍັງປາດຖະໜາທີ່ຈະໄດ້ຄອບຄອງອໍານາດຂອງກະສັດ. ການມີຄວາມຮູ້ສຶກແບບນັ້ນເຂົາຈະເປັນກະສັດຂອງໃຜໄດ້? ຜູ້ທີ່ມີຄວາມເປັນມະນຸດແບບນັ້ນຈະນັ່ງເທິງບັນລັງໄດ້ແນວໃດ? ມະນຸດແມ່ນບໍ່ຮູ້ຈັກອາຍແທ້ໆ! ເຂົາເປັນຄົນອວດດີທີ່ໜ້າເວດທະນາທີ່ສຸດ! ສໍາລັບພວກເຈົ້າທີ່ປາດຖະໜາຢາກໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງຄວາມຂີ້ຮ້າຍຂອງພວກເຈົ້າເອງກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດໄດ້ບໍ? ເຈົ້າມີໜ້າຕາຂອງຄົນທີ່ສາມາດໄດ້ຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນນິໄສຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໆໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າກໍຍັງປາດຖະໜາເຖິງອະນາຄົດທີ່ສວຍງາມ. ເຈົ້າກໍາລັງຫຼອກລວງຕົນເອງ! ເນື່ອງຈາກວ່າມະນຸດເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ເຂົາໄດ້ຮັບອິດທິພົນຈາກສັງຄົມຢ່າງແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນຈາກ “ສະຖາບັນແຫ່ງການສຶກສາຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາຊີວິດທີ່ໜ້າລັງກຽດ, ການມີຊີວິດຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ສິ່ງທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ໄດ້ບຸກລຸກເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາຢ່າງຮຸນແຮງ. ຜົນຕາມມາກໍຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າຫຼາຍຂຶ້ນ ແລະ ຕໍ່ຕ້ານພຣະອົງຍິ່ງຂຶ້ນ. ອຸປະນິໄສຂອງມະນຸດກໍເສື່ອມຊາມຂຶ້ນທຸກມື້ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະລະທຸກສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປາກົດຕົວຂອງພຣະເຈົ້າ. ໃນທາງກົງກັນຂ້າມ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ເຮັດຫຍັງເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ປ່ອຍໃຫ້ຕົນເອງເສື່ອມຊາມກັບເນື້ອໜັງໃນດິນແດນແຫ່ງຂີ້ຕົມ. ເຖິງແມ່ນພວກເຂົາຈະໄດ້ຍິນຄວາມຈີງ, ຜູ້ທີ່ຈົມຢູ່ໃນຄວາມມືດກໍບໍ່ຄິດທີ່ຈະນໍາເອົາຄວາມຈິງໄປປະຕິບັດ ແລະ ເຖິງແມ່ນວ່າພວກເຂົາໄດ້ເຫັນການປາກົດຕົວຂອງພຣະເຈົ້າ ພວກເຂົາກໍບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະອົງ. ມະນຸດຊາດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມະນຸດຊາດທີ່ເສື່ອມໂຊມທີ່ສຸດຈະສາມາດດໍາລົງຊີວິດຢູ່ໃນແສງສະຫວ່າງໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
83. ແຫຼ່ງທີ່ມາຂອງການເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ຕາຍດ້ານ, ທໍາມະສາດທີ່ໂຫດຮ້າຍ ແລະ ຄວາມຮູ້ສຶກນຶກຄິດບໍ່ດີຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິອີກຄັ້ງ, ແລ້ວເຂົາກໍຈະເໝາະສົມໃຫ້ພຣະເຈົ້ານໍາໃຊ້. ມັນເປັນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ຕາຍດ້ານຢູ່ສະເໝີ ແລະ ຍ້ອນຄວາມຮູ້ສຶກນຶກຄິດຂອງມະນຸດຕາຍດ້ານຂຶ້ນເລື້ອຍໆ ມະນຸດຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງພວກເຂົາເຖິງກັບຄຶງພຣະເຢຊູໃສ່ໄມ້ກາງແຂນ ແລະ ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງພວກເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຕໍ່າຊ້າ. ຖ້າມະນຸດມີຄວາມເປັນມະນຸດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດເລັກນ້ອຍ, ພວກເຂົາກໍຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນມະນຸດ; ຖ້າເຂົາມີສາມັນສໍານຶກເລັກນ້ອຍ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນມະນຸດແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນມະນຸດ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະເຈົ້າສໍາລັບການມອບໂອກາດພິເສດນີ້ໃຫ້ກັບເຂົາ ແຕ່ໃນທາງກົງກັນຂ້າມ ເຂົາສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ເບິ່ງຄືກັບວ່າພວກເຂົາຈະຕໍ່ຕ້ານ ແລະ ເບື່ອໜ່າຍພຣະອົງດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ສະຫຼຸບກໍຄື ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບຕໍ່ພຣະອົງແມ່ນແຕ່ໜ້ອຍດຽວ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາກໍຕາມ ພຣະອົງຍັງດໍາເນີນພາລະກິດຂອງພຣະອົງຢ່າງອົດທົນສະເໝີ. ອຸປະນິໄສຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນຕາຍດ້ານຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ບໍ່ມີສາມັນສໍານຶກດັ່ງເດີມຂອງມະນຸດແຕ່ດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ ມອບພຣະຄຸນຢ່າງຫຼວງຫຼາຍແກ່ມວນມະນຸດ, ແຕ່ຍັງບໍ່ພໍໃຈກັບພຣະເຈົ້າທີ່ໄດ້ປະທານຄວາມຈິງແກ່ພວກເຂົາອີກດ້ວຍ; ມັນເປັນຍ້ອນວ່າມະນຸດບໍ່ໃສ່ໃຈໃນຄວາມຈິງແມ່ນແຕ່ໜ້ອຍດຽວ ຈົນເຮັດໃຫ້ພວກເຂົາເລີ່ມບໍ່ພໍໃຈກັບພຣະເຈົ້າ. ມະນຸດບໍ່ພຽງແຕ່ບໍ່ສາມາດສະລະຊີວິດຂອງເຂົາເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ເຂົາຍັງພະຍາຍາມດືງເອົາຄວາມນິຍົມຊົມຊອບຈາກພຣະອົງ ແລະ ຮຽກຮ້ອງເອົາຜົນປະໂຫຍດຫຼາຍກວ່າສິ່ງທີ່ມະນຸດໄດ້ມອບໃຫ້ພຣະເຈົ້າຫຼາຍເທົ່າຕົວອີກດ້ວຍ. ຜູ້ຄົນທີ່ມີສາມັນສໍານຶກ ແລະ ຄວາມຮູ້ສຶກ ຄິດວ່າສິ່ງນີ້ບໍ່ແມ່ນເລື່ອງໃຫຍ່ ແລະ ຍັງເຊື່ອວ່າ ພວກເຂົາໄດ້ເສຍສະຫຼະຕົວເອງຫຼາຍເພື່ອພຣະເຈົ້າ ແລະ ພຣະເຈົ້າໄດ້ໃຫ້ກັບພວກເຂົາໜ້ອຍເກີນໄປ. ມີຜູ້ຄົນທີ່ໄດ້ໃຫ້ນໍ້າໜຶ່ງຂັນແກ່ເຮົາ ແຕ່ຍື່ນມືຂອງເຂົາ ແລະ ຮຽກຮ້ອງໃຫ້ເຮົາເອົານົມສອງຂັນໃຫ້ພວກເຂົາ ຫຼື ໄດ້ໃຫ້ຫ້ອງພັກກັບເຮົາໜຶ່ງຄືນ ແຕ່ຮຽກຮ້ອງໃຫ້ເຮົາຈ່າຍຄ່າເຊົ່າສອງຄືນ. ດ້ວຍຄວາມເປັນມະນຸດແບບນີ້ ແລະ ດ້ວຍສາມັນສໍານຶກແບບນີ້, ເຈົ້າຍັງຫວັງຈະໄດ້ຮັບຊີວິດຢູ່ບໍ? ເຈົ້າຊ່າງແມ່ນຄົນຕໍ່າຊ້າທີ່ໜ້າເວດທະນາແທ້ໆ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
84. ຖ້າເຮົາບໍ່ເປີດໂປງຄວາມຂີ້ຮ້າຍ ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ, ແລ້ວພວກເຈົ້າແຕ່ລະຄົນກໍ່ຈະວາງມົງກຸດໄວ້ເທິງຫົວຂອງພວກເຈົ້າ ແລະ ໃຫ້ຄວາມສະຫງ່າລາສີທັງໝົດແກ່ພວກເຈົ້າເອງ. ທຳມະຊາດຄວາມອວດດີ ແລະ ຄວາມຈອງຫອງຂອງພວກເຈົ້າເຮັດໃຫ້ພວກເຈົ້າທໍລະຍົດຄວາມສຳນຶກຂອງພວກເຈົ້າເອງ, ກະບົດ ແລະ ຕໍ່ຕ້ານພຣະຄຣິດ ແລະ ເປີດເຜີຍຄວາມຂີ້ຮ້າຍຂອງພວກເຈົ້າ, ດັ່ງນັ້ນຈຶ່ງເປີດເຜີຍໃຫ້ເຫັນເຈດຕະນາ, ຄວາມຄິດ, ຄວາມປາຖະໜາເກີນຄວນ ແລະ ຕາທີ່ເຕັມໄປດ້ວຍຄວາມໂລບມາກໂລພາຂອງພວກເຈົ້າສູ່ສາທາລະນະ. ແລ້ວເຖິງຢ່າງໃດກໍຕາມ ພວກເຈົ້າຍັງສືບຕໍ່ເວົ້າແບບໂງ່ໆກ່ຽວກັບຄວາມຫຼົງໄຫຼຕະຫຼອດຊີວິດຂອງພວກເຈົ້າສຳລັບພາລະກິດຂອງພຣະຄຣິດ ແລະ ເວົ້າແລ້ວເວົ້າອີກເຖິງຄວາມຈິງທີ່ພຣະຄຣິດໄດ້ກ່າວແຕ່ດົນນານມາແລ້ວ. ນີ້ແມ່ນ “ຄວາມເຊື່ອ” ຂອງພວກເຈົ້າ, “ຄວາມເຊື່ອທີ່ບໍ່ບໍລິສຸດ” ຂອງພວກເຈົ້າ. ຕະຫຼອດຜ່ານມາ ເຮົາໄດ້ຍຶດຕິດມະນຸດກັບມາດຕະຖານທີ່ເຂັ້ມງວດຫຼາຍ. ຖ້າຄວາມຈົງຮັກພັກດີຂອງເຈົ້າມາພ້ອມກັບເຈດຕະນາ ແລະ ເງື່ອນໄຂ, ແລ້ວເຮົາກໍຈະບໍ່ຂໍມີສິ່ງທີ່ເອີ້ນວ່າຄວາມຈົງຮັກພັກດີ, ເພາະວ່າເຮົາກຽດຊັງຄົນທີ່ຫຼອກລວງເຮົາຜ່ານເຈດຕະນາຂອງພວກເຂົາ ແລະ ຂູດຮີດເຮົາດ້ວຍເງື່ອນໄຂຕ່າງໆ. ເຮົາພຽງປາຖະໜາໃຫ້ມະນຸດຈົງຮັກພັກດີຕໍ່ເຮົາຢ່າງທີ່ສຸດ ແລະ ເຮັດທຸກສິ່ງເພື່ອເຫັນແກ່ ແລະ ເພື່ອພິສູດໜຶ່ງຄຳຄື: ຄວາມເຊື່ອ. ເຮົາກຽດຊັງການໃຊ້ຄຳເວົ້າທີ່ອ່ອນຫວານຂອງພວກເຈົ້າເພື່ອເຮັດໃຫ້ເຮົາຍິນດີ, ເພາະວ່າເຮົາປະຕິບັດຕໍ່ພວກເຈົ້າດ້ວຍຄວາມຈິງໃຈຢູ່ສະເໝີ ແລະ ສະນັ້ນ ເຮົາກໍປາຖະໜາຢາກໃຫ້ພວກເຈົ້າປະຕິບັດຕໍ່ເຮົາດ້ວຍຄວາມເຊື່ອທີ່ແທ້ຈິງເຊັ່ນກັນ. ເມື່ອເວົ້າເຖິງຄວາມເຊື່ອ, ຫຼາຍຄົນອາດຄິດວ່າພວກເຂົາຕິດຕາມພຣະເຈົ້າຍ້ອນວ່າພວກເຂົາມີຄວາມເຊື່ອ ແລະ ບໍ່ດັ່ງນັ້ນກໍຈະບໍທົນຕໍ່ຄວາມທຸກທໍລະມານດັ່ງກ່າວ. ແລ້ວເຮົາຂໍຖາມເຈົ້າດັ່ງນີ້: ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງເຈົ້າຈຶ່ງບໍ່ເຄີຍເຄົາລົບນັບຖືພຣະອົງ? ຖ້າເຈົ້າເຊື່ອໃນການເປັນຢູ່ຂອງພຣະເຈົ້າ, ເປັນຫຍັງຈຶ່ງບໍ່ມີຄວາມຢຳເກງຕໍ່ພຣະອົງແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ? ເຈົ້າຍອມຮັບວ່າພຣະຄຣິດແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ ແລ້ວເປັນຫຍັງເຈົ້າຈຶ່ງດູຖູກພຣະອົງ? ເປັນຫຍັງເຈົ້າຈຶ່ງປະຕິບັດຕໍ່ພຣະອົງຢ່າງບໍ່ເຄົາລົບ? ເປັນຫຍັງເຈົ້າຈຶ່ງຕັດສິນພຣະອົງຢ່າງເປີດເຜີຍ? ເປັນຫຍັງເຈົ້າຈຶ່ງເບິ່ງການເຄື່ອນໄຫວຂອງພຣະອົງຢູ່ສະເໝີ? ເປັນຫຍັງເຈົ້າຈຶ່ງບໍ່ຍອມຮັບເອົາການຈັດແຈງຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງບໍ່ປະຕິບັດຕາມພຣະທໍາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງຂູດຮີດ ແລະ ປຸ້ນພຣະອົງຈາກເຄື່ອງບູຊາຂອງພຣະອົງ? ເປັນຫຍັງເຈົ້າຈຶ່ງເວົ້າຈາກສະຖານະຂອງພຣະຄຣິດ? ເປັນຫຍັງເຈົ້າຈຶ່ງຕັດສິນວ່າພາລະກິດຂອງພຣະອົງ ແລະ ພຣະທໍາຂອງພຣະອົງນັ້ນຖືກຕ້ອງ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງກ້າໝິ່ນປະໝາດລັບຫຼັງພຣະອົງ? ສິ່ງເຫຼົ່ານີ້ ແລະ ອື່ນໆ ບໍ່ໄດ້ປະກອບເປັນຄວາມເຊື່ອຂອງພວກເຈົ້າບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?
85. ຖ້າເຈົ້າໃຊ້ແນວຄວາມຄິດ ວັດແທກ ແລະ ວາດພາບພຣະເຈົ້າ ຄືດັ່ງພຣະເຈົ້າເປັນຮູບປັ້ນດິນໜຽວທີ່ບໍ່ມີການປ່ຽນແປງ ແລະ ຖ້າເຈົ້າຈໍາກັດພຣະເຈົ້າຢູ່ພາຍໃນພຣະຄໍາພີ ແລະ ຈໍາກັດພຣະອົງພາຍໃນຂອບເຂດວຽກງານທີ່ຈໍາກັດ, ນັ້ນກໍໝາຍຄວາມວ່າພວກເຈົ້າໄດ້ປະນາມພຣະເຈົ້າ. ຍ້ອນວ່າໃນໃຈຂອງພວກເຂົາ ຄົນຍິວຂອງຍຸກແຫ່ງພັນທະສັນຍາເດີມນັ້ນ ໄດ້ຫຼໍ່ປັ້ນພຣະເຈົ້າເປັນຮູບປັ້ນບູຊາ ຄືດັ່ງວ່າພຣະເຈົ້າສາມາດເປັນພຽງພຣະເມຊິອາເທົ່ານັ້ນ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ຖືກເອີ້ນວ່າພຣະເມຊິອາເປັນພຣະເຈົ້າ ແລະ ຍ້ອນວ່າມະນຸດຮັບໃຊ້ ແລະ ບູຊາພຣະເຈົ້າຄ້າຍກັບວ່າພຣະອົງແມ່ນຮູບປັ້ນດິນໜຽວ (ທີ່ບໍ່ມີຊີວິດ). ພວກເຂົາຈຶ່ງຕອກພຣະເຍຊູຂອງຍຸກນັ້ນໃສ່ໄມ້ກາງເເຂນ ແລະ ຕັດສິນພຣະອົງໃຫ້ໄປສູ່ຄວາມຕາຍ ໂດຍການປະນາມພຣະເຍຊູທີ່ບໍລິສຸດຈົນເຮັດໃຫ້ເຖິງແກ່ຄວາມຕາຍ. ພຣະເຈົ້າບໍ່ໄດ້ກະທໍາຄວາມຜິດ ແຕ່ມະນຸດກໍຍັງບໍ່ໄດ້ລະເວັ້ນພຣະເຈົ້າ ແລະ ຕັດສິນໃຫ້ພຣະເຈົ້າໄປສູ່ຄວາມຕາຍໂດຍບໍ່ລັງເລໃຈເລີຍ. ດ້ວຍເຫດນີ້, ພຣະເຍຊູຈຶ່ງຖືກຄຶງໄວ້ທີ່ໄມ້ກາງແຂນ. ມະນຸດມິຄວາມເຊື່ອມາຕະຫຼອດວ່າ ພຣະເຈົ້າບໍ່ມີການປ່ຽນແປງ ແລະ ໄດ້ນິຍາມພຣະອົງຕາມພຣະຄໍາພີ ຄືດັ່ງວ່າມະນຸດໄດ້ແນມເຫັນເຖິງການຄຸ້ມຄອງຂອງພຣະເຈົ້າ ແລະ ຄືດັ່ງວ່າທຸກສິ່ງທຸກຢ່າງທີ່ພຣະເຈົ້າໄດ້ກະທໍາແມ່ນຢູ່ໃນກໍາມືຂອງມະນຸດ. ມະນຸດແມ່ນໄຮ້ສາລະທີ່ສຸດ, ພວກເຂົາມີຄວາມອວດດີຢ່າງສຸດຂີດ ແລະ ພວກເຂົາທຸກຄົນມີພອນສະຫວັນດ້ານຄາລົມໂອ້ອວດຫຼາຍທີ່ສຸດ. ເຖິງແມ່ນວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຈະມີຫຼາຍ ແຕ່ເຮົາຂໍເວົ້າວ່າເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ; ບໍ່ມີໃຜຕໍ່ຕ້ານພຣະເຈົ້າຫຼາຍກວ່ານີ້ ແລະ ເຈົ້າໄດ້ປະນາມພຣະເຈົ້າ ເນື່ອງຈາກເຈົ້າບໍ່ມີຄວາມສາມາດໃດໆ ທີ່ຈະເຊື່ອຟັງໃນພາລະກິດຂອງພຣະເຈົ້າ ແລະ ທີ່ຈະເດີນຕາມເສັ້ນທາງບໍລິສຸດທີ່ພຣະເຈົ້າຊົງສ້າງໄວ້. ເປັນຫຍັງພຣະເຈົ້າຈຶ່ງບໍ່ເຄີຍເພິ່ງພໍໃຈກັບການກະທໍາຂອງມະນຸດ? ຍ້ອນວ່າມະນຸດບໍ່ຮູ້ຈັກພຣະເຈົ້າ, ຍ້ອນວ່າມະນຸດມີແນວຄວາມຄິດຫຼາຍເກີນໄປ ແລະ ຍ້ອນວ່າຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າແມ່ນບໍ່ກົງກັບຄວາມເປັນຈິງ ແຕ່ກົງກັນຂ້າມ ເປັນທໍານອງດຽວກັນຊໍ້າແລ້ວຊໍ້າເລົ່າຢ່າງໜ້າເບື່ອໜ່າຍໂດຍບໍ່ມີການປ່ຽນແປງຫຍັງ ແລະ ນໍາໃຊ້ວິທີການແບບເກົ່າໃນທຸກສະຖານະການ. ສະນັ້ນ, ຫຼັງຈາກໄດ້ສະເດັດລົງມາແຜ່ນດິນໂລກໃນປັດຈຸບັນ, ພຣະເຈົ້າກໍຍັງຖືກຕອກໃສ່ໄມ້ກາງແຂນອີກຄັ້ງ. ມວນມະນຸດຈັ່ງແມ່ນໂຫດຮ້າຍອໍາມະຫິດ! ການຮ່ວມມືກັນຢ່າງລັບໆ ແລະ ການມີກົນອຸບາຍ, ການຕໍ່ສູ້ກັນເອງ, ການຍາດແຍ່ງຊື່ສຽງ-ໂຊກລາບ ແລະ ການຂ້າຟັນກັນເອງ. ມື້ໃດມັນຈະໝົດສິ້ນໄປ? ພຣະເຈົ້າໄດ້ເວົ້າອອກມາເປັນຮ້ອຍພັນຄໍາ ແຕ່ກໍບໍ່ມີໃຜມີສະຕິ. ພວກເຂົາກະທໍາການເພື່ອປະໂຫຍດຂອງຄອບຄົວຂອງພວກເຂົາ, ລູກຊາຍ-ລູກສາວ, ເພື່ອອາຊີບວຽກງານ, ໂອກາດ, ສະຖານະ, ຄວາມທະນົງຕົວ ແລະ ເງິນຄໍາຂອງພວກເຂົາ; ເພື່ອເຄື່ອງນູ່ງຮົ່ມ, ເພື່ອອາຫານ ແລະ ຮ່າງກາຍ. ມີການກະທໍາຂອງຜູ້ໃດທີ່ເຮັດເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງແດ່? ແມ່ນແຕ່ໃນຈໍານວນຄົນທີ່ກະທໍາເພື່ອປະໂຫຍດຂອງພຣະເຈົ້າ ກໍຍັງມີຄົນຈໍານວນໜ້ອຍທີ່ຮູ້ຈັກພຣະເຈົ້າ. ມີຈັກຄົນທີ່ບໍ່ກະທໍາເພື່ອປະໂຫຍດຂອງຕົວເອງ? ມີຈັກຄົນທີ່ບໍ່ກົດຂີ່ ແລະ ເລືອກປະຕິບັດກັບຄົນອື່ນ ເພື່ອປະໂຫຍດໃນການຮັກສາສະຖານະຂອງພວກເຂົາເຈົ້າເອງ? ດ້ວຍເຫດນີ້, ພຣະເຈົ້າຈຶ່ງຖືກບັງຄັບໃຫ້ຕົກຢູ່ໃນສະພາບຂອງຄວາມຕາຍທີ່ນັບຈໍານວນຄັ້ງບໍ່ໄດ້ ເຊິ່ງເປັນການຕັດສິນຢ່າງປ່າເຖື່ອນທີ່ນັບບໍ່ຖ້ວນ; ປະນາມພຣະເຈົ້າ ແລະ ເຮັດໃຫ້ພຣະອົງຖືກຕອກໃສ່ໄມ້ກາງເເຂນອີກຄັ້ງ. ມີຈັກຄົນທີ່ສາມາດເອີ້ນໄດ້ວ່າເປັນຄົນຊອບທໍາ ຍ້ອນວ່າພວກເຂົາກະທໍາການເພື່ອປະໂຫຍດຂອງພຣະເຈົ້າຢ່າງແທ້ຈິງ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄົນຊົ່ວຈະຖືກລົງໂທດຢ່າງແນ່ນອນ
86. ຫຼາຍຄົນບໍ່ຕໍ່ຕ້ານພຣະເຈົ້າ ແລະ ຄັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງເປັນກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກໜ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງເປັນກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ໝັ້ນໃຈວ່າ ພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງ ແລະ ປະຕິເສດໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ທຳລາຍບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຄົນບໍ່ສຳຄັນທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາພະຍາຍາມຢຽບເຮືອສອງແຄມກັບໂລກແຫ່ງ “ການສຶກສາ” ແລະ ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກໜ້ອຍ, ພວກເຂົາພະຍາຍາມຍກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ ແລະ ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ຕ້ອງເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກໜ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ-ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມສັນຊາດຕະຍານທຳມະຊາດຂອງພວກເຂົາ ແລະ ຍັງດູຖູກ ແລະ ໝິ່ນປະມາດ-ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີ, ຍິ່ງຍະໂສໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດເພື່ອພຣະເຈົ້າ ແຕ່ຍັງໝິ່ນປະມາດພຣະເຈົ້າພຣະອົງເອງ. ຄົນທີ່ໂງ່ຈ້າເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະລົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອພວກເຂົາເຮັດແບບນັ້ນຫຼາຍສໍ່າໃດ ພວກເຂົາກໍມີຄວາມເປັນໄປໄດ້ທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຍັບຍັ້ງຕົວເອງຕັ້ງແຕ່ເກີດ ແລະ ບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ ເຊິ່ງພຣະອົງເປັນຜູ້ທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ
87. ຈົ່ງຮູ້ໄວ້ວ່າ ພວກເຈົ້າຕໍ່ຕ້ານພາລະກິດຂອງພຣະເຈົ້າ ຫຼື ໃຊ້ແນວຄວາມຄິດຂອງພວກເຈົ້າເອງເພື່ອປະເມີນພາລະກິດໃນປັດຈຸບັນ ຍ້ອນພວກເຈົ້າບໍ່ຮູ້ຈັກຫຼັກການການປະຕິບັດພາລະກິດຈອງພຣະເຈົ້າ ແລະ ຍ້ອນພວກເຈົ້າບໍ່ໄດ້ຈິງຈັງກັບພາລະກິດຂອງພຣະວິນຍານບໍລິສຸດຢ່າງພຽງພໍ. ການທີ່ພວກເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກີດຂອງພຣະວິນຍານບໍລິສຸດແມ່ນມາຈາກແນວຄວາມຄິດຂອງພວກເຈົ້າ ແລະ ຄວາມອວດດີໂດຍທຳມະຊາດ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າຜິດພາດ ແຕ່ຍ້ອນພວກເຈົ້າເປັນຄົນທີ່ບໍ່ເຊື່ອຟັງໂດຍທຳມະຊາດ. ຫຼັງຈາກທີ່ພົບຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ບາງຄົນບໍ່ສາມາດເວົ້າຢ່າງແນ່ນອນວ່າ ມະນຸດມາຈາກໃສ ແຕ່ພວກເຂົາຍັງກ້າກ່າວຄຳປາໄສໃນທີ່ສາທາລະນະທີ່ປະເມີນຄວາມຖືກຕ້ອງ ແລະ ຄວາມຜິດພາດຂອງພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສັ່ງສອນອັກຄະສາວົກທີ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ໂດຍສະແດງຄວາມຄິດເຫັນ ແລະ ເວົ້າສິ່ງທີ່ບໍ່ຄວນເວົ້າອອກມາ; ຄວາມເປັນມະນຸດຂອງພວກເຂົາຕໍ່າຫຼາຍ ແລະ ບໍ່ມີຄວາມສຳນຶກໃນຕົວພວກເຂົາແມ່ນແຕ່ໜ້ອຍດຽວ. ມື້ທີ່ຄົນປະເພດນີ້ຈະຖືກປະຕິເສດໂດຍພາລະກິດຂອງພຣະວິນຍານບໍລິສຸດ ແລະ ຖືກເຜົາໄໝ້ດ້ວຍໄຟແຫ່ງນະລົກຈະບໍ່ມາຮອດບໍ? ພວກເຂົາບໍ່ຮູ້ຈັກພາລະກິດຂອງພຣະເຈົ້າ ແຕ່ວິຈານພາລະກິດຂອງພຣະອົງແທນ ແລະ ຍັງພະຍາຍາມແນະນໍາພຣະເຈົ້າກ່ຽວກັບວິທີການປະຕິບັດພາລະກິດ. ຄົນທີ່ບໍ່ມີເຫດຜົນແບບນີ້ຈະຮູ້ຈັກພຣະເຈົ້າໄດ້ແນວໃດ? ມະນຸດມາຮູ້ຈັກພຣະເຈົ້າໃນໄລຍະຂະບວນການສະແຫວງຫາ ແລະ ປະສົບກັບພຣະອົງ; ມັນບໍ່ແມ່ນຍ້ອນການວິຈານພຣະອົງຕາມຄວາມອຳເພີໃຈທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າຜ່ານການເຮັດໃຫ້ສະຫວ່າງໂດຍພຣະວິນຍານບໍລິສຸດ. ເມື່ອຄົນມີຄວາມຮູ້ກ່ຽວກັບພຣະເຈົ້າຢ່າງຖືກຕ້ອງຫຼາຍສໍ່າໃດ, ພວກເຂົາກໍຈະຕໍ່ຕ້ານພຣະອົງໜ້ອຍສໍ່ານັ້ນ. ໃນທາງກົງກັນຂ້າມ, ມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ, ມັນກໍມີຄວາມເປັນໄປໄດ້ທີ່ພວກເຂົາຈະຕໍ່ຕ້ານພຣະອົງຫຼາຍສໍ່ານັ້ນ. ແນວຄວາມຄິດຂອງເຈົ້າ, ທຳມະຊາດເກົ່າແກ່ຂອງເຈົ້າ ແລະ ຄວາມເປັນມະນຸດ, ບຸກຄະລິກ ແລະ ທັດສະນະທາງສິນທຳຂອງເຈົ້າແມ່ນ “ຕົ້ນທຶນ” ທີ່ເຮັດໃຫ້ຕໍ່ຕ້ານພຣະເຈົ້າ ແລະ ເມື່ອເຈົ້າເປັນຄົນທີ່ເສື່ອມຊາມ, ເສຍກຽດ ແລະ ຕໍ່າຕ້ອຍຫຼາຍສໍ່າໃດ, ເຈົ້າກໍຈະກາຍເປັນສັດຕູຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນເຫຼົ່ານັ້ນທີ່ປະກອບມີແນວຄວາມຄິດທີ່ຮ້າຍແຮງ ແລະ ມີອຸປະນິໄສທີ່ເຊື່ອວ່າຕົນເອງດີແຮງເປັນສັດຕູກັບພຣະເຈົ້າຜູ້ມາບັງເກີດເປັນມະນຸດ ແລະ ຄົນປະເພດນີ້ກໍເປັນຜູ້ຕໍ່ຕ້ານພຣະຄຣິດ. ຖ້າແນວຄວາມຄິດຂອງເຈົ້າບໍ່ໄດ້ຮັບການແກ້ໄຂ, ມັນກໍຈະຕໍ່ຕ້ານພຣະເຈົ້າຢູ່ສະເໝີ; ເຈົ້າຈະບໍ່ສາມາດເຂົ້າກັບພຣະເຈົ້າໄດ້ຈັກເທື່ອ ແລະ ຈະຫ່າງໄກຈາກພຣະອົງຕະຫຼອດເວລາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ
88. ບຸກຄົນໃດທີ່ບໍ່ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະເຈົ້າ ລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນຜູ້ທີ່ຮັບຮູ້ຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າເພີ່ງພໍໃຈ. ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ຜູ້ຄົນດັ່ງກ່າວລ້ວນແຕ່ແມ່ນຜີສາດທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຜີສາດທີ່ຕັ້ງໃຈຂັດຂວາງຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖິງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ? ຜູ້ທີ່ໃຫ້ກຽດຕົນເອງຢູ່ໜ້າພຣະເຈົ້າ ລ້ວນແມ່ນບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດ ແລະ ໃນຂະນະທີ່ຜູ້ທີ່ ອ່ອນນ້ອມຖ່ອມຕົວ ແມ່ນຜູ້ທີ່ມີກຽດທີ່ສຸດ. ຜູ້ທີ່ຄິດວ່າຕົນເອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ກ່າວອ້າງພາລະກິດຂອງພຣະເຈົ້າຕໍ່ຄົນອື່ນ ດ້ວຍການປ່າວປະກາດຢ່າງອຶກກະທຶກຄຶກໂຄມ ໃນຂະນະທີ່ສາຍຕາຂອງພວກເຂົາແມ່ນແນມເບິ່ງພຣະອົງ. ສິ່ງເຫຼົ່ານີ້ ແມ່ນຄວາມໂງ່ຈ້າທີ່ສຸດຂອງມະນຸດ. ມະນຸດເຫຼົ່ານີ້ ແມ່ນຜູ້ທີ່ປາດສະຈາກການເປັນພຣະຍານໃຫ້ແກ່ພຣະເຈົ້າ ແລະ ເປັນຜູ້ທີ່ທະນົງໂຕ ແລະ ອວດດີ. ຜູ້ທີ່ເຊື່ອວ່າຕົນມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນວ່າ ປະສົບການຕົວຈິງ ແລະ ຄວາມຮູ້ໃນພາກປະຕິບັດກ່ຽວກັບພຣະເຈົ້າຈະມີຫຼາຍ ແມ່ນຜູ້ທີ່ພຣະອົງຮັກຫຼາຍທີ່ສຸດ. ມັນແມ່ນມະນຸດແບບນີ້ ທີ່ມີການເປັນພະຍານຢ່າງແທ້ຈິງ ແລະ ແມ່ນຜູ້ທີ່ພຣະເຈົ້າສາມາດເຮັດໃຫ້ສົມບູນໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ຍັງບໍ່ປະຕິບັດຄວາມຈິງ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຂັດກັບແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ມີແນວຄວາມຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຕັ້ງໃຈຕໍ່ຕ້ານ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ຕັດສິນພຣະເຈົ້າ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ; ແລະ ບຸກຄົນໃດທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ. ດັ່ງນັ້ນ, ຈົ່ງຮັບຟັງເອົາຄຳແນະນຳຂອງເຮົາ: ຖ້າຫາກພວກເຈົ້າມີສັດທາຢ່າງແທ້ຈິງທີ່ຈະເດີນໃນເສັ້ນທາງນີ້, ກໍຈົ່ງປະຕິບັດຕາມມັນ. ຖ້າຫາກພວກເຈົ້າບໍ່ສາມາດລະງັບຢັບຢັ້ງກັບການຕໍ່ຕ້ານພຣະເຈົ້າ, ມັນກໍຈະດີທີ່ສຸດແມ່ນ ທີ່ພວກເຈົ້າເດີນໜີຈາກໄປ ກ່ອນທີ່ມັນຈະຊ້າເກີນໄປ. ບໍ່ດັ່ງນັ້ນແລ້ວ, ມັນກໍຈະເປັນລາງຮ້າຍຢ່າງແທ້ຈິງ ແທນທີ່ວ່າຈະເປັນລາງດີ ເນື່ອງຈາກວ່າ ທຳມະຊາດຂອງພວກເຈົ້າ ແມ່ນເສື່ອມຊາມຫຼາຍເກີນໄປ. ພວກເຈົ້າບໍ່ມີຄວາມຈົງຮັກພັກດີ ຫຼື ຄວາມເຊື່ອຟັງແມ່ນແຕ່ໜ້ອຍ ຫຼື ມີຫົວໃຈທີ່ປາດຖະໜາເຖິງຄວາມຊອບທຳ ແລະ ຄວາມຈິງ. ພວກເຈົ້າບໍ່ໄດ້ມີຄວາມຮັກຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ສາມາດເວົ້າໄດ້ວ່າ ສະພາບຂອງພວກເຈົ້າ ຕໍ່ໜ້າພຣະເຈົ້າ ແມ່ນຢູ່ໃນຄວາມໂກລາຫົນທີ່ສຸດ. ພວກເຈົ້າບໍ່ສາມາດຈະຮັກສາສິ່ງທີ່ຄວນຮັກສາ ຫຼື ບໍ່ສາມາດເວົ້າໃນສິ່ງທີ່ຄວນເວົ້າ. ພວກເຈົ້າບໍ່ສາມາດນຳໄປປະຕິບັດໃນສິ່ງທີ່ຄວນປະຕິບັດໄດ້ ແລະ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ ທີ່ຕົນຄວນປະຕິບັດໄດ້. ພວກເຈົ້າບໍ່ມີຄວາມຈົງຮັກພັກດີ, ສາມັນສໍານຶກ, ຄວາມເຊື່ອຟັງ ຫຼື ຄວາມເດັດດ່ຽວ ທີ່ພວກເຈົ້າຄວນມີໄດ້. ພວກເຈົ້າບໍ່ມີຄວາມອົດທົນຕໍ່ຄວາມທຸກທໍລະມານທີ່ພວກເຈົ້າຄວນຈະມີ ແລະ ພວກເຈົ້າບໍ່ມີຄວາມສັດທາ ທີ່ພວກເຈົ້າຄວນຈະມີ. ພວກເຈົ້າຂາດຄຸນງາມຄວາມດີຢ່າງສິ້ນເຊີງ; ພວກເຈົ້າມີຄວາມເຄົາລົບຕົນເອງເພື່ອມີຊີວິດຢູ່ຕໍ່ໄປບໍ? ເຮົາຂໍຮຽກຮ້ອງໃຫ້ພວກເຈົ້າຫຼັບຕາເພື່ອພັກຜ່ອນໄປຊົ່ວນິລັນຈະດີກວ່າ, ທັງນີ້ ກໍເພື່ອບໍ່ໃຫ້ພຣະເຈົ້າຕ້ອງມາກັງວົນກັບພວກເຈົ້າ ແລະ ຕ້ອງມາອົດທົນຕໍ່ຄວາມທຸກທໍລະມານ ເພື່ອພວກເຈົ້າ. ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງບໍ່ຮູ້ຄວາມປະສົງຂອງພຣະອົງ; ພວກເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງບໍ່ສາມາດຮັກສາຄວາມຕ້ອງການຂອງພຣະເຈົ້າເອົາໄວ້ໄດ້. ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງບໍ່ຮູ້ຈັກພຣະອົງ ແລະ ມີຊີວິດຢູ່ ທັງທີ່ບໍ່ມີເປົ້າໝາຍທີ່ສະແຫວງຫາ. ພວກເຈົ້າບໍ່ມີຄຸນຄ່າ ແລະ ບໍ່ມີຈຸດປະສົງ. ພວກເຈົ້າມີຊີວິດຢູ່ເປັນມະນຸດ ແຕ່ບໍ່ມີສາມັນສໍານຶກ, ສິນທຳ ຫຼື ຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍ. ຈະສາມາດຖືວ່າ ພວກເຈົ້າເປັນມະນຸດໄດ້ແນວໃດ? ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຫຼອກລວງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຈົ້າເອົາເງີນຂອງພຣະເຈົ້າ ແລະ ກິນເຄື່ອງຖວາຍຂອງພຣະອົງ ແລະ ສຸດທ້າຍກໍບໍ່ໄດ້ຄໍານຶງເຖິງຄວາມຮູ້ສຶກຂອງພຣະເຈົ້າ ຫຼື ສາມັນສໍານຶກຕໍ່ພຣະເຈົ້າ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະຕອບສະໜອງຄວາມຕ້ອງການອັນເລັກໜ້ອຍທີ່ສຸດຂອງພຣະເຈົ້າໄດ້. ດັ່ງນັ້ນ ຈະສາມາດຖືວ່າ ພວກເຈົ້າເປັນມະນຸດໄດ້ແນວໃດ? ອາຫານທີ່ພວກເຈົ້າກິນ ແລະ ອາກາດທີ່ພວກເຈົ້າຫາຍໃຈ ແມ່ນມາຈາກພຣະເຈົ້າ, ພວກເຈົ້າເພີດເພີນກັບພຣະຄຸນຂອງພຣະອົງ, ແຕ່ສຸດທ້າຍແລ້ວ ພວກເຈົ້າກໍບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍ. ກົງກັນຂ້າມ, ພວກເຈົ້າພັດກາຍເປັນຄົນໄຮ້ປະໂຫຍດ ຊຶ່ງຕໍ່ຕ້ານພຣະເຈົ້າ. ພວກເຈົ້າບໍ່ແມ່ນສັດເດລະສານ ທີ່ບໍ່ດີໄປກວ່າໝາໂຕໜຶ່ງບໍ? ມີສັດຕ່າງໆ ທີ່ມີເຈດຕະນາຮ້າຍຫຼາຍກວ່າພວກເຈົ້າບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ
89. ບັນຫາທີ່ໃຫຍ່ທີ່ສຸດກັບມະນຸດກໍຄື ເຂົາພຽງແຕ່ຮັກໃນສິ່ງທີ່ເຂົາບໍ່ສາມາດແນມເຫັນ ຫຼື ຈັບຕ້ອງໄດ້, ສິ່ງທີ່ລຶກລັບ ແລະ ອັດສະຈັນທີ່ສຸດ ແລະ ສິ່ງທີ່ມະນຸດຈິນຕະນາການບໍ່ເຖິງ ແລະ ສິ່ງທີ່ມະນຸດທໍາມະດາບໍ່ສາມາດຮັບຮູ້ໄດ້. ເມື່ອສິ່ງເຫຼົ່ານີ້ບໍ່ສົມຈິງຫຼາຍສໍ່າໃດ, ສິ່ງເຫຼົ່ານີ້ກໍຈະຖືກວິເຄາະໂດຍມະນຸດຫຼາຍສໍ່ານັ້ນ ເຊິ່ງເປັນຄົນທີ່ສະແຫວງຫາສິ່ງເຫຼົ່ານີ້ ໂດຍບໍ່ໃສ່ໃຈສິ່ງອື່ນໆ ແລະ ຈະພະຍາຍາມຮັບເອົາສິ່ງເຫຼົ່ານີ້. ຍິ່ງພວກມັນບໍ່ສົມຈິງຫຼາຍສໍ່າໃດ, ມະນຸດກໍຈະພິຈາລະນາຢ່າງຖີ່ຖ້ວນ ແລະ ວິເຄາະພວກມັນຢ່າງໃກ້ຊິດຫຼາຍສໍ່ານັ້ນ ແລະ ອາດເຮັດຫຼາຍກວ່ານັ້ນເຖິງຂັ້ນສ້າງແນວຄວາມຄິດກ່ຽວກັບສິ່ງເຫຼົ່ານັ້ນຢ່າງທົ່ວເຖິງຂຶ້ນມາເອງ. ໃນທາງກົງກັນຂ້າມ, ເມື່ອທຸກສິ່ງເປັນຈິງຫຼາຍສໍ່າໃດ, ມະນຸດກໍຈະບໍ່ສົນໃຈພວກມັນຫຼາຍສໍ່ານັ້ນ; ເຂົາພຽງແຕ່ດູໝິ່ນ ແລະ ຍັງສະແດງຄວາມດູຖູກພວກມັນອີກດ້ວຍ. ນີ້ບໍ່ແມ່ນທ່າທີຢ່າງແທ້ຈິງຂອງພວກເຈົ້າກ່ຽວກັບພາລະກິດທີ່ເປັນຄວາມຈິງທີ່ເຮົາໄດ້ປະຕິບັດໃນປັດຈຸບັນບໍ? ເມື່ອສິ່ງດັ່ງກ່າວເປັນຄວາມຈິງຫຼາຍສໍ່າໃດ ພວກເຈົ້າກໍຈະມີອະຄະຕິກັບພວກມັນຫຼາຍສໍ່ານັ້ນ. ພວກເຈົ້າບໍ່ນໍາໃຊ້ເວລາວ່າງໃນການພິຈາລະນາພວກມັນ ມີພຽງແຕ່ເມີນເສີຍຕໍ່ພວກມັນ; ພວກເຈົ້າດູຖູກເງື່ອນໄຂທີ່ເປັນຄວາມຈິງ ແລະ ມາດຕະຖານຕໍ່າເຫຼົ່ານີ້ ແລະ ຍັງເຊື່ອງແນວຄວາມຄິດຫຼາຍຢ່າງກ່ຽວກັບພຣະເຈົ້າອົງນີ້ທີ່ເປັນຈິງທີ່ສຸດ ແລະ ບໍ່ສາມາດຍອມຮັບຄວາມເປັນຈິງ ແລະ ຄວາມປົກກະຕິຂອງພຣະອົງຢ່າງງ່າຍດາຍ. ດ້ວຍວິທີນີ້, ພວກເຈົ້າບໍ່ໄດ້ເຊື່ອໃນທ່າມກາງຄວາມບໍ່ແຈ່ມແຈ້ງບໍ? ພວກເຈົ້າມີຄວາມເຊື່ອທີ່ບໍ່ຫວັ່ນໄຫວໄດ້ໃນພຣະເຈົ້າທີ່ບໍ່ແຈ່ມແຈ້ງແຫ່ງຍຸກອະດີດ ແລະ ບໍ່ສົນໃຈໃນພຣະເຈົ້າທີ່ແທ້ຈິງແຫ່ງຍຸກປັດຈຸບັນ. ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດ ແລະ ພຣະເຈົ້າແຫ່ງປັດຈຸບັນມາຈາກສອງຍຸກສະໄໝທີ່ແຕກຕ່າງກັນບໍ? ນີ້ບໍ່ແມ່ນຍ້ອນພຣະເຈົ້າແຫ່ງອະດີດແມ່ນພຣະເຈົ້າແຫ່ງສວງສະຫວັນທີ່ຖືກສັນລະເສີນ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນເປັນພຽງມະນຸດນ້ອຍໆເທິງແຜ່ນດິນໂລກບໍ? ນອກຈາກນັ້ນ, ມັນບໍ່ແມ່ນຍ້ອນພຣະເຈົ້າທີ່ມະນຸດນະມັດສະການແມ່ນພຣະເຈົ້າທີ່ມະນຸດສ້າງຂຶ້ນຈາກແນວຄວາມຄິດຂອງເຂົາບໍ ໃນຂະນະທີ່ພຣະເຈົ້າແຫ່ງປັດຈຸບັນແມ່ນເນື້ອໜັງຢ່າງແທ້ຈິງທີ່ຖືກສ້າງຂຶ້ນຢູ່ເທິງແຜ່ນດິນໂລກ? ເມື່ອທຸກຢ່າງຖືກກ່າວເຖິງ ແລະ ດຳເນີນຢ່າງສົມບູນ, ມັນບໍ່ແມ່ນຍ້ອນພຣະເຈົ້າແຫ່ງປັດຈຸບັນເປັນຈິງເກີນໄປ ຈົນມະນຸດບໍ່ສະແຫວງຫາພຣະອົງບໍ? ຍ້ອນສິ່ງທີ່ພຣະເຈົ້າແຫ່ງປັດຈຸບັນຂໍຮ້ອງຈາກມະນຸດແມ່ນສິ່ງທີ່ມະນຸດບໍ່ເຕັມໃຈປະຕິບັດຢ່າງແທ້ຈິງ ແລະ ເຮັດໃຫ້ເຂົາຮູ້ສຶກອັບອາຍ. ນີ້ບໍ່ແມ່ນການເຮັດໃຫ້ສິ່ງຕ່າງໆຍາກສຳລັບມະນຸດບໍ? ສິ່ງນີ້ບໍ່ໄດ້ເປີດຮອຍບາດແຜຂອງເຂົາບໍ? ດ້ວຍວິທີນີ້, ຄົນເຫຼົ່ານັ້ນຫຼາຍຄົນທີ່ບໍ່ສະແຫວງຫາຄວາມເປັນຈິງຈຶ່ງກາຍມາເປັນສັດຕູຂອງພຣະເຈົ້າໃນຮ່າງຂອງມະນຸດ, ກາຍມາເປັນຜູ້ທີ່ຕໍ່ຕ້ານພຣະຄຣິດ. ນີ້ບໍ່ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນບໍ? ໃນອະດີດ, ເມື່ອພຣະເຈົ້າຍັງບໍ່ໄດ້ມາເປັນເນື້ອໜັງເທື່ອ ເຈົ້າອາດເປັນບຸກຄົນທາງສາສະໜາ ຫຼື ຜູ້ເຊື່ອທີ່ເຫຼື້ອມໃສ. ຫຼັງຈາກທີ່ພຣະເຈົ້າມາເປັນເນື້ອໜັງ, ຜູ້ເຊື່ອທີ່ເຫຼື້ອມໃສເຫຼົ່ານັ້ນຫຼາຍຄົນໄດ້ກາຍມາເປັນຜູ້ຕໍ່ຕ້ານພຣະຄຣິດໂດຍບໍ່ໄດ້ເຈດຕະນາ. ເຈົ້າຮູ້ບໍວ່າ ແມ່ນຫຍັງກຳລັງເກີດຂຶ້ນໃນທີ່ແຫ່ງນີ້? ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ, ເຈົ້າບໍ່ໄດ້ເອົາໃຈໃສ່ກັບຄວາມເປັນຈິງ ຫຼື ສະແຫວງຫາຄວາມຈິງ ແຕ່ກົງກັນຂ້າມພັດຫຼົງໄຫຼກັບສິ່ງທີ່ຜິດ ແລ້ວນີ້ບໍ່ແມ່ນຕົ້ນຕໍ່ທີ່ຊັດເຈນທີ່ສຸດຂອງການເປັນສັດຕູກັບພຣະເຈົ້າໃນຮ່າງຂອງມະນຸດບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
90. ກ່ອນການຕິດຕໍ່ພົວພັນກັບພຣະຄຣິດ, ເຈົ້າອາດຈະເຊື່ອວ່ານິໄສຂອງເຈົ້າໄດ້ປ່ຽນແປງໝົດແລ້ວ, ເຈົ້າຄືຜູ້ຕິດຕາມຢ່າງຊື່ສັດຂອງພຣະຄຣິດ ແລະ ເຈົ້າຄືບຸກຄົນທີ່ເໝາະສົມທີ່ສຸດ ທີ່ຈະໄດ້ຮັບພອນຈາກພຣະຄຣິດ. ຍິ່ງໄປກວ່ານັ້ນ, ຫຼັງຈາກໄດ້ເດີນທາງອັນຍາວໄກ, ໄດ້ສໍາເລັດວຽກງານຫຼາຍຢ່າງ ແລະ ສ້າງຜົນງານເປັນຈຳນວນຫຼວງຫຼາຍ, ແນ່ນອນວ່າ ເຈົ້າກໍຄືຄົນໜຶ່ງທີ່ຈະໄດ້ຮັບມົງກຸດໃນຕອນສຸດທ້າຍ. ແຕ່ມີຄວາມຈິງສິ່ງໜຶ່ງທີ່ເຈົ້າອາດຈະບໍ່ຮູ້: ນິໄສຊົ່ວຮ້າຍຂອງມະນຸດ, ການກະບົດ ແລະ ການຕໍ່ຕ້ານຂອງມະນຸດທີ່ສະແດງອອກເມື່ອເວລາພົບກັບພຣະຄຣິດໃນປັດຈຸບັນນີ້ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ສົມບູນກວ່າແຕ່ລະຍຸກທີ່ຜ່ານມາ. ຍ້ອນວ່າ ພຣະຄຣິດແມ່ນບຸດຂອງມະນຸດ ມີຄວາມເປັນມະນຸດທຳມະດາ ທີ່ມະນຸດບໍ່ໃຫ້ກຽດ ຫຼື ເຄົາລົບພຣະອົງ. ຍ້ອນວ່າ ພຣະເຈົ້າສະຖິດຢູ່ໃນເນື້ອໜັງມະນຸດ ສະນັ້ນຈິ່ງເຮັດໃຫ້ການຕໍ່ຕ້ານຂອງມະນຸດ ສະແດງອອກມາໃຫ້ເຫັນຢ່າງຈະແຈ້ງ ແລະ ຢ່າງລາຍລະອຽດທີ່ສຸດ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ການມາຂອງພຣະຄຣິດແມ່ນໄດ້ເປີດເຜີຍຄວາມຕໍ່ຕ້ານທັງໝົດຂອງມະນຸດ ແລະ ໄດ້ປ່ຽນແປງທາດແທ້ຂອງມະນຸດຊາດຢ່າງແທ້ຈິງ. ສິ່ງນີ້ເອີ້ນວ່າ “ການລໍ້ເສືອລົງຈາກພູເຂົາ” ແລະ “ການລໍ້ໝາປ່າອອກຈາກຖໍ້າ”. ແລ້ວເຈົ້າກ້າບອກບໍ່ວ່າ ເຈົ້າຊື່ສັດຕໍ່ພຣະເຈົ້າ? ເຈົ້າກ້າບອກບໍ່ວ່າ ເຈົ້າສະແດງຄວາມເຊື່ອຟັງຢ່າງແທ້ຈິງຕໍ່ພຣະເຈົ້າ? ເຈົ້າກ້າບອກບໍ່ວ່າ ເຈົ້າບໍ່ໄດ້ຕໍ່ຕ້ານພຣະອົງ? ບາງຄົນຈະບອກວ່າ ໃນເມື່ອພຣະເຈົ້າສ້າງຂ້ານ້ອຍໃຫ້ຢູ່ກັບສະພາບແວດລ້ອມໃໝ່ແລ້ວ ຂ້ານ້ອຍກໍຈະຍອມຮັບໂດຍບໍ່ຈົ່ມວ່າ ແລະ ຍິ່ງໄປກວ່ານັ້ນ ຂ້ານ້ອຍຈະບໍ່ສະແດງແນວຄິດບໍ່ດີກ່ຽວກັບພຣະເຈົ້າ. ບາງຄົນຈະບອກວ່າ ບໍ່ວ່າພຣະເຈົ້າຈະມອບວຽກອັນໃດໃຫ້ກັບຂ້ານ້ອຍ ຂ້ານ້ອຍກໍຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ ແລະ ຢ່າງລະມັດລະວັງ. ໃນກໍລະນີນີ້, ເຮົາຂໍຖາມພວກເຈົ້າແດ່ວ່າ: ໃນເວລາທີ່ພວກເຈົ້າຢູ່ກັບພຣະຄຣິດ ພວກເຈົ້າສາມາດເຂົ້າກັບພຣະອົງໄດ້ບໍ? ພວກເຈົ້າຈະເຂົ້າກັບພຣະອົງໄດ້ດົນປານໃດ? ໜຶ່ງມື້? ສອງມື້? ໜຶ່ງຊົ່ວໂມງ? ຫຼື ສອງຊົ່ວໂມງ? ສັດທາຂອງພວກເຈົ້າອາດຈະເປັນໜ້າສັນລະເສີນ, ແຕ່ພວກເຈົ້າບໍ່ມີຄວາມໝັ້ນຄົງເລີຍ. ຫຼັງຈາກເຈົ້າໄດ້ດຳເນີນຊີວິດຢູ່ກັບພຣະຄຣິດຢ່າງແທ້ຈິງແລ້ວ, ຄວາມອວດດີວ່າຕົນເອງເປັນຄົນຊອບທຳ ແລະ ການເຫັນແກ່ຕົວກໍຈະຄ່ອຍໆເປີດເຜີຍອອກມາໃຫ້ເຫັນຜ່ານຄຳເວົ້າ ແລະ ການກະທຳຂອງເຈົ້າ; ຄວາມຕ້ອງການອວດໂອ້, ຄວາມຄິດບໍ່ເຊື່ອຟັງ ແລະ ຄວາມບໍ່ພໍໃຈຂອງເຈົ້າກໍຈະຄ່ອຍໆເປີດເຜີຍອອກມາໃຫ້ເຫັນໂດຍທຳມະຊາດເຊັ່ນກັນ. ສຸດທ້າຍ, ຄວາມອວດດີຂອງເຈົ້າກໍຈະຮ້າຍແຮງຂຶ້ນ, ແລ້ວເຈົ້າກໍຈະຕໍ່ຕ້ານກັບພຣະຄຣິດຫຼາຍຂຶ້ນປຽບຄືນໍ້າກັບໄຟ ແລະ ແລ້ວໃນທີ່ສຸດທາດແທ້ຂອງເຈົ້າກໍຈະຖືກເປີດເຜີຍອອກມາຢ່າງສົມບູນ. ໃນເວລານັ້ນ, ຄວາມຄິດຂອງເຈົ້າຈະບໍ່ສາມາດປົກປິດໄດ້ອີກຕໍ່ໄປ, ການຈົ່ມວ່າກໍຈະສະແດງອອກມາເອງເຊັ່ນກັນ ແລະ ຄວາມເປັນມະນຸດທີ່ເສື່ອມເສຍຂອງເຈົ້າກໍຈະເຜີຍອອກມາຢ່າງສົມບູນ. ແນວໃດກໍຕາມ, ເຖິງຢ່າງນັ້ນ, ເຈົ້າກໍຍັງສືບຕໍ່ປະຕິເສດການຕໍ່ຕ້ານຂອງເຈົ້າ ໂດຍເຊື່ອວ່າພຣະຄຣິດໃນຮູບລັກສະນະນີ້ແມ່ນຍາກທີ່ມະນຸດຈະຍອມຮັບເອົາ ເພາະວ່າ ພຣະອົງເຂັ້ມງວດກັບມະນຸດເກີນໄປ; ຖ້າພຣະອົງເປັນພຣະຄຣິດທີ່ມີຄວາມເມດຕາກວ່ານີ້ ເຈົ້າຈະຍອມຮັບເອົາທັງໝົດ. ພວກເຈົ້າເຊື່ອວ່າ ການຕໍ່ຕ້ານຂອງພວກເຈົ້າແມ່ນມີເຫດຜົນສະເໝີ ແລະ ພວກເຈົ້າຕໍ່ຕ້ານພຣະອົງກໍຍ້ອນວ່າ ພຣະຄຣິດໄດ້ບີບບັງຄັບພວກເຈົ້າເກີນໄປ. ເຄີຍມີຈັກຄັ້ງຢູ່ບໍ່ ທີ່ພວກເຈົ້າຄິດວ່າຕົນເອງລົ້ມເຫຼວໃນການເຊື່ອວ່າ ພຣະຄຣິດເປັນພຣະເຈົ້າ ແລະ ບໍ່ເຄີຍມີເຈດຕະນາທີ່ຈະເຊື່ອຟັງພຣະອົງ. ກົງກັນຂ້າມ, ເຈົ້າຢືນຢັນຢ່າງຫົວດື້ ໃຫ້ພຣະຄຣິດດຳເນີນວຽກງານອີງຕາມຄວາມປາດຖະໜາຂອງເຈົ້າ ແລະ ເມື່ອພຣະອົງບໍ່ສາມາດເຮັດຕາມຄວາມປາຖະໜາຂອງເຈົ້າ, ເຈົ້າກໍຄິດວ່າພຣະອົງບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດທໍາມະດາ. ມີຫຼາຍຄົນໃນບັນດາພວກເຈົ້າທີ່ໄດ້ໂຕ້ຖຽງກັບພຣະອົງໃນຮູບແບບນີ້ ແມ່ນບໍ? ສຸດທ້າຍ ພວກເຈົ້າເຊື່ອໃຜ? ພວກເຈົ້າສະແຫວງຫາສິ່ງໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ
91. ພວກເຈົ້າປາດຖະໜາຢາກເຫັນພຣະຄຣິດຢູ່ຕະຫຼອດ, ແຕ່ເຮົາແນະນໍາໃຫ້ພວກເຈົ້າບໍ່ຄວນຍົກສູງສັກສີຂອງຕົນເອງແບບນັ້ນ; ທຸກຄົນອາດຈະເຫັນພຣະຄຣິດ, ແຕ່ເຮົາບອກວ່າບໍ່ມີໃຜສົມຄວນໄດ້ເຫັນພຣະຄຣິດ. ເພາະວ່າທຳມະຊາດຂອງມະນຸດແມ່ນເຕັມໄປດ້ວຍຄວາມຊົ່ວຮ້າຍ, ຄວາມອວດດີ ແລະ ການກະບົດ, ໃນເວລາທີ່ເຈົ້າເຫັນພຣະຄຣິດ, ທຳມະຊາດຂອງເຈົ້າຈະທຳລາຍເຈົ້າ ແລະ ລົງໂທດເຈົ້າຈົນເຖິງຕາຍ. ການພົວພັນຂອງເຈົ້າກັບອ້າຍນ້ອງ (ຫຼື ເອື້ອຍນ້ອງ) ອາດຈະບໍ່ສະແດງເຖິງທາດແທ້ຂອງເຈົ້າຫຼາຍປານໃດ, ແຕ່ມັນບໍ່ແມ່ນເລື່ອງງ່າຍເມື່ອເຈົ້າພົວພັນກັບພຣະຄຣິດ. ເມື່ອເວລາພົວພັນກັບພຣະອົງ ຄວາມຄິດບໍ່ດີຂອງເຈົ້າອາດຈະເກີດຂຶ້ນໄດ້ທຸກເວລາ; ຄວາມອວດດີຂອງເຈົ້າຈະເລີ່ມເປີດເຜີຍອອກ ແລະ ຄວາມຕໍ່ຕ້ານຂອງເຈົ້າກໍຈະປາກົດຂຶ້ນ. ແລ້ວເຈົ້າ ຜູ້ທີ່ມີຄວາມເປັນມະນຸດດັ່ງກ່າວ ຈະເໝາະສົມກັບການພົວພັນກັບພຣະຄຣິດໄດ້ແນວໃດ? ເຈົ້າຈະສາມາດປະຕິບັດຕໍ່ພຣະອົງເໝືອນດັ່ງພຣະອົງເປັນພຣະເຈົ້າຢ່າງແທ້ຈິງຕະຫຼອດເວລາໄດ້ບໍ? ເຈົ້າຈະມີຄວາມເປັນຈິງໃນການຍອມຮັບພຣະເຈົ້າຢ່າງແທ້ຈິງບໍ? ພວກເຈົ້າບູຊາພຣະເຢໂຮວາເປັນພຣະເຈົ້າຜູ້ສູງສົ່ງຢູ່ໃນຫົວໃຈຂອງພວກເຈົ້າ ໃນຂະນະທີ່ຖືພຣະຄຣິດທີ່ມີຕົວຕົນເປັນພຽງມະນຸດຄົນໜຶ່ງ. ຄວາມຮູ້ສຶກຂອງພວກເຈົ້າຕໍ່າເກີນໄປ ແລະ ຄວາມເປັນມະນຸດຂອງພວກເຈົ້າເສື່ອມເສຍເກີນໄປ! ພວກເຈົ້າບໍ່ສາມາດນັບຖືພຣະຄຣິດເປັນພຣະເຈົ້າໄດ້ຕະຫຼອດໄປ; ພຽງແຕ່ບາງເວລາເທົ່ານັ້ນ, ເມື່ອພຣະອົງໃຫ້ຄວາມສົນໃຈແກ່ເຈົ້າ, ເຈົ້າກໍຮັບເອົາພຣະອົງ ແລະ ບູຊາພຣະອົງເປັນພຣະເຈົ້າ. ນີ້ແມ່ນສາເຫດທີ່ເຮົາເວົ້າວ່າພວກເຈົ້າບໍ່ແມ່ນຜູ້ສັດທາໃນຕົວພຣະເຈົ້າ ແຕ່ແມ່ນກຸ່ມຜູ້ສະໜັບສະໜຸນການກະທຳຜິດທີ່ຕໍ່ຕ້ານພຣະຄຣິດ. ແມ່ນແຕ່ມະນຸດຜູ້ທີ່ສະແດງຄວາມເມດຕາຕໍ່ກັບຜູ້ອື່ນກໍຍັງໄດ້ຮັບການຕອບແທນ, ແຕ່ພຣະຄຣິດຜູ້ທີ່ໄດ້ກະທໍາໃນສິ່ງດັ່ງກ່າວໃຫ້ກັບພວກເຈົ້າ ພັດບໍ່ໄດ້ຮັບຄາມຮັກຈາກມະນຸດ ຫຼື ການຕອບແທນ ແລະ ການຍອມຮັບຈາກມະນຸດເລີຍ. ນີ້ບໍ່ແມ່ນສິ່ງທີ່ໜ້າເສົ້າສະລົດໃຈທີ່ສຸດບໍ່?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ
92. ມັນອາດຈະເປັນຍ້ອນວ່າໃນຕະຫຼອດເວລາຂອງການເຊື່ອໃນພຣະເຈົ້າຂອງເຈົ້າ, ເຈົ້າບໍ່ເຄີຍສາບແຊ່ງຜູ້ໃດ ຫຼື ກະທຳການທີ່ບໍ່ດີໃດໆ, ແຕ່ໃນການພົວພັນຂອງເຈົ້າກັບພຣະຄຣິດ, ເຈົ້າບໍ່ສາມາດເວົ້າຄວາມຈິງ, ປະຕິບັດຢ່າງຊື່ສັດ ຫຼື ເຊື່ອຟັງພຣະທໍາຂອງພຣະຄິດ; ໃນກໍລະນີນີ້, ເຮົາບອກໄດ້ເລີຍວ່າເຈົ້າເປັນບຸກຄົນທີ່ຊົ່ວຮ້າຍ ແລະ ຊົ່ວຊ້າທີ່ສຸດໃນໂລກ. ເຈົ້າອາດຈະຈິງໃຈ ແລະ ຊື່ສັດຕໍ່ກັບຍາດພີ່ນ້ອງ, ໝູ່ເພື່ອນ, ເມຍ (ຫຼື ຜົວ), ລູກຊາຍ ແລະ ລູກສາວ ແລະ ພໍ່ແມ່ຂອງເຈົ້າເປັນພິເສດ ແລະ ບໍ່ເຄີຍເອົາປຽບຄົນອື່ນເລີຍ; ແຕ່ຖ້າເຈົ້າບໍ່ສາມາດເຂົ້າຫາ ແລະ ພົວພັນກັບພຣະຄຣິດໄດ້, ເຖິງແມ່ນວ່າເຈົ້າຈະເສຍສະລະຊັບສິນທັງໝົດຂອງເຈົ້າເພື່ອຊ່ວຍເຫຼືອເພື່ອນບ້ານຂອງເຈົ້າ ຫຼື ເອົາໃຈໃສ່ດູແລເບິ່ງແຍງພໍ່, ແມ່ ແລະ ສະມາຊິກໃນຄອບຄົວຂອງເຈົ້າ, ເຮົາຂໍບອກເຈົ້າເລີຍວ່າ ເຈົ້າຍັງຊົ່ວຮ້າຍຢູ່ ແລະ ຍິ່ງໄປກວ່ານັ້ນ ຍັງເປັນຄົນຫຼອກລວງເກັ່ງທີ່ສຸດ. ຢ່າຄິດວ່າ ເຈົ້າສາມາດເຂົ້າກັນໄດ້ດີກັບພຣະຄຣິດ ເປັນພຽງຍ້ອນວ່າເຈົ້າເຂົ້າກັບຄົນອື່ນໄດ້ດີ ຫຼື ເຮັດດີພຽງສອງສາມຢ່າງເທົ່ານັ້ນ. ເຈົ້າຄິດວ່າເຈດຕະນາທີ່ເຕັມໄປດ້ວຍກຸສົນຂອງເຈົ້າຈະສາມາດຫຼອກລວງການໃຫ້ພອນຈາກສະຫວັນໄດ້ຊັ້ນບໍ? ເຈົ້າຄິດວ່າການເຮັດດີສອງສາມຢ່າງຈະສາມາດປ່ຽນແທນການເຊື່ອຟັງຂອງເຈົ້າໄດ້ຊັ້ນບໍ? ບໍ່ມີໃຜໃນບັນດາພວກເຈົ້າສາມາດຍອມຮັບເອົາການຖືກຈັດການ ແລະ ລິຮານ; ທຸກຄົນເຫັນວ່າມັນຫຍຸ້ງຍາກໃນການຮັບເອົາຄວາມເປັນມະນຸດປົກກະຕິຂອງພຣະຄຣິດ, ເຖິງແມ່ນວ່າເຈົ້າຈະປ່າວປະກາດການເຊື່ອຟັງຂອງເຈົ້າຕໍ່ພຣະເຈົ້າດ້ວຍວິທີໃດກໍຕາມ. ການສັດທາດັ່ງກ່າວຂອງພວກເຈົ້າຈະນຳມາເຊິ່ງຜົນກຳສະໜອງຢ່າງເໝາະສົມ. ຢຸດມົວເມົາກັບພາບລວງຕາທີ່ເພີ້ຝັນ ແລະ ຄວາມປາດຖະໜາຢາກເຫັນພຣະຄຣິດໄດ້ແລ້ວ ເພາະພວກເຈົ້າແມ່ນຕ້ອຍຕໍ່າເກີນໄປ, ຕໍ່າຕ້ອຍຫຼາຍຈົນວ່າພວກເຈົ້າບໍ່ສົມຄວນທີ່ຈະເຫັນພຣະອົງ. ເມື່ອເຈົ້າກຳຈັດຄວາມຊົ່ວຮ້າຍຂອງເຈົ້າໃຫ້ໝົດສິ້ນ ແລະ ສາມາດເຂົ້າກັບພຣະຄຣິດໄດ້, ເມື່ອນັ້ນ ພຣະເຈົ້າຈະປາກົດໃຫ້ເຈົ້າເຫັນໂດຍທຳມະຊາດ. ຖ້າເຈົ້າໄປພົບພຣະເຈົ້າໂດຍບໍ່ໄດ້ຜ່ານການລິຮານ ຫຼື ການພິພາກສາ, ເຈົ້າຈະກາຍເປັນປໍລະປັກກັບພຣະເຈົ້າ ແລະ ຖືກລົງໂທດຢ່າງແນ່ນອນ. ທຳມະຊາດຂອງມະນຸດແມ່ນເປັນປໍລະປັກກັບພຣະເຈົ້າໂດຍກຳເນີດ ເພາະມະນຸດທຸກຄົນໄດ້ຖືກຄອບງຳໂດຍຄວາມເສື່ອມຊາມທີ່ສຸດຂອງຊາຕານ. ຖ້າມະນຸດພະຍາຍາມພົວພັນກັບພຣະເຈົ້າກັບຄວາມເສື່ອມຊາມຂອງມະນຸດ, ແນ່ນອນວ່າ ບໍ່ມີຫຍັງດີເກີດຂຶ້ນຈາກສິ່ງນີ້ໄດ້; ການກະທຳ ແລະ ຄຳເວົ້າຂອງມະນຸດຈະເຜີຍຄວາມເສື່ອມຊາມຂອງຕົນອອກມາໄດ້ຢູ່ທຸກຫົນແຫ່ງ ແລະ ໃນການພົວພັນກັບພຣະເຈົ້າ ຄວາມຕໍ່ຕ້ານຂອງມະນຸດກໍຈະຖືກເປີດເຜີຍອອກມາໃນທຸກໆດ້ານ. ໂດຍຮູ້ເທົ່າບໍ່ເຖິງການ, ມະນຸດເກີດຕໍ່ຕ້ານພຣະຄຣິດ, ຫຼອກລວງພຣະຄຣິດ ແລະ ປະຖິ້ມພຣະຄຣິດ; ເມື່ອສິ່ງນີ້ເກີດຂຶ້ນ, ມະນຸດຈະຢູ່ໃນສະພາບທີ່ອັນຕະລາຍທີ່ສຸດ ແລະ ຖ້າສິ່ງນີ້ຍັງສືບຕໍ່, ມະນຸດຈະຖືກລົງໂທດ.
ບາງຄົນອາດຈະເຊື່ອວ່າ ຖ້າການພົວພັນກັບພຣະເຈົ້າອັນຕະລາຍຫຼາຍ ແລ້ວອາດຈະເປັນການດີທີ່ຈະຢູ່ຫ່າງພຣະເຈົ້າ. ຜູ້ຄົນແບບນີ້ຈະສາມາດໄດ້ຮັບຫຍັງແດ່? ພວກເຂົາສາມາດຊື່ສັດຕໍ່ພຣະເຈົ້າໄດ້ບໍ? ແນ່ນອນວ່າ ການພົວພັນກັບພຣະເຈົ້າເປັນເລື່ອງຫຍຸ້ງຍາກຫຼາຍ ແຕ່ທັງໝົດນັ້ນ ເປັນຍ້ອນມະນຸດເສື່ອມຊາມ ແລະ ບໍ່ແມ່ນເປັນຍ້ອນພຣະເຈົ້າບໍ່ສາມາດພົວພັນກັບມະນຸດໄດ້. ມັນຈະເປັນການດີທີ່ສຸດສຳລັບພວກເຈົ້າໃນການອຸທິດຄວາມພະຍາຍາມຫຼາຍກວ່ານີ້ຕໍ່ກັບຄວາມຈິງໃນການຮູ້ຈັກຕົນເອງ. ເປັນຫຍັງພວກເຈົ້າຈິ່ງບໍ່ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ? ເປັນຫຍັງນິໄສຂອງພວກເຈົ້າຈິ່ງເປັນໜ້າລັງກຽດຕໍ່ພຣະອົງ? ເປັນຫຍັງຄຳເວົ້າຂອງພວກເຈົ້າຈິ່ງເຮັດໃຫ້ພຣະອົງກຽດຊັງ? ທັນທີທີ່ພວກເຈົ້າໄດ້ສະແດງຄວາມຈົງຮັກພັກດີພຽງເລັກໜ້ອຍ, ພວກເຈົ້າກໍຮ້ອງເພງສັນລະເສີນຕົນເອງ ແລະ ພວກເຈົ້າຮຽກຮ້ອງຂໍລາງວັນຈາກການປະກອບສ່ວນພຽງເລັກໜ້ອຍ; ພວກເຈົ້າດູຖູກຄົນອື່ນໃນເວລາທີ່ພວກເຈົ້າສະແດງຄວາມເຊື່ອພຽງເລັກໜ້ອຍ ແລະ ກາຍເປັນການດູໝິ່ນພຣະເຈົ້າຫຼັງຈາກໄດ້ສໍາເລັດໜ້າທີ່ພຽງເລັກໜ້ອຍ. ເພື່ອຮັບເອົາພຣະເຈົ້າ, ເຈົ້າຮ້ອງຂໍເອົາເງິນ, ຂອງຂວັນ ແລະ ຄຳຍ້ອງຍໍ. ມັນເຮັດໃຫ້ເຈົ້າໜັກໃຈໃນການໃຫ້ໜຶ່ງ ຫຼື ສອງຫຼຽນ; ໃນເວລາທີ່ເຈົ້າໃຫ້ສິບຫຼຽນ, ເຈົ້າປາດຖະໜາຢາກໄດ້ພອນມະຫາສານ ແລະ ໄດ້ຮັບການປະຕິບັດຕໍ່ຢ່າງພິເສດ. ຄວາມເປັນມະນຸດແບບນີ້ຂອງພວກເຈົ້າແມ່ນເປັນໜ້າລັງກຽດທີ່ສຸດທີ່ຈະເວົ້າເຖິງ ຫຼື ຮັບຟັງ. ມີອັນໃດທີ່ສົມຄວນໄດ້ຮັບການສັນລະເສີນໃນຄຳເວົ້າ ແລະ ການກະທຳຂອງພວກເຈົ້າແດ່? ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ນຳພາ ແລະ ຜູ້ທີ່ປະຕິບັດຕາມ; ຜູ້ທີ່ຮັບເອົາພຣະເຈົ້າ ແລະ ຜູ້ທີ່ບໍ່ຍອມຮັບ; ຜູ້ທີ່ບໍລິຈາກ ແລະ ຜູ້ທີ່ບໍ່ເຮັດ; ຜູ້ທີ່ສອນພຣະທໍາ ແລະ ຜູ້ທີ່ຮັບເອົາພຣະທໍາ ແລະ ອື່ນໆ: ທັງໝົດນີ້ແມ່ນມະນຸດສັນລະເສີນຕົນເອງ. ພວກເຈົ້າບໍ່ເຫັນສິ່ງທັງໝົດນີ້ເປັນຕາຢາກຫົວບໍ? ຮູ້ດີຢູ່ແລ້ວວ່າເຈົ້າເຊື່ອໃນພຣະເຈົ້າ ແຕ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ຮູ້ດີຢູ່ແລ້ວວ່າ ພວກເຈົ້າແມ່ນບໍ່ມີກຸສົນຫຍັງທັງສິ້ນ ແຕ່ເຈົ້າກໍຍັງຢາກໂອ້ອວດ. ພວກເຈົ້າບໍ່ຮູ້ສຶກເລີຍບໍວ່າ ຄວາມສໍານຶກຂອງພວກເຈົ້ານັ້ນເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດຄວບຄຸມຕົນເອງໄດ້ແລ້ວ? ດ້ວຍຄວາມສໍານຶກແບບນີ້, ເຈົ້າເໝາະສົມທີ່ຈະພົວພັນກັບພຣະເຈົ້າຢູ່ບໍ? ພວກເຈົ້າບໍ່ກັງວົນໃຈເລີຍບໍ? ນິໄສຂອງເຈົ້າໄດ້ເສື່ອມໂຊມເຖິງຈຸດທີ່ເຈົ້າບໍ່ສາມາດເຂົ້າກັບພຣະເຈົ້າໄດ້ແລ້ວ. ຖ້າເປັນເຊັ່ນນັ້ນ, ຄວາມເຊື່ອຂອງພວກເຈົ້າແມ່ນບໍ່ມີຄຸນຄ່າຫຍັງໝົດ ແມ່ນບໍ່? ແລະ ສັດທາຂອງພວກເຈົ້າແມ່ນຜິດປົກກະຕິ ແມ່ນບໍ? ແລ້ວເຈົ້າຈະຈັດການກັບອະນາຄົດຂອງເຈົ້າແນວໃດ? ເຈົ້າຈະເລືອກເສັ້ນທາງທີ່ເຈົ້າຈະເດີນຕໍ່ໄປດ້ວຍວິທີໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ສາມາດເຂົ້າກັບພຣະຄຣິດເປັນປໍລະປັກກັບພຣະເຈົ້າຢ່າງແນ່ນອນ
93. ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະລະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຫຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຊາຍທີ່ຈ່ອຍບາງຄົນນີ້ຈະສາມາດເອົາຊະນະຄົນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິະເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.
ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມືທີ່ມີອິດທິພົນຂອງພວກເຂົາ. ຢູ່ໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.
ໃນກໍລະນີໃດກໍຕາມ, ເຮົາຂໍບອກວ່າທຸກຄົນທີ່ບໍ່ຊື່ນຊົມຄວາມຈິງແມ່ນຜູ້ທີ່ບໍ່ເຊື່ອ ແລະ ເປັນຜູ້ທໍລະຍົດຕໍ່ຄວາມຈິງ. ຄົນເຊັ່ນນັ້ນຈະບໍ່ມີວັນໄດ້ຮັບການຍອມຮັບຈາກພຣະຄຣິດ. ຕອນນີ້ເຈົ້າໄດ້ຮູ້ແລ້ວບໍວ່າຄວາມບໍ່ເຊື່ອຢູ່ພາຍໃນຕົວເຈົ້ານັ້ນມີຫຼາຍສໍ່າໃດ ແລະ ມີເຈົ້າມີຄວາມທໍລະຍົດຕໍ່ພຣະຄຣິດຫຼາຍສໍ່າໃດ? ເຮົາຂໍເຕືອນເຈົ້າດັ່ງນີ້: ຍ້ອນເຈົ້າໄດ້ເລືອກເສັ້ນທາງແຫ່ງຄວາມຈິງແລ້ວ, ເຈົ້າກໍ່ຄວນອຸທິດຕົນເອງ ຢ່າງສຸດໃຈ; ຢ່າສອງຈິດສອງໃຈ ແລະ ລັງເລໃຈ. ເຈົ້າຄວນເຂົ້າໃຈວ່າພຣະເຈົ້າບໍ່ໄດ້ເປັນຂອງໂລກ ຫຼື ຂອງບຸກຄົນໃດໜຶ່ງ, ແຕ່ເປັນຂອງທຸກຄົນທີ່ເຊື່ອໃນພຣະອົງຢ່າງແທ້ຈິງ, ເປັນຂອງທຸກຄົນທີ່ນະມັດສະການພຣະອົງ ແລະ ທຸກຄົນທີ່ໄດ້ອຸທິດຕົນ ແລະ ຊື່ສັດຕໍ່ພຣະອົງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?
94. ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະຫຼະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມືອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ
95. ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍຄື ມະນຸດດໍາເນີນການຄຸ້ມຄອງຂອງເຂົາເອງໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈກັບການຄຸ້ມຄອງຂອງພຣະເຈົ້າ. ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດແມ່ນນອນຢູ່ກັບວິທີທີ່ມະນຸດສ້າງຈຸດໝາຍປາຍທາງຕາມອຸດົມຄະຕິຂອງເຂົາເອງ ແລະ ວາງແຜນຫາວິທີທີ່ຈະຮັບພອນອັນຍິ່ງໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ ໃນເວລາດຽວກັນກັບທີ່ສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ເຖິງແມ່ນຄົນໆໜຶ່ງຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ, ມີຈັກຄົນພ້ອມທີ່ຈະສາມາດປະຖິ້ມອຸດົນຄະຕິ ແລະ ຄວາມຫວັງຂອງຂອງພວກເຂົາ? ແລ້ວຜູ້ໃດສາມາດຢຸດບາດກ້າວຂອງພວກເຂົາເອງ ແລະ ຢຸດຄິດພຽງແຕ່ຜົນປະໂຫຍດຂອງຕົນເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຄົນທີ່ຈະຍອມຕໍ່ພຣະອົງໂດຍການອຸທິດຄວາມຄິດ ແລະ ຮ່າງກາຍທັງໝົດຂອງພວກເຂົາໃຫ້ກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພຣະອົງບໍ່ຕ້ອງການຜູ້ຄົນທີ່ແບມືຂໍທານຈາກພຣະອົງທຸກວັນ, ແຮງໄກທີ່ຈະຕ້ອງການຄົນທີ່ໃຫ້ໜ້ອຍດຽວ ແລະ ຫຼັງຈາກນັ້ນກໍລໍຖ້າຮັບເອົາລາງວັນ. ພຣະເຈົ້າກຽດຊັງຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແລະ ຫຼັງຈາກນັ້ນກໍນອນຢູ່ກັບກຽດຕິຍົດຂອງພວກເຂົາ. ພຣະເຈົ້າກຽດຊັງຜູ້ຄົນເລືອດເຢັນເຫຼົ່ານີ້ທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບການໄປສະຫວັນ ແລະ ການຮັບພອນ. ພຣະອົງມີຄວາມກຽດຊັງທີ່ຫຼາຍຂຶ້ນສຳລັບຄົນທີ່ສວຍໂອກາດທີ່ຖືກນຳສະເໜີໂດຍພາລະກິດທີ່ພຣະອົງປະຕິບັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນັ້ນກໍຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸ ແລະ ໄດ້ຮັບຜ່ານພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໃຫ້ໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ສົນໃຈຫົວໃຈຂອງພຣະເຈົ້າ, ໝົກມຸ່ນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາເອງທັງສິ້ນ. ຄົນທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວໃນວິທີທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມປະສົງຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາເອງພໍໃຈ ໃນລັກສະນະທີ່ບໍ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຶດຕິກຳຂອງພວກເຂົາບໍ່ໄດ້ຖືກຈົດຈໍາ ຫຼື ເຫັນດີເຫັນພ້ອມໂດຍພຣະເຈົ້າ, ແຮງໄກທີ່ພຣະອົງຈະເບິ່ງພຶດຕິກຳນັ້ນຢ່າງເພິ່ງພໍໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ
96. ການກະທຳຂອງເຮົາແມ່ນຫຼາຍກວ່າຈໍານວນເມັດຊາຍທີ່ມີຢູ່ຕາມຫາດຊາຍ ແລະ ສະຕິປັນຍາຂອງເຮົາແມ່ນເໜືອກວ່າບັນດາລູກຊາຍທັງໝົດຂອງໂຊໂລໂມນ, ແຕ່ຜູ້ຄົນພຽງແຕ່ຄິດກ່ຽວກັບເຮົາຄືກັບແພດທີ່ບໍ່ມີຄວາມສໍາຄັນຫຍັງເລີຍ ແລະ ອາຈານທີ່ບໍ່ເປັນທີ່ຮັບຮູ້ຂອງມະນຸດ. ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາຮັກສາພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຫ້ເຮົາໃຊ້ພະລັງຂອງເຮົາຂັບໄລ່ວິນຍານທີ່ບໍ່ສະອາດອອກຈາກຮ່າງກາຍຂອງພວກເຂົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງເພື່ອໄດ້ຮັບຄວາມສະຫງົບ ແລະ ຄວາມສຸກຈາກເຮົາ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຕ້ອງການຄວາມຮັ່ງມີທາງວັດຖຸຈາກເຮົາຍິ່ງຂຶ້ນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອໃຊ້ຊີວິດນີ້ຢ່າງສະຫງົບສຸກ ແລະ ເພື່ອຈະໄດ້ປອດໄພ ແລະ ຢູ່ລອດ ໃນໂລກທີ່ຈະມາເຖິງ? ມີຈັກຄົນທີ່ເຊື່ອໃນເຮົາເພື່ອຫຼີກເວັ້ນຄວາມທຸກທໍລະມານແຫ່ງນະຮົກ ແລະ ເພື່ອໄດ້ຮັບພອນແຫ່ງສະຫວັນ? ມີຈັກຄົນທີ່ເຊື່ອໃນເຮົາພຽງແຕ່ເພື່ອຄວາມສະດວກສະບາຍຊົ່ວຄາວ ແຕ່ບໍ່ສະແຫວງຫາທີ່ຈະໄດ້ຮັບສິ່ງໃດໆໃນໂລກທີ່ຈະມາເຖິງ? ໃນເວລາທີ່ເຮົານຳຄວາມໂກດຮ້າຍຂອງເຮົາລົງມາສູ່ມະນຸດ ແລະ ຍຶດເອົາຄວາມສຸກ ແລະ ຄວາມສະຫງົບສຸກທັງໝົດທີ່ຄັ້ງໜຶ່ງເຂົາເຄີຍມີ, ມະນຸດກໍຈະເກີດມີຄວາມສົງໄສ. ເມື່ອເຮົາມອບຄວາມທຸກທໍລະມານແຫ່ງນະຮົກໃຫ້ກັບມະນຸດ ແລະ ໄດ້ຮຽກກັບຄືນພອນແຫ່ງສະຫວັນ, ຄວາມອັບອາຍຂອງມະນຸດກໍຈະກາຍເປັນຄວາມໂກດແຄ້ນ. ເມື່ອມະນຸດ ຮ້ອງຂໍໃຫ້ເຮົາປິ່ນປົວເຂົາ, ເຮົາແມ່ນບໍ່ໄດ້ເອົາໃຈໃສ່ເຂົາ ແລະ ຮູ້ສຶກກຽດຊັງຕໍ່ເຂົາ; ມະນຸດກໍໜີອອກຈາກເຮົາໄປສະແຫວງຫາວິທີການແຫ່ງການແພດສາດ ແລະ ເວດມົນທີ່ຊົ່ວຮ້າຍ. ໃນເວລາທີ່ເຮົາເອົາທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການຈາກເຮົາໄປ, ທຸກຄົນກໍຫາຍໄປໂດຍບໍ່ມີຮ່ອງຮອຍ. ສະນັ້ນ, ເຮົາຈຶ່ງເວົ້າວ່າ ມະນຸດມີຄວາມສັດທາໃນເຮົາ ເພາະວ່າເຮົາໃຫ້ຄວາມກະລຸນາຫຼາຍເກີນໄປ ແລະ ມີສິ່ງທີ່ຈະໄດ້ຮັບຫລາຍເກີນໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?
97. ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ? ສິ່ງທີ່ເຈົ້າສະແຫວງຫາແມ່ນເພື່ອໄດ້ຮັບສັນຕິສຸກຫຼັງຈາກທີ່ເຊື່ອໃນພຣະເຈົ້າ ຄືໃຫ້ລູກຂອງເຈົ້າເປັນອິດສະລະຈາກຄວາມເຈັບປ່ວຍ, ໃຫ້ສາມີຂອງເຈົ້າມີອາຊີບທີ່ດີ, ໃຫ້ລູກຊາຍຂອງເຈົ້າພົບພັນລະຍາທີ່ດີ, ໃຫ້ລູກສາວຂອງເຈົ້າພົບສາມີທີ່ເໝາະສົມ, ໃຫ້ງົວ ແລະ ມ້າຂອງເຈົ້າຄາດດິນໄດ້ດີ, ໃຫ້ປີທີ່ມີສະພາບອາກາດດີສຳລັບຜົນປູກຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າສະແຫວງຫາ. ການສະແຫວງຫາຂອງເຈົ້າແມ່ນພຽງແຕ່ການດຳລົງຊີວິດຢ່າງສະບາຍ, ເພື່ອບໍ່ໃຫ້ເກີດອຸປະຕິເຫດກັບຄອບຄົວຂອງເຈົ້າ, ໃຫ້ລົມພັດຜ່ານເຈົ້າໄປ, ເພື່ອໃຫ້ໃບໜ້າຂອງເຈົ້າບໍ່ຖືກພັດດ້ວຍເມັດດິນຊາຍ, ເພື່ອໃຫ້ຜົນປູກຂອງຄອບຄົວຂອງເຈົ້າບໍ່ຖືກນໍ້າຖ້ວມ, ເພື່ອໃຫ້ເຈົ້າບໍ່ໄດ້ຜົນກະທົບຈາກໄພພິບັດໃດໆ, ເພື່ອດຳລົງຊີວິດໃນອ້ອມກອດຂອງພຣະເຈົ້າ, ເພື່ອດຳລົງຊີວິດໃນເຮືອນຮັງທີ່ອົບອຸ່ນ ແລະ ສະບາຍ. ຄົນຂີ້ຢ້ານແບບເຈົ້າ ຜູ້ເຊິ່ງສະແຫວງຫາເນື້ອໜັງຢູ່ສະເໝີ ເຈົ້າມີຫົວໃຈບໍ, ເຈົ້າມີວິນຍານບໍ? ເຈົ້າບໍ່ແມ່ນສັດບໍ? ເຮົາມອບຫົນທາງທີ່ແທ້ຈິງໃຫ້ກັບເຈົ້າໂດຍບໍ່ຮຽກຮ້ອງຫຍັງເປັນການຕອບແທນ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າເປັນໜຶ່ງໃນຄົນທີ່ເຊື່ອໃນພຣະເຈົ້າບໍ? ເຮົາປະທານຊີວິດມະນຸດທີ່ແທ້ຈິງໃຫ້ກັບເຈົ້າ, ແຕ່ເຈົ້າກໍບໍ່ສະແຫວງຫາ. ເຈົ້າບໍ່ໄດ້ແຕກຕ່າງຫຍັງຈາກໝູ ຫຼື ໝາບໍ? ໝູບໍ່ສະແຫວງຫາຊີວິດຂອງມະນຸດ, ພວກມັນບໍ່ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ພວກມັນບໍ່ເຂົ້າໃຈວ່າ ຊີວິດແມ່ນຫຍັງ. ໃນແຕ່ລະມື້ ຫຼັງຈາກທີ່ກິນອີ່ມແລ້ວ, ພວກມັນກໍຈະມີແຕ່ນອນ. ເຮົາມອບຫົນທາງທີ່ແທ້ຈິງ, ແຕ່ເຈົ້າບໍ່ໄດ້ຮັບເອົາມັນ ນັ້ນຄື: ເຈົ້າມີແຕ່ມືເປົ່າ. ເຈົ້າເຕັມໃຈທີ່ຈະສືບຕໍ່ກັບຊີວິດແບບນີ້ບໍ ເຊິ່ງເປັນຊີວິດຂອງໝູ? ແມ່ນຫຍັງຄືຄວາມໝາຍທີ່ຄົນປະເພດນີ້ມີຊີວິດຢູ່? ຊີວິດຂອງເຈົ້າເປັນຕາລັງກຽດ ແລະ ເປັນຕາໜ້າອັບອາຍ, ເຈົ້າດຳລົງຊີວິດທ່າມກາງຄວາມສົກກະປົກ ແລະ ມີຕັນຫາຫຼາຍ ແລະ ເຈົ້າບໍ່ສະແຫວງຫາເປົ້າໝາຍໃດເລີຍ; ຊີວິດຂອງເຈົ້າບໍ່ແມ່ນຊີວິດທີ່ເປັນຕາໜ້າອັບອາຍທີ່ສຸດເລີຍບໍ? ເຈົ້າກ້າທີ່ຈະຫຼຽວເບິ່ງພຣະເຈົ້າຢູ່ບໍ? ຖ້າເຈົ້າສືບຕໍ່ມີປະສົບການໃນລັກສະນະນີ້, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ? ຫົນທາງທີ່ແທ້ຈິງຖືກມອບໃຫ້ກັບເຈົ້າແລ້ວ, ແຕ່ໃນທີ່ສຸດ ເຈົ້າຈະສາມາດຮັບເອົາມັນໄດ້ ຫຼື ບໍ່ ແມ່ນຂຶ້ນກັບການສະແຫວງຫາສ່ວນຕົວຂອງເຈົ້າເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ
98. ໃນປະສົບການຊີວິດຂອງຜູ້ຄົນ, ພວກເຂົາຄິດກັບຕົນເອງຢູ່ສະເໝີວ່າ ຂ້ານ້ອຍໄດ້ສະຫຼະຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອພຣະເຈົ້າ ແລ້ວພຣະອົງໄດ້ສະຫຼະຫຍັງແດ່ແກ່ຂ້ານ້ອຍ? ຂ້ານ້ອຍຕ້ອງບວກມັນ ແລະ ຢືນຢັນວ່າ, ຂ້ານ້ອຍໄດ້ຮັບພອນຢ່າງໃດຢ່າງໜຶ່ງເມື່ອບໍ່ດົນມານີ້ບໍ? ຂ້ານ້ອຍໄດ້ມອບຢ່າງຫຼວງຫຼາຍໃນໄລຍະເວລານີ້, ຂ້ານ້ອຍໄດ້ແລ່ນ ແລະ ແລ່ນ ແລະ ໄດ້ທົນທຸກຢ່າງຫຼວງຫຼາຍ, ແລ້ວພຣະເຈົ້າໄດ້ໃຫ້ສັນຍາແກ່ຂ້ານ້ອຍເປັນການຕອບແທນບໍ? ພຣະອົງຈະຈົດຈໍາການກະທຳດີຂອງຂ້ານ້ອຍບໍ? ແລ້ວຈຸດຈົບຂອງຂ້ານ້ອຍຈະເປັນແນວໃດ? ຂ້ານ້ອຍຈະສາມາດຮັບເອົາພອນຂອງພຣະເຈົ້າບໍ? ... ທຸກຄົນຄຳນວນສິ່ງດັ່ງກ່າວຢູ່ພາຍໃນຫົວໃຈຂອງພວກເຂົາຢູ່ເລື້ອຍໆ ແລະ ພວກເຂົາຮຽກຮ້ອງພຣະເຈົ້າໃຫ້ແບກຮັບເອົາແຮງຈູງໃຈຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມຄິດແບບເຫັນແກ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ນີ້ໝາຍຄວາມວ່າ ໃນຫົວໃຈຂອງເຂົາ ມະນຸດກຳລັງທົດສອບພຣະເຈົ້າຢູ່ເລື້ອຍໆ, ຄິດວາງແຜນກ່ຽວກັບພຣະເຈົ້າຢູ່ເລື້ອຍໆ, ໂຕ້ຖຽງກັບພຣະເຈົ້າເພື່ອຜົນໄດ້ຮັບຂອງເຂົາເອງ ແລະ ພະຍາຍາມຖອດຖອນຄຳເວົ້າຂອງພຣະເຈົ້າ, ເບິ່ງວ່າພຣະເຈົ້າຈະສາມາດມອບສິ່ງທີ່ເຂົາຕ້ອງການໃຫ້ແກ່ເຂົາ ຫຼື ບໍ່. ໃນຂະນະທີ່ສະແຫວງຫາພຣະເຈົ້າ, ມະນຸດບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າ. ມະນຸດພະຍາຍາມທີ່ຈະເຮັດຂໍ້ຕົກລົງກັບພຣະເຈົ້າຢູ່ສະເໝີ, ຮຽກຮ້ອງຈາກພຣະອົງຢ່າງບໍ່ຢຸດຢັ້ງ ແລະ ເຖິງກັບກົດດັນພຣະອົງໃນທຸກດ້ານ, ພະຍາຍາມເອົາສອກຫຼັງຈາກໄດ້ຄືບ. ໃນຂະນະທີ່ພະຍາຍາມຕົກລົງກັບພຣະເຈົ້າ, ມະນຸດໂຕ້ຖຽງກັບພຣະອົງ ແລະ ຍັງມີຄົນທີ່ອ່ອນແອ, ຂີ້ຄ້ານ ແລະ ເມີນເສີຍໃນວຽກງານຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍການຕໍ່ວ່າພຣະເຈົ້າ ເມື່ອການທົດລອງເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາຜະເຊີນກັບສະຖານະການໃດໜຶ່ງ. ຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດ, ເຂົາໄດ້ພິຈາລະນາໃຫ້ພຣະເຈົ້າເປັນເຂົາແກະແຫ່ງອຸດົມສົມບູນ, ເປັນມີດຂອງກອງທັບສະວິດເຊີແລນ ແລະ ເຂົາໄດ້ພິຈາລະນາຕົນເອງໃຫ້ເປັນເຈົ້າໜີ້ທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ຄືກັບວ່າການພະຍາຍາມຮັບເອົາພອນ ແລະ ສັນຍາຈາກພຣະເຈົ້າຄືສິດ ແລະ ພັນທະໂດຍທຳມະຊາດຂອງເຂົາ, ໃນຂະນະທີ່ຄວາມຮັບຜິດຊອບຂອງພຣະເຈົ້າແມ່ນເພື່ອປົກປ້ອງ ແລະ ດູແລມະນຸດ ແລະ ສະໜອງໃຫ້ແກ່ເຂົາ. ສິ່ງດັ່ງກ່າວຄືຄວາມເຂົ້າໃຈພື້ນຖານກ່ຽວກັບ “ຄວາມເຊື່ອໃນພຣະເຈົ້າ” ຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ສິ່ງດັ່ງກ່າວຄືຄວາມເຂົ້າໃຈທີ່ເລິກເຊິ່ງທີ່ສຸດກ່ຽວກັບແນວຄິດແຫ່ງຄວາມເຊື່ອໃນພຣະເຈົ້າ. ນັບຕັ້ງແຕ່ທາດແທ້ແຫ່ງທຳມະຊາດຂອງມະນຸດຈົນເຖິງການສະແຫວງຫາສ່ວນຕົວຂອງເຂົາ, ບໍ່ມີຫຍັງທີ່ກ່ຽວພັນກັບຄວາມຢຳເກງພຣະເຈົ້າ. ເປົ້າໝາຍຂອງມະນຸດໃນການເຊື່ອໃນພຣະເຈົ້າບໍ່ສາມາດເປັນໄປໄດ້ທີ່ຈະກ່ຽວຂ້ອງກັບການນະມັດສະການພຣະເຈົ້າ. ນັ້ນໝາຍຄວາມວ່າ ມະນຸດບໍ່ເຄີຍພິຈາລະນາ ຫຼື ເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າຮຽກຮ້ອງການຢຳເກງ ແລະ ການນະມັດສະການພຣະເຈົ້າ. ອີງຕາມສະຖານະການດັ່ງກ່າວແລ້ວ, ສາມາດເຫັນໄດ້ເຖິງທາດແທ້ຂອງມະນຸດຢ່າງຊັດເຈນ. ແມ່ຫຍັງຄືທາດແທ້ນີ້? ມັນກໍຄື ຫົວໃຈຂອງມະນຸດມີເຈດຕະນາຮ້າຍ, ມີການທໍລະຍົດ ແລະ ການຫຼອກລວງ, ບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ ແລະ ມັນເປັນຕາລັງກຽດ ແລະ ເປັນຄົນໂລບມາໂລພາ. ຫົວໃຈຂອງມະນຸດບໍ່ສາມາດປິດຕໍ່ພຣະເຈົ້າໄປຫຼາຍກວ່ານີ້ອີກແລ້ວ; ເຂົາບໍ່ໄດ້ມອບມັນໃຫ້ກັບພຣະເຈົ້າເລີຍ. ພຣະເຈົ້າບໍ່ເຄີຍເຫັນຫົວໃຈທີ່ແທ້ຈິງຂອງມະນຸດ ຫຼື ມະນຸດບໍ່ເຄີຍນະມັດສະການພຣະອົງ. ບໍ່ວ່າພຣະເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ ຫຼື ພຣະອົງຈະປະຕິບັດພາລະກິດຫຼາຍສໍ່າໃດ ຫຼື ພຣະອົງຈະສະໜອງແກ່ມະນຸດຫຼາຍສໍ່າໃດ, ມະນຸດກໍຍັງຄົງຕາບອດ ແລະ ເສີຍເມີຍຕໍ່ທຸກສິ່ງເຫຼົ່ານັ້ນ. ມະນຸດບໍ່ເຄີຍມອບຫົວໃຈຂອງເຂົາໃຫ້ແກ່ພຣະເຈົ້າ, ເຂົາພຽງແຕ່ສົນໃຈຫົວໃຈຂອງເຂົາເອງ, ຕັດສິນໃຈດ້ວຍຕົນເອງ, ຄວາມເປັນຈິງກໍຄືມະນຸດບໍ່ຕ້ອງການປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ຫຼື ເຊື່ອຟັງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາບໍ່ຕ້ອງການນະມັດສະການພຣະເຈົ້າເປັນພຣະເຈົ້າ. ສິ່ງດັ່ງກ່າວຄືສະພາວະຂອງມະນຸດໃນປັດຈຸບັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
99. ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ພວກເຈົ້າທຸກຄົນອ່ອນໄຫວເປັນພິເສດໃນບັນຫານີ້. ບາງຄົນບໍ່ສາມາດລໍຖ້າທີ່ຈະຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດຢ່າງຍາວນານໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະລະຫຼາຍຂຶ້ນ. ແລ້ວສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ເລິກໆວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັ່ງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ຍິ່ງໄປກວ່ານັ້ນ ຄວາມຈິງໃຈຂອງພວກເຈົ້າແມ່ນເປັນຕາຢ້ານກົວຫຼາຍ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ຕັ້ງແຕ່ຕົ້ນຈົນຈົບ ພວກເຈົ້າໄດ້ເປີດໃຈກັບເຮົາ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້ໃນຫົວໃຈຂອງພວກເຈົ້າເລີຍ, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກທີ່ສຸດຂອງການເປັນຢູ່ຂອງພວກເຈົາ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນ. ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ; ມັນເປັນຍ້ອນວ່າ ຫົວໃຈແຫ່ງການອຸທິດຕົນຂອງພວກເຈົ້ານັ້ນບໍ່ພຽງພໍຫຼາຍເກີນໄປທີ່ຈະຜະເຊີນກັບທຸກສິ່ງທຸກຢ່າງທີ່ເຮົາກະທຳ. ພວກເຈົ້າອາດບໍ່ເຂົ້າໃຈເຖິງສິ່ງທີ່ເຮົາໝາຍເຖິງ ສະນັ້ນ ເຮົາຂໍອະທິບາຍແບບງ່າຍໆໃຫ້ພວກເຈົ້າເຂົ້າໃຈ ນັ້ນກໍຄື ສິ່ງທີ່ພວກເຈົ້າຕ້ອງການບໍ່ແມ່ນຄວາມຈິງ ແລະ ຊີວິດ; ມັນບໍ່ແມ່ນຫຼັກການແຫ່ງການປະພຶດຕົວຂອງພວກເຈົ້າ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນພາລະກິດທີ່ເຮົາປາຖະໜາ. ສິ່ງທີ່ພວກເຈົ້າຕ້ອງການແມ່ນທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃນເນື້ອໜັງ ນັ້ນກໍຄື ຄວາມຮັ່ງມີ, ຖານະ, ຄອບຄົວ, ການແຕ່ງດອງ ຯລຯ. ພວກເຈົ້າບໍ່ພິຈາລະນາເຖິງພຣະທຳ ແລະ ພາລະກິດຂອງເຮົາຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງສາມາດສະຫຼຸບຄວາມເຊື່ອຂອງພວກເຈົ້າເປັນຄຳດຽວວ່າ ຄວາມບໍ່ຈິງຈັງ. ພວກເຈົ້າຈະເຮັດທຸກສິ່ງເພື່ອບັນລຸສິ່ງຕ່າງໆທີ່ພວກເຈົ້າອຸທິດຕົວໃຫ້ຢ່າງເຕັມທີ່, ແຕ່ເຮົາຄົ້ນພົບວ່າ ພວກເຈົ້າບໍ່ເອົາໃຈໃສ່ໃນທຸກຢ່າງ ເພື່ອເຫັນແກ່ຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ກົງກັນຂ້າມ, ພວກເຈົ້າຊື່ສັດພໍປະມານ ແລະ ຈິງຈັງພໍປະມານ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ຄົນທີ່ຂາດຫົວໃຈທີ່ຈິງໃຈທີ່ສຸດກໍຄືຄົນທີ່ລົ້ມເຫຼວໃນຄວາມເຊື່ອຕໍ່ພຣະເຈົ້າ. ໃຫ້ຄິດຢ່າງຖີ່ຖ້ວນວ່າ ມີຄວາມລົ້ມເຫຼວທ່າມກາງພວກເຈົ້າຫຼາຍບໍ?
ພວກເຈົ້າຄວນຮຸ້ວ່າ ຄວາມສຳເລັດໃນການເຊື່ອພຣະເຈົ້ານັ້ນ ແມ່ນສໍາເລັດໂດຍຈາກການກະທຳຂອງພວກເຈົ້າເອງ; ເມື່ອຜູ້ຄົນລົ້ມເຫຼວ, ນັ້ນກໍຍ້ອນການກະທຳຂອງພວກເຈົ້າເອງ, ບໍ່ແມ່ນຜົນມາຈາກປັດໄຈໃດໆ. ເຮົາເຊື່ອວ່າ ພວກເຈົ້າຕ້ອງເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ບາງສິ່ງສຳເລັດ ເຖິງແມ່ນວ່າ ສິ່ງນັ້ນຈະຫຍຸ້ງຍາກກວ່າ ແລະ ທົນທຸກທໍລະມານຫຼາຍກວ່າການເຊື່ອໃນພຣະເຈົ້າ ແລະ ພວກເຈົ້າກໍຈະເຮັດກັບມັນຢ່າງຈິງຈັງ. ຍິ່ງໄປກວ່ານັ້ນ ພວກເຈົ້າກໍຈະຕັ້ງໃຈເຮັດໂດຍປາດສະຈາກຂໍ້ຜິດພາດໃດໆເລີຍ; ສິ່ງເຫຼົ່ານີ້ແມ່ນຄວາມພະຍາຍາມຢ່າງບໍ່ທໍ້ຖອຍ ທີ່ພວກເຈົ້າທຸກຄົນໄດ້ນໍາເຂົ້າສູ່ຊີວິດຂອງພວກເຈົ້າເອງ. ນອກຈາກນັ້ນ ພວກເຈົ້າຍັງສາມາດຫຼອກລວງເຮົາທາງຝ່າຍເນື້ອໜັງ ແຕ່ບໍ່ສາມາດຫຼອກລວງຄົນໃນຄອບຄົວຂອງພວກເຈົ້າເອງ. ນີ້ແມ່ນການປະພຶດທີ່ບໍ່ປ່ຽນແປງຂອງພວກເຈົ້າ ແລະ ຫຼັກການທີ່ພວກເຈົ້ານໍາໄປໃຊ້ໃນຊີວິດຂອງພວກເຈົ້າ. ພວກເຈົ້າບໍ່ໄດ້ສ້າງພາບຈອມປອມເພື່ອຫຼອກລວງເຮົາບໍ ໂດຍເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ເພື່ອຈະໄດ້ມີຈຸດໝາຍປາຍທາງທີ່ສວຍງາມ ແລະ ຢ່າງມີຄວາມສຸກ? ເຮົາຮູ້ວ່າ ການອຸທິດຕົນຂອງພວກເຈົ້າ ແລະ ຄວາມຈິງໃຈຂອງພວກເຈົ້າເປັນສິ່ງຊົ່ວຄາວ; ຄວາມທະເຍີທະຍານຂອງພວກເຈົ້າ ແລະ ລາຄາທີ່ພວກເຈົ້າຈ່າຍນັ້ນແມ່ນພຽງແຕ່ເພື່ອປັດຈຸບັນ ແລະ ບໍ່ແມ່ນສຳລັບອະນາຄົດບໍ່ແມ່ນບໍ? ພວກເຈົ້າພຽງແຕ່ຕ້ອງການໃຊ້ຄວາມພະຍາຍາມຄັ້ງສຸດທ້າຍເພື່ອຮັກສາຈຸດໝາຍປາຍທາງທີ່ສວຍງາມ. ເປົ້າໝາຍຂອງພວກເຈົ້າກໍເປັນພຽງການຄ້າຂາຍເທົ່ານັ້ນ; ມັນບໍ່ແມ່ນຍ້ອນພວກເຈົ້າເປັນໜີ້ກັບຄວາມຈິງ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນການຕອບແທນເຮົາສຳລັບລາຄາທີ່ເຮົາໄດ້ຈ່າຍ. ສະຫຼຸບກໍຄືພວກເຈົ້າພຽງແຕ່ເຕັມໃຈທີ່ຈະໃຊ້ຄວາມສະຫຼາດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ເຕັມໃຈທີ່ຈະຕໍ່ສູ້ເພື່ອສິ່ງນັ້ນ. ນີ້ບໍ່ແມ່ນຄວາມປາຖະໜາທີ່ແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າຕ້ອງບໍ່ປິດບັງຕົວພວກເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຕ້ອງບໍ່ຄິດໜັກເກີນໄປກ່ຽວກັບຈຸດໝາຍປາຍທາງຂອງພວກເຈົ້າ ຈົນເຖິງຈຸດທີ່ວ່າ ພວກເຈົ້າບໍ່ສາມາດກິນ ແລະ ນອນຫຼັບໄດ້. ເພາະວ່າ ຄວາມຈິງແລ້ວຈຸດໝາຍປາຍທາງຂອງພວກເຈົ້າແມ່ນຈະຖືກກຳນົດໃນເວລາສຸດທ້າຍຢູ່ດີບໍ່ແມ່ນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວ່າດ້ວຍເລື່ອງຈຸດໝາຍປາຍທາງ
100. ພວກເຈົ້າໄດ້ຕິດຕາມເຮົາມາເປັນເວລາຫຼາຍປີ ແຕ່ບໍ່ເຄີຍໄດ້ມອບຄວາມຈົງຮັກພັກດີໃຫ້ແກ່ເຮົາແມ່ນແຕ່ພຽງເລັກໜ້ອຍ. ໃນທາງກົງກັນຂ້າມ ພວກເຈົ້າແມ່ນຕິດພັນອ້ອມຂ້າງຄົນທີ່ພວກເຈົ້າຮັກ ແລະ ສິ່ງຕ່າງໆທີ່ເຮັດໃຫ້ພວກເຈົ້າເພິ່ງພໍໃຈ, ຫຼາຍຈົນເກືອບທຸກເວລາ ແລະ ບໍ່ວ່າຈະຢູ່ໃສກໍຕາມທີ່ເຈົ້າໄປ, ເຈົ້າກໍຮັກສາພວກເຂົາໄວ້ໃກ້ຫົວໃຈຂອງພວກເຈົ້າ ແລະ ບໍ່ເຄີຍປະຖິ້ມພວກເຂົາ. ໃນເວລາໃດກໍຕາມທີ່ພວກເຈົ້າມີຄວາມກະຕືລືລົ້ນ ຫຼື ຫຼົງໄຫຼກັບສິ່ງໃດສິ່ງໜຶ່ງທີ່ພວກເຈົ້າຮັກ, ມັນກໍເກີດຂຶ້ນໃນຂະນະທີ່ພວກເຈົ້າກຳລັງຕິດຕາມເຮົາ ຫຼື ແມ່ນແຕ່ໃນຂະນະທີ່ພວກເຈົ້າຟັງພຣະທໍາຂອງເຮົາ. ສະນັ້ນ ເຮົາຈຶ່ງເວົ້າໄດ້ວ່າ ພວກເຈົ້າກຳລັງໃຊ້ຄວາມຈົງຮັກພັກດີ ທີ່ເຮົາຮຽກຮ້ອງຈາກພວກເຈົ້າ ເພື່ອຈົງຮັກພັກດີ ແລະ ຖະໜອມໃນ “ສັດລ້ຽງ” ຂອງພວກເຈົ້າແທນ. ເຖິງແມ່ນວ່າພວກເຈົ້າອາດຈະເສຍສະຫຼະສິ່ງໜຶ່ງ ຫຼື ສອງສິ່ງໃຫ້ແກ່ເຮົາ, ມັນກໍບໍ່ໄດ້ເປັນຕົວແທນໃຫ້ແກ່ພວກເຈົ້າທຸກຄົນ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າເຮົາຄືຜູ້ທີ່ພວກເຈົ້າມີຄວາມຈົງຮັກພັກດີຕໍ່ຢ່າງແທ້ຈິງ. ພວກເຈົ້າເຮັດໃຫ້ຕົນເອງຕິດພັນກັບພາລະໜ້າທີ່ທີ່ພວກເຈົ້າຫຼົງໄຫຼ: ບາງຄົນຈົງຮັກພັກດີຕໍ່ລູກຊາຍ ແລະ ລູກສາວ, ຄົນອື່ນກໍຈົງຮັກພັກດີຕໍ່ຜົວ, ເມຍ, ຄວາມຮັ່ງມີ, ວຽກງານ, ຫົວໜ້າ, ສະຖານະ ຫຼື ແມ່ຍິງ. ພວກເຈົ້າບໍ່ເຄີຍຮູ້ສຶກເມື່ອຍ ຫຼື ເບື່ອຕໍ່ສິ່ງຕ່າງໆທີ່ເຈົ້າຈົງຮັກພັກດີ; ແຕ່ໃນທາງກົງກັນຂ້າມ ພວກເຈົ້າຍິ່ງມີຄວາມຕ້ອງການຫຼາຍຂຶ້ນທີ່ຈະມີສິ່ງເຫຼົ່ານີ້ໃນປະລິມານຫຼາຍຂຶ້ນ ຫຼື ຄຸນນະພາບສູງຂຶ້ນ ແລະ ເຈົ້າກໍບໍ່ເຄີຍຍອມແພ້. ເຮົາ ແລະ ພຣະທໍາຂອງເຮົາຖືກດັນໃຫ້ຢູ່ເບື້ອງຫຼັງສິ່ງຕ່າງໆທີ່ພວກເຈົ້າຫຼົງໄຫຼ. ແລ້ວພວກເຈົ້າບໍ່ມີທາງເລືອກ ນອກຈາກຈະຈັດລຳດັບເຮົາ ແລະ ພຣະທຳໃຫ້ເປັນສິ່ງສຸດທ້າຍ. ເຖິງກັບມີຄົນທີ່ປ່ອຍຕໍາແໜ່ງສຸດທ້າຍນີ້ໄວ້ສຳລັບສິ່ງຕ່າງໆທີ່ພວກເຂົາຈົງຮັກພັກດີ ເຊິ່ງພວກເຂົາບໍ່ທັນໄດ້ຄົ້ນພົບເທື່ອ. ບໍ່ເຄີຍມີຮ່ອງຮອຍຂອງເຮົາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງພວກເຂົາ. ພວກເຈົ້າອາດຄິດວ່າເຮົາຮຽກຮ້ອງຈາກພວກເຈົ້າຫຼາຍເກີນໄປ ຫຼື ກ່າວຫາພວກເຈົ້າຢ່າງບໍ່ຖືກຕ້ອງ, ແຕ່ພວກເຈົ້າເຄີຍຄິດເຖິງຂໍ້ແທ້ຈິງທີ່ວ່າ ໃນຂະນະທີ່ພວກເຈົ້າໃຊ້ເວລາຢ່າງມີຄວາມສຸກກັບຄອບຄົວຂອງພວກເຈົ້ານັ້ນ, ພວກເຈົ້າບໍ່ເຄີຍຈົງຮັກພັກດີຕໍ່ເຮົາຈັກເທື່ອບໍ? ໃນເວລາແບບນີ້, ມັນບໍ່ໄດ້ເຮັດໃຫ້ພວກເຈົ້າເຈັບປວດບໍ? ເມື່ອຫົວໃຈຂອງພວກເຈົ້າເຕັມໄປດ້ວຍຄວາມປິຕິຍິນດີ ແລະ ພວກເຈົ້າໄດ້ຮັບລາງວັນສຳລັບການເຮັດວຽກໜັກຂອງພວກເຈົ້າ, ພວກເຈົ້າບໍ່ຮູ້ສຶກທໍ້ໃຈບໍ ທີ່ພວກເຈົ້າບໍ່ໄດ້ຮັບເອົາຄວາມຈິງຢ່າງພຽງພໍ? ມີຄັ້ງໃດແດ່ທີ່ພວກເຈົ້າຮ້ອງໄຫ້ເສຍໃຈທີ່ບໍ່ໄດ້ຮັບການເຫັນດີຈາກເຮົາ? ພວກເຈົ້າພະຍາຍາມຄິດຢ່າງໜັກ ແລະ ມີຄວາມເຈັບປວດອັນໃຫຍ່ຫຼວງເພື່ອເຫັນແກ່ລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ພວກເຈົ້າກໍຍັງບໍ່ພໍໃຈ; ພວກເຈົ້າຍັງເຊື່ອວ່າຕົນເອງບໍ່ໄດ້ດຸໝັ່ນແທນພວກເຂົາ, ພວກເຈົ້າບໍ່ໄດ້ເຮັດທຸກສິ່ງທີ່ພວກເຈົ້າສາມາດເຮັດໄດ້ເພື່ອພວກເຂົາ. ເຖິງຢ່າງໃດກໍຕາມ ສໍາລັບເຮົາແລ້ວ ພວກເຈົ້າແມ່ນບໍ່ລະມັດລະວັງ ແລະ ບໍ່ໄດ້ເອົາໃຈໃສ່ຢູ່ສະເໝີ; ເຮົາພຽງແຕ່ຢູ່ໃນຄວາມຊົງຈຳຂອງພວກເຈົ້າ, ແຕ່ເຮົາບໍ່ເຄີຍໄດ້ທົນຢູ່ໃນຫົວໃຈຂອງພວກເຈົ້າເລີຍ. ພວກເຈົ້າບໍ່ເຄີຍຮູ້ສຶກເຖິງການອຸທິດ ແລະ ຄວາມພະຍາຍາມຂອງເຮົາຢູ່ຕະຫຼອດໄປ ແລະ ພວກເຈົ້າບໍ່ເຄີຍຊື່ນຊົມພວກມັນເລີຍ. ພວກເຈົ້າພຽງແຕ່ໄຕ່ຕອງສັ້ນໆ ແລະ ເຊື່ອວ່າສິ່ງນີ້ພຽງພໍແລ້ວ. “ຄວາມຈົງຮັກພັກດີ” ດັ່ງກ່າວບໍ່ແມ່ນສິ່ງທີ່ເຮົາປາຖະໜາ, ແຕ່ເປັນສິ່ງທີ່ເຮົາກຽດຊັງຕະຫຼອດມາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?
101. ຖ້າຕອນນີ້ເຮົາເອົາເງິນຈໍານວນໜຶ່ງມາວາງໄວ້ຢູ່ຕໍ່ໜ້າຂອງພວກເຈົ້າ ແລະ ໃຫ້ພວກເຈົ້າມີອິດສະຫຼະທີ່ຈະເລືອກ ແລະ ຖ້າເຮົາບໍ່ໄດ້ກ່າວໂທດພວກເຈົ້າສຳລັບການຕັດສິນໃຈຂອງພວກເຈົ້າ, ແລ້ວຄົນສ່ວນໃຫຍ່ກໍຈະເລືອກເງິນ ແລະ ປະຖິ້ມຄວາມຈິງ. ຜູ້ທີ່ມດີແດ່ໃນບັນດາພວກເຈົ້າກໍອາດຈະສະຫຼະເງິນ ແລະ ເລືອກຄວາມຈິງຢ່າງບໍ່ເຕັມໃຈ, ໃນຂະນະທີ່ ຜູ້ທີ່ຢູ່ໃນລະຫວ່າງກາງກໍຈະຄວ້າເອົາເງິນໄວ້ໃນມືຂ້າງໜຶ່ງ ແລະ ຄວາມຈິງໄວ້ອີກຂ້າງ. ເມື່ອເປັນເຊັ່ນນີ້ ທາດແທ້ຂອງພວກເຈົ້າຈະບໍ່ຊັດເຈນໃນຕົວມັນເອງບໍ? ເມື່ອກຳລັງເລືອກລະຫວ່າງຄວາມຈິງ ແລະ ສິ່ງໃດໜຶ່ງທີ່ພວກເຈົ້າຕ້ອງຈົງຮັກພັກດີ, ພວກເຈົ້າທຸກຄົນກໍຈະຕັດສິນໃຈໄປໃນທໍານອງນັ້ນ ແລະ ທ່າທີ່ຂອງພວກເຈົ້າກໍຈະຍັງຄືເກົ່າ. ມັນບໍ່ແມ່ນແບບນັ້ນບໍ? ບໍ່ໄດ້ມີຫຼາຍ ຄົນໃນບັນດາພວກເຈົ້າບໍທີ່ສັບໄປສັບມາລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ? ໃນການແຂ່ງຂັນລະຫວ່າງສິ່ງທີ່ດີ ແລະ ສິ່ງທີ່ບໍ່ດີ, ສີດໍາ ແລະ ສີຂາວ, ແນ່ນອນ ພວກເຈົ້າຈະຮູ້ຈັກເຖິງທາງເລືອກທີ່ພວກເຈົ້າໄດ້ຕັດສິນໃຈລະຫວ່າງຄອບຄົວ ແລະ ພຣະເຈົ້າ, ລູກໆ ແລະ ພຣະເຈົ້າ, ສັນຕິສຸກ ແລະ ຄວາມແຕກແຍກ, ຄວາມຮັ່ງມີ ແລະ ຄວາມທຸກຍາກ, ສະຖານະ ແລະ ຄວາມສາມັນທຳມະດາ, ການຖືກສະໜັບສະໜູນ ແລະ ການຖືກປະຖິ້ມ ແລະ ອື່ນໆ. ລະຫວ່າງຄອບຄົວທີ່ມີສັນຕິສຸດ ແລະ ຄອບຄົວທີ່ແຕກແຍກ, ພວກເຈົ້າກໍເລືອກອັນທີ່ຢູ່ກ່ອນໜ້າ ແລະ ເຈົ້າເລືອກໂດຍບໍ່ລັ່ງເລໃຈ; ລະຫວ່າງຄວາມຮັ່ງມີ ແລະ ໜ້າທີ່, ພວກເຈົ້າກໍເລືອກສິ່ງທີ່ມາກ່ອນໜ້າ ເຖິງກັບຂາດຄວາມເຕັມໃຈທີ່ຈະກັບຄືນຝັ່ງ;[ກ] ລະຫວ່າງຄວາມຫຼູຫຼາ ແລະ ຄວາມທຸກຍາກ, ພວກເຈົ້າກໍເລືອກອັນກ່ອນໜ້າ; ແລະ ລະຫວ່າງລູກຊາຍ, ລູກສາວ, ເມຍ ແລະ ຜົວ ແລະ ເຮົາ, ພວກເຈົ້າກໍເລືອກສິ່ງທີ່ຢູ່ກ່ອນໜ້າ; ແລະ ລະຫວ່າງແນວຄິດ ແລະ ຄວາມຈິງ, ພວກເຈົ້າກໍຈະເລືອກອັນກ່ອນໜ້າອີກ. ເມື່ອພົບພໍ້ກັບການກະທໍາອັນຊົ່ວຮ້າຍທຸກຮູບແບບຂອງພວກເຈົ້າ, ເຮົາພຽງແຕ່ແມ່ນໝົດສັດທາໃນຕົວຂອງພວກເຈົ້າ. ມັນພຽງແຕ່ເຮັດໃຫ້ເຮົາປະຫຼາດໃຈວ່າ ຫົວໃຈຂອງພວກເຈົ້ານັ້ນຕໍ່ຕ້ານທີ່ຈະຖືກເຮັດໃຫ້ອ່ອນໂຍນ. ການອຸທິດ ແລະ ຄວາມພະຍາຍາມເປັນເວລາຫຼາຍປີບໍ່ໄດ້ນໍາຫຍັງເລີຍມາເຖິງເຮົາ ນອກຈາກການປະຖິ້ມ ແລະ ຄວາມສິ້ນຫວັງຂອງພວກເຈົ້າ, ແຕ່ຄວາມຫວັງຂອງເຮົາທີ່ມີຕໍ່ພວກເຈົ້າກໍນັບມື້ນັບເພີ່ມຂຶ້ນເລື້ອຍໆ ເພາະມື້ຂອງເຮົາໄດ້ຖືກເປີດເຜີຍຕໍ່ໜ້າທຸກຄົນໝົດແລ້ວ. ເຖິງຢ່າງນັ້ນກໍຕາມ ພວກເຈົ້າກໍຍັງສືບຕໍ່ສະແຫວງຫາສິ່ງທີ່ມືດມົວ ແລະ ຊົ່ວຮ້າຍ ແລະ ປະຕິເສດທີ່ຈະປ່ອຍວາງພວກມັນ. ດັ່ງນັ້ນ ຜົນໄດ້ຮັບຂອງພວກເຈົ້າຈະເປັນແນວໃດ? ພວກເຈົ້າໄດ້ພິຈາລະນາສິ່ງນີ້ຢ່າງລະອຽດກ່ອນແລ້ວບໍ? ຖ້າໃຫ້ພວກເຈົ້າເລືອກອີກຄັ້ງ, ແລ້ວຕໍາແໜ່ງຂອງພວກເຈົ້າຈະແມ່ນຫຍັງ? ພວກເຈົ້າຍັງຈະເລືອກອັນກ່ອນໜ້າຢູ່ບໍ? ພວກເຈົ້າຍັງຈະນໍາຄວາມຜິດຫວັງ ແລະ ຄວາມເສົ້າເສຍໃຈທີ່ເປັນຕາໜ້າສົມເພດມາສູ່ເຮົາຢູ່ບໍ? ຫົວໃຈຂອງພວກເຈົ້າຍັງຈະມີຄວາມອົບອຸ່ນພຽງເລັກນ້ອຍຢູ່ບໍ? ພວກເຈົ້າຈະຍັງບໍ່ຮູ້ຈັກສິ່ງທີ່ຈະຕ້ອງເຮັດເພື່ອເຮັດໃຫ້ເຮົາສະບາຍໃຈຢູ່ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຈົງຮັກພັກດີຕໍ່ຜູ້ໃດ?
102. ໃນແຕ່ລະມື້, ການກະທຳ ແລະ ຄວາມຄິດຂອງທຸກຄົນແມ່ນໄດ້ຖືກເບິ່ງເຫັນໂດຍສາຍຕາຂອງຜູ້ໜຶ່ງ ແລະ ໃນເວລາດຽວກັນນັ້ນ ກໍຢູ່ໃນການກະກຽມສຳລັບອະນາຄົດຂອງພວກເຂົາເອງ. ນີ້ແມ່ນເສັ້ນທາງທີ່ທຸກສິ່ງທີ່ມີຊີວິດຕ້ອງຍ່າງຕາມ; ມັນຄືເສັ້ນທາງທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າສຳລັບທຸກຄົນແລ້ວ ແລະ ບໍ່ມີໃຜສາມາດຫຼົບໜີຈາກມັນ ຫຼື ໄດ້ຮັບການຍົກເວັ້ນເລີຍ. ພຣະທຳທີ່ເຮົາໄດ້ກ່າວແມ່ນມີຈຳນວນນັບບໍ່ຖ້ວນ ແລະ ຍິ່ງໄປກວ່ານັ້ນ ພາລະກິດທີ່ເຮົາໄດ້ປະຕິບັດແມ່ນບໍ່ສາມາດວັດແທກໄດ້. ທຸກໆມື້ ເຮົາເບິ່ງແຕ່ລະຄົນປະຕິບັດທຸກສິ່ງທີ່ພວກເຂົາຕ້ອງປະຕິບັດໂດຍທໍາມະຊາດຕາມທຳມະຊາດທີ່ຕິດຝັງໃນຕົວຂອງພວກເຂົາ ແລະ ເຫດການທຳມະຊາດຂອງພວກເຂົາ. ຫຼາຍຄົນໄດ້ເຂົ້າສູ້ “ເສັ້ນທາງທີ່ຖືກຕ້ອງ” ໂດຍບໍ່ຮູ້ຕົວ ເຊິ່ງເຮົາໄດ້ຈັດວາງໄວ້ເພື່ອເປີດເຜີຍມະນຸດປະເພດທີ່ແຕກຕ່າງກັນ. ເຮົາໄດ້ວາງມະນຸດປະເພດທີ່ແຕກຕ່າງກັນເຫຼົ່ານີ້ໃນສະພາບແວດລ້ອມທີ່ແຕກຕ່າງກັນຕັ້ງແຕ່ດົນມາແລ້ວ ແລະ ໃນສະຖານທີ່ໃຜລາວຂອງພວກເຂົາ ແຕ່ລະຄົນກໍໄດ້ສະແດງລັກສະນະຕາມທຳມະຊາດຂອງພວກເຂົາ. ບໍ່ມີໃຜທີ່ຈະຜູກມັດພວກເຂົາ, ບໍ່ມີໃຜທີ່ລໍ້ລວງພວກເຂົາ. ພວກເຂົາມີອິດສະຫຼະທັງໝົດ ແລະ ສິ່ງທີ່ພວກເຂົາສະແດງກໍອອກມາຢ່າງທຳມະຊາດ. ມີພຽງສິ່ງດຽວທີ່ຕິດຕາມພວກເຂົາ: ພຣະທຳຂອງເຮົາ. ດ້ວຍເຫດນັ້ນ ບາງຄົນຈຶ່ງອ່ານພຣະທຳຂອງເຮົາແບບບໍ່ເຕັມໃຈ, ບໍ່ເຄີຍປະຕິບັດພຣະທໍາເຫຼົ່ານັ້ນຈັກເທື່ອ ໂດຍເຮັດຢ່າງນັ້ນກໍພຽງແຕ່ເພື່ອຫຼີກຫຼ່ຽງຄວາມຕາຍ; ໃນຂະນະດຽວກັນ ຄົນອື່ນພັດພົບວ່າ ມັນເປັນເລື່ອງຍາກທີ່ຈະອົດທົນຕໍ່ມື້ຕ່າງໆໂດຍບໍ່ມີພຣະທຳຂອງເຮົານໍາພາ ແລະ ກະກຽມໃຫ້ແກ່ພວກເຂົາ ແລະ ສະນັ້ນ ພວກເຂົາຈຶ່ງຍຶດໝັ້ນກັບພຣະທຳຂອງເຮົາຢ່າງເປັນທຳມະຊາດຢູ່ຕະຫຼອດເວລາ. ເມື່ອເວລາຜ່ານໄປ, ພວກເຂົາກໍຄົ້ນພົບຄວາມລັບຂອງຊີວິດມະນຸດ, ຈຸດໝາຍປາຍທາງຂອງມະນຸດຊາດ ແລະ ຄຸນຄ່າຂອງການເປັນມະນຸດ. ນີ້ເປັນພຽງການທີ່ມະນຸດຊາດຢູ່ໃນການສະຖິດຂອງເຮົາ ແລະ ເຮົາພຽງແຕ່ປ່ອຍໃຫ້ເລື່ອງລາວຕ່າງໆເປັນໄປຕາມທຳມະຊາດຂອງພວກມັນ. ເຮົາບໍ່ປະຕິບັດພາລະກິດຫຍັງທີ່ບັງຄັບໃຫ້ຜູ້ຄົນເອົາພຣະທຳຂອງເຮົາໄປເປັນພື້ນຖານຂອງການເປັນຢູ່ຂອງພວກເຂົາ. ດ້ວຍເຫດນັ້ນ ຄົນທີ່ບໍ່ເຄີຍມີຄວາມສຳນຶກ ຫຼື ຄົນທີ່ມີການເປັນຢູ່ເຊິ່ງບໍ່ເຄີຍມີຄຸນຄ່າ, ປະຖິ້ມພຣະທຳຂອງເຮົາຢ່າງໜ້າດ້ານ ແລະ ເຮັດຕາມທີ່ພວກເຂົາປາຖະໜາຫຼັງຈາກທີ່ສັງເກດວິທີທີ່ສິ່ງຕ່າງໆດຳເນີນໄປຢ່າງງຽບໆ. ພວກເຂົາເລີ່ມເບື່ອໜ່າຍຄວາມຈິງ ແລະ ທຸກສິ່ງທີ່ມາຈາກເຮົາ. ຍິ່ງໄປກວ່ານັ້ນ ພວກເຂົາເບື່ອກັບການຢູ່ໃນເຮືອນຂອງເຮົາ. ເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຂົາ ແລະ ເພື່ອຫຼົບໜີການລົງໂທດ, ຜູ້ຄົນເຫຼົ່ານີ້ອາໄສຢູ່ພາຍໃນເຮືອນຂອງເຮົາຊົ່ວຄາວ ເຖິງແມ່ນວ່າພວກເຂົາຈະໃຫ້ບໍລິການ. ເຖິງຢ່າງໃດກໍຕາມ ເຈດຕະນາ ແລະ ການປະຕິບັດຂອງພວກເຂົາແມ່ນບໍ່ເຄີຍປ່ຽນແປງ. ສິ່ງນີ້ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອໃຫ້ໄດ້ຮັບພອນ ແລະ ເພີ່ມຄວາມປາຖະໜາຂອງພວກເຂົາເພື່ອເຂົ້າສູ່ອານາຈັກເປັນຄັ້ງດຽວ ແລະ ຫຼັງຈາກນັ້ນແມ່ນຄົງຢູ່ໃນນັ້ນຕະຫຼອດໄປ ແມ່ນແຕ່ເພື່ອເຂົ້າສູ່ສະຫວັນຊົ່ວນິດນິລັນ. ຍິ່ງພວກເຂົ້າປາຖະໜາໃຫ້ມື້ຂອງເຮົາມາເຖິງໄວໆ, ພວກເຂົາຍິ່ງຮູ້ສຶກວ່າ ຄວາມຈິງກາຍເປັນອຸປະສັກ ເຊິ່ງເປັນສິ່ງກີດຂວາງໃນເສັ້ນທາງຂອງພວກເຂົາ. ພວກເຂົາເກືອບຈະບໍ່ສາມາດອົດໃຈລໍຖ້າທີ່ຈະກ້າວຂາເຂົ້າໄປໃນອານາຈັກເພື່ອຮັບພອນຈາກອານາຈັກແຫ່ງສະຫວັນຕະຫຼອດໄປ ໂດຍບໍ່ຈໍາເປັນຕ້ອງສະແຫວງຫາຄວາມຈິງ ຫຼື ຍອມຮັບການພິພາກສາ ແລະ ການຂ້ຽນຕີ ແລະ ນອກເໜືອໄປກວ່ານັ້ນ ແມ່ນໂດຍບໍ່ຈໍາເປັນຕ້ອງກິ້ງເກືອກໃນເຮືອນຂອງເຮົາ ແລະ ເຮັດຕາມທີ່ເຮົາສັ່ງ. ຄົນເຫຼົ່ານີ້ເຂົ້າສູ່ເຮືອນຂອງເຮົາບໍ່ແມ່ນເພື່ອປະຕິບັດຕາມຄວາມປາຖະໜາຂອງພວກເຂົາທີ່ສະແຫວງຫາຄວາມຈິງ ຫຼື ຮ່ວມມືກັບການຄຸ້ມຄອງຂອງເຮົາ; ເປົ້າໝາຍຂອງພວກເຂົາແມ່ນພຽງເພື່ອຢູ່ທ່າມກາງຜູ້ຄົນທີ່ບໍ່ຖືກທຳລາຍໃນຍຸກຕໍ່ໄປ. ດ້ວຍເຫດນັ້ນ ຫົວໃຈຂອງພວກເຂົາຈຶ່ງບໍ່ເຄີຍຮູ້ຈັກວ່າ ຄວາມຈິງແມ່ນຫຍັງ ຫຼື ຈະຮັບເອົາຄວາມຈິງໄດ້ແນວໃດ. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງຜູ້ຄົນດັ່ງກ່າວຈຶ່ງບໍ່ເຄີຍປະຕິບັດຄວາມຈິງ ຫຼື ຮັບຮູ້ເຖິງຄວາມຮ້າຍແຮງຂອງການເສື່ອມຊາມຂອງພວກເຂົາ ແຕ່ໄດ້ອາໄສຢູ່ໃນເຮືອນຂອງເຮົາດັ່ງ “ຄົນຮັບໃຊ້” ໂດຍຕະຫຼອດມາ. ພວກເຂົາລໍຖ້າການມາຂອງມື້ຂອງເຮົາ “ຢ່າງອົດທົນ” ແລະ ບໍ່ຮູ້ຈັກອິດເມື່ອຍໃນຂະນະທີ່ພວກເຂົາຖືກໂຍນໄປມາດ້ວຍວິທີການຂອງພາລະກິດຂອງເຮົາ. ແຕ່ບໍ່ວ່າພວກເຂົາຈະພະຍາຍາມຫຼາຍພຽງໃດກໍຕາມ ຫຼື ພວກເຂົາໄດ້ຈ່າຍໃນລາຄາຫຍັງກໍຕາມ, ບໍ່ມີຜູ້ໃດເຄີຍເຫັນ ພວກເຂົາທົນທຸກເພື່ອຄວາມຈິງ ຫຼື ມອບສິ່ງໃດສິ່ງໜຶ່ງເພື່ອເຮົາ. ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດລໍຖ້າທີ່ຈະເຫັນມື້ທີ່ເຮົານໍາຈຸດສິ້ນສຸດມາສູ່ຍຸກເກົ່າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດລໍຖ້າທີ່ຈະຄົ້ນພົບວ່າ ລິດອຳນາດ ແລະ ສິດອຳນາດຂອງເຮົາຍິ່ງໃຫຍ່ພຽງໃດ. ສິ່ງທີ່ພວກເຂົາບໍ່ເຄີຍຟ້າວເຮັດກໍຄືການປ່ຽນແປງຕົນເອງ ແລະ ການສະແຫວງຫາຄວາມຈິງ. ພວກເຂົາຮັກສິ່ງທີ່ເຮົາເບື່ອໜ່າຍ ແລະ ເບື່ອໜ່າຍໃນສິ່ງທີ່ເຮົາຮັກ. ພວກເຂົາປາຖະໜາໃນສິ່ງທີ່ເຮົາຊັງ ແຕ່ກໍຢ້ານສູນເສຍສິ່ງທີ່ເຮົາລັງກຽດ. ພວກເຂົາໃຊ້ຊີວິດຢູ່ໃນໂລກທີ່ຊົ່ວຮ້າຍນີ້ ໂດຍບໍ່ເຄີຍກຽດຊັງມັນເລີຍ ແລະ ຍັງຢ້ານຢູ່ເລິກໆວ່າເຮົາຈະທຳລາຍມັນອີກ. ໃນທ່າມກາງເຈດຕະນາທີ່ຂັດແຍ່ງກັນຂອງພວກເຂົາ, ພວກເຂົາຮັກໂລກນີ້ທີ່ເຮົາລັງກຽດ ແຕ່ກໍຍັງປາຖະໜາໃຫ້ເຮົາທຳລາຍມັນທັງໝົດຢ່າງຮີບດ່ວນ ເພື່ອພວກເຂົາຈະໄດ້ລອດພົ້ນຈາກຄວາມທົນທຸກແຫ່ງຄວາມພິນາດ ແລະ ປ່ຽນແປງໃຫ້ກາຍເປັນເຈົ້ານາຍໃນຍຸກຕໍ່ໄປ ກ່ອນທີ່ພວກເຂົາຈະຫັນເຫຈາກຫົນທາງທີ່ຖືກຕ້ອງ. ນີ້ກໍຍ້ອນວ່າ ພວກເຂົາບໍ່ໄດ້ຮັກຄວາມຈິງ ແລະ ເບື່ອໜ່າຍກັບທຸກສິ່ງທີ່ມາຈາກເຮົາ. ພວກເຂົາອາດກາຍເປັນ “ຄົນທີ່ເຊື່ອຟັງ” ໃນເວລາສັ້ນໆ ເພື່ອເຫັນແກ່ການບໍ່ສູນເສຍພອນ ແຕ່ຄວາມກະຕືລືລົ້ນຂອງພວກເຂົາເພື່ອຮັບພອນ ແລະ ຄວາມຢ້ານທີ່ຈະຈິບຫາຍ ແລະ ການເຂົ້າສູ່ທະເລສາບແຫ່ງໄຟທີ່ເຜົາຜານ ບໍ່ສາມາດຖືກປິດບັງໄດ້ຈັກເທື່ອ. ເມື່ອມື້ຂອງເຮົາໃກ້ເຂົ້າມາ ຄວາມປາຖະໜາຂອງພວກເຂົາກໍຄ່ອຍໆແຮງກ້າຂຶ້ນຢ່າງຕໍ່ເນື່ອງ. ແລ້ວຍິ່ງໄພພິບັດຍິ່ງໃຫຍ່ຫຼາຍເທົ່າໃດ ມັນກໍຍິ່ງເຮັດໃຫ້ພວກເຂົາຂາດທີ່ເພິ່ງຫຼາຍສໍ່ານັ້ນ ໂດຍບໍ່ຮູ້ວ່າ ຈະເລີ່ມຕົ້ນຈາກໃສເພື່ອເຮັດໃຫ້ເຮົາຍິນດີ ແລະ ຫຼີກເວັ້ນຈາກການສູນເສຍພອນທີ່ພວກເຂົາປາຖະໜາມາເປັນເວລາດົນນານ. ຜູ້ຄົນດັ່ງກ່າວຮ້ອນຮົນທີ່ຈະລົງມືປະຕິບັດຮັບໃຊ້ເປັນແຖວໜ້າ ທັນທີທີ່ມືຂອງເຮົາເລີ່ມຕົ້ນພາລະກິດ. ພວກເຂົາຄິດພຽງແຕ່ທີ່ຈະຫຼັ່ງໄຫຼໄປຢູ່ແນວໜ້າສຸດຂອງກອງທັບ ໂດຍຢ້ານຢ່າງເລິກໆວ່າເຮົາຈະບໍ່ເຫັນພວກເຂົາ. ພວກເຂົາເຮັດ ແລະ ເວົ້າໃນສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ໂດຍບໍ່ເຄີຍຮູ້ວ່າການກະທຳ ແລະ ການປະຕິບັດຂອງພວກເຂົາບໍ່ເຄີຍກ່ຽວຂ້ອງກັບຄວາມຈິງເລີຍ ແລະ ການກະທຳຂອງພວກເຂົາພຽງແຕ່ລົບກວນ ແລະ ແຊກແຊງແຜນການຂອງເຮົາ. ພວກເຂົາອາດພະຍາຍາມຢ່າງເຕັມທີ່ ແລະ ອາດເປັນຈິງໃນຄວາມປະສົງ ແລະ ເຈດຕະນາຂອງພວກເຂົາທີ່ຈະອົດທົນກັບຄວາມຍາກລຳບາກ ແຕ່ໃນສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງທີ່ກ່ຽວຂ້ອງກັບເຮົາເລີຍ ຍ້ອນເຮົາບໍ່ເຄີຍເຫັນວ່າ ການກະທຳຂອງພວກເຂົາມາຈາກເຈດຕະນາທີ່ດີ ແລ້ວແຮງໄກທີ່ເຮົາຈະໄດ້ເຫັນພວກເຂົາວາງສິ່ງໃດກໍຕາມເທິງແທ່ນບູຊາຂອງເຮົາ. ສິ່ງດັ່ງກ່າວແມ່ນການກະທຳທີ່ພວກເຂົາໄດ້ເຮັດຢູ່ຕໍ່ໜ້າເຮົາຕະຫຼອດເວລາຫຼາຍປີເຫຼົ່ານີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ
103. ຫຼາຍຄົນຍົກພຣະທໍາຂອງພຣະເຈົ້າຂຶ້ນ ເພື່ອອ່ານທຸກມື້ ຈົນເຖິງຂັ້ນຕັ້ງໃຈຈົດຈໍາຂໍ້ພຣະທໍາສຸດຍອດທັງໝົດທີ່ມີຢູ່ໃນນັ້ນຢ່າງຮອບຄອບເໝືອນດັ່ງສົມບັດທີ່ມີຄ່າທີ່ສຸດຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ຍັງເອົາພຣະທໍາຂອງພຣະເຈົ້າໄປເທດສະໜາຢູ່ທຸກບ່ອນ ເພື່ອສະໜອງ ແລະ ຊ່ວຍເຫຼືອຜູ້ອື່ນໂດຍການໃຊ້ພຣະທໍາຂອງພຣະອົງ. ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເພື່ອເປັນພະຍານໃຫ້ແກ່ພຣະທໍາຂອງພຣະອົງ ແລະ ການເຮັດສິ່ງນີ້ແມ່ນເປັນການຕິດຕາມວິທີທາງຂອງພຣະອົງ; ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການດໍາເນີນຊີວິດດ້ວຍພຣະທໍາຂອງພຣະເຈົ້າ, ການເຮັດສິ່ງນີ້ແມ່ນການເອົາພຣະທໍາຂອງພຣະອົງເຂົ້າໄປຢູ່ໃນຊີວິດຕົວຈິງຂອງພວກເຂົາ, ການເຮັດສິ່ງນີ້ຈະເຮັດໃຫ້ພວກເຂົາສາມາດໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ແລະ ຈະຖືກຊ່ວຍໃຫ້ພົ້ນ ແລະ ຖືກເຮັດໃຫ້ສົມບູນ. ແຕ່ໃນຂະນະທີ່ພວກສະແດງພຣະທໍາຂອງພຣະເຈົ້າ ພວກເຂົາບໍ່ເຄີຍປະຕິບັດຕາມພຣະທໍາຂອງພຣະເຈົ້າໃນການປະຕິບັດ ຫຼື ພະຍາຍາມເຮັດໃຫ້ຕົວເອງສອດຄ່ອງກັບສິ່ງທີ່ຖືກເປີດເຜີຍໂດຍພຣະທໍາຂອງພຣະເຈົ້າເລີຍ. ກົງກັນຂ້າມ, ພວກເຂົາໃຊ້ພຣະທໍາຂອງພຣະເຈົ້າເພື່ອໄດ້ຮັບການບູຊາ ແລະ ຄວາມເຊື່ອໃຈຂອງຜູ້ອື່ນໂດຍໃຊ້ເລ່ກົນ ເພື່ອເຂົ້າສູ່ການຄຸ້ມຄອງຂອງພວກເຂົາເອງ ແລະ ເພື່ອຍັກຍອກ ແລະ ລັກເອົາສະຫງ່າລາສີຂອງພຣະເຈົ້າ. ພວກເຂົາຫວັງຢ່າງໄຮ້ປະໂຫຍດ ໃຊ້ໂອກາດທີ່ໄດ້ຮັບໂດຍການເຜີຍແຜ່ພຣະທໍາຂອງພຣະເຈົ້າເພື່ອຈະໄດ້ຮັບລາງວັນຂອງການເຮັດພາລະກິດຂອງພຣະເຈົ້າ ແລະ ຄໍາຍ້ອງຍໍຈາກພຣະອົງ. ຈັກປີແລ້ວທີ່ໄດ້ຜ່ານໄປ ແຕ່ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ບໍ່ສາມາດໄດ້ຮັບຄໍາຍ້ອງຍໍຈາກພຣະເຈົ້າໃນການເທດສະໜາພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຄົ້ນພົບວິທີທາງທີ່ພວກເຂົາຄວນປະຕິບັດໃນການເປັນພຣະຍານໃຫ້ແກ່ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ຊ່ວຍ ຫຼື ສະໜອງໃຫ້ກັບຕົວເອງໃນການຊ່ວຍ ແລະ ສະໜອງໃຫ້ກັບຜູ້ອື່ນໂດຍໃຊ້ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຮັດໃຫ້ຄວາມເຄົາລົບບູຊາຕໍ່ພຣະເຈົ້າທີ່ແທ້ຈິງພາຍໃນພວກເຂົາຕື່ນຂຶ້ນໃນການເຮັດສິ່ງທັງໝົດເຫຼົ່ານີ້ ແຕ່ກົນກັນຂ້າມ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນຍິ່ງມີຫຼາຍຂຶ້ນກວ່າເກົ່າ, ຄວາມບໍ່ເຊື່ອໃຈຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນຍິ່ງຮ້າຍແຮງຂຶ້ນ ແລະ ການຈິນຕະນາການຂອງພວກເຂົາກ່ຽວກັບພຣະອົງກໍຍິ່ງເກີນຄວາມເປັນຈິງຫຼາຍຂຶ້ນ. ເນື່ອງຈາກຖືກສະໜອງ ແລະ ຊີ້ນໍາໂດຍທິດສະດີຂອງພວກເຂົາກ່ຽວກັບພຣະເຈົ້າ, ປະກົດວ່າ ພວກເຂົາຈະຢູ່ໃນສະພາບແວດລ້ອມຂອງຕົນເອງຢ່າງສິ້ນເຊີງ, ຄືກັບວ່າ ພວກເຂົາໄດ້ຄົ້ນພົບຈຸດປະສົງໃນຊີວິດຂອງພວກເຂົາ, ພາລະກິດຂອງພວກເຂົາ ແລະ ຄືກັບວ່າ ພວກເຂົາໄດ້ຮັບຊີວິດໃໝ່ ແລະ ຖືກຊ່ວຍໃຫ້ລອດພົ້ນ, ຄືກັບວ່າ ດ້ວຍການບັນຍາຍພຣະທໍາຂອງພຣະເຈົ້າທີ່ລ່ຽນໄຫຼອອກຈາກລີ້ນຂອງພວກເຂົາ, ພວກເຂົາໄດ້ເຂົ້າເຖິງຄວາມຈິງ, ໄດ້ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ ແລະ ໄດ້ຄົ້ນພົບເສັ້ນທາງໃນການຮູ້ຈັກພຣະເຈົ້າ ແລະ ຄືກັບວ່າ ໃນລະຫວ່າງການສະແດງພຣະທໍາຂອງພຣະເຈົ້າ, ພວກເຂົາໄດ້ມາຢູ່ເຊິ່ງໜ້າພຣະເຈົ້າເປັນປະຈໍາ. ພ້ອມນັ້ນ, ພວກເຂົາຖືກ “ດົນໃຈ” ເປັນປະຈໍາຈົນເຖິງກັບຮ້ອງໄຫ້ ແລະ ເນື່ອງຈາກຖືກນໍາພາເປັນປະຈໍາໂດຍ “ພຣະເຈົ້າ” ໃນພຣະທໍາຂອງພຣະເຈົ້າ ປະກົດວ່າ ພວກເຂົາໄດ້ເຂົ້າໃຈເຖິງຄວາມຫ່ວງໃຍທີ່ແທ້ຈິງ ແລະ ເຈດຕະນາດີຂອງພຣະອົງຕະຫຼອດ ແລະ ໃນເວລາດຽວກັນນັ້ນ ກໍໄດ້ເຂົ້າໃຈກ່ຽວກັບການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ, ໄດ້ຮູ້ຈັກແກ່ນແທ້ຂອງພຣະອົງ ແລະ ໄດ້ເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະອົງ. ອີງຕາມພື້ນຖານດັ່ງກ່າວນີ້, ປະກົດວ່າ ພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງໜັກແໜ້ນກວ່າເກົ່າ, ໄດ້ຮູ້ເຖິງສະພາບທີ່ສູງສົ່ງຂອງພຣະອົງຫຼາຍຂຶ້ນກວ່າເກົ່າ ແລະ ໄດ້ຮູ້ສຶກເຖິງຄວາມສະຫງ່າງາມ ແລະ ຄວາມເໜືອທໍາມະຊາດຂອງພຣະອົງຢ່າງເລິກເຊິ່ງກວ່າເກົ່າ. ໄດ້ຖືກອາບດ້ວຍຄວາມຮູ້ທີ່ບໍ່ເລິກເຊິ່ງກ່ຽວກັບພຣະທໍາຂອງພຣະເຈົ້າ ປະກົດວ່າ ຄວາມເຊື່ອຂອງພວກເຂົາໄດ້ເພີ່ມທະວີຂຶ້ນ, ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກກໍໝັ້ນຄົງຂຶ້ນ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທໍາຂອງພຣະເຈົ້າກໍໄດ້ເລິກເຊິ່ງຂຶ້ນ. ຈົນກວ່າພວກເຂົາຈະປະສົບກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ພວກເຂົາກໍຈະບໍ່ຮູ້ວ່າ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແມ່ນອອກມາຈາກຈິນຕະນາການ ແລະ ການຄາດຄະເນຂອງພວກເຂົາເອງ. ຄວາມເຊື່ອຂອງພວກເຂົາຈະບໍ່ທົນກັບການທົດສອບປະເພດໃດໜຶ່ງຈາກພຣະເຈົ້າ, ຈິດວິນຍານ ແລະ ວຸດທິພາວະທີ່ສັນນິຖານຂຶ້ນເອງຂອງພວກເຂົາກໍຈະບໍ່ທົນກັບການທົດລອງ ຫຼື ການກວດສອບຂອງພຣະເຈົ້າໄດ້, ຄວາມຕັ້ງໃຈຂອງພວກເຂົາແມ່ນເປັນຄືດັ່ງຜະສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ ແລະ ຄວາມຮູ້ທີ່ສັນນິຖານຂຶ້ນເອງຂອງພວກເຂົາກ່ຽວກັບພຣະເຈົ້າກໍເປັນພຽງແຕ່ສິ່ງທີ່ແຕ່ງຂຶ້ນຈາກຈິນຕະນາການຂອງພວກເຂົາເທົ່ານັ້ນ. ໃນຄວາມເປັນຈິງແລ້ວ ຕາມທີ່ເຄີຍເປັນມາ ຜູ້ຄົນເຫຼົ່ານີ້ແມ່ນໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພຣະທໍາຂອງພຣະເຈົ້າ ແມ່ນບໍ່ເຄີຍຮູ້ເລີຍວ່າ ຄວາມເຊື່ອທີ່ແທ້ຈິງນັ້ນແມ່ນຫຍັງ, ຄວາມເຊື່ອຟັງທີ່ແທ້ຈິງຄືຫຍັງ, ການເອົາໃຈໃສ່ທີ່ແທ້ຈິງແມ່ນຫຍັງ ຫຼື ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຄືຫຍັງ. ພວກເຂົາເອົາທິດສະດີ, ຈິນຕະນາການ, ຄວາມຮູ້, ພອນສະຫວັນ, ປະເພນີ, ຄວາມງົມງວາຍ ແລະ ແມ່ນແຕ່ຄຸນຄ່າທາງສິນທໍາຂອງມະນຸດ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ເປັນ “ຕົ້ນທຶນ” ແລະ “ອາວຸດ” ສໍາລັບການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະອົງ, ເຖິງກັບເຮັດໃຫ້ສິ່ງເຫຼົ່ານີ້ເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະອົງຂອງພວກເຂົາ. ໃນເວລາດຽວກັນນີ້ ພວກເຂົາຍັງເອົາຕົ້ນທຶນ ແລະ ອາວຸດດັ່ງກ່າວນີ້ ແລະ ເຮັດໃຫ້ພວກມັນເປັນຂອງຄໍ້າຄູນສໍາລັບການຮູ້ຈັກພຣະເຈົ້າ ເພື່ອຮັບມື ແລະ ຕໍ່ສູ້ກັບການກວດສອບ, ການທົດລອງ, ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ໃນທີ່ສຸດແລ້ວ ສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງ ນອກຈາກຂໍ້ສະຫຼຸບກ່ຽວກັບພຣະເຈົ້າທີ່ເຊື່ອມຊືມດ້ວຍຄວາມໝາຍແຝງທາງສາສະໜາ, ໃນຄວາມງົບງວາຍແບບສັກດີນາ ແລະ ທຸກສິ່ງແມ່ນເປັນການເພີ້ຝັນ, ພິດສະດານ ແລະ ປິດສະໜາ. ວິທີທາງຂອງພວກເຂົາໃນການຮູ້ຈັກ ແລະ ການນິຍາມພຣະເຈົ້າແມ່ນຖືກປະທັບຕາໃສ່ແມ່ພິມດຽວກັນຄືກັບຂອງຄົນທີ່ພຽງແຕ່ເຊື່ອໃນສະຫວັນເບື້ອງເທິງ ຫຼື ຜູ້ເຖົ້າຢູ່ເທິງຟ້າເທົ່ານັ້ນ ໃນຂະນະທີ່ຄວາມເປັນຈິງຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ, ການຄອບຄອງ ແລະ ຕົວຕົນຂອງພຣະອົງ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງແມ່ນສິ່ງທີ່ຄວາມຮູ້ຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ຄວາມຮູ້ຂອງພວກເຂົາຕັດຂາດຢ່າງສິ້ນເຊີງ ແລະ ເຖິງກັບຫ່າງໄກເທົ່າກັບໄລຍະທາງລະຫວ່າງຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້. ໃນວິທີນີ້ ເຖິງແມ່ນວ່າ ຜູ້ຄົນເຫຼົ່ານີ້ຈະດໍາລົງຊີວິດຢູ່ພາຍໃຕ້ການສະໜອງ ແລະ ການຫຼໍ່ລ້ຽງດ້ວຍພຣະທໍາຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງໄດ້. ເຫດຜົນທີ່ແທ້ຈິງສໍາລັບສິ່ງນີ້ກໍຄື ພວກເຂົາບໍ່ເຄີຍຮູ້ຈັກພຣະເຈົ້າ, ພວກເຂົາບໍ່ເຄີຍມີການຕິດຕໍ່ ຫຼື ປະຕິສໍາພັນທີ່ແທ້ຈິງກັບພຣະອົງ ແລະ ສະນັ້ນ ມັນຈິ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະມີຄວາມເຂົ້າໃຈທີ່ສອດຄ່ອງກັບພຣະເຈົ້າໄດ້ ຫຼື ເຮັດໃຫ້ພວກເຂົາມີຄວາມກະຕືລືລົ້ນໃນຄວາມເຊື່ອ, ການສະແຫວງຫາ ຫຼື ການນະມັດສະການຢ່າງແທ້ຈິງຕໍ່ພຣະເຈົ້າ. ການທີ່ພວກເຂົາເຄົາລົບພຣະທໍາຂອງພຣະເຈົ້າ ແລະ ການທີ່ພວກເຂົາເຄົາລົບພຣະເຈົ້າ; ມຸມມອງ ແລະ ທັດສະນະຄະຕິດັ່ງກ່າວນີ້ ຈະເຮັດໃຫ້ຄວາມພະຍາຍາມຂອງພວກເຂົາສູນເປົ່າ ແລະ ຈະເຮັດໃຫ້ພວກເຂົາບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຍໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍຕະຫຼອດໄປ. ເປົ້າໝາຍທີ່ພວກເຂົາກໍາລັງມຸ່ງໝັ້ນ ແລະ ທິດທາງທີ່ພວກເຂົາກໍາລັງເດີນແມ່ນເປັນສັນຍານວ່າ ພວກເຂົາເປັນສັດຕູຂອງພຣະເຈົ້າຊົ່ວນິດລັນດອນ ແລະ ພວກເຂົາກໍຈະບໍ່ສາມາດໄດ້ຮັບຄວາມລອດພົ້ນຊົ່ວນິດນິລັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ
104. ໃນຊ່ວງເວລາຫຼາຍປີຂອງພາລະກິດຂອງເຮົາ, ມະນຸດໄດ້ຮັບ ແລະ ຍອມຖິ້ມຫຼາຍສິ່ງ, ແຕ່ເຖິງຢ່າງນັ້ນ ເຮົາຍັງຄົງເວົ້າໄດ້ວ່າມະນຸດບໍ່ໄດ້ເຊື່ອໃນເຮົາຢ່າງແທ້ຈິງ. ຍ້ອນວ່າມະນຸດພຽງແຕ່ຍອມຮັບດ້ວຍປາກຂອງພວກເຂົາວ່າ ເຮົາເປັນພຣະເຈົ້າ ໃນຂະນະທີ່ໂຕ້ແຍ້ງຄວາມຈິງທີ່ເຮົາກ່າວ ແລະ ຍິ່ງໜ້ອຍກ່ວານັ້ນ ແມ່ນການບໍ່ຂັບຕາມຄວາມຈິງຕາມທີ່ເຮົາຕ້ອງການ. ກ່າວຄື ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຄວາມຈິງ; ມະນຸດຍອມຮັບພຽງແຕ່ການຊົງຢູ່ຂອງພຣະເຈົ້າເທົ່ານັ້ນ, ແຕ່ບໍ່ໄດ້ຍອມຮັບດ້ວຍຊີວິດ; ມະນຸດຍອມຮັບພຽງແຕ່ພຣະນາມຂອງພຣະເຈົ້າ, ແຕ່ບໍ່ຍອມຮັບແກ່ນແທ້ຂອງພຣະເຈົ້າ. ເນື່ອງຈາກຄວາມກະຕືລືລົ້ນຂອງເຂົາເອງ, ມະນຸດຈຶ່ງກາຍເປັນສິ່ງທີ່ໜ້າລັງກຽດສໍາລັບເຮົາ. ຍ້ອນນະມຸດພຽງແຕ່ໃຊ້ຄໍາເວົ້າທີ່ມ່ວນຫູເພື່ອຫຼອກລວງເຮົາ ແລະ ບໍ່ໄດ້ນະມັດສະການເຮົາດ້ວຍໃຈຈິງ. ຄໍາເວົ້າຂອງພວກເຈົ້າຄືການລໍ່ລວງຂອງງູ; ຍິ່ງໄປກ່ວານັ້ນ, ມັນເປັນຄວາມຈອງຫອງຢ່າງສຸດຂີດ ເຊິ່ງເປັນຄໍາປະກາດຢ່າງແທ້ຈິງຂອງອັກຄະລະສະທູດສະຫວັນ. ຍິ່ງໄປກ່ວານັ້ນ, ການກະທໍາຂອງພວກເຈົ້າແມ່ນຖືກທໍາລາຍ ແລະ ຈີກຂາດຈົນໜ້າອັບອາຍ; ຄວາມປາດຖະໜາທີ່ບໍ່ຮູ້ຈັກພໍ ແລະ ເຈດຕະນາທີ່ເຊື່ອໃຈບໍ່ໄດ້ຂອງພວກເຈົ້າເປັນສິ່ງທີ່ບໍ່ເປັນຕາຟັງ. ພວກເຈົ້າລ້ວນກາຍເປັນຄືມອດໃນເຮືອນຂອງເຮົາ ເຊິ່ງເປັນສິ່ງຂອງທີ່ຈະຖືກກໍາຈັດຖິ້ມພ້ອມກັບຄວາມຊິງຊັງ. ເພາະບໍ່ມີພວກເຈົ້າຄົນໃດທີ່ເປັນຜູ້ທີ່ຮັກຄວາມຈິງ, ແຕ່ພັດເປັນມະນຸດທີ່ປາດຖະໜາຫາແຕ່ພຣະພອນ, ຢາກໄປສູ່ແດນສະຫວັນ, ຢາກເຫັນນິມິດອັນແສນງົດງາມຂອງອົງພຣະຄຣິສທີ່ຊົງສໍາແດງລິດອໍານາດຂອງພຣະອົງຢູ່ໃນໂລກ. ແຕ່ພວກເຈົ້າເຄີຍຄິດບໍ່ວ່າ ຄົນແບບພວກເຈົ້າ ທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ທີ່ບໍ່ຮູ້ຈັກເລີຍວ່າພຣະເຈົ້າຊົງເປັນຢ່າງໃດ ຈະຄູ່ຄວນທີ່ຈະຕິດຕາມພຣະເຈົ້າບໍ? ພວກເຈົ້າຈະສາມາດຂຶ້ນສູ່ສະຫວັນໄດ້ຢ່າງໃດ? ເຈົ້າຄູ່ຄວນທີ່ຈະໄດ້ເຫັນຄວາມງົດງາມ ເຊິ່ງເປັນຄວາມງົດງາມທີ່ບໍ່ເຄີຍມີມາກ່ອນໄດ້ຢ່າງໃດ? ປາກຂອງພວກເຈົ້າເຕັມໄປດ້ວຍຄວາມຫຼອກລວງ ແລະ ສິ່ງສົກກະປົກ, ການທໍລະຍົດ ແລະ ຄວາມຍິ່ງຍະໂສ. ພວກເຈົ້າບໍ່ເຄີຍເວົ້າຖ້ອຍຄໍາທີ່ຈິງໃຈຕໍ່ເຮົາ, ບໍ່ມີຖ້ອຍຄໍາໃດບໍລິສຸດ, ບໍ່ມີຖ້ອຍຄໍາໃດທີ່ສະແດງເຖິງການເຊື່ອຟັງເຮົາເມື່ອໄດ້ຍິນພຣະທໍາຂອງເຮົາ. ທ້າຍທີ່ສຸດແລ້ວ, ຄວາມເຊື່ອຂອງພວກເຈົ້າເປັນແນວໃດແທ້? ຫົວໃຈຂອງພວກເຈົ້າເຕັມໄປດ້ວຍກິເຫຼດ ແລະ ຄວາມມັ່ງມີ, ຄວາມຄິດຂອງພວກເຈົ້າເຕັມໄປດ້ວຍວັດຖຸສິ່ງຂອງ. ແຕ່ລະມື້ພວກເຈົ້ານັ່ງນັບຕາຄອຍວ່າຈະໄດ້ຮັບສິ່ງຕ່າງໆຈາກເຮົາໃນຮູບແບບໃດ, ພວກເຈົ້າໄດ້ຮັບຄວາມມັ່ງມີ ແລະ ວັດຖຸສິ່ງຂອງຈາກເຮົາຫຼາຍປານໃດ? ແຕ່ລະມື້, ເຈົ້າລໍຄອຍທີ່ພຣະພອນຈະຕົກເທລົງມາຫາພວກເຈົ້າເພື່ອທີ່ພວກເຈົ້າຈະມີຄວາມສຸກກັບມັນ, ຫວັງທີ່ຈະມີຄວາມສຸກກັບພຣະພອນຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ສິ່ງທີ່ຢູ່ໃນຈິດໃຈຂອງພວກເຈົ້າໃນທຸກເວລານັ້ນບໍ່ແມ່ນເຮົາ ແລະ ບໍ່ແມ່ນຄວາມຈິງທີ່ມາຈາກເຮົາ, ແຕ່ກັບກາຍເປັນສາມີ (ພັນລະຍາ) ຂອງພວກເຈົ້າ, ລູກຊາຍ, ລູກສາວ ຫຼື ອາຫານການກິນ ແລະ ເຄື່ອງນຸ່ງຫົ່ມຂອງພວກເຈົ້າ ແລະ ຄິດພຽງວ່າ ຈະເຮັດແນວໃດໃຫ້ຄວາມສຸກຂອງພວກເຈົ້າເພີ່ມພູນຂຶ້ນ ແລະ ດີກວ່າເກົ່າ. ເຖິງແມ່ນຕອນທີ່ພວກເຈົ້າຍັດອາຫານໃສ່ທ້ອງຈົນແໜ້ນ, ພວກເຈົ້າກໍຍັງຄົງບໍ່ຕ່າງຫຍັງຈາກສົບບໍ່ແມ່ນບໍ? ເຖິງແມ່ນຕອນທີ່ພວກເຈົ້າຕົບແຕ່ງພາບລັກພາຍນອກຂອງຕົວເອງໃຫ້ສວຍງາມ, ພວກເຈົ້າກໍບໍ່ຕ່າງຫຍັງຈາກສົບທີ່ຍ່າງໄດ້ແຕ່ບໍມີຊີວິດ? ພວກເຈົ້າເຮັດວຽກຢ່າງໜັກເພື່ອທ້ອງຂອງຕົນຈົນຜົມຂອງພວກເຈົ້າຫງອກຂຶ້ນ, ເຖິງປານນັ້ນ ກໍບໍ່ມີພວກເຈົ້າຄົນໃດຍອມສະຫຼະແມ່ນແຕ່ຜົມເສັ້ນດຽວເພື່ອພາລະກິດຂອງເຮົາ. ພວກເຈົ້າຫຍຸ້ງວຸ້ນວາຍຕະຫຼອດ, ໃຊ້ຮ່າງກາຍຢ່າງໜັກ ແລະ ທໍລະມານສະໝອງຕົນເອງເພື່ອປະໂຫຍດຂອງເນື້ອໜັງຂອງຕົວເອງ ແລະ ເພື່ອລູກຊາຍ ແລະ ລູກສາວຂອງພວກເຈົ້າ, ແຕ່ເຖິງຢ່າງນັ້ນ ກໍບໍ່ມີພວກເຈົ້າຄົນໃດໃສ່ໃຈ ແລະ ຄໍານຶງເຖິງຄວາມປະສົງຂອງເຮົາ. ເຫດໃດພວກເຈົ້າຍັງຫວັງຈະໄດ້ຮັບສິ່ງຕ່າງໆຈາກເຮົາ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຫຼາຍຄົນຖືກເອີ້ນ, ແຕ່ໜ້ອຍຄົນທີ່ຖືກເລືອກ
105. ເຮົາໄດ້ສະແດງພຣະທຳຫຼາຍຂໍ້ ແລະ ຍັງໄດ້ສະແດງຄວາມປະສົງ ແລະ ຈິດໃຈຂອງເຮົາໃຫ້ເຫັນຢ່າງຈະແຈ້ງ ແຕ່ເຖິງຢ່າງນັ້ນ ຄົນກໍຍັງບໍ່ສາມາດຮູ້ຈັກເຮົາ ແລະ ເຊື່ອໃນເຮົາ ຫຼື ສາມາດເວົ້າໄດ້ວ່າ ພວກເຂົາຍັງບໍ່ສາມາດເຊື່ອຟັງເຮົາໄດ້. ຄົນທີ່ອາໄສໃນພຣະຄຳພີ, ຄົນທີ່ອາໄສທ່າມກາງກົດບັນຍັດ, ຄົນທີ່ອາໄສຢູ່ເທິງໄມ້ກາງແຂນ, ຄົນທີ່ອາໄສຕາມທິດສະດີ ແລະ ຄົນທີ່ອາໄສທ່າມກາງພາລະກິດທີ່ເຮົາປະຕິບັດໃນປັດຈຸບັນ, ຄົນປະເພດໃດທີ່ສາມາດເຂົ້າກັບເຮົາໄດ້? ພວກເຈົ້າພຽງແຕ່ຄິດເຖິງການຮັບພອນ ແລະ ລາງວັນ ແລະ ບໍ່ເຄີຍຄິດຫາວິທີທີ່ຈະສາມາດເຂົ້າກັບເຮົາໄດ້ແມ່ນແຕ່ພຽງໜ້ອຍດຽວ ຫຼື ວິທີທີ່ປ້ອງກັນຕົນເອງບໍ່ໃຫ້ເປັນສັດຕູກັບເຮົາ. ເຮົາຜິດຫວັງໃນຕົວພວກເຈົ້າຫຼາຍ ຍ້ອນເຮົາໄດ້ມອບຫຼາຍສິ່ງຫຼາຍຢ່າງໃຫ້ກັບພວກເຈົ້າ ແຕ່ສິ່ງທີ່ເຮົາໄດ້ຮັບຈາກພວກເຈົ້າແມ່ນເກືອບຈະບໍ່ມີເລີຍ. ການຫຼອກລວງຂອງພວກເຈົ້າ, ຄວາມອວດດີຂອງພວກເຈົ້າ, ຄວາມເຫັນແກ່ໄດ້ຂອງພວກເຈົ້າ, ຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຈົ້າ, ການທໍລະຍົດຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງຂອງພວກເຈົ້າ, ສິ່ງໃດທີ່ສາມາດເຮັດໃຫ້ພວກເຈົ້າຫຼົບໜີຈາກສາຍຕາຂອງເຮົາໄດ້? ພວກເຈົ້າບໍ່ຮອບຄອບກັບເຮົາ, ພວກເຈົ້າຫຼອກລວງເຮົາ, ພວກເຈົ້າດູຖູກເຮົາ, ພວກເຈົ້າອອຍເຮົາ, ພວກເຈົ້າບີບບັງຄັບເຮົາ ແລະ າຂູ່ເຂັນເຮົາໃຫ້ເສຍສະລະ, ຄວາມຊົ່ວຮ້າຍດັ່ງກ່າວຈະສາມາດໜີພົ້ນຈາກການລົງໂທດຂອງເຮົາໄດ້ແນວໃດ? ການກະທຳຢ່າງຊົ່ວຮ້າຍຂອງພວກເຈົ້າເປັນຫຼັກຖານພິສູດວ່າພວກເຈົ້າເປັນສັດຕູກັບເຮົາ ແລະ ເປັນຫຼັກຖານພິສູດວ່າພວກເຈົ້າບໍ່ສາມາດເຂົ້າກັບເຮົາໄດ້. ພວກເຈົ້າແຕ່ລະຄົນເຊື່ອວ່າ ຕົວເອງສາມາດເຂົ້າກັບເຮົາໄດ້ຢ່າງແນ່ນອນ, ຖ້າເປັນແບບນັ້ນ ແລ້ວຫຼັກຖານທີ່ບໍ່ສາມາດປະຕິເສດໄດ້ນີ້ ໝາຍເຖິງໃຜ? ພວກເຈົ້າເຊື່ອວ່າ ຕົວເອງມີຄວາມຈິງໃຈ ແລະ ຊື່ສັດຕໍ່ເຮົາທີ່ສຸດ. ພວກເຈົ້າຄິດວ່າ ພວກເຈົ້າໃຈດີຫຼາຍ, ມີຄວາມເຫັນອົກເຫັນໃຈຫຼາຍ ແລະ ໄດ້ອຸທິດຫຼາຍສິ່ງຫຼາຍຢ່າງໃຫ້ກັບເຮົາ. ພວກເຈົ້າຄິດວ່າ ສິ່ງທີ່ພວກເຈົ້າໃຫ້ເຮົາແມ່ນພຽງພໍແລ້ວ. ແຕ່ພວກເຈົ້າເຄີຍປຽບທຽບຄວາມເຊື່ອເຫຼົ່ານີ້ກັບການປະພຶດຂອງພວກເຈົ້າເອງຫຼືບໍ? ເຮົາຂໍບອກວ່າ ພວກເຈົ້າເປັນຄົນທີ່ອວດດີຫຼາຍ, ເຫັນແກ່ໄດ້ຫຼາຍ ແລະ ເຮັດພໍເປັນພິທີ; ກົນອຸບາຍທີ່ພວກເຈົ້າໃຊ້ເພື່ອຫຼອງລວງເຮົາແມ່ນສະຫຼາດຫຼາຍ, ພວກເຈົ້າມີເຈດຕະນາ ແລະ ໃຊ້ວິທີການທີ່ຕໍ່າຊ້າຫຼາຍ. ຄວາມຊື່ສັດຂອງພວກເຈົ້າກໍໜ້ອຍ, ຄວາມຈິງຈັງຂອງພວກເຈົ້າກໍເລັກໆນ້ອຍໆ ແລະ ຈິດສຳນຶກຂອງພວກເຈົ້າຍິ່ງບໍ່ມີເລີຍ. ໃນຫົວໃຈຂອງພວກເຈົ້າມີແຕ່ຄວາມຄິດຊົ່ວ ແລະ ບໍ່ມີໃຜທີ່ຈະໄດ້ຮັບການລະເວັ້ນຈາກຄວາມຊົ່ວຂອງເຈົ້າ, ແມ່ນແຕ່ເຮົາກໍບໍ່ລະເວັ້ນ. ພວກເຈົ້າຕັດເຮົາອອກ ຍ້ອນເຫັນແກ່ຜົນປະໂຫຍດຂອງລູກຂອງພວກເຈົ້າ ຫຼື ສາມີຂອງພວກເຈົ້າ ຫຼື ການຮັກສາຕົວພວກເຈົ້າເອງ. ແທນທີ່ຈະສົນໃຈກ່ຽວກັບເຮົາ ພວກເຈົ້າສົນໃຈຄອບຄົວຂອງພວກເຈົ້າ, ລູກຂອງພວກເຈົ້າ, ສະຖານະພາບຂອງພວກເຈົ້າ, ອະນາຄົດຂອງພວກເຈົ້າ ແລະ ຄວາມພໍໃຈໃນຕົວພວກເຈົ້າເອງ. ມີຍາມໃດແດ່ ທີ່ພວກເຈົ້າເຄີຍຄິດເຖິງເຮົາ ໃນເວລາທີ່ພວກເຈົ້າກ່າວ ຫຼື ກະທຳ? ເມື່ອອາກາດເຢັນ, ພວກເຈົ້າກໍຄິດຫາລູກຂອງພວກເຈົ້າ, ສາມີຂອງພວກເຈົ້າ, ພັນລະຍາຂອງພວກເຈົ້າ ຫຼື ພໍ່ແມ່ຂອງພວກເຈົ້າ. ເມື່ອອາກາດຮ້ອນ ເຮົາບໍ່ມີພື້ນທີ່ຢູ່ໃນຄວາມຄິດຂອງພວກເຈົ້າເລີຍ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ເຈົ້າຄິດເຖິງແຕ່ຜົນປະໂຫຍດຂອງຕົນເອງ, ຄວາມປອດໄພຂອງຕົນເອງ ແລະ ຄິດເຖິງສະມາຊິກໃນຄອບຄົວຂອງເຈົ້າເອງ. ເຈົ້າເຄີຍເຮັດຫຍັງແດ່ເພື່ອເຮົາ? ມີຕອນໃດແດ່ ທີ່ເຈົ້າຄິດເຖິງເຮົາ? ມີຕອນໃດແດ່ ທີ່ເຈົ້າອຸທິດຕົນເອງໃຫ້ກັບເຮົາ ແລະ ໃຫ້ກັບພາລະກິດຂອງເຮົາ ບໍ່ວ່າໃນສະພາບໃດກໍຕາມ? ຫຼັກຖານທີ່ພວກເຈົ້າວ່າ ສາມາດເຂົ້າກັບເຮົາໄດ້ນັ້ນ ຢູ່ໃສ? ຄວາມເປັນຈິງຂອງຄວາມຊື່ສັດທີ່ເຈົ້າມີຕໍ່ເຮົາ ຢູ່ໃສ? ຄວາມເປັນຈິງຂອງຄວາມເຊື່ອຟັງທີ່ເຈົ້າມີຕໍ່ເຮົາ ແມ່ນຢູ່ໃສ? ມີເມື່ອໃດແດ່ ທີ່ເຈດຕະນາຂອງເຈົ້າບໍ່ຫວັງເພື່ອຈະໄດ້ຮັບພອນຈາກເຮົາ? ພວກເຈົ້າຫຼອກລວງ ແລະ ຕົວະເຮົາ, ພວກເຈົ້າຫຼິ້ນກັບຄວາມຈິງ, ປິດບັງການເປັນຢູ່ແຫ່ງຄວາມຈິງ ແລະ ທໍລະຍົດຕໍ່ທາດແທ້ຂອງຄວາມຈິງ. ພວກເຈົ້າວາງຕົນເປັນສັດຕູກັບເຮົາ ແລ້ວແມ່ນຫຍັງລໍຖ້າເຈົ້າໃນອະນາຄົດ? ພວກເຈົ້າພຽງແຕ່ສະແຫວງຫາຫົນທາງເຂົ້າກັບພຣະເຈົ້າທີ່ບໍ່ມີຕົວຕົນຢ່າງຊັດເຈນ ແລະ ພຽງແຕ່ສະແຫວງຫາຄວາມເຊື່ອທີ່ບໍ່ມີຄວາມເປັນຈິງ ແຕ່ພວກເຈົ້າບໍ່ສະແຫວງຫາເສັ້ນທາງເຂົ້າກັບພຣະຄຣິດເລີຍ. ຄວາມຊົ່ວຮ້າຍຂອງພວກເຈົ້າຈະບໍ່ໄດ້ຮັບຜົນກໍາແບບດຽວກັນກັບຜູ້ຄົນທີ່ຊົ່ວຊ້າສົມຄວນໄດ້ຮັບບໍ? ໃນເວລານັ້ນ ພວກເຈົ້າຈະສຳນຶກໄດ້ວ່າ ບໍ່ມີໃຜທີ່ບໍ່ເຂົ້າກັບພຣະຄຣິດຈະສາມາດຫຼົບໜີມື້ແຫ່ງຄວາມໂກດຮ້າຍໄດ້ ແລະ ພວກເຈົ້າຈະຄົ້ນພົບວ່າ ຜົນກໍາແບບໃດທີ່ຈະຖືກນໍາມາສູ່ຄົນທີ່ເປັນສັດຕູກັບພຣະຄຣິດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເຈົ້າຄວນສະແຫວງຫາຫົນທາງທີ່ຈະເຂົ້າກັບພຣະຄຣິດ
106. ໃນການສະແຫວງຫາຂອງພວກເຈົ້າ, ພວກເຈົ້າມີແນວຄິດ, ຄວາມຫວັງ ແລະ ອະນາຄົດສ່ວນຕົວຫຼາຍເກີນໄປ. ພາລະກິດໃນປັດຈຸບັນແມ່ນເພື່ອຈັດການກັບຄວາມປາຖະໜາຂອງພວກເຈົ້າສຳລັບສະຖານະ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າ. ຄວາມຫວັງ, ສະຖານະ ແລະ ແນວຄິດຕ່າງໆລ້ວນແລ້ວແຕ່ເປັນຕົວແທນຊັ້ນຍອດຂອງອຸປະນິໄສຂອງຊາຕານ. ເຫດຜົນທີ່ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ຄົນ ທັງໝົດກໍຍ້ອນພິດຂອງຊາຕານກັດເຊາະຄວາມຄິດຂອງຜູ້ຄົນຢູ່ສະເໝີ ແລະ ຜູ້ຄົນກໍບໍ່ສາມາດກຳຈັດການລໍ້ລວງເຫຼົ່ານີ້ຂອງຊາຕານໄດ້ຕະຫຼອດເວລາ. ພວກເຂົາກໍາລັງດຳລົງຊີວິດທ່າມກາງຄວາມບາບ ແຕ່ບໍ່ເຊື່ອວ່າ ມັນຄືຄວາມບາບ ແລະ ພວກເຂົາຍັງຄິດວ່າ: “ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພຣະອົງຕ້ອງປະທານພອນມາຍັງພວກຂ້ານ້ອຍ ແລະ ຈັດແຈງທຸກສິ່ງສຳລັບພວກຂ້ານ້ອຍຢ່າງເໝາະສົມ. ພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ສະນັ້ນ ພວກຂ້ານ້ອຍຕ້ອງດີກວ່າຄົນອື່ນ ແລະ ພວກຂ້ານ້ອຍຕ້ອງມີສະຖານະທີ່ສູງກວ່າ ແລະ ອະນາຄົດທີ່ດີກວ່າຄົນອື່ນໆ. ຍ້ອນພວກຂ້ານ້ອຍເຊື່ອໃນພຣະເຈົ້າ, ພຣະອົງຕ້ອງມອບພອນຢ່າງຫຼວງຫຼາຍໃຫ້ກັບພວກຂ້ານ້ອຍ. ບໍ່ດັ່ງນັ້ນ, ສິ່ງນັ້ນກໍບໍ່ຖືກເອີ້ນວ່າເປັນການເຊື່ອໃນພຣະເຈົ້າ”. ເປັນເວລາຫຼາຍປີ, ຄວາມຄິດທີ່ຜູ້ຄົນເພິ່ງພາສຳລັບການຢູ່ລອດຂອງພວກເຂົາໄດ້ກັດເຊາະຫົວໃຈຂອງພວກເຂົາຈົນເຖິງຈຸດທີ່ວ່າພວກເຂົາທໍລະຍົດ, ຂີ້ຢ້ານ ແລະ ຊົ່ວຊ້າ. ບໍ່ພຽງແຕ່ພວກເຂົາຂາດຄວາມຕັ້ງໃຈ ແລະ ຄວາມເດັດດ່ຽວເທົ່ານັ້ນ, ແຕ່ພວກເຂົາຍັງກາຍເປັນຄົນໂລບ, ອວດດີ ແລະ ດື້ດານອີກດ້ວຍ. ພວກເຂົາຂາດຄວາມຕັ້ງໃຈທີ່ຢູ່ເໜືອຕົນເອງຢ່າງສິ້ນເຊີງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະກຳຈັດການຄວບຄຸມຂອງອິດທິພົນດ້ານມືດເຫຼົ່ານີ້. ຄວາມຄິດ ແລະ ຊີວິດຂອງຜູ້ຄົນແມ່ນເນົ່າເປື່ອຍຫຼາຍຈົນທັດສະນະຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າເປັນຕາລັງກຽດຢ່າງເຫຼືອທົນ ແລະ ແມ່ນແຕ່ເມື່ອພວກເຂົາເວົ້າກ່ຽວກັບທັດສະນະຂອງພວກເຂົາໃນຄວາມເຊື່ອທີ່ມີຕໍ່ພຣະເຈົ້າ ກໍເປັນສິ່ງທີ່ທົນຟັງບໍ່ໄດ້ແທ້ໆ. ຜູ້ຄົນລ້ວນແລ້ວແຕ່ຂີ້ຢ້ານ, ບໍ່ມີຄວາມສາມາດ, ຊົ່ວຊ້າ ແລະ ອ່ອນແອຫຼາຍ. ພວກເຂົາບໍ່ຮູ້ສຶກກຽດຊັງອຳນາດມືດ ແລະ ພວກເຂົາບໍ່ຮູ້ສຶກຮັກແສງສະຫວ່າງ ແລະ ຄວາມຈິງ; ກົງກັນຂ້າມ ພວກເຂົາເຮັດສຸດຄວາມສາມາດຂອງພວກເຂົາເພື່ອຂັບໄລ່ສິ່ງເຫຼົ່ານັ້ນ. ຄວາມຄິດ ແລະ ທັດສະນະໃນປັດຈຸບັນຂອງພວກເຈົ້າບໍ່ແມ່ນແບບນີ້ບໍ? “ຍ້ອນຂ້ານ້ອຍເຊື່ອໃນພຣະເຈົ້າ ຂ້ານ້ອຍຄວນໄດ້ອາບດ້ວຍພອນຢ່າງຫຼວງຫຼາຍ ແລະ ຄວນໄດ້ຮັບປະກັນວ່າ ສະຖານະຂອງຂ້ານ້ອຍຈະບໍ່ສູນເສຍໄປຈັກເທື່ອ ແລະ ມັນຈະສູງສົ່ງກວ່າຄົນທີ່ບໍ່ເຊື່ອ”. ເຈົ້າບໍ່ໄດ້ມີທັດສະນະແບບນັ້ນພາຍໃນພວກເຈົ້າພຽງແຕ່ໜຶ່ງ ຫຼື ສອງປີ, ແຕ່ເປັນເວລາຫຼາຍປີ. ແນວຄິດໃນການດຳເນີນງານຂອງພວກເຈົ້າພັດທະນາຫຼາຍເກີນໄປ. ເຖິງແມ່ນພວກເຈົ້າໄດ້ມາເຖິງຂັ້ນຕອນນີ້ໃນປັດຈຸບັນ, ພວກເຈົ້າກໍຍັງບໍ່ປະຖິ້ມສະຖານະ, ແຕ່ດີ້ນຮົນທີ່ຈະສອບຖາມກ່ຽວກັບມັນ ແລະ ສັງເກດມັນທຸກໆມື້ຢູ່ສະເໝີ ໂດຍມີຄວາມຢ້ານຢູ່ໃນສ່ວນເລິກວ່າ ມື້ໜຶ່ງ ສະຖານະຂອງພວກເຈົ້າຈະສູນເສຍໄປ ແລະ ຊື່ສຽງຂອງພວກເຈົ້າຈະຖືກທຳລາຍ. ຜູ້ຄົນບໍ່ເຄີຍປ່ອຍວາງຄວາມປາຖະໜາເພື່ອຄວາມສຸກສະບາຍຂອງພວກເຂົາ... ຍິ່ງເຈົ້າສະແຫວງຫາໃນລັກສະນະນີ້ຫຼາຍສໍ່າໃດ ເຈົ້າກໍຍິ່ງຈະເກັບກ່ຽວໄດ້ໜ້ອຍສໍ່ານັ້ນ. ຍິ່ງຄວາມປາຖະໜາສຳລັບສະຖານະຂອງຜູ້ຄົນຍິ່ງໃຫຍ່ຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຕ້ອງຖືກຈັດການຢ່າງຈິງຈັງຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງຈະຕ້ອງຜະເຊີນກັບການຫຼໍ່ຫຼອມຫຼາຍສໍ່ານັ້ນ. ຄົນປະເພດນັ້ນໄຮ້ຄ່າຫຼາຍ! ພວກເຂົາຕ້ອງຖືກຈັດການ ແລະ ຖືກພິພາກສາຢ່າງພຽງພໍ ເພື່ອພວກເຂົາຈະປະຖິ້ມສິ່ງເຫຼົ່ານີ້ໂດຍສິ້ນເຊີງ. ຖ້າພວກເຈົ້າສະແຫວງຫາໃນລັກສະນະນີ້ຈົນເຖິງເວລາສຸດທ້າຍ, ພວກເຈົ້າກໍຈະບໍ່ໄດ້ເກັບກ່ຽວຫຍັງເລີຍ. ຄົນທີ່ບໍ່ສະແຫວງຫາຊີວິດແມ່ນບໍ່ສາມາດຖືກປ່ຽນແປງໄດ້ ແລະ ຄົນທີ່ບໍ່ກະຫາຍຫາຄວາມຈິງແມ່ນບໍ່ສາມາດໄດ້ຮັບຄວາມຈິງ. ເຈົ້າບໍ່ໃສ່ໃຈໃນການສະແຫວງຫາການປ່ຽນແປງສ່ວນຕົວ ແລະ ການເຂົ້າສູ່, ແຕ່ກົງກັນຂ້າມໃສ່ໃຈໃນຄວາມປາຖະໜາທີ່ເກີນຂອບເຂດ ແລະ ສິ່ງຕ່າງໆທີ່ຈຳກັດຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ກີດກັ້ນເຈົ້າບໍ່ໃຫ້ຫຍັບເຂົ້າໃກ້ພຣະອົງ. ສິ່ງເຫຼົ່ານັ້ນສາມາດປ່ຽນແປງເຈົ້າໄດ້ບໍ? ສິ່ງເຫຼົ່ານັ້ນສາມາດນໍາເຈົ້າເຂົ້າສູ່ອານາຈັກໄດ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ເຕັມໃຈທີ່ຈະເປັນຕົວປະກອບ?
107. ມະນຸດດຳລົງຊີວິດທ່າມກາງແສງສະຫວ່າງ ແຕ່ເຂົາກໍບໍ່ຮູ້ເຖິງຄວາມລໍ້າຄ່າຂອງແສງສະຫວ່າງນັ້ນ. ເຂົາບໍ່ໃສ່ໃຈຕໍ່ທາດແທ້ຂອງແສງສະຫວ່າງ ແລະ ແຫຼ່ງກຳເນີດແສງສະຫວ່າງ ແລະ ຍິ່ງໄປກວ່ານັ້ນ ເຂົາບໍ່ໃສ່ໃຈວ່າ ແສງສະຫວ່າງນັ້ນເປັນຂອງໃຜ. ເມື່ອເຮົາມອບແສງສະຫວ່າງທ່າມກາງມະນຸດ, ເຮົາກວດສອບສະພາບການຕ່າງໆໃນທ່າມກາງມະນຸດທັນທີ: ຍ້ອນແສງສະຫວ່າງ, ທຸກຄົນໄດ້ປ່ຽນແປງ ແລະ ເຕີບໃຫຍ່ ແລະ ໄດ້ອອກຈາກຄວາມມືດ. ເຮົາເຝົ້າເບິ່ງຈັກກະວານໃນທຸກມຸມ ແລະ ເຫັນວ່າໝອກໄດ້ປົກຫຸ້ມພູເຂົາ, ແມ່ນໍ້າກາຍເປັນນໍ້າກ້ອນໃນທ່າມກາງຄວາມເຢືອກເຢັນ ແລະ ຍ້ອນການກັບມາຂອງແສງສະຫວ່າງ, ຜູ້ຄົນຈຶ່ງເບິ່ງໄປທາງທິດຕະເວັນອອກເພື່ອວ່າພວກເຂົາຈະຄົ້ນພົບບາງສິ່ງທີ່ມີຄ່າ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງບໍ່ສາມາດເບິ່ງເຫັນທິດທາງຢ່າງຈະແຈ້ງໃນທ່າມກາງຄວາມມືດມົວ. ເພາະໂລກທັງໝົດຖືກປົກຄຸມດ້ວຍໝອກ, ເມື່ອເຮົາຫຼຽວເບິ່ງຈາກກ້ອນເມກ, ມະນຸດບໍ່ເຄີຍຄົ້ນພົບການເປັນຢູ່ຂອງເຮົາຈັກເທື່ອ; ມະນຸດຊອກຫາບາງສິ່ງຢູ່ເທິງແຜ່ນດິນໂລກ, ເບິ່ງຄືກັບວ່າ ເຂົາກຳລັງຫາອາຫານ, ເບິ່ງຄືກັບວ່າ ເຂົາເຈດຕະນາທີ່ຈະລໍຖ້າການມາເຖິງຂອງເຮົາ, ແຕ່ເຂົາບໍ່ຮູ້ມື້ຂອງເຮົາ ແລະ ພຽງແຕ່ສາມາດຫຼຽວເບິ່ງແສງຮິບຮີ່ທີ່ຢູ່ທາງທິດຕະເວັນອອກ. ໃນບັນດາຜູ້ຄົນທັງປວງ, ເຮົາສະແຫວງຫາຄົນທີ່ປະຕິບັດຕາມໃຈເຮົາຢ່າງແທ້ຈິງ. ເຮົາຍ່າງທ່າມກາງບັນດາຜູ້ຄົນ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນທັງປວງ, ແຕ່ມະນຸດມີຄວາມປອດໄພ ແລະ ໝັ້ນຄົງເທິງແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜປະຕິບັດຕາມໃຈເຮົາຢ່າງແທ້ຈິງ. ຜູ້ຄົນບໍ່ຮູ້ຈັກວິທີເອົາໃຈໃສ່ຄວາມປະສົງຂອງເຮົາ, ພວກເຂົາບໍ່ສາມາດເຫັນການກະທຳຂອງເຮົາ ແລະ ພວກເຂົາບໍ່ສາມາດເຄື່ອນໄຫວຢູ່ທ່າມກາງແສງສະຫວ່າງ ແລະ ຖືກແສງສະຫວ່າງສ່ອງລົງໃສ່. ເຖິງແມ່ນມະນຸດເຊີດຊູພຣະທຳຂອງເຮົາ, ເຂົາກໍບໍ່ສາມາດເບິ່ງຜ່ານກົນອຸບາຍທີ່ລໍ້ລວງຂອງຊາຕານໄດ້; ເພາະວ່າ ວຸດທິພາວະຂອງມະນຸດແມ່ນມີຕໍ່າເກີນໄປ, ເຂົາຈຶ່ງບໍ່ສາມາດເຮັດຕາມໃຈປາຖະໜາຂອງເຂົາ. ມະນຸດບໍ່ເຄີຍຮັກເຮົາຢ່າງຈິງໃຈຈັກເທື່ອ. ເມື່ອເຮົາຍົກຍ້ອງເຂົາ, ເຂົາກໍຮູ້ສຶກວ່າຕົນເອງບໍ່ສົມຄວນ, ແຕ່ສິ່ງນີ້ບໍ່ເຮັດໃຫ້ເຂົາພະຍາຍາມເຮັດໃຫ້ເຮົາພໍໃຈ. ເຂົາພຽງແຕ່ຍຶດເອົາ “ຕໍາແໜ່ງ” ທີ່ເຮົາມອບໃຫ້ເຂົານັ້ນໄວ້ຢູ່ໃນກໍາມືຂອງເຂົາ ແລະ ກວດເບິ່ງມັນຢ່າງໃກ້ຊິດ; ເຂົາເສີຍເມີຍຕໍ່ຄວາມເປັນຕາຮັກຂອງເຮົາ, ກົງກັນຂ້າມ ເຂົາສືບຕໍ່ມີຄວາມສຸກກັບຕໍາແໜ່ງຂອງເຂົາຢ່າງໂລພາ. ນີ້ບໍ່ແມ່ນຄວາມບົກຜ່ອງຂອງມະນຸດບໍ? ເມື່ອພູເຂົາເໜັງຕີງ, ພວກມັນສາມາດລ້ຽວຫຼົບໜີຍ້ອນເຫັນແກ່ຕໍາແໜ່ງຂອງເຈົ້າບໍ? ເມື່ອແມ່ນໍ້າໄຫຼ, ພວກມັນສາມາດເຊົາໄຫຼເມື່ອຢູ່ຕໍ່ໜ້າຕໍາແໜ່ງຂອງມະນຸດບໍ? ສະຫວັນ ແລະ ແຜ່ນດິນໂລກສາມາດຖອຍຫຼັງກັບຍ້ອນຕໍາແໜ່ງຂອງມະນຸດບໍ? ຄັ້ງໜຶ່ງ ເຮົາເຄີຍເມດຕາຕໍ່ມະນຸດ ຄັ້ງແລ້ວຄັ້ງເລົ່າ, ແຕ່ບໍ່ມີໃຜຊື່ນຊົມ ຫຼື ເຊີດຊູສິ່ງນີ້ເລີຍ, ພວກເຂົາພຽງແຕ່ຟັງສິ່ງນັ້ນຄືກັບວ່າເປັນເລື່ອງເລົ່າ ຫຼື ອ່ານມັນຄືກັບວ່າເປັນນິຍາຍ. ພຣະທຳຂອງເຮົາບໍ່ໄດ້ດົນໃຈມະນຸດແທ້ບໍ? ຖ້ອຍຄຳຂອງເຮົາບໍ່ມີຜົນຫຍັງແທ້ບໍ? ເປັນໄປໄດ້ບໍວ່າ ບໍ່ມີໃຜເຊື່ອໃນການເປັນຢູ່ຂອງເຮົາເລີຍ? ມະນຸດບໍ່ຮັກຕົນເອງ; ກົງກັນຂ້າມ ເຂົາເຂົ້າຮ່ວມກັບຊາຕານເພື່ອໂຈມຕີເຮົາ ແລະ ໃຊ້ຊາຕານເປັນ “ເຄື່ອງມື” ເພື່ອຮັບໃຊ້ເຮົາ. ເຮົາຈະແຊກຊຶມເຂົ້າໄປໃນກົນອຸບາຍທີ່ຫຼອກລວງທຸກຢ່າງຂອງຊາຕານ ແລະ ຢຸດຜູ້ຄົນທີ່ຢູ່ເທິງແຜ່ນດິນໂລກບໍ່ໃຫ້ຮັບເອົາການລໍ້ລວງຂອງຊາຕານອີກຕໍ່ໄປ ເພື່ອວ່າ ພວກເຂົາຈະບໍ່ຕໍ່ຕ້ານເຮົາ ຍ້ອນການເປັນຢູ່ຂອງຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 22
108. ຫຼາຍຄົນລັບຫລັງເຮົາກໍຫລົງໄຫລນໍາຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລຶ່ອງກິນ, ພວກເຂົາຮັກການຫຼັບນອນ ແລະ ເອົາໃຈໃສ່ດູແລແຕ່ເນື້ອຫນັງພາຍນອກ, ຢ້ານແຕ່ບໍ່ມີທາງຕັດຂາດອອກຈາກເນື້ອຫນັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນເອງໃນຄຣິສຕະຈັກ ແລະ ໄປໂບດເພື່ອກິນຂອງຟຣີ ຫຼື ນອກນັ້ນກໍຫາຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາກ່ຽວກັບພຣະທໍາຂອງເຮົາ, ພວກເຂົາຈະໂອ້ອວດຕົນເອງ ແລະ ສະແດງເປັນເຈົ້າເປັນນາຍບົ່ງການຄົນອື່ນ. ຜູ້ຄົນເຫຼົ່ານີ້ຈະມັກເວົ້າສະເໝີວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ພວກເຂົາຈະເວົ້າສະເໝີວ່າພວກເຂົາຄືຄົນໃກ້ຊິດຂອງພຣະເຈົ້າ. ແລ້ວນີ້ບໍ່ແມ່ນເປັນເລື່ອງຕະຫຼົກທີ່ສຸດບໍ? ຖ້າຫາກເຈົ້າມີແຮງຈູງໃຈຢ່າງແທ້ຈິງ ແຕ່ບໍ່ສາມາດຮັບໃຊ້ພຣະເຈົ້າ, ກໍແປວ່າເຈົ້າເປັນຄົນໂງ່ຈ້າ ແຕ່ຖ້າຫາກເຈົ້າມີແຮງຈູງໃຈແບບບໍ່ແທ້ຈິງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ ກໍແປວ່າເຈົ້າເປັນຄົນຕໍ່ຕ້ານພຣະເຈົ້າ ແລະ ສົມຄວນຖືກລົງໂທດໂດຍພຣະເຈົ້າ. ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນເຫຼົ່ານີ້! ໃນສາສະໜາຂອງພຣະເຈົ້າ ພວກເຂົາກິນຟຣີ ແລະ ມີແຕ່ຫຼົງໄຫຼກັບຄວາມສຸກຂອງຮ່າງກາຍ ແລະ ບໍ່ເຄີຍຄິດເຖິງເລື່ອງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບຕົນເອງສະເໝີ, ພວກເຂົາບໍ່ເຄີຍໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ, ທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ສົນໃຈຕໍ່ພຣະວິນຍານຂອງພຣະເຈົ້າ, ພວກເຂົາວາງແຜນ ແລະ ໃຊ້ກົນອຸບາຍຕໍ່ອ້າຍເອື້ອຍນ້ອງຂອງພວກເຂົາຕະຫຼອດ ແລະ ເປັນຄົນສອງໜ້າຄືກັບໝາຈິ້ງຈອກໃນສວນອະງຸ່ນທີ່ລັກກິນໝາກລະແຊ່ງ ແລະ ໂດດເຕັ້ນຢຽບຍໍ່າສວນອະງຸ່ນຢູ່ຕະຫຼອດ. ຜູ້ຄົນດັ່ງກ່າວນັ້ນສາມາດເປັນຄົນໃກ້ຊິດຂອງພຣະເຈົ້າໄດ້ບໍ່? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ເຄີຍມີຄວາມຮັບຜິດຊອບຕໍ່ຊີວິດຂອງເຈົ້າ ແລະ ຄຣິສະຕະຈັກ. ເຈົ້າເໝາະສົມຈະໄດ້ຮັບເອົາຄໍາສັ່ງຂອງພຣະເຈົ້າບໍ່? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ໃນເມື່ອເຈົ້າຮັບໃຊ້ແບບນີ້ ແລ້ວພຣະເຈົ້າຈະສາມາດກ້າມອບພາລະໜ້າທີ່ອັນຍິ່ງໃຫຍ່ນີ້ໃຫ້ກັບເຈົ້າແນວໃດ? ເຈົ້າຈະບໍ່ຊັກຊ້າຖ່ວງເວລາບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ
109. ຜູ້ຄົນສ່ວນໃຫຍ່ເຖິງກັບເວົ້າເຖິງເງື່ອນໄຂຂອງພວກເຂົາໃນການຮັບໃຊ້ພຣະອົງ: ພວກເຂົາບໍ່ໄດ້ສົນໃຈວ່າພຣະອົງເປັນພຣະເຈົ້າ ຫຼື ມະນຸດ, ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ ແລະ ສະແຫວງຫາເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາເອງ. ເມື່ອພວກເຈົ້າຄົວອາຫານໃຫ້ແກ່ເຮົາ ພວກເຈົ້າກໍຮຽກຮ້ອງຄ່າບໍລິການ, ເມື່ອພວກເຈົ້າແລ່ນເພື່ອເຮົາ ພວກເຈົ້າກໍຖາມຫາຄ່າແລ່ນ, ເມື່ອພວກເຈົ້າເຮັດວຽກເພື່ອເຮົາ ພວກເຈົ້າກໍຕ້ອງການຄ່າແຮງງານ, ເມື່ອພວກເຈົ້າຊັກເຄື່ອງໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າຊັກເຄື່ອງ, ເມື່ອພວກເຈົ້າສະໜອງໃຫ້ແກ່ຄຣິສຕະຈັກ ພວກເຈົ້າກໍຕ້ອງການຄ່າຕອບແທນ, ເມື່ອພວກເຈົ້າເວົ້າ ພວກເຈົ້າກໍຕ້ອງການຄ່າເວົ້າ, ເມື່ອພວກເຈົ້າມອບປຶ້ມ ພວກເຈົ້າກໍຕ້ອງການຄ່າແຈກຢາຍ ແລະ ເມື່ອພວກເຈົ້າຂຽນ ພວກເຈົ້າກໍຕ້ອງການຄ່າຂຽນ. ຜູ້ຄົນທີ່ເຮົາໄດ້ຈັດການກໍຍັງຕ້ອງການຄ່າຊົດເຊີຍຈາກເຮົາ, ໃນຂະນະທີ່ຜູ້ທີ່ຖືກສົ່ງກັບບ້ານຕ້ອງການຄ່າຊົດໃຊ້ທີ່ພວກເຂົາເສຍຊື່ສຽງ; ຜູ້ຄົນທີ່ບໍ່ໄດ້ແຕ່ງດອງ ຕ້ອງການຄ່າສິນສອດ ຫຼື ຄ່າເຮັດຂວັນສໍາລັບຄວາມໜຸ່ມທີ່ສູນເສຍໄປ, ຜູ້ຄົນທີ່ຂ້າໄກ່ຕ້ອງການຄ່າຂ້າ, ຜູ້ທີ່ຈືນອາຫານຕ້ອງການຄ່າຈືນ ແລະ ຜູ້ທີ່ເຮັດແກງ ຕ້ອງການຄ່າເຮັດແກງເຊັ່ນກັນ... ນີ້ຄືຄວາມເປັນມະນຸດຂອງພວກເຈົ້າທີ່ທະນົງຕົວ ແລະ ຍິ່ງໃຫຍ່ ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກທີ່ຮ້ອນຮົນຂອງພວກເຈົ້າ. ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ? ເຮົາຈະບອກພວກເຈົ້າດັ່ງນີ້! ຖ້າພວກເຈົ້າສືບຕໍ່ເຮັດແບບນີ້, ເຮົາຈະຢຸດຕິພາລະກິດຂອງເຮົາໃນພວກເຈົ້າ. ເຮົາຈະບໍ່ເຮັດພາລະກິດໃນທ່າມກາງຝູງສັດຮ້າຍທີ່ຢູ່ໃນຮ່າງຂອງມະນຸດ, ເຮົາຈະບໍ່ທົນທຸກເພື່ອກຸ່ມຄົນທີ່ໜ້າຊື່ໃຈຄົດ, ເຮົາຈະບໍ່ອົດກັ້ນເພື່ອຝູງສັດທີ່ບໍ່ມີໂອກາດແມ່ນແຕ່ໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ. ມື້ທີ່ເຮົາຫັນຫຼັງໃຫ້ແກ່ພວກເຈົ້າແມ່ນມື້ທີ່ພວກເຈົ້າເສຍຊີວິດ, ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກປະຖິ້ມດ້ຍຍແສງສະຫວ່າງ. ເຮົາຈະບອກພວກເຈົ້າແນວນີ້! ເຮົາຈະບໍ່ມີຄວາມເມດຕາຕໍ່ກຸ່ມຄົນເຊັ່ນພວກເຈົ້າ, ກຸ່ມທີ່ຕ້ອຍຕໍ່າຍິ່ງກວ່າສັດ! ພຣະທໍາ ແລະ ການກະທໍາຂອງເຮົາແມ່ນມີຂີດຈໍາກັດ ແລະ ດ້ວຍຄວາມເປັນມະນຸດ ແລະ ສາມັນສໍານຶກທີ່ພວກເຈົ້າມີ, ເຮົາຈະບໍ່ເຮັດພາລະກິດອີກ ເພາະວ່າພວກເຈົ້າຂາດສາມັນສໍານຶກ, ພວກເຈົ້າໄດ້ເຮັດໃຫ້ເຮົາເຈັບປວດແສນສາຫັດ ແລະ ພຶດຕິກໍາທີ່ໜ້າລັງກຽດຂອງພວກເຈົ້າເຮັດໃຫ້ເຮົາລັງກຽດຫຼາຍ. ຜູ້ຄົນທີ່ຂາດຄວາມເປັນມະນຸດ ແລະ ສາມັນສໍານຶກຈະບໍ່ມີວັນໄດ້ຮັບຄວາມລອດພົ້ນ; ເຮົາຈະບໍ່ຊ່ວຍຜູ້ຄົນທີ່ບໍ່ມີຫົວໃຈ ແລະ ບໍ່ສໍານຶກບຸນຄຸນ. ເມື່ອວັນຂອງເຮົາມາເຖິງ, ເຮົາຈະປ່ອຍແປວໄຟທີ່ແຜດໄໝ້ຊົ່ວນິດນິລັນຂອງເຮົາລົງໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ທ້າທາຍຄວາມໂກດຮ້າຍຢ່າງແຮງຂອງເຮົາ, ເຮົາຈະກໍານົດການລົງໂທດອັນເປັນນິດນິລັນຂອງເຮົາຕໍ່ຝູງສັດທີ່ຄັ້ງໜຶ່ງໄດ້ປະນາມເຮົາ ແລະ ປະຖິ້ມເຮົາ, ເຮົາຈະເຜົາບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງເຄີຍກິນ ແລະ ຢູ່ຮ່ວມກັບເຮົາແຕ່ບໍ່ໄດ້ເຊື່ອໃນເຮົາ, ທັງດູຖູກ ແລະ ຫັກຫຼັງເຮົາ ດ້ວຍໄຟທີ່ບໍ່ມີວັນດັບຈາກຄວາມໂກດຮ້າຍຂອງເຮົາ. ເຮົາຈະເຮັດໃຫ້ຜູ້ທີ່ທ້າທາຍຄວາມໂກດຮ້າຍຂອງເຮົາໄດ້ຮັບໂທດ, ເຮົາຈະຖອກເທຄວາມໂກດຮ້າຍທັງໝົດຂອງເຮົາລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງເຄີຍປາຖະໜາທີ່ຈະຢືນຄຽງຂ້າງທຽບເທົ່າກັບເຮົາ ແຕ່ບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງເຮົາ, ໄມ້ຄ້ອນທີ່ເຮົາໃຊ້ຂ້ຽນຕີມະນຸດຈະຕົກໃສ່ສັດເຫຼົ່ານັ້ນທີ່ຄັ້ງໜຶ່ງ ເຄີຍມີຄວາມສຸກກັບການເບິ່ງແຍງຂອງເຮົາ ແລະ ຄວາມເລິກລັບທີ່ເຮົາໄດ້ກ່າວ ແລະ ຜູ້ທີ່ຄັ້ງໜຶ່ງເຄີຍພະຍາຍາມເອົາຄວາມສຸກແຫ່ງວັດຖຸຈາກເຮົາ. ເຮົາຈະບໍ່ໃຫ້ອະໄພໃຜທີ່ພະຍາຍາມມາແທນທີ່ເຮົາ; ເຮົາຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍໂອກາດເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກເຮົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
110. ສິ່ງທີ່ພວກເຈົ້າເຫັນໃນທຸກມື້ນີ້ພຽງແຕ່ແມ່ນດາບທີ່ແຫຼມຄົມຈາກປາກຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ທັນເຄີຍເຫັນໄມ້ໃນມືຂອງເຮົາ ຫຼື ແປວໄຟທີ່ເຮົາເຜົາໄໝ້ມະນຸດ ແລະ ນັ້ນແມ່ນຍ້ອນຫຍັງພວກເຈົ້າຈິ່ງຍັງຈອງຫອງ ແລະ ບໍ່ໃສ່ໃຈຕໍ່ກັບການປະກົດຕົວຂອງເຮົາ. ນັ້ນແມ່ນເຫດຜົນຍ້ອນຫຍັງເຈົ້າຍັງຂັດຂືນກັບເຮົາຢູ່ໃນເຮືອນຂອງເຮົາ, ໂຕ້ຖຽງດ້ວຍຄໍາເວົ້າຈາກລີ້ນປາກຂອງມະນຸດກັບຄໍາເວົ້າຈາກປາກຂອງເຮົາທີ່ເຮົາໄດ້ເວົ້າໄປແລ້ວ. ມະນຸດບໍ່ຢ້ານກົວເຮົາ ແລະ ຍັງສືບຕໍ່ເປັນສັດຕູກັບເຮົາຈົນຮອດທຸກມື້ນີ້, ມະນຸດຍັງບໍ່ມີຄວາມຢ້ານກົວເລີຍ. ພວກເຈົ້າມີລີ້ນ ແລະ ແຂ້ວທີ່ບໍ່ຊອບທໍາໃນປາກຂອງພວກເຈົ້າ. ຄຳເວົ້າ ແລະ ການກະທຳຂອງພວກເຈົ້າຍັງຄືກັບຄຳເວົ້າ ແລະ ການກະທຳຂອງງູທີ່ຊັກຊວນໃຫ້ເອວາເຮັດບາບ. ພວກເຈົ້າຮຽກຮ້ອງຈາກກັນແລະກັນແບບຕາຕໍ່ຕາ ແລະ ແຂ້ວຕໍ່ແຂ້ວ ແລະ ພວກເຈົ້າດີ້ນຮົນໃນການປະກົດຕົວຂອງເຮົາເພື່ອຍາດຊິງຕຳແໜ່ງ, ຊື່ສຽງ ແລະ ຜົນປະໂຫຍດສຳລັບຕົວພວກເຈົ້າເອງ, ແຕ່ພວກເຈົ້າບໍ່ຮູ້ວ່າເຮົາກຳລັງເຝົ້າເບິ່ງຄຳເວົ້າ ແລະ ການກະທຳຂອງພວກເຈົ້າຢ່າງລັບໆຢູ່. ກ່ອນທີ່ພວກເຈົ້າຈະເຂົ້າມາຢູ່ໃນການປະກົດຕົວຂອງເຮົາ, ເຮົາໄດ້ຢັ່ງເຖິງສ່ວນເລິກຂອງຫົວໃຈພວກເຈົ້າແລ້ວ. ມະນຸດຕ້ອງການຫຼົບໜີຈາກກຳມືຂອງເຮົາ ແລະ ຫຼົບຫຼີກການສັງເກດຈາກສາຍຕາເຮົາຢູ່ ສະເໝີ, ແຕ່ເຮົາບໍ່ເຄີຍຫຼົບຈາກການເຝົ້າຕິດຕາມຄຳເວົ້າ ຫຼື ການກະທຳຂອງມະນຸດເລີຍ. ກົງກັນຂ້າມ ເຮົາອະນຸຍາດຄຳເວົ້າ ແລະ ການກະທຳເຫຼົ່ານີ້ໃຫ້ເຂົ້າສູ່ສາຍຕາຂອງເຮົາຢ່າງມີຈຸດປະສົງ, ເພື່ອໃຫ້ເຮົາສາມາດລົງໂທດຄວາມບໍ່ຊອບທໍາຂອງມະນຸດ ແລະ ປະຕິບັດການພິພາກສາຕໍ່ກັບການກະບົດຂອງມະນຸດ. ສະນັ້ນ ຄຳເວົ້າ ແລະ ການກະທຳຂອງມະນຸດແບບລັບໆຍັງຄົງຢູ່ຕໍ່ໜ້າບັນລັງພິພາກສາຂອງເຮົາສະເໝີ ແລະ ຄຳພິພາກສາຂອງເຮົາບໍ່ເຄີຍປ່ອຍໃຫ້ມະນຸດຫຼຸດພົ້ນໄປໄດ້, ເພາະວ່າການກະບົດຂອງມະນຸດແມ່ນຫຼາຍເກີນໄປ. ພາລະກິດຂອງເຮົາແມ່ນເພື່ອເຜົາທຳລາຍ, ເພື່ອກັ່ນຕອງຄຳເວົ້າ, ເພື່ອການກະທຳທັງໝົດຂອງມະນຸດທີ່ໄດ້ເວົ້າໄປ ແລະ ເພື່ອການກະທຳໄປໂດຍຜ່ານການປະກົດຕົວຂອງພຣະຈິດວິນຍານຂອງເຮົາ. ດ້ວຍວິທີນີ້[ຂ] ເມື່ອເຮົາອອກຈາກໂລກນີ້ໄປ, ຜູ້ຄົນຈະຍັງຮັກສາຄວາມຈົງຮັກພັກດີຕໍ່ເຮົາ ແລະ ຈະຍັງຮັບໃຊ້ເຮົາຄືກັນກັບຜູ້ຮັບໃຊ້ອັນບໍລິສຸດຂອງເຮົາທີ່ປະຕິບັດໃນພາລະກິດຂອງເຮົາໃນຕອນນີ້ ແລະ ຈະເຮັດໃຫ້ພາລະກິດຂອງເຮົາໃນໂລກນີ້ສືບຕໍ່ໄປຈົນກວ່າມື້ສຳເລັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດເຜີຍແຜ່ຄຳສອນຂອງພຣະເຈົ້າເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນ
111. ເຮົາພໍໃຈໃນຄົນທີ່ບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ເຮົາມັກຄົນທີ່ຍອມຮັບຄວາມຈິງດ້ວຍຄວາມເຕັມໃຈ; ສຳລັບມະນຸດສອງປະເພດນີ້ ເຮົາສະແດງຄວາມຫ່ວງໃຍຢ່າງໃຫຍ່ຫຼວງ ຍ້ອນໃນສາຍຕາຂອງເຮົາ ພວກເຂົາເປັນມະນຸດທີ່ຊື່ສັດ. ຖ້າເຈົ້າເປັນຄົນຫຼອກລວງ ແລ້ວເຈົ້າກໍຈະມີຫົວໃຈທີ່ບໍ່ເຊື່ອໃຜ ແລະ ສົງໄສຕໍ່ທຸກຄົນ ແລະ ທຸກເລື່ອງ ແລະ ດ້ວຍເຫດນັ້ນ ຄວາມເຊື່ອທີ່ເຈົ້າມີຕໍ່ເຮົາແມ່ນເກີດຂຶ້ນເທິງພື້ນຖານຂອງຄວາມສົງໄສ. ເຮົາບໍ່ສາມາດຮັບຮູ້ຄວາມເຊື່ອດັ່ງກ່າວໄດ້. ການຂາດຄວາມເຊື່ອທີ່ແທ້ຈິງ ເຈົ້າກໍຈະຍິ່ງປາສະຈາກຄວາມຮັກທີ່ແທ້ຈິງ. ແລ້ວຖ້າເຈົ້າສາມາດສົງໄສພຣະເຈົ້າ ແລະ ຄາດເດົາກ່ຽວກັບພຣະອົງຕາມໃຈມັກ ແລ້ວເຈົ້າກໍເປັນຄົນທີ່ຫຼອກລວງທີ່ສຸດຢ່າງບໍ່ຕ້ອງສົງໄສ. ເຈົ້າຄາດຄະເນວ່າ ພຣະເຈົ້າສາມາດເປັນຄືກັບມະນຸດໄດ້ ຫຼື ບໍ່: ນັ້ນ ຄືຄວາມຜິດບາບທີ່ຍົກໂທດໃຫ້ບໍ່ໄດ້, ເປັນຄົນທີ່ມີບຸກຄະລິກຕໍ່າ, ປາສະຈາກຄວາມຍຸຕິທຳ ແລະ ເຫດຜົນ, ຂາດຄວາມສຳນຶກແຫ່ງຄວາມຊອບທໍາ, ຕົກຢູ່ໃນກົນລະຍຸດທີ່ຊົ່ວຊ້າ, ມີເລ່ຫຼ່ຽມ ແລະ ສະຫຼາດແກມໂກງ, ເປັນທີ່ພໍໃຈຂອງສິ່ງຊົ່ວຮ້າຍ ແລະ ຄວາມມືດມົງ ແລະ ອື່ນໆອີກ. ເຫດຜົນທີ່ມະນຸດມີຄວາມຄິດດັ່ງກ່າວບໍ່ແມ່ນຍ້ອນມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າບໍ? ຄວາມເຊື່ອປະເພດນີ້ບໍ່ມີຫຍັງນອກຈາກຄວາມຜິດບາບ! ເຖິງກັບມີບາງຄົນທີ່ເຊື່ອວ່າ ຄົນທີ່ເຮັດໃຫ້ເຮົາພໍໃຈແມ່ນຄົນປະຈົບປະແຈງ ແລະ ຄົນລູບແຂ່ງເລຍຂາແທ້ໆ ແລະ ຄົນທີ່ບໍ່ມີທັກສະດັ່ງກ່າວກໍຈະບໍ່ຖືກຕ້ອນຮັບໃນເຮືອນຂອງພຣະເຈົ້າ ແລະ ຈະສູນເສຍຕໍາແໜ່ງຂອງພວກເຂົາໃນທີ່ນັ້ນ. ສິ່ງນີ້ແມ່ນຄວາມຮູ້ທັງໝົດທີ່ພວກເຈົ້າໄດ້ຮັບຫຼັງຈາກຊ່ວງເວລາທີ່ຜ່ານມາບໍ? ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບບໍ? ແລ້ວຄວາມຮູ້ຂອງພວກເຈົ້າທີ່ກ່ຽວກັບເຮົາບໍ່ໄດ້ຢຸດຕິລົງພຽງທີ່ຄວາມເຂົ້າໃຈຜິດເຫຼົ່ານີ້; ຮ້າຍແຮງໄປກວ່ານັ້ນກໍຄືການໝິ່ນປະໝາດທີ່ພວກເຈົ້າມີຕໍ່ພຣະວິນຍານຂອງພຣະເຈົ້າ ແລະ ການປະນາມສະຫວັນ. ນີ້ຄືເຫດຜົນທີ່ເຮົາເວົ້າວ່າ ຄວາມເຊື່ອປະເພດດັ່ງກ່າວຂອງພວກເຈົ້າຈະພຽງແຕ່ເຮັດໃຫ້ພວກເຈົ້າຫ່າງເຫີນຈາກເຮົາ ແລະ ຕໍ່ຕ້ານເຮົາຫຼາຍຍິ່ງຂຶ້ນ. ຕະຫຼອດເວລາຫຼາຍປີຂອງການປະຕິບັດພາລະກິດ ພວກເຈົ້າໄດ້ເຫັນຄວາມຈິງຫຼາຍຢ່າງ ແຕ່ພວກເຈົ້າຮູ້ບໍວ່າ ຫູຂອງເຮົາໄດ້ຍິນຫຍັງແດ່? ມີພວກເຈົ້າຈັກຄົນທີ່ເຕັມໃຈຍອມຮັບເອົາຄວາມຈິງ? ພວກເຈົ້າທຸກຄົນເຊື່ອວ່າ ພວກເຈົ້າເຕັມໃຈທີ່ຊໍາລະລາຄາເພື່ອຄວາມຈິງ ແຕ່ມີຈັກຄົນທີ່ໄດ້ທົນທຸກເພື່ອຄວາມຈິງແທ້ໆ? ບໍ່ມີຫຍັງນອກຈາກຄວາມບໍ່ຊອບທຳທີ່ຢູ່ໃນຫົວໃຈຂອງພວກເຈົ້າ ເຊິ່ງເຮັດໃຫ້ພວກເຈົ້າຄິດວ່າ ບໍ່ວ່າພວກເຂົາຈະເປັນໃຜກໍຕາມ ທຸກຄົນຫຼອກລວງ ແລະ ບໍ່ສັດຊື່ສໍ່າໆກັນ ຈົນເຖິງຈຸດທີ່ເຈົ້າເຖິງກັບເຊື່ອວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນປາສະຈາກຫົວໃຈເມດຕາ ຫຼື ຄວາມຮັກກະລຸນາຄືກັບມະນຸດປົກກະຕິ. ຍິ່ງໄປກວ່ານັ້ນ ພວກເຈົ້າເຊື່ອວ່າ ລັກສະນະທີ່ສູງສົ່ງ ແລະ ທຳມະຊາດທີ່ເມດຕາ ແລະ ກະລຸນາມີຢູ່ພຽງແຕ່ພາຍໃນພຣະເຈົ້າທີ່ຢູ່ໃນສະຫວັນເທົ່ານັ້ນ. ພວກເຈົ້າເຊື່ອວ່າ ນັກບຸນດັ່ງກ່າວບໍ່ມີຢູ່ຈິງ ແລະ ມີພຽງແຕ່ຄວາມມືດ ແລະ ການປົກຄອງທີ່ຊົ່ວຮ້າຍທີ່ແຜ່ນດິນໂລກ ໃນຂະນະທີ່ພຣະເຈົ້າແມ່ນບາງສິ່ງທີ່ມະນຸດຝາກຝັງຄວາມປາຖະໜາຂອງພວກເຂົາສຳລັບສິ່ງທີ່ດີ ແລະ ສວຍງາມ, ເປັນບຸກຄົນທີ່ມີຊື່ລືຊາທີ່ປັ້ນແຕ່ງຂຶ້ນມາໂດຍມະນຸດ. ໃນຈິດໃຈຂອງພວກເຈົ້າ ພຣະເຈົ້າທີ່ຢູ່ໃນສະຫວັນແມ່ນຊື່ສັດ, ຊອບທຳ ແລະ ຍິ່ງໃຫຍ່ຫຼາຍ ເຊິ່ງສົມຄວນແກ່ການນະມັດສະການ ແລະ ການເຄົາລົບບູຊາ; ແຕ່ໃນຂະນະດຽວກັນ ພຣະເຈົ້ານີ້ທີ່ຢູ່ເທິງແຜ່ນດິນໂລກເປັນພຽງຕົວສຳຮອງ ແລະ ເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຊື່ອວ່າ ພຣະເຈົ້າອົງນີ້ບໍ່ສາມາດທຽບເທົ່າກັບພຣະເຈົ້າທີ່ຢູ່ໃນສະຫວັນ ແຮງໄກທີ່ຈະຖືກກ່າວເຖິງໃນລັກສະນະດຽວກັນກັບພຣະອົງ. ເມື່ອເວົ້າເຖິງຄວາມຍິ່ງໃຫຍ່ ແລະ ກຽດສັກສີຂອງພຣະເຈົ້າ, ສິ່ງເຫຼົ່ານີ້ເປັນຂອງສະຫງ່າລາສີຂອງພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ເມື່ອເວົ້າເຖິງທຳມະຊາດ ແລະ ຄວາມເສື່ອມຊາມຂອງມະນຸດ ສິ່ງເຫຼົ່ານີ້ແມ່ນຄຸນສົມບັດເຊິ່ງພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີສ່ວນ. ພຣະເຈົ້າທີ່ຢູ່ໃນສະຫວັນເປັນຕານັບຖືຕະຫຼອດໄປ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກບໍ່ສຳຄັນ, ອ່ອນແອ ແລະ ບໍ່ມີຄວາມສາມາດຕະຫຼອດໄປ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຮູ້ສຶກນຶກຄິດຢ່າງອື່ນ ມີແຕ່ຄວາມຊອບທຳເທົ່ານັ້ນ ໃນຂະນະທີ່ພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກມີແຮງຈູງໃຈເຫັນແກ່ຕົວ ແລະ ປາສະຈາກຄວາມຍຸຕິທຳ ຫຼື ເຫດຜົນ. ພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມຄົດໂກງແມ່ນແຕ່ໜ້ອຍດຽວ ແລະ ຊື່ສັດຕະຫຼອດໄປ ໃນຂະນະທີ່ພຣະເຈົ້າຢູ່ເທິງແຜ່ນດິນໂລກມີດ້ານທີ່ບໍ່ຊື່ສັດຢູ່ສະເໝີ. ພຣະເຈົ້າທີ່ຢູ່ໃນສະຫວັນຮັກມະນຸດຫຼາຍ ໃນຂະນະທີ່ພຣະເຈົ້າເທິງແຜ່ນດິນໂລກສະແດງຄວາມຫ່ວງໃຍຕໍ່ມະນຸດເຊິ່ງກໍບໍ່ພຽງພໍ, ເຖິງກັບເມີນເສີຍຕໍ່ເຂົາຢ່າງສິ້ນເຊີງ. ຄວາມຮູ້ທີ່ຜິດນີ້ຖືກເກັບຮັກສາໄວ້ພາຍໃນຫົວໃຈຂອງພວກເຈົ້າເປັນເວລາດົນນານມາແລ້ວ ແລະ ອາດຝັງຢູ່ໃນຫົວໃຈພວກເຈົ້າໃນອະນາຄົດ. ພວກເຈົ້າເຫັນວ່າທຸກການກະທຳຂອງພຣະຄຣິດແມ່ນມາຈາກຈຸດຢືນຂອງຄົນທີ່ບໍ່ຊອບທຳ ແລະ ປະເມີນພາລະກິດທັງໝົດຂອງພຣະອົງ ພ້ອມທັງຕົວຕົນ ແລະ ທາດແທ້ຂອງພຣະອົງຈາກທັດສະນະຂອງຄົນທີ່ຊົ່ວຮ້າຍ. ພວກເຈົ້າໄດ້ສ້າງຄວາມຜິດພາດຢ່າງຮ້າຍແຮງ ແລະ ເຮັດໃນສິ່ງທີ່ບໍ່ມີຄົນໃດທີ່ມາກ່ອນໜ້າພວກເຈົ້ານັ້ນເຄີຍເຮັດມາກ່ອນເລີຍ. ນັ້ນກໍຄື ພວກເຈົ້າພຽງແຕ່ຮັບໃຊ້ພຣະເຈົ້າທີ່ເປັນຕານັບຖືໃນສະຫວັນທີ່ມີມົງກຸດປະທັບຢູ່ເທິງຫົວຂອງພຣະອົງ ແລະ ບໍ່ສົນໃຈກັບພຣະເຈົ້າທີ່ພວກເຈົ້າເຫັນວ່າບໍ່ສຳຄັນ ຄືກັບວ່າພຣະອົງບໍ່ມີຕົວຕົນຕໍ່ພວກເຈົ້າເລີຍ. ນີ້ບໍ່ແມ່ນຄວາມບາບຂອງພວກເຈົ້າບໍ? ນີ້ບໍ່ແມ່ນຕົວຢ່າງເດັ່ນໃນການເຮັດຜິດຂອງພວກເຈົ້າຕໍ່ອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້ານະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນ. ພວກເຈົ້າເຄົາລົບຮູບພາບທີ່ສູງສົ່ງ ແລະ ນັບຖືຄົນທີ່ມີຊື່ສຽງຍ້ອນຄຳເວົ້າທີ່ຈັບໃຈຂອງພວກເຂົາ. ເຈົ້າຍິນດີຖືກບັນຊາໂດຍພຣະເຈົ້າທີ່ເຮັດໃຫ້ມືຂອງເຈົ້າເຕັມໄປດ້ວຍຄວາມລໍ້າລວຍ ແລະ ປາຖະໜາຫາພຣະເຈົ້າທີ່ສາມາດສະໜອງຄວາມປາຖະໜາທຸກຢ່າງຂອງເຈົ້າທຸກຢ່າງ. ພຣະເຈົ້າອົງດຽວທີ່ເຈົ້າບໍ່ນະມັດສະການກໍຄືພຣະເຈົ້າອົງນີ້ທີ່ບໍ່ເປັນຕາສູງສົ່ງ; ສິ່ງດຽວທີ່ເຈົ້າກຽດຊັງກໍຄືການກ່ຽວພັນກັບພຣະເຈົ້າອົງນີ້ ຜູ້ເຊິ່ງບໍ່ມີມະນຸດຄົນໃດເຫັນວ່າສູງສົ່ງ. ສິ່ງດຽວທີ່ເຈົ້າບໍ່ເຕັມໃຈກໍຄືຮັບໃຊ້ພຣະເຈົ້າທີ່ບໍ່ເຄີຍມອບເງິນແມ່ນແຕ່ກີບດຽວໃຫ້ເຈົ້າ ແລະ ພຣະເຈົ້າອົງດຽວທີ່ບໍ່ສາມາດເຮັດໃຫ້ເຈົ້າປາຖະໜາຫາພຣະອົງ ກໍຄືພຣະເຈົ້າທີ່ບໍ່ເປັນຕາຮັກອົງນີ້. ພຣະເຈົ້າແບບນີ້ບໍ່ສາມາດເຮັດໃຫ້ເຈົ້າເປີດມຸມມອງຂອງເຈົ້າອອກຢ່າງກວ້າງຂວາງໄດ້, ບໍ່ສາມາດເຮັດໃຫ້ເຈົ້າຮູ້ສຶກວ່າ ເຈົ້າໄດ້ພົບຊັບສົມບັດ ແຮງໄກທີ່ຈະສະໜອງສິ່ງທີ່ເຈົ້າປາຖະໜາ. ແລ້ວເປັນຫຍັງເຈົ້າຈຶ່ງຕິດຕາມພຣະອົງ? ເຈົ້າເຄີຍຄິດໃນຄຳຖາມແບບນີ້ບໍ? ສິ່ງທີ່ເຈົ້າເຮັດບໍ່ພຽງແຕ່ເຮັດຜິດຕໍ່ພຣະຄຣິດອົງນີ້ເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນ ມັນຍັງເຮັດຜິດຕໍ່ພຣະເຈົ້າທີ່ຢູ່ໃນສະຫວັນອີກ. ເຮົາຄິດວ່າ ນີ້ບໍ່ແມ່ນຈຸດປະສົງຂອງຄວາມເຊື່ອທີ່ພວກເຈົ້າມີຕໍ່ພຣະເຈົ້າ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຈະຮູ້ຈັກພຣະເຈົ້າເທິງແຜ່ນດິນໂລກ
112. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນາຮົກ ແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາ ຈະມີວິທີການ ຈັດການແບບອື່ນ ທີ່ກຽມໄວ້ສໍາລັບ ຄົນທີ່ບໍ່ຊຶ່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງ ຄວາມຫຍຸ້ງຍາກລໍາບາກ ທີ່ພວກເຈົ້າພົບພໍ້ໃນການພະຍາຍາມເປັນຄົນຊື່ສັດ. ພວກເຈົ້າທຸກຄົນສະຫຼາດ ແລະ ຊໍານິຊໍານານຫຼາຍ ໃນການປະເມີນສຸພາບບຸລຸດ ໂດຍອີງຕາມມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ດ້ວຍເຫດນີ້ພາລະກິດຂອງເຮົາຈຶ່ງງ່າຍຂຶ້ນຫຼາຍ. ໃນເມື່ອພວກເຈົ້າແຕ່ລະຄົນຫາກຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນ ເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາຢ່າງສຸດໃຈ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າຂອງຄວາມສັດທາ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຄິດວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ຢ່າວ່າແຕ່ເລຶ່ອງພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງທີ່ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບແລະ ເບິ່ງຄືວ່າ “ມີມາລະຍາດທີ່ດີ” ໂດຍສະເພາະຕໍ່ໜ້າພຣະເຈົ້າ ແຕ່ພວກເຂົາພັດກາຍເປັນຄົນຕໍ່ຕ້ານ ແລະ ຂາດລະບຽບຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ ແລະ ເປັນຄົນລະເລິງໃນສັງຄົມ, ເຮົາຂໍເວົ້າວ່າ ເຈົ້າບໍ່ແມ່ນຄົນສໍາຄັນຕໍ່ພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ບໍ່ເຕັມໃຈທີ່ສຸດໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າບໍ່ສະໝັກໃຈທີ່ຈະແລກປ່ຽນ ແລະ ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມໃນໃຈຂອງເຈົ້າ ເຊິ່ງນັ້ນກໍຄືຄວາມທຸກໃຈ ຂອງເຈົ້າຕໍ່ໜ້າຄົນອື່ນ ເພື່ອການສະແຫວງຫາຫົນທາງແຫ່ງຄວາມສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບ ການໄຖ່ບາບຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກ ຄວາມມືດຢ່າງງ່າຍດາຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
113. ເຮົາເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າ; ພວກເຈົ້າຫຼາຍຄົນຕິດຕາມເຮົາ ດ້ວຍຄວາມຢາກຮູ້ຢາກເຫັນ ແລະ ມາເພື່ອສະແຫວງຫາເຮົາ ດ້ວຍຄວາມວ່າງເປົ່າ. ເມື່ອຄວາມປາຖະໜາຢ່າງທີສາມຂອງພວກເຈົ້າ ນັ້ນກໍຄື ຄວາມປາຖະໜາຂອງພວກເຈົ້າເພື່ອຊີວິດທີ່ສັນຕິສຸກ ແລະ ມີຄວາມສຸກແຕກສະຫຼາຍ, ແລ້ວຄວາມຢາກຮູ້ຢາກເຫັນຂອງພວກເຈົ້າກໍຫາຍໄປເຊັ່ນກັນ. ຄວາມຫຼອກລວງທີ່ມີຢູ່ພາຍໃນຫົວໃຈຂອງພວກເຈົ້າແຕ່ລະຄົນແມ່ນຖືກເປີດໂປງຜ່ານຄຳເວົ້າ ແລະ ການກະທຳຂອງພວກເຈົ້າ. ວົງແບບກົງໄປກົງມາກໍຄື ພວກເຈົ້າພຽງແຕ່ຢາກຮູ້ຢາກເຫັນກ່ຽວກັບເຮົາ, ແຕ່ບໍ່ຢໍາເກງເຮົາ; ພວກເຈົ້າບໍ່ໃສ່ໃຈລີ້ນຂອງພວກເຈົ້າ ແລ້ວແຮງໄກທີ່ພວກເຈົ້າຈະຢັບຢັ້ງພຶດຕິກຳຂອງພວກເຈົ້າ. ແລ້ວພວກເຈົ້າມີຄວາມເຊື່ອປະເພດໃດກັນແທ້? ມັນເປັນຈິງແທ້ບໍ? ພວກເຈົ້າພຽງແຕ່ໃຊ້ພຣະທຳຂອງເຮົາເພື່ອປັດເປົ່າຄວາມກັງວົນຂອງພວກເຈົ້າ ແລະ ບັນເທົາຄວາມເບື່ອໜ່າຍຂອງພວກເຈົ້າ, ເຕີມເຕັມພື້ນທີ່ວ່າງເປົ່າທີ່ຫຼົງເຫຼືອໃນຊີວິດຂອງເຈົ້າ. ຜູ້ໃດທ່າມກາງພວກເຈົ້າໄດ້ນໍາພຣະທຳຂອງເຮົາເຂົ້າສູ່ການປະຕິບັດແດ່? ຜູ້ໃດມີຄວາມເຊື່ອທີ່ແທ້ຈິງແດ່? ພວກເຈົ້າສືບຕໍ່ຮ້ອງວ່າ ພຣະເຈົ້າເປັນພຣະເຈົ້າ ຜູ້ທີ່ເຫັນໃນສ່ວນເລິກຫົວໃຈຂອງຜູ້ຄົນ, ແຕ່ພຣະເຈົ້າທີ່ພວກເຈົ້າຮ້ອງຫາໃນຫົວໃຈຂອງພວກເຈົ້າເຂົ້າກັບເຮົາໄດ້ແນວໃດ? ໃນເມື່ອພວກເຈົ້າຮ້ອງແບບນີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງເຮັດແບບນັ້ນ? ມັນເປັນໄປໄດ້ບໍວ່າ ນີ້ແມ່ນຄວາມຮັກທີ່ພວກເຈົ້າຕ້ອງການຕອບແທນເຮົາ? ມີຄວາມອຸທິດຈໍານວນບໍ່ໜ້ອຍໃນຮີມສົບຂອງພວກເຈົ້າ, ແຕ່ຄວາມເສຍສະຫຼະຂອງພວກເຈົ້າຢູ່ໃສ ແລະ ການກະທຳດີຂອງພວກເຈົ້າເດ? ຖ້າມັນບໍ່ແມ່ນຍ້ອນຄຳເວົ້າຂອງພວກເຈົ້າມາເຖິງຫູຂອງເຮົາ, ເຮົາຈະສາມາດກຽດຊັງພວກເຈົ້າຫຼາຍສໍ່ານັ້ນໄດ້ແນວໃດ? ຖ້າພວກເຈົ້າເຊື່ອໃນເຮົາຢ່າງແທ້ຈິງ, ພວກເຈົ້າຈະຕົກລົງໃນສະພາວະທີ່ລຳບາກແບບນີ້ໄດ້ແນວໃດ? ພວກເຈົ້າມີສີໜ້າອຸກໃຈເທິງໃບໜ້າຂອງພວກເຈົ້າ ຄືກັບວ່າພວກເຈົ້າຢູ່ໃນດິນແດນມໍລະນາ ໂດຍກຳລັງຖືກພິຈາລະນາຄະດີ. ພວກເຈົ້າບໍ່ມີກໍາລັງແມ່ນແຕ່ໜ້ອຍດຽວ ແລະ ພວກເຈົ້າເວົ້າກ່ຽວກັບສຽງພາຍໃນຂອງພວກເຈົ້າຢ່າງອ່ອນແຮງ; ພວກເຈົ້າເຖິງກັບເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ການສາບແຊ່ງ. ພວກເຈົ້າໄດ້ສູນເສຍຄວາມເຊື່ອໃນສິ່ງທີ່ເຮົາເຮັດແຕ່ດົນມາແລ້ວ ແລະ ແມ່ນແຕ່ຄວາມເຊື່ອເດີມຂອງພວກເຈົ້າກໍຫາຍໄປ, ແລ້ວພວກເຈົ້າຈະສາມາດຕິດຕາມໄປຈົນເຖິງທີ່ສຸດໄດ້ແນວໃດ? ໃນເມື່ອເປັນແນວນີ້, ແລ້ວພວກເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳສຳລັບຄົນໜຸ່ມ ແລະ ຄົນເຖົ້າ
114. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ, ຍ້ອນຫົວໃຈຂອງເຂົາບໍ່ເຄີຍຍັບເຂົ້າໃກ້ພຣະເຈົ້າ ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ. ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ. ແລ້ວຫົວໃຈຂອງເຂົາຢູ່ໃສ? ໃນຄວາມເປັນຈິງແລ້ວ ຫົວໃຈຂອງມະນຸດບໍ່ໄດ້ໄປໃສເລີຍ: ແທນທີ່ຈະມອບມັນໃຫ້ກັບພຣະເຈົ້າ ຫຼື ເປີດເຜີຍມັນໃຫ້ພຣະເຈົ້າເຫັນ, ເຂົາເກັບມັນໄວ້ສຳລັບຕົນເອງ. ເຖິງແມ່ນວ່າບາງຄົນມັກອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ: “ໂອ ພຣະເຈົ້າ, ຫຼຽວເບິ່ງຫົວໃຈຂອງຂ້ານ້ອຍດ້ວຍເທີ້ນ, ພຣະອົງຮູ້ທຸກສິ່ງທີ່ຂ້ານ້ອຍຄິດ” ແລະ ບາງຄົນເຖິງກັບສາບານຂໍໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງພວກເຂົາ ແລ້ວຂໍໃຫ້ພວກເຂົາຖືກລົງໂທດ ຖ້າພວກເຂົາເຮັດຜິດຄຳສາບານຂອງພວກເຂົາ. ເຖິງແມ່ນມະນຸດຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຂົາ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດຈະສາມາດເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາຍອມໃຫ້ໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ທຸກສິ່ງທຸກຢ່າງຂອງເຂົາຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ. ສະນັ້ນ ຄຳສາບານທີ່ເຈົ້າໃຫ້ກັບພຣະເຈົ້າ ຫຼື ສິ່ງທີ່ເຈົ້າປະກາດຕໍ່ພຣະອົງແມ່ນບໍ່ມີປະໂຫຍດຫຍັງ, ໃນສາຍຕາຂອງພຣະເຈົ້າແລ້ວ ຫົວໃຈຂອງເຈົ້າກໍຍັງປິດຕໍ່ພຣະອົງຢູ່, ຍ້ອນເຈົ້າພຽງແຕ່ຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຈົ້າ ແຕ່ບໍ່ໄດ້ອະນຸຍາດໃຫ້ພຣະອົງຄວບຄຸມມັນ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າເລີຍ ແລະ ພຽງແຕ່ເວົ້າຄຳເວົ້າທີ່ອ່ອນຫວານໃຫ້ພຣະເຈົ້າໄດ້ຍິນ; ໃນຂະນະດຽວກັນ, ເຈົ້າກໍເຊື່ອງເຈດຕະນາຫຼອກລວງຕ່າງໆຈາກພຣະເຈົ້າ, ພ້ອມກັບເລ່ຫຼ່ຽມ, ກົນອຸບາຍ ແລະ ແຜນການຂອງເຈົ້າ ແລະ ເຈົ້າກຳຄວາມຄາດຫວັງ ແລະ ໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າຢ່າງແໜ້ນ ໂດຍຢ້ານຢູ່ເລິກໆວ່າ ພວກມັນຈະຖືກພຣະເຈົ້າເອົາໄປ. ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຫຼຽວເຫັນຄວາມຈິງໃຈຂອງມະນຸດທີ່ມີຕໍ່ພຣະອົງເລີຍ. ເຖິງແມ່ນວ່າ ພຣະເຈົ້າສັງເກດເຫັນຄວາມເລິກຂອງຫົວໃຈມະນຸດ ແລະ ສາມາດເຫັນວ່າມະນຸດກຳລັງຄິດຫຍັງ ແລະ ຫົວໃຈຂອງເຂົາຕ້ອງການເຮັດຫຍັງ ແລະ ສາມາດເຫັນສິ່ງຕ່າງໆທີ່ເກັບໄວ້ພາຍໃນຫົວໃຈຂອງເຂົາ, ຫົວໃຈຂອງມະນຸດກໍບໍ່ໄດ້ເປັນຂອງພຣະເຈົ້າ ແລະ ເຂົາກໍບໍ່ໄດ້ມອບມັນໃຫ້ຢູ່ໃນການຄວບຄຸມຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພຣະເຈົ້າມີສິດສັງເກດ, ແຕ່ພຣະອົງບໍ່ມີສິດຄວບຄຸມ. ໃນຄວາມຮູ້ສຶກສ່ວນຕົວຂອງມະນຸດ, ມະນຸດບໍ່ຕ້ອງການ ຫຼື ມີເຈດຕະນາທີ່ຈະຍອມໃຫ້ຕົນເອງຢູ່ໃນການຈັດແຈງຂອງພຣະເຈົ້າ. ບໍ່ພຽງແຕ່ມະນຸດປິດກັ້ນຕົນເອງຈາກພຣະເຈົ້າ, ແຕ່ເຖິງກັບມີຄົນທີ່ຄິດຫາວິທີຕ່າງໆເພື່ອຫຸ້ມຫໍ່ຫົວໃຈຂອງພວກເຂົາ, ໂດຍໃຊ້ການເວົ້າແບບນິ້ມນວນ ແລະ ການປະຈົບປະແຈງເພື່ອສ້າງຄວາມປະທັບໃຈທີ່ຜິດ ແລະ ຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ ແລະ ປິດບັງໃບໜ້າທີ່ແທ້ຈິງຂອງພວກເຂົາໃຫ້ອອກຈາກສາຍຕາຂອງພຣະເຈົ້າ. ເປົ້າໝາຍຂອງພວກເຂົາໃນການບໍ່ຍອມໃຫ້ພຣະເຈົ້າເຫັນ ກໍຄືການບໍ່ຍອມໃຫ້ພຣະເຈົ້າຮັບຮູ້ສິ່ງທີ່ພວກເຂົາເປັນ. ພວກເຂົາບໍ່ຕ້ອງການມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ, ແຕ່ເກັບຮັກສາມັນໄວ້ສໍາລັບຕົວພວກເຂົາເອງ. ຄວາມໃນຂອງເລື່ອງນີ້ກໍຄື ສິ່ງທີ່ມະນຸດເຮັດ ແລະ ສິ່ງທີ່ເຂົາຕ້ອງການແມ່ນຖືກວາງແຜນ, ຄຳນວນ ແລະ ກຳນົດໂດຍມະນຸດເອງທັງໝົດ; ເຂົາບໍ່ຕ້ອງການການມີສ່ວນຮ່ວມ ຫຼື ການແຊກແຊງຂອງພຣະເຈົ້າ, ແຮງໄກທີ່ເຂົາຈະຕ້ອງການໆປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ບໍ່ວ່າຈະກ່ຽວຂ້ອງກັບຄຳສັ່ງຂອງພຣະເຈົ້າ, ການຝາກຝັງຂອງພຣະອົງ ຫຼື ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ການຕັດສິນໃຈຂອງມະນຸດກໍອີງຕາມເຈດຕະນາ ແລະ ຜົນປະໂຫຍດຂອງເຂົາເອງ, ອີງຕາມສະພາວະ ແລະ ສະຖານະການຂອງເຂົາເອງໃນເວລານັ້ນ. ມະນຸດໃຊ້ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເຂົາຄຸ້ນເຄີຍສະເໝີ ແລະ ຄວາມສະຫຼາດຂອງເຂົາເອງເພື່ອຕັດສິນ ແລະ ເລືອກເອົາເສັ້ນທາງທີ່ເຂົາຄວນຍ່າງ ແລະ ບໍ່ຍອມໃຫ້ມີການແຊກແຊງ ຫຼື ການຄວບຄຸມຂອງພຣະເຈົ້າ. ນີ້ແມ່ນຫົວໃຈຂອງມະນຸດທີ່ພຣະເຈົ້າເບິ່ງເຫັນ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II
115. ຫຼາຍຄົນປາຖະໜາທີ່ຈະຮັກເຮົາແທ້ຈິງ, ແຕ່ຍ້ອນຫົວໃຈຂອງພວກເຂົາບໍ່ແມ່ນຂອງພວກເຂົາເອງ, ພວກເຂົາຈຶ່ງບໍ່ສາມາດຄວບຄຸມເໜືອຕົນເອງ; ຫຼາຍຄົນຮັກເຮົາແທ້ຈິງໃນທ່າມກາງການທົດລອງທີ່ເຮົາໄດ້ມອບໃຫ້, ແຕ່ພວກເຂົາກໍບໍ່ສາມາດເຂົ້າໃຈວ່າເຮົາມີຊີວິດຢູ່ຢ່າງແທ້ຈິງ ແລະ ພຽງແຕ່ຮັກເຮົາໃນທ່າມກາງຄວາມວ່າງເປົ່າ ແລະ ບໍ່ແມ່ນຍ້ອນການເປັນຢູ່ທີ່ແທ້ຈິງຂອງເຮົາ; ຫຼັງຈາກທີ່ໄດ້ເປີດຫົວໃຈຂອງພວກເຂົາອອກຕໍ່ໜ້າເຮົາ, ຫຼາຍຄົນກໍບໍ່ສົນໃຈ ແລະ ສະນັ້ນ ຫົວໃຈຂອງພວກເຂົາຈຶ່ງຖືກຊາຕານຍາດເອົາໄປ ເມື່ອໃດກໍຕາມທີ່ມັນມີໂອກາດ ຫຼັງຈາກນັ້ນ ພວກເຂົາກໍປະຖິ້ມເຮົາ; ຫຼາຍຄົນຮັກເຮົາຢ່າງແທ້ຈິງ ເມື່ອເຮົາສະໜອງພຣະທຳຂອງເຮົາໃຫ້, ແຕ່ບໍ່ຖະໜຸຖະໜອມພຣະທຳຂອງເຮົາໃນຈິດວິນຍານຂອງພວກເຂົາ, ກົງກັນຂ້າມ ພວກເຂົາໃຊ້ພຣະທຳເຫຼົ່ານັ້ນແບບຊົ່ວຄາວຄືກັນກັບຊັບສິນສາທາລະນະ ແລະ ໂຍນພຣະທຳເຫຼົ່ານັ້ນກັບຄືນບ່ອນເກົ່າເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ. ມະນຸດຄົ້ນຫາເຮົາໃນທ່າມກາງຄວາມເຈັບປວດ ແລະ ເຂົາຫຼຽວເບິ່ງເຮົາທ່າມກາງການທົດລອງ. ໃນເວລາມີຄວາມສະຫງົບສຸກ ເຂົາກໍຊື່ນຊົມໃນຕົວເຮົາ, ເມື່ອຢູ່ໃນອັນຕະລາຍ ເຂົາກໍປະຕິເສດເຮົາ, ເມື່ອເຂົາຫຍຸ້ງ ເຂົາກໍລືມເຮົາ ແລະ ເມື່ອເຂົາຂີ້ຄ້ານ ເຂົາກໍທຳທ່າປະຕິບັດຕໍ່ເຮົາ, ແຕ່ບໍ່ເຄີຍມີໃຜຮັກເຮົາຕະຫຼອດທັງຊີວິດຂອງພວກເຂົາເລີຍ. ເຮົາປາຖະໜາໃຫ້ມະນຸດຈິງໃຈຕໍ່ໜ້າເຮົາ: ເຮົາບໍ່ຂໍໃຫ້ເຂົາມອບສິ່ງໃດສິ່ງໜຶ່ງໃຫ້ກັບເຮົາ, ຂໍພຽງແຕ່ໃຫ້ທຸກຄົນຈິງຈັງກັບເຮົາ, ແທນທີ່ຈະໂນ້ມນ້າວເຮົາ, ພວກເຂົາຍອມໃຫ້ເຮົານໍາຄວາມຈິງໃຈຂອງມະນຸດກັບຄືນມາ. ແສງສະຫວ່າງ, ແສງເຍືອງທາງ ແລະ ຄ່າຄວາມພະຍາຍາມຂອງເຮົາປົກຄຸມໄປທົ່ວທຸກຄົນ, ເຊັ່ນດຽວກັນ ຄວາມເປັນຈິງໃນການກະທຳທຸກຢ່າງຂອງມະນຸດກໍແຜ່ລາມໄປທົ່ວທຸກຄົນ ພ້ອມກັບການຫຼອກລວງຂອງພວກເຂົາທີ່ມີຕໍ່ເຮົາ. ມັນເປັນຄືກັບວ່າ ສ່ວນປະກອບໃນການຫຼອກລວງຂອງມະນຸດຕິດຢູ່ກັບເຂົາຕັ້ງແຕ່ຢູ່ໃນທ້ອງ, ຄືກັບວ່າ ເຂົາມີທັກສະພິເສດໃນການຫຼອກລວງຕັ້ງແຕ່ເກີດ. ຍິ່ງໄປກວ່ານັ້ນ ເຂົາບໍ່ເຄີຍເປີດເຜີຍຄວາມລັບ; ບໍ່ມີໃຜເຄີຍເຫັນຜ່ານແຫຼ່ງກໍາເນີດຂອງທັກສະທີ່ຫຼອກລວງເຫຼົ່ານີ້. ຜົນຕາມມາກໍຄື ມະນຸດດຳລົງຊີວິດຢູ່ທ່າມກາງການຫຼອກລວງໂດຍບໍ່ຮູ້ຕົວ ແລະ ມັນເປັນຄືກັບວ່າເຂົາໄດ້ໃຫ້ອະໄພຕົນເອງ, ຄືກັບວ່າ ມັນເປັນການປັ້ນແຕ່ງຂອງພຣະເຈົ້າແທນທີ່ຈະເປັນການຫຼອກລວງເຮົາຢ່າງຕັ້ງໃຈ. ສິ່ງນີ້ບໍ່ແມ່ນແຫຼ່ງທີ່ມາຂອງການຫຼອງລວງຂອງມະນຸດທີ່ມີຕໍ່ເຮົາຢ່າງແທ້ຈິງບໍ? ສິ່ງນີ້ບໍ່ແມ່ນກົນອຸບາຍທີ່ມີເລ່ຫຼຽມຂອງເຂົາບໍ? ເຮົາບໍ່ເຄີຍສັບສົນຍ້ອນການຍົກຍໍ ແລະ ກົນອຸບາຍຂອງມະນຸດຈັກເທື່ອ, ຍ້ອນເຮົາເຂົ້າໃຈທາດແທ້ຂອງເຂົາຕັ້ງແຕ່ດົນແລ້ວ. ຜູ້ໃດຮູ້ຈັກຄວາມບໍ່ບໍລິສຸດໃນເລືອດຂອງເຂົາມີຫຼາຍປານໃດ ແລະ ມີພິດຂອງຊາຕານຫຼາຍສໍ່າໃດໃນກະດູກຂອງເຂົາ? ມະນຸດເລີ່ມລຶ້ງເຄີຍກັບສິ່ງນັ້ນໃນແຕ່ລະມື້ ຈົນວ່າເຂົາບໍ່ມີຄວາມຮູ້ສຶກກັບການທໍລະມານຂອງຊາຕານ ແລະ ດ້ວຍເຫດນັ້ນ ເຂົາຈຶ່ງບໍ່ສົນໃຈໃນການຄົ້ນຫາ “ສິລະປະແຫ່ງການເປັນຢູ່ທີ່ສົມບູນ”.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 21
116. ມະນຸດລ້ວນແລ້ວແຕ່ເປັນສິ່ງມີຊີວິດທີ່ບໍ່ມີຄວາມຮູ້ກ່ຽວກັບຕົວເອງ. ແຕ່ເຖິງແມ່ນຈະບໍ່ສາມາດຮູ້ຈັກຕົນເອງ, ເຂົາກໍຮູ້ຈັກຄົນອື່ນໆເປັນຢ່າງດີ ຄືກັບວ່າຄົນອື່ນທຸກຄົນໄດ້ຜ່ານການກວດສອບຈາກເຂົາ ແລະ ຮັບການຍິນຍອມຈາກເຂົາກ່ອນທີ່ພວກເຂົາຈະເວົ້າ ຫຼື ເຮັດຫຍັງກໍຕາມ ແລະ ດ້ວຍເຫດນັ້ນ ຄືກັບວ່າເຂົາໄດ້ໃຊ້ມາດຕະການກັບທຸກຄົນຕະຫຼອດເຖິງສະພາບທາງຈິດໃຈຂອງພວກເຂົາ. ມະນຸດລ້ວນແລ້ວແຕ່ເປັນແບບນີ້. ໃນປັດຈຸບັນ ມະນຸດໄດ້ເຂົ້າສູ່ຍຸກແຫ່ງອານາຈັກ, ແຕ່ທຳມະຊາດຂອງເຂົາກໍຍັງບໍ່ໄດ້ປ່ຽນແປງ. ເຂົາຍັງເຮັດແບບທີ່ເຮົາເຮັດເມື່ອຢູ່ຕໍ່ໜ້າເຮົາ, ແຕ່ເມື່ອລັບຫຼັງເຮົາ ເຂົາກໍເລີ່ມລຸກຂຶ້ນເຮັດ “ທຸລະກິດ” ພິເສດຂອງເຂົາເອງ. ຫຼັງຈາກທີ່ທຸລະກິດນັ້ນສິ້ນສຸດລົງ ແລະ ເຂົາກໍມາຢູ່ຕໍ່ໜ້າເຮົາອີກຄັ້ງ, ເຖິງຢ່າງໃດກໍຕາມ ເຂົາແຕກຕ່າງຈາກເດີມ, ເບິ່ງຄືໃຈເຢັນຢ່າງບໍ່ຮູ້ອາຍ, ໃບໜ້າສະຫງົບ, ໃຈເຕັ້ນປົກກະຕິ. ສິ່ງນີ້ບໍ່ແມ່ນສິ່ງທີ່ເຮັດໃຫ້ມະນຸດຊົ່ວຊ້າຫຼາຍແທ້ບໍ? ມີຈັກຄົນທີ່ມີສອງໜ້າທີ່ແຕກຕ່າງກັນຢ່າງສິ້ນເຊີງ, ໜ້າໜຶ່ງເມື່ອຢູ່ຕໍ່ໜ້າເຮົາ ແລະ ອີກໜ້າເມື່ອຢູ່ລັບຫຼັງເຮົາ? ມີພວກເຂົາຫຼາຍຄົນທີ່ເຮັດຄືກັບແກະນ້ອຍເກີດໃໝ່ເມື່ອຢູ່ຕໍ່ໜ້າເຮົາ ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາກໍກາຍເປັນເສືອທີ່ດຸຮ້າຍ ແລະ ຫຼັງຈາກນັ້ນກໍເຮັດຄືກັນກັບນົກນ້ອຍທີ່ບິນໄປມາໃນພູເຂົາຢ່າງລ່າເລີງ. ມີຈັກຄົນທີ່ສະແດງຈຸດປະສົງ ແລະ ຄວາມເດັດດ່ຽວເມື່ອຢູ່ຕໍ່ໜ້າເຮົາ? ມີຈັກຄົນທີ່ມາຢູ່ຕໍ່ໜ້າເຮົາ, ສະແຫວງຫາພຣະທຳຂອງເຮົາດ້ວຍຄວາມຫິວກະຫາຍ ແລະ ຄວາມປາຖະໜາ, ແຕ່ເມື່ອຢູ່ລັບຫຼັງເຮົາ ພວກເຂົາເມື່ອຍກັບພຣະທຳເຫຼົ່ານັ້ນ ແລະ ປະຖິ້ມ ຄືກັບວ່າພຣະທຳຂອງເຮົາເປັນພາລະ? ມີຫຼາຍຄັ້ງ ເມື່ອເຫັນວ່າມະນຸດຊາດຖືກສັດຕູຂອງເຮົາເຮັດໃຫ້ເສື່ອມຊາມ, ເຮົາກໍປະຖິ້ມຄວາມຄາດຫວັງຂອງເຮົາໃນມະນຸດຊາດ. ມີຫຼາຍຄັ້ງ ເມື່ອເຫັນມະນຸດມາຢູ່ຕໍ່ໜ້າເຮົາດ້ວຍນໍ້າຕາເພື່ອຮຽກຮ້ອງການອະໄພໂທດ, ແຕ່ຍ້ອນຄວາມທີ່ເຂົາຂາດການເຄົາລົບຕົນເອງ, ຄວາມດື້ດຶງຂອງເຂົາທີ່ແກ້ໄຂບໍ່ໄດ້, ເຮົາໄດ້ປິດຕາຂອງເຮົາຕໍ່ການກະທຳຂອງເຂົາດ້ວຍຄວາມໂກດຮ້າຍ, ເຖິງແມ່ນຫົວໃຈຂອງເຂົາເປັນຈິງ ແລະ ເຈດຕະນາຂອງເຂົາຈິງໃຈກໍຕາມ. ມີຫຼາຍຄັ້ງ ເຮົາເຫັນມະນຸດສາມາດມີຄວາມເຊື່ອທີ່ຈະຮ່ວມມືກັບເຮົາ, ເມື່ອຢູ່ຕໍ່ໜ້າເຮົາ, ຜູ້ຄົນແມ່ນເບິ່ງຄືວ່າ ຢູ່ໃນອ້ອມກອດຂອງເຮົາ ແລະ ຊິມຄວາມອົບອຸ່ນຂອງມັນ ມີຫຼາຍຄັ້ງທີ່ໄດ້ເຫັນຄວາມໄຮ້ດຽງສາ, ຄວາມມີຊີວິດຊີວາ ແລະ ຄວາມເປັນຕາຮັກຂອງຜູ້ຄົນທີ່ຖືກເລືອກຂອງເຮົາ, ໃນຫົວໃຈຂອງເຮົາ ເຮົາພໍໃຈໃນສິ່ງເຫຼົ່ານີ້ຢູ່ສະເໝີ. ມະນຸດບໍ່ຮູ້ວິທີການຊົມຊື່ນກັບພອນຂອງພວກເຂົາທີ່ຖືກກຳນົດລ່ວງໜ້າດ້ວຍມືຂອງເຮົາ, ເພາະພວກເຂົາບໍ່ຮູ້ຈັກວ່າ ໃນທີ່ສຸດແລ້ວ ແມ່ນຫຍັງຄືພອນ ຫຼື ແມ່ນຫຍັງຄືການທົນທຸກ. ຍ້ອນເຫດຜົນນີ້, ມະນຸດຊາດຈຶ່ງຍັງຢູ່ໄກຫຼາຍໃນການຄົ້ນຫາເຮົາ. ຖ້າບໍ່ມີສິ່ງທີ່ເອີ້ນວ່າມື້ອື່ນ, ຜູ້ໃດໃນບັນດາພວກເຈົ້າ ທີ່ກໍາລັງຢືນຢູ່ຕໍ່ໜ້າເຮົາ ທີ່ຂາວດັ່ງຫິມະບໍລິສຸດ ແລະ ບໍ່ມີມົນທິນດັ່ງແກ້ວຢົກ? ແນ່ນອນ ຄວາມຮັກທີ່ພວກເຈົ້າມີສຳລັບເຮົາບໍ່ແມ່ນສິ່ງທີ່ສາມາດແລກປ່ຽນດ້ວຍອາຫານທີ່ແຊບ ຫຼື ຊຸດເສື້ອຜ້າທີ່ຫຼູຫຼາ ຫຼື ຕໍາແໜ່ງທີ່ມີເງິນເດືອນສູງບໍ? ຫຼື ມັນສາມາດຖືກແລກປ່ຽນກັບຄວາມຮັກທີ່ຄົນອື່ນມີໃຫ້ກັບເຈົ້າບໍ? ແນ່ນອນ, ການຜະເຊີນກັບການທົດລອງຈະບໍ່ເຮັດໃຫ້ມະນຸດປະຖິ້ມຄວາມຮັກທີ່ເຂົາມີສຳລັບເຮົາບໍ? ແນ່ນອນ, ການທົນທຸກ ແລະ ຄວາມລຳບາກຍາກແຄ້ນຈະບໍ່ເຮັດໃຫ້ເຂົາຕໍ່ວ່າສິ່ງທີ່ເຮົາໄດ້ຈັດແຈງໄວ້ບໍ? ບໍ່ມີມະນຸດຄົນໃດທີ່ເຂົ້າໃຈດາບທີ່ຢູ່ໃນປາກຂອງເຮົາ: ພວກເຂົາຮູ້ພຽງແຕ່ຄວາມໝາຍພາຍນອກ ໂດຍບໍ່ເຂົ້າໃຈຄວາມໝາຍພາຍໃນຂອງມັນຢ່າງແທ້ຈິງ. ຖ້າມະນຸດສາມາດເຫັນຄວາມຄົມຂອງດາບຂອງເຮົາຢ່າງແທ້ຈິງ, ພວກເຂົາຈະແລ່ນໜີສູ່ຮູຂອງພວກເຂົາຄືກັບໜູ. ຍ້ອນຄວາມມຶນຊາຂອງພວກເຂົາ, ມະນຸດບໍ່ເຂົ້າໃຈຫຍັງເລີຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ຮູ້ເລີຍວ່າ ພຣະທຳຂອງເຮົາເປັນຕາຢໍາເກງພຽງໃດ ຫຼື ທຳມະຊາດຂອງພວກເຂົາຖືກເປີດເຜີຍອອກຫຼາຍສໍ່າໃດ ແລະ ພາຍໃນພຣະທໍາເຫຼົ່ານັ້ນ ຄວາມເສື່ອມຊາມຂອງພວກເຂົາໄດ້ຮັບການພິພາກສາຫຼາຍສໍ່າໃດ. ດ້ວຍເຫດຜົນນີ້, ໂດຍອີງຕາມແນວຄິດເກິ່ງໆກາງໆທີ່ພວກເຂົາມີກ່ຽວກັບພຣະທຳຂອງເຮົາ, ຄົນສ່ວນໃຫຍ່ຈຶ່ງມີທ່າທີແບບບໍ່ຮ້ອນບໍ່ໜາວ ແລະ ຂາດຄວາມອຸທິດຕົນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 15
117. ທົ່ວທັງຍຸກຕ່າງໆ, ຫຼາຍຄົນໄດ້ຈາກໂລກນີ້ໄປດ້ວຍຄວາມຜິດຫວັງ ແລະ ດ້ວຍຄວາມບໍ່ເຕັມໃຈ ແລະ ຫຼາຍຄົນມາສູ່ໂລກນີ້ດ້ວຍຄວາມຫວັງ ແລະ ຄວາມເຊື່ອ. ເຮົາໄດ້ຈັດກຽມໃຫ້ກັບຫຼາຍຄົນທີ່ຈະມາ ແລະ ໄດ້ສົ່ງຫຼາຍຄົນໃຫ້ຈາກໄປ. ຄົນຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ຜ່ານມືຂອງເຮົາໄປ. ວິນຍານຫຼາຍຕົນໄດ້ຖືກໂຍນຖິ້ມລົງສູ່ແດນມໍລະນາ, ຫຼາຍຄົນໄດ້ດຳລົງຊີວິດໃນເນື້ອໜັງ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດໃໝ່ເທິງແຜ່ນດິນໂລກ. ແຕ່ບໍ່ເຄີຍມີໃຜທີ່ໄດ້ມີໂອກາດຮັບເອົາພອນແຫ່ງອານາຈັກໃນປັດຈຸບັນ. ເຮົາໄດ້ມອບຫຼາຍສິ່ງໃຫ້ກັບມະນຸດ, ແຕ່ເຂົາໄດ້ຮັບພຽງໜ້ອຍດຽວ, ຍ້ອນການໂຈມຕີຈາກກໍາລັງຂອງຊາຕານໄດ້ເຮັດໃຫ້ເຂົາບໍ່ສາມາດຮັບເອົາຄວາມຮັ່ງມີທັງໝົດຂອງເຮົາໄດ້. ເຂົາມີພຽງແຕ່ໂຊກດີທີ່ໄດ້ຮັບການເຝົ້າເບິ່ງ, ແຕ່ບໍ່ເຄີຍທີ່ຈະສາມາດຊື່ນຊົມຢ່າງສົມບູນຈັກເທື່ອ. ມະນຸດບໍ່ເຄີຍຄົ້ນພົບຄັງສົມບັດໃນຮ່າງກາຍຂອງເຂົາເພື່ອຮັບເອົາຄວາມຮັ່ງມີຂອງສະຫວັນຈັກເທື່ອ ແລະ ສະນັ້ນ ເຂົາກໍໄດ້ສູນເສຍພອນຕ່າງໆທີ່ເຮົາໄດ້ປະທານໃຫ້ກັບເຂົາ. ວິນຍານຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຊື່ອມໂຍງມະນຸດກັບພຣະວິນຍານຂອງເຮົາແທ້ບໍ? ເປັນຫຍັງມະນຸດຈຶ່ງບໍ່ເຄີຍພົວພົນເຮົາດ້ວຍວິນຍານຂອງເຂົາຈັກເທື່ອ? ເປັນຫຍັງເຂົາຈຶ່ງສາມາດຍັບເຂົ້າໃກ້ເຮົາດ້ວຍເນື້ອໜັງ, ແຕ່ບໍ່ສາມາດເຮັດແບບນັ້ນກັບຝ່າຍວິນຍານ? ໃບໜ້າທີ່ແທ້ຈິງຂອງເຮົາແມ່ນມາຈາກເນື້ອໜັງບໍ? ເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກທາດແທ້ຂອງເຮົາ? ບໍ່ເຄີຍມີຮ່ອງຮອຍກ່ຽວກັບເຮົາໃນວິນຍານຂອງມະນຸດແທ້ບໍ? ເຮົາໄດ້ຫາຍໄປຈາກວິນຍານຂອງມະນຸດໂດຍສົມບູນແລ້ວບໍ? ຖ້າມະນຸດບໍ່ເຂົ້າສູ່ອານາຈັກຝ່າຍວິນຍານ, ເຂົາຈະສາມາດເຂົ້າໃຈເຈດຕະນາຂອງເຮົາໄດ້ແນວໃດ? ໃນສາຍຕາຂອງມະນຸດ ມີຫຍັງບໍທີ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ໂດຍກົງ? ມີຫຼາຍຄັ້ງທີ່ເຮົາໄດ້ເອີ້ນຫາມະນຸດດ້ວຍພຣະວິນຍານຂອງເຮົາ, ແຕ່ມະນຸດກໍເຮັດຄືກັບວ່າເຂົາຖືກເຮົາແທງ, ຈ້ອງເບິ່ງເຮົາຢູ່ຫ່າງໆ ຍ້ອນຢ້ານຢ່າງໃຫຍ່ວ່າເຮົາຈະນໍາພາເຂົາໄປສູ່ໂລກອີກໃບໜຶ່ງ. ມີຫຼາຍຄັ້ງທີ່ເຮົາໄດ້ສອບຖາມໃນວິນຍານຂອງມະນຸດ, ແຕ່ເຂົາກໍຍັງຄົງບໍ່ຮູ້ເມື່ອ ໂດຍຢ້ານຢ່າງແຮງວ່າເຮົາຈະເຂົ້າໄປໃນເຮືອນຂອງເຂົາ ແລະ ສວຍໂອກາດຍຶດສິ່ງຂອງທັງໝົດຂອງເຂົາ. ສະນັ້ນ ເຂົາຈຶ່ງອັດປະຕູຕັນເຮົາໄວ້ຂ້າງນອກ ໂດຍປ່ອຍໃຫ້ເຮົາບໍ່ພົບຫຍັງເລີຍນອກຈາກປະຕູເຢືອກເຢັນທີ່ອັດແຈບຢ່າງແໜ້ນ. ມີຫຼາຍຄັ້ງທີ່ມະນຸດໄດ້ລົ້ມລົງ ແລະ ເຮົາໄດ້ຊ່ວຍເຫຼືອເຂົາໄວ້, ແຕ່ຫຼັງຈາກຕື່ນຂຶ້ນ ເຂົາກໍຈາກເຮົາໄປທັນທີ ແລະ ຫຼຽວເບິ່ງເຮົາຢ່າງລະແວງ ໂດຍທີ່ຍັງບໍ່ໄດ້ຖືກສຳຜັດກັບຄວາມຮັກຂອງເຮົາເທື່ອ; ເຮົາບໍ່ເຄີຍເຮັດໃຫ້ຫົວໃຈຂອງມະນຸດອົບອຸ່ນເລີຍ. ມະນຸດເປັນສັດທີ່ໄຮ້ຄວາມຮູ້ສຶກ ແລະ ເລືອດເຢັນທີ່ສຸດ. ເຖິງແມ່ນເຂົາໄດ້ຮັບຄວາມອົບອຸ່ນຈາກອ້ອມກອດຂອງເຮົາ, ເຂົາກໍບໍ່ເຄີຍຕື່ນຕັນໃຈຍ້ອນສິ່ງນັ້ນຈັກເທື່ອ. ມະນຸດເໝືອນຄົນປ່າເຖື່ອນທີ່ຢູ່ເທິງພູເຂົາ. ເຂົາບໍ່ເຄີຍເຫັນຄຸນຄ່າຂອງຄວາມຮັກທີ່ເຮົາມີຕໍ່ມະນຸດຊາດ. ເຂົາບໍ່ເຕັມໃຈທີ່ຈະເຂົ້າຫາເຮົາ, ເລືອກທີ່ຈະອາໄສຢູ່ເທິງພູເຂົາ ເຊິ່ງເປັນບ່ອນທີ່ເຂົາອົດກັ້ນຕໍ່ການຂົ່ມຂູ່ຂອງສັດຮ້າຍ, ແຕ່ເຂົາກໍຍັງບໍ່ເຕັມໃຈທີ່ຈະລີ້ໄພໃນຕົວເຮົາ. ເຮົາບໍ່ໄດ້ບັງຄັບມະນຸດຄົນໃດ, ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ. ແລ້ວມື້ນັ້ນຈະມາເຖິງ ມື້ທີ່ມະນຸດລອຍຂ້າມມະຫາສະໝຸດທີ່ກວ້າງໃຫຍ່ມາຫາເຮົາ ເພື່ອວ່າ ເຂົາອາດຈະໄດ້ຮັບຄວາມຮັ່ງມີເທິງແຜ່ນດິນໂລກ ແລະ ປະຖິ້ມຄວາມສ່ຽງທີ່ຈະຖືກກືນໂດຍທະເລ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 20
118. ຄວາມເຊື່ອຂອງພວກເຈົ້າແມ່ນງົດງາມຫຼາຍ; ພວກເຈົ້າເວົ້າວ່າ ພວກເຈົ້າເຕັມໃຈທີ່ຈະສະຫຼະທັງຊີວິດຂອງພວກເຈົ້າໃນນາມພາລະກິດຂອງເຮົາ ແລະ ເຕັມໃຈທີ່ຈະເສຍສະລະຊີວິດຂອງພວກເຈົ້າເພື່ອມັນ, ແຕ່ອຸປະນິໄສຂອງພວກເຈົ້າບໍ່ໄດ້ປ່ຽນແປງຈັກໜ້ອຍເລີຍ. ພວກເຈົ້າມີແຕ່ຄໍາເວົ້າທີ່ອວດດີ ເຖິງວ່າທີ່ຈິງແລ້ວ ການກະທໍາຕົວຈິງຂອງພວກເຈົ້າແມ່ນອະນາດຫຼາຍ. ມັນປະກົດວ່າ ລິ້ນ ແລະ ປາກຂອງຄົນແມ່ນຢູ່ໃນສະຫວັນ ແຕ່ຂາແມ່ນຢູ່ໃນແຜ່ນດິນໂລກ, ດ້ວຍເຫດນັ້ນ ຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ຊື່ສຽງຂອງພວກເຂົາຈິ່ງຍັງຢູ່ໃນສະພາບທີ່ບໍ່ດີ ແລະ ຖືກທໍາລາຍ. ຊື່ສຽງຂອງພວກເຈົ້າແມ່ນຖືກທໍາລາຍ, ກິລິຍາທ່າທາງຂອງພວກເຈົ້າແມ່ນເສື່ອມໂຊມລົງ, ວິທີເວົ້າຂອງພວກເຈົ້າແມ່ນຕໍ່າຕ້ອຍ, ຊີວິດຂອງພວກເຈົ້າແມ່ນເປັນຕາລັງກຽດ; ເຖິງແມ່ນແຕ່ຄວາມເປັນມະນຸດຂອງພວກເຈົ້າກໍຈະຈົມລົງສູ່ຄວາມຕໍ່າຕ້ອຍ. ພວກເຈົ້າແມ່ນມີຄວາມຄິດຄັບແຄບຕໍ່ຜູ້ຄົນ ແລະ ພວກເຈົ້າຜິດຖຽງກັນກ່ຽວກັບທຸກຢ່າງທີ່ເປັນເລື່ອງເລັກນ້ອຍ. ພວກເຈົ້າຜິດຖຽງກັນກ່ຽວກັບຊື່ສຽງ ແລະ ສະຖານະຂອງຕົວເອງ ຈົນເຖິງຂັ້ນທີ່ພວກເຈົ້າເຕັມໃຈທີ່ຈະຕົກລົງນາຮົກ ແລະ ເຂົ້າໄປຢູ່ໃນທະເລສາບແຫ່ງໄຟ. ຄໍາເວົ້າ ແລະ ການກະທໍາໃນປັດຈຸບັນຂອງພວກເຈົ້າແມ່ນພຽງພໍທີ່ເຮັດໃຫ້ເຮົາສາມາດຕັດສິນວ່າ ພວກເຈົ້າເປັນຄົນບາບ. ທັດສະນະຄະຕິຂອງພວກເຈົ້າຕໍ່ພາລະກິດຂອງເຮົາແມ່ນພຽງພໍສໍາລັບເຮົາທີ່ຈະຕັດສິນວ່າ ພວກເຈົ້າແມ່ນຄົນທີ່ບໍ່ຊອບທໍາ ແລະ ນິໄສທັງໝົດຂອງພວກເຈົ້າແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນວິນຍານທີ່ສົກກະປົກ ທີ່ເຕັມໄປດ້ວຍສິ່ງທີ່ໜ້າລັງກຽດ. ການສະແດງອອກຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າເປີດເຜີຍ ແມ່ນພຽງພໍທີ່ຈະບົ່ງບອກວ່າ ພວກເຈົ້າແມ່ນຜູ້ຄົນທີ່ໄດ້ດື່ມເລືອດຂອງວິນຍານທີ່ສົກກະປົກຢ່າງພຽງພໍ. ເມື່ອມີການກ່າວເຖິງການເຂົ້າສູ່ອານາຈັກ ພວກເຈົ້າກໍຈົ່ງຢ່າທໍລະຍົດຄວາມຮູ້ສຶກຂອງຕົວເອງ. ພວກເຈົ້າເຊື່ອວ່າ ການເປັນຢູ່ຂອງພວກເຈົ້າໃນປັດຈຸບັນແມ່ນດີພໍສໍາລັບເຈົ້າ ໃນການເຂົ້າສູ່ປະຕູແຫ່ງອານາຈັກຂອງສະຫວັນແລ້ວບໍ? ພວກເຈົ້າເຊື່ອວ່າ ພວກເຈົ້າສາມາດເຂົ້າສູ່ດິນແດນບໍລິສຸດແຫ່ງພາລະກິດ ແລະ ພຣະທໍາຂອງເຮົາ ໂດຍທີ່ຄໍາເວົ້າ ແລະ ການກະທໍາຂອງພວກເຈົ້າບໍ່ຕ້ອງຜ່ານການທົດສອບຂອງເຮົາບໍ? ແມ່ນໃຜສາມາດຕົບຕາທັງສອງຂອງເຮົາໄດ້ຢ່າງສໍາເລັດແດ່? ຄວາມຊົ່ວຊ້າ, ຄວາມປະພຶດ ແລະ ການສົນທະນາອັນຕໍ່າຕ້ອຍຂອງພວກເຈົ້າຈະໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ເຮົາໄດ້ກໍານົດຊີວິດຂອງພວກເຈົ້າເປັນຊີວິດທີ່ດື່ມເລືອດ ແລະ ກິນເນື້ອໜັງຂອງວິນຍານທີ່ສົກກະປົກເຫຼົ່ານັ້ນ ເພາະວ່າ ພວກເຈົ້າລອກຮຽນແບບພວກມັນຢູ່ຕໍ່ໜ້າເຮົາທຸກມື້. ໂດຍສະເພາະຢູ່ຕໍ່ໜ້າເຮົາ ພຶດຕິກໍາຂອງພວກເຈົ້າແມ່ນບໍ່ດີ ແລ້ວເຮົາຈະບໍ່ຮູ້ສຶກລັງກຽດພວກເຈົ້າໄດ້ແນວໃດ? ຄໍາເວົ້າຂອງພວກເຈົ້າມີຄວາມບໍ່ບໍລິສຸດຂອງວິນຍານທີ່ສົກກະປົກ: ພວກເຈົ້າອ້ອນວອນ, ປິດບັງ ແລະ ປະຈົບປະແຈງຄືກັບຜູ້ຄົນເຫຼົ່ານັ້ນທີ່ມີສ່ວນຮ່ວມໃນການເຮັດເວດມົນຄາຖາ ແລະ ຄືກັບຜູ້ຄົນເຫຼົ່ານັ້ນທີ່ທໍລະຍົດ ແລະ ດື່ມເລືອດຂອງຜູ້ທີ່ບໍ່ມີຄວາມຊອບທໍາ. ການສະແດງອອກຂອງມະນຸດທຸກຄົນ ແມ່ນບໍ່ມີຄວາມຊອບທໍາຫຼາຍ ແລ້ວຜູ້ຄົນທັງໝົດຈະສາມາດຖືກຈັດໃຫ້ຢູ່ໃນດິນແດນບໍລິສຸດທີ່ມີຄວາມຊອບທໍາໄດ້ແນວໃດ? ເຈົ້າຄິດວ່າ ພຶດຕິກໍາທີ່ຊົ່ວຊ້າຂອງເຈົ້າສາມາດເຮັດໃຫ້ເຈົ້າເປັນຜູ້ບໍລິສຸດທີ່ແຕກຕ່າງຈາກຜູ້ທີ່ບໍ່ຊອບທໍາບໍ? ໃນທີ່ສຸດ ລີ້ນທີ່ຄ້າຍຄືກັບງູໃຫຍ່ຂອງເຈົ້າຈະທໍາລາຍເນື້ອໜັງຂອງເຈົ້າ ໂດຍເຮັດໃຫ້ມີຄວາມພິນາດ ແລະ ເຮັດໃນສິ່ງທີ່ເປັນຕາລັງກຽດ ແລະ ໃນທີ່ສຸດແລ້ວ ມືຂອງເຈົ້າທີ່ເປື້ອນດ້ວຍເລືອດຂອງວິນຍານສົກກະປົກຍັງຈະດຶງວິນຍານຂອງເຈົ້າລົງສູ່ນາຮົກ ແລ້ວເປັນຫຍັງເຈົ້າຄືບໍ່ໂດດເອົາໂອກາດນີ້ ເພື່ອຊໍາລະລ້າງມືຂອງເຈົ້າທີ່ປົກຫຸ້ມດ້ວຍຄວາມສົກກະປົກ? ເປັນຫຍັງເຈົ້າບໍ່ໃຊ້ໂອກາດນີ້ໃຫ້ເປັນປະໂຫຍດເພື່ອຕັດລິ້ນຂອງເຈົ້າທີ່ກ່າວຄໍາເວົ້າບໍ່ຊອບທໍາ? ເປັນໄປໄດ້ບໍ ທີ່ເຈົ້າເຕັມໃຈທົນທຸກພາຍໃຕ້ແປວໄຟຂອງນາຮົກ ຍ້ອນມືທັງສອງ, ລີ້ນ ແລະ ປາກຂອງເຈົ້າ? ເຮົາເຝົ້າເບິ່ງໃຈຂອງທຸກຄົນດ້ວຍຕາທັງສອງ ເພາະວ່າ ແຕ່ດົນນານມາແລ້ວ ກ່ອນທີ່ເຮົາໄດ້ສ້າງມະນຸດ ເຮົາໄດ້ກໍາຫົວໃຈຂອງພວກເຂົາຢູ່ໃນມືຂອງເຮົາ. ເຮົາເບິ່ງໃຈມະນຸດອອກ ຕັ້ງແຕ່ດົນ, ສະນັ້ນຄວາມຄິດໃນໃຈຂອງມະນຸດຈະສາມາດໜີພົ້ນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາຈະສາມາດຫຼົບໜີຈາກພຣະວິນຍານທີ່ເຜົາໄໝ້ຂອງເຮົາໃຫ້ທັນເວລາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!
119. ປາກຂອງເຈົ້າແມ່ນໃຈດີກວ່ານົກເຂົາ ແຕ່ໃຈຂອງເຈົ້າແມ່ນເປັນຕາຢ້ານກວ່າງູເຖົ້າ. ປາກຂອງເຈົ້າແມ່ນງາມປານປາກຂອງຍິງຊາວລີບັງ ແຕ່ໃຈຂອງເຈົ້າແມ່ນບໍ່ງົດງາມສໍ່າໃຈຂອງພວກເຂົາເລີຍ ແລະ ມັນບໍ່ສາມາດປຽບທຽບກັບຄວາມງາມຂອງຄົນການາອານຢ່າງແນ່ນອນ. ໃຈຂອງເຈົ້າແມ່ນມີຄວາມຫຼອກລວງຫຼາຍ! ສິ່ງທີ່ເຮົາກຽດຊັງແມ່ນປາກແຫ່ງຄວາມບໍ່ຊອບທໍາ ແລະ ໃຈຂອງພວກເຂົາ ແລະ ຄວາມຕ້ອງການຂອງເຮົາຕໍ່ຜູ້ຄົນແມ່ນບໍ່ສູງສົ່ງກວ່າໄພ່ພົນ, ມັນເປັນພຽງແຕ່ວ່າ ເຮົາຮູ້ສຶກກຽດຊັງການກະທໍາທີ່ຊົ່ວຊ້າຂອງຄົນທີ່ບໍ່ມີຄວາມຊອບທໍາ ແລະ ເຮົາຫວັງວ່າ ພວກເຂົາຈະສາມາດປະຖິ້ມຄວາມສົກກະປົກຂອງພວກເຂົາໄດ້ ແລະ ໜີອອກຈາກສະພາບທີ່ລໍາບາກໃນປັດຈຸບັນເຫຼົ່ານັ້ນ ແລະ ດໍາລົງຊີວິດ ແລະ ມີຄວາມບໍລິສຸດຮ່ວມກັບຜູ້ທີ່ມີຄວາມຊອບທໍາ. ພວກເຈົ້າແມ່ນຢູ່ໃນສະຖານະການດຽວກັນກັບເຮົາ ແຕ່ພວກເຈົ້າແມ່ນຖືກປົກຫຸ້ມໄປດ້ວຍຄວາມສົກກະປົກ, ພວກເຈົ້າບໍ່ໄດ້ມີຄວາມຄ້າຍຄືກັບມະນຸດທີ່ຖືກສ້າງຂຶ້ນໃນເບື້ອງຕົ້ນແມ່ນແຕ່ໜ້ອຍດຽວ ແລະ ຍ້ອນວ່າ ທຸກມື້ນີ້ພວກເຈົ້າຮຽນແບບຄວາມຄ້າຍຄືຂອງຈິດວິນຍານທີ່ສົກກະປົກເຫຼົ່ານັ້ນ ແລະ ພວກເຈົ້າເຮັດໃນສິ່ງທີ່ພວກມັນເຮັດ ແລະ ເວົ້າໃນສິ່ງທີ່ພວກມັນເວົ້າ, ທຸກພາກສ່ວນຂອງພວກເຈົ້າ ແມ່ນແຕ່ລີ້ນ ແລະ ປາກຂອງພວກເຈົ້າ ແມ່ນແຊ່ໃນນໍ້າເປື້ອນຂອງພວກວິນຍານເຫຼົ່ານັ້ນ. ມັນເຖິງຈຸດທີ່ວ່າ ພວກເຈົ້າຖືກປົກຫຸ້ມດ້ວຍຮອຍດ່າງເຫຼົ່ານັ້ນຈົດໝົດ ແລະ ບໍ່ມີແມ່ນແຕ່ສ່ວນດຽວທີ່ສາມາດຖືກນໍາໃຊ້ເພື່ອພາລະກິດຂອງເຮົາ. ມັນຊ່າງເປັນເລື່ອງໜ້າເສົ້າໃຈຫຼາຍ! ພວກເຈົ້າດໍາລົງຊີວິດໃນໂລກຂອງຝູງມ້າ ແລະ ງົວ ແຕ່ແທ້ຈິງແລ້ວ ພວກເຈົ້າບໍ່ຮູ້ສຶກເປັນທຸກເລີຍ; ພວກເຈົ້າແມ່ນເຕັມໄປດ້ວຍຄວາມສຸກ ແລະ ພວກເຈົ້າດໍາລົງຊີວິດຢ່າງເສລີ ແລະ ຢ່າງສະບາຍ. ພວກເຈົ້າກໍາລັງລອຍໄປມາຢູ່ໃນນໍ້າເປື້ອນແຫ່ງນີ້ ແຕ່ບໍ່ຮູ້ເລີຍວ່າ ຕົນເອງໄດ້ຕົກຢູ່ໃນສະຖານະການດັ່ງກ່າວ. ທຸກມື້ນີ້ເຈົ້າຄົບຫາກັບວິນຍານທີ່ສົກກະປົກ ແລະ ພົວພັນກັບ “ອຸດຈະລະ”. ຊີວິດຂອງເຈົ້າແມ່ນຕໍ່າຕ້ອຍຫຼາຍ ແຕ່ເຈົ້າບໍ່ຮູ້ວ່າ ເຈົ້າບໍ່ໄດ້ຢູ່ໃນໂລກມະນຸດນີ້ແລ້ວ ແລະ ເຈົ້າບໍ່ໄດ້ເປັນຂອງຕົວເອງ. ເຈົ້າຮູ້ບໍວ່າ ຊີວິດຂອງເຈົ້າແມ່ນຖືກວິນຍານທີ່ສົກກະປົກຢຽບຍໍ່າມາແຕ່ດົນ ແລະ ບຸກຄະລິກຂອງເຈົ້າແມ່ນຖືກນໍ້າສົກກະປົກເຮັດໃຫ້ເປິເປື້ອນແຕ່ດົນນານມາແລ້ວ? ເຈົ້າຄິດວ່າ ເຈົ້າກໍາລັງດໍາລົງຊີວິດຢູ່ໃນວິມານແຫ່ງສະຫວັນບົນດິນ ແລະ ເຈົ້າຢູ່ໃນລະຫວ່າງຄວາມສຸກບໍ? ເຈົ້າບໍ່ຮູ້ບໍວ່າ ເຈົ້າໄດ້ດໍາລົງຊີວິດຢູ່ກັບວິນຍານທີ່ສົກກະປົກ ແລະ ເຈົ້າໄດ້ດໍາເນີນຊີວິດຢູ່ກັບທຸກສິ່ງທີ່ພວກມັນໄດ້ກະກຽມໄວ້ໃຫ້ເຈົ້າ? ການດໍາລົງຊີວິດຂອງເຈົ້າຈະສາມາດມີຄວາມໝາຍໄດ້ແນວໃດ? ຊີວິດຂອງເຈົ້າຈະສາມາດມີຄຸນຄ່າໄດ້ແນວໃດ? ເຈົ້າດີ້ນຮົນແລ່ນໄປມາຈົນເຖິງເພື່ອພໍ່ແມ່ຂອງເຈົ້າທີ່ເປັນວິນຍານທີ່ສົກກະປົກ ແຕ່ເຈົ້າບໍ່ຮູ້ວ່າ ຜູ້ທີ່ເຮັດໃຫ້ເຈົ້າຕິດກັບດັກ ແມ່ນພວກວິນຍານທີ່ສົກກະປົກເຫຼົ່ານັ້ນ ເຊິ່ງກໍຄືພໍ່ແມ່ຂອງເຈົ້າ ຜູ້ທີ່ໃຫ້ກໍາເນີດເຈົ້າ ແລະ ຊຸບລ້ຽງເຈົ້ານັ້ນເອງ. ຍິ່ງໄປກວ່ານັ້ນ, ເຈົ້າບໍ່ຮູ້ວ່າ ຄວາມສົກກະປົກຂອງເຈົ້າທັງໝົດ ທີ່ຈິງແລ້ວ ແມ່ນໄດ້ມາຈາກພວກເຂົາ; ສິ່ງດຽວທີ່ເຈົ້າຮູ້ ແມ່ນພວກເຂົາສາມາດມອບ “ຄວາມສຸກ” ໃຫ້ແກ່ເຈົ້າ, ພວກເຂົາບໍ່ຂ້ຽນຕີເຈົ້າ ຫຼື ພວກເຂົາບໍ່ໄດ້ຕັດສິນເຈົ້າ ແລະ ໂດຍສະເພາະ ພວກເຂົາແມ່ນບໍ່ໄດ້ສາບແຊ່ງເຈົ້າ. ພວກເຂົາບໍ່ເຄີຍໃຈຮ້າຍໃສ່ເຈົ້າ ແຕ່ພວກເຂົາປະຕິບັດກັບເຈົ້າຢ່າງສຸພາບ ແລະ ອ່ອນໂຍນ. ຄໍາເວົ້າຂອງພວກເຂົາຫຼໍ່ລ້ຽງຈິດໃຈຂອງເຈົ້າ ແລະ ເຮັດໃຫ້ເຈົ້າປະທັບໃຈ ດັ່ງນັ້ນ ຈິດໃຈຂອງເຈົ້າຈຶ່ງສັບສົນໂດຍບໍ່ຮູ້ສຶກຕົວ, ເຈົ້າຖືກດູດດືງເຂົ້າໄປຫາພວກເຂົາ ແລະ ເຕັມໃຈທີ່ຈະຮັບໃຊ້ພວກເຂົາ ເປັນບ່ອນລະບາຍ ພ້ອມກັບເປັນຄົນຮັບໃຊ້ຂອງພວກເຂົາ. ເຈົ້າບໍ່ຕໍ່ວ່າຈັກດີ້, ແຕ່ເຕັມໃຈເຮັດວຽກໃຫ້ພວກເຂົາຄືກັບໝາ, ຄືກັບມ້າ; ເຈົ້າຖືກພວກເຂົາຫຼອກລວງແລ້ວ. ເພາະເຫດຜົນດັ່ງກ່າວນີ້, ເຈົ້າຈິ່ງບໍ່ມີປະຕິກິລິຍາຕໍ່ພາລະກິດທີ່ເຮົາກະທໍາເລີຍ. ສົມພໍເຈົ້າຈິ່ງຕ້ອງການຫຼຸດອອກຈາກມືຂອງເຮົາຢ່າງລັບໆຕະຫຼອດເວລາ ແລະ ສົມພໍເຈົ້າຈິ່ງຕ້ອງການໃຊ້ຄໍາເວົ້າທີ່ອ່ອນຫວານເພື່ອຫຼອກລວງເອົາຄວາມພໍໃຈຈາກເຮົາຕະຫຼອດເວລາ. ແຕ່ຄວາມຈິງແລ້ວ ເຈົ້າມີແຜນການ ແລະ ໄດ້ກະກຽມສິ່ງອື່ນໆໄວ້ຢູ່ແລ້ວ. ເຈົ້າສາມາດເຫັນການກະທໍາອັນຊົງລິດທານຸພາບສູງສຸດຂອງເຮົາພຽງເລັກນ້ອຍ ແຕ່ເຈົ້າບໍ່ຮູ້ເຖິງການພິພາກສາ ແລະ ການລົງໂທດຂອງເຮົາແມ່ນແຕ່ໜ້ອຍດຽວ. ເຈົ້າບໍ່ຮູ້ວ່າ ການຕີສອນຂອງເຮົາໄດ້ເລີ່ມຂຶ້ນຕອນໃດ; ເຈົ້າຮູ້ແຕ່ວິທີຫຼອກລວງເຮົາເທົ່ານັ້ນ ແຕ່ເຈົ້າບໍ່ຮູ້ວ່າ ເຮົາຈະບໍ່ອົດທົນຕໍ່ການເຮັດຜິດຂອງມະນຸດ. ໃນເມື່ອເຈົ້າໄດ້ກໍານົດຄວາມຕັ້ງໃຈຂອງເຈົ້າເພື່ອຮັບໃຊ້ເຮົາແລ້ວ, ເຮົາກໍຈະບໍ່ປ່ອຍໃຫ້ເຈົ້າໄປ. ເຮົາຄືພຣະເຈົ້າ ຜູ້ທີ່ກຽດຊັງຄວາມຊົ່ວຮ້າຍ ແລະ ເຮົາແມ່ນພຣະເຈົ້າ ຜູ້ທີ່ອິດສາມະນຸດ. ໃນເມື່ອເຈົ້າເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາແລ້ວ, ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະແລ່ນອອກຈາກສາຍຕາຂອງເຮົາ ແລະ ເຮົາຈະບໍ່ອົດທົນຕໍ່ການທີ່ເຈົ້າຈະຮັບໃຊ້ເຈົ້ານາຍສອງຄົນ. ເຈົ້າຄິດວ່າ ເຈົ້າສາມາດມີຄວາມຮັກອີກ ຫຼັງຈາກທີ່ເຈົ້າໄດ້ເອົາຄໍາເວົ້າຂອງເຈົ້າໄປວາງຢູ່ແທ່ນບູຊາຂອງເຮົາ ແລະ ຫຼັງຈາກທີ່ເຈົ້າວາງຄໍາເວົ້າຂອງເຈົ້າໄວ້ຢູ່ຕໍ່ໜ້າຕໍ່ຕາຂອງເຮົາບໍ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ? ເຈົ້າຄິດວ່າ ເຈົ້າສາມາດປະຕິຍານ ແລະ ສາບານຕໍ່ເຮົາດ້ວຍລີ້ນຂອງເຈົ້າບໍ? ເຈົ້າສາມາດສາບານຕໍ່ບັນລັງຂອງເຮົາ ເຊິ່ງແມ່ນສິ່ງທີ່ສູງສຸດໄດ້ແນວໃດ? ເຈົ້າຄິດວ່າ ຄໍາສາບານຂອງເຈົ້າໄດ້ຕາຍໄປແລ້ວບໍ? ເຖິງແມ່ນວ່າ ເນື້ອໜັງຂອງພວກເຈົ້າຈະຕາຍໄປແລ້ວ ແຕ່ເຮົາຂໍບອກພວກເຈົ້າວ່າ ຄໍາສາບານຂອງພວກເຈົ້າບໍ່ສາມາດຕາຍໄດ້. ໃນທີ່ສຸດ, ເຮົາຈະຕັດສິນລົງໂທດພວກເຈົ້າ ໂດຍອີງໃສ່ຄໍາສາບານຂອງພວກເຈົ້າ. ແຕ່ພວກເຈົ້າກໍຍັງຄິດວ່າ ພວກເຈົ້າຈະສາມາດຍົກຄໍາເວົ້າຂອງພວກເຈົ້າຢູ່ຕໍ່ໜ້າເຮົາເພື່ອຮັບມືກັບເຮົາ ແລະ ໃຈຂອງພວກເຈົ້າຍັງສາມາດຮັບໃຊ້ຈິດວິນຍານທີ່ສົກກະປົກ ແລະ ຈິດວິນຍານທີ່ຊົ່ວຮ້າຍ. ຄວາມໂມໂຫຂອງເຮົາຈະສາມາດອົດທົນຕໍ່ຜູ້ຄົນເຫຼົ່ານັ້ນທີ່ຄືໝາ ແລະ ໝູທີ່ຫຼອກລວງເຮົາໄດ້ແນວໃດ? ເຮົາຕ້ອງປະຕິບັດພຣະດໍາລັດຂອງເຮົາ ແລະ ຍາດເອົາຜູ້ທີ່ “ເຊື່ອໃນສາສະໜາ” ຜູ້ທີ່ເຊື່ອໃນຕົວເຮົາມາຈາກກໍາມືຂອງວິນຍານສົກກະປົກ ເພື່ອວ່າພວກເຂົາອາດຈະ “ລໍຖ້າ” ເຮົາໃນລັກສະນະທີ່ມີວິໄນ, ເປັນງົວຂອງເຮົາ, ເປັນມ້າຂອງເຮົາ ແລະ ຢູ່ໃນອໍານາດແຫ່ງການສັງຫານຂອງເຮົາ. ເຮົາຈະເຮັດໃຫ້ເຈົ້າຍົກຄວາມຕັ້ງໃຈທີ່ຜ່ານມາຂອງເຈົ້ານັ້ນສູງຂຶ້ນ ແລະ ມາຮັບໃຊ້ເຮົາອີກຄັ້ງ. ເຮົາຈະບໍ່ອົດທົນຕໍ່ຜູ້ທີ່ຫຼອກລວງເຮົາ. ເຈົ້າຄິດວ່າ ເຈົ້າຈະສາມາດຮ້ອງຂໍ ແລະ ຕົວະແບບໜ້າດ້ານໆຢູ່ຕໍ່ໜ້າເຮົາບໍ? ເຈົ້າຄິດວ່າ ເຮົາບໍ່ໄດ້ຍິນ ຫຼື ເຫັນຄໍາເວົ້າ ແລະ ການກະທໍາຂອງເຈົ້າບໍ? ຄໍາເວົ້າ ແລະ ການກະທໍາຂອງເຈົ້າຈະບໍ່ຢູ່ໃນສາຍຕາຂອງເຮົາໄດ້ແນວໃດ? ເຮົາຈະປ່ອຍໃຫ້ຜູ້ຄົນຫຼອກລວງເຮົາແບບນັ້ນໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!
120. ເຮົາໄດ້ຢູ່ທ່າມກາງພວກເຈົ້າ, ພົວພັນກັບພວກເຈົ້າໃນລະດູໃບໄມ້ປົ່ງ ແລະ ໃນລະດູໃບໄມ້ລົ່ນເປັນເວລາຫຼາຍປີ, ເຮົາໄດ້ດໍາລົງຊີວິດຢູ່ໃນທ່າມກາງພວກເຈົ້າເປັນເວລາດົນນານ ແລະ ໄດ້ດໍາລົງຊີວິດຢູ່ກັບພວກເຈົ້າ. ແລ້ວຄວາມປະພຶດທີ່ຊົ່ວຊ້າຂອງພວກເຈົ້າຈະຫຼຸດພົ້ນອອກໄປຕໍ່ໜ້າຕໍ່ຕາຂອງເຮົາໄດ້ແນວໃດ? ຄໍາເວົ້າທີ່ປະທັບໃຈເຫຼົ່ານັ້ນຂອງພວກເຈົ້າ ແມ່ນຍັງດັງກ້ອງຢູ່ໃນຫູຂອງເຮົາຢູ່ຕະຫຼອດເວລາ; ຄວາມທະເຍີທະຍານຂອງພວກເຈົ້າເປັນຈໍານວນລ້ານໆ ແມ່ນຖືກວາງຢູ່ແທ່ນບູຊາຂອງເຮົາຈົນບໍ່ສາມາດນັບໄດ້. ເຖິງຢ່າງໃດກໍຕາມ, ໃນສ່ວນການອຸທິດຕົນ ແລະ ສິ່ງທີ່ພວກເຈົ້າໄດ້ໃຊ້ໄປແລ້ວ ແມ່ນບໍ່ມີແມ່ນແຕ່ໜ້ອຍດຽວ. ຄວາມຈິງໃຈຂອງພວກເຈົ້າແມ່ນແຕ່ຢົດນ້ອຍໆຢົດດຽວກໍບໍ່ມີຢູ່ເທິງແທ່ນບູຊາຂອງເຮົາ. ໝາກຜົນແຫ່ງຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນຢູ່ໃສ? ພວກເຈົ້າໄດ້ຮັບຄວາມກະລຸນາທີ່ບໍ່ມີວັນສິ້ນສຸດຈາກເຮົາ ແລະ ພວກເຈົ້າໄດ້ເຫັນຄວາມລຶກລັບທີ່ບໍ່ມີວັນສິ້ນສຸດຈາກສະຫວັນ ແລະ ເຮົາຍັງໄດ້ສະແດງແປວໄຟແຫ່ງສະຫວັນໃຫ້ພວກເຈົ້າເຫັນ ແຕ່ເຮົາບໍ່ມີໃຈທີ່ຈະຈູດເຜົາພວກເຈົ້າ. ຢ່າງໃດກໍຕາມ ພວກເຈົ້າໄດ້ມອບຄືນໃຫ້ກັບເຮົາຫຼາຍຊໍ່າໃດແລ້ວ? ພວກເຈົ້າເຕັມໃຈມອບໃຫ້ເຮົາຫຼາຍຊໍ່າໃດ? ເຈົ້າຖືອາຫານທີ່ເຮົາໄດ້ເອົາໃຫ້ເຈົ້າ ແລ້ວຫັນມາຖວາຍມັນໃຫ້ກັບເຮົາ ໂດຍເວົ້າວ່າ ມັນແມ່ນສິ່ງທີ່ເຈົ້າໄດ້ຮັບເປັນການຕອບແທນ ເຫື່ອແຮງຈາກການເຮັດວຽກໜັກຂອງເຈົ້າ ເຈົ້າຈິ່ງຖວາຍທຸກສິ່ງທີ່ເຈົ້າມີໃຫ້ກັບເຮົາ. ເຈົ້າບໍ່ສາມາດຮູ້ໄດ້ແນວໃດວ່າ “ສິ່ງບໍລິຈາກ” ຂອງເຈົ້າທີ່ມີໃຫ້ເຮົາ ແມ່ນທຸກສິ່ງທີ່ເຈົ້າໄດ້ລັກຈາກແທ່ນບູຊາຂອງເຮົາ ແລ້ວຕອນນີ້ເຈົ້າກໍາລັງຖວາຍສິ່ງນັ້ນໃຫ້ກັບເຮົາ. ເຈົ້າບໍ່ແມ່ນກໍາລັງຫຼອກລວງເຮົາບໍ? ເຈົ້າບໍ່ໄດ້ຮູ້ບໍວ່າ ສິ່ງທີ່ເຮົາເພີດເພີນນໍາໃນປະຈຸບັນນີ້ ແມ່ນສິ່ງຖວາຍທັງໝົດທີ່ຢູ່ແທ່ນບູຊາຂອງເຮົາ ແລະ ບໍ່ແມ່ນສິ່ງທີ່ເຈົ້າໄດ້ຮັບມາ ເພື່ອເປັນການຕອບແທນສໍາລັບການເຮັດວຽກໜັກຂອງເຈົ້າ ແລະ ນໍາສິ່ງນັ້ນມາຖວາຍໃຫ້ກັບເຮົາ? ພວກເຈົ້າຈັ່ງແມ່ນກ້າຫຼອກລວງເຮົາແທ້ໆ ແລ້ວເຮົາຈະສາມາດອະໄພໃຫ້ພວກເຈົ້າໄດ້ແນວໃດ? ເຮົາຈະສາມາດອົດກັ້ນກັບສິ່ງນີ້ໄດ້ດົນປານໃດ? ເຮົາໄດ້ມອບທຸກສິ່ງທຸກຢ່າງໃຫ້ແກ່ພວກເຈົ້າ. ເຮົາໄດ້ເປີດເຜີຍທຸກສິ່ງທຸກຢ່າງເພື່ອພວກເຈົ້າ, ໄດ້ສະໜອງເພື່ອຄວາມຕ້ອງການຂອງພວກເຈົ້າ ແລະ ເປີດຕາຂອງພວກເຈົ້າ ແຕ່ພວກເຈົ້າກໍຍັງຫຼອກລວງເຮົາແບບນີ້ ໂດຍເມີນເສີຍຕໍ່ສາມັນສໍານຶກຂອງພວກເຈົ້າເອງ. ເຮົາໄດ້ປະທານທຸກສິ່ງແກ່ພວກເຈົ້າໂດຍບໍ່ເຫັນແກ່ຕົວ ເພື່ອວ່າ ເຖິງພວກເຈົ້າຈະທົນທຸກ ພວກເຈົ້າກໍຈະໄດ້ຮັບທຸກສິ່ງຈາກເຮົາ ເຊິ່ງເປັນສິ່ງທີ່ເຮົາໄດ້ນໍາມາຈາກສະຫວັນ. ນອກເໜືອຈາກນີ້, ພວກເຈົ້າບໍ່ອຸທິດຕົວຈັກດີ້ ແລະ ເຖິງແມ່ນວ່າ ພວກເຈົ້າຈະໄດ້ບໍລິຈາກພຽງເລັກນ້ອຍກໍຕາມ ພວກເຈົ້າກໍຈະມາ “ສະສາງ” ກັບເຮົາພາຍຫຼັງ. ສິ່ງບໍລິຈາກຂອງເຈົ້າຈະບໍ່ເສຍຖິ້ມບໍ? ສິ່ງທີ່ເຈົ້າໄດ້ມອບໃຫ້ກັບເຮົາແມ່ນບໍ່ມີຫຍັງ ແຕ່ເປັນພຽງເມັດຊາຍໜຶ່ງເມັດ ແຕ່ສິ່ງທີ່ເຈົ້າຂໍຈາກເຮົາແມ່ນເປັນຄໍາໜຶ່ງໂຕນ. ເຈົ້າບໍ່ໄຮ້ເຫດຜົນເກີນໄປໂພດບໍ? ເຮົາເຮັດພາລະກິດໃນທ່າມກາງພວກເຈົ້າ. ອັດຕາສິບສ່ວນຮ້ອຍທີ່ເຮົາຄວນໄດ້ຮັບບໍ່ເຫັນແມ່ນແຕ່ຮ່ອງຮອຍຈັກດີ້ ຢ່າວ່າແຕ່ການເສຍສະຫຼະເພີ່ມເຕີມເລີຍ. ຍິ່ງໄປກວ່ານັ້ນ, ອັດຕາສິບສ່ວນຮ້ອຍທີ່ຄົນເຫຼື້ອມໃສໃນສາສະໜາບໍລິຈາກ ແມ່ນຖືກຄົນຊົ່ວຍຶດເອົາໄປໝົດ. ພວກເຈົ້າທຸກຄົນບໍ່ແມ່ນແຕກກະຈາຍອອກຈາກເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນເປັນປໍລະປັກກັບເຮົາບໍ? ພວກເຈົ້າທຸກຄົນບໍ່ແມ່ນກໍາລັງທໍາລາຍແທ່ນບູຊາຂອງເຮົາບໍ? ແລ້ວຈະໃຫ້ເຮົາເຫັນບຸກຄົນປະເພດນີ້ເປັນສັບສົມບັດໃນສາຍຕາຂອງເຮົາໄດ້ແນວໃດ? ພວກເຂົາບໍ່ແມ່ນໝູ ແລະ ໝາທີ່ເຮົາກຽດຊັງບໍ? ຈະໃຫ້ເຮົາສາມາດເອີ້ນການກະທໍາທີ່ຊົ່ວຮ້າຍຂອງພວກເຈົ້າເປັນສັບສົມບັດໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າທຸກຄົນຕໍ່າໃນບຸກຄະລິກຫຼາຍ!
121. ຍັງມີຫຼາຍວິທີທີ່ນອກເໜືອໄປກວ່າຄວາມເຂົ້າໃຈຂອງພວກເຈົ້າ ແລະ ຫຼາຍເລື່ອງທີ່ພວກເຈົ້າບໍ່ເຂົ້າໃຈ. ພວກເຈົ້າຈັ່ງແມ່ນບໍ່ຮູ້ຫຍັງເລີຍ. ເຮົາຮູ້ຄວາມສາມາດ ແລະ ຂໍ້ບົກຜ່ອງຂອງພວກເຈົ້າດີ. ສະນັ້ນ, ເຖິງແມ່ນວ່າ ຈະມີພຣະທໍາຫຼາຍຄໍາ ທີ່ພວກເຈົ້າບໍ່ສາມາດເຊື່ອມຊືມໄດ້ ແຕ່ເຮົາຍັງຕ້ອງການທີ່ຈະບອກຄວາມຈິງເຫຼົ່ານີ້ ທີ່ພວກເຈົ້າບໍ່ເຄີຍໄດ້ຮັບຮູ້ມາກ່ອນ, ຍ້ອນວ່າເຮົາເປັນຫ່ວງຢູ່ສະເໝີວ່າ ພວກເຈົ້າຈະສາມາດຢືນເປັນພະຍານໃຫ້ເຮົາໄດ້ ຫຼື ບໍ່ ຕາມຄວາມສາມາດທີ່ພວກເຈົ້າມີໃນຕອນນີ້. ບໍ່ແມ່ນວ່າ ເຮົາດູຖູກພວກເຈົ້າ. ພວກເຈົ້າທຸກຄົນແມ່ນເປັນສັດຮ້າຍ ທີ່ຍັງບໍ່ໄດ້ຜ່ານການເຝິກຝົນຢ່າງເປັນທາງການຈາກເຮົາ ແລະ ຍັງມີຂໍ້ສົງໃສຢູ່ວ່າ ພວກເຈົ້າມີກຽດສັກສີຫຼາຍປານໃດໃນຕົວພວກເຈົ້າ. ເຖິງວ່າ ເຮົາໄດ້ໃຊ້ເຮື່ອແຮງຢ່າງຫຼວງຫຼາຍ ໃນການເຮັດພາລະກິດໃນຕົວພວກເຈົ້າ, ແຕ່ປາກົດວ່າ ອົງປະກອບດ້ານບວກໃນຕົວພວກເຈົ້າແມ່ນບໍ່ມີເລີຍ ແລະ ອົງປະກອບດ້ານລົບສາມາດນັບດ້ວຍນິ້ວມືນິ້ວດຽວໄດ້ ແລະ ພຽງໃຊ້ເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍເທົ່ານັ້ນ. ສິ່ງທີ່ຢູ່ໃນຕົວພວກເຈົ້າເກືອບທັງໝົດແມ່ນພິດຂອງຊາຕານ. ເຮົາເບິ່ງພວກເຈົ້າ ຄ້າຍຄືວ່າ ພວກເຈົ້າຈະບໍ່ສາມາດໄດ້ຮັບການໄຖ່ບາບໄດ້. ໃນຂະນະທີ່ບັນຫາຍັງຢູ່ທີ່ນັ້ນ, ເຮົາເບິ່ງການສະແດງອອກ ແລະ ການປະພຶດທີ່ຫຼາກຫຼາຍຂອງພວກເຈົ້າ ແລະ ໃນທີ່ສຸດ ເຮົາກໍ່ຮູ້ວຸດທິພາວະທີ່ແທ້ຈິງຂອງພວກເຈົ້າ. ດ້ວຍເຫດນີ້ ເຮົາຈຶ່ງເປັນຫ່ວງພວກເຈົ້າຢູ່ສະເໝີວ່າ: ຖ້າຖືກປະປ່ອຍໃຫ້ດຳລົງຊີວິດຕາມລຳພັງ, ມະນຸດຈະໄດ້ດີກວ່າ ຫຼື ໄດ້ເທົ່າທຽມ ກັບສິ່ງທີ່ເຂົາເປັນຢູ່ໃນປັດຈຸບັນນີ້ ຫຼື ບໍ່? ພວກເຈົ້າບໍ່ກັງວົນກັບຄວາມສາມາດລະດັບເດັກນ້ອຍຂອງພວກເຈົ້າບໍ? ພວກເຈົ້າສາມາດເປັນຄືຄົນອິດສະຣາເອນທີ່ຖືກເລືອກໄດ້ແທ້ບໍ ທີ່ຈົງຮັກພັກດີຕໍ່ເຮົາ ແລະ ເຮົາຜູ້ດຽວພາຍໃຕ້ທຸກສະຖານະການເທົ່ານັ້ນບໍ? ສິ່ງທີ່ເປີດເຜີຍໃນຕົວພວກເຈົ້າ ບໍ່ແມ່ນຄວາມດື້ຂອງເດັກນ້ອຍ ຜູ້ທີ່ລ້ອນເລ້ໜີຈາກພໍ່ແມ່ຂອງພວກເຂົາ, ແຕ່ແມ່ນຄວາມໂຫດຮ້າຍທີ່ອອກມາຈາກສັດ ທີ່ຢູ່ໄກຈາກແສ້ຂອງເຈົ້ານາຍຂອງພວກມັນ. ພວກເຈົ້າຄວນຮູ້ທຳມະຊາດຂອງພວກເຈົ້າເອງ, ເຊິ່ງເປັນຈຸດອ່ອນ ທີ່ພວກເຈົ້າທຸກຄົນມີ, ຈຸດບົກຜ່ອງທົ່ວໄປຂອງພວກເຈົ້າ. ສະນັ້ນ, ຄໍາແນະນໍາພຽງຢ່າງດຽວຂອງເຮົາ ທີ່ຈະໃຫ້ກັບພວກເຈົ້າ ແມ່ນຈົ່ງໃຫ້ຢືນເປັນພະຍານໃຫ້ແກ່ເຮົາ. ຈົ່ງຢ່າປ່ອຍໃຫ້ຄວາມອ່ອນແອໃນເມື່ອກ່ອນກັບຄືນມາອີກຄັ້ງ. ສິ່ງທີ່ສຳຄັນທີ່ສຸດກໍ່ຄືການຢືນເປັນພະຍານ. ນັ້ນແມ່ນຫົວໃຈສຳຄັນໃນພາລະກິດຂອງເຮົາ. ພວກເຈົ້າຄວນຍອມຮັບພຣະທໍາຂອງເຮົາ ຄືດັ່ງພຣະແມ່ແມຣີໄດ້ຍອມຮັບການເປີດເຜີຍຂອງພຣະເຢໂຮວາ ທີ່ມາປາກົດໃນຄວາມຝັນຂອງພຣະນາງ ໂດຍທີ່ພຣະນາງໄດ້ເຊື່ອ ແລະ ປະຕິບັດຕາມ. ມີແຕ່ສິ່ງນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດເປັນຄວາມບໍລິສຸດທີ່ແທ້ຈິງ. ເນື່ອງຈາກວ່າ ພວກເຈົ້າເປັນຜູ້ທີ່ໄດ້ຍິນພຣະທໍາຂອງເຮົາຫຼາຍທີ່ສຸດ, ເປັນຜູ້ທີ່ໄດ້ຮັບພອນຈາກເຮົາຫຼາຍທີ່ສຸດ. ເຮົາໄດ້ມອບສິ່ງທີ່ມີຄຸນຄ່າທີ່ສຸດທີ່ເຮົາມີໃຫ້ພວກເຈົ້າ ໂດຍມອບທຸກສິ່ງທຸກຢ່າງໃຫ້ພວກເຈົ້າ. ຢ່າງໃດກໍ່ຕາມ, ສະຖານະຂອງພວກເຈົ້າ ແລະ ສະຖານະຂອງຜູ້ຄົນຂອງອິດສະຣາເອນແມ່ນມີຄວາມແຕກຕ່າງກັນຫຼາຍ ຄືວ່າຢູ່ຄົນລະໂລກ. ແຕ່ເມື່ອທຽບກັບພວກເຂົາແລ້ວ, ພວກເຈົ້າແມ່ນໄດ້ຮັບຫຼາຍກວ່າພວກເຂົາຫຼາຍເທົ່າ. ໃນຂະນະທີ່ພວກເຂົາລໍຖ້າຢ່າງໝົດຫວັງ ຕໍ່ການປາກົດຕົວຂອງເຮົາ, ພວກເຈົ້າພັດໃຊ້ເວລາຢ່າງມີຄວາມສຸກກັບເຮົາ ໂດຍແບ່ງປັນຄວາມອຸດົມສົມບູນຈາກເຮົາ. ຖ້າທຽບກັນແລ້ວ, ພວກເຈົ້າມີສິດຫຍັງ ທີ່ຈະມາຈົ່ມ ແລະ ຖຽງກັນກັບເຮົາ ແລະ ຮຽກຮ້ອງເອົາສ່ວນແບ່ງຈາກຊັບສິນຂອງເຮົາ? ພວກເຈົ້າຍັງໄດ້ບໍ່ພໍອີກບໍ? ເຮົາເອົາໃຫ້ພວກເຈົ້າຫຼາຍແລ້ວ ແຕ່ສິ່ງທີ່ພວກເຈົ້າໃຫ້ເຮົາເພື່ອເປັນການຕອບແທນຄືຄວາມໂສກເສົ້່າເສຍໃຈ ແລະ ຄວາມວິຕົກກັງວົນ ແລະ ຄວາມແຄ້ນໃຈ ແລະ ຄວາມບໍ່ພໍໃຈ ທີ່ບໍ່ສາມາດທົນໄດ້. ພວກເຈົ້າໜ້າລັງກຽດຫຼາຍ, ນອກນັ້ນພວກເຈົ້າຍັງໜ້າສົມເພດອີກ. ສະນັ້ນ, ເຮົາບໍ່ມີທາງເລືອກ ນອກຈາກອົນທົນກັບຄວາມແຄ້ນໃຈ ແລະ ສະແດງຄວາມຄັດຄ້ານຂອງເຮົາຕໍ່ພວກເຈົ້າຊໍ້າແລ້ວຊໍ້າອີກ. ຫຼາຍພັນປີກັບການດໍາເນີນພາລະກິດ, ເຮົາບໍ່ເຄີຍຄັດຄ້ານມະນຸດມາກ່ອນ ຍ້ອນວ່າ ເຮົາໄດ້ຄົ້ນພົບວ່າ ໃນປະຫວັດສາດຂອງການພັດທະນາຂອງມະນຸດຊາດ, ມີແຕ່ຄົນຫຼອກລວງໃນບັນດາພວກເຈົ້າເທົ່ານັ້ນ ທີ່ເປັນຄົນມີຊື່ສຽງຫຼາຍທີ່ສຸດ. ການຫຼອກລວງປຽບເໝືອນມໍລະດົກທີ່ລ້ຳຄ່າ ທີ່ບັນພະບູລຸດທີ່ມີຊື່ສຽງໃນຍຸກບູຮານ ໄດ້ປະໄວ້ໃຫ້ພວກເຈົ້າ. ຈັ່ງແມ່ນເຮົາກຽດຊັງພວກໝູ ແລະ ໝາ ທີ່ບໍ່ມີຄວາມເປັນມະນຸດນີ້ເດ. ພວກເຈົ້າຂາດຈິດສຳນຶກຫຼາຍ! ນິດໃສຂອງພວກເຈົ້າຕ່ຳຊາມເກີນໄປ! ຫົວໃຈຂອງພວກເຈົ້າແຂງກະດ້າງເກີນໄປ! ຖ້າເຮົາຕ້ອງເອົາພຣະທໍາຂອງເຮົາ ແລະ ພາລະກິດດັ່ງກ່າວນີ້ຂອງເຮົາໄປອິດສະຣາເອນ, ເຮົາຄືຊິໄດ້ຮັບຄວາມສະຫງ່າລາສີແຕ່ດົນນານແລ້ວ. ແຕ່ວ່າກັບບັນດາພວກເຈົ້າພັດບໍ່ເປັນແບບນັ້ນ. ໃນບັນດາພວກເຈົ້າແມ່ນມີແຕ່ຄວາມບໍ່ສົນໃຈທີ່ໂຫດຮ້າຍ, ຫົວໃຈທີ່ເຢັນຊາ ແລະ ຄຳແກ້ໂຕ. ພວກເຈົ້າຂາດຄວາມຮູ້ສຶກ ແລະ ບໍ່ມີຄຸນຄ່າຫຍັງເລີຍ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແມ່ນຫຍັງຄືຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າ?
122. ຈົ່ງຄິດທົບທວນໃນອະດີດ: ເມື່ອໃດທີ່ສາຍຕາຂອງເຮົາເກີດມີຄວາມໂກດຮ້າຍ ແລະ ນໍ້າສຽງຂອງເຮົາເກີດມີຄວາມຮຸນແຮງກັບພວກເຈົ້າ? ເມື່ອໃດທີ່ເຮົາໂຕ້ຖຽງກ່ຽວກັບເລື່ອງເລັກນ້ອຍກັບພວກເຈົ້າ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຢ່າງບໍ່ສົມເຫດສົມຜົນ? ເມື່ອໃດທີ່ເຮົາລົງໂທດຕັກເຕືອນພວກເຈົ້າຕໍ່ໜ້າພວກເຈົ້າ? ມັນບໍ່ແມ່ນຍ້ອນເຫັນແກ່ຜົນປະໂຫຍດຂອງພາລະກິດຂອງເຮົາບໍທີ່ເຮົາຂໍໃຫ້ພຣະບິດາຂອງເຮົາຮັກສາພວກເຈົ້າຈາກການທົດລອງທຸກຢ່າງ? ເປັນຫຍັງພວກເຈົ້າຈຶ່ງປະຕິບັດຕໍ່ເຮົາແບບນີ້? ເຮົາເຄີຍໃຊ້ອຳນາດຂອງເຮົາເພື່ອໂຈມຕີເນື້ອໜັງຂອງພວກເຈົ້າບໍ? ເປັນຫຍັງພວກເຈົ້າຈຶ່ງຕອບແທນເຮົາແບບນີ້? ຫຼັງຈາກທີ່ທຳທ່າສົນໃຈເຮົາ ເຈົ້າກໍຍັງບໍ່ຮ້ອນ ຫຼື ບໍ່ເຢັນ ແລະ ແລ້ວ ເຈົ້າກໍພະຍາຍາມໂນ້ມນ້າວເຮົາ ແລະ ເຊື່ອງສິ່ງຕ່າງໆຈາກເຮົາ ແລະ ປາກຂອງພວກເຈົ້າກໍເຕັມໄປດ້ວຍນໍ້າລາຍແຫ່ງຄວາມບໍ່ທ່ຽງທຳ. ພວກເຈົ້າຄິດວ່າລີ້ນຂອງພວກເຈົ້າສາມາດຫຼອກລວງພຣະວິນຍານຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າສາມາດລອດພົ້ນຈາກຄວາມໂກດຮ້າຍຂອງເຮົາໄດ້ບໍ? ພວກເຈົ້າຄິດວ່າ ລີ້ນຂອງພວກເຈົ້າຈະສາມາດຕັດສິ້ນການກະທຳຂອງເຮົາ ຜູ້ເປັນພຣະເຢໂຮວາ ຕາມທີ່ລີ້ນຂອງພວກເຈົ້າຕ້ອງການໄດ້ບໍ? ເຮົາເປັນພຣະເຈົ້າຜູ້ທີ່ຖືກມະນຸດດຳເນີນການພິພາກສາບໍ? ເຮົາຈະອະນຸຍາດໃຫ້ໜອນນ້ອຍໆມາເວົ້າໝິ່ນປະໝາດເຮົາແບບນີ້ບໍ? ເຮົາຈະຈັດວາງລູກແຫ່ງຄວາມບໍ່ເຊື່ອຟັງດັ່ງກ່າວໄວ້ທ່າມກາງການຮັບພອນທີ່ບໍ່ສິ້ນສຸດຂອງເຮົາໄດ້ແນວໃດ? ຄຳເວົ້າ ແລະ ການກະທຳຂອງພວກເຈົ້າໄດ້ເປີດເຜີຍ ແລະ ກ່າວໂທດພວກເຈົ້າເປັນເວລາດົນນານມາແລ້ວ. ເມື່ອເຮົາກາງທ້ອງຟ້າອອກ ແລະ ສ້າງທຸກສິ່ງຂຶ້ນ ເຮົາບໍ່ອະນຸຍາດໃຫ້ສິ່ງທີ່ມີຊີວິດໃດກໍຕາມມີສ່ວນຮ່ວມຕາມທີ່ພວກເຂົາມັກ, ເຮົາບໍ່ເຄີຍອະນຸຍາດໃຫ້ສິ່ງໃດທຳລາຍພາລະກິດຂອງເຮົາ ແລະ ການຄຸ້ມຄອງຂອງເຮົາຕາມທີ່ມັນຕ້ອງການໃນແບບໃດກໍຕາມ. ເຮົາບໍ່ອົດທົນຕໍ່ມະນຸດ ຫຼື ສິ່ງຂອງ; ເຮົາຈະສາມາດຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ໂຫດຮ້າຍ ແລະ ບໍ່ມີເມດຕາຕໍ່ເຮົາໄດ້ແນວໃດ? ເຮົາຈະສາມາດໃຫ້ອະໄພກັບຄົນເຫຼົ່ານັ້ນທີ່ກະບົດຕໍ່ພຣະທຳຂອງເຮົາໄດ້ແນວໃດ? ເຮົາຈະຍົກໂທດໃຫ້ກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງເຮົາໄດ້ແນວໃດ? ຊະຕາກໍາຂອງມະນຸດບໍ່ໄດ້ຢູ່ໃນມືຂອງເຮົາ ພຣະຜູ້ມີລິດທານຸພາບສູງສຸດບໍ? ເຮົາຈະພິຈາລະນາໃຫ້ຄວາມບໍ່ທ່ຽງທຳ ແລະ ຄວາມບໍ່ເຊື່ອຟັງຂອງເຈົ້າເປັນສິ່ງທີ່ບໍລິສຸດໄດ້ແນວໃດ? ຄວາມຜິດບາບຂອງເຈົ້າຈະທຳລາຍຄວາມບໍລິສຸດຂອງເຮົາໄດ້ແນວໃດ? ເຮົາບໍ່ຖືກທຳລາຍໂດຍຄວາມບໍ່ບໍລິສຸດຂອງຄົນທີ່ບໍ່ທ່ຽງທຳ ຫຼື ເຮົາບໍ່ຮັບເອົາການຖວາຍບູຊາຂອງຄົນທີ່ບໍ່ທ່ຽງທຳ. ຖ້າເຈົ້າຊື່ສັດກັບເຮົາ ຜູ້ເປັນພຣະເຢໂຮວາ ເຈົ້າສາມາດເອົາເຄື່ອງຖວາຍບູຊາທີ່ແທ່ນບູຊາຂອງເຮົາບໍ? ເຈົ້າສາມາດໃຊ້ລີ້ນທີ່ເປັນພິດຂອງເຈົ້າເວົ້າໝິ່ນປະໝາດນາມສັກສິດຂອງເຮົາໄດ້ບໍ? ເຈົ້າສາມາດກະບົດຕໍ່ພຣະທຳຂອງເຮົາແບບນີ້ໄດ້ບໍ? ເຈົ້າສາມາດປະຕິບັດຕໍ່ລັດສະໝີ ແລະ ນາມສັກສິດຂອງເຮົາຄືກັບເຄື່ອງມືທີ່ຮັບໃຊ້ຊາຕານ ຜູ້ທີ່ຊົ່ວຮ້າຍບໍ? ຊີວິດຂອງເຮົາແມ່ນເພື່ອຄວາມຊື່ນບານຂອງຄົນທີ່ບໍລິສຸດ. ເຮົາສາມາດອະນຸຍາດໃຫ້ເຈົ້າຫຼິ້ນກັບຊີວິດຂອງເຮົາຕາມທີ່ເຈົ້າຕ້ອງການ ແລະ ໃຊ້ມັນເປັນເຄື່ອງມືໃນການສ້າງຂໍ້ຂັດແຍ່ງທ່າມກາງພວກເຈົ້າເອງໄດ້ແນວໃດ? ພວກເຈົ້າບໍ່ມີຄວາມເມດຕາເລີຍ ແລະ ຂາດວິທີທາງແຫ່ງຄວາມດີ ໃນວິທີທີ່ພວກເຈົ້າມີຕໍ່ເຮົາໄດ້ແນວໃດ? ພວກເຈົ້າບໍ່ຮູ້ບໍວ່າ ເຮົາໄດ້ບັນທຶກການກະທຳທີ່ຊົ່ວຮ້າຍຂອງພວກເຈົ້າລົງໃນພຣະທຳແຫ່ງຊີວິດແລ້ວ? ພວກເຈົ້າຈະລອດພົ້ນມື້ແຫ່ງຄວາມໂກດຮ້າຍ ເມື່ອເຮົາລົງໂທດອີຢິບໄດ້ແນວໃດ? ເຮົາຈະອະນຸຍາດໃຫ້ພວກເຈົ້າຕໍ່ຕ້ານ ແລະ ບໍ່ຍອມເຊື່ອຟັງເຮົາແບບນີ້ ເທື່ອແລ້ວເທື່ອເລົ້າໄດ້ແນວໃດ? ເຮົາບອກເຈົ້າຢ່າງແຈ່ມແຈ້ງ ເມື່ອຮອດມື້ນັ້ນ ການລົງໂທດຂອງພວກເຈົ້າຈະໜັກຫຼາຍກວ່າຂອງອີຢິບ! ພວກເຈົ້າຈະສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍຂອງເຮົາໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ
123. ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງບໍ່ມີຄວາມຮູ້ສຶກ ຫຼື ຍ້ອນພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ຕ້ອງການຮັບເອົາພຣະເຈົ້າ ແລະ ເປັນຍ້ອນມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ບຸກຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ແນວໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມີສາມັນສໍານຶກທີ່ດີຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມໂກດຮ້າຍຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ເຕັມໃຈເຊື່ອຟັງພຣະອົງຈະຖືກເຕະອອກຈາກເຮືອນຂອງພຣະອົງໄດ້ແນວໃດ? ຜູ້ທີ່ບໍ່ສາມາດຢຸດຮັກພຣະອົງຈະຕົກຢູ່ໃນການລົງໂທດຂອງພຣະອົງໄດ້ແນວໃດ? ຜູ້ທີ່ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປ່ອຍປະໃຫ້ສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະສະລະຊັບສິນຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ກົງກັນຂ້າມພາກັນເວົ້າວ່າພຣະອົງກະທໍາເກີນໄປ, ສິ່ງທີ່ພຣະເຈົ້າເຮັດເກີນໄປແມ່ນບໍ່ກົງກັບແນວຄິດຂອງມະນຸດ. ດ້ວຍຄວາມເປັນມະນຸດແບບນີ້, ເຖິງແມ່ນວ່າພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງຈະບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ, ແຮງໄກຖ້າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມະນຸດຊາດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີຄວາມເປັນມະນຸດໃດທີ່ຕໍ່າຊ້າກວ່າຄວາມເປັນມະນຸດຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າແມ່ນຫຍັງທີ່ຄົນອື່ນເອີ້ນພວກເຈົ້າ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນກຸ່ມທີ່ບໍ່ແມ່ນມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມະນຸດຊາດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໂດຍການເຮັດພາລະກິດທ່າມກາງພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິອີກຄັ້ງ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດເຮັດວຽກເປັນປົກກະຕິ, ແລ້ວພວກເຈົ້າກໍຈະບໍ່ມີວັນຫຼຸດພົ້ນອອກຈາກສາຍານາມ “ໝາປ່າ” ໄດ້, ພວກເຈົ້າຈະບໍ່ມີທາງໜີພົ້ນວັນແຫ່ງການສາບແຊ່ງໄດ້ ແລະ ຈະບໍ່ມີທາງໜີພົ້ນວັນແຫ່ງການລົງໂທດຂອງພວກເຈົ້າໄດ້. ພວກເຈົ້າເກີດມາຕໍ່າຕ້ອຍ ແລະ ເປັນສິ່ງທີ່ບໍ່ມີຄ່າ. ໂດຍທໍາມະຊາດແລ້ວ ພວກເຈົ້າຄືຝູງໝາປ່າທີ່ຫິວໂຫຍ, ເປັນສິ່ງເສດເຫຼືອ ແລະ ກອງຂີ້ເຫຍື້ອ ແລະ ບໍ່ຄືພວກເຈົ້າ ເຮົາບໍ່ໄດ້ເຮັດພາລະກິດຕໍ່ພວກເຈົ້າເພື່ອຮັບຄວາມນິຍົມຊົມຊອບ ແຕ່ຍ້ອນມີຄວາມຈໍາເປັນຕ້ອງເຮັດພາລະກິດ. ຖ້າພວກເຈົ້າຍັງສືບຕໍ່ກະບົດແບບນີ້, ເຮົາຈະຢຸດພາລະກິດຂອງເຮົາ ແລະ ຈະບໍ່ເຮັດພາລະກິດຕໍ່ພວດເຈົ້າອີກ; ໃນທາງກົງກັນຂ້າມ, ເຮົາຈະໂອນພາລະກິດຂອງເຮົາໃຫ້ກັບກຸ່ມອື່ນທີ່ເຮັດໃຫ້ເຮົາພໍໃຈ ແລະ ດ້ວຍວິທີນີ້ ກໍຈະປະຖິ້ມພວກເຈົ້າຕະຫຼອດໄປ ເພາະວ່າເຮົາບໍ່ເຕັມໃຈເຝົ້າເບິ່ງຜູ້ຄົນທີ່ເປັນປໍລະປັກກັບເຮົາ. ສະນັ້ນ, ພວກເຈົ້າປາດຖະໜາທີ່ຈະຢູ່ຮ່ວມກັນກັບເຮົາ ຫຼື ເປັນປໍລະປັກກັບເຮົາ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ
124. ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົບບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າ ເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງໂອກາດທີ່ເສຍໄປ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ ທີ່ເຮົາບໍ່ຍຸຕິທໍາຕໍ່ມະນຸດຂະໜາດນັ້ນ? ເຮົາເຮັດໃຫ້ມັນເປັນວຽກຂອງເຮົາບໍ ເພື່ອຊອກຫາຂໍ້ບົກຜ່ອງໃນຕົວເຈົ້າ? ເຖິງວ່າ ບັນຫາດ້ານຄວາມຄິດຂອງເຈົ້າອາດບໍ່ຮ້າຍແຮງຕາມທີ່ເຮົາໄດ້ພັນລະນາ ແຕ່ຜ່ານຄວາມສະຫງົບພາຍນອກຂອງເຈົ້າ, ເຈົ້າໄດ້ແຕ້ມຮູບພາບຂອງໂລກພາຍໃນຂອງເຈົ້າແຕ່ດົນນານແລ້ວ. ບໍ່ຈໍາເປັນຕ້ອງໃຫ້ເຮົາບອກເຈົ້າວ່າ ສິ່ງດຽວທີ່ເຊື່ອງຢູ່ໃນສ່ວນເລິກຂອງຫົວໃຈເຈົ້າແມ່ນຄໍາປະນາມທີ່ຮ້າຍແຮງ ແລະ ຮ່ອງຮອຍບາງຢ່າງຂອງຄວາມໂສກເສົ້າທີ່ຄົນອື່ນເກືອບບໍ່ສາມາດແຍກແຍະອອກໄດ້. ຍ້ອນເຈົ້າຮູ້ສຶກວ່າ ມັນບໍ່ຍຸຕິທໍາຫຼາຍທີ່ຈະທົນທຸກກັບການທົດລອງດັ່ງກ່າວ ເຈົ້າຈຶ່ງສາບແຊ່ງ; ແລະ ຍ້ອນການທົດລອງເຫຼົ່ານີ້ເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມໂດດດ່ຽວຂອງໂລກ ເຈົ້າຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. ເຈົ້າບໍ່ພຽງແຕ່ບໍ່ເບິ່ງການໂຈມຕີ ແລະ ການກະທໍາທາງວິໄນເຫຼົ່ານີ້ຊໍ້າແລ້ວຊໍ້າອີກວ່າ ເປັນການປົກປ້ອງທີ່ດີທີ່ສຸດ, ເຈົ້າຍັງເຫັນສິ່ງເຫຼົ່ານັ້ນເປັນການສ້າງຄວາມວຸ້ນວາຍຢ່າງໄຮ້ຄວາມຄິດຂອງສະຫວັນ ຫຼື ບໍ່ດັ່ງນັ້ນ ກໍເປັນຜົນກໍາສະໜອງທີ່ເໝາະສົມສໍາລັບເຈົ້າ. ເຈົ້າຈັ່ງແມ່ນໂງ່ຈ້າຫຼາຍ! ເຈົ້າຈໍາກັດຂອບເຂດເວລາທີ່ດີໄວ້ຢູ່ໃນຄວາມມືດຢ່າງໄຮ້ຄວາມເມດຕາ; ເຈົ້າເຫັນການທົດລອງ ແລະ ການກະທໍາທາງວິໄນທີ່ມະຫັດສະຈັນເປັນການໂຈມຕີຈາກສັດຕູຂອງເຈົ້າຢ່າງຊໍ້າແລ້ວຊໍ້າອີກ. ເຈົ້າບໍ່ຮູ້ຈັກວິທີປັບຕົວເຂົ້າກັບສະພາບແວດລ້ອມຂອງເຈົ້າ ແລະ ເຈົ້າເຖິງກັບບໍ່ເຕັມໃຈທີ່ຈະພະຍາຍາມເຮັດເຊັ່ນນັ້ນ ເພາະວ່າ ສໍາລັບເຈົ້າແລ້ວ ເຈົ້າບໍ່ເຕັມໃຈທີ່ຈະຮັບເອົາສິ່ງໃດໆຈາກການຂ້ຽນຕີທີ່ໂຫດຮ້າຍ ແລະ ຕະຫຼອດເວລານີ້. ເຈົ້າບໍ່ພະຍາຍາມຊອກຫາ ຫຼື ສໍາຫຼວດຫາ ແລະ ພຽງແຕ່ຍອມຮັບຊະຕາກໍາຂອງຕົວເອງ ແລະ ຍອມໄປບ່ອນໃດກໍຕາມທີ່ມັນນໍາພາເຈົ້າໄປ. ສິ່ງທີ່ເຈົ້າອາດເບິ່ງຄືກັບວ່າ ເປັນການກະທໍາຈາກການຂ້ຽນຕີທີ່ປ່າເຖື່ອນແມ່ນບໍ່ໄດ້ປ່ຽນແປງຫົວໃຈຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນບໍ່ໄດ້ຄວບຄຸມຫົວໃຈຂອງເຈົ້າ; ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນແທງຫົວໃຈຂອງເຈົ້າ. ເຈົ້າເຫັນ “ການຂ້ຽນຕີທີ່ໂຫດຮ້າຍ” ນີ້ເປັນພຽງສັດຕູໃນຊີວິດນີ້ເທົ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ໄດ້ຮັບຫຍັງເລີຍ. ເຈົ້າຄິດວ່າຕົວເອງເປັນຝ່າຍຖືກທີ່ສຸດ! ມີໜ້ອຍຄັ້ງທີ່ເຈົ້າເຊື່ອວ່າ ເຈົ້າທົນທຸກກັບການທົດລອງດັ່ງກ່າວຍ້ອນການໝິ່ນປະມາດຂອງຕົວເຈົ້າເອງ; ກົງກັນຂ້າມ, ເຈົ້າຖືວ່າ ຕົວເອງໂຊກຮ້າຍ ເຊິ່ງຍິ່ງໄປກວ່ານັ້ນ ກໍເວົ້າວ່າ ເຮົາຊອກຫາຈັບຜິດເຈົ້າຕະຫຼອດ. ແລ້ວຕອນນີ້ ສິ່ງຕ່າງໆກໍໄດ້ມາຮອດທາງຜ່ານນີ້ແລ້ວ, ເຈົ້າຮູ້ຈັກສິ່ງທີ່ເຮົາກ່າວ ແລະ ປະຕິບັດແທ້ຫຼາຍຊໍ່າໃດ? ຈົ່ງຢ່າຄິດວ່າ ເຈົ້າແມ່ນອັດສະລິຍະຕັ້ງແຕ່ເກີດ ທີ່ຕໍ່າກວ່າສະຫວັນໜ້ອຍໜຶ່ງ ແຕ່ສູງກວ່າແຜ່ນດິນໂລກຫຼາຍ. ເຈົ້າບໍ່ໄດ້ສະຫຼາດໄປກວ່າຄົນອື່ນ ແລະ ສາມາດເວົ້າໄດ້ວ່າ ມັນເປັນພຽງສິ່ງທີ່ໜ້າຮັກເທົ່ານັ້ນ ທີ່ເຈົ້າບ້າຫຼາຍສໍ່າໃດໄປກວ່າຄົນຢູ່ເທິງແຜ່ນດິນໂລກທີ່ມີເຫດຜົນ ເພາະວ່າ ເຈົ້າຄິດວ່າ ຕົວເອງສູງສົ່ງຫຼາຍ ແລະ ບໍ່ເຄີຍມີຄວາມຮູ້ສຶກດ້ອຍ ຄືກັບວ່າ ເຈົ້າສາມາດເຫັນທະລຸການກະທໍາຂອງເຮົາຢ່າງລາຍລະອຽດທີ່ສຸດ. ທີ່ຈິງແລ້ວ, ເຈົ້າແມ່ນຄົນທີ່ຂາດເຫດຜົນຫຼາຍ ຍ້ອນວ່າ ເຈົ້າບໍ່ມີຄວາມຄິດ ກ່ຽວກັບສິ່ງທີ່ເຮົາຕ້ອງການປະຕິບັດ ແລະ ເຈົ້າເຖິງກັບບໍ່ຮູ້ສຶກເຖິງສິ່ງທີ່ເຮົາກໍາລັງປະຕິບັດໃນຕອນນີ້. ສະນັ້ນ ເຮົາຈຶ່ງກ່າວວ່າ ເຈົ້າແມ່ນບໍ່ສາມາດປຽບທຽບແມ່ນແຕ່ກັບຊາວນາເຖົ້າ ທີ່ເຮັດວຽກໜັກ, ເຊິ່ງເປັນຊາວນາທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດແມ່ນແຕ່ໜ້ອຍດຽວ ແຕ່ຍັງມອບຄວາມໄວ້ວາງໃຈທັງໝົດຂອງລາວໄວ້ກັບພອນຂອງສະຫວັນ ໃນຂະນະທີ່ລາວປູກຝັງຢູ່ໃນດິນ. ເຈົ້າບໍ່ຄິດກ່ຽວກັບຊີວິດຂອງເຈົ້າເລີຍ, ເຈົ້າບໍ່ຮູ້ຈັກສິ່ງທີ່ມີຊື່ສຽງ ແລ້ວແຮງໄກທີ່ເຈົ້າຈະມີຄວາມຮູ້ກ່ຽວກັບຕົວເອງ. ເຈົ້າຈັ່ງແມ່ນ “ເໜືອທຸກສິ່ງ”!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?
125. ບາງຄົນປະດັບຕົນເອງຢ່າງສວຍງາມ, ແຕ່ໃນທາງຜິວເຜີນ: ເອື້ອຍນ້ອງປະດັບຕົນເອງຢ່າງສວຍງາມດັ່ງດອກໄມ້ ແລະ ອ້າຍນ້ອງກໍນຸ່ງເຄື່ອງຄືກັບເຈົ້າຊາຍ ຫຼື ຊາຍໜຸ່ມເຈົ້າຊູ້ທີ່ລໍ້າລວຍ. ພວກເຂົາພຽງແຕ່ໃສ່ໃຈໃນສິ່ງພາຍນອກ ເຊັ່ນ: ສິ່ງທີ່ພວກເຂົາກິນ ແລະ ນຸ່ງ; ຢູ່ພາຍໃນ, ພວກເຂົາຂາດແຄນ ແລະ ບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືຄວາມໝາຍໃນສິ່ງນີ້? ແລ້ວກໍຍັງ ມີບາງຄົນທີ່ນຸ່ງຄືກັບຄົນຂໍທານທີ່ຍາກຈົນ, ພວກເຂົາເບິ່ງຄືກັບທາດຈາກອາຊີຕາເວັນອອກແທ້ໆ! ພວກເຈົ້າບໍ່ເຂົ້າໃຈບໍວ່າເຮົາຮຽກຮ້ອງຫຍັງຈາກພວກເຈົ້າກັນແທ້? ໃຫ້ສົນທະນາທ່າມກາງພວກເຈົ້າເອງເບິ່ງວ່າ: ພວກເຈົ້າໄດ້ຮັບຫຍັງກັນແທ້? ພວກເຈົ້າເຊື່ອໃນພຣະເຈົ້າຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ນີ້ຄືທຸກສິ່ງທີ່ພວກເຈົ້າໄດ້ເກັບກ່ຽວ, ພວກເຈົ້າບໍ່ອາຍບໍ? ພວກເຈົ້າບໍ່ອັບອາຍບໍ? ພວກເຈົ້າໄດ້ສະແຫວງຫາຫົນທາງທີ່ແທ້ຈິງຕະຫຼອດເວລາຫຼາຍປີເຫຼົ່ານີ້, ແຕ່ໃນປັດຈຸບັນ ວຸດທິພາວະຂອງພວກເຈົ້າກໍຍັງຕໍ່າກວ່າວຸດທິພາວະຂອງນົກຈອກ! ໃຫ້ເບິ່ງຍິງສາວທີ່ຢູ່ທ່າມກາງພວກເຈົ້າ, ສວຍງາມຄືກັບຮູບພາບທີ່ຢູ່ໃນເຄື່ອງນຸ່ງ ແລະ ເຄື່ອງສຳອາງຂອງພວກເຈົ້າ, ປຽບທຽບຕົນເອງໃສ່ອີກດ້ານໜຶ່ງ, ແລ້ວພວກເຈົ້າປຽບທຽບຫຍັງ? ຄວາມພໍໃຈຂອງພວກເຈົ້າບໍ? ຄວາມຕ້ອງການຂອງພວກເຈົ້າບໍ? ພວກເຈົ້າຄິດວ່າເຮົາໄດ້ມາເພື່ອຄັດເລືອກເອົານາງແບບບໍ? ພວກເຈົ້າຊ່າງບໍ່ມີຄວາມລະອາຍໃຈ! ຊີວິດຂອງພວກເຈົ້າຢູ່ໃສ? ສິ່ງທີ່ພວກເຈົ້າສະແຫວງຫາບໍ່ແມ່ນເປັນພຽງຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຈົ້າເອງບໍ? ເຈົ້າຄິດວ່າເຈົ້າງາມຫຼາຍ, ແຕ່ເຖິງແມ່ນເຈົ້າອາດນຸ່ງເຄື່ອງໃນທຸກລັກສະນະທີ່ສວຍງາມ, ໃນຄວາມເປັນຈິງແລ້ວ ເຈົ້າບໍ່ແມ່ນເປັນພຽງໜອນດີ້ນກະດຸກກະດິກທີ່ເກີດໃນກອງຂີ້ສັດບໍ? ມື້ນີ້, ເຈົ້າໂຊກດີທີ່ໄດ້ຮັບພອນຈາກສະຫວັນເຫຼົ່ານີ້ ບໍ່ແມ່ນຍ້ອນໃບໜ້າທີ່ສວຍງາມຂອງເຈົ້າ, ແຕ່ຍ້ອນພຣະເຈົ້າໄດ້ເຮັດການຍົກເວັ້ນໂດຍຍົກເຈົ້າຂຶ້ນ. ມັນຍັງບໍ່ຊັດເຈນຕໍ່ເຈົ້າບໍວ່າ ເຈົ້າມາຈາກໃສ? ເມື່ອເວົ້າເຖິງຊີວິດ, ເຈົ້າອັດປາກຂອງເຈົ້າ ແລະ ບໍ່ເວົ້າຫຍັງເລີຍ, ໂງ່ຈ້າຄືກັບຮູບປັ້ນ, ແຕ່ເຈົ້າກໍຍັງໜ້າດ້ານແຕ່ງຕົວເອງ! ເຈົ້າຍັງມັກໃຊ້ແປງ ແລະ ທາແປ້ງໃສ່ໃບໜ້າຂອງເຈົ້າ! ແລ້ວໃຫ້ເບິ່ງຊາຍເຈົ້າຊູ້ທີ່ຢູ່ທ່າມກາງພວກເຈົ້າ, ຜູ້ຊາຍດື້ດ້ານທີ່ໃຊ້ເວລາໝົດມື້ເພື່ອຍ່າງໄປມາຢ່າງບໍ່ມີລະບົບລະບຽບ ພ້ອມກັບສີໜ້າເສີຍເມີຍໃນໃບໜ້າຂອງພວກເຂົາ. ນີ້ແມ່ນວິທີທີ່ບຸກຄົນໃດໜຶ່ງຄວນປະພຶດບໍ? ແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ບໍ່ວ່າຈະເປັນຜູ້ຊາຍ ຫຼື ແມ່ຍິງ ພວກເຈົ້າໄດ້ອຸທິດຄວາມໃສ່ໃຈກັບຫຍັງໝົດມື້? ພວກເຈົ້າຮູ້ບໍວ່າພວກເຈົ້າເພິ່ງພາໃຜເພື່ອລ້ຽງຕົນເອງ? ຈົ່ງເບິ່ງທີ່ການນຸ່ງຖືຂອງເຈົ້າ, ເບິ່ງສິ່ງທີ່ເຈົ້າໄດ້ເກັບກ່ຽວໃນມືຂອງເຈົ້າ, ລູບທ້ອງຂອງເຈົ້າ, ເຈົ້າໄດ້ກຳໄລຫຍັງຈາກລາຄາຂອງເລືອດ ແລະ ເຫື່ອແຮງທີ່ເຈົ້າໄດ້ຈ່າຍໃນຕະຫຼອດເວລາຫຼາຍປີແຫ່ງຄວາມເຊື່ອແບບນີ້? ເຈົ້າຍັງຄິດທີ່ຈະໄປທ່ຽວຊົມ, ເຈົ້າຍັງຄິດທີ່ຈະປະດັບປະດາເນື້ອໜັງທີ່ເໝັນເນົ່າຂອງເຈົ້າ, ນັ້ນຄືການສະແຫວງຫາທີ່ໄຮ້ຄ່າ! ເຈົ້າຖືກຮຽກຮ້ອງໃຫ້ເປັນບຸກຄົນທີ່ປົກກະຕິ, ແຕ່ບັດນີ້ ເຈົ້າບໍ່ພຽງແຕ່ຜິດປົກກະຕິ, ເຈົ້າຍັງວິປະລິດອີກດ້ວຍ. ບຸກຄົນເຊັ່ນນັ້ນຈະໜ້າດ້ານມາຢູ່ຕໍ່ໜ້າເຮົາໄດ້ແນວໃດ? ດ້ວຍຄວາມເປັນມະນຸດເຊັ່ນນີ້, ເດີນຂະບວນແຫ່ສະເໜ່ຂອງເຈົ້າ ແລະ ໂອ້ອວດເນື້ອໜັງຂອງເຈົ້າ, ດຳລົງຊີວິດຢູ່ພາຍໃນຕັນຫາແຫ່ງເນື້ອໜັງຢູ່ສະເໝີ, ເຈົ້າບໍ່ແມ່ນເຊື້ອສາຍຂອງມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍບໍ? ເຮົາຈະບໍ່ຍອມໃຫ້ມານຮ້າຍທີ່ສົກກະປົກດັ່ງກ່າວຍັງຄົງມີຊີວິດຢູ່ໄດ້ດົນ! ແລ້ວຢ່າຄິດວ່າເຮົາບໍ່ຮູ້ສິ່ງທີ່ເຈົ້າຄິດຢູ່ໃນໃຈຂອງເຈົ້າ. ເຈົ້າອາດຮັກສາຕັນຫາຂອງເຈົ້າ ແລະ ເນື້ອໜັງຂອງເຈົ້າໄວ້ພາຍໃຕ້ການຄວບຄຸມຢ່າງເຄັ່ງຄັດ, ແຕ່ເຮົາຈະບໍ່ສາມາດຮູ້ຈັກເຖິງຄວາມຄິດທີ່ເຈົ້າມີຢູ່ໃນໃຈຂອງເຈົ້າໄດ້ແນວໃດ? ເຮົາຈະບໍ່ສາມາດຮູ້ຈັກທຸກສິ່ງທີ່ຕາຂອງເຈົ້າປາຖະໜາໄດ້ແນວໃດ? ພວກເຈົ້າຍິງສາວທັງຫຼາຍບໍ່ໄດ້ເຮັດໃຫ້ຕົນເອງສວຍງາມແບບນັ້ນເພື່ອເດີນຂະບວນແຫ່ເນື້ອໜັງຂອງພວກເຈົ້າບໍ? ຜູ້ຊາຍມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາສາມາດຊ່ວຍເຫຼືອພວກເຈົ້າຈາກທະເລແຫ່ງຄວາມເຈັບປວດແທ້ບໍ? ສຳລັບບັນດາຊາຍເຈົ້າຊູ້ທັງຫຼາຍ, ພວກເຈົ້າທຸກຄົນນຸ່ງເຄື່ອງເພື່ອເຮັດໃຫ້ຕົນເອງເບິ່ງຄືເປັນສຸພາບບຸລຸດ ແລະ ໂດດເດັ່ນ, ແຕ່ນີ້ບໍ່ແມ່ນຍຸດທະວິທີທີ່ຖືກອອກແບບມາເພື່ອນໍາຄວາມສົນໃຈມາສູ່ຮູບລັກສະນະທີ່ມີສະເໜ່ຂອງເຈົ້າບໍ? ພວກເຈົ້າເຮັດສິ່ງນີ້ເພື່ອຜູ້ໃດ? ແມ່ຍິງມີຜົນປະໂຫຍດຫຍັງຕໍ່ພວກເຈົ້າ? ພວກເຂົາບໍ່ແມ່ນແຫຼ່ງທີ່ມາຂອງຄວາມຜິດບາບຂອງພວກເຈົ້າບໍ? ພວກເຈົ້າ ທີ່ເປັນຜູ້ຊາຍ ແລະ ແມ່ຍິງເອີຍ, ເຮົາໄດ້ກ່າວພຣະທຳຫຼາຍຂໍ້ຕໍ່ພວກເຈົ້າ, ແຕ່ພວກເຈົ້າກໍພຽງແຕ່ປະຕິບັດຕາມພຣະທຳສອງສາມຂໍ້ເທົ່ານັ້ນ. ຫູຂອງພວກເຈົ້າຍາກທີ່ຈະໄດ້ຍິນ, ຕາຂອງພວກເຈົ້າເລີ່ມມົວ ແລະ ຫົວໃຈຂອງພວກເຈົ້າກໍແຂງຈົນເຖິງຈຸດທີ່ບໍ່ມີຫຍັງ ນອກຈາກຕັນຫາຢູ່ໃນຮ່າງກາຍຂອງພວກເຈົ້າ, ຈົນພວກເຈົ້າຕິດກັບດັກມັນ, ບໍ່ສາມາດຫຼົບໜີໄດ້. ຜູ້ໃດຕ້ອງການໄປໃກ້ພວກເຈົ້າທີ່ເປັນໜອນ, ພວກເຈົ້າທີ່ດີ້ນກະດຸກກະດິກໃນຄວາມສົກກະປົກ ແລະ ເປື້ອນເປິ? ຢ່າລືມວ່າພວກເຈົ້າບໍ່ໄດ້ເປັນຫຍັງຫຼາຍໄປກວ່າຄົນທີ່ເຮົາຍົກມາຈາກກອງຂີ້ສັດ, ໂດຍດັ່ງເດີມແລ້ວ ພວກເຈົ້າບໍ່ມີຄວາມເປັນມະນຸດປົກກະຕິ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າກໍຄືຄວາມເປັນມະນຸດປົກກະຕິ ທີ່ພວກເຈົ້າບໍ່ມີໃນຕົ້ນເດີມ, ບໍ່ແມ່ນໃຫ້ພວກເຈົ້າເດີນຂະບວນແຫ່ຕັນຫາຂອງພວກເຈົ້າ ຫຼື ໃຫ້ອິດສະຫຼະໃນການສະແດງເນື້ອໜັງທີ່ເໝັນເນົ່າຂອງພວກເຈົ້າ ເຊິ່ງຖືກຝຶກຝົນໂດຍມານຮ້າຍເປັນເວລາຫຼາຍປີ. ເມື່ອພວກເຈົ້າແຕ່ງຕົວແບບນັ້ນ, ພວກເຈົ້າບໍ່ຢ້ານບໍວ່າ ພວກເຈົ້າຈະຕິດກັບດັກຮ້າຍແຮງຍິ່ງຂຶ້ນ? ພວກເຈົ້າບໍ່ຮູ້ບໍວ່າ ໂດຍຕົ້ນເດີມແລ້ວ ພວກເຈົ້າແມ່ນເປັນຂອງຜິດບາບ? ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າເຕັມໄປດ້ວຍຕັນຫາຈົນມັນເຖິງກັບໄຫຼຊຶມອອກຈາກເຄື່ອງນຸ່ງຂອງພວກເຈົ້າ, ເປີດເຜີຍສະພາວະຂອງພວກເຈົ້າວ່າເປັນມານຮ້າຍທີ່ຂີ້ຮ້າຍ ແລະ ສົກກະປົກຢ່າງເຫຼືອທົນ? ມັນບໍ່ແມ່ນໃນກໍລະນີທີ່ພວກເຈົ້າຮູ້ຈັກສິ່ງນີ້ຢ່າງຊັດເຈນກວ່າຄົນອື່ນບໍ? ຫົວໃຈຂອງພວກເຈົ້າ, ຕາຂອງພວກເຈົ້າ, ຮີມສົບຂອງພວກເຈົ້າ, ພວກມັນທັງໝົດບໍ່ໄດ້ຖືກເຮັດໃຫ້ເປິເປື້ອນໂດຍມານຮ້າຍທີ່ສົກກະປົກບໍ? ສ່ວນເຫຼົ່ານີ້ຂອງພວກເຈົ້າບໍ່ໄດ້ສົກກະປົກບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າບໍ່ປະພຶດ, ແລ້ວເຈົ້າບໍລິສຸດທີ່ສຸດບໍ? ເຈົ້າຄິດວ່າການນຸ່ງເສື້ອຜ້າທີ່ສວຍງາມຈະສາມາດປົກປິດຈິດວິນຍານທີ່ຊົ່ວຊ້າຂອງພວກເຈົ້າບໍ? ສິ່ງນັ້ນຈະບໍ່ເກີດຜົນ! ເຮົາແນະນໍາພວກເຈົ້າໃຫ້ເປັນຈິງຫຼາຍຂຶ້ນ: ຢ່າສໍ້ໂກງ ແລະ ທຳທ່າເຮັດ ແລະ ຢ່າແຫ່ຂະບວນຕົນເອງ. ພວກເຈົ້າໂອ້ອວດຕັນຫາຂອງພວກເຈົ້າຕໍ່ກັນເອງ, ແຕ່ສິ່ງທີ່ພວກເຈົ້າຈະໄດ້ຮັບເປັນການຕອບແທນກໍຄືການທົນທຸກຕະຫຼອດໄປ ແລະ ການຂ້ຽນຕີທີ່ໄຮ້ປານີເທົ່ານັ້ນ! ພວກເຈົ້າມີຄວາມຈຳເປັນຫຍັງທີ່ຈະສົ່ງສາຍຕາໃຫ້ກັນເອງ ແລະ ໝົກມຸ້ນຢູ່ກັບຄວາມຮັກ? ນີ້ແມ່ນການວັດແທກຄວາມຊື່ສັດຂອງພວກເຈົ້າ ແລະ ຂອບເຂດຄວາມທ່ຽງທໍາຂອງພວກເຈົ້າບໍ? ເຮົາກຽດຊັງບັນດາຜູ້ຄົນໃນທ່າມກາງພວກເຈົ້າທີ່ມີສ່ວນຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ເຮົາກຽດຊັງຊາຍໜຸ່ມ ແລະ ຍິງໜຸ່ມໃນບັນດາພວກເຈົ້າທີ່ຮັກເນື້ອໜັງຂອງພວກເຂົາເອງ. ພວກເຈົ້າຄວນຈະຢັບຢັ້ງຕົນເອງ, ຍ້ອນບັດນີ້ ພວກເຈົ້າຖືກຮຽກຮ້ອງໃຫ້ມີຄວາມເປັນມະນຸດທີ່ປົກກະຕິ ແລະ ພວກເຈົ້າບໍ່ໄດ້ຮັບອະນຸຍາດໃຫ້ໂອ້ອວດຕັນຫາຂອງພວກເຈົ້າ, ແຕ່ພວກເຈົ້າກໍໃຊ້ທຸກໂອກາດທີ່ພວກເຈົ້າສາມາດໃຊ້ໄດ້, ຍ້ອນເນື້ອໜັງຂອງພວກເຈົ້າອຸດົມສົມບູນເກີນໄປ ແລະ ຕັນຫາຂອງພວກເຈົ້າກໍມີຫຼາຍເກີນໄປ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)
126. ຄົນທີ່ຄິດເຖິງພຽງແຕ່ເນື້ອໜັງຂອງພວກເຂົາ ແລະ ຄົນທີ່ມັກຄວາມສະບາຍ; ຄົນທີ່ເບິ່ງຄືເຊື່ອ ແຕ່ບໍ່ໄດ້ເຊື່ອແທ້ໆ; ຄົນທີ່ເຂົ້າຮ່ວມໃນການເຮັດຢາ ແລະ ເວດມົນທີ່ຊົ່ວຮ້າຍ; ຄົນທີ່ຜິດສິນທໍາ, ໃຈແຕກ ແລະ ສົກກະປົກ; ຄົນທີ່ລັກເຄື່ອງຖວາຍແກ່ພຣະເຢໂຮວາ ແລະ ສິ່ງຂອງໆພຣະອົງ; ຄົນທີ່ຮັກການຕິດສິນບົນ; ຄົນທີ່ຝັນຢ່າງຂີ້ຄ້ານເຖິງການຂຶ້ນສູ່ສະຫວັນ; ຄົນທີ່ອວດດີ ແລະ ທະນົງຕົວ; ຄົນທີ່ພຽງແຕ່ພະຍາຍາມຫາຊື່ສຽງ ແລະ ໂຊກລາບສ່ວນຕົວ; ຄົນທີ່ເຜີຍແຜ່ຄຳເວົ້າທີ່ບໍ່ສຸພາບ; ຄົນທີ່ໝິ່ນປະໝາດພຣະເຈົ້າເອງ; ຄົນທີ່ບໍ່ເຮັດຫຍັງ ນອກຈາກຕັດສິນ ແລະ ກ່າວຮ້າຍພຣະເຈົ້າເອງ; ຄົນທີ່ກໍ່ຕັ້ງກຸ່ມພັກພວກ ແລະ ສະແຫວງຫາຄວາມເປັນເອກະລາດ; ຄົນທີ່ຍົກຍ້ອງຕົນເອງເໜືອພຣະເຈົ້າ; ຊາຍ ແລະ ຍິງໜຸ່ມ, ໄວກາງຄົນ ແລະ ໄວອາວຸໂສທີ່ໄຮ້ຄ່າ ຜູ້ເຊິ່ງຕິດກັບດັກໃນກິເລດຕັນຫາ; ຊາຍ ແລະ ຍິງທີ່ເພີດເພີນກັບຊື່ສຽງສ່ວນຕົວ ແລະ ໂຊກລາບ ແລະ ສະແຫວງຫາສະຖານະສ່ວນຕົວທ່າມກາງຄົນອື່ນໆ; ຄົນທີ່ບໍ່ສໍານຶກຜິດທີ່ຕິດກັບດັກຢູ່ໃນຄວາມຜິດບາບ, ພວກເຂົາທັງໝົດບໍ່ໄດ້ເກີນຄວາມລອດພົ້ນບໍ? ຄວາມຜິດສິນທໍາ, ຄວາມຜິດບາບ, ຢາທີ່ຊົ່ວຮ້າຍ, ເວດມົນ, ຄຳເວົ້າທີ່ຫຍາບຄາຍ ແລະ ຄຳເວົ້າບໍ່ສຸພາບລ້ວນແລ້ວແຕ່ກໍ່ການຈະລາຈົນທ່າມກາງພວກເຈົ້າ; ແລະ ຄວາມໄວ້ວາງໃຈ ແລະ ຄຳເວົ້າແຫ່ງຊີວິດແມ່ນຖືກຢຽບຢໍ່າໃນບັນດາພວກເຈົ້າ ແລະ ພາສາບໍລິສຸດໄດ້ຖືກເຮັກໃຫ້ເປິເປື້ອນໃນບັນດາພວກເຈົ້າ. ພວກເຈົ້າທີ່ເປັນຊາວຕ່າງຊາດ ທີ່ໃຄ່ໄປດ້ວຍຄວາມສົກກະປົກ ແລະ ຄວາມບໍ່ເຊື່ອຟັງ! ຜົນຕາມມາສຸດທ້າຍຂອງພວກເຈົ້າຈະແມ່ນຫຍັງ? ຄົນທີ່ຮັກເນື້ອໜັງ, ຜູ້ທີ່ປະຕິບັດເວດມົນຂອງເນື້ອໜັງ ແລະ ຜູ້ທີ່ຕິດກັບດັກໃນຄວາມຜິດບາບຈາກຕັນຫາຈະສາມາດໜ້າດ້ານສືບຕໍ່ດຳລົງຊີວິດໄດ້ແນວໃດ! ເຈົ້າບໍ່ຮູ້ຈັກບໍວ່າຜູ້ຄົນແບບພວກເຈົ້າແມ່ນໜອນທີ່ເກີນຄວາມລອດພົ້ນ? ເຈົ້າມີສິດຫຍັງທີ່ຈະຮຽກຮ້ອງນີ້ ແລະ ນັ້ນ? ຈົນເຖິງປັດຈຸບັນ, ບໍ່ໄດ້ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຄົນທີ່ບໍ່ຮັກຄວາມຈິງ ແລະ ພຽງແຕ່ຮັກເນື້ອໜັງ, ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ຄົນທີ່ບໍ່ຮັກຫົນທາງແຫ່ງຊີວິດ, ຄົນທີ່ບໍ່ຍົກຍ້ອງພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ, ຜູ້ທີ່ວາງອຸບາຍເພື່ອເຫັນແກ່ສະຖານະຂອງພວກເຂົາເອງ, ຜູ້ທີ່ຍົກຍໍຕົນເອງ, ພວກເຂົາບໍ່ໄດ້ເປັນຄືເກົ່າບໍ ແມ່ນແຕ່ໃນປັດຈຸບັນ? ແມ່ນຫຍັງຄືຄຸນຄ່າໃນການຊ່ວຍພວກເຂົາໃຫ້ລອດພົ້ນ? ບໍ່ວ່າເຈົ້າຈະສາມາດຖືກຊ່ວຍໃຫ້ລອດພົ້ນ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບວ່າຄວາມອາວຸໂສຂອງເຈົ້າມີຫຼາຍສໍ່າໃດ ຫຼື ເຈົ້າໄດ້ປະຕິບັດພາລະກິດຈັກປີແລ້ວ ແລະ ແຮງໄກທີ່ມັນຈະຂຶ້ນກັບວ່າເຈົ້າໄດ້ສ້າງຄວາມໜ້າເຊື່ອຖືຫຼາຍສໍ່າໃດ. ກົງກັນຂ້າມ ມັນຂຶ້ນກັບວ່າ ການສະແຫວງຫາຂອງເຈົ້າໄດ້ເກີດຜົນ ຫຼື ບໍ່. ເຈົ້າຄວນຮູ້ຈັກວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນແມ່ນ “ຕົ້ນໄມ້” ທີ່ອອກໝາກ, ບໍ່ແມ່ນຕົ້ນໄມ້ທີ່ມີໃບຂຽວງາມ ແລະ ເຕັມໄປດ້ວຍດອກ ແຕ່ບໍ່ໄດ້ເກີດໝາກຫຍັງເລີຍ. ເຖິງແມ່ນເຈົ້າໄດ້ໃຊ້ເວລາຫຼາຍປີເພື່ອພະເນຈອນຕາມທ້ອງຖະໜົນ, ມັນສຳຄັນຫຍັງ? ຄຳພະຍານຂອງເຈົ້າຢູ່ໃສ? ຄວາມເຄົາລົບຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນມີໜ້ອຍກວ່າຄວາມຮັກຂອງເຈົ້າທີ່ມີຕໍ່ຕົນເອງ ແລະ ຄວາມປາຖະໜາທີ່ເຕັມໄປດ້ວຍຕັນຫາຂອງເຈົ້າ, ບຸກຄົນປະເພດນີ້ບໍ່ແມ່ນຄົນທີ່ເສື່ອມຊາມບໍ? ພວກເຂົາຈະສາມາດເປັນຕົ້ນແບບ ແລະ ແບບຢ່າງສຳລັບຄວາມລອດພົ້ນໄດ້ແນວໃດ? ທຳມະຊາດຂອງເຈົ້າແມ່ນບໍ່ສາມາດແກ້ໄຂໄດ້, ເຈົ້າກະບົດເກີນໄປ, ເຈົ້າເກີນທີ່ຈະໄດ້ຮັບຄວາມລອດພົ້ນ! ຜູ້ຄົນດັ່ງກ່າວບໍ່ແມ່ນຄົນທີ່ຈະຖືກກຳຈັດບໍ? ເວລາທີ່ພາລະກິດຂອງເຮົາສຳເລັດບໍ່ແມ່ນເວລາແຫ່ງການມາເຖິງຂອງວັນສຸດທ້າຍຂອງເຈົ້າບໍ? ເຮົາໄດ້ປະຕິບັດພາລະກິດຫຼາຍຢ່າງ ແລະ ກ່າວພຣະທຳຫຼາຍຂໍ້ທ່າມກາງພວກເຈົ້າ, ມີຈັກຂໍ້ທີ່ໄດ້ເຂົ້າຫູຂອງພວກເຈົ້າແທ້ໆ? ມີຈັກຂໍ້ທີ່ພວກເຈົ້າໄດ້ເຊື່ອຟັງ? ເມື່ອພາລະກິດຂອງເຮົາສິ້ນສຸດລົງ, ນັ້ນຈະເປັນເວລາທີ່ເຈົ້າເຊົາຕໍ່ຕ້ານເຮົາ, ເວລາທີ່ເຈົ້າເຊົາຢືນຂັດຂວາງເຮົາ. ໃນເວລາທີ່ເຮົາປະຕິບັດພາລະກິດ, ພວກເຈົ້າກໍປະພຶດຕໍ່ຕ້ານເຮົາຢ່າງຕໍ່ເນື່ອງ; ພວກເຈົ້າບໍ່ເຄີຍປະຕິບັດຕາມພຣະທຳຂອງເຮົາຈັກເທື່ອ. ເຮົາປະຕິບັດພາລະກິດຂອງເຮົາ ແລະ ເຈົ້າປະຕິບັດ “ພາລະກິດ” ຂອງເຈົ້າເອງ, ສ້າງອານາຈັກນ້ອຍໆຂອງເຈົ້າເອງ. ພວກເຈົ້າບໍ່ໄດ້ເປັນຫຍັງເລີຍນອກຈາກກຸ່ມໝາໄນ ແລະ ໝາ, ເຮັດທຸກສິ່ງເພື່ອຕໍ່ຕ້ານເຮົາ! ເຈົ້າພະຍາຍາມຢູ່ສະເໝີທີ່ຈະນໍາເອົາຄົນທີ່ມອບຄວາມຮັກໃຫ້ເຈົ້າທັງໝົດເຂົ້າສູ່ອ້ອມກອດຂອງເຈົ້າ, ຄວາມເຄົາລົບນັບຖືຂອງເຈົ້າມີຢູ່ໃສ? ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ! ເຈົ້າບໍ່ມີຄວາມເຊື່ອຟັງ ຫຼື ຄວາມເຄົາລົບນັບຖື ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນຫຼອກລວງ ແລະ ໝິ່ນປະໝາດ! ຜູ້ຄົນດັ່ງກ່າວຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ບໍ? ຜູ້ຊາຍທີ່ຜິດສິນທຳ ແລະ ເຕັມໄປດ້ວຍຕັນຫາທາງເພດຕ້ອງການສະເໝີທີ່ຈະດຶງດູດໂສເພນີທີ່ຍົ້ວເຍົ້າມາຫາພວກເຂົາເພື່ອຄວາມສຸກຂອງພວກເຂົາເອງ. ເຮົາຈະບໍ່ຊ່ວຍມານຮ້າຍທີ່ຜິດສິນທຳທາງເພດແບບນັ້ນໃຫ້ລອດພົ້ນຢ່າງເດັດຂາດ. ເຮົາກຽດຊັງພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ຄວາມເຕັມໄປດ້ວຍຕັນຫາ ແລະ ຄວາມຍົ້ວຍວນຂອງພວກເຈົ້າຈະເຮັດໃຫ້ພວກເຈົ້າຈົມລົງສູ່ນະຮົກ. ພວກເຈົ້າມີຫຍັງໃຫ້ແກ້ຕົວບໍ່? ພວກເຈົ້າ ມານຮ້າຍທີ່ສົກກະປົກ ແລະ ວິນຍານທີ່ຊົ່ວຮ້າຍແມ່ນເປັນຕາລັງກຽດ! ພວກເຈົ້າເປັນຕາຂີ້ດຽດ! ຂີ້ເຫຍື້ອແບບນີ້ຈະຖືກຊ່ວຍໃຫ້ລອດພົ້ນໄດ້ແນວໃດ? ພວກເຂົາທີ່ຕິດກັບດັກໃນຄວາມຜິດບາບຈະຍັງສາມາດຖືກຊ່ວຍໃຫ້ລອດພົ້ນບໍ? ມື້ນີ້ ຄວາມຈິງນີ້, ຫົນທາງນີ້ ແລະ ຊີວິດນີ້ບໍ່ໄດ້ດຶງດູດໃຈພວກເຈົ້າ; ກົງກັນຂ້າມ ພວກເຈົ້າຖືກດຶງດູດຫາຄວາມຜິດບາບ; ຫາເງິນ; ຫາຖານະ, ຊື່ສຽງ ແລະ ຜົນປະໂຫຍດ; ຫາຄວາມສຸກທາງເນື້ອໜັງ; ຫາຄວາມເຈົ້າຊູ້ຂອງຜູ້ຊາຍ ແລະ ສະເໜ່ຂອງແມ່ຍິງ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະເຂົ້າສູ່ອານາຈັກຂອງເຮົາ? ພາບລັກຂອງພວກເຈົ້າເຖິງກັບຍິ່ງໃຫຍ່ກວ່າພຣະເຈົ້າ, ສະຖານະຂອງພວກເຈົ້າເຖິງກັບສູງສົ່ງກວ່າພຣະເຈົ້າ, ດ້ານກຽດຊື່ສຽງຂອງພວກເຈົ້າໃນທ່າມກາງມະນຸດແມ່ນບໍ່ຕ້ອງເວົ້າເຖິງ, ພວກເຈົ້າໄດ້ກາຍມາເປັນຮູບປັ້ນທີ່ຜູ້ຄົນບູຊາ. ເຈົ້າບໍ່ໄດ້ກາຍມາເປັນອັກຄະເທວະດາບໍ? ເມື່ອຜົນຕາມມາຂອງຜູ້ຄົນຖືກເປີດເຜີຍ ເຊິ່ງຍັງເປັນເວລາທີ່ພາລະກິດແຫ່ງຄວາມລອດພົ້ນໃກ້ຈະເຖິງຈຸດສິ້ນສຸດຂອງມັນ, ຫຼາຍຄົນໃນບັນດາພວກເຈົ້າຈະເປັນຊາກສົບທີ່ເກີນຄວາມລອດພົ້ນ ແລະ ຕ້ອງຖືກກຳຈັດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (7)
127. ມະນຸດແມ່ນຄົນຊົ່ວທີ່ບໍ່ມີຄ່າ ຍ້ອນພວກເຂົາບໍ່ໃຫ້ຄຸນຄ່າກັບຕົວເອງ. ຖ້າພວກເຂົາບໍ່ຮັກແມ່ນແຕ່ຕົວເອງ ແລະ ກົງກັນຂ້າມ ຢຽບຍໍ່າຕົວເອງ ແລ້ວນີ້ບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ມີຄ່າຂອງພວກເຂົາບໍ? ມະນຸດແມ່ນຄືກັນກັບຍິງຊົ່ວທີ່ຫຼິ້ນເກມກັບຕົວເອງ ແລະ ມອບຕົວເອງດ້ວຍຄວາມເຕັມໃຈໃຫ້ຄົນອື່ນລ່ວງເກີນ. ເຖິງດັ່ງນັ້ນ, ຜູ້ຄົນກໍຍັງບໍ່ຮູ້ວ່າ ພວກເຂົາຕໍ່າຕ້ອຍພຽງໃດ. ພວກເຂົາມີຄວາມສຸກໃນການເຮັດວຽກເພື່ອຜູ້ອື່ນ ຫຼື ໂອ້ລົມກັບຜູ້ອື່ນ ໂດຍເອົາຕົວເອງໄປຢູ່ພາຍໃຕ້ການຄວບຄຸມຂອງຜູ້ອື່ນ; ນີ້ບໍ່ແມ່ນຄວາມສົກກະປົກທີ່ແທ້ຈິງຂອງມະນຸດບໍ? ເຖິງແມ່ນວ່າ ເຮົາບໍ່ໄດ້ປະສົບກັບຊີວິດໃນທ່າມກາງມະນຸດ ແລະ ບໍ່ໄດ້ປະສົບກັບຊີວິດຂອງມະນຸດຢ່າງແທ້ຈິງ ແຕ່ເຮົາມີຄວາມເຂົ້າໃຈທີ່ຊັດເຈນຫຼາຍກ່ຽວກັບທຸກການເຄື່ອນໄຫວ, ທຸກການປະຕິບັດ, ທຸກຖ້ອຍຄໍາ ແລະ ທຸກການກະທໍາຂອງມະນຸດ. ເຮົາເຖິງກັບສາມາດເປີດໂປງຄວາມອັບອາຍທີ່ສຸດຂອງມະນຸດ ຈົນເຖິງຂັ້ນທີ່ພວກເຂົາບໍ່ກ້າທີ່ຈະເປີດເຜີຍການເຮັດຜິດຢ່າງລັບໆຂອງພວກເຂົາເອງ ຫຼື ຍອມຕໍ່ຕັນຫາຂອງພວກເຂົາ. ພວກເຂົາບໍ່ກ້າທີ່ຈະເປີດເຜີຍສະພາບທີ່ຂີ້ຮ້າຍຂອງພວກເຂົາອີກຕໍ່ໄປຄືກັນກັບຫອຍທີ່ຖອຍເຂົາເປືອກຂອງພວກມັນ. ຍ້ອນມະນຸດບໍ່ຮູ້ຈັກຕົວເອງ, ຂໍ້ຜິດພາດອັນໃຫຍ່ຫຼວງທີ່ສຸດຂອງພວກເຂົາຈຶ່ງແມ່ນຄວາມເຕັມໃຈທີ່ຈະອວດອ້າງສະເໜ່ຂອງພວກເຂົາຕໍ່ໜ້າຄົນອື່ນ ໂດຍອວດໃບໜ້າທີ່ຂີ້ຮ້າຍຂອງພວກເຂົາ; ນີ້ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ. ນີ້ກໍຍ້ອນວ່າ ຄວາມສໍາພັນລະຫວ່າງຜູ້ຄົນແມ່ນຜິດປົກກະຕິ ແລະ ຄວາມສໍາພັນລະຫວ່າງບຸກຄົນແບບປົກກະຕິຂອງຜູ້ຄົນກໍຂາດຫາຍໄປ, ແລ້ວນັບພາສາຫຍັງກັບຄວາມສໍາພັນແບບປົກກະຕິລະຫວ່າງພວກເຂົາ ແລະ ພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຕີຄວາມໝາຍຄວາມລຶກລັບແຫ່ງ “ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ”, ບົດທີ 14
128. ຈົນກວ່າຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ຮັບເອົາຄວາມຈິງ, ມັນຄືທຳມະຊາດຂອງຊາຕານທີ່ເຂົ້າຄວບຄຸມ ແລະ ມີອຳນາດເໜືອພວກເຂົາຈາກພາຍໃນ. ໂດຍສະເພາະແລ້ວ ທຳມະຊາດນັ້ນນໍາໄປສູ່ຫຍັງ? ຕົວຢ່າງເຊັ່ນ: ເປັນຫຍັງເຈົ້າຈຶ່ງເຫັນແກ່ຕົວ? ເປັນຫຍັງເຈົ້າຈຶ່ງປົກປ້ອງຕໍາແໜ່ງຂອງເຈົ້າເອງ? ເປັນຫຍັງຄວາມຮູ້ສຶກຂອງເຈົ້າຈຶ່ງແຮງກ້າຫຼາຍ? ເປັນຫຍັງເຈົ້າຈຶ່ງມັກສິ່ງທີ່ບໍ່ຊອບທຳເຫຼົ່ານັ້ນ? ເປັນຫຍັງເຈົ້າຈຶ່ງມັກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນ? ແມ່ນຫຍັງຄືພື້ນຖານທີ່ເຈົ້າມັກສິ່ງດັ່ງກ່າວ? ສິ່ງເຫຼົ່ານີ້ມາຈາກໃສ? ເປັນຫຍັງເຈົ້າຈຶ່ງມີຄວາມສຸກທີ່ຈະຍອມຮັບເອົາພວກມັນ? ຮອດຕອນນີ້, ພວກເຈົ້າທຸກຄົນກໍໄດ້ມາເຂົ້າໃຈວ່າ ເຫດຜົນຫຼັກໆທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ກໍຄືພວກມັນປະກອບມີພິດຂອງຊາຕານ. ແຕ່ສຳລັບພິດຂອງຊາຕານແມ່ນຫຍັງນັ້ນ, ມັນສາມາດຖືກສະແດງອອກດ້ວຍຄຳເວົ້າຢ່າງສົມບູນ. ຕົວຢ່າງເຊັ່ນ: ຖ້າເຈົ້າຖາມຜູ້ເຮັດຊົ່ວບາງຄົນວ່າເປັນຫຍັງພວກເຂົາຈຶ່ງເຮັດແບບນັ້ນ, ພວກເຂົາກໍຈະຕອບວ່າ “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ວະລີໜຶ່ງຢ່າງນີ້ສຳແດງເຖິງຮາກແທ້ຂອງບັນຫາ. ເຫດຜົນຂອງຊາຕານໄດ້ກາຍມາເປັນຊີວິດຂອງຜູ້ຄົນ. ພວກເຂົາອາດເຮັດສິ່ງຕ່າງໆສຳລັບຈຸດປະສົງນີ້ ຫຼື ຈຸດປະສົງນັ້ນ, ແຕ່ພວກເຂົາເຮັດມັນສຳລັບຕົນເອງເທົ່ານັ້ນ. ທຸກຄົນຄິດວ່າ ຍ້ອນມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ, ພວກເຂົາກໍຄວນມີຊີວິດຢູ່ເພື່ອພວກເຂົາເອງ, ເຮັດທຸກສິ່ງດ້ວຍອຳນາດຂອງພວກເຂົາເພື່ອຮັບປະກັນຕໍາແໜ່ງທີ່ດີ ແລະ ອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ພວກເຂົາຕ້ອງການ. “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, ນີ້ແມ່ນຊີວິດ ແລະ ປັດຊະຍາຂອງມະນຸດ ແລະ ມັນຍັງເປັນຕົວແທນໃຫ້ແກ່ທຳມະຊາດຂອງມະນຸດ. ຄຳຢືນຢັນນີ້ແມ່ນພິດຂອງຊາຕານແທ້ໆ ແລະ ເມື່ອຜູ້ຄົນໄດ້ຊຶມຊັບ, ມັນກໍກາຍມາເປັນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຊາຕານແມ່ນຖືກເປີດໂປງຜ່ານຄຳເວົ້າເຫຼົ່ານີ້; ພວກມັນເປັນຕົວແທນໃຫ້ກັບທຳມະຊາດນັ້ນຢ່າງສົມບູນ. ພິດນີ້ໄດ້ກາຍມາເປັນຊີວິດຂອງຜູ້ຄົນ ພ້ອມທັງເປັນພື້ນຖານການເປັນຢູ່ຂອງພວກເຂົາ ແລະ ມະນຸດຊາດທີ່ເສື່ອມຊາມໄດ້ຖືກຄອບງວໍາໂດຍພິດນີ້ຢ່າງສະໝໍ່າສະເໝີເປັນເວລາຫຼາຍພັນປີ. ທຸກສິ່ງທີ່ຊາຕານເຮັດແມ່ນເພື່ອຕົວມັນເອງ. ມັນປາຖະໜາທີ່ຈະຢູ່ເໜືອພຣະເຈົ້າ, ເປັນອິດສະຫຼະຈາກພຣະອົງ ແລະ ມີອຳນາດດ້ວຍຕົວມັນເອງ ແລະ ຄອບຄອງທຸກສິ່ງທີ່ພຣະເຈົ້າເນລະມິດສ້າງ. ສະນັ້ນ ທຳມະຊາດຂອງມະນຸດຈຶ່ງແມ່ນທຳມະຊາດຂອງຊາຕານ. ແທ້ຈິງແລ້ວ ຄຳຂວັນຂອງຫຼາຍຄົນສາມາດເປັນຕົວແທນ ແລະ ສະທ້ອນເຖິງທຳມະຊາດຂອງພວກເຂົາ. ໃນທຸກສິ່ງທີ່ພວກເຂົາເຮັດ ແລະ ໃນທຸກສິ່ງທີ່ພວກເຂົາເວົ້າ, ບໍ່ວ່າຜູ້ຄົນຈະພະຍາຍາມປິດບັງຕົນເອງແນວໃດກໍຕາມ, ພວກເຂົາບໍ່ສາມາດປິດບັງທຳມະຊາດຂອງພວກເຂົາໄດ້. ມີບາງຄົນທີ່ບໍ່ເຄີຍເວົ້າຄວາມຈິງ ແລະ ເກັ່ງໃນການທໍາທ່າ, ແຕ່ຫຼັງຈາກທີ່ຄົນອື່ນມີປະຕິກິລິຍາກັບພວກເຂົາເປັນຊ່ວງເວລາໃດໜຶ່ງ, ທຳມະຊາດທີ່ຫຼອກລວງຂອງພວກເຂົາ ແລະ ຄວາມບໍ່ຊື່ສັດທີ່ສຸດຂອງພວກເຂົາກໍຈະຖືກຄົ້ນພົບ. ໃນທີ່ສຸດ, ຄົນອື່ນຈະມາເຖິງຂໍ້ສະຫຼຸບບາງຢ່າງ: ຜູ້ຄົນເຫຼົ່ານີ້ບໍ່ເຄີຍກ່າວຄຳເວົ້າແຫ່ງຄວາມຈິງ ແລະ ເປັນຜູ້ຄົນທີ່ຫຼອກລວງ. ຄຳຢືນຢັນນີ້ເວົ້າຕໍ່ທຳມະຊາດຂອງພວກເຂົາ; ມັນຄືພາບປະກອບ ແລະ ຫຼັກຖານທີ່ດີທີ່ສຸດຂອງທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ປັດຊະຍາສຳລັບການດຳລົງຊີວິດຂອງພວກເຂົາຄືການບໍ່ບອກຄວາມຈິງແກ່ຜູ້ໃດຜູ້ໜຶ່ງ ແລະ ຍັງເປັນການບໍ່ເຊື່ອຜູ້ໃດຜູ້ໜຶ່ງ. ທຳມະຊາດແບບຊາຕານຂອງມະນຸດປະກອບມີປັດຊະຍາຈຳນວນຫຼວງຫຼາຍ. ບາງເທື່ອ ເຈົ້າເອງກໍເຖິງກັບບໍ່ຮູ້ຈັກກ່ຽວກັບສິ່ງນັ້ນ ແລະ ບໍ່ເຂົ້າໃຈມັນ, ແຕ່ທຸກຊ່ວງເວລາໃນຊີວິດຂອງເຈົ້າກໍອີງຕາມສິ່ງນັ້ນ. ຍິ່ງໄປກວ່ານັ້ນ, ເຈົ້າກໍຄິດວ່າ ປັດຊະຍານີ້ຂ້ອນຂ້າງຖືກຕ້ອງ, ສົມເຫດສົມຜົນ ແລະ ບໍ່ຜິດພາດ. ສິ່ງນີ້ກໍພຽງພໍເພື່ອສະແດງວ່າ ປັດຊະຍາຂອງຊາຕານໄດ້ກາຍມາເປັນທຳມະຊາດຂອງຜູ້ຄົນ ແລະ ພວກເຂົາກໍດຳລົງຊີວິດຕາມປັດຊະຍາຂອງຊາຕານຢ່າງສົມບູນ ແລະ ບໍ່ກະບົດຕໍ່ມັນແມ່ນແຕ່ໜ້ອຍດຽວ. ສະນັ້ນ ພວກເຂົາກຳລັງເປີດເຜີຍທຳມະຊາດແບບຊາຕານຢ່າງສະໝໍ່າສະເໝີ ແລະ ໃນທຸກດ້ານ ພວກເຂົາກໍດຳລົງຊີວິດໂດຍປັດຊະຍາຂອງຊາຕານຢ່າງສະໝໍ່າສະເໝີ. ທຳມະຊາດຂອງຊາຕານຄືຊີວິດຂອງມະນຸດ.
ພຣະທຳ, ເຫຼັ້ມທີ 3. ບົດບັນທຶກການສົນທະນາຂອງພຣະຄຣິດແຫ່ງຍຸກສຸດທ້າຍ. ວິທີຍ່າງໃນເສັ້ນທາງຂອງເປໂຕ
129. ທໍາມະຊາດຂອງມະນຸດແມ່ນຂ້ອນຂ້າງແຕກຕ່າງຈາກແກ່ນແທ້ຂອງເຮົາ, ຍ້ອນທໍາມະຊາດທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກຊາຕານທັງສິ້ນ; ທໍາມະຊາດຂອງມະນຸດແມ່ນຖືກຊາຕານຈັດການ ແລະ ເຮັດໃຫ້ເສື່ອມຊາມ. ນັ້ນກໍຄື ມະນຸດດຳລົງຊີວິດພາຍໃຕ້ອິດທິພົນຂອງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ. ມະນຸດບໍ່ໄດ້ເຕີບໃຫຍ່ຢູ່ໂລກແຫ່ງຄວາມຈິງ ຫຼື ສະພາບແວດລ້ອມທີ່ບໍລິສຸດ ແລະ ແຮງໄກທີ່ມະນຸດຈະດຳລົງຊີວິດໃນແສງສະຫວ່າງ. ດັ່ງນັ້ນ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຜູ້ໃດຜູ້ໜຶ່ງຈະມີຄວາມຈິງພາຍໃນທໍາມະຊາດຂອງພວກເຂົາຕັ້ງແຕ່ຊ່ວງເວລາທີ່ເກີດມາ ແລະ ແຮງໄກທີ່ຜູ້ໃດຜູ້ໜຶ່ງຈະເກີດມາພ້ອມກັບແກ່ນແທ້ທີ່ຢໍາເກງ ແລະ ເຊື່ອຟັງພຣະເຈົ້າ. ໃນທາງກົງກັນຂ້າມ ຜູ້ຄົນມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ມີຄວາມຮັກສຳລັບຄວາມຈິງ. ທໍາມະຊາດນີ້ແມ່ນບັນຫາທີ່ເຮົາຕ້ອງການສົນທະນາ ນັ້ນກໍຄື ການທໍລະຍົດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
130. ພຶດຕິກໍາທີ່ບໍ່ສາມາດເຊື່ອຟັງເຮົາຢ່າງແທ້ຈິງແມ່ນການທໍລະຍົດ. ພຶດຕິກໍາທີ່ບໍ່ສາມາດຈົງຮັກພັກດີຕໍ່ເຮົາແມ່ນການທໍລະຍົດ. ການຫຼອກລວງເຮົາ ແລະ ການໃຊ້ຄວາມຂີ້ຕົວະເພື່ອຫຼອກລວງເຮົາແມ່ນການທໍລະຍົດ. ການມີແນວຄິດຫຼາຍຢ່າງ ແລະ ການເຜີຍແຜ່ແນວຄິດເຫຼົ່ານັ້ນໄປທຸກບ່ອນແມ່ນການທໍລະຍົດ. ການບໍ່ສາມາດຢືນຢັດຄຳພະຍານ ແລະ ຜົນປະໂຫຍດຂອງເຮົາແມ່ນການທໍລະຍົດ. ການທໍາທ່າຍິ້ມແບບປອມໆໃນຫົວໃຈ ໃນເວລາທີ່ຢູ່ຫ່າງໄກເຮົາແມ່ນການທໍລະຍົດ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການກະທຳທີ່ທໍລະຍົດ ເຊິ່ງພວກເຈົ້າສາມາດເຮັດໄດ້ຢູ່ສະເໝີ ແລະ ພວກມັນກໍຍັງແມ່ນເລື່ອງທໍາມະດາໃນບັນດາພວກເຈົ້າ. ບໍ່ມີຜູ້ໃດໃນທ່າມກາງພວກເຈົ້າທີ່ຄິດວ່າສິ່ງນີ້ແມ່ນບັນຫາ, ແຕ່ນັ້ນບໍ່ແມ່ນສິ່ງທີ່ເຮົາຄິດ. ເຮົາບໍ່ສາມາດຖືເອົາການທີ່ບຸກຄົນໃດໜຶ່ງທໍລະຍົດເຮົາເປັນເລື່ອງທີ່ບໍ່ສຳຄັນ ແລະ ເຮົາບໍ່ສາມາດເມີນເສີຍກັບມັນໄດ້ຢ່າງແນ່ນອນ. ບັດນີ້ ເມື່ອເຮົາປະຕິບັດພາລະກິດໃນທ່າມກາງພວກເຈົ້າ, ພວກເຈົ້າກໍປະພຶດໃນລັກສະນະນີ້, ຖ້າມື້ໜຶ່ງມາເຖິງເມື່ອບໍ່ມີໃຜເຝົ້າເບິ່ງພວກເຈົ້າ, ພວກເຈົ້າຈະບໍ່ເປັນຄືກັບໂຈນທີ່ແຕ່ງຕັ້ງຕົນເອງເປັນກະສັດບໍ? ເມື່ອສິ່ງນັ້ນເກີດຂຶ້ນ ແລະ ພວກເຈົ້າໄດ້ສ້າງໄພພິບັດ, ຜູ້ໃດຈະຢູ່ທີ່ນັ້ນເພື່ອທຳຄວາມສະອາດຫຼັງຈາກພວກເຈົ້າ? ພວກເຈົ້າຄິດວ່າ ການກະທຳທີ່ທໍລະຍົດບາງຄັ້ງກໍເປັນພຽງແຕ່ເຫດການຊົ່ວຄາວເທົ່ານັ້ນ, ບໍ່ແມ່ນພຶດຕິກໍາຢ່າງຕໍ່ເນື່ອງຂອງພວກເຈົ້າ ແລະ ບໍ່ໄດ້ເກີດປະໂຫຍດຫຍັງຈາກການສົນທະນາດ້ວຍຄວາມຮຸນແຮງດັ່ງກ່າວ, ໃນລັກສະນະທີ່ທຳຮ້າຍຄວາມທະນົງຕົນຂອງພວກເຈົ້າ. ຖ້າພວກເຈົ້າຄິດແບບນັ້ນແທ້ໆ, ແລ້ວພວກເຈົ້າກໍຂາດຄວາມຮູ້ສຶກ. ການຄິດແບບນັ້ນເປັນຕົວຢ່າງ ແລະ ແມ່ພິມຂອງຄວາມກະບົດ. ທໍາມະຊາດຂອງມະນຸດແມ່ນຊີວິດຂອງເຂົາ; ມັນແມ່ນຫຼັກການທີ່ເຂົາເພິ່ງພາເພື່ອຢູ່ລອດ ແລະ ເຂົາບໍ່ສາມາດປ່ຽນແປງມັນໄດ້. ທຳມະຊາດແຫ່ງຄວາມທໍລະຍົດກໍຄືກັນ, ຖ້າເຈົ້າສາມາດເຮັດບາງຢ່າງເພື່ອທໍລະຍົດຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນ, ມັນກໍພິສູດວ່າ ມັນເປັນສ່ວນໜຶ່ງຂອງຊີວິດຂອງເຈົ້າ ແລະ ທໍາມະຊາດທີ່ເຈົ້າເກີດມາພ້ອມ. ນີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປະຕິເສດໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
131. ຜູ້ໃດກໍຕາມທີ່ສາມາດນໍາໃຊ້ຄໍາເວົ້າ ແລະ ການກະທໍາຂອງພວກເຂົາເອງ ເພື່ອສະແດງເຖິງໃບໜ້າທີ່ແທ້ຈິງຂອງພວກເຂົາ. ແນ່ນອນ ໃບໜ້າທີ່ແທ້ຈິງນີ້ແມ່ນທໍາມະຊາດຂອງພວກເຂົາ. ຖ້າເຈົ້າແມ່ນຄົນທີ່ເວົ້າໃນລັກສະນະທີ່ຫຼອກລວງ, ແລ້ວເຈົ້າກໍກະທຳໃນລັກສະນະທີ່ມີເລ່ຫຼ່ຽມ ແລະ ເຈົ້າເຮັດໃຫ້ມັນເປັນເລື່ອງງ່າຍຫຼາຍທີ່ຈະໃຫ້ຄົນອື່ນຖືກເຈົ້າຫຼອກລວງ. ຖ້າທໍາມະຊາດຂອງເຈົ້າຊົ່ວຮ້າຍ, ຄໍາເວົ້າຂອງເຈົ້າອາດຈະຟັງມ່ວນ, ແຕ່ການກະທໍາຂອງເຈົ້າບໍ່ສາມາດປິດບັງກົນລວງທີ່ຊົ່ວຮ້າຍຂອງເຈົ້າໄດ້. ຖ້າທໍາມະຊາດຂອງເຈົ້າຂີ້ຄ້ານ, ແລ້ວທຸກຢ່າງທີ່ເຈົ້າເວົ້າກໍຈະແມ່ນເພື່ອຫຼີກເວັ້ນຄວາມຮັບຜິດຊອບສຳລັບຄວາມເຮັດພໍເປັນພິທີ ແລະ ຄວາມຂີ້ຄ້ານຂອງເຈົ້າ ແລະ ການກະທໍາຂອງເຈົ້າຈະຊ້າ ແລະ ພໍເປັນພິທີ ແລະ ຂ້ອນຂ້າງເກັ່ງໃນການປິດບັງຄວາມຈິງ. ຖ້າທໍາມະຊາດຂອງເຈົ້າແມ່ນມີຄວາມເອົາໃຈໃສ່, ແລ້ວຄໍາເວົ້າຂອງເຈົ້າກໍຈະມີເຫດຜົນ ແລະ ການກະທໍາຂອງເຈົ້າກໍຍັງຈະສອດຄ່ອງກັບຄວາມຈິງເປັນຢ່າງດີເຊັ່ນກັນ. ຖ້າທໍາມະຊາດຂອງເຈົ້າຄືຄວາມຈົງຮັກພັກດີ, ແລ້ວຄໍາເວົ້າຂອງເຈົ້າຈິງໃຈຢ່າງແນ່ນອນ ແລະ ວິທີເຈົ້າເຮັດສິ່ງຕ່າງໆກໍມີເຫດຜົນ, ປາສະຈາກສິ່ງທີ່ອາດເຮັດໃຫ້ເຈົ້ານາຍຂອງເຈົ້າອຶດອັດ. ຖ້າທໍາມະຊາດຂອງເຈົ້າແມ່ນເຕັມໄປດ້ວຍຕັນຫາ ຫຼື ໂລບມາເພື່ອເງິນ, ແລ້ວຫົວໃຈຂອງເຈົ້າກໍມັກຈະເຕັມໄປດ້ວຍສິ່ງເຫຼົ່ານີ້ ແລະ ເຈົ້າຈະເຮັດການກະທຳທີ່ຜິດປົກກະຕິ ແລະ ໄຮ້ສິນທຳ ເຊິ່ງຜູ້ຄົນຈະບໍ່ລືມໄດ້ຢ່າງງ່າຍດາຍ ແລະ ຈະເຮັດໃຫ້ຜູ້ຄົນລັງກຽດ. ດັ່ງທີ່ເຮົາໄດ້ເວົ້າມາ, ຖ້າເຈົ້າມີທໍາມະຊາດຂອງການທໍລະຍົດ ແລ້ວເຈົ້າກໍສາມາດປົດປ່ອຍຕົນເອງອອກຈາກມັນໄດ້ຍາກ. ຢ່າໄວ້ໃຈໃນໂຊກສະຕາທີ່ວ່າ ຖ້າເຈົ້າບໍ່ໄດ້ຜິດຕໍ່ຄົນອື່ນ, ແລ້ວເຈົ້າກໍຈະບໍ່ມີທໍາມະຊາດຂອງການທໍລະຍົດ. ຖ້ານັ້ນແມ່ນສິ່ງທີ່ເຈົ້າຄິດ ແລ້ວເຈົ້າກໍເປັນຄົນທີ່ໜ້າລັງກຽດ. ພຣະທໍາທັງໝົດຂອງເຮົາໃນແຕ່ລະຄັ້ງທີ່ເຮົາໄດ້ກ່າວແມ່ນແນໃສ່ທຸກຄົນ, ບໍ່ແມ່ນພຽງແຕ່ໜຶ່ງຄົນ ຫຼື ຄົນປະເພດໃດໜຶ່ງ. ພຽງແຕ່ຍ້ອນເຈົ້າບໍ່ໄດ້ທໍລະຍົດເຮົາໃນເລື່ອງໜຶ່ງ ບໍ່ໄດ້ພິສູດວ່າ ເຈົ້າບໍ່ສາມາດທໍລະຍົດເຮົາໃນເລື່ອງອື່ນໄດ້. ໃນການສະແຫວງຫາຄວາມຈິງ, ບາງຄົນສູນເສຍຄວາມໝັ້ນໃຈຂອງພວກເຂົາ ໃນລະຫວ່າງຄວາມລົ້ມເຫຼວໃນການແຕ່ງດອງຂອງພວກເຂົາ. ບາງຄົນປະຖິ້ມພັນທະຂອງພວກເຂົາທີ່ຈະຈົງຮັກພັກດີຕໍ່ເຮົາໃນລະຫວ່າງທີ່ຄອບຄົວແຕກແຍກ. ບາງຄົນປະຖິ້ມເຮົາເພື່ອສະແຫວງຫາຊ່ວງເວລາແຫ່ງຄວາມສຸກ ແລະ ຄວາມຕື່ນເຕັ້ນ. ບາງຄົນຍອມຕົກຢູ່ໃນຮ່ອມພູທີ່ມືດແທນທີ່ຈະອາໄສຢູ່ໃນແສງສະຫວ່າງ ແລະ ຮັບຄວາມສຸກຈາກພາລະກິດຂອງພຣະວິນຍານບໍລິສຸດ. ບາງຄົນເມີນເສີຍຄໍາແນະນໍາຂອງໝູ່ເພື່ອນ ເພື່ອເຫັນແກ່ການຕອບສະໜອງຕັນຫາພວກເຂົາສໍາລັບຄວາມຮັ່ງມີ ແລະ ແມ່ນແຕ່ດຽວນີ້ກໍບໍ່ສາມາດຮັບຮູ້ເຖິງຄວາມຜິດພາດຂອງພວກເຂົາ ແລະ ປ່ຽງເສັ້ນທາງຂອງພວກເຂົາໄດ້. ບາງຄົນພຽງແຕ່ດໍາເນີນຊີວິດຊົ່ວຄາວພາຍໃຕ້ຊື່ຂອງເຮົາເທົ່ານັ້ນ ເພື່ອໄດ້ຮັບການປົກປ້ອງຈາກເຮົາ, ໃນຂະນະທີ່ຄົນອື່ນພຽງແຕ່ອຸທິດເລັກນ້ອຍຕໍ່ເຮົາພາຍໃຕ້ການຖືກບີບບັງຄັບ ຍ້ອນວ່າພວກເຂົາຍຶດຕິດກັບຊີວິດ ແລະ ຢ້ານກົວຄວາມຕາຍ. ການກະທໍາເຫຼົ່ານີ້ ແລະ ການກະທໍາອື່ນໆທີ່ຜິດສິນທໍາ ແລະ ບໍ່ມີສັກສີ ບໍ່ແມ່ນພຶດຕິກໍາທີ່ຜູ້ຄົນໄດ້ທໍລະຍົດເຮົາໃນສ່ວນເລິກຂອງຫົວໃຈຂອງພວກເຂົາແຕ່ດົນແລ້ວບໍ? ແນ່ນອນຢູ່, ເຮົາຮູ້ຈັກວ່າ ຜູ້ຄົນບໍ່ໄດ້ວາງແຜນລ່ວງໜ້າທີ່ຈະທໍລະຍົດເຮົາ; ການທໍລະຍົດຂອງພວກເຂົາແມ່ນການເປີດເຜີຍໂດຍທຳມະຊາດເຖິງທຳມະຊາດຂອງພວກເຂົາ. ບໍ່ມີໃຜຕ້ອງການຈະທໍລະຍົດຕໍ່ເຮົາ ແລະ ບໍ່ມີໃຜມີຄວາມສຸກ ຍ້ອນພວກເຂົາໄດ້ເຮັດບາງສິ່ງເພື່ອທໍລະຍົດເຮົາ. ໃນທາງກົງກັນຂ້າມ, ພວກເຂົາກໍາລັງສັ່ນເຊັນດ້ວຍຄວາມຢ້ານກົວດ ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າກໍາລັງຄິດ ກ່ຽວກັບວິທີທີ່ຈະໄຖ່ການທໍລະຍົດເຫຼົ່ານີ້ ແລະ ວິທີທີ່ຈະປ່ຽນແປງສະຖານະການໃນປັດຈຸບັນບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)
132. ພວກເຈົ້າຖືກແຍກອອກຈາກຕົມ ແລະ ບໍ່ວ່າຫຍັງກໍຕາມ ພວກເຈົ້າແມ່ນສິ່ງ ທີ່ຖືກເລືອກຈາກສິ່ງເສດເຫຼືອ, ເປັນສິ່ງສົກກະປົກ ແລະ ເປັນສິ່ງທີ່ພຣະເຈົ້າກຽດຊັງ. ພວກເຈົ້າເປັນຂອງຊາຕານ ແລະ ເຄີຍຖືກມັນຢຽບຍໍ່າ ແລະ ເຮັດໃຫ້ມີມົນທິນ. ນັ້ນຄືເຫດຜົນທີ່ເວົ້າວ່າ ພວກເຈົ້າຖືກແຍກອອກຈາກຕົມ ແລະ ນອກຈາກຈະຫ່າງໄກຈາກຄວາມບໍລິສຸດແລ້ວ ໃນທາງກົງກັນຂ້າມ ພວກເຈົ້າຄືສິ່ງທີ່ບໍ່ແມ່ນມະນຸດ ເຊິ່ງໄດ້ກາຍເປົ້າໝາຍໃຫ້ຊາຕານຫຼອກລວງຕັ້ງແຕ່ດົນແລ້ວ. ນີ້ແມ່ນການປະເມີນທີ່ເໝາະສົມກ່ຽວກັບພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າ ໂດຍເດີມແລ້ວ ພວກເຈົ້າແມ່ນສິ່ງທີ່ບໍ່ບໍລິສຸດ ທີ່ພົບເຫັນໃນນໍ້າເປື້ອນ ແລະ ຕົມ ເຊິ່ງກົງກັນຂ້າມກັບສິ່ງທີ່ເປັນຕາປາດຖະໜາເຊັ່ນປາ ແລະ ກຸ້ງ ເນື່ອງຈາກວ່າບໍ່ຄວາມສຸກໃດໆມາຈາກຕົວພວກເຈົ້າເລີຍ. ຖ້າໃຫ້ເວົ້າແບບກົງໄປກົງມາ ພວກເຈົ້າກໍແມ່ນສັດຮ້າຍທີ່ມີຄຸນຄ່າຕໍ່າຂອງສັງຄົມທີ່ຕໍ່າຕ້ອຍ, ຮ້າຍແຮງກວ່າໝູ ແລະ ໝາ. ເວົ້າຕາມກົງກໍຄື ການຈະເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວນັ້ນບໍ່ແມ່ນການເວົ້າທີ່ເກີນຄວາມຈິງ ຫຼື ເປັນການເວົ້າທີ່ເກີນເຫດຜົນ; ກົງກັນຂ້າມ ແຕ່ມັນແມ່ນວິທີເພື່ອເຮັດໃຫ້ບັນຫາງ່າຍຂຶ້ນ. ຍິ່ງສາມາດເວົ້າໄດ້ວ່າ ການເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວແມ່ນວິທີສະແດງຄວາມເຄົາລົບຕໍ່ພວກເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າ, ຖ້ອຍຄໍາ, ພຶດຕິກໍາແບບມະນຸດ ແລະ ທຸກລັກສະນະໃນຊີວິດຂອງພວກເຈົ້າ ເຊິ່ງລວມທັງສະຖານະຂອງພວກເຈົ້າທີ່ຢູ່ໃນຕົມ ແມ່ນພຽງພໍທີ່ຈະພິສູດວ່າ ຕົວຕົນຂອງພວກເຈົ້າແມ່ນ “ບໍ່ປົກກະຕິ”.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕົວຕົນໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາເປັນແບບໃດກັນແທ້?
133. ມະນຸດຊາດເປັນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແຕ່ຖ້າໃຫ້ເວົ້າໃຫ້ຖືກຕ້ອງກວ່ານີ້ ມະນຸດຊາດກໍບໍ່ໄດ້ເປັນຫຼາຍກວ່າສັດຕູຂອງເຮົາ. ມະນຸດຊາດເປັນສິ່ງຊົ່ວຮ້າຍທີ່ຕໍ່ຕ້ານ ແລະ ບໍ່ເຊື່ອຟັງເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງສິ່ງຊົ່ວຮ້າຍທີ່ເຮົາໄດ້ສາບແຊ່ງ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າລູກຫຼານຂອງນາຍເທວະດາທີ່ທໍລະຍົດເຮົາ. ມະນຸດຊາດບໍ່ໄດ້ເປັນຫຼາຍກວ່າມໍລະດົກຂອງພວກມານຮ້າຍທີ່ເຮົາໄດ້ປະຕິເສດມາດົນນານແລ້ວ ແລະ ໄດ້ເປັນສັດຕູອັນຮ້າຍກາດຂອງເຮົາທີ່ບໍ່ສາມາດຄືນດີກັນໄດ້ຈົນເຖິງທຸກວັນນີ້. ເນື່ອງຈາກທ້ອງຟ້າທີ່ຢູ່ເທິງມະນຸດຊາດທຸກຄົນບໍ່ສົດໃສ ແລະ ມືດມົວ ໂດຍທີ່ບໍ່ມີຄວາມແຈ່ມແຈ້ງແມ່ນແຕ່ໜ້ອຍ ແລະ ໂລກມະນຸດຖືກໂຍນລົງສູ່ຄວາມມືດສະນິດ ເພື່ອວ່າ ຈະບໍ່ມີຜູ້ໃດທີ່ໃຊ້ຊີວິດຢູ່ໃນໂລກມະນຸດນັ້ນບໍ່ສາມາດເຫັນມືຂອງເຂົາທີ່ຍື່ນອອກໄປຢູ່ຕໍ່ໜ້າຂອງເຂົາ ຫຼື ເຫັນຕາເວັນເມື່ອເຂົາເງີຍຫົວຂອງເຂົາຂຶ້ນ. ເສັ້ນທາງທີ່ຢູ່ກ້ອງຕີນຂອງພວກແມ່ນຂີ້ຕົມ ແລະ ເຕັມໄປດ້ວຍບວກຂຸມ ເຊິ່ງກ້ຽວໄປກ້ຽວມາຢ່າງຄົດລ້ຽວ; ທົ່ວແຜ່ນດິນແມ່ນຮົກໄປດ້ວຍຊາກສົບ. ມຸມມືດແມ່ນເຕັມໄປດ້ວຍຊາກສົບຂອງຄົນຕາຍ ແລະ ໃນມຸມທີ່ເຢັນ ແລະ ມີຮົ່ມແມ່ນມີພວກມານຮ້າຍອາໄສຢູ່. ທົ່ວທຸກແຫ່ງຫົນໃນໂລກມະນຸດແມ່ນມີພວກມານຮ້າຍໄປມາຢ່າງຫຼວງຫຼາຍ. ລູກຫຼານຂອງສັດຮ້າຍທຸກປະເພດ ທີ່ປົກຄຸມໄປດ້ວຍສິ່ງທີ່ສົກກະປົກ ແມ່ນຕິດຢູ່ໃນສົງຄາມທີ່ຈັດກອງກໍາລັງທະຫານຢ່າງເປັນລະບຽບ ໂດຍມີສຽງດັງກ້ອງສະທ້ານຫວັ່ນໄຫວໃນຫົວໃຈ. ໃນເວລາດັ່ງກ່າວນັ້ນ, ໃນໂລກດັ່ງກ່າວ, “ສະຫວັນເທິງແຜ່ນດິນໂລກ” ດັ່ງກ່າວ, ຜູ້ຄົນຈະສະແຫວງຫາຄວາມສຸກແຫ່ງຊີວິດໄດ້ຢູ່ໃສ? ຄົນໆໜຶ່ງຈະຄົ້ນຫາຈຸດໝາຍປາຍທາງຊີວິດຂອງຕົນໄດ້ຢູ່ໃສ? ມະນຸດຊາດໄດ້ຖືກຢຽບຢໍ່າຢູ່ພາຍໃຕ້ຕີນຂອງຊາຕານມາດົນນານ, ໄດ້ເປັນນັກສະແດງໃນຮູບພາບຂອງຊາຕານຕັ້ງແຕ່ທຳອິດ, ຍິ່ງໄປກວ່ານັ້ນ ມະນຸດຊາດທີ່ເປັນຕົວຢ່າງຂອງຊາຕານ ແລະ ເຮັດໜ້າທີ່ເປັນເຄື່ອງພິສູດຢັ້ງຢືນວ່າມະນຸດເປັນພະຍານໃຫ້ກັບຊາຕານຢ່າງຊັດເຈນ. ເມື່ອເປັນເຊັ່ນນັ້ນ ມະນຸດຊາດ ເຊິ່ງເປັນຄົນທີ່ຕໍ່າຊາມ, ເຊື້ອສາຍຂອງຊາດມະນຸດທີ່ຊົ່ວຊ້າເຫຼົ່ານີ້ຈະສາມາດເປັນພະຍານຝ່າຍພຣະເຈົ້າໄດ້ແນວໃດ? ແລ້ວຄວາມສະງ່າລາສີຂອງເຮົາມີຢູ່ໃສ? ໃຜຈະສາມາດເລີ່ມກ່າວຄໍາພະຍານຂອງເຮົາ? ເພາະວ່າ ສັດຕູທີ່ເຮັດໃຫ້ມະນຸດເສື່ອມໂຊມ, ທີ່ຕັ້ງຕົນເປັນປໍລະປັກຕໍ່ເຮົາ ໄດ້ຍຶດເອົາມະນຸດທີ່ເຮົາສ້າງມາແຕ່ຕົນນານທີ່ເຕັມໄປດ້ວຍຄວາມສະງ່າລາສີຂອງເຮົາ ແລະ ຄວາມເປັນຢູ່ຂອງເຮົາ ທີ່ເຮົາໃຫ້ການດູແລພວກເຂົາ. ມັນໄດ້ຍາດຊີງເອົາຄວາມສະງ່າລາສີຂອງເຮົາໄປ ແລະ ສິ່ງດຽວທີ່ມັນເຮັດຄືປູກຝັງຈິດໃຈມະນຸດດ້ວຍຢາພິດທີ່ເຕັມໄປດ້ວຍຄວາມຊົ່ວຮ້າຍຂອງຊາຕານ ແລະ ດ້ວຍນໍ້າໝາກໄມ້ຈາກຕົ້ນໄມ້ແຫ່ງສະຕິປັນຍາຂອງຄົນດີ ແລະ ຄົນຊົ່ວ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເປັນຄົນທີ່ແທ້ຈິງໝາຍເຖິງຫຍັງ
134. ພຶດຕິກຳເປັນເວລາຫຼາຍປີຂອງພວກເຈົ້າຕໍ່ໜ້າເຮົາໄດ້ມອບຄຳຕອບທີ່ບໍ່ເຄີຍມີມາກ່ອນໃຫ້ແກ່ເຮົາ ແລະ ຄຳຖາມສຳລັບຄຳຕອບນີ້ກໍຄື: “ແມ່ນຫຍັງຄືທ່າທີ່ຂອງມະນຸດຕໍ່ໜ້າຄວາມຈິງ ແລະ ພຣະເຈົ້າທີ່ແທ້ຈິງ?” ຄວາມພະຍາຍາມທີ່ເຮົາທຸ້ມເທໃສ່ມະນຸດໄດ້ພິສູດໃຫ້ເຫັນເຖິງແກ່ນແທ້ຂອງເຮົາໃນການຮັກມະນຸດ ແລະ ການກະທຳທຸກຢ່າງຂອງມະນຸດຕໍ່ໜ້າເຮົາໄດ້ພິສູດໃຫ້ເຫັນເຖິງທາດແທ້ຂອງເຂົາທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານເຮົາ. ຕະຫຼອດເວລາ ເຮົາເປັນຫ່ວງທຸກຄົນທີ່ຕິດຕາມເຮົາ ແຕ່ບໍ່ມີເວລາໃດເລີຍທີ່ຜູ້ຄົນທີ່ຕິດຕາມເຮົານັ້ນຈະສາມາດຮັບພຣະທຳຂອງເຮົາໄດ້; ພວກເຂົາບໍ່ສາມາດຮັບແມ່ນແຕ່ຂໍ້ສະເໜີຕ່າງໆຂອງເຮົາ. ສິ່ງນີ້ເຮັດໃຫ້ເຮົາເສົ້າໃຈຕະຫຼອດເວລາ. ບໍ່ມີຜູ້ໃດສາມາດເຂົ້າໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາມາດຍອມຮັບເຮົາໄດ້ ເຖິງແມ່ນວ່າທ່າທີຂອງເຮົາຈະຈິງໃຈ ແລະ ພຣະທຳຂອງເຮົາຈະອ່ອນໂຍນ. ທຸກຄົນພະຍາຍາມປະຕິບັດພາລະກິດທີ່ເຮົາໄດ້ຝາກຝັງໃຫ້ກັບພວກເຂົາຕາມແນວຄວາມຄິດຂອງພວກເຂົາເອງ; ພວກເຂົາບໍ່ໄດ້ສະແຫວງຫາເຈດຕະນາຂອງເຮົາ ແລ້ວແຮງໄກທີ່ພວກເຂົາຈະຖາມເຖິງສິ່ງທີ່ເຮົາຮຽກຮ້ອງຈາກພວກເຂົາ. ພວກເຂົາຍັງອ້າງວ່າພວກເຂົາຮັບໃຊ້ເຮົາຢ່າງຊື່ສັດ ໃນຂະນະທີ່ພວກເຂົາພາກັນກະບົດຕໍ່ເຮົາ. ຫຼາຍຄົນເຊື່ອວ່າ ຄວາມຈິງທີ່ພວກເຂົາບໍ່ສາມາດຮັບໄດ້ ຫຼື ສິ່ງທີ່ພວກເຂົາບໍ່ສາມາດນໍາໄປປະຕິບັດຕົວຈິງໄດ້ນັ້ນບໍ່ແມ່ນຄວາມຈິງ. ໃນຜູ້ຄົນດັ່ງກ່າວ, ຄວາມຈິງຂອງເຮົາກາຍເປັນສິ່ງທີ່ຖືກປະຕິເສດ ແລະ ຖືກປະຖິ້ມ. ໃນເວລາດຽວກັນ ຜູ້ຄົນຮັບຮູ້ວ່າເຮົາເປັນພຣະເຈົ້າໃນຄຳເວົ້າ ແຕ່ຍັງເຊື່ອວ່າເຮົາວ່າເປັນຄົນນອກທີ່ບໍ່ແມ່ນຄວາມຈິງ, ແນວທາງ ຫຼື ຊີວິດ. ບໍ່ມີຜູ້ໃດຮູ້ຈັກຄວາມຈິງນີ້: ພຣະທຳຂອງເຮົາເປັນຄວາມຈິງທີ່ບໍ່ປ່ຽນແປງຕະຫຼອດໄປ. ເຮົາເປັນຜູ້ໃຫ້ຊີວິດແກ່ມະນຸດ ແລະ ເປັນຜູ້ນໍາພາໜຶ່ງດຽວສຳລັບມະນຸດຊາດ. ຄຸນຄ່າ ແລະ ຄວາມໝາຍຂອງພຣະທຳຂອງເຮົາບໍ່ໄດ້ຖືກກຳນົດຂຶ້ນໂດຍອີງຕາມວ່າມະນຸດຊາດຮັບຮູ້ ຫຼື ຍອມຮັບພຣະທຳເຫຼົ່ານີ້ ຫຼື ບໍ່ ແຕ່ອີງຕາມແກ່ນແທ້ຂອງພຣະທຳເອງ. ເຖິງແມ່ນວ່າ ບໍ່ມີຜູ້ໃດເທິງແຜ່ນດິນໂລກນີ້ຈະສາມາດຮັບພຣະທຳຂອງເຮົາໄດ້ກໍຕາມ ແຕ່ຄຸນຄ່າຂອງພຣະທຳຂອງເຮົາ ແລະ ຄວາມຊ່ວຍເຫຼືອຂອງພວກມັນ ທີ່ມີຕໍ່ມະນຸດຊາດບໍ່ອາດສາມາດປະເມີນໄດ້ໂດຍມະນຸດ. ດັ່ງນັ້ນ ເມື່ອຜະເຊີນກັບມະນຸດຫຼາຍຄົນທີ່ກະບົດ, ໂຕ້ແຍ້ງ ຫຼື ດູຖູກພຣະທຳຂອງເຮົາຢ່າງສິ້ນເຊີງ, ທ່າທີ່ຂອງເຮົາຄືສິ່ງນີ້ເທົ່ານັ້ນ: ໃຫ້ເວລາ ແລະ ຄວາມຈິງເປັນພະຍານຂອງເຮົາ ແລະ ສະແດງໃຫ້ເຫັນວ່າພຣະທຳຂອງເຮົາແມ່ນຄວາມຈິງ, ແນວທາງ ແລະ ຊີວິດ. ໃຫ້ພຣະທຳຂອງເຮົາສະແດງໃຫ້ເຫັນວ່າທຸກສິ່ງທີ່ເຮົາກ່າວແມ່ນຖືກຕ້ອງ, ມັນເປັນສິ່ງທີ່ມະນຸດຄວນປະກອບມີ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນສິ່ງທີ່ມະນຸດຄວນຍອມຮັບ. ເຮົາຈະໃຫ້ທຸກຄົນທີ່ຕິດຕາມເຮົາຮູ້ຈັກເຖິງຄວາມຈິງນີ້: ຄົນທີ່ບໍ່ສາມາດຍອມຮັບພຣະທຳຂອງເຮົາຢ່າງເຕັມເມັດເຕັມໜ່ວຍ, ຄົນທີ່ບໍ່ສາມາດນໍາພຣະທຳຂອງເຮົາໄປປະຕິບັດຕົວຈິງ, ຄົນທີ່ບໍ່ສາມາດຄົ້ນພົບຈຸດປະສົງໃນພຣະທຳຂອງເຮົາ ແລະ ຄົນທີ່ບໍ່ສາມາດຮັບເອົາຄວາມລອດພົ້ນຍ້ອນພຣະທຳຂອງເຮົາ ແມ່ນຄົນທີ່ຖືກພຣະທຳຂອງເຮົາລົງໂທດ ແລະ ຍິ່ງໄປກວ່ານັ້ນ ແມ່ນເປັນຄົນທີ່ໄດ້ສູນເສຍຄວາມລອດພົ້ນຂອງເຮົາ ແລະ ຄ້ອນເລັກຂອງເຮົາຈະບໍ່ມີວັນຢູ່ໄກຈາກພວກເຂົາເລີຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນພິຈາລະນາການກະທຳຂອງພວກເຈົ້າ
ໝາຍເຫດ:
ກ. ກັບຄືນຝັ່ງ: ເປັນສໍານວນຂອງພາສາຈີ, ເຊິ່ງໝາຍເຖິງ “ກັບຕົວຈາກຫົນທາງທີ່ຊົ່ວຮ້າຍຂອງຜູ້ໃດຜູ້ໜຶ່ງ”.
ຂ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ດ້ວຍວິທີນີ້”.